ບົດຄວາມສຶກສາທີ 17
ພະເຢໂຫວາຈະຊ່ວຍເຮົາເມື່ອເຮົາເຈິບັນຫາແບບບໍ່ຄາດຄິດ
“ຄົນທີ່ເຮັດສິ່ງທີ່ຖືກຕ້ອງເຈິຄວາມຍາກລຳບາກຫຼາຍຢ່າງ ແຕ່ພະເຢໂຫວາຊ່ວຍເຂົາເຈົ້າໃຫ້ຜ່ານບັນຫາໄປໄດ້ທັງໝົດ.”—ເພງ. 34:19, ລ.ມ.
ເພງ 44 ຄຳອະທິດຖານຂອງຄົນທຸກໃຈ
ໃຈຄວາມສຳຄັນ a
1. ເຮົາໝັ້ນໃຈໄດ້ໃນເລື່ອງຫຍັງ?
ເຮົາເປັນຄົນຂອງພະເຢໂຫວາ ເຮົາຮູ້ດີວ່າເພິ່ນຮັກເຮົາຫຼາຍແລະເພິ່ນຢາກໃຫ້ເຮົາມີຊີວິດທີ່ມີຄວາມສຸກຫຼາຍທີ່ສຸດເທົ່າທີ່ເຮົາຈະມີໄດ້. (ຣມ. 8:35-39) ແລະເຮົາຍັງໝັ້ນໃຈໄດ້ນຳວ່າ ຖ້າເຮົາເອົາຫຼັກການໃນຄຳພີໄບເບິນໄປໃຊ້ເຮົາກໍຈະໄດ້ຮັບປະໂຫຍດ. (ອຊຢ. 48:17, 18) ແຕ່ຖ້າເຮົາເຈິບັນຫາແບບບໍ່ຄາດຄິດເດ ເຮົາຄວນເຮັດແນວໃດ?
2. ເຮົາອາດເຈິບັນຫາຫຍັງແດ່ ແລະຕອນທີ່ເຮົາເຈິບັນຫາມັນອາດຈະເຮັດໃຫ້ເຮົາສົງໄສອັນໃດ?
2 ເຖິງວ່າເຮົາຈະເປັນຜູ້ຮັບໃຊ້ຂອງພະເຢໂຫວາ ແຕ່ກໍບໍ່ໄດ້ໝາຍຄວາມວ່າເຮົາຈະບໍ່ເຈິບັນຫາ ເຊັ່ນ: ບາງຄົນໃນຄອບຄົວອາດເຮັດໃຫ້ເຮົາຜິດຫວັງ. ເຮົາອາດຈະມີບັນຫາສຸຂະພາບຮ້າຍແຮງທີ່ເຮັດໃຫ້ເຮົາຮັບໃຊ້ພະເຢໂຫວາບໍ່ໄດ້ຄືແຕ່ກ່ອນ. ເຮົາອາດເຈິໄພທຳມະຊາດຫຼືຖືກຂົ່ມເຫງ. ຕອນທີ່ເຮົາເຈິບັນຫາຕ່າງໆເຫຼົ່ານີ້ ເຮົາອາດສົງໄສວ່າ: ‘ເປັນຫຍັງຂ້ອຍຕ້ອງເຈິແບບນີ້? ມັນເປັນຍ້ອນຂ້ອຍເຮັດຫຍັງຜິດບໍ? ເປັນຍ້ອນພະເຢໂຫວາບໍ່ອວຍພອນຂ້ອຍບໍ?’ ເຈົ້າເຄີຍສົງໄສແບບນີ້ບໍ? ຖ້າແມ່ນ ຂໍຢ່າຟ້າວທໍ້ໃຈ. ຜູ້ຮັບໃຊ້ຂອງພະເຢໂຫວາຫຼາຍຄົນກໍເຄີຍຮູ້ສຶກແບບເຈົ້າ.—ເພງ. 22:1, 2; ຮບກ. 1:2, 3
3. ເຮົາໄດ້ຮຽນຫຍັງຈາກຄຳເພງ 34:19?
3 ອ່ານຄຳເພງ 34:19. ໃຫ້ເຮົາມາເບິ່ງຈຸດສຳຄັນສອງຢ່າງທີ່ເຮົາໄດ້ຈາກຄຳເພງຂໍ້ນີ້ຄື: (1) ເຖິງຈະເປັນຄົນດີກໍບໍ່ໄດ້ໝາຍຄວາມວ່າຊີວິດຈະບໍ່ມີບັນຫາ. (2) ພະເຢໂຫວາຈະຊ່ວຍເຮົາໃຫ້ຜ່ານບັນຫາໄປໄດ້. ແລ້ວເພິ່ນຊ່ວຍເຮົາແນວໃດ? ວິທີໜຶ່ງກໍຄື ເພິ່ນຊ່ວຍເຮົາໃຫ້ເບິ່ງຊີວິດຕາມຄວາມເປັນຈິງ. ເຖິງວ່າພະເຢໂຫວາສັນຍາວ່າເຮົາຈະມີຄວາມສຸກໃນການຮັບໃຊ້ ແຕ່ເພິ່ນກໍບໍ່ໄດ້ຮັບປະກັນວ່າຊີວິດເຮົາຈະບໍ່ມີບັນຫາໃນຕອນນີ້. (ອຊຢ. 66:14) ພະເຢໂຫວາຢາກໃຫ້ ເຮົາສົນໃຈທີ່ອະນາຄົດຄືຕອນທີ່ເຮົາຈະມີຊີວິດຕະຫຼອດໄປແລະມີຄວາມສຸກແບບທີ່ເພິ່ນຢາກໃຫ້ເປັນ. (2ກຣ. 4:16-18) ແຕ່ຕອນນີ້ພະເຢໂຫວາກໍຍັງຊ່ວຍເຮົາໃຫ້ຮັບມືກັບບັນຫາໃນແຕ່ລະມື້ແລະຮັບໃຊ້ເພິ່ນຕໍ່ໄປໄດ້.—ຮ່ຳໄຮ. 3:22-24
4. ເຮົາຈະຮຽນຫຍັງແດ່ໃນບົດຄວາມນີ້?
4 ໃຫ້ເຮົາມາເບິ່ງນຳກັນວ່າເຮົາຈະໄດ້ບົດຮຽນຫຍັງຈາກຕົວຢ່າງຂອງຜູ້ຮັບໃຊ້ພະເຢໂຫວາໃນສະໄໝອະດີດແລະສະໄໝປັດຈຸບັນ. ແລະເຮົາຈະໄດ້ເຫັນວ່າ ເຮົາອາດເຈິບັນຫາແບບບໍ່ຄາດຄິດກໍໄດ້. ແຕ່ຖ້າເຮົາໝາຍເພິ່ງພະເຢໂຫວາສະເໝີ ເພິ່ນກໍຈະຊ່ວຍເຮົາແນ່ນອນ. (ເພງ. 55:22) ແລະເມື່ອເຮົາເບິ່ງຕົວຢ່າງຂອງຜູ້ຮັບໃຊ້ເຫຼົ່ານີ້ ໃຫ້ເຮົາຖາມຕົວເອງວ່າ: ‘ຂ້ອຍຈະເຮັດໄດ້ແນວໃດຖ້າເຈິແບບເຂົາເຈົ້າ? ຕົວຢ່າງຂອງເຂົາເຈົ້າຊ່ວຍຂ້ອຍແນວໃດໃຫ້ໄວ້ໃຈພະເຢໂຫວາຫຼາຍຂຶ້ນ? ແລະຂ້ອຍຈະເອົາບົດຮຽນທີ່ໄດ້ມາໃຊ້ໃນຊີວິດຂອງຂ້ອຍແນວໃດ?’
ສະໄໝທີ່ຂຽນຄຳພີໄບເບິນ
5. ລາບານສ້າງບັນຫາຫຍັງແດ່ໃຫ້ຢາໂຄບ? (ເບິ່ງຮູບໜ້າປົກ)
5 ຜູ້ຮັບໃຊ້ຂອງພະເຢໂຫວາຫຼາຍຄົນກໍເຈິບັນຫາໃນຊີວິດໂດຍທີ່ເຂົາເຈົ້າບໍ່ຄາດຄິດ. ໃຫ້ເຮົາມາເບິ່ງຕົວຢ່າງຂອງຢາໂຄບນຳກັນ. ອີຊາກພໍ່ຂອງຢາໂຄບບອກໃຫ້ຢາໂຄບໄປຫາລາບານເພື່ອໄປຂໍລູກສາວຂອງລາບານມາເປັນເມຍຍ້ອນລາບານກໍນັບຖືພະເຢໂຫວາຄືກັນ. ແລະອີຊາກຍັງຮັບຮອງວ່າພະເຢໂຫວາຈະອວຍພອນຖ້າຢາໂຄບເຮັດຕາມຄຳແນະນຳຂອງລາວ. (ປຖກ. 28:1-4) ຢາໂຄບກໍເລີຍອອກຈາກແຜ່ນດິນການາອານແລະເດີນທາງໄປບ້ານຂອງລາບານ. ລາບານມີລູກສາວສອງຄົນຄື: ເລອາກັບຣາເຊັນ. ຢາໂຄບຮັກຣາເຊັນແລະຕົກລົງກັບລາບານວ່າຈະເຮັດວຽກ 7 ປີເພື່ອຈະໄດ້ແຕ່ງດອງກັບຣາເຊັນ. (ປຖກ. 29:18) ແຕ່ມັນກໍບໍ່ໄດ້ເປັນໄປຕາມທີ່ຢາໂຄບຄິດໄວ້. ລາບານຕົວະລາວ ເຮັດໃຫ້ລາວຕ້ອງແຕ່ງດອງກັບເລອາເອື້ອຍຂອງຣາເຊັນ. ເຖິງວ່າລາບານຈະໃຫ້ຢາໂຄບໄດ້ແຕ່ງດອງກັບຣາເຊັນໃນອາທິດຕໍ່ມາ ແຕ່ຢາໂຄບກໍຕ້ອງເຮັດວຽກໃຫ້ລາບານອີກ 7 ປີ. (ປຖກ. 29:25-27) ນອກຈາກນັ້ນ ລາບານຍັງໂກງຢາໂຄບໃນເລື່ອງທຸລະກິດນຳ. ລວມແລ້ວລາບານເອົາປຽບຢາໂຄບດົນເຖິງ 20 ປີ!—ປຖກ. 31:41, 42
6. ຢາໂຄບເຈິບັນຫາຫຍັງອີກ?
6 ນອກຈາກນັ້ນ ຢາໂຄບກໍຍັງອົດທົນກັບບັນຫາອື່ນໆນຳ. ຄອບຄົວຂອງລາວເປັນຄອບຄົວໃຫຍ່. ລູກກໍບໍ່ຄ່ອຍຖືກກັນ ພວກອ້າຍເຖິງຂັ້ນຂາຍໂຢເຊັບນ້ອງຊາຍຂອງໂຕເອງໄປເປັນທາດ. ແຖມລູກຊາຍສອງຄົນຂອງຢາໂຄບຄືຊີເມໂອນກັບເລວີກໍເຮັດໃຫ້ຄອບຄົວຂາຍໜ້າແລະເຮັດໃຫ້ພະເຢໂຫວາເສຍຊື່ສຽງ. ບໍ່ພຽງແຕ່ເທົ່ານັ້ນ ຣາເຊັນເມຍທີ່ຢາໂຄບຮັກກໍຕາຍຕອນທີ່ເກີດລູກຊາຍຄົນທີສອງ. ຊ້ຳບໍ່ໜຳ ຕອນທີ່ເກີດການຂາດແຄນອາຫານຢ່າງໜັກ ຢາໂຄບກໍຕ້ອງຍ້າຍໄປຢູ່ເອຢິບທັງທີ່ອາຍຸລາວກໍຫຼາຍແລ້ວ.—ປຖກ. 34:30; 35:16-19; 37:28; 45:9-11, 28
7. ພະເຢໂຫວາເຮັດໃຫ້ຢາໂຄບເຫັນແນວໃດວ່າເພິ່ນຮັກລາວສະເໝີ?
7 ເຖິງວ່າຢາໂຄບຈະຕ້ອງເຈິບັນຫາຢູ່ຕະຫຼອດ ແຕ່ລາວກໍເຊື່ອໃນພະເຢໂຫວາແລະຄຳສັນຍາຂອງເພິ່ນ. ແລະພະເຢໂຫວາກໍເຮັດໃຫ້ຢາໂຄບເຫັນວ່າເພິ່ນຮັກລາວສະເໝີ ເຊັ່ນ: ເຖິງວ່າຢາໂຄບຈະຖືກໂກງ ແຕ່ພະເຢໂຫວາກໍອວຍພອນໃຫ້ຢາໂຄບຮັ່ງມີຫຼາຍຂຶ້ນເລື້ອຍໆ. ແລະລອງນຶກພາບວ່າຢາໂຄບຈະຂອບໃຈພະເຢໂຫວາຫຼາຍຂະໜາດໃດທີ່ລາວມີໂອກາດເຈິກັບໂຢເຊັບລູກຊາຍທີ່ລາວຄິດວ່າຕາຍໄປດົນແລ້ວ. ຍ້ອນຢາໂຄບສະໜິດກັບພະເຢໂຫວາ ລາວຈຶ່ງສາມາດຮັບມືກັບບັນຫາຕ່າງໆທີ່ເຂົ້າມາໃນຊີວິດໄດ້. (ປຖກ. 30:43; 32:9, 10; 46:28-30) ດັ່ງນັ້ນ ຖ້າເຮົາສະໜິດກັບພະເຢໂຫວາ ສະເໝີ ເຖິງຈະຕ້ອງເຈິກັບບັນຫາໂດຍບໍ່ຄາດຄິດເຮົາກໍຈະຮັບມືໄດ້ແນ່ນອນ.
8. ກະສັດດາວິດຢາກເຮັດຫຍັງ?
8 ກະສັດດາວິດຢາກເຮັດຫຼາຍຢ່າງເພື່ອຮັບໃຊ້ພະເຢໂຫວາ. ແຕ່ລາວກໍບໍ່ສາມາດເຮັດທຸກຢ່າງໄດ້ຕາມທີ່ຫວັງໄວ້ ເຊັ່ນ ດາວິດຢາກສ້າງວິຫານເພື່ອພະເຢໂຫວາຫຼາຍແທ້ໆ. ລາວເລີຍໄປລົມກັບຜູ້ພະຍາກອນນາທານກ່ຽວກັບເລື່ອງນີ້. ແລະນາທານກໍບອກວ່າ: “ໃຫ້ທ່ານເຮັດຕາມທີ່ທ່ານຢາກເຮັດ ເພາະພະເຈົ້າທ່ຽງແທ້ຢູ່ກັບທ່ານ.” (1ຂຄ. 17:1, 2) ເຮົານຶກພາບໄດ້ເລີຍວ່າຄຳເວົ້ານີ້ຕ້ອງເຮັດໃຫ້ດາວິດໄດ້ກຳລັງໃຈຫຼາຍແທ້ໆ! ລາວອາດຈະເຖິງຂັ້ນເລີ່ມວາງແຜນເຮັດວຽກໂຄງການໃຫຍ່ນີ້ທັນທີ.
9. ຫຼັງຈາກທີ່ດາວິດໄດ້ຍິນຂ່າວທີ່ເຮັດໃຫ້ຜິດຫວັງ ລາວເຮັດແນວໃດ?
9 ແຕ່ຄືນນັ້ນ ພະເຢໂຫວາສັ່ງໃຫ້ນາທານໄປບອກດາວິດວ່າ ລາວຈະບໍ່ໄດ້ເປັນຄົນສ້າງວິຫານໃຫ້ເພິ່ນ ແຕ່ຈະເປັນລູກຊາຍຄົນໜຶ່ງຂອງລາວທີ່ຈະໄດ້ເຮັດວຽກນີ້. (1ຂຄ. 17:3, 4, 11, 12) ດາວິດຜິດຫວັງຫຼາຍ. ແລ້ວລາວເຮັດແນວໃດ? ລາວປ່ຽນເປົ້າໝາຍທັນທີ. ລາວກຽມສິ່ງຕ່າງໆເພື່ອຈະຊ່ວຍໂຊໂລໂມນສ້າງວິຫານໂດຍລວບລວມເງິນ ຄຳ ແລະວັດສະດຸຕ່າງໆເພື່ອຊ່ວຍໂຄງການນີ້.—1ຂຄ. 29:1-5
10. ພະເຢໂຫວາອວຍພອນດາວິດແນວໃດ?
10 ຫຼັງຈາກທີ່ພະເຢໂຫວາບອກດາວິດໄປແລ້ວວ່າລາວຈະບໍ່ໄດ້ເປັນຄົນສ້າງວິຫານໃຫ້ເພິ່ນ ພະເຢໂຫວາກໍເຮັດສັນຍາກັບດາວິດທັນທີວ່າລູກຫຼານຄົນໜຶ່ງຂອງລາວຈະໄດ້ເປັນກະສັດຕະຫຼອດໄປ. (2ຊມ. 7:16) ລອງນຶກພາບເບິ່ງວ່າເມື່ອດາວິດຄືນມາຈາກຕາຍໃນໂລກໃໝ່ ລາວຈະດີໃຈຫຼາຍສ່ຳໃດທີ່ໄດ້ຮູ້ວ່າກະສັດທີ່ປົກຄອງໃນຊ່ວງພັນປີກໍຄືພະເຢຊູຄລິດ ເຊິ່ງເປັນລູກຫຼານຂອງລາວ! ນີ້ເຮັດໃຫ້ເຮົາເຫັນວ່າເຖິງວ່າເຮົາບໍ່ສາມາດເຮັດທຸກຢ່າງໃນວຽກຮັບໃຊ້ຂອງພະເຢໂຫວາຕາມທີ່ເຮົາຫວັງໄວ້ໄດ້ ແຕ່ເພິ່ນກໍອາດຈະໃຫ້ສິ່ງດີໆຢ່າງອື່ນກັບເຮົາໃນແບບທີ່ບໍ່ຄາດຄິດ.
11. ເຖິງວ່າການປົກຄອງຂອງພະເຈົ້າຍັງບໍ່ມາແບບທີ່ຄລິດສະຕຽນໃນສະຕະວັດທຳອິດຫວັງໄວ້ ແຕ່ເຂົາເຈົ້າໄດ້ຮັບພອນອັນໃດຈາກພະເຈົ້າ? (ກິດຈະການ 6:7)
11 ຄລິດສະຕຽນໃນສະຕະວັດທຳອິດກໍເຈິກັບຄວາມບໍ່ແນ່ນອນຂອງຊີວິດຄືກັນ ເຊັ່ນ: ເຂົາເຈົ້າລໍຖ້າໃຫ້ການປົກຄອງຂອງພະເຈົ້າມາ ແຕ່ກໍບໍ່ຮູ້ວ່າຈະມາຕອນໃດ. (ກຈກ. 1:6, 7) ແລ້ວເຂົາເຈົ້າເຮັດຫຍັງໃນລະຫວ່າງທີ່ລໍຖ້າຢູ່? ເຂົາເຈົ້າຍັງເຮັດວຽກປະກາດຢ່າງດຸໝັ່ນ ແລະເມື່ອເຫັນວ່າຂ່າວດີແຜ່ອອກໄປ ເຂົາເຈົ້າກໍຮູ້ເລີຍວ່າພະເຢໂຫວາກຳລັງຊ່ວຍເຂົາເຈົ້າຢູ່—ອ່ານກິດຈະການ 6:7
12. ເມື່ອມີການຂາດແຄນອາຫານ ຄລິດສະຕຽນໃນສະຕະວັດທຳອິດເຮັດແນວໃດ?
12 ແລ້ວກໍມີ “ການຂາດແຄນອາຫານຄັ້ງໃຫຍ່ໃນທົ່ວໂລກ” ເຊິ່ງຄລິດສະຕຽນສະຕະວັດທຳອິດກໍໄດ້ຮັບຜົນກະທົບນຳ. (ກຈກ. 11:28) ລອງນຶກພາບວ່າ ເຂົາເຈົ້າຈະລຳບາກຫຼາຍຂະໜາດໃດ. ຄົນທີ່ເປັນຫົວໜ້າຄອບຄົວຕ້ອງກັງວົນຫຼາຍແທ້ໆວ່າ ຈະເຮັດແນວໃດໃຫ້ຄອບຄົວມີອາຫານພໍກິນ. ແລ້ວໄວລຸ້ນທີ່ຄິດຈະເຮັດວຽກຮັບໃຊ້ຫຼາຍຂຶ້ນເດ? ເຂົາເຈົ້າອາດຮູ້ສຶກວ່າຕ້ອງເລື່ອນເປົ້າໝາຍນີ້ອອກໄປກ່ອນບໍ? ແຕ່ບໍ່ວ່າຄລິດສະຕຽນໃນສະຕະວັດທຳອິດຈະເຈິຄວາມຍາກລຳບາກແນວໃດ ເຂົາເຈົ້າກໍພ້ອມຈະປັບໂຕ. ເຂົາເຈົ້າຍັງປະກາດຕໍ່ໄປເທົ່າທີ່ເຮັດໄດ້ ແລະເຕັມໃຈແບ່ງປັນສິ່ງທີ່ເຂົາເຈົ້າມີໃຫ້ພີ່ນ້ອງຮ່ວມຄວາມເຊື່ອໃນແຂວງຢູດາຍ.—ກຈກ. 11:29, 30
13. ໃນຊ່ວງທີ່ຂາດແຄນອາຫານ ພະເຢໂຫວາໄດ້ອວຍພອນຄລິດສະຕຽນໃນສະຕະວັດທຳອິດແນວໃດ?
13 ໃນຊ່ວງທີ່ຂາດແຄນອາຫານ ພະເຢໂຫວາໄດ້ອວຍພອນຄລິດສະຕຽນໃນສະຕະວັດທຳອິດແນວໃດ? ພີ່ນ້ອງທີ່ໄດ້ຮັບສິ່ງຂອງບັນເທົາທຸກເຫັນເລີຍວ່າ ພະເຢໂຫວາຊ່ວຍເຂົາເຈົ້າແທ້ໆ. (ມທ. 6:31-33) ແລະເຂົາເຈົ້າຕ້ອງເຫັນຄຸນຄ່າແລະສະໜິດກັບໝູ່ຮ່ວມຄວາມເຊື່ອທີ່ມາ ຊ່ວຍເຂົາເຈົ້າແທ້ໆ. ສ່ວນຄົນທີ່ບໍລິຈາກຫຼືຄົນທີ່ມີສ່ວນຮ່ວມໃນວຽກບັນເທົາທຸກກໍມີຄວາມສຸກທີ່ໄດ້ໃຫ້. (ກຈກ. 20:35) ພະເຢໂຫວາອວຍພອນເຂົາເຈົ້າທຸກຄົນທີ່ພະຍາຍາມປັບໂຕເພື່ອຮັບມືກັບການປ່ຽນແປງ.
14. ເກີດຫຍັງຂຶ້ນກັບໂປໂລແລະບາຣະນາບາ ແລະຜົນເປັນແນວໃດ? (ກິດຈະການ 14:21, 22)
14 ຄລິດສະຕຽນໃນສະຕະວັດທຳອິດເຈິການຂົ່ມເຫງເລື້ອຍໆ. ເຊິ່ງບາງເທື່ອເຂົາເຈົ້າກໍບໍ່ຄິດວ່າຈະເຈິແບບນັ້ນ. ໃຫ້ເຮົາມາເບິ່ງສິ່ງທີ່ເກີດຂຶ້ນກັບໂປໂລແລະບາຣະນາບາຕອນທີ່ເຂົາເຈົ້າປະກາດຢູ່ເມືອງລີສະຕຣາ. ຕອນທຳອິດ ຄົນໃນເມືອງນັ້ນຕ້ອນຮັບໂປໂລກັບບາຣະນາບາຢ່າງດີ. ແຕ່ຕໍ່ມາກໍມີບາງຄົນ “ຍຸຍົງຝູງຄົນ” ໃຫ້ຕໍ່ຕ້ານໂປໂລ ຈຶ່ງເຮັດໃຫ້ບາງຄົນໃນເມືອງນັ້ນທີ່ຕອນທຳອິດຕ້ອນຮັບໂປໂລເຖິງຂັ້ນເອົາກ້ອນຫີນດຶກໃສ່ໂປໂລແລະປ່ອຍໃຫ້ລາວຕາຍ. (ກຈກ. 14:19) ເຖິງຈະເປັນແບບນັ້ນ ແຕ່ໂປໂລກັບບາຣະນາບາກໍຍັງປະກາດຕໍ່ໄປໃນເມືອງອື່ນ. ແລ້ວຜົນເປັນແນວໃດ? ເຂົາເຈົ້າສາມາດຊ່ວຍຫຼາຍຄົນ “ໃຫ້ເຂົ້າມາເປັນລູກສິດ” ໄດ້. ແລະຕົວຢ່າງກັບຄຳເວົ້າຂອງເຂົາເຈົ້າກໍເຮັດໃຫ້ຄລິດສະຕຽນຄົນອື່ນໆໄດ້ກຳລັງໃຈ. (ອ່ານກິດຈະການ 14:21, 22) ການທີ່ໂປໂລກັບບາຣະນາບາບໍ່ຍອມແພ້ ບໍ່ຖິ້ມວຽກຮັບໃຊ້ເມື່ອເຈິການຂົ່ມເຫງ ເຮັດໃຫ້ຫຼາຍຄົນໄດ້ຮັບປະໂຫຍດແທ້ໆ. ດັ່ງນັ້ນ ຖ້າເຮົາຍັງຮັບໃຊ້ພະເຢໂຫວາຕໍ່ໄປແລະບໍ່ຍອມແພ້ ເຮົາຈະໄດ້ຮັບພອນຢ່າງແນ່ນອນ.
ສະໄໝຂອງເຮົາ
15. ເຈົ້າໄດ້ບົດຮຽນຫຍັງຈາກຕົວຢ່າງຂອງພີ່ນ້ອງເອເອດສ໌ ແມັກມິວແລນ?
15 ຊ່ວງກ່ອນປີ 1914 ຄົນຂອງພະເຢໂຫວາຄາດໝາຍວ່າຈະມີບາງຢ່າງເກີດຂຶ້ນ ເຊັ່ນ ພີ່ນ້ອງເອເອດສ໌ແມັກມິວແລນກັບພີ່ນ້ອງຫຼາຍຄົນໃນສະໄໝນັ້ນໝັ້ນໃຈວ່າອີກບໍ່ດົນເຂົາເຈົ້າຈະໄດ້ໄປສະຫວັນ. ພີ່ນ້ອງແມັກມິວແລນເວົ້າປະໂຫຍກໜຶ່ງໃນຄຳບັນຍາຍເດືອນກັນຍາ ປີ 1914 ວ່າ: “ນີ້ອາດຈະເປັນຄຳບັນຍາຍສາທາລະນະສຸດທ້າຍທີ່ຂ້ອຍຈະມີໂອກາດໄດ້ເວົ້າ.” ແຕ່ປາກົດວ່າຄຳບັນຍາຍນັ້ນບໍ່ແມ່ນຄຳບັນຍາຍສຸດທ້າຍຂອງລາວ. ພີ່ນ້ອງແມັກມິວແລນຂຽນໃນເວລາຕໍ່ມາວ່າ: “ພວກເຮົາບາງຄົນອາດຟ້າວສະຫຼຸບໄວເກີນໄປວ່າກຳລັງຈະໄດ້ໄປສະຫວັນ. ທີ່ຈິງ ສິ່ງສຳຄັນທີ່ສຸດສຳລັບເຮົາກໍຄືການທຸ່ມເທໃຫ້ກັບວຽກຂອງຜູ້ເປັນນາຍ.” ພີ່ນ້ອງແມັກມິວແລນກະຕືລືລົ້ນໃນວຽກຮັບໃຊ້ແທ້ໆ. ລາວດຸໝັ່ນໃນວຽກປະກາດຫຼາຍ. ລາວຍັງໃຫ້ກຳລັງໃຈພີ່ນ້ອງຫຼາຍຄົນທີ່ຕິດຄຸກຍ້ອນຮັກສາຄວາມເປັນກາງນຳ. ນອກຈາກນັ້ນ ລາວຍັງເຂົ້າຮ່ວມການປະຊຸມສະເໝີບໍ່ຂາດເຖິງວ່າລາວຈະເຖົ້າຫຼາຍແລ້ວ. ພີ່ນ້ອງແມັກມິວແລນໄດ້ຮັບປະໂຫຍດອັນໃດຈາກການດຸໝັ່ນເຮັດວຽກຮັບໃຊ້ລະຫວ່າງທີ່ລໍຖ້າໃຫ້ຄວາມຫວັງເປັນຈິງ? ລາວໄດ້ຂຽນໄວ້ບໍ່ດົນກ່ອນທີ່ລາວຈະຕາຍໃນປີ 1966 ວ່າ: “ຈົນເຖິງຕອນນີ້ຄວາມເຊື່ອຂອງຂ້ອຍກໍຍັງເຂັ້ມແຂງຄືທີ່ຜ່ານມາ ແລະມັນບໍ່ເຄີຍຫຼຸດໜ້ອຍລົງເລີຍ.” ລາວເປັນຕົວຢ່າງທີ່ດີໃຫ້ກັບເຮົາທຸກຄົນແທ້ໆໂດຍສະເພາະຕອນທີ່ເຮົາຮູ້ສຶກວ່າເຮົາອົດທົນຖ້າດົນກວ່າທີ່ຄິດໄວ້!—ຮຣ. 13:7
16. ພີ່ນ້ອງເຮີເບີດ ເຈນນິ້ງສ໌ກັບເມຍເຈິບັນຫາຫຍັງທີ່ບໍ່ໄດ້ຄາດຄິດ? (ຢາໂກໂບ 4:14)
16 ຄົນຂອງພະເຢໂຫວາຫຼາຍຄົນຕ້ອງເຈິກັບບັນຫາສຸຂະພາບແບບບໍ່ທັນຕັ້ງໂຕ. ເຊັ່ນ ໃນບົດຄວາມເລື່ອງຊີວິດຈິງຂອງພີ່ນ້ອງເຮີເບີດ ເຈນນິ້ງສ໌ b ລາວເລົ່າວ່າລາວກັບເມຍມີຄວາມສຸກຫຼາຍແທ້ໆທີ່ໄດ້ເປັນມິດຊັນນາຣີຢູ່ປະເທດການາ. ແຕ່ຢູ່ດີໆມື້ໜຶ່ງລາວກໍເປັນໂລກຊະນິດໜຶ່ງທີ່ເອີ້ນວ່າໄບໂພລາ. ພີ່ນ້ອງເຈນນິ້ງສ໌ຍົກຂໍ້ຄວາມຈາກຢາໂກໂບ 4:14 (ອ່ານ) ຂຶ້ນມາແລ້ວບອກວ່າ: “ມື້ຕໍ່ໄປຂອງເຮົາ ເຮົາບໍ່ຮູ້ວ່າມັນຈະເປັນແນວໃດ?” ລາວເວົ້າຕໍ່ໄປວ່າ: “ເຮົາຕ້ອງຍອມຮັບຄວາມ ເປັນຈິງ ເຮົາຕຽມອຳລາຈາກປະເທດການາ ລວມເຖິງໝູ່ທີ່ສະໜິດສະໜົມ ແລະກັບໄປປະເທດການາດາ [ເພື່ອໄປປິ່ນປົວຮັກສາ].” ພະເຢໂຫວາຊ່ວຍພີ່ນ້ອງເຈນນິ້ງສ໌ກັບເມຍໃຫ້ຮັບໃຊ້ຢ່າງສັດຊື່ຕໍ່ໄປເຖິງວ່າເຂົາເຈົ້າຕ້ອງເຈິບັນຫາທີ່ຍາກຫຼາຍ.
17. ປະສົບການຂອງພີ່ນ້ອງເຈນນິ້ງສ໌ມີປະໂຫຍດແນວໃດກັບພີ່ນ້ອງຄົນອື່ນ?
17 ຕົວຢ່າງຂອງພີ່ນ້ອງເຈນນິ້ງສ໌ແລະຄຳເວົ້າຂອງລາວໃນບົດຄວາມເລື່ອງຊີວິດຈິງຊ່ວຍພີ່ນ້ອງຫຼາຍຄົນໄດ້ຫຼາຍແທ້ໆ. ພີ່ນ້ອງຍິງຄົນໜຶ່ງຂຽນມາວ່າ: “ບໍ່ມີບົດຄວາມໃດທີ່ເຮັດໃຫ້ຂ້ອຍຊຶ້ງໃຈຫຼາຍເທົ່າກັບບົດຄວາມນີ້. . . . ເມື່ອໄດ້ອ່ານວ່າພີ່ນ້ອງເຈນນິ້ງສ໌ຕ້ອງຖອນໂຕຈາກວຽກມອບໝາຍຂອງລາວເພື່ອປິ່ນປົວຮັກສາອາການເຈັບປ່ວຍ ຂ້ອຍກໍເບິ່ງສະຖານະການຂອງໂຕເອງຢ່າງສົມດຸນ.” ພີ່ນ້ອງຊາຍຄົນໜຶ່ງກໍຮູ້ສຶກຄ້າຍຄືກັນ. ລາວບອກວ່າ: “ຫຼັງຈາກຮັບໃຊ້ເປັນຜູ້ດູແລມາ 10 ປີ ຂ້ອຍກໍຕ້ອງສະລະສິດທິພິເສດນັ້ນເນື່ອງຈາກມີອາການປ່ວຍທາງຈິດ. ຂ້ອຍຮູ້ສຶກຊຶມເສົ້າຫຼາຍຈົນເຖິງຂັ້ນບໍ່ສາມາດອ່ານບົດຄວາມເລື່ອງຊີວິດຈິງຂອງຜູ້ຮັບໃຊ້ຂອງພະເຢໂຫວາໄດ້. ແຕ່ຄວາມພະຍາຍາມຂອງພີ່ນ້ອງເຈນນິ້ງສ໌ເຮັດໃຫ້ຂ້ອຍມີກຳລັງໃຈ.” ເລື່ອງເຫຼົ່ານີ້ເຕືອນເຮົາວ່າຕອນທີ່ເຮົາອົດທົນກັບບັນຫາທີ່ບໍ່ຄາດຄິດ ເຮົາກໍສາມາດເຮັດໃຫ້ພີ່ນ້ອງໄດ້ກຳລັງໃຈ. ເຖິງວ່າຊີວິດຈະບໍ່ເປັນໄປຕາມທີ່ເຮົາຫວັງໄວ້ ແຕ່ເຮົາກໍຍັງເປັນຕົວຢ່າງທີ່ດີໃຫ້ກັບຄົນອື່ນໃນເລື່ອງຄວາມເຊື່ອແລະຄວາມອົດທົນໄດ້.—1ປຕ. 5:9
18. ດັ່ງທີ່ເຫັນໃນຮູບ ເຮົາໄດ້ບົດຮຽນຫຍັງຈາກຕົວຢ່າງຂອງແມ່ໝ້າຍໃນປະເທດນີເຊເຣຍ?
18 ປະຊາຊົນຂອງພະເຢໂຫວາກໍໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ຄືກັນ. ເຮົາຈະມາເບິ່ງປະສົບການຂອງພີ່ນ້ອງຍິງທີ່ເປັນແມ່ໝ້າຍໃນປະເທດນີເຊເຣຍ. ລາວບໍ່ມີເງິນກັບອາຫານເຫຼືອຢູ່ເລີຍ. ໃນຕອນເຊົ້າຂອງມື້ໜຶ່ງ ລູກສາວບອກລາວວ່າ: ຕອນນີ້ເຂົ້າເຮົາຍັງເຫຼືອແຕ່ຖ້ວຍດຽວ ຖ້າມື້ນີ້ກິນໝົດ ມື້ຕໍ່ໄປກໍຈະບໍ່ມີແນວກິນແລ້ວ. ແມ່ກໍບອກລູກສາວວ່າເຖິງເຮົາຈະບໍ່ມີເງິນຫຼືອາຫານເຫຼືອ ແຕ່ເຮົາຄວນຈະຮຽນແບບຕົວຢ່າງຂອງແມ່ໝ້າຍໃນເມືອງຊາເຣຟັດໂດຍທີ່ກຽມອາຫານ ຄາບສຸດທ້າຍແລ້ວໄວ້ໃຈພະເຢໂຫວາວ່າເພິ່ນຈະເບິ່ງແຍງເຮົາ. (1ກສ. 17:8-16) ກ່ອນທີ່ແມ່ລູກຄູ່ນີ້ຈະຄິດວ່າຕອນສວາຍຈະຫາອາຫານຢູ່ໃສມາກິນ. ເຂົາເຈົ້າກໍໄດ້ຮັບສິ່ງຂອງບັນເທົາທຸກຈາກພີ່ນ້ອງ ເຊິ່ງໃນນັ້ນກໍມີອາຫານພໍຢູ່ໄດ້ສອງອາທິດ. ຄົນທີ່ເປັນແມ່ບອກວ່າລາວບໍ່ຄິດເລີຍວ່າພະເຢໂຫວາຈະຕັ້ງໃຈຟັງຕອນທີ່ລາວເວົ້າກັບລູກຂະໜາດນີ້. ເຮົາເຫັນວ່າຖ້າເຮົາໄວ້ໃຈພະເຢໂຫວາເມື່ອເຮົາເຈິກັບບັນຫາທີ່ບໍ່ຄາດຄິດ ອາດເຮັດໃຫ້ເຮົາສະໜິດກັບພະເຢໂຫວາຫຼາຍຂຶ້ນ.—1ປຕ. 5:6, 7
19. ພີ່ນ້ອງເອເລັກຊີໄດ້ຖືກຂົ່ມເຫງແນວໃດ?
19 ບໍ່ເທົ່າໃດປີຕໍ່ມາ ພີ່ນ້ອງຂອງເຮົາຫຼາຍຄົນຕ້ອງເຈິກັບການຂົ່ມເຫງແບບທີ່ບໍ່ຄາດຄິດ. ຂໍໃຫ້ຄິດເຖິງເລື່ອງຂອງພີ່ນ້ອງ ອາເລັກຊີ ເຢີຊ໊ອບ ຢູ່ປະເທດຣັດເຊຍ. ໃນປີ 1994 ພີ່ນ້ອງອາເລັກຊີຮັບບັບເຕມາ ພະຍານພະເຢໂຫວາບ່ອນທີ່ລາວຢູ່ມີອິດສະຫຼະທີ່ຈະນະມັດສະການພະເຢໂຫວາ. ແຕ່ເມື່ອເວລາຜ່ານໄປສະພາບການໃນຣັດເຊຍກໍປ່ຽນ. ເພາະໃນປີ 2020 ເຮືອນຂອງພີ່ນ້ອງອາເລັກຊີຖືກເຈົ້າໜ້າທີ່ບຸກລຸກແລະກວດຄົ້ນແລະໄດ້ຍຶດເອົາສິ່ງຂອງຫຼາຍຢ່າງຂອງລາວໄປ. ບໍ່ເທົ່າໃດເດືອນຕໍ່ມາ ລາວຖືກກ່າວຫາວ່າເຮັດຜິດທາງອາຍາ ທີ່ເປັນແບບນີ້ກໍຍ້ອນມີຜູ້ໜຶ່ງທີ່ທຳທ່າວ່າສົນໃຈແລະຮຽນຄຳພີໄບເບິນມາຫຼາຍກວ່າ 1 ປີແລ້ວໄດ້ລັກຖ່າຍວິດີໂອສົ່ງໃຫ້ຕຳຫຼວດ. ຜູ້ຊາຍຄົນນີ້ຫັກຫຼັງແບບນີ້ໄດ້ແນວໃດ!
20. ພີ່ນ້ອງອາເລັກຊີໃກ້ຊິດກັບພະເຢໂຫວາຫຼາຍຂຶ້ນໄດ້ແນວໃດ?
20 ມີສິ່ງດີທີ່ເກີດຈາກປະສົບການຂອງພີ່ນ້ອງອາເລັກຊີບໍ? ມີແທ້! ພີ່ນ້ອງເອເລັກຊີໃກ້ຊິດກັບພະເຢໂຫວາຫຼາຍຂຶ້ນ. ລາວບອກວ່າ: “ຂ້ອຍກັບເມຍອະທິຖານນຳກັນຫຼາຍຂຶ້ນ ຂ້ອຍຮູ້ວ່າຂ້ອຍບໍ່ສາມາດຮັບມືກັບເລື່ອງນີ້ໄດ້ຖ້າພະເຢໂຫວາບໍ່ຊ່ວຍ.” ລາວຍັງບອກຕື່ມອີກວ່າ: “ການສຶກສາສ່ວນຕົວຊ່ວຍໃຫ້ຂ້ອຍຮັບມືກັບຄວາມທໍ້ໃຈໄດ້. ຂ້ອຍຄິດເຖິງຕົວຢ່າງຂອງຜູ້ຮັບໃຊ້ທີ່ສັດຊື່ໃນອະດີດ. ມີຫຼາຍເລື່ອງໃນຄຳພີໄບເບິນທີ່ເຮັດໃຫ້ຂ້ອຍຮູ້ວ່າເປັນເລື່ອງສຳຄັນທີ່ເຮົາຕ້ອງມີໃຈສະຫງົບແລະໄວ້ວາງໃຈພະເຢໂຫວາ.”
21. ເຮົາໄດ້ຮຽນຫຍັງຈາກບົດຄວາມນີ້?
21 ເຮົາໄດ້ບົດຮຽນຫຍັງໃນບົດຄວາມນີ້? ເຮົາຮຽນວ່າຊີວິດເອົາແນ່ເອົານອນບໍ່ໄດ້ແລະເຮົາຈະເຈິບັນຫາແບບທີ່ບໍ່ຄາດຄິດ. ແຕ່ວ່າພະເຢໂຫວາຈະຊ່ວຍຜູ້ຮັບໃຊ້ຂອງເພິ່ນແນ່ນອນຖ້າເຂົາເຈົ້າໄວ້ໃຈເພິ່ນ. ດັ່ງຂໍ້ພະຄຳພີຫຼັກຂອງບົດຄວາມນີ້ບອກວ່າ “ຄົນທີ່ເຮັດສິ່ງທີ່ຖືກຕ້ອງເຈິຄວາມຍາກລຳບາກຫຼາຍຢ່າງ. ແຕ່ພະເຢໂຫວາຊ່ວຍເຂົາເຈົ້າໃຫ້ຜ່ານບັນຫາໄປໄດ້ທັງໝົດ. (ເພງ. 34:19, ລ.ມ.) ຂໍໃຫ້ເຮົາເບິ່ງໄປທີ່ຄວາມສາມາດຂອງພະເຢໂຫວາທີ່ຈະຊ່ວຍເຮົາໄດ້ ແທນທີ່ຈະເບິ່ງແຕ່ບັນຫາຂອງຕົວເອງ. ເມື່ອເຮົາເຮັດແບບນັ້ນ ເຮົາກໍຈະເປັນຄືກັບໂປໂລທີ່ບອກວ່າ: “ຂ້ອຍມີກຳລັງອົດທົນໄດ້ທຸກສິ່ງຍ້ອນພະອົງໃຫ້ກຳລັງແກ່ຂ້ອຍ.”—ຟລປ. 4:13
ເພງ 38 ພະອົງຈະເຮັດໃຫ້ເຈົ້າເຂັ້ມແຂງ
a ເຖິງວ່າໃນທຸກມື້ນີ້ເຮົາອາດເຈິບັນຫາແບບທີ່ບໍ່ຄາດຄິດ ແຕ່ເຮົາກໍໝັ້ນໃຈໄດ້ວ່າພະເຢໂຫວາຈະຊ່ວຍຜູ້ຮັບໃຊ້ທີ່ສັດຊື່ຂອງເພິ່ນທຸກຄົນ. ພະເຢໂຫວາເຄີຍຊ່ວຍຜູ້ຮັບໃຊ້ຂອງເພິ່ນໃນອະດີດແນວໃດ? ແລະເພິ່ນກຳລັງຊ່ວຍເຮົາໃນທຸກມື້ນີ້ແນວໃດ? ໃຫ້ເຮົາມາເບິ່ງຕົວຢ່າງຈາກຄຳພີໄບເບິນແລະຕົວຢ່າງໃນປັດຈຸບັນທີ່ຈະຊ່ວຍເຮົາໃຫ້ໝັ້ນໃຈວ່າ ຖ້າເຮົາໝາຍເພິ່ງພະເຢໂຫວາເພິ່ນກໍຈະຊ່ວຍເຮົາສະເໝີ.
b ເບິ່ງຫໍສັງເກດການສະບັບ 1 ທັນວາ 2000 ໜ້າ 24-28 (ພາສາໄທ).