ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເປັນຄົນຖ່ອມຢູ່ສະເໝີພາຍໃຕ້ການທົດລອງ

ເປັນຄົນຖ່ອມຢູ່ສະເໝີພາຍໃຕ້ການທົດລອງ

“ທຽວໄປນຳພະເຈົ້າຂອງເຈົ້າດ້ວຍໃຈຖ່ອມ.”—ມີເກ 6:8

ເພງ: 48, 95

1-3. ຜູ້ພະຍາກອນຈາກຢູດາບໍ່ໄດ້ເຮັດສິ່ງໃດ ແລະຜົນເປັນແນວໃດ? (ເບິ່ງຮູບທຳອິດ)

ເຢໂຣໂບອາມເປັນກະສັດຂອງປະເທດອິດສະລາແອນ ລາວໄດ້ຕັ້ງແທ່ນບູຊາສຳລັບການນະມັດສະການປອມໃນເມືອງເບດເອນ. ດັ່ງນັ້ນ ພະເຢໂຫວາຈຶ່ງສົ່ງຜູ້ພະຍາກອນຈາກຢູດາໃຫ້ໄປບອກລາວເລື່ອງຂ່າວສານການພິພາກສາ. ຜູ້ພະຍາກອນທີ່ຖ່ອມໄດ້ເຊື່ອຟັງພະເຢໂຫວາແລະໄປບອກຂ່າວສານນັ້ນ ເຊິ່ງກະສັດໃຈຮ້າຍໃຫ້ລາວຫຼາຍ ແຕ່ພະເຢໂຫວາໄດ້ປົກປ້ອງລາວ.—1 ກະສັດ 13:1-10

2 ພະເຢໂຫວາສັ່ງຜູ້ພະຍາກອນວ່າຢ່າກິນອາຫານຫຼືດື່ມນໍ້າໃນອິດສະລາແອນ ແລະໃຫ້ເມືອເຮືອນໂດຍໃຊ້ເສັ້ນທາງອື່ນ. ຕອນເດີນທາງກັບ ຜູ້ພະຍາກອນໄດ້ພົບກັບຊາຍສູງອາຍຸຄົນໜຶ່ງທີ່ຕົວະລາວ ໂດຍບອກວ່າມີຂ່າວສານຈາກພະເຢໂຫວາ. ຊາຍຄົນນີ້ຊວນຜູ້ພະຍາກອນໄປເຮືອນລາວເພື່ອກິນອາຫານແລະດື່ມນໍ້າ. ຜູ້ພະຍາກອນບໍ່ເຊື່ອຟັງພະເຢໂຫວາແລະໄດ້ໄປກັບຊາຍຄົນນັ້ນ ເຊິ່ງເຮັດໃຫ້ພະເຢໂຫວາບໍ່ພໍໃຈໃນເລື່ອງນີ້. ໃນລະຫວ່າງທາງເມືອເຮືອນ ໂຕສິງໄດ້ມາທຳຮ້າຍແລະຂ້າຜູ້ພະຍາກອນ.—1 ກະສັດ 13:11-24

3 ເຮົາບໍ່ຮູ້ວ່າເປັນຫຍັງຜູ້ພະຍາກອນຈຶ່ງຟັງຊາຍສູງອາຍຸຄົນນັ້ນຫຼາຍກວ່າຟັງພະເຢໂຫວາ. ແຕ່ເຮົາຮູ້ວ່າລາວບໍ່ໄດ້ ‘ທຽວໄປນຳພະເຈົ້າດ້ວຍໃຈຖ່ອມ.’ (ອ່ານມີເກ 6:8) ໃນຄຳພີໄບເບິນ ການທຽວໄປໝາຍເຖິງການໃຊ້ຊີວິດຕາມແນວທາງຂອງພະເຢໂຫວາເຊິ່ງມັນກ່ຽວຂ້ອງກັບການໄວ້ວາງໃຈ ໝາຍເພິ່ງການຊີ້ນຳ ແລະເຊື່ອຟັງພະອົງ. ຄົນທີ່ຖ່ອມຮູ້ວ່າຈະຕ້ອງອະທິດຖານເປັນປະຈຳ. ຖ້າຜູ້ພະຍາກອນເປັນຄົນຖ່ອມ ລາວຈະຖາມພະເຢໂຫວາວ່າພະອົງປ່ຽນແປງຄຳສັ່ງຫຼືບໍ່. ບາງເທື່ອເຮົາກໍຕ້ອງຕັດສິນໃຈໃນເລື່ອງທີ່ຍາກ ແລະສິ່ງທີ່ພະເຢໂຫວາຕ້ອງການໃຫ້ເຮົາເຮັດອາດບໍ່ຈະແຈ້ງ. ແຕ່ຖ້າເຮົາເປັນຄົນຖ່ອມ ເຮົາຈະຂໍໃຫ້ພະອົງຊີ້ນຳເຮົາເພື່ອເຮົາຈະບໍ່ເຮັດຜິດຮ້າຍແຮງ.

4. ເຮົາຈະຮຽນຫຍັງໃນບົດຄວາມນີ້?

4 ໃນບົດຄວາມກ່ອນ ເຮົາໄດ້ຮຽນວ່າການເປັນຄົນຖ່ອມໝາຍເຖິງຫຍັງ ແລະເປັນຫຍັງຄວາມຖ່ອມຈຶ່ງສຳຄັນສຳລັບເຮົາໃນທຸກມື້ນີ້. ແຕ່ເຮົາຈະເປັນຄົນຖ່ອມຫຼາຍຂຶ້ນໄດ້ແນວໃດ? ແລະສະພາບການໃດແດ່ທີ່ອາດທົດລອງຄວາມຖ່ອມຂອງເຮົາເຊິ່ງສະແດງໃຫ້ເຫັນວ່າເຮົາເປັນຄົນຖ່ອມແທ້ໆຫຼືບໍ່? ຕອນນີ້ໃຫ້ເຮົາເບິ່ງສະພາບການສາມຢ່າງຕໍ່ໄປນີ້.—ສຸພາສິດ 11:2

ເມື່ອສະພາບການຂອງເຮົາປ່ຽນແປງ

5, 6. ບາເຣຊີລາຍສະແດງໃຫ້ເຫັນແນວໃດວ່າເປັນຄົນຖ່ອມ?

5 ວິທີທີ່ເຮົາຕອບສະໜອງຕໍ່ກັບສະພາບການຫຼືເມື່ອວຽກມອບໝາຍຂອງເຮົາປ່ຽນແປງຈະສະແດງໃຫ້ເຫັນວ່າເຮົາເປັນຄົນຖ່ອມແທ້ໆຫຼືບໍ່. ເຮົາໄດ້ບົດຮຽນຈາກຕົວຢ່າງຂອງບາເຣຊີລາຍເຊິ່ງເປັນໝູ່ທີ່ພັກດີຂອງກະສັດດາວິດ. ຕອນທີ່ບາເຣຊີລາຍອາຍຸ 80 ປີ ດາວິດຊວນລາວໃຫ້ໄປຢູ່ໃນພະລາຊະວັງນຳ. ເຖິງວ່າເລື່ອງນີ້ເປັນກຽດທີ່ຍິ່ງໃຫຍ່ ແຕ່ບາເຣຊີລາຍບອກວ່າຈະດີກວ່າຖ້າໃຫ້ວຽກມອບໝາຍນີ້ແກ່ກີມຫາມເຊິ່ງອາດເປັນລູກຊາຍຂອງລາວ.—2 ຊາເມືອນ 19:31-37

6 ເປັນຫຍັງບາເຣຊີລາຍຈຶ່ງປະຕິເສດຄຳເຊີນນີ້? ຍ້ອນວ່າບໍ່ຢາກມີໜ້າທີ່ຮັບຜິດຊອບຫຼືເພື່ອມີຄວາມສຸກກັບຊີວິດທີ່ສະຫງົບບໍ? ບໍ່ແມ່ນ. ລາວປະຕິເສດຄຳເຊີນນີ້ຍ້ອນເປັນຄົນຖ່ອມ. ລາວສຳນຶກວ່າສະພາບການຂອງຕົວເອງໄດ້ປ່ຽນໄປ ແລະລາວກໍຍອມຮັບຂີດຈຳກັດຂອງຕົວເອງ. (ອ່ານຄາລາຊີ 6:4, 5) ຄືກັບບາເຣຊີລາຍ ເຮົາຕ້ອງເປັນຄົນຖ່ອມ. ແທນທີ່ຈະຈົດຈໍ່ໃນສິ່ງທີ່ເຮົາຕ້ອງການຫຼືສົມທຽບຕົວເຮົາກັບຄົນອື່ນ ໃຫ້ເຮົາຈົດຈໍ່ຢູ່ກັບການໃຫ້ສິ່ງທີ່ດີທີ່ສຸດແກ່ພະເຢໂຫວາ ເພາະນັ້ນສຳຄັນກວ່າການມີວຽກມອບໝາຍທີ່ພິເສດຫຼືການມີຊື່ສຽງ. (ຄາລາຊີ 5:26) ຖ້າເຮົາເປັນຄົນຖ່ອມ ເຮົາຈະເຮັດວຽກຮ່ວມກັບພີ່ນ້ອງເພື່ອສັນລະເສີນພະເຢໂຫວາແລະຊ່ວຍຄົນອື່ນ.—1 ໂກລິນໂທ 10:31

7, 8. ຄວາມຖ່ອມຊ່ວຍເຮົາແນວໃດບໍ່ໃຫ້ໝາຍເພິ່ງຕົວເອງ?

7 ອາດເປັນເລື່ອງຍາກທີ່ຈະຮັກສາຄວາມຖ່ອມ ຖ້າເຮົາໄດ້ຮັບໜ້າທີ່ຮັບຜິດຊອບຫຼືມີສິດອຳນາດຫຼາຍຂຶ້ນ. ເຮົາສາມາດຮຽນຈາກຕົວຢ່າງຂອງເນເຫມີ. ເມື່ອເນເຫມີໄດ້ຍິນວ່າປະຊາຊົນໃນເມືອງເຢຣຶຊາເລມມີບັນຫາຫຼາຍຢ່າງ ລາວອ້ອນວອນໃຫ້ພະເຢໂຫວາຊ່ວຍເຂົາເຈົ້າ. (ເນເຫມີ 1:4, 11) ພະເຢໂຫວາຕອບຄຳອະທິດຖານນັ້ນ ໂດຍໃຫ້ກະສັດອາເຣຕາເຊເຣເຊແຕ່ງຕັ້ງເນເຫມີເປັນຜູ້ປົກຄອງຂົງເຂດນັ້ນ. ເຖິງວ່າຈະຮັ່ງມີແລະມີອຳນາດ ແຕ່ເນເຫມີບໍ່ເຄີຍໝາຍເພິ່ງຕົວເອງ. ລາວຊອກຫາການຊີ້ນຳຈາກພະເຢໂຫວາແລະອ່ານກົດໝາຍຂອງພະອົງເປັນປະຈຳ. (ເນເຫມີ 8:1, 8, 9) ເນເຫມີມີອຳນາດເໜືອຫຼາຍຄົນ ແຕ່ກໍບໍ່ເຄີຍໃຊ້ອຳນາດນັ້ນເພື່ອຜົນປະໂຫຍດຂອງຕົວເອງຫຼືປະຕິບັດກັບຄົນອື່ນແບບຮຸນແຮງ.—ເນເຫມີ 5:14-19

8 ຄືກັບເນເຫມີ ຖ້າເຮົາໄດ້ຮັບໜ້າທີ່ຮັບຜິດຊອບຫຼາຍຂຶ້ນຫຼືມີການປ່ຽນແປງໃນວຽກມອບໝາຍ ແນ່ນອນວ່າເຮົາຢາກເປັນຄົນຖ່ອມຢູ່ສະເໝີ. ເຮົາບໍ່ຢາກໝາຍເພິ່ງໃນຄວາມສາມາດຫຼືປະສົບການຂອງເຮົາເອງ. ຄົນເຮົາອາດເລີ່ມໝາຍເພິ່ງຕົວເອງໂດຍວິທີໃດ? ຕົວຢ່າງເຊັ່ນ: ຜູ້ເຖົ້າແກ່ອາດເບິ່ງແຍງເລື່ອງຕ່າງໆ ຂອງປະຊາຄົມໂດຍທີ່ບໍ່ໄດ້ອະທິດຖານກ່ອນ. ພີ່ນ້ອງບາງຄົນອາດຕັດສິນໃຈກ່ອນໃນເລື່ອງໃດໜຶ່ງ ແລ້ວຈາກນັ້ນກໍອະທິດຖານຂໍໃຫ້ພະເຢໂຫວາອວຍພອນການຕັດສິນໃຈນັ້ນ. ແຕ່ຄົນທີ່ຖ່ອມຈະບໍ່ໝາຍເພິ່ງຕົວເອງ ເຖິງວ່າລາວກຳລັງເຮັດສິ່ງທີ່ຕົວເອງເຄີຍເຮັດຫຼາຍເທື່ອແລ້ວກໍຕາມ. ລາວສຳນຶກຢູ່ສະເໝີວ່າຄວາມສາມາດຂອງລາວແມ່ນສົມທຽບບໍ່ໄດ້ກັບພະເຢໂຫວາ. (ອ່ານສຸພາສິດ 3:5, 6) ໃນໂລກທຸກມື້ນີ້ ຫຼາຍຄົນເຫັນແກ່ຕົວແລະພະຍາຍາມແຊງໜ້າຄົນອື່ນ. ແຕ່ຜູ້ຮັບໃຊ້ຂອງພະເຢໂຫວາບໍ່ເປັນແບບນັ້ນ. ເຮົາບໍ່ໄດ້ຄິດວ່າການມີໜ້າທີ່ຮັບຜິດຊອບໃນປະຊາຄົມເຮັດໃຫ້ເຮົາດີກວ່າຄົນອື່ນໆໃນຄອບຄົວຫຼືໃນປະຊາຄົມ. ແທນທີ່ຈະເປັນແບບນັ້ນ ໃຫ້ເຮົານຶກເຖິງໜ້າທີ່ຂອງເຮົາໃນການຈັດຕຽມຂອງພະເຈົ້າແລະເຮັດວຽກຮ່ວມກັບພີ່ນ້ອງຊາຍຍິງ.—1 ຕີໂມເຕ 3:15

ເມື່ອຄົນອື່ນຕຳໜິຫຼືຊົມເຊີຍ

9, 10. ຄວາມຖ່ອມຊ່ວຍເຮົາແນວໃດເມື່ອຄົນອື່ນຕຳໜິເຮົາຢ່າງບໍ່ຍຸຕິທຳ?

9 ເມື່ອບາງຄົນຕຳໜິເຮົາຢ່າງບໍ່ຍຸຕິທຳນັ້ນອາດເຮັດໃຫ້ເຮົາເສຍໃຈ. ເລື່ອງນີ້ໄດ້ເກີດຂຶ້ນກັບອານາ. ເຖິງວ່າຜົວຮັກລາວຫຼາຍ ແຕ່ອານາກໍບໍ່ມີຄວາມສຸກ ເພາະເປນີນາທີ່ເປັນຄູ່ແຂ່ງຂອງລາວ ມັກເຍາະເຍີ້ຍຢູ່ຕະຫຼອດ. ອານາຢາກມີລູກແຕ່ລາວເປັນໝັນ. ມື້ໜຶ່ງອານາຮູ້ສຶກເສົ້າໃຈຫຼາຍ ລາວຈຶ່ງໄປວິຫານເພື່ອອະທິດຖານ. ເມື່ອປະໂລຫິດໃຫຍ່ເອລີເຫັນລາວກຳລັງຮ້ອງໄຫ້ຈຶ່ງກ່າວຫາລາວວ່າເມົາເຫຼົ້າ. ອານາອາດຈະໃຈຮ້າຍຫຼາຍກໍໄດ້ ແຕ່ລາວເລືອກທີ່ຈະຕອບເອລີດ້ວຍຄວາມນັບຖື. ຫຼັງຈາກນັ້ນ ອານາອະທິດຖານໃນແບບທີ່ສະແດງວ່າລາວມີຄວາມເຊື່ອໃນພະເຢໂຫວາແລະຮັກພະອົງ.—1 ຊາເມືອນ 1:5-7, 12-16; 2:1-10

10 ຄວາມຖ່ອມຊ່ວຍເຮົາໃຫ້ “ແພ້ [“ຊະນະ,” ລ.ມ.] ຄວາມຊົ່ວດ້ວຍຄວາມດີ.” (ໂລມ 12:21) ໂລກທີ່ຊາຕານປົກຄອງເຕັມໄປດ້ວຍສິ່ງຊົ່ວຮ້າຍ. ດັ່ງນັ້ນ ເຮົາບໍ່ຄວນຕົກໃຈເມື່ອຖືກປະຕິບັດຢ່າງບໍ່ຍຸຕິທຳ. ເຖິງວ່າເລື່ອງນີ້ຈະເຮັດໃຫ້ເຮົາໃຈຮ້າຍ ແຕ່ເຮົາຕ້ອງຕໍ່ສູ້ກັບຄວາມຮູ້ສຶກນີ້. (ຄຳເພງ 37:1) ເຮົາອາດເຈັບໃຈຫຼາຍຕື່ມອີກເມື່ອມີບັນຫາກັບພີ່ນ້ອງໃນປະຊາຄົມ. ຖ້າເລື່ອງນີ້ເກີດຂຶ້ນ ເຮົາຢາກຮຽນແບບພະເຍຊູ. ຄຳພີໄບເບິນບອກວ່າ: “ເມື່ອເຂົາໄດ້ກ່າວຄຳປະໝາດຕໍ່ພະອົງ ພະອົງບໍ່ໄດ້ກ່າວຄຳປະໝາດຕອບແທນ.” ແຕ່ໄດ້ ‘ຝາກຕົວເອງໄວ້ກັບພະເຈົ້າຜູ້ຕັດສິນດ້ວຍຄວາມຊອບທຳ.’ (1 ເປໂຕ 2:23) ພະເຍຊູເປັນຄົນຖ່ອມແລະຮູ້ວ່າພະເຢໂຫວາຈະແກ້ໄຂຄວາມບໍ່ຍຸຕິທຳທຸກຢ່າງ. (ໂລມ 12:19) ເຮົາເອງກໍຢາກເປັນຄົນຖ່ອມແລະບໍ່ “ກະທຳການຮ້າຍຕອບແທນການຮ້າຍ.”—1 ເປໂຕ 3:8, 9

11, 12. (ກ) ເມື່ອຄົນອື່ນຊົມເຊີຍຫຼືຍ້ອງຍໍເຮົາ ເຮົາຈະເປັນຄົນຖ່ອມຢູ່ສະເໝີໄດ້ແນວໃດ? (ຂ) ການແຕ່ງຕົວແລະການປະພຶດຂອງເຮົາສະແດງໃຫ້ເຫັນແນວໃດວ່າເຮົາເປັນຄົນຖ່ອມ?

11 ເມື່ອຄົນອື່ນຊົມເຊີຍຫຼືຍ້ອງຍໍເຮົາ ເລື່ອງນີ້ອາດທົດລອງຄວາມຖ່ອມຂອງເຮົາເຊັ່ນກັນ. ເອເຊເທຣໄດ້ຮັບຄຳຊົມເຊີຍແລະການຍ້ອງຍໍຫຼາຍ ເພາະລາວເປັນຜູ້ຍິງຄົນໜຶ່ງທີ່ງາມທີ່ສຸດໃນປະເທດເປເຣເຊ. ເປັນເວລາໜຶ່ງປີທີ່ເອເຊເທຣແລະຍິງສາວຫຼາຍຄົນໄດ້ຮັບການເອົາໃຈໃສ່ດ້ວຍເຄື່ອງບຳລຸງຄວາມງາມແບບພິເສດ ຍິງສາວເຫຼົ່ານັ້ນແຂ່ງຂັນກັນເພື່ອໃຫ້ກະສັດສົນໃຈ. ຕໍ່ມາກະສັດໄດ້ເລືອກເອເຊເທຣໃຫ້ເປັນລາຊີນີຂອງລາວ. ແຕ່ການໄດ້ຮັບຄວາມສົນໃຈທັງໝົດນີ້ບໍ່ໄດ້ປ່ຽນແປງລາວ ເພາະລາວບໍ່ໄດ້ກາຍເປັນຄົນທີ່ຄິດຫາແຕ່ຕົວເອງ. ເອເຊເທຣຍັງເປັນຄົນຖ່ອມ ກະລຸນາ ແລະໜ້ານັບຖື.—ເອເຊເທຣ 2:9, 12, 15, 17

ການແຕ່ງຕົວຂອງເຮົາສະແດງໃຫ້ເຫັນບໍວ່າເຮົານັບຖືພະເຢໂຫວາແລະຄົນອື່ນ ຫຼືສະແດງໃຫ້ເຫັນວ່າເຮົາບໍ່ໄດ້ເປັນຄົນຖ່ອມ? (ເບິ່ງຂໍ້ 12)

12 ຖ້າເຮົາເປັນຄົນທີ່ຖ່ອມ ເຮົາກໍຈະແຕ່ງຕົວແລະປະພຶດໃນແບບທີ່ສະແດງວ່າເຮົານັບຖືຄົນອື່ນຄືກັບທີ່ເຮົານັບຖືຕົວເອງ. ແທນທີ່ຈະອວດອ້າງຫຼືພະຍາຍາມເຮັດໃຫ້ຄົນອື່ນປະທັບໃຈ ເຮົາພະຍາຍາມມີ “ຈິດວິນຍານອ່ອນແລະໃຈສຸກສຳລານ” ເຊິ່ງໝາຍເຖິງການມີໃຈທີ່ສະຫງົບແລະອ່ອນໂຍນ. (ອ່ານ 1 ເປໂຕ 3:3, 4; ເຢເຣມີ 9:23, 24) ທີ່ຈິງແລ້ວສິ່ງທີ່ເຮົາຮູ້ສຶກກ່ຽວກັບຕົວເອງຈະສະແດງອອກໃນຄຳເວົ້າແລະການກະທຳຂອງເຮົາ. ຕົວຢ່າງເຊັ່ນ: ເຮົາອາດພະຍາຍາມເຮັດໃຫ້ຄົນອື່ນຄິດວ່າເຮົາເປັນຄົນພິເສດຍ້ອນສິ່ງທີ່ເຮົາເຮັດ ສິ່ງທີ່ເຮົາຮູ້ ຫຼືຄົນທີ່ເຮົາຮູ້ຈັກ. ຫຼືເຮົາອາດພະຍາຍາມເຮັດໃຫ້ເບິ່ງຄືວ່າເຮົາເຮັດບາງສິ່ງທີ່ສຳຄັນດ້ວຍຕົວເອງ ເຊິ່ງທີ່ຈິງແລ້ວຄົນອື່ນຊ່ວຍເຮົາ. ໃຫ້ຄິດເຖິງພະເຍຊູ ພະອົງສາມາດເຮັດໃຫ້ຜູ້ຄົນປະທັບໃຈໃນຄວາມສະຫຼາດຂອງພະອົງ. ແຕ່ພະເຍຊູມັກຍົກເອົາຄຳເວົ້າຈາກພະຄຳພີ ເພາະບໍ່ຢາກໃຫ້ຜູ້ຄົນຍ້ອງຍໍພະອົງ ແຕ່ຢາກໃຫ້ພະເຢໂຫວາໄດ້ຮັບຄຳຍ້ອງຍໍນັ້ນ.—ໂຢຮັນ 8:28

ເມື່ອເຮົາຕັດສິນໃຈ

13, 14. ຄວາມຖ່ອມຊ່ວຍເຮົາແນວໃດໃຫ້ຕັດສິນໃຈຢ່າງຖືກຕ້ອງ?

13 ເຮົາຕ້ອງເປັນຄົນທີ່ຖ່ອມສະເໝີເມື່ອຕັດສິນໃຈໃນເລື່ອງຕ່າງໆຫຼືເມື່ອການຕັດສິນໃຈຂອງຄົນອື່ນສົ່ງຜົນກະທົບຕໍ່ເຮົາ. ເມື່ອໂປໂລຢູ່ເມືອງເຊຊາເຣ ລາວຢາກໄປເມືອງເຢຣຶຊາເລມເພື່ອເຮັດວຽກມອບໝາຍຂອງພະເຢໂຫວາໃຫ້ສຳເລັດ. ແຕ່ຜູ້ພະຍາກອນອາກາບຶບອກໂປໂລວ່າຖ້າລາວໄປ ລາວຈະຖືກຈັບແລະອາດຖືກຂ້າກໍໄດ້. ດັ່ງນັ້ນ ພີ່ນ້ອງຈຶ່ງອ້ອນວອນໂປໂລບໍ່ໃຫ້ໄປ ແຕ່ລາວກໍຕັດສິນໃຈທີ່ຈະໄປເມືອງເຢຣຶຊາເລມ. ນັ້ນເປັນຍ້ອນວ່າລາວໝາຍເພິ່ງໃນຕົວເອງບໍ? ບໍ່ແມ່ນ. ໂປໂລຖ່ອມຕົວແລະໄວ້ວາງໃຈພະເຢໂຫວາຢ່າງເຕັມທີ ແລະພວກພີ່ນ້ອງກໍຖ່ອມຕົວເຊັ່ນກັນ. ດັ່ງນັ້ນ ເຂົາເຈົ້າຈຶ່ງສະໜັບສະໜູນການຕັດສິນໃຈຂອງໂປໂລແລະໃຫ້ລາວໄປເມືອງເຢຣຶຊາເລມ.—ກິດຈະການ 21:10-14

14 ການເປັນຄົນຖ່ອມຈະຊ່ວຍເຮົາຕັດສິນໃຈຢ່າງຖືກຕ້ອງ ເຖິງວ່າເຮົາບໍ່ສາມາດຮູ້ຫຼືຄວບຄຸມບໍ່ໄດ້ວ່າຜົນຂອງການຕັດສິນໃຈນັ້ນຈະອອກມາແນວໃດ. ຕົວຢ່າງເຊັ່ນ: ເຮົາອາດຄິດເຖິງການເລີ່ມຮັບໃຊ້ແບບເຕັມເວລາ. ແຕ່ຈະເກີດຫຍັງຂຶ້ນຖ້າເຮົາເຈັບປ່ວຍ? ຖ້າພໍ່ແມ່ເຮົາເຈັບປ່ວຍແລະຕ້ອງການຄວາມຊ່ວຍເຫຼືອເດ? ເຮົາຈະເຮັດແນວໃດເມື່ອເຖົ້າແກ່ລົງ? ເຮົາບໍ່ສາມາດຕອບຄຳຖາມເຫຼົ່ານີ້ ເຖິງວ່າເຮົາໄດ້ອະທິດຖານແລະຄິດກ່ຽວກັບເລື່ອງນີ້ແລ້ວ. (ຜູ້ເທສະໜາປ່າວປະກາດ 8:16, 17) ແຕ່ຖ້າເຮົາໄວ້ວາງໃຈພະເຢໂຫວາ ເຮົາຈະສຳນຶກແລະຍອມຮັບຂີດຈຳກັດຂອງຕົວເອງ. ເຮົາຈະພິຈາລະນາເບິ່ງຄວາມເປັນຈິງ ຂໍຄຳແນະນຳ ແລະສຳຄັນທີ່ສຸດເຮົາຈະອະທິດຖານຂໍການຊີ້ນຳຈາກພະເຢໂຫວາ. ຫຼັງຈາກນັ້ນເຮົາຕ້ອງເຮັດຕາມການຊີ້ນຳຈາກພະລັງບໍລິສຸດຂອງພະອົງ. (ອ່ານຜູ້ເທສະໜາປ່າວປະກາດ 11:4-6) ພະເຢໂຫວາສາມາດອວຍພອນການຕັດສິນໃຈຂອງເຮົາ ຫຼືພະອົງອາດຊ່ວຍເຮົາໃຫ້ປ່ຽນແປງແຜນການຂອງເຮົາ.—ສຸພາສິດ 16:3, 9

ເຮົາຈະເປັນຄົນຖ່ອມຫຼາຍຂຶ້ນໄດ້ແນວໃດ

15. ການຄິດຕຶກຕອງເຖິງພະເຢໂຫວາຊ່ວຍເຮົາແນວໃດໃຫ້ເປັນຄົນຖ່ອມ?

15 ເຮົາຈະເປັນຄົນຖ່ອມຫຼາຍຂຶ້ນໄດ້ແນວໃດ? ເຮົາຈະເບິ່ງ 4 ວິທີນຳກັນ. ວິທີທຳອິດ ເຮົາຕ້ອງຄິດຕຶກຕອງເຖິງພະເຢໂຫວາ ນັ້ນຄືການຄິດຢ່າງເລິກເຊິ່ງວ່າພະອົງເປັນພະເຈົ້າແບບໃດ. ເມື່ອເຮົາສົມທຽບຕົວເອງກັບພະເຢໂຫວາ ເຮົາກໍສຳນຶກວ່າເຮົາຕໍ່າຕ້ອຍແທ້ໆແລະຮູ້ພຽງເລັກນ້ອຍເທົ່ານັ້ນ. (ເອຊາອີ 8:13) ໃຫ້ຈື່ໄວ້ວ່າເຮົາຮັບໃຊ້ພະເຈົ້າຜູ້ມີລິດເດດຍິ່ງໃຫຍ່ ບໍ່ແມ່ນຮັບໃຊ້ມະນຸດຫຼືທູດສະຫວັນ. ການຕຶກຕອງເຖິງສິ່ງນີ້ຈະຊ່ວຍເຮົາໃຫ້ຖ່ອມຕົວຢູ່ “ໃຕ້ມືອັນມີອຳນາດແຫ່ງພະເຈົ້າ.”—1 ເປໂຕ 5:6

16. ການຄິດຕຶກຕອງເຖິງຄວາມຮັກຂອງພະເຢໂຫວາຊ່ວຍເຮົາແນວໃດໃຫ້ເປັນຄົນຖ່ອມ?

16 ວິທີທີ 2. ເຮົາຈະເປັນຄົນທີ່ຖ່ອມຫຼາຍຂຶ້ນເມື່ອເຮົາຄິດຕຶກຕອງເຖິງຄວາມຮັກຂອງພະເຢໂຫວາ. ໂປໂລໄດ້ສົມທຽບປະຊາຄົມຄລິດສະຕຽນກັບຮ່າງກາຍຂອງມະນຸດ ເພາະພະເຢໂຫວາສ້າງທຸກສ່ວນຂອງຮ່າງກາຍໃຫ້ມີຄ່າ. (1 ໂກລິນໂທ 12:23, 24) ດັ່ງນັ້ນ ເຮົາແຕ່ລະຄົນກໍມີຄ່າສຳລັບພະອົງເຊັ່ນກັນ. ພະອົງບໍ່ໄດ້ສົມທຽບເຮົາກັບຄົນອື່ນແລະກໍຍັງຮັກເຮົາສະເໝີເມື່ອເຮົາເຮັດຜິດ. ເຮົາຮູ້ສຶກປອດໄພເມື່ອຮູ້ວ່າພະເຢໂຫວາຮັກເຮົາ.

17. ເຮົາຈະໄດ້ຮັບປະໂຫຍດແນວໃດເມື່ອເຮົາຊອກຫາສ່ວນທີ່ດີໃນຕົວຄົນອື່ນ?

17 ວິທີທີ 3. ເຮົາຈະເປັນຄົນຖ່ອມຫຼາຍຂຶ້ນເມື່ອເຮົາຊອກຫາສ່ວນທີ່ດີໃນຕົວຄົນອື່ນຄືກັບທີ່ພະເຢໂຫວາເຮັດ. ແທນທີ່ຈະພະຍາຍາມຢູ່ສະເໝີເພື່ອເປັນຈຸດສົນໃຈຫຼືບອກຄົນອື່ນໃນສິ່ງທີ່ເຂົາເຈົ້າຄວນເຮັດ ເຮົາຈະຂໍຄຳແນະນຳຈາກຄົນເຫຼົ່ານັ້ນແລະເຕັມໃຈຍອມຮັບຄວາມຄິດເຫັນຂອງເຂົາເຈົ້າ. (ສຸພາສິດ 13:10) ເຮົາຈະດີໃຈກັບພີ່ນ້ອງຮ່ວມຄວາມເຊື່ອເມື່ອເຂົາເຈົ້າໄດ້ຮັບວຽກມອບໝາຍພິເສດ. ນອກຈາກນັ້ນ ເຮົາຈະຂອບໃຈພະເຢໂຫວາທີ່ອະນຸຍາດໃຫ້ເຮົາທຸກຄົນຮັບໃຊ້ພະອົງ.—1 ເປໂຕ 5:9

18. ການຝຶກຝົນສະຕິຮູ້ສຶກຜິດຊອບຈະຊ່ວຍເຮົາແນວໃດໃຫ້ເປັນຄົນຖ່ອມຫຼາຍຂຶ້ນ?

18 ວິທີທີ 4. ເຮົາຈະເປັນຄົນຖ່ອມຫຼາຍຂຶ້ນເມື່ອເຮົາໃຊ້ຫຼັກການໃນຄຳພີໄບເບິນເພື່ອຝຶກຝົນສະຕິຮູ້ສຶກຜິດຊອບຂອງເຮົາ. ຫຼັກການເຫຼົ່ານີ້ສອນເຮົາໃຫ້ຮູ້ວ່າພະເຢໂຫວາຮູ້ສຶກແລະຄິດແນວໃດ. ເມື່ອເຮົາຮຽນຮູ້ທີ່ຈະເບິ່ງສິ່ງຕ່າງໆຈາກມຸມມອງຂອງພະເຢໂຫວາ ເຮົາກໍຈະຕັດສິນໃຈໃນແບບທີ່ພະອົງພໍໃຈ. ເມື່ອເຮົາສຶກສາຄຳພີໄບເບິນ ອະທິດຖານ ແລະນຳໃຊ້ສິ່ງທີ່ເຮົາຮຽນຮູ້ ສະຕິຮູ້ສຶກຜິດຊອບຂອງເຮົາກໍຈະເຂັ້ມແຂງຂຶ້ນ. (1 ຕີໂມເຕ 1:5) ເຮົາຮຽນຮູ້ທີ່ຈະຈັດໃຫ້ຄວາມຕ້ອງການຂອງຄົນອື່ນມາກ່ອນຂອງເຮົາ. ຖ້າເຮົາເຮັດສິ່ງເຫຼົ່ານີ້ ພະເຢໂຫວາສັນຍາວ່າຈະ ‘ເຮັດໃຫ້ການຝຶກອົບຮົມພວກເຮົາສຳເລັດ’ ເຊິ່ງລວມເຖິງການຊ່ວຍເຮົາໃຫ້ເປັນຄົນຖ່ອມຫຼາຍຂຶ້ນ.—1 ເປໂຕ 5:10, ລ.ມ.

19. ແມ່ນຫຍັງຈະຊ່ວຍເຮົາໃຫ້ເປັນຄົນຖ່ອມຢູ່ສະເໝີ?

19 ເຈົ້າຈື່ຜູ້ພະຍາກອນຈາກຢູດາໄດ້ບໍທີ່ເຮົາເວົ້າເຖິງໃນຕອນເລີ່ມຕົ້ນຂອງບົດຄວາມນີ້? ລາວໄດ້ເສຍຊີວິດແລະສູນເສຍສາຍສຳພັນກັບພະເຢໂຫວາຍ້ອນບໍ່ໄດ້ຮັກສາຄວາມຖ່ອມ. ແຕ່ເຮົາສາມາດເປັນຄົນຖ່ອມຢູ່ສະເໝີແມ່ນແຕ່ເມື່ອການເຮັດແບບນັ້ນເປັນເລື່ອງຍາກ. ຕົວຢ່າງຂອງຜູ້ຮັບໃຊ້ທີ່ສັດຊື່ຫຼາຍຄົນພິສູດວ່າເປັນໄປໄດ້ທີ່ຈະເປັນຄົນຖ່ອມຢູ່ສະເໝີ. ແຮ່ງເຮົາຮັບໃຊ້ພະເຢໂຫວາດົນເທົ່າໃດ ເຮົາກໍຄວນໝາຍເພິ່ງພະອົງຫຼາຍເທົ່ານັ້ນ. (ສຸພາສິດ 8:13) ບໍ່ວ່າສະພາບການຂອງເຮົາຈະເປັນແນວໃດ ເຮົາກໍຍັງສາມາດໃຊ້ຊີວິດຕາມແນວທາງຂອງພະເຢໂຫວາ ແລະເລື່ອງນີ້ເປັນສິດທິພິເສດທີ່ຍິ່ງໃຫຍ່ທີ່ສຸດສຳລັບເຮົາ. ດັ່ງນັ້ນ ໃຫ້ເຮົາເຮັດສຸດຄວາມສາມາດເພື່ອເປັນຄົນຖ່ອມຢູ່ສະເໝີແລະໃຊ້ຊີວິດຕາມແນວທາງຂອງພະເຢໂຫວາຕະຫຼອດໄປ.