ບົດຄວາມສຶກສາທີ 18
ຕັ້ງເປົ້າໝາຍແລະເຮັດຕາມເປົ້າໝາຍນັ້ນໃຫ້ສຳເລັດ
“ໃຫ້ເຈົ້າຄິດຕຶກຕອງແລະທຸ່ມເທກັບເລື່ອງເຫຼົ່ານີ້ ເພື່ອຄົນອື່ນຈະເຫັນຄວາມກ້າວໜ້າຂອງເຈົ້າໄດ້ຢ່າງຊັດເຈນ.”—1 ຕມ. 4:15
ເພງ 84 ຮັບໃຊ້ໃຫ້ຫຼາຍຂຶ້ນ
ໃຈຄວາມສຳຄັນ a
1. ເຮົາສາມາດຕັ້ງເປົ້າໝາຍຫຍັງແດ່?
ຍ້ອນວ່າເຮົາເປັນຄລິດສະຕຽນແທ້ ເຮົາຈຶ່ງຮັກພະເຢໂຫວາຫຼາຍແລະຢາກຮັບໃຊ້ເພິ່ນໃຫ້ດີທີ່ສຸດເທົ່າທີ່ເຮົາເຮັດໄດ້. ແຕ່ເພື່ອຈະເຮັດແບບນັ້ນໄດ້ ເຮົາກໍຕ້ອງໄດ້ຕັ້ງເປົ້າໝາຍ ເຊັ່ນ:ພັດທະນາຄຸນລັກສະນະແບບຄລິດສະຕຽນ ຮຽນຮູ້ທັກສະຕ່າງໆ ແລະຊອກຫາວິທີທີ່ຈະຊ່ວຍເຫຼືອຄົນອື່ນ.
2. ເປັນຫຍັງເຮົາຄວນຕັ້ງເປົ້າໝາຍແລະພະຍາຍາມເຮັດຕາມເປົ້າໝາຍນັ້ນໃຫ້ສຳເລັດ?
2 ເປັນຫຍັງເຮົາຄວນພັດທະນາຕົວເອງໃຫ້ເປັນຜູ້ຮັບໃຊ້ທີ່ດີຂຶ້ນ? ຍ້ອນວ່າເຮົາຢາກເຮັດໃຫ້ພະເຢໂຫວາພໍໃຈ. ພະເຢໂຫວາຈະດີໃຈຫຼາຍຖ້າເຮົາໃຊ້ຄວາມສາມາດແລະພອນສະຫວັນຂອງເຮົາໃນການຮັບໃຊ້ເພິ່ນຢ່າງເຕັມທີ. ນອກຈາກນັ້ນ ເຮົາຢາກພັດທະນາຕົວເອງກໍເພື່ອຈະຊ່ວຍເຫຼືອພີ່ນ້ອງໃຫ້ຫຼາຍຂຶ້ນ. (1 ທຊ. 4:9, 10) ບໍ່ວ່າເຮົາຈະຢູ່ໃນຄວາມຈິງມາດົນສ່ຳໃດແລ້ວ ເຮົາທຸກຄົນກໍຕ້ອງໄດ້ພັດທະນາຕົວເອງຕໍ່ໆໄປ. ໃຫ້ເຮົາມາເບິ່ງວ່າເຮົາຈະເຮັດແບບນັ້ນໄດ້ແນວໃດ.
3. ຕາມ 1 ຕີໂມທຽວ 4:12-16 ອັກຄະສາວົກໂປໂລກະຕຸ້ນຕີໂມທຽວໃຫ້ເຮັດຫຍັງ?
3 ຕອນທີ່ອັກຄະສາວົກໂປໂລຂຽນຈົດໝາຍສະບັບທຳອິດເຖິງຕີໂມທຽວ ຕອນນັ້ນຕີໂມທຽວເປັນຜູ້ດູແລທີ່ຍັງໜຸ່ມທີ່ມີປະສົບການຢູ່ແລ້ວ ແຕ່ໂປໂລກໍຍັງກະຕຸ້ນລາວໃຫ້ພັດທະນາຕົວເອງເພື່ອຈະເປັນຜູ້ຮັບໃຊ້ທີ່ດີຂຶ້ນຕໍ່ໆໄປ. (ອ່ານ 1 ຕີໂມທຽວ 4:12-16) ເມື່ອເຮົາອ່ານຄຳເວົ້າຂອງໂປໂລ ເຮົາກໍເຫັນວ່າ ໂປໂລຢາກໃຫ້ຕີໂມທຽວພັດທະນາຕົວເອງໃນ 2 ດ້ານຄື ພັດທະນາຄຸນລັກສະນະແບບຄລິດສະຕຽນ ເຊັ່ນ: ຄວາມຮັກ ຄວາມເຊື່ອ ແລະຄວາມບໍລິສຸດ. ແລະໃຫ້ພັດທະນາທັກສະຕ່າງໆ ເຊັ່ນ: ການອ່ານ ການສອນ ແລະການໃຫ້ຄຳແນະນຳ. ເມື່ອຄິດເຖິງຕົວຢ່າງຂອງຕີໂມທຽວ ໃຫ້ເຮົາເບິ່ງວ່າເຮົາຈະຕັ້ງເປົ້າໝາຍແນວໃດເພື່ອຊ່ວຍເຮົາໃຫ້ເປັນຜູ້ຮັບໃຊ້ທີ່ດີຂຶ້ນ? ແລະມີວິທີໃດແດ່ທີ່ເຮົາເຮັດໄດ້ເພື່ອຈະຮັບໃຊ້ຫຼາຍຂຶ້ນ?
ພັດທະນາຄຸນລັກສະນະແບບຄລິດສະຕຽນ
4. ຕາມຟີລິບປອຍ 2:19-22 ສິ່ງໃດເຮັດໃຫ້ຕີໂມທຽວເປັນຜູ້ຮັບໃຊ້ທີ່ດີຂອງພະເຢໂຫວາ?
4 ເປັນຫຍັງຕີໂມທຽວຈຶ່ງເປັນຜູ້ຮັບໃຊ້ທີ່ດີຂອງພະເຢໂຫວາ? ຍ້ອນລາວມີຄຸນລັກສະນະແບບຄລິດສະຕຽນ. (ອ່ານຟີລິບປອຍ 2:19-22) ໂປໂລບອກວ່າຕີໂມທຽວເປັນຄົນຖ່ອມ ພັກດີ ດຸໝັ່ນ ແລະໄວ້ໃຈໄດ້ ແລະລາວກໍຍັງຮັກແລະເປັນຫ່ວງພີ່ນ້ອງຫຼາຍ. ນີ້ຈຶ່ງເຮັດໃຫ້ໂປໂລຮັກລາວແລະກ້າມອບໝາຍວຽກທີ່ຍາກໆໃຫ້ລາວເຮັດ. (1 ກຣ. 4:17) ຄ້າຍຄືກັນ ເມື່ອເຮົາພັດທະນາຄຸນລັກສະນະຕ່າງໆທີ່ພະເຢໂຫວາມັກ ພະເຢໂຫວາກໍຈະຮັກເຮົາແລະເຮົາກໍຈະຊ່ວຍພີ່ນ້ອງໃນປະຊາຄົມໃຫ້ຫຼາຍຂຶ້ນໄດ້.—ເພງ. 25:9; 138:6
5. (ກ) ເຈົ້າຈະຕັ້ງເປົ້າໝາຍແນວໃດເພື່ອຈະພັດທະນາຄຸນລັກສະນະແບບຄລິດສະຕຽນ? (ຂ) ຕາມທີ່ເຫັນໃນຮູບ ພີ່ນ້ອງຍິງທີ່ຍັງໜຸ່ມຄົນນີ້ໄດ້ເຮັດຕາມເປົ້າໝາຍແນວໃດໃນການສະແດງຄວາມເຫັນອົກເຫັນໃຈຕໍ່ຄົນອື່ນຫຼາຍຂຶ້ນ?
5 ຕັ້ງເປົ້າໝາຍທີ່ເຈາະຈົງ. ອະທິດຖານແລະຄິດເບິ່ງວ່າມີຄຸນລັກສະນະໃດແດ່ທີ່ເຈົ້າຢາກປັບປຸງ. ຈາກນັ້ນໃຫ້ເລືອກມາຄຸນລັກສະນະໜຶ່ງທີ່ເຈົ້າຢາກປັບປຸງເປັນພິເສດ. ຕົວຢ່າງເຊັ່ນ ເຈົ້າອາດຢາກພັດທະນາຕົວເອງໃຫ້ເປັນຜູ້ທີ່ເຫັນອົກເຫັນໃຈແລະຢາກຊ່ວຍເຫຼືອຄົນອື່ນໃຫ້ຫຼາຍຂຶ້ນບໍ? ຫຼືເຈົ້າຢາກເປັນຄົນທີ່ສ້າງສັນຕິສຸກຫຼາຍຂຶ້ນແລະໃຫ້ອະໄພຄົນອື່ນບໍ? ເຈົ້າອາດຈະຖາມໝູ່ສະໜິດວ່າມີຈຸດໃດແດ່ທີ່ເຈົ້າຕ້ອງປັບປຸງ.—ສຸພາ. 27:6
6. ເຮົາຈະເຮັດຕາມເປົ້າໝາຍທີ່ຕັ້ງໄວ້ໄດ້ແນວໃດ?
6 ເຮັດຕາມເປົ້າໝາຍທີ່ຕັ້ງໄວ້. ແລ້ວຈະເຮັດແບບນັ້ນໄດ້ແນວໃດ? ໃຫ້ສຶກສາຄຸນລັກສະນະທີ່ເຈົ້າຢາກປັບປຸງ. ສົມມຸດວ່າເຈົ້າຢາກໃຫ້ອະໄພຄົນອື່ນຫຼາຍຂຶ້ນ ເຈົ້າອາດຈະອ່ານຄຳພີໄບເບິນແລະຄິດຕຶກຕອງເຖິງເລື່ອງຂອງຜູ້ທີ່ໃຫ້ອະໄພແລະຜູ້ທີ່ບໍ່ໄດ້ໃຫ້ອະໄພຄົນອື່ນ. ຕົວຢ່າງເຊັ່ນ ເຈົ້າອາດຄິດເຖິງເລື່ອງຂອງພະເຢຊູ. ເພິ່ນເຕັມໃຈໃຫ້ອະໄພຄົນອື່ນ ເບິ່ງຂ້າມຂໍ້ຜິດພາດແລະເບິ່ງຈຸດດີໃນໂຕເຂົາເຈົ້າ. (ລກ. 7:47, 48) ກົງກັນຂ້າມກັບພວກຟາຣິຊາຍໃນສະໄໝຂອງເພິ່ນທີ່ “ມັກດູຖູກຄົນອື່ນ.” (ລກ. 18:9) ຫຼັງຈາກທີ່ເຈົ້າຄິດຕຶກຕອງຕົວຢ່າງຂອງຄົນໃນຄຳພີໄບເບິນແລ້ວ ຂໍໃຫ້ຖາມຕົວເອງວ່າ: ‘ຂ້ອຍເຫັນຄຸນລັກສະນະຫຍັງແດ່ໃນໂຕຄົນນັ້ນ? ຄຸນລັກສະນະໃດທີ່ຂ້ອຍຢາກໃສ່ໃຈເປັນພິເສດ?’ ຖ້າເຈົ້າຮູ້ສຶກວ່າຍາກທີ່ຈະໃຫ້ອະໄພຄົນທີ່ເຮັດໃຫ້ເຈົ້າເສຍໃຈ ກໍໃຫ້ຂຽນຈຸດດີຂອງລາວອອກມາໃຫ້ຫຼາຍເທົ່າທີ່ເປັນໄປໄດ້. ແລ້ວຖາມຕົວເອງວ່າ: ‘ພະເຢຊູເຫັນຫຍັງໃນໂຕລາວ? ເພິ່ນຈະໃຫ້ອະໄພລາວບໍ?’ ການເຮັດແບບນີ້ຈະຊ່ວຍເຮົາໃຫ້ປ່ຽນຄວາມຄິດໄດ້. ຕອນທຳອິດ ເຮົາອາດຮູ້ສຶກວ່າຍາກທີ່ຈະໃຫ້ອະໄພລາວ ແຕ່ຖ້າເຮົາພະຍາຍາມຕໍ່ໆໄປເຮົາກໍຈະໃຫ້ອະໄພຄົນອື່ນໄດ້ງ່າຍຂຶ້ນ.
ຮຽນຮູ້ທັກສະຕ່າງໆ
7. ຕາມສຸພາສິດ 22:29 ໃນທຸກມື້ນີ້ພະເຢໂຫວາໄດ້ໃຊ້ພີ່ນ້ອງທີ່ມີທັກສະແນວໃດ?
7 ເປົ້າໝາຍອີກຢ່າງໜຶ່ງທີ່ເຮົາຕັ້ງໄດ້ກໍຄື ຮຽນຮູ້ທັກສະຕ່າງໆ. ໃຫ້ຄິດເບິ່ງວ່າອົງການຂອງພະເຢໂຫວາຕ້ອງການອາສາສະໝັກຫຼາຍສ່ຳໃດໃນການກໍ່ສ້າງຕຶກອາຄານຂອງເບເທນແລະຫໍປະຊຸມຕ່າງໆ. ພີ່ນ້ອງເຫຼົ່ານີ້ໄດ້ຮຽນຮູ້ທັກສະໃໝ່ໆຈາກພີ່ນ້ອງທີ່ມີປະສົບການ. ຄືກັບທີ່ເຮົາເຫັນໃນຮູບພາບ ພີ່ນ້ອງຊາຍຍິງໄດ້ຮຽນຮູ້ທັກສະທີ່ຈຳເປັນເພື່ອຊ່ວຍບຳລຸງຮັກສາຫໍປະຊຸມຕ່າງໆ. ໂດຍວິທີນີ້ ພະເຢໂຫວາ “ກະສັດຕະຫຼອດໄປ” ແລະພະເຢຊູ ‘ກະສັດເໜືອ . . . ກະສັດທັງຫຼາຍ’ ໄດ້ເຮັດວຽກຫຼາຍຢ່າງໄດ້ສຳເລັດໂດຍທາງພີ່ນ້ອງອາສາສະໝັກເຫຼົ່ານີ້. (1 ຕມ. 1:17; 6:15; ອ່ານສຸພາສິດ 22:29) ເຮົາຢາກຈະໃຊ້ທັກສະແລະຄວາມສາມາດທີ່ເຮົາມີເພື່ອຍົກຍ້ອງໃຫ້ກຽດພະເຢໂຫວາ ບໍ່ແມ່ນຍົກຍ້ອງຕົວເຮົາເອງ.—ຢຮ. 8:54
8. ເຈົ້າຈະຕັ້ງເປົ້າໝາຍໃນການພັດທະນາທັກສະຂອງຕົວເອງແນວໃດ?
8 ຕັ້ງເປົ້າໝາຍທີ່ເຈາະຈົງ. ມີທັກສະໃດແດ່ທີ່ເຈົ້າຢາກພັດທະນາ? ໃຫ້ຖາມຜູ້ດູແລໃນປະຊາຄົມແລະຜູ້ດູແລໝວດວ່າມີທັກສະໃດແດ່ທີ່ເຈົ້າຄວນປັບປຸງ. ຕົວຢ່າງເຊັ່ນ ຖ້າເຂົາເຈົ້າແນະນຳວ່າເຈົ້າຄວນປັບປຸງຄວາມສາມາດໃນການເວົ້າແລະການສອນ ກໍຂໍໃຫ້ຖາມເຂົາເຈົ້າວ່າຈຸດໃດທີ່ເຈົ້າຄວນເອົາໃຈໃສ່ເປັນພິເສດ ຈາກນັ້ນກໍໃຫ້ເຮັດຕາມຄຳແນະນຳຂອງເຂົາເຈົ້າ. ແລ້ວເຈົ້າຈະເຮັດແບບນັ້ນໄດ້ແນວໃດ?
9. ເຈົ້າຈະເຮັດຕາມເປົ້າໝາຍທີ່ຕັ້ງໄວ້ໄດ້ແນວໃດ?
9 ເຮັດຕາມເປົ້າໝາຍທີ່ຕັ້ງໄວ້. ຖ້າເຈົ້າຢາກເປັນຜູ້ສອນທີ່ດີຂຶ້ນ ເຈົ້າອາດຈະສຶກສາປຶ້ມຝຶກຝົນຕົວເອງໃນການອ່ານແລະການສອນ ຢ່າງດີ. ເມື່ອເຈົ້າໄດ້ຮັບສ່ວນມອບໝາຍໃນການປະຊຸມກາງອາທິດ ເຈົ້າອາດຈະຂໍໃຫ້ພີ່ນ້ອງຊາຍທີ່ມີປະສົບການຟັງຄຳບັນຍາຍຂອງເຈົ້າກ່ອນທີ່ເຈົ້າຈະບັນຍາຍໃນການປະຊຸມແລະຂໍຄຳແນະນຳຈາກເຂົາເຈົ້າເພື່ອເຈົ້າຈະສາມາດປັບປຸງຕົວເອງໃຫ້ດີຂຶ້ນໄດ້. ຖ້າເຈົ້າກຽມສ່ວນມອບໝາຍໄວ້ລ່ວງໜ້າ ຄົນອື່ນກໍຈະເບິ່ງວ່າເຈົ້າເປັນຄົນທີ່ເອົາໃຈໃສ່ຕໍ່ວຽກມອບໝາຍແລະໄວ້ໃຈໄດ້.—ສຸພາ. 21:5; 2 ກຣ. 8:22
10. ຂໍໃຫ້ຍົກຕົວຢ່າງວ່າເຮົາຈະພັດທະນາທັກສະທີ່ຍາກໄດ້ແນວໃດ.
10 ເຈົ້າຈະເຮັດແນວໃດຖ້າຮູ້ສຶກວ່າບາງທັກສະຍາກທີ່ຈະພັດທະນາ? ຂໍໃຫ້ພະຍາຍາມເຮັດຕໍ່ໆໄປ. ພີ່ນ້ອງຊາຍຄົນໜຶ່ງທີ່ຊື່ແກຣີອ່ານໜັງສືບໍ່ຄ່ອຍເກັ່ງປານໃດ. ລາວຈື່ໄດ້ວ່າລາວຮູ້ສຶກອາຍຫຼາຍຕອນທີ່ພະຍາຍາມອ່ານອອກສຽງໃຫ້ພີ່ນ້ອງຟັງຢູ່ການປະຊຸມປະຊາຄົມ. ແຕ່ລາວກໍພະຍາຍາມປັບປຸງຕົວເອງຕໍ່ໆໄປ. ຕອນນີ້ລາວບອກວ່າ ຍ້ອນໄດ້ຮັບການຝຶກອົບຮົມຈາກພີ່ນ້ອງທີ່ມີປະສົບການແລະຈາກປຶ້ມຕ່າງໆຂອງອົງການ ລາວຈຶ່ງສາມາດໃຫ້ຄຳບັນຍາຍໃນການປະຊຸມປະຊາຄົມ ການປະຊຸມໝວດແລະການປະຊຸມພາກ.
11. ຄືກັບຕີໂມທຽວ ສິ່ງໃດຈະຊ່ວຍເຮົາໃຫ້ເຮັດວຽກຮັບໃຊ້ພະເຢໂຫວາໄດ້ຫຼາຍຂຶ້ນ?
11 ຕີໂມທຽວເປັນຜູ້ບັນຍາຍຫຼືຜູ້ສອນທີ່ເກັ່ງບໍ? ຄຳພີໄບເບິນບໍ່ໄດ້ບອກເຮົາໃນເລື່ອງນີ້. ແຕ່ເຮົາໝັ້ນໃຈວ່າ ຖ້າລາວເຮັດຕາມຄຳແນະນຳຂອງໂປໂລ ລາວຈະເຮັດວຽກມອບໝາຍຂອງລາວໄດ້ດີຂຶ້ນ. (2 ຕມ. 3:10) ຄ້າຍຄືກັນ ຖ້າເຮົາພະຍາຍາມປັບປຸງທັກສະຂອງເຮົາ ເຮົາກໍຈະເຮັດວຽກຮັບໃຊ້ພະເຢໂຫວາໄດ້ຫຼາຍຂຶ້ນ.
ຊອກຫາວິທີຊ່ວຍເຫຼືອຄົນອື່ນ
12. ເຮົາໄດ້ຮັບປະໂຫຍດແນວໃດຈາກການຊ່ວຍເຫຼືອຂອງຄົນອື່ນ?
12 ເຮົາໄດ້ຮັບປະໂຫຍດຈາກການຊ່ວຍເຫຼືອຂອງຄົນອື່ນ. ຕົວຢ່າງເຊັ່ນ: ເມື່ອເຮົາເຈັບປ່ວຍເຂົ້າໂຮງໝໍ ເຮົາຮູ້ສຶກດີໃຈຫຼາຍທີ່ຜູ້ດູແລເຊິ່ງເຮັດວຽກກັບຄະນະກຳມະການປະສານງານກັບໂຮງໝໍຫຼືພີ່ນ້ອງຄົນອື່ນໆເຊິ່ງເປັນກຸ່ມທີ່ໄປຢ້ຽມຢາມຄົນເຈັບປ່ວຍໄດ້ມາຢາມເຮົາ. ເມື່ອເຮົາມີບັນຫາໃນຊີວິດ ເຮົາຮູ້ສຶກເຫັນຄ່າທີ່ຜູ້ດູແລໄດ້ໃຫ້ເວລາກັບເຮົາແລະປອບໂຍນເຮົາ. ເມື່ອເຮົານຳການສຶກສາ ເຮົາຮູ້ສຶກດີໃຈທີ່ໄພໂອເນຍທີ່ມີປະສົບການມາຮ່ວມສຶກສາແລະໃຫ້ຄຳແນະນຳກັບເຮົາ. ພີ່ນ້ອງເຫຼົ່ານີ້ຮູ້ສຶກດີໃຈຫຼາຍທີ່ໄດ້ຊ່ວຍເຫຼືອເຮົາ. ແລະຖ້າເຮົາພ້ອມທີ່ຈະຊ່ວຍເຫຼືອຄົນອື່ນເຮົາກໍຈະມີຄວາມສຸກຄືກັນ ເພາະພະເຢຊູບອກວ່າ: “ການໃຫ້ເຮັດໃຫ້ມີຄວາມສຸກຫຼາຍກວ່າການຮັບ.” (ກຈກ. 20:35) ຖ້າເຈົ້າຢາກຮັບໃຊ້ພະເຢໂຫວາໃຫ້ຫຼາຍຂຶ້ນ ສິ່ງໃດຈະຊ່ວຍເຈົ້າໃຫ້ເຮັດຕາມເປົ້າໝາຍນັ້ນໄດ້?
13. ເມື່ອຕັ້ງເປົ້າໝາຍ ເຮົາຄວນຈື່ຫຍັງໄວ້?
13 ເຮົາບໍ່ຄວນຕັ້ງເປົ້າໝາຍທີ່ກວ້າງໂພດ ເຊັ່ນ: ເຈົ້າອາດຄິດວ່າ ‘ຂ້ອຍຢາກຮັບໃຊ້ຫຼາຍຂຶ້ນໃນປະຊາຄົມ’. ການຄິດແບບນີ້ອາດຍາກທີ່ຈະຮູ້ວ່າເປົ້າໝາຍຂອງເຈົ້າແມ່ນຫຍັງ ແລະບໍ່ຮູ້ວ່າຈະເຮັດຕາມເປົ້າໝາຍໄດ້ແນວໃດ. ດັ່ງນັ້ນ ໃຫ້ຕັ້ງເປົ້າໝາຍທີ່ເຈາະຈົງ ເຊິ່ງເຈົ້າອາດຈະຂຽນເປົ້າໝາຍອອກມາແລະວາງແຜນວ່າຈະເຮັດຕາມເປົ້າໝາຍນັ້ນໃຫ້ສຳເລັດໄດ້ແນວໃດ.
14. ເປັນຫຍັງເຮົາຕ້ອງພ້ອມທີ່ຈະປັບຕົວເມື່ອຕັ້ງເປົ້າໝາຍ?
14 ເຮົາຍັງຕ້ອງພ້ອມທີ່ຈະປັບຕົວເມື່ອຕັ້ງເປົ້າໝາຍ. ຍ້ອນຫຍັງ? ຍ້ອນວ່າເຮົາບໍ່ສາມາດຄວບຄຸມສະພາບການໄດ້. ຕົວຢ່າງເຊັ່ນ: ອັກຄະສາວົກໂປໂລໄດ້ຊ່ວຍຕັ້ງປະຊາຄົມໃໝ່ຢູ່ເມືອງເທຊະໂລນິກ ແລະລາວກໍຢາກຈະຊ່ວຍພີ່ນ້ອງໃໝ່ຢູ່ທີ່ນັ້ນຕໍ່ໄປ. ແຕ່ວ່າພວກຕໍ່ຕ້ານໄດ້ບັງຄັບ ໃຫ້ລາວອອກຈາກເມືອງນັ້ນ. (ກຈກ. 17:1-5, 10) ຖ້າໂປໂລຍັງຢູ່ໃນເມືອງນັ້ນຕໍ່ ລາວອາດຈະເຮັດໃຫ້ພີ່ນ້ອງຢູ່ຫັ້ນເດືອດຮ້ອນ. ເຖິງວ່າໂປໂລຈະປ່ຽນແປງສະພາບການບໍ່ໄດ້ ແຕ່ລາວກໍບໍ່ໄດ້ເຊົາຊ່ວຍເຫຼືອພີ່ນ້ອງ. ລາວໄດ້ສົ່ງຕີໂມທຽວໃຫ້ໄປຊ່ວຍເຫຼືອພີ່ນ້ອງເຫຼົ່ານັ້ນໃຫ້ມີຄວາມເຊື່ອເຂັ້ມແຂງ. (1 ທຊ. 3:1-3) ພີ່ນ້ອງໃນເມືອງເທຊະໂລນິກຕ້ອງຮູ້ສຶກດີໃຈຫຼາຍແທ້ໆທີ່ຕີໂມທຽວພ້ອມທີ່ຊ່ວຍເຫຼືອເຂົາເຈົ້າ.
15. ເມື່ອສະພາບການປ່ຽນໄປ ອາດສົ່ງຜົນຕໍ່ເປົ້າໝາຍຂອງເຮົາແນວໃດ? ຂໍໃຫ້ຍົກຕົວຢ່າງ
15 ເຮົາໄດ້ຮຽນຫຍັງຈາກຕົວຢ່າງຂອງໂປໂລຕອນທີ່ຢູ່ເມືອງເທຊະໂລນິກ? ເຮົາອາດຕັ້ງເປົ້າໝາຍທີ່ຈະຮັບໃຊ້ພະເຢໂຫວາ ແຕ່ສະພາບການອາດປ່ຽນໄປແລະມີສິ່ງທີ່ຂັດຂວາງບໍ່ໃຫ້ເຮົາເຮັດຕາມເປົ້າໝາຍນັ້ນໄດ້. (ຜູ້ປ. 9:11) ຖ້າເປັນແບບນັ້ນ ຂໍໃຫ້ເຮົາຕັ້ງເປົ້າໝາຍໃໝ່ທີ່ເຮັດໄດ້. ຄືກັບປະສົບການຂອງຜົວເມຍຄູ່ໜຶ່ງທີ່ຊື່ເທັດແລະໄຮດີ້. ເຂົ້າເຈົ້າຕ້ອງອອກຈາກວຽກມອບໝາຍໃນເບເທນຍ້ອນມີບັນຫາສຸຂະພາບ. ແຕ່ຍ້ອນຮັກພະເຢໂຫວາ ເຂົາເຈົ້າຈຶ່ງຊອກຫາວິທີໃໝ່ທີ່ຈະຮັບໃຊ້ພະເຢໂຫວາໃຫ້ຫຼາຍຂຶ້ນ. ທຳອິດ ເຂົາເຈົ້າໄດ້ສະໝັກເປັນໄພໂອເນຍປະຈຳ. ແລະຕໍ່ມາເຂົາເຈົ້າກໍໄດ້ຖືກແຕ່ງຕັ້ງໃຫ້ເປັນໄພໂອເນຍພິເສດ ແລະເທັດກໍໄດ້ຮັບການຝຶກໃຫ້ເປັນຜູ້ດູແລໝວດສົມທົບ. ແຕ່ເມື່ອມີການປ່ຽນແປງຂໍ້ຮຽກຮ້ອງເລື່ອງອາຍຸຂອງຜູ້ດູແລໝວດ ເຂົາເຈົ້າກໍຮູ້ວ່າອາຍຸຂອງເຂົາເຈົ້າຫຼາຍເກີນທີ່ຈະເຮັດວຽກມອບໝາຍນີ້ໄດ້. ເຖິງວ່າເຂົາເຈົ້າຈະຮູ້ສຶກຜິດຫວັງ ແຕ່ເຂົາເຈົ້າກໍຮູ້ວ່າເຂົາເຈົ້າສາມາດຮັບໃຊ້ພະເຢໂຫວາໃນຮູບແບບອື່ນໆໄດ້. ເທັດເວົ້າວ່າ: “ເຮົາໄດ້ຮຽນຮູ້ວ່າ ເຮົາສາມາດຮັບໃຊ້ພະເຢໂຫວາໄດ້ຫຼາຍຮູບແບບ ບໍ່ແມ່ນແຕ່ຮູບແບບດຽວເທົ່ານັ້ນ.”
16. ເຮົາໄດ້ບົດຮຽນຫຍັງຈາກຄາລາເຕຍ 6:4?
16 ເຮົາບໍ່ສາມາດຄວບຄຸມສະຖານະການທຸກຢ່າງໃນຊີວິດຂອງເຮົາໄດ້. ດັ່ງນັ້ນ ເຮົາບໍ່ຄວນວັດຄຸນຄ່າຂອງຕົວເອງຈາກສິດທິພິເສດທີ່ເຮົາໄດ້ຮັບ ແລະບໍ່ຄວນສົມທຽບສິດທິພິເສດທີ່ເຮົາມີກັບສິດທິພິເສດທີ່ຄົນອື່ນມີ. ໄຮດີ້ເວົ້າວ່າ: “ເຮົາຈະບໍ່ມີຄວາມສຸກເລີຍຖ້າເຮົາປຽບທຽບຊີວິດຂອງຕົວເອງກັບຊີວິດຂອງຄົນອື່ນ.” (ອ່ານຄາລາເຕຍ 6:4) ດັ່ງນັ້ນ ເຮົາເຫັນໄດ້ວ່າເປັນເລື່ອງສຳຄັນທີ່ເຮົາຈະຊອກຫາວິທີເພື່ອຊ່ວຍເຫຼືອຄົນອື່ນແລະຮັບໃຊ້ພະເຢໂຫວາ. b
17. ເຈົ້າຈະເຮັດແນວໃດເພື່ອຈະໄດ້ຮັບວຽກມອບໝາຍ?
17 ເຮັດໃຫ້ຕົວເອງພ້ອມທີ່ຈະຮັບເອົາວຽກມອບໝາຍໂດຍໃຊ້ຊີວິດແບບພໍພຽງແລະບໍ່ສ້າງໜີ້ສິນທີ່ບໍ່ຈຳເປັນ. ໃຫ້ຕັ້ງເປົ້າໝາຍນ້ອຍໆທີ່ຈະຊ່ວຍເຮົາໃຫ້ໄປເຖິງເປົ້າໝາຍໃຫຍ່ໆໄດ້. ຕົວຢ່າງເຊັ່ນ: ຖ້າເຈົ້າ ຢາກເປັນໄພໂອເນຍປະຈຳ ຂໍໃຫ້ລອງເປັນໄພໂອເນຍສົມທົບທຸກໆເດືອນຕັ້ງແຕ່ຕອນນີ້ກ່ອນ. ຫຼືຖ້າເຈົ້າຢາກເປັນຜູ້ຊ່ວຍວຽກຮັບໃຊ້ ເຈົ້າອາດຈະໃຊ້ເວລາຫຼາຍຂຶ້ນໃນວຽກປະກາດແລະໄປຢ້ຽມຢາມພີ່ນ້ອງທີ່ເຈັບປ່ວຍແລະພີ່ນ້ອງທີ່ສູງອາຍຸໃນປະຊາຄົມ. ປະສົບການເຫຼົ່ານີ້ຈະເປີດໂອກາດໃຫ້ເຈົ້າໄດ້ຮັບສິດທິພິເສດຫຼາຍຂຶ້ນໃນອະນາຄົດ. ດັ່ງນັ້ນ ຂໍໃຫ້ຕັ້ງໃຈເຮັດວຽກໃດໆກໍຕາມທີ່ມີໃນຕອນນີ້ໃຫ້ດີທີ່ສຸດ.—ຣມ. 12:11
18. ຕາມທີ່ເຫັນໃນຮູບພາບ ເຮົາໄດ້ບົດຮຽນຫຍັງຈາກຕົວຢ່າງຂອງພີ່ນ້ອງເບັບເວີລີ?
18 ເຖິງວ່າຈະອາຍຸຫຼາຍ ແຕ່ເຮົາກໍສາມາດຕັ້ງເປົ້າໝາຍແລະເຮັດຕາມເປົ້າໝາຍນັ້ນໄດ້. ໃຫ້ເຮົາມາເບິ່ງປະສົບການຂອງພີ່ນ້ອງຍິງຄົນໜຶ່ງທີ່ຊື່ເບັບເວີລີອາຍຸ 75 ປີ. ລາວມີບັນຫາສຸຂະພາບຮ້າຍແຮງເຊິ່ງເຮັດໃຫ້ລາວຍ່າງບໍ່ຄ່ອຍໄດ້. ແຕ່ລາວຢາກເຂົ້າຮ່ວມໂຄງການພິເສດເພື່ອການປະຊຸມອະນຸສອນ. ດັ່ງນັ້ນ ລາວຈຶ່ງຕັ້ງເປົ້າໝາຍທີ່ຈະຮ່ວມໃນໂຄງການນີ້. ແລະເມື່ອລາວເຮັດຕາມເປົ້າໝາຍນີ້ໄດ້ ລາວກໍມີຄວາມສຸກຫຼາຍ. ຄວາມພະຍາຍາມຂອງລາວໄດ້ກະຕຸ້ນຄົນອື່ນໃຫ້ຢາກຮັບໃຊ້ຫຼາຍຂຶ້ນ. ພະເຢໂຫວາເຫັນຄ່າວຽກທີ່ພີ່ນ້ອງສູງອາຍຸເຮັດ ເຖິງວ່າເຂົາເຈົ້າຈະມີຂີດຈຳກັດກໍຕາມ.—ເພງ. 71:17, 18
19. ມີຫຍັງແດ່ທີ່ຈະຊ່ວຍເຈົ້າໃຫ້ເຮັດຕາມເປົ້າໝາຍໄດ້?
19 ຕັ້ງເປົ້າໝາຍທີ່ເຈົ້າສາມາດເຮັດໄດ້. ພັດທະນາຄຸນລັກສະນະທີ່ຈະເຮັດໃຫ້ພະເຢໂຫວາພໍໃຈເຈົ້າ. ຮຽນຮູ້ທັກສະຕ່າງໆທີ່ຈະຊ່ວຍເຈົ້າໃຫ້ເຮັດວຽກຮັບໃຊ້ພະເຢໂຫວາແລະອົງການຂອງເພິ່ນໃຫ້ຫຼາຍຂຶ້ນ. ຊອກຫາວິທີທີ່ຈະຊ່ວຍພີ່ນ້ອງໃຫ້ຫຼາຍຂຶ້ນ. c ແລະຄືກັບຕີໂມທຽວ ພະເຢໂຫວາຈະອວຍພອນເຈົ້າ ແລະ “ຄົນອື່ນຈະເຫັນຄວາມກ້າວໜ້າຂອງເຈົ້າໄດ້ຢ່າງຊັດເຈນ.”—1 ຕມ. 4:15
ເພງ 38 ພະອົງຈະເຮັດໃຫ້ເຈົ້າເຂັ້ມແຂງ
a ເຖິງວ່າຕີໂມທຽວຈະເປັນຜູ້ປະກາດທີ່ດີຢູ່ແລ້ວ ແຕ່ໂປໂລກໍຍັງບອກລາວໃຫ້ພັດທະນາຕົວເອງຕໍ່ໆໄປ. ໂດຍການເຮັດຕາມຄຳແນະນຳຂອງໂປໂລ ຕີໂມທຽວຈຶ່ງຮັບໃຊ້ພະເຢໂຫວາແລະຊ່ວຍເຫຼືອພີ່ນ້ອງໄດ້ຫຼາຍຂຶ້ນ. ເຈົ້າຢາກຮັບໃຊ້ພະເຢໂຫວາແລະຊ່ວຍເຫຼືອພີ່ນ້ອງໃຫ້ຫຼາຍຂຶ້ນຄືກັບຕີໂມທຽວບໍ? ແນ່ນອນວ່າເຈົ້າຄືຊິຢາກເປັນແບບນັ້ນ. ແລ້ວມີເປົ້າໝາຍຫຍັງແດ່ທີ່ຈະຊ່ວຍເຈົ້າໃຫ້ເຮັດແບບນັ້ນໄດ້? ແລະເຈົ້າຈະເຮັດຫຍັງແດ່ເພື່ອຈະຕັ້ງເປົ້າໝາຍແລະເຮັດຕາມເປົ້າໝາຍໃຫ້ສຳເລັດໄດ້?
b ໃຫ້ເບິ່ງຫົວຂໍ້ທີ່ຊື່ວ່າ: “ການຮັບໃຊ້ໃນບ່ອນທີ່ຕ້ອງການຜູ້ປະກາດຫຼາຍກວ່າ” ໃນປຶ້ມລວບລວມເປັນອົງການເພື່ອເຮັດຕາມຄວາມປະສົງຂອງພະເຢໂຫວາ ບົດທີ 10 ຂໍ້ 6-9 (ພາສາໄທ).
c ເບິ່ງປຶ້ມຊີວິດທີ່ມີຄວາມສຸກຕະຫຼອດໄປ! ບົດທີ 60 ທີ່ມີຫົວຂໍ້ວ່າ “ສະໜິດກັບພະເຢໂຫວາໃຫ້ຫຼາຍຂຶ້ນຕໍ່ໄປ”
d ຄຳອະທິບາຍຮູບພາບ: ພີ່ນ້ອງຊາຍຄົນໜຶ່ງໄດ້ຝຶກສອນພີ່ນ້ອງຍິງສອງຄົນໃຫ້ເຮັດວຽກກ່ຽວກັບການບຳລຸງຮັກສາຫໍປະຊຸມ ແລະພີ່ນ້ອງຍິງສອງຄົນນັ້ນກໍໄດ້ໃຊ້ທັກສະທີ່ຮຽນມາ.
e ຄຳອະທິບາຍຮູບພາບ: ພີ່ນ້ອງຍິງທີ່ອອກຈາກເຮືອນບໍ່ໄດ້ ສາມາດປະກາດທາງໂທລະສັບແລະເຊີນຄົນໃຫ້ເຂົ້າຮ່ວມການປະຊຸມອະນຸສອນ.