ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຄວາມ​ສຶກສາ​ທີ 16

“ລາວ​ຈະ​ຟື້ນ​ຄືນ​ຈາກ​ຕາຍ”!

“ລາວ​ຈະ​ຟື້ນ​ຄືນ​ຈາກ​ຕາຍ”!

“ພະເຢຊູ​ບອກ [ມາທາ] ວ່າ: ‘ລາວ​ຈະ​ຄືນ​ມາ​ຈາກ​ຕາຍ.’”—ຢຮ. 11:23

ເພງ 151 ພະອົງ​ຈະ​ເອີ້ນ

ໃຈ​ຄວາມ​ສຳຄັນ a

1. ເດັກນ້ອຍ​ຊາຍ​ຄົນ​ໜຶ່ງ​ໄດ້​ເວົ້າ​ຫຍັງ​ທີ່​ສະແດງ​ວ່າ​ລາວ​ໝັ້ນໃຈ​ໃນ​ຄວາມຫວັງ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ?

 ເດັກນ້ອຍ​ຊາຍ​ຜູ້​ໜຶ່ງ​ທີ່​ຊື່​ມັດ​ທິວ​ເຈັບ​ປ່ວຍ​ຮ້າຍແຮງ​ແລະ​ຕ້ອງ​ໄດ້​ຜ່າ​ຕັດ​ຫຼາຍ​ເທື່ອ. ຕອນ​ລາວ​ອາຍຸ​ໄດ້ 7 ປີ ລາວ​ແລະ​ຄອບຄົວ​ໄດ້​ເບິ່ງ​ລາຍການ​ໂທລະທັດ JW. ໃນ​ຕອນ​ທ້າຍ​ຂອງ​ລາຍການ ລາວ​ໄດ້​ເຫັນ​ມິວສິກ​ວິດີໂອ​ກ່ຽວກັບ​ການ​ຕ້ອນຮັບ​ຄົນ​ທີ່​ຄືນ​ມາ​ຈາກ​ຕາຍ. b ຫຼັງ​ຈາກ​ເບິ່ງ​ລາຍການ​ຈົບ ມັດ​ທິວ​ກໍ​ຍ່າງ​ໄປ​ຈັບ​ມື​ພໍ່​ແມ່​ແລະ​ເວົ້າ​ກັບ​ເຂົາເຈົ້າ​ວ່າ: “ເຫັນ​ບໍ ອີ່​ພໍ່​ອີ່​ແມ່ ຖ້າ​ລູກ​ຕາຍ ລູກ​ກໍ​ຈະ​ຖືກ​ປຸກ​ໃຫ້​ມີ​ຊີວິດ​ອີກ ບໍ່​ເປັນຫຍັງ​ເດີ້! ດຽວ​ເຮົາ​ກໍ​ຈະ​ໄດ້​ເຈິ​ກັນ​ອີກ.” ເຈົ້າ​ນຶກພາບ​ອອກ​ບໍ​ວ່າ ພໍ່​ແມ່​ຄູ່​ນີ້​ຈະ​ມີ​ຄວາມສຸກ​ຫຼາຍ​ສ່ຳ​ໃດ​ທີ່​ເຫັນ​ວ່າ​ລູກ​ຊາຍ​ໝັ້ນໃຈ​ໃນ​ຄວາມຫວັງ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ?

2-3. ເປັນຫຍັງ​ຈຶ່ງ​ເປັນ​ເລື່ອງ​ດີ​ທີ່​ຈະ​ຄິດເຖິງ​ຄຳ​ສັນຍາ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ?

2 ເປັນ​ເລື່ອງ​ດີ​ທີ່​ຈະ​ຄິດ​ກ່ຽວກັບ​ຄຳ​ສັນຍາ​ໃນ​ຄຳພີໄບເບິນ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ເປັນ​ໄລຍະໆ. (ຢຮ. 5:28, 29) ຍ້ອນຫຍັງ? ເພາະ​ເຮົາ​ອາດຈະ​ເຈັບ​ປ່ວຍ​ຮ້າຍແຮງ​ຕອນ​ໃດ​ກໍ​ໄດ້ ຫຼື​ຄົນ​ທີ່​ເຮົາ​ຮັກ​ອາດຕາຍ​ກະທັນຫັນ​ກໍ​ໄດ້. (ຜູ້​ປ. 9:11; ຢກບ. 4:13, 14) ຄວາມຫວັງ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ຈະ​ຊ່ວຍ​ເຮົາ​ໃຫ້​ອົດທົນ​ກັບ​ເລື່ອງ​ນີ້​ໄດ້. (1ທຊ. 4:13) ຄຳພີໄບເບິນ​ຮັບຮອງ​ກັບ​ເຮົາ​ວ່າ ພະເຢໂຫວາ​ຮູ້ຈັກ​ເຮົາ​ດີ​ແລະ​ຮັກ​ເຮົາ​ຫຼາຍ. (ລກ. 12:7) ເພິ່ນ​ຄື​ຊິ​ຮູ້ຈັກ​ເຮົາ​ດີ​ແທ້ໆ​ຈຶ່ງ​ຈະ​ປຸກ​ເຮົາ​ໃຫ້​ມີ​ນິດໄສ​ແລະ​ຄວາມ​ຊົງ​ຈຳ​ແບບ​ເກົ່າ. ຍ້ອນ​ພະເຢໂຫວາ​ຮັກ​ເຮົາ​ຫຼາຍ ເພິ່ນ​ຈຶ່ງ​ໃຫ້​ເຮົາ​ມີ​ໂອກາດ​ທີ່​ຈະ​ມີ​ຊີວິດ​ຕະຫຼອດໄປ. ແລະ​ເຖິງ​ວ່າ​ເຮົາ​ຈະ​ຕ້ອງ​ຕາຍ ເພິ່ນ​ກໍ​ຈະ​ປຸກ​ເຮົາ​ໃຫ້​ກັບ​ມາ​ມີ​ຊີວິດ​ອີກ.

3 ໃນ​ບົດຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ ເປັນຫຍັງ​ເຮົາ​ຈຶ່ງ​ເຊື່ອ​ຄຳ​ສັນຍາ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ໄດ້. ແລ້ວ​ຫຼັງ​ຈາກ​ນັ້ນ ເຮົາ​ຈະ​ມາ​ເບິ່ງ​ເລື່ອງ​ໜຶ່ງ​ໃນ​ຄຳພີໄບເບິນ​ທີ່​ເສີມ​ຄວາມເຊື່ອ​ເຮົາ​ແລະ​ກ່ຽວຂ້ອງ​ກັບ​ຂໍ້​ພະຄຳພີ​ຫຼັກ​ທີ່​ບອກ​ວ່າ “ລາວ​ຈະ​ຄືນ​ມາ​ຈາກ​ຕາຍ.” (ຢຮ. 11:23) ແລ້ວ​ສຸດທ້າຍ​ເຮົາ​ຈະ​ມາ​ເບິ່ງ​ວ່າ ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໝັ້ນໃຈ​ໃນ​ຄວາມຫວັງ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ຫຼາຍ​ຂຶ້ນ?

ເປັນຫຍັງ​ເຮົາ​ຈຶ່ງ​ເຊື່ອ​ຄຳ​ສັນຍາ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ໄດ້?

4. ເພື່ອ​ຈະ​ເຊື່ອ​ຄຳ​ສັນຍາ​ຂອງ​ຜູ້​ໃດ​ຜູ້​ໜຶ່ງ​ໄດ້ ເຮົາ​ຕ້ອງ​ໝັ້ນໃຈ​ໃນ​ເລື່ອງ​ຫຍັງ? ຂໍ​ຍົກ​ຕົວຢ່າງ.

4 ເພື່ອ​ຈະ​ເຊື່ອ​ຄຳ​ສັນຍາ​ຂອງ​ຜູ້​ໃດ​ຜູ້​ໜຶ່ງ​ໄດ້ ເຮົາ​ຕ້ອງ​ໝັ້ນໃຈ​ວ່າ​ຜູ້​ທີ່​ໃຫ້​ສັນຍາ​ຢາກ​ເຮັດ ແລະ​ສາມາດ​ທີ່​ຈະ​ເຮັດ​ຕາມ​ຄຳ​ສັນຍາ​ນັ້ນ​ໄດ້. ຂໍ​ໃຫ້​ຄິດເຖິງ​ຕົວຢ່າງ​ຕໍ່ໄປ​ນີ້: ສົມມຸດ​ວ່າ​ເຮືອນ​ຂອງ​ເຈົ້າ​ໄດ້​ຮັບ​ຜົນ​ກະທົບ​ຮ້າຍແຮງ​ຈາກ​ພາຍຸ. ແລ້ວ​ມີ​ໝູ່​ຄົນ​ໜຶ່ງ​ມາ​ຫາ​ແລະ​ສັນຍາ​ກັບ​ເຈົ້າ​ວ່າ “ຂ້ອຍ​ຈະ​ສ້າງ​ເຮືອນ​ໃຫ້​ເຈົ້າ​ໃໝ່​ເດີ້.” ລາວ​ຕັ້ງໃຈ​ຈະ​ຊ່ວຍ​ເຈົ້າ ແລະ​ເຈົ້າ​ກໍ​ໝັ້ນໃຈ​ວ່າ​ລາວ​ຢາກ​ຈະ​ຊ່ວຍ​ເຈົ້າ​ແທ້ໆ. ເຈົ້າ​ຮູ້​ວ່າ​ໝູ່​ຜູ້​ນີ້​ເປັນ​ຊ່າງ​ທີ່​ເກັ່ງ​ຫຼາຍ​ແລະ​ມີ​ເຄື່ອງມື​ຄົບ. ເຈົ້າ​ຈຶ່ງ​ເຊື່ອ​ວ່າ​ລາວ​ຈະ​ເຮັດ​ຕາມ​ຄຳ​ສັນຍາ​ໄດ້. ແລ້ວ​ເຈົ້າ​ຄິດ​ແນວໃດ​ກ່ຽວກັບ​ຄຳ​ສັນຍາ​ຂອງ​ພະເຈົ້າ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ? ເພິ່ນ​ຢາກ​ຈະ​ເຮັດ​ແບບນັ້ນ​ບໍ? ແລະ​ເພິ່ນ​ສາມາດ​ເຮັດ​ແບບນັ້ນ​ແທ້ໆ​ບໍ?

5-6. ເປັນຫຍັງ​ເຮົາ​ຈຶ່ງ​ໝັ້ນໃຈ​ໄດ້​ວ່າ​ພະເຢໂຫວາ​ຢາກ ປຸກ​ຄົນ​ທີ່​ຕາຍ​ໄປ​ແລ້ວ​ໃຫ້​ກັບ​ມາ​ມີ​ຊີວິດ​ອີກ?

5 ພະເຢໂຫວາ​ຢາກ ຈະ​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ຄືນ​ມາ​ມີ​ຊີວິດ​ອີກ​ເທື່ອ​ໜຶ່ງ​ບໍ? ແມ່ນ​ແລ້ວ. ເພິ່ນ​ໄດ້​ດົນ​ໃຈ​ຜູ້​ຂຽນ​ຄຳພີໄບເບິນ​ຫຼາຍ​ຄົນ​ໃຫ້​ບັນທຶກ​ຄຳ​ສັນຍາ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ. (ອຊຢ. 26:19; ໂອ. 13:14; ພນມ. 20:11-13) ບໍ່​ວ່າ​ພະເຢໂຫວາ​ຈະ​ສັນຍາ​ເລື່ອງ​ຫຍັງ ເພິ່ນ​ກໍ​ຈະ​ເຮັດ​ໃຫ້​ເກີດ​ຂຶ້ນ​ແທ້​ທັງໝົດ. (ຢຊ. 23:14) ທີ່​ຈິງ ພະເຢໂຫວາ​ຢາກ​ຈະ​ປຸກ​ທຸກ​ຄົນ​ທີ່​ຕາຍ​ໃຫ້​ຟື້ນ​ຄືນ​ມາ​ແທ້ໆ! ເປັນຫຍັງ​ເຮົາ​ຈຶ່ງ​ເວົ້າ​ແບບນັ້ນ​ໄດ້?

6 ໃຫ້​ເຮົາ​ມາ​ເບິ່ງ​ຄຳເວົ້າ​ຂອງ​ໂຢບ​ນຳ​ກັນ. ລາວ​ໝັ້ນໃຈ​ວ່າ​ເຖິງ​ວ່າ​ລາວ​ຈະ​ຕາຍ​ໄປ ແຕ່​ພະເຢໂຫວາ​ກໍ​ຢາກ​ຈະ​ປຸກ​ລາວ​ໃຫ້​ກັບ​ມາ​ມີ​ຊີວິດ​ອີກ​ແທ້ໆ. (ໂຢບ 14:14, 15) ພະເຢໂຫວາ​ຮູ້ສຶກ​ແບບ​ດຽວ​ກັນ​ນີ້​ກັບ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ທຸກ​ຄົນ​ທີ່​ໄດ້​ຕາຍ​ໄປ​ແລ້ວ. ແລະ​ເພິ່ນ​ກໍ​ຄິດ​ຮອດ​ເຂົາເຈົ້າ​ແທ້ໆ. ເພິ່ນ​ຢາກ​ໃຫ້​ເຂົາເຈົ້າ​ກັບ​ມາ​ມີ​ຊີວິດ​ອີກ​ເທື່ອ​ໜຶ່ງ ມີ​ສຸຂະພາບ​ແຂງແຮງ ແລະ​ມີ​ຄວາມສຸກ. ແລ້ວ​ອີກ​ຫຼາຍ​ພັນ​ລ້ານ​ຄົນ​ທີ່​ຕາຍ​ໄປ​ແລ້ວ​ແຕ່​ຍັງ​ບໍ່​ໄດ້​ຮູ້ຈັກ​ພະເຢໂຫວາ​ເດ? ພະເຢໂຫວາ​ກໍ​ຢາກ​ຈະ​ປຸກ​ເຂົາເຈົ້າ​ໃຫ້​ມີ​ຊີວິດ​ອີກ​ຄື​ກັນ. (ກຈກ. 24:15) ເພິ່ນ​ຢາກ​ໃຫ້​ເຂົາເຈົ້າ​ມີ​ໂອກາດ​ທີ່​ຈະ​ໄດ້​ເປັນ​ໝູ່​ກັບ​ເພິ່ນ​ແລະ​ໄດ້​ຊີວິດ​ຕະຫຼອດໄປ​ຢູ່​ເທິງ​ໂລກ. (ຢຮ. 3:16) ເຫັນ​ໄດ້​ວ່າ​ພະເຢໂຫວາ​ຢາກ​ປຸກ​ຄົນ​ທີ່​ຕາຍ​ໄປ​ແລ້ວ​ໃຫ້​ກັບ​ມາ​ມີ​ຊີວິດ​ອີກ​ເທື່ອ​ໜຶ່ງ​ແທ້ໆ!

7-8. ເປັນຫຍັງ​ເຮົາ​ຈຶ່ງ​ໝັ້ນໃຈ​ໄດ້​ວ່າ ພະເຢໂຫວາ​ມີ​ຄວາມສາມາດ ແລະ​ອຳນາດ ທີ່​ຈະ​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ຄືນ​ມາ?

7 ແລ້ວ​ພະເຢໂຫວາ​ມີ​ຄວາມສາມາດ ແລະ​ອຳນາດ ທີ່​ຈະ​ປຸກ​ຄົນ​ທີ່​ຕາຍ​ໃຫ້​ຟື້ນ​ຄືນ​ມາ​ບໍ? ມີ​ແທ້! ເພິ່ນ​ເປັນ​ພະເຈົ້າ “ຜູ້​ມີ​ລິດເດດ​ສູງ​ສຸດ.” (ພນມ. 1:8) ເພິ່ນ​ຈຶ່ງ​ມີ​ອຳນາດ​ທີ່​ຈະ​ກຳຈັດ​ທຸກ​ຢ່າງ​ທີ່​ເປັນ​ສັດຕູ​ຂອງ​ເພິ່ນ​ເຊິ່ງ​ລວມ​ເຖິງ​ຄວາມ​ຕາຍ. (1ກຣ. 15:26) ເມື່ອ​ເຮົາ​ຮູ້​ແບບ​ນີ້ ເຮົາ​ຮູ້ສຶກ​ໄດ້​ກຳລັງໃຈ​ແລະ​ສະບາຍ​ໃຈ​ຫຼາຍ​ແທ້ໆ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຊື່​ເອັມ​ມາ ອາ​ໂນ. ລາວ​ກັບ​ຄອບຄົວ​ເຈິ​ການ​ທົດສອບ​ຄວາມເຊື່ອ​ທີ່​ໜັກ​ຫຼາຍ​ໃນ​ລະຫວ່າງ​ສົງຄາມ​ໂລກ​ຄັ້ງ​ທີ II. ເອັມ​ມາ​ປອບ​ໃຈ​ລູກສາວ​ທີ່​ສູນ​ເສຍ​ໝູ່​ຮັກ​ໝູ່​ແພງ​ຫຼາຍ​ຄົນ​ໃນ​ຄ້າຍ​ກັກ​ຂັງ​ຂອງ​ພວກ​ນາຊີ​ວ່າ: “ຖ້າ​ຄົນ​ທີ່​ຕາຍ​ໄປ​ບໍ່​ມີ​ໂອກາດ​ກັບ​ຄືນ​ມາ​ມີ​ຊີວິດ​ອີກ ກໍ​ສະແດງ​ວ່າ​ຄວາມ​ຕາຍ​ມີ​ອຳນາດ​ຫຼາຍ​ກວ່າ​ພະເຈົ້າ​ແມ່ນ​ບໍ?” ເຮົາ​ຮູ້​ດີ​ວ່າ ບໍ່​ມີ​ໃຜ​ຫຼື​ອັນ​ໃດ​ມີ​ອຳນາດ​ຫຼາຍ​ກວ່າ​ພະເຢໂຫວາ​ອີກ​ແລ້ວ! ຍ້ອນ​ພະເຢໂຫວາ​ມີ​ພະລັງ​ອຳນາດ​ສູງ​ສຸດ​ແລະ​ເປັນ​ຜູ້​ສ້າງ​ຊີວິດ ເຮົາ ເພິ່ນຕ້ອງ​ມີ​ຄວາມ​ສາມາດ​ທີ່ຈະ​ເຮັດ​ໃຫ້​ຄົນ​ທີ່​ຕາຍ​ໄປ​ກັບ​ມາ​ມີ​ຊີວິດ​ອີກ ແນ່ນອນ.

8 ອີກ​ເຫດຜົນ​ໜຶ່ງ​ທີ່​ເຮົາ​ຈະ​ຮູ້​ວ່າ​ພະເຢໂຫວາ​ສາມາດ​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ຄືນ​ມາ​ໄດ້​ອີກ​ກໍ​ຄື: ເພິ່ນ​ມີ​ຄວາມ​ຈຳ​ທີ່​ບໍ່​ຈຳກັດ. ເພິ່ນ​ສາມາດ​ເອີ້ນ​ຊື່​ດວງ​ດາວ​ໄດ້​ທຸກ​ດວງ. (ອຊຢ. 40:26) ແລະ​ເພິ່ນ​ກໍ​ຈື່​ທຸກ​ຄົນ​ທີ່​ຕາຍ​ໄປ​ແລ້ວ​ໄດ້. (ໂຢບ 14:13; ລກ. 20:37, 38) ເພິ່ນ​ເຖິງ​ຂັ້ນ​ຈື່​ລາຍ​ລະອຽດ​ທັງໝົດ​ທີ່​ກ່ຽວກັບ​ຄົນ​ທີ່​ເພິ່ນ​ຈະ​ປຸກ​ໃຫ້​ຄືນ​ມາ ເຊັ່ນ: ເພິ່ນ​ຈື່​ລະຫັດ​ພັນທຸກຳ​ຂອງ​ເຂົາເຈົ້າ​ໄດ້ ຈື່​ໄດ້​ວ່າ​ເຂົາເຈົ້າ​ມີ​ຮູບ​ຮ່າງ​ໜ້າ​ຕາ​ແນວໃດ ແລະ​ມີ​ນິດໄສ​ແບບ​ໃດ ຈື່​ໄດ້​ວ່າ​ເຂົາເຈົ້າ​ເຈິ​ຫຍັງ​ມາ​ແດ່​ໃນ​ຊີວິດ ແລະ​ເພິ່ນ​ຈື່​ໄດ້​ໝົດ​ວ່າ​ເຂົາເຈົ້າ​ມີ​ຄວາມ​ຊົງ​ຈຳ​ແນວໃດ​ແດ່.

9. ເປັນຫຍັງ​ເຈົ້າ​ຈຶ່ງ​ເຊື່ອ​ຄຳ​ສັນຍາ​ຂອງ​ພະເຢໂຫວາ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ?

9 ເຮົາ​ເຫັນ​ໄດ້​ເລີຍ​ວ່າ​ເຮົາ​ເຊື່ອ​ຄຳ​ສັນຍາ​ຂອງ​ພະເຢໂຫວາ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ໄດ້ ເພາະ​ເຮົາ​ຮູ້​ວ່າ​ເພິ່ນ​ຢາກ​ປຸກ​ຄົນ​ທີ່​ຕາຍ​ໃຫ້​ຟື້ນ​ຄືນ​ມາ ແລະ​ເພິ່ນ​ມີ​ຄວາມສາມາດ​ແລະ​ອຳນາດ​ທີ່​ຈະ​ເຮັດແບບ​ນັ້ນ​ໄດ້. ຕໍ່ໄປ​ນີ້​ໃຫ້​ເຮົາ​ມາ​ເບິ່ງ​ອີກ​ເຫດຜົນ​ໜຶ່ງ​ທີ່​ເຮັດ​ໃຫ້​ເຮົາ​ເຊື່ອ​ຄຳ​ສັນຍາ​ນີ້​ຂອງ​ພະເຢໂຫວາ ນັ້ນ​ກໍ​ຄື ເພິ່ນ​ເຄີຍ​ປຸກ​ຄົນ​ໃຫ້​ຄືນ​ມາ​ຈາກ​ຕາຍ​ມາ​ແລ້ວ. ໃນ​ສະໄໝ​ທີ່​ຂຽນ​ຄຳພີໄບເບິນ​ພະເຢໂຫວາ​ໄດ້​ໃຫ້​ອຳນາດ​ນີ້​ກັບ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ບາງຄົນ​ທີ່​ຈະ​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ຄືນ​ມາ​ໄດ້ ແລະ​ພະເຢຊູ​ກໍ​ໄດ້​ອຳນາດ​ນີ້​ຄື​ກັນ. ໃຫ້​ເຮົາ​ມາ​ເບິ່ງ​ເຫດການ​ໜຶ່ງ​ທີ່​ພະເຢຊູ​ເຮັດ​ໃນ​ໂຢຮັນ​ບົດ 11.

ພະເຢຊູ​ສູນ​ເສຍ​ໝູ່​ທີ່​ຮັກ

10. ມີ​ຫຍັງ​ເກີດ​ຂຶ້ນ​ຕອນ​ທີ່​ພະເຢຊູ​ຢູ່​ອີກ​ຟາກ​ໜຶ່ງ​ຂອງ​ແມ່​ນ້ຳ​ຈໍແດນ? ແລ້ວ​ເພິ່ນ​ເຮັດ​ແນວໃດ? (ໂຢຮັນ 11:1-3)

10 ອ່ານ​ໂຢຮັນ 11:1-3. ຂໍ​ໃຫ້​ຄິດເຖິງ​ເຫດການ​ທີ່​ເກີດ​ຂຶ້ນ​ຢູ່​ບ້ານ​ເບັດທານີ​ໃນ​ທ້າຍ​ປີ ຄ.ສ 32. ພະເຢຊູ​ມີ​ໝູ່​ສະໜິດ​ຢູ່​ບ້ານ​ນີ້. ເຂົາເຈົ້າ​ມີ​ອ້າຍ​ເອື້ອຍ​ນ້ອງ​ນຳ​ກັນ​ຢູ່​ສາມ​ຄົນ​ຄື: ລາຊະໂຣ ມາທາ ແລະ​ມາຣີ. (ລກ. 10:38-42) ແຕ່​ລາຊະໂຣ​ບໍ່​ສະບາຍ​ແຮງ​ແລະ​ມາທາ​ກັບ​ມາຣີ​ກໍ​ກັງວົນ​ເລື່ອງ​ນີ້​ຫຼາຍ. ທັງ​ສອງ​ຄົນ​ເລີຍ​ສົ່ງ​ຄົນ​ໄປ​ບອກ​ພະເຢຊູ​ທີ່​ຢູ່​ອີກ​ຟາກ​ໜຶ່ງ​ຂອງ​ແມ່​ນ້ຳ​ຈໍແດນ ເຊິ່ງ​ຖ້າ​ພະເຢຊູ​ຈະ​ມາ​ທີ່​ບ້ານ​ນີ້​ກໍ​ຕ້ອງ​ໃຊ້​ເວລາ​ຍ່າງ​ປະມານ​ສອງ​ມື້. (ຢຮ. 10:40) ແຕ່​ວ່າ​ໜ້າ​ເສຍດາຍ ຕອນ​ທີ່​ຄົນ​ສົ່ງ​ຂ່າວ​ໄດ້​ເຈິ​ພະເຢຊູ​ລາຊະໂຣ​ກໍ​ຕາຍ​ແລ້ວ. ເຖິງ​ເພິ່ນ​ຮູ້​ວ່າ​ໝູ່​ຮັກ​ຂອງ​ເພິ່ນ​ຫາກໍ​ຕາຍ ແຕ່​ເພິ່ນ​ກໍ​ຍັງ​ຢູ່​ບ່ອນ​ນີ້​ອີກ​ສອງ​ມື້​ຈຶ່ງ​ຄ່ອຍ​ໄປ​ບ້ານ​ເບັດທານີ. ກ່ອນ​ທີ່​ພະເຢຊູ​ຈະ​ໄປ​ຮອດ​ບ້ານ​ເບັດທານີ ລາຊະໂຣ​ກໍ​ຕາຍ​ໄປ​ໄດ້​ສີ່​ມື້​ແລ້ວ. ທີ່​ເປັນ​ແບບ​ນີ້​ກໍ​ຍ້ອນ​ເພິ່ນ​ຕັ້ງໃຈ​ຈະ​ເຮັດ​ບາງ​ຢ່າງ​ເພື່ອ​ໝູ່​ຂອງ​ເພິ່ນ ແລະ​ເຮັດ​ໃຫ້​ພະເຈົ້າ​ໄດ້​ຮັບ​ການຍ້ອງຍໍ​ສັນລະເສີນ.—ຢຮ. 11:4, 6, 11, 17

11. ໃນ​ເລື່ອງ​ນີ້​ເຮົາ​ໄດ້​ບົດຮຽນ​ຫຍັງ​ກ່ຽວກັບ​ການ​ເປັນໝູ່?

11 ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ໄດ້​ຮຽນຮູ້​ວ່າ​ການ​ເປັນ​ໝູ່​ທີ່​ດີ​ຄວນ​ຈະ​ເປັນ​ແນວໃດ. ຕອນ​ທີ່​ມາທາ​ແລະ​ມາຣີ​ສົ່ງ​ຂ່າວ​ໄປ​ຫາ​ພະເຢຊູ ເຂົາເຈົ້າ​ບໍ່​ໄດ້​ຂໍ​ໃຫ້​ພະເຢຊູ​ມາ​ທີ່​ເບັດທານີ. ເຂົາເຈົ້າ​ພຽງ​ແຕ່​ບອກ​ວ່າ​ໝູ່​ຮັກ​ຂອງ​ເພິ່ນ​ບໍ່​ສະບາຍ​ຫຼາຍ. (ຢຮ. 11:3) ແລະ​ຕອນ​ທີ່​ລາຊະໂຣ​ຕາຍ​ໄປ​ແລ້ວ ພະເຢຊູ​ບໍ່​ຈຳເປັນ​ຕ້ອງ​ໄປ​ເບັດທານີ​ເພື່ອ​ຈະ​ໄປ​ປຸກ​ລາວ​ໃຫ້​ຟື້ນ​ຄືນ​ມາ. ເພິ່ນ​ພຽງ​ແຕ່​ປຸກ​ລາຊະໂຣ​ຈາກ​ບ່ອນ​ທີ່​ເພິ່ນ​ຢູ່​ກໍ​ໄດ້ ແຕ່​ເພິ່ນ​ກໍ​ເລືອກ​ທີ່​ຈະ​ໄປ​ບ່ອນ​ນັ້ນ​ເພື່ອ​ຢູ່​ເປັນ​ໝູ່​ມາທາ​ແລະ​ມາຣີ. ແລ້ວ​ເຈົ້າ​ເດ ເຈົ້າ​ມີ​ໝູ່​ທີ່​ພ້ອມ​ຈະ​ຊ່ວຍ​ໂດຍ​ທີ່​ເຈົ້າ​ບໍ່​ຕ້ອງ​ຮ້ອງ​ຂໍ​ບໍ? ຖ້າ​ມີ ເຈົ້າ​ກໍ​ຮູ້​ວ່າ​ເຈົ້າ​ໝາຍເພິ່ງ​ລາວ​ໄດ້ “ໃນ​ເວລາ​ລຳບາກ.” (ສຸພາ. 17:17, ລ.ມ.) ສ່ວນ​ເຮົາ ເຮົາ​ກໍ​ຕ້ອງ​ຮຽນແບບ​ພະເຢຊູ​ນຳ​ໂດຍ​ເປັນ​ໝູ່​ທີ່​ດີ​ກັບ​ຄົນອື່ນ. ຕອນນີ້​ໃຫ້​ເຮົາ​ມາ​ເບິ່ງ​ວ່າ ມີ​ຫຍັງ​ເກີດ​ຂຶ້ນ​ອີກ.

12. ພະເຢຊູ​ສັນຍາ​ເລື່ອງ​ຫຍັງ​ກັບ​ມາທາ? ແລະ​ເປັນຫຍັງ​ລາວ​ຈຶ່ງ​ເຊື່ອ​ຄຳ​ສັນຍາ​ຂອງ​ເພິ່ນ​ໄດ້? (ໂຢຮັນ 11:23-26)

12 ອ່ານ​ໂຢຮັນ 11:23-26. ເມື່ອ​ມາທາ​ຮູ້​ວ່າ​ພະເຢຊູ​ກຳລັງ​ຈະ​ຮອດ​ເບັດທານີ ລາວ​ກໍ​ຮີບ​ຟ້າວ​ອອກ​ໄປ​ຫາ​ເພິ່ນ​ແລ້ວ​ບອກ​ວ່າ: “ນາຍ​ເອີຍ ຖ້າ​ທ່ານ​ຢູ່​ທີ່​ນີ້​ລາວ​ຄື​ຊິ​ບໍ່​ຕາຍ.” (ຢຮ. 11:21) ທີ່​ມາທາ​ເວົ້າ​ແບບ​ນີ້​ກໍ​ຖືກ ເພາະ​ຕອນ​ທີ່​ລາຊະໂຣ​ຍັງ​ບໍ່​ຕາຍ ພະເຢຊູ​ສາມາດ​ປິ່ນປົວ​ລາວ​ໃຫ້​ເຊົາ​ເຈັບປ່ວຍ​ໄດ້​ແທ້. ແຕ່​ເພິ່ນ​ຢາກ​ເຮັດ​ສິ່ງ​ທີ່​ໜ້າ​ອັດສະຈັນ​ຫຼາຍ​ກວ່າ​ນັ້ນ​ອີກ. ເພິ່ນ​ສັນຍາ​ກັບ​ມາທາ​ວ່າ: “ລາວ​ຈະ​ຄືນ​ມາ​ຈາກ​ຕາຍ.” ແລ້ວ​ເພິ່ນ​ຍັງ​ບອກ​ເຫດຜົນ​ທີ່​ຊ່ວຍ​ໃຫ້​ມາທາ​ເຊື່ອ​ຄຳ​ສັນຍາ​ຂອງ​ເພິ່ນ​ວ່າ “ຂ້ອຍ​ແມ່ນ​ຜູ້​ທີ່​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ແລະ​ໃຫ້​ພວກ​ເຂົາ​ມີ​ຊີວິດ.” ພະເຢໂຫວາ​ໃຫ້​ພະລັງ​ອຳນາດ​ກັບ​ພະເຢຊູ​ທີ່​ຈະ​ປຸກ​ຄົນ​ຕາຍ. ກ່ອນ​ໜ້າ​ນັ້ນ ເພິ່ນ​ປຸກ​ເດັກນ້ອຍ​ຜູ້ຍິງ​ຄົນ​ໜຶ່ງ​ໃຫ້​ຟື້ນ​ຄືນ​ມາ​ຫຼັງ​ຈາກ​ທີ່​ລາວ​ຫາກໍ​ຕາຍ​ໄດ້​ບໍ່​ດົນ. ແລ້ວ​ກໍ​ມີ​ອີກ​ເທື່ອ​ໜຶ່ງ​ທີ່​ເພິ່ນ​ປຸກ​ຜູ້​ຊາຍ​ຄົນ​ໜຶ່ງ ເຊິ່ງ​ລາວ​ຫາກໍ​ຕາຍ​ໃນ​ມື້​ດຽວ​ກັນ. (ລກ. 7:11-15; 8:49-55) ພະເຢຊູ​ຈະ​ປຸກ​ຄົນ​ທີ່​ຕາຍ​ມາ​ແລ້ວ​ສີ່​ມື້​ໄດ້​ບໍ ແຖມ​ສົບ​ກໍ​ເລີ່ມ​ເນົ່າ​ແລ້ວ?

“ລາຊະໂຣ ອອກ​ມາ!”

ພະເຢຊູ​ເຂົ້າໃຈ​ຄວາມ​ຮູ້ສຶກ​ຂອງ​ໝູ່​ທີ່​ກຳລັງ​ເສຍໃຈ (ເບິ່ງ​ຂໍ້ 13-14)

13. ຕາມ​ໂຢຮັນ 11:32-35 ເມື່ອ​ພະເຢຊູ​ເຫັນ​ມາຣີ​ແລະ​ຄົນ​ອື່ນໆ​ຮ້ອງໄຫ້ ເພິ່ນ​ເຮັດ​ແນວໃດ? (ເບິ່ງຮູບພາບ)

13 ອ່ານ​ໂຢຮັນ 11:32-35. ລອງ​ຄິດ​ເບິ່ງ​ມີ​ຫຍັງ​ເກີດ​ຂຶ້ນ​ຕໍ່​ຈາກ​ນັ້ນ. ມາຣີ​ກໍ​ອອກ​ໄປ​ຫາ​ພະເຢຊູ. ລາວ​ເວົ້າ​ຄື​ກັນ​ກັບ​ມາທາ​ວ່າ “ນາຍ​ເອີຍ ຖ້າ​ທ່ານ​ຢູ່​ທີ່​ນີ້​ລາວ​ຄື​ຊິ​ບໍ່​ຕາຍ.” ມາຣີ​ກັບ​ຄົນອື່ນ​ກຳລັງ​ເສຍໃຈ​ຫຼາຍ. ເມື່ອ​ພະເຢຊູ​ເຫັນ​ເຂົາເຈົ້າ​ຮ້ອງໄຫ້ ເພິ່ນ​ກໍ​ຮ້ອງໄຫ້​ກັບ​ເຂົາເຈົ້າ​ຍ້ອນ​ຮູ້ສຶກ​ອີ່ຕົນ​ເຂົາເຈົ້າ​ຫຼາຍ. ເພິ່ນ​ຮູ້​ດີ​ວ່າ ເມື່ອ​ຄົນ​ທີ່​ເຮົາ​ຮັກ​ຕາຍ​ຈາກ​ໄປ​ມັນ​ຮູ້ສຶກ​ເຈັບ​ປວດ​ຫຼາຍ​ສ່ຳ​ໃດ. ເພິ່ນ​ຕ້ອງ​ຢາກ​ກຳຈັດ​ຕົ້ນເຫດ​ທີ່​ເຮັດ​ໃຫ້​ເຂົາເຈົ້າ​ຮ້ອງໄຫ້​ແທ້ໆ!

14. ການ​ທີ່​ພະເຢຊູ​ຮ້ອງໄຫ້​ກັບ​ມາຣີ​ເຮັດ​ໃຫ້​ເຮົາ​ຮູ້​ຫຍັງ​ກ່ຽວກັບ​ພະເຢໂຫວາ?

14 ການ​ທີ່​ພະເຢຊູ​ຮ້ອງໄຫ້​ກັບ​ມາຣີ​ເຮັດ​ໃຫ້​ເຮົາ​ຮູ້​ວ່າ ພະເຢໂຫວາ​ເປັນ​ພະເຈົ້າ​ທີ່​ເຂົ້າໃຈ​ຄວາມ​ຮູ້ສຶກ​ແລະ​ອີ່ຕົນ​ເຮົາ. ເປັນຫຍັງ​ຄື​ເວົ້າ​ແບບນັ້ນ? ຄື​ກັບ​ທີ່​ເຮົາ​ໄດ້​ເຫັນ​ໃນ​ບົດຄວາມ​ກ່ອນ ທຸກ​ຢ່າງ​ທີ່​ພະເຢຊູ​ເຮັດ​ກໍ​ເຮັດ​ໃຫ້​ເຮົາ​ເຫັນ​ວ່າ​ພະເຢໂຫວາ​ຄິດ​ແລະ​ຮູ້ສຶກ​ແນວໃດ. (ຢຮ. 12:45) ດັ່ງນັ້ນ ເມື່ອ​ເຮົາ​ອ່ານ​ແລະ​ຮູ້​ວ່າ​ພະເຢຊູ​ເຂົ້າໃຈ​ຄວາມ​ຮູ້ສຶກ​ຂອງ​ໝູ່​ທີ່​ກຳລັງ​ໂສກເສົ້າ​ເສຍໃຈ​ຈົນ​ເຮັດ​ໃຫ້​ເພິ່ນ​ຮ້ອງໄຫ້ ມັນ​ກໍ​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ພະເຢໂຫວາ​ກໍ​ຮູ້ສຶກ​ແບບນັ້ນ​ຄື​ກັນ​ເມື່ອ​ເພິ່ນ​ເຫັນ​ວ່າ​ເຮົາ​ຮ້ອງໄຫ້. (ເພງ. 56:8) ເມື່ອ​ເຈົ້າ​ເຫັນ​ວ່າ​ພະເຢໂຫວາ​ເປັນ​ພະເຈົ້າ​ທີ່​ອ່ອນໂຍນ​ແລະ​ເຂົ້າໃຈ​ຄວາມ​ຮູ້ສຶກ​ຂອງ​ເຈົ້າ ເຈົ້າ​ກໍ​ຢາກ​ໃກ້ຊິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ​ແມ່ນ​ບໍ?

ພະເຢຊູ​ສະແດງ​ວ່າ​ເພິ່ນ​ມີ​ພະລັງ​ອຳນາດ​ທີ່​ຈະ​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ (ເບິ່ງ​ຂໍ້ 15-16)

15. ຕາມ​ໂຢຮັນ 11:41-44 ເກີດ​ຫຍັງ​ຂຶ້ນ​ຢູ່​ອຸໂມງ​ຝັງ​ສົບ​ຂອງ​ລາຊະໂຣ? (ເບິ່ງຮູບພາບ)

15 ອ່ານ​ໂຢຮັນ 11:41-44. ເມື່ອ​ພະເຢຊູ​ມາ​ຮອດ​ອຸໂມງ​ຝັງ​ສົບ​ຂອງ​ລາຊະໂຣ ເພິ່ນ​ກໍ​ບອກ​ໃຫ້​ກິ້ງ​ຫີນ​ທີ່​ອັດ​ປາກ​ຖ້ຳ​ອອກ. ແຕ່​ມາທາ​ບໍ່​ຢາກ​ໃຫ້​ເຮັດ​ແບບນັ້ນ​ແລະ​ບອກ​ວ່າ ປານ​ນີ້​ສົບ​ຄື​ຊິ​ເໝັນ​ແລ້ວ. ແຕ່​ພະເຢຊູ​ບອກ​ລາວ​ວ່າ: “ຂ້ອຍ​ເຄີຍ​ບອກ​ເຈົ້າ​ແລ້ວ​ບໍ່​ແມ່ນ​ບໍ​ວ່າ ຖ້າ​ເຈົ້າ​ເຊື່ອ ເຈົ້າ​ຈະ​ໄດ້​ເຫັນ​ລິດເດດ​ຂອງ​ພະເຈົ້າ?” (ຢຮ. 11:39, 40) ແລ້ວ​ພະເຢຊູ​ກໍ​ເງີຍ​ໜ້າ​ຂຶ້ນ​ຟ້າ​ແລະ​ອະທິດຖານ​ເຖິງ​ພະເຢໂຫວາ​ຕໍ່​ໜ້າ​ທຸກ​ຄົນ. ເພິ່ນ​ຢາກ​ໃຫ້​ພະເຢໂຫວາ​ໄດ້​ຮັບ​ການ​ສັນລະເສີນ​ຈາກ​ສິ່ງ​ທີ່​ເພິ່ນ​ກຳລັງ​ຈະ​ເຮັດ. ຈາກ​ນັ້ນ​ເພິ່ນ​ກໍ​ຮ້ອງ​ສຽງ​ດັງ​ວ່າ: “ລາຊະໂຣ ອອກ​ມາ!” ແລ້ວ​ລາຊະໂຣ​ກໍ​ຍ່າງ​ອອກ​ມາ​ຈາກ​ອຸໂມງ​ຝັງ​ສົບ! ພະເຢຊູ​ເຮັດ​ສິ່ງ​ທີ່​ບາງຄົນ​ຄິດ​ວ່າ​ບໍ່​ມີ​ທາງ​ເປັນ​ໄປ​ໄດ້.

16. ເຫດການ​ໃນ​ໂຢຮັນ​ບົດ 11 ຊ່ວຍ​ເຮົາ​ແນວໃດ​ໃຫ້​ໝັ້ນໃຈ​ໃນ​ຄວາມຫວັງ​ເລື່ອງ​ການ​ຄືນ​ຈາກ​ຕາຍ​ຫຼາຍ​ຂຶ້ນ?

16 ເຫດການ​ໃນ​ໂຢຮັນ​ບົດ 11 ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ໃນ​ເລື່ອງ​ການ​ຟື້ນ​ຄືນ​ຈາກ​ຕາຍ​ຫຼາຍ​ຂຶ້ນ. ເປັນຫຍັງ​ຈຶ່ງ​ເວົ້າ​ແບບນັ້ນ? ຈື່​ໄດ້​ບໍ​ວ່າ ພະເຢຊູ​ສັນຍາ​ກັບ​ມາທາ​ວ່າ “ລາວ​ຈະ​ຄືນ​ມາ​ຈາກ​ຕາຍ.” (ຢຮ. 11:23) ພະເຢຊູ​ກໍ​ເປັນ​ຄື​ກັບ​ພະເຢໂຫວາ ເພິ່ນ​ຢາກ​ປຸກ​ຄົນ​ໃຫ້​ຄືນ​ມາ​ຈາກ​ຕາຍ ແລະ​ເພິ່ນ​ເອງ​ກໍ​ມີ​ທັງ​ຄວາມສາມາດ​ແລະ​ອຳນາດ​ທີ່​ຈະ​ເຮັດ​ຕາມ​ທີ່​ສັນຍາ​ໄດ້. ການ​ທີ່​ພະເຢຊູ​ຮ້ອງໄຫ້​ເຮັດ​ໃຫ້​ເຮົາ​ເຫັນ​ວ່າ ເພິ່ນ​ຢາກ​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ຄືນ​ມາ​ແລະ​ຢາກ​ກຳຈັດ​ຄວາມ​ຕາຍ​ທີ່​ເຮັດ​ໃຫ້​ເຮົາ​ທຸກ​ຄົນ​ເປັນ​ທຸກ. ຕອນ​ທີ່​ລາຊະໂຣ​ຍ່າງ​ອອກ​ຈາກ​ອຸໂມງ​ຝັງສົບ ເຮັດ​ໃຫ້​ເຮົາ​ເຫັນ​ວ່າ ພະເຢຊູ​ມີ​ພະລັງ​ອຳນາດ​ແລະ​ມີ​ຄວາມສາມາດ​ທີ່​ຈະ​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ຄືນ​ມາ​ໄດ້. ນອກຈາກນັ້ນ ຂໍ​ໃຫ້​ເຮົາ​ຄິດເຖິງ​ຄຳເວົ້າ​ທີ່​ພະເຢຊູ​ເວົ້າ​ກັບ​ມາທາ​ວ່າ “ຂ້ອຍ​ເຄີຍ​ບອກ​ເຈົ້າ​ແລ້ວ​ບໍ່​ແມ່ນ​ບໍ​ວ່າ ຖ້າ​ເຈົ້າ​ເຊື່ອ ເຈົ້າ​ຈະ​ໄດ້​ເຫັນ ລິດເດດ​ຂອງ​ພະເຈົ້າ?” (ຢຮ. 11:40) ດັ່ງນັ້ນ ເຮົາ​ມີ​ເຫດຜົນ​ໜັກແໜ້ນ​ແທ້ໆ​ທີ່​ຈະ​ເຊື່ອ​ວ່າ​ຄຳ​ສັນຍາ​ຂອງ​ພະເຢໂຫວາ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ຈະ​ເກີດ​ຂຶ້ນ​ແທ້​ແນ່ນອນ. ແຕ່​ເຮົາ​ຕ້ອງ​ເຮັດ​ອັນ​ໃດ​ເພື່ອ​ໃຫ້​ໂຕເອງ​ໝັ້ນໃຈ​ໃນ​ເລື່ອງ​ຄວາມຫວັງ​ນີ້​ຫຼາຍ​ຂຶ້ນ?

ເຮົາ​ຕ້ອງ​ເຮັດ​ແນວໃດ​ເພື່ອ​ຈະ​ໝັ້ນໃຈ​ຫຼາຍ​ຂຶ້ນ​ໃນ​ຄວາມຫວັງ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ?

17. ເຮົາ​ຄວນ​ຄິດເຖິງ​ຫຍັງ​ແດ່​ຕອນ​ທີ່​ອ່ານ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ໃນ​ຄຳພີໄບເບິນ?

17 ອ່ານ​ແລະ​ຄິດຕຶກຕອງ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ໃນ​ອະດີດ. ຄຳພີໄບເບິນ​ເວົ້າ​ເຖິງ​ການ​ຄືນ​ມາ​ຈາກ​ຕາຍ​ຂອງ​ມະນຸດ 8 ຄົນ​ເທິງ​ໂລກ. c ລອງ​ສຶກສາ​ແລະ​ຄົ້ນຄວ້າ​ແຕ່​ລະ​ເລື່ອງ​ເບິ່ງ​ແມ້. ຕອນ​ທີ່​ເຈົ້າ​ເຮັດ​ແບບນັ້ນ ໃຫ້​ຈື່​ໄວ້​ວ່າທັງ 8 ຄົນ​ເຄີຍ​ມີ​ຊີວິດ​ຢູ່​ແທ້ໆ. ແລ້ວ​ເບິ່ງ​ວ່າ​ເຈົ້າ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ເຂົາເຈົ້າ ຈາກນັ້ນ​ໃຫ້​ຄິດ​ວ່າ​ແຕ່​ລະ​ເລື່ອງ​ຊ່ວຍ​ເຈົ້າ​ໃຫ້​ເຫັນ​ແນວໃດ​ວ່າ ພະເຢໂຫວາ​ຢາກ​ປຸກ​ເຂົາເຈົ້າ​ໃຫ້​ມີ​ຊີວິດ​ອີກ​ແລະ​ເພິ່ນ​ມີ​ຄວາມສາມາດ​ແລະມີ​ອຳນາດ​ທີ່​ຈະ​ເຮັດ​ແບບນັ້ນ​ແທ້ໆ. ທີ່​ສຳຄັນ​ທີ່ສຸດ ໃຫ້​ສຶກສາ​ແລະ​ຄົ້ນຄວ້າ​ກ່ຽວກັບ​ການ​ຄືນ​ມາ​ຈາກ​ຕາຍ​ຂອງ​ພະເຢຊູ. ໃຫ້​ຈື່​ໄວ້​ວ່າ​ມີ​ພະຍານ​ຫຼາຍ​ຮ້ອຍ​ຄົນ​ທີ່​ເຫັນ​ພະເຢຊູ​ເຊິ່ງ​ຄືນ​ມາ​ຈາກ​ຕາຍ​ແລ້ວ ແລະ​ການ​ຄືນ​ມາ​ຈາກ​ຕາຍ​ຂອງ​ເພິ່ນ​ຊ່ວຍ​ເຮົາ​ໃຫ້​ໝັ້ນໃຈ​ໃນ​ການ​ຄືນ​ມາ​ຈາກ​ຕາຍ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ.—1ກຣ. 15:3-6, 20-22

18. ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ແນວໃດ​ຈາກ​ເພງ​ກ່ຽວກັບ​ຄວາມຫວັງ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ? (ເບິ່ງ​ໄຂເງື່ອນ)

18 ຟັງ​ແລະ​ຮ້ອງ​ເພງ​ນະມັດສະການ​ພະເຈົ້າ​ທີ່​ກ່ຽວກັບ​ຄວາມຫວັງ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ. d (ອຟຊ. 5:19) ເພງ​ເຫຼົ່ານີ້​ຊ່ວຍ​ເຈົ້າ​ໃຫ້​ໝັ້ນໃຈ​ຫຼາຍ​ຂຶ້ນ​ໃນ​ຄວາມຫວັງ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ ແລະ​ເຮັດ​ໃຫ້​ມີ​ຄວາມເຊື່ອ​ທີ່​ເຂັ້ມແຂງ​ຂຶ້ນ. ໃຫ້​ຟັງ​ແລະ​ຊ້ອມ​ຮ້ອງ​ເພງ​ເຫຼົ່ານີ້​ເລື້ອຍໆ. ຈາກ​ນັ້ນ ກໍ​ລອງ​ລົມ​ກັນ​ກ່ຽວກັບ​ຄວາມໝາຍ​ຂອງ​ເນື້ອເພງ​ໃນ​ການ​ນະມັດສະການ​ປະຈຳ​ຄອບຄົວ. ພະຍາຍາມ​ຈື່​ເນື້ອໃນ​ໃຫ້​ໄດ້​ແລະ​ໃຫ້​ຄິດເຖິງ​ມັນ​ຢູ່​ເລື້ອຍໆ. ແລ້ວ​ຖ້າ​ຄົນ​ທີ່​ເຈົ້າ​ຮັກ​ຕາຍ​ຈາກ​ໄປ​ຫຼື​ເຈົ້າ​ເອງ​ຕ້ອງ​ເຈິ​ກັບ​ການ​ທົດສອບ​ທີ່​ອາດ​ເຮັດ​ໃຫ້​ຕ້ອງ​ຕາຍ ພະລັງບໍລິສຸດ​ຂອງ​ພະເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຈື່​ເພງ​ເຫຼົ່ານີ້​ໄດ້ ເຊິ່ງ​ຈະ​ເຮັດ​ໃຫ້​ເຈົ້າ​ເຂັ້ມແຂງ​ແລະ​ມີ​ກຳລັງໃຈ.

19. ເຮົາ​ອາດ​ນຶກພາບ​ອັນ​ໃດ​ໄດ້​ແດ່​ກ່ຽວກັບ​ການ​ຄືນ​ມາ​ຈາກ​ຕາຍ? (ເບິ່ງ​ຂອບ “ ເຈົ້າ​ຈະ​ຖາມ​ຫຍັງ​ເຂົາເຈົ້າ?”)

19 ນຶກພາບ​ໂຕເອງ​ຢູ່​ໃນ​ໂລກ​ໃໝ່. ພະເຢໂຫວາ​ໃຫ້​ເຮົາ​ມີ​ຄວາມສາມາດ​ທີ່​ຈະ​ນຶກພາບ​ໂຕເອງ​ໃນ​ໂລກ​ໃໝ່​ໄດ້. ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ບອກ​ວ່າ: “ຂ້ອຍ​ມັກ​ນຶກພາບ​ໂຕເອງ​ໃນ​ໂລກ​ໃໝ່. ຂ້ອຍ​ໃຊ້​ເວລາ​ຫຼາຍ​ທີ່​ຈະ​ເຮັດ​ແບບນັ້ນ ເຖິງ​ຂະໜາດ​ທີ່​ຂ້ອຍ​ຮູ້ສຶກ​ວ່າ​ໄດ້​ກິ່ນ​ດອກ​ກຸຫຼາບ​ກຳລັງ​ບານ​ເຕັມ​ສວນ​ອຸທິຍານ.” ໃຫ້​ເຈົ້າ​ລອງ​ນຶກພາບ​ວ່າ ຖ້າ​ເຈົ້າ​ມີ​ໂອກາດ​ເຈິ​ກັບ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ໃນ​ສະໄໝ​ອະດີດ ເຈົ້າ​ຢາກ​ເຈິ​ໃຜ​ເປັນ​ພິເສດບໍ ແລະ​ເຈົ້າ​ຢາກ​ຖາມ​ຫຍັງ​ລາວ? ນອກຈາກນັ້ນ ໃຫ້​ນຶກພາບ​ວ່າ​ເຈົ້າ​ໄດ້​ເຈິ​ກັບ​ຄົນ​ທີ່​ເຈົ້າ​ຮັກ​ທີ່​ຄືນ​ມາ​ຈາກ​ຕາຍ​ນຳ. ໃຫ້​ລອງ​ຄິດເຖິງ​ພາບ​ເຫດການ​ຕອນ​ນັ້ນ​ຢ່າງ​ລະອຽດ. ລອງ​ນຶກພາບ​ວ່າ​ຕອນ​ທີ່​ເຈົ້າ​ໄດ້​ເຈິ​ກັບ​ລາວ​ເທື່ອ​ທຳອິດ​ເຈົ້າ​ຈະ​ຮູ້ສຶກ​ແນວໃດ? ເຈົ້າ​ຈະ​ເວົ້າ​ຫຍັງ​ກັບ​ລາວ​ກ່ອນ? ເຈົ້າ​ຈະ​ກອດ​ລາວ​ບໍ? ເຈົ້າ​ຈະ​ຮ້ອງໄຫ້​ບໍ? ບໍ່​ວ່າ​ເຈົ້າ​ຈະ​ເຮັດ​ຫຍັງ​ໃນ​ຕອນ​ນັ້ນ ເຈົ້າ​ຈະ​ມີ​ຄວາມສຸກ​ຫຼາຍ​ແທ້ໆ​ທີ່​ໄດ້​ເຈິ​ລາວ.

20. ເຮົາ​ຄວນ​ຕັ້ງໃຈ​ທີ່​ຈະ​ເຮັດ​ຫຍັງ?

20 ເຮົາ​ຂອບໃຈ​ພະເຢໂຫວາ​ຫຼາຍ​ແທ້ໆ​ສຳລັບ​ຄຳ​ສັນຍາ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ! ເຮົາ​ໝັ້ນໃຈ​ວ່າ​ຄຳ​ສັນຍາ​ນີ້​ຈະ​ເກີດ​ຂຶ້ນ​ແທ້​ແນ່ນອນ ຍ້ອນ​ພະເຢໂຫວາ​ຢາກ​ປຸກ​ຄົນ​ຕາຍ​ໃຫ້​ຄືນ​ມາ​ແລະ​ເພິ່ນ​ກໍ​ມີ​ອຳນາດ​ກັບ​ຄວາມສາມາດ​ທີ່​ຈະ​ເຮັດ​ແບບນັ້ນ. ໃຫ້​ເຮົາ​ພະຍາຍາມ​ເຮັດ​ສິ່ງ​ຕ່າງໆ​ເພື່ອ​ຈະ​ໝັ້ນໃຈ​ຫຼາຍ​ຂຶ້ນ​ໃນ​ຄວາມຫວັງ​ນີ້. ຖ້າ​ເຮົາ​ເຮັດ​ແບບນັ້ນ ເຮົາ​ຈະ​ສະໜິດ​ກັບ​ພະເຢໂຫວາ​ຫຼາຍ​ຂຶ້ນ. ເພິ່ນ​ສັນຍາ​ກັບ​ພວກ​ເຮົາ​ທຸກ​ຄົນ​ວ່າ ‘ຄົນ​ທີ່​ເຈົ້າ​ຮັກ​ຈະ ຄືນ​ມາ​ຈາກ​ຕາຍ.’

ເພງ 147 ຄຳ​ສັນຍາ​ເລື່ອງ​ຊີວິດ​ຕະຫຼອດໄປ

a ຖ້າ​ຄົນ​ທີ່​ເຈົ້າ​ຮັກ​ຕາຍ​ຈາກ​ໄປ ຄຳ​ສັນຍາ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ຈະ​ໃຫ້​ກຳລັງໃຈ​ເຈົ້າ​ຫຼາຍ​ແທ້ໆ. ແຕ່​ເຈົ້າ​ຈະ​ອະທິບາຍ​ໃຫ້​ຄົນອື່ນ​ຟັງ​ໄດ້​ແນວໃດ​ວ່າ ເປັນຫຍັງ​ເຈົ້າ​ຈຶ່ງ​ເຊື່ອ​ໃນ​ຄຳ​ສັນຍາ​ນີ້? ແລ້ວ​ເຈົ້າ​ຈະ​ເຮັດ​ແນວໃດ​ເພື່ອ​ຈະ​ໝັ້ນໃຈ​ໃນ​ຄຳ​ສັນຍາ​ນີ້​ຫຼາຍ​ຂຶ້ນ? ບົດຄວາມ​ນີ້​ຈະ​ຊ່ວຍ​ພວກ​ເຮົາ​ທຸກ​ຄົນ​ໃຫ້​ມີ​ຄວາມ​ໝັ້ນໃຈ​ຫຼາຍ​ຂຶ້ນ​ໃນ​ຄວາມຫວັງ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ.

b ເພງ​ຈາກ​ມິວສິກ​ວິດີໂອ​ທີ່​ມີ​ຊື່​ວ່າ ຈວນ​ຈະ​ເຖິງ​ຢູ່​ແລ້ວ​ແຄ່​ເອື້ອມ​ມື ຢູ່​ໃນ​ລາຍການ​ໂທລະທັດ​ເດືອນ​ພະຈິກ ປີ 2016 (ພາສາ​ໄທ)

d ຂໍ​ໃຫ້​ເບິ່ງ​ເພງ​ຕໍ່ໄປ​ນີ້​ໃນ​ປຶ້ມ “ຮ້ອງ​ເພງ​ຢ່າງ​ມີ​ຄວາມສຸກ”:ນຶກພາບ​ເມື່ອ​ທຸກ​ສິ່ງ​ກາຍ​ເປັນ​ສິ່ງ​ໃໝ່” (ເພງ​ທີ 139), “ຈ້ອງ​ເບິ່ງ​ທີ່​ລາງວັນ” (ເພງ​ທີ 144) ແລະ “ພະອົງ​ຈະ​ເອີ້ນ” (ເພງ​ທີ 151). ແລະ​ຂໍ​ໃຫ້​ຟັງ​ເພງ​ມິວສິກ​ວິດີໂອ​ໃນ​ເວັບໄຊ jw.org ເພງ “ຈວນ​ຈະ​ເຖິງ​ຢູ່​ແລ້ວ​ແຄ່​ເອື້ອມ​ມື”, “ວັນ​ທີ່​ໂລກ​ໃໝ່​ຈະ​ມາ” ແລະ​ເພງ “ລອງ​ນຶກ​ດູ” (ພາສາ​ໄທ)