ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຕົ້ນໄມ້ທີ່ຖືກບັກແລ້ວຈະປົ່ງຂຶ້ນອີກໄດ້ບໍ?

ຕົ້ນໄມ້ທີ່ຖືກບັກແລ້ວຈະປົ່ງຂຶ້ນອີກໄດ້ບໍ?

ເມື່ອສົມທຽບຕົ້ນໝາກກອກກັບຕົ້ນສົນຊີດາທີ່ສູງຊື່ແລະງາມ ຕົ້ນໝາກກອກທີ່ຄົດງໍແລະບິດບ້ຽວອາດເບິ່ງບໍ່ເປັນຕາໜ້າປະທັບໃຈຫຼາຍປານໃດ. ແຕ່ຕົ້ນໝາກກອກມີຄວາມສາມາດທີ່ໜ້າງຶດງໍ້ໃນການຢູ່ລອດພາຍໃຕ້ສະພາບອາກາດທີ່ໂຫດຮ້າຍ ເຊິ່ງບາງຕົ້ນມີອາຍຸເກືອບ 1.000 ປີ. ຕົ້ນໝາກກອກມີຮາກທີ່ແຜ່ຂະຫຍາຍອອກໄປຢູ່ໃຕ້ພື້ນດິນ ແລະຖ້າຮາກຍັງບໍ່ຕາຍ ມັນກໍສາມາດປົ່ງຂຶ້ນມາໃໝ່ໄດ້ອີກເຖິງວ່າຕົ້ນຈະຖືກບັກກໍຕາມ.

ໂຢບຊາຍທີ່ສັດຊື່ໝັ້ນໃຈວ່າ ເຖິງວ່າລາວຕາຍແຕ່ກໍຈະມີຊີວິດອີກຄັ້ງໜຶ່ງ. (ໂຢບ 14:13-15) ລາວໃຊ້ຕົວຢ່າງຂອງຕົ້ນໄມ້ເຊິ່ງອາດຈະແມ່ນຕົ້ນໝາກກອກ ເພື່ອສະແດງໃຫ້ເຫັນວ່າລາວມີຄວາມໝັ້ນໃຈໃນຄວາມສາມາດຂອງພະເຢໂຫວາທີ່ຈະປຸກລາວໃຫ້ຟື້ນຂຶ້ນມາຈາກຕາຍ. ໂຢບເວົ້າວ່າ: “ມີຄວາມໄວ້ໃຈ [ຄວາມຫວັງ] ສຳລັບກົກໄມ້ຕົ້ນໜຶ່ງ. ຖ້າບັກແລ້ວມັນປົ່ງອີກ.” ເມື່ອຕໍຕົ້ນໝາກກອກທີ່ຫ້ຽວແຫ້ງໄດ້ຮັບນໍ້າຝົນ ມັນກໍຈະກັບມາມີຊີວິດອີກ ແລະ “ມີກິ່ງຄືຕົ້ນໄມ້ອ່ອນ.”—ໂຢບ 14:7-9

ຄືກັບທີ່ຊາວສວນຄອຍຖ້າຈະໄດ້ເຫັນຕົ້ນໝາກກອກທີ່ຖືກບັກແລ້ວປົ່ງຂຶ້ນມາໃໝ່ອີກ ພະເຢໂຫວາກໍຄອຍຖ້າທີ່ຈະປຸກຜູ້ຮັບໃຊ້ຂອງພະອົງແລະຄົນອື່ນໆໃຫ້ຟື້ນຂຶ້ນມາຈາກຕາຍ. (ມັດທາຍ 22:31, 32; ໂຢຮັນ 5:28, 29; ກິດຈະການ 24:15) ລອງນຶກພາບເບິ່ງວ່າຈະເປັນຕາໜ້າດີໃຈຫຼາຍສໍ່າໃດທີ່ໄດ້ຕ້ອນຮັບຄົນທີ່ຕາຍໄປແລ້ວແລະຈະເຫັນເຂົາເຈົ້າກັບມາມີຊີວິດອີກຄັ້ງໜຶ່ງ!