ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 17

ຜູ້​ເປັນ​ແມ່ ຂໍ​ໃຫ້​ເຈົ້າ​ຮຽນ​ຈາກ​ຕົວຢ່າງ​ຂອງ​ຢູນິເກ

ຜູ້​ເປັນ​ແມ່ ຂໍ​ໃຫ້​ເຈົ້າ​ຮຽນ​ຈາກ​ຕົວຢ່າງ​ຂອງ​ຢູນິເກ

“ຢ່າ​ປະຖິ້ມ​ຄວາມ​ສັ່ງ​ສອນ​ແຕ່​ແມ່​ຂອງ​ເຈົ້າ. ເຫດ​ວ່າ​ຂໍ້​ຄວາມ​ນັ້ນ​ຈະ​ເປັນ​ພວງ​ມາໄລ​ພະ​ຄຸນ​ຄຽນ​ຫົວ​ເຈົ້າ ແລະ​ເປັນ​ສາຍ​ສ້ອຍ​ຕົກແຕ່ງ​ຄໍ​ຂອງ​ເຈົ້າ.”—ສຸພາ. 1:8, 9

ເພງ 137 ພີ່ນ້ອງ​ຍິງ​ທີ່​ສັດຊື່

ໃຈ​ຄວາມ​ສຳຄັນ a

ຢູນິເກ​ແມ່​ຂອງ​ຕີໂມທຽວ​ແລະ​ໂລ​ອີ​ແມ່​ຕູ້​ຂອງ​ລາວ​ຍິ້ມ​ດ້ວຍ​ຄວາມ​ພາກ​ພູມໃຈ​ແລະ​ມີ​ຄວາມສຸກ​ຫຼາຍ​ຕອນ​ທີ່​ຕີໂມທຽວ​ຮັບ​ບັບເຕມາ (ເບິ່ງ​ຂໍ້ 1)

1-2. (ກ) ຢູນິເກ​ແມ່ນ​ໃຜ ແລະ​ເປັນ​ຫຍັງ​ຈຶ່ງ​ຍາກ​ທີ່​ລາວ​ຈະ​ສອນ​ລູກ​ກ່ຽວ​ກັບ​ພະເຢໂຫວາ​ແລະ​ພະ​ເຢຊູ? (ຂ) ຂໍ​ໃຫ້​ອະທິບາຍ​ຮູບ​ໜ້າ​ປົກ.

 ເຖິງ​ຄຳພີໄບເບິນ​ຈະ​ບໍ່​ໄດ້​ພັນລະນາ​ເຖິງ​ຕອນ​ທີ່​ຕີໂມທຽວ​ຮັບ​ບັບເຕມາ ແຕ່​ເຮົາ​ກໍ​ນຶກພາບ​ໄດ້​ວ່າ​ຢູນິເກ​ແມ່​ຂອງ​ລາວ​ຄື​ຊິ​ຮູ້ສຶກ​ດີ​ໃຈ​ຫຼາຍ​ໃນ​ມື້​ນັ້ນ! (ສຸພາ. 23:25) ຢູນິເກ​ຄື​ຊິ​ຍິ້ມ​ດ້ວຍ​ຄວາມ​ພາກ​ພູມໃຈ​ຕອນ​ທີ່​ຕີໂມທຽວ​ຢືນ​ຢູ່​ໃນ​ນ້ຳ​ແລະ​ມີໂລ​ອີ​ແມ່​ຕູ້​ຂອງ​ຕີໂມທຽວ​ຢືນ​ຢູ່​ທາງ​ຂ້າງ. ແລະ​ເມື່ອ​ຢູນິເກ​ເຫັນ​ຕີໂມທຽວ​ຂຶ້ນ​ມາ​ຈາກ​ນ້ຳ​ພ້ອມ​ດ້ວຍ​ສຽງ​ນ້ຳ​ທີ່​ຟົ້ງ​ຂຶ້ນ​ມາ ລາວ​ກໍ​ຄື​ຊິ​ຫາຍ​ໃຈ​ເຂົ້າ​ເບົາໆ​ດ້ວຍ​ຄວາມ​ດີ​ໃຈ ແລະ​ມີ​ຄວາມສຸກ​ຫຼາຍ​ຈົນ​ນ້ຳ​ຕາ​ໄຫຼ​ອອກ​ມາ. ຢູນິເກ​ສາມາດ​ສອນ​ຕີໂມທຽວ​ໃຫ້​ຮັກ​ພະເຢໂຫວາ​ແລະ​ພະ​ເຢຊູ ເຖິງ​ວ່າ​ຈະ​ມີ​ບັນຫາ​ຫຼາຍ​ຢ່າງ. ແລ້ວ​ຢູນິເກ​ມີ​ບັນຫາ​ຫຍັງ​ແດ່?

2 ຕີໂມທຽວ​ເກີດ​ໃນ​ຄອບຄົວ​ທີ່​ພໍ່​ແມ່​ນັບຖື​ສາສະໜາ​ຕ່າງ​ກັນ ເພາະ​ພໍ່​ລາວ​ເປັນ​ຄົນ​ກຣີກ​ແລະ​ແມ່​ກັບ​ແມ່​ຕູ້​ເປັນ​ຄົນ​ຢິວ. (ກຈກ. 16:1) ຕີໂມທຽວ​ຄື​ຊິ​ເປັນ​ໄວ​ລຸ້ນ​ແລ້ວ​ຕອນ​ທີ່​ແມ່​ກັບ​ແມ່​ຕູ້​ເຂົ້າ​ມາ​ເປັນ​ຄລິດສະຕຽນ ແຕ່​ວ່າ​ພໍ່​ຂອງ​ລາວ​ບໍ່​ໄດ້​ເປັນ ແລະ​ຕີໂມທຽວ​ກໍ​ອາດ​ຈະ​ໃຫຍ່​ພໍ​ທີ່​ຈະ​ຕັດສິນ​ໃຈ​ເລືອກ​ໄດ້​ດ້ວຍ​ຕົວ​ເອງ. ແລ້ວ​ລາວ​ຈະ​ເລືອກ​ທາງ​ໃດ? ລາວ​ຈະ​ເລືອກ​ນັບຖື​ສາສະໜາ​ແບບ​ດຽວ​ກັນ​ກັບ​ພໍ່​ລາວ​ບໍ? ຫຼື​ລາວ​ຈະ​ເລືອກ​ເຮັດ​ຕາມ​ປະເພນີ​ຂອງ​ຄົນ​ຢິວ​ທີ່​ຖືກ​ສອນ​ມາ​ຕັ້ງ​ແຕ່​ຍັງ​ນ້ອຍ? ຫຼື​ລາວ​ຈະ​ເລືອກ​ຄວາມ​ເຊື່ອ​ໃໝ່ ເຊິ່ງ​ກໍ​ຄື​ການ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະ​ເຢຊູ?

3. ຕາມ​ສຸພາສິດ 1:8, 9 ພະເຢໂຫວາ​ຮູ້ສຶກ​ແນວໃດ​ຕໍ່​ຜູ້​ເປັນ​ແມ່​ທີ່​ພະຍາຍາມ​ຊ່ວຍ​ລູກ​ໃຫ້​ສະໜິດ​ກັບ​ເພິ່ນ?

3 ແມ່​ທີ່​ເປັນ​ຄລິດສະຕຽນ​ກໍ​ຮັກ​ຄອບຄົວ​ຂອງ​ຕົວເອງ. ເຂົາເຈົ້າ​ຢາກ​ສອນ​ລູກ​ໃຫ້​ສະໜິດ​ກັບ​ພະເຢໂຫວາ ແລະ​ພະເຢໂຫວາ​ກໍ​ເຫັນ​ຄ່າ​ຄວາມ​ພະຍາຍາມ​ຂອງ​ເຂົາເຈົ້າ. (ອ່ານ​ສຸພາສິດ 1:8, 9) ພະເຢໂຫວາ​ໄດ້​ຊ່ວຍ​ຜູ້​ເປັນ​ແມ່​ຫຼາຍ​ຄົນ​ມາ​ແລ້ວ​ໃນ​ການ​ສອນ​ລູກ​ໃຫ້​ຮັກ​ແລະ​ຮັບໃຊ້​ເພິ່ນ.

4. ຜູ້​ເປັນ​ແມ່​ໃນ​ທຸກ​ມື້​ນີ້​ເຈິ​ກັບ​ບັນຫາ​ຫຍັງ​ແດ່?

4 ເປັນ​ເລື່ອງ​ທຳມະດາ​ທີ່​ຜູ້​ເປັນ​ແມ່​ຈະ​ກັງວົນ​ວ່າ ລູກ​ຈະ​ເລືອກ​ຮັບໃຊ້​ພະເຢໂຫວາ​ຄື​ກັບ​ຕີໂມທຽວ​ບໍ? ພໍ່​ແມ່​ຫຼາຍ​ຄົນ​ຮູ້​ວ່າ​ລູກ​ຕ້ອງ​ເຈິ​ກັບ​ຄວາມ​ກົດ​ດັນ​ຫຼາຍ​ສ່ຳ​ໃດ​ໃນ​ໂລກ​ຂອງ​ຊາຕານ. (1 ປຕ. 5:8) ນອກຈາກນັ້ນ ຜູ້​ເປັນ​ແມ່​ຫຼາຍ​ຄົນ​ຕ້ອງ​ເຈິ​ກັບ​ຂໍ້​ທ້າທາຍ​ຍ້ອນ​ຕ້ອງ​ລ້ຽງ​ລູກ​ຜູ້​ດຽວ​ໂດຍ​ບໍ່​ມີ​ຜົວ ຫຼື​ຖ້າ​ມີ ຜົວ​ກໍ​ບໍ່​ໄດ້​ຮັບໃຊ້​ພະເຢໂຫວາ. ເຊັ່ນ ພີ່ນ້ອງ​ຄລິດສະຕິນ b ບອກ​ວ່າ: “ຜົວ​ຂ້ອຍ​ເປັນ​ພໍ່​ທີ່​ດີ​ແລະ​ຮັກ​ຄອບຄົວ ແຕ່​ລາວ​ບໍ່​ຍອມ​ໃຫ້​ຂ້ອຍ​ສອນ​ລູກ​ໃນ​ແນວ​ທາງ​ຂອງ​ພະເຢໂຫວາ​ເລີຍ. ຂ້ອຍ​ຕ້ອງ​ຮ້ອງໄຫ້​ຫຼາຍ​ເທື່ອ​ເປັນ​ເວລາ​ຫຼາຍ​ປີ ແລະ​ກັງວົນ​ວ່າ​ຈະ​ຊ່ວຍ​ລູກ​ໃຫ້​ມາ​ນະມັດສະການ​ພະເຢໂຫວາ​ໄດ້​ແນວໃດ.”

5. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

5 ຖ້າ​ເຈົ້າ​ເປັນ​ແມ່ ເຈົ້າ​ກໍ​ສາມາດ​ຊ່ວຍ​ລູກ​ໃຫ້​ຮັກ​ແລະ​ຮັບໃຊ້​ພະເຢໂຫວາ​ໄດ້​ຄື​ກັບ​ທີ່​ຢູນິເກ​ເຮັດ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ ເຈົ້າ​ຈະ​ຮຽນແບບ​ຢູນິເກ​ໄດ້​ແນວໃດ​ໃນ​ການ​ສອນ​ລູກ​ໂດຍ​ທາງ​ຄຳເວົ້າ ແລະ​ການ​ກະທຳ ແລະ​ພະເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ແນວໃດ​ໃນ​ເລື່ອງ​ນີ້.

ສອນ​ລູກ​ໂດຍ​ທາງ​ຄຳເວົ້າ

6. ຕາມ 2 ຕີໂມທຽວ 3:14, 15 ຕີໂມທຽວ​ເຂົ້າ​ມາ​ເປັນ​ຄລິດສະຕຽນ​ແນວໃດ?

6 ຕອນ​ທີ່​ຕີໂມທຽວ​ຍັງ​ນ້ອຍ ຢູນິເກ​ແມ່​ຂອງ​ລາວ​ໄດ້​ພະຍາຍາມ​ສຸດ​ຄວາມ​ສາມາດ​ທີ່​ຈະ​ສອນ​ລາວ​ໃຫ້​ຮູ້ຈັກ “ພະຄຳພີ​ສັກສິດ” ຄື​ກັບ​ທີ່​ຄົນ​ຢິວ​ໃນ​ສະໄໝ​ນັ້ນ​ເຮັດ. ເຖິງ​ວ່າ​ຢູນິເກ​ຈະ​ບໍ່​ຮູ້​ຫຍັງ​ເລີຍ​ກ່ຽວ​ກັບ​ພະ​ເຢຊູ ແຕ່​ລາວ​ກໍ​ສອນ​ລູກ​ໃຫ້​ມີ​ຄວາມ​ຮູ້​ພື້ນຖານ​ຈາກ​ພະຄຳພີ​ທີ່​ພໍ​ຈະ​ຊ່ວຍ​ລູກ​ໃຫ້​ເຂົ້າ​ມາ​ເປັນ​ຄລິດສະຕຽນ​ໄດ້. ແລ້ວ​ຕີໂມທຽວ​ເຂົ້າ​ມາ​ເປັນ​ຄລິດສະຕຽນ​ບໍ? ເມື່ອ​ຕີໂມທຽວ​ເປັນ​ໄວ​ລຸ້ນ ລາວ​ມີ​ສິດ​ເລືອກ​ວ່າ​ຈະ​ເຂົ້າ​ມາ​ເປັນ​ຄລິດສະຕຽນ​ຫຼື​ບໍ່. ແລະ​ຕີໂມທຽວ​ກໍ​ຄື​ຊິ “ໝັ້ນໃຈ” ຄວາມ​ຈິງ​ກ່ຽວ​ກັບ​ພະ​ເຢຊູ​ສ່ວນ​ໜຶ່ງ​ຍ້ອນ​ຄວາມ​ພະຍາຍາມ​ຂອງ​ແມ່​ລາວ. (ອ່ານ 2 ຕີໂມທຽວ 3:14, 15) ຢູນິເກ​ຕ້ອງ​ດີ​ໃຈ​ຫຼາຍ​ແທ້ໆ​ທີ່​ໄດ້​ສອນ​ລູກ​ໃຫ້​ຮູ້​ກ່ຽວ​ກັບ​ພະເຢໂຫວາ​ເຖິງ​ວ່າ​ຈະ​ມີ​ບັນຫາ​ຫຼາຍ​ຢ່າງ. ແລະ​ລາວ​ກໍ​ຊ່ວຍ​ລູກ​ໄດ້​ສົມ​ກັບ​ຊື່​ຂອງ​ລາວ​ແທ້ໆ ເພາະ​ຊື່​ຂອງ​ລາວ​ມາ​ຈາກ​ຄຳ​ທີ່​ມີ​ຄວາມ​ໝາຍ​ວ່າ “ຊະນະ.”

7. ຢູນິເກ​ໄດ້​ຊ່ວຍ​ຕີໂມທຽວ​ແນວໃດ​ຫຼັງຈາກ​ຮັບ​ບັບເຕມາ​ແລ້ວ?

7 ເຖິງ​ວ່າ​ຕີໂມທຽວ​ຈະ​ຮັບ​ບັບເຕມາ​ແລ້ວ​ເຊິ່ງ​ເປັນ​ຂັ້ນ​ຕອນ​ສຳຄັນ​ໃນ​ຊີວິດ​ລາວ ແຕ່​ຢູນິເກ​ກໍ​ຍັງ​ເປັນ​ຫ່ວງ​ຕີໂມທຽວ​ຢູ່. ລາວ​ເປັນ​ຫ່ວງ​ວ່າ​ຕີໂມທຽວ​ຈະ​ໃຊ້​ຊີວິດ​ແນວໃດ​ຕໍ່​ຈາກ​ນີ້? ລາວ​ຈະ​ຄົບຫາ​ກັບ​ໝູ່​ທີ່​ບໍ່​ດີ​ບໍ? ລາວ​ຈະ​ໄປ​ຮຽນ​ຕໍ່​ຢູ່​ເມືອງ​ອາແຖນ​ແລະ​ເຮັດ​ຕາມ​ຄຳ​ສອນ​ຂອງ​ຫຼັກ​ປັດຊະຍາ​ບໍ? ລາວ​ຈະ​ໃຊ້​ເວລາ ກຳລັງ ແລະ​ຄວາມ​ເປັນ​ໜຸ່ມ​ເພື່ອ​ຫາ​ເງິນ​ເທົ່ານັ້ນ​ບໍ? ເຖິງ​ວ່າ​ຢູນິເກ​ຈະ​ຕັດສິນ​ໃຈ​ແທນ​ຕີໂມທຽວ​ບໍ່​ໄດ້ ແຕ່​ລາວ​ກໍ​ສາມາດ​ຊ່ວຍ​ຕີໂມທຽວ​ໄດ້. ແລ້ວ​ລາວ​ໄດ້​ຊ່ວຍ​ແນວໃດ? ລາວ​ໄດ້​ພະຍາຍາມ​ຫຼາຍ​ທີ່​ຈະ​ຊ່ວຍ​ຕີໂມທຽວ​ໃຫ້​ຮັກ​ພະເຢໂຫວາ​ແລະ​ພະ​ເຢຊູ. ນີ້​ອາດ​ຈະ​ບໍ່​ງ່າຍ​ສຳລັບ​ພໍ່​ແມ່​ທີ່​ຖື​ສາສະໜາ​ຕ່າງ​ກັນ ແຕ່​ເຖິງ​ວ່າ​ພໍ່​ແມ່​ຈະ​ຮັບໃຊ້​ພະເຢໂຫວາ​ຄືກັນ ມັນ​ກໍ​ຍັງ​ຍາກ​ທີ່​ຈະ​ຊ່ວຍ​ລູກ​ໃຫ້​ຮັບໃຊ້​ພະເຢໂຫວາ​ຢ່າງ​ສັດຊື່. ແລ້ວ​ພໍ່​ແມ່​ຈະ​ຮຽນແບບ​ຕົວຢ່າງ​ຂອງ​ຢູນິເກ​ແນວໃດ?

8. ເຈົ້າ​ຈະ​ຊ່ວຍ​ຜົວ​ແນວໃດ​ໃນ​ການ​ສອນ​ລູກ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ພະເຢໂຫວາ?

8 ສຶກສາ​ຄຳພີໄບເບິນ​ກັບ​ລູກ. ຖ້າ​ຜົວ​ຂອງ​ເຈົ້າ​ຮັບໃຊ້​ພະເຢໂຫວາ ພະເຢໂຫວາ​ກໍ​ຢາກ​ໃຫ້​ເຈົ້າ​ຊ່ວຍ​ຜົວ​ໃນ​ການ​ສອນ​ລູກ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ເພິ່ນ. ສິ່ງ​ໜຶ່ງ​ທີ່​ເຈົ້າ​ສາມາດ​ເຮັດ​ໄດ້​ກໍ​ຄື ຊ່ວຍ​ຜົວ​ໃນ​ການ​ຈັດການ​ນະມັດສະການ​ປະຈຳ​ຄອບຄົວ​ເລື້ອຍໆ. ໃຫ້​ເວົ້າ​ໃນ​ແງ່​ບວກ​ກ່ຽວ​ກັບ​ການ​ນະມັດສະການ​ປະຈຳ​ຄອບຄົວ​ແລະ​ຄິດ​ລ່ວງ​ໜ້າ​ວ່າ​ເຈົ້າ​ຈະ​ເຮັດ​ຫຍັງ​ແດ່​ເພື່ອ​ສ້າງ​ໃຫ້​ມີ​ບັນຍາກາດ​ທີ່​ດີ​ແລະ​ອົບອຸ່ນ​ໃນ​ມື້​ນັ້ນ. ບາງ​ທີ​ເຈົ້າ​ອາດ​ຈະ​ຊ່ວຍ​ຜົວ​ວາງ​ແຜນ​ວ່າ​ຈະ​ເຮັດ​ຫຍັງ​ໃນ​ການ​ນະມັດສະການ​ປະຈຳ​ຄອບຄົວ. ນອກຈາກນັ້ນ ຖ້າ​ເຈົ້າ​ເຫັນ​ວ່າ​ລູກ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ປຶ້ມ​ຊີວິດ​ທີ່​ມີ​ຄວາມສຸກ​ຕະຫຼອດ​ໄປ! ເຈົ້າ​ກໍ​ອາດ​ຈະ​ຊ່ວຍ​ຜົວ​ໃນ​ການ​ສອນ​ລູກ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ປຶ້ມ​ນີ້.

9. ພີ່ນ້ອງ​ທີ່​ມີ​ຜົວ​ທີ່​ບໍ່​ມີ​ຄວາມ​ເຊື່ອ​ດຽວ​ກັນ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍເຫຼືອ​ຈາກ​ໃສ​ໃນ​ການ​ສອນ​ລູກ?

9 ຖ້າ​ເຈົ້າ​ເປັນ​ແມ່​ລ້ຽງ​ດ່ຽວ​ຫຼື​ມີ​ຜົວ​ທີ່​ບໍ່​ມີ​ຄວາມ​ເຊື່ອ​ດຽວ​ກັນ ເຈົ້າ​ກໍ​ຕ້ອງ​ເປັນ​ຜູ້​ທີ່​ສຶກສາ​ຄຳພີໄບເບິນ​ໃຫ້​ລູກ. ຖ້າ​ເປັນ​ແບບ​ນີ້ ເຈົ້າ​ກໍ​ບໍ່​ຕ້ອງ​ກັງວົນ​ຫຼາຍ​ເກີນ​ໄປ​ເພາະ​ພະເຢໂຫວາ​ຈະ​ຊ່ວຍ​ເຈົ້າ. ໃຫ້​ເຈົ້າ​ສອນ​ລູກ​ໂດຍ​ໃຊ້​ເຄື່ອງ​ມື​ຕ່າງໆ​ທີ່​ອົງການ​ຂອງ​ພະເຢໂຫວາ​ຈັດ​ໃຫ້. ແລະ​ເຈົ້າ​ສາມາດ​ຖາມ​ພໍ່​ແມ່​ທີ່​ມີ​ປະສົບການ​ວ່າ​ຈະ​ໃຊ້​ເຄື່ອງ​ມື​ເຫຼົ່ານີ້​ແນວໃດ​ໃນ​ການ​ນະມັດສະການ​ປະຈຳ​ຄອບຄົວ. c (ສຸພາ. 11:14) ນອກຈາກນັ້ນ ເຈົ້າ​ຍັງ​ສາມາດ​ອະທິດຖານ​ຂໍ​ພະເຢໂຫວາ​ໃຫ້​ຊ່ວຍ​ເຈົ້າ​ຮູ້​ວ່າ​ຈະ​ໃຊ້​ຄຳຖາມ​ແບບ​ໃດ​ດີ​ເພື່ອ​ຈະ​ຮູ້​ຄວາມຄິດ​ຈິດ​ໃຈ​ຂອງ​ລູກ. (ສຸພາ. 20:5) ເຊັ່ນ: ເຈົ້າ​ອາດ​ຈະ​ຖາມ​ລູກ​ແບບ​ງ່າຍໆ​ວ່າ ‘ຕອນ​ຢູ່​ໂຮງ​ຮຽນ​ລູກ​ມີ​ບັນຫາ​ຫຍັງ​ແດ່?’ ເພາະ​ການ​ຖາມ​ແບບ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ເລີ່ມ​ລົມ​ກັບ​ລູກ​ໄດ້.

10. ມີ​ທາງ​ໃດ​ອີກ​ທີ່​ຈະ​ຊ່ວຍ​ລູກ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ພະເຢໂຫວາ?

10 ສ້າງ​ໂອກາດ​ທີ່​ຈະ​ສອນ​ລູກ​ກ່ຽວ​ກັບ​ພະເຢໂຫວາ. ເລົ່າ​ໃຫ້​ລູກ​ຟັງ​ກ່ຽວ​ກັບ​ພະເຢໂຫວາ​ແລະ​ສິ່ງ​ດີໆ​ທີ່​ເພິ່ນ​ເຮັດ​ເພື່ອ​ເຈົ້າ. (ບັນຍັດ. 6:6, 7; ເອຊາ. 63:7) ນີ້​ເປັນ​ສິ່ງ​ສຳຄັນ​ຫຼາຍ​ຖ້າ​ຫາກ​ເຈົ້າ​ບໍ່​ສາມາດ​ສຶກສາ​ກັບ​ລູກ​ເປັນ​ປະຈຳ​ຕອນ​ທີ່​ຢູ່​ເຮືອນ. ຄລິດສະຕິນ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ບອກ​ວ່າ: “ຂ້ອຍ​ບໍ່​ຄ່ອຍ​ມີ​ໂອກາດ​ໄດ້​ລົມ​ກັບ​ລູກ​ເລື່ອງ​ພະເຢໂຫວາ​ເລີຍ. ດັ່ງນັ້ນ ຂ້ອຍ​ຈຶ່ງ​ໃຊ້​ທຸກ​ໂອກາດ​ທີ່​ມີ​ຢູ່​ເພື່ອ​ຈະ​ລົມ​ເລື່ອງ​ນີ້​ກັບ​ລູກ. ຕອນ​ທີ່​ໄປ​ຍ່າງ​ຫຼິ້ນ​ຫຼື​ໄປ​ຂີ່​ເຮືອ ຂ້ອຍ​ກໍ​ຈະ​ເລົ່າ​ໃຫ້​ລູກ​ຟັງ​ກ່ຽວ​ກັບ​ສິ່ງ​ທີ່​ພະເຢໂຫວາ​ສ້າງ​ແລະ​ສິ່ງ​ອື່ນໆ​ທີ່​ເສີມ​ຄວາມ​ເຊື່ອ. ເມື່ອ​ລູກ​ໃຫຍ່​ຂຶ້ນ​ຂ້ອຍ​ກໍ​ຈະ​ບອກ​ລູກ​ໃຫ້​ສຶກສາ​ຄຳພີໄບເບິນ​ດ້ວຍ​ຕົວ​ເອງ.” ນອກຈາກນັ້ນ ໃຫ້​ເຈົ້າ​ເວົ້າ​ໃນ​ແງ່​ບວກ​ກ່ຽວ​ກັບ​ອົງການ​ຂອງ​ພະເຢໂຫວາ​ແລະ​ພີ່ນ້ອງ ແລະ​ບໍ່​ວິພາກ​ວິຈານ​ຜູ້​ດູ​ແລ ເພາະ​ສິ່ງ​ທີ່​ເຈົ້າ​ເວົ້າ​ຈະ​ເປັນ​ຕົວ​ກຳນົດ​ວ່າ​ລູກ​ຈະ​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ພີ່ນ້ອງ​ຫຼື​ບໍ່​ຕອນ​ທີ່​ລູກ​ມີ​ບັນຫາ.

11. ຕາມ​ຢາໂກໂບ 3:18 ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ສ້າງ​ສັນຕິສຸກ​ໃນ​ຄອບຄົວ?

11 ໃຫ້​ພະຍາຍາມ​ຮັກສາ​ສັນຕິສຸກ​ໃນ​ຄອບຄົວ. ໃຫ້​ເຈົ້າ​ສະແດງ​ຄວາມ​ຮັກ​ຕໍ່​ຜົວ​ແລະ​ລູກ​ເລື້ອຍໆ. ໃຫ້​ເວົ້າ​ເຖິງ​ຜົວ​ໃນ​ແງ່​ດີ ໃນ​ແບບ​ທີ່​ນັບຖື ແລະ​ສອນ​ລູກ​ໃຫ້​ເຮັດ​ແບບ​ນັ້ນ​ຄືກັນ. ຖ້າ​ເຈົ້າ​ເຮັດ​ແບບ​ນີ້ ມັນ​ກໍ​ງ່າຍ​ຂຶ້ນ​ທີ່​ເຈົ້າ​ຈະ​ສອນ​ລູກ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ພະເຢໂຫວາ. (ອ່ານ​ຢາໂກໂບ 3:18) ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ຂອງ​ພີ່ນ້ອງ​ໂຈເຊັບ​ທີ່​ຮັບໃຊ້​ເປັນ​ໄພໂອເນຍ​ພິເສດ​ຢູ່​ຣູມານີ. ຕອນ​ທີ່​ລາວ​ໃຫຍ່​ຂຶ້ນ ພໍ່​ໄດ້​ເຮັດ​ໃຫ້​ຊີວິດ​ຂອງ​ລາວ ພວກ​ນ້ອງໆ ແລະ​ແມ່​ຍາກ​ທີ່​ຈະ​ຮັບໃຊ້​ພະເຢໂຫວາ. ໂຈເຊັບ​ບອກ​ວ່າ: “ແມ່​ຂ້ອຍ​ໄດ້​ພະຍາຍາມ​ຫຼາຍ​ແທ້ໆ​ທີ່​ຈະ​ສ້າງ​ສັນຕິສຸກ​ໃນ​ຄອບຄົວ. ເຖິງ​ວ່າ​ພໍ່​ຈະ​ເຮັດ​ບໍ່​ດີ​ຫຼາຍ​ຢ່າງ ແຕ່​ແມ່​ກໍ​ແຮ່ງ​ເຮັດ​ດີ​ຫຼາຍ​ກວ່າ​ເກົ່າ. ເມື່ອ​ແມ່​ສັງເກດ​ເຫັນ​ວ່າ​ພວກເຮົາ​ບໍ່​ຢາກ​ນັບຖື​ແລະ​ເຊື່ອຟັງ​ພໍ່ ແມ່​ກໍ​ເປີດ​ຂໍ້​ຄຳ​ພີ​ໃນ​ເອເຟໂຊ 6:1-3 ໃຫ້​ພວກເຮົາ​ເບິ່ງ. ຈາກນັ້ນ ແມ່​ກໍ​ໄດ້​ເວົ້າ​ເຖິງ​ຄຸນ​ລັກສະນະ​ທີ່​ດີ​ຂອງ​ພໍ່​ແລະ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ວ່າ​ເປັນ​ຫຍັງ​ເຮົາ​ຄວນ​ຮັກ​ແລະ​ນັບຖື​ພໍ່. ນີ້​ຈຶ່ງ​ເຮັດ​ໃຫ້​ຄອບຄົວ​ຂອງ​ພວກເຮົາ​ມີ​ຄວາມ​ສະຫງົບ​ສຸກ.”

ສອນ​ລູກ​ໂດຍ​ທາງ​ການ​ກະທຳ

12. ຕາມ 2 ຕີໂມທຽວ 1:5 ຕົວຢ່າງ​ຂອງ​ຢູນິເກ​ມີ​ຜົນ​ຕໍ່​ຕີໂມທຽວ​ແນວໃດ?

12 ອ່ານ 2 ຕີໂມທຽວ 1:5. ຢູນິເກ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ກັບ​ຕີໂມທຽວ. ລາວ​ຄື​ຊິ​ໄດ້​ສອນ​ຕີໂມທຽວ​ວ່າ​ຄວາມ​ເຊື່ອ​ຕ້ອງ​ສະແດງ​ອອກ​ດ້ວຍ​ການ​ກະທຳ. (ຢກບ. 2:26) ຕີໂມທຽວ​ຄື​ຊິ​ສັງເກດ​ເຫັນ​ວ່າ​ການ​ກະທຳ​ຂອງ​ແມ່​ສະແດງ​ວ່າ​ແມ່​ຮັກ​ພະເຢໂຫວາ​ຫຼາຍ ແລະ​ການ​ຮັບໃຊ້​ພະເຢໂຫວາ​ກໍ​ເຮັດ​ໃຫ້​ແມ່​ມີ​ຄວາມສຸກ. ແລ້ວ​ຕົວຢ່າງ​ຂອງ​ຢູນິເກ​ມີ​ຜົນ​ຕໍ່​ຕີໂມທຽວ​ແນວໃດ? ອັກຄະສາວົກ​ໂປໂລ​ເຫັນ​ວ່າ​ຕີໂມທຽວ​ມີ​ຄວາມ​ເຊື່ອ​ຄື​ກັບ​ແມ່​ຂອງ​ລາວ. ນີ້​ບໍ່​ແມ່ນ​ເລື່ອງ​ບັງເອີນ ເພາະ​ຕີໂມທຽວ​ຄື​ຊິ​ເຫັນ​ຕົວຢ່າງ​ທີ່​ດີ​ຂອງ​ແມ່​ແລະ​ຢາກ​ຮຽນແບບ​ແມ່. ຄ້າຍ​ກັນ ຜູ້​ເປັນ​ແມ່​ຫຼາຍ​ຄົນໃນ​ທຸກ​ມື້​ນີ້​ກໍ​ສາມາດ​ຊ່ວຍ​ຄອບຄົວ​ໃຫ້​ຮັບໃຊ້​ພະເຢໂຫວາ​ໄດ້ “ໂດຍ​ບໍ່​ຕ້ອງ​ໃຊ້​ຄຳເວົ້າ.” (1 ປຕ. 3:1, 2) ແລ້ວ​ເຂົາເຈົ້າ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວໃດ?

13. ເປັນ​ຫຍັງ​ຜູ້​ເປັນ​ແມ່​ຄວນ​ໃຫ້​ສາຍ​ສຳພັນ​ກັບ​ພະເຢໂຫວາ​ສຳຄັນ​ທີ່​ສຸດ?

13 ໃຫ້​ສາຍ​ສຳພັນ​ກັບ​ພະເຢໂຫວາ​ສຳຄັນ​ທີ່​ສຸດ. (ບັນຍັດ. 6:5, 6) ຄື​ກັບ​ທີ່​ຜູ້​ເປັນ​ແມ່​ຫຼາຍ​ຄົນ​ເຮັດ ເຈົ້າ​ກໍ​ໄດ້​ເສຍ​ສະລະ​ຫຼາຍ​ຢ່າງ ບໍ່​ວ່າ​ຈະ​ເປັນ​ໂອກາດ​ທີ່​ຈະ​ພັກຜ່ອນ ເວລາ ກຳລັງ ເງິນ​ຄຳ ແລະ​ສິ່ງ​ອື່ນໆ​ເພື່ອ​ຈະ​ເບິ່ງແຍງ​ລູກ​ທາງ​ດ້ານ​ຮ່າງກາຍ. ແຕ່​ເຈົ້າ​ບໍ່​ຄວນ​ຫຍຸ້ງ​ກັບ​ເລື່ອງ​ເຫຼົ່ານີ້​ຫຼາຍ​ເກີນ​ໄປ​ຈົນ​ບໍ່​ມີ​ເວລາ​ເຮັດ​ສິ່ງ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ໃກ້ຊິດ​ກັບ​ພະເຢໂຫວາ. ຂໍ​ໃຫ້​ເຈົ້າ​ຈັດ​ເວລາ​ໄວ້​ເພື່ອ​ຈະ​ອະທິດຖານ ສຶກສາ​ສ່ວນ​ຕົວ ແລະ​ເຂົ້າຮ່ວມ​ການ​ປະຊຸມ​ເປັນ​ປະຈຳ. ຖ້າ​ເຈົ້າ​ເຮັດ​ແບບ​ນີ້ ເຈົ້າ​ກໍ​ຈະ​ໃກ້ຊິດ​ກັບ​ພະເຢໂຫວາ​ຫຼາຍ​ຂຶ້ນ​ແລະ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ກັບ​ຄອບຄົວ​ແລະ​ຄົນ​ອື່ນ​ນຳ.

14-15. ເຈົ້າ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ລີແອນ ມາເຣຍ ແລະ​ໂຈອ໋າວ?

14 ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ຄົນ​ທີ່​ຍັງ​ໜຸ່ມ​ທີ່​ຮັກ​ແລະ​ໄວ້ໃຈ​ພະເຢໂຫວາ​ຍ້ອນ​ເຫັນ​ຕົວຢ່າງ​ທີ່​ດີ​ຂອງ​ແມ່. ລີແອນ​ເຊິ່ງ​ເປັນ​ລູກ​ຂອງ​ຄລິດສະຕິນ​ບອກ​ວ່າ: “ເຮົາ​ບໍ່​ສາມາດ​ສຶກສາ​ຄຳພີໄບເບິນ​ຕອນ​ທີ່​ພໍ່​ຢູ່​ເຮືອນ ແຕ່​ແມ່​ກໍ​ຍັງ​ໄປ​ປະຊຸມ​ບໍ່​ຂາດ. ເຖິງ​ວ່າ​ເຮົາ​ຈະ​ບໍ່​ມີ​ຄວາມ​ຮູ້​ຫຼາຍ​ກ່ຽວ​ກັບ​ຄຳພີໄບເບິນ ແຕ່​ສິ່ງ​ທີ່​ແມ່​ເຮັດ​ກໍ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ. ເຮົາ​ຮູ້​ວ່າ​ນີ້​ແມ່ນ​ຄວາມ​ຈິງ​ກ່ອນ​ທີ່​ເຮົາ​ຈະ​ເຂົ້າຮ່ວມ​ປະຊຸມ​ດ້ວຍ​ຊ້ຳ.”

15 ມາເຣຍ​ເຊິ່ງ​ພໍ່​ຂອງ​ລາວ​ໄດ້​ລົງໂທດ​ທຸກຄົນ​ໃນ​ຄອບຄົວ​ເມື່ອ​ເຂົາເຈົ້າ​ເຂົ້າຮ່ວມ​ປະຊຸມ​ໄດ້​ບອກ​ວ່າ: “ແມ່​ເປັນ​ຜູ້​ທີ່​ກ້າຫານ​ທີ່​ສຸດ. ຕອນ​ທີ່​ຂ້ອຍ​ຍັງ​ນ້ອຍ​ບາງເທື່ອ​ຂ້ອຍ​ກໍ​ບໍ່​ກ້າ​ເຮັດ​ສິ່ງ​ຕ່າງໆ​ຍ້ອນ​ຢ້ານ​ຄົນ​ອື່ນ​ເວົ້າ​ໃຫ້. ແຕ່​ເມື່ອ​ເຫັນ​ຄວາມ​ກ້າຫານ​ຂອງ​ແມ່​ແລະ​ເຫັນ​ວ່າ​ແມ່​ໄວ້ໃຈ​ພະເຢໂຫວາ​ສະເໝີ ກໍ​ຊ່ວຍ​ຂ້ອຍ​ບໍ່​ໃຫ້​ຢ້ານ​ຄົນ​ອື່ນ.” ໂຈອ໋າວ​ເຊິ່ງ​ພໍ່​ຂອງ​ລາວ​ຫ້າມ​ບໍ່​ໃຫ້​ເວົ້າ​ເລື່ອງ​ພະເຢໂຫວາ​ຫຼື​ຄຳພີໄບເບິນ​ຢູ່​ເຮືອນ​ໄດ້​ບອກ​ວ່າ: “ສິ່ງ​ທີ່​ເຮັດ​ໃຫ້​ຂ້ອຍ​ປະທັບ​ໃຈ​ຫຼາຍ​ທີ່​ສຸດ​ແມ່ນ​ການ​ທີ່​ແມ່​ຍອມ​ເສຍ​ສະລະ​ທຸກຢ່າງ​ເພື່ອ​ເຮັດ​ໃຫ້​ພໍ່​ພໍ​ໃຈ ຍົກ​ເວັ້ນ​ຄວາມ​ຮັກ​ທີ່​ມີ​ຕໍ່​ພະເຢໂຫວາ.”

16. ຕົວຢ່າງ​ຂອງ​ຜູ້​ເປັນ​ແມ່​ມີ​ຜົນ​ຕໍ່​ຄົນ​ອື່ນ​ແນວໃດ?

16 ຜູ້​ເປັນ​ແມ່ ຂໍ​ໃຫ້​ຈື່​ໄວ້​ວ່າ​ຕົວຢ່າງ​ຂອງ​ເຈົ້າ​ມີ​ຜົນ​ຕໍ່​ຄົນ​ອື່ນ. ມີ​ຜົນ​ແນວໃດ? ໃຫ້​ເຮົາ​ຄິດ​ເຖິງ​ຕົວຢ່າງ​ຂອງ​ຢູນິເກ​ທີ່​ມີ​ຜົນ​ຕໍ່​ໂປໂລ. ໂປໂລ​ຮູ້​ວ່າ​ຕີໂມທຽວ​ມີ​ຄວາມ​ເຊື່ອ​ທີ່​ມາ​ຈາກ​ໃຈ​ຈິງ​ກໍ​ຍ້ອນ “ຢູນິເກ​ແມ່​ຂອງ​ລາວ​ມີ​ຢູ່​ກ່ອນ​ແລ້ວ.” (2 ຕມ. 1:5) ແລ້ວ​ໂປໂລ​ເລີ່ມ​ສັງເກດ​ເຫັນ​ຄວາມ​ເຊື່ອ​ຂອງ​ຢູນິເກ​ຕອນ​ໃດ? ອາດ​ຈະ​ເປັນ​ຕອນ​ທີ່​ໂປໂລ​ເດີນ​ທາງ​ໄປ​ປະກາດ​ຢູ່​ຕ່າງ​ປະເທດ​ຮອບ​ທຳອິດ. ລາວ​ໄດ້​ພົບ​ກັບ​ໂລ​ອີ​ແລະ​ຢູນິເກ​ໃນ​ເມືອງ​ລີສະຕຣາ​ແລະ​ໄດ້​ຊ່ວຍ​ເຂົາເຈົ້າ​ໃຫ້​ເຂົ້າ​ມາ​ເປັນ​ຄລິດສະຕຽນ. (ກຈກ. 14:4-18) ລອງ​ຄິດ​ເບິ່ງ​ວ່າ​ໂປໂລ​ໄດ້​ຂຽນ​ເລື່ອງ​ນີ້​ເຖິງ​ຕີໂມທຽວ​ປະມານ 15 ປີ ຕໍ່ມາ. ນີ້​ສະແດງ​ວ່າ​ລາວ​ຍັງ​ຈື່​ຕົວຢ່າງ​ທີ່​ສັດຊື່​ຂອງ​ຢູນິເກ​ແລະ​ໃຊ້​ຕົວຢ່າງ​ນີ້​ເພື່ອ​ໃຫ້​ຄົນ​ອື່ນ​ຮຽນແບບ. ຕົວຢ່າງ​ຂອງ​ຢູນິເກ​ໄດ້​ໃຫ້​ກຳລັງໃຈ​ໂປໂລ​ແລະ​ພີ່ນ້ອງ​ຄົນ​ອື່ນໆ​ໃນ​ສະຕະວັດ​ທຳອິດ​ຫຼາຍ​ແທ້ໆ! ຖ້າ​ເຈົ້າ​ເປັນ​ແມ່​ທີ່​ລ້ຽງ​ລູກ​ຄົນ​ດຽວ​ຫຼື​ມີ​ຜົວ​ທີ່​ບໍ່​ມີ​ຄວາມ​ເຊື່ອ​ດຽວ​ກັນ ກໍ​ຂໍ​ໃຫ້​ໝັ້ນໃຈ​ວ່າ​ຕົວຢ່າງ​ທີ່​ສັດຊື່​ຂອງ​ເຈົ້າ​ຈະ​ກະຕຸ້ນ​ແລະ​ໃຫ້​ກຳລັງໃຈ​ຄົນ​ອື່ນໆ​ທີ່​ຢູ່​ອ້ອມ​ຂ້າງ.

ການ​ຊ່ວຍ​ລູກ​ໃຫ້​ຮັກ​ພະເຢໂຫວາ​ຕ້ອງ​ໃຊ້​ເວລາ. ຂໍ​ໃຫ້​ເຈົ້າ​ຢ່າ​ຍອມ​ແພ້! (ເບິ່ງ​ຂໍ້ 17)

17. ເຈົ້າ​ຈະ​ເຮັດ​ແນວໃດ​ຖ້າ​ລູກ​ບໍ່​ສົນ​ໃຈ​ເລື່ອງ​ພະເຈົ້າ ເຖິງ​ວ່າ​ເຈົ້າ​ຈະ​ພະຍາຍາມ​ແລ້ວ?

17 ເຈົ້າ​ຈະ​ເຮັດ​ແນວໃດ​ຖ້າ​ລູກ​ບໍ່​ສົນ​ໃຈ​ເລື່ອງ​ພະເຈົ້າ​ເຖິງ​ວ່າ​ເຈົ້າ​ຈະ​ພະຍາຍາມ​ແລ້ວ? ຂໍ​ໃຫ້​ຈື່​ໄວ້​ວ່າ​ການ​ຝຶກ​ສອນ​ລູກ​ຕ້ອງ​ໃຊ້​ເວລາ. ຄື​ກັບ​ທີ່​ເຫັນ​ໃນ​ຮູບພາບ ເມື່ອ​ເຈົ້າ​ຫວ່ານ​ເມັດ​ພືດ ເຈົ້າ​ກໍ​ອາດ​ຈະ​ສົງໄສ​ວ່າ​ມັນ​ຈະ​ເກີດ​ດອກ​ອອກ​ຜົນ​ບໍ? ເຖິງ​ວ່າ​ເຈົ້າ​ຈະ​ບັງຄັບ​ມັນ​ໃຫ້​ເກີດ​ດອກ​ອອກ​ຜົນ​ບໍ່​ໄດ້ ແຕ່​ເຈົ້າ​ກໍ​ສາມາດ​ຫົດ​ນ້ຳມັນ​ເລື້ອຍໆ​ເພື່ອ​ໃຫ້​ມັນ​ມີ​ໂອກາດ​ທີ່​ຈະ​ໃຫຍ່​ຂຶ້ນ​ແລະ​ອອກ​ຜົນ. (ມຣກ. 4:26-29) ຄ້າຍ​ຄືກັນ ຜູ້​ເປັນ​ແມ່​ອາດ​ຈະ​ສົງໄສ​ວ່າ ໃນ​ທີ່​ສຸດ​ລູກ​ຈະ​ເລືອກ​ຮັບໃຊ້​ພະເຢໂຫວາ​ບໍ? ເຖິງ​ວ່າ​ເຈົ້າ​ຈະ​ຄວບຄຸມ​ການ​ຕັດສິນ​ໃຈ​ຂອງ​ລູກ​ບໍ່​ໄດ້ ແຕ່​ເຈົ້າ​ກໍ​ສາມາດ​ຝຶກ​ສອນ​ລູກ​ຕໍ່ໆ​ໄປ​ເພື່ອ​ໃຫ້​ເຂົາເຈົ້າ​ມີ​ໂອກາດ​ທີ່​ຈະ​ມາ​ເປັນ​ໝູ່​ກັບ​ພະເຢໂຫວາ.—ສຸພາ. 22:6

ໝາຍ​ເພິ່ງ​ການ​ຊ່ວຍເຫຼືອ​ຈາກ​ພະເຢໂຫວາ

18. ພະເຢໂຫວາ​ຈະ​ຊ່ວຍ​ລູກ​ຂອງ​ເຈົ້າ​ໃຫ້​ມາ​ເປັນ​ໝູ່​ກັບ​ເພິ່ນ​ແນວໃດ?

18 ໃນ​ສະໄໝ​ທີ່​ຂຽນ​ຄຳພີໄບເບິນ ພະເຢໂຫວາ​ໄດ້​ຊ່ວຍ​ຄົນ​ທີ່​ຍັງ​ໜຸ່ມ​ຫຼາຍ​ຄົນ​ໃຫ້​ມາ​ເປັນ​ໝູ່​ກັບ​ເພິ່ນ. (ເພງ. 22:9, 10) ແລະ​ເພິ່ນ​ກໍ​ຈະ​ຊ່ວຍ​ລູກ​ຂອງ​ເຈົ້າ​ຄືກັນ ຖ້າ​ເຂົາເຈົ້າ​ຕ້ອງການ. (1 ກຣ. 3:6, 7) ເຖິງ​ວ່າ​ລູກ​ຈະ​ອອກ​ຈາກ​ທາງ​ຂອງ​ພະເຢໂຫວາ ແຕ່​ເພິ່ນ​ກໍ​ຈະ​ຍັງ​ຮັກ​ເຂົາເຈົ້າ​ຕໍ່​ໄປ. (ເພງ. 11:4) ເມື່ອ​ລູກ​ສະແດງ​ໃຫ້​ເຫັນ​ວ່າ​ເຂົາເຈົ້າ​ຢາກ​ເຮັດ​ໃຫ້​ພະເຢໂຫວາ​ພໍ​ໃຈ ເພິ່ນ​ກໍ​ຈະ​ຊ່ວຍ​ເຂົາເຈົ້າ​ໃຫ້​ກັບ​ມາ​ເປັນ​ໝູ່​ກັບ​ເພິ່ນ​ອີກ. (ກຈກ. 13:48; 2 ຂ່າວ. 16:9) ເພິ່ນ​ອາດ​ຈະ​ກະຕຸ້ນ​ເຈົ້າ​ໃຫ້​ເວົ້າ​ສິ່ງ​ທີ່​ລູກ​ຢາກ​ຟັງ​ໃນ​ເວລາ​ທີ່​ເໝາະສົມ. (ສຸພາ. 15:23) ຫຼື​ເພິ່ນ​ອາດ​ຈະ​ກະຕຸ້ນ​ພີ່ນ້ອງ​ໃນ​ປະຊາຄົມ​ໃຫ້​ສົນ​ໃຈ​ລູກ​ຂອງ​ເຈົ້າ​ເປັນ​ພິເສດ. ເມື່ອ​ລູກ​ໃຫຍ່​ຂຶ້ນ ເພິ່ນ​ກໍ​ຈະ​ຊ່ວຍ​ເຂົາເຈົ້າ​ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ເຄີຍ​ຮຽນ​ຕັ້ງ​ແຕ່​ຕອນ​ຍັງ​ນ້ອຍ. (ຢຮ. 14:26) ຖ້າ​ເຈົ້າ​ຝຶກ​ສອນ​ລູກ​ໂດຍ​ທາງ​ຄຳເວົ້າ​ແລະ​ການ​ກະທຳ​ຕໍ່ໆ​ໄປ ພະເຢໂຫວາ​ກໍ​ຈະ​ອວຍພອນ​ເຈົ້າ.

19. ເປັນ​ຫຍັງ​ເຈົ້າ​ໝັ້ນໃຈ​ໄດ້​ວ່າ​ພະເຢໂຫວາ​ຈະ​ພໍ​ໃຈ​ເຈົ້າ?

19 ຄວາມ​ຮັກ​ທີ່​ພະເຢໂຫວາ​ມີ​ຕໍ່​ເຈົ້າ​ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ການ​ຕັດສິນ​ໃຈ​ຂອງ​ລູກ. ພະເຢໂຫວາ​ຮັກ​ເຈົ້າ​ກໍ​ຍ້ອນວ່າ​ເຈົ້າ ຮັກ​ເພິ່ນ. ຖ້າ​ເຈົ້າ​ເປັນ​ພໍ່​ຫຼື​ແມ່​ທີ່​ລ້ຽງ​ລູກ​ຜູ້​ດຽວ ພະເຢໂຫວາ​ກໍ​ສັນຍາ​ວ່າ​ເພິ່ນ​ຈະ​ເປັນ​ພໍ່​ໃຫ້​ລູກ​ຂອງ​ເຈົ້າ​ແລະ​ປົກປ້ອງ​ເຈົ້າ. (ເພງ. 68:5) ບໍ່​ວ່າ​ລູກ​ຈະ​ເລືອກ​ຮັບໃຊ້​ພະເຢໂຫວາ​ຫຼື​ບໍ່ ເຈົ້າ​ກໍ​ຄວບຄຸມ​ລູກ​ບໍ່​ໄດ້. ແຕ່​ເຈົ້າ​ສາມາດ​ໝາຍ​ເພິ່ງ​ການ​ຊ່ວຍເຫຼືອ​ຈາກ​ພະເຢໂຫວາ​ແລະ​ເຮັດ​ສ່ວນ​ຂອງ​ເຈົ້າ​ໃຫ້​ດີ​ທີ່​ສຸດ ແລ້ວ​ພະເຢໂຫວາ​ກໍ​ຈະ​ພໍ​ໃຈ​ເຈົ້າ.

ເພງ 134 ລູກ​ເປັນ​ຂອງຂວັນ​ຈາກ​ພະເຈົ້າ

a ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ ຜູ້​ເປັນ​ແມ່​ທີ່​ເປັນ​ຄລິດສະຕຽນ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ຢູນິເກ​ແມ່​ຂອງ​ຕີໂມທຽວ ແລະ​ຕົວຢ່າງ​ນີ້​ຈະ​ຊ່ວຍ​ເຂົາເຈົ້າ​ແນວໃດ​ໃຫ້​ສອນ​ລູກ​ທີ່​ຈະ​ຮັກ​ແລະ​ຮັບໃຊ້​ພະເຢໂຫວາ.

b ຊື່​ສົມມຸດ

c ສຳລັບ​ຂໍ້​ມູນ​ເພີ່ມເຕີມ ໃຫ້​ເບິ່ງ​ປຶ້ມ​ຊີວິດ​ທີ່​ມີ​ຄວາມສຸກ​ຕະຫຼອດ​ໄປ! ບົດ​ທີ 50 ແລະ​ໃຫ້​ເບິ່ງ​ບົດ​ຄວາມ​ທີ່​ຊື່​ວ່າ “ຂໍ້​ແນະ​ສຳລັບ​ການ​ນະມັດສະການ​ປະຈຳ​ຄອບຄົວ​ແລະ​ການ​ສຶກສາ​ສ່ວນ​ຕົວ” ໃນ​ຫໍສັງເກດການ 15 ສິງຫາ 2011 ໜ້າ 6-7 (ພາສາ​ໄທ)