ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພະອົງ​ຈະ​ຊ່ວຍ​ໃຫ້​ແຜນການ​ທຸກ​ຢ່າງ​ຂອງ​ເຈົ້າ​ສຳເລັດ

ພະອົງ​ຈະ​ຊ່ວຍ​ໃຫ້​ແຜນການ​ທຸກ​ຢ່າງ​ຂອງ​ເຈົ້າ​ສຳເລັດ

“ຈົ່ງ​ຫາ​ຄວາມ​ສະໜຸກ​ຂອງ​ເຈົ້າ​ໃນ​ພະ​ເຢໂຫວາ ແລະ​ພະອົງ​ຈະ​ໂຜດ​ແກ່​ເຈົ້າ​ຕາມ​ທີ່​ໃຈ​ເຈົ້າ​ຂໍ.”—ຄຳເພງ 37:4

ເພງ: 135, 81

1. ຄົນ​ໜຸ່ມ​ສາວ​ຕ້ອງ​ຕັດສິນ​ໃຈ​ຫຍັງ​ກ່ຽວ​ກັບ​ອະນາຄົດ ແລະ​ສິ່ງ​ໃດ​ຈະ​ຊ່ວຍ​ເຂົາ​ເຈົ້າ​ບໍ່​ໃຫ້​ກັງວົນ​ເກີນ​ໄປ? (ເບິ່ງ​ຮູບ​ທຳອິດ)

ເຈົ້າ​ທີ່​ເປັນ​ຄົນ​ໜຸ່ມ​ສາວ​ອາດ​ເຫັນ​ດີ​ນຳ​ວ່າ​ຖ້າ​ຄິດ​ຈະ​ເດີນ​ທາງ ເຈົ້າ​ຕ້ອງ​ວາງ​ແຜນ​ກ່ອນ​ວ່າ​ຈະ​ໄປ​ໃສ. ຊີວິດ​ເຮົາ​ກໍ​ຄື​ກັບ​ການ​ເດີນ​ທາງ ດັ່ງ​ນັ້ນ ຕອນ​ທີ່​ເປັນ​ໄວຮຸ່ນ​ນີ້​ແຫຼະ​ເປັນ​ເວລາ​ທີ່​ຈະ​ຕ້ອງ​ວາງ​ແຜນ​ຊີວິດ. ແນ່ນອນ​ວ່າ​ການ​ວາງ​ແຜນ​ແບບ​ນັ້ນ​ອາດ​ບໍ່​ແມ່ນ​ເລື່ອງ​ງ່າຍ. ເຮ​ເຕີ້​ເຊິ່ງ​ເປັນ​ໄວຮຸ່ນ​ບອກ​ວ່າ: “ເປັນ​ຕາ​ກັງວົນ​ແທ້ໆ ຕອນ​ທີ່​ຕ້ອງ​ຕັດສິນ​ໃຈ​ວ່າ​ຈະ​ເຮັດ​ແນວ​ໃດ​ກັບ​ຊີວິດ.” ຖ້າ​ເຈົ້າ​ຮູ້ສຶກ​ແບບ​ນີ້ ຂໍ​ໃຫ້​ຈື່​ຄຳ​ເວົ້າ​ຂອງ​ພະ​ເຢໂຫວາ​ທີ່​ວ່າ: “ຢ່າຊູ່​ອຸກ​ໃຈ ເຫດ​ວ່າ​ຝ່າຍ​ເຮົາ​ເຮົາ​ເປັນ​ພະເຈົ້າ​ຂອງ​ເຈົ້າ. ເຮົາ​ຈະ​ໃຫ້​ເຈົ້າ​ມີ​ແຮງ​ຂຶ້ນ. ຈິງ​ຢູ່​ເຮົາ​ຈະ​ຊ່ອຍ​ເຈົ້າ.”—ເອຊາອີ 41:10

2. ເຈົ້າ​ໝັ້ນ​ໃຈ​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ວາງ​ແຜນ​ອະນາຄົດ​ໃຫ້​ດີ​ແລະ​ມີ​ຄວາມ​ສຸກ?

2 ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ວາງ​ແຜນ​ອະນາຄົດ​ໃຫ້​ດີ. (ຜູ້​ເທສະໜາ​ປ່າວ​ປະກາດ 12:1; ມັດທາຍ 6:20) ພະອົງ​ຢາກ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ ເຈົ້າ​ໝັ້ນ​ໃຈ​ໄດ້​ເມື່ອ​ເຈົ້າ​ສັງເກດ​ສິ່ງ​ຕ່າງໆທີ່​ພະອົງ​ສ້າງ ກິນ​ແນວ​ແຊບໆ ແລະ​ຟັງ​ສຽງ​ມ່ວນໆ. ພະ​ເຢໂຫວາ​ຍັງ​ເບິ່ງ​ແຍງ​ເຮົາ​ໃນ​ທາງ​ອື່ນໆອີກ​ເຊັ່ນ: ໃຫ້​ຄຳ​ແນະນຳ​ແລະ​ສອນ​ເຮົາ​ເພື່ອ​ຈະ​ມີ​ຊີວິດ​ທີ່​ດີ​ທີ່​ສຸດ. ພະອົງ​ບໍ່​ມັກ​ຄົນ​ທີ່​ບໍ່​ຍອມ​ເຮັດ​ຕາມ​ຄຳ​ແນະນຳ ພະອົງ​ເວົ້າ​ກັບ​ຄົນ​ພວກ​ນີ້​ວ່າ: ‘ພວກ​ເຈົ້າ​ໄດ້​ເລືອກ​ເອົາ​ການ​ທີ່​ເຮົາ​ບໍ່​ຊອບ​ໃຈ . . . ນີ້​ແນະ​ພວກ​ຂ້າ​ໃຊ້​ຂອງ​ເຮົາ​ຈະ​ຊົມຊື່ນ​ຍິນດີ​ແລະ​ພວກ​ເຈົ້າ​ຈະ​ລັກອາຍ. ນີ້​ແນະ​ພວກ​ຂ້າ​ໃຊ້​ຂອງ​ເຮົາ​ຈະ​ລຳ​ເພງ​ຍິນດີ​ຍ້ອນ​ຄວາມ​ສຸກ​ໃຈ.’ (ເອຊາອີ 65:12-14) ຖ້າ​ເຮົາ​ເລືອກ​ໃຊ້​ຊີວິດ​ຢ່າງ​ສະຫຼາດ ເຮົາ​ກໍ​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ຄຳ​ສັນລະເສີນ.—ສຸພາສິດ 27:11

ແຜນການ​ທີ່​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ

3. ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ວາງ​ແຜນ​ຊີວິດ​ແບບ​ໃດ?

3 ພະ​ເຢໂຫວາ​ສະເໜີ​ແຜນ​ຊີວິດ​ແບບ​ໃດ​ໃຫ້​ເຈົ້າ? ເພື່ອ​ຈະ​ມີ​ຄວາມ​ສຸກ ເຈົ້າ​ຕ້ອງ​ຮູ້ຈັກ​ພະ​ເຢໂຫວາ​ແລະ​ຮັບໃຊ້​ພະອົງ ເພາະ​ພະອົງ​ສ້າງ​ມະນຸດ​ມາ​ໃຫ້​ເປັນ​ແບບ​ນີ້. (ຄຳເພງ 128:1; ມັດທາຍ 5:3) ສັດ​ມີ​ພຽງ​ແຕ່​ກິນ ດື່ມ ແລະ​ອອກ​ແມ່​ແພ່​ລູກ. ແຕ່​ພະອົງ​ຢາກ​ໃຫ້​ເຈົ້າ​ວາງ​ແຜນ​ຊີວິດ​ໃນ​ວິທີ​ທີ່​ມີ​ຄວາມ​ສຸກ​ແລະ​ມີ​ຄວາມ​ໝາຍ. ຜູ້​ສ້າງ​ເຈົ້າ​ເປັນ “ພະເຈົ້າ​ແຫ່ງ​ຄວາມ​ຮັກ” “ພະເຈົ້າ​ຜູ້​ມີ​ຄວາມ​ສຸກ” ຜູ້​ສ້າງ​ມະນຸດ “ຕາມ​ຮູບ​ຂອງ​ພະອົງ​ເອງ.” (2 ໂກລິນໂທ 13:11; 1 ຕີໂມເຕ 1:11; ຕົ້ນເດີມ 1:27) ເຈົ້າ​ຈະ​ມີ​ຄວາມ​ສຸກ​ເມື່ອ​ຮຽນ​ແບບ​ພະເຈົ້າ​ແຫ່ງ​ຄວາມ​ຮັກ. ຄຳພີ​ໄບເບິນ​ບອກ​ວ່າ: “ການ​ປະທານ​ໃຫ້​ກໍ​ເປັນ​ເຫດ​ໃຫ້​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ການ​ຮັບ​ເອົາ.” (ກິດຈະການ 20:35) ເຈົ້າ​ເຄີຍ​ຮູ້ສຶກ​ຄື​ກັບ​ຂໍ້​ຄຳພີ​ນີ້​ບໍ? ນີ້​ເປັນ​ຄວາມ​ຈິງ ພະ​ເຢໂຫວາ​ຈຶ່ງ​ຢາກ​ໃຫ້​ເຈົ້າ​ວາງ​ແຜນ​ຊີວິດ​ໂດຍ​ເນັ້ນ​ເລື່ອງ​ການ​ໃຫ້​ຄວາມ​ຮັກ​ຕໍ່​ຄົນ​ອື່ນໆແລະ​ຕໍ່​ພະອົງ.—ອ່ານ​ມັດທາຍ 22:36-39

ເຈົ້າ​ຈະ​ມີ​ຄວາມ​ສຸກ​ເມື່ອ​ເຈົ້າ​ສະແດງ​ຄວາມ​ຮັກ

4, 5. ສິ່ງ​ໃດ​ທີ່​ເຮັດ​ໃຫ້​ພະ​ເຍຊູ​ມີ​ຄວາມ​ສຸກ?

4 ພະ​ເຍຊູ​ຄລິດ​ໄດ້​ວາງ​ຕົວຢ່າງ​ທີ່​ສົມບູນ​ແບບ​ໃຫ້​ເຈົ້າ​ທີ່​ເປັນ​ຄົນ​ໜຸ່ມ. ຕອນ​ຍັງ​ນ້ອຍ ເພິ່ນ​ອາດ​ໄດ້​ຫຼິ້ນ​ແລະ​ມີ​ຄວາມ​ມ່ວນ​ຊື່ນ​ຄື​ກັບ​ທີ່​ຄຳພີ​ໄບເບິນ​ບອກ​ວ່າ: “ມີ​ເວລາ​ຫົວ” ແລະ “ມີ​ເວລາ​ເຕັ້ນ​ຍິນດີ.” (ຜູ້​ເທສະໜາ​ປ່າວ​ປະກາດ 3:4) ແຕ່​ພະ​ເຍຊູ​ຍັງ​ສຶກສາ​ພະ​ຄຳພີ​ເພື່ອ​ຈະ​ສະໜິດ​ກັບ​ພະ​ເຢໂຫວາ​ນຳ. ຕອນ​ພະ​ເຍຊູ​ອາຍຸ 12 ປີ ພວກ​ອາຈານ​ໃນ​ວິຫານ​ຮູ້ສຶກ​ປະຫຼາດ​ໃຈ​ໃນ ‘ສະຕິ​ປັນຍາ​ແລະ​ຄຳຕອບ​ຂອງ​ເພິ່ນ.’—ລືກາ 2:42, 46, 47

5 ເມື່ອ​ໃຫຍ່​ຂຶ້ນ ພະ​ເຍຊູ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ເຮັດ​ໃນ​ສິ່ງ​ທີ່​ພະເຈົ້າ​ຢາກ​ໃຫ້​ເຮັດ. ຕົວຢ່າງ​ເຊັ່ນ: ພະເຈົ້າ​ຢາກ​ໃຫ້​ພະເຍຊູ “ປະກາດ​ຂ່າວ​ດີ​ກັບ​ຄົນ​ຈົນ” ແລະ “ປະກາດ​ແກ່​ຄົນ​ຕາ​ບອດ​ວ່າ​ເຂົາ​ຈະ​ມອງ​ເຫັນ.” (ລືກາ 4:18, ລ.ມ.) ຄຳເພງ 40:8 ບອກ​ຄວາມ​ຮູ້ສຶກ​ຂອງ​ພະ​ເຍຊູ​ວ່າ: “ພະເຈົ້າ​ເຈົ້າ​ຂ້າ ຂ້າ​ນ້ອຍ​ມີ​ຄວາມ​ສະໜຸກ​ຈະ​ກະທຳ​ການ​ຕາມ​ທີ່​ຊອບ​ໃຈ​ພະອົງ.” ພະ​ເຍຊູ​ມີ​ຄວາມ​ສຸກ​ທີ່​ໄດ້​ສອນ​ຜູ້​ຄົນ​ກ່ຽວ​ກັບ​ພໍ່​ຂອງ​ເພິ່ນ. (ອ່ານ​ລືກາ 10:21) ຫຼັງ​ຈາກ​ລົມ​ກັບ​ຍິງ​ຄົນ​ໜຶ່ງ​ເລື່ອງ​ການ​ນະມັດສະການ​ແທ້ ພະ​ເຍຊູ​ບອກ​ລູກ​ສິດ​ວ່າ: “ອາຫານ​ຂອງ​ເຮົາ​ເປັນ​ອັນ​ທີ່​ເຮົາ​ກະທຳ​ຕາມ​ນໍ້າໃຈ​ຂອງ​ພະເຈົ້າ​ທີ່​ໄດ້​ໃຊ້​ເຮົາ​ມາ ແລະ​ໃຫ້​ກິດຈະການ​ຂອງ​ພະເຈົ້າ​ສຳເລັດ​ແລ້ວ.” (ໂຢຮັນ 4:31-34) ພະ​ເຍຊູ​ມີ​ຄວາມ​ສຸກ​ທີ່​ໄດ້​ສະແດງ​ຄວາມ​ຮັກ​ຕໍ່​ພະເຈົ້າ​ແລະ​ຄົນ​ອື່ນໆ ຖ້າ​ເຈົ້າ​ເຮັດ​ແບບ​ນີ້ ເຈົ້າ​ກໍ​ຈະ​ມີ​ຄວາມ​ສຸກ​ຄື​ກັນ.

6. ເປັນ​ຫຍັງ​ຈຶ່ງ​ດີ​ທີ່​ຈະ​ລົມ​ກັບ​ພີ່​ນ້ອງ​ເລື່ອງ​ແຜນ​ຊີວິດ​ຂອງ​ເຈົ້າ?

6 ພີ່​ນ້ອງ​ຫຼາຍ​ຄົນ​ເປັນ​ໄພໂອເນຍ​ຕັ້ງ​ແຕ່​ອາຍຸ​ຍັງ​ນ້ອຍ​ແລະ​ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ຫຼາຍ. ເຈົ້າ​ລົມ​ເລື່ອງ​ແຜນການ​ຂອງ​ເຈົ້າ​ກັບ​ພີ່​ນ້ອງ​ເຫຼົ່າ​ນັ້ນ​ໄດ້​ບໍ? ຄຳພີ​ໄບເບິນ​ບອກ​ວ່າ: “ມີ​ທີ່​ປຶກສາ​ຫຼາຍ​ຄົນ​ແຜນການ​ກໍ​ສຳເລັດ ໄຮ້​ທີ່​ປຶກສາ​ແລ້ວ​ແຜນການ​ກໍ​ຫຼົ້ມ​ຈົມ.” (ສຸພາສິດ 15:22, ທ.ປ.) ເຂົາ​ເຈົ້າ​ອາດ​ບອກ​ເຈົ້າ​ວ່າ​ຖ້າ​ເປັນ​ໄພໂອເນຍ ນັ້ນ​ກໍ​ເປັນ​ການ​ສຶກສາ​ທີ່​ດີ​ທີ່​ສຸດ​ຢ່າງ​ໜຶ່ງ​ທີ່​ຈະ​ຊ່ວຍ​ເຈົ້າ​ໄປ​ຕະຫຼອດ​ຊີວິດ. ພະ​ເຍຊູ​ຮຽນ​ຫຼາຍ​ສິ່ງ​ຈາກ​ພໍ່​ຕອນ​ຢູ່​ເທິງ​ສະຫວັນ ຕອນ​ທີ່​ຮັບໃຊ້​ຢູ່​ເທິງ​ໂລກ​ເພິ່ນ​ກໍ​ຍັງ​ຮຽນ​ຮູ້​ຕໍ່ໆໄປ ເຊັ່ນ: ເພິ່ນ​ໄດ້​ຮຽນ​ຮູ້​ສິ່ງ​ທີ່​ເຮັດ​ໃຫ້​ມີ​ຄວາມ​ສຸກ​ນັ້ນ​ຄື​ການ​ປະກາດ​ກັບ​ຄົນ​ອື່ນໆແລະ​ຮັກສາ​ຄວາມ​ສັດ​ຊື່​ເຖິງ​ວ່າ​ຈະ​ຍາກ​ລຳບາກ. (ອ່ານ​ເອຊາອີ 50:4; ເຫບເລີ 5:8; 12:2) ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ​ວ່າ​ເປັນ​ຫຍັງ​ການ​ຮັບໃຊ້​ເຕັມ​ເວລາ​ຈຶ່ງ​ເຮັດ​ໃຫ້​ມີ​ຄວາມ​ສຸກ.

ເປັນ​ຫຍັງ​ການ​ສອນ​ຄົນ​ເຂົ້າ​ມາ​ເປັນ​ລູກ​ສິດ​ຈຶ່ງ​ເປັນ​ວຽກ​ທີ່​ດີ​ທີ່​ສຸດ?

7. ເປັນ​ຫຍັງ​ພີ່​ນ້ອງ​ໄວຮຸ່ນ​ຫຼາຍ​ຄົນ​ມັກ​ການ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກ​ສິດ?

7 ພະ​ເຍຊູ​ບອກ​ເຮົາ​ໄປ ‘ກະທຳ​ໃຫ້ [ຄົນ] ເປັນ​ລູກ​ສິດ.’ (ມັດທາຍ 28:19, 20) ຖ້າ​ເຈົ້າ​ວາງ​ແຜນ​ຈະ​ເຮັດ​ວຽກ​ນີ້​ເປັນ​ວຽກ​ຫຼັກ ເຈົ້າ​ຈະ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ທີ່​ໄດ້​ສັນລະເສີນ​ພະເຈົ້າ ວຽກ​ນີ້​ຄື​ກັບ​ວຽກ​ທົ່ວໆໄປ ເຈົ້າ​ຕ້ອງ​ໃຊ້​ເວລາ​ເພື່ອ​ຈະ​ເກັ່ງ. ພີ່​ນ້ອງ​ທີ​ໂມ​ທີ​ເປັນ​ໄພໂອເນຍ​ຕັ້ງ​ແຕ່​ຍັງ​ເປັນ​ໄວຮຸ່ນ​ເລົ່າ​ວ່າ: “ຂ້ອຍ​ມັກ​ຮັບໃຊ້​ພະ​ເຢໂຫວາ​ແບບ​ເຕັມ​ເວລາ​ເພາະ​ເປັນ​ວິທີ​ທີ່​ຂ້ອຍ​ຈະ​ສະແດງ​ວ່າ​ຂ້ອຍ​ຮັກ​ພະອົງ. ທຳອິດ​ຂ້ອຍ​ບໍ່​ມີ​ນັກ​ສຶກສາ​ເລີຍ ແຕ່​ເມື່ອ​ຍ້າຍ​ໄປ​ເຂດ​ອື່ນ​ບໍ່​ເຖິງ 1 ເດືອນ ຂ້ອຍ​ກໍ​ໄດ້​ສຶກສາ​ກັບ​ຫຼາຍ​ຄົນ​ແລະ​ມີ​ຄົນ​ໜຶ່ງ​ມາ​ປະຊຸມ. ຈາກ​ນັ້ນ ຂ້ອຍ​ກໍ​ເຂົ້າ​ໂຮງ​ຮຽນ​ພະ​ຄຳພີ​ສຳລັບ​ຊາຍ​ໂສດ 2 ເດືອນ​ແລ້ວ​ກໍ​ໄດ້​ຮັບ​ວຽກ​ມອບ​ໝາຍ​ໃໝ່ ແລະ​ມີ​ນັກ​ສຶກສາ 4 ຄົນ. ຂ້ອຍ​ຮັກ​ການ​ສອນ​ຜູ້​ຄົນ​ຫຼາຍ​ເພາະ​ຂ້ອຍ​ເຫັນ​ພະລັງ​ບໍລິສຸດ​ກຳລັງ​ປ່ຽນ​ແປງ​ຊີວິດ​ເຂົາ​ເຈົ້າ.” * (ເບິ່ງ​ໄຂ​ເງື່ອນ)—1 ເທຊະໂລນີກ 2:19

8. ພີ່​ນ້ອງ​ໄວຮຸ່ນ​ບາງ​ຄົນ​ໄດ້​ເຮັດ​ຫຍັງ​ເພື່ອ​ປະກາດ​ກັບ​ຜູ້​ຄົນ​ຫຼາຍ​ຂຶ້ນ?

8 ພີ່​ນ້ອງ​ໄວຮຸ່ນ​ບາງ​ຄົນ​ຮຽນ​ພາສາ​ຕ່າງ​ປະເທດ ເຊັ່ນ: ເຈ​ຄ໋ອບ ຈາກ​ອາ​ເມຣິ​ກາ​ເໜືອ​ເລົ່າ​ວ່າ: “ຕອນ​ອາຍຸ 7 ປີ ໝູ່​ໃນ​ຫ້ອງ​ຮຽນ​ສ່ວນ​ຫຼາຍ​ເປັນ​ຄົນ​ຫວຽດ​ນາມ. ຂ້ອຍ​ຢາກ​ເວົ້າ​ເລື່ອງ​ພະ​ເຢໂຫວາ​ກັບ​ເຂົາ​ເຈົ້າ ຂ້ອຍ​ຈຶ່ງ​ວາງ​ແຜນ​ຮຽນ​ພາສາ​ຫວຽດ​ນາມ.” ສ່ວນ​ຫຼາຍ​ແລ້ວ​ຂ້ອຍ​ຮຽນ​ໂດຍ​ເອົາ​ຫໍສັງເກດການ ພາສາ​ອັງກິດ​ແລະ​ພາສາ​ຫວຽດ​ນາມ​ມາ​ທຽບ​ກັນ ຂ້ອຍ​ຫາ​ໝູ່​ໃນ​ປະຊາຄົມ​ພາສາ​ຫວຽດ​ນາມ​ທີ່​ຢູ່​ໃກ້ໆ. ເມື່ອ​ອາຍຸ 18 ປີ ຂ້ອຍ​ກໍ​ເລີ່ມ​ເປັນ​ໄພໂອເນຍ ແລ້ວ​ເຂົ້າ​ໂຮງ​ຮຽນ​ພະ​ຄຳພີ​ສຳລັບ​ຊາຍ​ໂສດ. ຕອນ​ນີ້​ຂ້ອຍ​ເປັນ​ທັງ​ໄພໂອເນຍ​ແລະ​ຜູ້​ເຖົ້າ​ແກ່​ຄົນ​ດຽວ​ໃນ​ກຸ່ມ​ພາສາ​ຫວຽດ​ນາມ. ຄົນ​ຫວຽດ​ນາມ​ຫຼາຍ​ຄົນ​ປະຫຼາດ​ໃຈ​ທີ່​ຂ້ອຍ​ຮຽນ​ພາສາ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ເຊີນ​ຂ້ອຍ​ເຂົ້າ​ມາ​ໃນ​ເຮືອນ ແລະ​ຂ້ອຍ​ໄດ້​ສຶກສາ​ກັບ​ຫຼາຍ​ຄົນ ມີ​ຫຼາຍ​ຄົນ​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ.”—ສົມ​ທຽບ​ກັບ​ກິດຈະການ 2:7, 8

9. ວຽກ​ສອນ​ຄົນ​ໃຫ້​ເປັນ​ລູກ​ສິດ​ສອນ​ຫຍັງ​ເຈົ້າ​ແດ່?

9 ວຽກ​ສອນ​ຄົນ​ເປັນ​ລູກ​ສິດ​ສອນ​ເຈົ້າ​ໃຫ້​ມີ​ນິດໄສ​ການ​ເຮັດ​ວຽກ​ທີ່​ດີ ມີ​ທັກສະ​ໃນ​ການ​ສື່ສານ ເປັນ​ຄົນ​ມີ​ຄວາມ​ໝັ້ນ​ໃຈ​ແລະ​ມີ​ໄຫວ​ພິບ. (ສຸພາສິດ 21:5; 2 ຕີໂມເຕ 2:24) ບໍ່​ພຽງ​ເທົ່າ​ນັ້ນ ວຽກ​ນີ້​ເຮັດ​ໃຫ້​ມີ​ຄວາມ​ສຸກ ເພາະ​ເຈົ້າ​ໄດ້​ຮຽນ​ວິທີ​ໃຊ້​ຂໍ້​ພະ​ຄຳພີ​ອະທິບາຍ​ຄວາມ​ເຊື່ອ​ຂອງ​ເຈົ້າ​ແລະ​ວິທີ​ທີ່​ຈະ​ເຮັດ​ວຽກ​ຢ່າງ​ໃກ້​ຊິດ​ກັບ​ພະ​ເຢໂຫວາ.—1 ໂກລິນໂທ 3:9

10. ເຖິງ​ວ່າ​ຢູ່​ໃນ​ເຂດ​ທີ່​ຜູ້​ຄົນ​ບໍ່​ຄ່ອຍ​ສົນ​ໃຈ ແຕ່​ເຈົ້າ​ຈະ​ມີ​ຄວາມ​ສຸກ​ໃນ​ວຽກ​ສອນ​ຄົນ​ໃຫ້​ເປັນ​ລູກ​ສິດ​ໄດ້​ແນວ​ໃດ?

10 ເຖິງ​ວ່າ​ເຂດ​ປະກາດ​ຂອງ​ເຈົ້າ​ມີ​ໜ້ອຍ​ຄົນ​ທີ່​ຢາກ​ຮຽນ​ຄຳພີ​ໄບເບິນ ແຕ່​ເຈົ້າ​ກໍ​ມີ​ຄວາມ​ສຸກ​ໃນ​ວຽກ​ສອນ​ຄົນ​ໃຫ້​ເປັນ​ລູກ​ສິດ​ໄດ້. ການ​ຊ່ວຍ​ໃຜ​ຈັກ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກ​ສິດ ທັງ​ປະຊາຄົມ​ຕ້ອງ​ຊ່ວຍ​ກັນ​ແລະ​ເຮັດ​ວຽກ​ເປັນ​ທີມ. ເຖິງ​ວ່າ​ພີ່​ນ້ອງ​ຄົນ​ດຽວ​ອາດ​ຊ່ວຍ​ຄົນ​ໃດ​ຄົນ​ໜຶ່ງ​ໃຫ້​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ ແຕ່​ເຮົາ​ທຸກ​ຄົນ​ກໍ​ມີ​ຄວາມ​ສຸກ​ເພາະ​ໄດ້​ຊ່ວຍ​ກັນ​ເຮັດ​ວຽກ​ນີ້. ຕົວຢ່າງ: ແບ​ຣນ​ດອນ​ເປັນ​ໄພໂອເນຍ​ໃນ​ເຂດ​ທີ່​ບໍ່​ຄ່ອຍ​ມີ​ຄົນ​ສົນ​ໃຈ​ມາ​ໄດ້ 9 ປີ​ແລ້ວ ລາວ​ເລົ່າ​ວ່າ: “ຂ້ອຍ​ມັກ​ວຽກ​ປະກາດ​ເພາະ​ເປັນ​ວຽກ​ທີ່​ພະເຈົ້າ​ບອກ​ໃຫ້​ເຮົາ​ເຮັດ. ຂ້ອຍ​ເລີ່ມ​ເປັນ​ໄພໂອເນຍ​ເມື່ອ​ຮຽນ​ຈົບ​ມັດທະຍົມ. ຂ້ອຍ​ມັກ​ໃຫ້​ກຳລັງ​ໃຈ​ພີ່​ນ້ອງ​ຊາຍ​ໄວຮຸ່ນ​ໃນ​ປະຊາຄົມ​ແລະ​ເຫັນ​ຄວາມ​ກ້າວ​ໜ້າ​ຂອງ​ເຂົາ​ເຈົ້າ. ຫຼັງ​ຈາກ​ເຂົ້າ​ໂຮງ​ຮຽນ​ພະ​ຄຳພີ​ສຳລັບ​ຊາຍ​ໂສດ ຂ້ອຍ​ກໍ​ໄດ້​ຮັບ​ວຽກ​ມອບ​ໝາຍ​ໃໝ່. ເຖິງ​ວ່າ​ຂ້ອຍ​ບໍ່​ເຄີຍ​ຊ່ວຍ​ໃຜ​ໃນ​ເຂດ​ໃຫ້​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ​ຄື​ກັບ​ຄົນ​ອື່ນ ແຕ່​ຂ້ອຍ​ກໍ​ດີ​ໃຈ​ທີ່​ໄດ້​ວາງ​ແຜນ​ເພື່ອ​ຈະ​ມີ​ສ່ວນ​ຮ່ວມ​ຢ່າງ​ເຕັມທີ​ໃນ​ວຽກ​ສອນ​ຄົນ​ໃຫ້​ເປັນ​ລູກ​ສິດ.”—ຜູ້​ເທສະໜາ​ປ່າວ​ປະກາດ 11:6

ແຜນ​ຊີວິດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ໄດ້​ຮັບ​ຫຍັງ

11. ພີ່​ນ້ອງ​ໄວຮຸ່ນ​ຫຼາຍ​ຄົນ​ມີ​ຄວາມ​ສຸກ​ກັບ​ວຽກ​ຮັບໃຊ້​ພະ​ເຢໂຫວາ​ແບບ​ໃດ​ອີກ?

11 ມີ​ວຽກ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຢ່າງ​ທີ່​ເຮົາ​ເຮັດ​ໄດ້. ຕົວຢ່າງ: ພີ່​ນ້ອງ​ໄວຮຸ່ນ​ຫຼາຍ​ຄົນ​ຊ່ວຍ​ວຽກ​ກໍ່​ສ້າງ ເຊິ່ງ​ມີ​ຄວາມ​ຈຳເປັນ​ຕ້ອງ​ສ້າງ​ຫໍ​ປະຊຸມ​ອີກ​ຫຼາຍ​ຮ້ອຍ​ຫຼັງ. ສະຖານ​ທີ່​ເຫຼົ່າ​ນີ້​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ຄຳ​ສັນລະເສີນ ດັ່ງ​ນັ້ນ ການ​ຊ່ວຍ​ໃນ​ວຽກ​ກໍ່​ສ້າງ​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ. ນອກ​ຈາກ​ນັ້ນ ເຈົ້າ​ຍັງ​ຈະ​ມີ​ຄວາມ​ສຸກ​ທີ່​ໄດ້​ເຮັດ​ວຽກ​ກັບ​ພີ່​ນ້ອງ​ຊາຍ​ຍິງ​ຫຼາຍ​ຄົນ ແລະ​ເຈົ້າ​ສາມາດ​ຮຽນ​ຮູ້​ຫຼາຍ​ຢ່າງ​ເຊັ່ນ: ຮູ້​ວິທີ​ເຮັດ​ວຽກ​ໃຫ້​ປອດໄພ​ແລະ​ວິທີ​ເຮັດ​ວຽກ​ຮ່ວມ​ກັບ​ຜູ້​ດູ​ແລ​ຂອງ​ເຈົ້າ.

12. ວຽກ​ໄພໂອເນຍ​ເປີດ​ໂອກາດ​ໃຫ້​ໄດ້​ຮັບໃຊ້​ແບບ​ອື່ນໆແນວ​ໃດ?

12 ພີ່​ນ້ອງ​ຊາຍ​ຊື່​ເຄວິນ​ບອກ​ວ່າ: “ຕອນ​ຍັງ​ນ້ອຍ​ຂ້ອຍ​ຫວັງ​ວ່າ​ມື້​ໜຶ່ງ​ຈະ​ໄດ້​ມີ​ໂອກາດ​ຮັບໃຊ້​ພະ​ເຢໂຫວາ​ເຕັມ​ເວລາ. ເມື່ອ​ອາຍຸ 19 ປີ ຂ້ອຍ​ກໍ​ເລີ່ມ​ເປັນ​ໄພໂອເນຍ​ແລະ​ເຮັດ​ວຽກ​ບໍ່​ເຕັມ​ເວລາ​ກັບ​ພີ່​ນ້ອງ​ຊາຍ​ທີ່​ຮັບ​ເໝົາ​ກໍ່​ສ້າງ​ເຊິ່ງ​ເຮັດ​ໃຫ້​ຂ້ອຍ​ໄດ້​ຮຽນ​ວິທີ​ຕິດ​ຕັ້ງ​ຫຼັງ​ຄາ ປ່ອງ​ຢ້ຽມ​ແລະ​ປະຕູ. ຕໍ່​ມາ​ຂ້ອຍ​ກໍ​ເຮັດ​ວຽກ​ກັບ​ທີມ​ບັນເທົາ​ທຸກ​ຈາກ​ພາຍຸ​ເຮີຣິ​ເຄນ 2 ປີ ແລະ​ໄດ້​ຊ່ວຍ​ສ້ອມ​ແປງ​ຫໍ​ປະຊຸມ​ແລະ​ເຮືອນ​ຂອງ​ພີ່​ນ້ອງ. ເມື່ອ​ຂ້ອຍ​ໄດ້​ຍິນ​ວ່າ​ມີ​ໂຄງການ​ກໍ່​ສ້າງ​ໃນ​ອາ​ຝຼິກ​ກາ​ໃຕ້ ຂ້ອຍ​ເລີຍ​ສະໝັກ​ແລະ​ໄດ້​ໄປ​ທີ່​ນັ້ນ. ໃນ​ອາ​ຝຼິກ​ກາ ຂ້ອຍ​ຍ້າຍ​ຈາກ​ການ​ກໍ່​ສ້າງ​ຫໍ​ປະຊຸມ​ຫຼັງ​ໜຶ່ງ​ແລ້ວ​ໄປ​ສ້າງ​ຫຼັງ​ອື່ນ​ຕໍ່​ໃນ​ທຸກໆສອງ​ສາມ​ອາທິດ. ກຸ່ມ​ກໍ່​ສ້າງ​ເປັນ​ຄື​ກັບ​ຄອບຄົວ​ຂອງ​ຂ້ອຍ ພວກ​ເຮົາ​ຢູ່​ນຳ​ກັນ ສຶກສາ​ຄຳພີ​ໄບເບິນ​ນຳ​ກັນ ແລະ​ເຮັດ​ວຽກ​ນຳ​ກັນ. ຂ້ອຍ​ມີ​ຄວາມ​ສຸກ​ທີ່​ໄດ້​ໄປ​ປະກາດ​ກັບ​ພີ່​ນ້ອງ​ທ້ອງຖິ່ນ​ໃນ​ແຕ່​ລະ​ອາທິດ. ແຜນ​ຊີວິດ​ທີ່​ຂ້ອຍ​ໄດ້​ເຮັດ​ຕັ້ງ​ແຕ່​ຍັງ​ນ້ອຍ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ໃນ​ແບບ​ທີ່​ຂ້ອຍ​ບໍ່​ເຄີຍ​ຄິດ​ມາ​ກ່ອນ.”

“ແຜນ​ຊີວິດ​ທີ່​ຂ້ອຍ​ໄດ້​ເຮັດ​ຕັ້ງ​ແຕ່​ຍັງ​ນ້ອຍ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ໃນ​ແບບ​ທີ່​ຂ້ອຍ​ບໍ່​ເຄີຍ​ຄິດ​ມາ​ກ່ອນ”

13. ເປັນ​ຫຍັງ​ພີ່​ນ້ອງ​ໄວຮຸ່ນ​ຫຼາຍ​ຄົນ​ມີ​ຄວາມ​ສຸກ​ທີ່​ໄດ້​ຮັບໃຊ້​ໃນ​ເບເທນ?

13 ບາງ​ຄົນ​ເຄີຍ​ຮັບໃຊ້​ເປັນ​ໄພໂອເນຍ ແຕ່​ຕອນ​ນີ້​ຮັບໃຊ້​ຢູ່​ເບເທນ. ການ​ຮັບໃຊ້​ໃນ​ເບເທນ​ເປັນ​ອີກ​ວິທີ​ໜຶ່ງ​ທີ່​ເຮັດ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ ເພາະ​ທຸກ​ສິ່ງ​ທີ່​ເຈົ້າ​ເຮັດ​ຢູ່​ທີ່​ນັ້ນ​ແມ່ນ​ເຮັດ​ເພື່ອ​ພະ​ເຢໂຫວາ. ຄອບຄົວ​ເບເທນ​ຊ່ວຍ​ໃຫ້​ມີ​ຄຳພີ​ໄບເບິນ​ແລະ​ໜັງສື​ຕ່າງໆທີ່​ຊ່ວຍ​ຜູ້​ຄົນ​ໄດ້​ຮຽນ​ຄວາມ​ຈິງ. ດັດ​ສະຕິ​ນ​ເຊິ່ງ​ຮັບໃຊ້​ໃນ​ເບເທນ​ເລົ່າ​ວ່າ: “ຂ້ອຍ​ຕັ້ງ​ເປົ້າ​ໝາຍ​ຮັບໃຊ້​ເຕັມ​ເວລາ​ຕັ້ງ​ແຕ່​ອາຍຸ 9 ປີ ແລະ​ເມື່ອ​ຮຽນ​ຈົບ ຂ້ອຍ​ກໍ​ເລີ່ມ​ເປັນ​ໄພໂອເນຍ. ຫຼັງ​ຈາກ​ໜຶ່ງ​ປີ​ເຄິ່ງ ຂ້ອຍ​ກໍ​ຖືກ​ເຊີນ​ໃຫ້​ມາ​ຮັບໃຊ້​ໃນ​ເບເທນ ຂ້ອຍ​ໄດ້​ຮຽນ​ຮູ້​ວິທີ​ໃຊ້​ເຄື່ອງ​ພິມ​ແລະ​ຕໍ່​ມາ​ກໍ​ຮຽນ​ວິທີ​ຂຽນ​ໂປຣແກຣມ​ຄອມພິວເຕີ. ໃນ​ເບເທນ ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ຍິນ​ກ່ອນ​ຄົນ​ອື່ນ​ວ່າ​ວຽກ​ສອນ​ຄົນ​ທົ່ວ​ໂລກ​ກ້າວ​ໜ້າ​ແນວ​ໃດ. ຂ້ອຍ​ຮັກ​ການ​ຮັບໃຊ້​ຢູ່​ນີ້ ເພາະ​ສິ່ງ​ທີ່​ເຮົາ​ເຮັດ​ແມ່ນ​ຊ່ວຍ​ຜູ້​ຄົນ​ໃຫ້​ເຂົ້າ​ມາ​ໃກ້​ຊິດ​ກັບ​ພະ​ເຢໂຫວາ.”

ເຈົ້າ​ຈະ​ວາງ​ແຜນ​ອະນາຄົດ​ຂອງ​ເຈົ້າ​ແນວ​ໃດ?

14. ເຈົ້າ​ຈະ​ກຽມ​ຕົວ​ແນວ​ໃດ​ຕັ້ງ​ແຕ່​ຕອນ​ນີ້​ເພື່ອ​ຈະ​ຮັບໃຊ້​ເຕັມ​ເວລາ?

14 ເຈົ້າ​ຈະ​ກຽມ​ຕົວ​ແນວ​ໃດ​ເພື່ອ​ຈະ​ຮັບໃຊ້​ເຕັມ​ເວລາ? ເພື່ອ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ດີ​ທີ່​ສຸດ ເຈົ້າ​ຕ້ອງ​ມີ​ຄຸນ​ລັກສະນະ​ທີ່​ດີ​ຂອງ​ຄລິດສະຕຽນ. ດັ່ງ​ນັ້ນ ໃຫ້​ສຶກສາ​ຄຳພີ​ໄບເບິນ​ເປັນ​ປະຈຳ ຄິດ​ຕຶກຕອງ ແລະ​ພະຍາຍາມ​ອອກ​ຄວາມ​ຄິດ​ເຫັນ​ໃນ​ການ​ປະຊຸມ. ໃນ​ໄລຍະ​ທີ່​ເຈົ້າ​ກຳລັງ​ຮຽນ​ຢູ່ ເຈົ້າ​ສາມາດ​ຝຶກ​ເວົ້າ​ເລື່ອງ​ຄວາມ​ຈິງ​ກັບ​ຄົນ​ອື່ນໆ ຝຶກ​ເປັນ​ຄົນ​ທີ່​ສົນ​ໃຈ​ຄົນ​ອື່ນ​ໂດຍ​ການ​ຮູ້ຈັກ​ໃຊ້​ຄຳຖາມ​ແລະ​ຟັງ​ເມື່ອ​ເຂົາ​ເຈົ້າ​ຕອບ. ນອກ​ຈາກ​ນັ້ນ ເຈົ້າ​ຍັງ​ສາມາດ​ສະເໜີ​ຊ່ວຍ​ວຽກ​ປະຊາຄົມ​ໄດ້ ເຊັ່ນ: ອະນາໄມ​ແລະ​ສ້ອມ​ແປງ​ຫໍ​ປະຊຸມ. ພະ​ເຢໂຫວາ​ພໍ​ໃຈ​ທີ່​ຈະ​ໃຊ້​ຄົນ​ຖ່ອມ​ຕົວ​ແລະ​ຄົນ​ທີ່​ເຕັມ​ໃຈ​ຊ່ວຍ​ວຽກ. (ອ່ານ​ຄຳເພງ 110:3; ກິດຈະການ 6:1-3) ອັກຄະສາວົກ​ໂປໂລ​ຊວນ​ຕີໂມເຕ​ມາ​ຮັບໃຊ້​ເປັນ​ມິດຊັນນາລີ​ຍ້ອນ​ລາວ “ມີ​ຊື່ສຽງ​ອັນ​ດີ​ໃນ​ພວກ​ພີ່​ນ້ອງ.”—ກິດຈະການ 16:1-5

ໃນ​ໄລຍະ​ທີ່​ເຈົ້າ​ກຳລັງ​ຮຽນ​ຢູ່ ເຈົ້າ​ສາມາດ​ຝຶກ​ເວົ້າ​ເລື່ອງ​ຄວາມ​ຈິງ​ກັບ​ຄົນ​ອື່ນໆ

15. ເຈົ້າ​ອາດ​ເຮັດ​ຫຍັງ​ເພື່ອ​ຈະ​ມີ​ວຽກ​ທີ່​ຈະ​ຊ່ວຍ​ເຈົ້າ​ເປັນ​ໄພໂອເນຍ?

15 ສ່ວນ​ຫຼາຍ​ຜູ້​ຮັບໃຊ້​ເຕັມ​ເວລາ​ຈຳເປັນ​ຕ້ອງ​ມີ​ວຽກ​ເຮັດ. (ກິດຈະການ 18:2, 3) ເຈົ້າ​ອາດ​ຮຽນ​ວິຊາ​ຊີບ​ໃນ​ໄລຍະ​ສັ້ນ​ເພື່ອ​ຈະ​ຊ່ວຍ​ໃຫ້​ໄດ້​ວຽກ​ບໍ່​ເຕັມ​ເວລາ​ທີ່​ເໝາະ​ກັບ​ເຂດ​ຂອງ​ເຈົ້າ. ໃຫ້​ລົມ​ກັບ​ຜູ້​ດູ​ແລ​ໝວດ​ແລະ​ໄພໂອເນຍ​ຄົນ​ອື່ນ​ກ່ຽວ​ກັບ​ແຜນ​ຊີວິດ​ຂອງ​ເຈົ້າ ແລະ​ຂໍ​ຄຳ​ແນະນຳ​ຈາກ​ເຂົາ​ເຈົ້າ. ຈາກ​ນັ້ນ ກໍ​ໃຫ້​ເຮັດ​ຄື​ກັບ​ທີ່​ຄຳພີ​ໄບເບິນ​ບອກ​ໄວ້​ວ່າ: “ບໍ່​ວ່າ​ເຈົ້າ​ຈະ​ເຮັດ​ຫຍັງ​ກໍ​ໃຫ້​ຝາກ​ໄວ້​ກັບ​ພະ​ເຢໂຫວາ ແລ້ວ​ແຜນການ​ຂອງ​ເຈົ້າ​ຈະ​ສຳເລັດ”—ສຸພາສິດ 16:3, ລ.ມ.; 20:18

16. ການ​ຮັບໃຊ້​ເຕັມ​ເວລາ​ຊ່ວຍ​ເຈົ້າ​ໃຫ້​ພ້ອມ​ສຳລັບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ອື່ນໆໃນ​ອະນາຄົດ​ແນວ​ໃດ?

16 ເຈົ້າ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ “ກຳ​ເອົາ” ອະນາຄົດ​ທີ່​ມີ​ຄວາມ​ສຸກ. (ອ່ານ 1 ຕີໂມເຕ 6:18, 19) ການ​ຮັບໃຊ້​ເຕັມ​ເວລາ​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ໂອກາດ​ເຮັດ​ວຽກ​ຮ່ວມ​ກັບ​ຜູ້​ຮັບໃຊ້​ເຕັມ​ເວລາ​ຄົນ​ອື່ນໆ ແລະ​ຊ່ວຍ​ເຈົ້າ​ໃຫ້​ເປັນ​ຄລິດສະຕຽນ​ທີ່​ມີ​ຄວາມ​ເປັນ​ຜູ້​ໃຫຍ່. ນອກ​ຈາກ​ນັ້ນ ຫຼາຍ​ຄົນ​ພົບ​ວ່າ​ການ​ຮັບໃຊ້​ເຕັມ​ເວລາ​ຕັ້ງ​ແຕ່​ຍັງ​ນ້ອຍ​ຍັງ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ມີ​ຊີວິດ​ຄູ່​ທີ່​ປະສົບ​ຜົນ​ສຳເລັດ. ສ່ວນ​ຫຼາຍ ພີ່​ນ້ອງ​ທີ່​ເຄີຍ​ເປັນ​ໄພໂອເນຍ​ກ່ອນ​ແຕ່ງ​ດອງ​ກໍ​ຈະ​ສືບ​ຕໍ່​ເປັນ​ໄພໂອເນຍ​ນຳ​ກັນ.—ໂລມ 16:3, 4

17, 18. ການ​ວາງ​ແຜນ​ກ່ຽວ​ຂ້ອງ​ແນວ​ໃດ​ກັບ​ຫົວໃຈ​ຂອງ​ເຈົ້າ?

17 ຄຳເພງ 20:4 (ທ.ປ.) ເວົ້າ​ເຖິງ​ພະ​ເຢໂຫວາ​ວ່າ: ‘ຂໍ​ພະອົງ​ໂຜດ​ໃຫ້​ຕາມ​ທີ່​ເຈົ້າ​ປາດ​ຖະ​ໜາ​ແລະ​ນຳພາ​ແຜນການ​ທຸກ​ຢ່າງ​ຂອງ​ເຈົ້າ​ໃຫ້​ສຳເລັດ’ ເມື່ອ​ວາງ​ແຜນ​ເລື່ອງ​ອະນາຄົດ ຂໍ​ໃຫ້​ຄິດ​ເບິ່ງ​ວ່າ​ແທ້ໆແລ້ວ​ໃຈ​ເຈົ້າ​ຢາກ​ເຮັດ​ຫຍັງ ຄິດ​ວ່າ​ພະ​ເຢໂຫວາ​ກຳລັງ​ເຮັດ​ຫຍັງ​ໃນ​ສະໄໝ​ຂອງ​ເຮົາ ແລະ​ເຈົ້າ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ສະໜັບສະໜູນ​ວຽກ​ຂອງ​ພະອົງ ແລ້ວ​ກໍ​ວາງ​ແຜນ​ເຮັດ​ໃນ​ສິ່ງ​ທີ່​ພະອົງ​ພໍ​ໃຈ.

18 ເມື່ອ​ເຈົ້າ​ໃຊ້​ຊີວິດ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ເຕັມທີ​ແລະ​ສັນລະເສີນ​ພະອົງ​ເຈົ້າ​ຈະ​ມີ​ຄວາມ​ສຸກ​ຫຼາຍ. ເຈົ້າ​ຈະ​ພົບ ‘ຄວາມ​ສະໜຸກ​ໃນ​ພະ​ເຢໂຫວາ ແລະ​ພະອົງ​ຈະ​ໂຜດ​ແກ່​ເຈົ້າ​ຕາມ​ທີ່​ໃຈ​ເຈົ້າ​ຂໍ.’—ຄຳເພງ 37:4

^ ຂໍ້ 7 ໂຮງ​ຮຽນ​ນີ້​ໄດ້​ປ່ຽນ​ມາ​ເປັນ​ໂຮງ​ຮຽນ​ຜູ້​ປະກາດ​ລາຊະອານາຈັກ.