ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 41

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ຈົດໝາຍ 2 ສະບັບ​ຂອງ​ເປໂຕ?

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ຈົດໝາຍ 2 ສະບັບ​ຂອງ​ເປໂຕ?

“ຂ້ອຍ​ຈຶ່ງ​ເຕືອນ​ພວກ​ເຈົ້າ​ຢູ່​ເລື້ອຍ​ໆ​ບໍ່​ໃຫ້​ລືມ​ເລື່ອງ​ເຫຼົ່າ​ນີ້.”—2ປຕ. 1:12

ເພງ 127 ຂ້ອຍ​ຄວນ​ເປັນ​ຄົນ​ແບບ​ໃດ

ໃຈ​ຄວາມ​ສຳຄັນ a

1. ໃນ​ໄລຍະ​ທ້າຍ​ໆ​ຂອງ​ຊີວິດ​ເປໂຕ ພະ​ເຢໂຫວາ​ໄດ້​ໃຊ້​ລາວ​ໃຫ້​ເຮັດ​ຫຍັງ?

 ອັກຄະສາວົກ​ເປໂຕ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດຊື່​ເປັນ​ເວລາ​ຫຼາຍ​ປີ. ລາວ​ໄປ​ປະກາດ​ກັບ​ພະ​ເຢຊູ. ລາວ​ເລີ່ມ​ປະກາດ​ກັບ​ຄົນ​ຕ່າງ​ຊາດ ແລະ​ຕໍ່​ມາ​ລາວ​ກໍ​ໄດ້​ເປັນ​ສະມາຊິກ​ຂອງ​ຄະນະ​ກຳມະການ​ປົກຄອງ. ໃນ​ໄລຍະ​ທ້າຍ​ໆ​ຂອງ​ຊີວິດ​ເປໂຕ ພະ​ເຢໂຫວາ​ກໍ​ໃຫ້​ລາວ​ເຮັດ​ວຽກ​ຕື່ມ​ອີກ. ປະມານ​ປີ 62-64 ພະ​ເຢໂຫວາ​ໄດ້​ດົນໃຈ​ລາວ​ໃຫ້​ຂຽນ​ຈົດໝາຍ 2 ສະບັບ​ເຊິ່ງ​ກໍ​ຄື​ປຶ້ມ 1 ເປໂຕ ແລະ 2 ເປໂຕ​ໃນ​ຄຳພີ​ໄບເບິນ. ເປໂຕ​ຫວັງ​ວ່າ​ຈົດໝາຍ 2 ສະບັບ​ນີ້​ຈະ​ຊ່ວຍ​ພີ່ນ້ອງ​ໄດ້​ຫຼັງ​ຈາກ​ທີ່​ລາວ​ຕາຍ​ໄປ​ແລ້ວ.—2ປຕ. 1:12-15

2. ເປັນ​ຫຍັງ​ຈົດໝາຍ​ທີ່​ເປໂຕ​ຂຽນ​ຈຶ່ງ​ເໝາະ​ກັບ​ເວລາ?

2 ເປໂຕ​ຂຽນ​ຈົດໝາຍ 2 ສະບັບ​ນີ້​ຕອນ​ທີ່​ພີ່ນ້ອງ “ທຸກໃຈ . . . ຍ້ອນ​ເຈິ​ຄວາມ​ຍາກ​ລຳບາກ​ຕ່າງ​ໆ.” (1ປຕ. 1:6) ພວກ​ຄົນ​ຊົ່ວ​ກຳລັງ​ພະຍາຍາມ​ເຜີຍ​ແຜ່​ຄຳສອນ​ຕົວະ​ແລະ​ການ​ປະພຶດ​ທີ່​ບໍ່​ສະອາດ​ໃນ​ປະຊາຄົມ. (2ປຕ. 2:1, 2, 14) ອີກ​ບໍ່​ດົນ ຄລິດສະຕຽນ​ທີ່​ຢູ່​ເມືອງ​ເຢຣູຊາເລັມ​ຈະ​ເຈິ “ຈຸດຈົບ​ຂອງ​ທຸກ​ສິ່ງ” ເຊິ່ງ​ໝາຍ​ຄວາມ​ວ່າ​ເມືອງ​ເຢຣູຊາເລັມ​ແລະ​ລະບົບ​ຢິວ​ຈະ​ຖືກ​ກອງທັບ​ໂຣມ​ມາ​ທຳລາຍ. (1ປຕ. 4:7) ແນ່ນອນ​ວ່າ​ຈົດໝາຍ​ຂອງ​ເປໂຕ​ໄດ້​ຊ່ວຍ​ຄລິດສະຕຽນ​ໃຫ້​ຮູ້​ວ່າ​ເຂົາເຈົ້າ​ຄວນ​ເຮັດ​ແນວ​ໃດ​ເພື່ອ​ຈະ​ຮັກສາ​ຄວາມ​ເຊື່ອ​ຕໍ່​ໆ​ໄປ​ເຖິງ​ວ່າ​ເຈິ​ຄວາມ​ລຳບາກ ແລະ​ກຽມ​ເຂົາເຈົ້າ​ໄວ້​ສຳລັບ​ຄວາມ​ລຳບາກ​ທີ່​ຈະ​ເກີດຂຶ້ນ​ໃນ​ອະນາຄົດ. b

3. ເປັນ​ຫຍັງ​ເຮົາ​ຄວນ​ສົນໃຈ​ຈົດໝາຍ​ທີ່​ເປໂຕ​ຂຽນ?

3 ເຖິງ​ວ່າ​ເປໂຕ​ຈະ​ຂຽນ​ຈົດໝາຍ​ຫາ​ຄລິດສະຕຽນ​ທີ່​ມີຊີວິດ​ຢູ່​ໃນ​ຕອນ​ນັ້ນ ແຕ່​ພະ​ເຢໂຫວາ​ກໍ​ໃຫ້​ລວມ​ເອົາ​ຈົດໝາຍ 2 ສະບັບ​ນີ້​ໄວ້​ໃນ​ຄຳພີ​ໄບເບິນ​ເພື່ອ​ພວກ​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ຈົດໝາຍ​ເຫຼົ່າ​ນີ້. (ຣມ. 15:4) ຍ້ອນ​ເຮົາ​ມີຊີວິດ​ຢູ່​ໃນ​ໂລກ​ທີ່​ສົ່ງເສີມ​ການ​ປະພຶດ​ທີ່​ບໍ່​ສະອາດ ເຮົາ​ເອງ​ກໍ​ເຈິ​ຄວາມ​ຍາກ​ລຳບາກ​ຕ່າງ​ໆ​ເຊິ່ງ​ເຮັດ​ໃຫ້​ຍາກ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ. ນອກ​ຈາກນັ້ນ ອີກ​ບໍ່​ດົນ​ເຮົາ​ຈະ​ເຈິ​ກັບ​ຄວາມ​ທຸກ​ລຳບາກ​ທີ່​ໜັກ​ກວ່າ​ຈຸດຈົບ​ຂອງ​ລະບົບ​ຢິວ. ໃນ​ຈົດໝາຍ 2 ສະບັບ​ຂອງ​ເປໂຕ ເຮົາ​ຈະ​ເຫັນ​ຂໍ້​ເຕືອນ​ໃຈ​ທີ່​ສຳຄັນ​ບາງ​ຢ່າງ​ເຊິ່ງ​ຈະ​ຊ່ວຍ​ເຮົາ​ໃຫ້​ຕັ້ງໃຈ​ລໍ​ຖ້າ​ວັນ​ຂອງ​ພະ​ເຢໂຫວາ ເອົາ​ຊະນະ​ການ​ຢ້ານ​ຄົນ ແລະ​ຮັກ​ກັນ​ຫຼາຍ​ໆ. ຂໍ້​ເຕືອນ​ໃຈ​ເຫຼົ່າ​ນີ້​ຍັງ​ຊ່ວຍ​ຜູ້​ດູແລ​ໃຫ້​ຮູ້​ວິທີ​ຊ່ວຍ​ພີ່ນ້ອງ​ໃນ​ປະຊາຄົມ​ໃຫ້​ມີຄວາມ​ເຊື່ອ​ເຂັ້ມແຂງ.

ຕັ້ງໃຈ​ລໍ​ຖ້າ​ພະ​ເຢໂຫວາ

4. ຕາມ 2 ເປໂຕ 3:3, 4 ສິ່ງ​ໃດ​ອາດ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຮົາ​ສັ່ນ​ຄອນ?

4 ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ເຮົາ​ບໍ່​ເຊື່ອ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ກ່ຽວກັບ​ອະນາຄົດ. ພວກ​ຜູ້​ຕໍ່ຕ້ານ​ອາດ​ຈະ​ເວົ້າ​ເຍາະເຍີ້ຍ​ເຮົາ ຍ້ອນ​ເຮົາ​ເວົ້າ​ມາ​ຫຼາຍ​ປີ​ແລ້ວ​ວ່າ​ໂລກ​ນີ້​ໃກ້​ຈະ​ຮອດ​ຈຸດຈົບ​ແລ້ວ. ແຕ່​ບາງ​ຄົນ​ອາດຈະ​ເວົ້າ​ວ່າ​ມັນ​ບໍ່​ເກີດຂຶ້ນ​ດອກ. (ອ່ານ 2 ເປໂຕ 3:3, 4) ຖ້າ​ເຮົາ​ໄດ້​ຍິນ​ຄຳເວົ້າ​ແບບ​ນີ້​ຈາກ​ຄົນ​ທີ່​ເຮົາ​ປະກາດ​ນຳ ໝູ່​ຢູ່​ບ່ອນ​ເຮັດ​ວຽກ ຫຼື​ຄົນ​ໃນ​ຄອບຄົວ ຄວາມ​ເຊື່ອ​ຂອງ​ເຮົາ​ອາດຈະ​ສັ່ນ​ຄອນ​ໄດ້. ສິ່ງ​ທີ່​ເປໂຕ​ເວົ້າ​ຈະ​ຊ່ວຍ​ເຮົາ​ໄດ້.

5. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ມີຄວາມ​ຄິດ​ທີ່​ຖືກຕ້ອງ​ກ່ຽວກັບ​ຈຸດຈົບ​ຂອງ​ໂລກ​ນີ້? (2 ເປໂຕ 3:8, 9)

5 ບາງ​ຄົນ​ອາດ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ຄື​ຊ້າ​ແທ້​ທີ່​ຈະ​ທຳລາຍ​ໂລກ​ຊົ່ວ​ນີ້. ຄຳເວົ້າ​ຂອງ​ເປໂຕ​ຊ່ວຍ​ເຮົາ​ໃຫ້​ມີຄວາມ​ຄິດ​ທີ່​ຖືກຕ້ອງ​ແລະ​ເຕືອນ​ເຮົາ​ວ່າ​ພະ​ເຢໂຫວາ​ເບິ່ງ​ເວລາ​ຕ່າງ​ຈາກ​ມະນຸດ. (ອ່ານ 2 ເປໂຕ 3:8, 9) ສຳລັບ​ພະ​ເຢໂຫວາ 1.000 ປີ​ຄື​ກັບ​ມື້​ໜຶ່ງ. ພະ​ເຢໂຫວາ​ມີຄວາມ​ອົດທົນ​ແລະ​ເພິ່ນ​ບໍ່​ຢາກ​ໃຫ້​ຜູ້​ໃດ​ຖືກ​ທຳລາຍ. ເມື່ອ​ວັນ​ຂອງ​ພະ​ເຢໂຫວາ​ມາ​ຮອດ ໂລກ​ຊົ່ວ​ນີ້​ຈະ​ຖືກ​ທຳລາຍ​ແນ່ນອນ. ເປັນ​ສິດທິ​ພິເສດ​ແທ້​ໆ​ທີ່​ເຮົາ​ໄດ້​ໃຊ້​ເວລາ​ທີ່​ເຫຼືອ​ຢູ່​ນີ້​ເພື່ອ​ປະກາດ​ກັບ​ທຸກ​ຄົນ​ຢູ່​ທົ່ວ​ໂລກ.

6. ເຮົາ​ຈະ​ຄິດ​ເຖິງ​ວັນ​ຂອງ​ພະ​ເຢໂຫວາ​ຢູ່​ສະເໝີ​ໄດ້​ແນວ​ໃດ? (2 ເປໂຕ 3:11, 12)

6 ເປໂຕ​ກະຕຸ້ນ​ເຮົາ​ໃຫ້ “ຄິດ​ຢູ່​ສະເໝີ” ກ່ຽວກັບ​ວັນ​ຂອງ​ພະ​ເຢໂຫວາ. (ອ່ານ 2 ເປໂຕ 3:11, 12) ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ? ໃນ​ແຕ່​ລະ​ມື້​ໃຫ້​ເຮົາ​ຄິດ​ເຖິງ​ຊີວິດ​ດີ​ໆ​ຢູ່​ໃນ​ໂລກ​ໃໝ່. ໃຫ້​ນຶກພາບ​ວ່າ​ເຈົ້າ​ກຳລັງ​ຫາຍໃຈ​ເອົາ​ອາກາດ​ທີ່​ບໍລິສຸດ​ແທ້​ໆ​ກິນ​ອາຫານ​ທີ່​ເປັນ​ປະໂຫຍດ​ຕໍ່​ຮ່າງກາຍ ຕ້ອນຮັບ​ຄົນ​ໃນ​ຄອບຄົວ​ແລະ​ໝູ່​ຄູ່​ທີ່​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ ແລະ​ສອນ​ຄົນ​ທີ່​ຕາຍ​ໄປ​ຫຼາຍ​ສິບ​ປີ​ແລ້ວ​ເລື່ອງ​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ​ທີ່​ເກີດຂຶ້ນ​ແທ້. ເມື່ອ​ເຮົາ​ນຶກພາບ​ແບບ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຕັ້ງໃຈ​ລໍ​ຖ້າ​ເວລາ​ນັ້ນ​ແລະ​ໝັ້ນໃຈ​ວ່າ​ຈຸດຈົບ​ຂອງ​ລະບົບ​ນີ້​ໃກ້​ຈະ​ມາ​ຮອດ​ແລ້ວ. ການ​ຮູ້​ກ່ຽວກັບ​ອະນາຄົດ​ຂອງ​ເຮົາ​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ຖືກ​ພວກ​ຜູ້​ສອນ​ປອມ “ຊັກ​ຈູງ” ໃຫ້​ຫຼົງ​ໄປ​ໃນ​ທາງ​ທີ່​ຜິ​ດ.—2ປຕ. 3:17

ເອົາ​ຊະນະ​ການ​ຢ້ານ​ຄົນ

7. ການ​ຢ້ານ​ຄົນ​ມີຜົນ​ກະທົບ​ຕໍ່​ເຮົາ​ແນວ​ໃດ?

7 ເມື່ອ​ເຮົາ​ຄິດ​ເຖິງ​ວັນ​ຂອງ​ພະ​ເຢໂຫວາ​ຢູ່​ສະເໝີ ເຮົາ​ກໍ​ຢາກ​ບອກ​ຄົນ​ອື່ນ​ເລື່ອງ​ຂ່າວດີ. ແຕ່​ບາງ​ເທື່ອ​ເຮົາ​ກໍ​ບໍ່​ກ້າ​ເວົ້າ. ເປັນ​ຫຍັງ​ຈຶ່ງ​ບໍ່​ກ້າ? ຍ້ອນ​ເຮົາ​ຢ້ານ​ຄົນ. ເລື່ອງ​ນີ້​ເຄີຍ​ເກີດຂຶ້ນ​ກັບ​ເປໂຕ. ໃນ​ຄືນ​ທີ່​ພະ​ເຢຊູ​ຖືກ​ຈັບ ເປໂຕ​ຢ້ານ​ທີ່​ຈະ​ບອກ​ວ່າ​ລາວ​ເປັນ​ລູກສິດ​ຂອງ​ພະ​ເຢຊູ ແລະ​ລາວ​ໄດ້​ປະຕິເສດ​ຮອດ 3 ເທື່ອ​ວ່າ​ບໍ່​ຮູ້​ຈັກ​ພະ​ເຢຊູ​ທັງ​ໆ​ທີ່​ຮູ້​ຈັກ. (ມທ. 26:69-75) ແຕ່​ຕໍ່​ມາ ເປໂຕ​ກໍ​ເອົາ​ຊະນະ​ຄວາມ​ຢ້ານ​ໄດ້ ແລະ​ລາວ​ຂຽນ​ວ່າ: “ຢ່າ​ຢ້ານ​ສິ່ງ​ທີ່​ຄົນ​ອື່ນ​ຢ້ານ​ແລະ​ຢ່າ​ອຸກໃຈ​ເລີຍ.” (1ປຕ. 3:14) ຄຳເວົ້າ​ຂອງ​ເປໂຕ​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ວ່າ​ເຮົາ​ສາມາດ​ເອົາ​ຊະນະ​ການ​ຢ້ານ​ຄົນ​ໄດ້.

8. ສິ່ງ​ໃດ​ຊ່ວຍ​ເຮົາ​ໃຫ້​ເອົາ​ຊະນະ​ການ​ຢ້ານ​ຄົນ​ໄດ້? (1 ເປໂຕ 3:15)

8 ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເອົາ​ຊະນະ​ການ​ຢ້ານ​ຄົນ​ໄດ້? ເປໂຕ​ບອກ​ວ່າ: “ໃນ​ໃຈ​ພວກ​ເຈົ້າ ໃຫ້​ເຄົາລົບ​ນັບຖື​ພະຄລິດ​ເປັນ​ນາ​ຍ.” (ອ່ານ 1 ເປໂຕ 3:15) ໃຫ້​ເຮົາ​ເຕືອນ​ໂຕເອງ​ຢູ່​ສະເໝີ​ວ່າພະ​ເຢຊູ​ຄລິດ​ເປັນ​ກະສັດ​ຂອງ​ເຮົາ​ແລະ​ເພິ່ນ​ມີອຳນາດ​ຫຼາຍ. ເມື່ອ​ເຮົາ​ມີໂອກາດ​ບອກ​ຂ່າວດີ​ໃຫ້​ຄົນ​ອື່ນ​ຮູ້ ແຕ່​ເຮົາ​ພັດ​ຢ້ານ​ຫຼື​ບໍ່​ກ້າ ຂໍ​ໃຫ້​ຄິດ​ເຖິງ​ກະສັດ​ຂອງ​ເຮົາ. ໃຫ້​ເຮົາ​ນຶກພາບ​ວ່າ​ພະ​ເຢຊູ​ກຳລັງ​ປົກຄອງ​ໃນ​ສະຫວັນ​ແລະ​ມີທູດສະຫວັນ​ຫຼາຍ​ລ້ານ​ອົງ​ຢູ່​ອ້ອມ​ເພິ່ນ. ໃຫ້​ຈື່​ໄວ້​ວ່າ ເພິ່ນ​ມີ “ອຳນາດ​ທີ່​ຈະ​ປົກຄອງ​ທຸກ​ສິ່ງ​ໃນ​ສະຫວັນ​ແລະ​ໃນ​ໂລກ​ນີ້” ແລະ​ເພິ່ນ​ຈະ “ຢູ່​ກັບ​ພວກ​ເຈົ້າ​ສະເໝີ​ຈົນ​ຮອດ​ສະໄໝ​ສຸດທ້າຍ​ຂອງ​ໂລກ​ນີ້.” (ມທ. 28:18-20) ເປໂຕ​ຍັງ​ບອກ​ເຮົາ​ໃຫ້​ພ້ອມ​ສະເໝີ​ທີ່​ຈະ​ອະທິບາຍ​ຄວາມ​ເຊື່ອ​ຂອງ​ເຮົາ. ເຈົ້າ​ຢາກ​ປະກາດ​ກັບ​ບາງ​ຄົນ​ຢູ່​ບ່ອນ​ເຮັດ​ວຽກ ຢູ່​ໂຮງຮຽນ ຫຼື​ຢູ່​ບ່ອນ​ອື່ນ​ບໍ? ໃຫ້​ຄິດ​ລ່ວງ​ໜ້າ​ວ່າ​ເຈົ້າ​ຈະ​ປະກາດ​ກັບ​ຜູ້​ນັ້ນ​ຕອນ​ໃດ ແລ້ວ​ກຽມ​ສິ່ງ​ທີ່​ເຈົ້າ​ຈະ​ເວົ້າ. ອະທິດຖານ​ຂໍ​ໃຫ້​ກ້າຫານ​ແລະ​ໃຫ້​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເອົາ​ຊະນະ​ການ​ຢ້ານ​ຄົນ​ໄດ້.—ກຈກ. 4:29

“ໃຫ້​ຮັກ​ກັນ​ຫຼາຍ​ໆ”

ເປໂຕ​ຍອມຮັບ​ເອົາ​ຄຳ​ແນະນຳ​ຈາກ​ໂປໂລ. ຈົດໝາຍ 2 ສະບັບ​ຂອງ​ເປໂຕ​ສອນ​ເຮົາ​ໃຫ້​ສະແດງ​ຄວາມ​ຮັກ​ຕໍ່​ພີ່ນ້ອງ (ເບິ່ງ​ຂໍ້ 9)

9. ມີເທື່ອ​ໜຶ່ງ​ເປໂຕ​ໄດ້​ເຮັດ​ຫຍັງ​ທີ່​ບໍ່​ໄດ້​ສະແດງ​ຄວາມ​ຮັກ? (ເບິ່ງ​ຮູບ)

9 ເປໂຕ​ໄດ້​ຮຽນ​ຮູ້​ວ່າ​ການ​ສະແດງ​ຄວາມ​ຮັກ​ໝາຍ​ຄວາມ​ວ່າ​ແນວ​ໃດ​ແທ້​ໆ. ເປໂຕ​ຢູ່​ກັບ​ພະ​ເຢຊູ​ຕອນ​ທີ່​ເພິ່ນ​ເວົ້າ​ວ່າ: “ຂ້ອຍ​ໃຫ້​ກົດໝາຍ​ໃໝ່​ແກ່​ພວກ​ເຈົ້າ ນັ້ນ​ຄື ໃຫ້​ພວກ​ເຈົ້າ​ຮັກ​ກັນ ຂ້ອຍ​ຮັກ​ພວກ​ເຈົ້າ​ແບບ​ໃດ ກໍ​ໃຫ້​ພວກ​ເຈົ້າ​ຮັກ​ກັນ​ແບບ​ນັ້ນ.” (ຢຮ. 13:34) ເຖິງ​ວ່າ​ຮູ້​ຈັ່ງຊີ້​ແລ້ວ ແຕ່​ຕໍ່​ມາ​ເປໂຕ​ກໍ​ຍອມແພ້​ຕໍ່​ຄວາມ​ກົດ​ດັນ​ແລະ​ເຊົາ​ກິນ​ເຂົ້າ​ກັບ​ພີ່ນ້ອງ​ທີ່​ເປັນ​ຄົນ​ຕ່າງ​ຊາ​ດ. ໂປໂລ​ຈຶ່ງ​ເວົ້າ​ວ່າ​ສິ່ງ​ທີ່​ເປໂຕ​ເຮັດ​ຢູ່​ນັ້ນ​ລາວ “ທຳທ່າ​ເຮັດ.” (ຄລຕ. 2:11-14) ເປໂຕ​ຍອມຮັບ​ຄຳ​ແນະນຳ​ຂອງ​ໂປໂລ ແລະ​ຮຽນ​ຮູ້​ຈາກ​ຄວາມ​ຜິດ​ພາດ​ນັ້ນ. ໃນ​ຈົດໝາຍ 2 ສະບັບ​ເປໂຕ​ຂຽນ​ວ່າ ເຮົາ​ບໍ່​ພຽງ​ແຕ່​ຮູ້ສຶກ​ວ່າ​ຮັກ​ພີ່ນ້ອງ​ເທົ່າ​ນັ້ນ ແຕ່​ເຮົາ​ຕ້ອງ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ເຂົາເຈົ້າ​ແທ້​ໆ.

10. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້ “ມີຄວາມ​ຮັກ​ຢ່າງ​ຈິງໃຈ​ແບບ​ພີ່ນ້ອງ”? ຂໍ​ໃຫ້​ອະທິບາຍ (1 ເປໂຕ 1:22)

10 ເປໂຕ​ບອກ​ວ່າ​ເຮົາ​ຕ້ອງ​ມີ “ຄວາມ​ຮັກ​ຢ່າງ​ຈິງໃຈ​ແບບ​ພີ່ນ້ອງ” ຕໍ່​ທຸກ​ຄົນ​ໃນ​ປະຊາຄົມ. (ອ່ານ 1 ເປໂຕ 1:22) ເຮົາ​ຈະ​ມີຄວາມ​ຮັກ​ແບບ​ນີ້ ຖ້າ​ເຮົາ “ເຊື່ອຟັງ​ຄວາມ​ຈິງ.” ຄວາມ​ຈິງ​ນີ້​ລວມ​ເອົາ​ຄຳສອນ​ທີ່​ວ່າ “ພະເຈົ້າ​ບໍ່​ລຳອຽງ.” (ກຈກ. 10:34, 35) ເຮົາ​ບໍ່​ໄດ້​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢຊູ​ທີ່​ໃຫ້​ຮັກ​ກັນ​ຖ້າ​ເຮົາ​ສະແດງ​ຄວາມ​ຮັກ​ກັບ​ບາງ​ຄົນ​ໃນ​ປະຊາຄົມ​ເທົ່າ​ນັ້ນ. ກະ​ແມ່ນ​ຢູ່​ວ່າ​ເຮົາ​ອາດ​ຮູ້ສຶກ​ໃກ້ຊິດ​ກັບ​ບາງ​ຄົນ​ຄື​ກັບ​ພະ​ເຢຊູ​ຮູ້ສຶກ. (ຢຮ. 13:23; 20:2) ແຕ່​ເປໂຕ​ເຕືອນ​ເຮົາ​ວ່າ​ເຮົາ​ຕ້ອງ​ມີ “ຄວາມ​ຮັກ . . . ແບບ​ພີ່ນ້ອງ” ເຮົາ​ຢາກ​ສະແດງ​ຄວາມ​ຮັກ​ຕໍ່​ທຸກ​ຄົນ​ຍ້ອນ​ວ່າ​ເຂົາເຈົ້າ​ເປັນ​ສ່ວນ​ໜຶ່ງ​ໃນ​ຄອບຄົວ​ຂອງ​ເຮົາ.—1ປຕ. 2:17

11. ການ​ຮັກ​ຄົນ​ອື່ນ​ດ້ວຍ​ສຸດ​ຫົວໃຈ​ໝາຍ​ຄວາມ​ວ່າ​ແນວ​ໃດ?

11 ເປໂຕ​ບອກ​ເຮົາ “ໃຫ້ . . . ຮັກ​ກັນ​ດ້ວຍ​ສຸດ​ຫົວໃຈ.” ໃນ​ແວດ​ບົດ​ນີ້ ການ​ຮັກ​ກັນ​ດ້ວຍ​ສຸດ​ຫົວໃຈ​ໝາຍເຖິງ​ການ​ຮັກ​ຜູ້​ໃດ​ຜູ້​ໜຶ່ງ​ເຖິງ​ວ່າ​ມັນ​ຍາກ​ທີ່​ຈະ​ເຮັດ​ແບບ​ນັ້ນ. ຕົວຢ່າງ​ເຊັ່ນ: ຖ້າ​ພີ່ນ້ອງ​ບາງ​ຄົນ​ເຮັດ​ໃຫ້​ເຮົາ​ຄຽດ​ຫຼື​ເສຍໃຈ ເຮົາ​ຈະ​ເຮັດ​ແນວ​ໃດ? ທຳອິດ ເຮົາ​ອາດ​ຢາກ​ເຮັດ​ແບບ​ນັ້ນ​ໃຫ້​ລາວ​ຄືນ ແຕ່​ເປໂຕ​ໄດ້​ຮຽນ​ຈາກ​ພະ​ເຢຊູ​ວ່າ​ພະ​ເຢໂຫວາ​ບໍ່​ມັກ​ຄົນ​ທີ່​ມີນິດໄສ​ແບບ​ນັ້ນ. (ຢຮ. 18:10, 11) ເປໂຕ​ຂຽນ​ວ່າ: “ຢ່າ​ເຮັດ​ຊົ່ວ​ຕອບ​ແທນ​ຄວາມ​ຊົ່ວ ຢ່າ​ດ່າ​ຕອບ​ແທນ​ການ​ດ່າ ແຕ່​ໃຫ້​ຕອບ​ແທນ​ດ້ວຍ​ຄຳ​ອວຍພອນ.” (1ປຕ. 3:9) ເມື່ອ​ເຈົ້າ​ມີຄວາມ​ຮັກ​ດ້ວຍ​ສຸດ​ຫົວໃຈ ເຈົ້າ​ຈະ​ເຮັດ​ດີ​ຕໍ່​ຜູ້​ນັ້ນ​ແລະ​ເຂົ້າ​ໃຈ​ລາວ​ເຖິງ​ວ່າ​ລາວ​ຈະ​ເຮັດ​ໃຫ້​ເຈົ້າ​ເສຍໃຈ.

12. (ກ) ການ​ຮັກ​ກັນ​ໃຫ້​ຫຼາຍ​ໆ​ຊ່ວຍ​ເຮົາ​ໃນ​ເລື່ອງ​ໃດ? (ຂ) ວິດີໂອ​ຄວາມ​ເປັນ​ໜຶ່ງ​ດຽວ​ກັນ​ເປັນ​ຂອງຂວັນ​ທີ່​ມີຄ່າ​ຫຼາຍ​ຊ່ວຍ​ເຈົ້າ​ໃຫ້​ພະຍາຍາມ​ຢາກ​ເຮັດ​ຫຍັງ?

12 ໃນ​ຈົດໝາຍ​ສະບັບ​ທຳອິດ ເປໂຕ​ໃຊ້​ຄຳ​ວ່າ “ໃຫ້​ຮັກ​ກັນ​ຫຼາຍ​ໆ. ຄວາມ​ຮັກ​ແບບ​ນີ້ “ປົກ​ຄຸມ​ບາບ​ໄດ້​ຢ່າງ​ຫຼວງ​ຫຼາຍ” ບໍ່​ແມ່ນ​ແຕ່​ຄວາມ​ຜິດ​ສອງ​ສາມ​ຢ່າງ​ເທົ່າ​ນັ້ນ. (1ປຕ. 4:8) ເປໂຕ​ຄື​ຊິ​ຄິດ​ເຖິງ​ບົດ​ຮຽນ​ເລື່ອງ​ການ​ໃຫ້​ອະໄພ​ທີ່​ພະ​ເຢຊູ​ໄດ້​ສອນ​ລາວ​ຫຼາຍ​ປີ​ກ່ອນ. ຕອນ​ນັ້ນ ເປໂຕ​ຄິດ​ວ່າ​ລາວ​ເປັນ​ຄົນ​ໃຈ​ກວ້າງ​ແລ້ວ​ເມື່ອ​ລາວ​ບອກ​ວ່າ​ລາວ​ຈະ​ໃຫ້​ອະໄພ​ພີ່ນ້ອງຮອດ “7 ເທື່ອ” ແຕ່​ພະ​ເຢຊູ​ສອນ​ລາວ​ແລະ​ພວກ​ເຮົາ​ວ່າ​ຕ້ອງ​ໃຫ້​ອະໄພ “ຮອດ 77 ເທື່ອ” ເຊິ່ງ​ໝາຍ​ຄວາມ​ວ່າ​ບໍ່​ມີຂີດ​ຈຳກັດ. (ມທ. 18:21, 22) ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເອົາ​ຄຳ​ແນະນຳ​ນີ້​ໄປ​ໃຊ້ ກໍ​ຢ່າ​ຟ້າວ​ທໍ້ໃຈ. ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ທຸກ​ຄົນ​ບໍ່​ສົມບູນແບບ. ບາງ​ເທື່ອ​ກໍ​ຮູ້ສຶກ​ຍາກ​ທີ່​ຈະ​ໃຫ້​ອະໄພ​ຄົນ​ອື່ນ. ສິ່ງ​ທີ່​ສຳຄັນ​ໃນ​ຕອນນີ້​ແມ່ນ​ເຈົ້າ​ຕ້ອງ​ເຮັດ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ຈະ​ໃຫ້​ອະໄພ​ພີ່ນ້ອງ​ແລະ​ສ້າງ​ຄວາມ​ສະຫງົບສຸກ​ກັບ​ລາວ. c

ຜູ້​ດູແລ ໃຫ້​ເບິ່ງແຍງ​ແກະ​ຂອງ​ພະ​ເຢໂຫວາ​ດີ​ໆ​

13. ເປັນ​ຫຍັງ​ຈຶ່ງ​ບໍ່​ງ່າຍ​ທີ່​ຜູ້​ດູແລ​ຈະ​ມີເວລາ​ເບິ່ງແຍງ​ພີ່ນ້ອງ?

13 ເປໂຕ​ຈະ​ບໍ່​ມີວັນ​ລືມ​ສິ່ງ​ທີ່​ພະ​ເຢຊູ​ບອກ​ລາວ​ຫຼັງ​ຈາກ​ທີ່​ເພິ່ນ​ຟື້ນ​ຄືນ​ມາ​ຈາກ​ຕາ​ຍ. ພະ​ເຢຊູ​ສັ່ງ​ລາວ​ວ່າ: “ໃຫ້​ເຈົ້າ​ເບິ່ງແຍງ​ແກະ​ໂຕ​ນ້ອຍ​ໆ​ຂອງ​ຂ້ອຍ​ເດີ້.” (ຢຮ. 21:16) ຖ້າ​ເຈົ້າ​ເປັນ​ຜູ້​ດູແລ ເຈົ້າ​ກໍ​ຮູ້​ວ່າ​ເຈົ້າ​ຕ້ອງ​ເຮັດ​ຕາມ​ຄຳ​ສັ່ງ​ນີ້​ຄື​ກັນ. ມັນ​ອາດ​ບໍ່​ງ່າຍ​ສຳລັບ​ຜູ້​ດູແລ​ທີ່​ຈະ⁠ມີເວລາ​ເຮັດ​ວຽກ​ມອບໝາຍ​ທີ່​ສຳຄັນ​ນີ້ ຍ້ອນ​ເຂົາເຈົ້າ​ຕ້ອງ​ເບິ່ງແຍງ​ຄວາມ​ຈຳເປັນ​ຂອງ​ຄອບຄົວ​ໂຕເອງ​ກ່ອນ​ໃນ​ເລື່ອງ​ການ​ເປັນ​ຢູ່ ເລື່ອງ​ອາລົມ​ຄວາມ​ຮູ້ສຶກ ແລະ​ເລື່ອງ​ຄວາມ​ເຊື່ອ. ນອກ​ຈາກນັ້ນ ຜູ້​ດູແລ​ຍັງ​ຕ້ອງ​ນຳໜ້າ​ໃນ​ວຽກ​ປະກາດ ລວມ​ທັງ​ກຽມ​ສ່ວນ​ແລະ​ເຮັດ​ສ່ວນ​ໃນ​ການ​ປະຊຸມ​ປະຊາຄົມ ການ​ປະຊຸມ​ໝວດ​ແລະ​ການ​ປະຊຸມ​ພາກ. ຜູ້​ດູແລ​ບາງ​ຄົນ​ກໍ​ຢູ່​ໃນ​ຄະນະ​ກຳມະການ​ປະສານ​ງານ​ກັບ​ໂຮງໝໍ ຫຼື​ເຮັດ​ວຽກ​ກັບ​ພະແນກ​ອອກ​ແບບ​ແລະ​ກໍ່ສ້າງ. ຜູ້​ດູແລ​ມີ​ວຽກ​ຫຼາຍ​ແທ້​ໆ!

ເຖິງ​ວ່າ​ມີວຽກ​ຫຼາຍ ແຕ່​ຜູ້​ດູແລ​ທີ່​ມີຄວາມ​ຮັກ​ຈະ​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ເອົາໃຈໃສ່​ຝູງ​ແກະ​ຂອງ​ພະເຈົ້າ (ເບິ່ງ​ຂໍ້ 14-15)

14. ສິ່ງ​ໃດ​ກະຕຸ້ນ​ຜູ້​ດູແລ​ໃຫ້​ເອົາໃຈໃສ່​ຝູງ​ແກະ​ຂອງ​ພະເຈົ້າ? (1 ເປໂຕ 5:1-4)

14 ເປໂຕ​ບອກ​ຜູ້​ດູແລ “ໃຫ້​ເອົາໃຈໃສ່​ຝູງ​ແກະ​ຂອງ​ພະເຈົ້າ.” (ອ່ານ 1 ເປໂຕ 5:1-4) ຖ້າ​ເຈົ້າ​ເປັນ​ຜູ້​ດູແລ ເຮົາ​ຮູ້​ວ່າ​ເຈົ້າ​ຮັກ​ພີ່ນ້ອງ​ແລະ​ຢາກ​ຊ່ວຍ​ເຂົາເຈົ້າ. ແຕ່​ບາງ​ເທື່ອ​ເຈົ້າ​ອາດ​ຮູ້ສຶກ​ວ່າ​ມີ​ວຽກ​ຫຼາຍ​ໂພດ​ຫຼື​ຮູ້ສຶກ​ເມື່ອຍ​ໂພດ​ຈົນ​ບໍ່​ສາມາດ​ເຮັດ​ວຽກ​ມອບໝາຍ​ນີ້​ໄດ້. ຖ້າ​ເປັນ​ແບບ​ນັ້ນ ເຈົ້າ​ຈະ​ເຮັດ​ແນວ​ໃດ? ໃຫ້​ບອກ​ພະ​ເຢໂຫວາ​ວ່າ​ເຈົ້າ​ເປັນ​ຫ່ວງ​ແລະ​ຢາກ​ຊ່ວຍ​ພີ່ນ້ອງ​ຫຼາຍ​ແທ້​ໆ. ເປໂຕ​ຂຽນ​ວ່າ: “ຖ້າ​ຜູ້​ໃດ​ຮັບໃຊ້​ກໍ​ໃຫ້​ລາວ​ຮັບໃຊ້​ໂດຍ​ເພິ່ງ​ກຳລັງ​ທີ່​ມາ​ຈາກ​ພະເຈົ້າ.” (1ປຕ. 4:11) ພີ່ນ້ອງ​ອາດຈະ​ກຳລັງ​ເຈິ​ກັບ​ບັນຫາ​ທີ່​ບໍ່​ສາມາດ​ແກ້ໄຂ​ໄດ້​ໃນ​ຕອນນີ້. ແຕ່​ຂໍ​ໃຫ້​ຈື່​ໄວ້​ວ່າ​ພະ​ເຢຊູ​ຄລິດ “ຜູ້​ລ້ຽງ​ແກະ​ຄົນ​ສຳຄັນ” ສາມາດ​ຊ່ວຍ​ພີ່ນ້ອງ​ໄດ້​ຫຼາຍ​ກວ່າ​ເຈົ້າ​ທັງ​ໃນ​ຕອນນີ້​ແລະ​ໃນ​ໂລກ​ໃໝ່. ສິ່ງ​ທີ່​ພະ​ເຢໂຫວາ​ຢາກ​ໃຫ້​ຜູ້​ດູແລ​ເຮັດ​ແມ່ນ​ໃຫ້​ຮັກ​ແລະ​ເອົາໃຈໃສ່​ພີ່ນ້ອງ ແລະ “ເປັນ​ຕົວຢ່າງ​ໃຫ້​ຝູງ​ແກະ.”

15. ຜູ້​ດູແລ​ຄົນ​ໜຶ່ງ​ໄດ້​ເອົາໃຈໃສ່​ພີ່ນ້ອງ​ແນວ​ໃດ? (ເບິ່ງ​ຮູບ)

15 ພີ່ນ້ອງ​ວິນລຽມ​ທີ່​ເປັນ​ຜູ້​ດູແລ​ມາ​ດົນ​ແລ້ວ​ເຂົ້າ​ໃຈ​ວ່າ​ການ​ເອົາໃຈໃສ່​ພີ່ນ້ອງ​ເປັນ​ເລື່ອງ​ທີ່​ສຳຄັນ​ຫຼາຍ. ຕອນ​ທີ່​ພະຍາດ​ໂຄວິດ-19 ເລີ່ມ​ລະບາດ ລາວ​ກັບ​ຜູ້​ດູແລ​ຄົນ​ອື່ນ​ໆ​ໄດ້​ຈັດ​ໃຫ້​ການ​ຕິດຕໍ່​ກັບ​ພີ່ນ້ອງ​ແຕ່​ລະ​ຄົນ​ທີ່​ຢູ່​ໃນ​ກຸ່ມ​ຂອງ​ເຂົາເຈົ້າ​ເປັນ​ເລື່ອງ​ສຳຄັນ​ໃນ​ແຕ່​ລະ​ອາທິດ. ລາວ​ເວົ້າ​ເຖິງ​ເຫດຜົນ​ທີ່​ຕ້ອງ​ເຮັດ​ແບບ​ນັ້ນ​ວ່າ: “ພີ່ນ້ອງ​ຫຼາຍ​ຄົນ​ຢູ່​ເຮືອນ​ຄົນ​ດຽວ ມັນ​ຈຶ່ງ​ງ່າຍ​ທີ່​ເຂົາເຈົ້າ​ຈະ​ຄິດ​ໃນ​ແງ່​ລົບ.” ເມື່ອ​ພີ່ນ້ອງ​ມີບັນຫາ ພີ່ນ້ອງ​ວິນລຽມ​ຈະ​ຕັ້ງໃຈ​ຟັງ​ເພື່ອ​ຈະ​ຮູ້​ວ່າ​ເຂົາເຈົ້າ​ກັງວົນ​ໃນ​ເລື່ອງ​ໃດ​ແລະ​ຕ້ອງການ​ຫຍັງ. ຈາກນັ້ນ ລາວ​ຈະ​ພະຍາຍາມ​ຄົ້ນ​ເບິ່ງ​ບາງ​ບົດ​ຄວາມ​ໃນ​ປຶ້ມ​ຂອງ​ອົງການ​ຫຼື​ຊອກ​ວິດີໂອ​ໃນ​ເວັບໄຊ​ຂອງ​ເຮົາ​ເພື່ອ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ. ລາວ​ເວົ້າ​ວ່າ: “ການ​ເອົາໃຈໃສ່​ພີ່ນ້ອງ​ໃນ​ຕອນນີ້​ຈຳເປັນ​ຫຼາຍ​ກວ່າ​ທີ່​ຜ່ານ​ມາ. ເຮົາ​ພະຍາຍາມ​ຫຼາຍ​ແທ້​ໆ​ທີ່​ຈະ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮູ້​ຈັກ​ພະ​ເຢໂຫວາ ດັ່ງນັ້ນ ເຮົາ​ກໍ​ຕ້ອງ​ພະຍາຍາມ​ແບບ​ນັ້ນ​ຄື​ກັນ​ເພື່ອ​ເອົາໃຈໃສ່​ພີ່ນ້ອງ​ແລະ​ຊ່ວຍ​ເຂົາເຈົ້າ​ໃຫ້​ຢູ່​ໃນ​ຄວາມ​ຈິງ​ຕໍ່​ໆ​ໄປ.”

ໃຫ້​ພະ​ເຢໂຫວາ​ຝຶກ​ອົບຮົມ​ເຈົ້າ​ຈົນ​ສຳເລັດ

16. ສິ່ງ​ທີ່​ເຮົາ​ໄດ້​ຮຽນ​ຈາກ​ຈົດໝາຍ​ຂອງ​ເປໂຕ​ເຮົາ​ຈະ​ເອົາ​ໄປ​ໃຊ້​ແນວ​ໃດ?

16 ເຮົາ​ໄດ້​ຮຽນ​ແຕ່​ບາງ​ເລື່ອງ​ໃນ​ຈົດໝາຍ 2 ສະບັບ​ທີ່​ເປໂຕ​ຂຽນ. ເຈົ້າ​ອາດ​ເຫັນ​ບາງ​ຈຸດ​ທີ່​ເຈົ້າ​ຢາກ​ປັບປຸງ​ໂຕເອງ ຕົວຢ່າງ​ເຊັ່ນ: ເຈົ້າ​ຢາກ​ຄິດ​ເຖິງ​ສິ່ງ​ດີ​ໆ​ທີ່​ຈະ​ເກີດຂຶ້ນ​ໃນ​ໂລກ​ໃໝ່​ຫຼາຍ​ຂຶ້ນ​ບໍ? ເຈົ້າ​ຕັ້ງ​ເປົ້າ​ທີ່​ຈະ​ປະກາດ​ກັບ​ບາງ​ຄົນ​ຢູ່​ບ່ອນ​ເຮັດ​ວຽກ ຢູ່​ໂຮງຮຽນ ຫຼື​ຢູ່​ບ່ອນ​ອື່ນ​ບໍ? ເຈົ້າ​ເຫັນ​ວິທີ​ທີ່​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ພີ່ນ້ອງ​ຫຼາຍ​ຂຶ້ນ​ບໍ? ຜູ້​ດູແລ ເຈົ້າ​ຕັ້ງໃຈ​ທີ່​ຈະ​ເບິ່ງແຍງ​ຝູງ​ແກະ​ຂອງ​ພະເຈົ້າ​ດ້ວຍ​ຄວາມ​ເຕັມໃຈ​ແລະ​ດ້ວຍ​ຄວາມ​ກະຕືລືລົ້ນ​ບໍ? ການ​ກວດ​ເບິ່ງ​ໂຕເອງ​ຢ່າງ​ສັດຊື່​ອາດ​ຊ່ວຍ​ເຮົາ​ໃຫ້​ເຫັນ​ຈຸດ​ອ່ອນ​ບາງ​ຢ່າງ​ຂອງ​ໂຕເອງ ແຕ່​ບໍ່​ຕ້ອງ​ທໍ້ໃຈ. “ຜູ້​ເປັນ​ນາຍ​ກະລຸນາ” ຫຼາຍ​ແລະ​ເພິ່ນ​ຈະ​ຊ່ວຍ​ເຈົ້າ​ໃຫ້​ປັບປຸງ​ໂຕເອງ. (1ປຕ. 2:3) ເປໂຕ​ຮັບຮອງ​ກັບ​ເຮົາ​ວ່າ: “ພະເຈົ້າ . . . ຈະ​ຝຶກ​ອົບຮົມ​ພວກ​ເຈົ້າ​ຈົນ​ສຳເລັດ. . . . ພະອົງ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ໝັ້ນຄົງ ພະອົງ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ເຂັ້ມແຂງ​ແລະ​ບໍ່​ຫວັ່ນໄຫວ.”—1ປຕ. 5:10

17. ຖ້າ​ເຮົາ​ພະຍາຍາມ​ຕໍ່​ໆ​ໄປ​ແລະ​ຍອມ​ໃຫ້​ພະ​ເຢໂຫວາ​ຝຶກ​ສອນ​ເຮົາ ເຮົາ​ຈະ​ໄດ້​ຮັບ​ຫຍັງ?

17 ທຳອິດ ເປໂຕ​ຮູ້ສຶກ​ວ່າ​ໂຕເອງ​ບໍ່​ເໝາະ​ສົມ​ທີ່​ຈະ​ຢູ່​ກັບ​ພະ​ເຢຊູ. (ລກ. 5:8) ແຕ່​ຍ້ອນ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ຊ່ວຍ​ເຫຼືອ​ລາວ​ດ້ວຍ​ຄວາມ​ຮັກ ເປໂຕ​ຈຶ່ງ​ພະຍາຍາມ​ຕໍ່​ໆ​ໄປ​ທີ່​ຈະ​ຕິດຕາມ​ພະ​ເຢຊູ. ການ​ພະຍາຍາມ​ເຮັດ​ແບບ​ນີ້​ເຮັດ​ໃຫ້​ລາວ​ໄດ້ “ເຂົ້າ​ໃນ​ການ​ປົກຄອງ​ທີ່​ຄົງ​ຢູ່​ຕະຫຼອດ​ໄປ​ຂອງ​ພະ​ເຢຊູ​ຄລິດ​ຜູ້​ເປັນ​ນາຍ​ແລະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ພວກ​ເຮົາ.” (2ປຕ. 1:11) ນີ້​ເປັນ​ລາງວັນ​ທີ່​ຍິ່ງໃຫຍ່​ແທ້​ໆ! ຖ້າ​ເຈົ້າ​ພະຍາຍາມ​ຕໍ່​ໆ​ໄປ​ຄື​ກັບ​ເປໂຕ ແລະ​ຍອມ​ໃຫ້​ພະ​ເຢໂຫວາ​ຝຶກ​ສອນ​ເຈົ້າ ເຈົ້າ​ກໍ​ຈະ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ​ເປັນ​ລາງວັນ​ຄື​ກັນ. ເຈົ້າ​ຈະ “ໄດ້​ຮັບ​ລາງວັນ ເຊິ່ງ​ກໍ​ຄື​ຄວາມ​ລອດ.”—1ປຕ. 1:9

ເພງ 109 “ຮັກ​ທີ່​ແຮງ​ກ້າ​ສຸດ​ຫົວໃຈ”

a ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ເບິ່ງ​ວ່າ​ສິ່ງ​ທີ່​ເຮົາ​ໄດ້​ຮຽນ​ຈາກ​ຈົດໝາຍ​ຂອງ​ເປໂຕ​ຈະ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ອົດທົນ​ກັບ​ຄວາມ​ຍາກ​ລຳບາກ​ຕ່າງ​ໆ. ນອກ​ຈາກນັ້ນ ຜູ້​ດູແລ​ຈະ​ເຫັນ​ວິທີ​ທີ່​ເຂົາເຈົ້າ​ສາມາດ​ເຮັດ​ໜ້າທີ່​ຮັບ​ຜິດ​ຊອບ​ຂອງ​ໂຕເອງ​ໄດ້​ສຳເລັດ​ໃນ​ການ​ເປັນ​ຜູ້​ເບິ່ງແຍງ​ແກະ​ຂອງ​ພະເຈົ້າ.

b ເບິ່ງ​ຄື​ວ່າ​ຄລິດສະຕຽນ​ທີ່​ຢູ່​ປາແລັດສະຕິນ​ໄດ້​ຮັບ​ຈົດໝາຍ​ຂອງ​ເປໂຕ​ທັງ​ສອງ​ສະບັບ​ກ່ອນ​ທີ່​ເມືອງ​ເຢຣູຊາເລັມ​ຈະ​ຖືກ​ໂຈມຕີ​ໃນ​ປີ 66.

c ເບິ່ງ​ວິດີໂອ​ຄວາມ​ເປັນ​ໜຶ່ງ​ດຽວ​ກັນ​ເປັນ​ຂອງຂວັນ​ທີ່​ມີຄ່າ​ຫຼາຍ​ໃນ​ເວັບໄຊ jw.org. (ພາສາ​ໄທ)