ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຄວາມ​ສຶກສາ​ທີ 19

ເຮົາ​ຈະ​ໝັ້ນໃຈ​ຫຼາຍ​ຂຶ້ນ​ໃນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ເລື່ອງ​ໂລກ​ໃໝ່​ໄດ້​ແນວໃດ?

ເຮົາ​ຈະ​ໝັ້ນໃຈ​ຫຼາຍ​ຂຶ້ນ​ໃນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ເລື່ອງ​ໂລກ​ໃໝ່​ໄດ້​ແນວໃດ?

“ມີ​ຫຍັງ​ທີ່ [ພະເຢໂຫວາ] ເວົ້າ​ແລ້ວ ແລະ​ບໍ່​ໄດ້​ເຮັດ​ບໍ?”—ຈຊບ. 23:19

ເພງ 142 ຍຶດໝັ້ນ​ກັບ​ຄວາມຫວັງ​ຂອງ​ເຮົາ

ໃຈ​ຄວາມ​ສຳຄັນ a

1-2. ຕອນ​ທີ່​ເຮົາ​ລໍ​ຖ້າ​ໂລກໃໝ່​ມາ​ເຮົາ​ຕ້ອງ​ເຮັດ​ຫຍັງ?

 ເຮົາ​ຂອບໃຈ​ພະເຢໂຫວາ​ທີ່​ເພິ່ນ​ສັນຍາ​ວ່າ​ຈະ​ມີ​ໂລກໃໝ່. (2ປຕ. 3:13) ເຖິງ​ວ່າ​ເຮົາ​ຈະ​ບໍ່​ຮູ້​ວ່າ​ໂລກໃໝ່​ຈະ​ມາ​ເມື່ອ​ໃດ​ແທ້ໆ ແຕ່​ຫຼັກ​ຖານ​ຫຼາຍ​ຢ່າງ​ທີ່​ເກີດຂຶ້ນ​ໃນ​ໂລກ​ນີ້​ສະແດງ​ວ່າ​ເຮົາ​ບໍ່​ຕ້ອງ​ຖ້າ​ອີກ​ດົນ.—ມທ. 24:32-34, 36; ກຈກ. 1:7

2 ບໍ່​ວ່າ​ເຮົາ​ຈະ​ເປັນ​ພະຍານ​ມາ​ດົນ​ສ່ຳ​ໃດ​ແລ້ວ​ເຮົາ​ທຸກ​ຄົນ​ຕ້ອງ​ພະຍາຍາມ​ເຮັດ​ໃຫ້​ໂຕເອງ​ມີ​ຄວາມເຊື່ອ​ຫຼາຍ​ຂຶ້ນ​ໃນ​ຄຳ​ສັນຍາ​ເລື່ອງ​ໂລກໃໝ່. ຍ້ອນຫຍັງ? ກໍ​ຍ້ອນ​ວ່າ​ເຖິງ​ເຮົາ​ຈະ​ມີ​ຄວາມເຊື່ອ​ເຂັ້ມແຂງ ແຕ່​ມັນ​ອາດຈະ​ບໍ່​ໄດ້​ເປັນ​ແບບນັ້ນ​ຕະຫຼອດ ເພາະ​ຄວາມເຊື່ອ​ສາມາດ​ອ່ອນ​ລົງ​ໄດ້. ໂປໂລ​ບອກ​ວ່າ​ການ​ຂາດ​ຄວາມເຊື່ອ​ເປັນ “ບາບ​ທີ່​ຮັດ​ຕົວ​ພວກ​ເຮົາ​ໄດ້​ງ່າຍ.” (ຮຣ. 12:1) ດັ່ງນັ້ນ ເພື່ອ​ບໍ່​ໃຫ້​ຄວາມເຊື່ອ​ຂອງ​ເຮົາ​ອ່ອນ​ລົງ ເຮົາ​ຕ້ອງ​ຄິດ​ທົບທວນ​ເປັນ​ປະຈຳ​ກ່ຽວກັບ​ຫຼັກ​ຖານ​ຕ່າງໆ​ທີ່​ເຮັດ​ໃຫ້​ໝັ້ນໃຈ​ວ່າ​ໂລກໃໝ່​ຈະ​ມາ​ໄວໆ​ນີ້​ແນ່ນອນ.—ຮຣ. 11:1

3. ເຮົາ​ຈະ​ເບິ່ງ​ຫຍັງ​ໃນ​ບົດຄວາມ​ນີ້?

3 ໃນ​ບົດຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ 3 ວິທີ​ທີ່​ຈະ​ຊ່ວຍ​ໃຫ້​ເຮົາ​ໝັ້ນໃຈ​ຫຼາຍ​ຂຶ້ນ​ໃນ​ຄຳ​ສັນຍາ​ຂອງ​ພະເຢໂຫວາ​ເລື່ອງ​ໂລກໃໝ່ຄື: (1) ຄິດຕຶກຕອງ​ເລື່ອງ​ຄ່າໄຖ່ (2) ຄິດ​ກ່ຽວກັບ​ພະລັງ​ອຳນາດ​ຂອງ​ພະເຢໂຫວາ (3) ເຮັດ​ກິດຈະກຳ​ຂອງ​ຄລິດສະຕຽນ​ເປັນ​ປະຈຳ. ນອກຈາກນັ້ນ ເຮົາ​ຈະ​ມາ​ເບິ່ງ​ວ່າ​ພະເຢໂຫວາ​ເວົ້າ​ແນວໃດ​ກັບ​ຮາບາກຸກ ເຊິ່ງ​ຈະ​ຊ່ວຍ​ໃຫ້​ເຮົາ​ມີ​ຄວາມເຊື່ອ​ທີ່​ເຂັ້ມແຂງ​ຂຶ້ນ. ກ່ອນ​ອື່ນ​ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຕອນ​ໃດ​ແດ່​ທີ່​ເຮົາ​ຕ້ອງ​ມີ​ຄວາມເຊື່ອ​ເຂັ້ມແຂງ ແລະ​ໝັ້ນໃຈ​ຫຼາຍ​ຂຶ້ນ​ໃນ​ຄຳ​ສັນຍາ​ຂອງ​ພະເຢໂຫວາ​ເລື່ອງ​ໂລກໃໝ່.

ຕອນ​ໃດ​ແດ່​ທີ່​ເຮົາ​ຕ້ອງ​ມີ​ຄວາມເຊື່ອ​ເຂັ້ມແຂງ

4. ເຮົາ​ຕ້ອງ​ມີ​ຄວາມເຊື່ອ​ທີ່​ເຂັ້ມແຂງ​ເມື່ອ​ຕັດ​ສິນ​ໃຈ​ເລື່ອງ​ຫຍັງ​ແດ່?

4 ທຸກ​ມື້​ນີ້​ເຮົາ​ຕ້ອງ​ມີ​ຄວາມເຊື່ອ​ທີ່​ເຂັ້ມແຂງ​ໃນ​ການ​ຕັດສິນໃຈ​ບາງ​ເລື່ອງ ເຊັ່ນ: ການ​ເລືອກ​ໝູ່ ການ​ພັກຜ່ອນ​ຢ່ອນໃຈ ການສຶກສາ ການ​ແຕ່ງດອງ ການ​ມີ​ລູກ ແລະ​ເລື່ອງ​ວຽກ​ອາຊີບ. ດັ່ງນັ້ນ ເຮົາ​ຕ້ອງ​ຖາມ​ໂຕເອງ​ວ່າ: ‘ສິ່ງ​ທີ່​ຂ້ອຍ​ເລືອກ​ສະແດງ​ວ່າ​ຂ້ອຍ​ໝັ້ນໃຈ​ບໍ​ວ່າ​ໂລກ​ຊົ່ວ​ນີ້​ຈະ​ຢູ່​ອີກ​ບໍ່​ດົນ? ແລະ​ໂລກໃໝ່​ໃກ້​ຈະ​ມາ​ແລ້ວ​ບໍ? ຫຼື​ຂ້ອຍ​ຄື​ກັບ​ຄົນ​ທົ່ວໄປ​ທີ່​ເຊື່ອ​ວ່າ​ອີກ​ບໍ່​ດົນ​ກໍ​ຈະ​ຕາຍ?’ (ມທ. 6:19, 20; ລກ. 12:16-21) ຖ້າ​ເຮົາ​ໝັ້ນໃຈ​ວ່າ​ອີກ​ບໍ່​ດົນ​ໂລກໃໝ່​ຈະ​ມາ​ເຮົາ​ຈະ​ຕັດ​ສິນ​ໃຈ​ເລື່ອງ​ຕ່າງໆ​ໄດ້​ດີ​ທີ່ສຸດ.

5-6. ເປັນຫຍັງ​ເຮົາ​ຕ້ອງ​ມີ​ຄວາມເຊື່ອ​ທີ່​ເຂັ້ມແຂງ​ຕອນ​ທີ່​ເຈິ​ບັນຫາ? ຂໍ​ໃຫ້​ຍົກ​ຕົວຢ່າງ.

5 ນອກຈາກນັ້ນ ເຮົາ​ຕ້ອງ​ມີ​ຄວາມເຊື່ອ​ທີ່​ເຂັ້ມແຂງ​ຕອນ​ທີ່​ເຈິ​ກັບ​ບັນຫາ ເຊັ່ນ: ເຮົາ​ອາດ​ຕ້ອງ​ເຈິ​ການ​ຂົ່ມເຫງ ມີ​ບັນຫາ​ສຸຂະພາບ​ຮ້າຍແຮງ ຫຼື​ບັນຫາ​ອື່ນໆ​ທີ່​ເຮັດ​ໃຫ້​ເຮົາ​ທໍ້ໃຈ. ຕອນ​ທຳອິດ​ເຮົາ​ອາດ​ຮູ້ສຶກ​ວ່າ​ອົດທົນ​ໄດ້. ແຕ່​ຖ້າ​ບັນຫາ​ນັ້ນ​ຍືດເຍື້ອ​ແລະ​ບໍ່​ໝົດ​ໄປ​ຈັກ​ເທື່ອ​ເຊິ່ງ​ຫຼາຍ​ເທື່ອ​ກໍ​ມັກ​ຈະ​ເປັນ​ແບບນັ້ນ. ເຮົາ​ກໍ​ຕ້ອງ​ມີ​ຄວາມເຊື່ອ​ທີ່​ເຂັ້ມແຂງ​ເພື່ອ​ຈະ​ອົດທົນ​ແລະ​ຮັບໃຊ້​ພະເຢໂຫວາ​ຢ່າງ​ມີ​ຄວາມສຸກ​ຕໍ່ໆ​ໄປ​ໄດ້.—ຣມ. 12:12; 1ປຕ. 1:6, 7

6 ໃນ​ຊ່ວງ​ທີ່​ເຈິ​ບັນຫາ​ເຮົາ​ອາດ​ຮູ້ສຶກ​ວ່າ​ໂລກໃໝ່​ທີ່​ພະເຢໂຫວາ​ສັນຍາ​ໄວ້​ອີກດົນບໍຈຶ່ງຈະມາ. ແຕ່​ນີ້​ໝາຍ​ຄວາມ​ວ່າ​ເຮົາ​ມີ​ຄວາມ​ເຊື່ອ​ທີ່​ອ່ອນ​ລົງ​ບໍ? ບໍ່​ແມ່ນ. ໃຫ້​ເຮົາ​ຄິດເຖິງ​ຕົວຢ່າງ​ປຽບທຽບ​ນີ້. ໃນ​ຍາມ​ຮ້ອນ ອາກາດ​ກໍ​ຮ້ອນ​ຕິດຕໍ່​ກັນ​ຫຼາຍ​ອາທິດ ເຮົາ​ອາດ​ຮູ້ສຶກ​ວ່າ​ເປັນຫຍັງ​ລະດູ​ໜາວ​ຄື​ບໍ່​ມາ​ຮອດ​ຈັກ​ເທື່ອ. ແຕ່​ເຮົາ​ກໍ​ຮູ້​ວ່າ​ຈັກໜ້ອຍ​ມັນກໍ​ຈະ​ມາ​ແນ່ນອນ. ຄ້າຍຄື​ກັນ ຕອນ​ທີ່​ເຮົາ​ເຈິ​ບັນຫາ​ແລະ​ຮູ້ສຶກ​ທໍ້ໃຈ​ຫຼາຍ ເຮົາ​ອາດ​ຮູ້ສຶກ ວ່າ​ໂລກໃໝ່​ຢູ່​ໄກ​ເກີນ​ໄປ ເປັນຫຍັງ​ຄື​ບໍ່​ມາ​ຈັກ​ເທື່ອ. ແຕ່​ຖ້າ​ເຮົາ​ມີ​ຄວາມເຊື່ອ​ທີ່​ເຂັ້ມແຂງ​ເຮົາ​ກໍ​ຮູ້ ວ່າ​ຄຳ​ສັນຍາ​ທັງໝົດ​ຂອງ​ພະເຢໂຫວາ​ຈະ​ເປັນ​ຈິງ​ແລະ​ໂລກໃໝ່​ຈະ​ມາ​ແນ່ນອນ. (ເພງ. 94:3, 14, 15; ຮຣ. 6:17-19) ຖ້າ​ເຮົາ​ໝັ້ນໃຈ​ແບບ​ນີ້ ເຮົາ​ກໍ​ຈະ​ໃຫ້​ການ​ນະມັດສະການ​ພະເຢໂຫວາ​ສຳຄັນ​ທີ່ສຸດ​ໃນ​ຊີວິດ​ບໍ່​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກໍ​ຕາມ.

7. ເຮົາ​ຕ້ອງ​ລະວັງ​ຄວາມຄິດ​ແບບ​ໃດ?

7 ໃຫ້​ເຮົາ​ມາ​ເບິ່ງ​ອີກ​ເລື່ອງ​ໜຶ່ງ​ທີ່​ເຮົາ​ຕ້ອງ​ມີ​ຄວາມເຊື່ອ​ທີ່​ເຂັ້ມແຂງ. ຕອນ​ທີ່​ເຮົາ​ປະກາດ ຫຼາຍ​ຄົນ​ທີ່​ເຮົາ​ລົມ​ນຳ​ຮູ້ສຶກ​ວ່າ “ຂ່າວດີ” ເລື່ອງ​ໂລກໃໝ່​ມັນ​ດີ​ເກີນ​ໄປ​ທີ່​ຈະ​ເປັນ​ຈິງ. (ມທ. 24:14; ເອເຊກ. 33:32) ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ໃຫ້​ຄວາມຄິດ​ຂອງ​ເຂົາເຈົ້າ​ມີ​ຜົນ​ຕໍ່​ເຮົາ​ແລະ​ເພື່ອ​ຈະ​ເຮັດ​ແບບນັ້ນ​ໄດ້​ເຮົາ​ຕ້ອງ​ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ເຮົາ​ເຂັ້ມແຂງ​ຂຶ້ນ. ໃຫ້​ເຮົາ​ມາ​ເບິ່ງ 3 ວິທີ​ທີ່​ຈະ​ຊ່ວຍ​ເຮົາ​ໄດ້.

ຄິດຕຶກຕອງ​ເລື່ອງ​ຄ່າໄຖ່

8-9. ການ​ຄິດຕຶກຕອງ​ເລື່ອງ​ຄ່າໄຖ່​ມີ​ຜົນ​ຕໍ່​ຄວາມເຊື່ອ​ຂອງ​ເຮົາ​ແນວໃດ?

8 ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ມີ​ຄວາມເຊື່ອ​ເຂັ້ມແຂງ​ຂຶ້ນ​ໄດ້​ກໍ​ຄື​ການ​ຄິດຕຶກຕອງ​ເລື່ອງ​ຄ່າໄຖ່. ຄ່າໄຖ່​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ວ່າ​ຄຳ​ສັນຍາ​ທຸກ​ຢ່າງ​ຂອງ​ພະເຈົ້າ​ຈະ​ເປັນ​ຈິງ. ເມື່ອ​ເຮົາ​ຄິດ​ດີໆ​ວ່າ​ເປັນຫຍັງ​ພະເຢໂຫວາ​ຈຶ່ງ​ໃຫ້​ມີ​ຄ່າໄຖ່​ແລະ​ເພິ່ນ​ຕ້ອງ​ເສຍ​ສະລະຫຼາຍຂະໜາດໃດ. ນີ້​ຈະ​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ຫຼາຍ​ຂຶ້ນ​ໃນ​ຄຳ​ສັນຍາ​ຂອງ​ພະເຈົ້າເລື່ອງ​ຊີວິດ​ຕະຫຼອດໄປ​ໃນ​ໂລກໃໝ່​ທີ່​ດີ​ກວ່າວ່າ​ຈະ​ຕ້ອງ​ເກີດ​ຂຶ້ນ​ແທ້ໆ. ເປັນຫຍັງ​ເຮົາ​ຈຶ່ງ​ເວົ້າ​ແບບນັ້ນ​ໄດ້?

9 ໃຫ້​ຄິດ​ເບິ່ງ​ວ່າ​ພະເຢໂຫວາ​ຕ້ອງ​ເສຍ​ສະຫຼະ​ຫຍັງ​ແດ່? ເພິ່ນ​ສົ່ງ​ລູກ​ຊາຍ​ສຸດ​ທີ່​ຮັກ​ຂອງ​ເພິ່ນ​ເຊິ່ງ​ເປັນ​ຜູ້​ທີ່​ເພິ່ນ​ສະໜິດ​ທີ່ສຸດ​ມາ​ເກີດ​ຢູ່​ເທິງ​ໂລກ​ເພື່ອ​ເປັນ​ມະນຸດ​ທີ່​ສົມບູນແບບ. ຕອນ​ທີ່​ພະເຢຊູ​ຢູ່​ເທິງ​ໂລກ ເພິ່ນ​ຕ້ອງ​ເຈິ​ຄວາມ​ລຳບາກ​ຫຼາຍ​ຢ່າງ​ແລະ​ຕໍ່ມາ​ເພິ່ນ​ກໍ​ຕ້ອງ​ທົນ​ທຸກ​ແລະ​ຕາຍ​ດ້ວຍ​ຄວາມ​ເຈັບ​ປວດ. ພະເຢໂຫວາ​ຍອມ​ສະລະ​ສິ່ງ​ທີ່​ມີຄ່າ​ຫຼາຍ​ແທ້ໆ. ດັ່ງນັ້ນ ເພິ່ນ​ຈະ​ບໍ່​ມີ​ທາງ​ຍອມ​ໃຫ້​ລູກ​ຊາຍ​ຂອງ​ເພິ່ນ​ຕ້ອງ​ມາ​ເຈັບ​ປວດ​ທໍລະມານ​ແລະ​ຕາຍ​ເພື່ອ​ໃຫ້​ເຮົາ​ມີ​ຊີວິດ​ທີ່​ດີ​ພຽງ​ແຕ່​ຊ່ວງ​ເວລາ​ສັ້ນໆ​ເທົ່າ​ນັ້ນ. (ຢຮ. 3:16; 1ປຕ. 1:18, 19) ຖ້າ​ພະເຢໂຫວາ​ຍອມ​ສະລະ​ສິ່ງ​ທີ່​ມີຄ່າ​ຫຼາຍ​ຂະໜາດ​ນີ້ ເພິ່ນ​ກໍ​ຕ້ອງ​ເຮັດ​ໃຫ້​ຊີວິດ​ຕະຫຼອດໄປ​ໃນ​ໂລກໃໝ່​ເກີດ​ຂຶ້ນ​ແທ້​ຢ່າງ​ແນ່ນອນ.

ຄິດເຖິງ​ພະລັງ​ອຳນາດ​ຂອງ​ພະເຢໂຫວາ

10. ຕາມ​ທີ່​ຂຽນ​ໄວ້​ໃນ​ເອເຟໂຊ 3:20 ມີ​ຫຍັງ​ແດ່​ທີ່​ພະເຢໂຫວາ​ເຮັດ​ໄດ້?

10 ວິທີ​ທີ​ສອງ​ທີ່​ຈະ​ຊ່ວຍ​ໃຫ້​ເຮົາ​ມີ​ຄວາມເຊື່ອ​ທີ່​ເຂັ້ມແຂງ​ຂຶ້ນ​ໄດ້​ກໍ​ຄື ການ​ຄິດເຖິງ​ພະລັງ​ອຳນາດ​ຂອງ​ພະເຢໂຫວາ. ເພິ່ນ​ມີ​ພະລັງ​ອຳນາດ​ທີ່​ຈະ​ເຮັດ​ທຸກ​ຢ່າງ​ທີ່​ເພິ່ນ​ສັນຍາ​ໄວ້​ເປັນ​ຈິງ​ເຖິງ​ວ່າ​ມະນຸດ​ຄິດ​ວ່າ​ຄຳ​ສັນຍາ​ເລື່ອງ​ຊີວິດ​ຕະຫຼອດໄປ​ໃນ​ໂລກໃໝ່​ເບິ່ງ​ຄື​ວ່າ​ເປັນ​ໄປ​ບໍ່​ໄດ້. ແຕ່​ພະເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ພະລັງ​ອຳນາດ​ສູງ​ສຸດ. ເພິ່ນ​ຈະ​ເຮັດ​ທຸກ​ສິ່ງ​ຕາມ​ທີ່​ເພິ່ນ​ສັນຍາ​ໄວ້. (ໂຢບ 42:2; ມຣກ. 10:27) ດັ່ງນັ້ນ ເຮົາ​ຈຶ່ງ​ບໍ່​ແປກໃຈ​ຖ້າ​ພະເຢໂຫວາ​ຈະ​ສັນຍາ​ເລື່ອງ​ທີ່​ເປັນ​ຕາ​ເຫຼືອ​ເຊື່ອ.—ອ່ານ​ເອເຟໂຊ 3:20

11. ຂໍ​ໃຫ້​ຍົກ​ຕົວຢ່າງ​ຄຳ​ສັນຍາ​ຂອງ​ພະເຈົ້າ​ທີ່​ມະນຸດ​ເບິ່ງ​ຄື​ວ່າ​ເປັນ​ໄປ​ບໍ່​ໄດ້​ຈັກ​ເລື່ອງ​ໜຶ່ງ. (ເບິ່ງ​ຂອບ “ ຄຳ​ສັນຍາ​ທີ່​ໜ້າ​ເຫຼືອ​ເຊື່ອ​ບາງ​ເລື່ອງ​ທີ່​ເກີດ​ຂຶ້ນ​ແທ້.”)

11 ໃຫ້​ເຮົາ​ມາ​ເບິ່ງ​ຄຳ​ສັນຍາ​ບາງ​ເລື່ອງ​ທີ່​ພະເຢໂຫວາ​ສັນຍາ​ໄວ້​ກັບ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ໃນ​ອະດີດ​ເຊິ່ງ​ເບິ່ງ​ຄື​ວ່າ​ບໍ່​ມີ​ວັນ​ຈະ​ເປັນ​ໄປ​ໄດ້. ເພິ່ນ​ຮັບຮອງ​ກັບ​ອັບຣາຮາມ​ແລະ​ຊາຣາ​ວ່າ​ເຂົາເຈົ້າ​ຈະ​ມີ​ລູກ​ຊາຍ​ຕອນ​ທີ່​ມີ​ອາຍຸ​ຫຼາຍ​ແລ້ວ. (ປຖກ. 17:15-17) ນອກຈາກນັ້ນ ເພິ່ນ​ຍັງ​ບອກ​ກັບ​ອັບຣາຮາມ​ວ່າ​ແຜ່ນດິນ​ການາອານ​ຈະ​ເປັນ​ຂອງ​ລູກ​ຫຼານ​ຂອງ​ລາວ. ໃນ​ຫຼາຍ​ປີ​ທີ່​ຊາວ​ອິດສະຣາເອນ​ເຊິ່ງ​ກໍ​ຄື​ລູກ​ຫຼານ​ຂອງ​ອັບ​ຮາ​ຮາມ​ທີ່​ເປັນ​ທາດ​ໃນ​ເອຢິບ​ເບິ່ງ​ຄື​ວ່າ​ຄຳ​ສັນຍາ​ຂອງ​ເພິ່ນ​ບໍ່​ມີ​ທາງ​ຈະ​ເປັນ​ຈິງ​ໄດ້. ແຕ່​ໃນທີ່ສຸດ ມັນ​ກໍເກີດ​ຂຶ້ນ​ແທ້. ຕໍ່ມາ ພະເຢໂຫວາ​ບອກ​ກັບ​ເອລີຊາເບັດ​ຕອນ​ທີ່​ອາຍຸ​ຫຼາຍ​ແລ້ວ​ວ່າ​ລາວ​ຈະ​ມີ​ລູກ ແລະ​ຫຼັງ​ຈາກ​ນັ້ນ ເພິ່ນ​ກໍ​ບອກ​ກັບ​ມາຣີ​ສາວ​ບໍລິສຸດ​ວ່າ​ລາວ​ຈະ​ມີ​ລູກ​ຊາຍ​ເຊິ່ງ​ເປັນ​ລູກ​ຂອງ​ພະເຈົ້າ. ແລະ​ເມື່ອ​ເລື່ອງ​ນີ້​ເກີດ​ຂຶ້ນ​ຕາມ​ທີ່​ພະເຢໂຫວາ​ບອກ​ໄວ້ ນີ້​ກໍ​ເຮັດ​ໃຫ້​ຄຳ​ສັນຍາ​ອີກ​ເລື່ອງ​ໜຶ່ງ​ທີ່​ເພິ່ນ​ສັນຍາ​ໄວ້​ເມື່ອ​ຫຼາຍ​ພັນ​ປີ​ກ່ອນ​ໃນ​ສວນ​ເອເດນ​ເກີດ​ຂຶ້ນ​ແທ້​ຄື​ກັນ.—ປຖກ. 3:15

12. ໂຢຊວຍ 23:14 ແລະ ເອຊາຢາ 55:10, 11 ຊ່ວຍ​ເຮົາ​ໃຫ້​ໝັ້ນໃຈ​ແນວໃດ​ກ່ຽວກັບ​ພະລັງ​ອຳນາດ​ຂອງ​ພະເຢໂຫວາ?

12 ເຮົາ​ຈະ​ໝັ້ນໃຈ​ໃນ​ພະລັງ​ອຳນາດ​ຂອງ​ພະເຢໂຫວາ​ທີ່​ຈະ​ເຮັດ​ໃຫ້​ໂລກໃໝ່​ເປັນ​ຈິງ​ໄດ້​ໂດຍ​ການ​ຄິດເຖິງ​ຄຳ​ສັນຍາ​ທີ່​ເພິ່ນ​ໃຫ້​ໄວ້​ກັບ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ແລະ​ວິທີ​ທີ່​ເພິ່ນ​ເຮັດ​ໃຫ້​ຄຳ​ສັນຍາ​ເຫຼົ່າ​ນັ້ນ​ເກີດ​ຂຶ້ນ​ແທ້. (ອ່ານ​ໂຢຊວຍ 23:14; ເອຊາຢາ 55:10, 11) ການ​ມີ​ຄວາມເຊື່ອ​ທີ່​ເຂັ້ມແຂງ​ຈະ​ຊ່ວຍ​ກຽມ​ເຮົາ​ໃຫ້​ພ້ອມ​ທີ່​ຈະ​ຊ່ວຍ​ຄົນອື່ນ​ໃຫ້​ຮູ້​ວ່າ​ຄຳ​ສັນຍາ​ເລື່ອງ​ໂລກໃໝ່​ບໍ່​ໄດ້​ເປັນ​ແຕ່​ຄວາມ​ຝັນ. ພະເຢໂຫວາ​ເອງ​ບອກ​ກ່ຽວກັບ​ຟ້າ​ສະຫວັນ​ໃໝ່​ແລະ​ໂລກໃໝ່​ວ່າ: “ຄຳເວົ້າ​ທັງໝົດ​ນີ້​ເຊື່ອຖື​ໄດ້​ແລະ​ເປັນ​ຄວາມຈິງ.”—ພນມ. 21:1, 5

ເຮັດ​ກິດຈະກຳ​ຂອງ​ຄລິດສະຕຽນ​ເປັນ​ປະຈຳ

ການ​ປະຊຸມ​ຂອງ​ຄລິດສະຕຽນ

ການ​ປະຊຸມ​ຂອງ​ຄລິດສະຕຽນ​ຊ່ວຍ​ເຮົາ​ແນວໃດ​ໃຫ້​ມີ​ຄວາມເຊື່ອ​ທີ່​ເຂັ້ມແຂງ​ຂຶ້ນ? (ເບິ່ງ​ຂໍ້ 13)

13. ການ​ປະຊຸມ​ຂອງ​ຄລິດສະຕຽນ​ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ເຮົາ​ເຂັ້ມແຂງ​ຂຶ້ນ​ໄດ້​ແນວໃດ? ຂໍ​ໃຫ້​ອະທິບາຍ.

13 ວິທີ​ທີ​ສາມ​ທີ່​ຈະ​ຊ່ວຍ​ໃຫ້​ເຮົາ​ມີ​ຄວາມເຊື່ອ​ເຂັ້ມແຂງ​ຂຶ້ນ​ໄດ້​ກໍ​ຄື​ການ​ເຮັດ​ກິດຈະກຳ​ຂອງ​ຄລິດສະຕຽນ​ເປັນ​ປະຈຳ ເຊັ່ນ ໃຫ້​ເຮົາ​ຄິດເຖິງ​ປະໂຫຍດ​ທີ່​ເຮົາ​ຈະ​ໄດ້​ຮັບ​ຈາກ​ການ​ປະຊຸມ​ປະຈຳ​ປະຊາຄົມ. ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຊື່​ແອນນາ b ທີ່​ຮັບໃຊ້​ເຕັມ​ເວລາ​ມາ​ຫຼາຍ​ສິບ​ປີ​ບອກ​ວ່າ: “ການ​ປະຊຸມ​ເປັນ​ຄື​ກັບ​ສະໝໍ​ເຮືອ​ທີ່​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມເຊື່ອ​ໝັ້ນຄົງ. ເຖິງ​ວ່າ​ຜູ້​ນຳ​ສ່ວນ​ອາດ​ມີ​ຂໍ້​ຈຳກັດ​ໃນ​ການສອນ​ຫຼື​ບໍ່​ໄດ້​ຊ່ວຍ​ຂ້ອຍ​ໃຫ້​ເຂົ້າໃຈ​ສິ່ງ​ໃໝ່ໆ ແຕ່​ໃນ​ການ​ປະຊຸມ​ຂ້ອຍ​ໄດ້​ຍິນ​ບາງ​ຢ່າງ​ຈາກ​ສ່ວນ​ຂອງ​ລາວ​ທີ່​ຊ່ວຍ​ໃຫ້​ຂ້ອຍ​ເຂົ້າໃຈ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ​ເຊິ່ງ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມເຊື່ອ​ເຂັ້ມແຂງ​ຂຶ້ນ.” ເຮົາ​ເອງ​ກໍ​ໄດ້​ຮັບ​ປະໂຫຍດ​ຄື​ກັນ​ຈາກ​ຄວາມຄິດ​ເຫັນ​ຂອງ​ຄົນອື່ນໆ​ທີ່​ເຂົ້າ​ຮ່ວມ​ປະຊຸມ​ກໍ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມເຊື່ອ​ເຂັ້ມແຂງ​ນຳ.—ຣມ. 1:11, 12; 10:17

ວຽກ​ປະກາດ

ວຽກ​ປະກາດ​ຊ່ວຍ​ເຮົາ​ແນວໃດ​ໃຫ້​ມີ​ຄວາມເຊື່ອ​ທີ່​ເຂັ້ມແຂງ​ຂຶ້ນ? (ເບິ່ງ​ຂໍ້ 14)

14. ການ​ທີ່​ເຮົາ​ໄປ​ປະກາດ​ເປັນ​ປະຈຳ​ຈະ​ຊ່ວຍ​ໃຫ້​ເຮົາ​ມີ​ຄວາມເຊື່ອ​ທີ່​ເຂັ້ມແຂງ​ຂຶ້ນ​ໄດ້​ແນວໃດ?

14 ເຮົາ​ຍັງ​ເຮັດ​ໃຫ້​ຄວາມເຊື່ອ​ເຂັ້ມແຂງ​ຂຶ້ນ​ໂດຍ​ການ​ໄປ​ປະກາດ ເປັນ​ປະຈຳ. (ຮຣ. 10:23) ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຊື່​ບາບາຣາ​ເຊິ່ງ​ຮັບໃຊ້​ພະເຢໂຫວາ​ຫຼາຍ​ກວ່າ 70 ປີ​ບອກ​ວ່າ: “ການ​ປະກາດ​ຊ່ວຍ​ໃຫ້​ຂ້ອຍ​ມີ​ຄວາມເຊື່ອ​ທີ່​ເຂັ້ມແຂງ​ຂຶ້ນ​ແທ້ໆ. ແຮ່ງ​ຂ້ອຍ​ເວົ້າ​ກັບ​ຄົນອື່ນ​ເລື່ອງ​ຄຳ​ສັນຍາ​ດີໆ​ຂອງ​ພະເຢໂຫວາ ຄວາມເຊື່ອ​ຂອງ​ຂ້ອຍ​ກໍ​ແຮ່ງ​ເພີ່ມ​ຂຶ້ນ.”

ການສຶກສາ​ສ່ວນຕົວ

ການສຶກສາ​ສ່ວນຕົວ​ຊ່ວຍ​ເຮົາ​ແນວໃດ​ໃຫ້​ມີ​ຄວາມເຊື່ອ​ທີ່​ເຂັ້ມແຂງ​ຂຶ້ນ? (ເບິ່ງ​ຂໍ້ 15)

15. ການສຶກສາ​ສ່ວນຕົວ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມເຊື່ອ​ທີ່​ເຂັ້ມແຂງ​ຂຶ້ນ​ໄດ້​ແນວໃດ? (ເບິ່ງ​ຮູບພາບ)

15 ການສຶກສາ​ສ່ວນຕົວ​ເປັນ​ກິດຈະກຳ​ອີກ​ຢ່າງ​ໜຶ່ງ​ຂອງ​ຄລິດສະຕຽນ​ທີ່​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມເຊື່ອ​ທີ່​ເຂັ້ມແຂງ​ຂຶ້ນ. ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຊື່​ຊູຊານ​ບອກ​ວ່າ: ການ​ສຶກສາ​ສ່ວນຕົວ ຊ່ວຍ​ລາວ​ໄດ້​ຫຼາຍ​ແທ້ໆ. ລາວ​ບອກ​ວ່າ​ຂ້ອຍ​ຈະ​ໃຊ້​ວັນ​ອາທິດ​ເພື່ອ​ກຽມ​ຫໍສັງເກດການ. ສ່ວນ​ວັນ​ຈັນ​ກັບ​ວັນ​ອັງຄານ​ຂ້ອຍ​ກໍ​ຈະ​ກຽມ​ການ​ປະຊຸມ​ກາງ​ອາທິດ. ສ່ວນ​ມື້​ທີ່​ເຫຼືອ​ຂ້ອຍ​ຈະ​ສຶກສາ​ສ່ວນຕົວ​ເລື່ອງ​ອື່ນໆ​ຕາມ​ທີ່​ຂ້ອຍ​ວາງ​ແຜນ​ໄວ້. ຊູຊານ​ເຮັດ​ຕາມ​ຕາຕະລາງ​ການ​ສຶກສາ​ແບບ​ນີ້​ສະເໝີ ຄວາມເຊື່ອ​ຂອງ​ລາວ​ກໍ​ເລີຍ​ເຂັ້ມແຂງ​ຂຶ້ນ. ພີ່ນ້ອງ​ຍິງ​ທີ່​ຊື່​ໄອຣິນ ເຊິ່ງ​ຮັບໃຊ້​ຢູ່​ສຳ​ນັກ​ງານ​ໃຫຍ່​ມາ​ຫຼາຍ​ສິບ​ປີ​ບອກ​ວ່າ “ການສຶກສາ​ສ່ວນຕົວ​ເລື່ອງ​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ​ຊ່ວຍ​ລາວ​ໃຫ້​ມີ​ຄວາມເຊື່ອ​ທີ່​ເຂັ້ມແຂງ​ຂຶ້ນ. ລາວ​ເວົ້າ​ວ່າ: “ຂ້ອຍ​ຮູ້ສຶກ​ງຶດ​ຫຼາຍ​ແທ້ໆ​ທີ່​ຮູ້​ວ່າ​ຄຳ​ພະຍາກອນ​ຂອງ​ພະເຢໂຫວາ​ເປັນ​ຈິງ​ແມ່ນ​ແຕ່​ໃນ​ລາຍ​ລະອຽດ​ທີ່​ນ້ອຍ​ທີ່ສຸດ.” c

“ຈະ​ເກີດ​ຂຶ້ນ​ແນ່ນອນ”

16. ການ​ທີ່​ພະເຢໂຫວາ​ຮັບຮອງ​ກັບ​ຮາບາກຸກ​ມີ​ຜົນ​ແນວໃດ​ກັບ​ເຮົາ​ໃນ​ທຸກ​ມື້​ນີ້? (ເຮັບເຣີ 10:36, 37)

16 ຜູ້​ຮັບໃຊ້​ຂອງ​ພະເຢໂຫວາ​ຫຼາຍ​ຄົນ​ລໍຖ້າ​ຈຸດຈົບ​ຂອງ​ໂລກ​ຊົ່ວ​ມາ​ດົນ​ແລ້ວ. ບາງຄົນ​ຮູ້ສຶກ​ວ່າ​ເປັນຫຍັງ​ຍັງ​ບໍ່​ມາ​ຈັກ​ເທື່ອ. ພະເຢໂຫວາ​ຮູ້​ວ່າ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ຮູ້ສຶກ​ແນວໃດ​ເຊິ່ງ​ເຫັນ​ໄດ້​ຈາກ​ຄຳເວົ້າ​ຂອງ​ເພິ່ນ​ທີ່​ຮັບຮອງ​ກັບ​ຜູ້ພະຍາກອນ​ຮາບາກຸກ​ວ່າ: “ນິມິດ​ນີ້​ຈະ​ເກີດ​ຂຶ້ນ​ຕາມ​ເວລາ​ທີ່​ກຳນົດ​ໄວ້. ມັນ​ຈະ​ມາ​ໄວໆ​ແລະ​ຈະ​ເກີດ​ຂຶ້ນ​ແນ່ນອນ. ເຖິງ​ຈະ​ເບິ່ງ​ຄື​ວ່າ​ມາ​ຊ້າ ແຕ່​ກໍ​ໃຫ້​ຕັ້ງໃຈ​ລໍ​ຖ້າ​ເພາະ​ມັນ​ຈະ​ມາ​ແນ່ນອນ! ມັນ​ຈະ​ບໍ່​ມາ​ຊ້າ​ເລີຍ!” (ຮບກ. 2:3, ລ.ມ.) ພະເຢໂຫວາ​ສັນຍາ​ເພື່ອ​ໃຫ້​ຮາບາກຸກ​ໝັ້ນໃຈ​ຄົນ​ດຽວ​ເທົ່າ​ນັ້ນ​ບໍ? ຫຼື​ຄຳເວົ້າ​ນີ້​ໃຊ້​ກັບ​ເຮົາ​ໃນ​ທຸກ​ມື້​ນີ້​ໄດ້​ນຳ? ຄຳ​ສັນຍາ​ນີ້​ໃຊ້​ກັບ​ເຮົາ​ໃນ​ທຸກ​ມື້​ນີ້​ໄດ້ ຍ້ອນ​ໂປໂລ​ໄດ້​ຮັບ​ການ​ດົນໃຈ​ໃຫ້​ຂຽນ​ເຖິງ​ພີ່ນ້ອງ​ຄລິດສະຕຽນ​ທີ່​ກຳລັງ​ຖ້າ​ໃຫ້​ໂລກໃໝ່​ມາ. (ອ່ານ​ເຮັບເຣີ 10:36, 37) ເຮົາ​ໝັ້ນໃຈ​ວ່າ​ເຖິງ​ຄຳ​ສັນຍາ​ທີ່​ພະເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ລອດ​ເບິ່ງ​ຄື​ວ່າ​ຍັງ​ບໍ່​ມາ​ຈັກ​ເທື່ອ ແຕ່ “ມັນ​ຈະ​ມາ​ແນ່ນອນ​ມັນ​ຈະ​ບໍ່​ມາ​ຊ້າ​ເລີຍ!”

17. ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ເຮັດ​ຕາມ​ຄຳແນະນຳ​ທີ່​ພະເຢໂຫວາ​ໃຫ້​ກັບ​ຮາບາກຸກ​ແນວໃດ?

17 ຜູ້​ຮັບໃຊ້​ຂອງ​ພະເຢໂຫວາ​ຫຼາຍ​ຄົນ​ເຮັດ​ຕາມ​ຄຳແນະນຳ​ຂອງ​ເພິ່ນ​ທີ່​ບອກ​ວ່າ “ໃຫ້​ຕັ້ງໃຈ​ລໍ​ຖ້າ” ແລະ​ບາງຄົນ​ກໍ​ລໍ​ຖ້າ​ມາ​ຫຼາຍ​ສິບ​ປີ​ແລ້ວ. ຕົວຢ່າງ​ເຊັ່ນ ພີ່ນ້ອງ​ຍິງ​ທີ່​ຊື່ຣູອິດສ໌ ເລີ່ມ​ຮັບໃຊ້​ພະເຢໂຫວາ​ຕັ້ງແຕ່​ປີ 1939. ລາວ​ບອກ​ວ່າ: “ຕອນ​ນັ້ນ​ຂ້ອຍ​ຄິດ​ວ່າ​ວັນ​ອາມາເຄໂດນ​ຈະ​ມາ​ກ່ອນ​ທີ່​ຂ້ອຍ​ຈະ​ຈົບ​ມັດທະຍົມ​ປາຍ. ແຕ່​ມັນ​ບໍ່​ໄດ້​ເປັນ​ແບບນັ້ນ​ເລີຍ! ຕະຫຼອດ​ຫຼາຍ​ປີ​ທີ່​ຜ່ານ​ມາ ສິ່ງ​ທີ່​ຊ່ວຍ​ຂ້ອຍ​ໄດ້​ຫຼາຍ​ກໍ​ຄື​ການ​ອ່ານ​ເລື່ອງ​ກ່ຽວກັບ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ທີ່​ອົດທົນ​ລໍ​ຖ້າ ເຊັ່ນ: ໂນອາ ອັບຣາຮາມ ໂຢເຊັບ ແລະ​ຄົນອື່ນໆ​ທີ່​ອົດທົນ​ລໍ​ຖ້າ​ຈົນ​ກວ່າ​ຈະ​ໄດ້​ເຫັນ​ຄຳ​ສັນຍາ​ຂອງ​ພະເຢໂຫວາ​ສຳເລັດ​ເປັນຈິງ. ການ​ເຊື່ອ​ຢູ່​ສະເໝີ​ວ່າ​ຄຳ​ສັນຍາ​ຂອງ​ພະເຢໂຫວາ​ຈະ​ຕ້ອງ​ເປັນ​ຈິງ​ແນ່ນອນ ເຮັດ​ໃຫ້​ຂ້ອຍ​ກັບ​ພີ່ນ້ອງ​ຄົນ​ອື່ນໆ​ໝັ້ນໃຈ​ວ່າ​ໂລກໃໝ່​ໃກ້​ເຂົ້າ​ມາ​ແລ້ວ.” ຜູ້​ຮັບໃຊ້​ຄົນ​ອື່ນໆ​ຂອງ​ພະເຢໂຫວາ​ກໍ​ເຫັນດີ​ກັບ​ຄຳເວົ້າ​ນີ້!

18. ການ​ສັງເກດ​ສິ່ງ​ທີ່​ພະເຢໂຫວາ​ສ້າງ​ຊ່ວຍ​ເຮົາ​ແນວໃດ​ໃຫ້​ມີ​ຄວາມເຊື່ອ​ເຂັ້ມແຂງ​ຂຶ້ນ​ວ່າ​ໂລກໃໝ່​ຈະ​ມາ​ແນ່ນອນ?

18 ກໍ​ແມ່ນ​ຢູ່ວ່າ​ຕອນນີ້​ໂລກໃໝ່​ຍັງ​ບໍ່​ມາ. ແຕ່​ໃຫ້​ຄິດເຖິງ​ບາງ​ຢ່າງ​ທີ່​ເຮົາ​ເຫັນ​ໃນ​ຕອນນີ້​ກ່ອນ ເຊັ່ນ: ດວງດາວ​ຫຼາຍ​ດວງ​ທີ່​ຢູ່​ເທິງ​ຟ້າ ຕົ້ນໄມ້ ສັດ​ຕ່າງໆ​ລວມ​ເຖິງ​ມະນຸດ. ບໍ່​ມີ​ໃຜ​ສົງ​ໄສ​ວ່າ​ສິ່ງ​ທັງໝົດ​ນີ້​ເປັນ​ພຽງ​ພາບ​ລວງ​ຕາ​ຫຼື​ເປັນ​ສິ່ງ​ທີ່​ບໍ່​ມີ​ຢູ່​ແທ້ ເຖິງວ່າກ່ອນ​ໜ້າ​ນີ້​ສິ່ງ​ທັງໝົດ​ນີ້​ຍັງ​ບໍ່​ມີ. ແຕ່​ເມື່ອ​ພະເຢໂຫວາ​ສ້າງ ມັນ​ກໍ​ມີ​ຢູ່​ແທ້. (ປຖກ. 1:1, 26, 27) ຄ້າຍຄື​ກັນ ພະເຢໂຫວາ​ຕັ້ງໃຈ​ທີ່​ຈະ​ເຮັດ​ໃຫ້​ມີ​ໂລກໃໝ່ ແລະ​ເພິ່ນ​ຈະ​ເຮັດ​ໃຫ້​ເລື່ອງ​ນີ້​ເກີດ​ຂຶ້ນ​ແທ້​ແນ່ນອນ. ໃນ​ໂລກໃໝ່​ຜູ້ຄົນ​ຈະ​ມີ​ໂອກາດ​ໄດ້​ຊີວິດ​ຕະຫຼອດໄປ​ແລະ​ມີ​ສຸຂະພາບ​ທີ່​ດີ​ສົມບູນແບບ. ເມື່ອ​ຮອດ​ເວລາ​ທີ່​ພະເຢໂຫວາ​ກຳນົດ​ໄວ້ ໂລກໃໝ່​ກໍ​ຈະ​ເກີດ​ຂຶ້ນ​ແທ້​ຄື​ກັບ​ເອກະພົບ​ຫຼື​ສິ່ງ​ຕ່າງໆ​ທີ່​ຢູ່​ອ້ອມ​ໂຕ​ເຮົາ​ມີ​ຢູ່​ແທ້.—ອຊຢ. 65:17; ພນມ. 21:3, 4

19. ເຮົາ​ຈະ​ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ເຮົາ​ເຂັ້ມແຂງ​ຂຶ້ນ​ໄດ້​ແນວໃດ?

19 ຕອນນີ້​ໃຫ້​ເຮົາ​ໃຊ້​ທຸກ​ໂອກາດ​ທີ່​ເຮົາ​ມີ​ເພື່ອ​ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ເຮົາ​ເຂັ້ມແຂງ​ຂຶ້ນ​ໂດຍ​ເຫັນຄ່າ​ເລື່ອງ​ຄ່າໄຖ່ ຄິດເຖິງ​ພະລັງ​ອຳນາດ​ຂອງ​ພະເຈົ້າ ແລະ​ເຮັດ​ກິດຈະກຳ​ຂອງ​ຄລິດສະຕຽນ​ເປັນ​ປະຈຳ. ຖ້າ​ເຮົາ​ເຮັດ​ແບບ​ນີ້ ເຮົາ​ກໍ​ຈະ​ເປັນ​ໜຶ່ງ​ໃນ “ຄົນ​ທີ່​ໄດ້​ຮັບ​ສິ່ງ​ທີ່​ພະເຈົ້າ​ສັນຍາ​ເປັນ​ລາງວັນ​ເພາະ​ເຮົາ​ມີ​ຄວາມເຊື່ອ​ແລະ​ຄວາມ​ອົດທົນ.”—ຮຣ. 6:11, 12; ຣມ. 5:5

ເພງ 139 ນຶກພາບ​ເມື່ອ​ທຸກ​ສິ່ງ​ກາຍ​ເປັນ​ສິ່ງ​ໃໝ່

a ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ບໍ່​ເຊື່ອ​ໃນ​ຄຳ​ສັນຍາ​ໃນ​ຄຳພີ​ໄບເບິນ​ກ່ຽວກັບ​ໂລກໃໝ່. ເຂົາເຈົ້າ​ຄິດ​ວ່າ​ມັນ​ເປັນ​ພຽງ​ຄວາມ​ຝັນ ມັນ​ດີ​ເກີນ​ໄປ​ທີ່​ຈະ​ເປັນ​ຄວາມຈິງ. ແຕ່​ເຮົາ​ໝັ້ນໃຈ​ວ່າ​ຄຳ​ສັນຍາ​ຂອງ​ພະເຢໂຫວາ​ທຸກ​ຂໍ້​ຈະ​ເປັນ​ຈິງ​ແນ່ນອນ. ເພື່ອ​ທີ່​ເຮົາ​ທຸກ​ຄົນ​ຈະ​ໝັ້ນໃຈ​ເລື່ອງ​ນີ້​ໄດ້​ເຮົາ​ຕ້ອງ​ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ເຮົາ​ເຂັ້ມແຂງ​ຂຶ້ນ​ເລື້ອຍໆ. ເຮົາ​ຈະ​ເຮັດ​ແບບນັ້ນ​ໄດ້​ແນວໃດ? ໃນ​ບົດຄວາມ​ນີ້​ຈະ​ບອກ​ເຮົາ.

b ຊື່​ສົມ​ມຸດ

c ເຮົາ​ສາມາດ​ອ່ານ​ບົດຄວາມ​ກ່ຽວກັບ​ຄຳ​ພະຍາກອນ​ໃນ​ຄູ່​ມື​ຄົ້ນຄວ້າ​ສຳລັບ​ພະຍານ​ພະເຢໂຫວາ ປີ 2019 ໃນ​ຫົວຂໍ້ “ຄຳພີໄບເບິນ” ຫົວເລື່ອງ “ຄຳ​ພະຍາກອນ.” ຕົວ​ຢ່າງ​ເຊັ່ນ: ເບິ່ງ​ບົດຄວາມ​ທີ່​ຊື່​ວ່າ “ມີ​ໃຜ​ຮູ້​ອະນາຄົດ​ບໍ?” ໃນ​ຫໍສັງເກດການ​ສະບັບ 1 ພຶດສະພາ 2014 (ພາສາ​ໄທ)