ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຄັດລັບ​ການ​ຄົ້ນຄວ້າ

ເຄັດລັບ​ການ​ຄົ້ນຄວ້າ

ເຄື່ອງມື​ໃນ​ການ​ສອນ​ເດັກນ້ອຍ

ພໍ່​ແມ່​ມີ​ໜ້າທີ່​ຮັບ​ຜິດ​ຊອບ​ໃນ​ການ​ສອນ​ລູກ​ໃຫ້​ຮູ້​ຈັກ​ພະ​ເຢໂຫວາ. (ອຟຊ. 6:4) ອົງການ​ຂອງ​ພະ​ເຢໂຫວາ​ໄດ້​ເຮັດ​ເລື່ອງ​ຕ່າງ​ໆ​ ວິດີໂອ​ແລະ​ເພງ ເພື່ອ​ຊ່ວຍ​ພໍ່​ແມ່​ໃນ​ເລື່ອງ​ນີ້. ເຈົ້າ​ຈະ​ໃຊ້​ສິ່ງ​ເຫຼົ່າ​ນີ້​ແນວ​ໃດ​ເພື່ອ​ສອນ​ລູກ?

  • ໃນ​ເວັບໄຊ JW.ORG ມີ​ສິ່ງ​ທີ່​ໃຊ້​ສອນ​ເດັກນ້ອຍ ເຊັ່ນ ວິດີໂອ​ແລະ​ກິດຈະກຳ​ຕ່າງ​ໆ. a ເພື່ອ​ຈະ​ເບິ່ງ​ສິ່ງ​ເຫຼົ່າ​ນີ້ ໃຫ້​ພິມ​ຄຳ​ວ່າ “ເດັກນ້ອຍ” ຫຼື “ໄວລຸ້ນ” ໃນ​ປ່ອງ​ຄົ້ນ​ຫາ.

  • ໃຫ້​ເລືອກ​ອັນ​ທີ່​ເໝາະ​ກັບ​ລູກ. ສິ່ງ​ທີ່​ມີ​ໃນ​ສ່ວນ “ເດັກນ້ອຍ” ຈະ​ຊ່ວຍ​ເຈົ້າ​ໃຫ້​ເລືອກ​ກິດຈະກຳ​ທີ່​ເໝາະ​ກັບ​ລູກ. ເພື່ອ​ຊອກ​ຫາ​ສ່ວນ​ນີ້ ໃຫ້​ພິມ​ຄຳ​ວ່າ “ກິດຈະກຳ​ສຳລັບ​ການ​ນະມັດສະການ​ປະຈຳ​ຄອບຄົວ.” b

  • ໃຊ້​ເວລາ​ລົມ​ກັບ​ລູກ​ກ່ຽວກັບ​ສິ່ງ​ເຫຼົ່າ​ນີ້. ຢ່າ​ປ່ອຍ​ໃຫ້​ລູກ​ເບິ່ງ​ວິດີໂອ​ຫຼື​ເຮັດ​ກິດຈະກຳ​ຕ່າງ​ໆ​ເພື່ອ​ໃຫ້​ລູກ​ມີ​ແນວ​ເຮັດ​ເທົ່າ​ນັ້ນ ແຕ່​ໃຫ້​ລົມ​ເລື່ອງ​ນັ້ນ​ກັບ​ລູກ​ແລະ​ຊ່ວຍ​ລູກ​ໃຫ້​ເປັນ​ໝູ່​ກັບ​ພະ​ເຢໂຫວາ.

a ຕອນນີ້​ໃນ​ແອັບ JW Library® ມີ​ວິດີໂອ​ທັງໝົດ​ສຳລັບ​ເດັກນ້ອຍ ສ່ວນ​ກິດຈະກຳ​ສຳລັບ​ຂຽນ​ຫຼື​ແຕ້ມ​ຮູບ​ແມ່ນ​ຍັງ​ບໍ່​ມີ​ຫຼາຍ.

b (ພາສາ​ໄທ)