ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເປັນຫຍັງຄວາມຖ່ອມຈຶ່ງສຳຄັນ

ເປັນຫຍັງຄວາມຖ່ອມຈຶ່ງສຳຄັນ

‘ຄວາມປັນຍາຢູ່ກັບຄົນສຸພາບ [“ຄົນຖ່ອມ,” ທ.ປ.]’—ສຸພາສິດ 11:2

ເພງ: 38, 69

1, 2. ເປັນຫຍັງພະເຢໂຫວາຈຶ່ງປະຕິເສດຊາອຶລ? (ເບິ່ງຮູບທຳອິດ)

ຕອນທີ່ພະເຢໂຫວາເລືອກຊາອຶລເປັນກະສັດ ລາວເປັນຄົນຖ່ອມ. (1 ຊາເມືອນ 9:1, 2, 21; 10:20-24) ແຕ່ຫຼັງຈາກໄດ້ເປັນກະສັດແລ້ວ ລາວກໍກາຍເປັນຄົນທີ່ເຮັດເກີນສິດ. ມີຄັ້ງໜຶ່ງທີ່ພວກຟີລີດຕີນຫຼາຍພັນຄົນໄດ້ມາຕໍ່ສູ້ກັບຊາວອິດສະລາແອນ ແລະຜູ້ພະຍາກອນຊາເມືອນບອກຊາອຶລວ່າລາວຈະມາຖວາຍເຄື່ອງບູຊາໃຫ້ພະເຢໂຫວາ. ແຕ່ກ່ອນທີ່ຊາເມືອນຈະມາຮອດ ຊາວອິດສະລາແອນພາກັນຢ້ານແລະຫຼາຍຄົນໄດ້ປະຖິ້ມຊາອຶລ. ດັ່ງນັ້ນ ຊາອຶລຈຶ່ງເລີ່ມຂາດຄວາມອົດທົນ ແທນທີ່ຈະລໍຖ້າຊາເມືອນ ລາວໄດ້ຖວາຍເຄື່ອງບູຊາດ້ວຍຕົວເອງ. ຊາອຶລບໍ່ມີສິດເຮັດສິ່ງນີ້ແລະພະເຢໂຫວາກໍບໍ່ພໍໃຈລາວ.—1 ຊາເມືອນ 13:5-9

2 ເມື່ອຊາເມືອນມາຮອດ ລາວຕຳໜິຊາອຶລທີ່ບໍ່ເຊື່ອຟັງພະເຢໂຫວາ. ແຕ່ຊາອຶລຄິດວ່າຕົວເອງບໍ່ໄດ້ເຮັດຫຍັງຜິດ. ລາວພະຍາຍາມຫາຂໍ້ແກ້ຕົວ ແລະແມ່ນແຕ່ໂທດຄົນອື່ນສຳລັບຄວາມຜິດນັ້ນ. (1 ຊາເມືອນ 13:10-14) ນັບຕັ້ງແຕ່ນັ້ນມາ ຊາອຶລເຮັດຫຼາຍສິ່ງທີ່ເກີນສິດຂອງຕົວເອງ. ດັ່ງນັ້ນ ພະເຢໂຫວາຈຶ່ງປະຕິເສດລາວຈາກການເປັນກະສັດ. (1 ຊາເມືອນ 15:22, 23) ຊີວິດຂອງຊາອຶລເລີ່ມຕົ້ນດີແຕ່ລົງທ້າຍແບບບໍ່ດີ.—1 ຊາເມືອນ 31:1-6

3. (ກ) ຫຼາຍຄົນຄິດແນວໃດກ່ຽວກັບຄວາມຖ່ອມ? (ຂ) ເຮົາຈະໄດ້ຄຳຕອບສຳລັບຄຳຖາມຫຍັງແດ່?

3 ໃນທຸກມື້ນີ້ຫຼາຍຄົນຮູ້ສຶກວ່າບໍ່ສາມາດເປັນຄົນຖ່ອມແລະໃນເວລາດຽວກັນກໍປະສົບຜົນສຳເລັດໃນຊີວິດຫຼືໃນວຽກງານ. ເຂົາເຈົ້າອວດອ້າງກ່ຽວກັບຕົວເອງເພື່ອໃຫ້ເບິ່ງຄືວ່າດີກວ່າຄົນອື່ນ. ຕົວຢ່າງເຊັ່ນ: ນັກສະແດງຄົນໜຶ່ງທີ່ມີຊື່ສຽງເຊິ່ງຕໍ່ມາໄດ້ກາຍເປັນນັກການເມືອງໄດ້ເວົ້າວ່າ: “ຄວາມຖ່ອມເປັນຄຳເວົ້າທີ່ໃຊ້ກັບຂ້ອຍບໍ່ໄດ້ເລີຍ ແລະກໍຫວັງວ່າມັນຈະບໍ່ເຄີຍໃຊ້ໄດ້ກັບຂ້ອຍ.” ແຕ່ເປັນຫຍັງຄວາມຖ່ອມຈຶ່ງສຳຄັນສຳລັບຄລິດສະຕຽນ? ຄວາມຖ່ອມໝາຍເຖິງຫຍັງ ແລະບໍ່ໄດ້ໝາຍເຖິງຫຍັງ? ໃນບົດຄວາມນີ້ເຮົາຈະຕອບຄຳຖາມເຫຼົ່ານີ້ ແລະໃນບົດຄວາມຕໍ່ໄປເຮົາຈະເບິ່ງວິທີທີ່ເຮົາຈະເປັນຄົນຖ່ອມຢູ່ສະເໝີແມ່ນແຕ່ເມື່ອການເຮັດແບບນັ້ນອາດເປັນເລື່ອງຍາກ.

ເປັນຫຍັງຄວາມຖ່ອມຈຶ່ງສຳຄັນ?

4. ການເຮັດເກີນສິດແມ່ນຫຍັງ?

4 ຄຳພີໄບເບິນບອກວ່າການເຮັດເກີນສິດກົງກັນຂ້າມກັບຄວາມຖ່ອມ. (ອ່ານສຸພາສິດ 11:2) ດາວິດອ້ອນວອນພະເຢໂຫວາວ່າ: ‘ຂໍຫ້າມຜູ້ຮັບໃຊ້ຂອງພະອົງບໍ່ໃຫ້ເຮັດເກີນສິດ.’ (ຄຳເພງ 19:13, ລ.ມ.) ການເຮັດເກີນສິດແມ່ນຫຍັງ? ແມ່ນການເຮັດໃນສິ່ງທີ່ເຮົາບໍ່ມີສິດຫຼືບໍ່ມີອຳນາດທີ່ຈະເຮັດ ບາງເທື່ອອາດເປັນຍ້ອນເຮົາຂາດຄວາມອົດທົນຫຼືເປັນຄົນຍິ່ງ. ເຮົາທຸກຄົນບໍ່ສົມບູນແບບ ບາງຄັ້ງເຮົາກໍເຮັດເກີນສິດຂອງຕົວເອງ. ແຕ່ຕາມທີ່ຮຽນຮູ້ຈາກຕົວຢ່າງຂອງກະສັດຊາອຶລ ຖ້າເລື່ອງນີ້ກາຍເປັນນິດໄສຂອງເຮົາ ແນ່ນອນວ່າພະເຢໂຫວາຈະບໍ່ພໍໃຈ. ຄຳເພງ 119:21 ບອກວ່າ: ພະເຢໂຫວາຈະ “ຕິຕຽນຄົນຈອງຫອງ.” ເປັນຫຍັງພະອົງຈຶ່ງເຮັດແບບນັ້ນ?

ເຮົາສະແດງຄວາມນັບຖືຕໍ່ພະເຢໂຫວາເມື່ອເຮົາເປັນຄົນຖ່ອມ

5. ເປັນຫຍັງການເຮັດເກີນສິດຈຶ່ງເປັນຄວາມຜິດຮ້າຍແຮງ?

5 ທຳອິດ ຖ້າເຮົາເຮັດເກີນສິດ ເຮົາກໍກຳລັງສະແດງຄວາມບໍ່ນັບຖືຕໍ່ພະເຢໂຫວາເພາະພະອົງເປັນພະເຈົ້າແລະເປັນຜູ້ປົກຄອງເຮົາ. ທີສອງ ເມື່ອເຮົາເຮັດໃນສິ່ງທີ່ບໍ່ໄດ້ຮັບອະນຸຍາດໃຫ້ເຮັດ ເຮົາອາດຈະຜິດຖຽງແລະບໍ່ເຫັນດີກັບຄົນອື່ນ. (ສຸພາສິດ 13:10) ແລະທີສາມ ເຮົາອາດເບິ່ງຄືຄົນໂງ່ເມື່ອຄົນອື່ນຮູ້ວ່າເຮົາເຮັດເກີນສິດຂອງເຮົາ. (ລືກາ 14:8, 9) ນີ້ເປັນເຫດຜົນທີ່ພະເຢໂຫວາຢາກໃຫ້ເຮົາເປັນຄົນຖ່ອມ.

ຄວາມຖ່ອມກ່ຽວຂ້ອງກັບຫຍັງ?

6, 7. ຄວາມຖ່ອມແລະຄວາມຈຽມຕົວກ່ຽວຂ້ອງກັນແນວໃດ?

6 ຄວາມຖ່ອມແລະຄວາມຈຽມຕົວກ່ຽວຂ້ອງກັນຢ່າງໃກ້ຊິດ. ຄລິດສະຕຽນທີ່ຖ່ອມຈະບໍ່ພູມໃຈໃນຕົວເອງແຕ່ຈະຖືວ່າຄົນອື່ນດີກວ່າລາວ. (ຟີລິບ 2:3) ຕາມປົກກະຕິແລ້ວຄົນຖ່ອມຈະເປັນຄົນທີ່ຈຽມຕົວນຳອີກ. ລາວຈະສຳນຶກວ່າຕົວເອງມີຂີດຈຳກັດແລະຖ່ອມໃຈຍອມຮັບຄວາມຜິດພາດຂອງຕົວເອງ. ລາວເຕັມໃຈຟັງຄວາມຄິດເຫັນຂອງຄົນອື່ນແລະຮຽນຮູ້ຈາກເຂົາເຈົ້າ. ຄົນທີ່ຖ່ອມເຮັດໃຫ້ພະເຢໂຫວາພໍໃຈຫຼາຍແທ້ໆ.

7 ຄຳພີໄບເບິນສະແດງໃຫ້ເຫັນວ່າຄົນຖ່ອມຮູ້ຈັກຕົວເອງແລະສຳນຶກວ່າມີບາງສິ່ງທີ່ລາວເຮັດບໍ່ໄດ້ຫຼືບໍ່ໄດ້ຮັບອະນຸຍາດໃຫ້ເຮັດ. ການສຳນຶກແບບນີ້ຊ່ວຍໃຫ້ລາວນັບຖືຄົນອື່ນແລະປະຕິບັດກັບເຂົາເຈົ້າຢ່າງກະລຸນາ.

8. ເພື່ອຈະເປັນຄົນຖ່ອມຢູ່ສະເໝີ ເຮົາຄວນຫຼີກລ່ຽງຄວາມຄິດແບບໃດ?

8 ເຮົາອາດເລີ່ມຄິດແບບເກີນສິດໂດຍທີ່ບໍ່ສຳນຶກຕົວຊໍ້າ. ເລື່ອງນີ້ອາດເກີດຂຶ້ນໄດ້ແນວໃດ? ເຮົາອາດເລີ່ມຮູ້ສຶກວ່າຕົວເອງສຳຄັນຫຼາຍກວ່າຄົນອື່ນຍ້ອນເຮົາຫຼືຄົນທີ່ເຮົາຮູ້ຈັກດີມີໜ້າທີ່ຮັບຜິດຊອບບາງຢ່າງໃນປະຊາຄົມ. (ໂລມ 12:16) ນອກຈາກນັ້ນ ເຮົາອາດເລີ່ມສົນໃຈໃນຕົວເອງຫຼາຍເກີນໄປ. (1 ຕີໂມເຕ 2:9, 10) ເຮົາອາດເຖິງຂັ້ນເລີ່ມບອກຄົນອື່ນກ່ຽວກັບສິ່ງທີ່ເຂົາເຈົ້າຄວນເຮັດແລະບໍ່ຄວນເຮັດ.—1 ໂກລິນໂທ 4:6

9. ເປັນຫຍັງບາງຄົນຈຶ່ງກາຍເປັນຄົນເຮັດເກີນສິດ? ໃຫ້ຍົກຕົວຢ່າງ.

9 ເຮົາອາດເລີ່ມປະພຶດແບບເກີນສິດຖ້າເຮົາບໍ່ຄວບຄຸມຄວາມຕ້ອງການທີ່ຜິດໆຂອງເຮົາ. ຫຼາຍຄົນກາຍເປັນຄົນທີ່ເຮັດເກີນສິດຍ້ອນເຂົາເຈົ້າຢາກໄດ້ກຽດຕິຍົດສຳລັບຕົວເອງ ອິດສາຄົນອື່ນ ຫຼືບໍ່ຄວບຄຸມຄວາມໃຈຮ້າຍຂອງຕົວເອງ. ສິ່ງນີ້ເກີດຂຶ້ນກັບບາງຄົນເຊິ່ງຄຳພີໄບເບິນກ່າວເຖິງ ເຊັ່ນ: ອາບຊະໂລມ ໂອເຊຍເຊ ແລະເນບຶກາດເນດຊາຣ. ພະເຢໂຫວາບອກເຂົາເຈົ້າຢ່າງຊັດເຈນວ່າເຂົາເຈົ້າຕ້ອງເປັນຄົນຖ່ອມ.—2 ຊາເມືອນ 15:1-6; 18:9-17; 2 ຂ່າວຄາວ 26:16-21; ດານຽນ 5:18-21

10. ເປັນຫຍັງເຮົາບໍ່ຄວນຕັດສິນແຮງຈູງໃຈຂອງຄົນອື່ນ? ໃຫ້ຍົກຕົວຢ່າງ.

10 ຍັງມີເຫດຜົນອື່ນອີກທີ່ອາດເຮັດໃຫ້ຄົນເຮົາບໍ່ຖ່ອມຕົວໃນບາງຄັ້ງ. ໃຫ້ຄິດເຖິງຕົວຢ່າງຂອງອາບີເມເລກແລະເປໂຕ. (ຕົ້ນເດີມ 20:2-7; ມັດທາຍ 26:31-35) ທັງສອງຄົນນີ້ເຮັດເກີນສິດບໍ? ຫຼືເປັນຍ້ອນວ່າເຂົາເຈົ້າບໍ່ຮູ້ຈັກຄວາມເປັນຈິງທັງໝົດຫຼືເຮັດໂດຍບໍ່ໄດ້ຄິດ? ເນື່ອງຈາກເຮົາອ່ານຫົວໃຈຄົນບໍ່ໄດ້ ດັ່ງນັ້ນ ເຮົາຈຶ່ງບໍ່ຄວນຕັດສິນແຮງຈູງໃຈຂອງຄົນອື່ນ.—ອ່ານຢາໂກໂບ 4:12

ໜ້າທີ່ຂອງເຈົ້າໃນການຈັດຕຽມຂອງພະເຈົ້າ

11. ເຮົາຕ້ອງເຂົ້າໃຈໃນເລື່ອງໃດ?

11 ຄົນທີ່ຖ່ອມຈະເຂົ້າໃຈໜ້າທີ່ຂອງຕົນເອງໃນການຈັດຕຽມຂອງພະເຈົ້າ. ພະເຢໂຫວາເປັນພະເຈົ້າທີ່ມີລະບຽບ ດັ່ງນັ້ນ ພະອົງຈຶ່ງມອບໜ້າທີ່ໃຫ້ແຕ່ລະຄົນ ແລະທຸກຄົນກໍມີຄວາມສຳຄັນໃນປະຊາຄົມ. ພະເຢໂຫວາໃຫ້ເຮົາແຕ່ລະຄົນມີຄວາມຊຳນານ ພອນສະຫວັນ ຫຼືຄວາມສາມາດທີ່ແຕກຕ່າງກັນ ແລະພະອົງປ່ອຍໃຫ້ເຮົາເລືອກເອົາເອງວ່າຈະໃຊ້ສິ່ງເຫຼົ່ານີ້ແນວໃດ. ຖ້າເຮົາເປັນຄົນຖ່ອມ ເຮົາຈະໃຊ້ຄວາມສາມາດເຫຼົ່ານີ້ໃນແບບທີ່ພະເຢໂຫວາຢາກໃຫ້ເຮົາໃຊ້. (ໂລມ 12:4-8) ເຮົາສຳນຶກວ່າພະເຢໂຫວາຄາດໝາຍໃຫ້ເຮົາໃຊ້ຄວາມສາມາດເຫຼົ່ານີ້ເພື່ອສັນລະເສີນພະອົງແລະຊ່ວຍຄົນອື່ນ.—ອ່ານ 1 ເປໂຕ 4:10

ເມື່ອວຽກມອບໝາຍຂອງເຮົາປ່ຽນແປງ ເຮົາຮຽນຫຍັງຈາກຕົວຢ່າງຂອງພະເຍຊູ? (ເບິ່ງຂໍ້ 12-14)

12, 13. ເຮົາຄວນຈື່ຫຍັງໄວ້ຖ້າເຮົາປະສົບກັບການປ່ຽນແປງໃນການຮັບໃຊ້ພະເຢໂຫວາ?

12 ເມື່ອເວລາຜ່ານໄປສິ່ງທີ່ເຮົາເຮັດໃນການຮັບໃຊ້ພະເຢໂຫວາອາດປ່ຽນແປງໄດ້. ເພື່ອເປັນຕົວຢ່າງ ໃຫ້ຄິດເຖິງການປ່ຽນແປງຫຼາຍຢ່າງທີ່ພະເຍຊູປະສົບ. ທຳອິດພະອົງຢູ່ກັບພໍ່ຕາມລຳພັງ. (ສຸພາສິດ 8:22) ຕໍ່ມາພະອົງໄດ້ຊ່ວຍພະເຢໂຫວາສ້າງທູດສະຫວັນ ເອກະພົບ ແລະມະນຸດ. (ໂກໂລດ 1:16) ຈາກນັ້ນພະອົງກໍຖືກສົ່ງມາໂລກນີ້ ແລະເກີດເປັນມະນຸດ ແລ້ວເຕີບໂຕເປັນຜູ້ໃຫຍ່. (ຟີລິບ 2:7) ຫຼັງຈາກເສຍຊີວິດ ພະເຍຊູໄດ້ກັບຄືນໄປສະຫວັນ ແລະໃນປີ 1914 ພະອົງໄດ້ກາຍເປັນກະສັດໃນລາຊະອານາຈັກຂອງພະເຈົ້າ. (ເຫບເລີ 2:9) ໃນອະນາຄົດ ຫຼັງຈາກທີ່ປົກຄອງເປັນກະສັດໃນເວລາໜຶ່ງພັນປີ ພະເຍຊູຈະມອບລາຊະອານາຈັກຄືນໃຫ້ພະເຢໂຫວາ ເພື່ອ “ພະເຈົ້າຈະເປັນທຸກສິ່ງທຸກຢ່າງສຳລັບທຸກຄົນ.”—1 ໂກລິນໂທ 15:28, ລ.ມ.

13 ເຮົາກໍເຊັ່ນກັນອາດປະສົບກັບການປ່ຽນແປງຫຼາຍຢ່າງໃນຊີວິດ. ບາງເທື່ອໜ້າທີ່ຮັບຜິດຊອບຂອງເຮົາອາດປ່ຽນແປງຍ້ອນການຕັດສິນໃຈຂອງເຮົາເອງ. ຕົວຢ່າງເຊັ່ນ: ເຮົາອາດເປັນໂສດແລະຕັດສິນໃຈທີ່ຈະແຕ່ງດອງ ຫຼືເຮົາອາດມີລູກ. ຕໍ່ມາເຮົາອາດຕັດສິນໃຈທີ່ຈະປ່ຽນແປງບາງຢ່າງເພື່ອຈະຮັບໃຊ້ພະເຢໂຫວາໃນແບບເຕັມເວລາ. ບາງເທື່ອໜ້າທີ່ຮັບຜິດຊອບຂອງເຮົາອາດປ່ຽນແປງຍ້ອນສະພາບການຂອງເຮົາເອງ. ເຮົາອາດເຮັດໄດ້ຫຼາຍຂຶ້ນຫຼືອາດເຮັດໄດ້ໜ້ອຍລົງ. ແຕ່ບໍ່ວ່າເຮົາຈະໜຸ່ມຫຼືເຖົ້າແລ້ວ ສຸຂະພາບດີຫຼືບໍ່ດີ ພະເຢໂຫວາຮູ້ວ່າເຮົາແຕ່ລະຄົນສາມາດຮັບໃຊ້ພະອົງໄດ້ສໍ່າໃດ. ພະອົງບໍ່ໄດ້ຄາດໝາຍຫຼາຍເກີນກວ່າທີ່ເຮົາເຮັດໄດ້ ແລະພະອົງມີຄວາມສຸກໃນສິ່ງທີ່ເຮົາເຮັດເພື່ອພະອົງ.—ເຫບເລີ 6:10

14. ຄວາມຖ່ອມຊ່ວຍເຮົາແນວໃດໃຫ້ພໍໃຈແລະມີຄວາມສຸກໃນທຸກໆສະພາບການ?

14 ພະເຍຊູມີຄວາມສຸກຫຼາຍກັບວຽກງານທຸກຢ່າງທີ່ພະເຢໂຫວາມອບໝາຍໃຫ້ພະອົງເຮັດ ແລະເຮົາກໍສາມາດມີຄວາມສຸກກັບວຽກມອບໝາຍຂອງເຮົາເຊັ່ນກັນ. (ສຸພາສິດ 8:30, 31) ຄົນທີ່ຖ່ອມຈະພໍໃຈກັບວຽກມອບໝາຍແລະໜ້າທີ່ຮັບຜິດຊອບຂອງຕົນໃນປະຊາຄົມ. ລາວບໍ່ໄດ້ຈົດຈໍ່ໃນສິ່ງທີ່ຄົນອື່ນກຳລັງເຮັດ ແຕ່ລາວພໍໃຈກັບໜ້າທີ່ຂອງຕົນໃນອົງການຂອງພະເຈົ້າ ເພາະລາວຖືວ່າວຽກນັ້ນມາຈາກພະເຢໂຫວາ. ຄົນທີ່ຖ່ອມຍັງນັບຖືຄົນອື່ນແລະມີຄວາມສຸກທີ່ໄດ້ສະໜັບສະໜູນເຂົາເຈົ້າ ເພາະລາວສຳນຶກວ່າພະເຢໂຫວາກໍມອບໝາຍໜ້າທີ່ໃຫ້ຄົນເຫຼົ່ານີ້ເຊັ່ນກັນ.—ໂລມ 12:10

ຄວາມຄິດທີ່ຖືກຕ້ອງກ່ຽວກັບຄວາມຖ່ອມ

15. ເຮົາຮຽນຫຍັງຈາກຕົວຢ່າງຂອງເຄເດໂອນ?

15 ເຄເດໂອນເປັນຕົວຢ່າງທີ່ດີຫຼາຍໃນເລື່ອງຂອງຄວາມຖ່ອມ. ເມື່ອພະເຢໂຫວາມອບໝາຍໃຫ້ລາວຊ່ວຍຊາວອິດສະລາແອນຈາກພວກມາດຢານ ເຄເດໂອນເວົ້າວ່າ: ‘ວົງຕະກູນຂອງຂ້ານ້ອຍກໍນ້ອຍທີ່ສຸດໃນຕະກູນມານາເຊ ແລະຕົວຂ້ານ້ອຍຍັງບໍ່ແມ່ນຄົນທີ່ໂດດເດັ່ນໃນບ້ານຂອງພໍ່.’ (ຜູ້ຕັດສິນ 6:15, ລ.ມ.) ແຕ່ເຄເດໂອນໄວ້ວາງໃຈພະເຢໂຫວາແລະຍອມຮັບເອົາວຽກມອບໝາຍນັ້ນ. ຈາກນັ້ນລາວເຮັດໃຫ້ແນ່ໃຈວ່າໄດ້ເຂົ້າໃຈແທ້ໆໃນສິ່ງທີ່ພະເຢໂຫວາຮຽກຮ້ອງໃຫ້ລາວເຮັດ ແລະເຄເດໂອນໄດ້ອະທິດຖານຂໍການຊີ້ນຳຈາກພະອົງ. (ຜູ້ຕັດສິນ 6:36-40) ເຄເດໂອນເປັນຄົນທີ່ແຂງແຮງແລະກ້າຫານ ແຕ່ກໍສຸຂຸມແລະລະມັດລະວັງຕົວນຳອີກ. (ຜູ້ຕັດສິນ 6:11, 27) ຕໍ່ມາເມື່ອປະຊາຊົນຢາກໃຫ້ລາວປົກຄອງເຂົາເຈົ້າ ລາວໄດ້ປະຕິເສດ. ຫຼັງຈາກເຮັດວຽກມອບໝາຍຂອງພະເຢໂຫວາສຳເລັດແລ້ວ ເຄເດໂອນກໍກັບເມືອບ້ານ.—ຜູ້ຕັດສິນ 8:22, 23, 29

16, 17. ຄົນຖ່ອມຈະກ້າວໜ້າໄດ້ແນວໃດ?

16 ຖ້າຄົນໃດຄົນໜຶ່ງຍອມຮັບເອົາວຽກມອບໝາຍໃໝ່ຫຼືຢາກເຮັດຫຼາຍຂຶ້ນໃນປະຊາຄົມ ນັ້ນບໍ່ໄດ້ໝາຍຄວາມວ່າລາວບໍ່ເປັນຄົນຖ່ອມ. ຄຳພີໄບເບິນບອກວ່າເປັນສິ່ງທີ່ດີທີ່ຜູ້ຮັບໃຊ້ຂອງພະເຢໂຫວາຢາກຮັບໃຊ້ພີ່ນ້ອງຫຼາຍຂຶ້ນອີກແລະພັດທະນາຫຼືເຮັດຄວາມກ້າວໜ້າ. (1 ຕີໂມເຕ 4:13-15) ແຕ່ເຮົາຕ້ອງມີວຽກມອບໝາຍໃໝ່ບໍຈຶ່ງຈະກ້າວໜ້າໄດ້? ບໍ່ແມ່ນ. ເຮົາທຸກຄົນສາມາດປັບປຸງຕໍ່ໆໄປໃນເລື່ອງນິດໄສໃຈຄໍແບບຄລິດສະຕຽນແລະຄວາມສາມາດຕ່າງໆທີ່ພະເຢໂຫວາໃຫ້ເຮົາ ເພື່ອເຮົາຈະຮັບໃຊ້ພະອົງໄດ້ດີຂຶ້ນແລະຊ່ວຍຄົນອື່ນນຳ.

17 ກ່ອນຈະຮັບເອົາວຽກມອບໝາຍໃດໜຶ່ງ ຄົນທີ່ຖ່ອມຈະພະຍາຍາມຊອກຮູ້ວ່າວຽກນັ້ນຮຽກຮ້ອງສິ່ງໃດຈາກລາວ. ລາວຈະອະທິດຖານກ່ຽວກັບເລື່ອງນັ້ນແລະພິຈາລະນາຢ່າງຮອບຄອບວ່າລາວມີຄວາມສາມາດທີ່ຈະເຮັດວຽກນັ້ນຫຼືບໍ່. ລາວຍັງຈະເບິ່ງວ່າຕົວເອງມີເວລາແລະກຳລັງພໍບໍເພື່ອເຮັດສິ່ງອື່ນທີ່ສຳຄັນກວ່າ? ຄົນອື່ນສາມາດເຮັດວຽກທີ່ລາວກຳລັງເຮັດໃນຕອນນີ້ໄດ້ບໍ? ຫຼັງຈາກຄິດກ່ຽວກັບເລື່ອງນີ້ ຄົນທີ່ຖ່ອມອາດຕັດສິນໃຈວ່າລາວບໍ່ສາມາດເບິ່ງແຍງໜ້າທີ່ຮັບຜິດຊອບໃໝ່ນີ້ໄດ້ດີ. ຖ້າເຮົາຖ່ອມ ເຮົາອາດປະຕິເສດວຽກນີ້.

18. (ກ) ຄົນຖ່ອມຈະເຮັດຫຍັງເມື່ອໄດ້ຮັບວຽກມອບໝາຍໃໝ່? (ຂ) ໂລມ 12:3 ຊ່ວຍເຮົາແນວໃດໃຫ້ເປັນຄົນຖ່ອມ?

18 ພະເຢໂຫວາຢາກໃຫ້ເຮົາ ‘ທຽວໄປນຳພະອົງດ້ວຍໃຈຖ່ອມ.’ (ມີເກ 6:8) ດັ່ງນັ້ນ ເມື່ອໄດ້ຮັບວຽກມອບໝາຍໃໝ່ ເຮົາຈະຊອກຫາການຊີ້ນຳແລະຂໍໃຫ້ພະເຢໂຫວາຊ່ວຍ ຄືກັບທີ່ເຄເດໂອນໄດ້ຂໍຈາກພະອົງ. ເຮົາຕ້ອງຄິດຢ່າງເລິກເຊິ່ງກ່ຽວກັບສິ່ງທີ່ພະເຢໂຫວາບອກເຮົາໂດຍທາງຄຳພີໄບເບິນແລະທາງອົງການຂອງພະອົງ. ໃຫ້ເຮົາຈື່ໄວ້ວ່າສິ່ງໃດກໍຕາມທີ່ເຮົາເຮັດໄດ້ໃນການຮັບໃຊ້ພະເຢໂຫວາບໍ່ແມ່ນຍ້ອນຄວາມສາມາດຂອງເຮົາ ແຕ່ແມ່ນຍ້ອນພະອົງຖ່ອມແລະເຕັມໃຈຊ່ວຍເຮົາ. (ຄຳເພງ 18:35) ຄົນຖ່ອມຈະບໍ່ “ຄຶດຕົວເປັນໃຫຍ່ເກີນທີ່ສົມຄວນຈະຄຶດ.”—ອ່ານໂລມ 12:3

19. ເປັນຫຍັງເຮົາຄວນເປັນຄົນຖ່ອມ?

19 ຄົນຖ່ອມຮູ້ວ່າພະເຢໂຫວາຜູ້ດຽວເທົ່ານັ້ນສົມຄວນໄດ້ຮັບຄຳສັນລະເສີນທຸກຢ່າງ ເພາະພະອົງເປັນຜູ້ສ້າງແລະຜູ້ສູງສຸດໃນເອກະພົບ. (ຄຳປາກົດ 4:11) ຖ້າເຮົາຖ່ອມ ເຮົາຈະມີຄວາມສຸກໃນສິ່ງທີ່ເຮົາເຮັດເພື່ອຮັບໃຊ້ພະເຢໂຫວາ. ເຮົາຈະນັບຖືຄວາມຮູ້ສຶກແລະຄວາມຄິດເຫັນຂອງພີ່ນ້ອງຮ່ວມຄວາມເຊື່ອ ແລະຜົນກໍຄື ເຮົາຈະເປັນນໍ້າໜຶ່ງໃຈດຽວກັນ. ຄົນຖ່ອມຈະຄິດຢ່າງຮອບຄອບກ່ອນເຮັດບາງສິ່ງ ແລະການເຮັດແບບນີ້ຈະຊ່ວຍລາວໃຫ້ຫຼີກລ່ຽງການເຮັດຜິດຮ້າຍແຮງ. ພະເຢໂຫວາພໍໃຈຫຼາຍກັບຄົນທີ່ຖ່ອມ. ດ້ວຍເຫດຜົນນີ້ ເຮົາຈຶ່ງເຫັນວ່າຄວາມຖ່ອມສຳຄັນຫຼາຍຕໍ່ປະຊາຊົນຂອງພະເຈົ້າ. ໃນບົດຄວາມຕໍ່ໄປ ເຮົາຈະເບິ່ງວິທີທີ່ເຮົາຈະເປັນຄົນຖ່ອມຢູ່ສະເໝີແມ່ນແຕ່ເມື່ອການເຮັດແບບນັ້ນອາດເປັນເລື່ອງຍາກ.