ສະແຫວງຫາຊັບສົມບັດທີ່ແທ້ຈິງ
“ຈົ່ງກະທຳສ່ຽວ [“ຜູກມິດ,” ລ.ມ.] ສຳລັບຕົວດ້ວຍເຂົ້າຂອງອັນບໍ່ຊອບທຳ.”—ລືກາ 16:9
ເພງ: 122, 129
1, 2. ເປັນຫຍັງໂລກທຸກມື້ນີ້ຈຶ່ງມີຄົນທຸກຍາກ?
ລະບົບເສດຖະກິດໃນທຸກມື້ນີ້ໂຫດຮ້າຍແລະບໍ່ຍຸຕິທຳ. ຕົວຢ່າງເຊັ່ນ: ໄວຮຸ່ນຫຼາຍຄົນຊອກວຽກຍາກ. ສ່ວນບາງຄົນຍອມສ່ຽງຊີວິດຍ້າຍໄປປະເທດທີ່ຈະເລີນ ແຕ່ປະເທດເຫຼົ່ານີ້ກໍຍັງມີຫຼາຍຄົນທຸກຍາກ. ໃນທົ່ວໂລກຄົນລວຍກໍລວຍຂຶ້ນແລະຄົນທຸກກໍທຸກລົງ. ບໍ່ດົນມານີ້ມີການຄາດວ່າ ກຸ່ມຄົນທີ່ລວຍທີ່ສຸດ 1 ເປີເຊັນຂອງປະຊາກອນໂລກມີເງິນເທົ່າກັບເງິນຂອງປະຊາກອນໂລກທີ່ເຫຼືອລວມກັນ. ເຫັນໄດ້ແຈ້ງວ່າບາງຄົນມີເງິນຫຼາຍທັງຊີວິດກໍກິນບໍ່ໝົດ ແຕ່ໃນຂະນະທີ່ຫຼາຍພັນລ້ານຄົນບໍ່ມີຮອດອັນສິກິນ. ພະເຍຊູຮູ້ເລື່ອງນີ້ເມື່ອເພິ່ນບອກວ່າ: “ຄົນຈົນທັງຫຼາຍມີຢູ່ກັບພວກທ່ານເລື້ອຍ.” (ມາລະໂກ 14:7) ເປັນຫຍັງຈຶ່ງບໍ່ຍຸຕິທຳແທ້?
2 ພະເຍຊູຮູ້ວ່າມີພຽງລາຊະອານາຈັກຂອງພະເຈົ້າທີ່ຈະປ່ຽນລະບົບການຄ້າຂອງໂລກນີ້ໄດ້. ຄຳພີໄບເບິນບອກວ່າ: “ພໍ່ຄ້າທັງຫຼາຍ” ຫຼືລະບົບການຄ້າ ລະບົບການເມືອງ ແລະສາສະໜາເປັນສ່ວນໜຶ່ງຂອງໂລກຊາຕານ. (ຄຳປາກົດ 18:3) ປະຊາຊົນຂອງພະເຈົ້າແຍກຕົວອອກຈາກການເມືອງແລະສາສະໜາປອມໄດ້ຢ່າງເດັດຂາດ ແຕ່ສ່ວນຫຼາຍແຍກຕົວອອກຈາກລະບົບການຄ້າບໍ່ໄດ້ທັງໝົດ.
3. ເຮົາຈະພິຈາລະນາຄຳຖາມຫຍັງ?
3 ເນື່ອງຈາກເປັນຜູ້ຮັບໃຊ້ພະເຈົ້າ ເຮົາຕ້ອງກວດເບິ່ງຄວາມຄິດຂອງເຮົາຕໍ່ລະບົບການຄ້າຂອງໂລກນີ້. ເຮົາອາດຖາມຕົວເອງວ່າ: ‘ຂ້ອຍຈະໃຊ້ຊັບສົມບັດແນວໃດເພື່ອສະແດງວ່າຂ້ອຍສັດຊື່ຕໍ່ພະເຈົ້າ? ຂ້ອຍຈະບໍ່ຫຍຸ້ງກ່ຽວກັບລະບົບການຄ້າຂອງໂລກຫຼາຍເກີນໄປໄດ້ແນວໃດ? ມີປະສົບການຫຍັງທີ່ສະແດງໃຫ້ເຫັນວ່າປະຊາຊົນຂອງພະເຈົ້າໃນທຸກມື້ນີ້ວາງໃຈພະອົງຢ່າງເຕັມທີ?’
ຕົວຢ່າງປຽບທຽບເລື່ອງຜູ້ຈັດການທີ່ບໍ່ສັດຊື່
4, 5. (ກ) ເກີດຫຍັງຂຶ້ນກັບຜູ້ຈັດການໃນຕົວຢ່າງປຽບທຽບຂອງພະເຍຊູ? (ຂ) ພະເຍຊູບອກໃຫ້ພວກລູກສິດເຮັດຫຍັງ?
4 ອ່ານລືກາ 16:1-9. ຕົວຢ່າງປຽບທຽບຂອງພະເຍຊູເລື່ອງເຈົ້າພະນັກງານຫຼືຜູ້ຈັດການທີ່ບໍ່ສັດຊື່ຄວນເຮັດໃຫ້ເຮົາຢຸດແລະຄິດ. ຜູ້ຈັດການຖືກຟ້ອງວ່າເຮັດກິດຈະການຂອງເຈົ້ານາຍເສຍຫາຍ ດັ່ງນັ້ນ ເຈົ້ານາຍຈຶ່ງໄລ່ລາວອອກ. * (ເບິ່ງໄຂເງື່ອນ) ແຕ່ຜູ້ຈັດການຄົນນີ້ລົງມືເຮັດຢ່າງ “ສະຫຼາດ.” ກ່ອນຈະອອກຈາກວຽກ ລາວໄດ້ຜູກມິດກັບຄົນທີ່ຈະຊ່ວຍລາວໄດ້ໃນອະນາຄົດ. ພະເຍຊູບໍ່ໄດ້ເລົ່າເລື່ອງນີ້ຍ້ອນຢາກໃຫ້ພວກລູກສິດເຮັດສິ່ງທີ່ບໍ່ຖືກຕ້ອງເພື່ອຈະຢູ່ລອດ ແຕ່ພະເຍຊູໃຊ້ເລື່ອງນີ້ເພື່ອສອນບົດຮຽນທີ່ສຳຄັນຫຼາຍໃຫ້ເຂົາເຈົ້າ.
5 ພະເຍຊູຮູ້ດີວ່າພວກລູກສິດຈະໃຊ້ຊີວິດຫຍຸ້ງຍາກໃນໂລກທີ່ບໍ່ຍຸຕິທຳນີ້ ຄືກັບຜູ້ຈັດການທີ່ຕົກຢູ່ໃນສະພາບການທີ່ຫຍຸ້ງຍາກແບບກະທັນຫັນ. ເພິ່ນຈຶ່ງບອກເຂົາເຈົ້າວ່າ: “ຈົ່ງກະທຳສ່ຽວ [“ຜູກມິດ,” ລ.ມ.] ສຳລັບຕົວ ດ້ວຍເຂົ້າຂອງອັນບໍ່ຊອບທຳ” ຖ້ອຍຄຳເຫຼົ່ານີ້ສະໜັບສະໜູນເຮົາໃຫ້ເປັນໝູ່ກັບພະເຢໂຫວາແລະພະເຍຊູໂດຍທາງຊັບສົມບັດຂອງເຮົາ. ຍ້ອນຫຍັງ? ຍ້ອນວ່າຖ້າຊັບສົມບັດໝົດໄປ ພະເຢໂຫວາແລະພະເຍຊູເຊິ່ງເປັນໝູ່ຫຼືມິດຈະ ‘ຮັບເອົາເຮົາທັງຫຼາຍໄປຢູ່ໃນທີ່ຢູ່ໄປເປັນນິດ.’ ເຮົາຮຽນຫຍັງໄດ້ຈາກຄຳແນະນຳຂອງພະເຍຊູ?
6. ເຮົາຮູ້ໄດ້ແນວໃດວ່າລະບົບການຄ້າຂອງໂລກທຸກມື້ນີ້ບໍ່ໄດ້ເປັນສ່ວນໜຶ່ງໃນຈຸດປະສົງຂອງພະເຈົ້າ?
6 ຄຳພີໄບເບິນບອກຈະແຈ້ງວ່າການຫາເງິນໃຫ້ໄດ້ຫຼາຍໆບໍ່ໄດ້ເປັນສ່ວນໜຶ່ງໃນຈຸດປະສົງພະເຈົ້າ. ຕົວຢ່າງເຊັ່ນ: ໃນສວນເອເດນພະເຈົ້າເຕັມໃຈໃຫ້ສິ່ງຈຳເປັນຢ່າງລົ້ນເຫຼືອກັບອາດາມແລະເອວາ. (ຕົ້ນເດີມ 2:15, 16) ຕໍ່ມາ ເມື່ອພະອົງໃຫ້ພະລັງບໍລິສຸດກັບຜູ້ຖືກເຈີມໃນສະຕະວັດທຳອິດ “ບໍ່ມີຜູ້ໃດໄດ້ເວົ້າວ່າເຂົ້າຂອງທີ່ເຂົາມີຢູ່ນັ້ນສັກສິ່ງໜຶ່ງເປັນຂອງຕົນແທ້ ແຕ່ວ່າສັບພະເຂົ້າຂອງກໍເປັນຂອງກາງແກ່ເຂົາ.” (ກິດຈະການ 4:32) ຜູ້ພະຍາກອນເອຊາອີບອກວ່າຈະມີເວລາທີ່ມະນຸດທຸກຄົນຈະຊື່ນຊົມຍິນດີຢ່າງເຕັມທີກັບຜົນຜະລິດທຸກຢ່າງໃນໂລກ. (ເອຊາອີ 25:6-9; 65:21, 22) ແຕ່ກ່ອນຈະເຖິງເວລານັ້ນ ລູກສິດຂອງພະເຍຊູຕ້ອງລົງມືເຮັດຢ່າງ “ສະຫຼາດ” ເພື່ອຫາລ້ຽງຊີວິດໂດຍໃຊ້ສິ່ງຂອງໃນໂລກນີ້ພ້ອມກັບເຮັດໃຫ້ພະເຈົ້າພໍໃຈ.
ໃຊ້ຊັບສົມບັດທີ່ມີໃນໂລກນີ້ຢ່າງສະຫຼາດ
7. ພະເຍຊູໃຫ້ຄຳແນະນຳຫຍັງໃນລືກາ 16:10-13?
7 ອ່ານລືກາ 16:10-13. ຜູ້ຈັດການໃນຕົວຢ່າງປຽບທຽບໄດ້ຜູກມິດເພື່ອຜົນປະໂຫຍດຂອງລາວ. ຢ່າງໃດກໍຕາມ ພະເຍຊູຢາກໃຫ້ລູກສິດຜູກມິດກັບໝູ່ໃນສະຫວັນບໍ່ແມ່ນຍ້ອນຫວັງຜົນປະໂຫຍດທີ່ ເຫັນແກ່ຕົວ. ແຕ່ເພິ່ນຢາກໃຫ້ເຮົາເຂົ້າໃຈວິທີທີ່ຈະໃຊ້ຊັບສົມບັດທີ່ມີໃນໂລກນີ້ເພື່ອສະແດງໃຫ້ເຫັນວ່າເຮົາສັດຊື່ຕໍ່ພະເຈົ້າ. ເຮົາຈະເຮັດໄດ້ແນວໃດ?
8, 9. ຂໍໃຫ້ຍົກຕົວຢ່າງວິທີທີ່ພີ່ນ້ອງສະແດງຄວາມສັດຊື່ໂດຍໃຊ້ຊັບສົມບັດຂອງເຂົາເຈົ້າ.
8 ວິທີໜຶ່ງທີ່ເຮົາຈະພິສູດວ່າເຮົາໃຊ້ຊັບສິນທີ່ມີຢູ່ໃນໂລກຢ່າງສັດຊື່ຄື ການບໍລິຈາກເພື່ອວຽກປະກາດທົ່ວໂລກດັ່ງທີ່ພະເຍຊູບອກໄວ້ວ່າຈະເກີດຂຶ້ນ. (ມັດທາຍ 24:14) ເດັກຍິງຄົນໜຶ່ງໃນອິນເດຍທ້ອນເງິນໃສ່ກະປຸກເທື່ອລະໜ້ອຍແລະອົດໃຈບໍ່ຊື້ຂອງຫຼິ້ນ. ເມື່ອກະປຸກເຕັມແລ້ວລາວກໍເອົາໄປບໍລິຈາກ. ພີ່ນ້ອງຊາຍຄົນໜຶ່ງໃນອິນເດຍມີສວນໝາກພ້າວ ລາວບໍລິຈາກໃຫ້ຫ້ອງການແປທ້ອງຖິ່ນພາສາມາລາຢາລຳເພາະຫ້ອງການນີ້ຈຳເປັນຕ້ອງຊື້ໝາກພ້າວ. ລາວຮູ້ສຶກວ່າການໃຫ້ແບບນີ້ດີກວ່າການໃຫ້ເປັນເງິນ ເຊິ່ງເປັນວິທີລົງມືເຮັດຢ່າງ “ສະຫຼາດ.” ຄ້າຍກັນ ພີ່ນ້ອງຊາຍຄົນໜຶ່ງໃນເກັຣກກໍບໍລິຈາກນໍ້າມັນໝາກກອກ ເນີຍແຂງ ແລະອາຫານອື່ນໆໃຫ້ຄອບຄົວເບເທນເປັນປະຈຳ.
9 ພີ່ນ້ອງຄົນໜຶ່ງໃນສີລັງກາໃຊ້ບ້ານລາວເປັນບ່ອນປະຊຸມປະຈຳປະຊາຄົມ ປະຊຸມໝວດ ແລະບ່ອນພັກຂອງຜູ້ຮັບໃຊ້ເຕັມເວລາ. ພີ່ນ້ອງຄົນນີ້ສະລະຊັບສົມບັດຂອງລາວເພື່ອຊ່ວຍພີ່ນ້ອງທີ່ມີເງິນໜ້ອຍ. ສ່ວນປະເທດທີ່ວຽກປະກາດຖືກສັ່ງຫ້າມ ພີ່ນ້ອງກໍໃຊ້ບ້ານຕົວເອງຈັດການປະຊຸມ ເຊິ່ງເຮັດໃຫ້ໄພໂອເນຍແລະຄົນອື່ນໆທີ່ມີເງິນໜ້ອຍມີບ່ອນປະຊຸມໂດຍບໍ່ຕ້ອງຈ່າຍຄ່າເຊົ່າ.
ປະຊາຊົນຂອງພະເຈົ້າໃຊ້ຊັບສົມບັດຂອງຕົວເອງເພື່ອຜົນປະໂຫຍດຂອງຄົນອື່ນ
10. ເຮົາຈະໄດ້ຮັບປະໂຫຍດອັນໃດເມື່ອເຮົາເປັນຄົນເອື້ອເຟື້ອ?
10 ຕົວຢ່າງເຫຼົ່ານີ້ສະແດງໃຫ້ເຫັນວ່າປະຊາຊົນຂອງພະເຈົ້າ “ສັດຊື່ໃນຂອງນ້ອຍໆ.” (ລືກາ 16:10) ເຂົາເຈົ້າໃຊ້ຊັບສົມບັດຂອງຕົວເອງເພື່ອຜົນປະໂຫຍດຂອງຄົນອື່ນ. ຄົນທີ່ເປັນໝູ່ຂອງພະເຢໂຫວາຮູ້ສຶກແນວໃດເມື່ອເສຍສະລະແບບນີ້? ເຂົາເຈົ້າມີຄວາມສຸກຫຼາຍທີ່ຮູ້ວ່າການເປັນຄົນເອື້ອເຟື້ອເຮັດໃຫ້ໄດ້ຊັບສົມບັດ ‘ອັນແທ້ຈິງ’ ໃນສະຫວັນ. (ລືກາ 16:11) ພີ່ນ້ອງຍິງຄົນໜຶ່ງບໍລິຈາກເງິນເປັນປະຈຳເພື່ອຊ່ວຍວຽກລາຊະອານາຈັກເລົ່າເຖິງພອນທີ່ລາວໄດ້ຮັບວ່າ: “ແຮ່ງຂ້ອຍເປັນຄົນເອື້ອເຟື້ອແລະໃຫ້ຄົນອື່ນຫຼາຍເທົ່າໃດ ນິດໄສຂ້ອຍກໍດີຂຶ້ນເທົ່ານັ້ນ ຂ້ອຍໃຫ້ອະໄພແລະອົດທົນກັບຄົນອື່ນໄດ້ຫຼາຍຂຶ້ນ ຍອມຮັບຄຳແນະນຳໄດ້ງ່າຍຂຶ້ນ ແລະຮັບມືກັບຄວາມຜິດຫວັງໄດ້ດີຂຶ້ນ.” ຫຼາຍຄົນໄດ້ຮຽນຮູ້ວ່າການເປັນຄົນເອື້ອເຟື້ອເປັນປະໂຫຍດຕໍ່ເຂົາເຈົ້າຫຼາຍ.—ຄຳເພງ 112:5; ສຸພາສິດ 22:9
11. (ກ) ການເປັນຄົນເອື້ອເຟື້ອສະແດງໃຫ້ເຫັນແນວໃດວ່າເຮົາລົງມືເຮັດຢ່າງ “ສະຫຼາດ”? (ຂ) ມີສິ່ງໃດເກີດຂຶ້ນໃນທ່າມກາງປະຊາຊົນຂອງພະເຈົ້າ? (ເບິ່ງຮູບທຳອິດ)
11 ເຮົາລົງມືເຮັດຢ່າງ “ສະຫຼາດ” ເມື່ອເຮົາໃຊ້ຊັບສົມບັດເພື່ອຊ່ວຍຄົນອື່ນໃນວຽກຮັບໃຊ້. ເຖິງວ່າເຮົາບໍ່ໄດ້ຮັບໃຊ້ເຕັມເວລາ ຫຼືຍ້າຍໄປບ່ອນທີ່ຈຳເປັນສຸພາສິດ 19:17) ຕົວຢ່າງ: ເງິນທີ່ເຮົາບໍລິຈາກຊ່ວຍໃຫ້ມີໜັງສືແລະສະໜັບສະໜູນວຽກປະກາດໃນເຂດທີ່ທຸກຍາກເຊິ່ງມີຫຼາຍຄົນກຳລັງຮຽນຮູ້ຄວາມຈິງ ເຊັ່ນ: ປະເທດກົງໂກ ມາດາກາສະກາ ແລະຣູອັນດາ ເພາະທີ່ນັ້ນຄຳພີໄບເບິນລາຄາແພງຫຼາຍ. ບາງເທື່ອຫົວໜຶ່ງແພງສໍ່າເງິນຄ່າແຮງງານໜຶ່ງອາທິດ ຫຼືໜຶ່ງເດືອນ. ເປັນເວລາຫຼາຍປີທີ່ພີ່ນ້ອງຂອງເຮົາຕ້ອງເລືອກວ່າຈະຊື້ອາຫານສຳລັບຄອບຄົວຫຼືຈະຊື້ຄຳພີໄບເບິນ. ຕອນນີ້ ຍ້ອນມີເງິນບໍລິຈາກຂອງພີ່ນ້ອງຄົນອື່ນໆທີ່ມີການ “ສະເໝີກັນ [“ສະເລ່ຍກັນ,” ລ.ມ.]” ອົງການຂອງພະເຈົ້າຈຶ່ງແປແລະແຈກຢາຍຄຳພີໄບເບິນຟຣີໃຫ້ທຸກຄົນ ລວມທັງນັກສຶກສາຄຳພີໄບເບິນ. (ອ່ານ 2 ໂກລິນໂທ 8:13-15) ດັ່ງນັ້ນ ທັງຜູ້ໃຫ້ແລະຜູ້ຮັບກໍເປັນໝູ່ກັບພະເຈົ້າໄດ້.
ຫຼາຍກວ່າ ແຕ່ເຮົາກໍຊ່ວຍຄົນອື່ນໄດ້. (ເຮົາຈະບໍ່ຫຍຸ້ງກ່ຽວກັບລະບົບການຄ້າຂອງໂລກຫຼາຍເກີນໄປໄດ້ແນວໃດ?
12. ອັບລາຫາມເຮັດໃຫ້ເຫັນແນວໃດວ່າລາວວາງໃຈໃນພະເຈົ້າ?
12 ເຮົາເປັນໝູ່ພະເຢໂຫວາໄດ້ ຖ້າເຮົາພະຍາຍາມສະແຫວງຫາຊັບສົມບັດ ‘ອັນແທ້ຈິງ’ ແລະບໍ່ຫຍຸ້ງກ່ຽວກັບລະບົບການຄ້າຫຼາຍເກີນໄປ. ຄືກັບອັບລາຫາມຊາຍຜູ້ສັດຊື່ໄດ້ເຮັດ ຍ້ອນຢາກເປັນໝູ່ພະເຢໂຫວາລາວຈຶ່ງເຊື່ອຟັງພະອົງ ໂດຍອອກຈາກເມືອງອູຣທີ່ຈະເລີນຮຸ່ງເຮືອງແລ້ວໄປອາໄສຢູ່ເຕັ້ນ. (ເຫບເລີ 11:8-10) ລາວວາງໃຈພະເຢໂຫວາຫຼາຍກວ່າວັດຖຸສິ່ງຂອງ. (ຕົ້ນເດີມ 14:22, 23) ພະເຍຊູກະຕຸ້ນທຸກຄົນໃຫ້ຮຽນແບບຄວາມເຊື່ອຂອງລາວ. ມີຄັ້ງໜຶ່ງພະເຍຊູບອກຊາຍໜຸ່ມທີ່ຮັ່ງມີວ່າ: “ຖ້າທ່ານຢາກເປັນດີທີ່ສຸດ [“ຢາກເຮັດຄວາມດີໃຫ້ຄົບແທ້ໆ,” ລ.ມ.] ຈົ່ງໄປຂາຍສິ່ງຂອງທີ່ທ່ານມີຢູ່ແລະແຈກໃຫ້ແກ່ຄົນຈົນທັງຫຼາຍ ແລະທ່ານຈະມີຊັບສົມບັດໃນສະຫວັນແລະຈົ່ງມາຕາມເຮົາເຖີ້ນ.” (ມັດທາຍ 19:21) ແຕ່ຊາຍຄົນນີ້ບໍ່ມີຄວາມເຊື່ອຄືກັບອັບລາຫາມ. ແນວໃດກໍຕາມຍັງມີຄົນອື່ນໆອີກທີ່ເຊື່ອແລະວາງໃຈໃນພະເຢໂຫວາ.
13. (ກ) ໂປໂລໃຫ້ຄຳແນະນຳຫຍັງກັບຕີໂມເຕ? (ຂ) ໃນທຸກມື້ນີ້ເຮົາຈະໃຊ້ຄຳແນະນຳຂອງໂປໂລແນວໃດ?
13 ຕີໂມເຕເປັນຄົນໜຶ່ງທີ່ມີຄວາມເຊື່ອ. ຫຼັງຈາກໂປໂລເອີ້ນຕີໂມເຕວ່າເປັນ “ທະຫານຜູ້ດີຂອງພະຄລິດເຍຊູ” ລາວແນະນຳຕີໂມເຕວ່າ: ‘ຝ່າຍທະຫານຄົນໃດທີ່ໄປທຳການເສິກກໍບໍ່ຄາການງານຫາລ້ຽງຊີວິດ ເພິ່ນຈະເປັນທີ່ຊອບໃຈແກ່ທ່ານຜູ້ເກນເພິ່ນໃຫ້ເປັນທະຫານ.’ (2 ຕີໂມເຕ 2:3, 4) ທຸກມື້ນີ້ລູກສິດຂອງພະເຍຊູລວມເຖິງຜູ້ຮັບໃຊ້ເຕັມເວລາກວ່າ 1 ລ້ານຄົນພະຍາຍາມເຮັດຕາມຄຳແນະນຳນີ້. ເຂົາເຈົ້າຕ້ານທານການລໍ້ໃຈຈາກການໂຄສະນາທີ່ໜ້າດຶງດູດແລະຈື່ຫຼັກການທີ່ວ່າ: “ຄົນທີ່ກູ້ກໍເປັນບ່າວ [ເປັນທາດ] ຂອງຜູ້ທີ່ໃຫ້ກູ້.” (ສຸພາສິດ 22:7) ຊາຕານຢາກໃຫ້ເຮົາໃຊ້ເວລາແລະກຳລັງຂອງເຮົາໄປກັບລະບົບການຄ້າຂອງມັນ. ບາງຄົນກູ້ຢືມເງິນກ້ອນໃຫຍ່ເພື່ອຊື້ເຮືອນ ລົດ ຈ່າຍຄ່າຮຽນສູງໆ ແລະຈັດງານດອງທີ່ຫຼູຫຼາ. ຖ້າເຮົາບໍ່ລະວັງ ເຮົາອາດເປັນໜີ້ຫຼາຍປີ. ເຮົາຈະສະແດງວ່າເຮົາເປັນຄົນ ສະຫຼາດ ເມື່ອເຮົາໃຊ້ຊີວິດຮຽບງ່າຍ ບໍ່ເປັນໜີ້ ແລະບໍ່ໃຊ້ເງິນຟູມເຟືອຍ. ຖ້າເຮັດແບບນີ້ເຮົາຈະຮັບໃຊ້ພະເຈົ້າໄດ້ຢ່າງອິດສະຫຼະແທນທີ່ຈະເປັນທາດຂອງລະບົບການຄ້າໃນທຸກມື້ນີ້.—1 ຕີໂມເຕ 6:10
14. ເຮົາຄວນຕັ້ງໃຈທີ່ຈະເຮັດຫຍັງ? ຂໍໃຫ້ຍົກຕົວຢ່າງ.
14 ເພື່ອຈະໃຊ້ຊີວິດໃຫ້ຮຽບງ່າຍເຮົາຕ້ອງໃຫ້ລາຊະອານາຈັກຂອງພະເຈົ້າມາກ່ອນສິ່ງອື່ນ. ຜົວເມຍຄູ່ໜຶ່ງເປັນເຈົ້າຂອງທຸລະກິດຂະໜາດໃຫຍ່ແລະມີຜົນກຳໄລຫຼາຍ ແຕ່ເຂົາເຈົ້າຢາກກັບມາຮັບໃຊ້ເຕັມເວລາອີກຄັ້ງ. ດັ່ງນັ້ນ ເຂົາເຈົ້າຈຶ່ງຂາຍທຸລະກິດ ຂາຍເຮືອ ແລະຊັບສິນຕ່າງໆ. ຈາກນັ້ນກໍອາສາສະໝັກຊ່ວຍວຽກກໍ່ສ້າງສຳນັກງານຢູ່ເມືອງວໍວິກ ລັດນິວຢອກ. ແຕ່ຄັ້ງນີ້ພິເສດຫຼາຍ ເພາະໄດ້ຮັບໃຊ້ທີ່ເບເທນກັບລູກສາວແລະລູກເຂີຍ ແລະບາງອາທິດກໍເຮັດວຽກຮ່ວມກັບພໍ່ປູ່ແມ່ຍ່າໃນໂຄງການວໍວິກ. ພີ່ນ້ອງຍິງທີ່ເປັນໄພໂອເນຍໃນໂຄໂລຣາໂດ ປະເທດສະຫະລັດໄດ້ວຽກທີ່ບໍ່ເຕັມເວລາໃນທະນາຄານແຫ່ງໜຶ່ງ. ນາຍຈ້າງມັກທີ່ລາວເຮັດວຽກດີຈຶ່ງສະເໜີໃຫ້ລາວເຮັດວຽກເຕັມເວລາແລະຈະເພີ່ມເງິນເດືອນໃຫ້ອີກ 3 ເທົ່າ. ແຕ່ຂໍ້ສະເໜີນີ້ຈະເຮັດໃຫ້ລາວບໍ່ມີເວລາຮັບໃຊ້ ລາວຈຶ່ງປະຕິເສດ. ນີ້ເປັນພຽງບໍ່ເທົ່າໃດຕົວຢ່າງຂອງຜູ້ຮັບໃຊ້ທີ່ໄດ້ເສຍສະລະເພື່ອພະເຢໂຫວາ. ເມື່ອເຮົາຕັ້ງໃຈໃຫ້ລາຊະອານາຈັກຂອງພະເຈົ້າເປັນສິ່ງສຳຄັນທີ່ສຸດໃນຊີວິດເຮົາກໍເຫັນຄຸນຄ່າໃນການມີສາຍສຳພັນທີ່ດີກັບພະເຈົ້າແລະຊັບສົມບັດອັນແທ້ຈິງຫຼາຍກວ່າຊັບສົມບັດໃນໂລກນີ້.
ເມື່ອຊັບສົມບັດໝົດໄປ
15. ຄວາມຮັ່ງມີແບບໃດທີ່ເຮັດໃຫ້ເຮົາມີຄວາມສຸກທີ່ສຸດ?
15 ການມີຊັບສົມບັດຫຼາຍບໍ່ໄດ້ໝາຍຄວາມວ່າພະເຢໂຫວາຈະຍອມຮັບເຮົາ. ພະອົງອວຍພອນຄົນທີ່ “ມັ່ງມີໃນການດີທັງຫຼາຍ.” (ອ່ານ 1 ຕີໂມເຕ 6:17-19) ເຊັ່ນ: ພີ່ນ້ອງລູຊີອາຮູ້ວ່າປະເທດອານບານີຕ້ອງມີຜູ້ປະກາດ. * (ເບິ່ງໄຂເງື່ອນ) ລາວຈຶ່ງຍ້າຍຈາກປະເທດອີຕາລີໄປທີ່ນັ້ນໃນປີ 1993. ເຖິງວ່າບໍ່ມີວຽກເຮັດ ແຕ່ລາວວາງໃຈວ່າພະເຈົ້າຈະຊ່ວຍລາວ. ລາວຮຽນພາສາອານບານີແລະໄດ້ຊ່ວຍຫຼາຍກວ່າ 60 ຄົນໃຫ້ອຸທິດຕົວແກ່ພະເຈົ້າ. ເຖິງວ່າໃນເຂດປະກາດຂອງເຮົາອາດບໍ່ເກີດຜົນດີແບບນີ້ ແຕ່ທຸກສິ່ງທີ່ເຮົາເຮັດເພື່ອຊ່ວຍຄົນອື່ນໃຫ້ຮຽນຮູ້ແລະມາເປັນໝູ່ກັບພະເຈົ້າຈະເປັນຊັບສົມບັດທີ່ບໍ່ມີວັນສູນຫາຍ.—ມັດທາຍ 6:20
ທຸກສິ່ງທີ່ເຮົາເຮັດເພື່ອພະເຢໂຫວາແລະລາຊະອານາຈັກຂອງພະອົງຈະເຮັດໃຫ້ເຮົາມີຄວາມສຸກແທ້
16. (ກ) ຈະເກີດຫຍັງຂຶ້ນກັບລະບົບການຄ້າຂອງໂລກນີ້? (ຂ) ເລື່ອງນີ້ຄວນມີຜົນກະທົບແນວໃດຕໍ່ວິທີທີ່ເຮົາເບິ່ງຊັບສົມບັດ?
16 ພະເຍຊູບອກວ່າລະບົບການຄ້າຂອງໂລກໃນທຸກມື້ນີ້ຈະເຖິງຈຸດຈົບ. ເພິ່ນບອກວ່າ: ‘ເມື່ອເຂົ້າຂອງນັ້ນຈະຫາຍໄປໝົດ’ ບໍ່ແມ່ນ ‘ຖ້າເຂົ້າຂອງນັ້ນຈະຫາຍໄປໝົດ.’ (ລືກາ 16:9) ໃນສະໄໝສຸດທ້າຍນີ້ ທະນາຄານບາງແຫ່ງລົ້ມລະລາຍ ແລະເສດຖະກິດຂອງບາງປະເທດກໍຕົກຕໍ່າຫຼາຍ. ໃນອະນາຄົດອັນໃກ້ນີ້ ສິ່ງເຫຼົ່ານີ້ຈະແຮ່ງຮ້າຍລົງເລື້ອຍໆ. ລະບົບການເມືອງ ສາສະໜາ ແລະການຄ້າເຊິ່ງເປັນສ່ວນໜຶ່ງຂອງໂລກຊາຕານຈະຖືກທຳລາຍ. ຜູ້ພະຍາກອນເອເຊກຽນແລະໂຊໂຟນີໄດ້ບອກລ່ວງໜ້າວ່າ ເງິນຄຳເຊິ່ງສຳຄັນຕໍ່ລະບົບການຄ້າຈະບໍ່ມີຄ່າຫຍັງເລີຍ. (ເອເຊກຽນ 7:19; ໂຊໂຟນີ 1:18) ເຮົາຈະຮູ້ສຶກແນວໃດເມື່ອເຮົາກຳລັງຈະຕາຍແລະມາຮູ້ວ່າທີ່ຜ່ານມາເຮົາໄດ້ຖິ້ມຊັບສົມບັດອັນແທ້ຈິງເພື່ອແລກກັບຊັບສົມບັດທີ່ບໍ່ຊອບທຳຂອງໂລກ? ເຮົາໜ້າຈະ ຮູ້ສຶກຄືກັບຊາຍຄົນໜຶ່ງທີ່ເຮັດວຽກທັງຊີວິດເພື່ອຈະມີເງິນຫຼາຍໆ ແຕ່ສຸດທ້າຍກໍຮູ້ວ່າເງິນທີ່ລາວມີນັ້ນເປັນເງິນປອມ. (ສຸພາສິດ 18:11) ຊັບສົມບັດຂອງໂລກນີ້ຈະໝົດໄປ. ດັ່ງນັ້ນ ຢ່າເສຍໂອກາດທີ່ຈະໃຊ້ຊັບສົມບັດຂອງເຈົ້າຜູກມິດກັບຜູ້ທີ່ຢູ່ໃນສະຫວັນ. ທຸກສິ່ງທີ່ເຮົາເຮັດເພື່ອພະເຢໂຫວາແລະລາຊະອານາຈັກຂອງພະອົງຈະເຮັດໃຫ້ເຮົາມີຄວາມສຸກແທ້.
17, 18. ເພື່ອນຂອງພະເຈົ້າຄອຍຖ້າລາງວັນຫຍັງ?
17 ເມື່ອລາຊະອານາຈັກຂອງພະເຈົ້າປົກຄອງ ຈະບໍ່ມີໃຜຕ້ອງຈ່າຍຄ່າເຊົ່າຫຼືກູ້ຢືມເງິນ ຈະມີອາຫານຢ່າງບໍລິບູນໂດຍບໍ່ຕ້ອງຊື້ ແລະບໍ່ຕ້ອງຈ່າຍຄ່າປິ່ນປົວຫຼືຄ່າຢາ. ໝູ່ຂອງພະເຢໂຫວາຈະມີຄວາມຍິນດີຈາກຜົນຜະລິດທີ່ດີທີ່ສຸດຂອງໂລກ. ເຮົາຈະໃຊ້ເງິນຄຳແລະເພັດພອຍປະດັບປະດາເພື່ອຄວາມສວຍງາມເທົ່ານັ້ນ ບໍ່ແມ່ນເພື່ອອວດລວຍ. ເຮົາຈະສ້າງເຮືອນງາມໆໂດຍໃຊ້ໄມ້ ຫີນ ແລະເຫຼັກທີ່ມີຄຸນນະພາບດີເຊິ່ງໄດ້ມາແບບຟຣີໆ. ໝູ່ຈະຊ່ວຍເຮົາສ້າງເຮືອນຍ້ອນຢາກຊ່ວຍແທ້ໆ ບໍ່ແມ່ນຍ້ອນຢາກໄດ້ຄ່າຈ້າງ. ຕອນນັ້ນເຮົາຈະແບ່ງປັນສິ່ງຕ່າງໆໃຫ້ກັນແລະກັນ.
18 ນີ້ເປັນລາງວັນສ່ວນໜຶ່ງເຊິ່ງຄົນທີ່ເປັນໝູ່ກັບຜູ້ຢູ່ໃນສະຫວັນຈະໄດ້ຮັບ. ຕອນນັ້ນຜູ້ຮັບໃຊ້ພະເຢໂຫວາເທິງໂລກຈະຮ້ອງອອກມາດ້ວຍຄວາມຍິນດີເມື່ອໄດ້ຍິນພະເຍຊູບອກວ່າ: “ທ່ານທັງຫຼາຍທີ່ໄດ້ຮັບພອນແຕ່ພະບິດາຂອງເຮົາ ຈົ່ງມາຮັບເອົາແຜ່ນດິນເປັນມູນລະດົກທີ່ຈັດແຈ່ງໄວ້ສຳລັບທ່ານທັງຫຼາຍຕັ້ງແຕ່ຕົ້ນເດີມສ້າງໂລກ.”—ມັດທາຍ 25:34
^ ຂໍ້ 4 ພະເຍຊູບໍ່ໄດ້ບອກວ່າຂໍ້ກ່າວຫາເປັນຄວາມຈິງຫຼືບໍ່. ທີ່ຈິງ ຄຳວ່າ: “ຟ້ອງ” ໃນລືກາ 16:1 ອາດໝາຍເຖິງມີບາງຄົນໃສ່ຮ້າຍຜູ້ຈັດການ. ແຕ່ແນວໃດກໍຕາມພະເຍຊູເນັ້ນເຖິງສິ່ງທີ່ຜູ້ຈັດການເຮັດ ບໍ່ໄດ້ເນັ້ນເຫດຜົນທີ່ລາວຖືກໄລ່ອອກ.
^ ຂໍ້ 15 ເລື່ອງຊີວິດຈິງຂອງລູຊີອາໃນຕື່ນເຖີດ! 22 ມິຖຸນາ 2003 ໜ້າ 18-22 (ບໍ່ມີໃນພາສາລາວ)