ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 38

ໄວລຸ້ນ ເຈົ້າ​ຢາກ​ມີ​ຊີວິດ​ແບບ​ໃດ?

ໄວລຸ້ນ ເຈົ້າ​ຢາກ​ມີ​ຊີວິດ​ແບບ​ໃດ?

“ຄວາມ​ເຂົ້າ​ໃຈ​ຈະ​ຄຸ້ມຄອງ​ລູກ.”—ສຸພາ. 2:11, ລ.ມ.

ເພງ 135 ພະ​ເຢໂຫວາ​ເຊີນ​ຢ່າງ​ອົບອຸ່ນ​ວ່າ ລູກ​ຂອງ​ເຮົາ​ຈົ່ງ​ມີ​ປັນຍາ​ເຖີດ

ໃຈ​ຄວາມ​ສຳຄັນ a

1. ເຢໂຮອາດ ອຸດຊີຢາ ແລະ​ໂຢຊີຢາ​ເຈິ​ເລື່ອງ​ຫຍັງ​ທີ່​ຍາກ​ຫຼາຍ?

 ໃຫ້​ນຶກພາບ​ວ່າ​ຈະ​ເປັນ​ແນວ​ໃດ​ຖ້າ​ເຈົ້າ​ຕ້ອງ​ເປັນ​ກະສັດ​ປົກຄອງ​ຄົນ​ຂອງ​ພະ​ເຢໂຫວາ​ຕອນ​ທີ່​ຍັງ​ເປັນ​ເດັກນ້ອຍ. ເຈົ້າ​ຈະ​ໃຊ້​ອຳນາດ​ແນວ​ໃດ? ຄຳພີ​ໄບເບິນ​ເວົ້າ​ເຖິງ​ຫຼາຍ​ຄົນ​ທີ່​ເປັນ​ກະສັດ​ຂອງ​ຢູດາ​ຕັ້ງແຕ່​ອາຍຸ​ຍັງ​ນ້ອຍ ເຊັ່ນ: ເຢໂຮອາດ​ເປັນ​ກະສັດ​ຕອນ​ອາຍຸ 7 ປີ ອຸດຊີຢາ​ເປັນ​ກະສັດ​ຕອນ​ອາຍຸ 16 ປີ ແລະ ໂຢຊີຢາ​ເປັນ​ກະສັດ​ຕອນ​ອາຍຸ 8 ປີ. ເຂົາເຈົ້າ​ຄື​ຊິ​ເຈິ​ກັບ​ວຽກ​ທີ່​ຍາກ​ແທ້​ໆ. ເຖິງ​ຈະ​ເປັນ​ແນວ​ນັ້ນ ພະ​ເຢໂຫວາ​ແລະ​ຄົນ​ອື່ນ​ໆ​ກໍ​ຊ່ວຍ​ເຂົາເຈົ້າ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ໄດ້.

2. ເປັນ​ຫຍັງ​ເຮົາ​ຕ້ອງ​ສົນໃຈ​ເລື່ອງ​ຂອງ​ເຢໂຮອາດ ອຸດຊີຢາ ແລະ​ໂຢຊີຢາ?

2 ເຖິງ​ເຮົາ​ຈະ​ບໍ່​ໄດ້​ເປັນ​ກະສັດ​ຫຼື​ລາຊີນີ ແຕ່​ເຮົາ​ກໍ​ໄດ້​ບົດ​ຮຽນ​ຫຼາຍ​ຢ່າງ​ຈາກ​ເລື່ອງ​ຂອງ​ເຢໂຮອາດ ອຸດຊີຢາ ແລະ​ໂຢຊີຢາ. ເຂົາເຈົ້າ​ຕັດສິນໃຈ​ແບບ​ທີ່​ສະຫຼາດ​ໃນ​ຫຼາຍ​ເລື່ອງ ແຕ່​ກໍ​ມີ​ບາງ​ເລື່ອງ​ທີ່​ເຂົາເຈົ້າ​ຕັດສິນໃຈ​ແບບ​ບໍ່​ສະຫຼາດ. ຈາກ​ຕົວຢ່າງ​ຂອງ​ເຂົາເຈົ້າ ເຮົາ​ຈະ​ເຫັນ​ວ່າເປັນ​ຫຍັງ​ເຮົາ​ຕ້ອງ​ເລືອກ​ໝູ່​ທີ່​ດີ ເປັນ​ຄົນ​ຖ່ອມ​ສະເໝີ ແລະ​ຊອກ​ຫາ​ການ​ຊີ້ນຳ​ຈາກ​ພະ​ເຢໂຫວາ​ຕໍ່​ໆ​ໄປ.

ເລືອກ​ໝູ່​ທີ່​ດີ

ໃນ​ທຸກ​ມື້​ນີ້​ເຮົາ​ກໍ​ຮຽນ​ແບບ​ເຢໂຮອາດ​ໄດ້​ໃນ​ເລື່ອງ​ການ​ຟັງ​ຄຳ​ແນະນຳ​ຂອງ​ໝູ່​ທີ່​ດີ (ເບິ່ງ​ຂໍ້ 3, 7) c

3. ເຢໂຮຢາດາ​ໄດ້​ຊ່ວຍ​ກະສັດ​ເຢໂຮອາດ​ໃຫ້​ຕັດສິນໃຈ​ແບບ​ທີ່​ສະຫຼາດ​ແນວ​ໃດ?

3 ຕັດສິນໃຈ​ແບບ​ທີ່​ສະຫຼາດ​ຄື​ກັບ​ເຢໂຮອາດ. ຕອນ​ທີ່​ກະສັດ​ເຢໂຮອາດ​ອາຍຸ​ຍັງ​ນ້ອຍ ລາວ​ໄດ້​ຕັດສິນໃຈ​ແບບ​ທີ່​ສະຫຼາດ. ເນື່ອງ​ຈາກ​ລາວ​ບໍ່​ມີ​ພໍ່ ລາວ​ຈຶ່ງ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ປະໂລຫິດ​ໃຫຍ່​ເຢໂຮຢາດາ. ເຢໂຮຢາດາ​ໄດ້​ສອນ​ລາວ​ຄື​ກັບ​ສອນ​ລູກ​ຂອງ​ໂຕເອງ. ການ​ສອນ​ແບບ​ນີ້​ຈຶ່ງ​ເຮັດ​ໃຫ້​ເຢໂຮອາດ​ເລືອກ​ທີ່​ຈະ​ນຳໜ້າ​ໃນ​ການ​ນະມັດສະການ​ທີ່​ບໍລິສຸດ​ແລະ​ຮັບໃຊ້​ພະ​ເຢໂຫວາ​ເຕັມທີ. ນອກ​ຈາກນັ້ນ ເຢໂຮອາດ​ຍັງ​ໄດ້​ກຽມ​ໃຫ້​ມີ​ການ​ແປງ​ວິຫານ​ຂອງ​ພະ​ເຢໂຫວາ.—2ຂຄ. 24:1, 2, 4, 13, 14

4. ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຖ້າ​ເຮົາ​ເຕັມໃຈ​ເຊື່ອ​ຟັງ​ຄຳສັ່ງ​ຂອງ​ພະ​ເຢໂຫວາ? (ສຸພາສິດ 2:1, 10-12)

4 ຖ້າ​ພໍ່​ແມ່​ຫຼື​ຄົນ​ອື່ນ​ໆ​ສອນ​ເຈົ້າ​ໃຫ້​ຮັກ​ພະ​ເຢໂຫວາ​ແລະ​ໃຊ້​ຊີວິດ​ຕາມ​ຫຼັກການ​ຂອງ​ເພິ່ນ ເຈົ້າ​ກໍ​ໄດ້​ຮັບ​ການ​ສອນ​ທີ່​ດີ​ເຊິ່ງ​ເປັນ​ຄື​ກັບ​ຂອງຂວັນ​ທີ່​ມີ​ຄ່າ. (ອ່ານ​ສຸພາສິດ 2:1, 10-12) ພໍ່​ແມ່​ອາດ​ໃຊ້​ຫຼາຍ​ວິທີ​ເພື່ອ​ສອນ​ເຈົ້າ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ຄັດຢາ ເຊິ່ງ​ພໍ່​ຂອງ​ລາວ​ສອນ​ລາວ​ໃຫ້​ຕັດສິນໃຈ​ແບບ​ທີ່​ສະຫຼາດ. ທຸກ​ເຊົ້າ​ຕອນ​ທີ່​ພໍ່​ລາວ​ໄປ​ສົ່ງ​ຢູ່​ໂຮງຮຽນ ເຂົາເຈົ້າ​ໄດ້​ລົມ​ກັນ​ກ່ຽວກັບ​ຂໍ້​ຄຳພີ​ປະຈຳ​ວັນ. ຄັດຢາ​ເລົ່າ​ວ່າ: “ຍ້ອນ​ພໍ່​ລົມ​ກັບ​ຂ້ອຍ​ທຸກ​ໆ​ມື້ ມັນ​ຈຶ່ງ​ຊ່ວຍ​ຂ້ອຍ​ໃຫ້​ຮັບ​ມື​ກັບ​ບັນຫາ​ທີ່​ຂ້ອຍ​ເຈິ​ໃນ​ມື້​ນັ້ນ​ໄດ້.” ແຕ່​ຖ້າ​ເຈົ້າ​ຮູ້ສຶກ​ອຶດ​ອັດ​ຍ້ອນ​ກົດ​ທີ່​ພໍ່​ແມ່​ຕັ້ງ​ຂຶ້ນ ທັງ​ໆ​ທີ່​ກົດ​ນັ້ນ​ອາດມາ​ຈາກ​ຫຼັກການ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ເດ ເຈົ້າ​ຈະ​ເຮັດ​ແນວ​ໃດ? ແລະ​ອັນ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ຕາມ​ກົດ​ທີ່​ພໍ່​ແມ່​ຕັ້ງ​ຂຶ້ນ​ມາ? ພີ່ນ້ອງ​ຄົນ​ໜຶ່ງ​ຊື່​ອານາຊະຕະເຊຍ​ບອກ​ວ່າ ພໍ່​ແມ່​ໃຊ້​ເວລາ​ອະທິບາຍ​ກັບ​ລາວ​ວ່າ​ເປັນ​ຫຍັງ​ຈຶ່ງ​ຕັ້ງ​ກົດ​ບາງ​ຢ່າງ​ຂຶ້ນ​ມາ. ລາວ​ບອກ​ວ່າ: “ນີ້​ຊ່ວຍ​ຂ້ອຍ​ໃຫ້​ເຂົ້າ​ໃຈ​ວ່າ​ພໍ່​ແມ່​ບໍ່​ໄດ້​ຕັ້ງ​ກົດ​ເພື່ອ​ຄວບຄຸມ​ຂ້ອຍ ແຕ່​ເພື່ອ​ປົກປ້ອງ​ຂ້ອຍ​ຍ້ອນ​ເພິ່ນ​ຮັກ​ຂ້ອຍ.”

5. ສິ່ງ​ທີ່​ເຈົ້າ​ເຮັດ​ສົ່ງ​ຜົນ​ຕໍ່​ພະ​ເຢໂຫວາ​ແລະ​ພໍ່​ແມ່​ຂອງ​ເຈົ້າ​ແນວ​ໃດ? (ສຸພາສິດ 22:6; 23:15, 24, 25)

5 ເມື່ອ​ເຈົ້າ​ເອົາ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ໄປ​ໃຊ້ ເຈົ້າ​ຈະ​ເຮັດ​ໃຫ້​ພໍ່​ແມ່​ມີ​ຄວາມ​ສຸກ ແລະ​ທີ່​ສຳຄັນ​ເຈົ້າ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມ​ສຸກ​ແລະ​ໃກ້ຊິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ. (ອ່ານ​ສຸພາສິດ 22:6; 23:15, 24, 25) ເຈົ້າ​ເຫັນ​ແລ້ວ​ແມ່ນ​ບໍ​ວ່າ ມີ​ເຫດຜົນ​ຫຼາຍ​ຢ່າງ​ທີ່​ເຮົາ​ຄວນ​ຮຽນ​ແບບ​ເຢໂຮອາດ​ຕອນ​ທີ່​ອາຍຸ​ຍັງ​ນ້ອຍ?

6. ຫຼັງ​ຈາກ​ເຢໂຮຢາດາ​ຕາຍ ເຢໂຮອາດ​ຟັງ​ຄຳ​ແນະນຳ​ຂອງ​ໃຜ? ແລະ​ຜົນ​ເປັນ​ແນວ​ໃດ? (2 ຂ່າວຄາວ 24:17, 18)

6 ຮຽນ​ຈາກ​ການ​ຕັດສິນໃຈ​ທີ່​ບໍ່​ສະຫຼາດ​ຂອງ​ເຢໂຮອາດ. ຫຼັງ​ຈາກ​ເຢໂຮຢາດາ​ຕາຍ ເຢໂຮອາດ​ກໍ​ຄົບ​ໝູ່​ບໍ່​ດີ​ທີ່​ພາ​ລາວ​ເຮັດ​ຜິດ. (ອ່ານ 2 ຂ່າວຄາວ 24:17, 18) ລາວ​ຟັງ​ຄວາມ​ຂອງ​ພວກ​ເຈົ້າ​ນາຍ​ຂອງ​ຢູດາ​ທີ່​ບໍ່​ຮັກ​ພະ​ເຢໂຫວາ. ເຈົ້າ​ອາດ​ຄິດ​ວ່າ​ລາວ​ບໍ່​ຄວນ​ຄົບຫາ​ກັບ​ຄົນ​ເຫຼົ່າ​ນັ້ນ​ຍ້ອນ​ເຂົາເຈົ້າ​ເປັນ​ຄົນ​ບໍ່​ດີ. (ສຸພາ. 1:10) ແຕ່​ລາວ​ພັດ​ຟັງ​ຄວາມ​ເຂົາເຈົ້າ​ແລະ​ເອີ້ນ​ເຂົາເຈົ້າ​ວ່າ​ໝູ່. ທີ່ຈິງ ເຊຄາຣີຢາ​ທີ່​ເປັນ​ພີ່ນ້ອງ​ຂອງ​ລາວ​ໄດ້​ເຕືອນ​ລາວ​ແລ້ວ ແຕ່​ລາວ​ກໍ​ບໍ່​ຟັງ​ແລະ​ຍັງ​ສັ່ງ​ຄົນ​ໃຫ້​ໄປ​ຂ້າ​ເຊຄາຣີຢາ​ຊ້ຳ. (2ຂຄ. 24:20, 21; ມທ. 23:35) ເຢໂຮອາດ​ເຮັດ​ສິ່ງ​ທີ່​ຊົ່ວ​ແລະ​ບໍ່​ສະຫຼາດ. ຊີວິດ​ຂອງ​ລາວ​ເລີ່ມ​ຕົ້ນ​ດີ ແຕ່​ຈົບ​ລົງ​ດ້ວຍ​ການ​ທໍລະຍົດ​ພະເຈົ້າ​ແລະ​ການ​ຂ້າ​ຄົນ. ໃນ​ທີ່​ສຸດ​ຄົນ​ຮັບໃຊ້​ຂອງ​ລາວ​ກໍ​ຂ້າ​ລາວ. (2ຂຄ. 24:22-25) ຖ້າ​ເຢໂຮອາດ​ຍັງ​ເຊື່ອ​ຟັງ​ພະ​ເຢໂຫວາ​ແລະ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ຄົນ​ທີ່​ຮັກ​ເພິ່ນ ຊີວິດ​ຂອງ​ລາວ​ຄື​ຊິ​ບໍ່​ເປັນ​ແບບ​ນີ້. ເຈົ້າ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ການ​ຕັດສິນໃຈ​ທີ່​ບໍ່​ສະຫຼາດ​ຂອງ​ເຢໂຮອາດ?

7. ເຈົ້າ​ຄວນ​ເລືອກ​ໃຜ​ເປັນ​ໝູ່? (ເບິ່ງ​ຮູບ)

7 ບົດ​ຮຽນ​ໜຶ່ງ​ທີ່​ເຮົາ​ໄດ້​ຮັບ​ຈາກ​ການ​ຕັດສິນໃຈ​ທີ່​ບໍ່​ສະຫຼາດ​ຂອງ​ເຢໂຮອາດ​ແມ່ນ ເຮົາ​ຕ້ອງ​ເລືອກ​ໝູ່​ທີ່​ຈະ​ພາ​ເຮົາ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ເຮົາ​ຕ້ອງ​ເປັນ​ໝູ່​ກັບ​ຄົນ​ທີ່​ຮັກ​ພະ​ເຢໂຫວາ​ແລະ​ຄົນ​ທີ່​ຢາກ​ເຮັດ​ໃຫ້​ເພິ່ນ​ມີ​ຄວາມ​ສຸກ. ເຮົາ​ບໍ່​ຄວນ​ເປັນ​ໝູ່​ກັບ​ຄົນ​ລຸ້ນ​ດຽວ​ກັນ​ເທົ່າ​ນັ້ນ. ຂໍ​ໃຫ້​ຈື່​ໄວ້​ວ່າ​ເຢໂຮອາດ​ສະໜິດ​ກັບ​ເຢໂຮຢາດາ​ຫຼາຍ ເຖິງ​ວ່າ​ເຢໂຮຢາດາ​ຈະ​ມີ​ອາຍຸ​ຫຼາຍ​ກວ່າ​ລາວ. ດັ່ງນັ້ນ ເມື່ອ​ຄິດ​ເຖິງ​ຄົນ​ທີ່​ເຈົ້າ​ເລືອກ​ເປັນ​ໝູ່​ໃຫ້​ຖາມ​ໂຕເອງ​ວ່າ: ‘ເຂົາເຈົ້າ​ຊ່ວຍ​ຂ້ອຍ​ໃຫ້​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ບໍ? ເຂົາເຈົ້າ​ເຮັດ​ໃຫ້​ຂ້ອຍ​ຢາກ​ໃຊ້​ຊີວິດ​ຕາມ​ຫຼັກການ​ຂອງ​ເພິ່ນ​ບໍ? ເຂົາເຈົ້າ​ເວົ້າ​ກ່ຽວກັບ​ພະ​ເຢໂຫວາ​ແລະ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ບໍ? ເຂົາເຈົ້າ​ມີ​ແຕ່​ຍ້ອງ​ຂ້ອຍ​ບໍ ຫຼື​ກ້າ​ເຕືອນ​ຂ້ອຍ​ເມື່ອ​ຂ້ອຍ​ເຮັດ​ຜິດ?’ (ສຸພາ. 27:5, 6, 17) ຖ້າ​ຄົນ​ທີ່​ເຈົ້າ​ເລືອກ​ເປັນ​ໝູ່​ບໍ່​ຮັກ​ພະ​ເຢໂຫວາ ເຈົ້າ​ກໍ​ບໍ່​ຄວນ​ຫຼິ້ນ​ນຳ​ເຂົາເຈົ້າ. ແຕ່​ຖ້າ​ໝູ່​ຂອງ​ເຈົ້າ​ຮັກ​ພະ​ເຢໂຫວາ ຂໍ​ໃຫ້​ຫຼິ້ນ​ນຳ​ເຂົາເຈົ້າ​ຕໍ່​ໆ​ໄປ ຍ້ອນ​ເຂົາເຈົ້າ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮັກ​ພະ​ເຢໂຫວາ​ຄື​ກັນ.—ສຸພາ. 13:20

8. ເຮົາ​ຄວນ​ຄິດ​ເຖິງ​ຫຍັງ​ແດ່​ຕອນ​ທີ່​ໃຊ້​ສື່​ສັງຄົມ​ອອນລາຍ?

8 ໃນ​ທຸກ​ມື້​ນີ້ ເຮົາ​ມັກ​ໃຊ້​ສື່​ສັງຄົມ​ອອນລາຍ​ເພື່ອ​ຕິດຕໍ່​ກັບ​ໝູ່​ແລະ​ຄົນ​ໃນ​ຄອບຄົວ. ແຕ່​ຫຼາຍ​ຄົນ​ພັດ​ໃຊ້​ເພື່ອ​ເຮັດ​ໃຫ້​ຄົນ​ອື່ນ​ປະທັບໃຈ​ໂຕເອງ. ເຂົາເຈົ້າ​ໂພດສ໌​ຮູບ​ແລະ​ວິດີໂອ​ຕອນ​ທີ່​ຊື້​ບາງ​ຢ່າງ​ຫຼື​ກຳລັງ​ເຮັດ​ຫຍັງ​ບາງ​ຢ່າງ. ຖ້າ​ເຈົ້າ​ໃຊ້​ສື່​ສັງຄົມ​ອອນລາຍ ໃຫ້​ຖາມ​ໂຕເອງ​ວ່າ: ‘ຂ້ອຍ​ໃຊ້​ມັນ​ເພື່ອ​ເຮັດ​ໃຫ້​ຄົນ​ອື່ນ​ປະທັບໃຈ​ຂ້ອຍ​ບໍ? ຂ້ອຍ​ໃຊ້​ມັນ​ເພື່ອ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ ຫຼື​ຢາກ​ໃຫ້​ຄົນ​ອື່ນ​ສົນໃຈ​ຂ້ອຍ​ບໍ? ຂ້ອຍ​ມັກ​ເບິ່ງ​ສິ່ງ​ທີ່​ຄົນ​ອື່ນ​ໂພດສ໌​ໃນ​ສື່​ສັງຄົມ​ອອນລາຍ​ຈົນ​ຂ້ອຍ​ຢາກ​ຈະ​ຄິດ ເວົ້າ ຫຼື​ເຮັດ​ຄື​ກັບ​ເຂົາເຈົ້າ​ບໍທັງ​ໆ​ທີ່​ຮູ້​ວ່າ​ມັນ​ບໍ່​ດີ?’ ພີ່ນ້ອງ​ນາທານ ນໍ​ທີ່​ເຄີຍ​ເປັນ​ສະມາຊິກ​ຄະນະ​ກຳມະການ​ປົກຄອງ​ແນະນຳ​ວ່າ ‘ບໍ່​ຕ້ອງ​ພະຍາຍາມ​ເຮັດ​ໃຫ້​ທຸກ​ຄົນ​ພໍໃຈ ເພາະ​ມັນ​ເປັນ​ໄປ​ບໍ່​ໄດ້. ແຕ່​ໃຫ້​ເຈົ້າ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ ແລ້ວ​ຄົນ​ທີ່​ຮັກ​ພະ​ເຢໂຫວາ​ຈະ​ພໍໃຈ​ໃນ​ສິ່ງ​ທີ່​ເຈົ້າ​ເຮັດ.’

ເປັນ​ຄົນ​ຖ່ອມ​ສະເໝີ

9. ພະ​ເຢໂຫວາ​ໄດ້​ຊ່ວຍ​ອຸດຊີຢາ​ແນວ​ໃດ? (2 ຂ່າວຄາວ 26:1-5)

9 ຕັດສິນໃຈ​ແບບ​ທີ່​ສະຫຼາດ​ຄື​ກັບ​ອຸດຊີຢາ. ຕອນ​ທີ່​ອຸດຊີຢາ​ຍັງ​ນ້ອຍ​ລາວ​ເປັນ​ຄົນ​ຖ່ອມ. ລາວ​ຮຽນ​ຮູ້​ທີ່​ຈະ “ຢ້ານຢຳ​ພະເຈົ້າ​ທ່ຽງແທ້.” ລາວ​ມີ​ຊີວິດ​ຢູ່​ຈົນ​ຮອດ​ອາ⁠ຍຸ 68 ປີ ແລະ​ພະ​ເຢໂຫວາ​ກໍ​ອວຍພອນ​ລາວ​ເກືອບ​ຕະຫຼອດ​ຊີວິດ​ຂອງ​ລາວ. (ອ່ານ 2 ຂ່າວຄາວ 26:1-5) ອຸດຊີຢາ​ຕໍ່ສູ້​ຊະນະ​ພວກ​ສັດຕູ​ຈຳນວນ​ຫຼາຍ​ແລະ​ເຮັດ​ໃຫ້​ເມືອງ​ເຢຣູຊາເລັມ​ໄດ້​ຮັບ​ການ​ປົກປ້ອງ​ຢ່າງ​ດີ. (2ຂຄ. 26:6-15) ອຸດຊີຢາ​ຕ້ອງ​ມີ​ຄວາມ​ສຸກ​ຫຼາຍ​ແທ້​ໆ​ທີ່​ພະ​ເຢ⁠ໂຫວາ​ຊ່ວຍ​ລາວ​ໃຫ້​ປະສົບ​ຜົນ​ສຳເລັດ.—ຜູ້ປ. 3:12, 13

10. ເກີດ​ຫຍັງ​ຂຶ້ນ​ກັບ​ອຸດຊີຢາ?

10 ຮຽນ​ຈາກ​ການ​ຕັດສິນໃຈ​ທີ່​ບໍ່​ສະຫຼາດ​ຂອງ​ອຸດຊີຢາ. ກະສັດ​ອຸດຊີຢາ​ລຶ້ງ​ກັບ​ການ​ໃຫ້​ຄົນ​ອື່ນ​ເຮັດ​ຕາມ​ຄຳສັ່ງ​ຂອງ​ລາວ. ນິດໄສ​ແບບ​ນີ້​ອາດ​ເຮັດ​ໃຫ້​ລາວ​ຄິດ​ວ່າ ລາວ​ຢາກ​ເຮັດ​ຫຍັງ​ກໍ​ໄດ້​ຕາມ​ທີ່​ລາວ​ຢາກ​ເຮັດ​ໂດຍ​ບໍ່​ສົນໃຈ​ຄຳສັ່ງ​ຂອງ​ພະ​ເຢໂຫວາ. ມີ​ມື້​ໜຶ່ງ​ ອຸດຊີຢາ​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ເພື່ອ​ເຜົາ​ເຄື່ອງຫອມ​ຢູ່​ເທິງ​ແທ່ນ​ບູຊາທັງ​ໆ​ທີ່​ກະສັດ​ບໍ່​ມີ​ສິດ​ເຮັດ​ແບບ​ນັ້ນ. (2ຂຄ. 26:16-18) ປະໂລຫິດ​ໃຫຍ່​ອາຊາຣີຢາ​ພະຍາຍາມ​ຫ້າມ​ລາວ ແຕ່​ລາວ​ກໍ​ບໍ່​ຟັງ​ແລະ​ຍັງ​ໃຈ​ຮ້າຍ​ຫຼາຍ. ເປັນ​ຕາ​ເສຍດາຍ​ທີ່​ອຸດຊີຢາ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດຊື່​ມາ​ຕະຫຼອດ ແຕ່​ການ​ບໍ່​ເຊື່ອຟັງ​ເທື່ອ​ນີ້​ເຮັດ​ໃຫ້​ລາວ​ຕ້ອງ​ຖືກ​ລົງໂທດ​ໃຫ້​ເປັນ​ຂີ້ທູດ. (2ຂຄ. 26:19-21) ຖ້າ​ອຸດຊີຢາ​ຖ່ອມໂຕ​ສະເໝີ ຊີວິດ​ຂອງ​ລາວ​ຄື​ຊິ​ບໍ່​ເປັນ​ແບບ​ນີ້.

ແທນ​ທີ່​ເຮົາ​ຈະ​ອວດ​ຄວາມ​ສຳເລັດ​ຂອງ​ໂຕເອງ ເຮົາ​ຄວນ​ຍົກຍ້ອງ​ສັນລະເສີນ​ພະ​ເຢໂຫວາ​ທີ່​ຊ່ວຍ​ເຮົາ​ໃຫ້​ເຮັດ​ແບບ​ນັ້ນ​ໄດ້ (ເບິ່ງ​ຂໍ້ 11) d

11. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ຖ່ອມ​ຢູ່​ສະເໝີ? (ເບິ່ງ​ຮູບ)

11 ຕອນ​ທີ່​ອຸດຊີຢາ​ມີ​ອຳນາດ​ຫຼາຍ ລາວ​ບໍ່​ໄດ້​ເຫັນ​ຄຸນຄ່າ​ສິ່ງ​ຕ່າງ​ໆ​ທີ່​ພະ​ເຢໂຫວາ​ເຄີຍ​ເຮັດ​ເພື່ອ​ລາວ. ບົດ​ຮຽນ​ແມ່ນ​ຫຍັງ? ເຮົາ​ຕ້ອງ​ຈື່​ໄວ້​ສະເໝີ​ວ່າສິ່ງ​ດີ​ໆ​ແລະ​ວຽກ​ຮັບໃຊ້​ທີ່​ເຮົາ​ເຮັດ​ທັງໝົດ​ມາ​ຈາກ​ພະ​ເຢໂຫວາ. ແທນ​ທີ່​ເຮົາ​ຈະ​ອວດ​ເລື່ອງ​ຄວາມ​ສາມາດ​ຂອງ​ໂຕ​ເອງ ເຮົາ​ຄວນ​ຍົກຍ້ອງ​ພະ​ເຢໂຫວາ​ທີ່​ຊ່ວຍ​ເຮົາ​ໃຫ້​ເຮັດ​ແບບ​ນັ້ນ​ໄດ້. b (1ກຣ. 4:7) ເຮົາ​ຕ້ອງ​ຍອມຮັບ​ວ່າ​ເຮົາ​ເປັນ​ມະນຸດ​ທີ່​ບໍ່​ສົມບູນແບບ​ແລະ​ຕ້ອງ​ໄດ້​ຮັບ​ຄຳ​ແນະນຳ​ຕະຫຼອດ. ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ອາຍຸ​ປະມານ 60 ປີ​ບອກ​ວ່າ: “ຂ້ອຍ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ບໍ່​ໃຈ​ຮ້າຍ​ແລະ​ບໍ່​ທໍ້ໃຈ​ເມື່ອ​ຄົນ​ອື່ນ​ໃຫ້​ຄຳ​ແນະນຳ​ຕອນ​ທີ່​ຂ້ອຍ​ເຮັດ​ຜິດ. ແຕ່​ຂ້ອຍ​ຈະ​ພະຍາຍາມ​ແກ້ໄຂ​ໂຕເອງ​ແລະ​ພະຍາຍາມ​ກ້າວໜ້າ​ຕໍ່​ໆ​ໄປ.” ຖ້າ​ເຮົາ​ຢ້ານຢຳ​ພະ​ເຢໂຫວາ​ແລະ​ເປັນ​ຄົນ​ຖ່ອມ​ສະເໝີ ເຮົາ​ກໍ​ຈະ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ.—ສຸພາ. 22:4

ຊອກ​ຫາ​ພະ​ເຢໂຫວາ​ຕໍ່​ໆ​ໄປ

12. ຕອນ​ທີ່​ໂຢຊີຢາ​ເປັນ​ໄວລຸ້ນ ລາວ​ໄດ້​ຊອກ​ຫາ​ພະ​ເຢໂຫວາ​ແນວ​ໃດ? (2 ຂ່າວຄາວ 34:1-3)

12 ຕັດສິນໃຈ​ແບບ​ທີ່​ສະຫຼາດ​ຄື​ກັບ​ໂຢຊີຢາ. ໂຢຊີຢາ​ເລີ່ມ​ຊອກ​ຫາ​ພະ​ເຢໂຫວາ​ຕອນ​ທີ່​ລາວ​ເປັນ​ໄວລຸ້ນ. ລາວ​ຢາກ​ຮຽນ​ຮູ້​ກ່ຽວກັບ​ພະ​ເຢໂຫວາ​ແລະ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ເພິ່ນ. ແຕ່​ຊີວິດ​ຂອງ​ລາວ​ກໍ​ບໍ່​ງ່າຍ ຍ້ອນ​ຕອນ​ນັ້ນ​ຄົນ​ສ່ວນ​ຫຼາຍ​ນະມັດສະການ​ພະເຈົ້າ​ປອມ. ດັ່ງນັ້ນ ໂຢຊີຢາ​ຕ້ອງ​ມີ​ຄວາມ​ກ້າຫານ​ຫຼາຍ​ແທ້​ໆ​ເພື່ອ​ຈະ​ກຳຈັດ​ພະເຈົ້າ​ປອມ. ແລ້ວ​ລາວ​ກໍ​ໄດ້​ລົງມື​ເຮັດ. ກ່ອນ​ທີ່​ໂຢຊີຢາ​ຈະ​ຮອດ 20 ປີ ລາວ​ເລີ່ມ​ກຳຈັດ​ການ​ນະມັດສະການ​ປອມ​ໃຫ້​ໝົດ​ໄປ​ຈາກ​ແຜ່ນດິນ​ຂອງ​ລາວ.—ອ່ານ 2 ຂ່າວຄາວ 34:1-3

13. ເມື່ອ​ເຈົ້າ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ ຊີວິດ​ຂອງ​ເຈົ້າ​ຈະ​ເປັນ​ແນວ​ໃດ?

13 ເຖິງ​ຈະ​ເປັນ​ໄວລຸ້ນ ເຈົ້າ​ກໍ​ຮຽນ​ແບບ​ໂຢຊີຢາ​ໄດ້​ໂດຍ​ຕັ້ງໃຈ​ຮຽນ​ຮູ້​ກ່ຽວກັບ​ພະ​ເຢໂຫວາ​ແລະ​ຄຸນລັກສະນະ​ທີ່​ດີ​ຂອງ​ເພິ່ນ. ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ຢາກ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ. ການ​ອຸທິດ​ຕົວ​ຈະ​ສົ່ງ​ຜົນ​ແນວ​ໃດ​ຕໍ່​ຊີວິດ​ຂອງ​ເຈົ້າ​ໃນ​ແຕ່​ລະ​ມື້? ລຸກ​ເຊິ່ງ​ຮັບ​ບັບເຕມາ​ຕອນ​ອາຍຸ 14 ປີ​ບອກ​ວ່າ: “ຕັ້ງແຕ່​ນີ້​ໄປ ຂ້ອຍ​ຈະ​ໃຫ້​ວຽກ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ຂ້ອຍ ແລະ​ຈະ​ຕັ້ງໃຈ​ເຮັດ​ໃຫ້​ເພິ່ນ​ມີ​ຄວາມ​ສຸກ.” (ມຣກ. 12:30) ຖ້າ​ເຈົ້າ​ເຮັດ​ຄື​ກັບ​ລຸກ ຊີວິດ​ຂອງ​ເຈົ້າ​ກໍ​ຈະ​ມີ​ຄວາມ​ສຸກ​ຄື​ກັນ.

14. ໄວລຸ້ນ​ບາງ​ຄົນ​ຮຽນ​ແບບ​ກະສັດ​ໂຢຊີຢາ​ແນວ​ໃດ? ຂໍ​ໃຫ້​ຍົກ​ຕົວຢ່າງ.

14 ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ທີ່​ເປັນ​ໄວລຸ້ນ​ອາດ​ຈະ​ເຈິ​ບັນຫາ​ຫຍັງ​ແດ່? ໂຈຮັນ​ເຊິ່ງ​ຮັບ​ບັບເຕມາ​ຕອນ​ອາຍຸ 12 ປີ​ເລົ່າ​ວ່າ ໝູ່​ຢູ່​ໂຮງຮຽນ​ກົດດັນ​ລາວ​ໃຫ້​ລອງ​ສູບ​ຢາສູບ​ໄຟຟ້າ. ເພື່ອ​ຈະ​ອົດທົນ​ກັບ​ແຮງ​ກົດດັນ​ນັ້ນ​ໄດ້ ໂຈຮັນ​ຕ້ອງ​ເຕືອນ​ໂຕເອງ​ຢູ່​ຕະຫຼອດ​ວ່າ​ການ​ສູບ​ຢາສູບ​ໄຟຟ້າ​ສົ່ງ​ຜົນ​ເສຍ​ແນວ​ໃດ​ຕໍ່​ສຸຂະພາບ​ແລະ​ສາຍສຳພັນ​ຂອງ​ລາວ​ກັບ​ພະ​ເຢໂຫວາ. ເຣໂຊ​ເຊິ່ງ​ຮັບ​ບັບເຕມາ​ຕອນ​ອາຍຸ 14 ປີ​ໄດ້​ເວົ້າ​ເຖິງ​ສິ່ງ​ທີ່​ຊ່ວຍ​ລາວ​ໃຫ້​ຮັບ​ມື​ກັບ​ບັນຫາ​ທີ່​ລາວ​ເຈິ​ຢູ່​ໂຮງຮຽນ. ລາວ​ເລົ່າ​ວ່າ: “ຂ້ອຍ​ພະຍາຍາມ​ຄິດ​ເຖິງ​ຄຳ​ເຕືອນ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ແລະ​ຄິດ​ເຖິງ​ພະ​ເຢໂຫວາ ເຊັ່ນ ຕອນ​ທີ່​ຮຽນ​ວິຊາ​ປະຫວັດສາດ ຂ້ອຍ​ພະຍາຍາມ​ຄິດ​ເຖິງ​ເລື່ອງ​ໃນ​ຄຳພີ​ໄບເບິນ​ແລະ​ຄຳ​ພະຍາກອນ​ຕ່າງ​ໆ​ທີ່​ກ່ຽວ​ຂ້ອງ​ກັບ​ເລື່ອງ​ທີ່​ກຳລັງ​ຮຽນ. ຕອນ​ທີ່​ລົມ​ກັບ​ຄົນ​ອື່ນ ຂ້ອຍ​ພະຍາຍາມ​ຄິດ​ເຖິງ​ຂໍ້​ຄຳພີ​ເພື່ອ​ຈະ​ເວົ້າ​ໃຫ້​ເຂົາເຈົ້າ​ຟັງ.” ບັນຫາ​ທີ່​ເຈົ້າ​ເຈິ​ອາດຈະ​ຕ່າງ​ຈາກ​ບັນຫາ​ທີ່​ກະສັດ​ໂຢຊີຢາ​ເຈິ ແຕ່​ເຈົ້າ​ກໍ​ສາມາດ​ຕັດສິນໃຈ​ແບບ​ທີ່​ສະຫຼາດ​ໄດ້​ແລະ​ສັດຊື່​ຄື​ລາວ​ໄດ້. ການ​ອົດທົນ​ກັບ​ບັນຫາ​ທີ່​ເຈົ້າ​ເຈິ​ຕອນ​ທີ່​ເປັນ​ໄວລຸ້ນ​ຈະ​ກຽມ​ເຈົ້າ​ໃຫ້​ພ້ອມ​ສຳລັບ​ບັນຫາ​ທີ່​ເຈົ້າ​ຈະ​ເຈິ​ໃນ​ອະນາຄົດ.

15. ສິ່ງ​ໃດ​ຊ່ວຍ​ໂຢຊີຢາ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດຊື່? (2 ຂ່າວຄາວ 34:14, 18-21)

15 ຕອນ​ກະສັດ​ໂຢຊີຢາ​ອາຍຸ 26 ປີ​ລາວ​ເລີ່ມ​ເຮັດ​ວຽກ​ແປງ​ວິຫານ. ຕອນ​ທີ່​ກຳລັງ​ແປງ​ວິຫານ ມີ​ຄົນ​ເຫັນ “ປຶ້ມ​ກົດໝາຍ​ຂອງ​ພະ​ເຢໂຫວາ​ທີ່​ເພິ່ນ​ໃຫ້​ຜ່ານ​ທາງ​ໂມເຊ.” ເມື່ອ​ກະສັດ​ໂຢຊີຢາ​ໄດ້​ຟັງ​ການ​ອ່ານ​ປຶ້ມ​ກົດໝາຍ​ນັ້ນ ລາວ​ກໍ​ເຮັດ​ຕາມ​ທັນທີ. (ອ່ານ 2 ຂ່າວຄາວ 34:14, 18-21) ເຈົ້າ​ຢາກ​ອ່ານ​ຄຳ​ພີ​ໄບເບິນ​ເປັນ​ປະຈຳ​ບໍ? ຖ້າ​ເຈົ້າ​ກຳລັງ​ເຮັດ​ຢູ່ ເຈົ້າ​ມັກ​ບໍ? ເຈົ້າ​ຈື່​ຂໍ້​ຄຳພີ​ທີ່​ຊ່ວຍ​ເຈົ້າ​ເປັນ​ສ່ວນ​ໂຕ​ບໍ? ລຸກ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ໄດ້​ຈົດ​ຈຸດ​ຕ່າງ​ໆ​ທີ່​ລາວ​ສົນໃຈ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ. ຖ້າ​ເຈົ້າ​ເຮັດ​ຄື​ກັບ​ລາວ ມັນ​ກໍ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຈື່​ຂໍ້​ຄຳພີ​ຫຼື​ບົດ​ຮຽນ​ທີ່​ເຈົ້າ​ໄດ້​ຈາກ​ການ​ອ່ານ​ຄຳພີ​ໄບເບິນ. ແຮ່ງ​ເຈົ້າ​ຮູ້​ຈັກ​ແລະ​ຮັກ​ຄຳພີ​ໄບເບິນ ເຈົ້າ​ກໍ​ແຮ່ງ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ຄື​ກັບ​ທີ່​ປຶ້ມ​ກົດໝາຍ​ຂອງ​ພະ​ເຢໂຫວາ​ຊ່ວຍ​ໂຢຊີຢາ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ ຄຳພີ​ໄບເບິນ​ກໍ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ໄດ້​ຄື​ກັນ.

16. ເປັນ​ຫຍັງ​ໂຢຊີຢາ​ຈຶ່ງ​ເຮັດ​ຜິດ​ຮ້າຍແຮງ ແລະ​ເຮົາ​ໄດ້​ບົດ​ຮຽນ​ຫຍັງ?

16 ຮຽນ​ຈາກ​ການ​ຕັດສິນໃຈ​ທີ່​ບໍ່​ສະຫຼາດ​ຂອງ​ໂຢຊີຢາ. ຕອນ​ໂຢຊີຢາ​ອາຍຸ 39 ປີ ລາວ​ເຮັດ​ຜິດ​ພາດ​ຈົນ​ເຮັດ​ໃຫ້​ລາວ​ຕາຍ. ລາວ​ໝັ້ນໃຈ​ໃນ​ໂຕເອງ​ແທນ​ທີ່​ຈະ​ຂໍ​ການ​ຊີ້ນຳ​ຈາກ​ພະ​ເຢໂຫວາ. (2ຂຄ. 35:20-25) ບົດ​ຮຽນ​ສຳລັບ​ເຮົາ​ແມ່ນ ບໍ່​ວ່າ​ເຮົາ​ຈະ​ອາຍຸ​ສ່ຳ​ໃດ​ຫຼື​ຮຽນ​ຄຳພີ​ໄບເບິນ​ມາ​ດົນ​ປານ​ໃດ​ແລ້ວ ເຮົາ​ຕ້ອງ​ຊອກ​ຫາ​ພະ​ເຢໂຫວາ​ແລະ​ເພິ່ງ​ເພິ່ນ​ສະເໝີ. ການ​ຊອກ​ຫາ​ພະ​ເຢໂຫວາ​ລວມ​ເຖິງການ​ອະທິດຖານ​ຂໍ​ການ​ຊີ້ນຳ​ຈາກ​ເພິ່ນ​ເປັນ​ປະຈຳ ສຶກສາ​ຄຳພີ​ໄບເບິນ ແລະ​ຟັງ​ຄຳ​ແນະນຳ​ຈາກ​ຄລິດສະຕຽນ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ. ຖ້າ​ເຮົາ​ເຮັດ​ແບບ​ນັ້ນ ເຮົາ​ກໍ​ຈະ​ບໍ່​ເຮັດ​ຜິດ​ພາດ​ຮ້າຍແຮງ ແລະ​ຊີວິດ​ຂອງ​ເຮົາ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ.—ຢກບ. 1:25

ໄວລຸ້ນ ເຈົ້າ​ສາມາດ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ໄດ້

17. ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ກະສັດ 3 ອົງ​ຂອງ​ຢູດາ?

17 ຕອນ​ທີ່​ເປັນ​ໄວລຸ້ນ ມີ​ເລື່ອງ​ທີ່​ໜ້າ​ຕື່ນເຕັ້ນ​ຫຼາຍ​ເລື່ອງ​ທີ່​ເຈົ້າ​ສາມາດ​ເຮັດ​ໄດ້. ເລື່ອງ​ຂອງ​ເຢໂຮອາດ ອຸດຊີຢາ ແລະ​ໂຢຊີຢາ​ສະແດງ​ໃຫ້​ເຫັນ​ວ່າ​ໄວລຸ້ນ​ສາມາດ​ຕັດສິນໃຈ​ແບບ​ທີ່​ສະຫຼາດ​ໄດ້​ແລະ​ໃຊ້​ຊີວິດ​ໃນ​ແບບ​ທີ່​ພະ​ເຢໂຫວາ​ພໍໃຈ​ໄດ້. ເຖິງ​ວ່າ​ກະສັດ 3 ອົງ​ນີ້​ໄດ້​ເຮັດ​ຜິດ​ພາດ​ແລ້ວ​ເຮັດ​ໃຫ້​ເຂົາເຈົ້າ​ເຈິ​ເລື່ອງ​ທີ່​ບໍ່​ດີ ແຕ່​ຖ້າ​ເຈົ້າ​ຮຽນ​ແບບ​ຕົວຢ່າງ​ທີ່​ດີ​ຂອງ​ເຂົາເຈົ້າ​ແລະ​ບໍ່​ເຮັດ​ຜິດ​ພາດ​ຄື​ກັບ​ທີ່​ເຂົາເຈົ້າ​ເຮັດ ເຈົ້າ​ກໍ​ຈະ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ.

ຕອນ​ທີ່​ດາວິດ​ອາຍຸ​ຍັງ​ນ້ອຍ ລາວ​ໃກ້ຊິດ​ກັບ​ພະ​ເຢໂຫວາ. ລາວ​ເຮັດ​ໃຫ້​ເພິ່ນ​ພໍໃຈ​ແລະ​ຊີວິດ​ຂອງ​ລາວ​ກໍ​ມີ​ຄວາມ​ສຸກ (ເບິ່ງ​ຂໍ້ 18)

18. ມີ​ຕົວຢ່າງ​ຂອງໃຜແດ່ໃນພະຄຳພີ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ກໍ​ສາມາດ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ໄດ້? (ເບິ່ງ​ຮູບ)

18 ຄຳພີ​ໄບເບິນ​ມີ​ເລື່ອງ​ຂອງ​ໄວລຸ້ນ​ຄົນ​ອື່ນ​ໆ​ທີ່​ໃກ້ຊິດ​ກັບ​ພະ​ເຢໂຫວາ​ເຊິ່ງ​ເພິ່ນ​ພໍໃຈ​ເຂົາເຈົ້າ​ແລະ​ຊີວິດ​ຂອງ​ເຂົາເຈົ້າ​ກໍ​ມີ​ຄວາມ​ສຸກ. ດາວິດ​ເປັນ​ຜູ້​ໜຶ່ງ​ໃນ​ນັ້ນ. ລາວ​ເລືອກ​ຮັບໃຊ້​ພະ​ເຢໂຫວາ​ຕັ້ງແຕ່​ອາຍຸ​ຍັງ​ນ້ອຍ ແລະ​ຕໍ່​ມາ​ລາວ​ກໍ​ເປັນ​ກະສັດ​ທີ່​ພັກດີ. ເຖິງ​ວ່າ​ບາງ​ເທື່ອ​ລາວ​ເຮັດ​ຜິດ​ພາດ ແຕ່​ພະ​ເຢໂຫວາ​ກໍ​ຖື​ວ່າ​ດາວິດ​ເປັນ​ຜູ້​ຮັບໃຊ້​ທີ່​ສັດຊື່. (1ກສ. 3:6; 9:4, 5; 14:8) ຖ້າ​ເຈົ້າ​ຮຽນ​ເລື່ອງ​ຂອງ​ດາວິດ ຕົວຢ່າງ​ຂອງ​ລາວ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດຊື່​ໄດ້. ເຈົ້າ​ອາດຈະ​ຮຽນ​ເລື່ອງ​ຂອງ​ມາຣະໂກ​ຫຼື​ຕີໂມທຽວ​ກໍ​ໄດ້. ເຈົ້າ​ຈະ​ເຫັນ​ວ່າ​ເຂົາເຈົ້າ​ຮັບໃຊ້​ພະ​ເຢໂຫວາ​ຕັ້ງແຕ່​ອາຍຸ​ຍັງ​ນ້ອຍ​ແລະ​ຮັບໃຊ້​ເພິ່ນ​ຢ່າງ​ສັດຊື່​ຕໍ່​ໆ​ໄປ. ການ​ຕັດສິນໃຈ​ຂອງ​ເຂົາເຈົ້າ​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມ​ສຸກ​ແລະ​ເຂົາເຈົ້າ​ກໍ​ມີ​ຄວາມ​ສຸກ​ຄື​ກັນ.

19. ເຈົ້າ​ຢາກ​ມີ​ຊີວິດ​ແບບ​ໃດ?

19 ຊີວິດ​ຂອງ​ເຈົ້າ​ຈະ​ເປັນ​ແບບ​ໃດ​ກໍ​ຂຶ້ນ​ຢູ່​ກັບ​ວ່າ​ຕອນນີ້​ເຈົ້າ​ໃຊ້​ຊີວິດ​ແນວ​ໃດ. ຖ້າ​ເຈົ້າ​ໄວ້​ວາງໃຈ​ພະ​ເຢໂຫວາ​ແລະ​ບໍ່​ເພິ່ງ​ຄວາມ​ເຂົ້າ​ໃຈ​ຂອງ​ໂຕເອງ ເພິ່ນ​ກໍ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຕັດສິນໃຈ​ແບບ​ທີ່​ສະຫຼາດ. (ສຸພາ. 20:24) ເຈົ້າ​ເອງ​ກໍ​ຈະ​ມີ​ຊີວິດ​ທີ່​ດີ​ແລະ​ມີ​ຄວາມ​ສຸກ. ຂໍ​ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ເຫັນຄ່າ​ສິ່ງ​ທີ່​ເຈົ້າ​ເຮັດ​ເພື່ອ​ເພິ່ນ. ບໍ່​ມີ​ຫຍັງ​ຈະ​ດີ​ໄປ​ກວ່າ​ການ​ໃຊ້​ຊີວິດ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ​ພໍ່​ທີ່​ຮັກ​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ.

ເພງ 144 ຈ້ອງ​ເບິ່ງ​ທີ່​ລາງວັນ

a ເຈົ້າ​ທີ່​ເປັນ​ໄວລຸ້ນ ພະ​ເຢໂຫວາ​ຮູ້​ວ່າ​ບາງ​ເທື່ອ​ກໍ​ບໍ່​ງ່າຍ​ທີ່​ເຈົ້າ​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ໃກ້ຊິດ​ກັບ​ເພິ່ນ​ສະເໝີ. ເຈົ້າ​ຈະ​ຕັດສິນໃຈ​ແບບ​ທີ່​ສະຫຼາດ​ແລະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ​ໄດ້​ແນວ​ໃດ? ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ໄວລຸ້ນ 3 ຄົນ​ທີ່​ເປັນ​ກະສັດ​ຂອງ​ຢູດາ ແລະ​ເຮົາ​ຈະ​ຮຽນ​ຫຍັງ​ໄດ້​ແດ່​ຈາກ​ການ​ຕັດສິນໃຈ​ຂອງ​ເຂົາເຈົ້າ.

b ເບິ່ງ​ຂອບ: “ຢ່າ ‘ເຮັດ​ເປັນ​ຄົນ​ຖ່ອມ’” ໃນ​ບົດ​ຄວາມ “ການ​ເປັນ​ຄົນ​ດັງ​ໃນ​ໂລກ​ອອນລາຍ​ສຳຄັນ​ສ່ຳ​ໃດ?” ໃນ​ເວັບໄຊ jw.org (ພາສາ​ໄທ)

c ຄຳ​ອະທິບາຍ​ຮູບ: ພີ່ນ້ອງ​ຍິງ​ທີ່​ອາຍຸ​ຫຼາຍ​ກວ່າ​ໃຫ້​ຄຳ​ແນະນຳ​ທີ່​ດີ​ກັບ​ພີ່ນ້ອງ​ຍິງ​ທີ່​ອາຍຸ​ນ້ອຍ​ກວ່າ.

d ຄຳ​ອະທິບາຍ​ຮູບ: ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ເຮັດ​ສ່ວນ​ໃນ​ການ​ປະຊຸມ​ໝວດ​ເພິ່ງ​ພະ​ເຢໂຫວາ​ແລະ​ຍົກຍ້ອງ​ເພິ່ນ​ແທນ​ທີ່​ຈະ​ຍົກຍ້ອງ​ໂຕເອງ.