ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ວິທີທີ່ຜູ້ເຖົ້າແກ່ຝຶກອົບຮົມພີ່ນ້ອງຊາຍໃຫ້ມີຄຸນສົມບັດ

ວິທີທີ່ຜູ້ເຖົ້າແກ່ຝຶກອົບຮົມພີ່ນ້ອງຊາຍໃຫ້ມີຄຸນສົມບັດ

“ຂໍ້ຄວາມທັງຫຼາຍນັ້ນທີ່ທ່ານໄດ້ຍິນແຕ່ເຮົາ . . . ຈົ່ງຝາກໄວ້ແກ່ຄົນທັງຫຼາຍຜູ້ສັດຊື່.”—2 ຕີໂມເຕ 2:2

1. (ກ) ຜູ້ຮັບໃຊ້ຂອງພະເຢໂຫວາເບິ່ງການຝຶກອົບຮົມວ່າເປັນແນວໃດ ແລະໃນທຸກມື້ນີ້ ເປັນຫຍັງການຝຶກອົບຮົມຈຶ່ງເປັນສິ່ງຈຳເປັນ? (ຂ) ເຮົາຈະພິຈາລະນາຫຍັງໃນບົດຄວາມນີ້?

ຜູ້ຮັບໃຊ້ຂອງພະເຢໂຫວາຮູ້ດີວ່າການຝຶກອົບຮົມເຮັດໃຫ້ເກີດຄວາມສຳເລັດ. ຕົວຢ່າງເຊັ່ນ: ໂດຍລວບລວມ “ຂ້າໃຊ້ຜູ້ຈັດຕຽມແລ້ວ” ຫຼືຄົນທີ່ຖືກຝຶກມາຈົນຊຳນານ ອັບລາມຈຶ່ງສາມາດຊ່ວຍໂລດໄດ້ສຳເລັດ. (ຕົ້ນເດີມ 14:14-16) ຄ້າຍກັນ ນັກຮ້ອງໃນສະໄໝຂອງກະສັດດາວິດ “ໄດ້ຮັບການຝຶກ” ໃຫ້ຮ້ອງເພງສັນລະເສີນພະເຢໂຫວາ. (1 ຂ່າວຄາວ 25:7, ທ.ປ.) ໃນທຸກມື້ນີ້ ເຮົາຕ້ອງຕໍ່ສູ້ກັບຊາຕານແລະໂລກທີ່ມັນປົກຄອງ. (ເອເຟດ 6:11-13) ນອກຈາກນັ້ນ ເຮົາຍັງເຮັດວຽກໜັກເພື່ອສັນລະເສີນພະເຢໂຫວາໂດຍບອກຄົນອື່ນກ່ຽວກັບຊື່ຂອງພະອົງ. (ເຫບເລີ 13:15, 16) ເພື່ອເຮົາຈະປະສົບຄວາມສຳເລັດຄືກັບຜູ້ຮັບໃຊ້ຂອງພະເຢໂຫວາໃນສະໄໝອະດີດ ເຮົາກໍຕ້ອງໄດ້ຮັບການຝຶກອົບຮົມ. ທີ່ຈິງ ພະເຢໂຫວາໄດ້ມອບໝາຍໜ້າທີ່ຮັບຜິດຊອບໃຫ້ຜູ້ເຖົ້າແກ່ເພື່ອຝຶກອົບຮົມພີ່ນ້ອງຊາຍໃນປະຊາຄົມ. (2 ຕີໂມເຕ 2:2) ມີວິທີໃດແດ່ທີ່ຜູ້ເຖົ້າແກ່ບາງຄົນໃຊ້ເພື່ອຝຶກອົບຮົມພີ່ນ້ອງຊາຍໃຫ້ເບິ່ງແຍງປະຊາຊົນຂອງພະເຢໂຫວາ?

ຊ່ວຍພີ່ນ້ອງຊາຍໃຫ້ຮັກພະເຢໂຫວາຫຼາຍຂຶ້ນ

2. ກ່ອນຈະສອນຄວາມຮູ້ໃໝ່ໆໃຫ້ກັບພີ່ນ້ອງຊາຍ ຜູ້ເຖົ້າແກ່ອາດຈະເຮັດຫຍັງແລະຍ້ອນຫຍັງຈຶ່ງເຮັດແນວນັ້ນ?

2 ອາດສົມທຽບຜູ້ເຖົ້າແກ່ຄືກັບຊາວສວນ. ກ່ອນທີ່ຈະປູກພືດຊາວສວນອາດຈະຕ້ອງໃສ່ໃນດິນເພື່ອເຮັດໃຫ້ຕົ້ນໄມ້ເຕີບໃຫຍ່ແລະແຂງແຮງ. ຄ້າຍຄືກັນ ກ່ອນທີ່ຜູ້ເຖົ້າແກ່ຈະເລີ່ມສອນຄວາມຮູ້ໃໝ່ໆໃຫ້ກັບພີ່ນ້ອງຊາຍລາວອາດຈະຕ້ອງລົມກັບພີ່ນ້ອງຊາຍເລື່ອງຫຼັກການບາງຢ່າງໃນຄຳພີໄບເບິນເພື່ອໃຫ້ພີ່ນ້ອງຊາຍກຽມພ້ອມທີ່ຈະເອົາສິ່ງທີ່ໄດ້ຮຽນຮູ້ໄປນຳໃຊ້.—1 ຕີໂມເຕ 4:6

3. (ກ) ເມື່ອລົມກັບພີ່ນ້ອງຊາຍ ຜູ້ເຖົ້າແກ່ອາດໃຊ້ຄຳເວົ້າຂອງພະເຍຊູໃນມາລະໂກ 12:29, 30 ແນວໃດ? (ຂ) ຄຳອະທິດຖານຂອງຜູ້ເຖົ້າແກ່ອາດມີຜົນກະທົບແນວໃດຕໍ່ພີ່ນ້ອງຊາຍ?

3 ເປັນສິ່ງສຳຄັນທີ່ຈະຮູ້ວ່າຄວາມຈິງມີຜົນກະທົບແນວໃດຕໍ່ຄວາມຄຶດແລະຄວາມຮູ້ສຶກຂອງພີ່ນ້ອງຊາຍ. ເພື່ອຈະຮູ້ເລື່ອງນີ້ ຜູ້ເຖົ້າແກ່ອາດຖາມພີ່ນ້ອງຊາຍວ່າການທີ່ລາວອຸທິດຕົວໃຫ້ພະເຢໂຫວາມີຜົນກະທົບແນວໃດຕໍ່ການຕັດສິນໃຈໃນຊີວິດຂອງລາວ. ຄຳຖາມນັ້ນອາດນຳໄປສູ່ການລົມກັນກ່ຽວກັບວິທີທີ່ຈະຮັບໃຊ້ພະເຢໂຫວາດ້ວຍສຸດຫົວໃຈ. (ອ່ານ ມາລະໂກ 12:29, 30) ຜູ້ເຖົ້າແກ່ອາດອະທິດຖານນຳກັນກັບພີ່ນ້ອງຊາຍແລະຂໍພະລັງບໍລິສຸດຂອງພະເຢໂຫວາເພື່ອຊ່ວຍພີ່ນ້ອງຊາຍໃຫ້ປະສົບຜົນສຳເລັດໃນການຝຶກອົບຮົມ. ເມື່ອພີ່ນ້ອງຊາຍໄດ້ຍິນຜູ້ເຖົ້າແກ່ອະທິດຖານເພື່ອລາວ ນັ້ນອາດກະຕຸ້ນລາວໃຫ້ຢາກເຮັດຫຼາຍຂຶ້ນ.

4. (ກ) ຂໍໃຫ້ຍົກຕົວຢ່າງບາງເລື່ອງໃນຄຳພີໄບເບິນທີ່ຈະຊ່ວຍພີ່ນ້ອງຊາຍໃຫ້ເຮັດຄວາມກ້າວໜ້າ. (ຂ) ເມື່ອຝຶກອົບຮົມພີ່ນ້ອງຊາຍ ຜູ້ເຖົ້າແກ່ຄວນມີເປົ້າໝາຍຫຍັງ?

4 ເມື່ອເລີ່ມຕົ້ນຝຶກອົບຮົມ ເປັນສິ່ງທີ່ດີຖ້າຜູ້ເຖົ້າແກ່ຈະພິຈາລະນາບາງເລື່ອງໃນຄຳພີໄບເບິນນຳກັນເພື່ອຊ່ວຍພີ່ນ້ອງຊາຍໃຫ້ເຫັນຄວາມສຳຄັນໃນການເປັນຄົນມີນໍ້າໃຈຊ່ວຍເຫຼືອ ໄວ້ໃຈໄດ້ ແລະຖ່ອມໃຈ. (1 ກະສັດ 19:19-21; ເນເຫມີ 7:2; 13:13; ກິດຈະການ 18:24-26) ຄຸນລັກສະນະຕ່າງໆເຫຼົ່ານີ້ເປັນປະໂຫຍດຕໍ່ພີ່ນ້ອງຊາຍຄືກັບທີ່ເປັນປະໂຫຍດຕໍ່ດິນ ເພາະຄຸນລັກສະນະເຫຼົ່ານີ້ຈະຊ່ວຍພີ່ນ້ອງຊາຍໃຫ້ເຕີບໃຫຍ່ ນັ້ນຄືເຮັດໃຫ້ກ້າວໜ້າໄວຂຶ້ນ. ຜູ້ເຖົ້າແກ່ຄົນໜຶ່ງຈາກປະເທດຝຣັ່ງ ຊື່ ຊ໋ອງ ຄລໍ ບອກວ່າ: ເມື່ອຝຶກອົບຮົມ ເປົ້າໝາຍຂອງລາວກໍຄືຊ່ວຍພີ່ນ້ອງຊາຍໃຫ້ຕັດສິນໃຈຢ່າງສະຫຼາດສຸຂຸມໂດຍອາໄສຫຼັກການໃນຄຳພີໄບເບິນ. ລາວບອກວ່າ: “ຂ້ອຍຊອກຫາໂອກາດອ່ານຂໍ້ພະຄຳພີນຳກັນກັບພີ່ນ້ອງຊາຍເພື່ອ ‘ເປີດຕາ’ ຂອງລາວໃຫ້ເຫັນ ‘ຂໍ້ອັດສະຈັນໃຈທັງຫຼາຍ’ ທີ່ຢູ່ໃນຄຳພີໄບເບິນ.” (ຄຳເພງ 119:18) ມີວິທີໃດອີກບໍທີ່ຈະຊ່ວຍຝຶກອົບຮົມພີ່ນ້ອງຊາຍ?

ແນະນຳໃຫ້ຕັ້ງເປົ້າໝາຍແລະບອກເຫດຜົນ

5. (ກ) ການທີ່ຜູ້ເຖົ້າແກ່ລົມກັບພີ່ນ້ອງຊາຍກ່ຽວກັບເປົ້າໝາຍໃນການຮັບໃຊ້ພະເຢໂຫວາສຳຄັນແນວໃດ? (ຂ) ເປັນຫຍັງຜູ້ເຖົ້າແກ່ຄວນຝຶກອົບຮົມພີ່ນ້ອງຊາຍຕັ້ງແຕ່ອາຍຸຍັງນ້ອຍ? (ເບິ່ງຂໍ້ຄວາມໄຂເງື່ອນ)

5 ຜູ້ເຖົ້າແກ່ອາດຖາມພີ່ນ້ອງຊາຍວ່າມີເປົ້າໝາຍຫຍັງແດ່ໃນການຮັບໃຊ້ພະເຢໂຫວາ. ຖ້າບໍ່ມີເປົ້າໝາຍຫຍັງເລີຍ ກໍອາດຊ່ວຍລາວໃຫ້ຕັ້ງເປົ້າໝາຍຈັກຢ່າງໜຶ່ງທີ່ຈະເຮັດໄດ້. ເລົ່າໃຫ້ລາວຟັງດ້ວຍຄວາມກະຕືລືລົ້ນກ່ຽວກັບເປົ້າໝາຍທີ່ເຮົາເຄີຍມີແລະຄວາມຍິນດີທີ່ໄດ້ຮັບເມື່ອເຮັດຕາມເປົ້າໝາຍນັ້ນຈົນສຳເລັດ. ນີ້ເປັນວິທີທີ່ງ່າຍໆແຕ່ກໍເກີດຜົນດີ. ວິກເຕີເຊິ່ງເປັນຜູ້ເຖົ້າແກ່ແລະເປັນໄພໂອເນຍໃນປະເທດອາຝຼິກກາບອກວ່າ: “ຕອນທີ່ເປັນໄວຮຸ່ນ ຜູ້ເຖົ້າແກ່ຄົນໜຶ່ງຖາມຂ້ອຍກ່ຽວກັບເປົ້າໝາຍໃນການຮັບໃຊ້. ຄຳຖາມເຫຼົ່ານັ້ນຊ່ວຍຂ້ອຍໃຫ້ເລີ່ມຄຶດຢ່າງຈິງຈັງກ່ຽວກັບວຽກຮັບໃຊ້.” ຜູ້ເຖົ້າແກ່ທີ່ມີປະສົບການຫຼາຍຄົນບອກວ່າເປັນເລື່ອງສຳຄັນທີ່ຈະຝຶກອົບຮົມພີ່ນ້ອງຊາຍຕອນທີ່ເຂົາເຈົ້າອາຍຸຍັງນ້ອຍ ຫຼືເມື່ອເລີ່ມເປັນໄວຮຸ່ນ. ຜູ້ເຖົ້າແກ່ອາດມອບໝາຍວຽກບາງຢ່າງໃນປະຊາຄົມທີ່ເໝາະກັບອາຍຸຂອງເຂົາເຈົ້າ. ຖ້າພີ່ນ້ອງຊາຍໄດ້ຮັບການຝຶກອົບຮົມຕັ້ງແຕ່ອາຍຸຍັງນ້ອຍ ນັ້ນຈະຊ່ວຍເຂົາເຈົ້າໃຫ້ຈົດຈໍ່ຢູ່ກັບເປົ້າໝາຍຕໍ່ໄປເຖິງວ່າຈະມີຫຼາຍສິ່ງທີ່ດຶງດູດຄວາມສົນໃຈຫຼືມີອາຍຸຫຼາຍຂຶ້ນກໍຕາມ.—ອ່ານ ຄຳເພງ 71:5, 17 *

ອະທິບາຍໃຫ້ພີ່ນ້ອງຊາຍເຂົ້າໃຈຄວາມສຳຄັນຂອງວຽກທີ່ລາວໄດ້ຮັບມອບໝາຍໃຫ້ເຮັດ ແລະຊົມເຊີຍຄວາມພະຍາຍາມຂອງລາວ (ເບິ່ງຂໍ້ 5-8)

6. ພະເຍຊູຝຶກອົບຮົມອັກຄະສາວົກແນວໃດ?

6 ເພື່ອກະຕຸ້ນພີ່ນ້ອງຊາຍໃຫ້ຮັບໃຊ້ຫຼາຍຂຶ້ນ ຜູ້ເຖົ້າແກ່ຢ່າພຽງແຕ່ບອກວ່າຕ້ອງເຮັດຫຍັງ ແຕ່ຕ້ອງອະທິບາຍນຳວ່າເປັນຫຍັງຈຶ່ງສຳຄັນທີ່ຕ້ອງເຮັດແບບນັ້ນ. ເມື່ອພະເຍຊູຄູຜູ້ຍິ່ງໃຫຍ່ບອກອັກຄະສາວົກໃຫ້ໄປປະກາດ ພະອົງບອກເຫດຜົນກັບເຂົາເຈົ້າກ່ອນວ່າເປັນຫຍັງຈຶ່ງຄວນເຊື່ອຟັງສິ່ງທີ່ພະອົງເວົ້າ. ພະເຍຊູບອກວ່າ: “ອຳນາດທຸກສິ່ງເປັນທີ່ປະທານໃຫ້ແກ່ເຮົາແລ້ວໃນຟ້າສະຫວັນກໍດີ ແລະທີ່ແຜ່ນດິນໂລກກໍດີ. ເຫດສັນນີ້ທ່ານທັງຫຼາຍຈົ່ງໄປແລະກະທຳໃຫ້ພວກຕ່າງປະເທດທັງປວງເຂົ້າເປັນລູກສິດ.” (ມັດທາຍ 28:18, 19) ຜູ້ເຖົ້າແກ່ຈະຮຽນແບບວິທີຝຶກອົບຮົມຂອງພະເຍຊູໄດ້ແນວໃດ?

7, 8. (ກ) ໃນທຸກມື້ນີ້ ຜູ້ເຖົ້າແກ່ຈະຮຽນແບບວິທີການສອນຂອງພະເຍຊູໄດ້ແນວໃດ? (ຂ) ການຊົມເຊີຍພີ່ນ້ອງຊາຍສຳຄັນຂະໜາດໃດ? (ຄ) ມີຄຳແນະນຳອັນໃດອີກທີ່ຊ່ວຍຜູ້ເຖົ້າແກ່ໃນການຝຶກອົບຮົມພີ່ນ້ອງຊາຍ? (ເບິ່ງຂອບ “ ວິທີຝຶກອົບຮົມພີ່ນ້ອງຊາຍ”)

7 ເມື່ອຂໍພີ່ນ້ອງຊາຍໃຫ້ເຮັດວຽກບາງຢ່າງໃຫ້ອະທິບາຍຈາກຄຳພີໄບເບິນວ່າເປັນຫຍັງວຽກນີ້ຈຶ່ງສຳຄັນ. ການເຮັດແບບນີ້ຈະສອນພີ່ນ້ອງຊາຍໃຫ້ເຮັດສິ່ງຕ່າງໆຕາມຫຼັກການໃນຄຳພີໄບເບິນແລະບໍ່ແມ່ນເປັນພຽງແຕ່ກົດລະບຽບເທົ່ານັ້ນ. ຕົວຢ່າງເຊັ່ນ: ຖ້າຜູ້ເຖົ້າແກ່ຂໍພີ່ນ້ອງຊາຍໃຫ້ເບິ່ງແຍງທາງເຂົ້າຫໍປະຊຸມໃຫ້ສະອາດແລະປອດໄພ ຜູ້ເຖົ້າແກ່ອາດໃຫ້ລາວເບິ່ງຕິໂຕ 2:10. ແລ້ວອະທິບາຍວ່າວຽກທີ່ລາວເຮັດຈະເຮັດໃຫ້ຂ່າວສານເລື່ອງລາຊະອານາຈັກເປັນຕາໜ້າດຶງດູດໃຈຫຼາຍຂຶ້ນຄືແນວໃດ ແລະຜູ້ສູງອາຍຸໃນປະຊາຄົມຈະໄດ້ຮັບປະໂຫຍດແນວໃດ. ວິທີຝຶກອົບຮົມແບບນີ້ຈະຊ່ວຍພີ່ນ້ອງຊາຍໃຫ້ຄຶດເຖິງຄົນອື່ນຫຼາຍກວ່າ ແທນທີ່ຈະຄຶດວ່າເປັນພຽງກົດລະບຽບທີ່ຕ້ອງປະຕິບັດຕາມ. ເມື່ອເຫັນວ່າພີ່ນ້ອງຊາຍຍິງໄດ້ຮັບປະໂຫຍດຈາກວຽກທີ່ຕົນເອງເຮັດ ລາວກໍຈະມີຄວາມສຸກທີ່ໄດ້ຮັບໃຊ້ຄົນອື່ນ.

8 ຢ່າລືມຊົມເຊີຍ ເມື່ອພີ່ນ້ອງຊາຍເອົາຄຳແນະນຳຂອງເຮົາໄປໃຊ້. ການເຮັດແບບນັ້ນສຳຄັນຂະໜາດໃດ? ນໍ້າເຮັດໃຫ້ຕົ້ນໄມ້ເຕີບໃຫຍ່ແລະແຂງແຮງຄືກັນກັບການຊົມເຊີຍຊ່ວຍເຮັດໃຫ້ພີ່ນ້ອງຊາຍກ້າວໜ້າໃນວຽກຮັບໃຊ້ພະເຢໂຫວາ.—ສົມທຽບກັບມັດທາຍ 3:17

ອຸປະສັກອື່ນໆ

9. (ກ) ສິ່ງໃດອາດເປັນເລື່ອງຍາກສຳລັບຜູ້ເຖົ້າແກ່ເຊິ່ງຢູ່ໃນປະເທດທີ່ຮັ່ງມີ? (ຂ) ເປັນຫຍັງພີ່ນ້ອງຊາຍບາງຄົນຈຶ່ງບໍ່ໄດ້ໃຫ້ການຮັບໃຊ້ພະເຢໂຫວາມາເປັນອັນດັບທຳອິດໃນຊີວິດ?

9 ຜູ້ເຖົ້າແກ່ເຊິ່ງຢູ່ໃນປະເທດຮັ່ງມີອາດຖືວ່າເປັນເລື່ອງຍາກທີ່ຈະສະໜັບສະໜູນພີ່ນ້ອງຊາຍທີ່ຮັບບັບເຕມາແລ້ວເຊິ່ງອາຍຸລະຫວ່າງ 20-40 ປີ ໃຫ້ເຮັດວຽກຫຼາຍຂຶ້ນໃນປະຊາຄົມ. ຜູ້ເຖົ້າແກ່ທີ່ມີປະສົບການຈາກປະມານ 20 ປະເທດບອກສາເຫດທີ່ເຂົາເຈົ້າເຫັນວ່າເປັນຫຍັງພີ່ນ້ອງຊາຍໜຸ່ມບາງຄົນຈຶ່ງບໍ່ໄດ້ເຮັດວຽກຫຼາຍຂຶ້ນໃນປະຊາຄົມ. ຜູ້ເຖົ້າແກ່ສ່ວນຫຼາຍບອກວ່າ ຕອນທີ່ພີ່ນ້ອງຊາຍເຫຼົ່ານັ້ນອາຍຸຍັງນ້ອຍ ພໍ່ແມ່ບໍ່ໄດ້ສະໜັບສະໜູນໃຫ້ຕັ້ງເປົ້າໝາຍໃນການຮັບໃຊ້ພະເຢໂຫວາ ແລະເມື່ອພີ່ນ້ອງຊາຍໜຸ່ມເຫຼົ່ານັ້ນຢາກຈະຮັບໃຊ້ຫຼາຍຂຶ້ນ ພໍ່ແມ່ກໍສະໜັບສະໜູນໃຫ້ຮຽນສູງໆຫຼືເຮັດວຽກອາຊີບທີ່ມີໜ້າມີຕາ. ດັ່ງນັ້ນ ວຽກຮັບໃຊ້ພະເຢໂຫວາຈຶ່ງບໍ່ເຄີຍເປັນອັນດັບທຳອິດໃນຊີວິດຂອງເຂົາເຈົ້າ.—ມັດທາຍ 10:24

10, 11. (ກ) ຜູ້ເຖົ້າແກ່ອາດຈະຄ່ອຍໆຊ່ວຍພີ່ນ້ອງຊາຍແນວໃດໃຫ້ປັບປ່ຽນວິທີຄຶດ? (ຂ) ຜູ້ເຖົ້າແກ່ອາດຈະໃຊ້ພະຄຳພີຂໍ້ໃດແດ່ເພື່ອກະຕຸ້ນພີ່ນ້ອງຊາຍ ແລະເປັນຫຍັງ? (ເບິ່ງຂໍ້ຄວາມໄຂເງື່ອນ)

10 ຖ້າເບິ່ງຄືວ່າພີ່ນ້ອງຊາຍບໍ່ຢາກຮັບເອົາວຽກມອບໝາຍຫຼາຍຂຶ້ນໃນປະຊາຄົມ ຜູ້ເຖົ້າແກ່ອາດຕ້ອງໃຊ້ເວລາແລະຄວາມອົດທົນເພື່ອຊ່ວຍພີ່ນ້ອງຊາຍຄົນນັ້ນໃຫ້ປ່ຽນວິທີຄຶດ ເຊິ່ງເລື່ອງນີ້ສາມາດເປັນໄປໄດ້. ເຊັ່ນດຽວກັບທີ່ຊາວສວນຄ່ອຍໆດັດແປງຕົ້ນໄມ້ເພື່ອໃຫ້ຕົ້ນຂອງມັນຊື່ ຜູ້ເຖົ້າແກ່ກໍຕ້ອງຄ່ອຍໆຊ່ວຍເຫຼືອພີ່ນ້ອງຊາຍໃຫ້ປັບປ່ຽນຄວາມຄຶດເພື່ອໃຫ້ຢາກຮັບເອົາໜ້າທີ່ຮັບຜິດຊອບໃນປະຊາຄົມໃຫ້ຫຼາຍຂຶ້ນ. ແຕ່ຈະເຮັດໂດຍວິທີໃດ?

11 ຜູ້ເຖົ້າແກ່ຄວນພະຍາຍາມເປັນໝູ່ກັບພີ່ນ້ອງຊາຍ ໂດຍການໃຊ້ເວລາກັບລາວໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້ ແລະບອກໃຫ້ຮູ້ວ່າປະຊາຄົມຕ້ອງການລາວ. ຕໍ່ຈາກນັ້ນ ຜູ້ເຖົ້າແກ່ອາດຊອກຫາໂອກາດທີ່ເໝາະສົມເພື່ອລົມແລະຫາເຫດຜົນກັບພີ່ນ້ອງຊາຍໂດຍໃຊ້ຂໍ້ພະຄຳພີທີ່ຊ່ວຍລາວໃຫ້ຄຶດເຖິງການອຸທິດຕົວຂອງລາວຕໍ່ພະເຢໂຫວາ. (ຜູ້ເທສະໜາປ່າວປະກາດ 5:4; ເອຊາອີ 6:8; ມັດທາຍ 6:24, 33; ລືກາ 9:57-62; 1 ໂກລິນໂທ 15:58; 2 ໂກລິນໂທ 5:15; 13:5) ພະຍາຍາມເຂົ້າເຖິງຫົວໃຈຂອງພີ່ນ້ອງຊາຍໂດຍຕັ້ງຄຳຖາມເຊັ່ນ: ‘ຕອນທີ່ອຸທິດຕົວໃຫ້ກັບພະເຢໂຫວາ ເຈົ້າໄດ້ສັນຍາຫຍັງ? ຕອນທີ່ເຈົ້າຮັບບັບເຕມາ ເຈົ້າຄຶດວ່າພະເຢໂຫວາຮູ້ສຶກແນວໃດ?’ (ສຸພາສິດ 27:11) ‘ເຈົ້າຄຶດວ່າຊາຕານຮູ້ສຶກແນວໃດ?’ (1 ເປໂຕ 5:8) ຂໍ້ພະຄຳພີເຫຼົ່ານັ້ນມີພະລັງຫຼາຍແລະອາດມີຜົນກະທົບຕໍ່ຫົວໃຈຂອງພີ່ນ້ອງຊາຍ.—ອ່ານ ເຫບເລີ 4:12 *

ພີ່ນ້ອງຊາຍທັງຫຼາຍຂໍໃຫ້ພິສູດຕົວວ່າສັດຊື່

12, 13. (ກ) ເມື່ອຖືກເຊີນໃຫ້ຮັບການຝຶກອົບຮົມ ເອລີເຊມີທ່າທີແນວໃດ? (ຂ) ພະເຢໂຫວາໃຫ້ລາງວັນຫຍັງສຳລັບຄວາມສັດຊື່ຂອງເອລີເຊ?

12 ພີ່ນ້ອງຊາຍໜຸ່ມທັງຫຼາຍ ປະຊາຄົມຕ້ອງການຄວາມຊ່ວຍເຫຼືອຈາກເຈົ້າ! ການມີຄວາມຄຶດແບບໃດຈະຊ່ວຍພີ່ນ້ອງຊາຍໃຫ້ປະສົບຜົນສຳເລັດໃນການຮັບໃຊ້ພະເຢໂຫວາ? ເພື່ອຈະຮູ້ຄຳຕອບ ຂໍໃຫ້ພິຈາລະນາບາງເຫດການໃນຊີວິດຂອງເອລີເຊ ຜູ້ທີ່ໄດ້ຮັບການຝຶກອົບຮົມໃນອະດີດ.

13 ປະມານ 3.000 ປີມາແລ້ວ ຜູ້ພະຍາກອນເອລີຢາໄດ້ເຊີນຊາຍໜຸ່ມຊື່ເອລີເຊໃຫ້ມາເປັນຜູ້ຊ່ວຍ. ເອລີເຊຕອບຕົກລົງທັນທີແລະເຮັດວຽກທີ່ຕໍ່າຕ້ອຍຢ່າງສັດຊື່ໃຫ້ເອລີຢາ. (2 ກະສັດ 3:11) ເອລີຢາໄດ້ຝຶກອົບຮົມເອລີເຊປະມານ 6 ປີ. ຕໍ່ມາເມື່ອວຽກຂອງເອລີຢາໃນອິດສະລາແອນໃກ້ຈະແລ້ວ ເອລີຢາຈຶ່ງບອກເອລີເຊວ່າບໍ່ຕ້ອງຢູ່ຮັບໃຊ້ລາວອີກຕໍ່ໄປ. ແຕ່ເອລີເຊຕອບເຖິງ 3 ເທື່ອວ່າ: “ຜູ້ຂ້າຈະບໍ່ປະທ່ານ.” ເອລີເຊຕັ້ງໃຈທີ່ຈະຢູ່ກັບເອລີຢາຜູ້ທີ່ໄດ້ຝຶກອົບຮົມລາວໃຫ້ດົນເທົ່າທີ່ຈະເປັນໄປໄດ້. ພະເຢໂຫວາໃຫ້ລາງວັນສຳລັບຄວາມພັກດີແລະຄວາມສັດຊື່ຂອງເອລີເຊ ໂດຍໃຫ້ລາວເຫັນເຫດການຕອນທີ່ເອລີຢາຖືກລົມພະຍຸພັດເອົາໄປ.—2 ກະສັດ 2:1-12

14. (ກ) ພີ່ນ້ອງຊາຍທີ່ໄດ້ຮັບການຝຶກອົບຮົມໃນທຸກມື້ນີ້ຈະຮຽນແບບເອລີເຊໄດ້ແນວໃດ? (ຂ) ເປັນຫຍັງຈຶ່ງເປັນເລື່ອງສຳຄັນທີ່ພີ່ນ້ອງຊາຍຈະເປັນຄົນສັດຊື່?

14 ພີ່ນ້ອງຊາຍທີ່ໄດ້ຮັບການຝຶກອົບຮົມຈະຮຽນແບບເອລີເຊໄດ້ແນວໃດ? ໂດຍຕອບຮັບວຽກມອບໝາຍທັນທີເຖິງວ່າຈະເປັນວຽກທີ່ຕໍ່າຕ້ອຍ ແລະໃຫ້ເບິ່ງຜູ້ເຖົ້າແກ່ທີ່ສອນວ່າເປັນຄືກັບໝູ່. ໃຫ້ບອກຜູ້ເຖົ້າແກ່ວ່າເຮົາເຫັນຄຸນຄ່າສິ່ງທີ່ລາວເຮັດເພື່ອເຮົາ ແລະສະແດງໃຫ້ຜູ້ເຖົ້າແກ່ເຫັນວ່າເຮົາຢາກຈະຮຽນຮູ້ຈາກລາວຕໍ່ໆໄປ. ສິ່ງສຳຄັນທີ່ສຸດ ໃຫ້ສັດຊື່ໃນການເອົາໃຈໃສ່ວຽກມອບໝາຍທີ່ໄດ້ຮັບ. ເປັນຫຍັງຈຶ່ງສຳຄັນ? ເມື່ອພີ່ນ້ອງຊາຍພິສູດຕົວວ່າເປັນຄົນທີ່ສັດຊື່ແລະໄວ້ໃຈໄດ້ ຜູ້ເຖົ້າແກ່ກໍຈະໝັ້ນໃຈວ່າພະເຢໂຫວາຢາກໃຫ້ພີ່ນ້ອງຊາຍມີໜ້າທີ່ຮັບຜິດຊອບຫຼາຍຂຶ້ນໃນປະຊາຄົມ.—ຄຳເພງ 101:6; ອ່ານ 2 ຕີໂມເຕ 2:2

ສະແດງຄວາມນັບຖືຕໍ່ຜູ້ເຖົ້າແກ່ທີ່ມີປະສົບການ

15, 16. (ກ) ເອລີເຊສະແດງໃຫ້ເຫັນໂດຍວິທີໃດວ່ານັບຖືເອລີຢາຜູ້ທີ່ສອນລາວ? (ເບິ່ງຮູບທຳອິດ) (ຂ) ເປັນຫຍັງຜູ້ພະຍາກອນຄົນອື່ນໆຈຶ່ງມີຄວາມໝັ້ນໃຈໃນເອລີເຊ?

15 ຕົວຢ່າງຂອງເອລີເຊສະແດງໃຫ້ເຫັນວ່າເປັນເລື່ອງສຳຄັນທີ່ພີ່ນ້ອງຊາຍໃນທຸກມື້ນີ້ຈະສະແດງຄວາມນັບຖືຕໍ່ຜູ້ເຖົ້າແກ່ທີ່ມີປະສົບການ. ຫຼັງຈາກເອລີຢາແລະເອລີເຊໄປຢາມພວກຜູ້ພະຍາກອນໃນເມືອງເຢລິໂກ ທັງສອງກໍເດີນທາງມາຮອດແມ່ນໍ້າຢູລະເດນ. ຈາກນັ້ນ ‘ເອລີຢາມ້ວນເສື້ອຊັ້ນນອກຂອງຕົນແລະຟາດໃສ່ນໍ້າ . . . ແລະນໍ້າໄດ້ແຍກຈາກກັນ.’ ທັງສອງຈຶ່ງຍ່າງຂ້າມແມ່ນໍ້າຢູລະເດນເທິງດິນແຫ້ງ ແລະ ‘ລົມກັນ’ ເມື່ອພວມຍ່າງໄປ. ເອລີເຊຕັ້ງໃຈຟັງແລະຮຽນຮູ້ທຸກສິ່ງທີ່ເອລີຢາສອນ. ເອລີເຊບໍ່ໄດ້ຄຶດວ່າຕົນເອງຮູ້ໝົດທຸກສິ່ງແລ້ວ. ຈາກນັ້ນເອລີຢາກໍຖືກລົມພະຍຸພັດເອົາໄປ ແລະເອລີເຊກໍຍ່າງກັບໄປທີ່ແມ່ນໍ້າຢູລະເດນ. ຢູ່ທີ່ນັ້ນ ລາວເອົາເສື້ອຊັ້ນນອກຂອງເອລີຢາຟາດໃສ່ນໍ້າແລະເວົ້າວ່າ “ພະເຢໂຫວາພະເຈົ້າຂອງທ່ານເອລີຢາຢູ່ໃນໃສ?” ແລະນໍ້າໃນແມ່ນໍ້າກໍແຍກອອກຈາກກັນ.—2 ກະສັດ 2:8-14

16 ເຮົາສັງເກດບໍວ່າການອັດສະຈັນເທື່ອທຳອິດຂອງເອລີເຊຄືກັບການອັດສະຈັນເທື່ອສຸດທ້າຍທີ່ເອລີຢາໄດ້ເຮັດ? ເລື່ອງນີ້ສອນຫຍັງ? ເຖິງວ່າເອລີເຊຈະໄດ້ຮັບຕຳແໜ່ງຜູ້ພະຍາກອນແທນເອລີຢາ ແຕ່ລາວບໍ່ໄດ້ຮູ້ສຶກວ່າຕ້ອງເຮັດແຕກຕ່າງຈາກທີ່ເອລີຢາເຄີຍເຮັດ. ໂດຍການຮຽນແບບວິທີຂອງເອລີຢາ ເອລີເຊສະແດງໃຫ້ເຫັນວ່າລາວນັບຖືເອລີຢາ ເຊິ່ງຊ່ວຍໃຫ້ຜູ້ພະຍາກອນຄົນອື່ນໝັ້ນໃຈໃນເອລີເຊ. (2 ກະສັດ 2:15) ເອລີເຊຮັບໃຊ້ເປັນຜູ້ພະຍາກອນເປັນເວລາ 60 ປີ ແລະພະເຢໂຫວາໃຫ້ລິດເດດແກ່ລາວໃນການເຮັດການອັດສະຈັນຫຼາຍກວ່າທີ່ເອລີຢາເຄີຍເຮັດ. ພີ່ນ້ອງຊາຍທີ່ໄດ້ຮັບການຝຶກອົບຮົມໃນທຸກມື້ນີ້ໄດ້ບົດຮຽນຫຍັງຈາກເລື່ອງນີ້?

17. (ກ) ພີ່ນ້ອງຊາຍໃນທຸກມື້ນີ້ຈະຮຽນແບບທັດສະນະຂອງເອລີເຊໄດ້ແນວໃດ? (ຂ) ພະເຢໂຫວາອາດໃຊ້ພີ່ນ້ອງຊາຍທີ່ສັດຊື່ແນວໃດ?

17 ເມື່ອພີ່ນ້ອງຊາຍໄດ້ຮັບໜ້າທີ່ມອບໝາຍຫຼາຍຂຶ້ນໃນປະຊາຄົມ ຢ່າຄຶດວ່າຕ້ອງໄດ້ເຮັດຕ່າງຈາກວິທີທີ່ເຄີຍເຮັດຜ່ານມາ. ຂໍໃຫ້ຈື່ໄວ້ວ່າ ການປ່ຽນແປງຄວນເປັນເພາະຄວາມຈຳເປັນໃນປະຊາຄົມຫຼືມີການຊີ້ນຳທີ່ມາຈາກອົງການຂອງພະເຢໂຫວາເທົ່ານັ້ນ. ດັ່ງນັ້ນ ບໍ່ຄວນປ່ຽນວິທີຕ່າງໆຍ້ອນວ່າຢາກປ່ຽນ. ເມື່ອເຮັດຕາມວິທີຂອງເອລີຢາຕໍ່ໆໄປ ເອລີເຊໄດ້ຊ່ວຍຜູ້ພະຍາກອນຄົນອື່ນໆໃຫ້ມີຄວາມໝັ້ນໃຈໃນຕົວລາວ ແລະຍັງສະແດງໃຫ້ເຫັນວ່າລາວນັບຖືຜູ້ທີ່ສອນຕົນ. ຄ້າຍຄືກັນ ຖ້າພີ່ນ້ອງຊາຍໃຊ້ວິທີການທີ່ອາໃສຄຳພີໄບເບິນເປັນຫຼັກຄືກັບຜູ້ເຖົ້າແກ່ທີ່ສອນລາວ ນັ້ນສະແດງວ່າພີ່ນ້ອງຊາຍໃຫ້ຄວາມນັບຖືຕໍ່ຜູ້ເຖົ້າແກ່ທີ່ມີປະສົບການ ແລະພີ່ນ້ອງຊາຍຍິງກໍຈະມີຄວາມໝັ້ນໃຈໃນຕົວລາວ. (ອ່ານ 1 ໂກລິນໂທ 4:17) ເມື່ອມີປະສົບການຫຼາຍຂຶ້ນ ພີ່ນ້ອງຊາຍອາດຈະປັບປ່ຽນບາງສິ່ງໃນປະຊາຄົມຕາມການຊີ້ນຳຈາກອົງການເພື່ອຊ່ວຍພີ່ນ້ອງໃນປະຊາຄົມໃຫ້ຕິດຕາມອົງການຂອງພະເຢໂຫວາທີ່ກຳລັງກ້າວໄປຂ້າງໜ້າສະເໝີ ແລະໃນທີ່ສຸດພະເຢໂຫວາອາດຊ່ວຍພີ່ນ້ອງຊາຍໃຫ້ເຮັດວຽກທີ່ໃຫຍ່ກວ່າວຽກທີ່ຜູ້ສອນຂອງຕົນເອງໄດ້ເຮັດຄືກັບທີ່ພະເຢໂຫວາໄດ້ຊ່ວຍເອລີເຊ.—ໂຢຮັນ 14:12

18. ໃນທຸກມື້ນີ້ ເປັນຫຍັງການຝຶກອົບຮົມພີ່ນ້ອງຊາຍໃນປະຊາຄົມຈຶ່ງເປັນເລື່ອງສຳຄັນ?

18 ເຮົາຫວັງວ່າຄຳແນະນຳໃນບົດຄວາມນີ້ແລະບົດຄວາມທີ່ແລ້ວຄົງຈະກະຕຸ້ນໃຫ້ມີຜູ້ເຖົ້າແກ່ຈຳນວນຫຼາຍຂຶ້ນທີ່ຈະແບ່ງເວລາໄວ້ເພື່ອຝຶກອົບຮົມພີ່ນ້ອງຊາຍ ແລະເຮົາອະທິດຖານຂໍໃຫ້ມີພີ່ນ້ອງຊາຍຫຼາຍຂຶ້ນທີ່ເຕັມໃຈຮັບການຝຶກອົບຮົມແລະເອົາສິ່ງທີ່ໄດ້ຮຽນຮູ້ໄປໃຊ້ເພື່ອຈະເບິ່ງແຍງປະຊາຊົນຂອງພະເຢໂຫວາ. ການເຮັດແບບນີ້ຈະຊ່ວຍເສີມສ້າງປະຊາຄົມຕ່າງໆຢູ່ທົ່ວໂລກ ແລະຊ່ວຍເຮົາແຕ່ລະຄົນໃຫ້ຮັກສາຄວາມສັດຊື່ໃນລະຫວ່າງເວລາທີ່ໜ້າຕື່ນເຕັ້ນເຊິ່ງຄອຍຖ້າຢູ່ຂ້າງໜ້າ.

^ ຂໍ້ 5 ເມື່ອພີ່ນ້ອງຊາຍສະແດງໃຫ້ເຫັນວ່າລາວມີຄວາມຄຶດເປັນຜູ້ໃຫຍ່ ຖ່ອມໃຈ ແລະມີຄຸນລັກສະນະອື່ນໆທີ່ຈຳເປັນໃນການຮັບໃຊ້ໃນປະຊາຄົມ ຜູ້ເຖົ້າແກ່ອາດສະເໜີແຕ່ງຕັ້ງລາວໃຫ້ເປັນຜູ້ຊ່ວຍງານຮັບໃຊ້ເຖິງວ່າອາຍຸຍັງບໍ່ທັນຮອດ 20 ປີກໍຕາມ.—1 ຕີໂມເຕ 3:8-10, 12; ເບິ່ງຫໍສັງເກດການ 1 ກໍລະກົດ 1989 ໜ້າ 29 (ພາສາອັງກິດ)

^ ຂໍ້ 11 ຜູ້ເຖົ້າແກ່ອາດພິຈາລະນາຈຸດຕ່າງໆທີ່ຢູ່ໃນຫໍສັງເກດການ 15 ເມສາ 2012 ໜ້າ 14-16 ຫຍໍ້ໜ້າ 8-13 ແລະໃນປຶ້ມ “ຈົ່ງຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ” ບົດ 16 ຫຍໍ້ໜ້າ 1-3.