ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 39

ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ເຂັ້ມແຂງ​ໂດຍ​ເປັນ​ຄົນ​ອ່ອນໂຍນ

ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ເຂັ້ມແຂງ​ໂດຍ​ເປັນ​ຄົນ​ອ່ອນໂຍນ

“ທາດ​ຂອງ​ຜູ້​ເປັນ​ນາຍ​ບໍ່​ຄວນ​ຜິດ​ຖຽງ​ກັບ​ຜູ້​ໃດ ແຕ່​ຕ້ອງ​ສຸພາບ​ອ່ອນໂຍນ​ຕໍ່​ທຸກ​ຄົນ.”—2ຕມ. 2:24

ເພງ 120 ຮຽນ​ແບບ​ຄວາມ​ອ່ອນໂຍນ​ຂອງ​ພະຄລິດ

ໃຈ​ຄວາມ​ສຳຄັນ a

1. ໝູ່​ຢູ່​ບ່ອນ​ເຮັດ​ວຽກ​ຫຼື​ຢູ່​ໂຮງຮຽນ​ອາດ​ຖາມ​ເຮົາ​ເລື່ອງ​ຫຍັງ?

 ເຈົ້າ​ຮູ້ສຶກ​ຢ້ານ​ບໍ​ຖ້າ​ໝູ່​ຢູ່​ບ່ອນ​ເຮັດ​ວຽກ​ຫຼື​ຢູ່​ໂຮງຮຽນ​ຖາມ​ເລື່ອງ​ຄວາມ​ເຊື່ອ​ຂອງ​ເຈົ້າ? ພວກ​ເຮົາ​ສ່ວນ​ຫຼາຍ​ຮູ້ສຶກ​ຢ້ານ. ແຕ່​ຄຳຖາມ​ນີ້​ອາດຈະ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ວ່າ​ເຂົາເຈົ້າ​ຄິດ​ແນວ​ໃດ​ຫຼື​ເຊື່ອ​ແນວ​ໃດ​ແທ້​ໆ​ແລະ​ອາດ​ເປີດ​ໂອກາດ​ໃຫ້​ເຮົາ​ໄດ້​ບອກ​ເຂົາເຈົ້າ​ເລື່ອງ​ຂ່າວດີ. ແຕ່​ບາງ​ເທື່ອ​ເຂົາເຈົ້າ​ຖາມ​ອາດ​ເປັນ​ຍ້ອນ​ວ່າ​ເຂົາເຈົ້າ​ບໍ່​ມັກ​ຫຼື​ຢາກ​ຖຽງ​ກັບ​ເຮົາ. ເລື່ອງ​ນີ້​ບໍ່​ແປກ ຍ້ອນ​ເຂົາເຈົ້າ​ອາດ​ຈະ​ໄດ້​ຍິນ​ຂໍ້ມູນ​ທີ່​ບໍ່​ແມ່ນ​ຄວາມ​ຈິງ​ກ່ຽວກັບ​ຄວາມ​ເຊື່ອ​ຂອງ​ເຮົາ. (ກຈກ. 28:22) ນອກ​ຈາກນັ້ນ ຍ້ອນ​ເຮົາ​ຢູ່​ໃນ “ສະໄໝ​ສຸດທ້າຍ” ເຊິ່ງ​ຫຼາຍ​ຄົນ “ບໍ່​ຍອມ​ຜູ້​ໃດ” ແລະ​ເປັນ​ຄົນ “ໂຫດ​ຮ້າຍ.”—2ຕມ. 3:1, 3

2. ເປັນ​ຫຍັງ​ເຮົາ​ຕ້ອງ​ເປັນ​ຄົນ​ອ່ອນໂຍນ?

2 ເຈົ້າ​ອາດ​ສົງໄສ​ວ່າ: ‘ຂ້ອຍ​ຈະ​ເປັນ​ຄົນ​ໃຈ​ເຢັນ​ແລະ​ອ່ອນໂຍນ​ໄດ້​ແນວ​ໃດ​ເມື່ອ​ມີ​ຄົນ​ຢາກ​ຖຽງ​ກັບ​ຂ້ອຍ​ເລື່ອງ​ຄວາມ​ເຊື່ອ?’ ສິ່ງ​ໃດ​ຈະ​ຊ່ວຍ​ເຈົ້າ​ໄດ້? ຄວາມ​ອ່ອນໂຍນ​ຊ່ວຍ​ໄດ້. ຄົນ​ອ່ອນໂຍນ​ຈະ​ບໍ່​ໃຈ​ຮ້າຍ​ງ່າຍ ແຕ່​ຈະ​ພະຍາຍາມ​ຄວບຄຸມ​ໂຕເອງ​ເມື່ອ​ເຈິ​ກັບ​ຄວາມ​ຜິດ​ຫວັງ​ຫຼື​ຄວາມ​ບໍ່​ແນ່ນອນ. (ສຸພາ. 16:32) ເຈົ້າ​ອາດ​ຮູ້ສຶກ​ວ່າ​ບໍ່​ງ່າຍ​ເລີຍ​ທີ່​ຈະ​ເປັນ​ຄົນ​ອ່ອນໂຍນ ແລ້ວ​ເຈົ້າ​ຈະ​ເປັນ​ຄົນ​ອ່ອນໂຍນ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ? ແລະ​ເຈົ້າ​ຈະ​ຕອບ​ດ້ວຍ​ຄວາມ​ອ່ອນໂຍນ​ແນວ​ໃດ​ເມື່ອ​ມີ​ຄົນ​ຢາກ​ຖຽງ​ກັບ​ເຈົ້າ​ເລື່ອງ​ຄວາມ​ເຊື່ອ? ຖ້າ​ເຈົ້າ​ເປັນ​ພໍ່​ແມ່ ເຈົ້າ​ຈະ​ຊ່ວຍ​ລູກ​ແນວ​ໃດໃຫ້​ອະທິບາຍ​ຄວາມ​ເຊື່ອ​ດ້ວຍ​ຄວາມ​ອ່ອນໂຍນ? ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ນີ້​ນຳ​ກັນ.

ເຈົ້າ​ຈະ​ເປັນ​ຄົນ​ອ່ອນໂຍນ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

3. ເປັນ​ຫຍັງ​ຈຶ່ງ​ເວົ້າ​ໄດ້​ວ່າ​ຄວາມ​ອ່ອນໂຍນ​ແມ່ນ​ຄວາມ​ເຂັ້ມແຂງ ບໍ່​ແມ່ນ​ຄວາມ​ອ່ອນແອ? (2 ຕີໂມທຽວ 2:24, 25)

3 ຄົນ​ທີ່​ອ່ອນໂຍນ​ແມ່ນ​ຄົນ​ທີ່​ເຂັ້ມແຂງ ບໍ່​ແມ່ນ​ຄົນ​ອ່ອນແອ. ຍ້ອນ​ລາວ​ຕ້ອງ​ພະຍາຍາມ​ຫຼາຍ​ແທ້​ໆ​ທີ່​ຈະ​ໃຈ​ເຢັນ​ຕອນ​ທີ່​ເຈິ​ເລື່ອງ​ທີ່​ເຮັດ​ໃຫ້​ເຄັ່ງຕຶງ. ຄວາມ​ອ່ອນໂຍນ​ເປັນ​ຜົນ​ຢ່າງ​ໜຶ່ງ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ. (ຄລຕ. 5:22, 23) ບາງ​ເທື່ອ​ຄຳ​ພາສາ​ກຣີກ​ທີ່​ແປ​ວ່າ “ຄວາມ​ອ່ອນໂຍນ” ໃຊ້​ເພື່ອ​ພັນລະນາ​ກ່ຽວກັບ​ມ້າ​ປ່າ​ທີ່​ຖືກ​ລ້ຽງ​ໃຫ້​ເຊື່ອຟັງ. ເຖິງ​ວ່າ​ມ້າ​ປ່າ​ຈະ​ເຊື່ອຟັງ ແຕ່​ມັນ​ກໍ​ແຂງແຮງ. ແລ້ວ​ເຮົາ​ເດ ເຮົາ​ຈະ​ເປັນ​ຄົນ​ທີ່​ອ່ອນໂຍນ​ແລະ​ໃນ​ເວລາ​ດຽວ​ກັນ​ກໍ​ເປັນ​ຄົນ​ທີ່​ເຂັ້ມແຂງ​ໄດ້​ແນວ​ໃດ? ເຮົາ​ບໍ່​ສາມາດ​ເຮັດ​ແບບ​ນັ້ນ​ໄດ້​ດ້ວຍ​ກຳລັງ​ຂອງ​ໂຕເອງ. ເຮົາ​ຕ້ອງ​ອະທິດຖານ​ຂໍ​ພະລັງ​ບໍລິສຸດ​ຈາກ​ພະເຈົ້າ. ຂໍ​ໃຫ້​ເພິ່ນ​ຊ່ວຍ​ເຮົາ​ໃຫ້​ມີ​ຄຸນລັກສະນະ​ນີ້. ຈາກ​ປະສົບການ​ຂອງ​ຫຼາຍ​ຄົນ​ສະແດງ​ໃຫ້​ເຫັນ​ວ່າ​ເປັນ​ໄປ​ໄດ້​ທີ່​ເຮົາ​ຈະ​ເປັນ​ຄົນ​ອ່ອນໂຍນ. ຕົວຢ່າງ​ເຊັ່ນ: ພີ່ນ້ອງ​ຫຼາຍ​ຄົນ​ໄດ້​ຕອບ​ແບບ​ອ່ອນໂຍນ​ເມື່ອ​ມີ​ຄົນ​ເຮັດ​ໃຫ້​ເຂົາເຈົ້າ​ໃຈ​ຮ້າຍ. ການ​ເຮັດ​ແບບ​ນີ້​ເຮັດ​ໃຫ້​ຄົນ​ທີ່​ສັງເກດ​ເຫັນ​ຮູ້ສຶກ​ດີ​ຕໍ່​ພະຍານ​ພະ​ເຢໂຫວາ. (ອ່ານ 2 ຕີໂມທຽວ 2:24, 25) ເຮົາ​ຈະ​ເຮັດ​ໃຫ້​ຄວາມ​ອ່ອນໂຍນ​ເປັນ​ຄວາມ​ເຂັ້ມແຂງ​ໄດ້​ແນວ​ໃດ?

4. ເຮົາ​ຮຽນ​ຫຍັງ​ຈາກ​ອີຊາກ​ເລື່ອງ​ຄວາມ​ໃຈ​ເຢັນ?

4 ໃນ​ຄຳພີ​ໄບເບິນ​ມີ​ຫຼາຍ​ເລື່ອງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ຄວາມ​ອ່ອນໂຍນ​ເປັນ​ຄຸນລັກສະນະ​ທີ່​ສຳຄັນ. ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ອີຊາກ. ຕອນ​ທີ່​ລາວ​ຕັ້ງ​ຖິ່ນຖານ​ຢູ່​ເກລາ​ໃນ​ເຂດ​ຂອງ​ພວກ​ຟີລິດສະຕີນ ເຂົາເຈົ້າ​ໄດ້​ອິດສາ​ລາວ​ແລະ​ຖົມ​ນ້ຳສ້າງ​ທີ່​ຄົນ​ຮັບໃຊ້​ຂອງ​ພໍ່​ລາວ​ໄດ້​ຂຸດ​ໄວ້. ແທນ​ທີ່​ອີຊາກ​ຈະ​ຕໍ່ສູ້​ເພື່ອ​ຮັກສາ​ນ້ຳສ້າງ​ໄວ້ ລາວ​ໄດ້​ຍ້າຍ​ໄປ​ຢູ່​ບ່ອນ​ອື່ນ​ແລະ​ຂຸດ​ນ້ຳສ້າງ​ໃໝ່. (ປຖກ. 26:12-18) ແຕ່​ພວກ​ຟີລິດສະຕີນ​ກໍ​ຍັງ​ມາ​ບອກ​ວ່າ​ນ້ຳສ້າງ​ນັ້ນ​ເປັນ​ຂອງ​ເຂົາເຈົ້າ. ເຖິງ​ຈະ​ເປັນ​ແນວ​ນັ້ນ ແຕ່​ອີຊາກ​ກໍ​ຍັງ​ໃຈ​ເຢັນ. (ປຖກ. 26:19-25) ສິ່ງ​ໃດ​ຊ່ວຍ​ອີຊາກ​ໃຫ້​ໃຈ​ເຢັນ ເຖິງ​ວ່າ​ມີ​ຄົນ​ຕັ້ງໃຈ​ເຮັດ​ໃຫ້​ລາວ​ໃຈ​ຮ້າຍ? ລາວ​ຄື​ຊິ​ເຮັດ​ຕາມ​ຕົວຢ່າງ​ຂອງອັບຣາຮາມ​ພໍ່​ຂອງ​ລາວ​ທີ່​ແກ້ໄຂ​ບັນຫາ​ແບບ​ໃຈ​ເຢັນ ແລະ​ເຮັດ​ຕາມ​ຕົວຢ່າງ​ຂອງ​ຊາຣາ​ແມ່​ຂອງ​ລາວ​ທີ່​ມີ “ໃຈ​ທີ່​ສະຫງົບ​ແລະ​ອ່ອນໂຍນ.”—1ປຕ. 3:4-6; ປຖກ. 21:22-34

5. ມີ​ຕົວຢ່າງ​ຫຍັງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ ພໍ່​ແມ່​ທີ່​ເປັນ​ຄລິດສະຕຽນ​ສາມາດ​ຊ່ວຍ​ລູກ​ໃຫ້​ເປັນ​ຄົນ​ອ່ອນໂຍນ​ໄດ້?

5 ເຈົ້າ​ທີ່​ເປັນ​ພໍ່​ແມ່ ຂໍ​ໃຫ້​ໝັ້ນໃຈ​ວ່າ​ເຈົ້າ​ສາມາດ​ຊ່ວຍ​ລູກ​ໃຫ້​ເປັນ​ຄົນ​ອ່ອນໂຍນ​ໄດ້. ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ຂອງ​ແມັກເຊັນ​ອາຍຸ 17 ປີ. ລາວ​ຖືກ​ເຍາະເຍີ້ຍ​ຕອນ​ທີ່​ຢູ່​ໂຮງຮຽນ​ແລະ​ຢູ່​ເຂດ​ປະກາດ. ພໍ່​ແມ່​ຂອງ​ລາວ​ໄດ້​ພະຍາຍາມ​ຊ່ວຍ​ລາວ​ໃຫ້​ເປັນ​ຄົນ​ອ່ອນໂຍນ. ເຂົາເຈົ້າ​ບອກ​ວ່າ: “ຕອນນີ້​ແມັກເຊັນ​ເຂົ້າໃຈ​ແລ້ວ​ວ່າ ເປັນ​ເລື່ອງ​ງ່າຍ​ທີ່​ຈະ​ຕອບ​ໂຕ້​ດ້ວຍ​ຄວາມ​ໃຈ​ຮ້າຍ​ຫຼື​ໃຊ້​ຄວາມ​ຮຸນແຮງ. ແຕ່​ຄົນ​ທີ່​ເຂັ້ມແຂງ​ແທ້​ໆ​ຈະ​ຄວບຄຸມ​ໂຕເອງ​ໄດ້.” ເປັນ​ຕາ​ດີໃຈ​ແທ້​ໆ​ທີ່​ຕອນນີ້​ແມັກເຊັນ​ຮຽນ​ຮູ້​ທີ່​ຈະ​ເປັນ​ຄົນ​ອ່ອນໂຍນ.

6. ການ​ອະທິດຖານ​ຊ່ວຍ​ເຮົາ​ໃຫ້​ສະແດງ​ຄວາມ​ອ່ອນໂຍນ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

6 ເຮົາ​ຈະ​ເຮັດ​ແນວ​ໃດ​ຖ້າ​ມີ​ຄົນ​ເຮັດ​ໃຫ້​ເຮົາ​ໃຈ​ຮ້າຍ? ຜູ້​ນັ້ນ​ອາດ​ເວົ້າ​ໃສ່​ຮ້າຍ​ຊື່​ຂອງ​ພະເຈົ້າ​ຫຼື​ດູຖູກ​ຄຳພີ​ໄບເບິນ. ເຮົາ​ຄວນ​ອະທິດຖານ​ຂໍ​ພະລັງ​ບໍລິສຸດ​ຈາກ​ພະ​ເຢໂຫວາ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ມີ​ສະຕິ​ປັນຍາ​ທີ່​ຈະ​ຕອບ​ເຂົາເຈົ້າ​ໃນ​ແບບ​ທີ່​ອ່ອນໂຍນ​ໄດ້. ແລ້ວ​ຖ້າ​ເຮົາ​ບໍ່​ໄດ້​ຕອບ​ເຂົາເຈົ້າ​ໃນ​ແບບ​ທີ່​ອ່ອນໂຍນ​ເດ ເຮົາ​ຄວນ​ເຮັດ​ແນວ​ໃດ? ໃຫ້​ເຮົາ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ກ່ຽວກັບ​ເລື່ອງ​ນັ້ນ​ແລະ​ຄິດ​ວ່າ​ເຮົາ​ຈະ​ຕອບ​ໃນ​ແບບ​ທີ່​ອ່ອນໂຍນ​ໄດ້​ແນວ​ໃດ​ໃນ​ເທື່ອ​ຕໍ່​ໄປ. ແລ້ວ​ພະ​ເຢໂຫວາ​ຈະ​ໃຫ້​ພະລັງ​ບໍລິສຸດ​ກັບ​ເຮົາ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ຄວບຄຸມ​ໂຕເອງ​ແລະ​ຕອບ​ໃນ​ແບບ​ທີ່​ອ່ອນໂຍນ.

7. ການ​ຈື່​ຂໍ້​ພະຄຳພີ​ຊ່ວຍ​ເຮົາ​ແນວ​ໃດ​ເມື່ອ​ມີ​ຄົນ​ເຮັດ​ໃຫ້​ໃຈ​ຮ້າຍ? (ສຸພາສິດ 15:1, 18)

7 ໃນ​ຄຳພີ​ໄບເບິນ ມີ​ຂໍ້​ຄຳພີ​ຫຼາຍ​ຂໍ້​ທີ່​ຊ່ວຍ​ເຮົາ​ໃຫ້​ຄວບຄຸມ​ຄຳເວົ້າ​ໄດ້​ເມື່ອ​ມີ​ຄົນ​ເຮັດ​ໃຫ້​ເຮົາ​ໃຈ​ຮ້າຍ. ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ຈະ​ຊ່ວຍ​ເຮົາ​ໃຫ້​ຈື່​ຂໍ້​ຄຳພີ​ເຫຼົ່າ​ນັ້ນ​ທີ່​ເຮົາ​ໄດ້​ອ່ານ​ໃນ​ຄຳພີ​ໄບເບິນ. (ຢຮ. 14:26) ຕົວຢ່າງ​ເຊັ່ນ: ໃນ​ສຸພາສິດ​ມີ​ຫຼັກການ​ຫຼາຍ​ຂໍ້​ທີ່​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ອ່ອນໂຍນ​ແລະ​ຍັງ​ຊ່ວຍ​ເຮົາ​ໃຫ້​ເຫັນ​ວ່າ​ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ທີ່​ດີ​ທີ່​ເຮົາ​ຈະ​ໃຈ​ເຢັນ​ເມື່ອ​ຢູ່​ໃນ​ສະຖານະການ​ທີ່​ເຄັ່ງຕຶງ.—ອ່ານ​ສຸພາສິດ 15:1, 18; ສຸພາ. 10:19; 17:27; 21:23; 25:15

ການ​ມີ​ຄວາມ​ເຂົ້າໃຈ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເປັນ​ຄົນ​ອ່ອນໂຍນ?

8. ເປັນ​ຫຍັງ​ເຮົາ​ຄວນ​ຄິດ​ເຖິງ​ເຫດຜົນ​ທີ່​ຄົນ​ຖາມ​ເລື່ອງ​ຄວາມ​ເຊື່ອ​ຂອງ​ເຮົາ?

8 ການ​ມີ​ຄວາມ​ເຂົ້າໃຈ​ຈະ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ອ່ອນໂຍນ​ໄດ້​ຄື​ກັນ. (ສຸພາ. 19:11) ຄົນ​ທີ່​ມີ​ຄວາມ​ເຂົ້າໃຈ​ຈະ​ຄວບຄຸມ​ໂຕເອງ​ໄດ້​ເມື່ອ​ມີ​ຄົນ​ມາ​ສໍ້​ເລື່ອງ​ຄວາມ​ເຊື່ອ​ຂອງ​ລາວ. ບາງ​ເທື່ອ​ເຮົາ​ກໍ​ບໍ່​ຮູ້​ແທ້​ໆ​ວ່າ​ຄົນ​ທີ່​ຖາມ​ມີ​ເຈຕະນາ​ຫຍັງ. ດັ່ງນັ້ນ ກ່ອນ​ທີ່​ເຮົາ​ຈະ​ຕອບ ໃຫ້​ເຮົາ​ຄິດ​ດີ​ໆ​ວ່າ​ເປັນ​ຫຍັງ​ລາວ​ຈຶ່ງ​ຖາມ​ແບບ​ນັ້ນ?—ສຸພາ. 16:23

9. ກີເດໂອນ​ສະແດງ​ຄວາມ​ເຂົ້າໃຈ​ແລະ​ຄວາມ​ອ່ອນໂຍນ​ແນວ​ໃດ​ຕອນ​ທີ່​ລາວ​ຕອບ​ພວກ​ຜູ້​ຊາຍ​ຈາກ​ຕະກູນ​ເອຟຣາອິມ?

9 ໃຫ້​ເຮົາ​ມາ​ເບິ່ງ​ວິທີ​ທີ່​ກີເດໂອນ​ຕອບ​ພວກ​ຜູ້​ຊາຍ​ໃນ​ຕະກູນ​ເອຟຣາອິມ. ເຂົາເຈົ້າ​ໃຈ​ຮ້າຍ​ໃຫ້​ກີເດໂອນ​ຫຼາຍ​ທີ່​ບໍ່​ໄດ້​ຊວນ​ເຂົາເຈົ້າ​ໄປ​ຕໍ່​ສູ້​ກັບ​ສັດຕູ​ຂອງ​ອິດສະຣາເອນ. ເຮົາ​ບໍ່​ຮູ້​ເຫດຜົນ​ແທ້​ໆ​ວ່າ​ເປັນ​ຫຍັງ​ເຂົາເຈົ້າ​ຈຶ່ງ​ໃຈ​ຮ້າຍ​ຫຼາຍ​ປານ​ນັ້ນ. ອາດຈະ​ເປັນ​ຍ້ອນ​ເຂົາເຈົ້າ​ຄຽດ​ບໍ? ເປັນ​ໄປ​ໄດ້. ບໍ່​ວ່າ​ຈະ​ຍ້ອນ​ເຫດຜົນ​ຫຍັງ​ກີເດໂອນ​ພະຍາຍາມ​ເຂົ້າໃຈ​ຄວາມ​ຮູ້ສຶກ​ຂອງ​ເຂົາເຈົ້າ​ແລະ​ຕອບ​ເຂົາເຈົ້າ​ດ້ວຍ​ຄວາມ​ອ່ອນໂຍນ. ຜົນ​ເປັນ​ແນວ​ໃດ? ຄຳພີ​ໄບເບິນ​ບອກ​ວ່າ: “ເມື່ອ​ກີເດໂອນ​ເວົ້າ​ແນວ​ນັ້ນ ເຂົາເຈົ້າ​ກໍ​ໃຈ​ເຢັນ​ລົງ.”—ຜຕສ. 8:1-3

10. ເຮົາ​ຄວນ​ຕອບ​ແນວ​ໃດ​ຖ້າ​ມີ​ຄົນ​ຖາມ​ເລື່ອງ​ຄວາມ​ເຊື່ອ​ຂອງ​ເຮົາ? (1 ເປໂຕ 3:15)

10 ບາງ​ເທື່ອ​ໝູ່​ຢູ່​ໂຮງຮຽນ​ຫຼື​ຢູ່​ບ່ອນ​ເຮັດ​ວຽກ​ອາດ​ຖາມ​ເຮົາ​ກ່ຽວກັບ​ມາດຕະຖານ​ດ້ານ​ສິນລະທຳ​ໃນ​ຄຳພີ​ໄບເບິນ. ເຮົາ​ຕ້ອງ​ພະຍາຍາມ​ອະທິບາຍ​ກັບ​ເຂົາເຈົ້າ​ວ່າ​ເປັນ​ຫຍັງ​ມາດຕະຖານ​ໃນ​ຄຳພີ​ໄບເບິນ​ຈຶ່ງ​ດີ​ທີ່​ສຸດ ແຕ່​ໃນ​ເວລາ​ດຽວ​ກັນ​ເຮົາ​ກໍ​ຕ້ອງ​ນັບຖື​ຄວາມ​ຄິດ​ເຫັນ​ຂອງ​ເຂົາເຈົ້າ​ນຳ. (ອ່ານ 1 ເປໂຕ 3:15) ດັ່ງນັ້ນ ແທນ​ທີ່​ເຮົາ​ຈະ​ຄິດ​ວ່າ​ເຂົາເຈົ້າ​ຖາມ​ຍ້ອນ​ຢາກ​ຫາ​ເລື່ອງ​ຫຼື​ຢາກ​ທົດລອງ​ເຮົາ ໃຫ້​ເຮົາ​ຄິດ​ວ່າ​ຄຳຖາມ​ຂອງ​ລາວ​ຊ່ວຍ​ເຮົາ​ໃຫ້​ຮູ້​ຈັກ​ລາວ​ຫຼາຍ​ຂຶ້ນ. ບໍ່​ວ່າ​ຄົນ​ທີ່​ຖາມ​ຈະ​ມີ​ເຫດຜົນ​ຫຍັງ ເຮົາ​ກໍ​ພະຍາຍາມ​ທີ່​ຈະ​ຕອບ​ແບບ​ອ່ອນໂຍນ. ຄຳ​ຕອບ​ຂອງ​ເຮົາ​ອາດ​ເຮັດ​ໃຫ້​ລາວ​ກັບ​ໄປ​ຄິດ​ວ່າ​ສິ່ງ​ທີ່​ລາວ​ເຊື່ອ​ມີ​ເຫດຜົນ​ບໍ. ເຖິງ​ວ່າ​ລາວ​ຈະ​ຖາມ​ແບບ​ເຍາະເຍີ້ຍ​ແລະ​ບໍ່​ມີ​ມາລະຍາດ ເຮົາ​ກໍ​ຄວນ​ຕອບ​ລາວ​ແບບ​ອ່ອນໂຍນ​ສະເໝີ.—ຣມ. 12:17

ເຈົ້າ​ຈະ​ຕອບ​ໄດ້​ດີ​ກວ່າ​ຖ້າ​ເຈົ້າ​ຄິດ​ກ່ອນ​ວ່າ​ເປັນ​ຫຍັງ​ລາວ​ຈຶ່ງ​ຢາກ​ໃຫ້​ເຈົ້າ​ສະຫຼອງ​ວັນເກີດ​ກັບ​ລາວ (ເບິ່ງ​ຂໍ້ 11-12)

11-12. (ກ) ກ່ອນ​ທີ່​ຈະ​ຕອບ​ຄຳຖາມ ເຮົາ​ຄວນ​ຄິດ​ເຖິງ​ເລື່ອງ​ຫຍັງ? (ເບິ່ງ​ຮູບ) (ຂ) ການ​ເຮັດ​ແບບ​ນີ້​ຈະ​ເປີດ​ໂອກາດ​ໃຫ້​ເຮົາ​ໄດ້​ລົມ​ກັບ​ຄົນ​ອື່ນ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

11 ຂໍ​ໃຫ້​ຄິດ​ເຖິງ​ສະຖານະການ​ຕໍ່​ໄປ​ນີ້. ສົມມຸດ​ວ່າ​ໝູ່​ຢູ່​ບ່ອນ​ເຮັດ​ວຽກ​ຖາມ​ວ່າ: ‘ເປັນ​ຫຍັງ​ເຈົ້າ​ບໍ່​ສະຫຼອງ​ວັນເກີດ?’ ໃຫ້​ຄິດ​ວ່າ​ລາວ​ຖາມ​ແບບ​ນັ້ນ​ອາດຈະ​ເປັນ​ຍ້ອນ​ລາວ​ສົງໄສ​ວ່າ​ພະຍານ​ພະ​ເຢໂຫວາ​ບໍ່​ເຮັດ​ອີ່ຫຍັງ​ແບບ​ມ່ວນ​ໆ​ເລີຍ​ບໍ? ຫຼື​ລາວ​ອາດ​ຄິດ​ວ່າ​ການ​ທີ່​ເຮົາ​ບໍ່​ສະ​ຫຼອງ​ວັນເກີດ​ຈະ​ເຮັດ​ໃຫ້​ເຮົາ​ບໍ່​ສາມັກຄີ​ກັບ​ໝູ່​ແລະ​ທຳລາຍ​ບັນຍາກາດ​ໃນ​ບ່ອນ​ເຮັດ​ວຽກບໍ? ຖ້າ​ເປັນ​ແບບ​ນັ້ນ ເຮົາ​ກໍ​ອາດຈະ​ຊ່ວຍ​ລາວ​ໃຫ້​ກັງວົນ​ໜ້ອຍ​ລົງ​ໂດຍ​ຂອບໃຈ​ລາວ​ທີ່​ເປັນ​ຫ່ວງ​ໝູ່​ທີ່​ເຮັດ​ວຽກ​ນຳ​ກັນ ແລະ​ເຮັດ​ໃຫ້​ລາວ​ໝັ້ນໃຈ​ວ່າ​ເຮົາ​ເອງ​ກໍ​ຢາກ​ສ້າງ​ບັນຍາກາດ​ທີ່​ດີ​ໃນ​ບ່ອນ​ເຮັດ​ວຽກ. ການ​ເຮັດ​ແບບ​ນີ້​ອາດຈະ​ເຮັດ​ໃຫ້​ເຮົາ​ມີ​ໂອກາດ​ລົມ​ກັບ​ລາວ​ເລື່ອງທີ່ຄຳພີ​ໄບເບິນ​ບອກ​ກ່ຽວກັບ​ການ​ສະຫຼອງ​ວັນເກີດ.

12 ເຮົາ​ອາດ​ໃຊ້​ວິທີ​ຄ້າຍ​ໆ​ກັນ​ເມື່ອ​ມີ​ຄົນ​ຖາມ​ເລື່ອງ​ທີ່​ອາດ​ເຮັດ​ໃຫ້​ເກີດ​ຄວາມ​ຂັດແຍ່ງ​ກັນ ເຊັ່ນ ໝູ່​ຢູ່​ໂຮງຮຽນ​ອາດ​ເວົ້າ​ວ່າ​ສິ່ງ​ທີ່​ພະຍານ​ພະ​ເຢໂຫວາ​ຄິດ​ກ່ຽວກັບ​ເລື່ອງ​ການ​ຮັກ​ເພດ​ດຽວ​ກັນ​ນັ້ນ​ບໍ່​ຖືກ. ລາວ​ເວົ້າ​ແບບ​ນັ້ນ​ອາດ​ເປັນ​ຍ້ອນ​ວ່າ​ລາວ​ເຂົ້າໃຈ​ຜິດ​ກ່ຽວກັບ​ພະຍານ​ພະ​ເຢໂຫວາ​ບໍ? ລາວ​ອາດ​ຈະ​ມີ​ໝູ່​ຫຼື​ມີ​ພີ່ນ້ອງ​ທີ່​ເປັນ​ຄົນ​ຮັກ​ເພດ​ດຽວ​ກັນ​ບໍ? ຫຼື​ລາວ​ອາດ​ຈະ​ຄິດ​ວ່າ​ເຮົາ​ຊັງ​ຄົນ​ຮັກ​ເພດ​ດຽວ​ກັນບໍ? ບໍ່​ວ່າ​ຈະ​ເປັນ​ຍ້ອນ​ຫຍັງ ເຮົາ​ຕ້ອງ​ເຮັດ​ໃຫ້​ລາວ​ໝັ້ນໃຈ​ວ່າ​ເຮົາ​ຮັກ​ທຸກ​ຄົນ​ແລະ​ເຮົາ​ຮູ້​ວ່າ​ທຸກ​ຄົນ​ມີ​ສິດ​ທີ່​ຈະ​ເລືອກ​ໃຊ້​ຊີວິດ​ຂອງ​ໂຕເອງ. b (1ປຕ. 2:17) ຖ້າ​ເຮົາ​ເຮັດ​ແບບ​ນັ້ນ ເຮົາ​ກໍ​ມີ​ໂອກາດ​ໄດ້​ລົມ​ກັບ​ລາວ​ກ່ຽວກັບ​ປະໂຫຍດ​ຂອງ​ການ​ເຮັດ​ຕາມ​ມາດຕະຖານ​ດ້ານ​ສິນລະທຳ​ໃນ​ຄຳພີ​ໄບເບິນ.

13. ເມື່ອ​ເຈົ້າ​ເຈິ​ຄົນ​ທີ່​ເວົ້າ​ວ່າ​ຄົນ​ທີ່​ເຊື່ອ​ເລື່ອງ​ພະເຈົ້າ​ເປັນ​ພວກ​ງົມງວາຍ ເຈົ້າ​ຈະ​ຊ່ວຍ​ລາວ​ແນວ​ໃດ?

13 ຖ້າ​ເຮົາ​ເຈິ​ກັບ​ຄົນ​ທີ່​ບໍ່​ເຫັນດີ​ກັບ​ຄວາມ​ເຊື່ອ​ຂອງ​ເຮົາ ເຮົາ​ບໍ່​ຄວນ​ສະຫຼຸບ​ເອົາ​ເອງ​ວ່າ​ເຮົາ​ຮູ້​ທຸກຢ່າງ​ກ່ຽວກັບ​ສິ່ງ​ທີ່​ລາວ​ເຊື່ອ. (ຕຕ. 3:2) ຕົວຢ່າງ​ເຊັ່ນ: ຖ້າ​ໝູ່​ຢູ່​ໂຮງຮຽນ​ບອກ​ວ່າພວກ​ທີ່​ເຊື່ອ​ເລື່ອງ​ຂອງ​ພະເຈົ້າ​ເປັນ​ພວກ​ງົມງວາຍ ເຮົາ​ຄວນ​ສະຫຼຸບ​ເອົາ​ເອງ​ບໍ​ວ່າ​ລາວ​ເຊື່ອ​ວິວັດທະນາການ​ແລະ​ມີ​ຄວາມ​ຮູ້​ຫຼາຍ​ກ່ຽວກັບ​ເລື່ອງ​ນັ້ນ? ທີ່ຈິງ​ແລ້ວ ທີ່​ລາວ​ບອກ​ວ່າ​ພວກ​ທີ່​ເຊື່ອ​ເລື່ອງ​ພະເຈົ້າ​ເປັນ​ພວກ​ງົມງວາຍ ລາວ​ອາດ​ເວົ້າ​ຕາມ​ຄົນ​ອື່ນ​ຊື່​ໆ. ແທນ​ທີ່​ຈະ​ພະຍາຍາມ​ຖຽງ​ກັບ​ລາວ​ເລື່ອງ​ວິວັດທະນາການ ເຮົາ​ຄວນ​ໃຫ້​ຂໍ້ມູນ​ລາວ​ເພື່ອ​ໃຫ້​ລາວ​ຄິດ​ກ່ຽວກັບ​ເລື່ອງ​ນີ້​ຫຼາຍ​ຂຶ້ນ. ເຮົາ​ອາດ​ຈະ​ໃຫ້​ລາວ​ເບິ່ງ​ຂໍ້ມູນ​ໃນ​ເວັບໄຊ jw.org ກ່ຽວກັບ​ຫຼັກຖານ​ທີ່​ວ່າ​ພະເຈົ້າ​ສ້າງ​ສິ່ງ​ຕ່າງ​ໆ​ໃນ​ທຳມະຊາດ. ບໍ່​ແນ່​ໄດ໋ ເມື່ອ​ລາວ​ໄດ້​ອ່ານ​ບົດ​ຄວາມ​ຫຼື​ເບິ່ງ​ວິດີໂອ​ໃນ​ເວັບໄຊ ລາວ​ອາດ​ຈະ​ຢາກ​ລົມ​ກັບ​ເຈົ້າ​ຫຼາຍ​ຂຶ້ນ​ກໍ​ໄດ້. ການ​ທີ່​ເຮົາ​ນັບຖື​ຄວາມ​ຄິດ​ເຫັນ​ຂອງ​ຄົນ​ອື່ນ​ອາດ​ເຮັດ​ໃຫ້​ລາວ​ຢາກ​ຮູ້​ຈັກ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ.

14. ນີວ​ໃຊ້​ເວັບໄຊ​ຂອງ​ເຮົາ​ແນວ​ໃດ​ເພື່ອ​ຊ່ວຍ​ໝູ່​ບໍ່​ໃຫ້​ເຂົ້າໃຈ​ຜິດ​ກ່ຽວກັບ​ພະຍານ​ພະ​ເຢໂຫວາ?

14 ໄວລຸ້ນ​ຄົນ​ໜຶ່ງ​ທີ່​ຊື່​ນີວ​ໃຊ້​ເວັບໄຊ​ຂອງ​ເຮົາ​ເພື່ອ​ຊ່ວຍ​ຄົນ​ອື່ນ​ບໍ່​ໃຫ້​ເຂົ້າໃຈ​ຜິດ​ກ່ຽວກັບ​ພະຍານ​ພະ​ເຢໂຫວາ. ລາວ​ບອກ​ວ່າ: “ໝູ່​ຄົນ​ໜຶ່ງ​ເວົ້າ​ວ່າ ຂ້ອຍ​ບໍ່​ເຊື່ອ​ໃນ​ວິທະຍາສາດ​ເຊິ່ງ​ເປັນ​ເລື່ອງ​ທີ່​ເປັນ​ຄວາມ​ຈິງ​ຍ້ອນ​ຂ້ອຍ​ເຊື່ອ​ຄຳພີ​ໄບເບິນ​ເຊິ່ງ​ເປັນ​ເລື່ອງ​ທີ່​ແຕ່ງ​ຂຶ້ນ​ມາ.” ນອກ​ຈາກນັ້ນ ໝູ່​ຜູ້​ນີ້​ຍັງ​ບໍ່​ຍອມ​ໃຫ້​ນີວ​ອະທິບາຍ​ເລື່ອງ​ຄວາມ​ເຊື່ອ​ຂອງ​ໂຕເອງ. ເມື່ອ​ເປັນ​ແບບ​ນັ້ນ ນີວ​ຈຶ່ງ​ໃຫ້​ໝູ່​ເບິ່ງ​ເວັບໄຊ jw.org ໃນ​ສ່ວນ “ວິທະຍາສາດ​ກັບ​ຄຳພີ​ໄບເບິນ.” ຈາກນັ້ນ ນີວ​ກໍ​ສັງເກດ​ວ່າ​ໝູ່​ຜູ້​ນີ້​ເຂົ້າ​ໄປ​ເບິ່ງ​ເວັບໄຊ​ແທ້​ໆ​ແລ້ວ​ນີວ​ກໍ​ມີ​ໂອ⁠ກາດ​ໄດ້​ລົມ​ກັບ​ໝູ່​ເລື່ອງ​ຕົ້ນກຳເນີດ​ຂອງ​ຊີວິດ. ເຈົ້າ​ເອງ​ກໍ​ອາດ​ຈະ​ປະສົບ​ຄວາມ​ສຳເລັດ​ແບບ​ນີ້​ໄດ້​ຄື​ກັນ.

ກຽມ​ນຳ​ກັນ​ເປັນ​ຄອບຄົວ

15. ພໍ່​ແມ່​ຈະ​ຊ່ວຍ​ລູກ​ແນວ​ໃດ​ໃຫ້​ຮູ້​ວິທີ​ຕອບ​ແບບ​ອ່ອນໂຍນ​ຕອນ​ທີ່​ຖືກ​ໝູ່​ຢູ່​ໂຮງຮຽນ​ຖາມ​ຫຼື​ເວົ້າ​ບໍ່​ດີ​ກ່ຽວກັບ​ຄວາມ​ເຊື່ອ?

15 ພໍ່​ແມ່​ສາມາດ​ສອນ​ລູກ​ໃຫ້​ຮູ້​ວິທີ​ຕອບ​ແບບ​ອ່ອນໂຍນ​ໄດ້​ຕອນ​ທີ່​ຖືກ​ໝູ່​ຢູ່​ໂຮງຮຽນ​ຖາມ​ຫຼື​ເວົ້າ​ບໍ່​ດີ​ກ່ຽວກັບ​ຄວາມ​ເຊື່ອ​ຂອງ​ລູກ. (ຢກບ. 3:13) ພໍ່​ແມ່​ບາງ​ຄົນ​ຈະ​ໃຊ້​ເວລາ​ຕອນ​ທີ່​ນະມັດສະການ​ປະຈຳ​ຄອບຄົວ​ຝຶກ​ຊ້ອມ​ກັບ​ລູກ. ເຂົາເຈົ້າ​ອາດ​ຈະ​ເວົ້າ​ເລື່ອງ​ທີ່​ຄົນ​ຢູ່​ໂຮງຮຽນ​ຈະ​ຖາມ ແລ້ວ​ກໍ​ລົມ​ກັບ​ລູກ​ວ່າ​ຈະ​ຕອບ​ຄຳຖາມ​ເຫຼົ່າ​ນັ້ນ​ແນວ​ໃດ​ດີ. ຫຼັງ​ຈາກນັ້ນ ພໍ່​ແມ່​ກໍ​ຈະ​ສາທິດ​ໃຫ້​ລູກ​ເບິ່ງ​ແລະ​ສອນ​ລູກ​ນຳ​ວ່າ​ຈະ​ເວົ້າ​ແບບ​ອ່ອນໂຍນ​ແລະ​ເປັນ​ຕາ​ຟັງ​ໄດ້​ແນວ​ໃດ.—ເບິ່ງ​ຂອບ “ ການ​ຝຶກ​ຊ້ອມ​ນຳ​ກັນ​ຊ່ວຍ​ຄອບຄົວ​ຂອງ​ເຈົ້າ​ໄດ້.”

16-17. ການ​ຝຶກ​ຊ້ອມ​ນຳ​ກັນ​ຈະ​ຊ່ວຍ​ລູກ​ທີ່​ເປັນ​ໄວລຸ້ນ​ແນວ​ໃດ?

16 ການ​ຝຶກ​ຊ້ອມ​ນຳ​ກັນ​ເປັນ​ຄອບຄົວ​ຈະ​ຊ່ວຍ​ໃຫ້​ລູກ​ໝັ້ນໃຈ​ໃນ​ສິ່ງ​ທີ່​ເຂົາເຈົ້າ​ເຊື່ອ​ແລະ​ອະທິບາຍ​ໃຫ້​ຄົນ​ອື່ນ​ຟັງ​ໄດ້. ສິ່ງ​ໜຶ່ງ​ທີ່​ຊ່ວຍ​ໄດ້​ແມ່ນ ບົດ​ຄວາມ​ຊຸດ “ໜຸ່ມ​ສາວ​ຖາມ​ວ່າ” ແລະ​ສ່ວນ​ທີ່​ຊື່​ວ່າ “ຝຶກ​ຄວາມ​ຄິດ​ສຳລັບ​ໄວລຸ້ນ” ໃນ​ເວັບໄຊ jw.org. ສອງ​ສ່ວນ​ນີ້​ອອກ​ແບບ​ມາ​ເພື່ອ​ຊ່ວຍ​ໄວລຸ້ນ​ໃຫ້​ໝັ້ນໃຈ​ໃນ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ​ແລະ​ຊ່ວຍ​ເຂົາເຈົ້າ​ໃຫ້​ກຽມ​ຄຳຕອບ​ເປັນ​ຄຳເວົ້າ​ຂອງ​ໂຕເອງ​ໄດ້. ຖ້າ​ໝົດ​ຄອບຄົວ​ໃຊ້ 2 ສ່ວນ​ນີ້​ໃນ​ການ​ນະມັດສະການ​ປະຈຳ​ຄອບຄົວ​ນຳ​ກັນ ທຸກ​ຄົນ​ກໍ​ຈະ​ຮູ້​ວິທີ​ອະທິບາຍ​ຄວາມ​ເຊື່ອ​ໃນ​ແບບ​ທີ່​ອ່ອນໂຍນ​ແລະ​ເປັນ​ຕາ​ຟັງ.

17 ໄວລຸ້ນ​ຄົນ​ໜຶ່ງ​ທີ່​ຊື່​ມັດທິວ​ບອກ​ວ່າ ການ​ຝຶກ​ຊ້ອມ​ນຳ​ກັນ​ເປັນ​ຄອບຄົວ​ຊ່ວຍ​ລາວ​ໄດ້​ຫຼາຍ​ແທ້​ໆ. ຕອນ​ທີ່​ນະມັດສະການ​ປະຈຳ​ຄອບຄົວ ລາວ​ກັບ​ພໍ່​ແມ່​ຈະ​ຄົ້ນຄວ້າ​ເລື່ອງ​ທີ່​ໝູ່​ໃນ​ຫ້ອງ​ມັກ​ຖາມ. ລາວ​ເລົ່າ​ວ່າ: “ຂ້ອຍ​ກັບ​ພໍ່​ແມ່​ຈະ​ຄິດ​ເຖິງ​ສິ່ງ​ທີ່​ໝູ່​ອາດ​ຈະ​ຖາມ ແລະ​ເຮົາ​ຈະ​ຄົ້ນຄວ້າ​ນຳ​ກັນ​ແລະ​ຝຶກ​ຊ້ອມ​ວ່າ​ຈະ​ຕອບ​ແນວ​ໃດ​ດີ. ການ​ເຮັດ​ແບບ​ນີ້​ຊ່ວຍ​ຂ້ອຍ​ໃຫ້​ເຫັນ​ເຫດຜົນ​ແຈ້ງຂຶ້ນ​ວ່າ​ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ເຊື່ອ​ແບບ​ນັ້ນ ແລະ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ໝັ້ນໃຈ​ແລະ​ຮູ້ສຶກ​ງ່າຍ​ຂຶ້ນ​ທີ່​ຈະ​ຕອບ​ຄົນ​ອື່ນ​ແບບ​ອ່ອນໂຍນ.”

18. ຕາມ​ໂກໂລຊາຍ 4:6 ອັນໃດ​ເປັນ​ສິ່ງ​ທີ່​ສຳຄັນ?

18 ເຖິງ​ວ່າ​ເຮົາ​ຈະ​ອະທິບາຍ​ຢ່າງ​ຈະ​ແຈ້ງ​ແລະ​ມີ​ເຫດຜົນ ແຕ່​ກໍ​ບໍ່​ແມ່ນ​ທຸກ​ຄົນ​ຢາກ​ຟັງ​ເຮົາ. ສິ່ງ​ທີ່​ຈະ​ຊ່ວຍ​ເຮົາ​ໄດ້​ແມ່ນ ເຮົາ​ຕ້ອງ​ເວົ້າ​ໃນ​ແບບ​ທີ່​ເປັນ​ຕາ​ຟັງ​ແລະ​ອ່ອນໂຍນ. (ອ່ານ​ໂກໂລຊາຍ 4:6) ການ​ເວົ້າ​ເຖິງ​ຄວາມ​ເຊື່ອ​ຂອງ​ເຮົາ​ກັບ​ຄົນ​ອື່ນ​ອາດ​ສົມທຽບ​ຄື​ກັບ​ການ​ໂຍນ​ໝາກ​ບານ. ເຮົາ​ອາດ​ຈະ​ໂຍນ​ຄ່ອຍ​ໆ​ຫຼື​ໂຍນ​ແຮງ​ໆ​ກໍ​ໄດ້. ຖ້າ​ເຮົາ​ໂຍນ​ຄ່ອຍ​ໆ​ຄົນ​ທີ່​ຮັບ​ກໍ​ຈະ​ຮັບ​ໄດ້​ງ່າຍ​ກວ່າ​ແລະ​ອາດ​ຈະ​ຫຼິ້ນ​ກັບ​ເຮົາ​ຕໍ່. ຄ້າຍຄື​ກັນ ຖ້າ​ເຮົາ​ອະທິບາຍ​ຄວາມ​ເຊື່ອ​ແບບ​ທີ່​ເປັນ​ຕາ​ຟັງ​ແລະ​ອ່ອນໂຍນ ຄົນ​ທີ່​ລົມ​ກັບ​ເຮົາ​ກໍ​ອາດ​ຈະ​ຟັງ​ເຮົາ​ຫຼາຍ​ຂຶ້ນ​ແລະ​ຢາກ​ລົມ​ກັບ​ເຮົາ​ຕໍ່. ແຕ່​ກໍ​ເປັນ​ໄປ​ໄດ້​ທີ່​ເຮົາ​ຈະ​ເຈິ​ຄົນ​ທີ່​ດູຖູກ​ຄວາມ​ເຊື່ອ​ຂອງ​ເຮົາ​ຫຼື​ລົມ​ກັບ​ເຮົາ​ຍ້ອນ​ຢາກ​ເອົາ​ຊະນະ​ຊື່​ໆ. ຖ້າ​ເປັນ​ແບບ​ນັ້ນ ເຮົາ​ກໍ​ບໍ່​ຈຳເປັນ​ຕ້ອງ​ລົມ​ກັບ​ລາວ​ຕໍ່. (ສຸພາ. 26:4) ແຕ່​ກໍ​ມີ​ໜ້ອຍ​ຄົນ​ທີ່​ເປັນ​ແບບ​ນັ້ນ ຄົນ​ສ່ວນ​ຫຼາຍ​ອາດ​ຢາກ​ຟັງ​ເຮົາ​ຖ້າ​ເຮົາ​ເວົ້າ​ແບບ​ອ່ອນໂຍນ.

19. ອັນ​ໃດ​ຄວນ​ເຮັດ​ໃຫ້​ເຮົາ​ຢາກ​ສະແດງ​ຄວາມ​ອ່ອນໂຍນ​ຕອນ​ທີ່​ອະທິບາຍ​ເລື່ອງ​ຄວາມ​ເຊື່ອ​ຂອງ​ເຮົາ?

19 ເຮົາ​ເຫັນ​ແລ້ວ​ວ່າ​ຖ້າ​ເຮົາ​ພະຍາຍາມ​ເປັນ​ຄົນ​ອ່ອນໂຍນ ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ແທ້​ໆ. ໃຫ້​ເຈົ້າ​ຂໍ​ຄວາມ​ເຂັ້ມແຂງ​ຈາກ​ພະ​ເຢໂຫວາ​ເພື່ອ​ເຈົ້າ​ຈະ​ອ່ອນໂຍນ​ໄດ້​ຕອນ​ທີ່​ມີ​ຄົນ​ເວົ້າ​ໃຫ້​ເຈົ້າ​ຫຼື​ມີ​ຄົນ​ຖາມ​ເລື່ອງ​ທີ່​ອາດ​ເຮັດ​ໃຫ້​ເກີດ​ຄວາມ​ຂັດ​ແຍ້ງ​ກັນ. ໃຫ້​ຈື່​ໄວ້​ວ່າ ເຖິງ​ວ່າ​ຈະ​ມີ​ຄວາມ​ຄິດ​ທີ່​ບໍ່​ກົງ​ກັນ ແຕ່​ຖ້າ​ເຈົ້າ​ເປັນ​ຄົນ​ອ່ອນໂຍນ​ເຈົ້າ​ກໍ​ຈະ​ຊ່ວຍ​ບໍ່​ໃຫ້​ເກີດ​ການ​ຜິດ​ຖຽງ​ກັນ. ນອກ​ຈາກນັ້ນ ຖ້າ​ເຈົ້າ​ຕອບ​ແບບ​ອ່ອນໂຍນ​ແລະ​ດ້ວຍ​ຄວາມ​ນັບຖື ເຈົ້າ​ກໍ​ອາດຈະ​ຊ່ວຍ​ໃຫ້​ຄົນ​ທີ່​ມາ​ຖາມ​ເຈົ້າ​ເບິ່ງ​ພະຍານ​ພະ​ເຢໂຫວາ​ແລະ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ໃນ​ແບບ​ທີ່​ດີ​ຂຶ້ນ. ໃຫ້ “ພ້ອມ​ຢູ່​ສະເໝີ​ທີ່​ຈະ​ອະທິບາຍ” ເລື່ອງ​ຄວາມ​ເຊື່ອ​ຂອງ​ເຈົ້າ​ແລະ​ໃຫ້ “ເຮັດ​ຢ່າງ​ສຸພາບ​ແລະ​ດ້ວຍ​ຄວາມ​ນັບຖື​ຈາກ​ໃຈ.” (1ປຕ. 3:15) ຂໍ​ໃຫ້​ເຈົ້າ​ພະຍາຍາມ​ສະແດງ​ໃຫ້​ຄົນ​ອື່ນ​ເຫັນ​ວ່າ​ເຈົ້າ​ເຂັ້ມແຂງ​ໂດຍ​ເປັນ​ຄົນ​ອ່ອນໂຍນ.

ເພງ 88 ຂໍ​ໃຫ້​ເຮົາ​ຮູ້​ທາງ​ຂອງ​ພະອົງ

a ບົດ​ຄວາມ​ນີ້​ມີ​ຄຳ​ແນະນຳ​ທີ່​ດີ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ອະທິບາຍ​ຄວາມ​ເຊື່ອ​ແບບ​ອ່ອນໂຍນ​ຕອນ​ທີ່​ມີ​ຄົນ​ຖາມ​ຫຼື​ເຮັດ​ໃຫ້​ເຮົາ​ໃຈ​ຮ້າຍ.

b ເບິ່ງ​ຄຳ​ແນະນຳ​ທີ່​ດີ​ກ່ຽວກັບ​ເລື່ອງ​ນີ້​ໃນ​ບົດ​ຄວາມ “ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ​ກ່ຽວກັບ​ການ​ຮັກ​ຮ່ວມ​ເພດ?” ໃນ​ຕື່ນເຖີດ! ປີ 2016 ສະບັບ​ທີ 4. (ພາສາ​ໄທ)

c ເຈົ້າ​ສາມາດ​ເຂົ້າ​ໄປ​ເບິ່ງ​ຂໍ້ມູນ​ດີ​ໆ​ໃນ​ບົດ​ຄວາມ​ຊຸດ “ໜຸ່ມ​ສາວ​ຖາມ​ວ່າ” ແລະ​ສ່ວນ​ທີ່​ຊື່​ວ່າ “ຄຳຖາມ​ທີ່​ພົບ​ເລື້ອຍ​ໆ​ກ່ຽວກັບ​ພະຍານ​ພະ​ເຢໂຫວາ” ໃນ​ເວັບໄຊ jw.org. (ພາສາ​ໄທ)