ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ດ​ຈໍ່​ທີ່​ປະເດັນ​ສຳຄັນ​ສະເໝີ

ດ​ຈໍ່​ທີ່​ປະເດັນ​ສຳຄັນ​ສະເໝີ

“ໃຫ້​ເຂົາ​ຮູ້ຈັກ​ວ່າ​ພະເຈົ້າ​ຜູ້​ມີ​ນາມ​ຊື່​ວ່າ​ພະ​ເຢໂຫວາ ອົງ​ດຽວ​ເປັນ​ພະເຈົ້າ​ອົງ​ສູງ​ສຸດ [ທີ່​ປົກຄອງ] ເທິງ​ແຜ່ນດິນ​ທັງ​ສິ້ນ.”—ຄຳເພງ 83:18

ເພງ: 9, 22

1, 2. (ກ) ປະເດັນ​ໃດ​ທີ່​ສຳຄັນ​ຫຼາຍ​ເຊິ່ງ​ກ່ຽວ​ຂ້ອງ​ກັບ​ທຸກ​ຄົນ? (ຂ) ເປັນ​ຫຍັງ​ການ​ໃຫ້​ຄວາມ​ສຳຄັນ​ໃນ​ເລື່ອງ​ນີ້​ຈຶ່ງ​ເປັນ​ປະໂຫຍດ​ຕໍ່​ເຮົາ?

ທຸກ​ມື້​ນີ້​ຫຼາຍ​ຄົນ​ຖື​ວ່າ​ເງິນ​ເປັນ​ເລື່ອງ​ສຳຄັນ​ຫຼາຍ. ເຂົາ​ເຈົ້າ​ຄິດ​ແລະ​ກັງວົນ​ນຳ​ແຕ່​ເລື່ອງ​ເງິນ. ເຂົາ​ເຈົ້າ​ໃຊ້​ເວລາ​ເພື່ອ​ຫາ​ເງິນ​ໃຫ້​ໄດ້​ຫຼາຍ​ຂຶ້ນ ຫຼື​ເພື່ອ​ຈະ​ທ້ອນ​ເງິນ​ທີ່​ຫາ​ມາ​ໄດ້. ສ່ວນ​ບາງ​ຄົນ​ສິ່ງ​ທີ່​ສຳຄັນ​ສຳລັບ​ເຂົາ​ເຈົ້າ​ແມ່ນ​ຄອບຄົວ ສຸຂະພາບ ຫຼື​ສິ່ງ​ອື່ນໆທີ່​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ປະສົບ​ຜົນ​ສຳເລັດ​ໃນ​ຊີວິດ.

2 ແຕ່​ມີ​ເລື່ອງ​ໜຶ່ງ​ທີ່​ສຳຄັນ​ກວ່າ ເຊິ່ງ​ກໍ​ຄື​ການ​ພິສູດ​ວ່າ​ພະ​ເຢໂຫວາ​ມີ​ສິດ​ທີ່​ຈະ​ປົກຄອງ​ຫຼື​ບໍ່. ເລື່ອງ​ນີ້​ສຳຄັນ​ຫຼາຍ ເຮົາ​ຕ້ອງ​ຈົດຈໍ່​ໃນ​ປະເດັນ​ນີ້​ສະເໝີ. ຖ້າ​ບໍ່​ລະວັງ ເຮົາ​ອາດ​ຫຍຸ້ງ​ຫຼາຍ​ເກີນ​ໄປ​ນຳ​ຊີວິດ​ປະຈຳ​ວັນ ຫຼື​ກັງວົນ​ກ່ຽວ​ກັບ​ບັນຫາ​ຂອງ​ຕົວ​ເອງ​ຫຼາຍ​ໂພດ​ຈົນ​ບໍ່​ໄດ້​ໃສ່​ໃຈ​ເລື່ອງ​ນີ້​ແລະ​ລືມ​ວ່າ​ນັ້ນ​ສຳຄັນ​ຫຼາຍ​ສໍ່າ​ໃດ. ຖ້າ​ເຮົາ​ໃຫ້​ຄວາມ​ສຳຄັນ​ກັບ​ສິດ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ ເຮົາ​ຈະ​ແກ້ໄຂ​ບັນຫາ​ໃນ​ຊີວິດ​ປະຈຳ​ວັນ​ໄດ້​ດີ​ຂຶ້ນ​ແລະ​ໃກ້​ຊິດ​ກັບ​ພະອົງ​ຫຼາຍ​ຂຶ້ນ.

ເປັນ​ຫຍັງ​ປະເດັນ​ນີ້​ຈຶ່ງ​ສຳຄັນ?

3. ຊາຕານ​ຕັ້ງ​ຄຳຖາມ​ຫຍັງ​ກ່ຽວ​ກັບ​ສິດ​ການ​ປົກຄອງ​ຂອງ​ພະເຈົ້າ?

3 ຊາຕານ​ໄດ້​ຕັ້ງ​ຄຳຖາມ​ຂຶ້ນ​ວ່າ​ພະ​ເຢໂຫວາ​ມີ​ສິດ​ທີ່​ຈະ​ປົກຄອງ​ຫຼື​ບໍ່. ມັນ​ຢາກ​ໃຫ້​ມະນຸດ​ຄິດ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ປົກຄອງ​ທີ່​ບໍ່​ດີ ແລະ​ພະອົງ​ບໍ່​ຢາກ​ໃຫ້​ສິ່ງ​ທີ່​ດີ​ທີ່​ສຸດ​ແກ່​ເຮົາ. ມັນ​ເວົ້າ​ເປັນ​ໄນໆວ່າ​ມະນຸດ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ຖ້າ​ໄດ້​ປົກຄອງ​ຕົວ​ເອງ. (ຕົ້ນເດີມ 3:1-5) ມັນ​ຍັງ​ເວົ້າ​ອີກ​ວ່າ ຈະ​ບໍ່​ມີ​ໃຜ​ພັກດີ​ແທ້ໆຕໍ່​ພະເຈົ້າ ຖ້າ​ມີ​ຄວາມ​ລຳບາກ​ກໍ​ຈະ​ຖິ້ມ​ພະອົງ​ແລະ​ບໍ່​ຍອມ​ໃຫ້​ພະອົງ​ປົກຄອງ. (ໂຢບ 2:4, 5) ດັ່ງ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ຍອມ​ໃຫ້​ມີ​ເວລາ​ພິສູດ​ເພື່ອ​ໃຫ້​ທຸກ​ຄົນ​ເຫັນ​ວ່າ​ຊີວິດ​ຈະ​ລຳບາກ​ສໍ່າ​ໃດ​ຖ້າ​ບໍ່​ຍອມ​ໃຫ້​ພະເຈົ້າ​ປົກຄອງ.

4. ເປັນ​ຫຍັງ​ຕ້ອງ​ພິສູດ​ເລື່ອງ​ສິດ​ການ​ປົກຄອງ​ຂອງ​ພະເຈົ້າ?

4 ແນ່ນອນ ພະ​ເຢໂຫວາ​ຮູ້​ວ່າ​ຄຳ​ກ່າວ​ຫາ​ຂອງ​ຊາຕານ​ເປັນ​ເລື່ອງ​ຕົວະ. ດັ່ງ​ນັ້ນ ເປັນ​ຫຍັງ​ພະອົງ​ຈຶ່ງ​ຍອມ​ໃຫ້​ມັນ​ມີ​ເວລາ​ພິສູດ​ຄຳ​ກ່າວ​ຫາ​ນັ້ນ? ຍ້ອນ​ວ່າ​ເລື່ອງ​ນີ້​ກ່ຽວ​ຂ້ອງ​ກັບ​ທຸກ​ຄົນ​ທີ່​ຢູ່​ສະຫວັນ​ແລະ​ໂລກ​ນີ້. (ອ່ານ​ຄຳເພງ 83:18) ອາດາມ​ແລະ​ເອວາ​ປະຕິເສດ​ການ​ປົກຄອງ​ຂອງ​ພະເຈົ້າ ແລະ​ຕັ້ງ​ແຕ່​ນັ້ນ​ມາ​ກໍ​ມີ​ທັງ​ທູດ​ສະຫວັນ​ແລະ​ມະນຸດ​ອີກ​ຫຼາຍ​ຄົນ​ທີ່​ເຮັດ​ຄື​ກັນ. ເມື່ອ​ເປັນ​ແນວ​ນີ້​ບາງ​ຄົນ​ອາດ​ຄິດ​ວ່າ​ຊາຕານ​ເປັນ​ຝ່າຍ​ຖືກ. ຖ້າ​ປະເດັນ​ນັ້ນ​ຍັງ​ຄາ​ໃຈ​ເຂົາ​ເຈົ້າ ເອກະພົບ​ກໍ​ຈະ​ບໍ່​ມີ​ຄວາມ​ສະຫງົບ​ສຸກ​ແລະ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ແທ້ໆ. ແຕ່​ຫຼັງ​ຈາກ​ທີ່​ສິດ​ການ​ປົກຄອງ​ຂອງ​ພະເຈົ້າ​ໄດ້​ຮັບ​ການ​ພິສູດ​ວ່າ​ຖືກຕ້ອງ​ແລ້ວ ທຸກໆຄົນ​ຈະ​ຢູ່​ພາຍ​ໃຕ້​ການ​ປົກຄອງ​ທີ່​ດີ​ເລີດ​ນັ້ນ​ຕະຫຼອດ​ໄປ​ແລະ​ທົ່ວ​ເອກະພົບ​ກໍ​ຈະ​ມີ​ແຕ່​ຄວາມ​ສຸກ.—ເອເຟດ 1:9, 10

5. ເຮົາ​ກ່ຽວ​ຂ້ອງ​ແນວ​ໃດ​ໃນ​ເລື່ອງ​ສິດ​ການ​ປົກຄອງ​ຂອງ​ພະເຈົ້າ?

5 ໃນ​ທີ່​ສຸດ​ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ໄດ້​ຮັບ​ການ​ພິສູດ​ວ່າ​ຖືກຕ້ອງ ສ່ວນ​ການ​ປົກຄອງ​ຂອງ​ຊາຕານ​ກັບ​ຂອງ​ມະນຸດ​ຈະ​ຈົບ​ລົງ​ແລະ​ຈະ​ຖືກ​ກຳຈັດ​ໃຫ້​ໝົດ​ໄປ. ການ​ປົກຄອງ​ຂອງ​ພະເຈົ້າ​ຜ່ານ​ທາງ​ເມຊີ​ຈະ​ປະສົບ​ຜົນ​ສຳເລັດ. ຕອນ​ນັ້ນ​ທຸກ​ຄົນ​ຈະ​ເຫັນ​ວ່າ​ມະນຸດ​ສັດ​ຊື່​ຕໍ່​ພະເຈົ້າ​ໄດ້​ແລະ​ສະໜັບສະໜູນ​ການ​ປົກຄອງ​ຂອງ​ພະອົງ​ຢ່າງ​ພັກດີ​ແທ້ໆ. (ເອຊາອີ 45:23, 24) ຖ້າ​ເຮົາ​ຢາກ​ເປັນ​ຄົນ​ໜຶ່ງ​ໃນ​ນັ້ນ ເຮົາ​ຕ້ອງ​ເຂົ້າ​ໃຈ​ວ່າ​ປະເດັນ​ນີ້​ສຳຄັນ​ແທ້ໆ.

ການ​ພິສູດ​ສິດ​ການ​ປົກຄອງ​ສຳຄັນ​ກວ່າ​ຄວາມ​ລອດ​ຂອງ​ເຮົາ

6. ການ​ພິສູດ​ວ່າ​ພະ​ເຢໂຫວາ​ມີ​ສິດ​ທີ່​ຈະ​ປົກຄອງ​ສຳຄັນ​ຫຼາຍ​ສໍ່າ​ໃດ?

6 ການ​ພິສູດ​ວ່າ​ພະ​ເຢໂຫວາ​ມີ​ສິດ​ທີ່​ຈະ​ປົກຄອງ​ສຳຄັນ​ຫຼາຍ​ກວ່າ​ຄວາມ​ສຸກ​ສ່ວນ​ຕົວ​ຂອງ​ເຮົາ. ແຕ່​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຄວາມ​ລອດ​ຂອງ​ເຮົາ​ບໍ່​ສຳຄັນ ຫຼື​ພະ​ເຢໂຫວາ​ບໍ່​ໄດ້​ເປັນ​ຫ່ວງ​ເຮົາ​ແທ້ໆ. ເຮົາ​ຮູ້​ໄດ້​ແນວ​ໃດ?

ການ​ພິສູດ​ວ່າ​ພະ​ເຢໂຫວາ​ມີ​ສິດ​ທີ່​ຈະ​ປົກຄອງ​ສຳຄັນ​ຫຼາຍ​ກວ່າ​ຄວາມ​ສຸກ​ສ່ວນ​ຕົວ​ຂອງ​ເຮົາ

7, 8. ການ​ພິສູດ​ວ່າ​ພະ​ເຢໂຫວາ​ມີ​ສິດ​ທີ່​ຈະ​ປົກຄອງ​ເປັນ​ປະໂຫຍດ​ຕໍ່​ເຮົາ​ແນວ​ໃດ?

7 ເນື່ອງ​ຈາກ​ພະ​ເຢໂຫວາ​ຮັກ​ແລະ​ເຫັນ​ວ່າ​ເຮົາ​ມີ​ຄ່າ ພະອົງ​ຈຶ່ງ​ເຕັມ​ໃຈ​ສົ່ງ​ລູກ​ຊາຍ​ມາ​ຕາຍ​ເພື່ອ​ເຮົາ​ຈະ​ມີ​ໂອກາດ​ໄດ້​ຊີວິດ​ຕະຫຼອດ​ໄປ. (ໂຢຮັນ 3:16; 1 ໂຢຮັນ 4:9) ຖ້າ​ພະ​ເຢໂຫວາ​ບໍ່​ເຮັດ​ໃຫ້​ຄຳ​ສັນຍາ​ຂອງ​ພະອົງ​ສຳເລັດ ຊາຕານ​ແລະ​ພວກ​ຜູ້​ຕໍ່​ຕ້ານ​ກໍ​ຈະ​ເປັນ​ຝ່າຍ​ຖືກ. ຊາຕານ​ກ່າວ​ຫາ​ພະ​ເຢໂຫວາ​ວ່າ​ເປັນ​ຄົນ​ຂີ້​ຕົວະ​ທີ່​ກີດ​ກັ້ນ​ບໍ່​ໃຫ້​ມະນຸດ​ໄດ້​ສິ່ງ​ດີໆແລະ​ເປັນ​ຜູ້​ປົກຄອງ​ທີ່​ບໍ່​ຍຸຕິທຳ. ຜູ້​ຕໍ່​ຕ້ານ​ອາດ​ເຍາະ​ເຍີ້ຍ​ຄຳ​ສັນຍາ​ຂອງ​ພະອົງ ແລະ​ເວົ້າ​ວ່າ: “ຄຳ​ທີ່​ປະຕິຍານ [“ຄຳ​ສັນຍາ,” ລ.ມ] ໄວ້​ວ່າ​ພະອົງ​ຈະ​ສະເດັດ​ມາ​ນັ້ນ​ຢູ່​ໃນ​ໃສ? ເຫດ​ວ່າ​ຕັ້ງ​ແຕ່​ພວກ​ປູ່​ຍ່າ​ຕາ​ນາຍ​ລ່ວງ​ລັບ​ໄປ​ແລ້ວ ສິ່ງ​ທັງ​ປວງ​ກໍ​ຢູ່​ເໝືອນ​ໄດ້​ຢູ່​ຕັ້ງ​ແຕ່​ເດີມ​ນິລະມິດ​ສ້າງ​ໂລກ.” (2 ເປໂຕ 3:3, 4) ແຕ່​ພະ​ເຢໂຫວາ​ຈະ​ເຮັດ​ຕາມ​ຄຳ​ສັນຍາ​ໂດຍ​ຮັບປະກັນ​ວ່າ​ການ​ພິສູດ​ເລື່ອງ​ສິດ​ການ​ປົກຄອງ​ຂອງ​ພະອົງ​ຈະ​ລວມ​ເຖິງ​ການ​ຊ່ວຍ​ຄົນ​ທີ່​ເຊື່ອ​ຟັງ​ໃຫ້​ລອດ​ຊີວິດ. (ອ່ານ​ເອຊາອີ 55:10, 11) ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ມີ​ຄວາມ​ຮັກ​ເປັນ​ພື້ນຖານ. ດັ່ງ​ນັ້ນ ເຮົາ​ຈຶ່ງ​ໝັ້ນ​ໃຈ​ວ່າ​ພະອົງ​ຈະ​ຮັກ​ແລະ​ເຫັນ​ຄຸນຄ່າ​ຜູ້​ຮັບໃຊ້​ທີ່​ພັກດີ​ສະເໝີ.—ອົບພະຍົບ 34:6

8 ເຖິງ​ວ່າ​ສິດ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ເປັນ​ປະເດັນ​ທີ່​ສຳຄັນ​ຫຼາຍ ແຕ່​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຄວາມ​ລອດ​ຂອງ​ເຮົາ​ບໍ່​ສຳຄັນ​ຕໍ່​ພະອົງ. ພະ​ເຢໂຫວາ​ເປັນ​ຫ່ວງ​ເຮົາ​ແທ້ໆ. ແຕ່​ເຮົາ​ຕ້ອງ​ມີ​ຄວາມ​ຄິດ​ທີ່​ຖືກຕ້ອງ ຄື​ໃຫ້​ຈົດຈໍ່​ຢູ່​ທີ່​ປະເດັນ​ນີ້​ສະເໝີ​ແລະ​ສະໜັບສະໜູນ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ຢ່າງ​ພັກດີ.

ວິທີ​ທີ່​ໂຢບ​ປ່ຽນ​ຄວາມ​ຄິດ

9. ຊາຕານ​ກ່າວ​ຫາ​ໂຢບ​ແນວ​ໃດ? (ເບິ່ງ​ຮູບ​ທຳອິດ)

9 ສຳຄັນ​ຫຼາຍ​ທີ່​ເຮົາ​ຕ້ອງ​ມີ​ຄວາມ​ຄິດ​ທີ່​ຖືກຕ້ອງ​ເລື່ອງ​ສິດ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ. ເຮົາ​ຮູ້​ໄດ້​ໂດຍ​ອ່ານ​ພະທຳ​ໂຢບ​ເຊິ່ງ​ຂຽນ​ໃນ​ຕອນ​ຕົ້ນໆຂອງ​ຄຳພີ​ໄບເບິນ. ໃນ​ພະທຳ​ນີ້​ເຮົາ​ອ່ານ​ວ່າ​ຊາຕານ​ກ່າວ​ຫາ​ວ່າ​ຖ້າ​ໂຢບ​ມີ​ຄວາມ​ທຸກ​ລຳບາກ ລາວ​ກໍ​ຈະ​ຖິ້ມ​ພະເຈົ້າ. ມັນ​ຂໍ​ໃຫ້​ພະເຈົ້າ​ລອງ​ເຮັດ​ໃຫ້​ໂຢບ​ທຸກ​ທໍລະມານ ແຕ່​ພະອົງ​ບໍ່​ໄດ້​ເຮັດ​ຕາມ​ນັ້ນ ພະອົງ​ຍອມ​ໃຫ້​ຊາຕານ​ທົດ​ສອບ​ໂຢບ ໂດຍ​ບອກ​ວ່າ: “ສິ່ງ​ຂອງ​ທັງ​ປວງ​ຂອງ​ທ່ານ​ໂຢບ​ກໍ​ມອບ​ໄວ້​ແລ້ວ​ໃນ​ມື​ເຈົ້າ.” (ອ່ານ​ໂຢບ 1:7-12) ບໍ່​ດົນ ໂຢບ​ກໍ​ສູນ​ເສຍ​ຄົນ​ໃຊ້ ຝູງ​ສັດ ແລະ​ສິ່ງ​ຂອງ​ຕ່າງໆ. ຈາກ​ນັ້ນ​ລາວ​ກໍ​ໄດ້​ຍິນ​ຂ່າວ​ວ່າ​ພວກ​ລູກ​ຂອງ​ລາວ​ຕາຍ​ຍ້ອນ​ໄພ​ພິບັດ. ຊາຕານ​ເຮັດ​ຄື​ກັບ​ວ່າ​ໄພ​ພິບັດ​ແລະ​ບັນຫາ​ຕ່າງໆມາ​ຈາກ​ພະເຈົ້າ. (ໂຢບ 1:13-19) ຈາກ​ນັ້ນ ມັນ​ກໍ​ເຮັດ​ໃຫ້​ໂຢບ​ເຈັບ​ປ່ວຍ​ໜັກ​ດ້ວຍ​ພະຍາດ​ທີ່​ໜ້າ​ລັງກຽດ. (ໂຢບ 2:7) ບໍ່​ພຽງ​ເທົ່າ​ນັ້ນ ເມຍ​ກັບ​ໝູ່​ທີ່​ບໍ່​ຈິງ​ໃຈ​ທັງ​ສາມ​ຄົນ​ກໍ​ເວົ້າ​ໃນ​ສິ່ງ​ທີ່​ເຮັດ​ໃຫ້​ລາວ​ເຈັບ​ໃຈ​ແລະ​ໝົດ​ກຳລັງ​ໃຈ.—ໂຢບ 2:9; 3:11; 16:2

10. (ກ) ໂຢບ​ສະແດງ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ແນວ​ໃດ? (ຂ) ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ປັບ​ຄວາມ​ຄິດ​ຂອງ​ໂຢບ?

10 ຂໍ້​ກ່າວ​ຫາ​ຂອງ​ຊາຕານ​ຖືກ​ບໍ? ບໍ່​ຖືກ. ເຖິງ​ວ່າ​ໂຢບ​ຕ້ອງ​ທຸກ​ທໍລະມານ​ຢ່າງ​ໜັກ ແຕ່​ລາວ​ກໍ​ບໍ່​ເຄີຍ​ຖິ້ມ​ພະ​ເຢໂຫວາ. (ໂຢບ 27:5) ແຕ່​ມີ​ໄລຍະ​ໜຶ່ງ​ທີ່​ໂຢບ​ລືມ​ເລື່ອງ​ທີ່​ສຳຄັນ​ແທ້ໆແລະ​ຄິດ​ເຖິງ​ແຕ່​ຕົວ​ເອງ ລາວ​ເວົ້າ​ເລື້ອຍໆວ່າ​ຕົວ​ເອງ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ ແລະ​ສົມຄວນ​ຮູ້​ເຫດຜົນ​ທີ່​ຕ້ອງ​ທໍລະມານ​ແບບ​ນັ້ນ. (ໂຢບ 7:20; 13:24) ເຮົາ​ເຂົ້າ​ໃຈ​ໄດ້​ທີ່​ລາວ​ຮູ້ສຶກ​ແບບ​ນັ້ນ. ແຕ່​ພະ​ເຢໂຫວາ​ຮູ້​ວ່າ​ໂຢບ​ມີ​ຄວາມ​ຄິດ​ທີ່​ບໍ່​ຖືກຕ້ອງ ແລະ​ພະອົງ​ກໍ​ເລີຍ​ປັບ​ຄວາມ​ຄິດ​ຂອງ​ລາວ. ພະອົງ​ປັບ​ແນວ​ໃດ?

11, 12. ພະ​ເຢໂຫວາ​ຊ່ວຍ​ໂຢບ​ໃຫ້​ຮູ້​ຄຸນຄ່າ​ໃນ​ເລື່ອງ​ໃດ? ແລະ​ໂຢບ​ໄດ້​ຕອບ​ສະໜອງ​ແນວ​ໃດ?

11 ເຮົາ​ຮູ້​ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ​ກັບ​ໂຢບ​ໂດຍ​ອ່ານ​ໂຢບ​ບົດ 38 ເຖິງ 41. ພະອົງ​ບໍ່​ໄດ້​ອະທິບາຍ​ໃຫ້​ໂຢບ​ຮູ້​ວ່າ​ເປັນ​ຫຍັງ​ລາວ​ຈຶ່ງ​ປະສົບ​ຄວາມ​ທຸກ​ທໍລະມານ. ແຕ່​ໄດ້​ຊ່ວຍ​ລາວ​ໃຫ້​ຮູ້​ວ່າ​ລາວ​ຕໍ່າ​ຕ້ອຍ​ຫຼາຍ​ສໍ່າ​ໃດ​ຖ້າ​ທຽບ​ກັບ​ພະເຈົ້າ. ພະອົງ​ສອນ​ໂຢບ​ໃຫ້​ຮູ້​ວ່າ​ມີ​ປະເດັນ​ອື່ນ​ທີ່​ສຳຄັນ​ຫຼາຍ​ກວ່າ​ບັນຫາ​ຂອງ​ລາວ. (ອ່ານ​ໂຢບ 38:18-21) ຄຳ​ເວົ້າ​ຂອງ​ພະ​ເຢໂຫວາ​ຊ່ວຍ​ໂຢບ​ໃຫ້​ປັບ​ຄວາມ​ຄິດ​ຕົວ​ເອງ.

12 ພະ​ເຢໂຫວາ​ບໍ່​ກະລຸນາ​ຕໍ່​ໂຢບ​ເລີຍ​ບໍ​ທີ່​ເວົ້າ​ແບບ​ນັ້ນ​ຫຼັງ​ຈາກ​ທີ່​ລາວ​ປະສົບ​ຄວາມ​ທຸກ​ທໍລະມານ? ບໍ່​ແມ່ນ ແລະ​ໂຢບ​ກໍ​ບໍ່​ໄດ້​ຮູ້ສຶກ​ແບບ​ນັ້ນ. ໂຢບ​ເຂົ້າ​ໃຈ​ແລະ​ຮູ້​ຄຸນຄ່າ​ຄຳ​ແນະນຳ​ຈາກ​ພະ​ເຢໂຫວາ. ລາວ​ເວົ້າ​ວ່າ: “ຂ້າ​ນ້ອຍ​ກິນ​ແໜງ​ຕົວ​ເອງ​ແລະ​ຂ້າ​ນ້ອຍ​ປະ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່​ໃນ​ຂີ້ຝຸ່ນ​ດິນ​ແລະ​ໃນ​ຂີ້​ເທົ່າ​ໄຟ.” (ໂຢບ 42:1-6) ກ່ອນ​ໜ້າ​ນີ້​ເອລີຫຶ​ໄດ້​ຊ່ວຍ​ໂຢບ​ໃຫ້​ປັບ​ຄວາມ​ຄິດ​ຕົວ​ເອງ. (ໂຢບ 32:5-10) ຫຼັງ​ຈາກ​ທີ່​ໂຢບ​ຟັງ​ຄຳ​ແນະນຳ​ທີ່​ປ່ຽມ​ດ້ວຍ​ຄວາມ​ຮັກ​ຈາກ​ພະ​ເຢໂຫວາ​ແລະ​ປັບ​ຄວາມ​ຄິດ ພະອົງ​ກໍ​ເຮັດ​ໃຫ້​ຄົນ​ອື່ນ​ຮູ້​ວ່າ​ພະອົງ​ພໍ​ໃຈ​ທີ່​ໂຢບ​ເປັນ​ຄົນ​ສັດ​ຊື່.—ໂຢບ 42:7, 8

13. ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ​ຊ່ວຍ​ໂຢບ​ແນວ​ໃດ​ຫຼັງ​ຈາກ​ການ​ທົດ​ສອບ​ຈົບ​ລົງ?

13 ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ​ຍັງ​ເປັນ​ປະໂຫຍດ​ຕໍ່​ໂຢບ​ເຖິງ​ວ່າ​ການ​ທົດ​ສອບ​ຈົບ​ລົງ​ແລ້ວ. ເຮົາ​ຮູ້​ເພາະ​ຄຳພີ​ໄບເບິນ​ບອກ​ວ່າ: “ພະ​ເຢໂຫວາ​ໄດ້​ອວຍ​ພອນ​ໃຫ້​ທ່ານ​ໂຢບ​ໃນ​ທີ່​ສຸດ​ດີ​ກວ່າ​ໃນ​ຕົ້ນເດີມ​ຂອງ​ທ່ານ.” ຫຼັງ​ຈາກ​ນັ້ນ​ລາວ​ກໍ​ໄດ້ ‘ລູກ​ຊາຍ​ອີກ 7 ຄົນ​ກັບ​ລູກ​ຍິງ​ອີກ 3 ຄົນ.’ (ໂຢບ 42:12-14) ເຖິງ​ວ່າ​ໂຢບ​ຮັກ​ລູກ​ທີ່​ເກີດ​ມາ ແຕ່​ລາວ​ຕ້ອງ​ຄິດ​ຮອດ​ລູກ​ທີ່​ຕາຍ​ໄປ​ແລ້ວ ແລະ​ອາດ​ຈະ​ຍັງ​ຈື່​ເລື່ອງ​ບໍ່​ດີ​ທີ່​ເກີດ​ຂຶ້ນ​ກັບ​ລາວ​ແລະ​ຄອບຄົວ. ເຖິງ​ວ່າ​ໃນ​ທີ່​ສຸດ​ໂຢບ​ໄດ້​ເຂົ້າ​ໃຈ​ເຫດຜົນ​ທີ່​ລາວ​ຖືກ​ທົດ​ສອບ ແຕ່​ລາວ​ກໍ​ອາດ​ສົງໄສ​ວ່າ​ເປັນ​ຫຍັງ​ພະເຈົ້າ​ຄື​ຍອມ​ໃຫ້​ລາວ​ທຸກ​ທໍລະມານ​ຫຼາຍ​ແທ້. ຖ້າ​ໂຢບ​ມີ​ຄວາມ​ຄິດ​ແບບ​ນັ້ນ ລາວ​ອາດ​ຈະ​ຈື່​ຄຳ​ເວົ້າ​ຂອງ​ພະ​ເຢໂຫວາ. ສິ່ງ​ນັ້ນ​ຈະ​ໃຫ້​ກຳລັງ​ໃຈ​ແລະ​ຊ່ວຍ​ລາວ​ໃຫ້​ມີ​ຄວາມ​ຄິດ​ທີ່​ຖືກຕ້ອງ.—ຄຳເພງ 86:17 ສ່ວນ ຂ

ເຮົາ​ຈະ​ຈົດຈໍ່​ທີ່​ສິດ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ແທນ​ທີ່​ຈະ​ຈົດຈໍ່​ກັບ​ບັນຫາ​ຂອງ​ເຮົາ​ບໍ? (ເບິ່ງ​ຂໍ້ 14)

14. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ປະສົບການ​ຂອງ​ໂຢບ?

14 ການ​ຄິດ​ຕຶກຕອງ​ເລື່ອງ​ຂອງ​ໂຢບ​ຈະ​ຊ່ວຍ​ເຮົາ​ໃຫ້​ປັບ​ຄວາມ​ຄິດ​ແລະ​ໃຫ້​ກຳລັງ​ໃຈ​ເຮົາ. ພະ​ເຢໂຫວາ​ໃຫ້​ຂຽນ​ພະທຳ​ໂຢບ​ເພາະ “ທຸກ​ສິ່ງ​ທີ່​ມີ​ຂຽນ​ໄວ້​ໃນ​ພະ​ຄຳພີ​ມີ​ໄວ້​ກໍ​ເພື່ອ​ສັ່ງ​ສອນ​ພວກ​ເຮົາ ເພື່ອ​ວ່າ​ພວກ​ເຮົາ​ຈະ​ມີ​ຄວາມ​ຫວັງ​ດ້ວຍ​ຄວາມ​ອົດ​ທົນ ແລະ​ມີ​ຄວາມ​ຊູ​ໃຈ​ດ້ວຍ​ພະ​ຄຳພີ​ທີ່​ໄດ້​ກ່າວ​ໄວ້​ນັ້ນ.” (ໂລມ 15:4, ທ.ປ.) ເຮົາ​ໄດ້​ບົດຮຽນ​ຫຍັງ? ເຮົາ​ບໍ່​ຄວນ​ຈົດຈໍ່​ກັບ​ບັນຫາ​ຂອງ​ຕົວ​ເອງ​ຈົນ​ລືມ​ຄິດ​ເຖິງ​ການ​ພິສູດ​ເລື່ອງ​ສິດ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ. ຄື​ກັບ​ໂຢບ​ໃຫ້​ເຮົາ​ສະໜັບສະໜູນ​ສິດ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ໂດຍ​ຮັກສາ​ຄວາມ​ສັດ​ຊື່​ເຖິງ​ວ່າ​ເຮົາ​ຕ້ອງ​ປະສົບ​ຄວາມ​ຍາກ​ລຳບາກ.

15. ເຖິງ​ວ່າ​ມີ​ບັນຫາ​ແຕ່​ຖ້າ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ​ຈະ​ເປີດ​ໂອກາດ​ໃຫ້​ເຮົາ​ເຮັດ​ຫຍັງ?

15 ປະສົບການ​ຂອງ​ໂຢບ​ໃຫ້​ກຳລັງ​ໃຈ​ເຮົາ ເມື່ອ​ມີ​ບັນຫາ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ພະ​ເຢໂຫວາ​ບໍ່​ພໍ​ໃຈ​ເຮົາ. ບັນຫາ​ຕ່າງໆເປີດ​ໂອກາດ​ໃຫ້​ເຮົາ​ສະໜັບສະໜູນ​ສິດ​ການ​ປົກຄອງ​ຂອງ​ພະອົງ. (ສຸພາສິດ 27:11) ການ​ອົດ​ທົນ​ຢ່າງ​ສັດ​ຊື່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ແລະ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ໃນ​ຄວາມ​ຫວັງ​ຂອງ​ເຮົາ. (ອ່ານ​ໂລມ 5:3-5) ປະສົບການ​ຂອງ​ໂຢບ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ “ເຕັມ​ດ້ວຍ​ຄວາມ​ອີ່ດູ​ແລະ​ດ້ວຍ​ຄວາມ​ເມດຕາ.” (ຢາໂກໂບ 5:11) ຖ້າ​ເຮົາ​ສະໜັບສະໜູນ​ສິດ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ ພະອົງ​ຈະ​ໃຫ້​ລາງວັນ​ເຮົາ. ການ​ຮູ້​ແນວ​ນີ້​ຊ່ວຍ​ເຮົາ​ໃຫ້ ‘ອົດ​ທົນ​ທຸກ​ຢ່າງ​ດ້ວຍ​ຄວາມ​ຍິນດີ.’—ໂກໂລດ 1:11

ຈົດຈໍ່​ຢູ່​ສະເໝີ​ໃນ​ປະເດັນ​ສຳຄັນ

16. ເປັນ​ຫຍັງ​ເຮົາ​ຕ້ອງ​ເຕືອນ​ຕົວ​ເອງ​ສະເໝີ​ວ່າ​ການ​ພິສູດ​ສິດ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ເປັນ​ເລື່ອງ​ສຳຄັນ​ຫຼາຍ?

16 ເມື່ອ​ກຳລັງ​ຮັບ​ມື​ກັບ​ບັນຫາ​ໃນ​ຊີວິດ ກໍ​ຍາກ​ທີ່​ເຮົາ​ຈະ​ຈົດຈໍ່​ເລື່ອງ​ການ​ພິສູດ​ວ່າ​ພະ​ເຢໂຫວາ​ມີ​ສິດ​ປົກຄອງ. ຖ້າ​ເຮົາ​ຄິດ​ຫຼາຍ​ເກີນ​ໄປ​ກັບ​ບັນຫາ​ນ້ອຍໆກໍ​ຈະ​ເບິ່ງ​ຄື​ວ່າ​ເປັນ​ບັນຫາ​ໃຫຍ່. ດັ່ງ​ນັ້ນ ເຮົາ​ຕ້ອງ​ເຕືອນ​ຕົວ​ເອງ​ສະເໝີ​ວ່າ​ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ເຮົາ​ຈະ​ສະໜັບສະໜູນ​ສິດ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ ບໍ່​ວ່າ​ຈະ​ປະສົບ​ບັນຫາ​ໃດ​ກໍ​ຕາມ.

ການ​ຈົດຈໍ່​ນຳ​ວຽກ​ຮັບໃຊ້​ຈະ​ຊ່ວຍ​ເຮົາ​ໃຫ້​ເບິ່ງ​ທີ່​ປະເດັນ​ສຳຄັນ​ສະເໝີ

17. ການ​ຈົດຈໍ່​ນຳ​ວຽກ​ຮັບໃຊ້​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເບິ່ງ​ທີ່​ປະເດັນ​ສຳຄັນ​ສະເໝີ?

17 ການ​ຈົດຈໍ່​ນຳ​ວຽກ​ຮັບໃຊ້​ຈະ​ຊ່ວຍ​ເຮົາ​ໃຫ້​ເບິ່ງ​ທີ່​ປະເດັນ​ສຳຄັນ​ສະເໝີ. ຂໍ​ໃຫ້​ເບິ່ງ​ຕົວຢ່າງ​ຂອງ​ພີ່​ນ້ອງ​ເຣເນ່​ທີ່​ເປັນ​ອຳມະພາດ​ຍ້ອນ​ເສັ້ນ​ເລືອດ​ໃນ​ສະໝອງ​ຕີບ​ລາວ​ເຈັບ​ປວດ​ຕະຫຼອດ​ເວລາ​ແລະ​ຍັງ​ເປັນ​ໂລກ​ມະເຮັງ​ນຳ​ອີກ. ຕອນ​ຢູ່​ໂຮງ​ໝໍ ລາວ​ປະກາດ​ກັບ​ຄົນ​ເຮັດ​ວຽກ​ຢູ່​ຫັ້ນ ຄົນ​ເຈັບ ແລະ​ຄົນ​ທີ່​ມາ​ຢາມ​ຄົນ​ເຈັບ. ມີ​ເທື່ອ​ໜຶ່ງ​ລາວ​ນອນ​ໂຮງ​ໝໍ​ສອງ​ອາທິດ​ເຄິ່ງ ລາວ​ປະກາດ​ໄດ້ 80 ຊົ່ວ​ໂມງ. ເຖິງ​ແມ່ນ​ຮູ້​ວ່າ​ກຳລັງ​ຈະ​ຕາຍ ແຕ່​ເຣເນ່​ບໍ່​ລືມ​ປະເດັນ​ທີ່​ສຳຄັນ. ການ​ສະໜັບສະໜູນ​ສິດ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ຊ່ວຍ​ລາວ​ໃຫ້​ມີ​ຄວາມ​ສະຫງົບ​ໃຈ.

18. ປະສົບການ​ຂອງ​ເຈນິເຟີ​ສອນ​ຫຍັງ​ເຮົາ​ກ່ຽວ​ກັບ​ການ​ສະໜັບສະໜູນ​ສິດ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ?

18 ເຮົາ​ຍັງ​ສາມາດ​ສະໜັບສະໜູນ​ສິດ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ເມື່ອ​ເຮົາ​ຕ້ອງ​ຮັບ​ມື​ກັບ​ບັນຫາ​ແຕ່​ລະ​ມື້​ທີ່​ເບິ່ງ​ຄື​ວ່າ​ບໍ່​ສຳຄັນ. ພີ່​ນ້ອງ​ເຈນິເຟີ​ຄ້າງ​ຢູ່​ເດີ່ນ​ຍົນ 3 ມື້​ເພື່ອ​ລໍ​ຖ້າ​ຂຶ້ນ​ຍົນ​ກັບ​ບ້ານ. ຖ້ຽວ​ບິນ​ຖືກ​ເລື່ອນ​ຫຼາຍ​ຄັ້ງ ເຈນິເຟີ​ຈຶ່ງ​ຮູ້ສຶກ​ເມື່ອຍ​ແລະ​ເຫງົາ. ລາວ​ອາດ​ຮູ້ສຶກ​ອີ່ຕົນ​ຕົວ​ເອງ​ແລະ​ບໍ່​ຢາກ​ເຮັດ​ຫຍັງ​ເລີຍ ແຕ່​ລາວ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ລາວ​ໃຫ້​ບອກ​ຂ່າວ​ດີ​ກັບ​ຄົນ​ທີ່​ຄ້າງ​ຢູ່​ນຳ​ກັນ. ລາວ​ປະກາດ​ກັບ​ຫຼາຍ​ຄົນ​ແລະ​ໃຫ້​ປຶ້ມ​ໄປ​ຫຼາຍ​ຫົວ. ເຈນິເຟີ​ເວົ້າ​ວ່າ: “ຂ້ອຍ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ອວຍ​ພອນ​ຂ້ອຍ​ທັ່ງໆທີ່​ມີ​ບັນຫາ ແລະ​ພະອົງ​ໃຫ້​ຂ້ອຍ​ມີ​ກຳລັງ​ພໍ​ເພື່ອ​ສັນລະເສີນ​ຊື່​ຂອງ​ພະອົງ.”

19. ສິ່ງ​ໃດ​ລະບຸ​ຕົວ​ຜູ້​ນະມັດສະການ​ແທ້?

19 ມີ​ພຽງ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ທີ່​ເຂົ້າ​ໃຈ​ວ່າ​ປະເດັນ​ເລື່ອງ​ສິດ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ເປັນ​ເລື່ອງ​ທີ່​ສຳຄັນ​ແທ້ໆ. ຄວາມ​ເຂົ້າ​ໃຈ​ໃນ​ເລື່ອງ​ນີ້​ເປັນ​ສິ່ງ​ທີ່​ລະບຸ​ຕົວ​ຜູ້​ນະມັດສະການ​ແທ້. ດັ່ງ​ນັ້ນ ເຮົາ​ແຕ່​ລະ​ຄົນ​ຕ້ອງ​ແນ່​ໃຈ​ວ່າ​ໄດ້​ສະໜັບສະໜູນ​ສິດ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ສະເໝີ.

20. ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ຕໍ່​ທຸກ​ສິ່ງ​ທີ່​ເຈົ້າ​ເຮັດ​ເພື່ອ​ສະໜັບສະໜູນ​ສິດ​ການ​ປົກຄອງ​ຂອງ​ພະອົງ?

20 ເມື່ອ​ເຈົ້າ​ຮັບໃຊ້​ພະອົງ​ຢ່າງ​ສັດ​ຊື່​ແລະ​ອົດ​ທົນ​ກັບ​ບັນຫາ​ຕ່າງໆ ພະ​ເຢໂຫວາ​ເຫັນ​ແລະ​ຮູ້​ຄ່າ​ທຸກ​ສິ່ງ​ທີ່​ເຈົ້າ​ເຮັດ​ເພື່ອ​ສະໜັບສະໜູນ​ສິດ​ການ​ປົກຄອງ​ຂອງ​ພະອົງ. (ຄຳເພງ 18:25) ບົດ​ຕໍ່​ໄປ​ເຮົາ​ຈະ​ຮຽນ​ຮູ້​ຕື່ມ​ອີກ​ວ່າ​ເປັນ​ຫຍັງ​ເຈົ້າ​ຄວນ​ສະໜັບສະໜູນ​ສິດ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ແລະ​ເຈົ້າ​ຈະ​ເຮັດ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ.