ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໄວ້ວາງໃຈພະເຢໂຫວາສະເໝີ!

ໄວ້ວາງໃຈພະເຢໂຫວາສະເໝີ!

“ລາສະດອນເອີຍ ຈົ່ງປົງໃຈໃນພະອົງທຸກເວລາ.”—ຄຳເພງ 62:8

1-3. ເປັນຫຍັງໂປໂລໝັ້ນໃຈວ່າ ລາວສາມາດໄວ້ວາງໃຈພະເຢໂຫວາໄດ້? (ເບິ່ງຮູບທຳອິດ)

ຖ້າເຮົາເປັນຄລິດສະຕຽນໃນສະຕະວັດທຳອິດແລະອາໄສຢູ່ເມືອງໂລມ ເຮົາກໍມີຊີວິດຢູ່ໃນໄລຍະທີ່ມີແຕ່ອັນຕະລາຍ. ຊາວໂລມກົດຂີ່ຂົ່ມເຫງຄລິດສະຕຽນຢ່າງໂຫດຮ້າຍປ່າເຖື່ອນ. ຊາວໂລມໂທດຄລິດສະຕຽນວ່າເປັນຕົ້ນເຫດທີ່ເຮັດໃຫ້ເກີດໄຟໄໝ້ໃນເມືອງໂລມ ແລະຍັງກ່າວຫາເຂົາເຈົ້າວ່າເປັນພວກທີ່ກຽດຊັງເພື່ອນມະນຸດ. ພີ່ນ້ອງຄລິດສະຕຽນຊາຍຍິງຫຼາຍຄົນຖືກຈັບ. ບາງຄົນຖືກສັດຈີກເປັນຕ່ອນໆ. ສ່ວນຄົນອື່ນໆຖືກຕອກໃສ່ຫຼັກເສົາ ແລ້ວກໍຖືກເຜົາທັງເປັນເພື່ອໃຊ້ເປັນແສງສະຫວ່າງໃນຕອນກາງຄືນ. ເຮົາຮູ້ວ່າໃນມື້ໃດມື້ໜຶ່ງອາດຈະມີສິ່ງໃດສິ່ງໜຶ່ງແບບນີ້ເກີດຂຶ້ນກັບເຮົາ.

2 ໃນໄລຍະທີ່ຍາກລຳບາກນີ້ ອັກຄະສາວົກໂປໂລກໍຖືກຂັງຢູ່ໃນຄຸກ. ລາວອາດສົງໄສວ່າພີ່ນ້ອງຄລິດສະຕຽນຈະມາຊ່ວຍລາວບໍ ເພາະລາວຈື່ໄດ້ວ່າເຫດການກ່ອນໜ້ານັ້ນບໍ່ໄດ້ມີໃຜມາຊ່ວຍລາວ. ແຕ່ໂປໂລໄດ້ຮັບການຊ່ວຍເຫຼືອຈາກພະເຢໂຫວາໂດຍທາງພະເຍຊູ. ລາວຂຽນວ່າ: “ພະອົງເຈົ້າໄດ້ຢືນຢູ່ກັບເຮົາແລະໄດ້ຊູແຮງຂອງເຮົາ.” ພະເຍຊູໃຫ້ກຳລັງທີ່ຈຳເປັນແກ່ໂປໂລ ດັ່ງນັ້ນໂປໂລຈຶ່ງຂຽນວ່າ: ລາວໄດ້ຮັບການຊ່ວຍໃຫ້ “ພົ້ນຈາກປາກສິງ.”—2 ຕີໂມເຕ 4:16, 17 *

3 ໂປໂລຈື່ໄດ້ວ່າກ່ອນໜ້ານັ້ນພະເຢໂຫວາເຄີຍຊ່ວຍລາວ. ສະນັ້ນ ລາວຈຶ່ງໝັ້ນໃຈວ່າພະເຢໂຫວາຈະໃຫ້ກຳລັງທີ່ຈຳເປັນເພື່ອອົດທົນກັບສະພາບການໃນຕອນນັ້ນ ແລະຄວາມຫຍຸ້ງຍາກໃດໆກໍຕາມທີ່ຈະເກີດຂຶ້ນ. ລາວໝັ້ນໃຈໃນເລື່ອງນີ້ຈົນຂຽນວ່າ: “ພະອົງເຈົ້າຈະໂຜດໃຫ້ເຮົາພົ້ນຈາກການຮ້າຍທຸກຢ່າງ.” (2 ຕີໂມເຕ 4:18) ໂປໂລຮຽນຮູ້ວ່າເຖິງຈະຕົກຢູ່ໃນສະຖານະການທີ່ພີ່ນ້ອງຊ່ວຍລາວບໍ່ໄດ້ ແຕ່ລາວກໍໝັ້ນໃຈໄດ້ສະເໝີວ່າພະເຢໂຫວາແລະພະເຍຊູຈະຊ່ວຍລາວ.

ໂອກາດທີ່ຈະສະແດງວ່າເຮົາໄວ້ວາງໃຈພະເຢໂຫວາ

4, 5. (ກ) ເມື່ອຈຳເປັນຕ້ອງໄດ້ຮັບຄວາມຊ່ວຍເຫຼືອ ໃຜຈະຊ່ວຍເຮົາໄດ້ແທ້ໆ? (ຂ) ເຮົາຈະເຮັດໃຫ້ສາຍສຳພັນຂອງເຮົາກັບພະເຢໂຫວາແໜ້ນແຟ້ນຂຶ້ນໄດ້ແນວໃດ?

4 ເຮົາເຄີຍມີບັນຫາທີ່ຫຍຸ້ງຍາກແລະຮູ້ສຶກໂດດດ່ຽວເພາະບໍ່ມີໃຜຊ່ວຍບໍ? ເຮົາອາດຕົກວຽກ ຖືກຄວາມກົດດັນຢູ່ໂຮງຮຽນ ເຈັບປ່ວຍໜັກ ຫຼືປະສົບກັບຄວາມຍາກລຳບາກອື່ນໆ. ເຮົາອາດເຄີຍຂໍຄວາມຊ່ວຍເຫຼືອຈາກຄົນອື່ນ ແຕ່ກໍຕ້ອງຜິດຫວັງເພາະບໍ່ມີໃຜຊ່ວຍເຮົາໄດ້ຕາມຄວາມຈຳເປັນແທ້ໆ. ແນ່ນອນ ມີບັນຫາບາງຢ່າງທີ່ມະນຸດແກ້ໄຂບໍ່ໄດ້ ແລ້ວເຮົາຈະເຮັດແນວໃດ? ຄຳພີໄບເບິນບອກເຮົາໃຫ້ “ປົງໃຈໃນພະເຢໂຫວາ.” (ສຸພາສິດ 3:5, 6) ແຕ່ເຮົາໝັ້ນໃຈບໍວ່າພະອົງຈະຊ່ວຍເຮົາ? ໝັ້ນໃຈແທ້! ເມື່ອເຮົາອ່ານຄຳພີໄບເບິນ ມີຫຼາຍໆຕົວຢ່າງທີ່ເຮັດໃຫ້ໝັ້ນໃຈວ່າພະເຢໂຫວາຊ່ວຍປະຊາຊົນຂອງພະອົງໄດ້ແທ້ໆ.

ບັນຫາຕ່າງໆທີ່ເກີດຂຶ້ນເປັນໂອກາດທີ່ເຮົາຈະສະແດງຄວາມໄວ້ວາງໃຈໃນພະເຢໂຫວາຢ່າງເຕັມທີ

5 ຢ່າຄຽດຖ້າຄົນອື່ນຊ່ວຍເຮົາບໍ່ໄດ້ຕາມທີ່ຕ້ອງການ. ແທນທີ່ຈະຮູ້ສຶກແບບນັ້ນ ໃຫ້ຄຶດຄືກັບໂປໂລທີ່ວ່າບັນຫາຕ່າງໆເຊິ່ງເກີດຂຶ້ນເປັນໂອກາດທີ່ເຮົາຈະສະແດງຄວາມໄວ້ວາງໃຈໃນພະເຢໂຫວາຢ່າງເຕັມທີ ແລະຍັງເປັນໂອກາດທີ່ເຮົາຈະເຫັນດ້ວຍຕົວເອງວ່າພະເຢໂຫວາເບິ່ງແຍງເຮົາແນວໃດ. ນັ້ນຈະເຮັດໃຫ້ເຮົາໄວ້ວາງໃຈພະເຢໂຫວາຫຼາຍຂຶ້ນແລະສາຍສຳພັນຂອງເຮົາກັບພະອົງກໍຈະແໜ້ນແຟ້ນຂຶ້ນ.

ເຮົາຈຳເປັນຕ້ອງໄວ້ວາງໃຈພະເຢໂຫວາ

6. ເມື່ອມີບັນຫາຫຍຸ້ງຍາກ ເປັນຫຍັງຈຶ່ງບໍ່ງ່າຍທີ່ເຮົາຈະໄວ້ວາງໃຈພະເຢໂຫວາ?

6 ເຮົາອາດມີບັນຫາຫຍຸ້ງຍາກທີ່ເຮັດໃຫ້ອຸກໃຈ. ເຮົາພະຍາຍາມເຮັດທຸກຢ່າງທີ່ເຮັດໄດ້ເພື່ອແກ້ໄຂບັນຫາ ລວມທັງອະທິດຖານຂໍຄວາມຊ່ວຍເຫຼືອຈາກພະເຢໂຫວາ. ຖ້າເຮັດແບບນັ້ນເຮົາກໍຮູ້ສຶກສະບາຍໃຈຂຶ້ນເພາະເຮົາໄວ້ວາງໃຈວ່າພະເຢໂຫວາຈະຊ່ວຍເຮົາ. (ອ່ານ ຄຳເພງ 62:8; 1 ເປໂຕ 5:7) ຖ້າເຮົາຢາກມີສາຍສຳພັນທີ່ດີກັບພະເຢໂຫວາ ການຮຽນຮູ້ທີ່ຈະໄວ້ວາງໃຈໃນພະອົງເປັນເລື່ອງສຳຄັນ. ແຕ່ກໍບໍ່ງ່າຍສະເໝີໄປທີ່ຈະເຮັດແນວນັ້ນ. ຍ້ອນຫຍັງ? ຍ້ອນວ່າພະເຢໂຫວາອາດຈະບໍ່ຕອບຄຳອະທິດຖານຂອງເຮົາທັນທີ.—ຄຳເພງ 13:1, 2; 74:10; 89:46; 90:13; ຫາບາກຸກ 1:2

ພະເຢໂຫວາພໍ່ຂອງເຮົາທີ່ຢູ່ໃນສະຫວັນຮັກເຮົາແລະຮູ້ວ່າສິ່ງໃດຈຳເປັນສຳລັບເຮົາ

7. ເປັນຫຍັງບາງຄັ້ງພະເຢໂຫວາບໍ່ໄດ້ຕອບຄຳອະທິດຖານຂອງເຮົາທັນທີ?

7 ເປັນຫຍັງບາງຄັ້ງພະເຢໂຫວາບໍ່ຕອບຄຳອະທິດຖານຂອງເຮົາທັນທີ? ຄຳພີໄບເບິນບອກວ່າພະເຢໂຫວາເປັນພໍ່ຂອງເຮົາແລະເຮົາເປັນລູກຂອງພະອົງ. (ຄຳເພງ 103:13) ຕາມປົກກະຕິແລ້ວ ພໍ່ທີ່ເປັນມະນຸດຈະບໍ່ໃຫ້ທຸກຢ່າງຕາມທີ່ລູກຂໍແລະບາງເທື່ອກໍບໍ່ໄດ້ໃຫ້ທັນທີ. ພໍ່ຮູ້ວ່າລູກອາດຢາກໄດ້ບາງສິ່ງບາງຢ່າງໃນຕອນນັ້ນ ແລະຖ້າໄດ້ມາແລ້ວອີກບໍ່ດົນກໍຈະເບື່ອ. ນອກຈາກນັ້ນ ພໍ່ຍັງຮູ້ວ່າສິ່ງໃດດີທີ່ສຸດສຳລັບລູກ ແລະຮູ້ວ່ານັ້ນຈະມີຜົນກະທົບຕໍ່ຄົນອື່ນແນວໃດ. ທີ່ຈິງ ພໍ່ຮູ້ວ່າລູກຕ້ອງການຫຍັງແລະຄວນຈະໃຫ້ຕອນໃດ. ຖ້າພໍ່ໃຫ້ທຸກສິ່ງທຸກຢ່າງທີ່ລູກຢາກໄດ້ທັນທີ ພໍ່ກໍຈະກາຍເປັນຄົນຮັບໃຊ້ຂອງລູກ. ພະເຢໂຫວາພໍ່ທີ່ຢູ່ໃນສະຫວັນຮັກເຮົາ ແລະໃນຖານະເປັນຜູ້ສ້າງທີ່ມີສະຕິປັນຍາພະອົງຮູ້ວ່າສິ່ງໃດຈຳເປັນສຳລັບເຮົາ ແລະຮູ້ວ່າຕອນໃດເໝາະສົມທີ່ສຸດທີ່ຈະໃຫ້ສິ່ງທີ່ເຮົາຂໍ. ດັ່ງນັ້ນ ເປັນສິ່ງທີ່ດີທີ່ເຮົາຈະລໍຖ້າເບິ່ງວ່າພະເຢໂຫວາຈະຕອບຄຳອະທິດຖານຂອງເຮົາແນວໃດ?—ສົມທຽບກັບເອຊາອີ 29:16; 45:9

8. ເນື່ອງຈາກເຮົາມີຂີດຈຳກັດໃນເລື່ອງຄວາມອົດທົນ ພະເຢໂຫວາຈຶ່ງສັນຍາກັບເຮົາວ່າແນວໃດ?

8 ຂໍໃຫ້ຈື່ໄວ້ວ່າ ພະເຢໂຫວາຮູ້ວ່າເຮົາແຕ່ລະຄົນມີຂີດຈຳກັດຫຼາຍໜ້ອຍສໍ່າໃດ. (ຄຳເພງ 103:14) ດັ່ງນັ້ນ ພະອົງຈະໃຫ້ກຳລັງທີ່ເຮົາຈຳເປັນຕ້ອງມີ. ແມ່ນຢູ່ ບາງຄັ້ງເຮົາອາດຈະຮູ້ສຶກວ່າອົດທົນຕໍ່ໄປບໍ່ໄດ້ແລ້ວ ແຕ່ພະເຢໂຫວາສັນຍາວ່າຖ້າບັນຫາໜັກເກີນກວ່າເຮົາຈະອົດທົນໄດ້ ພະອົງກໍຈະ “ໃຫ້ມີທາງທີ່ໜີໄດ້.” (ອ່ານ 1 ໂກລິນໂທ 10:13) ເຮົາໄດ້ກຳລັງໃຈແທ້ໆທີ່ຮູ້ວ່າພະເຢໂຫວາຮູ້ຂີດຈຳກັດຂອງເຮົາ ແລະນັ້ນເຮັດໃຫ້ເຮົາໄວ້ວາງໃຈພະອົງໄດ້.

9. ຖ້າເຮົາອະທິດຖານຂໍຄວາມຊ່ວຍເຫຼືອຈາກພະເຢໂຫວາ ແຕ່ພະອົງບໍ່ຕອບທັນທີ ເຮົາຄວນເຮັດຫຍັງ?

9 ຖ້າເຮົາອະທິດຖານຂໍຄວາມຊ່ວຍເຫຼືອຈາກພະເຢໂຫວາ ແຕ່ພະອົງບໍ່ໄດ້ຕອບຄຳອະທິດຖານຂອງເຮົາທັນທີ ກໍຂໍໃຫ້ເຮົາອົດທົນລໍຖ້າ. ຂໍໃຫ້ຈື່ໄວ້ວ່າ ພະເຢໂຫວາຢາກຊ່ວຍເຮົາແທ້ໆ ແຕ່ພະອົງກໍອົດທົນລໍຖ້າໃຫ້ເຖິງເວລາທີ່ເໝາະສົມທີ່ສຸດເພື່ອໃຫ້ສິ່ງທີ່ຈຳເປັນສຳລັບພວກເຮົາ. ຄຳພີໄບເບິນບອກວ່າ: “ພະເຢໂຫວາຈະຄອຍຖ້າຢູ່ຈະໄດ້ໂຜດພະຄຸນໃຫ້ທ່ານທັງຫຼາຍແລະເພາະເຫດນັ້ນພະອົງຈະສະເດັດຂຶ້ນໄປສູງຈຶ່ງໄດ້ອີ່ດູແກ່ພວກທ່ານ. ເຫດວ່າພະເຢໂຫວາແມ່ນພະເຈົ້າຜູ້ຕັດສິນ. ຄົນທັງປວງທີ່ປົງໃຈໃນພະອົງກໍເປັນສຸກຫຼາຍ.”—ເອຊາອີ 30:18

“ປາກສິງ”

10-12. (ກ) ມີຫຍັງອາດເຮັດໃຫ້ເປັນເລື່ອງຍາກໃນການເບິ່ງແຍງຄົນໃນຄອບຄົວທີ່ເຈັບປ່ວຍຊຳເຮື້ອ? (ຂ) ການໄວ້ວາງໃຈພະເຢໂຫວາໃນຍາມທີ່ຍາກລຳບາກຈະມີຜົນກະທົບແນວໃດຕໍ່ສາຍສຳພັນຂອງເຮົາກັບພະອົງ? ຂໍໃຫ້ຍົກຕົວຢ່າງ.

10 ເຮົາອາດຕົກຢູ່ໃນສະພາບການທີ່ຫຍຸ້ງຍາກລຳບາກຈົນເຮັດໃຫ້ຮູ້ສຶກຄືກັບໂປໂລ ເຊິ່ງຈຳເປັນຕ້ອງໄດ້ຮັບການຊ່ວຍໃຫ້ລອດຈາກ “ປາກສິງ.” (2 ຕີໂມເຕ 4:17) ໃນເວລາແບບນີ້ແຫຼະທີ່ເຮົາແຮ່ງຕ້ອງໄວ້ວາງໃຈພະເຢໂຫວາ. ຕົວຢ່າງເຊັ່ນ: ເຮົາອາດກຳລັງເບິ່ງແຍງຄົນໃນຄອບຄົວທີ່ເຈັບປ່ວຍຊຳເຮື້ອ ແລະເຮົາໄດ້ອະທິດຖານເຖິງພະເຢໂຫວາເພື່ອຂໍພະອົງໃຫ້ຊ່ວຍເຮົາຕັດສິນໃຈຢ່າງຖືກຕ້ອງ ແລະໃຫ້ເຮົາມີຄວາມເຂັ້ມແຂງ. * ເຮົາຄົງຈະຮູ້ສຶກສະບາຍໃຈຂຶ້ນທີ່ຮູ້ວ່າພະເຢໂຫວາເຫັນແລະເຂົ້າໃຈສະພາບການຂອງເຮົາ. ພະອົງຈະຊ່ວຍເຮົາໃຫ້ອົດທົນແລະຮັກສາຄວາມສັດຊື່ຕໍ່ພະອົງ.—ຄຳເພງ 32:8

ໄວ້ວາງໃຈໃນພະເຢໂຫວາພໍ່ຂອງເຮົາທີ່ຢູ່ໃນສະຫວັນວ່າຈະໃຫ້ກຳລັງເພື່ອເຮົາຈະເຊື່ອຟັງໄດ້ຢ່າງສັດຊື່

11 ບາງເທື່ອເຮົາອາດຮູ້ສຶກວ່າພະເຢໂຫວາບໍ່ໄດ້ຊ່ວຍເຮົາ ຍົກຕົວຢ່າງເຊັ່ນ: ທ່ານໝໍອາດບໍ່ເຫັນດີກັບການປິ່ນປົວຕາມຫຼັກການໃນຄຳພີໄບເບິນ ຫຼືເຮົາອາດຄາດໝາຍວ່າຍາດຕິພີ່ນ້ອງຈະໃຫ້ກຳລັງໃຈເຮົາແຕ່ເບິ່ງຄືວ່າເຂົາເຈົ້າພັດເຮັດໃຫ້ສິ່ງຕ່າງໆຮ້າຍແຮງກວ່າເກົ່າ. ເມື່ອເປັນແບບນັ້ນ ຂໍໃຫ້ໄວ້ວາງໃຈພະເຢໂຫວາສະເໝີວ່າພະອົງຈະໃຫ້ກຳລັງແກ່ເຮົາ ແລະຂໍໃຫ້ເຮົາໃກ້ຊິດພະອົງຕໍ່ໆໄປ. (ອ່ານ 1 ຊາເມືອນ 30:3, 6) ເມື່ອໄດ້ເຫັນວິທີທີ່ພະເຢໂຫວາຊ່ວຍເຮົາ ນັ້ນຈະເຮັດໃຫ້ສາຍສຳພັນຂອງເຮົາກັບພະອົງແໜ້ນແຟ້ນຫຼາຍຂຶ້ນ.

12 ນາງ ລິນດາ * ເປັນຄົນໜຶ່ງທີ່ເຄີຍຮູ້ສຶກແບບນັ້ນ. ລາວຕ້ອງເບິ່ງແຍງພໍ່ແມ່ທີ່ເຈັບປ່ວຍເປັນເວລາຫຼາຍປີຈົນວ່າເຂົາເຈົ້າເສຍຊີວິດ. ລາວເວົ້າວ່າ: “ໃນຕອນນັ້ນ ມີຫຼາຍເທື່ອທີ່ຂ້ອຍກັບຜົວ ແລະນ້ອງຊາຍ ສັບສົນຫຼາຍຈົນບໍ່ຮູ້ວ່າຈະເຮັດແນວໃດດີ. ບາງເທື່ອກໍຮູ້ສຶກວ່າເຮັດຫຍັງບໍ່ຖືກເລີຍ ແຕ່ເມື່ອຄຶດຄືນຫຼັງກໍເຫັນວ່າພະເຢໂຫວາຢູ່ກັບພວກເຮົາ. ພະອົງໃຫ້ກຳລັງແລະໃຫ້ສິ່ງທີ່ເຮົາຈຳເປັນຕ້ອງໄດ້ຮັບເມື່ອເບິ່ງຄືວ່າເຮົາໝົດຫົນທາງແລ້ວ.”

13. ການໄວ້ວາງໃຈພະເຢໂຫວາຊ່ວຍນາງ ຣອນດາແນວໃດໃຫ້ອົດທົນກັບເລື່ອງໂຫດຮ້າຍຕ່າງໆທີ່ເກີດຂຶ້ນເທື່ອແລ້ວເທື່ອອີກ?

13 ການໄວ້ວາງໃຈພະເຢໂຫວາຢ່າງເຕັມທີຈະຊ່ວຍເຮົາໃຫ້ອົດທົນກັບເຫດການທີ່ໂຫດຮ້າຍຕ່າງໆໄດ້. ຂໍໃຫ້ເບິ່ງຕົວຢ່າງຂອງນາງ ຣອນດາ. ຜົວຂອງລາວທີ່ບໍ່ແມ່ນພະຍານພະເຢໂຫວາຂໍຢ່າຮ້າງກັບລາວ. ໃນເວລາດຽວກັນ ນ້ອງຊາຍຂອງຣອນດາກໍຮູ້ວ່າຕົວເອງເປັນພະຍາດຮ້າຍແຮງຊະນິດໜຶ່ງທີ່ເອີ້ນວ່າ: ລູພັດສ ຫຼືພະຍາດແພ້ພູມຕ້ານທານຕົວເອງ. ສອງສາມເດືອນຫຼັງຈາກນັ້ນ ນ້ອງໃພ້ຂອງລາວກໍເສຍຊີວິດ. ເມື່ອຄວາມສະເທືອນໃຈຈາກເຫດການເຫຼົ່ານີ້ຄ່ອຍໆຫຼຸດຜ່ອນລົງ ຣອນດາກໍເລີ່ມເປັນໄພໂອເນຍປະຈຳ. ແຕ່ຕໍ່ມາແມ່ຂອງລາວກໍເສຍຊີວິດ. ຣອນດາອົດທົນກັບເລື່ອງໂຫດຮ້າຍເຫຼົ່ານີ້ໄດ້ແນວໃດ? ລາວບອກວ່າ: “ຂ້ອຍລົມກັບພະເຢໂຫວາທຸກມື້ ແມ່ນແຕ່ເລື່ອງເລັກໆນ້ອຍໆທີ່ຂ້ອຍຕ້ອງຕັດສິນໃຈ. ການເຮັດແບບນີ້ເຮັດໃຫ້ຂ້ອຍຮູ້ສຶກວ່າພະເຢໂຫວາເປັນບຸກຄົນແທ້ໆສຳລັບຂ້ອຍ. ເລື່ອງນີ້ສອນຂ້ອຍໃຫ້ເພິ່ງອາໄສພະເຢໂຫວາແທນທີ່ຈະເພິ່ງອາໃສຕົວເອງຫຼືຄົນອື່ນ. ຂ້ອຍຮູ້ວ່າພະອົງຊ່ວຍຂ້ອຍໄດ້ແທ້ໆ ເພາະຂ້ອຍບໍ່ເຄີຍຂາດສິ່ງຈຳເປັນໃດໆເລີຍ. ຂ້ອຍຮູ້ສຶກວ່າພະເຢໂຫວາຢູ່ຄຽງຂ້າງຂ້ອຍສະເໝີ.”

ສະຖານະການຕ່າງໆທີ່ເກີດຂຶ້ນພາຍໃນຄອບຄົວ ອາດທົດສອບສາຍສຳພັນຂອງເຮົາກັບພະເຢໂຫວາ (ເບິ່ງຂໍ້ 14-16)

14. ເມື່ອມີຄົນໃນຄອບຄົວຖືກຕັດສຳພັນ ພະເຢໂຫວາຈະຊ່ວຍເຮົາແນວໃດ?

14 ຂໍໃຫ້ຄິດເຖິງສະພາບການທີ່ຫຍຸ້ງຍາກອີກຢ່າງໜຶ່ງ. ບາງທີອາດມີຄົນໃນຄອບຄົວຂອງເຮົາຖືກຕັດສຳພັນ ແລະເຮົາກໍຮູ້ທີ່ຄຳພີໄບເບິນບອກວ່າຄວນປະຕິບັດແນວໃດກັບຄົນທີ່ຖືກຕັດສຳພັນ. (1 ໂກລິນໂທ 5:11; 2 ໂຢຮັນ 10) ແຕ່ຍ້ອນວ່າຮັກຜູ້ນັ້ນ ເຮົາອາດຮູ້ສຶກວ່າການເຊື່ອຟັງຄຳສັ່ງໃນຄຳພີໄບເບິນກ່ຽວກັບເລື່ອງນີ້ເປັນສິ່ງທີ່ຍາກຫຼາຍຫຼືເປັນໄປບໍ່ໄດ້ເລີຍທີ່ຈະເຮັດຕາມ. ເຮົາຈະໄວ້ວາງໃຈບໍວ່າພະເຢໂຫວາພໍ່ຂອງເຮົາທີ່ຢູ່ໃນສະຫວັນຈະໃຫ້ກຳລັງເພື່ອເຮົາຈະເຊື່ອຟັງຄຳສັ່ງນີ້ຢ່າງສັດຊື່? ເຮົາຈະຖືວ່າສະຖານະການແບບນີ້ເປີດໂອກາດໃຫ້ເຮົາໄດ້ໃກ້ຊິດພະເຢໂຫວາຫຼາຍຂຶ້ນບໍ?

15. ເປັນຫຍັງອາດາມບໍ່ເຊື່ອຟັງພະເຢໂຫວາ?

15 ເລື່ອງນີ້ອາດສົມທຽບໄດ້ກັບສິ່ງທີ່ເກີດຂຶ້ນກັບອາດາມມະນຸດຄົນທຳອິດ. ອາດາມເຊື່ອບໍວ່າ ບໍ່ຕ້ອງເຊື່ອຟັງພະເຢໂຫວາແຕ່ກໍຈະຍັງມີຊີວິດຕໍ່ໄປໄດ້? ລາວບໍ່ໄດ້ເຊື່ອແບບນັ້ນ. ຄັນຊັ້ນເປັນຫຍັງລາວຈຶ່ງບໍ່ເຊື່ອຟັງພະເຢໂຫວາ? ຄຳພີໄບເບິນບອກວ່າອາດາມ “ຖືກລໍ້ລວງ.” (1 ຕີໂມເຕ 2:14) ອາດາມກິນໝາກໄມ້ທີ່ເອວາຍື່ນໃຫ້ເພາະວ່າລາວຮັກເມຍຫຼາຍກວ່າຮັກພະເຢໂຫວາ. ລາວຟັງຄວາມເມຍຫຼາຍກວ່າຟັງຄຳສັ່ງຂອງພະເຢໂຫວາ.—ຕົ້ນເດີມ 3: 6, 17

16. ເຮົາຄວນຮັກໃຜຫຼາຍທີ່ສຸດ ແລະເປັນຫຍັງ?

16 ການຕັດສິນໃຈຂອງອາດາມສອນວ່າ ເຮົາຕ້ອງຮັກພະເຢໂຫວາຫຼາຍກວ່າຮັກຄົນໃນຄອບຄົວ. (ອ່ານ ມັດທາຍ 22:37, 38) ຖ້າເຮົາຮັກພະເຢໂຫວາຫຼາຍກວ່າ ເຮົາກໍສາມາດຊ່ວຍຄົນໃນຄອບຄົວໃນວິທີທີ່ດີທີ່ສຸດບໍ່ວ່າເຂົາເຈົ້າຈະເລືອກຮັບໃຊ້ພະເຢໂຫວາຫຼືບໍ່ກໍຕາມ. ດັ່ງນັ້ນ ຂໍໃຫ້ເຮົາເສີມສ້າງຄວາມຮັກແລະຄວາມໄວ້ວາງໃຈໃນພະເຢໂຫວາສະເໝີ. ຖ້າກັງວົນກ່ຽວກັບຄົນໃນຄອບຄົວທີ່ຖືກຕັດສຳພັນ ຂໍໃຫ້ອະທິດຖານເຖິງພະເຢໂຫວາແລະລະບາຍຄວາມຮູ້ສຶກຂອງເຮົາກັບພະອົງ. * (ໂລມ 12:12; ຟີລິບ 4:6, 7) ເຖິງວ່າຈະຮູ້ສຶກເຈັບປວດໃຈຫຼາຍສໍ່າໃດກໍຕາມ ແຕ່ຂໍໃຫ້ຄຶດວ່ານີ້ເປັນໂອກາດທີ່ຈະເຮັດໃຫ້ສາຍສຳພັນຂອງເຮົາກັບພະເຢໂຫວາແໜ້ນແຟ້ນຫຼາຍຂຶ້ນ. ແລ້ວເຮົາຈະສາມາດໄວ້ວາງໃຈພະອົງ ເພາະຮູ້ວ່າການເຊື່ອຟັງພະເຢໂຫວາຈະກໍ່ຜົນທີ່ດີທີ່ສຸດຢ່າງແນ່ນອນ.

ໃນຂະນະທີ່ລໍຖ້າ

ສະແດງໃຫ້ພະເຢໂຫວາເຫັນວ່າເຮົາໄວ້ວາງໃຈໃນພະອົງ ໂດຍການເຮັດວຽກປະກາດຢ່າງຫ້າວຫັນຕໍ່ໆໄປ (ເບິ່ງຂໍ້ 17)

17. ຖ້າເຮົາເຮັດວຽກປະກາດຢ່າງຫ້າວຫັນຕໍ່ໆໄປ ເຮົາສາມາດໄວ້ວາງໃຈໃນເລື່ອງໃດ?

17 ເປັນຫຍັງພະເຢໂຫວາຈຶ່ງຊ່ວຍໂປໂລໃຫ້ລອດຈາກ “ປາກສິງ”? ໂປໂລບອກວ່າ “ເພື່ອຄຳປະກາດຈະໄດ້ສຳເລັດດ້ວຍເຮົາ.” (2 ຕີໂມເຕ 4:17) ພະເຢໂຫວາມອບໝາຍວຽກປະກາດ “ຄຳປະເສີດ [ຂ່າວດີ]” ໃຫ້ເຮົາເຮັດຄືກັນ ແລະພະອົງເອີ້ນເຮົາວ່າເປັນ “ຜູ້ກະທຳການ [ເພື່ອນຮ່ວມງານ].” (1 ເທຊະໂລນີກ 2:4; 1 ໂກລິນໂທ 3:9) ຖ້າເຮົາເຮັດວຽກນີ້ຢ່າງຫ້າວຫັນຕໍ່ໆໄປ ເຮົາກໍໝັ້ນໃຈໄດ້ເລີຍວ່າພະເຢໂຫວາຈະໃຫ້ທຸກສິ່ງທີ່ຈຳເປັນແກ່ເຮົາ. (ມັດທາຍ 6:33) ສິ່ງນີ້ຈະຊ່ວຍເຮົາໃຫ້ອົດທົນລໍຖ້າພະເຢໂຫວາຕອບຄຳອະທິດຖານຂອງເຮົາ.

18. ເຮົາຈະສ້າງຄວາມໄວ້ວາງໃຈໃນພະເຢໂຫວາແລະເຮັດໃຫ້ສາຍສຳພັນຂອງເຮົາກັບພະອົງແໜ້ນແຟ້ນຂຶ້ນໄດ້ໂດຍວິທີໃດ?

18 ໃນແຕ່ລະມື້ ຂໍໃຫ້ເຮົາເສີມສ້າງສາຍສຳພັນກັບພະເຢໂຫວາໃຫ້ແໜ້ນແຟ້ນຫຼາຍຂຶ້ນເລື້ອຍໆ. ເມື່ອມີບັນຫາເກີດຂຶ້ນແລະເຮົາຮູ້ສຶກກັງວົນໃຈ ຂໍໃຫ້ຄຶດວ່ານີ້ເປັນໂອກາດທີ່ຈະໃກ້ຊິດພະເຢໂຫວາໃຫ້ຫຼາຍຂຶ້ນ. ຂໍໃຫ້ ອ່ານ ສຶກສາ ແລະຄຶດຕຶກຕອງສິ່ງທີ່ເຮົາອ່ານໃນຄຳພີໄບເບິນ. ອະທິດຖານເຖິງພະເຢໂຫວາເປັນປະຈຳ ແລະຮັບໃຊ້ພະອົງຢ່າງຫ້າວຫັນຕໍ່ໆໄປ. ຖ້າເຮົາເຮັດສິ່ງເຫຼົ່ານີ້ ເຮົາກໍໄວ້ວາງໃຈໄດ້ວ່າພະເຢໂຫວາຈະຊ່ວຍເຮົາໃຫ້ອົດທົນກັບບັນຫາຕ່າງໆທີ່ເຮົາປະສົບໃນຕອນນີ້ແລະບັນຫາໃດໆກໍຕາມທີ່ເກີດຂຶ້ນໃນອະນາຄົດ.

^ ຂໍ້ 2 ໂປໂລອາດໄດ້ຮັບການຊ່ວຍໃຫ້ລອດຈາກໂຕສິງແທ້ໆ ຫຼືຈາກສະຖານະການອື່ນໆທີ່ເປັນອັນຕະລາຍ.

^ ຂໍ້ 10 ມີການພິມບົດຄວາມເພື່ອຊ່ວຍຄົນທີ່ອົດທົນກັບຄວາມເຈັບປ່ວຍແລະຊ່ວຍຄົນທີ່ເບິ່ງແຍງຄົນທີ່ເຈັບປ່ວຍ ໃນຕື່ນເຖີດ! 8 ກຸມພາ 1994 (ພາສາອັງກິດ) 8 ກຸມພາ 1997 22 ພຶດສະພາ 2000 ແລະ 22 ມັງກອນ 2001.

^ ຂໍ້ 12 ຊື່ສົມມຸດ.

^ ຂໍ້ 16 ມີການພິມບົດຄວາມເພື່ອຊ່ວຍເຮົາເມື່ອຄົນໃນຄອບຄົວປະຖິ້ມພະເຢໂຫວາ. ຂໍໃຫ້ເບິ່ງໃນຫໍສັງເກດການ 1 ກັນຍາ 2006 ໜ້າ 17-21 ແລະ 15 ມັງກອນ 2007 ໜ້າ 17-20.