“ຈົ່ງຮ້ອງໄຫ້ດ້ວຍກັນກັບຜູ້ທີ່ຮ້ອງໄຫ້”
“ຈົ່ງເລົ້າໂລມ [“ໃຫ້ກຳລັງໃຈ,” ລ.ມ.] ກັນແລະກັນ ແລະຈົ່ງກະທຳໃຫ້ກັນແລະກັນຈຳເລີນຂຶ້ນ.”—1 ເທຊະໂລນີກ 5:11
ເພງ: 90, 111
1, 2. ເປັນຫຍັງເຮົາຕ້ອງຮຽນຮູ້ວິທີໃຫ້ກຳລັງໃຈຄົນທີ່ໂສກເສົ້າ? (ເບິ່ງຮູບທຳອິດ)
ພີ່ນ້ອງຊູຊີບອກວ່າ: “ເກືອບໜຶ່ງປີແລ້ວທີ່ລູກຊາຍເຮົາຕາຍ ແຕ່ເຮົາຍັງຮູ້ສຶກເຈັບປວດແລະທຸກທໍລະມານໃຈ.” ພີ່ນ້ອງອີກຄົນໜຶ່ງທີ່ເມຍຂອງລາວຕາຍຢ່າງກະທັນຫັນບອກວ່າ ລາວຮູ້ສຶກ “ເຈັບປວດສຸດແສນຈະພັນລະນາ.” ໜ້າເສົ້າໃຈ ຜູ້ຄົນນັບບໍ່ຖ້ວນຕ້ອງປະສົບກັບຄວາມເຈັບປວດແບບນີ້. ທຸກມື້ນີ້ ພີ່ນ້ອງຫຼາຍຄົນໃນປະຊາຄົມບໍ່ຄິດວ່າຄົນທີ່ຮັກຈະຕາຍກ່ອນວັນອະລະມະເຄໂດນມາ. ບາງເທື່ອຄົນທີ່ເຈົ້າຮັກອາດຕາຍຈາກໄປ ຫຼືບາງຄົນທີ່ເຈົ້າຮູ້ຈັກກຳລັງໂສກເສົ້າຍ້ອນເລື່ອງນີ້ຢູ່ ເຈົ້າອາດຢາກຮູ້ວ່າ: ‘ຂ້ອຍຈະໃຫ້ກຳລັງໃຈຄົນທີ່ໂສກເສົ້າໂດຍວິທີໃດ?’
2 ບາງຄົນບອກວ່າເວລາຈະຊ່ວຍຮັກສາບາດແຜ. ແຕ່ເປັນແບບນັ້ນແທ້ໆບໍ? ແມ່ໝ້າຍຄົນໜຶ່ງບອກວ່າ: “ຄຳເວົ້ານີ້ຖືກຕ້ອງ ແຕ່ຖ້າຈະໃຫ້ຖືກຕ້ອງກວ່ານີ້ຄືເຮົາເຮັດຫຍັງກັບເວລາທີ່ຜ່ານໄປ ເພາະສິ່ງທີ່ເຮົາເຮັດຈະຊ່ວຍຮັກສາໄດ້ແທ້ໆ.” ບາດແຜທາງກາຍຕ້ອງໃຊ້ເວລາຮັກສາແລະເບິ່ງແຍງຢ່າງດີ ຄ້າຍຄືກັນ ບາດແຜທາງໃຈກໍແຮ່ງຕ້ອງໃຊ້ທັງເວລາແລະການເອົາໃຈໃສ່ຢ່າງ
ດີ. ແຕ່ມີວິທີໃດເປັນພິເສດທີ່ເຮົາຈະຊ່ວຍຄົນທີ່ໂສກເສົ້າໃຫ້ຮູ້ສຶກດີຂຶ້ນ?ພະເຢໂຫວາເປັນພະເຈົ້າທີ່ໃຫ້ກຳລັງໃຈທຸກສະພາບການ
3, 4. ເປັນຫຍັງເຮົາໝັ້ນໃຈວ່າພະເຢໂຫວາເຂົ້າໃຈຄວາມເຈັບປວດຂອງເຮົາ?
3 ພະເຢໂຫວາເປັນພໍ່ທີ່ເຫັນອົກເຫັນໃຈ ພະອົງເປັນຜູ້ທີ່ໃຫ້ກຳລັງໃຈເຮົາໄດ້ຫຼາຍທີ່ສຸດເມື່ອເຮົາຕ້ອງການ. (ອ່ານ 2 ໂກລິນໂທ 1:3, 4) ພະອົງເປັນຕົວຢ່າງທີ່ດີເລີດໃນການເຂົ້າໃຈຄວາມຮູ້ສຶກຂອງຄົນອື່ນ ແລະໄດ້ສັນຍາກັບປະຊາຊົນຂອງພະອົງວ່າ: “ເຮົາແມ່ນຜູ້ເລົ້າໂລມ [“ປອບໂຍນ,” ລ.ມ.] ພວກທ່ານ.”—ເອຊາອີ 51:12; ຄຳເພງ 119:50, 52, 76
ພະເຢໂຫວາຄອຍຖ້າວັນທີ່ພະອົງຈະປຸກຄົນເຫຼົ່ານັ້ນທີ່ສັດຊື່ໃຫ້ຟື້ນຄືນຈາກຕາຍ
4 ພະເຢໂຫວາພໍ່ທີ່ຮັກຂອງເຮົາກໍເຄີຍສູນເສຍຜູ້ຮັບໃຊ້ທີ່ຮັກຄືກັນ ເຊັ່ນ: ອັບລາຫາມ ອີຊາກ ຢາໂຄບ ໂມເຊ ດາວິດ ແລະຄົນອື່ນໆອີກ. (ຈົດເຊັນບັນຊີ 12:6-8; ມັດທາຍ 22:31, 32; ກິດຈະການ 13:22) ຄຳພີໄບເບິນບອກວ່າພະເຢໂຫວາຄອຍຖ້າວັນທີ່ພະອົງຈະປຸກຄົນເຫຼົ່ານັ້ນທີ່ສັດຊື່ໃຫ້ຟື້ນຄືນຈາກຕາຍ. (ໂຢບ 14:14, 15) ໃນຕອນນັ້ນເຂົາເຈົ້າຈະມີຄວາມສຸກແລະມີສຸຂະພາບທີ່ແຂງແຮງ. ນອກຈາກນັ້ນ ພະອົງຍັງເຄີຍສູນເສຍລູກຊາຍກົກ. ຄຳພີໄບເບິນບອກວ່າພະເຢໂຫວາ “ຮັກ” ພະເຍຊູຫຼາຍ. (ສຸພາສິດ 8:22, 30, ລ.ມ.) ເຮົາຄົງນຶກພາບບໍ່ອອກວ່າພະເຢໂຫວາຮູ້ສຶກເຈັບປວດໃຈຫຼາຍສໍ່າໃດທີ່ເຫັນລູກຕາຍຢ່າງທໍລະມານ.—ໂຢຮັນ 5:20; 10:17
5, 6. ພະເຢໂຫວາໃຫ້ກຳລັງໃຈເຮົາໂດຍວິທີໃດ?
5 ເຮົາໝັ້ນໃຈໄດ້ວ່າພະເຢໂຫວາຈະຊ່ວຍເຮົາ. ດັ່ງນັ້ນ ເຮົາຄວນສະດວກໃຈທີ່ຈະອະທິດຖານ ລະບາຍຄວາມເຈັບປວດແລະໂສກເສົ້າກັບພະອົງ. ເຮົາໄດ້ຮັບກຳລັງໃຈແທ້ໆທີ່ຮູ້ວ່າພະເຈົ້າເຂົ້າໃຈຄວາມຮູ້ສຶກຂອງເຮົາ ແລະຈະໃຫ້ກຳລັງໃຈເຮົາໃນແບບທີ່ຕ້ອງການແທ້ໆ! ພະອົງເຮັດໂດຍວິທີໃດ?
6 ພະເຢໂຫວາໃຫ້ກຳລັງໃຈເຮົາຫຼາຍວິທີ ວິທີໜຶ່ງກໍຄືໂດຍໃຫ້ພະລັງບໍລິສຸດ. (ກິດຈະການ 9:31) ພະເຍຊູສັນຍາວ່າພະເຢໂຫວາຈະໃຫ້ພະລັງບໍລິສຸດກັບທຸກຄົນທີ່ຂໍຈາກພະອົງ. (ລືກາ 11:13) ພີ່ນ້ອງຊູຊີທີ່ເວົ້າເຖິງໃນຕອນຕົ້ນບອກວ່າ: “ມີຫຼາຍເທື່ອທີ່ເຮົາຄູ້ເຂົ່າແລະອ້ອນວອນພະເຢໂຫວາໃຫ້ປອບໃຈ ແລະທຸກໆເທື່ອສັນຕິສຸກຂອງພະອົງກໍຮັກສາໃຈແລະຄວາມຄິດຂອງເຮົາ.”—ອ່ານຟີລິບ 4:6, 7
ພະເຍຊູເຂົ້າໃຈຄວາມຮູ້ສຶກຂອງເຮົາ
7, 8. ເປັນຫຍັງເຮົາຈຶ່ງໝັ້ນໃຈວ່າພະເຍຊູຈະໃຫ້ກຳລັງໃຈເຮົາ?
7 ຕອນຢູ່ເທິງໂລກ ພະເຍຊູຮຽນແບບຄຸນລັກສະນະທີ່ດີເລີດຂອງພະເຢໂຫວາໄດ້ຢ່າງສົມບູນແບບໃນທາງຄຳເວົ້າແລະການກະທຳ. (ໂຢຮັນ 5:19) ພະເຢໂຫວາສົ່ງພະເຍຊູມາເພື່ອໃຫ້ກຳລັງໃຈຄົນທີ່ມີ “ໃຈຂາດ [ຫົວໃຈແຕກສະຫຼາຍ]” ແລະຄົນທີ່ “ຮ້ອງໄຫ້ໂສກເສົ້າ.” (ເອຊາອີ 61:1, 2; ລືກາ 4:17-21) ຜູ້ຄົນຮູ້ວ່າພະເຍຊູເຂົ້າໃຈຄວາມທຸກທໍລະມານຂອງເຂົາເຈົ້າແລະຢາກຊ່ວຍແທ້ໆ.—ເຫບເລີ 2:17
* (ເບິ່ງໄຂເງື່ອນ) ລອງຄິດເບິ່ງວ່າເປັນເລື່ອງຍາກສໍ່າໃດທີ່ພະເຍຊູຕ້ອງມາທົນທຸກໃຈຕັ້ງແຕ່ຍັງນ້ອຍ ແລະຕ້ອງທົນເຫັນແມ່ກັບນ້ອງໂສກເສົ້າເສຍໃຈ.
8 ຕອນຍັງນ້ອຍ ໝູ່ສະໜິດແລະຄົນໃນຄອບຄົວຂອງພະເຍຊູບາງຄົນຕາຍ. ຕົວຢ່າງ: ໂຢເຊບພໍ່ລ້ຽງຂອງພະເຍຊູອາດຕາຍຕອນທີ່ເພິ່ນອາຍຸຍັງນ້ອຍ.9. ເມື່ອລາຊະໂລຕາຍ ພະເຍຊູສະແດງໃຫ້ເຫັນແນວໃດວ່າເພິ່ນເຂົ້າໃຈຄວາມຮູ້ສຶກຂອງຄົນທີ່ສູນເສຍ?
9 ໃນໄລຍະການຮັບໃຊ້ ພະເຍຊູສະແດງໃຫ້ເຫັນວ່າເພິ່ນເຫັນອົກເຫັນໃຈແລະເຂົ້າໃຈຄວາມຮູ້ສຶກຂອງຄົນອື່ນ. ຕົວຢ່າງເຊັ່ນ: ເມື່ອລາຊະໂລໝູ່ສະໜິດຂອງເພິ່ນຕາຍ ເພິ່ນຮູ້ສຶກເຖິງຄວາມເຈັບປວດຂອງມາລີແລະມາທາຈົນຮ້ອງໄຫ້ອອກມາທັງໆທີ່ຮູ້ວ່າເພິ່ນເອງກຳລັງຈະປຸກລາຊະໂລໃຫ້ຟື້ນຄືນຈາກຕາຍ.—ໂຢຮັນ 11:33-36
10. ເຮົາຮູ້ໄດ້ແນວໃດວ່າພະເຍຊູຍັງເຂົ້າໃຈຄວາມຮູ້ສຶກຂອງເຮົາໃນຕອນນີ້?
10 ຄຳເວົ້າທີ່ໃຫ້ກຳລັງໃຈຂອງພະເຍຊູໃນອະດີດໄດ້ຊ່ວຍເຮົາໃນທຸກມື້ນີ້ແນວໃດ? ຄຳພີໄບເບິນສະແດງຢ່າງຈະແຈ້ງວ່າພະເຍຊູບໍ່ປ່ຽນແປງ ໂດຍບອກວ່າ: “ພະເຍຊູຄລິດເປັນສະເໝີກັນ [“ເໝືອນເດີມ,” ລ.ມ.] ໃນເວລາວານນີ້ ແລະວັນນີ້ແລະສືບໆໄປເປັນນິດ.” (ເຫບເລີ 13:8) ເພິ່ນຍັງຖືກເອີ້ນວ່າ: “ພະອົງເຈົ້າແຫ່ງຊີວິດ” ເພາະເພິ່ນເຮັດໃຫ້ເຮົາໄດ້ຮັບຊີວິດຕະຫຼອດໄປ. ພະເຍຊູຍັງເຂົ້າໃຈຄວາມທຸກໂສກຂອງເຮົາແຕ່ລະຄົນ ແລະເພິ່ນສາມາດ “ຊ່ອຍຄົນທັງຫຼາຍທີ່ຖືກທົດລອງນັ້ນ.” (ກິດຈະການ 3:15; ເຫບເລີ 2:10, 18) ດັ່ງນັ້ນ ເຮົາຈຶ່ງໝັ້ນໃຈໄດ້ວ່າຕອນນີ້ພະເຍຊູກໍຍັງຮູ້ສຶກເຈັບປວດກັບຄົນອື່ນໆທີ່ກຳລັງເຈັບປວດ. ເພິ່ນເຂົ້າໃຈຄວາມຮູ້ສຶກຂອງເຂົາເຈົ້າແລະສາມາດໃຫ້ກຳລັງໃຈ ‘ໃນເວລາທີ່ [ເຂົາເຈົ້າ] ຕ້ອງການ.’—ອ່ານເຫບເລີ 4:15, 16
ຄຳພີໄບເບິນໃຫ້ກຳລັງໃຈເຮົາ
11. ມີຂໍ້ພະຄຳພີໃດແດ່ທີ່ໃຫ້ກຳລັງໃຈເຈົ້າເປັນພິເສດ?
11 ຂໍ້ພະຄຳພີທີ່ບັນທຶກເລື່ອງຄວາມເສົ້າເສຍໃຈຂອງພະເຍຊູຕອນທີ່ລາຊະໂລຕາຍເປັນໜຶ່ງໃນຫຼາຍຂໍ້ທີ່ໃຫ້ກຳລັງໃຈເຮົາ ເພາະ “ສິ່ງສາລະພັດທີ່ຂຽນໄວ້ແລ້ວຄາວກ່ອນນັ້ນກໍຂຽນໄວ້ເພື່ອຈະສັ່ງສອນພວກເຮົາ ເພື່ອເຮົາຈະໄດ້ມີຄວາມໄວ້ໃຈດ້ວຍຄວາມພຽນແລະຄວາມເລົ້າໂລມແຫ່ງພະຄຳພີນັ້ນ.” (ໂລມ 15:4) ຖ້າເຈົ້າກຳລັງໂສກເສົ້າ ເຈົ້າຈະໄດ້ຮັບກຳລັງໃຈຈາກຂໍ້ພະຄຳພີດັ່ງລຸ່ມນີ້:
-
“ພະເຢໂຫວາສະຖິດຢູ່ໃກ້ຄົນທັງຫຼາຍທີ່ມີໃຈຂາດ [ຫົວໃຈແຕກສະຫຼາຍ] ແລະພະອົງຊ່ອຍຄົນທັງຫຼາຍທີ່ໄດ້ເສຍໃຈແລ້ວ.”—ຄຳເພງ 34:18, 19
-
“ໃນຄວາມຄຶດອັນມາກຫຼາຍຢູ່ພາຍໃນຂ້ານ້ອຍ ຄວາມເລົ້າໂລມຂອງພະອົງໄດ້ໃຫ້ຈິດໃຈຂ້ານ້ອຍມີຄວາມສະໜຸກ.”—ຄຳເພງ 94:19
-
‘ຂໍໃຫ້ພະເຍຊູຄລິດພະອົງເຈົ້າຂອງເຮົາ ແລະພະເຈົ້າພະບິດາຂອງພວກເຮົາຜູ້ຮັກເຮົາແລະປະທານໃຫ້ເຮົາມີຄວາມເລົ້າໂລມອັນຢູ່ໄປເປັນນິດແລະຄວາມໄວ້ໃຈອັນດີດ້ວຍພະຄຸນກໍເລົ້າໂລມໃຈຂອງທ່ານແລະໃຫ້ຕັ້ງໝັ້ນຄົງຢູ່.’—2 ເທຊະໂລນີກ 2:16, 17. *—ເບິ່ງໄຂເງື່ອນ
ປະຊາຄົມເປັນແຫຼ່ງໃຫ້ກຳລັງໃຈທີ່ດີ
12. ເຮົາຈະໃຫ້ກຳລັງໃຈຄົນອື່ນໄດ້ແນວໃດ?
12 ຄົນທີ່ໂສກເສົ້າຍັງໄດ້ຮັບກຳລັງໃຈຈາກພີ່ນ້ອງໃນປະຊາຄົມ. (ອ່ານ 1 ເທຊະໂລນີກ 5:11) ເຈົ້າຈະໃຫ້ກຳລັງໃຈແລະປອບໂຍນຄົນທີ່ “ໂສກເສົ້າ” ໄດ້ແນວໃດ? (ສຸພາສິດ 17:22, ທ.ປ.) ຈື່ໄວ້ວ່າ: “ມີເວລາມິດປາກແລະມີເວລາເວົ້າ.” (ຜູ້ເທສະໜາປ່າວປະກາດ 3:7) ເດລິນເຊິ່ງເປັນແມ່ໝ້າຍເລົ່າວ່າຄົນທີ່ກຳລັງໂສກເສົ້າຢາກລະບາຍໃຫ້ຄົນອື່ນຟັງວ່າເຂົາເຈົ້າຮູ້ສຶກແລະຄິດແນວໃດ. ດັ່ງນັ້ນ ເປັນເລື່ອງສຳຄັນທີ່ເຮົາຈະຟັງເຂົາເຈົ້າໂດຍບໍ່ເວົ້າຂັດ. ຈູເນຍທີ່ອ້າຍຂອງລາວຂ້າຕົວຕາຍເວົ້າວ່າ: “ເຖິງວ່າເຈົ້າອາດຈະບໍ່ເຂົ້າໃຈຄວາມໂສກເສົ້າຂອງຄົນອື່ນດີ ແຕ່ຖ້າເຈົ້າຢາກເຂົ້າໃຈຄວາມຮູ້ສຶກຂອງເຂົາເຈົ້າ ນັ້ນກໍມີຄ່າຫຼາຍແລ້ວສຳລັບເຂົາເຈົ້າ.”
13. ເຮົາຕ້ອງຈື່ຫຍັງໄວ້ກ່ຽວກັບຄົນທີ່ໂສກເສົ້າ?
13 ເຮົາຕ້ອງຈື່ໄວ້ວ່າບໍ່ແມ່ນທຸກຄົນທີ່ຈະຮູ້ສຶກແລະສະແດງຄວາມໂສກເສົ້າແບບດຽວກັນ. ບາງຄັ້ງກໍຍາກທີ່ຈະອະທິບາຍວ່າເຮົາຮູ້ສຶກເຈັບປວດໃຈຫຼາຍສໍ່າໃດ. ຄຳພີໄບເບິນບອກວ່າ: ‘ໃຈມະນຸດກໍຮູ້ຄວາມທຸກຂອງຕົນເອງແລະຄົນຜູ້ອື່ນບໍ່ເຂົ້າໃຈໃນຄວາມຍິນດີຂອງຕົນ’ (ສຸພາສິດ 14:10) ເຖິງວ່າບາງຄົນພະຍາຍາມເລົ່າວ່າລາວຮູ້ສຶກແນວໃດ ແຕ່ບາງຄັ້ງກໍບໍ່ງ່າຍທີ່ຄົນອື່ນຈະເຂົ້າໃຈສິ່ງທີ່ລາວເວົ້າແທ້ໆ.
ວິທີທີ່ດີທີ່ສຸດທີ່ເຮົາຈະເຮັດໄດ້ຄື “ຮ້ອງໄຫ້ດ້ວຍກັນກັບຜູ້ທີ່ຮ້ອງໄຫ້.”
14. ເຮົາສາມາດເຮັດຫຍັງໄດ້ແດ່ເພື່ອໃຫ້ກຳລັງໃຈຄົນທີ່ໂສກເສົ້າ?
14 ເປັນເລື່ອງຍາກແທ້ໆທີ່ຈະຮູ້ວ່າຈະເວົ້າແນວໃດກັບຄົນທີ່ກຳລັງໂສກເສົ້າເສຍໃຈ. ຄຳພີໄບເບິນບອກວ່າ: “ຄຳເວົ້າທີ່ມີປັນຍາປົວແປງໃຫ້ດີໄດ້.” (ສຸພາສິດ 12:18, ທ.ປ.) ຫຼາຍຄົນພົບຄຳທີ່ໃຫ້ກຳລັງໃຈໃນຈຸນລະສານເມື່ອຄົນທີ່ເຈົ້າຮັກເສຍຊີວິດ. * (ເບິ່ງໄຂເງື່ອນ) ແຕ່ຫຼາຍຄັ້ງ ວິທີທີ່ດີທີ່ສຸດທີ່ເຮົາຈະເຮັດໄດ້ກໍຄື “ຮ້ອງໄຫ້ດ້ວຍກັນກັບຜູ້ທີ່ຮ້ອງໄຫ້.” (ໂລມ 12:15) ພີ່ນ້ອງກາບີເຊິ່ງຜົວຂອງລາວຕາຍໄດ້ເລົ່າວ່າບາງເທື່ອການຮ້ອງໄຫ້ກໍເປັນວິທີດຽວທີ່ຈະລະບາຍຄວາມຮູ້ສຶກໄດ້. ລາວເວົ້າວ່າ: “ເມື່ອມີໝູ່ມາຮ້ອງໄຫ້ກັບຂ້ອຍນັ້ນເຮັດໃຫ້ຂ້ອຍໄດ້ຮັບກຳລັງໃຈ. ຕອນນັ້ນ ຂ້ອຍຮູ້ສຶກວ່າບໍ່ໄດ້ໂສກເສົ້າຢູ່ຄົນດຽວ.”
15. ເຮົາຈະໃຫ້ກຳລັງໃຈຄົນອື່ນໄດ້ແນວໃດຖ້າເຮົາຮູ້ສຶກວ່າຍາກທີ່ຈະເວົ້າ? (ເບິ່ງຂອບ “ ຂໍ້ຄວາມທີ່ໃຫ້ກຳລັງໃຈ”)
15 ຖ້າເຈົ້າຮູ້ສຶກວ່າຍາກທີ່ຈະເວົ້າໃຫ້ກຳລັງໃຈຄົນອື່ນຕອນທີ່ພົບເຂົາເຈົ້າ ເຈົ້າອາດຂຽນກ໋າດ ຈົດໝາຍ ອີເມວ ຫຼືຂໍ້ຄວາມທາງໂທລະສັບກໍໄດ້ເຊິ່ງງ່າຍກວ່າຫຼາຍ. ເຈົ້າອາດຂຽນຂໍ້ພະຄຳພີທີ່ປອບໃຈ ບອກຄຸນລັກສະນະທີ່ດີຂອງຄົນທີ່ຕາຍໄປແລະຄວາມຊົງຈຳດີໆທີ່ມີຄວາມສຸກນຳກັນ. ຈູເນຍເລົ່າວ່າ: “ການໄດ້ຮັບຂໍ້ຄວາມສັ້ນໆທີ່ໃຫ້ກຳລັງໃຈ ຫຼືພີ່ນ້ອງເຊີນໄປເຮັດກິດຈະກຳນຳຊ່ວຍຂ້ອຍໄດ້ຫຼາຍແທ້ໆ. ຂໍ້ຄວາມເຫຼົ່ານັ້ນເຮັດໃຫ້ຂ້ອຍຮູ້ສຶກວ່າຍັງມີຄົນທີ່ຮັກແລະເປັນຫ່ວງຂ້ອຍ.”
16. ອີກວິທີໜຶ່ງທີ່ໃຊ້ໄດ້ຜົນເພື່ອໃຫ້ກຳລັງໃຈຄົນອື່ນຄືຫຍັງ?
16 ອີກວິທີໜຶ່ງທີ່ຈະຊ່ວຍພີ່ນ້ອງທີ່ກຳລັງໂສກເສົ້າໄດ້ຄື ການອະທິດຖານ. ເຮົາສາມາດອະທິດຖານເພື່ອເຂົາເຈົ້າ ຫຼືອະທິດຖານກັບເຂົາເຈົ້າກໍໄດ້. ເຖິງວ່າເຈົ້າອາດຮູ້ສຶກເຮັດໄດ້ຍາກ ເພາະຢ້ານວ່າຈະທັງເວົ້າທັງໄຫ້ໄປນຳ ແຕ່ການອະທິດຖານຈາກຫົວໃຈເປັນການໃຫ້ກຳລັງໃຈແທ້ໆ. ເດລິນເລົ່າວ່າ: “ບາງເທື່ອຕອນທີ່ພີ່ນ້ອງຍິງມາປອບໃຈຂ້ອຍ ຂ້ອຍມັກຈະຂໍໃຫ້ເຂົາເຈົ້າອະທິດຖານ. ເມື່ອເລີ່ມອະທິດຖານ ສ່ວນຫຼາຍເຂົາເຈົ້າຈະເວົ້າບໍ່ຄ່ອຍອອກ ແຕ່ເມື່ອອະທິດຖານໄປໄດ້ສອງສາມປະໂຫຍກເຂົາເຈົ້າກໍເລີ່ມເວົ້າໄດ້ຄ່ອງຂຶ້ນແລະກິນໃຈແທ້ໆ. ຄວາມເຊື່ອທີ່ເຂັ້ມແຂງ ຄວາມຮັກ ແລະຄວາມຫ່ວງໃຍທີ່ເຂົາເຈົ້າສະແດງອອກເຮັດໃຫ້ຄວາມເຊື່ອຂ້ອຍເຂັ້ມແຂງຂຶ້ນ.”
ໃຫ້ກຳລັງໃຈກັນຕໍ່ໆໄປ
17-19. ເປັນຫຍັງເຮົາຈຶ່ງຕ້ອງໃຫ້ກຳລັງໃຈກັນຕໍ່ໆໄປ?
17 ເປັນໄປບໍ່ໄດ້ທີ່ເຮົາຈະຮູ້ວ່າແຕ່ລະຄົນຈະໂສກເສົ້າດົນປານໃດ. ເມື່ອຄົນທີ່ຮັກຕາຍ ໄລຍະທຳອິດໝູ່ເພື່ອນແລະຍາດພີ່ນ້ອງຈະມາໃຫ້ກຳລັງໃຈຢູ່ແລ້ວ ແຕ່ຫຼັງຈາກເຂົາເຈົ້າກັບໄປໃຊ້ຊີວິດປົກກະຕິ ຄົນທີ່ໂສກເສົ້າກໍຍັງຕ້ອງການກຳລັງໃຈ. ດັ່ງນັ້ນ ໃຫ້ພ້ອມທີ່ຈະຊ່ວຍເຫຼືອສະເໝີ ເພາະ “ສ່ຽວຮັກຢູ່ທຸກເວລາແລະອ້າຍນ້ອງຜູ້ໜຶ່ງໄດ້ເກີດເພື່ອຈະຊ່ອຍໃນເວລາຂັດສົນຫຼາຍ.” (ສຸພາສິດ 17:17) ເຮົາຕ້ອງໃຫ້ກຳລັງໃຈຄົນທີ່ໂສກເສົ້າຕໍ່ໆໄປເທົ່າທີ່ເຂົາເຈົ້າຕ້ອງການເຮົາ.—ອ່ານ 1 ເທຊະໂລນີກ 3:7
18 ຂໍໃຫ້ຈື່ວ່າຄົນທີ່ສູນເສຍອາດຮູ້ສຶກໂສກເສົ້າຢ່າງໜັກເມື່ອໃດກໍໄດ້ ອາດເປັນຍ້ອນວັນຄົບຮອບ
ແຕ່ງດອງຫຼືວັນຕາຍຂອງຄົນທີ່ຮັກ ຫຼືແມ່ນແຕ່ເພງ ຮູບຖ່າຍ ກິດຈະກຳ ກິ່ນ ສຽງ ແລະລະດູການ. ນອກຈາກນັ້ນ ຄົນທີ່ເປັນໝ້າຍຍັງອາດຮູ້ສຶກເຈັບປວດໃຈເມື່ອຕ້ອງເຮັດຫຍັງຄົນດຽວເປັນເທື່ອທຳອິດ ເຊັ່ນ: ເຂົ້າຮ່ວມການປະຊຸມໃຫຍ່ຫຼືປະຊຸມອະນຸສອນ. ພີ່ນ້ອງຊາຍຄົນໜຶ່ງທີ່ເມຍຂອງລາວຕາຍເລົ່າວ່າ: “ຂ້ອຍຄິດວ່າວັນຄົບຮອບແຕ່ງດອງປີທຳອິດຄົງສະເທືອນໃຈຂ້ອຍຫຼາຍແລະນັ້ນກໍບໍ່ງ່າຍເລີຍ. ແຕ່ພີ່ນ້ອງບາງຄົນໄດ້ວາງແຜນຈັດງານລ້ຽງນ້ອຍໆທີ່ມີແຕ່ໝູ່ສະໜິດຂອງຂ້ອຍ ເພື່ອຈະບໍ່ໃຫ້ຂ້ອຍຢູ່ຄົນດຽວ.”19 ຂໍໃຫ້ຈື່ວ່າຄົນທີ່ກຳລັງໂສກເສົ້າຕ້ອງການກຳລັງໃຈສະເໝີບໍ່ພຽງແຕ່ໃນໂອກາດພິເສດເທົ່ານັ້ນ. ຈູເນຍເລົ່າວ່າ: “ຄວາມຊ່ວຍເຫຼືອແລະມິດຕະພາບທີ່ຂ້ອຍໄດ້ຮັບຕອນທີ່ບໍ່ແມ່ນວັນຄົບຮອບເປັນສິ່ງທີ່ດີຫຼາຍ ເມື່ອເຂົາເຈົ້າເຮັດຫຍັງໃຫ້ຂ້ອຍໂດຍທີ່ບໍ່ທັນຕັ້ງຕົວແລະບໍ່ແມ່ນວັນທີ່ພິເສດ ມັນມີຄ່າຫຼາຍແລະຂ້ອຍໄດ້ຮັບກຳລັງໃຈແທ້ໆ.” ເປັນຄວາມຈິງທີ່ເຮົາບໍ່ສາມາດຊ່ວຍເຂົາເຈົ້າໃຫ້ຫຼຸດພົ້ນຈາກຄວາມໂສກເສົ້າແລະຄວາມເຫງົາ ແຕ່ເຮົາໃຫ້ກຳລັງໃຈເຂົາເຈົ້າໄດ້ໂດຍເຮັດສິ່ງຕ່າງໆເພື່ອເຂົາເຈົ້າ. (1 ໂຢຮັນ 3:18) ກາບີບອກວ່າ: “ຂ້ອຍຂອບໃຈພະເຢໂຫວາແທ້ໆທີ່ໃຫ້ມີຜູ້ເຖົ້າແກ່ທີ່ມີຄວາມຮັກເຊິ່ງຊ່ວຍຂ້ອຍໃຫ້ກ້າວຜ່ານໄລຍະທີ່ຫຍຸ້ງຍາກນີ້ໄດ້. ເຂົາເຈົ້າເຮັດໃຫ້ຂ້ອຍຮູ້ສຶກວ່າຢູ່ໃນອ້ອມກອດຂອງພະເຢໂຫວາແທ້ໆ.”
20. ເປັນຫຍັງຄຳສັນຍາຂອງພະເຢໂຫວາເຮັດໃຫ້ເຮົາໄດ້ຮັບກຳລັງໃຈແທ້ໆ?
20 ເປັນເລື່ອງທີ່ໃຫ້ກຳລັງໃຈແທ້ໆທີ່ຮູ້ວ່າພະເຢໂຫວາເປັນພະເຈົ້າທີ່ໃຫ້ກຳລັງໃຈທຸກສະພາບການຈະທຳລາຍຄວາມທຸກໂສກໃຫ້ໝົດໄປຕອນທີ່ຄົນຕາຍຖືກປຸກໃຫ້ຟື້ນຄືນມາ. (ໂຢຮັນ 5:28, 29) ພະເຈົ້າສັນຍາວ່າ: “ພະອົງຈະທຳລາຍຄວາມຕາຍໃຫ້ສາບສູນໄປຕະຫຼອດການ ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດຈະເຊັດນໍ້າຕາໃຫ້ທຸກຄົນ.” (ເອຊາອີ 25:8, ລ.ມ.) ໃນຕອນນັ້ນ ແທນທີ່ຈະ “ຮ້ອງໄຫ້ດ້ວຍກັນກັບຜູ້ທີ່ຮ້ອງໄຫ້” ແຕ່ທຸກຄົນຈະ “ຊົມຊື່ນຍິນດີດ້ວຍກັນກັບຜູ້ມີຄວາມຍິນດີ.”—ໂລມ 12:15
^ ຂໍ້ 8 ຄຳພີໄບເບິນບອກວ່າໂຢເຊບຍັງມີຊີວິດຢູ່ຕອນພະເຍຊູ 12 ປີ. ຕອນທີ່ພະເຍຊູເຮັດການອັດສະຈັນຄັ້ງທຳອິດທີ່ປ່ຽນນໍ້າໃຫ້ເປັນເຫຼົ້າແວງ ຄຳພີໄບເບິນບໍ່ໄດ້ກ່າວເຖິງໂຢເຊບອີກເລີຍ. ນີ້ອາດໝາຍຄວາມວ່າໂຢເຊບຕາຍແລ້ວໃນຕອນນັ້ນ. ນອກຈາກນັ້ນ ຕອນທີ່ພະເຍຊູຢູ່ເທິງເສົາທໍລະມານ ເພິ່ນບອກໂຢຮັນໃຫ້ເບິ່ງແຍງແມ່ຂອງເພິ່ນ. ພະເຍຊູຄົງຈະບໍ່ເວົ້າແບບນັ້ນຖ້າໂຢເຊບຍັງມີຊີວິດຢູ່.—ໂຢຮັນ 19:26, 27
^ ຂໍ້ 11 ຫຼາຍຄົນໄດ້ຮັບການກຳລັງໃຈຈາກຂໍ້ພະຄຳພີເຫຼົ່ານີ້ເຊັ່ນ: ຄຳເພງ 20:1, 2; 31:7; 38:8, 9, 15; 55:22; 121:1, 2; ເອຊາອີ 57:15; 66:13; ຟີລິບ 4:13; 1 ເປໂຕ 5:7.
^ ຂໍ້ 14 ເບິ່ງບົດຄວາມ “ປອບໂຍນຜູ້ສູນເສຍຜູ້ເປັນທີ່ຮັກຢ່າງທີ່ພະເຍຊູເຮັດ” ໃນຫໍສັງເກດການ 1 ພະຈິກ 2010 (ບໍ່ມີໃນພາສາລາວ)