ເຈົ້າຮູ້ບໍ?
ເປັນຫຍັງຈຶ່ງເໝາະແລ້ວທີ່ພະເຍຊູເອີ້ນພວກພໍ່ຄ້າຂາຍສັດໃນວິຫານທີ່ເມືອງເຢຣຶຊາເລມວ່າ “ຂະໂມຍ”?
ຄຳສອນຂອງພະເຍຊູທີ່ຢູ່ໃນມັດທາຍ ເຮົາອ່ານວ່າ: “ພະເຍຊູໄດ້ເຂົ້າໄປໃນວິຫານຂອງພະເຈົ້າ ແລະໄດ້ຂັບໄລ່ຄົນທັງປວງທີ່ໄດ້ຂາຍແລະຊື້ຂອງໃນວິຫານນັ້ນ ແລະໄດ້ຂວໍ້າໂຕະຂອງຄົນທັງຫຼາຍທີ່ແລກເງິນກັບຕັ່ງອີ້ຂອງຄົນທັງຫຼາຍທີ່ຂາຍນົກເຂົາ. ແລະພະອົງໄດ້ກ່າວແກ່ເຂົາວ່າ ‘ມີຄຳຂຽນໄວ້ວ່າ “ວິຫານຂອງເຮົາຈະເປັນທີ່ຊື່ວ່າວິຫານແຫ່ງຄວາມອ້ອນວອນ” ແຕ່ວ່າຝ່າຍທ່ານທັງຫຼາຍ ທ່ານທັງຫຼາຍໄດ້ກະທຳໃຫ້ກາຍເປັນຖໍ້າແຫ່ງໝູ່ຄົນຂະໂມຍ.’”—ມັດທາຍ 21:12, 13
ປະຫວັດສາດສະແດງໃຫ້ເຫັນວ່າພວກພໍ່ຄ້າໃນວິຫານເອົາປຽບລູກຄ້າໂດຍຕັ້ງລາຄາທີ່ແພງເກີນອັດຕາຫຼາຍ. ຕົວຢ່າງເຊັ່ນ ນົກເຂົາປົກກະຕິແລ້ວຈະມີລາຄາຖືກຫຼາຍເຊິ່ງຄົນທຸກສາມາດຊື້ເປັນເຄື່ອງຖວາຍໄດ້. ແຕ່ໃນໜັງສືຂອງຊາວຢິວບູຮານບອກວ່າ: ໃນສະຕະວັດທຳອິດ ມີໄລຍະໜຶ່ງທີ່ລາຄາຂອງນົກເຂົາຄູ່ໜຶ່ງເທົ່າກັບຄຳ 1 ດີນາເຊິ່ງສໍ່າກັບຄ່າແຮງງານ 25 ມື້. ນົກເຂົາຈຶ່ງເປັນເຄື່ອງບູຊາທີ່ແພງຫຼາຍຈົນຄົນທຸກບໍ່ສາມາດຊື້ໄດ້. (ພວກເລວີ 1:14; 5:7; 12:6-8) ອາຈານສອນສາສະໜາຂອງຊາວຢິວຊື່ ຊີໂມນ ເບັນ ຄາມາລຽນໃຈຮ້າຍຫຼາຍກ່ຽວກັບເລື່ອງນີ້ ລາວຈຶ່ງສັ່ງໃຫ້ລົດຈຳນວນເຄື່ອງບູຊາທີ່ຊາວຢິວຕ້ອງຖວາຍໃຫ້ໜ້ອຍລົງ. ທັນໃດນັ້ນ ລາຄາຂອງນົກເຂົາກໍຫຼຸດລົງເປັນຮ້ອຍເທົ່າ.
ດັ່ງທີ່ເຮົາເຫັນ ພວກພໍ່ຄ້າໃນວິຫານຂີ້ໂລບແລະເອົາປຽບລູກຄ້າ ດັ່ງນັ້ນຈຶ່ງເໝາະແລ້ວທີ່ພະເຍຊູເອີ້ນເຂົາເຈົ້າວ່າ: “ຂະໂມຍ.”