ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຮູ້ຄຸນຄ່າສິດໃນການເລືອກຂອງເຈົ້າ

ຮູ້ຄຸນຄ່າສິດໃນການເລືອກຂອງເຈົ້າ

“ຄົນທີ່ໄດ້ຮັບພະລັງຂອງພະເຢໂຫວາກໍມີອິດສະຫຼະ.”—2 ໂກລິນໂທ 3:17, ລ.ມ.

ເພງ: 62, 65

1, 2. (ກ) ຜູ້ຄົນຄິດເຫັນຕ່າງກັນແນວໃດກ່ຽວກັບເລື່ອງສິດໃນການເລືອກ? (ຂ) ຄຳພີໄບເບິນສອນແນວໃດເລື່ອງສິດໃນການເລືອກ ແລະເຮົາຈະເບິ່ງຄຳຖາມຫຍັງແດ່?

ເມື່ອຈະຕ້ອງຕັດສິນໃຈກ່ຽວກັບເລື່ອງສ່ວນຕົວ ຜູ້ຍິງຄົນໜຶ່ງບອກໝູ່ຂອງລາວວ່າ: “ຢ່າໃຫ້ຂ້ອຍຄິດ ບອກໂລດວ່າຕ້ອງເຮັດແນວໃດ ເພາະນັ້ນງ່າຍກວ່າ.” ຜູ້ຍິງຄົນນີ້ຢາກໃຫ້ຄົນອື່ນບອກລາວວ່າຕ້ອງເຮັດແນວໃດ ແທນທີ່ຈະໃຊ້ສິດໃນການເລືອກຂອງຕົວເອງເຊິ່ງເປັນຂອງຂວັນທີ່ລໍ້າຄ່າຈາກຜູ້ທີ່ສ້າງລາວ. ເຈົ້າເດ? ມັກຕັດສິນໃຈດ້ວຍຕົວເອງບໍ ຫຼືມັກໃຫ້ຄົນອື່ນຕັດສິນໃຈແທນ? ເຈົ້າຄິດແນວໃດກ່ຽວກັບສິດໃນການເລືອກ?

2 ຜູ້ຄົນຄິດເຫັນຕ່າງກັນກ່ຽວກັບເລື່ອງສິດໃນການເລືອກ. ບາງຄົນບອກວ່າສິດໃນການເລືອກບໍ່ມີ ເພາະພະເຈົ້າກຳນົດການກະທຳທຸກຢ່າງຂອງເຮົາໄວ້ແລ້ວ. ບາງຄົນກໍເວົ້າວ່າເປັນໄປໄດ້ທີ່ຈະມີສິດໃນການເລືອກຖ້າເຮົາມີອິດສະຫຼະທີ່ບໍ່ມີຂີດຈຳກັດ. ແຕ່ຄຳພີໄບເບິນສອນວ່າເຮົາຖືກສ້າງໃຫ້ມີຄວາມສາມາດແລະມີອິດສະຫຼະທີ່ຈະເລືອກດ້ວຍຕົວເອງຢ່າງສະຫຼາດ. (ອ່ານໂຢຊວຍ 24:15) ນອກຈາກນັ້ນ ໃນຄຳພີໄບເບິນກໍຍັງມີຄຳຕອບສຳລັບຄຳຖາມຕໍ່ໄປນີ້: ສິດໃນການເລືອກຂອງເຮົາມີຂີດຈຳກັດບໍ? ເຮົາຄວນໃຊ້ສິດໃນການເລືອກແນວໃດເມື່ອຕັດສິນໃຈ? ການຕັດສິນໃຈຂອງເຮົາສະແດງໃຫ້ເຫັນແນວໃດວ່າເຮົາຮັກພະເຢໂຫວາຫຼາຍແທ້ໆ? ເຮົາຈະສະແດງຄວາມນັບຖືຕໍ່ການຕັດສິນໃຈຂອງຄົນອື່ນແນວໃດ?

ສິ່ງທີ່ເຮົາຮຽນຮູ້ຈາກພະເຢໂຫວາແລະພະເຍຊູ

3. ພະເຢໂຫວາໃຊ້ອິດສະຫຼະທີ່ບໍ່ມີຂີດຈຳກັດຂອງພະອົງແນວໃດ?

3 ພະເຢໂຫວາເປັນຜູ້ດຽວທີ່ມີອິດສະຫຼະທີ່ບໍ່ມີຂີດຈຳກັດ ແລະເຮົາສາມາດຮຽນຮູ້ຈາກວິທີທີ່ພະອົງໃຊ້ສິ່ງນີ້. ຕົວຢ່າງເຊັ່ນ: ພະເຢໂຫວາເລືອກຊາດອິດສະລາແອນໃຫ້ເປັນ “ຊົນຊາດພິເສດຂອງພະອົງ.” (ພະບັນຍັດ 7:6-8, ທ.ປ.) ພະອົງມີເຫດຜົນທີ່ເລືອກແບບນັ້ນ ເພາະຕ້ອງການຮັກສາຄຳສັນຍາທີ່ເຮັດກັບອັບລາຫາມເພື່ອນຂອງພະອົງ. (ຕົ້ນເດີມ 22:15-18) ນອກຈາກນັ້ນ ພະເຢໂຫວາຍັງໃຊ້ອິດສະຫຼະນັ້ນສອດຄ່ອງກັບຄວາມຮັກແລະຄວາມຍຸຕິທຳສະເໝີ. ເຮົາເຫັນສິ່ງນີ້ຈາກວິທີທີ່ພະອົງຕີສອນຊາວອິດສະລາແອນໃນເວລາທີ່ເຂົາເຈົ້າບໍ່ເຊື່ອຟັງ. ເມື່ອເຂົາເຈົ້າເສຍໃຈຢ່າງແທ້ຈິງໃນສິ່ງທີ່ໄດ້ເຮັດ ພະອົງກໍສະແດງຄວາມຮັກແລະຄວາມເມດຕາຕໍ່ເຂົາເຈົ້າ ໂດຍເວົ້າວ່າ: ‘ເຮົາຈະປິ່ນປົວຮັກສາເຂົາບໍ່ໃຫ້ກັບໄປເປັນຄົນບໍ່ສັດຊື່ອີກ ເຮົາຈະຮັກເຂົາຈາກໃຈ.’ (ໂອເຊ 14:4, ລ.ມ.) ພະເຢໂຫວາວາງຕົວຢ່າງທີ່ດີສຳລັບເຮົາໂດຍໃຊ້ອິດສະຫຼະຂອງພະອົງເພື່ອປະໂຫຍດຂອງຄົນອື່ນ.

ກ່ອນຈະມາໂລກນີ້ ພະເຍຊູເລືອກທີ່ຈະພັກດີຕໍ່ພະເຢໂຫວາແລະບໍ່ເຂົ້າຮ່ວມກັບຊາຕານແລະພັກພວກຂອງມັນ

4, 5. (ກ) ໃຜເປັນຄົນທຳອິດທີ່ໄດ້ຮັບສິດໃນການເລືອກຈາກພະເຈົ້າ ແລະພະອົງໃຊ້ແນວໃດ? (ຂ) ຄຳຖາມຫຍັງທີ່ເຮົາຄວນຖາມຕົວເອງ?

4 ພະເຢໂຫວາເລືອກທີ່ຈະສ້າງທູດສະຫວັນແລະມະນຸດໃຫ້ມີສິດໃນການເລືອກ. ພະເຍຊູເປັນສິ່ງທຳອິດທີ່ພະເຢໂຫວາສ້າງຕາມຮູບແບບຂອງພະອົງ ແລະພະເຢໂຫວາຍັງໃຫ້ພະເຍຊູມີສິດໃນການເລືອກ. (ໂກໂລດ 1:15) ພະເຍຊູໃຊ້ສິດນີ້ແນວໃດ? ກ່ອນຈະມາໂລກນີ້ ພະເຍຊູເລືອກທີ່ຈະພັກດີຕໍ່ພະເຢໂຫວາແລະບໍ່ເຂົ້າຮ່ວມກັບຊາຕານແລະພັກພວກຂອງມັນ. ເມື່ອຢູ່ໃນໂລກນີ້ ພະອົງເລືອກທີ່ຈະປະຕິເສດການລໍ້ໃຈຂອງຊາຕານ. (ມັດທາຍ 4:10) ໃນຄືນກ່ອນທີ່ຈະເສຍຊີວິດ ພະເຍຊູເຮັດໃຫ້ພໍ່ໝັ້ນໃຈວ່າພະອົງຢາກເຮັດຕາມນໍ້າໃຈຂອງພໍ່ ໂດຍເວົ້າວ່າ: ‘ພະບິດາເຈົ້າຂ້າ ຖ້າພະອົງເຫັນຊອບຂໍໃຫ້ຈອກນີ້ກາຍໄປຈາກຂ້າພະເຈົ້າ ແຕ່ວ່າຢ່າໃຫ້ເປັນຕາມນໍ້າໃຈຂອງຂ້າພະເຈົ້າ ແຕ່ວ່າຕາມນໍ້າໃຈຂອງພະອົງ.’ (ລືກາ 22:42) ເປັນໄປໄດ້ແທ້ໆບໍທີ່ເຮົາຈະຮຽນແບບພະເຍຊູແລະໃຊ້ສິດໃນການເລືອກຂອງເຮົາເພື່ອສັນລະເສີນພະເຢໂຫວາແລະເຮັດຕາມນໍ້າໃຈຂອງພະອົງ?

5 ເປັນໄປໄດ້ແທ້ທີ່ເຮົາຈະຮຽນແບບພະເຍຊູ ເພາະເຮົາກໍຖືກສ້າງຕາມຮູບແບບຂອງພະເຈົ້າ. (ຕົ້ນເດີມ 1:26) ແຕ່ເຮົາບໍ່ມີອິດສະຫຼະທີ່ບໍ່ມີຂີດຈຳກັດແບບພະເຢໂຫວາ. ຄຳພີໄບເບິນອະທິບາຍວ່າພະເຢໂຫວາໃສ່ຂີດຈຳກັດໃນອິດສະຫຼະຂອງເຮົາ ແລະພະອົງກໍຄາດໝາຍໃຫ້ເຮົາຍອມຮັບຂີດຈຳກັດເຫຼົ່ານັ້ນ. ຕົວຢ່າງເຊັ່ນ: ໃນຄອບຄົວ ເມຍຄວນເຊື່ອຟັງຜົວ ແລະລູກຄວນເຊື່ອຟັງພໍ່ແມ່. (ເອເຟດ 5:22; 6:1) ຂີດຈຳກັດແບບນີ້ສົ່ງຜົນແນວໃດຕໍ່ວິທີທີ່ເຮົາໃຊ້ສິດໃນການເລືອກ? ຄຳຕອບຂອງຄຳຖາມນີ້ສາມາດກຳນົດອະນາຄົດທີ່ຖາວອນຂອງເຮົາ.

ການໃຊ້ແລະການລະເມີດສິດໃນການເລືອກ

6. ໃຫ້ຍົກຕົວຢ່າງວ່າເປັນຫຍັງຈຶ່ງສຳຄັນທີ່ອິດສະຫຼະຂອງເຮົາຄວນມີຂີດຈຳກັດ.

6 ອິດສະຫຼະທີ່ມີຂີດຈຳກັດຖືວ່າເປັນອິດສະຫຼະທີ່ແທ້ຈິງບໍ? ແມ່ນແລ້ວ. ຍ້ອນຫຍັງຈຶ່ງເປັນແບບນັ້ນ? ຍ້ອນວ່າມັນປົກປ້ອງເຮົາ. ຕົວຢ່າງເຊັ່ນ: ເຮົາອາດເລືອກທີ່ຈະຂັບລົດໄປເມືອງໜຶ່ງທີ່ຢູ່ໄກໆ. ແຕ່ເຮົາຈະຮູ້ສຶກປອດໄພໃນການເດີນທາງບໍ ຖ້າບໍ່ມີກົດຈະລາຈອນ ແລະທຸກຄົນກໍຕັດສິນໃຈເອົາເອງວ່າຈະຂັບລົດໄວສໍ່າໃດແລະຂັບຢູ່ເບື້ອງໃດຂອງຖະໜົນ? ແນ່ນອນວ່າບໍ່ປອດໄພ. ດັ່ງນັ້ນຕ້ອງມີຂີດຈຳກັດເພື່ອທຸກຄົນຈະມີຄວາມສຸກກັບການໄດ້ຮັບປະໂຫຍດຈາກອິດສະຫຼະທີ່ແທ້ຈິງ. ໃຫ້ເຮົາເບິ່ງບາງຕົວຢ່າງໃນຄຳພີໄບເບິນທີ່ສະແດງໃຫ້ເຫັນວ່າຂີດຈຳກັດທີ່ພະເຢໂຫວາຕັ້ງໄວ້ເປັນປະໂຫຍດຕໍ່ເຮົາແນວໃດ.

7. (ກ) ອາດາມແລະສັດມີຫຍັງທີ່ແຕກຕ່າງກັນ? (ຂ) ໃຫ້ເວົ້າເຖິງວິທີໜຶ່ງທີ່ອາດາມໃຊ້ສິດໃນການເລືອກຂອງລາວ.

7 ເມື່ອພະເຢໂຫວາສ້າງອາດາມມະນຸດຄົນທຳອິດ ພະອົງໃຫ້ລາວມີສິດໃນການເລືອກຄືກັບພວກທູດສະຫວັນ ແຕ່ພະອົງບໍ່ໄດ້ໃຫ້ສັດມີສິ່ງນີ້. ອາດາມໃຊ້ສິດໃນການເລືອກໃນທາງທີ່ຖືກຕ້ອງແນວໃດ? ລາວມີຄວາມສຸກໃນການຕັ້ງຊື່ໃຫ້ສັດຕ່າງໆ ເພາະພະເຈົ້າໄດ້ ‘ເອົາສັດແລະນົກມາໃຫ້ລາວເບິ່ງເພື່ອຈະໃສ່ຊື່ໃຫ້ພວກມັນ.’ ຫຼັງຈາກທີ່ເບິ່ງສັດແຕ່ລະຕົວ ອາດາມກໍຕັ້ງຊື່ທີ່ມີຄວາມໝາຍໃຫ້ມັນ. ພະເຢໂຫວາບໍ່ໄດ້ປ່ຽນການເລືອກຂອງອາດາມ ແຕ່ ‘ຊື່ໃດທີ່ລາວໄດ້ເອີ້ນສັດທັງປວງທີ່ມີຊີວິດ ຊື່ນັ້ນກໍເປັນຊື່ຂອງສັດນັ້ນ.’—ຕົ້ນເດີມ 2:19, ທ.ປ.

8. ອາດາມໃຊ້ສິດໃນການເລືອກແບບຜິດໆແນວໃດ ແລະຜົນເປັນແນວໃດ?

8 ພະເຢໂຫວາມອບໝາຍໃຫ້ອາດາມເຮັດໃຫ້ໂລກນີ້ກາຍເປັນອຸທິຍານ ໂດຍບອກລາວວ່າ: ‘ຈົ່ງພາກັນອອກແມ່ແພ່ລູກເກີດມາກທະວີຂຶ້ນໃຫ້ແຜ່ນດິນເຕັມ ແລະຈົ່ງບັງຄັບແຜ່ນດິນໂລກ ແລະຈົ່ງຄຸ້ມຄອງຝູງປາໃນນໍ້າທະເລ ຝູງນົກໃນຟ້າອາກາດ ແລະສັດທັງປວງອັນມີຊີວິດທີ່ຕີງໄປມາເທິງແຜ່ນດິນ.’ (ຕົ້ນເດີມ 1:28) ແຕ່ອາດາມເລືອກທີ່ຈະກິນໝາກໄມ້ທີ່ຫ້າມບໍ່ໃຫ້ລາວກິນ ແລະການເຮັດແບບນັ້ນກໍສະແດງວ່າລາວບໍ່ສົນໃຈໃນຂີດຈຳກັດທີ່ພະເຢໂຫວາໄດ້ຕັ້ງໄວ້. ເນື່ອງຈາກອາດາມໃຊ້ສິດໃນການເລືອກແບບຜິດໆ ດັ່ງນັ້ນ ມະນຸດຈຶ່ງທຸກລຳບາກມາເປັນເວລາຫຼາຍພັນປີແລ້ວ. (ໂລມ 5:12) ໃຫ້ເຮົາຈື່ຜົນເສຍຫາຍຮ້າຍແຮງທີ່ເກີດຈາກການຕັດສິນໃຈຂອງອາດາມ ເພາະນັ້ນຈະກະຕຸ້ນເຮົາໃຫ້ໃຊ້ສິດໃນການເລືອກຢ່າງຖືກຕ້ອງແລະຍອມຮັບຂີດຈຳກັດທີ່ພະເຢໂຫວາໃຫ້ກັບເຮົາ.

ຊາວອິດສະລາແອນໄດ້ເລືອກທີ່ຈະເປັນປະຊາຊົນຂອງພະເຢໂຫວາແລະຍອມຮັບຂີດຈຳກັດຕ່າງໆທີ່ພະອົງຕັ້ງໄວ້

9. ພະເຢໂຫວາໃຫ້ຊາດອິດສະລາແອນເລືອກສິ່ງໃດ ແລະເຂົາເຈົ້າສັນຍາວ່າຈະເຮັດຫຍັງ?

9 ມະນຸດໝົດທຸກຄົນໄດ້ຮັບຄວາມບໍ່ສົມບູນແບບແລະຄວາມຕາຍສືບທອດມາຈາກອາດາມແລະເອວາ. ເຖິງຈະເປັນຢ່າງນັ້ນ ເຮົາກໍຍັງສາມາດໃຊ້ສິດໃນການເລືອກ ເຊິ່ງເຮົາເຫັນໄດ້ຈາກວິທີທີ່ພະເຢໂຫວາປະຕິບັດກັບຊາດອິດສະລາແອນ. ພະອົງໃຫ້ເຂົາເຈົ້າເລືອກວ່າຈະເປັນຊາດທີ່ພິເສດຂອງພະອົງຫຼືບໍ່. (ອົບພະຍົບ 19:3-6) ຄົນໃນຊາດນີ້ໄດ້ເລືອກທີ່ຈະເປັນປະຊາຊົນຂອງພະເຢໂຫວາແລະຍອມຮັບຂີດຈຳກັດຕ່າງໆທີ່ພະອົງຕັ້ງໄວ້. ເຂົາເຈົ້າກ່າວວ່າ: “ສັບພະຄຳທີ່ພະເຢໂຫວາໄດ້ບອກນັ້ນເຮົາທັງຫຼາຍຈະຂັບຕາມ.” (ອົບພະຍົບ 19:8) ໜ້າເສົ້າໃຈ ຕໍ່ມາເຂົາເຈົ້າໄດ້ເລືອກທີ່ຈະບໍ່ເຮັດຕາມຄຳສັນຍານັ້ນ. ເຮົາໄດ້ບົດຮຽນສຳຄັນຈາກຕົວຢ່າງນີ້. ໃຫ້ເຮົາຮູ້ຄຸນຄ່າສະເໝີຕໍ່ກັບສິດໃນເລືອກຂອງເຮົາ ໃກ້ຊິດກັບພະເຢໂຫວາຕໍ່ໄປແລະເຊື່ອຟັງກົດໝາຍຂອງພະອົງ.—1 ໂກລິນໂທ 10:11

10. ຕົວຢ່າງຫຍັງໃນເຫບເລີບົດ 11 ທີ່ພິສູດວ່າມະນຸດບໍ່ສົມບູນແບບສາມາດໃຊ້ສິດໃນການເລືອກເພື່ອທີ່ຈະສັນລະເສີນພະເຈົ້າ? (ເບິ່ງຮູບທຳອິດ)

10 ໃນເຫບເລີບົດ 11 ມີຊື່ຂອງຊາຍຍິງທີ່ສັດຊື່ 16 ຄົນເຊິ່ງເລືອກທີ່ຈະໃຊ້ສິດໃນການເລືອກຂອງຕົນຕາມຂີດຈຳກັດທີ່ພະເຢໂຫວາຕັ້ງໄວ້. ຜົນກໍຄື ເຂົາເຈົ້າໄດ້ຮັບພະພອນຫຼາຍຢ່າງແລະມີຄວາມຫວັງທີ່ດີເລີດສຳລັບອະນາຄົດ. ຕົວຢ່າງເຊັ່ນ: ໂນເອມີຄວາມເຊື່ອທີ່ຍິ່ງໃຫຍ່ແລະເລືອກທີ່ຈະເຊື່ອຟັງຄຳສັ່ງຂອງພະເຈົ້າທີ່ໃຫ້ສ້າງເຮືອໃຫຍ່ເພື່ອຊ່ວຍຊີວິດຄອບຄົວຂອງລາວແລະຄົນຮຸ່ນຕໍ່ໄປ. (ເຫບເລີ 11:7) ອັບລາຫາມແລະຊາລາເຕັມໃຈທີ່ຈະເຊື່ອຟັງພະເຢໂຫວາແລະເດີນທາງໄປດິນແດນທີ່ພະອົງສັນຍາວ່າຈະເອົາໃຫ້ເຂົາເຈົ້າ. ເຖິງວ່າ “ມີໂອກາດກັບຄືນເມືອ [ເມືອງອູຣ], ທ.ປ.” ແຕ່ເຂົາເຈົ້າໄດ້ຈົດຈໍ່ໃນຄຳສັນຍາຂອງພະເຈົ້າສຳລັບອະນາຄົດ. ຄຳພີໄບເບິນບອກວ່າ: ເຂົາເຈົ້າ ‘ຢາກຢູ່ເມືອງທີ່ປະເສີດກວ່າ.’ (ເຫບເລີ 11:8, 13, 15, 16) ໂມເຊປະຕິເສດຊັບສົມບັດຂອງປະເທດເອຢິບແລະເລືອກທີ່ຈະ ‘ທົນທຸກດ້ວຍກັນກັບພວກຂອງພະເຈົ້າດີກວ່າຈະຊົມຊື່ນຍິນດີໃນການສະໜຸກສະໜານກັບບາບສັກເວລາໜຶ່ງ.’ (ເຫບເລີ 11:24-26) ໃຫ້ເຮົາຮຽນແບບຄວາມເຊື່ອຂອງຊາຍຍິງເຫຼົ່ານີ້ແລະຮູ້ຄຸນຄ່າສິດໃນການເລືອກຂອງເຮົາ ນັ້ນຄືໃຊ້ມັນເພື່ອເຮັດຕາມຈຸດປະສົງຂອງພະເຈົ້າ.

11. (ກ) ອັນໃດຄືພະພອນຢ່າງໜຶ່ງທີ່ຍິ່ງໃຫຍ່ທີ່ສຸດຂອງການໃຊ້ສິດໃນການເລືອກ? (ຂ) ສິ່ງໃດກະຕຸ້ນເຈົ້າໃຫ້ໃຊ້ສິດໃນການເລືອກຢ່າງຖືກຕ້ອງ?

11 ອາດເບິ່ງຄືວ່າງ່າຍກວ່າທີ່ຈະໃຫ້ຄົນອື່ນຕັດສິນໃຈແທນເຮົາ ແຕ່ຖ້າເຮັດແບບນັ້ນເຮົາກໍຈະບໍ່ເຄີຍປະສົບກັບພະພອນຢ່າງໜຶ່ງທີ່ຍິ່ງໃຫຍ່ທີ່ສຸດຂອງການໃຊ້ສິດໃນການເລືອກ. ພະພອນຫຍັງ? ຄຳພີໄບເບິນອະທິບາຍໃນພະບັນຍັດ 30:19, 20 (ອ່ານ). ໃນຂໍ້ 19 ບອກວ່າ ພະເຢໂຫວາໃຫ້ຊາວອິດສະລາແອນມີສິດເລືອກ ແລະໃນຂໍ້ 20 ເຮົາໄດ້ຮູ້ວ່າພະເຢໂຫວາໃຫ້ເຂົາເຈົ້າມີໂອກາດທີ່ຈະສະແດງໃຫ້ເຫັນວ່າເຂົາເຈົ້າຮັກພະອົງຫຼາຍແທ້ໆ. ເຮົາເອງກໍສາມາດເລືອກທີ່ຈະນະມັດສະການພະເຢໂຫວາ. ນອກຈາກນັ້ນ ເຮົາຍັງມີສິດທິພິເສດທີ່ຈະໃຊ້ສິດໃນການເລືອກເພື່ອສັນລະເສີນແລະສະແດງວ່າເຮົາຮັກພະອົງຫຼາຍແທ້ໆ!

ຢ່າໃຊ້ສິດໃນການເລືອກແບບຜິດໆ

12. ເຮົາຕ້ອງບໍ່ເຮັດຫຍັງກ່ຽວກັບສິດໃນການເລືອກຂອງເຮົາ?

12 ລອງນຶກພາບເບິ່ງວ່າເຈົ້າໄດ້ເອົາຂອງຂວັນທີ່ມີຄ່າໃຫ້ໝູ່ຄົນໜຶ່ງ. ເຈົ້າຈະຮູ້ສຶກແນວໃດຖ້າລາວເອົາຂອງຂວັນນັ້ນຖິ້ມໃສ່ກະຕ່າຂີ້ເຫຍື້ອ ຫຼືໃຊ້ມັນເພື່ອທຳຮ້າຍຄົນອື່ນ? ແນ່ນອນວ່າເຈົ້າຈະເສຍໃຈ. ພະເຢໂຫວາໃຫ້ເຮົາມີສິດໃນການເລືອກ ດັ່ງນັ້ນ ພະອົງຈະເສຍໃຈເມື່ອເຫັນຜູ້ຄົນໃຊ້ສິດນີ້ແບບຜິດໆແລະເລືອກຢ່າງບໍ່ຖືກຕ້ອງຫຼືໃຊ້ເພື່ອທຳຮ້າຍຄົນອື່ນ. ຄຳພີໄບເບິນບອກວ່າ: “ໃນສະໄໝສຸດທ້າຍ, ລ.ມ.” ຄົນເຮົາຈະເປັນ ‘ຄົນບໍ່ຮູ້ຄຸນ.’ (2 ຕີໂມເຕ 3:1, 2) ດັ່ງນັ້ນ ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາຮູ້ຄຸນຄ່າຕໍ່ກັບຂອງຂວັນນີ້ທີ່ມີຄ່າຈາກພະເຢໂຫວາ? ແລະເຮົາຈະຫຼີກລ່ຽງການໃຊ້ຂອງຂວັນນີ້ແບບຜິດໆໄດ້ແນວໃດ?

13. ອັນໃດຄືວິທີໜຶ່ງທີ່ເຮົາຈະຫຼີກລ່ຽງການໃຊ້ສິດໃນການເລືອກແບບຜິດໆ?

13 ເຮົາທຸກຄົນມີສິດເລືອກໝູ່ ເຄື່ອງນຸ່ງແລະການແຕ່ງຕົວ ແລະຄວາມບັນເທີງ. ແຕ່ເຮົາອາດໃຊ້ສິດນີ້ເປັນຂໍ້ແກ້ຕົວເພື່ອເລືອກສິ່ງທີ່ພະເຈົ້າບໍ່ມັກຫຼືເຮັດຕາມຄວາມນິຍົມຂອງຄົນໃນໂລກນີ້. (ອ່ານ 1 ເປໂຕ 2:16) ແທນທີ່ຈະໃຊ້ສິດໃນການເລືອກເພື່ອເປັນໂອກາດໃນການເຮັດຜິດ ເຮົາຄວນໃຊ້ສິດນີ້ເພື່ອ “ກະທຳທຸກສິ່ງໃຫ້ເປັນທີ່ຖວາຍລັດສະໝີແກ່ພະເຈົ້າ.”—1 ໂກລິນໂທ 10:31; ຄາລາຊີ 5:13

14. ເມື່ອໃຊ້ສິດໃນການເລືອກ ເປັນຫຍັງເຮົາຕ້ອງໄວ້ວາງໃຈພະເຢໂຫວາ?

14 ພະເຢໂຫວາກ່າວວ່າ: “ຝ່າຍເຮົາເຮົາແມ່ນພະເຢໂຫວາພະເຈົ້າຂອງເຈົ້າ ຜູ້ສັ່ງສອນເຈົ້າສຳລັບປະໂຫຍດແກ່ເຈົ້າ ຜູ້ພາເຈົ້າໄປໃນຫົນທາງທີ່ເຈົ້າຕ້ອງໄປ.” (ເອຊາອີ 48:17) ເຮົາຕ້ອງໄວ້ວາງໃຈພະເຢໂຫວາແລະຍອມຮັບຂີດຈຳກັດຕ່າງໆທີ່ພະອົງຕັ້ງໄວ້ເພື່ອເຮົາຈະເລືອກຢ່າງຖືກຕ້ອງ. ເຮົາຍອມຮັບຢ່າງຖ່ອມໃຈວ່າ: ‘ມະນຸດກຳນົດແນວທາງຊີວິດຂອງຕົວເອງບໍ່ໄດ້. ແຕ່ລະບາດກ້າວຂອງຊີວິດ ເຂົາກໍຍັງກຳນົດບໍ່ໄດ້ດ້ວຍຊໍ້າ.’ (ເຢເຣມີ 10:23, ລ.ມ.) ທັງອາດາມແລະຊາວອິດສະລາແອນທີ່ບໍ່ສັດຊື່ເລືອກທີ່ຈະປະຕິເສດຂີດຈຳກັດຕ່າງໆທີ່ພະເຢໂຫວາຕັ້ງໄວ້ແລະເຂົາເຈົ້າໄດ້ໄວ້ວາງໃຈຕົວເອງ. ໃຫ້ເຮົາຮຽນຮູ້ຈາກຕົວຢ່າງທີ່ບໍ່ດີຂອງຄົນເຫຼົ່ານີ້. ແທນທີ່ຈະໄວ້ວາງໃຈຕົວເອງ ໃຫ້ເຮົາ “ວາງໃຈພະເຢໂຫວາສຸດຫົວໃຈ [ຂອງເຮົາ].”—ສຸພາສິດ 3:5

ນັບຖືສິດໃນການເລືອກຂອງຄົນອື່ນ

15. ເຮົາຮຽນຮູ້ຫຍັງຈາກຫຼັກການໃນຄາລາຊີ 6:5?

15 ເຮົາຍັງຕ້ອງນັບຖືສິດໃນການຕັດສິນໃຈຂອງຄົນອື່ນນຳອີກ. ຍ້ອນຫຍັງ? ຍ້ອນວ່າເຮົາທຸກຄົນມີສິດໃນການເລືອກ ດັ່ງນັ້ນ ຄລິດສະຕຽນສອງຄົນຈະບໍ່ເຄີຍຕັດສິນໃຈແບບດຽວກັນຕະຫຼອດ. ສິ່ງນີ້ລວມເຖິງການຕັດສິນໃຈໃນເລື່ອງການປະພຶດແລະການນະມັດສະການ. ຂໍໃຫ້ຈື່ຫຼັກການໃນຄາລາຊີ 6:5 (ອ່ານ). ເມື່ອເຮົາສຳນຶກວ່າຄລິດສະຕຽນແຕ່ລະຄົນຕ້ອງຮັບຜິດຊອບຕໍ່ການຕັດສິນໃຈຂອງຕົວເອງ ເຮົາກໍຈະນັບຖືສິດໃນການເລືອກຂອງຄົນອື່ນ.

ເຮົາສາມາດຕັດສິນໃຈດ້ວຍຕົວເອງໂດຍບໍ່ຕ້ອງບັງຄັບຄົນອື່ນໃຫ້ຕັດສິນໃຈແບບດຽວກັບເຮົາ (ເບິ່ງຂໍ້ 15)

16, 17. (ກ) ເລື່ອງສິດໃນການເລືອກກາຍເປັນບັນຫາແນວໃດໃນເມືອງໂກລິນໂທ? (ຂ) ໂປໂລຊ່ວຍຄລິດສະຕຽນເຫຼົ່ານັ້ນແນວໃດ ແລະເຮົາໄດ້ບົດຮຽນຫຍັງ?

16 ໃຫ້ເບິ່ງຕົວຢ່າງໜຶ່ງໃນຄຳພີໄບເບິນທີ່ສະແດງວ່າເປັນຫຍັງເຮົາຕ້ອງນັບຖືສິດໃນການເລືອກຂອງພີ່ນ້ອງ. ຄລິດສະຕຽນໃນເມືອງໂກລິນໂທຖຽງກັນເລື່ອງການກິນຊີ້ນທີ່ອາດເອົາໄປບູຊາຮູບພະ ແຕ່ຫຼັງຈາກນັ້ນກໍເອົາມາຂາຍຢູ່ຕະຫຼາດ. ສະຕິຮູ້ສຶກຜິດຊອບຂອງບາງຄົນຍອມໃຫ້ເຂົາເຈົ້າກິນຊີ້ນນັ້ນໄດ້ເພາະຮູ້ວ່າຮູບພະນັ້ນບໍ່ມີຄວາມໝາຍຫຍັງເລີຍ. ແຕ່ຄົນທີ່ເຄີຍຂາບໄຫວ້ຮູບພະເຫຼົ່ານັ້ນຮູ້ສຶກວ່າການກິນຊີ້ນນັ້ນເປັນຄືກັບການນະມັດສະການ. (1 ໂກລິນໂທ 8:4, 7) ເລື່ອງນີ້ເປັນບັນຫາຮ້າຍແຮງທີ່ສາມາດເຮັດໃຫ້ປະຊາຄົມແຕກແຍກກັນ. ໂປໂລໄດ້ຊ່ວຍເຂົາເຈົ້າແນວໃດໃຫ້ແກ້ໄຂບັນຫານີ້ທີ່ສຳຄັນ?

17 ທຳອິດ ໂປໂລເຕືອນທັງສອງກຸ່ມວ່າອາຫານບໍ່ໄດ້ເຮັດໃຫ້ສາຍສຳພັນຂອງເຂົາເຈົ້າກັບພະເຈົ້າເຂັ້ມແຂງຂຶ້ນ. (1 ໂກລິນໂທ 8:8) ຈາກນັ້ນ ໂປໂລເຕືອນເຂົາເຈົ້າວ່າ ຢ່າປ່ອຍໃຫ້ “ສິດ” ໃນການເລືອກຂອງເຂົາເຈົ້າທຳຮ້າຍສະຕິຮູ້ສຶກຜິດຊອບຂອງຄົນທີ່ອ່ອນແອ. (1 ໂກລິນໂທ 8:9) ຕໍ່ມາລາວບອກຄົນທີ່ມີສະຕິຮູ້ສຶກຜິດຊອບທີ່ໄວວ່າ ບໍ່ໃຫ້ຕັດສິນຄົນທີ່ກິນຊີ້ນນັ້ນ. (1 ໂກລິນໂທ 10:25, 29, 30) ດັ່ງນັ້ນ ໃນສະຖານະການທີ່ສຳຄັນເຊິ່ງກ່ຽວຂ້ອງກັບການນະມັດສະການ ຄລິດສະຕຽນແຕ່ລະຄົນຕ້ອງຕັດສິນໃຈດ້ວຍຕົວເອງ. ນອກຈາກນັ້ນ ເຮົາຄວນນັບຖືສິດໃນການຕັດສິນໃຈສ່ວນຕົວຂອງພີ່ນ້ອງແມ່ນແຕ່ໃນເລື່ອງທີ່ເລັກນ້ອຍກວ່ານີ້.—1 ໂກລິນໂທ 10:32, 33

18. ເຈົ້າຈະສະແດງໃຫ້ເຫັນແນວໃດວ່າເຈົ້າຮູ້ຄຸນຄ່າຕໍ່ກັບສິດໃນການເລືອກ?

18 ພະເຢໂຫວາໃຫ້ເຮົາມີສິດໃນການເລືອກເຊິ່ງເຮັດໃຫ້ເຮົາມີອິດສະຫຼະທີ່ແທ້ຈິງ. (2 ໂກລິນໂທ 3:17, ລ.ມ.) ເຮົາຮູ້ຄຸນຄ່າຕໍ່ກັບຂອງຂວັນນີ້ເພາະມັນເຮັດໃຫ້ເຮົາຕັດສິນໃຈໃນແບບທີ່ສະແດງວ່າເຮົາຮັກພະເຢໂຫວາຫຼາຍແທ້ໆ. ດັ່ງນັ້ນ ໃຫ້ເຮົາເລືອກໃນແບບທີ່ຈະສັນລະເສີນພະອົງຕໍ່ໆໄປ ແລະໃຫ້ເຮົານັບຖືສິດໃນການເລືອກຂອງຄົນອື່ນເຊິ່ງເປັນວິທີທີ່ເຂົາເຈົ້າໃຊ້ຂອງຂວັນນີ້ທີ່ມີຄ່າ.