ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເອົາ​ຊະນະ​ສິ່ງ​ທີ່​ພະຍາຍາມ​ຄວບຄຸມ​ຄວາມ​ຄິດ​ຂອງ​ເຈົ້າ

ເອົາ​ຊະນະ​ສິ່ງ​ທີ່​ພະຍາຍາມ​ຄວບຄຸມ​ຄວາມ​ຄິດ​ຂອງ​ເຈົ້າ

ເຈົ້າ​ກຳລັງ​ຖືກ​ໂຈມຕີ! ສັດຕູ​ນີ້​ຄື​ຊາຕານ​ເຊິ່ງ​ພະຍາຍາມ​ໃຊ້​ອາວຸດ​ທີ່​ຮ້າຍແຮງ​ໂຈມຕີ​ເຈົ້າ. ອາວຸດ​ນີ້​ເລັງ​ເປົ້າ​ໄປ​ທີ່​ຄວາມ​ຄິດ​ຂອງ​ເຈົ້າ​ບໍ່​ແມ່ນ​ຮ່າງກາຍ. ອາວຸດ​ນັ້ນ​ແມ່ນ​ຫຍັງ? ແມ່ນ​ການ​ໂຄສະນາ​ຊວນ​ເຊື່ອ!

ໂປໂລ​ຮູ້​ວ່າ​ການ​ໂຄສະນາ​ຊວນ​ເຊື່ອ​ຂອງ​ຊາຕານ​ອັນຕະລາຍ ແຕ່​ບໍ່​ແມ່ນ​ຄລິດສະຕຽນ​ທຸກ​ຄົນ​ຄິດ​ແບບ​ນັ້ນ. ຕົວຢ່າງ: ເບິ່ງ​ຄື​ວ່າ​ບາງ​ຄົນ​ໃນ​ປະຊາຄົມ​ໂກລິນໂທ​ຄິດ​ວ່າ​ເຂົາ​ເຈົ້າ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ແລະ​ບໍ່​ມີ​ທາງ​ທີ່​ຊາຕານ​ຈະ​ເຮັດ​ອັນຕະລາຍ​ເຂົາ​ເຈົ້າ​ໄດ້. (1 ໂກລິນໂທ 10:12) ໂປໂລ​ຈຶ່ງ​ເຕືອນ​ເຂົາ​ເຈົ້າ​ວ່າ: “ເຮົາ​ຢ້ານ​ວ່າ​ເໝືອນ​ດັ່ງ​ງູ​ນັ້ນ​ໄດ້​ລໍ້​ລວງ​ນາງ​ເອວາ​ດ້ວຍ​ການ​ອຸບາຍ​ຂອງ​ມັນ ຄວາມ​ຄຶດ​ຂອງ​ທ່ານ​ທັງ​ຫຼາຍ​ຈະ​ໄດ້​ຖືກ​ລໍ້​ລວງ​ດ້ວຍ​ຢ່າງ​ໜຶ່ງ​ຢ່າງ​ໃດ​ໃຫ້​ຫຼົງ​ຈາກ​ຄວາມ​ສັດ​ຊື່​ແລະ​ຄວາມ​ບໍລິສຸດ​ທີ່​ຢູ່​ຝ່າຍ​ພະ​ຄລິດ​ເໝືອນ​ດັ່ງ​ນັ້ນ.”—2 ໂກລິນໂທ 11:3

ຄຳ​ເວົ້າ​ຂອງ​ໂປໂລ​ຊີ້​ໃຫ້​ເຫັນ​ວ່າ​ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ບໍ່​ເປັນ​ຄົນ​ໝັ້ນ​ໃຈ​ຕົວ​ເອງ​ຫຼາຍ​ເກີນ​ໄປ. ເພື່ອ​ເອົາ​ຊະນະ​ໂຄສະນາ​ຊວນ​ເຊື່ອ​ຂອງ​ຊາຕານ ເຈົ້າ​ຕ້ອງ​ຮູ້​ວ່າ​ໂຄສະນາ​ຊວນ​ເຊື່ອ​ອັນຕະລາຍ​ຫຼາຍ​ສໍ່າ​ໃດ​ແລະ​ປ້ອງກັນ​ຕົວ​ເອງ​ຈາກ​ມັນ.

ການ​ໂຄສະນາ​ຊວນ​ເຊື່ອ​ອັນຕະລາຍ​ແນວ​ໃດ?

ໃນ​ບົດ​ນີ້ ຄຳ​ວ່າ​ໂຄສະນາ​ຊວນ​ເຊື່ອ​ໝາຍ​ເຖິງ​ຂໍ້​ມູນ​ທີ່​ບໍ່​ຖືກຕ້ອງ​ເຊິ່ງ​ໃຊ້​ຫຼອກ​ລວງ​ຫຼື​ຄວບຄຸມ​ຄວາມ​ຄິດ​ແລະ​ການ​ກະທຳ​ຂອງ​ຜູ້​ຄົນ. ປຶ້ມ​ການ​ໂຄສະນາ​ຊວນ​ເຊື່ອ​ແລະ​ການ​ໂນ້ມນ້າວ (Propaganda and Persuasion) ບອກ​ວ່າ: ໂຄສະນາ​ຊວນ​ເຊື່ອ​ເປັນ​ສິ່ງ​ທີ່ “ຜິດ​ຫຼັກ​ຈັນຍາບັນ ອັນຕະລາຍ ແລະ​ສໍ້​ໂກງ.” ບາງ​ຄົນ​ບອກ​ວ່າ​ໂຄສະນາ​ຊວນ​ເຊື່ອ​ຄື​ກັບ “ການ​ຕົວະ ບິດ​ເບືອນ ຫຼອກ​ລວງ ບົງການ​ຢູ່​ເບື້ອງ​ຫຼັງ ແລະ​ຄວບຄຸມ​ຄວາມ​ຄິດ.”

ໂຄສະນາ​ຊວນ​ເຊື່ອ​ອັນຕະລາຍ​ຫຼາຍ​ເພາະ​ມັນ​ຈະ​ຄ່ອຍໆສົ່ງ​ຜົນ​ຕໍ່​ຄວາມ​ຄິດ​ເຮົາ​ໂດຍ​ທີ່​ບໍ່​ຮູ້​ຕົວ ມັນ​ຄື​ກັບ​ແກ໊ສ​ພິດ​ທີ່​ເຮົາ​ເບິ່ງ​ບໍ່​ເຫັນ​ແລະ​ບໍ່​ມີ​ກິ່ນ. ຜູ້​ຊ່ຽວຊານ​ດ້ານ​ພຶດຕິກຳ​ມະນຸດ​ທີ່​ຊື່ ແວ​ນ ແພ໋ກ​ກາດ​ບອກ​ວ່າ ໂຄສະນາ​ຊວນ​ເຊື່ອ​ສົ່ງ​ຜົນ​ຕໍ່​ພຶດຕິກຳ​ຂອງ​ເຮົາ “ຫຼາຍ​ກວ່າ​ທີ່​ເຮົາ​ຮູ້​ຕົວ.” ຜູ້​ຊ່ຽວຊານ​ອີກ​ຄົນ​ໜຶ່ງ​ບອກ​ວ່າ​ມັນ​ເຮັດ​ໃຫ້​ຜູ້​ຄົນ​ເຮັດ​ສິ່ງ​ທີ່​ເປັນ​ອັນຕະລາຍ​ແລະ​ບໍ່​ມີ​ເຫດຜົນ ເປັນ​ສາເຫດ​ຂອງ​ການ​ຂ້າ​ລ້າງ​ເຜົ່າ​ພັນ ການ​ຂົ່ມເຫງ​ຄົນ​ເຊື້ອ​ຊາດ​ອື່ນ​ຫຼື​ນັບຖື​ສາສະໜາ​ອື່ນ.ປຶ້ມ​ຖືກ​ຈູງ​ດັງ​ໄດ້​ງ່າຍໆ—ຄວາມ​ເປັນ​ມາ​ຂອງ​ການ​ໂຄສະນາ​ຊວນ​ເຊື່ອ. (Easily LedA History of Propaganda)

ຖ້າ​ມະນຸດ​ໃຊ້​ໂຄສະນາ​ຊວນ​ເຊື່ອ​ຊັກ​ຈູງ​ເຮົາ​ໄດ້ ຊາຕານ​ກໍ​ແຮ່ງ​ເຮັດ​ໄດ້​ຫຼາຍ​ກວ່າ​ນີ້​ອີກ​ບໍ່​ແມ່ນ​ບໍ? ຊາຕານ​ສຶກສາ​ພຶດຕິກຳ​ມະນຸດ​ຕັ້ງ​ແຕ່​ຕອນ​ທີ່​ຖືກ​ສ້າງ​ແລະ​ຕອນ​ນີ້​ມັນ​ຍັງ​ຄວບຄຸມ “ໂລກ​ທັງ​ສິ້ນ.” ດັງ​ນັ້ນ ມັນ​ຈຶ່ງ​ໃຊ້​ຫຍັງ​ກໍ​ໄດ້​ໃນ​ໂລກ​ເພື່ອ​ແພ່​ເລື່ອງ​ຕົວະ. (1 ໂຢຮັນ 5:19; ໂຢຮັນ 8:44) ຊາຕານ​ໃຊ້​ໂຄສະນາ​ຊວນ​ເຊື່ອ​ເຮັດ​ໃຫ້​ຜູ້​ຄົນ​ມີ “ຄວາມ​ຄຶດ . . . ມືດ​ໄປ.” ແລະ​ຕອນ​ນີ້​ມັນ​ຍັງ “ລໍ້​ລວງ​ທົ່ວ​ແຜ່ນດິນ​ໂລກ​ທີ່​ຄົນ​ອາໄສ.” (2 ໂກລິນໂທ 4:4; ຄຳປາກົດ 12:9) ເຈົ້າ​ຈະ​ຕ້ານ​ທານ​ໂຄສະນາ​ຊວນ​ເຊື່ອ​ຂອງ​ຊາຕານ​ໄດ້​ແນວ​ໃດ?

ເສີມ​ຄວາມ​ເຊື່ອ​ຂອງ​ເຈົ້າ

ພະ​ເຍຊູ​ສອນ​ເຮົາ​ວ່າ​ວິທີ​ທີ່​ຈະ​ຕໍ່​ສູ້​ກັບ​ໂຄສະນາ​ຊວນ​ເຊື່ອ​ຄື: ການ “ຮູ້ຈັກ​ຄວາມ​ຈິງ​ແລະ​ຄວາມ​ຈິງ​ຈະ​ໄຖ່​ທ່ານ​ໃຫ້​ພົ້ນ​ຈາກ​ເປັນ​ທາດ.” (ໂຢຮັນ 8:31, 32) ໃນ​ສົງຄາມ​ທະຫານ​ຕ້ອງ​ຮູ້​ວ່າ​ຈະ​ຊອກ​ຂໍ້​ມູນ​ທີ່​ໜ້າ​ເຊື່ອ​ຖື​ຈາກ​ໃສ ເພາະ​ສັດຕູ​ຈະ​ແພ່​ຂໍ້​ມູນ​ບໍ່​ຈິງ​ເພື່ອ​ຕົວະ​ລາວ. ແລ້ວ​ເຈົ້າ​ຈະ​ຊອກ​ຂໍ້​ມູນ​ທີ່​ໜ້າ​ເຊື່ອ​ຖື​ໄດ້​ຈາກ​ໃສ? ພະເຈົ້າ​ໃຫ້​ຂໍ້​ມູນ​ນັ້ນ​ໃນ​ຄຳພີ​ໄບເບິນ​ເຊິ່ງ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຕໍ່​ສູ້​ກັບ​ໂຄສະນາ​ຊວນ​ເຊື່ອ​ຂອງ​ຊາຕານ​ໄດ້.—2 ຕີໂມເຕ 3:16, 17

ຊາຕານ​ຮູ້​ເລື່ອງ​ນີ້ ມັນ​ຈຶ່ງ​ໃຊ້​ໂລກ​ທີ່​ຄວບຄຸມ​ດຶງ​ຄວາມ​ສົນ​ໃຈ​ແລະ​ເຮັດ​ໃຫ້​ເຮົາ​ບໍ່​ຢາກ​ອ່ານ​ຫຼື​ສຶກສາ​ຄຳພີ​ໄບເບິນ. ແຕ່​ຢ່າ​ຖືກ​ຫຼອກ​ຍ້ອນ “ການ​ອຸບາຍ​ຂອງ​ພະຍາມານ.” (ເອເຟດ 6:11) ການ​ມີ​ຄວາມ​ຮູ້​ພື້ນຖານ​ເລື່ອງ​ຄວາມ​ຈິງ​ຍັງ​ບໍ່​ພໍ ເຮົາ​ຕ້ອງ​ເຂົ້າ​ໃຈ​ຄວາມ​ຮູ້​ທີ່​ເລິກ​ເຊິ່ງ​ຫຼາຍ​ຂຶ້ນ. (ເອເຟດ 3:18) ນັກ​ປະພັນ​ຊື່​ໂນ​ອາມ ຊອມ​ສະ​ກີ​ເວົ້າ​ວ່າ: “ບໍ່​ມີ​ໃຜ​ຈະ​ເອົາ​ຄວາມ​ຈິງ​ມາ​ໃສ່​ໃນ​ສະໝອງ​ເຈົ້າ ເຈົ້າ​ຕ້ອງ​ຊອກ​ເອງ.” ດັ່ງ​ນັ້ນ “ເຈົ້າ​ຕ້ອງ​ຊອກ​ເອງ” ໂດຍ “ສຶກສາ​ຄົ້ນ​ຄວ້າ​ພະ​ຄຳພີ​ຢ່າງ​ລະອຽດ​ທຸກ​ວັນ.”—ກິດຈະການ 17:11, ລ.ມ.

ຊາຕານ​ບໍ່​ຢາກ​ໃຫ້​ເຈົ້າ​ຄິດ​ຫາ​ເຫດຜົນ​ເປັນ​ແລະ​ແຍກ​ອອກ​ວ່າ​ອັນ​ໃດ​ແທ້​ອັນ​ໃດ​ຕົວະ. ຍ້ອນ​ຫຍັງ? ປຶ້ມ​ສື່​ແລະ​ສັງຄົມ​ໃນ​ສະຕະວັດ​ທີ​ຊາວ (Media and Society in the Twentieth Century) ບອກ​ວ່າ​ໂຄສະນາ​ຊວນ​ເຊື່ອ “ຈະ​ໄດ້​ຜົນ​ດີ​ທີ່​ສຸດ” ຖ້າ​ຜູ້​ຄົນ “ຮູ້ສຶກ​ບໍ່​ຢາກ​ຄິດ.” ດັ່ງ​ນັ້ນ ຢ່າ​ເຊື່ອ​ທຸກ​ສິ່ງ​ທີ່​ໄດ້​ຍິນ​ໂດຍ​ບໍ່​ຄິດ​ໃຫ້​ຮອບຄອບ​ກ່ອນ. (ສຸພາສິດ 14:15) ພະເຈົ້າ​ໃຫ້​ເຈົ້າ​ມີ “ຄວາມ​ສຸຂຸມ​ຮອບຄອບ” ແລະ “ຄວາມ​ສາມາດ​ໃນ​ການ​ຄິດ​ຫາ​ເຫດຜົນ” ດັ່ງ​ນັ້ນ ເຈົ້າ​ຕ້ອງ​ໃຊ້​ມັນ​ເສີມ​ຄວາມ​ເຊື່ອ​ຂອງ​ເຈົ້າ.—ສຸພາສິດ 2:10-15, ລ.ມ.; ໂລມ 12:1, 2, ລ.ມ.

ສາມັກຄີ​ກັນ​ສະເໝີ

ທະຫານ​ທີ່​ໄດ້​ຮັບ​ອິດທິພົນ​ຈາກ​ໂຄສະນາ​ຊວນ​ເຊື່ອ​ຈະ​ຮູ້ສຶກ​ຢ້ານ​ຈົນ​ບໍ່​ຢາກ​ຕໍ່​ສູ້​ແລະ​ອາດ​ຕໍ່​ສູ້​ກັນ​ເອງ​ຫຼື​ແຍກ​ຕົວ​ອອກ​ໄປ​ຈາກ​ກອງທັບ. ນາຍ​ພົນ​ເຢຍລະມັນ​ບອກ​ວ່າ ໂຄສະນາ​ຊວນ​ເຊື່ອ​ເຮັດ​ໃຫ້​ປະເທດ​ເຢຍລະມັນ​ແພ້​ສົງຄາມ​ໂລກ​ຄັ້ງ​ທີ 1 ແລະ​ບອກ​ອີກ​ວ່າ​ປະຊາຊົນ​ໄດ້​ຮັບ​ອິດທິພົນ​ຈາກ​ໂຄສະນາ​ຊວນ​ເຊື່ອ​ຫຼາຍ​ຄື​ກັບ​ຖືກ​ສະກົດ​ຈິດ. ຊາຕານ​ກໍ​ໃຊ້​ວິທີ​ນີ້​ເພື່ອ​ທຳລາຍ​ຄວາມ​ສາມັກຄີ​ຂອງ​ຄລິດສະຕຽນ​ທຸກ​ມື້​ນີ້ ເຊັ່ນ: ມັນ​ພະຍາຍາມ​ເຮັດ​ໃຫ້​ພີ່​ນ້ອງ​ບາງ​ຄົນ​ຖິ້ມ​ອົງການ​ຂອງ​ພະເຈົ້າ​ໄປ​ເພາະ​ຄິດ​ວ່າ​ອົງການ​ບໍ່​ຍຸຕິທຳ​ແລະ​ເຮັດ​ຜິດ​ພາດ.

ດັ່ງ​ນັ້ນ ຢ່າ​ຫຼົງ​ເຊື່ອ! ຂໍ​ໃຫ້​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ແລະ​ສາມັກຄີ​ກັນ​ສະເໝີ. ຄຳພີ​ໄບເບິນ​ສະໜັບສະໜູນ​ເຮົາ​ໃຫ້ “ຍົກ​ໂທດ​ໃຫ້​ກັນ​ແລະ​ກັນ” ແລະ​ຖ້າ​ມີ​ບັນຫາ​ກໍ​ຮີບ​ແກ້ໄຂ. (ໂກໂລດ 3:13, 14; ມັດທາຍ 5:23, 24) ແລະ​ຍັງ​ເຕືອນ​ເຮົາ​ວ່າ​ຢ່າ​ອອກ​ຫ່າງ​ຈາກ​ປະຊາຄົມ. (ສຸພາສິດ 18:1) ເຈົ້າ​ຕ້ອງ​ແນ່​ໃຈ​ວ່າ​ພ້ອມ​ຈະ​ຕໍ່​ສູ້​ກັບ​ໂຄສະນາ​ຊວນ​ເຊື່ອ​ຂອງ​ຊາຕານ. ໃຫ້​ຖາມ​ຕົວ​ເອງ​ວ່າ ‘ຄັ້ງ​ສຸດ​ທ້າຍ​ທີ່​ພີ່​ນ້ອງ​ເຮັດ​ໃຫ້​ຮູ້ສຶກ​ບໍ່​ດີ ຂ້ອຍ​ສະແດງ​ທ່າທີ​ແນວ​ໃດ ຂ້ອຍ​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ​ຫຼື​ຊາຕານ​ພໍ​ໃຈ?’—ຄາລາຊີ 5:16-26; ເອເຟດ 2:2, 3

ຢ່າ​ຢຸດ​ໄວ້​ວາງໃຈ

ທະຫານ​ທີ່​ໝົດ​ຄວາມ​ພັກດີ​ຕໍ່​ຜູ້​ນຳ​ຈະ​ບໍ່​ຄ່ອຍ​ຢາກ​ຕໍ່​ສູ້. ສັດຕູ​ຈຶ່ງ​ໃຊ້​ຄຳ​ໂຄສະນາ​ຊວນ​ເຊື່ອ​ເພື່ອ​ທຳລາຍ​ຄວາມ​ໝັ້ນ​ໃຈ​ຂອງ​ທະຫານ​ແລະ​ເຮັດ​ໃຫ້​ເຂົາ​ເຈົ້າ​ໝົດ​ຄວາມ​ວາງໃຈ​ໃນ​ຕົວ​ຜູ້​ນຳ. ຖ້າ​ຜູ້​ນຳ​ເຮັດ​ຜິດ ສັດຕູ​ກໍ​ຈະ​ສວຍ​ໂອກາດ​ໃຊ້​ຈຸດ​ນີ້​ແລ້ວ​ບອກ​ວ່າ: “ເຈົ້າ​ຍັງ​ໄວ້​ໃຈ​ລາວ​ຢູ່​ບໍ?” ແລະ “ຍັງ​ຈະ​ໃຫ້​ລາວ​ພາ​ເຈົ້າ​ໄປ​ຕາຍ​ຫວາ?” ຊາຕານ​ກໍ​ເຮັດ​ແບບ​ນີ້ ມັນ​ພະຍາຍາມ​ທຳລາຍ​ຄວາມ​ໝັ້ນ​ໃຈ​ຂອງ​ເຮົາ​ຕໍ່​ຄົນ​ທີ່​ພະເຈົ້າ​ໃຊ້​ໃຫ້​ນຳ​ໜ້າ.

ເຈົ້າ​ຈະ​ປົກ​ປ້ອງ​ຕົວ​ເອງ​ໄດ້​ແນວ​ໃດ? ຂໍ​ໃຫ້​ຕັ້ງ​ໃຈ​ຢູ່​ໃນ​ອົງການ​ຂອງ​ພະ​ເຢໂຫວາ​ຕໍ່​ໄປ. ພັກດີ​ແລະ​ສະໜັບສະໜູນ​ຄົນ​ທີ່​ພະເຈົ້າ​ໃຊ້​ໃຫ້​ຊີ້​ນຳ​ເຖິງ​ວ່າ​ເຂົາ​ເຈົ້າ​ບໍ່​ສົມບູນ​ແບບ. (1 ເທຊະໂລນີກ 5:12, 13) ຄົນ​ທີ່​ທໍລະຍົດ​ພະເຈົ້າ​ລວມ​ທັງ​ຄົນ​ຫຼອກ​ລວງ​ອາດ​ໂຈມຕີ​ອົງການ​ຂອງ​ພະອົງ. (ຕິໂຕ 1:10) ເຖິງ​ວ່າ​ສິ່ງ​ທີ່​ຄົນ​ພວກ​ນີ້​ເວົ້າ​ອາດ​ຈະ​ເບິ່ງ​ຄື​ວ່າ​ຖືກ ແຕ່​ຢ່າ “ຫວັ່ນໄຫວ​ງ່າຍ​ຈົນ​ຂາດ​ເຫດຜົນ.” (2 ເທຊະໂລນີກ 2:2, ລ.ມ.) ຂໍ​ໃຫ້​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ໂປໂລ​ໃຫ້​ກັບ​ຕີໂມເຕ​ທີ່​ວ່າ: “ຈົ່ງ​ຕັ້ງ​ໝັ້ນ​ຄົງ​ຢູ່​ໃນ​ຂໍ້​ຄວາມ​ນັ້ນ​ທີ່​ທ່ານ​ໄດ້​ຮຽນ” ແລະ​ຈື່​ໄວ້​ວ່າ “ທ່ານ​ໄດ້​ຮຽນ​ມາ​ແຕ່​ຜູ້​ໃດ.” (2 ຕີໂມເຕ 3:14, 15) ໃຫ້​ຄິດ​ເຖິງ​ຫຼັກ​ຖານ​ທີ່​ພິສູດ​ວ່າ​ເຈົ້າ​ສາມາດ​ໄວ້​ໃຈ​ທາດ​ທີ່​ສັດ​ຊື່ ເຊິ່ງ​ເປັນ​ກຸ່ມ​ຄົນ​ທີ່​ພະ​ເຢໂຫວາ​ໃຊ້​ໃຫ້​ສອນ​ຄວາມ​ຈິງ​ມາ​ເກືອບ 100 ປີ​ແລ້ວ.—ມັດທາຍ 24:45-47; ເຫບເລີ 13:7, 17

ຢ່າຊູ່​ຢ້ານ

ຊາຕານ​ຍັງ​ໃຊ້​ວິທີ​ແບບ​ກົງໆເພື່ອ​ຄວບຄຸມ​ເຈົ້າ​ແລະ​ເຮັດ​ໃຫ້​ເຈົ້າ​ຢ້ານ. ປຶ້ມ​ຖືກ​ຈູງ​ດັງ​ໄດ້​ງ່າຍໆ—ຄວາມ​ເປັນ​ມາ​ຂອງ​ການ​ໂຄສະນາ​ຊວນ​ເຊື່ອ ບອກ​ວ່າ: ຄວາມ​ຢ້ານ​ເປັນ “ຮູບ​ແບບ​ໜຶ່ງ​ຂອງ​ການ​ໂຄສະນາ​ຊວນ​ເຊື່ອ​ທີ່​ເກົ່າ​ແກ່​ທີ່​ສຸດ.” ນັກ​ສາດສະດາຈານ​ຄົນ​ອັງກິດ​ຊື່ ຟີລິບ ເອັມ ເທ​ເລີ ໄດ້​ຂຽນ​ກ່ຽວ​ກັບ​ເລື່ອງ​ນີ້​ໂດຍ​ໃຫ້​ຕົວຢ່າງ​ວ່າ: ຊາວ​ອາຊີລີ​ໃຊ້​ຄວາມ​ຢ້ານ​ແລະ​ການ​ໂຄສະນາ​ຊວນ​ເຊື່ອ​ເພື່ອ​ຈະ​ຄວບຄຸມ​ສັດຕູ ຊາຕານ​ກໍ​ໃຊ້​ຄວາມ​ຢ້ານ ບໍ່​ວ່າ​ຈະ​ເປັນ​ການ​ຢ້ານ​ຄົນ ການ​ຢ້ານ​ຖືກ​ຂົ່ມເຫງ ແລະ​ການ​ຢ້ານ​ຄວາມ​ຕາຍ ເພື່ອ​ເຮັດ​ໃຫ້​ເຈົ້າ​ເຊົາ​ຮັບໃຊ້​ພະ​ເຢໂຫວາ.—ເອຊາອີ 8:12; ເຢເຣມີ 42:11; ເຫບເລີ 2:15

ຢ່າ​ຍອມ​ເປັນ​ເຫຍື່ອ​ຂອງ​ມັນ! ພະ​ເຍຊູ​ບອກ​ວ່າ: “ຢ່າ​ຢ້ານ​ຄົນ​ທີ່​ຂ້າເຈົ້າ​ໄດ້​ໃນ​ຕອນ​ນີ້ ແຕ່​ເຮັດ​ຫຍັງ​ເຈົ້າ​ຫຼາຍ​ກວ່າ​ນີ້​ບໍ່​ໄດ້.” (ລືກາ 12:4, ລ.ມ.) ຂໍ​ໃຫ້​ໝັ້ນ​ໃຈ​ວ່າ​ພະເຈົ້າ​ຈະ​ຮັກສາ​ສັນຍາ​ທີ່​ວ່າ​ຈະ​ເບິ່ງ​ແຍງ​ເຈົ້າ ໃຫ້​ເຈົ້າ​ມີ “ກຳລັງ​ທີ່​ຫຼາຍ​ກວ່າ​ປົກກະຕິແລະ​ຊ່ວຍ​ເຈົ້າ​ຕ້ານ​ທານ​ການ​ໂຈມຕີ​ຂອງ​ຊາຕານ.—2 ໂກລິນໂທ 4:7-9, ລ.ມ.; 1 ເປໂຕ 3:14

ບາງ​ຄັ້ງ​ເຈົ້າ​ອາດ​ຮູ້ສຶກ​ອ່ອນແອ​ຫຼື​ຢ້ານ ແຕ່​ຂໍ​ໃຫ້​ຈື່​ຄຳ​ເວົ້າ​ທີ່​ພະເຈົ້າ​ໃຫ້​ກຳລັງ​ໃຈ​ໂຢຊວຍ​ທີ່​ວ່າ: “ຈົ່ງ​ຊູ​ແຮງ​ຕົວ​ຂຶ້ນ​ແລະ​ຈົ່ງ​ຕັ້ງ​ໝັ້ນ​ຄົງ​ຢູ່. ຢ່າ​ຕົກໃຈ​ແລະ​ຢ່າຊູ່​ຢ້ານ ເຫດ​ວ່າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ສະຖິດ​ຢູ່​ກັບ​ເຈົ້າ​ທຸກ​ທີ່​ທຸກ​ບ່ອນ​ເຈົ້າ​ຈະ​ໄປ.” (ໂຢຊວຍ 1:9) ຖ້າ​ເຈົ້າ​ຮູ້ສຶກ​ກັງວົນ ໃຫ້​ອະທິດຖານ​ເຖິງ​ພະ​ເຢໂຫວາ​ທັນທີ​ໃນ​ເລື່ອງ​ນັ້ນ. ເຈົ້າ​ໝັ້ນ​ໃຈ​ໄດ້​ວ່າ ‘ຄວາມ​ສຸກ​ສຳລານ​ແຫ່ງ​ພະເຈົ້າ​ອັນ​ເຫຼືອ​ລົ້ນ​ທີ່​ຈະ​ເຂົ້າ​ໃຈ​ໄດ້​ກໍ​ຈະ​ຮັກສາ​ໃຈ​ແລະ​ຄວາມ​ຄຶດ​ທັງ​ຫຼາຍ​ຂອງ​ເຈົ້າ’ ແລ້ວ​ເຈົ້າ​ຈະ​ມີ​ກຳລັງ​ຕ້ານ​ທານ​ການ​ໂຄສະນາ​ຊວນ​ເຊື່ອ​ຂອງ​ຊາຕານ​ໄດ້.—ຟີລິບ 4:6, 7, 13

ເຈົ້າ​ຈື່​ໄດ້​ບໍ​ຣັບ​ຊາເຄ​ຄົນ​ສົ່ງ​ຂ່າວ​ຂອງ​ອາຊີລີ​ກໍ​ໃຊ້​ການ​ໂຄສະນາ​ຊວນ​ເຊື່ອ​ເພື່ອ​ເຮັດ​ໃຫ້​ປະຊາຊົນ​ຂອງ​ພະເຈົ້າ​ຢ້ານ​ຄື​ກັນ? ລາວ​ຢາກ​ໃຫ້​ຊາວ​ອິດສະລາແອນ​ເຊື່ອ​ວ່າ​ບໍ່​ມີ​ໃຜ​ຊ່ວຍ​ໄດ້ ພະ​ເຢໂຫວາ​ເອງ​ກໍ​ຊ່ວຍ​ບໍ່​ໄດ້. ລາວ​ເຖິງ​ກັບ​ອ້າງ​ວ່າ​ພະອົງ​ສັ່ງ​ໃຫ້​ຕົວ​ລາວ​ເອງ​ມາ​ທຳລາຍ​ເມືອງ​ເຢຣຶຊາເລມ​ດ້ວຍ​ຊໍ້າ ແລ້ວ​ພະ​ເຢໂຫວາ​ຈັດການ​ແນວ​ໃດ? ພະອົງ​ບອກ​ວ່າ: “ຢ່າຊູ່​ຢ້ານ​ຍ້ອນ​ຖ້ອຍຄຳ​ທັງ​ຫຼາຍ​ທີ່​ເຈົ້າ​ໄດ້​ຍິນ​ເຊິ່ງ​ຂ້າລາຊະການ​ຂອງ​ກະສັດ​ອາຊີລີ​ໄດ້​ປ້ອຍ​ດ່າ​ເຮົາ.” (2 ກະສັດ 18:22-25; 19:6) ແລ້ວ​ພະອົງ​ກໍ​ສົ່ງ​ທູດ​ສະຫວັນ​ອົງ​ໜຶ່ງ​ມາ​ທຳລາຍ​ທະຫານ​ອາຊີລີ 185.000 ຄົນ​ໃນ​ຄືນ​ດຽວ!—2 ກະສັດ 19:35

ຈົ່ງ​ເປັນ​ຄົນ​ປັນຍາ​ໂດຍ​ຟັງ​ພະ​ເຢໂຫວາ​ສະເໝີ

ເຈົ້າ​ເຄີຍ​ເບິ່ງ​ໜັງ​ແລະ​ເຫັນ​ຕົວ​ລະຄອນ​ທີ່​ກຳລັງ​ຖືກ​ຕົວະ​ບໍ? ເຈົ້າ​ຢາກ​ຈະ​ຮ້ອງ​ບອກ​ລາວ​ແມ່ນ​ບໍ​ວ່າ: “ຢ່າ​ໄປ​ເຊື່ອ! ມັນ​ຕົວະ!” ເຈົ້າ​ຮູ້​ບໍ? ທູດ​ສະຫວັນ​ກໍ​ກຳລັງ​ບອກ​ເຈົ້າ​ຄື​ກັນ​ວ່າ: “ຢ່າ​ໄປ​ເຊື່ອ! ຊາຕານ​ມັນ​ຕົວະ!”

ດັ່ງ​ນັ້ນ ຢ່າ​ຟັງ​ຄຳ​ໂຄສະນາ​ຊວນ​ເຊື່ອ​ຂອງ​ຊາຕານ. (ສຸພາສິດ 26:24, 25) ໃຫ້​ຟັງ ແລະ​ວາງໃຈ​ພະ​ເຢໂຫວາ​ບໍ່​ວ່າ​ເຈົ້າ​ຈະ​ເຮັດ​ຫຍັງ. (ສຸພາສິດ 3:5-7) ພະອົງ​ຮັກ​ເຈົ້າ​ແລະ​ກະຕຸ້ນ​ເຈົ້າ​ວ່າ: “ຈົ່ງ​ເປັນ​ຄົນ​ປັນຍາ ແລະ​ຈົ່ງ​ໃຫ້​ໃຈ​ຂ້ອຍ​ຊື່ນ​ບານ.” (ສຸພາສິດ 27:11) ຖ້າ​ເຮັດ​ແບບ​ນີ້ ເຈົ້າ​ຈະ​ຊະນະ​ທຸກ​ສິ່ງ​ທີ່​ພະຍາຍາມ​ຄວບຄຸມ​ຄວາມ​ຄິດ​ຂອງ​ເຈົ້າ.