ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຄວາມ​ສຶກສາ​ທີ 18

​ໃຫ້​ກຳລັງໃຈ​ກັນ​ໃນ​ການ​ປະຊຸມ​ປະຈຳ​ປະຊາຄົມ

​ໃຫ້​ກຳລັງໃຈ​ກັນ​ໃນ​ການ​ປະຊຸມ​ປະຈຳ​ປະຊາຄົມ

“ໃຫ້​ພວກ​ເຮົາ​ສົນໃຈ​ກັນ . . . ໃຫ້​ກຳລັງໃຈ​ກັນ.”—ຮຣ. 10:24, 25

ເພງ 88 ຂໍ​ໃຫ້​ເຮົາ​ຮູ້​ທາງ​ຂອງ​ພະອົງ

ໃຈ​ຄວາມ​ສຳຄັນ a

1. ເປັນຫຍັງ​ເຮົາ​ຈຶ່ງ​ອອກ​ຄວາມຄິດ​ເຫັນ​ຢູ່​ການ​ປະຊຸມ​ປະຈຳ​ປະຊາຄົມ?

 ເປັນຫຍັງ​ເຮົາ​ຈຶ່ງ​ເຂົ້າຮ່ວມ​ການ​ປະຊຸມ​ປະຈຳ​ປະຊາຄົມ? ເຫດຜົນ​ທີ່​ສຳຄັນ​ຢ່າງ​ໜຶ່ງ​ກໍ​ຄື​ເພື່ອ​ສັນລະເສີນ​ພະເຢໂຫວາ. (ເພງ. 26:12; 111:1) ນອກຈາກນັ້ນ ການ​ເຂົ້າຮ່ວມ​ການ​ປະຊຸມ​ປະຈຳ​ປະຊາຄົມ​ຈະ​ເຮັດ​ໃຫ້​ເຮົາ​ມີ​ໂອກາດ​ໄດ້​ໃຫ້​ກຳລັງໃຈ​ກັນ​ໃນ​ສະໄໝ​ທີ່​ຍາກ​ລຳບາກ​ແບບ​ນີ້. (1ທຊ. 5:11) ແລະ​ເມື່ອ​ເຮົາ​ອອກ​ຄວາມຄິດ​ເຫັນ ມັນ​ກໍ​ແຮ່ງ​ຈະ​ເຮັດ​ໃຫ້​ເຮົາ​ມີ​ໂອກາດ​ໄດ້​ສັນລະເສີນ​ພະເຢໂຫວາ​ແລະ​ເຮັດ​ໃຫ້​ຄົນອື່ນ​ໄດ້​ກຳລັງໃຈ.

2. ເຮົາ​ມີ​ໂອກາດ​ໃດ​ແດ່​ທີ່​ຈະ​ອອກ​ຄວາມຄິດ​ເຫັນ​ໃນ​ການ​ປະຊຸມ​ປະຈຳ​ປະຊາຄົມ?

2 ທຸກ​ອາ​ທິດ​ເຮົາ​ມີ​ໂອກາດ​ອອກ​ຄວາມຄິດ​ເຫັນ​ໃນ​ການ​ປະຊຸມ ເຊັ່ນ: ໃນ​ການ​ປະຊຸມ​ທ້າຍ​ອາທິດ ເຮົາ​ມີ​ໂອກາດ​ໄດ້​ຕອບ​ໃນ​ສ່ວນ​ການສຶກສາ​ຫໍສັງເກດການ. ໃນ​ການ​ປະຊຸມ​ກາງ​ອາທິດ ເຮົາ​ມີ​ໂອກາດ​ໄດ້​ຕອບ​ໃນ​ສ່ວນ​ຄວາມ​ຮູ້​ທີ່​ມີຄ່າ​ຈາກ​ພະເຈົ້າ​ແລະ​ການສຶກສາ​ຄຳພີໄບເບິນ​ປະຈຳ​ປະຊາຄົມ​ລວມ​ເຖິງ​ສ່ວນ​ອື່ນໆ​ທີ່​ສາມາດ​ອອກ​ຄວາມຄິດ​ເຫັນ​ໄດ້.

3. ເປັນຫຍັງ​ຈຶ່ງ​ບໍ່​ງ່າຍ​ທີ່​ເຮົາ​ຈະ​ອອກ​ຄວາມຄິດ​ເຫັນ​ໃນ​ການ​ປະຊຸມ? ແລະ​ເຮັບເຣີ 10:24, 25 ຈະ​ຊ່ວຍ​ເຮົາ​ແນວໃດ?

3 ເຮົາ​ທຸກ​ຄົນ​ຢາກ​ສັນລະເສີນ​ພະເຢໂຫວາ​ແລະ​ເຮັດ​ໃຫ້​ພີ່ນ້ອງ​ໄດ້​ກຳລັງໃຈ. ແຕ່​ບາງເທື່ອ​ກໍ​ບໍ່​ງ່າຍ​ຍ້ອນ​ເຮົາ​ອາດ​ບໍ່​ກ້າ​ອອກ​ຄວາມຄິດ​ເຫັນ ຫຼື​ເມື່ອ​ເຮົາ​ຍົກ​ມື​ແຕ່​ພີ່ນ້ອງ​ທີ່​ນຳ​ສ່ວນ​ອາດ​ບໍ່​ໄດ້​ເອີ້ນ​ເຮົາ​ເລື້ອຍໆ​ຕາມ​ທີ່ເຮົາ​ຕ້ອງການ. ແລ້ວ​ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັບ​ມື​ກັບ​ບັນຫາ​ເຫຼົ່ານີ້? ຈົດໝາຍ​ຂອງ​ໂປໂລ​ທີ່​ຂຽນ​ເຖິງ​ຄົນ​ເຮັບເຣີ​ຈະ​ຊ່ວຍ​ເຮົາ​ໃຫ້​ໄດ້​ຮັບ​ຄຳຕອບ. ຕອນ​ທີ່​ໂປໂລ​ເວົ້າ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ປະຊຸມ ລາວ​ບອກ​ວ່າ​ເຮົາ​ຄວນ​ສົນໃຈ​ໄປ​ທີ່​ການ “ໃຫ້​ກຳລັງໃຈ​ກັນ.” (ອ່ານ​ເຮັບເຣີ 10:24, 25) ເມື່ອ​ເຮົາ​ຮູ້​ວ່າ​ພີ່ນ້ອງ​ຈະ​ໄດ້​ກຳລັງໃຈ​ເຖິງ​ວ່າ​ເຮົາ​ຈະ​ອອກ​ຄວາມຄິດ​ເຫັນ​ແບບ​ງ່າຍໆ​ມັນ​ກໍ​ເຮັດ​ໃຫ້​ເຮົາ​ກ້າຫານ​ຫຼາຍ​ຂຶ້ນ​ທີ່​ຈະ​ອອກ​ຄວາມຄິດ​ເຫັນ. ແລະ​ຖ້າ​ພີ່ນ້ອງ​ທີ່​ນຳ​ສ່ວນ​ບໍ່​ຄ່ອຍ​ເອີ້ນ​ເຮົາ ເຮົາ​ກໍ​ມີ​ຄວາມສຸກ​ທີ່​ຄົນອື່ນ​ສາມາດ​ອອກ​ຄວາມຄິດ​ເຫັນ​ໃນ​ການ​ປະຊຸມ.—1ປຕ. 3:8

4. ເຮົາ​ຈະ​ເບິ່ງ​ສາມ​ຈຸດ​ຫຍັງ​ແດ່​ໃນ​ບົດຄວາມ​ນີ້?

4 ໃນ​ບົດຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ ຖ້າ​ເຮົາ​ຢູ່​ໃນ​ປະຊາຄົມ​ນ້ອຍໆ ທີ່​ບໍ່​ຄ່ອຍ​ມີ​ຄົນ​ຕອບ ເຮົາ​ຈະ​ໃຫ້​ກຳລັງໃຈ​ກັນ​ໄດ້​ແນວໃດ. ແລະ​ຖ້າ​ເຮົາ​ຢູ່​ໃນ​ປະຊາຄົມ​ທີ່​ໃຫຍ່ ທີ່​ມີ​ຄົນ​ຍົກ​ມື​ຕອບ​ຫຼາຍ ເຮົາ​ຈະ​ໃຫ້​ກຳລັງໃຈ​ກັນ​ໄດ້​ແນວໃດ. ແລະ​ຈຸດ​ສຸດທ້າຍ​ເຮົາ​ຈະ​ມາ​ເບິ່ງ​ວ່າ ເຮົາ​ຈະ​ໃຫ້​ກຳລັງໃຈ​ຄົນອື່ນ​ໄດ້​ແນວໃດ​ຈາກ​ຄຳຕອບ ຂອງ​ເຮົາ.

ໃຫ້​ກຳລັງໃຈ​ກັນ​ໃນ​ປະຊາຄົມ​ນ້ອຍໆ​

5. ເຮົາ​ຈະ​ໃຫ້​ກຳລັງໃຈ​ກັນ​ໄດ້​ແນວໃດ​ຖ້າ​ເຮົາ​ຢູ່​ໃນ​ປະຊາຄົມ​ທີ່​ນ້ອຍໆ?

5 ຖ້າ​ເຮົາ​ຢູ່​ໃນ​ປະຊາຄົມ​ນ້ອຍໆ​ທີ່​ບໍ່​ຄ່ອຍ​ມີ​ຄົນ​ຫຼາຍ ຜູ້​ນຳ​ອາດຈະ​ຖ້າ​ໜ້ອຍ​ໜຶ່ງ​ກ່ອນ​ຈະ​ມີ​ຄົນ​ອອກ​ຄວາມຄິດ​ເຫັນ. ການ​ປະຊຸມ​ແບບ​ນີ້​ອາດຈະ​ໃຊ້​ເວລາ​ດົນ​ແລະ​ອາດຈະ​ເຮັດ​ໃຫ້​ຄົນ​ທີ່​ມາ​ຮ່ວມ​ການ​ປະຊຸມ​ບໍ່​ໄດ້​ຮັບ​ກຳລັງໃຈ. ແລ້ວ​ເຈົ້າ​ຈະ​ເຮັດ​ແນວໃດ​ໄດ້​ແດ່? ຂໍ​ໃຫ້​ເຈົ້າ​ພະຍາຍາມ​ຍົກ​ມື​ຕອບ​ເລື້ອຍໆ. ການ​ເຮັດ​ແບບ​ນີ້​ກໍ​ຈະ​ກະຕຸ້ນ​ຄົນອື່ນ​ໃຫ້​ຢາກ​ອອກ​ຄວາມຄິດ​ເຫັນ​ຫຼາຍ​ຂຶ້ນ.

6-7. ອັນ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ກ້າ​ອອກ​ຄວາມຄິດ​ເຫັນ​ຫຼາຍ​ຂຶ້ນ?

6 ແລ້ວ​ເຈົ້າ​ຈະ​ເຮັດ​ແນວໃດ​ຖ້າ​ເຈົ້າ​ບໍ່​ກ້າ​ອອກ​ຄວາມຄິດ​ເຫັນ? ຫຼາຍ​ຄົນ​ເຄີຍ​ເປັນ​ແບບ​ເຈົ້າ. ແຕ່​ເພື່ອ​ເຈົ້າ​ຈະ​ໃຫ້​ກຳລັງໃຈ​ພີ່ນ້ອງ​ຫຼາຍ​ຂຶ້ນ​ໄດ້ ລອງ​ຄິດ​ເບິ່ງ​ວ່າ​ມີ​ວິທີ​ຫຍັງ​ແດ່​ທີ່​ເຮັດ​ໃຫ້​ເຈົ້າ​ກ້າ​ອອກ​ຄວາມຄິດ​ເຫັນ​ຫຼາຍ​ຂຶ້ນ.

7 ຫໍສັງເກດການ​ b​ຫຼາຍ​ສະບັບ​ເຄີຍ​ມີ​ຄຳແນະນຳ​ທີ່​ເປັນ​ປະໂຫຍດ​ກ່ຽວກັບ​ເລື່ອງ​ນີ້ ເຊັ່ນ: ໃຫ້​ກຽມ​ການ​ປະຊຸມ​ຢ່າງ​ດີ. (ສຸພາ. 21:5) ຖ້າ​ເຈົ້າ​ເຂົ້າໃຈ​ເນື້ອ​ໃນ​ເປັນ​ຢ່າງ​ດີ ເຈົ້າ​ແຮ່ງ​ຈະ​ກ້າ​ຕອບ​ຫຼາຍ​ຂຶ້ນ. ນອກຈາກນັ້ນ ໃຫ້​ຕອບ​ສັ້ນໆ. (ສຸພາ. 15:23; 17:27) ການ​ຕອບ​ສັ້ນໆ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຢ້ານ​ໜ້ອຍ​ລົງ. ເຈົ້າ​ອາດຈະ​ຕອບ​ໜຶ່ງ​ຫຼື​ສອງ​ປະໂຫຍກ​ກໍ​ໄດ້. ຄຳຕອບ​ແບບ​ນີ້​ຈະ​ເຮັດ​ໃຫ້​ພີ່ນ້ອງ​ເຂົ້າໃຈ​ກວ່າ​ຄຳຕອບ​ແບບ​ຍາວໆ​ທີ່​ເນັ້ນ​ຫຼາຍ​ຈຸດ​ຫຼາຍ​ເກີນ​ໄປ. ຖ້າ​ເຈົ້າ​ຕອບ​ສັ້ນໆ​ເປັນ​ຄຳເວົ້າ​ຂອງ​ເຈົ້າ​ເອງ ກໍ​ສະແດງ​ວ່າ​ເຈົ້າ​ກຽມ​ໂຕ​ມາ​ຢ່າງ​ດີ​ແລະ​ເຂົ້າໃຈ​ເນື້ອ​ໃນ​ເປັນ​ຢ່າງ​ດີ​ຄື​ກັນ.

8. ພະເຢໂຫວາ​ຮູ້ສຶກ​ແນວໃດ​ທີ່​ເຈົ້າ​ພະຍາຍາມ​ຢ່າງ​ເຕັມທີ?

8 ສົມມຸດ​ວ່າ​ເຈົ້າ​ລອງ​ເຮັດ​ຕາມ​ຄຳແນະນຳ​ບາງ​ຢ່າງ​ແລ້ວ ແຕ່​ເຈົ້າ​ກໍ​ຍັງ​ບໍ່​ກ້າ​ທີ່​ຈະ​ຕອບ​ຫຼາຍ​ກວ່າ​ໜຶ່ງ​ຫຼື​ສອງ​ເທື່ອ​ເດ? ໃຫ້​ໝັ້ນໃຈ​ວ່າ​ພະເຢໂຫວາ​ເຫັນຄ່າ​ທີ່​ເຈົ້າ​ພະຍາຍາມ​ທີ່ສຸດ​ເທົ່າ​ທີ່​ເຈົ້າ​ຈະ​ເຮັດ​ໄດ້​ເພື່ອ​ຈະ​ອອກ​ຄວາມຄິດ​ເຫັນ. (ລກ. 21:1-4) ເພິ່ນ​ບໍ່​ໄດ້​ຂໍ​ໃຫ້​ເຈົ້າ​ເຮັດ​ສິ່ງ​ທີ່​ເກີນ​ຄວາມສາມາດ​ຂອງ​ເຈົ້າ. (ຟລປ. 4:5) ໃຫ້​ລອງ​ຄິດ​ເບິ່ງ​ວ່າ ເຈົ້າ​ຈະ​ເຮັດ​ໄດ້​ສ່ຳ​ໃດ ຕັ້ງ​ເປົ້າໝາຍ ແລະ​ອະທິດຖານ​ຂໍ​ໃຫ້​ເພິ່ນ​ຊ່ວຍ​ເຈົ້າ​ເພື່ອ​ຈະ​ບໍ່​ຕື່ນເຕັ້ນ​ຫຼາຍ​ເກີນ​ໄປ. ເປົ້າໝາຍ​ທຳອິດ​ຂອງ​ເຈົ້າ​ອາດຈະ​ເປັນ​ການ​ອອກ​ຄວາມຄິດ​ເຫັນ​ສັ້ນໆ​ໜຶ່ງ​ເທື່ອ.

ໃຫ້​ກຳລັງໃຈ​ກັນ​ໃນ​ປະຊາຄົມ​ໃຫຍ່

9. ໃນ​ປະຊາຄົມ​ທີ່​ໃຫຍ່ ເປັນຫຍັງ​ການ​ອອກ​ຄວາມຄິດ​ເຫັນ​ຈຶ່ງ​ບໍ່​ແມ່ນ​ເລື່ອງ​ງ່າຍ?

9 ຖ້າ​ເຈົ້າ​ຢູ່​ໃນ​ປະຊາຄົມ​ທີ່​ມີ​ຜູ້​ປະກາດ​ຫຼາຍ ເຈົ້າ​ກໍ​ອາດຈະ​ເຈິ​ກັບ​ບັນຫາ​ອີກ​ຢ່າງ​ໜຶ່ງ. ອາດ​ມີ​ພີ່ນ້ອງ​ຍົກ​ມື​ຫຼາຍ​ຈົນ​ເຮັດ​ໃຫ້​ເຈົ້າ​ບໍ່​ຄ່ອຍ​ໄດ້​ຕອບ. ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ຂອງ​ພີ່ນ້ອງ​ດານຽວ. c ລາວ​ມັກ​ອອກ​ຄວາມຄິດ​ເຫັນ​ຫຼາຍ​ຍ້ອນ​ຮູ້ສຶກ​ວ່າ ການ​ອອກ​ຄວາມຄິດ​ເຫັນ​ເປັນ​ຄື​ກັບ​ການ​ນະມັດສະການ​ພະເຢໂຫວາ ແລະ​ກໍ​ເປັນ​ວິທີ​ທີ່​ລາວ​ຈະ​ໄດ້​ໃຫ້​ກຳລັງໃຈ​ຄົນອື່ນ ແລະ​ເຮັດ​ໃຫ້​ຄວາມຈິງ​ໃນ​ຄຳພີໄບເບິນ​ເຂົ້າ​ເຖິງ​ຫົວໃຈ​ຂອງ​ລາວ. ແຕ່​ເມື່ອ​ລາວ​ຍ້າຍ​ໄປ​ຢູ່​ໃນ​ປະຊາຄົມ​ທີ່​ໃຫຍ່​ກວ່າ ລາວ​ກໍ​ໄດ້​ຕອບ​ໜ້ອຍ​ລົງ. ບາງເທື່ອ​ລາວ​ຍົກ​ມື​ຫຼາຍ​ຮອບ​ແຕ່​ກໍ​ບໍ່​ໄດ້​ຕອບ​ເລີຍ. ດານຽວ​ບອກ​ວ່າ “ຂ້ອຍ​ຮູ້ສຶກ​ທໍ້ໃຈ. ມັນ​ເປັນ​ຄື​ກັບ​ຂ້ອຍ​ບໍ່​ໄດ້​ຮັບ​ສິດທິພິເສດ​ເລີຍ. ແລະ​ເມື່ອ​ເຈິ​ແບບ​ນີ້​ເລື້ອຍໆ​ຂ້ອຍ​ກໍ​ອົດ​ຄິດ​ບໍ່​ໄດ້​ວ່າ ເຂົາເຈົ້າ​ຕັ້ງໃຈ​ບໍ່​ໃຫ້​ຂ້ອຍ​ອອກ​ຄວາມຄິດ​ເຫັນ​ບໍ?”

10. ອັນ​ໃດ​ຈະ​ຊ່ວຍ​ໃຫ້​ເຈົ້າ​ມີ​ໂອກາດ​ໄດ້​ຕອບ​ຫຼາຍ​ຂຶ້ນ?

10 ເຈົ້າ​ເຄີຍ​ຮູ້ສຶກ​ຄື​ດານຽວ​ບໍ? ຖ້າ​ແມ່ນ ເຈົ້າ​ກໍ​ອາດຈະ​ຮູ້ສຶກ​ຢາກ​ຍອມແພ້​ແລະ​ມີ​ແຕ່​ຢາກ​ນັ່ງ​ຟັງ​ຊື່ໆ. ແຕ່​ຂໍ​ຢ່າ​ເຊົາ​ອອກ​ຄວາມ​ພະຍາຍາມ​ທີ່​ຈະ​ອອກ​ຄວາມຄິດ​ເຫັນ. ແລ້ວ​ເຈົ້າ​ຈະ​ເຮັດ​ຫຍັງ​ໄດ້​ແດ່? ການ​ກຽມ​ຄຳຕອບ​ໄວ້​ຫຼາຍໆ​ຂໍ້​ໃນ​ແຕ່​ລະ​ສ່ວນ​ຂອງ​ການ​ປະຊຸມ​ຈະ​ເປັນ​ປະໂຫຍດ​ຫຼາຍ. ຖ້າ​ຂໍ້​ທຳອິດ​ຜູ້​ນຳ​ສ່ວນ​ບໍ່​ໄດ້​ເອີ້ນ​ເຈົ້າ ເຈົ້າ​ກໍ​ຍັງ​ມີ​ໂອກາດ​ຕອບ​ຂໍ້​ອື່ນໆ​ໄດ້. ຕອນ​ທີ່​ກຽມ​ຫໍສັງເກດການ​ໃຫ້​ເຈົ້າ​ລອງ​ຄິດ​ເບິ່ງ​ວ່າ ແຕ່​ລະ​ຂໍ້​ກ່ຽວຂ້ອງ​ກັນ​ແນວໃດ​ກັບ​ເລື່ອງ​ຫຼັກ​ຂອງ​ບົດຄວາມ. ຖ້າ​ເຮັດ​ແບບນັ້ນ ເຈົ້າ​ກໍ​ຈະ​ມີ​ຄວາມຄິດ​ເຫັນ​ດີໆ​ທີ່​ຈະ​ເອົາ​ມາ​ຕອບ. ນອກຈາກນັ້ນ ເຈົ້າ​ອາດ​ກຽມ​ຄຳຕອບ​ທີ່​ມີ​ຄຳສອນ​ເລິກ​ເຊິ່ງ ເຊິ່ງ​ອາດຈະ​ບໍ່​ຄ່ອຍ​ມີ​ໃຜ​ຕອບ. (1ກຣ. 2:10) ແຕ່​ຖ້າ​ເຈົ້າ​ເຮັດ​ຕາມ​ຄຳແນະນຳ​ເຫຼົ່ານີ້​ແລ້ວ ເຈົ້າ​ຍັງ​ບໍ່​ໄດ້​ຕອບ​ຈັກ​ເທື່ອ ເຈົ້າ​ຈະ​ເຮັດ​ແນວໃດ? ເຈົ້າ​ອາດຈະ​ເຂົ້າ​ໄປ​ຫາ​ຜູ້​ນຳ​ສ່ວນ​ກ່ອນ​ການ​ປະຊຸມ​ແລ້ວ​ບອກ​ລາວ​ວ່າ​ເຈົ້າ​ຢາກ​ຕອບ​ຂໍ້​ໃດ.

11. ຟີລິບປອຍ 2:4 ກະຕຸ້ນ​ເຮົາ​ໃຫ້​ເຮັດ​ຫຍັງ?

11 ອ່ານ​ຟີລິບປອຍ 2:4. ໂປໂລ​ສະໜັບສະໜູນ​ພີ່ນ້ອງ​ຄລິດສະຕຽນ​ໃຫ້​ເຫັນ​ແກ່​ຜົນ​ປະໂຫຍດ​ຂອງ​ຄົນອື່ນ​ນຳ. ແລ້ວ​ເຮົາ​ຈະ​ເອົາ​ຂໍ້​ນີ້​ມາ​ໃຊ້​ກັບ​ການ​ປະຊຸມ​ໄດ້​ແນວໃດ? ເຮົາ​ຕ້ອງ​ຈື່​ໄວ້​ວ່າ ພີ່ນ້ອງ​ຄົນອື່ນໆ​ໃນ​ປະຊາຄົມ​ກໍ​ຢາກ​ອອກ​ຄວາມຄິດ​ເຫັນ​ຄື​ກັນ.

ເວລາ​ທີ່​ເຮົາ​ລົມ​ກັບ​ໝູ່ ເຮົາ​ກໍ​ຢາກ​ໃຫ້​ໝູ່​ໄດ້​ເວົ້າ​ນຳ. ຄ້າຍ​ກັນ ເຮົາ​ກໍ​ຢາກ​ໃຫ້​ຄົນອື່ນ​ໄດ້​ອອກ​ຄວາມຄິດ​ເຫັນ​ຢູ່​ທີ່​ການ​ປະຊຸມ​ຄື​ກັນ. (ເບິ່ງ​ຂໍ້ 12)

12. ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ໃຫ້​ກຳລັງໃຈ​ກັນ​ໃນ​ການ​ປະຊຸມ​ແມ່ນ​ຫຍັງ? (ເບິ່ງ​ຮູບພາບ)

12 ລອງ​ຄິດ​ແບບ​ນີ້ ຕອນ​ທີ່​ເຈົ້າ​ລົມ​ກັບ​ໝູ່ ເຈົ້າ​ຈະ​ເວົ້າ​ຢູ່​ແຕ່​ຝ່າຍ​ດຽວ​ຈົນ​ໝູ່​ບໍ່​ມີ​ໂອກາດ​ໄດ້​ເວົ້າ​ບໍ? ເຈົ້າ​ຄື​ຊິ​ບໍ່​ຢາກ​ເຮັດ​ແບບນັ້ນ​ແນ່ນອນ. ເຈົ້າ​ຢາກ​ໃຫ້​ໝູ່​ໄດ້​ເວົ້າ​ນຳ. ໃນ​ການ​ປະຊຸມ​ກໍ​ຄື​ກັນ ເຮົາ​ຢາກ​ໃຫ້​ທຸກ​ຄົນ​ມີ​ໂອກາດ​ອອກ​ຄວາມຄິດ​ເຫັນ. ທີ່​ຈິງ ວິທີ​ທີ່​ດີ​ທີ່​ສຸດ​ຢ່າງ​ໜຶ່ງ​ທີ່​ເຮົາ​ຈະ​ໃຫ້​ກຳລັງໃຈ​ພີ່ນ້ອງ​ໄດ້​ກໍ​ຄື ໃຫ້​ໂອກາດ​ເຂົາເຈົ້າ​ເວົ້າ​ເຖິງ​ຄວາມເຊື່ອ​ຂອງ​ຕົວເອງ. (1ກຣ. 10:24) ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ​ວ່າ​ເຮົາ​ຈະ​ເຮັດ​ແບບນັ້ນ​ໄດ້​ແນວໃດ.

13.ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ໃຫ້​ພີ່ນ້ອງ​ຄົນອື່ນ​ມີ​ໂອກາດ​ອອກ​ຄວາມຄິດ​ເຫັນ​ຫຼາຍ​ຂຶ້ນ?

13 ຢ່າງ​ໜຶ່ງ​ທີ່​ເຮົາ​ເຮັດ​ໄດ້​ກໍ​ຄື ພະຍາຍາມ​ອອກ​ຄວາມຄິດ​ເຫັນ​ແບບ​ສັ້ນໆ ເພື່ອ​ຈະ​ໃຫ້​ຄົນອື່ນ​ມີ​ໂອກາດ​ໄດ້​ອອກ​ຄວາມຄິດ​ເຫັນ​ຫຼາຍ​ຂຶ້ນ. ຜູ້​ດູແລ​ກັບ​ພີ່ນ້ອງ​ທີ່​ມີ​ປະສົບການ​ຄວນ​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ເລື່ອງ​ນີ້. ເຖິງ​ວ່າ​ເຈົ້າ​ຈະ​ຕອບ​ສັ້ນໆ​ແຕ່​ກໍ​ພະຍາຍາມ​ຢ່າ​ຕອບ​ຫຼາຍ​ຈຸດ​ເກີນ​ໄປ. ຖ້າ​ເຈົ້າ​ຕອບ​ທຸກ​ຈຸດ​ໃນ​ຂໍ້​ນີ້​ໄປ​ໝົດ​ແລ້ວ ຄົນອື່ນໆ​ກໍ​ບໍ່​ຮູ້​ວ່າ​ຈະ​ຕອບ​ອັນ​ໃດ. ໃຫ້​ເຮົາ​ມາ​ເບິ່ງ​ຂໍ້​ນີ້​ເປັນ​ຕົວຢ່າງ. ລອງ​ສັງເກດ​ວ່າ​ຂໍ້​ນີ້​ມີ​ຄຳແນະນຳ​ຢູ່​ສອງ​ຢ່າງ​ຄື: ຕອບ​ແບບ​ສັ້ນໆ​ແລະ​ຢ່າ​ຕອບ​ຫຼາຍ​ຈຸດ​ເກີນ​ໄປ. ດັ່ງນັ້ນ ຖ້າ​ຜູ້​ນຳ​ເອີ້ນ​ເຈົ້າ​ໃຫ້​ຕອບ​ຂໍ້​ນີ້​ເປັນ​ຄົນ​ທຳອິດ ໃຫ້​ເຈົ້າ​ຕອບ​ຈຸດ​ດຽວ​ກໍ​ພໍ.

ຕອນ​ໃດ​ທີ່​ເຮົາ​ເລືອກ​ທີ່​ຈະ​ບໍ່​ຍົກ​ມື​ຕອບ? (ເບິ່ງ​ຂໍ້ 14) f

14. ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຕັດສິນໃຈ​ວ່າ​ຈະ​ຍົກ​ມື​ຫຼາຍ​ປານ​ໃດ? (ເບິ່ງ​ຮູບພາບ)

14 ນອກຈາກນັ້ນ ໃຫ້​ເຈົ້າ​ຄິດ​ໃຫ້​ດີ​ວ່າ​ຈະ​ຕອບ​ຫຼາຍ​ປານ​ໃດ. ຖ້າ​ເຈົ້າ​ຍົກ​ມື​ຫຼາຍ​ເກີນ​ໄປ ຜູ້​ນຳ​ສ່ວນ​ກໍ​ອາດຈະ​ຮູ້ສຶກ​ວ່າ​ຖືກ​ກົດ​ດັນ​ວ່າ​ຕ້ອງ​ເອີ້ນ​ເຈົ້າ​ທັງໆ​ທີ່​ເຈົ້າ​ກໍ​ຕອບ​ໄປ​ແລ້ວ ແລະ​ບາງຄົນ​ຍັງ​ບໍ່​ມີ​ໂອກາດ​ໄດ້​ຕອບ​ເທື່ອ. ແລະ​ນີ້​ອາດຈະ​ເຮັດ​ໃຫ້​ພີ່ນ້ອງ​ຄົນອື່ນ​ຮູ້ສຶກ​ທໍ້​ຈົນ​ບໍ່​ຢາກ​ຍົກ​ມື.—ຜູ້​ປ. 3:7

15. (ກ) ຖ້າ​ຜູ້​ນຳ​ສ່ວນ​ບໍ່​ໄດ້​ເອີ້ນ​ເຮົາ​ຕອບ ເຮົາ​ຄວນ​ຮູ້ສຶກ​ແນວໃດ? (ຂ) ຜູ້​ນຳ​ສ່ວນ​ຈະ​ຄິດເຖິງ​ຄວາມ​ຮູ້ສຶກ​ຂອງ​ທຸກ​ຄົນ​ໄດ້​ແນວໃດ? (ເບິ່ງ​ຂອບ “ ຄຳແນະນຳ​ສຳລັບ​ຜູ້​ທີ່​ນຳ​ສ່ວນ​ການ​ປະຊຸມ”)

15 ເມື່ອ​ມີ​ພີ່ນ້ອງ​ຫຼາຍ​ຄົນ​ຍົກ​ມື​ຕອບ ເຮົາ​ອາດ​ບໍ່​ໄດ້​ຕອບ​ຫຼາຍ​ແບບ​ທີ່​ເຮົາ​ຕ້ອງການ. ແລະ​ບາງເທື່ອ​ຜູ້​ນຳ​ສ່ວນ​ອາດຈະ​ບໍ່​ໄດ້​ເອີ້ນ​ເຮົາ​ຕອບ​ເລີຍ​ດ້ວຍ​ຊ້ຳ ເຊິ່ງ​ອາດຈະ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ຜິດ​ຫວັງ. ແຕ່​ເຮົາ​ບໍ່​ຄວນ​ຮູ້ສຶກ​ວ່າ​ລາວ​ບໍ່​ມັກ​ເຮົາ.—ຜູ້​ປ. 7:9

16. ເຮົາ​ຈະ​ໃຫ້​ກຳລັງໃຈ​ຄົນ​ທີ່​ອອກ​ຄວາມຄິດ​ເຫັນ​ໄດ້​ແນວໃດ?

16 ຖ້າ​ເຈົ້າ​ບໍ່​ໄດ້​ຕອບ​ຫຼາຍ​ແບບ​ທີ່​ເຈົ້າ​ຕ້ອງການ ກໍ​ຂໍ​ໃຫ້​ຕັ້ງໃຈ​ຟັງ​ຄົນອື່ນ​ຕອບ ແລະ​ຊົມເຊີຍ​ເຂົາເຈົ້າ​ຫຼັງ​ຈາກ​ຈົບ​ການ​ປະຊຸມ. ພີ່ນ້ອງ​ອາດຈະ​ໄດ້​ກຳລັງໃຈ​ທີ່​ເຈົ້າ​ຊົມເຊີຍ​ເຂົາເຈົ້າ​ຄື​ກັບ​ທີ່​ເຂົາເຈົ້າ​ໄດ້​ຮັບ​ກຳລັງໃຈ​ເມື່ອ​ຟັງ​ເຈົ້າ​ອອກ​ຄວາມຄິດ​ເຫັນ. (ສຸພາ. 10:21) ການ​ຊົມເຊີຍ​ພີ່ນ້ອງ​ກໍ​ເປັນ​ອີກ​ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ໃຫ້​ກຳລັງໃຈ​ກັນ​ແລະ​ກັນ.

ອີກ​ວິ​ທີ​ໜຶ່ງ​ທີ່​ເຮົາ​ຈະ​ໃຫ້​ກຳລັງໃຈ​ກັນ​ຢູ່​ການ​ປະຊຸມ

17. (ກ) ພໍ່​ແມ່​ຈະ​ຊ່ວຍ​ລູກ​ໃຫ້​ກຽມ​ຄຳຕອບ​ທີ່​ເໝາະສົມ​ກັບ​ອາຍຸ​ຂອງ​ລາວ​ໄດ້​ແນວໃດ? (ຂ) ແບບ​ທີ່​ເຮົາ​ເຫັນ​ໃນ​ວິດີໂອ ສີ່​ຂັ້ນ​ຕອນ​ໃນ​ການ​ກຽມ​ຄຳຕອບ​ມີ​ຫຍັງ​ແດ່? (ເບິ່ງ​ໄຂເງື່ອນ)

17 ຖ້າ​ເຈົ້າ​ເປັນ​ພໍ່​ແມ່ ໃຫ້​ຊ່ວຍ​ລູກ​ກຽມ​ຕົວ​ອອກ​ຄວາມຄິດ​ເຫັນ​ແບບ​ທີ່​ເໝາະ​ກັບ​ອາຍຸ​ຂອງ​ລາວ. (ມທ. 21:16) ບາງເທື່ອ​ເນື້ອ​ເລື່ອງ​ໃນ​ການ​ປະຊຸມ​ອາດ​ເປັນ​ເລື່ອງ​ຍາກ ເຊັ່ນ ເລື່ອງ​ບັນຫາ​ຄອບຄົວ​ຫຼື​ເລື່ອງ​ສິນລະທຳ. ແຕ່​ກໍ​ຈະ​ມີ​ຂໍ້​ໜຶ່ງ​ຫຼື​ສອງ​ຂໍ້​ໃນ​ບົດຄວາມ​ນັ້ນ​ທີ່​ເດັກນ້ອຍ​ຈະ​ອອກ​ຄວາມຄິດ​ເຫັນ​ໄດ້. ນອກຈາກນັ້ນ ໃຫ້​ຊ່ວຍ​ລູກ​ເຂົ້າໃຈ​ວ່າ​ເປັນຫຍັງ​ລາວ​ອາດ​ບໍ່​ໄດ້​ຖືກ​ເອີ້ນ​ທຸກ​ເທື່ອ​ທີ່​ຍົກ​ມື. ການ​ອະທິບາຍ​ໃຫ້​ລູກ​ເຂົ້າໃຈ​ເລື່ອງ​ນີ້​ຈະ​ຊ່ວຍ​ໃຫ້​ລູກ​ບໍ່​ຜິດ​ຫວັງ​ຕອນ​ທີ່​ຜູ້​ນຳ​ເອີ້ນ​ຄົນອື່ນ​ແທນ​ທີ່​ຈະ​ເອີ້ນ​ລາວ.—1ຕມ. 6:18 d

18. ເຮົາ​ຈະ​ບໍ່​ເຮັດ​ໃຫ້​ຄົນອື່ນ​ສົນໃຈ​ທີ່​ຕົວ​ເຮົາ​ຫຼາຍ​ເກີນ​ໄປ​ໄດ້​ແນວໃດ​ຕອນ​ທີ່​ອອກ​ຄວາມຄິດ​ເຫັນ? (ສຸພາສິດ 27:2)

18 ເຮົາ​ທຸກ​ຄົນ​ສາມາດ​ກຽມ​ຄຳຕອບ​ທີ່​ເປັນ​ການ​ສັນລະເສີນ​ພະເຢໂຫວາ​ແລະ​ໃຫ້​ກຳລັງໃຈ​ພີ່ນ້ອງ​ຄົນອື່ນໆ. (ສຸພາ. 25:11) ບາງເທື່ອ​ເຮົາ​ອາດ​ເລົ່າ​ປະສົບການ​ສ່ວນ​ໂຕ​ສັ້ນໆ​ໄດ້ ແຕ່​ເຮົາ​ບໍ່​ຄວນ​ເຮັດ​ໃຫ້​ຄົນອື່ນ​ສົນໃຈ​ທີ່​ໂຕ​ເຮົາ​ຫຼາຍ​ເກີນ​ໄປ. (ອ່ານ​ສຸພາສິດ 27:2; 2ກຣ. 10:18) ເຮົາ​ຄວນ​ພະຍາຍາມ​ໃຫ້​ພີ່ນ້ອງ​ສົນໃຈ​ໄປ​ທີ່​ພະເຢໂຫວາ ຄຳພີໄບເບິນ ແລະ​ຜູ້​ຮັບໃຊ້​ຂອງ​ເພິ່ນ. (ພນມ. 4:11) ບາງ​ຄັ້ງ​ໃນ​ບົດຄວາມ​ສຶກສາ ຖ້າ​ມີ​ຄຳຖາມ​ສ່ວນ​ໂຕ ເຈົ້າ​ກໍ​ຄວນ​ຄິດ​ວ່າ​ຈະ​ຕອບ​ແນວໃດ ເຊັ່ນ ຄຳຖາມ​ໃນ​ຂໍ້​ຕໍ່ໄປ​ນີ້.

19. (ກ) ຜົນ​ຈະ​ເປັນ​ແນວໃດ​ຖ້າ​ເຮົາ​ຄິດເຖິງ​ປະໂຫຍດ​ຂອງ​ພີ່ນ້ອງ​ທຸກ​ຄົນ​ທີ່​ເຂົ້າຮ່ວມ​ການ​ປະຊຸມ? (ໂຣມ 1:11, 12) (ຂ) ເຈົ້າ​ມັກ​ຫຍັງ​ໃນ​ເລື່ອງ​ການ​ອອກ​ຄວາມຄິດ​ເຫັນ?

19 ບໍ່​ມີ​ກົດ​ຕາຍ​ໂຕ​ວ່າ​ຕ້ອງ​ອອກ​ຄວາມ​ຄິດ​ເຫັນ​ແບບ​ໃດ ແຕ່​ເຮົາ​ພະຍາຍາມ​ຕອບ​ໃນ​ແບບ​ທີ່​ໃຫ້​ກຳລັງໃຈ​ກັນ. ນີ້​ອາດ​ໝາຍເຖິງ​ເຮົາ​ຕ້ອງ​ຕອບ​ຫຼາຍ​ຂຶ້ນ​ອີກ​ໜ້ອຍໜຶ່ງ ຫຼື​ຖ້າ​ເຮົາ​ບໍ່​ໄດ້​ຕອບ​ຫຼາຍ​ໃນ​ແບບ​ທີ່​ເຮົາ​ຕ້ອງການ ເຮົາ​ກໍ​ຄວນ​ດີໃຈ​ທີ່​ໃຫ້​ໂອກາດ​ຄົນອື່ນ​ໄດ້​ຕອບ. ຖ້າ​ເຮົາ​ຄິດເຖິງ​ປະໂຫຍດ​ຂອງ​ພີ່ນ້ອງ​ທີ່​ເຂົ້າຮ່ວມ​ການ​ປະຊຸມ ເຮົາ​ທຸກ​ຄົນ​ກໍ​ຈະ​ໃຫ້​ກຳລັງໃຈ​ກັນ​ແລະ​ກັນ.—ອ່ານ​ໂຣມ 1:11, 12

ເພງ 93 ຂໍ​ອວຍພອນ​ການ​ປະຊຸມ​ຂອງ​ເຮົາ

a ເຮົາ​ໃຫ້​ກຳລັງໃຈ​ກັນ​ໄດ້​ຕອນ​ທີ່​ເຮົາ​ອອກ​ຄວາມຄິດ​ເຫັນ​ຢູ່​ການ​ປະຊຸມ. ແຕ່​ບາງຄົນ​ອາດ​ຮູ້ສຶກ​ບໍ່​ກ້າ​ທີ່​ຈະ​ອອກ​ຄວາມຄິດ​ເຫັນ. ສ່ວນ​ຄົນອື່ນໆ​ກໍ​ມັກ​ອອກ​ຄວາມຄິດ​ເຫັນ​ແລະ​ຢາກ​ໃຫ້​ຜູ້​ນຳ​ເອີ້ນ​ລາວ​ຕະຫຼອດ. ບໍ່​ວ່າ​ເຈົ້າ​ຈະ​ຢູ່​ກຸ່ມ​ໃດ ເຮົາ​ຈະ​ສົນໃຈ​ຄວາມ​ຮູ້ສຶກ​ຂອງ​ຄົນອື່ນ​ໄດ້​ແນວໃດ​ເພື່ອ​ເຮົາ​ຈະ​ໃຫ້​ກຳລັງໃຈ​ທຸກ​ຄົນ​ໄດ້ ແລະ​ເຮົາ​ຈະ​ອອກ​ຄວາມຄິດ​ເຫັນ​ເພື່ອ​ກະຕຸ້ນ​ກັນ​ໃຫ້​ມີ​ຄວາມ​ຮັກ​ແລະ​ເຮັດ​ຄວາມ​ດີ​ໄດ້​ແນວໃດ. ເຮົາ​ຈະ​ສຶກສາ​ນຳ​ກັນ​ໃນ​ບົດຄວາມ​ນີ້.

b ຄຳແນະນຳ​ເພີ່ມເຕີມ​ໃຫ້​ເບິ່ງ​ຫໍສັງເກດການ​ສະບັບ​ເດືອນ​ມັງກອນ 2019 ໜ້າ 8-13.

c ຊື່​ສົມມຸດ

d ໃຫ້​ເບິ່ງ​ວິດີໂອ​ມາ​ເປັນ​ໝູ່​ກັບ​ພະເຢໂຫວານຳ​ກັນ—ກຽມ​ຄຳຕອບ​ຂອງ​ລູກ ໃນ​ເວັບໄຊ jw.org (ພາສາ​ໄທ)

f ຄຳ​ອະທິບາຍ​ຮູບພາບ: ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ຢູ່​ໃນ​ປະຊາຄົມ​ໃຫຍ່ ລາວ​ບໍ່​ໄດ້​ຍົກ​ມື​ເພາະ​ລາວ​ໄດ້​ອອກ​ຄວາມຄິດ​ເຫັນ​ແລ້ວ​ແລະ​ຢາກ​ໃຫ້​ຄົນອື່ນ​ໄດ້​ອອກ​ຄວາມຄິດ​ເຫັນ​ນຳ.