ຂ້າມໄປທີ່ເນື້ອໃນ

ພະ​ເຢໂຫວາ​ພະເຈົ້າ​ທີ່​ຄວນ​ແກ່​ການ​ຮູ້ຈັກ

ພະ​ເຢໂຫວາ​ພະເຈົ້າ​ທີ່​ຄວນ​ແກ່​ການ​ຮູ້ຈັກ

ພະ​ເຢໂຫວາ​ພະເຈົ້າ​ທີ່​ຄວນ​ແກ່​ການ​ຮູ້ຈັກ

ເປັນ​ໄປ​ໄດ້​ບໍ​ທີ່​ເຈົ້າ​ຈະ​ພາດ​ອັນ​ໃດ​ບາງ​ຢ່າງ​ທີ່​ສຳຄັນ​ໃນ​ຊີວິດ​ໄປ? ຖ້າ​ເຈົ້າ​ຮູ້ຈັກ​ພະເຈົ້າ​ພຽງ​ແຕ່​ໜ້ອຍ​ດຽວ ເຈົ້າ​ກໍ​ເປັນ​ແບບ​ນັ້ນ​ແຫຼະ. ຍ້ອນ​ຫຍັງ? ຍ້ອນ​ວ່າ ການ​ຮູ້ຈັກ​ພະເຈົ້າ​ທີ່​ບອກ​ໄວ້​ໃນ​ຄຳ​ພີ​ໄບເບິນ​ເຮັດ​ໃຫ້​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຢ່າງ​ໃນ​ຊີວິດ ຄື​ກັບ​ທີ່​ຫຼາຍ​ລ້ານ​ຄົນ​ໄດ້​ມີ​ປະສົບການ​ມາ​ແລ້ວ. ຖ້າ​ເຈົ້າ​ຮູ້ຈັກ​ເພິ່ນ ເຈົ້າ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ​ຕັ້ງ​ແຕ່​ຕອນ​ນີ້​ແລະ​ຕະຫຼອດ​ໄປ​ໃນ​ອະນາຄົດ.

ພະ​ເຢໂຫວາ​ພະເຈົ້າ ເຊິ່ງ​ເປັນ​ຜູ້​ແຕ່ງ​ຄຳ​ພີ​ໄບເບິນ​ຢາກ​ໃຫ້​ເຮົາ​ຮູ້ຈັກ​ເພິ່ນ. ຜູ້​ຂຽນ​ຄຳເພງ​ຂຽນ​ວ່າ: “ຂໍ​ໃຫ້​ທຸກ​ຄົນ​ຮູ້​ວ່າ​ພະອົງ​ຜູ້​ມີ​ຊື່​ວ່າ​ພະ​ເຢໂຫວາ ເປັນ​ພະເຈົ້າ​ອົງ​ສູງ​ສຸດ​ແຕ່​ອົງ​ດຽວ​ທີ່​ປົກຄອງ​ທົ່ວ​ທັງ​ໂລກ.” ເພິ່ນ​ຮູ້​ວ່າ​ການ​ທີ່​ເຮົາ​ມາ​ຮູ້ຈັກ​ເພິ່ນ​ຈະ​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ທີ່​ສຸດ​ໃນ​ຊີວິດ. “ເຮົາ​ເຢໂຫວາ​ເປັນ​ພະເຈົ້າ​ຂອງ​ເຈົ້າ ເຮົາ​ສອນ​ເຈົ້າ​ກໍ​ເພື່ອ​ປະໂຫຍດ​ຂອງ​ໂຕ​ເຈົ້າ​ເອງ.” ເຮົາ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ການ​ຮູ້ຈັກ​ພະ​ເຢໂຫວາ​ພະເຈົ້າ​ອົງ​ສູງ​ສຸດ?—ຄຳເພງ 83:18, ລ.ມ.; ເອຊາອີ 48:17, ລ.ມ.

ປະໂຫຍດ​ຢ່າງ​ໜຶ່ງ​ແມ່ນ​ເຮົາ​ໄດ້​ຮັບ​ການ​ຊີ້​ນຳ​ໃນ​ການ​ຮັບ​ມື​ກັບ​ບັນຫາ​ຕ່າງໆໃນ​ຊີວິດ​ປະຈຳ​ວັນ ເຮົາ​ມີ​ຄວາມຫວັງ​ທີ່​ໝັ້ນ​ຄົງ​ໃນ​ເລື່ອງ​ອະນາຄົດ ແລະ​ມີ​ຄວາມ​ສະຫງົບ​ໃຈ. ນອກ​ຈາກ​ນັ້ນ ການ​ຮູ້ຈັກ​ພະ​ເຢໂຫວາ​ເປັນ​ຢ່າງ​ດີ​ຈະ​ຊ່ວຍ​ເຮົາ​ໃຫ້​ເບິ່ງ​ຄຳຖາມ​ຕ່າງໆທີ່​ຫຼາຍ​ຄົນ​ທົ່ວ​ໂລກ​ສົງໄສ​ໃນ​ທຸກ​ມື້​ນີ້​ຕ່າງ​ອອກ​ໄປ. ຄຳຖາມ​ເຫຼົ່າ​ນັ້ນ​ແມ່ນ​ຫຍັງ?

ຊີວິດ​ຂອງ​ເຈົ້າ​ມີ​ຈຸດ​ມຸ່ງ​ໝາຍ​ບໍ?

ທັງໆທີ່​ມະນຸດ​ມີ​ຄວາມ​ກ້າວ​ໜ້າ​ທາງ​ເຕັກໂນໂລຊີ​ຢ່າງ​ໜ້າ​ງຶດງໍ້​ກໍ​ຕາມ ແຕ່​ຜູ້​ຄົນ​ໃນ​ທຸກ​ມື້​ນີ້​ຍັງ​ຖາມ​ຄຳຖາມ​ພື້ນຖານ​ທີ່​ສຳຄັນ​ແບບ​ດຽວ​ກັນ​ຄື: ‘ຂ້ອຍ​ເກີດ​ມາ​ເຮັດ​ຫຍັງ? ອະນາຄົດ​ຂອງ​ຂ້ອຍ​ຈະ​ເປັນ​ແນວ​ໃດ? ຈຸດ​ມຸ່ງ​ໝາຍ​ຂອງ​ຊີວິດ​ແມ່ນ​ຫຍັງ?’ ຖ້າ​ເຮົາ​ບໍ່​ໄດ້​ຮັບ​ຄຳ​ຕອບ​ທີ່​ໜ້າ​ພໍ​ໃຈ​ແລ້ວ ຊີວິດ​ຂອງ​ເຮົາ​ກໍ​ຈະ​ບໍ່​ມີ​ຄວາມ​ໝາຍ​ແທ້ໆ. ຫຼາຍ​ຄົນ​ຮູ້​ໂຕ​ບໍ​ວ່າ​ໂຕ​ເອງ​ມີ​ຊີວິດ​ຢູ່​ໂດຍ​ບໍ່​ມີ​ຈຸດ​ມຸ່ງ​ໝາຍ? ການສຳຫຼວດ​ໜຶ່ງ​ທີ່​ເຮັດ​ໃນ​ປະເທດ​ເຢຍລະມັນ​ໃນ​ໄລຍະ​ປະມານ​ປີ 199​7 ເຜີຍ​ໃຫ້​ເຫັນ​ວ່າ​ເຄິ່ງ​ໜຶ່ງ​ຂອງ​ຜູ້​ຕອບ​ຄຳຖາມ ຫຼາຍ​ເທື່ອ​ຫຼື​ບໍ່​ກໍ​ບາງເທື່ອ​ຮູ້ສຶກ​ວ່າ​ຊີວິດ​ເບິ່ງ​ຄື​ບໍ່​ມີ​ຈຸດ​ມຸ່ງ​ໝາຍ. ບາງເທື່ອ​ບ່ອນ​ທີ່​ເຈົ້າ​ຢູ່​ກໍ​ອາດ​ມີ​ສະພາບການ​ຄ້າຍ​ຄື​ກັນ.

ຖ້າ​ຄົນ​ເຮົາ​ບໍ່​ມີ​ຈຸດ​ມຸ່ງ​ໝາຍ​ໃນ​ຊີວິດ​ແລ້ວ ມັນ​ກໍ​ບໍ່​ງ່າຍ​ທີ່​ຈະ​ຕັ້ງ​ເປົ້າ​ໝາຍ​ໃນ​ຊີວິດ. ຫຼາຍ​ຄົນ​ຕິດ​ຕາມ​ຄວາມ​ສຳເລັດ​ໃນ​ວຽກ​ອາຊີບ​ຫຼື​ບໍ່​ກໍ​ເປັນ​ຄົນ​ຮັ່ງມີ​ເພື່ອ​ເຮັດ​ໃຫ້​ຊີວິດ​ມີ​ຄວາມ​ໝາຍ. ເຖິງ​ຈະ​ເປັນ​ແນວ​ນັ້ນ ແຕ່​ຄວາມ​ຮູ້ສຶກ​ວ່າງ​ເປົ່າ​ກໍ​ຍັງ​ລົບກວນ​ໃຈ​ຢູ່. ການ​ບໍ່​ມີ​ຈຸດ​ມຸ່ງ​ໝາຍ​ໃນ​ຊີວິດ​ເຖິງ​ຂັ້ນ​ເຮັດ​ໃຫ້​ບາງ​ຄົນ​ບໍ່​ຢາກ​ມີ​ຊີວິດ​ຢູ່​ຕໍ່​ໄປ. ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ທັງ​ສາວ​ແລະ​ງາມ​ຫຼາຍ​ກໍ​ປະສົບ​ກັບ​ຄວາມ​ຮູ້ສຶກ​ແບບ​ນັ້ນ ໜັງສື​ພິມ​ອິນເຕີເນເຊິນນໍ​ເຮໂຣ​ທຣີບູນ ​ລາຍງານ​ວ່າ ລາວ​ຖືກ​ລ້ຽງ​ມາ “ໃນ​ຄອບຄົວ​ທີ່​ຮັ່ງມີ​ຫຼາຍ​ແລະ​ມີ​ສິດທິ​ພິເສດ​ແບບ​ບໍ່​ມີ​ຂີດ​ຈຳກັດ.” ເຖິງ​ວ່າ​ລາວ​ມີ​ຊີວິດ​ທີ່​ຫຼູຫຼາ​ແບບ​ນັ້ນ ແຕ່​ລາວ​ກໍ​ຮູ້ສຶກ​ເຫງົາ​ແລະ​ຮູ້ສຶກ​ວ່າ​ຊີວິດ​ບໍ່​ມີ​ຈຸດມຸ່ງໝາຍ. ລາວ​ກິນ​ຢາ​ນອນ​ຫຼັບ​ແລະ​ຖືກ​ພົບ​ຕອນ​ທີ່​ລາວ​ຕາຍ​ແລ້ວ. ເຈົ້າ​ອາດ​ຮູ້ຈັກ​ບາງ​ຄົນ​ທີ່​ຮູ້ສຶກ​ເຫງົາ​ເຊິ່ງ​ຈົບ​ຊີວິດ​ລົງ​ຢ່າງ​ໜ້າ​ເສົ້າ.

ແຕ່​ເຈົ້າ​ເຄີຍ​ໄດ້​ຍິນ​ບໍ​ທີ່​ຜູ້​ຄົນ​ອ້າງ​ວ່າ​ວິທະຍາສາດ​ສາມາດ​ບອກ​ເຮົາ​ທຸກ​ສິ່ງ​ທຸກ​ຢ່າງ​ກ່ຽວ​ກັບ​ຊີວິດ? ດີ ໂວເຄີ ໜັງສື​ພິມ​ປະຈຳ​ອາທິດ​ຂອງ​ເຢຍລະມັນ​ບອກ​ວ່າ: “ເຖິງ​ວ່າ​ວິທະຍາສາດ​ອາດ​ເປັນ​ຄວາມ​ຈິງ​ກໍ​ຕາມ ແຕ່​ກໍ​ບໍ່​ໄດ້​ຊ່ວຍ​ໃຫ້​ຮູ້ສຶກ​ອີ່ມ​ໃຈ​ພໍ​ໃຈ​ກັບ​ຊີວິດ. ທິດສະດີ​ວິວັດທະນາການ​ທີ່​ບໍ່​ລະອຽດ​ຮອບ​ດ້ານ ແລະ​ແມ່ນ​ແຕ່​ຟີຊິກ​ຄ​ວອນ​ຕຳ ພ້ອມ​ກັບ​ຄ່າ​ທີ່​ຂຶ້ນໆ​ລົງໆ​ທັງໝົດ​ທີ່​ຄາດ​ເດົາ​ບໍ່​ໄດ້​ຂອງ​ທິດສະດີ​ດັ່ງ​ກ່າວ ກໍ​ບໍ່​ໄດ້​ໃຫ້​ການ​ປອບ​ໃຈ​ແລະ​ຄວາມ​ຮູ້ສຶກ​ໝັ້ນ​ຄົງ​ປອດໄພ​ຫຍັງ​ເລີຍ.” ການ​ຄົ້ນ​ພົບ​ທາງ​ວິທະຍາສາດ​ໄດ້​ອະທິບາຍ​ໄວ້​ຫຼາຍ​ກ່ຽວ​ກັບ​ຊີວິດ​ໃນ​ຮູບ​ແບບ​ຕ່າງໆແລະ​ອະທິບາຍ​ວົງ​ຈອນ​ທຳມະຊາດ​ແລະ​ຂະບວນ​ການ​ຕ່າງໆທີ່​ເຮັດ​ໃຫ້​ຊີວິດ​ຢູ່​ຕໍ່​ໄປ​ໄດ້. ແຕ່​ເຖິງ​ຈະ​ເປັນ​ແນວ​ນັ້ນ ວິທະຍາສາດ​ກໍ​ບໍ່​ສາມາດ​ບອກ​ເຮົາ​ວ່າ​ເຮົາ​ເກີດ​ມາ​ເຮັດ​ຫຍັງ​ແລະ​ອະນາຄົດ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ. ຖ້າ​ເຮົາ​ອາໄສ​ແຕ່​ວິທະຍາສາດ​ພຽງ​ຢ່າງ​ດຽວ ຄຳຖາມ​ຂອງ​ເຮົາ​ໃນ​ເລື່ອງ​ຈຸດ​ມຸ່ງ​ໝາຍ​ຂອງ​ຊີວິດ​ກໍ​ຄື​ຊິ​ບໍ່​ໄດ້​ຮັບ​ຄຳ​ຕອບ. ຜົນ​ເປັນ​ຕາມ​ທີ່​ໜັງສື​ພິມ​ຊຶດດອຍເຊ​ໄຊ​ທຸງ ​ລາຍງານ​ທີ່​ວ່າ: “ມີ​ຄວາມ​ຈຳເປັນ​ຫຼາຍ​ທີ່​ຊີວິດ​ຕ້ອງ​ໄດ້​ຮັບ​ການ​ຊີ້​ນຳ.”

ມີ​ໃຜ​ບໍ​ທີ່​ຈະ​ຊີ້​ນຳ​ຊີວິດ​ໄດ້​ດີ​ກວ່າ​ພະ​ຜູ້​ສ້າງ? ຍ້ອນ​ເພິ່ນ​ສ້າງ​ມະນຸດ​ໃຫ້​ຢູ່​ເທິງ​ໂລກ​ຕັ້ງ​ແຕ່​ທຳອິດ ເພິ່ນ​ກໍ​ຕ້ອງ​ຮູ້​ວ່າ​ມະນຸດ​ເກີດ​ມາ​ເຮັດ​ຫຍັງ. ຄຳ​ພີ​ໄບເບິນ​ອະທິບາຍ​ວ່າ​ພະ​ເຢໂຫວາ​ສ້າງ​ມະນຸດ​ເພື່ອ​ໃຫ້​ເກີດ​ລູກ​ຫຼານ​ຈົນ​ເຕັມ​ໂລກ​ແລະ​ໃຫ້​ເອົາໃຈໃສ່​ເບິ່ງ​ແຍງ​ໂລກ. ມະນຸດ​ຄວນ​ສະທ້ອນ​ຄຸນ​ລັກສະນະ​ຕ່າງໆຂອງ​ພະເຈົ້າ ເຊັ່ນ ຄວາມຍຸຕິທຳ ສະຕິປັນຍາ ແລະ​ຄວາມ​ຮັກ ໃນ​ທຸກ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ. ເມື່ອ​ເຮົາ​ເຂົ້າ​ໃຈ​ເຫດຜົນ​ທີ່​ພະ​ເຢໂຫວາ​ສ້າງ​ເຮົາ​ແລ້ວ ເຮົາ​ກໍ​ຈະ​ຮູ້​ວ່າ​ເຮົາ​ເກີດ​ມາ​ເຮັດ​ຫຍັງ.—ຕົ້ນເດີມ 1:26-28

ເຈົ້າ​ຈະ​ເຮັດ​ຫຍັງ​ໄດ້?

ຈະ​ວ່າ​ແນວ​ໃດ​ຖ້າ​ທີ່​ຜ່ານ​ມາ​ເຈົ້າ​ຍັງ​ບໍ່​ໄດ້​ຄຳ​ຕອບ​ທີ່​ໜ້າ​ພໍ​ໃຈ​ສຳລັບ​ຄຳຖາມ​ທີ່​ວ່າ: ‘ຂ້ອຍ​ເກີດ​ມາ​ເຮັດ​ຫຍັງ? ອະນາຄົດ​ຂອງ​ຂ້ອຍ​ຈະ​ເປັນ​ແນວ​ໃດ? ຈຸດ​ມຸ່ງ​ໝາຍ​ຂອງ​ຊີວິດ​ແມ່ນ​ຫຍັງ?’ ຄຳ​ພີ​ໄບເບິນ​ແນະນຳ​ໃຫ້​ເຈົ້າ​ມາ​ຮູ້ຈັກ​ພະ​ເຢໂຫວາ​ຢ່າງ​ໃກ້​ຊິດ. ທີ່​ຈິງ ພະ​ເຢຊູ​ບອກ​ວ່າ: “ຜູ້​ທີ່​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ​ຕ້ອງ​ຮູ້ຈັກ​ພະອົງ​ທີ່​ເປັນ​ພະເຈົ້າ​ທ່ຽງ​ແທ້​ອົງ​ດຽວ ແລະ​ຮູ້ຈັກ​ຜູ້​ທີ່​ພະອົງ​ໃຊ້​ມາ ຜູ້​ນັ້ນ​ແມ່ນ​ເຢຊູ​ຄລິດ.” ເຈົ້າ​ຍັງ​ໄດ້​ຮັບ​ການສະໜັບສະໜູນ​ໃຫ້​ພັດທະນາ​ຄຸນ​ລັກສະນະ​ຕ່າງໆແບບ​ພະເຈົ້າ ໂດຍ​ສະເພາະ​ແມ່ນ​ຄວາມ​ຮັກ ແລະ​ໃຫ້​ຕັ້ງ​ເປົ້າ​ໝາຍ​ເປັນ​ສ່ວນ​ໂຕ​ທີ່​ຈະ​ມີ​ຊີວິດ​ຢູ່​ພາຍ​ໃຕ້​ການ​ປົກຄອງ​ເມຊີອາ​ຂອງ​ພະເຈົ້າ​ທີ່​ກຳລັງ​ຈະ​ມາ​ເຖິງ​ນັ້ນ. ແລ້ວ​ເຈົ້າ​ກໍ​ຈະ​ມີ​ຈຸດ​ມຸ່ງ​ໝາຍ​ໃນ​ຊີວິດ ມີ​ຄວາມຫວັງ​ທີ່​ດີ​ເລີດ​ແລະ​ອະນາຄົດ​ທີ່​ໝັ້ນ​ຄົງ. ຄຳຖາມ​ພື້ນຖານ​ທີ່​ສຳຄັນ​ທີ່​ເຈົ້າ​ສົງໄສ​ມາ​ຈົນ​ຮອດ​ຕອນ​ນີ້​ກໍ​ໜ້າ​ຈະ​ໄດ້​ຄຳ​ຕອບ​ແລ້ວ.—ໂຢຮັນ 17:3; ຜູ້​ເທສະໜາ​ປ່າວ​ປະກາດ 12:13

ຄຳ​ຕອບ​ນັ້ນ​ຈະ​ມີ​ຜົນ​ກະທົບ​ຕໍ່​ເຈົ້າ​ແນວ​ໃດ? ຮັນສ໌​ເປັນ​ຄົນ​ໜຶ່ງ​ທີ່​ໜ້າ​ຈະ​ຮູ້​ເລື່ອງ​ນີ້​ດີ. * ຫຼາຍ​ປີ​ມາ​ແລ້ວ​ທີ່​ລາວ​ເຊື່ອ​ແດ່​ບໍ່​ເຊື່ອ​ແດ່​ໃນ​ເລື່ອງ​ພະເຈົ້າ ແຕ່​ຄວາມ​ເຊື່ອ​ບໍ່​ມີ​ຜົນ​ຫຍັງ​ເລີຍ​ຕໍ່​ຊີວິດ​ລາວ. ຮັນສ໌​ເຄີຍ​ໃຊ້​ຢາເສບຕິດ ຄົບຫາ​ພວກ​ຜູ້​ຍິງ​ທີ່​ເຮັດ​ຜິດສິນລະທຳ ມີ​ສ່ວນ​ໃນ​ອາດຊະຍາກຳ​ທີ່​ບໍ່​ຮ້າຍແຮງ ແລະ​ມັກ​ລົດ​ຈັກ​ຄັນ​ໃຫຍ່ໆແຮງໆ. ລາວ​ບອກ​ວ່າ “ແຕ່​ຊີວິດ​ຈັ່ງ​ແມ່ນ​ວ່າງເປົ່າ ບໍ່​ໜ້າ​ພໍ​ໃຈ​ເລີຍ.” ຕອນ​ອາຍຸ​ປະມານ 25 ປີ ຮັນສ໌​ໄດ້​ຕັດສິນ​ໃຈ​ທີ່​ຈະ​ມາ​ຮູ້ຈັກ​ພະເຈົ້າ​ເປັນ​ສ່ວນ​ໂຕ​ໂດຍ​ການ​ອ່ານ​ຄຳ​ພີ​ໄບເບິນ​ຢ່າງ​ລະອຽດ. ເມື່ອ​ລາວ​ໄດ້​ມາ​ຮູ້ຈັກ​ພະ​ເຢໂຫວາ​ຢ່າງ​ໃກ້​ຊິດ​ແລະ​ເຂົ້າ​ໃຈ​ວ່າ​ຊີວິດ​ມີ​ຈຸດ​ມຸ່ງ​ໝາຍ​ຫຍັງ​ແລ້ວ ຮັນສ໌​ໄດ້​ປ່ຽນ​ຮູບ​ແບບ​ຊີວິດ​ຂອງ​ໂຕ​ເອງ​ແລະ​ໄດ້​ຮັບ​ບັບເຕມາ​ເປັນ​ພະຍານ​ພະ​ເຢໂຫວາ. ລາວ​ເຮັດ​ວຽກ​ປະກາດ​ເຕັມ​ເວລາ​ຕະຫຼອດ​ສິບ​ປີ​ທີ່​ຜ່ານ​ມາ. ລາວ​ເວົ້າ​ຢ່າງ​ກົງ​ໄປ​ກົງ​ມາ​ວ່າ: “ການ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ແນວ​ທາງ​ທີ່​ດີ​ທີ່​ສຸດ. ບໍ່​ມີ​ແນວ​ທາງ​ໃດ​ທຽບ​ໄດ້. ການ​ຮູ້ຈັກ​ພະ​ເຢໂຫວາ​ໄດ້​ເຮັດ​ໃຫ້​ຂ້ອຍ​ມີ​ຈຸດ​ມຸ່ງ​ໝາຍ​ໃນ​ຊີວິດ.”

ແນ່ນອນ ຈຸດ​ມຸ່ງ​ໝາຍ​ຂອງ​ຊີວິດ​ບໍ່​ແມ່ນ​ເລື່ອງ​ດຽວ​ເທົ່າ​ນັ້ນ​ທີ່​ເຮັດ​ໃຫ້​ຫຼາຍ​ຄົນ​ເປັນ​ຫ່ວງ. ຂະນະ​ທີ່​ສະພາບການ​ໃນ​ໂລກ​ຮ້າຍແຮງ​ຂຶ້ນ ມີ​ອີກ​ເລື່ອງ​ໜຶ່ງ​ທີ່​ສຳຄັນ​ທີ່​ເຮັດ​ໃຫ້​ຫຼາຍ​ຄົນ​ທຸກ​ໃຈ.

ເປັນ​ຫຍັງ​ເລື່ອງ​ບໍ່​ດີ​ຈຶ່ງ​ເກີດຂຶ້ນ?

ເມື່ອ​ມີ​ເລື່ອງ​ບໍ່​ດີ​ເກີດຂຶ້ນ ຜູ້​ທີ່​ເຈິ​ເລື່ອງ​ນັ້ນ​ກໍ​ມັກ​ຈະ​ຄິດ​ເຖິງ​ຄຳຖາມ​ຢ່າງ​ໜຶ່ງ​ຄື: ເປັນ​ຫຍັງ​ເລື່ອງ​ບໍ່​ດີ​ຈຶ່ງ​ເກີດຂຶ້ນ? ເພື່ອ​ຈະ​ຮັບ​ມື​ກັບ​ເລື່ອງ​ບໍ່​ດີ​ທີ່​ເກີດຂຶ້ນ​ໄດ້ ສ່ວນ​ຫຼາຍ​ແລ້ວ​ກໍ​ຂຶ້ນ​ຢູ່​ກັບ​ການ​ໄດ້​ຮັບ​ຄຳ​ຕອບ​ທີ່​ຖືກຕ້ອງ​ສຳລັບ​ຄຳຖາມ​ນັ້ນ. ຖ້າ​ບໍ່​ໄດ້​ຮັບ​ຄຳ​ຕອບ​ທີ່​ໜ້າ​ພໍ​ໃຈ ເລື່ອງ​ທີ່​ບໍ່​ດີ​ກໍ​ຈະ​ຍັງ​ມີ​ຢູ່​ຕໍ່​ໄປ​ແລະ​ຜູ້​ທີ່​ຢູ່​ກັບ​ເລື່ອງ​ບໍ່​ດີ​ນັ້ນ​ອາດ​ຈົມ​ຢູ່​ກັບ​ຄວາມທຸກ. ຂໍ​ຍົກ​ຕົວຢ່າງ​ປະສົບການ​ຂອງ​ບຣູນີ.

ບຣູນີເຊິ່ງ​ປັດຈຸບັນ​ເປັນ​ແມ່​ໄວ​ກາງ​ຄົນ​ອະທິບາຍ​ວ່າ “ຫຼາຍ​ປີ​ມາ​ແລ້ວ​ລູກ​ສາວ​ໂຕ​ນ້ອຍ​ຂອງ​ຂ້ອຍ​ຕາຍ. ຂ້ອຍ​ເຊື່ອ​ໃນ​ພະເຈົ້າ ດັ່ງນັ້ນ​ຈຶ່ງ​ຊອກ​ຫາ​ການ​ປອບ​ໃຈ​ຈາກ​ບາດ​ຫຼວງ​ໃນ​ທ້ອງຖິ່ນ. ບາດ​ຫຼວງ​ບອກ​ຂ້ອຍ​ວ່າ​ພະເຈົ້າ​ຮັບ​ເອົາ​ຊູຊານນາ​ໄປ​ສະຫວັນ ຕອນ​ນີ້​ລາວ​ເປັນ​ທູດ​ສະຫວັນ​ຢູ່​ຫັ້ນ​ແລ້ວ. ທຸກ​ສິ່ງ​ໃນ​ຊີວິດ​ຂອງ​ຂ້ອຍ​ບໍ່​ພຽງ​ແຕ່​ພັງ​ທະລາຍ​ຍ້ອນ​ລູກ​ຕາຍ​ເທົ່າ​ນັ້ນ ແຕ່​ຂ້ອຍ​ຍັງ​ຊັງ​ພະເຈົ້າ​ທີ່​ເອົາ​ໂຕ​ລາວ​ໄປ​ນຳ.” ບຣູນີຍັງ​ທຸກ​ແລະ​ເຈັບ​ປວດ​ເປັນ​ເວລາ​ຫຼາຍ​ປີ. “ຫຼັງ​ຈາກ​ນັ້ນ ມີ​ພະຍານ​ພະ​ເຢໂຫວາ​ຄົນ​ໜຶ່ງ​ໄດ້​ໃຫ້​ຂ້ອຍ​ເບິ່ງ​ຈາກ​ຄຳ​ພີ​ໄບເບິນ​ວ່າ​ຂ້ອຍ​ບໍ່​ມີ​ເຫດຜົນ​ທີ່​ຈະ​ຊັງ​ພະເຈົ້າ. ພະ​ເຢໂຫວາ​ບໍ່​ໄດ້​ເອົາ​ຊູຊານນາ​ໄປ​ສະຫວັນ ແລະ​ລາວ​ກໍ​ບໍ່​ໄດ້​ເປັນ​ທູດ​ສະຫວັນ. ຄວາມ​ເຈັບ​ປ່ວຍ​ຂອງ​ລາວ​ເປັນ​ຜົນ​ມາ​ຈາກ​ຄວາມ​ບໍ່​ສົມບູນ​ແບບ​ຂອງ​ມະນຸດ. ຊູຊານນາ​ຫຼັບ​ຢູ່​ໃນ​ຄວາມ​ຕາຍ ລໍ​ຖ້າ​ພະ​ເຢໂຫວາ​ປຸກ​ລາວ​ໃຫ້​ຄືນ​ມາ​ຈາກ​ຕາຍ. ຂ້ອຍ​ຍັງ​ໄດ້​ຮຽນ​ຮູ້​ນຳ​ອີກ​ວ່າ​ເພິ່ນ​ສ້າງ​ມະນຸດ​ໃຫ້​ມີ​ຊີວິດ​ຕະຫຼອດ​ໄປ​ຢູ່​ເທິງ​ໂລກ​ທີ່​ເປັນ​ອຸທິຍານ ແລະ​ເລື່ອງ​ນີ້​ຈະ​ເກີດຂຶ້ນ​ແທ້​ໃນ​ອີກ​ບໍ່​ດົນ. ເມື່ອ​ຂ້ອຍ​ເລີ່ມ​ເຂົ້າ​ໃຈ​ແລ້ວ​ວ່າ​ພະ​ເຢໂຫວາ​ເປັນ​ບຸກຄົນ​ແນວ​ໃດ​ແທ້ໆ ຂ້ອຍ​ກໍ​ສະໜິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ ແລະ​ຄວາມ​ເຈັບ​ປວດ​ຂອງ​ຂ້ອຍ​ກໍ​ເລີ່ມ​ຫຼຸດ​ລົງ.”—ຄຳເພງ 37:29; ກິດຈະການ 24:15; ໂຣມ 5:12

ຜູ້​ຄົນ​ເປັນ​ລ້ານໆໄດ້​ຮັບ​ຜົນ​ກະທົບ​ຈາກ​ເລື່ອງ​ບໍ່​ດີ​ທີ່​ເກີດຂຶ້ນ​ໃນ​ຫຼາຍ​ຮູບ​ແບບ​ເຊັ່ນ: ເລື່ອງ​ຮ້າຍໆ ສົງຄາມ ຄວາມ​ອຶດຢາກ ຫຼື​ໄພ​ທຳມະຊາດ. ບຣູນີໄດ້​ຮັບ​ກຳລັງ​ໃຈ​ເມື່ອ​ໄດ້​ຮຽນ​ຮູ້​ຈາກ​ຄຳ​ພີ​ໄບເບິນ​ວ່າ​ພະ​ເຢໂຫວາ​ບໍ່​ແມ່ນ​ຜູ້​ທີ່​ເຮັດ​ໃຫ້​ເລື່ອງ​ບໍ່​ດີ​ເກີດຂຶ້ນ ເພິ່ນ​ບໍ່​ເຄີຍ​ຢາກ​ໃຫ້​ມະນຸດ​ທົນ​ທຸກ ແລະ​ອີກ​ບໍ່​ດົນ​ເພິ່ນ​ຈະ​ເຮັດ​ໃຫ້​ຄວາມ​ຊົ່ວ​ໝົດ​ໄປ. ຄວາມ​ຈິງ​ທີ່​ວ່າ​ຄວາມ​ຊົ່ວ​ກຳລັງ​ເພີ່ມ​ຫຼາຍ​ຂຶ້ນ​ເປັນ​ສັນຍະລັກ​ສະແດງ​ວ່າ​ຕອນ​ນີ້​ເຮົາ​ກຳລັງ​ມີ​ຊີວິດ​ຢູ່​ໃນ “ສະໄໝ​ສຸດ​ທ້າຍ” ຂອງ​ລະບົບ​ນີ້. ການ​ປ່ຽນ​ແປງ​ທີ່​ໜ້າ​ງຶດງໍ້​ເຊິ່ງ​ຈະ​ເຮັດ​ໃຫ້​ເກີດ​ສະພາບການ​ທີ່​ດີ​ຂຶ້ນ​ທີ່​ເຮົາ​ຕ້ອງການ​ນັ້ນ​ໃກ້​ເຂົ້າ​ມາ​ແລ້ວ.—2 ຕີໂມທຽວ 3:1-5; ມັດທາຍ 24:7, 8

ການ​ຮູ້ຈັກ​ພະເຈົ້າ

ຮັນສ໌​ກັບ​ບຣູນີເຄີຍ​ມີ​ຄວາມ​ຄິດ​ທີ່​ບໍ່​ຊັດເຈນ​ໃນ​ເລື່ອງ​ພະເຈົ້າ. ເຂົາເຈົ້າ​ເຊື່ອ​ໃນ​ພະເຈົ້າ​ໂດຍ​ທີ່​ບໍ່​ຮູ້ຈັກ​ເພິ່ນ​ຫຼາຍ​ປານ​ໃດ. ເມື່ອ​ເຂົາເຈົ້າ​ໃຊ້​ເວລາ​ເພື່ອ​ມາ​ຮູ້ຈັກ​ພະ​ເຢໂຫວາ​ແທ້ໆ ຄວາມ​ພະຍາຍາມ​ຂອງ​ເຂົາເຈົ້າ​ກໍ​ໄດ້​ຮັບ​ຜົນ​ຕອບ​ແທນ. ເຂົາເຈົ້າ​ໄດ້​ຮັບ​ຄຳ​ຕອບ​ທີ່​ຖືກຕ້ອງ​ສຳລັບ​ຄຳຖາມ​ສຳຄັນ​ທີ່​ສຸດ​ໃນ​ສະໄໝ​ຂອງ​ເຮົາ. ນີ້​ເຮັດ​ໃຫ້​ເຂົາເຈົ້າ​ມີ​ຄວາມ​ສະຫງົບ​ໃຈ​ແລະ​ມີ​ຄວາມຫວັງ​ທີ່​ໝັ້ນ​ຄົງ​ໃນ​ເລື່ອງ​ອະນາຄົດ. ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ເປັນ​ລ້ານໆຄົນ​ມີ​ປະສົບການ​ຄ້າຍ​ຄື​ກັນ.

ການ​ຮູ້ຈັກ​ພະ​ເຢໂຫວາ​ເລີ່ມ​ຕົ້ນ​ໂດຍ​ການ​ພິຈາລະນາ​ຄຳ​ພີ​ໄບເບິນ​ຢ່າງ​ລະອຽດ ເຊິ່ງ​ບອກ​ໃຫ້​ເຮົາ​ຮູ້​ກ່ຽວ​ກັບ​ເພິ່ນ​ແລະ​ສິ່ງ​ທີ່​ເພິ່ນ​ຮຽກ​ຮ້ອງ​ຈາກ​ເຮົາ. ນັ້ນ​ເປັນ​ສິ່ງ​ທີ່​ບາງ​ຄົນ​ໃນ​ສະຕະວັດ​ທຳອິດ​ໄດ້​ເຮັດ. ລູກາ​ເຊິ່ງ​ເປັນ​ໝໍ​ແລະ​ນັກ​ປະຫວັດສາດ​ລາຍງານ​ວ່າ​ສະມາຊິກ​ຂອງ​ຊຸມຊົນ​ຄົນ​ຢິວ​ໃນ​ເມືອງ​ເບເຣຍ ປະເທດ​ກຣີກ “ເຕັມ​ໃຈ​ຍອມ​ຮັບ​ຄຳ​ສອນ​ຂອງ​ພະເຈົ້າ [ຈາກ​ໂປໂລ​ກັບ​ຊີລາ] ແລະ​ຢາກ​ຮຽນ​ຮູ້ ພວກ​ເຂົາ​ສຶກສາ​ຄົ້ນ​ຄວ້າ​ພະ​ຄຳ​ພີ​ຢ່າງ​ລະອຽດ​ທຸກ​ມື້​ເພື່ອ​ເບິ່ງ​ວ່າ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ຍິນ​ຈະ​ກົງ​ກັບ​ພະ​ຄຳ​ພີ​ຫຼື​ບໍ່.”—ກິດຈະການ 17:10, 11

ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ຍັງ​ໄດ້​ປະຊຸມ​ກັນ​ໃນ​ປະຊາຄົມ​ນຳ. (ກິດຈະການ 2:41, 42, 46; 1 ໂກຣິນໂທ 1:1, 2; ຄາລາເຕຍ 1:1, 2; 2 ເທຊະໂລນິກ 1:1) ທຸກ​ມື້​ນີ້​ກໍ​ຄື​ກັນ. ປະຊາຄົມ​ຕ່າງໆຂອງ​ພະຍານ​ພະ​ເຢໂຫວາ​ປະຊຸມ​ກັນ​ໃນ​ການ​ປະຊຸມ​ທີ່​ຈັດ​ຂຶ້ນ​ເປັນ​ພິເສດ​ເພື່ອ​ຊ່ວຍ​ແຕ່​ລະ​ຄົນ​ໃຫ້​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ແລະ​ມີ​ຄວາມ​ຍິນດີ​ໃນ​ການ​ຮັບໃຊ້​ເພິ່ນ. ການ​ຄົບຫາ​ກັບ​ພະຍານ​ໃນ​ທ້ອງຖິ່ນ​ຍັງ​ມີ​ປະໂຫຍດ​ຫຼາຍ​ຂຶ້ນ​ອີກ. ເນື່ອງ​ຈາກ​ມະນຸດ​ຄ່ອຍໆມີ​ຄຸນ​ລັກສະນະ​ແບບ​ພະເຈົ້າ​ທີ່​ເຂົາເຈົ້າ​ນະມັດສະການ ພະຍານ​ພະ​ເຢໂຫວາ​ຈຶ່ງ​ສະແດງ​ຄຸນ​ລັກສະນະ​ແບບ​ທີ່​ພະ​ເຢໂຫວາ​ສະແດງ ເຖິງ​ວ່າ​ຈະ​ມີ​ຂີດ​ຈຳກັດ. ດັ່ງນັ້ນ ການ​ປະຊຸມ​ກັບ​ພະຍານ​ຊ່ວຍ​ເຮົາ​ໃຫ້​ມາ​ຮູ້ຈັກ​ພະ​ເຢໂຫວາ​ດີ​ຂຶ້ນ.—ເຮັບເຣີ 10:24, 25

ນັ້ນ​ຟັງ​ເບິ່ງ​ຄື​ຕ້ອງ​ໃຊ້​ຄວາມ​ພະຍາຍາມ​ຫຼາຍ​ແທ້ໆແມ່ນ​ບໍ​ພຽງ​ເພື່ອ​ຈະ​ມາ​ຮູ້ຈັກ​ບຸກຄົນ​ຜູ້​ໜຶ່ງ? ແນ່ນອນ ຈຳເປັນ​ຕ້ອງ​ໃຊ້​ຄວາມ​ພະຍາຍາມ. ແຕ່​ຕ້ອງ​ເຮັດ​ແບບ​ນັ້ນ​ບໍ່​ແມ່ນ​ບໍ​ກັບ​ຫຼາຍ​ສິ່ງ​ທີ່​ເຈົ້າ​ຢາກ​ໄດ້? ຂໍ​ໃຫ້​ຄິດ​ເຖິງ​ຄວາມ​ພະຍາຍາມ​ທີ່​ນັກ​ກິລາ​ເກັ່ງໆຄົນ​ໜຶ່ງ​ໄດ້​ທຸ່ມເທ​ໃນ​ການ​ຝຶກ. ຕົວຢ່າງ​ເຊັ່ນ ຊອງ-ຄຼັອດ ຄີລີ​ຄົນ​ຝຣັ່ງ​ທີ່​ໄດ້​ຮັບ​ຫຼຽນ​ຄຳ​ໃນ​ການ​ແຂ່ງ​ຂັນ​ສະກີ​ໂອແລມປິກ​ເວົ້າ​ເຖິງ​ສິ່ງ​ທີ່​ຈຳເປັນ​ເພື່ອ​ຈະ​ເປັນ​ຜູ້​ແຂ່ງ​ຂັນ​ກິລາ​ລະດັບ​ນານາ​ຊາດ​ທີ່​ປະສົບ​ຜົນ​ສຳເລັດ​ດັ່ງ​ນີ້: “ເຈົ້າ​ຕ້ອງ​ເລີ່ມ​ຕົ້ນ 10 ປີ​ລ່ວງ​ໜ້າ​ແລະ​ວາງ​ແຜນການ​ຝຶກ​ນີ້​ດົນ​ຫຼາຍ​ປີ​ແລະ​ຄິດ​ເຖິງ​ເລື່ອງ​ນີ້​ທຸກ​ມື້ . . . ຕ້ອງ​ຝຶກ​ຕະຫຼອດ 365 ມື້​ຕໍ່​ປີ ທັງ​ດ້ານ​ຈິດ​ໃຈ​ແລະ​ດ້ານ​ຮ່າງກາຍ.” ເວລາ​ແລະ​ຄວາມ​ພະຍາຍາມ​ທີ່​ໃຊ້​ໄປ​ທັງ​ໝົດ​ພຽງ​ເພື່ອ​ຈະ​ຊະນະ​ໃນ​ການ​ແຂ່ງ​ຂັນ​ທີ່​ອາດ​ໃຊ້​ເວລາ​ພຽງ​ແຕ່ 10 ນາທີ​ເທົ່າ​ນັ້ນ! ການ​ມາ​ຮູ້ຈັກ​ພະ​ເຢໂຫວາ​ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ຕະຫຼອດ​ໄປ​ແຮ່ງ​ຕ້ອງ​ໃຊ້​ຄວາມ​ພະຍາຍາມ​ຫຼາຍ​ກວ່າ​ນັ້ນ​ອີກ.

ສາຍ​ສຳພັນ​ທີ່​ໃກ້​ຊິດ​ຂຶ້ນ​ເລື້ອຍໆ

ມີ​ໃຜ​ບໍ​ທີ່​ຢາກ​ຈະ​ພາດ​ປະໂຫຍດ​ຈາກ​ອັນ​ໃດ​ບາງ​ຢ່າງ​ທີ່​ສຳຄັນ​ໃນ​ຊີວິດ? ບໍ່​ມີ​ດອກ. ສະນັ້ນ ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ຊີວິດ​ຂອງ​ເຈົ້າ​ບໍ່​ມີ​ຈຸດ​ມຸ່ງ​ໝາຍ​ຢ່າງ​ແທ້​ຈິງ ຫຼື​ຖ້າ​ເຈົ້າ​ຢາກ​ໄດ້​ຄຳ​ອະທິບາຍ​ທີ່​ວ່າ​ເປັນ​ຫຍັງ​ເລື່ອງ​ບໍ່​ດີ​ຈຶ່ງ​ເກີດຂຶ້ນ ກໍ​ຂໍ​ໃຫ້​ຕັ້ງ​ໃຈ​ແທ້ໆທີ່​ຈະ​ໄດ້​ມາ​ຮູ້ຈັກ​ພະ​ເຢໂຫວາ ພະເຈົ້າ​ແຫ່ງ​ຄຳ​ພີ​ໄບເບິນ. ການ​ຮຽນ​ຮູ້​ກ່ຽວ​ກັບ​ເພິ່ນ​ຈະ​ເຮັດ​ໃຫ້​ຊີວິດ​ເຈົ້າ​ປ່ຽນ​ໄປ​ໃນ​ທາງ​ທີ່​ດີ​ຂຶ້ນ​ຢ່າງ​ຖາວອນ.

ເຮົາ​ຈະ​ມີ​ມື້​ເຊົາ​ຮຽນ​ຮູ້​ເລື່ອງ​ພະ​ເຢໂຫວາ​ບໍ? ຄົນ​ເຫຼົ່າ​ນັ້ນ​ທີ່​ໄດ້​ຮັບໃຊ້​ເພິ່ນ​ມາ​ເປັນ​ເວລາ​ຫຼາຍ​ປີ​ຍັງ​ຮູ້ສຶກ​ງຶດງໍ້​ໃນ​ສິ່ງ​ທີ່​ເຂົາເຈົ້າ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ເພິ່ນ​ແລະ​ສິ່ງ​ໃໝ່ໆທີ່​ເຂົາເຈົ້າ​ຍັງ​ຮຽນ​ຕໍ່​ໄປ. ການ​ຮຽນ​ຮູ້​ສິ່ງ​ເຫຼົ່າ​ນັ້ນ​ເຮັດ​ໃຫ້​ເຮົາ​ມີ​ຄວາມສຸກ​ແລະ​ຊ່ວຍ​ເຮົາ​ໃຫ້​ມາ​ໃກ້​ຊິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ​ເລື້ອຍໆ. ຂໍ​ໃຫ້​ເຮົາ​ເຫັນ​ດີ​ກັບ​ຄວາມ​ຄິດ​ຂອງ​ອັກຄະສາວົກ​ໂປໂລ​ທີ່​ຂຽນ​ວ່າ: “ສະຕິປັນຍາ​ແລະ​ຄວາມ​ຮູ້​ຂອງ​ພະອົງ​ກໍ​ເລິກ​ເຊິ່ງ​ແທ້ໆ! ຜູ້​ໃດ​ຈະ​ຮູ້​ໄດ້​ໝົດ​ວ່າ​ພະອົງ​ຈະ​ຕັດສິນ​ໃຈ​ແນວ​ໃດ ແລະ​ຜູ້​ໃດ​ຈະ​ຄາດ​ເດົາ​ໄດ້​ໝົດ​ວ່າ​ພະອົງ​ຈະ​ເຮັດ​ຫຍັງ​ຕໍ່​ໄປ! ‘ຜູ້​ໃດ​ຈະ​ຮູ້​ໃຈ​ພະ​ເຢໂຫວາ ຫຼື​ຜູ້​ໃດ​ຈະ​ມາ​ແນະນຳ​ສັ່ງ​ສອນ​ພະອົງ​ໄດ້?’”—ໂຣມ 11:33, 34

[ຂໍ້​ຄວາມ​ໄຂ​ເງື່ອນ]

^ ຂໍ້ 12 ບາງ​ຊື່​ເປັນ​ຊື່​ສົມມຸດ.

[ຖ້ອຍ​ຄຳ​ທີ່​ຍົກ​ມາ]

ຄົນ​ໃນ​ທຸກ​ມື້​ນີ້​ຍັງ​ຖາມ​ຄຳຖາມ​ພື້ນຖານ​ທີ່​ສຳຄັນ​ແບບ​ດຽວ​ກັນ​ຄື: ‘ຂ້ອຍ​ເກີດ​ມາ​ເຮັດ​ຫຍັງ? ອະນາຄົດ​ຂອງ​ຂ້ອຍ​ຈະ​ເປັນ​ແນວ​ໃດ? ຈຸດ​ມຸ່ງ​ໝາຍ​ຂອງ​ຊີວິດ​ແມ່ນ​ຫຍັງ?’

[ຖ້ອຍ​ຄຳ​ທີ່​ຍົກ​ມາ]

“ເມື່ອ​ຂ້ອຍ​ເລີ່ມ​ເຂົ້າ​ໃຈ​ແລ້ວ​ວ່າ​ພະ​ເຢໂຫວາ​ເປັນ​ບຸກຄົນ​ແນວ​ໃດ​ແທ້ໆ ຂ້ອຍ​ກໍ​ສະໜິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ”

[ຖ້ອຍ​ຄຳ​ທີ່​ຍົກ​ມາ]

“ການ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ແນວ​ທາງ​ທີ່​ດີ​ທີ່​ສຸດ. ບໍ່​ມີ​ແນວ​ທາງ​ໃດ​ທຽບ​ໄດ້. ການ​ຮູ້ຈັກ​ພະ​ເຢໂຫວາ​ໄດ້​ເຮັດ​ໃຫ້​ຂ້ອຍ​ມີ​ຈຸດ​ມຸ່ງ​ໝາຍ​ໃນ​ຊີວິດ.”