ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພະ​ເຢໂຫວາ​ໃຫ້​ກຳລັງ​ໃຈ​ເຮົາ​ທຸກ​ຄັ້ງ​ທີ່​ມີ​ຄວາມ​ຍາກ​ລຳບາກ

ພະ​ເຢໂຫວາ​ໃຫ້​ກຳລັງ​ໃຈ​ເຮົາ​ທຸກ​ຄັ້ງ​ທີ່​ມີ​ຄວາມ​ຍາກ​ລຳບາກ

“ພະເຈົ້າ​ທີ່​ຄອຍ​ໃຫ້​ກຳລັງ​ໃຈ​ໃນ​ທຸກ​ສະຖານະການ . . . ໃຫ້​ກຳລັງ​ໃຈ​ເຮົາ​ທຸກ​ຄັ້ງ​ທີ່​ປະສົບ​ຄວາມ​ຍາກ​ລຳບາກ.”—2 ໂກລິນໂທ 1:3, 4, ລ.ມ.

ເພງ: 33, 41

1, 2. ເມື່ອ​ປະສົບ​ກັບ​ຄວາມ​ຍາກ​ລຳບາກ ພະ​ເຢໂຫວາ​ໃຫ້​ກຳລັງ​ໃຈ​ເຮົາ​ແນວ​ໃດ ແລະ​ພະອົງ​ສັນຍາ​ໃນ​ເລື່ອງ​ໃດ?

ພີ່​ນ້ອງ​ຊາຍ​ໂສດ​ຄົນ​ໜຶ່ງ​ຄິດ​ເຖິງ​ຄຳ​ເວົ້າ​ໃນ 1 ໂກລິນໂທ 7:28 ທີ່​ບອກ​ວ່າ​ຄົນ​ທີ່​ແຕ່ງ​ດອງ “ຈະ​ມີ​ຄວາມ​ຍາກ​ລຳບາກ​ໃນ​ເນື້ອ​ໜັງ” ເຊິ່ງ​ກໍ​ຄື​ຄວາມ​ຫຍຸ້ງຍາກ​ໃນ​ຊີວິດ. ພີ່​ນ້ອງ​ຄົນ​ນີ້​ຖາມ​ຜູ້​ເຖົ້າ​ແກ່​ສູງ​ອາຍຸ​ທີ່​ແຕ່ງ​ດອງ​ແລ້ວ​ວ່າ: “‘ຄວາມ​ຍາກ​ລຳບາກ’ ຕາມ​ທີ່​ເວົ້າ​ໃນ​ຂໍ້​ນີ້​ແມ່ນ​ຫຍັງ ແລະ​ຂ້ອຍ​ຈະ​ຮັບ​ມື​ໄດ້​ແນວ​ໃດ​ຖ້າ​ແຕ່ງ​ດອງ?” ກ່ອນ​ທີ່​ຈະ​ຕອບ ຜູ້​ເຖົ້າ​ແກ່​ໄດ້​ຊີ້​ເຖິງ​ຄຳ​ເວົ້າ​ຂອງ​ໂປໂລ​ທີ່​ກ່າວ​ເຖິງ​ພະ​ເຢໂຫວາ​ວ່າ​ເປັນ “ພະເຈົ້າ​ທີ່​ຄອຍ​ໃຫ້​ກຳລັງ​ໃຈ​ໃນ​ທຸກ​ສະຖານະການ ພະອົງ​ໃຫ້​ກຳລັງ​ໃຈ​ເຮົາ​ທຸກ​ຄັ້ງ​ທີ່​ປະສົບ​ຄວາມ​ຍາກ​ລຳບາກ.”—2 ໂກລິນໂທ 1:3, 4, ລ.ມ.

2 ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ພໍ່​ທີ່​ຮັກ​ເຮົາ​ແລະ​ໃຫ້​ກຳລັງ​ໃຈ​ເມື່ອ​ເຮົາ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ເຈົ້າ​ອາດ​ຈື່​ຕອນ​ທີ່​ພະ​ເຢໂຫວາ​ໃຫ້​ກຳລັງ​ໃຈ​ແລະ​ຊີ້​ນຳ​ເຈົ້າ​ໂດຍ​ທາງ​ຄຳພີ​ໄບເບິນ. ດັ່ງ​ນັ້ນ ເຮົາ​ຈຶ່ງ​ໝັ້ນ​ໃຈ​ວ່າ​ພະອົງ​ຢາກ​ໃຫ້​ເຮົາ​ໄດ້​ຮັບ​ສິ່ງ​ທີ່​ດີ​ທີ່​ສຸດ ຄື​ກັບ​ທີ່​ຜູ້​ຮັບໃຊ້​ຂອງ​ພະອົງ​ໃນ​ສະໄໝ​ກ່ອນ​ໄດ້​ຮັບ.—ອ່ານ​ເຢເຣມີ 29:11, 12

3. ເຮົາ​ຈະ​ຕອບ​ຄຳຖາມ​ຫຍັງ​ໃນ​ບົດ​ນີ້?

3 ຖ້າ​ເຮົາ​ຮູ້​ສາເຫດ​ຂອງ​ບັນຫາ ເຮົາ​ຈະ​ອົດ​ທົນ​ກັບ​ບັນຫາ​ແລະ​ຄວາມ​ຍາກ​ລຳບາກ​ໄດ້​ງ່າຍ​ກວ່າ. ບົດ​ນີ້​ເຮົາ​ຈະ​ຮຽນ​ຮູ້​ວ່າ ເປັນ​ຫຍັງ​ເຮົາ​ອາດ​ມີ​ຄວາມ​ຍາກ​ລຳບາກ​ໃນ​ຊີວິດ​ຄູ່​ຫຼື​ໃນ​ຄອບຄົວ? ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ​ແລະ​ສະໄໝ​ຂອງ​ເຮົາ​ມີ​ຕົວຢ່າງ​ຫຍັງ​ແດ່​ທີ່​ຊ່ວຍ​ເຮົາ​ໃຫ້​ໄດ້​ຮັບ​ກຳລັງ​ໃຈ? ເມື່ອ​ເຮົາ​ໄດ້​ຄຳຕອບ​ຂອງ​ຄຳຖາມ​ເຫຼົ່າ​ນີ້​ເຮົາ​ກໍ​ຈະ​ອົດ​ທົນ​ກັບ​ຄວາມ​ຍາກ​ລຳບາກ​ໄດ້.

ຄວາມ​ຍາກ​ລຳບາກ​ໃນ​ຊີວິດ​ຄູ່

4, 5. ຜົວ​ແລະ​ເມຍ​ອາດ​ປະສົບ​ກັບ​ຄວາມ​ຍາກ​ລຳບາກ​ຫຍັງ​ແດ່?

4 ຫຼັງ​ຈາກ​ພະ​ເຢໂຫວາ​ສ້າງ​ຜູ້​ຊາຍ​ຄົນ​ທຳອິດ​ແລ້ວ ພະອົງ​ກໍ​ສ້າງ​ຜູ້​ຍິງ ແລະ​ໄດ້​ໃຫ້​ເປັນ​ເມຍ​ຂອງ​ລາວ. ຈາກ​ນັ້ນ​ພະ​ເຢໂຫວາ​ບອກ​ວ່າ: “ຜູ້​ຊາຍ​ຈະ​ລາ​ພໍ່​ແມ່​ແຫ່ງ​ຕົນ​ແລະ​ຈະ​ຕິດ​ພັນ​ຢູ່​ກັບ​ເມຍ​ແຫ່ງ​ຕົນ​ແລະ​ເຂົາ​ທັງ​ສອງ​ຈະ​ເປັນ​ເນື້ອ​ໜັງ​ອັນ​ດຽວ​ກັນ.” (ຕົ້ນເດີມ 2:24) ແນ່ນອນ ເຮົາ​ທຸກ​ຄົນ​ບໍ່​ສົມບູນ​ແບບ. (ໂລມ 3:23) ຍ້ອນ​ແນວ​ນີ້ ເມື່ອ​ຊາຍ​ຍິງ​ແຕ່ງ​ດອງ​ກັນ ເຂົາ​ເຈົ້າ​ຄາດ​ຫວັງ​ໄດ້​ວ່າ​ຈະ​ມີ​ບັນຫາ​ຕ່າງໆໃນ​ຊີວິດ ເຊັ່ນ: ຕອນ​ທີ່​ຍັງ​ເປັນ​ໂສດ​ຜູ້​ຍິງ​ມີ​ພໍ່​ແມ່​ເປັນ​ຜູ້​ນຳ. ແຕ່​ພະ​ຄຳ​ຂອງ​ພະ​ເຢໂຫວາ​ບອກ​ວ່າ​ຫຼັງ​ຈາກ​ແຕ່ງ​ດອງ​ແລ້ວ ຜົວ​ຈະ​ເປັນ​ຜູ້​ນຳ​ຂອງ​ເມຍ. (1 ໂກລິນໂທ 11:3) ທຳອິດ ຜູ້​ເປັນ​ຜົວ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ແນະນຳ​ເມຍ​ໃນ​ບາງ​ເລື່ອງ ແລະ​ເມຍ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ຍອມ​ຮັບ​ການ​ຊີ້​ນຳ​ຂອງ​ຜົວ​ແທນ​ທີ່​ຈະ​ເປັນ​ພໍ່​ແມ່. ເມື່ອ​ຫາ​ກໍ​ແຕ່ງ​ດອງ​ກັນ​ໃໝ່ໆຄວາມ​ຍາກ​ລຳບາກ​ອາດ​ລວມ​ເຖິງ​ຜົວ​ແລະ​ເມຍ​ອາດ​ບໍ່​ເຫັນ​ດີ​ນຳ​ກັນ​ເລື່ອງ​ຍາດ​ພີ່​ນ້ອງ​ຂອງ​ແຕ່​ລະ​ຝ່າຍ.

5 ຈະ​ວ່າ​ແນວ​ໃດ ຖ້າ​ຜົວ​ແລະ​ເມຍ​ຮູ້​ວ່າ​ກຳລັງ​ຈະ​ມີ​ລູກ. ເຖິງ​ວ່າ​ເຂົາ​ເຈົ້າ​ຈະ​ດີ​ໃຈ​ຫຼາຍ ແຕ່​ກໍ​ຍັງ​ມີ​ເລື່ອງ​ທີ່​ກັງວົນ​ນຳ​ອີກ ເຊັ່ນ​ວ່າ ການ​ຖື​ພາ​ຈະ​ຜ່ານ​ໄປ​ໄດ້​ດີ​ບໍ ແລະ​ລູກ​ໃນ​ທ້ອງ​ຈະ​ແຂງແຮງ​ດີ​ບໍ. ເຂົາ​ເຈົ້າ​ຍັງ​ຮູ້​ວ່າ​ຈະ​ມີ​ລາຍ​ຈ່າຍ​ເພີ່ມ​ຂຶ້ນ. ເມື່ອ​ລູກ​ເກີດ​ມາ​ແລ້ວ​ທັງ​ຜົວ​ແລະ​ເມຍ​ຕ້ອງ​ໄດ້​ປັບ​ປ່ຽນ​ຫຼາຍ​ຢ່າງ ເຂົາ​ເຈົ້າ​ອາດ​ຈະ​ບໍ່​ໄດ້​ເອົາໃຈໃສ່​ກັນ​ແລະ​ກັນ​ຫຼາຍ​ຄື​ແຕ່​ກ່ອນ. ຍ້ອນ​ວ່າ​ຜູ້​ເປັນ​ເມຍ​ອາດ​ຕ້ອງ​ໄດ້​ເບິ່ງ​ແຍງ​ລູກ​ນ້ອຍ​ເກືອບ​ຕະຫຼອດ​ເວລາ. ສ່ວນ​ຜູ້​ເປັນ​ຜົວ​ກໍ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫຼາຍ​ຂຶ້ນ​ໃນ​ການ​ຈັດ​ຫາ​ສິ່ງ​ຈຳເປັນ​ໃຫ້​ເມຍ​ແລະ​ລູກ.

6-8. ຜົວ​ເມຍ​ອາດ​ຮູ້ສຶກ​ແນວ​ໃດ​ຖ້າ​ເຂົາ​ເຈົ້າ​ມີ​ລູກ​ບໍ່​ໄດ້?

6 ຜົວ​ເມຍ​ບາງ​ຄູ່​ມີ​ຄວາມ​ຍາກ​ລຳບາກ​ອີກ​ແບບ​ໜຶ່ງ. ເຂົາ​ເຈົ້າ​ຢາກ​ມີ​ລູກ​ແທ້ໆແຕ່​ກໍ​ມີ​ບໍ່​ໄດ້. ເມື່ອ​ຜູ້​ເປັນ​ເມຍ​ບໍ່​ສາມາດ​ຖື​ພາ​ໄດ້ ລາວ​ອາດ​ຮູ້ສຶກ​ເຈັບ​ປວດ​ຫຼາຍ. (ສຸພາສິດ 13:12) ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ ການ​ແຕ່ງ​ດອງ​ແລະ​ການ​ມີ​ລູກ​ເປັນ​ເລື່ອງ​ສຳຄັນ​ຫຼາຍ​ສຳລັບ​ຜູ້​ຍິງ. ດັ່ງ​ນັ້ນ ລາເຊນ​ເມຍ​ຂອງ​ຢາໂຄບ​ຈຶ່ງ​ຮູ້ສຶກ​ເສຍໃຈ​ຫຼາຍ​ທີ່​ບໍ່​ສາມາດ​ມີ​ລູກ​ໄດ້​ຄື​ກັບ​ເອື້ອຍ​ຂອງ​ລາວ. (ຕົ້ນເດີມ 30:1, 2) ໃນ​ສະໄໝ​ນີ້​ມີ​ບາງ​ປະເທດ ຫຼາຍ​ຄົນ​ເຊື່ອ​ວ່າ​ການ​ມີ​ລູກ​ເປັນ​ເລື່ອງ​ສຳຄັນ. ຫຼາຍ​ຄົນ​ມັກ​ຖາມ​ມິດຊັນນາລີ​ທີ່​ອາໄສ​ຢູ່​ຕ່າງ​ປະເທດ​ວ່າ​ເປັນ​ຫຍັງ​ເຂົາ​ເຈົ້າ​ຄື​ບໍ່​ເອົາ​ລູກ. ເຖິງ​ວ່າ​ໄດ້​ອະທິບາຍ​ເຫດຜົນ​ຢ່າງ​ຈະ​ແຈ້ງ​ແລ້ວ ແຕ່​ບາງ​ຄົນ​ກໍ​ຍັງ​ບອກ​ວ່າ “ພວກ​ເຮົາ​ຈະ​ອະທິດຖານ​ເພື່ອ​ໃຫ້​ພວກ​ເຈົ້າ​ໄດ້​ລູກ​ເ​ດີ້!”

7 ພີ່​ນ້ອງ​ຍິງ​ໃນ​ປະເທດ​ອັງກິດ​ຢາກ​ມີ​ລູກ​ແທ້ໆ. ເມື່ອ​ລາວ​ຮູ້​ວ່າ​ບໍ່​ສາມາດ​ມີ​ລູກ​ໄດ້​ໃນ​ຕອນ​ນີ້ ລາວ​ຈຶ່ງ​ຈົມ​ຢູ່​ໃນ​ຄວາມ​ທຸກ. ຈາກ​ນັ້ນ​ລາວ​ແລະ​ຜົວ​ກໍ​ຕັດສິນ​ໃຈ​ຮັບ​ເອົາ​ເດັກ​ນ້ອຍ​ຄົນ​ໜຶ່ງ​ມາ​ລ້ຽງ​ເປັນ​ລູກ. ແຕ່​ລາວ​ຍັງ​ຮູ້ສຶກ​ໂສກ​ເສົ້າ​ເປັນ​ບາງ​ເທື່ອ. ລາວ​ເລົ່າ​ວ່າ: “ເຖິງ​ວ່າ​ຂ້ອຍ​ຈະ​ມີ​ລູກ​ລ້ຽງ ແຕ່​ຄວາມ​ຮູ້ສຶກ​ກໍ​ບໍ່​ຄື​ກັບ​ການ​ລ້ຽງ​ລູກ​ແທ້ໆຂອງ​ຕົວ​ເອງ.”

8 ຄຳພີ​ໄບເບິນ​ບອກ​ວ່າ ຜູ້​ຍິງ “ຈະ​ຢູ່​ລອດ​ປອດໄພ​ດ້ວຍ​ການ​ມີ​ລູກ.” (1 ຕີໂມເຕ 2:15, ລ.ມ.) ແຕ່​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ລາວ​ຈະ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ ຍ້ອນ​ລາວ​ມີ​ລູກ. ສະນັ້ນ​ຂໍ້​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ໝາຍ​ຄວາມ​ວ່າ​ເມື່ອ​ມີ​ລູກ​ແມ່​ກໍ​ຈະ​ຫຍຸ້ງ​ຢູ່​ກັບ​ການ​ເອົາໃຈໃສ່​ລູກ​ແລະ​ເບິ່ງ​ແຍງ​ເຮືອນ​ຊານ. ຍ້ອນ​ແນວ​ນີ້​ລາວ​ຈຶ່ງ​ບໍ່​ມີ​ເວລາ​ທີ່​ຈະ​ໄປ​ເຮັດ​ສິ່ງ​ທີ່​ບໍ່​ດີ ເຊັ່ນ: ການ​ນິນທາ​ຫຼື​ເຂົ້າ​ໄປ​ຫຍຸ້ງ​ກ່ຽວ​ເລື່ອງ​ຂອງ​ຄົນ​ອື່ນ. (1 ຕີໂມເຕ 5:13) ແຕ່​ລາວ​ກໍ​ອາດ​ຍັງ​ມີ​ບັນຫາ​ອື່ນໆໃນ​ຊີວິດ​ຄູ່​ແລະ​ຄອບຄົວ.

ພະ​ເຢໂຫວາ​ໄດ້​ເຮັດ​ຄຳ​ສັນຍາ​ຫຼາຍ​ເລື່ອງ​ເຊິ່ງ​ໃຫ້​ກຳລັງ​ໃຈ​ເຮົາ​ໃນ​ຂະນະ​ທີ່​ມີ​ຄວາມ​ຫຍຸ້ງຍາກ

9. ຄົນ​ທີ່​ແຕ່ງ​ດອງ​ແລ້ວ​ອາດ​ປະສົບ​ກັບ​ຄວາມ​ຍາກ​ລຳບາກ​ຫຍັງ​ອີກ?

9 ການ​ສູນ​ເສຍ​ຄູ່​ຊີວິດ​ເປັນ​ຄວາມ​ຍາກ​ລຳບາກ​ຢ່າງ​ໜຶ່ງ​ທີ່​ຜົວ​ເມຍ​ບາງ​ຄູ່​ປະສົບ. ເຖິງ​ແມ່ນ​ເຂົາ​ເຈົ້າ​ອາດ​ບໍ່​ຄາດ​ຄິດ​ວ່າ​ເລື່ອງ​ແບບ​ນີ້​ຈະ​ເກີດ​ຂຶ້ນ​ກັບ​ຕົວ​ເອງ ແຕ່​ຫຼາຍ​ຄົນ​ກໍ​ຕ້ອງ​ປະສົບ​ກັບ​ສະພາບການ​ທີ່​ຍາກ​ລຳບາກ​ນີ້. ຄລິດສະຕຽນ​ເຊື່ອ​ໝັ້ນ​ໃນ​ຄຳ​ສັນຍາ​ເລື່ອງ​ການ​ຟື້ນ​ຂຶ້ນ​ມາ​ຈາກ​ຕາຍ ແລະ​ເລື່ອງ​ນີ້​ໃຫ້​ກຳລັງ​ໃຈ​ເຂົາ​ເຈົ້າ​ຫຼາຍ. (ໂຢຮັນ 5:28, 29) ໃນ​ຄຳພີ​ໄບເບິນ ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ໄດ້​ເຮັດ​ຄຳ​ສັນຍາຫຼາຍ​ເລື່ອງ​ເຊິ່ງ​ໃຫ້​ກຳລັງ​ໃຈ​ເຮົາ​ໃນ​ຂະນະ​ທີ່​ມີ​ຄວາມ​ຫຍຸ້ງຍາກ. ຕອນ​ນີ້​ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຜູ້​ຮັບໃຊ້​ບາງ​ຄົນ​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ກຳລັງ​ໃຈ​ແນວ​ໃດ ແລະ​ສິ່ງ​ນີ້​ໄດ້​ຊ່ວຍ​ເຂົາ​ເຈົ້າ​ແນວ​ໃດ.

ຖ້າ​ເຈົ້າ​ສູນ​ເສຍ​ຄູ່​ຊີວິດ ເຈົ້າ​ຈະ​ໄດ້​ກຳລັງ​ໃຈ​ແນວ​ໃດ? (ເບິ່ງ​ຂໍ້ 9, 12)

ໄດ້​ຮັບ​ກຳລັງ​ໃຈ​ເມື່ອ​ມີ​ຄວາມ​ຍາກ​ລຳບາກ

10. ອານາ​ໄດ້​ຮັບ​ກຳລັງ​ໃຈ​ແນວ​ໃດ? (ເບິ່ງ​ຮູບ​ທຳອິດ)

10 ໃຫ້​ຄິດ​ເຖິງ​ຕົວຢ່າງ​ຂອງ​ອານາ ເຊິ່ງ​ເປັນ​ເມຍ​ທີ່​ຮັກ​ຂອງ​ເອນການາ. ອານາ​ຢາກ​ມີ​ລູກ​ແຕ່​ລາວ​ເປັນ​ໝັນ. ຜົວ​ຂອງ​ລາວ​ມີ​ເມຍ​ອີກ​ຄົນ​ໜຶ່ງ​ຊື່ ເປນີນາ ແລະ​ລາວ​ພັດ​ມີ​ລູກ​ຫຼາຍ​ຄົນ. (ອ່ານ 1 ຊາເມືອນ 1:4-7) ເນື່ອງ​ຈາກ​ອານາ​ບໍ່​ມີ​ລູກ ເປນີນາ​ຈຶ່ງ​ເຍາະ​ເຍີ້ຍ​ລາວ ‘ທຸກໆປີ’ ແລະ​ຍ້ອນ​ແນວ​ນີ້​ລາວ​ຈຶ່ງ​ຮູ້ສຶກ​ເຈັບ​ປວດ​ຫຼາຍ​ຕື່ມ​ອີກ. ອານາ​ເຮັດ​ແນວ​ໃດ​ເພື່ອ​ຈະ​ໄດ້​ຮັບ​ກຳລັງ​ໃຈ? ລາວ​ອະທິດຖານ​ເຖິງ​ພະ​ເຢໂຫວາ ແລະ​ເຖິງ​ຂັ້ນ​ໄປ​ບ່ອນ​ນະມັດສະການ​ພະອົງ​ແລະ​ອະທິດຖານ​ຢູ່​ທີ່​ນັ້ນ​ເປັນ​ເວລາ​ດົນ. ລາວ​ຂໍ​ລູກ​ຊາຍ​ຄົນ​ໜຶ່ງ​ກັບ​ພະ​ເຢໂຫວາ ແລະ​ໝັ້ນ​ໃຈ​ວ່າ​ພະອົງ​ຈະ​ຊ່ວຍ​ລາວ. ຫຼັງ​ຈາກ​ອະທິດຖານ​ຈົບ ລາວ​ກໍ​ຮູ້ສຶກ​ດີ​ຂຶ້ນ​ຫຼາຍ​ແລະ “ມີ​ໜ້າ​ຊື່ນ​ບານ.” (1 ຊາເມືອນ 1:12, 17, 18) ລາວ​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ໃຫ້​ລາວ​ມີ​ລູກ ຫຼື​ບໍ່​ກໍ​ຈະ​ໃຫ້​ກຳລັງ​ໃຈ​ລາວ​ໃນ​ວິທີ​ອື່ນ.

11. ເຮົາ​ຕ້ອງ​ອະທິດຖານ​ແນວ​ໃດ​ຈຶ່ງ​ຈະ​ໄດ້​ກຳລັງ​ໃຈ?

11 ເນື່ອງ​ຈາກ​ເຮົາ​ບໍ່​ສົມບູນ​ແບບ​ແລະ​ມີ​ຊີວິດ​ໃນ​ໂລກ​ທີ່​ຊາຕານ​ປົກຄອງ ເຮົາ​ຍັງ​ຈະ​ມີ​ຄວາມ​ລຳບາກ​ຕໍ່ໆໄປ. (1 ໂຢຮັນ 5:19) ແຕ່​ດີ​ແທ້ໆທີ່​ເຮົາ​ມີ​ພະ​ເຢໂຫວາ “ພະເຈົ້າ​ທີ່​ຄອຍ​ໃຫ້​ກຳລັງ​ໃຈ​ໃນ​ທຸກ​ສະຖານະການ.” ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ກໍ​ໂດຍ​ທາງ​ການ​ອະທິດຖານ. ອານາ​ໄດ້​ບອກ​ຄວາມ​ຮູ້ສຶກ​ແທ້ໆຂອງ​ລາວ​ກັບ​ພະ​ເຢໂຫວາ​ແລະ​ອ້ອນ​ວອນ​ໃຫ້​ພະອົງ​ຊ່ວຍ. ຄ້າຍ​ຄື​ກັນ ເມື່ອ​ເຮົາ​ປະສົບ​ກັບ​ຄວາມ​ທຸກ​ລຳບາກ ເຮົາ​ບໍ່​ພຽງ​ແຕ່​ກ່າວ​ເຖິງ​ບັນຫາ​ຂອງ​ເຮົາ​ໃຫ້​ພະ​ເຢໂຫວາ​ຮັບ​ຮູ້ ແຕ່​ເຮົາ​ຕ້ອງ​ອ້ອນ​ວອນ​ຂໍ​ໃຫ້​ພະອົງ​ຊ່ວຍ​ແລະ​ຕ້ອງ​ລະບາຍ​ຄວາມ​ຮູ້ສຶກ​ແທ້ໆຂອງ​ເຮົາ​ອອກ​ມາ.—ຟີລິບ 4:6, 7, ລ.ມ.

12. ສິ່ງ​ໃດ​ຊ່ວຍ​ອານາ​ໃຫ້​ມີ​ຄວາມ​ສຸກ​ເຖິງ​ວ່າ​ປະສົບ​ກັບ​ຄວາມ​ຍາກ​ລຳບາກ?

12 ເຮົາ​ອາດ​ຮູ້ສຶກ​ເສຍໃຈ​ຫຼາຍ​ຍ້ອນ​ວ່າ​ບໍ່​ມີ​ລູກ​ຫຼື​ຍ້ອນ​ຄົນ​ທີ່​ເຮົາ​ຮັກ​ເສຍ​ຊີວິດ. ແຕ່​ເຮົາ​ຍັງ​ພົບ​ກຳລັງ​ໃຈ​ໄດ້. ໃຫ້​ເບິ່ງ​ເລື່ອງ​ຂອງ​ອານາ​ທີ່​ມີ​ຊີວິດ​ໃນ​ສະໄໝ​ພະ​ເຍຊູ. ຫຼັງ​ຈາກ​ລາວ​ແຕ່ງ​ດອງ​ໄດ້​ພຽງ​ແຕ່ 7 ປີ ຜົວ​ກໍ​ຕາຍ ແລະ​ເບິ່ງ​ຄື​ວ່າ​ລາວ​ບໍ່​ມີ​ລູກ​ຈັກ​ຄົນ. ສິ່ງ​ໃດ​ທີ່​ຊ່ວຍ​ລາວ​ໃຫ້​ມີ​ກຳລັງ​ໃຈ? ຄຳພີ​ໄບເບິນ​ບອກ​ວ່າ: “ລາວ​ມາ​ທີ່​ວິຫານ​ບໍ່​ເຄີຍ​ຂາດ.” ເຖິງ​ວ່າ​ອາຍຸ 84 ປີ​ແລ້ວ ແຕ່​ລາວ​ກໍ​ຍັງ​ໄປ​ວິຫານ​ເພື່ອ​ອະທິດຖານ​ແລະ​ນະມັດສະການ​ພະ​ເຢໂຫວາ. (ລືກາ 2:37) ການ​ເຮັດ​ເຊັ່ນ​ນັ້ນ​ຊ່ວຍ​ລາວ​ໃຫ້​ມີ​ກຳລັງ​ໃຈ​ແລະ​ມີ​ຄວາມ​ສຸກ​ເຖິງ​ວ່າ​ຈະ​ປະສົບ​ກັບ​ຄວາມ​ຍາກ​ລຳບາກ.

13. ຖ້າ​ຍາດ​ພີ່​ນ້ອງ​ເຮັດ​ໃຫ້​ເຮົາ​ຜິດ​ຫວັງ ເພື່ອນ​ແທ້​ຊ່ວຍ​ໃຫ້​ກຳລັງ​ໃຈ​ເຮົາ​ແນວ​ໃດ?

13 ເຮົາ​ຍັງ​ໄດ້​ຮັບ​ກຳລັງ​ໃຈ​ຈາກ​ການ​ຄົບຫາ​ກັບ​ເພື່ອນ​ແທ້​ໃນ​ປະຊາຄົມ. (ສຸພາສິດ 18:24) ພໍ​ລ້າ​ອາຍຸ​ພຽງ​ແຕ່ 5 ປີ ຕອນ​ທີ່​ແມ່​ຂອງ​ລາວ​ເຊົາ​ຮັບໃຊ້​ພະ​ເຢໂຫວາ. ພໍ​ລ້າ​ເສຍໃຈ​ຫຼາຍ ແລະ​ລາວ​ຮັບ​ມື​ກັບ​ເລື່ອງ​ນີ້​ຍາກ​ຫຼາຍ. ແຕ່​ຕໍ່​ມາ​ພີ່​ນ້ອງ​ອານ​ທີ່​ເປັນ​ໄພໂອເນຍ​ໄດ້​ໃຫ້​ກຳລັງ​ໃຈ​ແລະ​ສະແດງ​ຄວາມ​ຮັກ​ຕໍ່​ລາວ. ພໍ​ລ້າ​ເລົ່າ​ວ່າ: “ເຖິງ​ວ່າ​ອານ​ບໍ່​ໄດ້​ເປັນ​ຍາດ​ພີ່​ນ້ອງ​ກັບ​ຂ້ອຍ ແຕ່​ລາວ​ກໍ​ຮັກ​ແລະ​ເປັນ​ຫ່ວງ​ຂ້ອຍ​ແທ້ໆ ແລະ​ການ​ເຮັດ​ເຊັ່ນ​ນັ້ນ​ຊ່ວຍ​ຂ້ອຍ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆໄປ.” ຫຼັງ​ຈາກ​ນັ້ນ ແມ່​ຂອງ​ພໍ​ລ້າ​ກໍ​ກັບ​ມາ​ຮັບໃຊ້​ພະ​ເຢໂຫວາ​ອີກ ແລະ​ພໍ​ລ້າ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ຮັບໃຊ້​ນຳ​ກັນ​ກັບ​ແມ່​ອີກ​ຄັ້ງ. ອານ​ກໍ​ມີ​ຄວາມ​ສຸກ​ຄື​ກັນ​ທີ່​ໄດ້​ຊ່ວຍ​ພໍ​ລ້າ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆໄປ.

14. ເຮົາ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ເມື່ອ​ເຮົາ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ?

14 ຖ້າ​ເຮົາ​ຫຍຸ້ງ​ໃນ​ການ​ເຮັດ​ດີ​ຕໍ່​ຄົນ​ອື່ນ ເຮົາ​ກໍ​ຈະ​ລືມ​ບັນຫາ​ຂອງ​ເຮົາ​ເອງ. ພີ່​ນ້ອງ​ຍິງ​ຫຼາຍ​ຄົນ​ທີ່​ແຕ່ງ​ດອງ​ແລ້ວ​ແລະ​ທີ່​ຍັງ​ໂສດ​ຮູ້​ວ່າ​ເມື່ອ​ບອກ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ກັບ​ຄົນ​ອື່ນ ເຂົາ​ເຈົ້າ​ກໍ​ກຳລັງເຮັດ​ວຽກ​ກັບ​ພະ​ເຢໂຫວາ​ແລະ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະອົງ. ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ເຮັດ​ສິ່ງ​ເຫຼົ່າ​ນີ້. ທີ່​ຈິງ ຖ້າ​ເຮົາ​ທຸກ​ຄົນ​ເປັນ​ຫ່ວງ​ຄົນ​ອື່ນ ເຮົາ​ກໍ​ຈະ​ບອກ​ຂ່າວ​ດີ​ກັບ​ເຂົາ​ເຈົ້າ ແລະ​ຖ້າ​ເຮົາ​ເຮັດ​ສິ່ງ​ທີ່​ດີ​ຕໍ່​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ ເຮົາ​ກໍ​ຈະ​ໃກ້​ຊິດ​ກັບ​ເຂົາ​ເຈົ້າ​ຫຼາຍ​ຂຶ້ນ. (ຟີລິບ 2:4) ໂປໂລ​ກໍ​ເຮັດ​ແບບ​ນັ້ນ ລາວ​ຫ່ວງໃຍ​ຄົນ​ອື່ນ​ຄື​ກັບ ‘ແມ່ . . . ທີ່​ແພງ​ລູກ​ທັງ​ຫຼາຍ​ຂອງ​ຕົນ​ເອງ.’ ໂປໂລ​ຍັງ​ໃຫ້​ກຳລັງ​ໃຈ​ແລະ​ປອບ​ໂຍນ​ພີ່​ນ້ອງ​ຄື​ກັບ “ພໍ່​ກະທຳ​ກັບ​ລູກ.”—ອ່ານ 1 ເທຊະໂລນີກ 2:7, 11, 12

ໃຫ້​ກຳລັງ​ໃຈ​ຄອບຄົວ

15. ໃຜ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ການ​ສອນ​ລູກ​ເລື່ອງ​ພະ​ເຢໂຫວາ?

15 ໃນ​ປະຊາຄົມ ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ກຳລັງ​ໃຈ​ພີ່​ນ້ອງ​ທີ່​ມີ​ຄອບຄົວ? ບາງ​ເທື່ອ ພີ່​ນ້ອງ​ໃໝ່​ອາດ​ຂໍ​ໃຫ້​ເຮົາ​ສອນ​ເລື່ອງ​ພະ​ເຢໂຫວາ​ໃຫ້​ລູກ​ເຂົາ​ເຈົ້າ ຫຼື​ຂໍ​ເຮົາ​ໃຫ້​ສຶກສາ​ກັບ​ໄວ​ໜຸ່ມ​ທີ່​ເປັນ​ຍາດ​ພີ່​ນ້ອງ​ຂອງ​ເຂົາ​ເຈົ້າ. ຄຳພີ​ໄບເບິນ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ມອບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃຫ້​ພໍ່​ແມ່​ສອນ​ແລະ​ອົບຮົມ​ລູກ. (ສຸພາສິດ 23:22; ເອເຟດ 6:1-4) ເຖິງ​ວ່າ​ມີ​ບາງ​ກໍລະນີ​ທີ່​ອາດ​ຕ້ອງ​ຂໍ​ໃຫ້​ຄົນ​ອື່ນ​ຊ່ວຍ​ໃນ​ດ້ານ​ນີ້ ແຕ່​ພໍ່​ແມ່​ກໍ​ຍັງ​ຕ້ອງ​ສອນ​ລູກ. ພໍ່​ແມ່​ຕ້ອງ​ເວົ້າ​ລົມ​ກັບ​ລູກ​ເປັນ​ປະຈຳ.

ພໍ່​ແມ່​ຕ້ອງ​ເວົ້າ​ລົມ​ກັບ​ລູກ​ເປັນ​ປະຈຳ

16. ເຮົາ​ຄວນ​ຈື່​ຫຍັງ​ໄວ້​ເມື່ອ​ຊ່ວຍ​ລູກ​ຂອງ​ຄົນ​ອື່ນ?

16 ເມື່ອ​ພໍ່​ແມ່​ຂໍ​ໃຫ້​ເຮົາ​ສຶກສາ​ກັບ​ລູກ​ຂອງ​ເຂົາ​ເຈົ້າ ເຮົາ​ຄວນ​ຈື່​ວ່າ​ເຮົາ​ບໍ່​ມີ​ສິດ​ອຳນາດ​ເທົ່າ​ກັບ​ພໍ່​ແມ່. ບາງ​ເທື່ອ​ເຮົາ​ອາດ​ສຶກສາ​ກັບ​ເດັກ​ນ້ອຍ​ທີ່​ພໍ່​ແມ່​ບໍ່​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ. ຖ້າ​ເຮົາ​ສຶກສາ​ກັບ​ເດັກ​ນ້ອຍ​ທີ່​ບໍ່​ແມ່ນ​ລູກ​ຂອງ​ເຮົາ ເປັນ​ສິ່ງ​ທີ່​ດີ​ຖ້າ​ຈະ​ສຶກສາ​ຢູ່​ເຮືອນ​ຂອງ​ເຂົາ​ເຈົ້າ​ຕອນ​ທີ່​ມີ​ພໍ່​ແມ່​ຫຼື​ຄົນ​ອື່ນ​ທີ່​ເປັນ​ເປັນ​ຜູ້​ໃຫຍ່​ຢູ່​ນຳ ຫຼື​ບໍ່​ກໍ​ຢູ່​ໃນ​ບ່ອນ​ສາທາລະນະ. ເຮົາ​ບໍ່​ຢາກ​ເຮັດ​ໃຫ້​ຄົນ​ອື່ນ​ເຂົ້າ​ໃຈ​ຜິດ. ໃນ​ທີ່​ສຸດ ພໍ່​ແມ່​ຈະ​ເປັນ​ຄົນ​ສອນ​ເລື່ອງ​ພະ​ເຢໂຫວາ​ໃຫ້​ລູກ.

17. ລູກ​ຈະ​ໃຫ້​ກຳລັງ​ໃຈ​ຄົນ​ໃນ​ຄອບຄົວ​ໄດ້​ແນວ​ໃດ?

17 ໄວ​ໜຸ່ມ​ທີ່​ກຳລັງ​ຮຽນ​ຮູ້​ທີ່​ຈະ​ຮັກ​ພະ​ເຢໂຫວາ​ກໍໃຫ້​ກຳລັງ​ໃຈ​ແລະ​ປອບ​ໂຍນ​ຄົນ​ໃນ​ຄອບຄົວ​ໄດ້ ໂດຍ​ນັບຖື​ພໍ່​ແມ່​ແລະ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ຊ່ວຍ​ວຽກ​ພໍ່​ແມ່. ເມື່ອ​ລູກ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ກໍ​ເຮັດ​ທຸກ​ຄົນ​ໃນ​ຄອບຄົວ​ມີ​ກຳລັງ​ໃຈ. ກ່ອນ​ນໍ້າ​ຖ້ວມ​ໂລກ ເລເມກ​ຜູ້​ນະມັດສະການ​ພະ​ເຢໂຫວາ​ເວົ້າ​ເຖິງ​ໂນເອ​ລູກ​ຊາຍ​ຂອງ​ຕົນ​ວ່າ: “ລູກ​ຄົນ​ນີ້​ຈະ​ອອຍ​ໃຈ​ຂອງ​ພວກ​ເຮົາ​ແຕ່​ວຽກ​ແລະ​ແຕ່​ການ​ໜັກ​ແຫ່ງ​ມື​ຂອງ​ພວກ​ເຮົາ​ຍ້ອນ​ດິນ​ທີ່​ພະ​ເຢໂຫວາ​ໄດ້​ດ່າ​ນັ້ນ.” ຄຳ​ພະຍາກອນ​ນີ້​ໄດ້​ເປັນ​ຈິງ ຫຼັງ​ຈາກ​ນໍ້າ​ຖ້ວມ​ໂລກ​ພະ​ເຢໂຫວາ​ໄດ້​ຍົກ​ເລີກ​ຄຳ​ດ່າ​ຫຼື​ຄຳ​ສາບ​ແຊ່ງ​ຕໍ່​ດິນ. (ຕົ້ນເດີມ 5:29; 8:21) ທຸກ​ມື້​ນີ້ ຖ້າ​ລູກ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ ຄອບຄົວ​ກໍ​ຈະ​ໄດ້​ກຳລັງ​ໃຈ. ເຂົາ​ເຈົ້າ​ສາມາດ​ຊ່ວຍ​ທຸກ​ຄົນ​ໃນ​ຄອບຄົວ​ໃຫ້​ອົດ​ທົນ​ກັບ​ຄວາມ​ລຳບາກ​ໃນ​ຕອນ​ນີ້​ແລະ​ໃນ​ອະນາຄົດ.

18. ອັນ​ໃດ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ກັບ​ຄວາມ​ຍາກ​ລຳບາກ​ຕ່າງໆ?

18 ໃນ​ທຸກ​ມື້​ນີ້​ປະຊາຊົນ​ຂອງ​ພະ​ເຢໂຫວາ​ໄດ້​ກຳລັງ​ໃຈ​ຈາກ​ການ​ອະທິດຖານ ການ​ຄຶດ​ຕຶກຕອງ​ເຖິງ​ຕົວຢ່າງ​ໃນ​ຄຳພີ​ໄບເບິນ ແລະ​ການ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພີ່​ນ້ອງ​ຊາຍ​ຍິງ. (ອ່ານ​ຄຳເພງ 145:18, 19) ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ພ້ອມ​ສະເໝີ​ທີ່​ຈະ​ໃຫ້​ກຳລັງ​ໃຈ​ເຮົາ ແລະ​ພະອົງ​ຈະ​ຊ່ວຍ​ເຮົາ​ຢ່າງ​ແນ່ນອນ​ໃຫ້​ອົດ​ທົນ​ກັບ​ຄວາມ​ຍາກ​ລຳບາກ​ຕ່າງໆທີ່​ເຮົາ​ປະສົບ!