ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

‘ຂໍໃຫ້ວາງໃຈພະເຢໂຫວາແລະເຮັດຄວາມດີ’

‘ຂໍໃຫ້ວາງໃຈພະເຢໂຫວາແລະເຮັດຄວາມດີ’

‘ຂໍໃຫ້ວາງໃຈພະເຢໂຫວາແລະເຮັດຄວາມດີ . . . ແລະເປັນຄົນສັດຊື່.’—ຄຳເພງ 37:3, ລ.ມ.

ເພງ: 133, 63

1. ພະເຢໂຫວາໄດ້ສ້າງມະນຸດໃຫ້ມີຄວາມສາມາດພິເສດໃນເລື່ອງໃດແດ່?

ພະເຢໂຫວາໄດ້ສ້າງມະນຸດໃຫ້ມີຄວາມສາມາດພິເສດ. ພະອົງໃຫ້ເຮົາມີຄວາມສາມາດທີ່ຈະຄິດເຊິ່ງຊ່ວຍເຮົາໃຫ້ຮູ້ຈັກແກ້ໄຂບັນຫາແລະວາງແຜນສຳລັບອະນາຄົດ. (ສຸພາສິດ 2:11) ພະອົງໃຫ້ເຮົາມີກຳລັງເພື່ອຈະເຮັດໃນສິ່ງທີ່ວາງແຜນໄວ້ແລະບັນລຸເປົ້າໝາຍນັ້ນ. (ຟີລິບ 2:13) ພະເຢໂຫວາຍັງໃຫ້ເຮົາມີສະຕິຮູ້ສຶກຜິດຊອບ ເຊິ່ງເປັນຄວາມຮູ້ສຶກກ່ຽວກັບສິ່ງທີ່ຖືກແລະຜິດທີ່ມີຢູ່ໃນຕົວເຮົາ. ສະຕິຮູ້ສຶກຜິດຊອບຂອງເຮົາຈະຊ່ວຍເຮົາໃຫ້ຫຼີກລ່ຽງການເຮັດຜິດແລະແກ້ໄຂເຮົາເມື່ອເຮັດຜິດພາດ.—ໂລມ 2:15

2. ພະເຢໂຫວາຄາດໝາຍໃຫ້ເຮົາໃຊ້ຄວາມສາມາດຂອງເຮົາແນວໃດ?

2 ພະເຢໂຫວາຄາດໝາຍໃຫ້ເຮົາໃຊ້ຄວາມສາມາດນີ້ໃນທາງທີ່ດີ. ຍ້ອນຫຍັງ? ຍ້ອນພະອົງຮັກເຮົາແລະຮູ້ວ່າເຮົາຈະມີຄວາມສຸກເມື່ອເຮົາໃຊ້ຂອງຂວັນນີ້ທີ່ມາຈາກພະອົງ. ຕົວຢ່າງເຊັ່ນ: ຄຳພີໄບເບິນບອກວ່າ: ‘ແຜນການຂອງຄົນດຸໝັ່ນຈະສຳເລັດ’ ແລະ ‘ບໍ່ວ່າເຈົ້າຈະເຮັດອັນໃດກໍໃຫ້ເຮັດສຸດກຳລັງ.’ (ສຸພາສິດ 21:5, ລ.ມ.; ຜູ້ເທສະໜາປ່າວປະກາດ 9:10, ລ.ມ.) ຄຳພີໄບເບິນຍັງບອກອີກວ່າ: “ເມື່ອພວກເຮົາມີໂອກາດ ຈົ່ງເຮັດດີແກ່ທຸກຄົນ” ແລະ “ໃຫ້ໃຊ້ຄວາມສາມາດຕາມຂະໜາດທີ່ໄດ້ຮັບມາເພື່ອຮັບໃຊ້ກັນ.” (ຄາລາຊີ 6:10, ທ.ປ.; 1 ເປໂຕ 4:10, ລ.ມ.) ເຫັນໄດ້ແຈ້ງວ່າພະເຢໂຫວາຢາກໃຫ້ເຮົາເຮັດສິ່ງທີ່ເປັນປະໂຫຍດຕໍ່ຕົວເຮົາແລະຕໍ່ຄົນອື່ນ.

3. ມະນຸດມີຂີດຈຳກັດໃນເລື່ອງໃດ?

3 ພະເຢໂຫວາຢາກໃຫ້ເຮົາໃຊ້ຄວາມສາມາດຂອງເຮົາ ແຕ່ພະອົງກໍຮູ້ວ່າເຮົາມີຂີດຈຳກັດ. ຕົວຢ່າງເຊັ່ນ: ເຮົາບໍ່ສາມາດກຳຈັດຄວາມບໍ່ສົມບູນແບບ ບາບ ແລະຄວາມຕາຍ. (1 ກະສັດ 8:46) ນອກຈາກນັ້ນ ເຮົາກໍບໍ່ສາມາດຄວບຄຸມຄົນອື່ນໄດ້ ເພາະທຸກຄົນມີອິດສະຫຼະທີ່ຈະເລືອກດ້ວຍຕົວເອງ. ບໍ່ວ່າເຮົາຈະມີຄວາມຮູ້ຫຼືປະສົບການຫຼາຍສໍ່າໃດກໍຕາມ ແຕ່ເຮົາຈະບໍ່ເຄີຍທຽບເທົ່າກັບພະເຢໂຫວາ.—ເອຊາອີ 55:9

ເມື່ອມີບັນຫາ “ໃຫ້ວາງໃຈພະເຢໂຫວາແລະເຮັດຄວາມດີ”

4. ໃນບົດຄວາມນີ້ເຮົາຈະຮຽນເລື່ອງຫຍັງ?

4 ເຮົາຄວນຍອມໃຫ້ພະເຢໂຫວາຊີ້ນຳເຮົາສະເໝີ ໂດຍໄວ້ວາງໃຈວ່າພະອົງຈະຄໍ້າຈູນແລະເຮັດເພື່ອເຮົາໃນສິ່ງທີ່ເຮົາເຮັດບໍ່ໄດ້ດ້ວຍຕົວເອງ. ແຕ່ພະເຢໂຫວາຢາກໃຫ້ເຮົາຄິດເຖິງສິ່ງທີ່ເຮົາເຮັດໄດ້ເພື່ອແກ້ໄຂບັນຫາແລະເພື່ອຊ່ວຍຄົນອື່ນ. (ອ່ານຄຳເພງ 37:3, ລ.ມ.) ເຮົາຕ້ອງ ‘ວາງໃຈພະເຢໂຫວາແລະເຮັດຄວາມດີ’ ແລະຕ້ອງ “ເປັນຄົນຊື່ສັດ.” ເຮົາຈະເຮັດເຊັ່ນນັ້ນໄດ້ແນວໃດ? ໃຫ້ເຮົາເບິ່ງຕົວຢ່າງຂອງໂນເອ ດາວິດ ແລະຜູ້ຮັບໃຊ້ຄົນອື່ນໆທີ່ສັດຊື່ເຊິ່ງໄວ້ວາງໃຈພະເຢໂຫວາ. ເຮົາຈະເຫັນວ່າມີຫຼາຍສິ່ງທີ່ຄົນເຫຼົ່ານີ້ເຮັດບໍ່ໄດ້ ແຕ່ເຂົາເຈົ້າກໍເລືອກຈົດຈໍ່ໃນສິ່ງທີ່ຕົວເອງເຮັດໄດ້.

ເມື່ອຢູ່ທ່າມກາງຄວາມຊົ່ວຮ້າຍ

5. ໃຫ້ເວົ້າເຖິງສະພາບການຂອງໂນເອ.

5 ໂນເອມີຊີວິດໃນໂລກທີ່ “ເຕັມໄປດ້ວຍການຫຍາບຊ້າສາໂຫດ” ແລະການເຮັດຜິດສິນລະທຳ. (ຕົ້ນເດີມ 6:4, 9-13) ເຖິງແມ່ນຮູ້ວ່າໃນທີ່ສຸດພະເຢໂຫວາຈະທຳລາຍໂລກຊົ່ວນັ້ນ ແຕ່ໂນເອຕ້ອງເສົ້າໃຈຫຼາຍກັບສິ່ງທີ່ຜູ້ຄົນກຳລັງເຮັດ. ໃນສະພາບການແບບນັ້ນ ໂນເອສຳນຶກວ່າມີສິ່ງທີ່ລາວເຮັດໄດ້.

ອຸປະສັກໃນການປະກາດ (ເບິ່ງຂໍ້ 6-9)

6, 7. (ກ) ສິ່ງໃດທີ່ໂນເອເຮັດບໍ່ໄດ້? (ຂ) ສະພາບການຂອງເຮົາກັບຂອງໂນເອຄ້າຍຄືກັນແນວໃດ?

6 ສິ່ງທີ່ໂນເອເຮັດບໍ່ໄດ້: ໂນເອປະກາດຢ່າງສັດຊື່ກ່ຽວກັບຂ່າວສານທີ່ເປັນຄຳເຕືອນຂອງພະເຢໂຫວາ ແຕ່ລາວບໍ່ສາມາດທີ່ຈະບັງຄັບຜູ້ຄົນໃຫ້ຍອມຮັບເອົາຄຳເຕືອນນັ້ນ. ນອກຈາກນັ້ນ ລາວກໍບໍ່ສາມາດເຮັດໃຫ້ນໍ້າມາຖ້ວມໄວກວ່າກຳນົດ. ໂນເອຕ້ອງໄວ້ວາງໃຈວ່າພະເຢໂຫວາຈະຮັກສາຄຳສັນຍາເລື່ອງການທຳລາຍຄວາມຊົ່ວຮ້າຍໃຫ້ໝົດໄປ ໂດຍເຊື່ອວ່າພະອົງຈະເຮັດເຊັ່ນນັ້ນໃນເວລາທີ່ເໝາະສົມ.—ຕົ້ນເດີມ 6:17

7 ເຮົາກໍມີຊີວິດຢູ່ໃນໂລກທີ່ເຕັມໄປດ້ວຍຄວາມຊົ່ວຮ້າຍຄືກັນ ເຊິ່ງເຮົາຮູ້ວ່າພະເຢໂຫວາສັນຍາວ່າຈະທຳລາຍ. (1 ໂຢຮັນ 2:17) ແຕ່ໃນຕອນນີ້ ເຮົາບໍ່ສາມາດບັງຄັບຜູ້ຄົນໃຫ້ຍອມຮັບເອົາ “ຄຳປະເສີດນີ້ແຫ່ງແຜ່ນດິນຂອງພະເຈົ້າ” ເຊິ່ງກໍຄືຂ່າວດີເລື່ອງລາຊະອານາຈັກ. ນອກຈາກນັ້ນ ເຮົາກໍບໍ່ສາມາດເຮັດສິ່ງໃດໄດ້ເລີຍເພື່ອໃຫ້ “ຄວາມທຸກລຳບາກຄັ້ງໃຫຍ່” ເລີ່ມຕົ້ນໄວຂຶ້ນ. (ມັດທາຍ 24:14, 21, ລ.ມ.) ຄືກັບໂນເອ ເຮົາຕ້ອງມີຄວາມເຊື່ອທີ່ເຂັ້ມແຂງແລະໄວ້ວາງໃຈວ່າອີກບໍ່ດົນພະເຈົ້າຈະທຳລາຍຄວາມຊົ່ວຮ້າຍທຸກຢ່າງ. (ຄຳເພງ 37:10, 11) ເຮົາໝັ້ນໃຈໄດ້ເລີຍວ່າພະເຢໂຫວາຈະບໍ່ປ່ອຍໃຫ້ໂລກຊົ່ວນີ້ຢູ່ຕໍ່ໄດ້ອີກແມ່ນແຕ່ມື້ດຽວ.—ຫາບາກຸກ 2:3

ຄືກັບໂນເອ ເຮົາຕ້ອງມີຄວາມເຊື່ອທີ່ເຂັ້ມແຂງແລະໄວ້ວາງໃຈວ່າອີກບໍ່ດົນພະເຈົ້າຈະທຳລາຍຄວາມຊົ່ວຮ້າຍທຸກຢ່າງ

8. ໂນເອຈົດຈໍ່ໃນສິ່ງໃດ? (ເບິ່ງຮູບທຳອິດ)

8 ສິ່ງທີ່ໂນເອເຮັດໄດ້: ແທນທີ່ຈະຍອມແພ້ຍ້ອນສິ່ງທີ່ລາວເຮັດບໍ່ໄດ້ ແຕ່ໂນເອຈົດຈໍ່ໃນສິ່ງທີ່ລາວເຮັດໄດ້. ໂນເອປະກາດຢ່າງສັດຊື່ກ່ຽວກັບຂ່າວສານທີ່ເປັນຄຳເຕືອນຂອງພະເຢໂຫວາ. (2 ເປໂຕ 2:5) ການເຮັດວຽກນີ້ໄດ້ຊ່ວຍລາວຮັກສາຄວາມເຊື່ອໃຫ້ເຂັ້ມແຂງ. ນອກຈາກການປະກາດ ລາວຍັງເຮັດຕາມຄຳສັ່ງຂອງພະເຢໂຫວາທີ່ໃຫ້ສ້າງເຮືອໃຫຍ່.—ອ່ານເຫບເລີ 11:7

9. ເຮົາຈະເຮັດຕາມຕົວຢ່າງຂອງໂນເອໄດ້ແນວໃດ?

9 ຄືກັບໂນເອ ໃຫ້ເຮົາຫຍຸ້ງຢູ່ກັບ ‘ການງານຂອງພະອົງເຈົ້າ.’ (1 ໂກລິນໂທ 15:58) ຕົວຢ່າງເຊັ່ນ: ເຮົາອາດຊ່ວຍໃນການສ້າງແລະບຳລຸງຮັກສາຫໍປະຊຸມທ້ອງຖິ່ນແລະຫໍປະຊຸມໃຫຍ່ ເປັນອາສາສະໝັກຢູ່ການປະຊຸມໝວດແລະການປະຊຸມພາກ ຫຼືເຮັດວຽກຢູ່ສຳນັກງານສາຂາ ຫຼືສຳນັກງານແປ. ສິ່ງສຳຄັນທີ່ສຸດ ໃຫ້ເຮົາຫຍຸ້ງຢູ່ກັບວຽກປະກາດ ເຊິ່ງເປັນສິ່ງທີ່ເຮັດໃຫ້ຄວາມຫວັງຂອງເຮົາສຳລັບອະນາຄົດເຂັ້ມແຂງຂຶ້ນ. ພີ່ນ້ອງຍິງທີ່ສັດຊື່ຄົນໜຶ່ງເວົ້າວ່າ: ເມື່ອລົມກັບຜູ້ຄົນກ່ຽວກັບພະພອນຕ່າງໆທີ່ລາຊະອານາຈັກຂອງພະເຈົ້າຈະເຮັດໃນອະນາຄົດ ລາວສຳນຶກວ່າຄົນເຫຼົ່ານັ້ນບໍ່ມີຄວາມຫວັງຫຍັງເລີຍແລະເຂົາເຈົ້າເຫັນວ່າບັນຫາຂອງຕົວເອງຈະຢູ່ຕະຫຼອດໄປ. ດັ່ງທີ່ພີ່ນ້ອງຄົນນີ້ເວົ້າ ເຮົາມີຄວາມຫວັງແລະມັນຈະເຂັ້ມແຂງຂຶ້ນເມື່ອເຮົາບອກຄົນອື່ນ. ຄວາມຫວັງນີ້ຊ່ວຍເຮົາໃຫ້ແລ່ນແຂ່ງຕໍ່ໆໄປເພື່ອຊີວິດ!—1 ໂກລິນໂທ 9:24

ເມື່ອເຮົາເຮັດຜິດ

10. ໃຫ້ເລົ່າເຖິງສະພາບການຂອງດາວິດ.

10 ກະສັດດາວິດເປັນຄົນສັດຊື່ ແລະພະເຢໂຫວາກໍຮັກລາວຫຼາຍ. (ກິດຈະການ 13:22) ເຖິງຢ່າງນັ້ນກໍຕາມ ດາວິດໄດ້ເຮັດຜິດຮ້າຍແຮງໂດຍມີເພດສຳພັນກັບບາດເຊບາ. ຍິ່ງໄປກວ່ານັ້ນ ລາວພະຍາຍາມປົກປິດຄວາມຜິດນັ້ນໂດຍວາງແຜນໃຫ້ອຶລີທີ່ເປັນຜົວຂອງບາດເຊບາຖືກຂ້າໃນສົງຄາມ. ດາວິດເຖິງຂັ້ນໃຫ້ອຶລີເປັນຜູ້ນຳສົ່ງຈົດໝາຍທີ່ມີຄຳສັ່ງໃຫ້ຂ້າອຶລີເອງ! (2 ຊາເມືອນ 11:1-21) ໃນທີ່ສຸດ ຄວາມຜິດຂອງດາວິດກໍຖືກເປີດເຜີຍ. (ມາລະໂກ 4:22) ເມື່ອເປັນແບບນັ້ນ ລາວເຮັດແນວໃດ?

ຄວາມຜິດໃນອະດີດ (ເບິ່ງຂໍ້ 11-14)

11, 12. (ກ) ຫຼັງຈາກເຮັດຜິດ ສິ່ງໃດທີ່ດາວິດເຮັດບໍ່ໄດ້? (ຂ) ຖ້າເຮົາກັບໃຈ ພະເຢໂຫວາຈະເຮັດຫຍັງເພື່ອເຮົາ?

11 ສິ່ງທີ່ດາວິດເຮັດບໍ່ໄດ້: ດາວິດບໍ່ສາມາດປ່ຽນແປງສິ່ງທີ່ລາວໄດ້ເຮັດ. ທີ່ຈິງໃນຕະຫຼອດຊີວິດຂອງດາວິດ ລາວຈະປະສົບກັບຄວາມເສຍຫາຍຫຼາຍຢ່າງທີ່ເກີດຈາກຄວາມຜິດນັ້ນ. (2 ຊາເມືອນ 12:10-12, 14) ດັ່ງນັ້ນ ດາວິດຕ້ອງມີຄວາມເຊື່ອ. ລາວຕ້ອງໄວ້ວາງໃຈວ່າເມື່ອກັບໃຈຢ່າງແທ້ຈິງ ພະເຢໂຫວາຈະໃຫ້ອະໄພລາວແລະຊ່ວຍລາວໃຫ້ອົດທົນກັບຜົນເສຍຫາຍຕ່າງໆຈາກການກະທຳນັ້ນ.

12 ຍ້ອນເຮົາທຸກຄົນບໍ່ສົມບູນແບບ ດັ່ງນັ້ນ ເຮົາຈຶ່ງເຮັດຜິດ. ແຕ່ຄວາມຜິດພາດບາງເລື່ອງກໍອາດຮ້າຍແຮງກວ່າເລື່ອງອື່ນ ແລະໃນບາງກໍລະນີເຮົາອາດບໍ່ສາມາດປ່ຽນແປງຄວາມຜິດພາດນັ້ນໄດ້. ເຮົາກໍເຊັ່ນກັນອາດຕ້ອງປະສົບກັບຄວາມເສຍຫາຍທີ່ເກີດຈາກການກະທຳຂອງເຮົາ. (ຄາລາຊີ 6:7) ແຕ່ເຮົາໄວ້ວາງໃຈໃນຄຳສັນຍາຂອງພະເຈົ້າທີ່ວ່າ ຖ້າເຮົາກັບໃຈ ພະອົງຈະຄໍ້າຈູນເຮົາໃນເວລາທີ່ຍາກລຳບາກ ເຖິງວ່າຄວາມຫຍຸ້ງຍາກເຫຼົ່ານັ້ນເກີດຈາກຄວາມຜິດຂອງເຮົາເອງ.—ອ່ານເອຊາອີ 1:18, 19; ກິດຈະການ 3:19

13. ດາວິດຟື້ນຟູສາຍສຳພັນກັບພະເຢໂຫວາແນວໃດ?

13 ສິ່ງທີ່ດາວິດເຮັດໄດ້: ດາວິດຢາກຟື້ນຟູສາຍສຳພັນກັບພະເຢໂຫວາ. ລາວຈະເຮັດແນວໃດ? ດາວິດຍອມໃຫ້ພະເຢໂຫວາຊ່ວຍ. ຕົວຢ່າງເຊັ່ນ: ລາວຍອມຮັບການແກ້ໄຂຈາກຜູ້ພະຍາກອນນາທານ. (2 ຊາເມືອນ 12:13) ນອກຈາກນັ້ນ ລາວຍັງອະທິດຖານເຖິງພະເຢໂຫວາແລະສາລະພາບຄວາມຜິດກັບພະອົງ ໂດຍສະແດງໃຫ້ເຫັນວ່າລາວຕ້ອງການແທ້ໆທີ່ຈະໄດ້ຮັບຄວາມພໍໃຈຈາກພະອົງອີກຄັ້ງໜຶ່ງ. (ຄຳເພງ 51:1-17) ແທນທີ່ຈະຈົມຢູ່ກັບຄວາມຮູ້ສຶກຜິດ ດາວິດຮຽນຮູ້ຈາກຄວາມຜິດພາດຂອງຕົວເອງ. ລາວບໍ່ໄດ້ເຮັດຜິດຮ້າຍແຮງແບບນັ້ນຊໍ້າອີກ. ຫຼາຍປີຕໍ່ມາ ລາວຕາຍດ້ວຍຄວາມສັດຊື່ ແລະນັ້ນເປັນສິ່ງທີ່ພະເຢໂຫວາຈົດຈຳລາວ.—ເຫບເລີ 11:32-34

14. ເຮົາໄດ້ບົດຮຽນຫຍັງຈາກຕົວຢ່າງຂອງດາວິດ?

14 ເຮົາໄດ້ບົດຮຽນຫຍັງຈາກຕົວຢ່າງຂອງດາວິດ? ຖ້າເຮົາເຮັດຜິດຮ້າຍແຮງ ເຮົາຕ້ອງກັບໃຈຢ່າງແທ້ຈິງ ສາລະພາບຄວາມຜິດກັບພະເຢໂຫວາ ແລະຂໍພະອົງໃຫ້ອະໄພເຮົາ. (1 ໂຢຮັນ 1:9) ເຮົາຍັງຕ້ອງບອກຜູ້ເຖົ້າແກ່ ເພາະເຂົາເຈົ້າສາມາດຊ່ວຍເຮົາໃຫ້ຟື້ນຟູສາຍສຳພັນກັບພະເຢໂຫວາໄດ້. (ອ່ານຢາໂກໂບ 5:14-16) ເມື່ອເຮົາຍອມຮັບຄວາມຊ່ວຍເຫຼືອຈາກພະເຢໂຫວາ ນັ້ນກໍສະແດງວ່າເຮົາໄວ້ວາງໃຈໃນຄຳສັນຍາຂອງພະອົງທີ່ຈະໃຫ້ອະໄພເຮົາ. ນອກຈາກນັ້ນ ເຮົາຕ້ອງຮຽນຮູ້ຈາກຄວາມຜິດພາດຂອງຕົວເອງແລະຮັບໃຊ້ພະເຢໂຫວາຕໍ່ໆໄປດ້ວຍຄວາມໝັ້ນໃຈ.—ເຫບເລີ 12:12, 13

ໃນສະຖານະການອື່ນໆ

ບັນຫາສຸຂະພາບ (ເບິ່ງຂໍ້ 15))

15. ເຮົາໄດ້ບົດຮຽນຫຍັງຈາກຕົວຢ່າງຂອງອານາ?

15 ເຈົ້າອາດຄິດເຖິງຜູ້ຮັບໃຊ້ຄົນອື່ນໆທີ່ສັດຊື່ເຊິ່ງໄວ້ວາງໃຈພະເຢໂຫວາໂດຍເຮັດສິ່ງທີ່ເຂົາເຈົ້າເຮັດໄດ້ໃນສະພາບການທີ່ຫຍຸ້ງຍາກ. ຕົວຢ່າງເຊັ່ນ: ມີໄລຍະໜຶ່ງທີ່ອານາເປັນໝັນ. ລາວບໍ່ສາມາດປ່ຽນແປງສະພາບການນັ້ນ ແຕ່ກໍໄວ້ວາງໃຈວ່າພະເຢໂຫວາຈະປອບໂຍນລາວ. ດັ່ງນັ້ນ ອານາຈຶ່ງໄປນະມັດສະການຢູ່ວິຫານຕໍ່ໄປ ແລະອະທິດຖານເຖິງພະເຢໂຫວາໂດຍລະບາຍຄວາມຮູ້ສຶກກັບພະອົງ. (1 ຊາເມືອນ 1:9-11) ນັ້ນເປັນຕົວຢ່າງທີ່ດີສຳລັບເຮົາ! ເມື່ອເຮົາມີບັນຫາສຸຂະພາບຫຼືມີຄວາມຫຍຸ້ງຍາກອື່ນໆທີ່ເຮົາບໍ່ສາມາດປ່ຽນແປງໄດ້ ໃຫ້ເຮົາຝາກຄວາມອຸກໃຈໄວ້ກັບພະເຢໂຫວາແລະໝັ້ນໃຈວ່າພະອົງຫ່ວງໃຍເຮົາ. (1 ເປໂຕ 5:6, 7) ນອກຈາກນັ້ນ ໃຫ້ເຮົາເຮັດໃນສິ່ງທີ່ເຮັດໄດ້ເພື່ອຈະຮັບປະໂຫຍດຈາກການປະຊຸມຕ່າງໆຂອງຄລິດສະຕຽນແລະລາຍການອື່ນໆທີ່ອົງການຂອງພະເຢໂຫວາຈັດຕຽມໃຫ້ເຮົາ.—ເຫບເລີ 10:24, 25

ອານາໄວ້ວາງໃຈພະເຢໂຫວາ ດັ່ງນັ້ນ ລາວຈຶ່ງໄປນະມັດສະການຢູ່ວິຫານຕໍ່ໄປແລະອະທິດຖານ

ລູກເຊົາຮັບໃຊ້ພະເຢໂຫວາ (ເບິ່ງຂໍ້ 16)

16. ພໍ່ແມ່ໄດ້ບົດຮຽນຫຍັງຈາກຊາເມືອນ?

16 ສຳລັບພໍ່ແມ່ທີ່ເປັນທີ່ສັດຊື່ເດເຊິ່ງລູກຂອງເຂົາເຈົ້າເຊົາຮັບໃຊ້ພະເຢໂຫວາ? ຜູ້ພະຍາກອນຊາເມືອນບໍ່ສາມາດບັງຄັບລູກຊາຍທີ່ໃຫຍ່ແລ້ວໃຫ້ຮັກສາຄວາມພັກດີຕໍ່ພະເຈົ້າ. (1 ຊາເມືອນ 8:1-3) ລາວຕ້ອງຝາກເລື່ອງນັ້ນໄວ້ກັບພະເຢໂຫວາ. ແຕ່ຊາເມືອນກໍເຮັດໃນສິ່ງທີ່ລາວເຮັດໄດ້ເພື່ອຮັກສາຄວາມພັກດີຕໍ່ພະເຢໂຫວາແລະເພື່ອເຮັດໃຫ້ພະອົງພໍໃຈ. (ສຸພາສິດ 27:11) ໃນທຸກມື້ນີ້ ພໍ່ແມ່ຫຼາຍຄົນຕົກຢູ່ໃນສະພາບການຄ້າຍຄືກັບຊາເມືອນ. ແຕ່ເຂົາເຈົ້າໄວ້ວາງໃຈວ່າ ຄືກັບຜູ້ເປັນພໍ່ໃນຕົວຢ່າງປຽບທຽບຂອງພະເຍຊູເລື່ອງລູກໂຖງ ພະເຢໂຫວາກໍຢູ່ພ້ອມສະເໝີທີ່ຈະຕ້ອນຮັບການກັບຄືນມາຂອງຄົນເຮັດຜິດທີ່ກັບໃຈ. (ລືກາ 15:20) ໃນຂະນະທີ່ລໍຖ້າ ພໍ່ແມ່ສາມາດຈົດຈໍ່ຢູ່ກັບການຮັກສາຄວາມພັກດີຕໍ່ພະເຢໂຫວາ ແລະຫວັງວ່າຕົວຢ່າງຂອງເຂົາເຈົ້າຈະກະຕຸ້ນລູກໃຫ້ກັບມາຫາພະອົງ.

ບັນຫາເລື່ອງເງິນ (ເບິ່ງຂໍ້ 17)

17. ເປັນຫຍັງຕົວຢ່າງຂອງຍິງໝ້າຍທີ່ທຸກຍາກຈຶ່ງໃຫ້ກຳລັງໃຈເຮົາ?

17 ຕົວຢ່າງທີ່ດີອີກຄົນໜຶ່ງແມ່ນຍິງໝ້າຍທີ່ທຸກຍາກເຊິ່ງມີຊີວິດໃນສະໄໝຂອງພະເຍຊູ. (ອ່ານລືກາ 21:1-4) ລາວເຮັດຫຍັງບໍ່ໄດ້ກ່ຽວກັບການສໍ້ໂກງຢູ່ວິຫານ ແລະລາວກໍບໍ່ສາມາດປ່ຽນແປງຄວາມຈິງທີ່ວ່າລາວທຸກຍາກ. (ມັດທາຍ 21:12, 13) ແຕ່ຄວາມໄວ້ວາງໃຈໃນພະເຢໂຫວາກະຕຸ້ນລາວໃຫ້ສະໜັບສະໜູນການນະມັດສະການແທ້. ລາວເປັນຄົນໃຈກວ້າງແລະໄດ້ປ່ອນ “2 ລົດ” ເຊິ່ງກໍຄືເງິນຫຼຽນນ້ອຍໆ 2 ຫຼຽນໃສ່ໃນກ່ອງບໍລິຈາກ ແລະນັ້ນເປັນເງິນທັງໝົດທີ່ລາວມີ. ຍິງທີ່ສັດຊື່ຄົນນີ້ໄດ້ສະແດງຄວາມໄວ້ວາງໃຈຢ່າງເຕັມທີໃນພະເຢໂຫວາ. ລາວຮູ້ວ່າຖ້າລາວໃຫ້ການຮັບໃຊ້ພະເຢໂຫວາຢູ່ໃນອັນດັບທຳອິດ ພະອົງຈະຈັດໃຫ້ລາວມີສິ່ງຈຳເປັນ. ຄ້າຍຄືກັນ ເຮົາກໍໄວ້ວາງໃຈວ່າຖ້າເຮົາໃຫ້ລາຊະອານາຈັກຂອງພະເຈົ້າຢູ່ໃນອັນດັບທຳອິດ ພະອົງຈະຈັດໃຫ້ເຮົາມີສິ່ງທີ່ຈຳເປັນ.—ມັດທາຍ 6:33

18. ໃຫ້ເລົ່າເລື່ອງຂອງພີ່ນ້ອງຄົນໜຶ່ງທີ່ມີຄວາມຄິດທີ່ຖືກຕ້ອງ.

18 ໃນທຸກມື້ນີ້ພີ່ນ້ອງຊາຍຍິງກໍສະແດງຄວາມໄວ້ວາງໃຈທີ່ຄ້າຍກັນນີ້ໃນພະເຢໂຫວາ ໂດຍຈົດຈໍ່ໃນສິ່ງທີ່ເຂົາເຈົ້າເຮັດໄດ້ ບໍ່ແມ່ນໃນສິ່ງທີ່ເຮັດບໍ່ໄດ້. ຂໍໃຫ້ເບິ່ງເລື່ອງຂອງພີ່ນ້ອງແມນຄອມ ເຊິ່ງຮັກສາຄວາມສັດຊື່ຈົນສິ້ນຊີວິດໃນປີ 2015. ໃນເວລາຫຼາຍປີທີ່ເພິ່ນກັບເມຍຮັບໃຊ້ພະເຢໂຫວາ ທັງສອງມີທັງເວລາທີ່ສະດວກສະບາຍແລະເວລາທີ່ຫຍຸ້ງຍາກ. ພີ່ນ້ອງແມນຄອມເວົ້າວ່າ: “ຊີວິດເປັນສິ່ງທີ່ຄາດເດົາບໍ່ໄດ້ ບໍ່ແນ່ນອນ ແລະຮັບມືໄດ້ຍາກນຳອີກ. ແຕ່ພະເຢໂຫວາອວຍພອນຄົນທີ່ເພິ່ງພະອົງ.” ເພິ່ນແນະນຳແນວໃດ? “ເຮົາຄວນອະທິດຖານຂໍໃຫ້ເຮົາເກີດຜົນແລະດຸໝັ່ນໃນການຮັບໃຊ້ພະເຢໂຫວາເທົ່າທີ່ເຮົາຈະເຮັດໄດ້. ໃຫ້ຄິດເຖິງສິ່ງທີ່ເຮົາເຮັດໄດ້ ບໍ່ແມ່ນສິ່ງທີ່ເຮັດບໍ່ໄດ້.” *—ເບິ່ງໄຂເງື່ອນ

19. (ກ) ເປັນຫຍັງຂໍ້ພະຄຳພີປະຈຳປີ 2017 ຈຶ່ງເປັນຂໍ້ທີ່ດີ? (ຂ) ເຈົ້າຈະໃຊ້ພະຄຳພີຂໍ້ນີ້ແນວໃດໃນຊີວິດຂອງເຈົ້າ?

19 ໂລກຊົ່ວນີ້ກຳລັງ ‘ຊົ່ວຮ້າຍມາກຂຶ້ນ’ ດັ່ງນັ້ນ ເຮົາຈຶ່ງຄາດໝາຍໄດ້ວ່າຈະມີຄວາມຫຍຸ້ງຍາກຫຼາຍຂຶ້ນເລື້ອຍໆ. (2 ຕີໂມເຕ 3:1, 13) ເປັນສິ່ງສຳຄັນຫຼາຍກວ່າທີ່ຜ່ານມາທີ່ເຮົາຈະບໍ່ຈົມຢູ່ກັບຄວາມຫຍຸ້ງຍາກຕ່າງໆ. ແຕ່ເຮົາຕ້ອງໄວ້ວາງໃຈຢ່າງໜັກແໜ້ນໃນພະເຢໂຫວາແລະຈົດຈໍ່ໃນສິ່ງທີ່ເຮົາເຮັດໄດ້. ດ້ວຍເຫດນີ້ຂໍ້ພະຄຳພີປະຈຳປີ 2017 ຈຶ່ງເປັນຂໍ້ທີ່ດີເຊິ່ງບອກວ່າ: ‘ຂໍໃຫ້ວາງໃຈພະເຢໂຫວາແລະເຮັດຄວາມດີ’!—ຄຳເພງ 37:3, ລ.ມ.

^ ຂໍ້ 18 ໃຫ້ເບິ່ງຫໍສັງເກດການ 15 ຕຸລາ 2013 ໜ້າ 17-20 (ພາສາໄທ).

ຂໍ້ພະຄຳພີປະຈຳປີ 2017: ‘ຂໍໃຫ້ວາງໃຈພະເຢໂຫວາແລະເຮັດຄວາມດີ . . . ແລະເປັນຄົນສັດຊື່.’—ຄຳເພງ 37:3, ລ.ມ.