ເປັນຫຍັງເຮົາຕ້ອງ “ສັນລະເສີນພະເຢໂຫວາ”?
“ຈົ່ງສັນລະເສີນພະເຢໂຫວາ . . . ເຫດວ່າເປັນການມ່ວນ [ແລະ] ຄວາມສັນລະເສີນກໍສົມຄວນ.”—ຄຳເພງ 147:1
ເພງ: 59, 3
1-3. (ກ) ຄຳເພງ 147 ອາດຂຽນຂຶ້ນຕອນໃດ? (ຂ) ເຮົາຮຽນຮູ້ຫຍັງຈາກຄຳເພງ 147?
ເຮົາມັກຍ້ອງຍໍຄົນທີ່ເວົ້າແລະເຮັດໃຫ້ເຮົາປະທັບໃຈເລື້ອຍໆ. ດັ່ງນັ້ນ ເຮົາກໍແຮ່ງຖືກກະຕຸ້ນໃຫ້ສັນລະເສີນພະເຢໂຫວາພະເຈົ້າ! ເພາະພະອົງມີພະລັງອຳນາດທີ່ຍິ່ງໃຫຍ່ເຊິ່ງເຮົາເຫັນໄດ້ຈາກສິ່ງມະຫັດສະຈັນທີ່ພະອົງສ້າງ ແລະເຮົາສັນລະເສີນພະເຢໂຫວາເພາະພະອົງຮັກເຮົາໂດຍໃຫ້ລູກຊາຍຄົນດຽວມາເປັນຄ່າໄຖ່ເພື່ອເຮົາ.
2 ເມື່ອອ່ານຄຳເພງບົດ 147 ເຮົາເຫັນໄດ້ແຈ້ງວ່າຜູ້ຂຽນຢາກສັນລະເສີນພະເຢໂຫວາຫຼາຍແລະລາວຍັງສະໜັບສະໜູນຄົນອື່ນໆໃຫ້ສັນລະເສີນພະອົງນຳ.—ອ່ານຄຳເພງ 147:1, 7, 12
3 ເຮົາບໍ່ຮູ້ວ່າໃຜເປັນຄົນຂຽນຄຳເພງບົດ 147. ແຕ່ລາວອາດມີຊີວິດຕອນທີ່ຊາວອິດສະລາແອນເດີນທາງກັບເຢຣຶຊາເລມຫຼັງຈາກພະເຢໂຫວາປົດປ່ອຍເຂົາເຈົ້າຈາກການເປັນຊະເລີຍຢູ່ບາບີໂລນ. (ຄຳເພງ 147:2) ຜູ້ຂຽນຄຳເພງຄົນນີ້ສັນລະເສີນພະເຢໂຫວາຍ້ອນພະອົງຊ່ວຍປະຊາຊົນໃຫ້ກັບມາ ນະມັດສະການໃນບ້ານເກີດໄດ້ອີກຄັ້ງ. ນອກນັ້ນ ຜູ້ຂຽນຄຳເພງຍັງໃຫ້ເຫດຜົນອື່ນໆອີກທີ່ຄວນສັນລະເສີນພະເຢໂຫວາ. ເຫດຜົນເຫຼົ່ານັ້ນມີຫຍັງແດ່? ແລ້ວເຈົ້າເດມີເຫດຜົນຫຍັງ?—ຄຳເພງ 147:1
ພະເຢໂຫວາຮັກສາຫົວໃຈທີ່ແຕກສະຫຼາຍ
4. ຊາວອິດສະລາແອນຮູ້ສຶກແນວໃດຕອນທີ່ຖືກປ່ອຍຈາກການເປັນຊະເລີຍແລະເປັນຫຍັງເຂົາເຈົ້າຮູ້ສຶກແບບນັ້ນ?
4 ໃຫ້ນຶກພາບວ່າຊາວອິດສະລາແອນຮູ້ສຶກແນວໃດເມື່ອຖືກຈັບເປັນຊະເລີຍໃນບາບີໂລນ ຄົນທີ່ຈັບເຂົາເຈົ້າເວົ້າເຍາະເຍີ້ຍວ່າ: “ໝູ່ເຈົ້າຈົ່ງລຳບົດເພງແຕ່ເມືອງຊີໂອນໃຫ້ພວກເຮົາຟັງເຖີ້ນ.” ແຕ່ຊາວຢິວບໍ່ໄດ້ຮູ້ສຶກຢາກຮ້ອງເພງ ເພາະເມືອງເຢຣຶຊາເລມທີ່ເຮັດໃຫ້ເຂົາເຈົ້າມີຄວາມສຸກໄດ້ຖືກທຳລາຍແລ້ວ. (ຄຳເພງ 137:1-3, 6) ຫົວໃຈເຂົາເຈົ້າແຕກສະຫຼາຍແລະຕ້ອງການກຳລັງໃຈ. ແຕ່ພະເຈົ້າບອກລ່ວງໜ້າວ່າຈະຊ່ວຍເຂົາເຈົ້າ. ພະອົງເຮັດແນວໃດ? ຊີຣຶຊກະສັດເປເຣເຊໄດ້ຊະນະບາບີໂລນແລະເວົ້າກ່ຽວກັບພະເຢໂຫວາວ່າ: ພະອົງ “ໄດ້ສັ່ງແກ່ຂ້ອຍໃຫ້ກໍ່ສ້າງວິຫານສຳລັບພະອົງໃນເມືອງເຢຣຶຊາເລມ.” ຊີຣຶຊຍັງບອກຊາວອິດສະລາແອນວ່າ: ‘ໃນທ່ານທັງຫຼາຍບຸກຄະລະຜູ້ໃດເປັນແຕ່ພວກຂອງພະອົງ ຂໍໃຫ້ພະເຢໂຫວາພະເຈົ້າຂອງຕົນສະຖິດຢູ່ນຳຜູ້ນັ້ນ ແລະໃຫ້ຜູ້ນັ້ນກັບໄປເຖີ້ນ.’ (2 ຂ່າວຄາວ 36:23) ເລື່ອງນີ້ໃຫ້ກຳລັງໃຈຊາວອິດສະລາແອນແທ້ໆ!
5. ຜູ້ຂຽນຄຳເພງເວົ້າແນວໃດກ່ຽວກັບອຳນາດຂອງພະເຢໂຫວາໃນການຮັກສາແຜໃຈ?
5 ພະເຢໂຫວາໃຫ້ກຳລັງໃຈຊາວອິດສະລາແອນບໍ່ພຽງທັງຊາດແຕ່ຍັງໃຫ້ກຳລັງໃຈເປັນບຸກຄົນ ແລະພະອົງຍັງໃຫ້ກຳລັງໃຈເຮົາໃນທຸກມື້ນີ້ນຳ. ຜູ້ຂຽນຄຳເພງບອກວ່າ: “ຄົນທັງຫຼາຍທີ່ມີໃຈຂາດແລ້ວ [ຫົວໃຈແຕກສະຫຼາຍ] ພະອົງໃຫ້ເຂົາດີປົກກະຕິແລະຫໍ່ບາດແຫ່ງເຂົາ.” (ຄຳເພງ 147:3) ເມື່ອເຮົາເຈັບປ່ວຍຫຼືທໍ້ໃຈ ເຮົາໝັ້ນໃຈວ່າພະເຢໂຫວາເປັນຫ່ວງເຮົາ ພະອົງຢາກໃຫ້ກຳລັງໃຈແລະຮັກສາແຜໃຈຂອງເຮົາ. (ຄຳເພງ 34:18; ເອຊາອີ 57:15) ພະອົງຈະໃຫ້ສະຕິປັນຍາແລະກຳລັງກັບເຮົາເພື່ອຮັບມືກັບບັນຫາໃດກໍຕາມທີ່ປະສົບ.—ຢາໂກໂບ 1:5
ພະເຢໂຫວາຢາກໃຫ້ກຳລັງໃຈແລະຮັກສາແຜໃຈຂອງເຮົາ
6. ເຮົາໄດ້ຮັບປະໂຫຍດຫຍັງຈາກຄຳເພງ 147:4? (ເບິ່ງຮູບທຳອິດ)
6 ຕໍ່ມາຜູ້ຂຽນຄຳເພງເບິ່ງທ້ອງຟ້າແລະເວົ້າວ່າ ພະເຢໂຫວາ “ນັບຈຳນວນດາວທັງຫຼາຍ” ແລະ “ໃສ່ຊື່ໃຫ້ດາວທັງປວງທຸກດວງ.” (ຄຳເພງ 147:4) ຜູ້ຂຽນຄຳເພງແນມເບິ່ງດາວ ແຕ່ລາວບອກບໍ່ໄດ້ວ່າມີຫຼາຍເທົ່າໃດ. ທຸກມື້ນີ້ນັກວິທະຍາສາດຄົ້ນພົບວ່າມີດາວຫຼາຍລ້ານດວງໃນກາເລັກຊີ ແລະອາດມີເປັນລ້ານໆກາເລັກຊີ! ມະນຸດບໍ່ສາມາດນັບດາວທຸກດວງໄດ້ ແຕ່ຜູ້ສ້າງນັບໄດ້. ທີ່ຈິງ ພະອົງຮູ້ຈັກດາວທຸກດວງເປັນຢ່າງດີແລະຕັ້ງຊື່ໃຫ້ມັນ. (1 ໂກລິນໂທ 15:41) ຖ້າພະເຈົ້າຮູ້ຈັກດາວທຸກດວງຢ່າງດີ ພະອົງກໍຕ້ອງຮູ້ຈັກເຈົ້າດີ. ພະອົງຮູ້ດີວ່າເຈົ້າຢູ່ໃສ ຮູ້ສຶກແນວໃດແລະຕ້ອງການຫຍັງ!
7, 8. (ກ) ພະເຈົ້າເຂົ້າໃຈຫຍັງກ່ຽວກັບເຮົາ? (ຂ) ໃຫ້ຍົກຕົວຢ່າງທີ່ສະແດງວ່າພະເຢໂຫວາເຂົ້າໃຈຄວາມຮູ້ສຶກເຮົາ.
7 ພະເຢໂຫວາເຂົ້າໃຈສິ່ງທີ່ເຈົ້າກຳລັງປະສົບ ຄຳເພງ 147:5) ເຈົ້າອາດຮູ້ສຶກວ່າຮັບມືກັບບັນຫາບໍ່ໄຫວແລ້ວ ແຕ່ພະເຈົ້າເຂົ້າໃຈຂີດຈຳກັດຂອງເຮົາ “ພະອົງຈື່ວ່າພວກເຮົາເປັນຂີ້ຝຸ່ນດິນ.” (ຄຳເພງ 103:14) ເຮົາເປັນຄົນບໍ່ສົມບູນ ເຮົາຈຶ່ງເຮັດຜິດພາດເລື້ອຍໆແລະຮູ້ສຶກທໍ້ໃຈ. ເຮົາອາດຮູ້ສຶກເສຍໃຈກັບບາງສິ່ງທີ່ເຮົາເວົ້າ ຫຼືເສຍໃຈທີ່ເຮົາມີຄວາມຕ້ອງການຜິດໆຫຼືມີຄວາມອິດສາ! ເຖິງວ່າພະເຢໂຫວາບໍ່ມີຈຸດອ່ອນແອ ແຕ່ພະອົງກໍເຂົ້າໃຈຄວາມຮູ້ສຶກຂອງເຮົາ.—ເອຊາອີ 40:28
ແລະພະອົງມີອຳນາດຊ່ວຍເຈົ້າໃຫ້ຮັບມືກັບບັນຫາ. (ອ່ານ8 ເຈົ້າເຄີຍປະສົບດ້ວຍຕົວເອງບໍວ່າພະເຢໂຫວາໃຊ້ພະລັງຂອງພະອົງຊ່ວຍເຈົ້າໃຫ້ຮັບມືກັບບັນຫາຕ່າງໆ? (ເອຊາອີ 41:10, 13) ເລື່ອງນີ້ເກີດຂຶ້ນກັບພີ່ນ້ອງຄຽວໂກະເຊິ່ງເປັນໄພໂອເນຍ ຫຼັງຈາກທີ່ລາວຍ້າຍໄປເພື່ອຮັບວຽກມອບໝາຍໃໝ່ ລາວຮູ້ສຶກທໍ້ໃຈຫຼາຍ. ແຕ່ລາວຮູ້ໄດ້ແນວໃດວ່າພະເຢໂຫວາເຂົ້າໃຈບັນຫາຂອງລາວ? ໃນປະຊາຄົມໃໝ່ມີພີ່ນ້ອງຫຼາຍຄົນເຂົ້າໃຈຄວາມຮູ້ສຶກລາວ. ຄຽວໂກະຮູ້ສຶກຄືກັບພະອົງກຳລັງບອກວ່າ: “ເຮົາຮັກເຈົ້າ ບໍ່ແມ່ນຍ້ອນເຈົ້າເປັນໄພໂອເນຍ ແຕ່ຍ້ອນເຈົ້າເປັນລູກສາວທີ່ອຸທິດຊີວິດໃຫ້ກັບເຮົາ. ເຮົາຢາກໃຫ້ເຈົ້າມີຄວາມສຸກທີ່ໄດ້ເປັນພະຍານຂອງເຮົາ!” ພະເຢໂຫວາສະແດງໃຫ້ເຈົ້າເຫັນແນວໃດວ່າ ‘ຄວາມຮູ້ [“ຄວາມເຂົ້າໃຈ,” ລ.ມ.] ແຫ່ງພະອົງກໍບໍ່ມີທີ່ສິ້ນສຸດ’?
ພະເຢໂຫວາໃຫ້ເຮົາມີສິ່ງຈຳເປັນ
9, 10. ພະເຢໂຫວາຈະຊ່ວຍເຮົາດ້ານໃດເປັນອັນດັບທຳອິດ? ຂໍໃຫ້ຍົກຕົວຢ່າງ.
9 ເຮົາຕ້ອງມີສິ່ງຈຳເປັນເຊັ່ນ: ອາຫານ ເຄື່ອງນຸ່ງ ແລະທີ່ຢູ່ອາໄສ. ບາງທີເຈົ້າອາດຢ້ານວ່າຈະມີອາຫານບໍ່ພໍກິນ. ແຕ່ພະເຢໂຫວາສ້າງໂລກໃຫ້ຜະລິດອາຫານພຽງພໍສຳລັບທຸກຊີວິດ ແມ່ນແຕ່ “ລູກນົກກາທີ່ຮ້ອງ.” (ອ່ານຄຳເພງ 147:8, 9) ຖ້າພະເຢໂຫວາຍັງລ້ຽງລູກນົກ ເຮົາໝັ້ນໃຈໄດ້ວ່າພະອົງຈະໃຫ້ເຮົາມີສິ່ງຈຳເປັນ.—ຄຳເພງ 37:25
10 ພະເຢໂຫວາໃຫ້ເຮົາມີສິ່ງຈຳເປັນເພື່ອຮັກສາຄວາມເຊື່ອ ແລະໃຫ້ເຮົາມີ “ສັນຕິສຸກທີ່ມາຈາກພະເຈົ້າເຊິ່ງເກີນຄວາມເຂົ້າໃຈຂອງມະນຸດຈະຮັກສາຈິດໃຈ” (ຟີລິບ 4:6, 7, ທ.ປ.) ພີ່ນ້ອງມັດຊຸໂອະແລະເມຍໄດ້ເຫັນວິທີທີ່ພະເຢໂຫວາຊ່ວຍເຫຼືອ. ຕອນທີ່ຊຶນາມິເຂົ້າຍີ່ປຸ່ນໃນປີ 2011 ເຂົາເຈົ້າຕ້ອງປີນຂຶ້ນຫຼັງຄາເພື່ອຈະລອດຊີວິດ. ມື້ນັ້ນເຂົາເຈົ້າສູນເສຍທຸກຢ່າງແລະຕ້ອງຢູ່ຫ້ອງຊັ້ນສອງໃນເຮືອນທີ່ທັງມືດທັງເຢັນໝົດຄືນ. ຕອນເຊົ້າເຂົາເຈົ້າພະຍາຍາມຊອກຫາສິ່ງທີ່ຈະໜູນກຳລັງໃຈ ແລ້ວກໍພົບປຶ້ມຫົວໜຶ່ງຄືປຶ້ມປະຈຳປີຂອງພະຍານພະເຢໂຫວາ 2006. ມັດຊຸໂອະເປີດປຶ້ມໄປເລື້ອຍໆ ລາວເຫັນບົດຄວາມໜຶ່ງຊື່ “ຊຶນາມິທີ່ຮຸນແຮງທີ່ສຸດທີ່ເຄີຍມີມາ” ເຊິ່ງເວົ້າເຖິງແຜ່ນດິນໄຫວທີ່ເກາະສຸມາດຕາໃນປີ 2004 ແຜ່ນດິນໄຫວນັ້ນເຮັດໃຫ້ເກີດຊຶນາມິທີ່ໃຫຍ່ທີ່ສຸດໃນປະຫວັດສາດ. ເມື່ອອ່ານປະສົບການຂອງພີ່ນ້ອງຢູ່ທີ່ນັ້ນ ມັດຊຸໂອະກັບເມຍກໍຮ້ອງໄຫ້ແລະຮູ້ສຶກວ່າພະເຢໂຫວາໃຫ້ກຳລັງໃຈໃນຍາມທີ່ຕ້ອງການ. ພະອົງຍັງເບິ່ງແຍງເຂົາເຈົ້າໃນທາງອື່ນໆອີກ ພີ່ນ້ອງທີ່ຢູ່ພາກອື່ນໆຂອງຍີ່ປຸ່ນໄດ້ຈັດອາຫານແລະເຄື່ອງນຸ່ງໃຫ້ເຂົາເຈົ້ານຳ. ແຕ່ສິ່ງທີ່ຊ່ວຍເຂົາເຈົ້າໃຫ້ເຂັ້ມແຂງຫຼາຍທີ່ສຸດຄືອົງການຂອງພະເຢໂຫວາໄດ້ສົ່ງຕົວແທນມາຢ້ຽມຢາມປະຊາຄົມ. ມັດຊຸໂອະເວົ້າວ່າ: “ຂ້ອຍຮູ້ສຶກວ່າພະເຢໂຫວາຢູ່ຂ້າງໆແລະເບິ່ງແຍງເຮົາ. ເຮົາໄດ້ຮັບກຳລັງໃຈແທ້ໆ!” ພະເຈົ້າໃຫ້ສິ່ງຈຳເປັນເພື່ອຊ່ວຍເຮົາໃຫ້ມີຄວາມເຊື່ອທີ່ເຂັ້ມແຂງກ່ອນ ຈາກນັ້ນ ພະອົງຈຶ່ງໃຫ້ສິ່ງຈຳເປັນອື່ນໆກັບເຮົາ.
ໄດ້ຮັບການຊ່ວຍເຫຼືອຈາກພະເຈົ້າ
11. ເຮົາຕ້ອງເຮັດຫຍັງເພື່ອຈະໄດ້ຮັບການຊ່ວຍເຫຼືອຈາກພະເຈົ້າ?
11 ພະເຢໂຫວາ “ຍົກຍ້ອງຄົນອ່ອນນ້ອມຖ່ອມຕົນ” ພະອົງຮັກເຮົາແລະພ້ອມຈະຊ່ວຍ. (ຄຳເພງ 147:6 ສ່ວນ ກ, ລ.ມ.) ເຮົາຕ້ອງເຮັດຫຍັງເພື່ອຈະໄດ້ຮັບການຊ່ວຍເຫຼືອຈາກພະເຈົ້າ? ເຮົາຕ້ອງມີສາຍສຳພັນທີ່ແໜ້ນແຟ້ນກັບພະອົງ ເພື່ອຈະມີສິ່ງນີ້ ເຮົາຕ້ອງເປັນຄົນຖ່ອມ. (ໂຊໂຟນີ 2:3) ຄົນຖ່ອມຈະຄອຍຖ້າໃຫ້ພະເຢໂຫວາແກ້ໄຂຄວາມບໍ່ຍຸຕິທຳແລະຄວາມທຸກ ພະອົງພໍໃຈຄົນແບບນີ້.
12, 13. (ກ) ເຮົາຕ້ອງຫຼີກລ່ຽງຫຍັງເພື່ອຈະໄດ້ຮັບການຊ່ວຍເຫຼືອຈາກພະເຈົ້າ? (ຂ) ພະເຢໂຫວາພໍໃຈຄົນແບບໃດ?
12 ນອກຈາກນັ້ນ ພະເຈົ້າຈະວ່ຽງ “ຄົນຮ້າຍທັງຫຼາຍຕົກຂວໍ້າທີ່ດິນ.” (ຄຳເພງ 147:6 ສ່ວນ ຂ) ເຮົາບໍ່ຢາກໃຫ້ເກີດຂຶ້ນກັບເຮົາ! ເຮົາຢາກໃຫ້ພະເຈົ້າມີຄວາມຮັກທີ່ໝັ້ນຄົງຕໍ່ເຮົາ. ດັ່ງນັ້ນ ເຮົາຕ້ອງກຽດຊັງສິ່ງທີ່ພະອົງກຽດຊັງ. (ຄຳເພງ 97:10) ຕົວຢ່າງ: ເຮົາ ຕ້ອງກຽດຊັງການຜິດສິນລະທຳທາງເພດໂດຍຫຼີກລ່ຽງທຸກສິ່ງທີ່ຈະນຳເຮົາໄປສູ່ການເຮັດຜິດສິນລະທຳ ລວມທັງສື່ລາມົກ. (ຄຳເພງ 119:37; ມັດທາຍ 5:28) ການເຮັດແບບນີ້ບໍ່ງ່າຍ ເຮົາຕ້ອງຕໍ່ສູ້ຢ່າງໜັກ ແຕ່ມັນຄຸ້ມຄ່າເພາະພະເຢໂຫວາຈະອວຍພອນເຮົາ.
13 ເຮົາບໍ່ສາມາດຕໍ່ສູ້ກັບເລື່ອງນີ້ດ້ວຍຕົວເອງ ເຮົາຕ້ອງໃຫ້ພະເຈົ້າຊ່ວຍ. ພະອົງຈະພໍໃຈບໍຖ້າເຮົາເພິ່ງກຳລັງຂອງຕົວເອງແລະມະນຸດຄົນອື່ນໆ? ບໍ່ພໍໃຈແນ່ນອນ. ຄຳພີໄບເບິນບອກວ່າພະເຢໂຫວາ “ບໍ່ຊອບໃຈດ້ວຍແຮງຂອງຕົວມ້າ” ແລະ “ບໍ່ຍິນດີດ້ວຍຂາແຄ່ງມະນຸດ” (ຄຳເພງ 147:10) ດັ່ງນັ້ນ ເຮົາຕ້ອງອະທິດຖານຂໍການຊ່ວຍເຫຼືອຈາກພະເຢໂຫວາຕໍ່ໆໄປແລະຂໍພະອົງຊ່ວຍເຮົາໃຫ້ເອົາຊະນະຂໍ້ອ່ອນແອ ພະເຢໂຫວາບໍ່ເຄີຍເບື່ອຟັງຄຳອະທິດຖານເຫຼົ່ານີ້. ຄຳພີໄບເບິນບອກວ່າ: “ພະເຢໂຫວາຊອບໃຈດ້ວຍຄົນທັງຫຼາຍທີ່ຢ້ານຢຳພະອົງ ດ້ວຍຄົນທັງຫຼາຍທີ່ຄອງຫາຄວາມດີແຫ່ງພະອົງ.” (ຄຳເພງ 147:11) ຍ້ອນພະອົງພັກດີແລະຮັກເຮົາ ເຮົາຈຶ່ງໝັ້ນໃຈວ່າພະອົງຈະຊ່ວຍເຮົາໃຫ້ເອົາຊະນະຄວາມຕ້ອງການທີ່ຜິດໆໄດ້.
14. ຜູ້ຂຽນຄຳເພງໝັ້ນໃຈໃນເລື່ອງໃດ?
14 ພະເຢໂຫວາເຮັດໃຫ້ເຮົາໝັ້ນໃຈວ່າພະອົງຈະຊ່ວຍເມື່ອເຮົາມີບັນຫາ. ຕອນທີ່ຊາວອິດສະລາແອນເດີນທາງກັບໄປເຢຣຶຊາເລມ ຜູ້ຂຽນຄຳເພງຄິດເຖິງວິທີທີ່ພະເຢໂຫວາໄດ້ຊ່ວຍ. ລາວຮ້ອງເພງວ່າ: “ເຫດວ່າພະອົງໃຫ້ຮາວປະຕູທັງຫຼາຍຂອງເຈົ້າເປັນແຮງຂຶ້ນຫຼາຍ ພະອົງອວຍພອນໃຫ້ລູກທັງຫຼາຍຂອງເຈົ້າໃນກາງເຈົ້າ. ພະອົງເອົາຄວາມສຸກສຳລານວາງໄວ້ໃນເຂດແດນຂອງເຈົ້າ.” (ຄຳເພງ 147:13, 14) ການທີ່ຜູ້ຂຽນຄຳເພງຮູ້ວ່າພະເຢໂຫວາຈະເຮັດໃຫ້ປະຕູເມືອງແຂງແຮງຊ່ວຍລາວໃຫ້ຮູ້ສຶກປອດໄພ ແລະລາວໝັ້ນໃຈວ່າພະເຈົ້າຈະປົກປ້ອງປະຊາຊົນຂອງພະອົງແນ່ນອນ.
15-17. (ກ) ບາງຄັ້ງເຮົາອາດຮູ້ສຶກແນວໃດກັບບັນຫາທີ່ປະສົບ ແລະພະເຢໂຫວາຊ່ວຍເຮົາທາງຄຳພີໄບເບິນແນວໃດ? (ຂ) ຂໍຍົກຕົວຢ່າງທີ່ສະແດງໃຫ້ເຫັນວ່າຄຳພີໄບເບິນຊ່ວຍເຮົາຢ່າງໄວວາ.
15 ເຈົ້າອາດຮູ້ສຶກກັງວົນກັບບັນຫາທີ່ປະສົບ ແຕ່ພະເຢໂຫວາສາມາດໃຫ້ສະຕິປັນຍາກັບເຈົ້າເພື່ອຮັບມືໄດ້. ຜູ້ຂຽນຄຳເພງບອກວ່າພະເຈົ້າ “ສັ່ງໂລກ ຄຳສັ່ງຂອງພະອົງກໍໄປຢ່າງໄວວາ” ຈາກນັ້ນກໍເວົ້າເຖິງຄຳເພງ 147:15-18, ລ.ມ.) ພະເຈົ້າຮູ້ທຸກຢ່າງແລະເຮັດໄດ້ທຸກຢ່າງ ພະອົງຄວບຄຸມໝາກເຫັບແລະຫິມະໄດ້ ເຈົ້າສາມາດໝັ້ນໃຈວ່າພະອົງຈະຊ່ວຍເຈົ້າໃຫ້ເອົາຊະນະບັນຫາຕ່າງໆ.
ຫິມະ ນໍ້າໝອກ ແລະໝາກເຫັບ ແລ້ວບອກວ່າ: “ໃຜຈະທົນຄວາມໜາວທີ່ພະອົງເຮັດໃຫ້ເກີດຂຶ້ນໄດ້. ເມື່ອພະອົງສັ່ງ ມັນກໍລະລາຍໄປ” (16 ໃນທຸກມື້ນີ້ ພະເຢໂຫວາຊີ້ນຳເຮົາທາງຄຳພີໄບເບິນ ຜູ້ຂຽນຄຳເພງບອກວ່າຄຳຂອງພະເຢໂຫວາ “ກໍໄປຢ່າງໄວວາ” ເຊິ່ງໝາຍຄວາມວ່າພະເຈົ້າຈະຊີ້ນຳເຮົາໃຫ້ຢູ່ໃນທາງທີ່ຖືກຕ້ອງໃນເວລາທີ່ເຮົາຕ້ອງການພໍດີ. ລອງຄິດເຖິງປະໂຫຍດທີ່ເຈົ້າໄດ້ຮັບຈາກການອ່ານຄຳພີໄບເບິນແລະໜັງສືຕ່າງໆທີ່ມາຈາກ “ທາດທີ່ສັດຊື່ແລະສຸຂຸມ” ການເບິ່ງລາຍການໂທລະທັດ JW ເຂົ້າເວັບໄຊ jw.org ການລົມກັບຜູ້ເຖົ້າແກ່ ແລະຄົບຫາກັບພີ່ນ້ອງ. (ມັດທາຍ 24:45, ລ.ມ.) ເຈົ້າເຄີຍເຫັນດ້ວຍຕົວເອງບໍວ່າພະເຈົ້າຊີ້ນຳເຈົ້າຢ່າງໄວວາແທ້ໆ?
17 ພີ່ນ້ອງໄຊມ໋ອນປະສົບດ້ວຍຕົວເອງວ່າຄຳພີໄບເບິນໄດ້ຊ່ວຍລາວ ລາວຮູ້ສຶກບໍ່ມີຄ່າເຖິງຂັ້ນຄິດວ່າພະເຢໂຫວາບໍ່ຮັກລາວ. ແຕ່ຕອນທີ່ທໍ້ໃຈ ໄຊມ໋ອນອະທິດຖານເລື້ອຍໆເພື່ອຂໍໃຫ້ພະເຢໂຫວາຊ່ວຍແລະລາວກໍບໍ່ຢຸດສຶກສາສ່ວນຕົວ ລາວບອກວ່າ: “ຂ້ອຍໄດ້ຮັບກຳລັງໃຈແລະການຊີ້ນຳຈາກພະເຢໂຫວາສະເໝີ ບໍ່ມີຈັກເທື່ອທີ່ຂ້ອຍບໍ່ໄດ້ຮັບສິ່ງເຫຼົ່ານີ້.” ນີ້ຊ່ວຍໃຫ້ໄຊມ໋ອນມີຄວາມຄິດໃນແງ່ບວກ.
18. ເປັນຫຍັງເຈົ້າຮູ້ສຶກໃກ້ຊິດກັບພະເຢໂຫວາແລະເຈົ້າມີເຫດຜົນຫຍັງແດ່ທີ່ຈະ “ສັນລະເສີນພະເຢໂຫວາ”?
18 ຜູ້ຂຽນຄຳເພງຮູ້ວ່າພະເຢໂຫວາໄດ້ເລືອກຊາດອິດສະລາແອນບູຮານເປັນປະຊາຊົນຂອງພະອົງ. ເຂົາເຈົ້າເປັນຊາດດຽວທີ່ໄດ້ຮັບ “ພະຄຳ” ແລະ “ກຳນົດກົດໝາຍ” ຂອງພະອົງ. (ອ່ານຄຳເພງ 147:19, 20) ໃນທຸກມື້ນີ້ ເຮົາຮູ້ສຶກເປັນກຽດແທ້ໆທີ່ຖືກເອີ້ນຕາມຊື່ຂອງພະເຈົ້າ. ເຮົາຂອບໃຈທີ່ໄດ້ມາຮູ້ຈັກພະອົງ ຂອບໃຈທີ່ໃຫ້ມີຄຳພີໄບເບິນຊີ້ນຳເຮົາ ແລະຂອບໃຈທີ່ເຮົາສາມາດໃກ້ຊິດກັບພະອົງໄດ້. ຄືກັບຜູ້ຂຽນຄຳເພງບົດ 147 ເຈົ້າກໍມີເຫດຜົນຫຼາຍຢ່າງທີ່ຈະ “ສັນລະເສີນພະເຢໂຫວາ” ແລະສະໜັບສະໜູນຄົນອື່ນໆໃຫ້ເຮັດແບບດຽວກັນ.
ເຈົ້າເຄີຍເຫັນດ້ວຍຕົວເອງບໍວ່າພະເຈົ້າຊີ້ນຳເຈົ້າຢ່າງໄວວາແທ້ໆ?