ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມ​ຈາກ​ຜູ້​ອ່ານ

ຄຳຖາມ​ຈາກ​ຜູ້​ອ່ານ

ຄລິດສະຕຽນ​ຄວນ​ມີ​ປືນ ເຊັ່ນ: ປືນ​ສັ້ນ​ຫຼື​ປືນ​ຍາວ​ເອົາ​ໄວ້​ປ້ອງກັນ​ຕົວ​ເມື່ອ​ຖືກ​ຄົນ​ອື່ນ​ທຳ​ຮ້າຍ​ບໍ?

ເມື່ອ​ເວົ້າ​ເຖິງ​ການ​ເລືອກ​ວິທີ​ປ້ອງກັນ​ຕົວ ຄລິດສະຕຽນ​ຈະ​ເຮັດ​ຕາມ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ. ຫຼັກ​ການ​ເຫຼົ່າ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ເປັນ​ເລື່ອງ​ຜິດ​ຖ້າ​ຈະ​ໃຊ້​ອາວຸດ ເຊັ່ນ: ປືນ​ສັ້ນ​ຫຼື​ປືນ​ຊະນິດ​ອື່ນໆເພື່ອ​ປ້ອງກັນ​ຕົວ​ເມື່ອ​ຖືກ​ທຳ​ຮ້າຍ ໃຫ້​ເຮົາ​ມາ​ເບິ່ງ​ຈຸດ​ຕ່າງໆຕໍ່​ໄປ​ນີ້​ທີ່​ຈະ​ຊ່ວຍ​ໃຫ້​ເຮົາ​ຕັດສິນ​ໃຈ​ຢ່າງ​ຖືກຕ້ອງ.

ພະ​ເຢໂຫວາ​ຖື​ວ່າ​ຊີວິດ​ມະນຸດ​ສັກສິດ. ດາວິດ​ຜູ້​ຂຽນ​ພະທຳ​ຄຳເພງ​ບອກ​ວ່າ ພະ​ເຢໂຫວາ​ເປັນ “ບໍ່​ເກີດ​ແຫ່ງ​ຊີວິດ.” (ຄຳເພງ 36:9, ລ.ມ.) ດັ່ງ​ນັ້ນ ຖ້າ​ຄລິດສະຕຽນ​ຕັດສິນ​ໃຈ​ຈະ​ປ້ອງກັນ​ຕົວ​ເອງ​ຫຼື​ຊັບ​ສິນ ເຂົາ​ເຈົ້າ​ຈະ​ເຮັດ​ທຸກ​ຢ່າງ​ທີ່​ເຮັດ​ໄດ້​ເພື່ອ​ຈະ​ບໍ່​ມີ​ຄວາມ​ຜິດ​ຖານ​ຂ້າ​ຄົນ​ເພາະ​ເຮັດ​ໃຫ້​ໃຜ​ຕ້ອງ​ຕາຍ.—ພະບັນຍັດ 22:8; ຄຳເພງ 51:14

ທີ່​ຈິງ ສິ່ງ​ຂອງ​ທຸກ​ຢ່າງ​ທີ່​ຄົນ​ເຮົາ​ໃຊ້​ເພື່ອ​ປ້ອງກັນ​ຕົວ​ອາດ​ເຮັດ​ໃຫ້​ຄົນ​ອື່ນ​ຕາຍ​ໄດ້ ແຕ່​ຖ້າ​ເປັນ​ປືນ​ກໍ​ມີ​ໂອກາດ​ເຮັດ​ໃຫ້​ຄົນ​ອື່ນ​ຕາຍ​ໄດ້​ງ່າຍ​ກວ່າ​ບໍ່​ວ່າ​ຍ້ອນ​ຕັ້ງ​ໃຈ​ຫຼື​ອຸບັດ​ຕິ​ເຫດ. * (ເບິ່ງ​ໄຂ​ເງື່ອນ) ນອກ​ຈາກ​ນັ້ນ ຄົນ​ທີ່​ມາ​ທຳ​ຮ້າຍ​ກໍ​ຮູ້ສຶກ​ຕຶງ​ຄຽດ​ຢູ່​ແລ້ວ ເມື່ອ​ຄົນ​ນັ້ນ​ເຫັນ​ເຮົາ​ຖື​ປືນ ສະຖານະການ​ກໍ​ແຮ່ງ​ອັນຕະລາຍ​ແລະ​ອາດ​ເຮັດ​ໃຫ້​ມີ​ຄົນ​ຕາຍ​ໄດ້.

ໃນ​ຄືນ​ກ່ອນ​ທີ່​ພະ​ເຍຊູ​ຈະ​ຕາຍ​ເພິ່ນ​ບອກ​ໃຫ້​ລູກ​ສິດ​ເອົາ​ດາບ​ໄປ​ນຳ ແຕ່​ບໍ່​ແມ່ນ​ເພື່ອ​ໃຫ້​ເຂົາ​ເຈົ້າ​ເອົາ​ໄວ້​ປ້ອງກັນ​ຕົວ. (ລືກາ 22:36, 38) ແຕ່​ພະ​ເຍຊູ​ຕ້ອງການ​ສອນ​ບົດຮຽນ​ວ່າ ສາວົກ​ຂອງ​ເພິ່ນ​ຕ້ອງ​ບໍ່​ໃຊ້​ຄວາມ​ຮຸນແຮງ​ເຖິງ​ວ່າ​ຈະ​ປະເຊີນ​ໜ້າ​ກັບ​ຝູງ​ຄົນ​ທີ່​ໃຊ້​ອາວຸດ. (ລືກາ 22:52) ຕອນ​ທີ່​ເປໂຕ​ຖອດ​ດາບ​ອອກ​ມາ​ທຳ​ຮ້າຍ​ຄົນ​ຮັບໃຊ້​ຄົນ​ໜຶ່ງ​ຂອງ​ປະໂລຫິດ ພະ​ເຍຊູ​ສັ່ງ​ເປໂຕ​ວ່າ: “ຈົ່ງ​ເອົາ​ດາບ​ຂອງ​ທ່ານ​ໃສ່​ໄວ້​ໃນ​ຝັກ.” ຈາກ​ນັ້ນ ພະ​ເຍຊູ​ກໍ​ເວົ້າ​ເຖິງ​ຫຼັກ​ການ​ທີ່​ຄລິດສະຕຽນ​ທຸກ​ມື້​ນີ້​ຕ້ອງ​ນຳ​ເອົາ​ໄປ​ໃຊ້​ເຊັ່ນ​ກັນ​ທີ່​ວ່າ: “ເພາະ​ວ່າ​ຄົນ​ທັງ​ປວງ​ທີ່​ຖື​ເອົາ​ດາບ​ຈະ​ຈິບຫາຍ​ດ້ວຍ​ດາບ.”—ມັດທາຍ 26:51, 52

ມີເກ 4:3 ບອກ​ລ່ວງ​ໜ້າ​ວ່າ​ປະຊາຊົນ​ຂອງ​ພະເຈົ້າ ‘ຈະ​ເອົາ​ດາບ​ຂອງ​ເຂົາ​ຕີ​ເປັນ​ໝາກ​ສົບ​ແລະ​ເອົາ​ຫອກ​ຕີ​ເປັນ​ພ້າ.’ ຄລິດສະຕຽນ​ແທ້​ຮູ້​ວ່າ​ຕ້ອງ​ຮັກສາ​ສັນຕິສຸກ. ເຂົາ​ເຈົ້າ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະເຈົ້າ​ທີ່​ໃຫ້​ຜ່ານ​ທາງ​ອັກຄະສາວົກ​ໂປໂລ​ທີ່​ວ່າ: “ຢ່າ​ທຳ​ຊົ່ວ​ຕອບ​ແທນ​ຊົ່ວ​ແກ່​ຜູ້​ໜຶ່ງ​ຜູ້​ໃດ​ສັກ​ເທື່ອ.” ແລະ “ຈົ່ງ​ມີ​ຄວາມ​ສຸກ​ສຳລານ [ສັນຕິສຸກ] ກັນ​ກັບ​ຄົນ​ທັງ​ປວງ.” (ໂລມ 12:17, 18) ເຖິງ​ວ່າ​ໂປໂລ​ປະສົບ​ກັບ​ຄວາມ​ລຳບາກ​ແລະ​ອັນຕະລາຍ​ຈາກ “ໂຈນ​ຜູ້​ຮ້າຍ” ແຕ່​ລາວ​ກໍ​ບໍ່​ເຄີຍ​ຝ່າ​ຝືນ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ເພື່ອ​ປ້ອງກັນ​ຕົວ. (2 ໂກລິນໂທ 11:26, ລ.ມ.) ລາວ​ວາງໃຈ​ໃນ​ພະ​ເຢໂຫວາ​ແລະ​ຮູ້​ວ່າ​ຄຳ​ແນະນຳ​ທີ່​ສຸຂຸມ​ຂອງ​ຄຳພີ​ໄບເບິນ​ນັ້ນ “ປະເສີດ​ກວ່າ​ເຄື່ອງ​ອາວຸດ​ທຳ​ເສິກ.”—ຜູ້​ເທສະໜາ​ປ່າວ​ປະກາດ 9:18

ສຳລັບ​ຄລິດສະຕຽນ​ແລ້ວ ຊີວິດ​ມີ​ຄ່າ​ຫຼາຍ​ກວ່າ​ຊັບ​ສົມບັດ. ເຮົາ​ຮູ້​ວ່າ: “ເຖິງ​ຈະ​ມີ​ຊັບ​ສົມບັດ​ມາກ​ມາຍ ແຕ່​ມັນ​ກໍ​ຊື້​ຊີວິດ​ບໍ່​ໄດ້.” (ລືກາ 12:15, ລ.ມ.) ດັ່ງ​ນັ້ນ ຖ້າ​ເວົ້າ​ດີໆກັບ​ໂຈນ​ທີ່​ມີ​ປືນ​ແຕ່​ລາວ​ຍັງ​ບໍ່​ຟັງ ໃຫ້​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພະ​ເຍຊູ​ທີ່​ວ່າ: “ຢ່າ​ຕໍ່​ສູ້​ກັບ​ຄົນ​ທີ່​ເຮັດ​ຊົ່ວ​ກັບ​ເຈົ້າເຊິ່ງ​ອາດ​ໝາຍ​ເຖິງ​ໃຫ້​ສິ່ງ​ຂອງ​ທີ່​ລາວ​ຕ້ອງການ. (ມັດທາຍ 5:39, 40, ລ.ມ.; ລືກາ 6:29) * (ເບິ່ງ​ໄຂ​ເງື່ອນ) ແນ່ນອນ​ວ່າ​ວິທີ​ທີ່​ດີ​ທີ່​ສຸດ​ຄື​ການ​ປ້ອງກັນ​ບໍ່​ໃຫ້​ເກີດ​ເຫດການ​ນັ້ນ​ຂຶ້ນ. ພວກ​ໂຈນ​ອາດ​ບໍ່​ຢາກ​ປົ້ນ​ເຮົາ​ຖ້າ​ເຮົາ​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ໂດຍ​ບໍ່ “ໂອ້​ອວດ​ຊັບ​ສົມບັດ(1 ໂຢຮັນ 2:16, ລ.ມ.) ແລະ​ຖ້າ​ຄົນ​ອື່ນໆຮູ້​ວ່າ​ເຮົາ​ເປັນ​ພະຍານ​ພະ​ເຢໂຫວາ​ທີ່​ຮັກ​ສັນຕິສຸກ ນັ້ນ​ກໍ​ເປັນ​ການ​ປ້ອງກັນ​ຕົວ​ເຮົາ​ເຊັ່ນ​ກັນ.—ສຸພາສິດ 18:10

ຄລິດສະຕຽນ​ນັບຖື​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ຄົນ​ອື່ນ. (ໂລມ 14:21) ພີ່​ນ້ອງ​ບາງ​ຄົນ​ອາດ​ຈະ​ຕົກໃຈ​ຫຼື​ຮັບ​ບໍ່​ໄດ້ ຖ້າ​ພີ່​ນ້ອງ​ຄົນ​ໜຶ່ງ​ມີ​ປືນ​ເພື່ອ​ເອົາ​ໄວ້​ປ້ອງກັນ​ຕົວ. ເຖິງ​ວ່າ​ເຮົາ​ອາດ​ມີ​ສິດ​ຕາມ​ກົດ​ໝາຍ​ທີ່​ຈະ​ມີ​ປືນ​ໄດ້ ແຕ່​ຖ້າ​ເຮົາ​ຮັກ​ພີ່​ນ້ອງ ເຮົາ​ຈະ​ບໍ່​ເຮັດ​ສິ່ງ​ທີ່​ຮູ້​ວ່າ​ພີ່​ນ້ອງ​ຈະ​ຮັບ​ບໍ່​ໄດ້.—1 ໂກລິນໂທ 10:32, 33; 13:4, 5

ຄລິດສະຕຽນ​ຢາກ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ຄົນ​ອື່ນ. (2 ໂກລິນໂທ 4:2; 1 ເປໂຕ 5:2, 3) ຖ້າ​ຄລິດສະຕຽນ​ຄົນ​ໜຶ່ງ​ມີ​ປືນ​ເພື່ອ​ເອົາ​ໄວ້​ປ້ອງກັນ​ຕົວ​ເມື່ອ​ຖືກ​ທຳ​ຮ້າຍ ຜູ້​ເຖົ້າ​ແກ່​ຈະ​ໃຫ້​ຄຳ​ແນະນຳ​ຈາກ​ຄຳພີ​ໄບເບິນ. ຖ້າ​ລາວ​ຍັງ​ຄິດ​ຈະ​ເກັບ​ປືນ​ໄວ້ ລາວ​ຈະ​ເປັນ​ຕົວຢ່າງ​ທີ່​ບໍ່​ດີ ເຊິ່ງ​ຈະ​ເຮັດ​ໃຫ້​ລາວ​ບໍ່​ສາມາດ​ເຮັດ​ໜ້າ​ທີ່​ມອບ​ໝາຍ​ຫຼື​ມີ​ສິດທິ​ພິເສດ​ໃນ​ປະຊາຄົມ​ໄດ້. ຫຼັກ​ການ​ດຽວ​ກັນ​ນີ້​ໃຊ້​ກັບ​ຄລິດສະຕຽນ​ທີ່​ເຮັດ​ອາຊີບ​ທີ່​ຕ້ອງ​ຈັບ​ອາວຸດ​ນຳ​ອີກ ອາດ​ຈະ​ດີ​ກວ່າ​ຖ້າ​ລາວ​ຫາ​ວຽກ​ອື່ນ​ເຮັດ. *—ເບິ່ງ​ໄຂ​ເງື່ອນ

ຄລິດສະຕຽນ​ຕ້ອງ​ຕັດສິນ​ໃຈ​ວ່າ​ຈະ​ປ້ອງກັນ​ຕົວ​ເອງ ຄອບຄົວ ແລະ​ຊັບ​ສິນ​ແນວ​ໃດ ລວມ​ທັງ​ເລື່ອງ​ຈະ​ເຮັດ​ວຽກ​ຫຍັງ​ນຳ. ແຕ່​ເມື່ອ​ຕັດສິນ​ໃຈ​ໃນ​ເລື່ອງ​ນີ້ ຕ້ອງ​ຄິດ​ເຖິງ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ. ຄລິດສະຕຽນ​ທີ່​ມີ​ສາຍ​ສຳພັນ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຮູ້​ວ່າ​ພະອົງ​ເປັນ​ພະເຈົ້າ​ທີ່​ສະຫຼາດ​ສຸຂຸມ​ທີ່​ສຸດ ແລະ​ພະອົງ​ໃຫ້​ຫຼັກ​ການ​ເຫຼົ່າ​ນີ້​ຍ້ອນ​ຮັກ​ພວກ​ເຮົາ. ດ້ວຍ​ເຫດ​ນີ້​ເຂົາ​ເຈົ້າ​ຈຶ່ງ​ເລືອກ​ທີ່​ຈະ​ບໍ່​ມີ​ປືນ​ເພື່ອ​ເອົາ​ໄວ້​ປ້ອງກັນ​ຕົວ​ເມື່ອ​ຖືກ​ຄົນ​ອື່ນ​ທຳ​ຮ້າຍ. ເຂົາ​ເຈົ້າ​ຮູ້​ວ່າ​ຖ້າ​ວາງໃຈ​ໃນ​ພະ​ເຢໂຫວາ​ແລະ​ໃຊ້​ຫຼັກ​ການ​ໃນ​ຄຳພີ​ໄບເບິນ ເຂົາ​ເຈົ້າ​ກໍ​ຈະ​ມີ​ຄວາມ​ປອດໄພ​ແທ້​ຕະຫຼອດ​ໄປ.—ຄຳເພງ 97:10; ສຸພາສິດ 1:33; 2:6, 7

^ ຂໍ້ 3 ຄລິດສະຕຽນ​ອາດ​ຕັດສິນ​ໃຈ​ຊື້​ປືນ (ປືນ​ສັ້ນ​ຫຼື​ປືນ​ຍາວ) ເພື່ອ​ເອົາ​ໄວ້​ລ່າ​ສັດ​ມາ​ເປັນ​ອາຫານ​ຫຼື​ເພື່ອ​ປ້ອງກັນ​ຕົວ​ຈາກ​ສັດ​ປ່າ ແຕ່​ເມື່ອ​ບໍ່​ໄດ້​ໃຊ້​ກໍ​ຄວນ​ເອົາ​ລູກ​ປືນ​ອອກ​ຫຼື​ຖອດ​ຊິ້ນ​ສ່ວນ​ຂອງ​ປືນ ແລ້ວ​ເກັບ​ໄວ້​ໃນ​ບ່ອນ​ທີ່​ປອດໄພ​ແລະ​ລ໋ອກ​ກະແຈ. ຖ້າ​ໃນ​ເຂດ​ທີ່​ມີ​ກົດ​ໝາຍ​ຫ້າມ​ບໍ່​ໃຫ້​ມີ​ປືນ​ໄວ້​ໃນ​ຄອບຄອງ ໃນ​ບ່ອນ​ທີ່​ລັດຖະບານ​ຈຳກັດ​ຫຼື​ຄວບຄຸມ​ການ​ຄອບຄອງ​ປືນ ຄລິດສະຕຽນ​ກໍ​ຄວນ​ເຊື່ອ​ຟັງ​ກົດ​ໝາຍ​ນັ້ນ.—ໂລມ 13:1

^ ຂໍ້ 6 ເພື່ອ​ຈະ​ຮູ້​ວິທີ​ປ້ອງກັນ​ຕົວ​ບໍ່​ໃຫ້​ຖືກ​ຂົ່ມຂືນ ຂໍ​ໃຫ້​ອ່ານ​ບົດ​ຄວາມ “ວິທີ​ປ້ອງກັນ​ຕົວ​ບໍ່​ໃຫ້​ຖືກ​ຂົ່ມຂືນ” ຕື່ນ​ເຖີດ! 8 ມີນາ 1993 (ບໍ່​ມີ​ໃນ​ພາສາ​ລາວ)

^ ຂໍ້ 2 ສຳລັບ​ຂໍ້​ມູນ​ເພີ່ມ​ຕື່ມ​ກ່ຽວ​ກັບ​ອາຊີບ​ທີ່​ຕ້ອງ​ມີ​ປືນ​ເບິ່ງ​ຫໍສັງເກດການ 1 ພະຈິກ 2005 ແລະ 15 ມັງກອນ 1984 ໜ້າ 24-26. (ບໍ່​ມີ​ໃນ​ພາສາ​ລາວ)