ບົດຄວາມສຶກສາທີ 40
ໃຫ້ພະຍາຍາມຕໍ່ໆໄປຄືກັບເປໂຕ
“ນາຍເອີຍ ຢ່າຢູ່ໃກ້ຂ້ອຍເລີຍ ເພາະຂ້ອຍເປັນຄົນບາບ.”—ລກ. 5:8
ເພງ 38 ພະອົງຈະເຮັດໃຫ້ເຈົ້າເຂັ້ມແຂງ
ໃຈຄວາມສຳຄັນ a
1. ເປໂຕຮູ້ສຶກແນວໃດຫຼັງຈາກພະເຢຊູເຮັດການອັດສະຈັນເພື່ອຊ່ວຍລາວຫາປາໄດ້ບັກຫຼາຍໆ?
ເປໂຕໃຊ້ເວລາໝົດຄືນເພື່ອຫາປາ ແຕ່ລາວກໍຫາປາບໍ່ໄດ້ຈັກໂຕ. ແລ້ວພະເຢຊູກໍບອກລາວວ່າ: “ເອົາເຮືອອອກໄປບ່ອນນ້ຳເລິກ ແລ້ວຢ່ອນມອງລົງຈັບປາ.” (ລກ. 5:4) ເປໂຕສົງໄສວ່າລາວຈະຫາປາໄດ້ແທ້ໆບໍ ແຕ່ລາວກໍເຮັດຕາມທີ່ພະເຢຊູບອກ. ເມື່ອເປໂຕກັບຄົນອື່ນຢ່ອນມອງລົງກໍໄດ້ປາບັກຫຼາຍໆຈົນມອງເກືອບຂາດ. ເມື່ອເຫັນການອັດສະຈັນແບບນີ້ ເຂົາເຈົ້າກໍ “ຮູ້ສຶກງຶດ.” ເປໂຕຈຶ່ງເວົ້າກັບພະເຢຊູວ່າ: “ນາຍເອີຍ ຢ່າຢູ່ໃກ້ຂ້ອຍເລີຍ ເພາະຂ້ອຍເປັນຄົນບາບ.” (ລກ. 5:6-9) ລາວຮູ້ສຶກວ່າໂຕເອງບໍ່ເໝາະສົມທີ່ຈະຢູ່ກັບພະເຢຊູ.
2. ເປັນຫຍັງຕົວຢ່າງຂອງເປໂຕຈຶ່ງເປັນປະໂຫຍດສຳລັບເຮົາ?
2 ເປໂຕເວົ້າຖືກແລ້ວທີ່ວ່າລາວ “ເປັນຄົນບາບ.” ເມື່ອອ່ານຄຳພີໄບເບິນ ເຮົາກໍເຫັນວ່າບາງເທື່ອເປໂຕເວົ້າແລະເຮັດບາງຢ່າງທີ່ເຮັດໃຫ້ລາວເສຍໃຈພາຍຫຼັງ. ເຈົ້າເຄີຍຮູ້ສຶກຄືກັບເປໂຕບໍ? ເຈົ້າມີຈຸດອ່ອນຫຼືນິດໄສທີ່ບໍ່ດີບາງຢ່າງທີ່ຢາກເຊົາມາດົນແລ້ວແຕ່ກໍເຊົາບໍ່ໄດ້ບໍ? ຖ້າແມ່ນ ເຈົ້າຈະໄດ້ກຳລັງໃຈເມື່ອເບິ່ງຕົວຢ່າງຂອງເປໂຕ. ເປັນຫຍັງຈຶ່ງເປັນແບບນັ້ນ? ລອງຄິດເບິ່ງແມ້ ພະເຢໂຫວາບໍ່ໃຫ້ຂຽນເລື່ອງຄວາມຜິດພາດຂອງເປໂຕໄວ້ໃນຄຳພີໄບເບິນກະໄດ້ ແຕ່ເພິ່ນກໍໃຫ້ຂຽນໄວ້. ຍ້ອນຫຍັງ? ຍ້ອນເພິ່ນຢາກໃຫ້ເລື່ອງຂອງລາວເປັນບົດຮຽນສຳລັບເຮົາ. (2ຕມ. 3:16, 17) ການເບິ່ງຕົວຢ່າງຂອງເປໂຕທີ່ມີຈຸດອ່ອນແລະມີຄວາມຮູ້ສຶກຄືກັບເຮົາຈະຊ່ວຍເຮົາໃຫ້ເຫັນວ່າພະເຢໂຫວາບໍ່ໄດ້ຄາດໝາຍຄວາມສົມບູນແບບຈາກເຮົາ ແຕ່ເພິ່ນຢາກໃຫ້ເຮົາພະຍາຍາມຕໍ່ໆໄປແລະບໍ່ຍອມແພ້ເຖິງວ່າເຮົາຈະມີຈຸດອ່ອນກໍຕາມ.
3. ເປັນຫຍັງເຮົາຕ້ອງພະຍາຍາມຕໍ່ໆໄປແລະບໍ່ຍອມແພ້?
3 ເປັນຫຍັງເຮົາຕ້ອງພະຍາຍາມຕໍ່ໆໄປແລະບໍ່ຍອມແພ້? ມີສຸພາສິດໜຶ່ງເວົ້າວ່າ: “ຄວາມພະຍາຍາມຢູ່ບ່ອນໃດ ຄວາມສຳເລັດຢູ່ບ່ອນນັ້ນ.” ໃຫ້ ຄິດເຖິງຕົວຢ່າງຂອງນັກດົນຕີ. ນັກດົນຕີຕ້ອງພະຍາຍາມຝຶກຊ້ອມຫຼາຍປີຈຶ່ງຊິຫຼິ້ນເກັ່ງ. ຕະຫຼອດຫຼາຍປີທີ່ລາວຝຶກຊ້ອມຢ່າງໜັກ ລາວອາດຫຼິ້ນຜິດໂນ້ດຫຼາຍພັນເທື່ອ ແຕ່ລາວກໍອົດທົນຝຶກຊ້ອມຕໍ່ໆໄປ ຈາກນັ້ນລາວກໍຫຼິ້ນເກັ່ງ. ເຖິງວ່າເປັນນັກດົນຕີທີ່ເກັ່ງແລ້ວ ແຕ່ລາວກໍຍັງຈະຫຼິ້ນຜິດເປັນບາງເທື່ອ. ເຖິງຈະເປັນແບບນັ້ນ ລາວກໍບໍ່ຍອມແພ້ ແຕ່ພະຍາຍາມຝຶກຊ້ອມຕໍ່ໆໄປເພື່ອຈະຫຼິ້ນເກັ່ງຂຶ້ນອີກ. ຄ້າຍຄືກັນ ເຖິງເຮົາຮູ້ສຶກວ່າເຮົາເອົາຊະນະຈຸດອ່ອນບາງຢ່າງໄດ້ແລ້ວ ແຕ່ເຮົາອາດເຮັດຜິດແບບເກົ່າອີກ. ດັ່ງນັ້ນ ເຮົາຕ້ອງພະຍາຍາມຕໍ່ໆໄປ. ທີ່ຈິງແລ້ວ ເຮົາທຸກຄົນອາດເວົ້າຫຼືເຮັດບາງຢ່າງທີ່ເຮັດໃຫ້ເສຍໃຈພາຍຫຼັງ ແຕ່ຖ້າເຮົາບໍ່ຍອມແພ້ ພະເຢໂຫວາຈະຊ່ວຍເຮົາໃຫ້ປັບປຸງໂຕເອງໃຫ້ດີຂຶ້ນເລື້ອຍໆ. (1ປຕ. 5:10) ໃຫ້ເຮົາມາເບິ່ງຕົວຢ່າງຂອງເປໂຕທີ່ພະຍາຍາມຕໍ່ໆໄປແລະບໍ່ຍອມແພ້ ແລະເຮົາຈະເບິ່ງວ່າການທີ່ພະເຢຊູອີ່ຕົນເປໂຕເຖິງລາວຈະເຮັດຜິດພາດຈະຊ່ວຍເຮົາແນວໃດໃຫ້ມີກຳລັງໃຈເພື່ອຈະຮັບໃຊ້ພະເຢໂຫວາຕໍ່ໆໄປ.
ເປໂຕເອົາຊະນະຈຸດອ່ອນແລະໄດ້ຮັບສິ່ງດີໆ
4. ໃນລູກາ 5:5-10 ເປໂຕເວົ້າໃຫ້ໂຕເອງແນວໃດ ແຕ່ພະເຢຊູເຮັດໃຫ້ລາວໝັ້ນໃຈແນວໃດ?
4 ຄຳພີໄບເບິນບໍ່ໄດ້ບອກວ່າເປັນຫຍັງເປໂຕຈຶ່ງເວົ້າໃຫ້ໂຕເອງວ່າ “ເປັນຄົນບາບ” ຫຼືບໍ່ໄດ້ບອກວ່າລາວຄິດເຖິງຄວາມຜິດແບບໃດທີ່ລາວເຄີຍເຮັດ. (ອ່ານລູກາ 5:5-10) ແຕ່ລາວອາດເຄີຍເຮັດຜິດຮ້າຍແຮງບາງຢ່າງ. ພະເຢຊູຮູ້ວ່າເປໂຕຢ້ານ ອາດເປັນຍ້ອນເປໂຕຮູ້ສຶກວ່າໂຕເອງບໍ່ດີພໍ. ພະເຢຊູຮູ້ວ່າເປໂຕຈະສັດຊື່ຕໍ່ໆໄປ ເພິ່ນຈຶ່ງເວົ້າກັບເປໂຕວ່າ: “ບໍ່ຕ້ອງຢ້ານ.” ການທີ່ພະເຢຊູໝັ້ນໃຈໃນເປໂຕແບບນີ້ໄດ້ປ່ຽນຊີວິດຂອງລາວ. ຕໍ່ມາ ເປໂຕກັບອັນເດອານ້ອງຊາຍຂອງລາວໄດ້ເຊົາເຮັດອາຊີບຫາປາແລະມາເປັນຜູ້ຕິດຕາມພະເຢຊູ. ການຕັດສິນໃຈແບບນັ້ນເຮັດໃຫ້ເຂົາເຈົ້າໄດ້ຮັບສິ່ງດີໆຫຼາຍຢ່າງ.—ມຣກ. 1:16-18
5. ເປໂຕໄດ້ເຫັນສິ່ງດີໆຫຍັງແດ່ຍ້ອນລາວເອົາຊະນະການຢ້ານຄົນແລະເຂົ້າມາເປັນລູກສິດຂອງພະເຢຊູ?
5 ຕອນທີ່ເປໂຕຕິດຕາມພະເຢຊູ ລາວມີປະສົບການທີ່ດີຫຼາຍຢ່າງ. ລາວໄດ້ເຫັນພະເຢຊູປົວຄົນເຈັບປ່ວຍ ໄລ່ພວກປີສາດທີ່ເຂົ້າສິງຄົນ ແລະປຸກຄົນຕາຍໃຫ້ຟື້ນຄືນມາ. b (ມທ. 8:14-17; ມຣກ. 5:37, 41, 42) ນອກຈາກນັ້ນ ເປໂຕຍັງໄດ້ເຫັນນິມິດທີ່ໜ້າຕື່ນເຕັ້ນກ່ຽວກັບພະເຢຊູທີ່ຈະເປັນກະສັດໃນການປົກຄອງຂອງພະເຈົ້າ. ເປໂຕຈະບໍ່ລືມເລື່ອງນີ້ຕະຫຼອດຊີວິດຂອງລາວ. (ມຣກ. 9:1-8; 2ປຕ. 1:16-18) ເປໂຕຈະບໍ່ໄດ້ເຫັນເລື່ອງແບບນີ້ຖ້າລາວບໍ່ໄດ້ເຂົ້າມາເປັນລູກສິດຂອງພະເຢຊູ. ເປໂຕຕ້ອງດີໃຈແທ້ໆທີ່ໄດ້ເອົາຊະນະຄວາມຮູ້ສຶກໃນແງ່ລົບຂອງໂຕເອງແລະມີໂອກາດໄດ້ເຫັນສິ່ງເຫຼົ່ານີ້!
6. ເປໂຕເອົາຊະນະຈຸດອ່ອນຂອງໂຕເອງໄດ້ໄວບໍ? ຂໍໃຫ້ອະທິບາຍ
6 ເຖິງວ່າເປໂຕໄດ້ຍິນແລະໄດ້ເຫັນເລື່ອງເຫຼົ່ານີ້ ແຕ່ລາວກໍຍັງຕ້ອງຕໍ່ສູ້ກັບຈຸດອ່ອນຂອງໂຕເອງຢູ່. ໃຫ້ເຮົາເບິ່ງບາງຕົວຢ່າງນຳກັນ. ຕອນທີ່ພະເຢຊູເວົ້າວ່າເພິ່ນຈະຕ້ອງທົນທຸກທໍລະມານແລະຕາຍເພື່ອໃຫ້ຄຳພະຍາກອນໃນຄຳພີໄບເບິນເກີດຂຶ້ນແທ້ ເປໂຕກໍເວົ້າວ່າພະເຢຊູຈະບໍ່ເຈິເລື່ອງແບບນັ້ນດອກ. (ມຣກ. 8:31-33) ມີຫຼາຍເທື່ອທີ່ເປໂຕກັບພວກອັກຄະສາວົກຖຽງກັນວ່າໃຜຊິເປັນໃຫຍ່ທີ່ສຸດໃນພວກເຂົາເຈົ້າ. (ມຣກ. 9:33, 34) ໃນຄືນສຸດທ້າຍກ່ອນທີ່ພະເຢຊູຈະຕາຍ ເປໂຕໄດ້ຕັດຫູຜູ້ຊາຍຄົນໜຶ່ງດ້ວຍຄວາມໃຈຮ້ອນ. (ຢຮ. 18:10) ໃນຄືນດຽວກັນນັ້ນ ຍ້ອນຄວາມຢ້ານເປໂຕໄດ້ປະຕິເສດຮອດ 3 ເທື່ອວ່າບໍ່ຮູ້ຈັກພະເຢຊູທີ່ເປັນໝູ່ຂອງລາວ. (ມຣກ. 14:66-72) ການເຮັດແບບນັ້ນເຮັດໃຫ້ເປໂຕຮ້ອງໄຫ້ດ້ວຍຄວາມເຈັບປວດໃຈຫຼາຍ.—ມທ. 26:75
7. ຫຼັງຈາກພະເຢຊູຟື້ນຄືນມາຈາກຕາຍ ເປໂຕໄດ້ຮັບໂອກາດຫຍັງ?
7 ພະເຢຊູບໍ່ໄດ້ປະຖິ້ມອັກຄະສາວົກຂອງເພິ່ນຜູ້ນີ້ທີ່ທໍ້ໃຈຫຼາຍ. ຫຼັງຈາກພະເຢຊູຟື້ນຄືນມາຈາກຕາຍ ເພິ່ນໄດ້ໃຫ້ໂອກາດເປໂຕຢືນຢັນເຖິງຄວາມຮັກທີ່ລາວມີຕໍ່ເພິ່ນ. ພະເຢຊູຊວນລາວໃຫ້ມາເປັນຜູ້ເບິ່ງແຍງຝູງແກະຂອງເພິ່ນ. (ຢຮ. 21:15-17) ເປໂຕກໍພ້ອມທີ່ຈະເຮັດຕາມທີ່ພະເຢຊູບອກ. ລາວຢູ່ເມືອງເຢຣູຊາເລັມໃນວັນເພັນເຕກອດແລະຢູ່ໃນກຸ່ມທຳອິດທີ່ຖືກເລືອກໂດຍພະລັງບໍລິສຸດ.
8. ໃນເມືອງອັນຕີໂອເຂຍ ເປໂຕໄດ້ເຮັດຜິດຮ້າຍແຮງໃນເລື່ອງໃດ?
8 ຫຼັງຈາກທີ່ເປໂຕຖືກເລືອກໃຫ້ເປັນຄລິດສະຕຽນແລ້ວ ລາວກໍຍັງຕ້ອງຕໍ່ສູ້ກັບຈຸດອ່ອນຂອງໂຕເອງຢູ່. ໃນປີ 36 ພະເຈົ້າສົ່ງເປໂຕໄປຫາໂກເນລີໂອທີ່ບໍ່ແມ່ນຄົນຢິວ ແລະພະເຈົ້າໄດ້ເລືອກໂກເນລີໂອໂດຍທາງພະລັງບໍລິສຸດ. ເລື່ອງນີ້ເຮັດໃຫ້ເຫັນໄດ້ແຈ້ງວ່າ “ພະເຈົ້າບໍ່ລຳອຽງ” ແລະຄົນຕ່າງຊາດກໍສາມາດເຂົ້າມາເປັນສ່ວນໜຶ່ງຂອງປະຊາຄົມຄລິດສະຕຽນໄດ້. (ກຈກ. 10:34, 44, 45) ຍ້ອນແນວນີ້ເປໂຕຈຶ່ງຮູ້ສຶກສະບາຍໃຈທີ່ຈະກິນເຂົ້າກັບຄົນຕ່າງຊາດ ເຊິ່ງກ່ອນໜ້ານີ້ລາວຊິບໍ່ເຮັດເດັດຂາດ. (ຄລຕ. 2:12) ແຕ່ຄົນຢິວບາງຄົນຮູ້ສຶກວ່າຄົນຢິວກັບຄົນຕ່າງຊາດບໍ່ຄວນກິນເຂົ້ານຳກັນ. ເມື່ອບາງຄົນທີ່ມີຄວາມຄິດແບບນີ້ມາເມືອງອັນຕີໂອເຂຍ ເປໂຕກໍເຊົາກິນເຂົ້າກັບພີ່ນ້ອງທີ່ເປັນຄົນຕ່າງຊາດຍ້ອນລາວຢ້ານຈະເຮັດໃຫ້ພີ່ນ້ອງຄົນຢິວສະດຸດ. ເມື່ອອັກຄະສາວົກໂປໂລເຫັນເປໂຕເຮັດແບບນັ້ນ ລາວຈຶ່ງເວົ້າໃຫ້ເປໂຕຕໍ່ໜ້າຄົນອື່ນ. (ຄລຕ. 2:13, 14) ເຖິງວ່າຈະເຮັດຜິດແບບນັ້ນ ແຕ່ເປໂຕກໍບໍ່ຍອມແພ້. ມີຫຍັງທີ່ຊ່ວຍລາວບໍ່ໃຫ້ຍອມແພ້?
ສິ່ງທີ່ຊ່ວຍເປໂຕບໍ່ໃຫ້ຍອມແພ້
9. ໂຢຮັນ 6:68, 69 ບອກໃຫ້ຮູ້ແນວໃດວ່າເປໂຕເປັນຄົນພັກດີ?
9 ເປໂຕເປັນຄົນພັກດີ ລາວຈຶ່ງບໍ່ຍອມໃຫ້ສິ່ງໃດກໍຕາມເຮັດໃຫ້ລາວເຊົາຕິດຕາມພະເຢຊູ. ລາວສະແດງໃຫ້ເຫັນວ່າເປັນຄົນພັກດີຕອນທີ່ພະເຢຊູເວົ້າບາງຢ່າງທີ່ພວກລູກສິດບໍ່ເຂົ້າໃຈ. (ອ່ານໂຢຮັນ 6:68, 69) ແທນທີ່ຈະລໍຖ້າຄຳຕອບຫຼືຊອກຫາຄຳອະທິບາຍ ຫຼາຍຄົນໄດ້ເຊົາຕິດຕາມພະເຢຊູ ແຕ່ເປໂຕບໍ່ໄດ້ເຮັດແບບນັ້ນ. ລາວຮູ້ວ່າມີແຕ່ພະເຢຊູເທົ່ານັ້ນທີ່ມີ “ຄຳສອນທີ່ໃຫ້ຊີວິດຕະຫຼອດໄປ.”
10. ພະເຢຊູເຮັດໃຫ້ເຫັນແນວໃດວ່າເພິ່ນໝັ້ນໃຈໃນເປໂຕ? (ເບິ່ງຮູບ)
10 ພະເຢຊູບໍ່ໄດ້ປະຖິ້ມເປໂຕ. ໃນຄືນສຸດທ້າຍທີ່ພະເຢຊູຢູ່ໂລກນີ້ ເພິ່ນຮູ້ວ່າເປໂຕກັບອັກຄະສາວົກຄົນອື່ນໆຈະປະຖິ້ມເພິ່ນ ແຕ່ເພິ່ນກໍໝັ້ນໃຈວ່າເປໂຕຈະກັບມາແລະສັດຊື່ຕໍ່ໆໄປ. (ລກ. 22:31, 32) ພະເຢຊູເຂົ້າໃຈວ່າ “ໃຈສູ້ ແຕ່ຮ່າງກາຍຍັງອ່ອນແອ.” (ມຣກ. 14:38) ເຖິງວ່າເປໂຕປະຕິເສດວ່າບໍ່ຮູ້ຈັກພະເຢຊູ ແຕ່ເພິ່ນກໍໃຫ້ອະໄພລາວ. ຫຼັງຈາກທີ່ພະເຢຊູຟື້ນຄືນມາຈາກຕາຍ ເພິ່ນກໍມາຫາເປໂຕຕອນທີ່ລາວຢູ່ຄົນດຽວ. (ມຣກ. 16:7; ລກ. 24:34; 1ກຣ. 15:5) ເປໂຕຕ້ອງໄດ້ກຳລັງໃຈຫຼາຍແທ້ໆ!
11. ພະເຢຊູເຮັດໃຫ້ເປໂຕໝັ້ນໃຈແນວໃດວ່າພະເຢໂຫວາຈະເບິ່ງແຍງລາວໃຫ້ມີສິ່ງຈຳເປັນ?
11 ພະເຢຊູຊ່ວຍໃຫ້ເປໂຕໝັ້ນໃຈວ່າພະເຢໂຫວາຈະເບິ່ງແຍງລາວໃຫ້ມີສິ່ງຈຳເປັນ. ພະເຢຊູຜູ້ທີ່ຄືນມາຈາກຕາຍໄດ້ເຮັດການອັດສະຈັນໂດຍໃຫ້ເປໂຕກັບອັກຄະສາວົກຄົນອື່ນໆຫາປາໄດ້ບັກຫຼາຍໆ. (ຢຮ. 21:4-6) ການອັດສະຈັນນີ້ເຮັດໃຫ້ເປໂຕໝັ້ນໃຈວ່າເປັນເລື່ອງງ່າຍແທ້ໆທີ່ພະເຢໂຫວາຈະໃຫ້ລາວມີສິ່ງຈຳເປັນໃນຊີວິດ. ເລື່ອງນີ້ຄືຊິເຮັດໃຫ້ເປໂຕຄິດເຖິງຄຳເວົ້າຂອງພະເຢຊູທີ່ວ່າ ພະເຢໂຫວາຈະໃຫ້ຜູ້ທີ່ເຮັດໃຫ້ “ການປົກຄອງຂອງເພິ່ນເປັນສິ່ງສຳຄັນທີ່ສຸດໃນຊີວິດສະເໝີ” ມີສິ່ງທີ່ຈຳເປັນ. (ມທ. 6:33) ຍ້ອນແນວນີ້ ເປໂຕຈຶ່ງໃຫ້ວຽກປະກາດເປັນສິ່ງສຳຄັນທີ່ສຸດໃນຊີວິດ ບໍ່ແມ່ນການຫາປາ. ລາວປະກາດຢ່າງກ້າຫານໃນວັນເພັນເຕກອດປີ 33 ເຊິ່ງຊ່ວຍຫຼາຍພັນຄົນໃຫ້ຍອມຮັບເອົາຂ່າວດີ. (ກຈກ. 2:14, 37-41) ນອກຈາກນັ້ນ ລາວຍັງຊ່ວຍຄົນຊາມາເຣຍແລະຄົນຕ່າງຊາດໃຫ້ຮຽນຮູ້ແລະເຂົ້າມາເປັນລູກສິດຂອງພະຄລິດ. (ກຈກ. 8:14-17; 10:44-48) ເຫັນໄດ້ແຈ້ງວ່າພະເຢຊູໄດ້ໃຊ້ເປໂຕໃນວິທີທີ່ພິເສດແທ້ໆໃຫ້ພາຄົນທຸກປະເພດເຂົ້າມາໃນປະຊາຄົມ.
ເຮົາໄດ້ບົດຮຽນຫຍັງ?
12. ຖ້າເຮົາຕ້ອງຕໍ່ສູ້ກັບຈຸດອ່ອນແບບເກົ່າເລື້ອຍໆຕົວຢ່າງຂອງເປໂຕຊ່ວຍເຮົາແນວໃດ?
12 ພະເຢໂຫວາສາມາດຊ່ວຍເຮົາບໍ່ໃຫ້ຍອມແພ້. ມັນອາດບໍ່ງ່າຍທີ່ເຮົາຈະພະຍາຍາມຕໍ່ໆໄປໂດຍສະເພາະຖ້າເຮົາກຳລັງຕໍ່ສູ້ກັບຈຸດອ່ອນແບບເກົ່າເລື້ອຍໆ. ບາງເທື່ອຈຸດອ່ອນຂອງເຮົາອາດເບິ່ງຄືວ່າໜັກກວ່າຂອງເປໂຕ ແຕ່ພະເຢໂຫວາສາມາດໃຫ້ກຳລັງເຮົາເພື່ອຈະບໍ່ຍອມແພ້. (ເພງ. 94:17-19) ຕົວຢ່າງ: ພີ່ນ້ອງຊາຍຄົນໜຶ່ງເຄີຍເປັນຄົນຮັກເພດດຽວກັນມາຫຼາຍປີກ່ອນທີ່ລາວຈະຮູ້ຈັກຄວາມຈິງ. ຕໍ່ມາ ລາວໄດ້ປ່ຽນແປງໂຕເອງແລະໃຊ້ຊີວິດຕາມຫຼັກການໃນຄຳພີໄບເບິນ. ແຕ່ບາງເທື່ອລາວກໍຍັງມີຄວາມຕ້ອງການທີ່ຜິດໆຢູ່. ສິ່ງໃດຊ່ວຍລາວບໍ່ໃຫ້ຍອມແພ້? ລາວເວົ້າວ່າ: “ພະເຢໂຫວາໃຫ້ກຳລັງຂ້ອຍ.” ລາວເວົ້າຕື່ມວ່າ: “ໂດຍທາງພະລັງບໍລິສຸດຂອງພະເຢໂຫວາ . . . ຂ້ອຍໄດ້ຮູ້ວ່າເປັນໄປໄດ້ທີ່ຈະໃຊ້ຊີວິດແບບທີ່ພະເຢໂຫວາຕ້ອງການຕໍ່ໆໄປ. ພະເຢໂຫວາສາມາດໃຊ້ຂ້ອຍ ແລະເຖິງວ່າຂ້ອຍມີຂໍ້ຜິດພາດເພິ່ນກໍໃຫ້ກຳລັງກັບຂ້ອຍຕໍ່ໆໄປ.”
13. ໃນກິດຈະການ 4:13, 29, 31 ເຮົາຈະຮຽນແບບຕົວຢ່າງຂອງເປໂຕແນວໃດ? (ເບິ່ງຮູບ)
13 ຄືກັບທີ່ເຮົາໄດ້ເຫັນແລ້ວ ເປໂຕເຮັດຜິດຮ້າຍແຮງບາງຢ່າງຍ້ອນລາວຢ້ານຄົນ. ແຕ່ການອະທິດຖານຂໍໃຫ້ມີຄວາມກ້າຊ່ວຍເປໂຕໃຫ້ເຮັດແບບກ້າຫານໄດ້. (ອ່ານກິດຈະການ 4:13, 29, 31) ເຮົາເອງກໍເອົາຊະນະຄວາມຢ້ານໄດ້ຄືກັນ. ຂໍໃຫ້ເບິ່ງສິ່ງທີ່ເກີດຂຶ້ນກັບພີ່ນ້ອງຊາຍໜຸ່ມຊື່ຮ໋ອດສ໌ທີ່ຢູ່ປະເທດເຢຍລະມັນໃນໄລຍະສົງຄາມໂລກຄັ້ງທີ 2. ມີຫຼາຍເທື່ອລາວໄດ້ຍອມແພ້ຕໍ່ຄວາມກົດດັນຢູ່ໂຮງຮຽນ. ຕອນນັ້ນມີການຮຽກຮ້ອງໃຫ້ປະຊາຊົນໃຊ້ຄຳທັກທາຍແບບພິເສດວ່າ: “ຮ໋າຍ ຮິດເລີ!” ເຊິ່ງມີຄວາມໝາຍວ່າ “ຮິດເລີຈະຊ່ວຍພວກເຮົາໃຫ້ລອດ.” ເຖິງຮ໋ອດສ໌ຮູ້ວ່າການເວົ້າແບບນັ້ນມັນຜິດ ແຕ່ບາງເທື່ອລາວກໍເວົ້າຍ້ອນຢ້ານນາຍຄູແລະໝູ່ໃນຫ້ອງ. ແທນທີ່ພໍ່ແມ່ຈະຮ້າຍ ເຂົາເຈົ້າອະທິດຖານກັບຮ໋ອດສ໌ເພື່ອຂໍພະເຢໂຫວາໃຫ້ຊ່ວຍລາວໃຫ້ກ້າຫານ. ຍ້ອນພໍ່ແມ່ຊ່ວຍແລະຍ້ອນເພິ່ງພະເຢໂຫວາ ໃນທີ່ສຸດຮ໋ອດສ໌ກໍມີກຳລັງທີ່ຈະຕ້ານທານຄວາມກົດດັນໄດ້. ຕໍ່ມາ ລາວເວົ້າວ່າ: “ພະເຢໂຫວາບໍ່ເຄີຍປະຖິ້ມຂ້ອຍ.” c
14. ຜູ້ດູແລຈະຊ່ວຍຄົນທີ່ຮູ້ສຶກທໍ້ໃຈໃຫ້ໝັ້ນໃຈໄດ້ແນວໃດ?
14 ພະເຢໂຫວາກັບພະເຢຊູຈະບໍ່ໝົດຫວັງໃນໂຕເຮົາ. ຫຼັງຈາກທີ່ເປໂຕປະຕິເສດວ່າບໍ່ຮູ້ຈັກພະເຢຊູ ລາວກໍຕ້ອງຕັດສິນໃຈໃນເລື່ອງທີ່ສຳຄັນ ນັ້ນຄືລາວຈະພະຍາຍາມເປັນລູກສິດຂອງພະເຢຊູຕໍ່ໄປຫຼືຈະເຊົາເປັນ. ພະເຢຊູໄດ້ອ້ອນວອນພະເຢໂຫວາວ່າ ຂໍຢ່າໃຫ້ຄວາມເຊື່ອຂອງເປໂຕໝົດໄປ. ພະເຢຊູບອກເປໂຕກ່ຽວກັບຄຳອະທິດຖານນັ້ນແລະສະແດງຄວາມໝັ້ນໃຈວ່າ ຕໍ່ໄປເປໂຕຈະຊ່ວຍພີ່ນ້ອງໃຫ້ມີຄວາມເຊື່ອເຂັ້ມແຂງໄດ້. (ລກ. 22:31, 32) ເປໂຕຕ້ອງໝັ້ນໃຈຫຼາຍແທ້ໆເມື່ອຄິດເຖິງຄຳເວົ້າຂອງພະເຢຊູ. ເມື່ອເຮົາຕ້ອງຕັດສິນໃຈໃນເລື່ອງທີ່ສຳຄັນ ພະເຢໂຫວາອາດໃຊ້ຜູ້ດູແລໃຫ້ຊ່ວຍເຮົາໝັ້ນໃຈວ່າເຮົາສາມາດຮັກສາຄວາມເຊື່ອຕໍ່ໆໄປໄດ້. (ອຟຊ. 4:8, 11) ພີ່ນ້ອງພໍທີ່ເປັນຜູ້ດູແລມາດົນແລ້ວພະຍາຍາມໃຫ້ກຳລັງໃຈແບບນັ້ນ. ລາວບອກຄົນທີ່ຢາກຍອມແພ້ໃຫ້ຄິດເຖິງວິທີທີ່ພະເຢໂຫວາຊ່ວຍເຂົາເຈົ້າໃຫ້ຮູ້ຈັກຄວາມຈິງໃນຕອນທຳອິດ. ຈາກນັ້ນ ລາວຢືນຢັນ ກັບເຂົາເຈົ້າວ່າ ພະເຢໂຫວາຜູ້ທີ່ມີຄວາມຮັກທີ່ໝັ້ນຄົງບໍ່ເຄີຍໝົດຫວັງໃນໂຕເຂົາເຈົ້າ. ລາວສະຫຼຸບວ່າ: “ຂ້ອຍເຫັນຫຼາຍຄົນທີ່ທໍ້ໃຈຍັງພະຍາຍາມຕໍ່ໆໄປດ້ວຍຄວາມຊ່ວຍເຫຼືອຈາກພະເຢໂຫວາ.”
15. ຕົວຢ່າງຂອງເປໂຕແລະພີ່ຮ໋ອດສ໌ເຮັດໃຫ້ເຫັນແນວໃດວ່າມັດທາຍ 6:33 ເປັນຄວາມຈິງ?
15 ຄືກັບທີ່ພະເຢໂຫວາໃຫ້ເປໂຕແລະອັກຄະສາວົກຄົນອື່ນໆມີສິ່ງຈຳເປັນໃນຊີວິດ ເພິ່ນກໍຈະເບິ່ງແຍງເຮົາໃຫ້ມີສິ່ງຈຳເປັນຄືກັນຖ້າເຮົາໃຫ້ວຽກຮັບໃຊ້ເປັນສິ່ງສຳຄັນທີ່ສຸດໃນຊີວິດ. (ມທ. 6:33) ຫຼັງຈາກສົງຄາມໂລກຄັ້ງທີ 2 ພີ່ນ້ອງຮ໋ອດສ໌ທີ່ເວົ້າເຖິງກ່ອນໜ້ານີ້ໄດ້ຄິດເຖິງການເປັນໄພໂອເນຍ. ລາວທຸກຫຼາຍແລະກັງວົນວ່າຈະຫາລ້ຽງໂຕເອງແລະຮັບໃຊ້ເຕັມເວລາໄດ້ບໍ່. ລາວເຮັດແນວໃດ? ລາວຕັດສິນໃຈທົດລອງເບິ່ງພະເຢໂຫວາວ່າຈະເບິ່ງແຍງລາວແທ້ໆບໍ່. ຕອນທີ່ຜູ້ດູແລໝວດມາຢາມ ລາວໃຊ້ເວລາໝົດອາທິດໃນການປະກາດ. ໃນທ້າຍອາທິດນັ້ນ ລາວຕົກໃຈຫຼາຍເມື່ອຜູ້ດູແລໝວດຍື່ນຊອງຈົດໝາຍຊອງໜຶ່ງໃຫ້ລາວໂດຍບໍ່ໄດ້ບອກວ່າມາຈາກຜູ້ໃດ. ໃນຊອງນັ້ນມີເງິນຫຼາຍພໍທີ່ຈະຊ່ວຍລາວໃຫ້ຮັບໃຊ້ເປັນໄພໂອເນຍໄດ້ຫຼາຍເດືອນ. ພີ່ນ້ອງຮ໋ອດສ໌ຖືວ່າຂອງຂວັນນີ້ເປັນການຢືນຢັນວ່າພະເຢໂຫວາຈະເບິ່ງແຍງລາວແທ້ໆ. ດັ່ງນັ້ນ ລາວຈຶ່ງໃຊ້ຊີວິດທີ່ເຫຼືອເພື່ອໃຫ້ວຽກຮັບໃຊ້ພະເຢໂຫວາເປັນສິ່ງສຳຄັນທີ່ສຸດ.—ມລກ. 3:10
16. ເປັນຫຍັງຕົວຢ່າງຂອງເປໂຕແລະຈົດໝາຍທີ່ລາວຂຽນຈຶ່ງເປັນປະໂຫຍດສຳລັບເຮົາ?
16 ເປໂຕຕ້ອງດີໃຈຫຼາຍແທ້ໆທີ່ພະເຢຊູບໍ່ໄດ້ໜີຈາກລາວຄືກັບທີ່ລາວຂໍ. ພະເຢຊູຝຶກສອນເປໂຕຕໍ່ໆໄປເພື່ອລາວຈະເປັນອັກຄະສາວົກທີ່ສັດຊື່ແລະເປັນຕົວຢ່າງທີ່ດີສຳລັບຄລິດສະຕຽນ. ການຝຶກສອນນີ້ມີບົດຮຽນທີ່ມີຄ່າຫຼາຍຢ່າງທີ່ເປັນປະໂຫຍດສຳລັບພວກເຮົາທຸກຄົນ. ເປໂຕໄດ້ເວົ້າເຖິງບົດຮຽນເຫຼົ່ານັ້ນບາງຢ່າງໃນຈົດໝາຍທີ່ລາວຂຽນໄປຫາປະຊາຄົມຕ່າງໆໃນສະຕະວັດທຳອິດ. ໃນບົດຄວາມຕໍ່ໄປເຮົາຈະເບິ່ງຂໍ້ເຕືອນໃຈບາງຢ່າງຈາກຈົດໝາຍເຫຼົ່ານັ້ນແລະວິທີທີ່ເຮົາຈະເອົາມາໃຊ້ໃນທຸກມື້ນີ້.
ເພງ 126 ຈົ່ງຕື່ນຕົວ ເຂັ້ມແຂງ ໝັ້ນຄົງ
a ບົດຄວາມນີ້ຂຽນຂຶ້ນມາເພື່ອຊ່ວຍຄົນທີ່ພະຍາມຍາມຕໍ່ສູ້ກັບຈຸດອ່ອນຂອງໂຕເອງໃຫ້ໝັ້ນໃຈວ່າເຂົາເຈົ້າສາມາດເອົາຊະນະຈຸດອ່ອນເຫຼົ່ານັ້ນໄດ້ແລະພະຍາຍາມເປັນຜູ້ຮັບໃຊ້ທີ່ສັດຊື່ຂອງພະເຢໂຫວາຕໍ່ໆໄປໄດ້.
b ຂໍ້ພະຄຳພີຫຼາຍຂໍ້ທີ່ຢູ່ໃນບົດຄວາມນີ້ມາຈາກປຶ້ມມາຣະໂກ. ເບິ່ງຄືວ່າມາຣະໂກຂຽນສິ່ງທີ່ລາວໄດ້ຍິນຈາກເປໂຕເຊິ່ງເປັນຜູ້ທີ່ໄດ້ເຫັນເຫດການຕ່າງໆ.
c ອ່ານເລື່ອງຊີວິດຈິງຂອງຮ໋ອດສ໌ ເຮນເຊນໃນບົດຄວາມ “ຄວາມພັກດີຂອງຄົນໃນຄອບຄົວທີ່ມີຕໍ່ພະເຈົ້າກະຕຸ້ນຂ້ອຍແທ້ໆ” ໃນຕື່ນເຖີດ! 22 ກຸມພາ 1998. (ພາສາອັງກິດ)
d ຄຳອະທິບາຍຮູບ: ໃນຮູບສົມມຸດນີ້ພໍ່ແມ່ຂອງຮ໋ອດສ໌ ເຮນເຊນອະທິດຖານກັບລາວແລະເສີມກຳລັງລາວໃຫ້ສັດຊື່ຕໍ່ໆໄປ.