ຂ້າມໄປທີ່ເນື້ອໃນ

ລາວຄົ້ນພົບຈຸດມຸ່ງໝາຍຂອງຊີວິດ

ລາວຄົ້ນພົບຈຸດມຸ່ງໝາຍຂອງຊີວິດ

ຜູ້​ປະກາດ​ລາຊະອານາຈັກ​ລາຍງານ

ລາວ​ຄົ້ນພົບ​ຈຸດມຸ່ງໝາຍ​ຂອງ​ຊີວິດ

ພະ​ເຢຊູ​ຄລິດ​ບອກ​ວ່າ​ເພິ່ນ​ຮູ້​ຈັກ​ແກະ​ຂອງ​ເພິ່ນ. (ໂຢຮັນ 10:14) ຖ້າ​ຄົນ​ເຮົາ​ມີ​ຫົວໃຈ​ທີ່​ດີ​ແລະ​ຮັກ​ຄວາມ​ສະຫງົບສຸກ​ແລະ​ຄວາມ​ຖືກຕ້ອງ​ຊອບທຳ ຜູ້​ນັ້ນ​ຈະ​ຊັກ​ນຳ​ໃຫ້​ເຂົ້າ​ມາ​ຫາ​ລູກສິດ​ຂອງ​ພະ​ເຢຊູ. ແລ້ວ​ຜູ້​ນັ້ນ​ກໍ​ຈະ​ພົບ​ຈຸດມຸ່ງໝາຍ​ໃນ​ຊີວິດ​ຄື​ກັບ​ຜູ້​ຍິງ​ຄົນ​ໜຶ່ງ​ໃນ​ປະເທດ​ແບນຊິກ. ຕໍ່​ໄປ​ນີ້​ຈະ​ເວົ້າ​ເຖິງ​ເລື່ອງ​ຂອງ​ລາວ.

“ຕອນ​ທີ່​ພະຍານ​ພະ​ເຢໂຫວາ​ມາ​ເຄາະ​ປະຕູ​ເຮືອນ ຂ້ອຍ​ກຳລັງ​ຮູ້ສຶກ​ຊຶມ​ເສົ້າ​ແລະ​ຢາກ​ຂ້າ​ຕົວ​ຕາ​ຍ. ຂ້ອຍ​ມັກ​ສິ່ງ​ທີ່​ພະຍານ​ພະ​ເຢໂຫວາ​ເວົ້າ​ກ່ຽວກັບ​ການ​ແກ້ໄຂ​ບັນຫາ​ຕ່າງ​ໆ​ໃນ​ໂລກ​ທີ່​ຫຍຸ້ງ​ຍາກ​ນີ້ ແຕ່​ຂ້ອຍ​ບໍ່​ມັກ​ຄວາມ​ຄິດ​ທີ່​ເອົາ​ພະເຈົ້າ​ເຂົ້າ​ມາ​ກ່ຽວ​ຂ້ອງ. ຂ້ອຍ​ເຊົາ​ໄປ​ໂບດ​ມາ​ດົນ​ເຖິງ​ແປດ​ປີ​ແລ້ວ ຍ້ອນ​ຂ້ອຍ​ບໍ່​ມັກ​ຄວາມ​ໜ້າ​ຊື່​ໃຈ​ຄົດ​ທີ່​ຂ້ອຍ​ເຫັນ​ຢູ່​ຫັ້ນ. ແຕ່​ສຳລັບ​ພະຍານ​ພະ​ເຢໂຫວາ ຂ້ອຍ​ໄດ້​ຮັບ​ຮູ້​ຈາກ​ນ້ຳ​ສຽງ​ທີ່​ສະແດງ​ເຖິງ​ຄວາມ​ຈິງໃຈ​ໃນ​ສິ່ງ​ທີ່​ລາວ​ເວົ້າ​ອອກ​ມາ ແລະ​ໃນ​ທີ່​ສຸດ​ຂ້ອຍ​ກໍ​ຄິດ​ໄດ້​ວ່າ ເປັນ​ເລື່ອງ​ຍາກ​ທີ່​ຈະ​ມີ​ຊີວິດ​ຢູ່​ໄດ້​ໂດຍ​ທີ່​ບໍ່​ມີ​ພະເຈົ້າ.

“ໜ້າ​ເສຍດາຍ ຫຼັງ​ຈາກ​ທີ່​ໄດ້​ເຈິ​ກັນ​ບໍ່​ເທົ່າ​ໃດ​ເທື່ອ ຂ້ອຍ​ກໍ​ບໍ່​ໄດ້​ເຈິ​ກັບ​ເຂົາເຈົ້າ​ເລີຍ ຂ້ອຍ​ເປັນ​ທຸກ​ຫຼາຍ. ຂ້ອຍ​ສູບ​ຢາ​ສອງ​ຊອງ​ຕໍ່​ມື້ ແລະ​ເຖິງຂັ້ນ​ໃຊ້​ຢາເສບຕິດ. ຍ້ອນ​ຢາກ​ຈະ​ຕິດຕໍ່​ກັບ​ປູ່​ທີ່​ເສຍ​ຊີວິດ​ໄປ​ແລ້ວ ຂ້ອຍ​ຈຶ່ງ​ໄດ້​ລອງ​ຫຼິ້ນ​ໄສຍະສາດ. ນີ້​ເຮັດ​ໃຫ້​ຂ້ອຍ​ຢ້ານ​ຫຼາຍ​ເມື່ອ​ຢູ່​ຄົນ​ດຽວ​ຕອນ​ກາງຄືນ ແລະ​ຖືກ​ຜີ​ປີສາດ​ຫຼອກ​ເຊິ່ງ​ໆ​ໜ້າ! ມັນ​ເປັນ​ແບບ​ນີ້​ຢູ່​ຫຼາຍ​ເດືອນ. ແຕ່​ລະ​ຄືນ​ຂ້ອຍ​ຮູ້ສຶກ​ຢ້ານ​ເມື່ອ​ຄິດ​ເຖິງ​ການ​ຢູ່​ຄົນ​ດຽວ.

“ແລ້ວ​ມື້​ໜຶ່ງ ຂ້ອຍ​ກໍ​ອອກ​ໄປ​ຍ່າງ​ຫຼິ້ນ ແຕ່​ບໍ່​ໄດ້​ໄປ​ຕາມ​ເສັ້ນ​ທາງ​ເກົ່າ​ຄື​ແຕ່​ລະ​ເທື່ອ ແລະ​ໄດ້​ມາ​ຮອດ​ບ່ອນ​ໜຶ່ງ​ທີ່​ມີ​ການ​ກໍ່​ສ້າງ​ໃຫຍ່. ຂ້ອຍ​ແປກໃຈ​ທີ່​ເຫັນ​ຄົນ​ກຸ່ມ​ໃຫຍ່​ຢູ່​ຫັ້ນ. ເມື່ອ​ເຂົ້າ​ໄປ​ໃກ້ ຂ້ອຍ​ຈຶ່ງ​ຮູ້​ວ່າ​ພະຍານ​ພະ​ເຢໂຫວາ​ກຳລັງ​ກໍ່ສ້າງ​ຫໍປະຊຸມ​ລາຊະອານາຈັກ. ຂ້ອຍ​ຈຶ່ງ​ນຶກ​ເຖິງ​ພະຍານ​ພະ​ເຢໂຫວາ​ທີ່​ເຄີຍ​ມາ​ຢາມ​ຢູ່​ເຮືອນ ແລະ​ຄິດ​ວ່າ​ມັນ​ຈະ​ດີ​ສ່ຳ​ໃດ​ຖ້າ​ຄົນ​ໝົດ​ໂລກ​ໃຊ້​ຊີວິດ​ຄື​ກັບ​ຄົນ​ເຫຼົ່າ​ນີ້.

“ແທ້​ໆ​ແລ້ວ​ຂ້ອຍ​ຢາກ​ຈະ​ໃຫ້​ພະຍານ​ພະ​ເຢໂຫວາ​ກັບ​ມາ​ຢາມ​ຢູ່​ເຮືອນ​ອີກ ຂ້ອຍ​ຈຶ່ງ​ເຂົ້າ​ໄປ​ລົມ​ກັບ​ບາງ​ຄົນ​ທີ່​ຮ່ວມ​ສ້າງ​ຫໍປະຊຸມ. ຂ້ອຍ​ໄດ້​ອະທິດຖານ​ເຖິງ​ພະເຈົ້າ ແລະ​ສິບ​ມື້​ຫຼັງ​ຈາກນັ້ນ ຜູ້​ຊາຍ​ຄົນ​ທີ່​ເຄີຍ​ຕິດຕໍ່​ເທື່ອ​ທຳອິດ​ກໍ​ມາ​ຢູ່​ໜ້າ​ປະຕູ​ເຮືອນ​ຂ້ອຍ. ລາວ​ແນະນຳ​ວ່າ​ເຮົາ​ຄວນ​ສຶກສາ​ພະຄຳພີ​ຕໍ່​ໄປ ແລະ​ຂ້ອຍ​ກໍ​ຕອບ​ຮັບ​ດ້ວຍ​ຄວາມ​ດີໃຈ. ລາວ​ເຊີນ​ຂ້ອຍ​ໄປ​ຮ່ວມ​ປະຊຸມ​ຢູ່​ຫໍປະຊຸມ​ລາຊະອານາຈັກ​ທັນທີ ຂ້ອຍ​ກໍ​ຕອບ​ຕົກ​ລົງ. ເມື່ອ​ຢູ່​ການ​ປະຊຸມ ຂ້ອຍ​ບໍ່​ເຄີຍ​ເຫັນ​ແບບ​ນີ້​ມາ​ກ່ອນ! ຂ້ອຍ​ຊອກ​ຫາ​ເປັນ​ເວລາ​ດົນ​ເພື່ອ​ຈະ​ພົບ​ຄົນ​ທີ່​ມີ​ຄວາມ​ຮັກ​ຕໍ່​ກັນ​ແລະ​ກັນ ແລະ​ເປັນ​ຄົນ​ທີ່​ມີ​ຄວາມ​ສຸກ. ໃນ​ທີ່​ສຸດ​ຂ້ອຍ​ກໍ​ໄດ້​ພົບ​ຢູ່​ບ່ອນ​ນີ້!

“ຫຼັງ​ຈາກນັ້ນ ຂ້ອຍ​ກໍ​ໄປ​ປະຊຸມ​ທຸກ​ໆ​ເທື່ອ. ປະມານ​ສາມ​ອາທິດ​ຕໍ່​ມາ ຂ້ອຍ​ເຊົາ​ນິ​ໄສ​ບໍ​​ດີ​ໄດ້​ສຳເລັດ​ນັ້ນ​ຄື​ການ​ສູບ​ຢາ. ຂ້ອຍ​ໄດ້​ເອົາ​ປຶ້ມ​ໂຫລາສາດ​ແລະ​ແຜ່ນ​ສຽງ​ທີ່​ມີ​ເພງ​ກ່ຽວກັບ​ຊາຕານ​ໄປ​ຖິ້ມ​ໝົດ ແລະ​ຂ້ອຍ​ຮູ້ສຶກ​ໄດ້​ເລີຍ​ວ່າ​ພວກ​ຜີ​ປີສາດ​ໝົດ​ອຳນາດ​ທີ່​ຈະ​ຄອບງຳ​ຂ້ອຍ​ອີກ​ຕໍ່​ໄປ. ຂ້ອຍ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ​ທີ່​ບອກ​ໄວ້​ໃນ​ຄຳພີ​ໄບເບິນ ແລະ​ຫຼັງ​ຈາກ​ສາມ​ເດືອນ​ຂ້ອຍ​ກໍ​ເລີ່ມ​ປະກາດ​ຂ່າວດີ. ແລ້ວ​ອີກ​ຫົກ​ເດືອນ​ຕໍ່​ມາ ຂ້ອຍ​ກໍ​ຮັບ​ບັບເຕມາ. ສອງ​ມື້​ຫຼັງ​ຈາກ​ຮັບ​ບັບເຕມາ ຂ້ອຍ​ກໍ​ເປັນ​ໄພໂອເນຍ​ສົມທົບ.

“ຂ້ອຍ​ຂອບໃຈ​ພະ​ເຢໂຫວາ​ສຳລັບ​ທຸກ​ຢ່າງ​ທີ່​ເພິ່ນ​ໃຫ້​ຂ້ອຍ. ໃນ​ທີ່​ສຸດ ຊີວິດ​ຂ້ອຍ​ກໍ​ມີ​ຈຸດ​ມຸ່ງ​ໝາ​ຍ. ແມ່ນ​ແລ້ວ ນາມ​ຊື່​ຂອງ​ພະ​ເຢໂຫວາ​ເປັນ​ປ້ອມ​ແຂງແຮງ​ທີ່​ຊ່ວຍ​ຫຼົບ​ໄພ​ແລະ​ປົກປ້ອງ​ຂ້ອຍ​ໄວ້. (ສຸພາສິດ 18:10) ຂ້ອຍ​ມີ​ຄວາມ​ຮູ້ສຶກ​ຄື​ກັນ​ກັບ​ຜູ້​ແຕ່ງ​ຄຳເພງ ເມື່ອ​ລາວ​ແຕ່ງ​ຄຳເພງ 84:10 ທີ່​ວ່າ: ‘ຢູ່​ໃນ​ລານ​ວິຫານ​ຂອງ​ພະອົງ​ມື້​ດຽວ​ກໍ​ດີ​ກວ່າ​ຢູ່​ບ່ອນ​ອື່ນ​ພັນ​ມື້ ຂ້ອຍ​ຂໍ​ຢືນ​ຢູ່​ທີ່​ປະຕູ​ວິຫານ​ຂອງ​ພະເຈົ້າ​ຂອງ​ຂ້ອຍ​ດີ​ກວ່າ​ຢູ່​ໃນ​ເຕັ້ນ​ຂອງ​ຄົນ​ຊົ່ວ.’”

ຜູ້​ຍິງ​ທີ່​ຖ່ອມ​ໃຈ​ຄົນ​ນີ້​ໄດ້​ພົບ​ຈຸດມຸ່ງໝາຍ​ໃນ​ຊີວິດ. ໃຜ​ກໍ​ຕາມ​ທີ່​ສະແຫວງ​ຫາ​ພະ​ເຢໂຫວາ​ດ້ວຍ​ຫົວໃຈ​ທີ່​ດີ​ກໍ​ຈະ​ພົບ​ຄື​ກັນ.