ບົດຄວາມສຶກສາທີ 15
ເຮົາໄດ້ຮຽນຫຍັງຈາກການອັດສະຈັນຂອງພະເຢຊູ?
“ພະເຢຊູເດີນທາງໄປທຸກຫົນທຸກແຫ່ງເພື່ອເຮັດສິ່ງດີໆແລະປິ່ນປົວຄົນ.”—ກຈກ. 10:38
ເພງ 13 ພະຄລິດເປັນແບບຢ່າງຂອງເຮົາ
ໃຈຄວາມສຳຄັນ a
1. ຂໍໃຫ້ເລົ່າເຫດການຕອນທີ່ພະເຢຊູເຮັດການອັດສະຈັນເທື່ອທຳອິດ.
ລອງຄິດພາບເຫດການໜຶ່ງທີ່ເກີດຂຶ້ນໃນທ້າຍປີ ຄ.ສ 29 ຕອນທີ່ພະເຢຊູຫາກໍເລີ່ມຮັບໃຊ້ຢູ່ເທິງໂລກ. ຕອນນັ້ນ ພະເຢຊູກັບມາຣີແມ່ຂອງເພິ່ນແລະລູກສິດບາງຄົນຖືກເຊີນໃຫ້ໄປງານດອງໃນເມືອງການາເຊິ່ງຢູ່ທາງເໜືອຂອງເມືອງນາຊາເຣັດທີ່ເປັນບ້ານທີ່ພະເຢຊູເຕີບໃຫຍ່. ມາຣີຮັກແພງກັບຄອບຄົວຄູ່ບ່າວສາວຫຼາຍແລະເບິ່ງຄືວ່າມາຣີໄປຊ່ວຍຕ້ອນຮັບແຂກໃນງານດອງນັ້ນ. ແຕ່ກໍມີບັນຫາຢ່າງໜຶ່ງເກີດຂຶ້ນ ໃນລະຫວ່າງທີ່ມີການກິນລ້ຽງກັນເຊິ່ງອາດເຮັດໃຫ້ຄູ່ບ່າວສາວແລະຄອບຄົວຕ້ອງອັບອາຍຂາຍໜ້າ ເພາະເຫຼົ້າແວງໃກ້ຈະໝົດແລ້ວ. b ທີ່ເປັນແບບນີ້ອາດເປັນຍ້ອນມີແຂກມາຮ່ວມງານຫຼາຍກວ່າທີ່ເຂົາເຈົ້າຄິດໄວ້. ມາຣີກໍຮີບຟ້າວໄປຫາພະເຢຊູແລະບອກວ່າ: “ເຫຼົ້າແວງຂອງພວກເຂົາໝົດແລ້ວ.” (ຢຮ. 2:1-3) ພະເຢຊູເຮັດແນວໃດ? ເພິ່ນກໍເຮັດການອັດສະຈັນໂດຍປ່ຽນນ້ຳໃຫ້ເປັນ “ເຫຼົ້າແວງດີໆ.”—ຢຮ. 2:9, 10
2-3. (ກ) ພະເຢຊູເຮັດການອັດສະຈັນເພື່ອຫຍັງ? (ຂ) ເຮົາຈະເຮັດແນວໃດເພື່ອຈະໄດ້ປະໂຫຍດຈາກການອັດສະຈັນຂອງພະເຢຊູ?
2 ພະເຢຊູເຮັດການອັດສະຈັນອື່ນໆອີກຫຼາຍຢ່າງຕອນທີ່ເພິ່ນຮັບໃຊ້ຢູ່ເທິງໂລກ. c ການອັດສະຈັນທີ່ເພິ່ນເຮັດຊ່ວຍຜູ້ຄົນຫຼວງຫຼາຍແທ້ໆ ເຊັ່ນ: ເພິ່ນເຮັດການອັດສະຈັນລ້ຽງອາຫານຜູ້ຄົນສອງເທື່ອ. ເທື່ອທຳອິດ ຖ້ານັບແຕ່ຜູ້ຊາຍກໍມີ ເຖິງ 5.000 ຄົນ ແລະເທື່ອທີສອງກໍມີເຖິງ 4.000 ຄົນ. ສອງເທື່ອນີ້ມີຜູ້ຍິງແລະເດັກນ້ອຍຢູ່ນຳ ຖ້າລວມທັງໝົດອາດເປັນໄປໄດ້ວ່າພະເຢຊູລ້ຽງອາຫານຜູ້ຄົນຫຼາຍກວ່າ 27.000 ຄົນ. (ມທ. 14:15-21; 15:32-38) ແລະໃນການອັດສະຈັນທັງສອງເທື່ອນັ້ນ ພະເຢຊູຍັງໄດ້ປິ່ນປົວຄົນເຈັບອີກຫຼາຍຄົນ. (ມທ. 14:14; 15:30, 31) ລອງຄິດເບິ່ງວ່າຜູ້ຄົນຈະຮູ້ສຶກງຶດງໍ້ສ່ຳໃດທີ່ເຫັນພະເຢຊູປິ່ນປົວຄົນເຈັບແລະລ້ຽງອາຫານຄົນຈຳນວນຫຼາຍ!
3 ໃນທຸກມື້ນີ້ມີຫຼາຍຢ່າງທີ່ເຮົາຮຽນໄດ້ຈາກການອັດສະຈັນຂອງພະເຢຊູ. ເຮົາຈະມາເບິ່ງວ່າເຮົາໄດ້ບົດຮຽນຫຍັງຈາກການອັດສະຈັນທີ່ພະເຢຊູເຮັດ. ແລະເຮົາຈະເບິ່ງວ່າພະເຢຊູສະແດງຄວາມຖ່ອມແລະຄວາມເຫັນອົກເຫັນໃຈແນວໃດຕອນທີ່ເພິ່ນເຮັດການອັດສະຈັນ ແລະເຮົາຈະຮຽນແບບເພິ່ນໄດ້ແນວໃດ.
ບົດຮຽນກ່ຽວກັບພະເຢໂຫວາແລະພະເຢຊູຈາກການອັດສະຈັນ
4. ການອັດສະຈັນຂອງພະເຢຊູສອນເຮົາໃຫ້ຮູ້ກ່ຽວກັບໃຜ?
4 ການອັດສະຈັນຂອງພະເຢຊູບໍ່ໄດ້ສອນເຮົາກ່ຽວກັບພະເຢຊູເທົ່ານັ້ນ ແຕ່ສອນເຮົາກ່ຽວກັບພະເຢໂຫວາພໍ່ຂອງເພິ່ນນຳ. ຍ້ອນຫຍັງ? ພະເຢໂຫວາເປັນຜູ້ໃຫ້ພະລັງກັບພະເຢຊູເພື່ອເຮັດການອັດສະຈັນ. ກິດຈະການ 10:38 ບອກວ່າ: “ພະເຈົ້າໄດ້ເຈີມ [ພະເຢຊູ] ດ້ວຍພະລັງບໍລິສຸດແລະໃຫ້ລິດເດດແກ່ເພິ່ນ. ພະເຢຊູເດີນທາງໄປທຸກຫົນທຸກແຫ່ງເພື່ອເຮັດສິ່ງດີໆແລະປິ່ນປົວຄົນທີ່ທົນທຸກເພາະຖືກມານຮ້າຍຄອບງຳ ພະເຢຊູເຮັດແບບນີ້ໄດ້ກໍຍ້ອນພະເຈົ້າຢູ່ກັບເພິ່ນ.” ນອກຈາກນັ້ນ ທຸກຢ່າງທີ່ພະເຢຊູເວົ້າແລະເຮັດເຊິ່ງລວມເຖິງການອັດສະຈັນເຮັດໃຫ້ເຫັນວ່າ ພະເຢໂຫວາຄິດແລະຮູ້ສຶກແນວໃດ. (ຢຮ. 14:9) ໃຫ້ເຮົາມາເບິ່ງສາມຢ່າງທີ່ເຮົາຮຽນໄດ້ຈາກການອັດສະຈັນຂອງພະເຢຊູ.
5. ພະເຢຊູເຮັດການອັດສະຈັນຍ້ອນຫຍັງ? (ມັດທາຍ 20:30-34)
5 ຢ່າງທີໜຶ່ງ: ພະເຢຊູກັບພະເຢໂຫວາພໍ່ຂອງເພິ່ນຮັກເຮົາຫຼາຍ. ຕອນທີ່ພະເຢຊູຢູ່ເທິງໂລກ ເພິ່ນສະແດງໃຫ້ເຫັນວ່າເພິ່ນຮັກຜູ້ຄົນຫຼາຍໂດຍເຮັດການອັດສະຈັນເພື່ອຊ່ວຍຄົນທີ່ມີຄວາມທຸກ. ມີເທື່ອໜຶ່ງມີຜູ້ຊາຍຕາບອດສອງຄົນມາຂໍໃຫ້ພະເຢຊູຊ່ວຍ. (ອ່ານມັດທາຍ 20:30-34) ຄຳພີໄບເບິນບອກວ່າພະເຢຊູ “ຮູ້ສຶກອີ່ຕົນ.” ເພິ່ນກໍເລີຍປິ່ນປົວເຂົາເຈົ້າໃຫ້ຫາຍດີ. ຄຳກຣີກທີ່ແປວ່າ “ຮູ້ສຶກອີ່ຕົນ” ໃນຂໍ້ນີ້ສະແດງເຖິງຄວາມຮູ້ສຶກທີ່ເຫັນອົກເຫັນໃຈ ເປັນຄວາມຮູ້ສຶກທີ່ມາຈາກສ່ວນເລິກໆທີ່ຢູ່ພາຍໃນ. ຄວາມຮູ້ສຶກດຽວກັນນີ້ແຫຼະທີ່ເຮັດໃຫ້ພະເຢຊູລ້ຽງອາຫານຄົນທີ່ຫິວແລະປິ່ນປົວຜູ້ຊາຍຄົນໜຶ່ງທີ່ເປັນຂີ້ທູດ ເຊິ່ງສະແດງວ່າເພິ່ນຮັກເຂົາເຈົ້າຫຼາຍ. (ມທ. 15:32; ມຣກ. 1:41) ເລື່ອງນີ້ເຮັດໃຫ້ເຮົາຮູ້ວ່າພະເຢໂຫວາພະເຈົ້າທີ່ “ອີ່ດູສົງສານ” ແລະພະເຢຊູຮັກເຮົາຫຼາຍແທ້ໆແລະຮູ້ສຶກເຈັບປວດທຸກເທື່ອເມື່ອເຫັນເຮົາເຈິຄວາມທຸກລຳບາກ. (ລກ. 1:78; 1ປຕ. 5:7) ເພິ່ນທັງສອງຕ້ອງຢາກກຳຈັດຄວາມທຸກໃຫ້ໝົດໄປຈາກໂລກນີ້ແທ້ໆ!
6. ພະເຢໂຫວາໃຫ້ອຳນາດກັບພະເຢຊູເພື່ອເຮັດຫຍັງ?
6 ຢ່າງທີສອງ: ພະເຢໂຫວາໃຫ້ອຳນາດກັບພະເຢຊູຈັດການກັບບັນຫາທຸກຢ່າງທີ່ມະນຸດເຈິ. ການອັດສະຈັນທີ່ພະເຢຊູເຮັດ ເຮັດໃຫ້ເຫັນວ່າເພິ່ນມີອຳນາດທີ່ຈະແກ້ໄຂບັນຫາທຸກຢ່າງທີ່ມະນຸດເຮົາບໍ່ສາມາດຈັດການດ້ວຍໂຕເອງໄດ້ ເຊັ່ນ: ພະເຢຊູມີອຳນາດທີ່ຈະກຳຈັດຕົ້ນເຫດຂອງບັນຫາທັງໝົດ ເຊິ່ງກໍຄືບາບແລະຜົນທີ່ເກີດຂຶ້ນຈາກບາບ ບໍ່ວ່າຈະເປັນຄວາມເຈັບປ່ວຍແລະຄວາມຕາຍ. (ມທ. 9:1-6; ຣມ. 5:12, 18, 19) ການອັດສະຈັນທີ່ພະເຢຊູເຮັດພິສູດວ່າເພິ່ນສາມາດປິ່ນປົວພະຍາດ “ທຸກຊະນິດ” ໄດ້ ແລະປຸກຄົນຕາຍໃຫ້ຟື້ນຄືນມາ. (ມທ. 4:23; ຢຮ. 11:43, 44) ເພິ່ນຍັງມີອຳນາດທີ່ຈະຄວບຄຸມພາຍຸ ຂັບໄລ່ປີສາດໄດ້. (ມຣກ. 4:37-39; ລກ. 8:2) ເມື່ອເຫັນວ່າພະເຢໂຫວາໃຫ້ອຳນາດແບບນີ້ກັບພະເຢຊູ ເຮັດໃຫ້ເຮົາຮູ້ສຶກໄດ້ກຳລັງໃຈແທ້ໆ!
7-8. (ກ) ການອັດສະຈັນຂອງພະເຢຊູເຮັດໃຫ້ເຮົາໝັ້ນໃຈໃນເລື່ອງຫຍັງ? (ຂ) ການອັດສະຈັນໃດທີ່ເຈົ້າຢາກເຫັນຫຼາຍທີ່ສຸດໃນໂລກໃໝ່ທີ່ກຳລັງຈະມາຮອດ?
7 ຢ່າງທີສາມ: ເຮົາໝັ້ນໃຈໄດ້ວ່າການປົກຄອງຂອງພະເຈົ້າຈະເຮັດໃຫ້ຄຳສັນຍາເກີດຂຶ້ນແທ້. ການອັດສະຈັນຂອງພະເຢຊູເຮັດໃຫ້ເຮົາຮູ້ວ່າເພິ່ນຈະເຮັດສິ່ງທີ່ຍິ່ງໃຫຍ່ກວ່ານັ້ນຕອນທີ່ເພິ່ນເປັນກະສັດປົກຄອງໂລກນີ້. ໃຫ້ເຮົາລອງຄິດເບິ່ງວ່າຕອນນັ້ນຈະເປັນແນວໃດ. ເຮົາຈະມີສຸຂະພາບແຂງແຮງສົມບູນແບບ ເພາະພະເຢຊູຈະກຳຈັດຄວາມເຈັບປ່ວຍທຸກຢ່າງ ແລະຈະບໍ່ມີໃຜຕ້ອງພິການອີກຕໍ່ໄປ. (ອຊຢ. 33:24; 35:5, 6; ພນມ. 21:3, 4) ແລະໃນຕອນນັ້ນ ເຮົາບໍ່ຕ້ອງອຶດຢາກຫຼືບໍ່ຕ້ອງເຈິໄພທຳມະຊາດອີກເລີຍ. (ອຊຢ. 25:6; ມຣກ. 4:41) ເຮົາຈະມີຄວາມສຸກຫຼາຍທີ່ໄດ້ຕ້ອນຮັບຄົນທີ່ເຮົາຮັກທີ່ຟື້ນຄືນມາຈາກຕາຍ. ເຂົາເຈົ້າຈະຖືກເອີ້ນອອກມາຈາກ “ອຸໂມງຝັງສົບ.” (ຢຮ. 5:28, 29) ແລ້ວເຈົ້າເດ ການອັດສະຈັນໃດທີ່ເຈົ້າຢາກເຫັນຫຼາຍທີ່ສຸດໃນໂລກໃໝ່ທີ່ກຳລັງຈະມາຮອດ?
8 ຕອນທີ່ພະເຢຊູເຮັດການອັດສະຈັນ ເຮົາເຫັນວ່າເພິ່ນຖ່ອມແລະເຫັນອົກເຫັນໃຈຜູ້ຄົນຫຼາຍ. ຄຸນລັກສະນະສອງຢ່າງນີ້ເປັນສິ່ງທີ່ເຮົາຄວນຮຽນແບບ. ເຮົາຈະມາເບິ່ງການອັດສະຈັນສອງເທື່ອທີ່ພະເຢຊູເຮັດ ເຊິ່ງການອັດສະຈັນເທື່ອທຳອິດແມ່ນຢູ່ໃນງານດອງທີ່ເມືອງການາ.
ບົດຮຽນກ່ຽວກັບຄວາມຖ່ອມ
9. ເປັນຫຍັງພະເຢຊູຈຶ່ງເຮັດການອັດສະຈັນໃນງານດອງ? (ໂຢຮັນ 2:6-10)
9 ອ່ານໂຢຮັນ 2:6-10. ຕອນທີ່ເຫຼົ້າແວງໃນງານດອງໃກ້ຈະໝົດແລ້ວ. ມັນເປັນໜ້າທີ່ຂອງພະເຢຊູບໍທີ່ຈະຕ້ອງ ຈັດການເລື່ອງນີ້? ບໍ່ແມ່ນ. ບໍ່ມີຄຳພະຍາກອນຂໍ້ໃດບອກວ່າເມຊີອາຈະຕ້ອງເຮັດການອັດສະຈັນເພື່ອໃຫ້ມີເຫຼົ້າແວງ. ແຕ່ໃຫ້ລອງຄິດເບິ່ງວ່າ ຖ້າເປັນງານດອງຂອງເຈົ້າເອງແລ້ວເຄື່ອງດື່ມໝົດ ເຈົ້າຈະຮູ້ສຶກແນວໃດ? ພະເຢຊູຄືຊິເຂົ້າໃຈຄວາມຮູ້ສຶກຂອງເຈົ້າບ່າວເຈົ້າສາວແລະຄອບຄົວຂອງເຂົາເຈົ້າ. ເພິ່ນບໍ່ຢາກໃຫ້ເຂົາເຈົ້າຕ້ອງອັບອາຍ. ເພິ່ນໄດ້ເຮັດການອັດສະຈັນໂດຍປ່ຽນນ້ຳໃຫ້ກາຍເປັນເຫຼົ້າແວງຢ່າງດີປະມານ 390 ລິດ. ທີ່ພະເຢຊູເຮັດໃຫ້ມີເຫຼົ້າແວງຫຼາຍຂະໜາດນີ້ກໍອາດຈະເພື່ອໃຫ້ເຈົ້າບ່າວເຈົ້າສາວໄວ້ໃຊ້ໃນວັນຂ້າງໜ້າຫຼືໃຫ້ເຂົາເຈົ້າເອົາໄວ້ຂາຍ. ເມື່ອເຈົ້າບ່າວເຈົ້າສາວໄດ້ເຫັນການອັດສະຈັນຂອງພະເຢຊູ ເຂົາເຈົ້າກໍຄົງຮູ້ສຶກໂລ່ງໃຈຫຼາຍແທ້ໆ!
10. ໃນໂຢຮັນບົດ 2 ເຮົາໄດ້ຮຽນລາຍລະອຽດຫຍັງທີ່ໜ້າສົນໃຈ? (ເບິ່ງຮູບພາບ)
10 ໃຫ້ເຮົາມາເບິ່ງລາຍລະອຽດກ່ຽວກັບເລື່ອງນີ້ທີ່ບັນທຶກໃນໂຢຮັນບົດ 2. ຂໍເຈົ້າສັງເກດວ່າພະເຢຊູບໍ່ໄດ້ເປັນຄົນເອົານ້ຳໃສ່ໃນໂອ່ງຫີນ ແຕ່ເພິ່ນບອກໃຫ້ຄົນຮັບໃຊ້ເຮັດ ເພື່ອບໍ່ໃຫ້ຄົນອື່ນສົນໃຈທີ່ຕົວເພິ່ນ. (ຂໍ້ 6, 7) ແລະຫຼັງຈາກທີ່ເພິ່ນປ່ຽນນ້ຳເປັນເຫຼົ້າແວງແລ້ວ ເພິ່ນກໍບໍ່ໄດ້ເປັນຄົນເອົາເຫຼົ້າແວງໄປໃຫ້ຜູ້ເບິ່ງແຍງງານລ້ຽງດ້ວຍໂຕເອງ ແຕ່ເພິ່ນບອກໃຫ້ພວກຄົນຮັບໃຊ້ເຮັດ. (ຂໍ້ 8) ແລະເພິ່ນກໍບໍ່ໄດ້ຖືເຫຼົ້າແວງໄປຕໍ່ໜ້າແຂກທຸກຄົນແລະໂອ້ອວດວ່າ ‘ຊີມເບິ່ງແມ້ ນີ້ແມ່ນສີມືຂ້ອຍເອງ!’
11. ເຮົາໄດ້ຮຽນຫຍັງຈາກການອັດສະຈັນຂອງພະເຢຊູ?
11 ເຮົາໄດ້ຮຽນຫຍັງຈາກການອັດສະຈັນທີ່ພະເຢຊູປ່ຽນນ້ຳເປັນເຫຼົ້າແວງ? ເຮົາໄດ້ຮຽນເລື່ອງຄວາມຖ່ອມ. ພະເຢຊູບໍ່ໄດ້ໂອ້ອວດວ່າເພິ່ນເຮັດການອັດສະຈັນນີ້ ແຕ່ທີ່ຈິງເພິ່ນບໍ່ເຄີຍໂອ້ອວດຄວາມສຳເລັດຂອງຕົວເອງເລີຍ. ແຕ່ກົງກັນຂ້າມ ເພິ່ນຖ່ອມແລະສັນລະເສີນພະເຢໂຫວາສະເໝີແລະບອກວ່າພະເຢໂຫວາເປັນຜູ້ທີ່ຊ່ວຍໃຫ້ເພິ່ນສາມາດເຮັດສິ່ງນີ້ໄດ້. (ຢຮ. 5:19, 30; 8:28) ຖ້າເຮົາຮຽນແບບພະເຢຊູໂດຍເປັນຄົນຖ່ອມເຮົາກໍຈະບໍ່ໂອ້ອວດຄວາມສຳເລັດຂອງເຮົາ ແລະບໍ່ວ່າເຮົາຈະເຮັດວຽກຮັບໃຊ້ພະເຢໂຫວາໃນຮູບແບບໃດ ເຮົາກໍບໍ່ຄວນອວດກ່ຽວກັບໂຕເອງ ແຕ່ໃຫ້ເຮົາອວດເລື່ອງຂອງພະເຢໂຫວາພະເຈົ້າທີ່ໃຫ້ເຮົາມີສິດທິພິເສດໄດ້ຮັບໃຊ້ເພິ່ນ. (ຢເຣ. 9:23, 24) ໃຫ້ເຮົາຍ້ອງຍໍສັນລະເສີນພະເຢໂຫວາ ເພາະແທ້ໆແລ້ວຖ້າເພິ່ນບໍ່ຊ່ວຍເຮົາ ເຮົາກໍບໍ່ສາມາດເຮັດສິ່ງດີໆໄດ້ສຳເລັດ.—1ກຣ. 1:26-31
12. ອີກຢ່າງໜຶ່ງທີ່ເຮົາຈະຮຽນແບບຄວາມຖ່ອມຂອງພະເຢຊູແມ່ນຫຍັງ? ຂໍໃຫ້ຍົກຕົວຢ່າງ.
12 ຍັງມີອີກຢ່າງໜຶ່ງທີ່ເຮົາຈະຮຽນແບບຄວາມຖ່ອມຂອງພະເຢຊູໄດ້. ຂໍໃຫ້ເຮົາຄິດເຖິງຕົວຢ່າງຂອງຜູ້ດູແລຄົນໜຶ່ງທີ່ໃຊ້ເວລາຫຼາຍເພື່ອຊ່ວຍຜູ້ຊ່ວຍວຽກຮັບໃຊ້ທີ່ເປັນໄວລຸ້ນໃຫ້ກຽມຄຳບັນຍາຍສາທາລະນະເທື່ອທຳອິດ. ພີ່ນ້ອງຊາຍຄົນນັ້ນກໍເລີຍບັນຍາຍໄດ້ດີ ແລະພີ່ນ້ອງທຸກຄົນໃນປະຊາຄົມກໍມັກຄຳບັນຍາຍຂອງລາວ. ຫຼັງຈາກການປະຊຸມຈົບ ພີ່ນ້ອງຫຼາຍຄົນກໍມາເວົ້າກັບຜູ້ດູແລວ່າ ‘ພີ່ນ້ອງຄົນນັ້ນບັນຍາຍໄດ້ດີຫຼາຍ.’ ຜູ້ດູແລຄົນນັ້ນຈະບອກບໍວ່າ: ‘ກໍແມ່ນ ເພາະຂ້ອຍໄດ້ຊ່ວຍລາວ’ ຫຼືລາວຈະເວົ້າດ້ວຍຄວາມຖ່ອມວ່າ ‘ແມ່ນ ລາວບັນຍາຍໄດ້ດີຫຼາຍ’? ຖ້າເຮົາຖ່ອມ ເຮົາຈະບໍ່ຖືວ່າທີ່ຄົນອື່ນເຮັດອັນໃດໄດ້ດີເປັນເພາະເຮົາຊ່ວຍລາວ ແຕ່ເຮົາຮູ້ວ່າພະເຢໂຫວາເຫັນສິ່ງທີ່ເຮົາເຮັດ ແລະພະອົງກໍເຫັນຄ່າ. (ສົມທຽບກັບມັດທາຍ 6:2-4; ຮຣ. 13:16) ຖ້າເຮົາຮຽນແບບພະເຢຊູໃນເລື່ອງຄວາມຖ່ອມ ພະເຢໂຫວາກໍຈະພໍໃຈເຮົາ.—1ປຕ. 5:6
ບົດຮຽນກ່ຽວກັບຄວາມເຫັນອົກເຫັນໃຈ
13. ຕອນທີ່ພະເຢຊູໃກ້ຈະຮອດເມືອງນາອິນ ເພິ່ນເຫັນຫຍັງແລະເພິ່ນໄດ້ເຮັດຫຍັງ? (ລູກາ 7:11-15)
13 ອ່ານລູກາ 7:11-15. ຂໍໃຫ້ຄິດເຖິງເຫດການນີ້ ເຊິ່ງເກີດຂຶ້ນໃນຊ່ວງທີ່ພະເຢຊູຮັບໃຊ້ໄດ້ປະມານປີເຄິ່ງແລ້ວ. ເພິ່ນກຳລັງເດີນທາງໄປທີ່ເມືອງນາອິນເຊິ່ງເປັນເມືອງໜຶ່ງໃນແຂວງຄາລີເລແລະຢູ່ບໍ່ໄກຈາກເມືອງຊູເນມ ເຊິ່ງເປັນບ່ອນດຽວກັນກັບທີ່ຜູ້ພະຍາກອນເອລີຊາປຸກລູກຊາຍຂອງຜູ້ຍິງຄົນໜຶ່ງໃຫ້ຟື້ນຄືນມາຈາກ ຕາຍເມື່ອປະມານ 900 ປີກ່ອນ. (2ກສ. 4:32-37) ຕອນທີ່ພະເຢຊູໃກ້ຈະຮອດປະຕູເມືອງນາອິນ ມີຂະບວນແຫ່ສົບຍ່າງສວນທາງອອກມາ. ບັນຍາກາດໃນຕອນນັ້ນໂສກເສົ້າຫຼາຍ ເພາະຜູ້ຊາຍທີ່ຕາຍເປັນລູກຊາຍຄົນດຽວຂອງແມ່ໝ້າຍ. ມີຫຼາຍຄົນຈາກເມືອງນັ້ນຍ່າງມາກັບແມ່ໝ້າຍ. ພະເຢຊູກໍຍ່າງເຂົ້າໄປຫາຄົນກຸ່ມນີ້ແລະເຮັດການອັດສະຈັນເພື່ອແມ່ໝ້າຍທີ່ຫົວໃຈແຕກສະຫຼາຍ. ເພິ່ນປຸກລູກຊາຍຂອງລາວໃຫ້ຟື້ນຄືນມາຈາກຕາຍ! ນີ້ເປັນເທື່ອທຳອິດຂອງສາມເທື່ອທີ່ພະເຢຊູປຸກຄົນຕາຍໃຫ້ຟື້ນຄືນມາເຊິ່ງບັນທຶກໄວ້ໃນປຶ້ມຂ່າວດີກ່ຽວກັບຊີວິດຂອງພະເຢຊູ.
14. ໃນລູກາບົດ 7 ເຮົາໄດ້ຮຽນລາຍລະອຽດຫຍັງທີ່ໜ້າສົນໃຈ? (ເບິ່ງຮູບພາບ)
14 ໃຫ້ເຮົາມາເບິ່ງລາຍລະອຽດທີ່ໜ້າສົນໃຈກ່ຽວກັບເຫດການທີ່ຢູ່ໃນລູກາບົດ 7. ພະເຢຊູ “ເຫັນ” ແມ່ໝ້າຍຄົນນີ້ກຳລັງເສຍໃຈຫຼາຍ. ເພິ່ນເລີຍ “ຮູ້ສຶກອີ່ຕົນ” ລາວ. (ຂໍ້ 13) ເພິ່ນອາດສັງເກດເຫັນວ່າລາວຮ້ອງໄຫ້ຕອນທີ່ຍ່າງນຳໜ້າສົບລູກຊາຍຂອງລາວ. ເພິ່ນຮູ້ສຶກອີ່ຕົນແລະເຫັນອົກເຫັນໃຈລາວຫຼາຍ. ແຕ່ພະເຢຊູບໍ່ພຽງແຕ່ຮູ້ສຶກ ອີ່ຕົນເທົ່ານັ້ນ ແຕ່ເພິ່ນເຮັດໃຫ້ເຫັນ ວ່າເພິ່ນເຂົ້າໃຈຄວາມຮູ້ສຶກຂອງລາວແທ້ໆ. ເພິ່ນເຂົ້າໄປລົມກັບລາວດ້ວຍນ້ຳສຽງອ່ອນໂຍນວ່າ: “ຢ່າຮ້ອງໄຫ້ເລີຍ.” ແລ້ວເພິ່ນກໍລົງມືເຮັດບາງຢ່າງເພື່ອຊ່ວຍແມ່ໝ້າຍຄົນນີ້. ເພິ່ນປຸກລູກຊາຍຂອງລາວໃຫ້ຟື້ນຄືນມາຈາກຕາຍແລະ “ມອບລາວໃຫ້ແມ່.”—ຂໍ້ 14, 15
15. ເຮົາໄດ້ຮຽນຫຍັງຈາກການອັດສະຈັນຂອງພະເຢຊູ?
15 ເຮົາໄດ້ຮຽນຫຍັງຈາກທີ່ພະເຢຊູປຸກລູກຊາຍຂອງແມ່ໝ້າຍ? ເຮົາຄວນສະແດງຄວາມເຫັນອົກເຫັນໃຈຕໍ່ຄົນທີ່ກຳລັງໂສກເສົ້າເສຍໃຈ. ເຖິງເຮົາຈະປຸກຄົນໃຫ້ຟື້ນຄືນມາຈາກຕາຍແບບທີ່ພະເຢຊູເຮັດບໍ່ໄດ້ ແຕ່ເຮົາກໍຮຽນແບບເພິ່ນໄດ້ໂດຍເປັນຄົນຮູ້ຈັກສັງເກດ. ນອກຈາກນັ້ນ ເຮົາຄວນເປັນຝ່າຍເຂົ້າໄປເວົ້າແລະເຮັດບາງຢ່າງເພື່ອຊ່ວຍແລະປອບໃຈຄົນທີ່ກຳລັງໂສກເສົ້າ. d (ສຸພາ. 17:17; 2ກຣ. 1:3, 4; 1ປຕ. 3:8) ພຽງແຕ່ຄຳເວົ້າງ່າຍໆຫຼືການເຮັດສິ່ງເລັກໆນ້ອຍໆກໍອາດໃຫ້ກຳລັງໃຈເຂົາເຈົ້າໄດ້ຫຼາຍແທ້ໆ.
16. ໃນຮູບພາບເຫດການສົມມຸດ ເຈົ້າໄດ້ຮຽນຫຍັງຈາກປະສົບການຂອງພີ່ນ້ອງຍິງທີ່ລູກສາວຂອງລາວຫາກໍຕາຍ?
16 ໃຫ້ເຮົາມາເບິ່ງປະສົບການໜຶ່ງນຳກັນ. ຫຼາຍປີທີ່ແລ້ວຕອນທີ່ກຳລັງຮ້ອງເພງໃນການປະຊຸມ ພີ່ນ້ອງຍິງຄົນໜຶ່ງເຫັນພີ່ນ້ອງທີ່ນັ່ງໃກ້ໆກຳລັງຮ້ອງໄຫ້ເພາະລູກສາວຂອງລາວຫາກໍຕາຍ ແລະເພງນັ້ນກໍເວົ້າເຖິງການຄືນມາຈາກຕາຍ. ພີ່ນ້ອງຍິງຄົນນັ້ນໄດ້ຟ້າວໄປຢືນຂ້າງໆລາວ ກອດລາວ ແລະຮ້ອງເພງກັບລາວຈົນຈົບເພງ. ພີ່ນ້ອງຍິງທີ່ເປັນແມ່ເວົ້າໃຫ້ຟັງໃນພາຍຫຼັງວ່າ: “ຂ້ອຍຮູ້ສຶກວ່າພີ່ນ້ອງຮັກຂ້ອຍຫຼາຍແທ້ໆ.” ລາວດີໃຈຫຼາຍທີ່ໄດ້ມາປະຊຸມໃນມື້ນັ້ນ. ລາວບອກວ່າ: “ເຮົາຈະໄດ້ຮັບຄວາມຊ່ວຍເຫຼືອແທ້ໆເມື່ອເຮົາມາຫໍປະຊຸມ.” ເຮົາໝັ້ນໃຈໄດ້ວ່າພະເຢໂຫວາເຫັນທຸກຢ່າງທີ່ເຮົາເຮັດ. ເຖິງວ່າເຮົາອາດຈະໃຊ້ວິທີງ່າຍໆເພື່ອສະແດງຄວາມເຫັນອົກເຫັນໃຈຕໍ່ “ຄົນທີ່ຫົວໃຈແຕກສະຫຼາຍ” ແຕ່ພະເຢໂຫວາກໍເຫັນຄ່າສິ່ງທີ່ເຮົາເຮັດແນ່ນອນ.—ເພງ. 34:18, ລ.ມ.
ການສຶກສາຄົ້ນຄວ້າທີ່ເສີມຄວາມເຊື່ອ
17. ເຮົາໄດ້ຮຽນຫຍັງແດ່ຈາກບົດຄວາມນີ້?
17 ຖ້າເຮົາສຶກສາຄົ້ນຄວ້າເລື່ອງຂອງພະເຢຊູຕອນທີ່ເພິ່ນເຮັດການອັດສະຈັນ ເຮົາກໍຈະໄດ້ຮັບກຳລັງໃຈຫຼາຍແລະມີຄວາມເຊື່ອທີ່ເຂັ້ມແຂງຂຶ້ນ ຍ້ອນເລື່ອງເຫຼົ່ານັ້ນສອນເຮົາວ່າພະເຢໂຫວາແລະພະເຢຊູຮັກເຮົາຫຼາຍສ່ຳໃດ ແລະຍັງສອນເຮົາວ່າພະເຢຊູມີອຳນາດທີ່ຈະຈັດກັບບັນຫາທຸກຢ່າງຂອງມະນຸດ. ແລະຍັງຊ່ວຍເຮົາໃຫ້ໝັ້ນໃຈວ່າການປົກຄອງຂອງພະເຈົ້າຈະເຮັດໃຫ້ສິ່ງດີໆເກີດຂຶ້ນໃນໄວໆນີ້ແນ່ນອນ. ນອກຈາກນັ້ນ ຕອນທີ່ເຮົາອ່ານເລື່ອງເຫຼົ່ານີ້ ເຮົາອາດຈະຄິດໄປນຳວ່າເຮົາຈະຮຽນແບບຄຸນລັກສະນະຕ່າງໆຂອງພະເຢຊູໄດ້ແນວໃດ. ເປັນຫຍັງເຈົ້າບໍ່ລອງສຶກສາຄົ້ນຄວ້າເລື່ອງການອັດສະຈັນຂອງພະເຢຊູຕອນທີ່ສຶກສາສ່ວນຕົວຫຼືເຮັດການນະມັດສະການປະຈຳຄອບຄົວ? ລອງຄິດເບິ່ງວ່າເຈົ້າໄດ້ຮຽນຫຍັງແດ່ ຫຼັງຈາກນັ້ນກໍເລົ່າໃຫ້ຄົນອື່ນຟັງ. ຖ້າເຈົ້າເຮັດແບບນີ້ ທຸກຄົນຈະໄດ້ຮັບປະໂຫຍດແລະໄດ້ກຳລັງໃຈຫຼາຍແທ້ໆ!—ຣມ. 1:11, 12
18. ເຮົາຈະຮຽນຫຍັງໃນບົດຄວາມຕໍ່ໄປ?
18 ໃນຕອນທ້າຍໆທີ່ພະເຢຊູຮັບໃຊ້ຢູ່ເທິງໂລກນີ້ ເພິ່ນໄດ້ປຸກຄົນໃຫ້ຄືນມາຈາກຕາຍອີກເທື່ອໜຶ່ງ. ເທື່ອນີ້ເປັນເທື່ອທີສາມແລະເປັນເທື່ອສຸດທ້າຍທີ່ພະເຢຊູເຮັດເຊິ່ງບັນທຶກໄວ້ໃນຄຳພີໄບເບິນ. ແຕ່ເທື່ອນີ້ແຕກຕ່າງຈາກທຸກເທື່ອທີ່ເພິ່ນເຮັດ ເພາະເພິ່ນໄດ້ປຸກໝູ່ຮັກຂອງເພິ່ນເອງເຊິ່ງຕາຍມາໄດ້ສີ່ມື້ແລ້ວ. ໃນບົດຄວາມໜ້າເຮົາຈະມາເບິ່ງວ່າ ເຮົາຮຽນຫຍັງໄດ້ຈາກການອັດສະຈັນເທື່ອນີ້ ແລະເຮົາຈະໝັ້ນໃຈຫຼາຍຂຶ້ນໃນຄວາມຫວັງເລື່ອງການຄືນມາຈາກຕາຍໄດ້ແນວໃດ?
ເພງ 20 ພະອົງເສຍສະລະລູກຊາຍສຸດທີ່ຮັກ
a ພະເຢຊູເຮັດໃຫ້ພາຍຸສະຫງົບ ປິ່ນປົວຄົນປ່ວຍ ແລະປຸກຄົນຕາຍໃຫ້ຟື້ນຄືນມາ. ເມື່ອເຮົາອ່ານກ່ຽວກັບການອັດສະຈັນເຫຼົ່ານີ້ເຮັດໃຫ້ເຮົາຮູ້ສຶກຕື່ນເຕັ້ນແທ້ໆ! ເລື່ອງເຫຼົ່ານີ້ບໍ່ໄດ້ຂຽນຂຶ້ນມາໄວ້ເພື່ອໃຫ້ເຮົາອ່ານມ່ວນໆເທົ່ານັ້ນ ແຕ່ຂຽນຂຶ້ນມາເພື່ອສອນເຮົາ. ໃນບົດຄວາມນີ້ເຮົາຈະມາເບິ່ງການອັດສະຈັນບາງຢ່າງທີ່ພະເຢຊູເຮັດທີ່ສອນເຮົາໃຫ້ຮູ້ກ່ຽວກັບພະເຢໂຫວາແລະພະເຢຊູ ເຊິ່ງຈະຊ່ວຍເຮົາໃຫ້ມີຄວາມເຊື່ອທີ່ເຂັ້ມແຂງຫຼາຍຂຶ້ນ. ແລະເຮົາຈະມາເບິ່ງຄຸນລັກສະນະບາງຢ່າງທີ່ເຮົາຮຽນແບບໄດ້.
b ນັກວິຊາການດ້ານຄຳພີໄບເບິນບອກວ່າ: “ຢູ່ແຖວຕາເວັນອອກ ການຕ້ອນຮັບແຂກເປັນໜ້າທີ່ທີ່ສຳຄັນຫຼາຍ. ເຈົ້າຂອງເຮືອນຫຼືເຈົ້າພາບງານຕ້ອງເບິ່ງແຍງແຂກຢ່າງດີແລະໃຫ້ແບບເອື້ອເຟື້ອ ແລະໂດຍສະເພາະໃນງານດອງ ເຈົ້າພາບທີ່ດີຕ້ອງຈັດອາຫານແລະເຄື່ອງດື່ມໃຫ້ກັບແຂກແບບບໍ່ອັ້ນ.”
c ປຶ້ມຂ່າວດີກ່ຽວກັບຊີວິດຂອງພະເຢຊູເວົ້າເຖິງການອັດສະຈັນທີ່ພະເຢຊູເຮັດຫຼາຍກວ່າ 30 ເທື່ອ. ແລະບາງເທື່ອເພິ່ນກໍເຮັດການອັດສະຈັນຫຼາຍຢ່າງໃນເຫດການດຽວກັນ ເຊັ່ນ: ມີເທື່ອໜຶ່ງທີ່ “ຄົນໝົດເມືອງ” ມາຫາພະເຢຊູ ເພິ່ນ “ຈຶ່ງປິ່ນປົວຄົນຈຳນວນຫຼາຍທີ່ເຈັບປ່ວຍ.”—ມຣກ. 1:32-34
d ເຈົ້າອາດເບິ່ງຄຳແນະນຳວ່າຈະເວົ້າແນວໃດຫຼືເຮັດແນວໃດເພື່ອໃຫ້ກຳລັງໃຈຄົນທີ່ໂສກເສົ້າເສຍໃຈໄດ້ຈາກບົດຄວາມທີ່ຊື່ວ່າ “ປອບໂຍນຜູ້ສູນເສຍຜູ້ເປັນທີ່ຮັກຢ່າງທີ່ພະເຢຊູເຮັດ” ໃນຫໍສັງເກດການສະບັບ 1 ພະຈິກ 2010 (ພາສາໄທ).
e ຄຳອະທິບາຍຮູບພາບ: ເຈົ້າບ່າວເຈົ້າສາວກັບແຂກມີຄວາມສຸກກັບການກິນເຫຼົ້າແວງດີໆແລະພະເຢຊູກໍຢືນເບິ່ງຢູ່ບໍ່ໄກ.