ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າຮູ້ບໍ?

ເຈົ້າຮູ້ບໍ?

ຄົນໃນສະໄໝບູຮານດັງໄຟແນວໃດເມື່ອເຂົາເຈົ້າເດີນທາງ?

ໃນຕົ້ນເດີມບົດທີ 22 ພະເຈົ້າບອກອັບລາຫາມໃຫ້ເດີນທາງໄປສະຖານທີ່ໜຶ່ງເຊິ່ງຢູ່ໄກຫຼາຍຈາກເຮືອນຂອງລາວເພື່ອຖວາຍເຄື່ອງບູຊາ. ໃນບົດນັ້ນບອກວ່າ: ‘ອັບລາຫາມໃຫ້ອີຊາກລູກແຫ່ງຕົນແບກຟືນທີ່ຈະເຜົາເຄື່ອງບູຊາ ແລະທ່ານໄດ້ຖືໄຟກັບມີດໃນມື ແລະເຂົາທັງສອງໄດ້ໄປດ້ວຍກັນ.’—ຕົ້ນເດີມ 22:6

ຄຳພີໄບເບິນບໍ່ໄດ້ອະທິບາຍວ່າຄົນໃນສະໄໝບູຮານດັງໄຟແນວໃດ. ທັງບໍ່ໄດ້ບອກເຊັ່ນກັນເຖິງວິທີທີ່ອັບລາຫາມແລະອີຊາກດັງໄຟ ແລະຈາກນັ້ນກໍຖືຖ່ານໄຟທີ່ລຸກຢູ່ໄປນຳເຂົາເຈົ້າ? ຜູ້ອະທິບາຍຄຳພີໄບເບິນຄົນໜຶ່ງເວົ້າວ່າ ຖ້າເຮັດແບບນັ້ນ ຖ່ານໄຟຄົງຈະມອດກາງທາງສຳລັບການເດີນທາງໄກ ດັ່ງນັ້ນ ອັບລາຫາມແລະລູກຊາຍອາດຈະເອົາສິ່ງຕ່າງໆທີ່ຈຳເປັນສຳລັບການດັງໄຟຖືໄປນຳ.

ແຕ່ບາງຄົນກໍເວົ້າວ່າການດັງໄຟໃນສະໄໝນັ້ນບໍ່ແມ່ນເລື່ອງງ່າຍ. ດັ່ງນັ້ນ ເປັນໄປໄດ້ທີ່ຜູ້ຄົນຈະດັງໄຟໂດຍເອົາຖ່ານໄຟທີ່ຮ້ອນຈາກໄຟທີ່ກຳລັງລຸກຢູ່ ບາງເທື່ອອາດຈະເອົາຖ່ານໄຟຈາກເພື່ອນບ້ານ. ນັກວິຊາການຫຼາຍຄົນເຊື່ອວ່າ ກ່ອນທີ່ອັບລາຫາມຈະອອກເດີນທາງ ລາວໄດ້ເອົາຖ່ານໄຟທີ່ຮ້ອນຈາກໄຟທີ່ກຳລັງລຸກຢູ່ ແລ້ວອາດຈະເອົາຖ່ານໄຟນັ້ນໃສ່ໃນໝໍ້ດິນທີ່ມີສາຍຫິ້ວເປັນໂສ້ເຫຼັກ ແລະຖືໝໍ້ນັ້ນໄປນຳເມື່ອເດີນທາງ. (ເອຊາອີ 30:14) ເມື່ອຕ້ອງການດັງໄຟ ລາວກໍຈະໃຊ້ຖ່ານໄຟນັ້ນແລະໄມ້ແຫ້ງທ່ອນນ້ອຍໆເພື່ອກໍ່ໄຟ.