ສະໜັບສະໜູນສິດການປົກຄອງຂອງພະເຢໂຫວາ!
“ພະອົງເຈົ້າ [ພະເຢໂຫວາ] ແລະພະເຈົ້າຂອງຂ້າພະເຈົ້າທັງຫຼາຍ ພະອົງສົມຄວນຈະຮັບລັດສະໝີ ແລະຍົດສັກແລະລິດເດດ ເພາະວ່າພະອົງເປັນຜູ້ທີ່ໄດ້ນິລະມິດສ້າງສັບພະທຸກສິ່ງ ແລະສັບພະທຸກສິ່ງເປັນຢູ່ແລະຕ້ອງນິລະມິດສ້າງແລ້ວດ້ວຍນໍ້າໃຈຂອງພະອົງ.”—ຄຳປາກົດ 4:11
ເພງ: 12, 150
1, 2. ເຮົາແຕ່ລະຄົນຕ້ອງໝັ້ນໃຈໃນເລື່ອງໃດ? (ເບິ່ງຮູບທຳອິດ)
ດັ່ງທີ່ໄດ້ຮຽນໃນບົດກ່ອນ ຊາຕານກ່າວຫາວ່າພະເຢໂຫວາບໍ່ສົມຄວນປົກຄອງມະນຸດ. ມັນບອກວ່າພະອົງປົກຄອງຢ່າງບໍ່ຍຸຕິທຳ ແລະຖ້າມະນຸດປົກຄອງຕົວເອງຈະມີຄວາມສຸກຫຼາຍກວ່າ. ຊາຕານເວົ້າຖືກບໍ? ສົມມຸດວ່າ ມະນຸດປົກຄອງຕົວເອງແລະມີຊີວິດຕະຫຼອດໄປ ເຂົາເຈົ້າຈະມີຄວາມສຸກຫຼາຍກວ່າການຍອມໃຫ້ພະເຈົ້າປົກຄອງບໍ? ເຈົ້າຈະມີຄວາມສຸກຫຼາຍກວ່າບໍຖ້າມີຊີວິດຕະຫຼອດແລະຢູ່ໂດຍບໍ່ເພິ່ງພະເຈົ້າເລີຍ?
2 ບໍ່ມີໃຜຕອບຄຳຖາມນັ້ນແທນເຈົ້າໄດ້. ເຮົາແຕ່ລະຄົນຕ້ອງຄິດເລື່ອງນີ້ຢ່າງຈິງຈັງ ເມື່ອເຮັດແນວນີ້ເຮົາຈະເຂົ້າໃຈແຈ້ງວ່າ ວິທີການປົກຄອງຂອງພະເຢໂຫວາດີທີ່ສຸດແລະພະອົງສົມຄວນໄດ້ຮັບການສະໜັບສະໜູນຈາກເຮົາຢ່າງສຸດຫົວໃຈ. ເຮົາໝັ້ນໃຈໄດ້ເພາະເຮົາອ່ານໃນຄຳພີໄບເບິນ ໃນນັ້ນກ່າວເຖິງສິດຂອງພະເຢໂຫວາທີ່ຈະປົກຄອງເອກະພົບ.
ພະເຢໂຫວາມີສິດປົກຄອງ
3. ເປັນຫຍັງພະເຢໂຫວາຈຶ່ງເປັນຜູ້ດຽວທີ່ມີສິດເປັນພະເຈົ້າຜູ້ຍິ່ງໃຫຍ່?
3 ພະເຢໂຫວາຜູ້ດຽວທີ່ມີສິດເປັນພະເຈົ້າຜູ້ຍິ່ງໃຫຍ່ສູງສຸດໃນເອກະພົບ ເພາະພະອົງເປັນພະເຈົ້າທີ່ມີລິດເດດສູງສຸດແລະເປັນຜູ້ສ້າງ. (1 ຂ່າວຄາວ 29:11; ກິດຈະການ 4:24) ໃນນິມິດຜູ້ຮ່ວມປົກຄອງກັບພະເຍຊູໃນສະຫວັນຈຳນວນ 144.000 ຄົນເວົ້າວ່າ: “ພະອົງເຈົ້າ [ພະເຢໂຫວາ] ແລະພະເຈົ້າຂອງຂ້າພະເຈົ້າທັງຫຼາຍ ພະອົງເປັນຜູ້ສົມຄວນຈະຮັບລັດສະໝີ ແລະຍົດສັກແລະລິດເດດ ເພາະວ່າພະອົງເປັນຜູ້ທີ່ໄດ້ນິລະມິດສ້າງສັບພະທຸກສິ່ງ ແລະສັບພະທຸກສິ່ງເປັນຢູ່ແລະຕ້ອງນິລະມິດສ້າງແລ້ວດ້ວຍນໍ້າໃຈຂອງພະອົງ.” (ຄຳປາກົດ 4:11) ພະເຢໂຫວາສ້າງທຸກສິ່ງ ດັ່ງນັ້ນ ພະອົງຈຶ່ງມີສິດປົກຄອງທຸກຄົນທີ່ຢູ່ສະຫວັນແລະໂລກນີ້.
4. ເປັນຫຍັງອິດສະຫຼະໃນການເລືອກບໍ່ໄດ້ເຮັດໃຫ້ເຮົາມີສິດຕໍ່ຕ້ານພະເຢໂຫວາ?
4 ຊາຕານບໍ່ໄດ້ສ້າງຫຍັງ ມັນຈຶ່ງບໍ່ມີສິດປົກຄອງເອກະພົບ. ຊາຕານແລະມະນຸດຄູ່ທຳອິດຕັ້ງໃຈຂັດຂືນຄຳສັ່ງຂອງພະເຢໂຫວາ ເຂົາເຈົ້າຕໍ່ຕ້ານອຳນາດການປົກຄອງຂອງພະອົງ. (ເຢເຣມີ 10:23) ມະນຸດຖືກສ້າງໃຫ້ມີອິດສະຫຼະໃນການເລືອກ ແຕ່ສິດນີ້ເຮັດໃຫ້ເຂົາເຈົ້າບໍ່ຕ້ອງຢູ່ໃຕ້ການປົກຄອງຂອງພະອົງບໍ? ບໍ່ແມ່ນ. ອິດສະຫຼະໃນການເລືອກໝາຍເຖິງການມີສິດຕັດສິນໃຈດ້ວຍຕົວເອງ ແຕ່ບໍ່ໄດ້ໝາຍຄວາມວ່າມີສິດຕໍ່ຕ້ານພະເຢໂຫວາເຊິ່ງເປັນຜູ້ສ້າງ. ດັ່ງນັ້ນ ການຕໍ່ຕ້ານພະເຈົ້າເປັນການໃຊ້ອິດສະຫຼະໃນການເລືອກແບບຜິດໆ. ມະນຸດຖືກສ້າງໃຫ້ຢູ່ໃຕ້ການປົກຄອງແລະການຊີ້ນຳຂອງພະເຢໂຫວາ.
ກົດໝາຍທຸກຂໍ້ ຫຼັກການທຸກຢ່າງ ແລະການຕັດສິນໃດໆ ທີ່ມາຈາກພະເຢໂຫວາແມ່ນຖືກຕ້ອງແລະດີສະເໝີ
5. ເປັນຫຍັງການຕັດສິນທຸກຢ່າງຂອງພະເຈົ້າຈຶ່ງຍຸຕິທຳສະເໝີ?
5 ອີກເຫດຜົນໜຶ່ງທີ່ພະເຢໂຫວາມີສິດທີ່ຈະປົກຄອງແມ່ນພະອົງໃຊ້ອຳນາດໃນແບບຍຸຕິທຳຢ່າງສົມບູນແບບ. ພະອົງບອກເຮົາວ່າ: “ເຮົາແມ່ນພະເຢໂຫວາຜູ້ໂຜດເອົາຄວາມດີກັບຄວາມຍຸຕິທຳກັບຄວາມຊອບທຳມາໃສ່ເທິງແຜ່ນດິນ ເຫດວ່າເຮົາຊອບໃຈຫຼາຍດ້ວຍສິ່ງຂອງທັງຫຼາຍນີ້.” (ເຢເຣມີ 9:24) ພະເຢໂຫວາບໍ່ຕ້ອງອາໄສກົດໝາຍຂອງມະນຸດເພື່ອຊ່ວຍພະອົງຕັດສິນວ່າສິ່ງໃດຖືກຕ້ອງ ກົງກັນຂ້າມ ພະອົງເປັນຜູ້ຕັ້ງມາດຕະຖານໃນສິ່ງທີ່ຖືກແລະສິ່ງທີ່ຜິດ ພະອົງຕັ້ງກົດໝາຍໃຫ້ມະນຸດໂດຍອາໄສຄວາມຍຸຕິທຳຢ່າງສົມບູນແບບ. ຜູ້ຂຽນຄຳເພງເວົ້າວ່າ: “ຄວາມຊອບທຳແລະການຕັດສິນ [“ຄວາມຍຸຕິທຳ,” ລ.ມ.] ເປັນຮາກແຫ່ງພະທີ່ນັ່ງຂອງພະອົງ.” ດັ່ງນັ້ນ ກົດໝາຍທຸກຂໍ້ ຫຼັກການທຸກຢ່າງ ແລະການຕັດສິນໃດໆທີ່ມາຈາກພະເຢໂຫວາແມ່ນຖືກຕ້ອງສະເໝີ. (ຄຳເພງ 89:14; 119:128) ຊາຕານອ້າງວ່າພະອົງເປັນຜູ້ປົກຄອງທີ່ບໍ່ຍຸຕິທຳ ແຕ່ມັນເອງກໍບໍ່ສາມາດເຮັດໃຫ້ໂລກນີ້ມີຄວາມຍຸຕິທຳ.
6. ອັນໃດເປັນເຫດຜົນອີກຢ່າງໜຶ່ງທີ່ພະເຢໂຫວາມີສິດປົກຄອງ?
6 ເຫດຜົນອີກຢ່າງໜຶ່ງທີ່ພະເຢໂຫວາມີສິດທີ່ຈະປົກຄອງແມ່ນພະອົງມີຄວາມຮູ້ແລະສະຕິປັນຍາເພື່ອມັດທາຍ 4:23, 24; ມາລະໂກ 5:25-29) ການເຮັດແບບນັ້ນອັດສະຈັນສຳລັບເຮົາ ແຕ່ບໍ່ໄດ້ອັດສະຈັນສຳລັບພະເຢໂຫວາ. ຍ້ອນພະອົງຮູ້ວ່າຮ່າງກາຍເຮົາເຮັດວຽກແນວໃດ ພະອົງຈຶ່ງປິ່ນປົວພະຍາດຕ່າງໆແລະເຮັດໃຫ້ເປັນປົກກະຕິຄືເກົ່າໄດ້. ພະອົງໃຫ້ຄົນທີ່ຕາຍກັບມາມີຊີວິດອີກແລະຫ້າມໄພທຳມະຊາດໄດ້.
ເບິ່ງແຍງເອກະພົບ. ເຮົາຮູ້ໄດ້ຍ້ອນພະອົງໃຫ້ພະເຍຊູສາມາດປິ່ນປົວພະຍາດຕ່າງໆທີ່ທ່ານໝໍປິ່ນປົວບໍ່ໄດ້. (7. ແມ່ນຫຍັງເຮັດໃຫ້ເຫັນວ່າພະເຢໂຫວາມີສະຕິປັນຍາຫຼາຍກວ່າຄົນໃນໂລກຂອງຊາຕານ?
7 ໂລກທີ່ຊາຕານປົກຄອງບໍ່ມີສັນຕິສຸກເລີຍ ບໍ່ວ່າຈະເປັນພາຍໃນປະເທດຫຼືລະຫວ່າງປະເທດ. ມີພຽງພະເຢໂຫວາທີ່ມີສະຕິປັນຍາແລະຮູ້ວິທີເຮັດໃຫ້ໂລກນີ້ມີສັນຕິສຸກໄດ້. (ເອຊາອີ 2:3, 4; 54:13) ເຮົາຮູ້ສຶກຄືກັບໂປໂລທີ່ເວົ້າວ່າ: “ຊັບສົມບັດແຫ່ງພະປັນຍາແລະຄວາມຮູ້ຂອງພະເຈົ້າກໍເລິກມາກເທົ່າໃດ. ການຕັດສິນຂອງພະອົງກໍເຫຼືອທີ່ຈະເຂົ້າໃຈໄດ້ມາກເທົ່າໃດ ທາງທັງຫຼາຍຂອງພະອົງກໍເຫຼືອທີ່ຈະສືບເສາະມາກເທົ່າໃດ.”—ໂລມ 11:33
ການປົກຄອງຂອງພະເຢໂຫວາດີທີ່ສຸດ
8. ເຈົ້າຮູ້ສຶກແນວໃດຕໍ່ວິທີທີ່ພະເຢໂຫວາປົກຄອງ?
8 ຄຳພີໄບເບິນເວົ້າແຈ້ງວ່າພະເຢໂຫວາມີສິດປົກຄອງ. ເລື່ອງນີ້ຍັງເຮັດໃຫ້ເຮົາຮູ້ວ່າເປັນຫຍັງພະອົງຈຶ່ງເປັນຜູ້ປົກຄອງທີ່ດີທີ່ສຸດ. ເຫດຜົນໜຶ່ງແມ່ນພະອົງປົກຄອງດ້ວຍຄວາມຮັກ. ເຮົາຮູ້ສຶກໃກ້ຊິດກັບພະອົງເມື່ອເຫັນວ່າພະອົງເປັນພະເຈົ້າທີ່ “ໂຜດອີ່ດູ ໂຜດພະຄຸນ ຜູ້ຊ້ານານຈະຄຽດແລະປະກອບດ້ວຍຄວາມດີແລະຄວາມຈິງ.” (ອົບພະຍົບ 34:6) ພະເຈົ້າໃຫ້ກຽດແລະນັບຖືເຮົາ. ພະອົງເບິ່ງແຍງເຮົາດີກວ່າເຮົາເບິ່ງແຍງຕົວເອງດ້ວຍຊໍ້າ. ຊາຕານກ່າວຫາວ່າພະເຢໂຫວາກີດກັ້ນບໍ່ໃຫ້ຜູ້ຮັບໃຊ້ຂອງພະອົງໄດ້ຮັບສິ່ງທີ່ດີ ແຕ່ມັນເວົ້າຕົວະ ເພາະພະອົງໃຫ້ລູກຊາຍສຸດທີ່ຮັກມາເປັນຄ່າໄຖ່ເພື່ອໃຫ້ເຮົາມີຄວາມຫວັງທີ່ຈະໄດ້ຊີວິດຕະຫຼອດໄປ.—ອ່ານຄຳເພງ 84:11; ໂລມ 8:32
ພະອົງເບິ່ງແຍງເຮົາດີກວ່າເຮົາເບິ່ງແຍງຕົວເອງດ້ວຍຊໍ້າ
9. ເຮົາຮູ້ໄດ້ແນວໃດວ່າພະເຢໂຫວາສົນໃຈແຕ່ລະຄົນເປັນສ່ວນຕົວ?
9 ພະເຢໂຫວາຮັກປະຊາຊົນຂອງພະອົງເປັນກຸ່ມ ແຕ່ພະອົງກໍຍັງສົນໃຈເຮົາແຕ່ລະຄົນຫຼາຍ. ມີຕົວຢ່າງຈາກສະໄໝບູຮານ ປະມານ 300 ປີທີ່ພະເຢໂຫວາໄດ້ໃຫ້ຜູ້ຕັດສິນຊີ້ນຳຊາດຂອງພະອົງ ແລະໃຫ້ເຂົາເຈົ້າຊະນະພວກສັດຕູ. ແຕ່ໃນເວລານັ້ນ ພະເຢໂຫວາຍັງສົນໃຈແຕ່ລະຄົນນຳ ແລະໜຶ່ງໃນນັ້ນກໍມີລຶດທີ່ເປັນຄົນຕ່າງຊາດເຊິ່ງໄດ້ສະລະຫຼາຍຢ່າງເພື່ອຈະເປັນຜູ້ນະມັດສະການພະເຢໂຫວາ. ພະອົງຕອບແທນໂດຍໃຫ້ລາວມີຜົວແລະລູກຊາຍຄົນໜຶ່ງ. ຍິ່ງກວ່ານັ້ນ ເມຊີໄດ້ມາເກີດໃນເຊື້ອສາຍຂອງລູກຊາຍລຶດ. ພະອົງຍັງໃຫ້ບັນທຶກເລື່ອງຂອງລຶດໄວ້ໃນພະທຳທີ່ເປັນຊື່ຂອງລາວ. ເຈົ້າຄິດວ່າຖ້າລຶດຄືນມາຈາກຕາຍ ລາວຈະຮູ້ສຶກແນວໃດທີ່ຮູ້ນີ້?—ລຶດ 4:13; ມັດທາຍ 1:5, 16
10. ເປັນຫຍັງຈຶ່ງເວົ້າໄດ້ວ່າການປົກຄອງຂອງພະເຢໂຫວາບໍ່ໄດ້ເປັນແບບເຂັ້ມງວດເກີນໄປ?
10 ພະເຢໂຫວາບໍ່ໄດ້ປົກຄອງແບບເຂັ້ມງວດເກີນໄປ ເພາະຄົນທີ່ເຊື່ອຟັງພະອົງມີອິດສະຫຼະແລະຄວາມສຸກ. (2 ໂກລິນໂທ 3:17) ດາວິດກ່າວເຖິງພະອົງວ່າ: “ອານຸພາບກັບລັດສະໝີອັນຮຸ່ງເຮືອງກໍຢູ່ຕໍ່ໜ້າພະອົງ ລິດເດດກັບຄວາມຍິນດີກໍຢູ່ໃນບ່ອນຢູ່ຂອງພະອົງ.” (1 ຂ່າວຄາວ 16:7, 27) ເອທານຜູ້ຂຽນ ຄຳເພງກ່າວວ່າ: “ຊາວປະເທດທີ່ຮູ້ຈັກໂຫ່ຮ້ອງຍິນດີກໍເປັນສຸກຫຼາຍ. ໂອ້ພະເຢໂຫວາ ເຂົາທຽວໄປໃນແຈ້ງແຫ່ງໜ້າຂອງພະອົງ. ເຂົາຊື່ນໃຈໃນນາມຊື່ຂອງພະອົງໝົດວັນ ແລະເຂົາເປັນທີ່ຍົກຍໍຂຶ້ນສູງດ້ວຍຄວາມຊອບທຳຂອງພະອົງ.”—ຄຳເພງ 89:15, 16
11. ເຮົາຈະໝັ້ນໃຈຫຼາຍຂຶ້ນໄດ້ແນວໃດວ່າການປົກຄອງຂອງພະເຢໂຫວາດີທີ່ສຸດ?
11 ຍິ່ງຄິດຕຶກຕອງເຖິງຄວາມດີຂອງພະເຢໂຫວາ ເຮົາກໍຍິ່ງໝັ້ນໃຈວ່າການປົກຄອງຂອງພະອົງດີທີ່ສຸດ. ເຮົາຮູ້ສຶກຄືຜູ້ຂຽນຄຳເພງທີ່ເວົ້າວ່າ: “ວັນດຽວຢູ່ໃນໜ້າພະລານທັງຫຼາຍຂອງພະອົງກໍປະເສີດກວ່າພັນວັນ” ຢູ່ບ່ອນອື່ນ! (ຄຳເພງ 84:10) ພະເຢໂຫວາເປັນຜູ້ອອກແບບແລະສ້າງເຮົາ ດັ່ງນັ້ນ ພະອົງຈຶ່ງຮູ້ແທ້ໆວ່າສິ່ງໃດເຮັດໃຫ້ເຮົາມີຄວາມສຸກ. ພະອົງໃຫ້ຫຼາຍກວ່າທີ່ເຮົາຈຳເປັນດ້ວຍຊໍ້າ. ທຸກສິ່ງທີ່ພະເຢໂຫວາຂໍໃຫ້ເຮົາເຮັດກໍເພື່ອເປັນປະໂຫຍດຂອງເຮົາ. ເຖິງວ່າຕ້ອງເສຍສະລະ ແຕ່ເຮົາມີຄວາມສຸກສະເໝີຖ້າເຮົາເຊື່ອຟັງພະອົງ.—ອ່ານເອຊາອີ 48:17
12. ອັນໃດເປັນເຫດຜົນຫຼັກທີ່ເຮົາສະໜັບສະໜູນສິດການປົກຄອງຂອງພະເຢໂຫວາ?
12 ເຮົາໄດ້ຮຽນໃນຄຳພີໄບເບິນວ່າຫຼັງຈາກການປົກຄອງສະໄໝພັນປີຂອງພະຄລິດ ຈະມີບາງຄົນກະບົດຕໍ່ສິດການປົກຄອງຂອງພະເຢໂຫວາ. (ຄຳປາກົດ 20:7, 8) ແມ່ນຫຍັງເຮັດໃຫ້ເຂົາເຈົ້າເຮັດແບບນັ້ນ? ໃນຕອນນັ້ນຊາຕານຈະພະຍາຍາມເຮັດໃຫ້ຜູ້ຄົນປະພຶດແບບເຫັນແກ່ຕົວ. ມັນເຮັດແບບນັ້ນຕະຫຼອດເລີຍ. ມັນອາດພະຍາຍາມເຮັດໃຫ້ຜູ້ຄົນເຊື່ອວ່າເຂົາເຈົ້າສາມາດມີຊີວິດຕະຫຼອດໄປໂດຍທີ່ບໍ່ຕ້ອງເຊື່ອຟັງພະເຢໂຫວາ. ເລື່ອງນີ້ຈະບໍ່ມີທາງເປັນຄວາມຈິງ. ແຕ່ເຮົາຄວນຖາມຕົວເອງວ່າ: ‘ຂ້ອຍເຊື່ອຄຳຕົວະນັ້ນບໍ?’ ຖ້າເຮົາຮັກພະເຢໂຫວາແທ້ໆ ແລະເຊື່ອໝັ້ນວ່າພະອົງເປັນພະເຈົ້າທີ່ດີແລະມີສິດທີ່ຈະປົກຄອງເອກະພົບ ເຮົາກໍຈະກຽດຊັງຄຳຕົວະນັ້ນ. ເຮົາຈະຢາກມີຊີວິດຢູ່ໃຕ້ການປົກຄອງທີ່ປ່ຽມດ້ວຍຄວາມຮັກຂອງພະອົງ.
ສະໜັບສະໜູນສິດການປົກຄອງຂອງພະເຢໂຫວາຢ່າງພັກດີ
13. ເມື່ອຮຽນແບບພະເຈົ້າ ເຮົາສະໜັບສະໜູນສິດການປົກຄອງຂອງພະອົງແນວໃດ?
13 ເຮົາໄດ້ເຫັນແລ້ວວ່າພະເຢໂຫວາມີສິດທີ່ຈະປົກຄອງແລະວິທີການປົກຄອງຂອງພະອົງກໍດີທີ່ສຸດ. ດັ່ງນັ້ນ ເຮົາຄວນສະໜັບສະໜູນສິດການປົກຄອງນັ້ນຢ່າງເຕັມທີ ໂດຍພັກດີຕໍ່ພະເຢໂຫວາແລະຮຽນແບບພະອົງ. ຖ້າເຮົາເຮັດສຸດຄວາມສາມາດເພື່ອເຮັດຕາມວິທີຂອງພະເຢໂຫວາ ນັ້ນສະແດງວ່າເຮົາຮັກແລະສະໜັບສະໜູນການປົກຄອງຂອງພະອົງ.—ອ່ານເອເຟດ 5:1, 2
14. ຫົວໜ້າຄອບຄົວແລະຜູ້ເຖົ້າແກ່ຈະຮຽນແບບພະເຢໂຫວາໄດ້ແນວໃດ?
14 ຄຳພີໄບເບິນສອນວ່າພະເຢໂຫວາໃຊ້ອຳນາດດ້ວຍຄວາມຮັກສະເໝີ. ຫົວໜ້າຄອບຄົວແລະຜູ້ເຖົ້າແກ່ທີ່ຮັກສິດການປົກຄອງຂອງພະເຢໂຫວາຈະຮຽນແບບພະອົງແລະບໍ່ເຂັ້ມງວດເກີນໄປຫຼືຄວບຄຸມຄົນອື່ນ. ໂປໂລພະຍາຍາມຫຼາຍແທ້ໆເພື່ອຮຽນແບບພະເຈົ້າແລະພະເຍຊູ. (1 ໂກລິນໂທ 11:1) ລາວບໍ່ຂາຍໜ້າຫຼືບັງຄັບຄົນອື່ນໃຫ້ເຮັດສິ່ງທີ່ຖືກຕ້ອງ ແຕ່ລາວຂໍຮ້ອງເຂົາເຈົ້າ. (ໂລມ 12:1; ເອເຟດ 4:1; ຟີເລໂມນ 8-10) ເມື່ອເຮັດເຊັ່ນນີ້ ໂປໂລກໍຮຽນແບບພະເຢໂຫວາ. ຖ້າເຮົາປະຕິບັດຕໍ່ຄົນອື່ນດ້ວຍຄວາມຮັກ ເຮົາກໍກຳລັງສະໜັບສະໜູນສິດການປົກຄອງຂອງພະເຢໂຫວາ.
15. ໂດຍນັບຖືຜູ້ມີອຳນາດເຮົາສະໜັບສະໜູນການປົກຄອງຂອງພະເຢໂຫວາແນວໃດ?
15 ເຮົາຍັງສະໜັບສະໜູນການປົກຄອງຂອງພະເຢໂຫວາໂດຍນັບຖືແລະຮ່ວມມືກັບຜູ້ທີ່ພະອົງໃຫ້ອຳນາດ. ເອເຟດ 5:22, 23; 6:1-3; ເຫບເລີ 13:17) ຖ້າເຮັດແບບນັ້ນເຮົາກໍຈະມີຄວາມສຸກ ເພາະພະເຈົ້າຢາກໃຫ້ເຮົາໄດ້ສິ່ງທີ່ດີທີ່ສຸດ.
ເຖິງວ່າບໍ່ເຂົ້າໃຈຢ່າງເຕັມທີຫຼືບໍ່ເຫັນດີນຳການຕັດສິນໃຈນັ້ນ ເຮົາກໍຍັງຕ້ອງສະໜັບສະໜູນເຂົາເຈົ້າ. ຄົນໃນໂລກບໍ່ເຮັດແບບນີ້ ແຕ່ເຮົາເຮັດເພາະເຮົາຍອມຮັບພະເຢໂຫວາວ່າເປັນຜູ້ປົກຄອງເຮົາ. (16. ການຕັດສິນໃຈຂອງເຮົາສະແດງໃຫ້ເຫັນແນວໃດວ່າເຮົາສະໜັບສະໜູນສິດການປົກຄອງຂອງພະເຈົ້າ?
16 ເຮົາຍັງສະໜັບສະໜູນສິດການປົກຄອງຂອງພະເຢໂຫວາໂດຍການຕັດສິນໃຈໃນເລື່ອງຕ່າງໆ. ພະອົງບໍ່ໄດ້ໃຫ້ຄຳສັ່ງທີ່ເຈາະຈົງແຕ່ລະເລື່ອງໃນຊີວິດ ແຕ່ບອກເຮົາໃຫ້ຮູ້ວ່າພະອົງຄິດແນວໃດໃນເລື່ອງນັ້ນ. ສິ່ງນີ້ຊ່ວຍເຮົາໃຫ້ເຂົ້າໃຈວ່າເຮົາຄວນເຮັດແນວໃດ. ຕົວຢ່າງເຊັ່ນ: ພະເຢໂຫວາບໍ່ໄດ້ໃຫ້ລາຍການວ່າຄລິດສະຕຽນຄວນນຸ່ງຫຍັງແລະບໍ່ຄວນນຸ່ງຫຍັງ ແຕ່ອະທິບາຍວ່າເຮົາຄວນນຸ່ງເຄື່ອງແບບສຸພາບແລະໜ້ານັບຖືໃຫ້ສົມກັບເປັນພະຍານຂອງພະອົງ. (1 ຕີໂມເຕ 2:9, 10) ພະອົງຢາກໃຫ້ເຮົາຄິດເອງວ່າການຕັດສິນໃຈຂອງເຮົາສົ່ງຜົນຕໍ່ຄົນອື່ນແນວໃດ. (1 ໂກລິນໂທ 10:31-33) ຖ້າເຮົາຕັດສິນໃຈຕາມຄວາມຄິດຂອງພະເຢໂຫວາ ນີ້ກໍສະແດງວ່າເຮົາຮັກແລະສະໜັບສະໜູນການປົກຄອງຂອງພະອົງ.
17, 18. ຜົວເມຍຈະເຮັດຫຍັງຖ້າເຂົາເຈົ້າສະໜັບສະໜູນສິດການປົກຄອງຂອງພະເຢໂຫວາ?
17 ເຮົາຈະເບິ່ງວິທີໜຶ່ງທີ່ຄລິດສະຕຽນທີ່ແຕ່ງດອງເອຊາອີ 54:5; 62:4) ຊາດນີ້ເຮັດໃຫ້ພະເຢໂຫວາຜິດຫວັງຫຼາຍຄັ້ງ. ສາຍສຳພັນນັ້ນເປັນຄືກັບຄວາມຫຍຸ້ງຍາກໃນຊີວິດຄູ່. ແຕ່ພະອົງບໍ່ໝົດຫວັງກັບເຂົາເຈົ້າ ພະອົງໃຫ້ອະໄພເທື່ອແລ້ວເທື່ອອີກແລະເຮັດຕາມທີ່ສັນຍາກັບເຂົາເຈົ້າ.—ອ່ານຄຳເພງ 106:43-45
ແລ້ວສາມາດສະໜັບສະໜູນສິດການປົກຄອງຂອງພະເຢໂຫວາ. ຊີວິດຄູ່ອາດບໍ່ໄດ້ເປັນດັ່ງທີ່ຄິດໄວ້ ແລະເຖິງກັບມີບັນຫາທີ່ໜັກໜ່ວງ. ຖ້າເປັນແນວນັ້ນເຂົາເຈົ້າຈະໄດ້ຮັບປະໂຫຍດເມື່ອຄິດເຖິງວິທີທີ່ພະເຢໂຫວາປະຕິບັດຕໍ່ຊາດອິດສະລາແອນບູຮານ. ພະອົງປຽບໄດ້ຄືກັບຜົວຂອງເຂົາເຈົ້າ. (18 ຜົວເມຍຄລິດສະຕຽນທີ່ຮັກພະເຢໂຫວາຄວນຮຽນແບບພະອົງ. ເຖິງວ່າຊີວິດຄູ່ມີບັນຫາ ເຂົາເຈົ້າຈະບໍ່ຊອກຫາວິທີຢ່າຮ້າງທີ່ບໍ່ໄດ້ເປັນໄປຕາມຫຼັກພະຄຳພີ. ເຂົາເຈົ້າຮູ້ວ່າພະເຢໂຫວາເບິ່ງຄຳປະຕິຍານການແຕ່ງດອງວ່າເປັນເລື່ອງທີ່ຈິງຈັງ ແລະຕ້ອງການໃຫ້ຜົວເມຍ “ຕິດພັນກັນ.” ການເຮັດຜິດສິນລະທຳທາງເພດເປັນເຫດຜົນດຽວຕາມຫຼັກພະຄຳພີທີ່ຜົວເມຍຈະປະຮ້າງແລະແຕ່ງດອງໃໝ່ໄດ້. (ມັດທາຍ 19:5, 6, 9) ເມື່ອຄລິດສະຕຽນເຮັດສຸດຄວາມສາມາດເພື່ອຮັກສາຊີວິດຄູ່ໄວ້ ເຂົາເຈົ້າກໍສະໜັບສະໜູນສິດການປົກຄອງຂອງພະເຢໂຫວາ.
19. ເມື່ອເຮັດຜິດເຮົາຄວນເຮັດຫຍັງ?
19 ເຮົາທຸກຄົນບໍ່ສົມບູນແບບ ແລະບາງຄັ້ງເຮົາກໍເຮັດໃຫ້ພະເຢໂຫວາຜິດຫວັງ. ຍ້ອນແນວນັ້ນພະອົງຈຶ່ງໃຫ້ມີຄ່າໄຖ່ຂອງພະຄລິດ. ດັ່ງນັ້ນ ຖ້າເຮົາເຮັດຜິດ ເຮົາຄວນຂໍພະເຢໂຫວາໃຫ້ອະໄພເຮົາ. (1 ໂຢຮັນ 2:1, 2) ແທນທີ່ຈະຈົມຢູ່ກັບຄວາມຮູ້ສຶກຜິດ ເຮົາຄວນຈະຮຽນຮູ້ຈາກຄວາມຜິດນັ້ນ. ເຮົາຕ້ອງການໃກ້ຊິດກັບພະເຢໂຫວາຜູ້ທີ່ໃຫ້ອະໄພແລະຊ່ວຍເຮົາໃຫ້ຟື້ນຟູຕົວເອງເພື່ອຮັບໃຊ້ພະອົງຕໍ່ໆໄປ.—ຄຳເພງ 103:3
20. ເປັນຫຍັງເຮົາຄວນສະໜັບສະໜູນສິດການປົກຄອງຂອງພະເຢໂຫວາຕັ້ງແຕ່ຕອນນີ້?
20 ໃນໂລກໃໝ່ ພະເຢໂຫວາຈະປົກຄອງທຸກຄົນແລະເຂົາເຈົ້າຈະຮຽນຮູ້ແນວທາງທີ່ຍຸຕິທຳຂອງພະອົງ. (ເອຊາອີ 11:9) ແຕ່ຕອນນີ້ເຮົາກໍສາມາດຮຽນຮູ້ຫຼາຍສິ່ງກ່ຽວກັບວິທີທີ່ພະອົງຄິດແລະວິທີທີ່ພະອົງຕ້ອງການໃຫ້ເຮົາຕັດສິນໃຈໃນເລື່ອງຕ່າງໆ. ອີກບໍ່ດົນຈະບໍ່ມີໃຜສົງໄສເລື່ອງສິດການປົກຄອງຂອງພະເຈົ້າ. ດັ່ງນັ້ນ ໃຫ້ເຮົາເຮັດສຸດຄວາມສາມາດຕັ້ງແຕ່ຕອນນີ້ເພື່ອສະໜັບສະໜູນສິດການປົກຄອງຂອງພະເຢໂຫວາໂດຍເຊື່ອຟັງ ຮັບໃຊ້ຢ່າງສັດຊື່ ແລະພະຍາຍາມຮຽນແບບພະອົງໃຫ້ຫຼາຍທີ່ສຸດໃນທຸກສິ່ງທີ່ເຮົາເຮັດ.