ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສາຍສຳພັນຂອງເຮົາກັບພະເຢໂຫວາແໜ້ນແຟ້ນຂະໜາດໃດ?

ສາຍສຳພັນຂອງເຮົາກັບພະເຢໂຫວາແໜ້ນແຟ້ນຂະໜາດໃດ?

ຈົ່ງຫຍັບເຂົ້າມາໃກ້ພະເຈົ້າແລະພະອົງຈະຫຍັບເຂົ້າມາໃກ້ທ່ານທັງຫຼາຍ.”—ຢາໂກໂບ 4:8

1. ເປັນຫຍັງເຮົາຕ້ອງຮັກສາສາຍສຳພັນຂອງເຮົາກັບພະເຢໂຫວາໃຫ້ແໜ້ນແຟ້ນຢູ່ສະເໝີ?

ຖ້າເຮົາຮັບບັບເຕມາເປັນພະຍານພະເຢໂຫວາແລ້ວ ເຮົາກໍມີບາງສິ່ງທີ່ມີຄ່າຫຼາຍ. ເຮົາມີສາຍສຳພັນທີ່ແໜ້ນແຟ້ນກັບພະເຢໂຫວາ ແຕ່ໂລກທີ່ຊາຕານປົກຄອງກຳລັງໂຈມຕີສາຍສຳພັນນັ້ນ ແລະຄວາມບໍ່ສົມບູນແບບຂອງເຮົາເອງກໍອາດເຮັດໃຫ້ສາຍສຳພັນນັ້ນອ່ອນແອລົງໄດ້. ສະນັ້ນ ເຮົາທຸກຄົນຈຳເປັນຕ້ອງຮັກສາສາຍສຳພັນກັບພະເຢໂຫວາໃຫ້ແໜ້ນແຟ້ນທີ່ສຸດເທົ່າທີ່ຈະເຮັດໄດ້.

2. (ກ) ສາຍສຳພັນແມ່ນຫຍັງ? (ເບິ່ງຂໍ້ຄວາມໄຂເງື່ອນ) (ຂ) ເຮົາຈະເຮັດໃຫ້ສາຍສຳພັນຂອງເຮົາກັບພະເຢໂຫວາແໜ້ນແຟ້ນຫຼາຍຂຶ້ນໄດ້ແນວໃດ?

2 ພະເຢໂຫວາເປັນບຸກຄົນແທ້ໆສຳລັບເຮົາບໍ? ເຮົາຮູ້ສຶກວ່າພະອົງເປັນໝູ່ຂອງເຮົາບໍ? ເຮົາຢາກໃຫ້ສາຍສຳພັນທີ່ມີກັບພະອົງແໜ້ນແຟ້ນຂຶ້ນບໍ? ຢາໂກໂບ 4:8 ບອກວ່າ: “ຈົ່ງຫຍັບເຂົ້າມາໃກ້ພະເຈົ້າແລະພະອົງຈະຫຍັບເຂົ້າມາໃກ້ທ່ານທັງຫຼາຍ.” ສາຍສຳພັນຂອງເຮົາກັບພະເຢໂຫວາກ່ຽວຂ້ອງກັບທັງຕົວເຮົາແລະພະອົງ. * ຖ້າເຮົາເຮັດສ່ວນຂອງເຮົາເພື່ອຫຍັບເຂົ້າໃກ້ພະເຢໂຫວາ ພະອົງຈະເຮັດສ່ວນຂອງພະອົງເພື່ອຫຍັບເຂົ້າໃກ້ເຮົາ. ແຮ່ງເຮົາເຮັດແບບນັ້ນຫຼາຍຂຶ້ນເທົ່າໃດ ພະອົງກໍຈະເປັນບຸກຄົນແທ້ໆສຳລັບເຮົາຫຼາຍຂຶ້ນເທົ່ານັ້ນ ແລະສາຍສຳພັນຂອງເຮົາກັບພະເຢໂຫວາກໍຈະແຮ່ງແໜ້ນແຟ້ນຫຼາຍຂຶ້ນຈົນເຮົາຮູ້ສຶກຄືກັບພະເຍຊູທີ່ບອກວ່າ: “ພະເຈົ້າທີ່ໄດ້ໃຊ້ເຮົາມາເປັນອົງທ່ຽງແທ້ [ມີຢູ່ແທ້]” ແລະ “ເຮົາຮູ້ຈັກພະເຈົ້າ.” (ໂຢຮັນ 7:28, 29) ມີຫຍັງອີກທີ່ເຮົາສາມາດເຮັດໄດ້ເພື່ອຫຍັບເຂົ້າໃກ້ພະເຢໂຫວາ?

ເຮົາຈະເວົ້າກັບພະເຢໂຫວາແນວໃດ? (ເບິ່ງຂໍ້ 3)

3. ເຮົາຈະເວົ້າກັບພະເຢໂຫວາໂດຍທາງໃດ?

3 ຖ້າຢາກຫຍັບເຂົ້າໃກ້ພະເຢໂຫວາ ສິ່ງໜຶ່ງທີ່ສຳຄັນຫຼາຍຄືເຮົາຕ້ອງລົມກັບພະອົງເປັນປະຈຳ. ແຕ່ຈະເຮັດແບບນັ້ນໄດ້ແນວໃດ? ລອງຄຶດເບິ່ງວ່າ ຖ້າເຮົາກັບໝູ່ຢູ່ໄກກັນ. ເຮົາອາດຈະຂຽນຈົດໝາຍຫຼືໂທລະສັບຫາກັນເປັນປະຈຳ. ຄ້າຍຄືກັນ ເຮົາສາມາດເວົ້າກັບພະເຢໂຫວາເມື່ອເຮົາອະທິດຖານເຖິງພະອົງເປັນປະຈຳ. (ອ່ານ ຄຳເພງ 142:2) ແຕ່ຈະໃຫ້ພະເຢໂຫວາເວົ້າກັບເຮົາໂດຍທາງໃດ? ໂດຍການທີ່ເຮົາອ່ານຄຳພີໄບເບິນເປັນປະຈຳແລະຄຶດຕຶກຕອງກ່ຽວກັບເລື່ອງທີ່ໄດ້ອ່ານ. (ອ່ານ ເອຊາອີ 30:20, 21) ໃຫ້ມາເບິ່ງວ່າວິທີການເວົ້າລົມກັນແບບນີ້ລະຫວ່າງເຮົາກັບພະເຢໂຫວາສາມາດເຮັດໃຫ້ສາຍສຳພັນຂອງເຮົາກັບພະອົງແໜ້ນແຟ້ນຂຶ້ນແລະເຮັດໃຫ້ພະອົງເປັນໝູ່ແທ້ຂອງເຮົາ.

ໃຫ້ພະເຢໂຫວາເວົ້າກັບເຮົາໂດຍການສຶກສາຄຳພີໄບເບິນ

4, 5. ເມື່ອອ່ານຄຳພີໄບເບິນ ພະເຢໂຫວາເວົ້າກັບເຮົາແນວໃດ? ຂໍໃຫ້ຍົກຕົວຢ່າງ.

4 ເຮົາຮູ້ວ່າຄຳພີໄບເບິນມີຂ່າວສານທີ່ພະເຢໂຫວາຢາກບອກເຮົາທຸກຄົນ ແຕ່ຄຳພີໄບເບິນຈະຊ່ວຍເຮົາໃຫ້ຫຍັບເຂົ້າໃກ້ພະເຢໂຫວາຫຼາຍຂຶ້ນໄດ້ບໍ? ໄດ້ແທ້! ເມື່ອອ່ານແລະສຶກສາຄຳພີໄບເບິນເປັນປະຈຳ ໃຫ້ຖາມຕົວເອງວ່າເຮົາຮູ້ສຶກແນວໃດກ່ຽວກັບສິ່ງທີ່ໄດ້ອ່ານ ແລະຄຶດເບິ່ງວ່າຈະເອົາເລື່ອງນັ້ນໄປປັບໃຊ້ໃນຊີວິດແນວໃດ. ເມື່ອເຮັດແບບນັ້ນ ເຮົາກໍກຳລັງໃຫ້ພະເຢໂຫວາເວົ້າກັບເຮົາ. ພະອົງຈະກາຍເປັນໝູ່ສະໜິດທີ່ຊ່ວຍເຫຼືອເຮົາ ແລະເຮົາຈະຫຍັບເຂົ້າໃກ້ພະອົງຫຼາຍຂຶ້ນ.—ເຫບເລີ 4:12; ຢາໂກໂບ 1:23-25

5 ຕົວຢ່າງເຊັ່ນ: ເຮົາຮູ້ສຶກແນວໃດເມື່ອອ່ານຄຳເວົ້າຂອງພະເຍຊູທີ່ວ່າ: “ຢ່າຊູ່ໂຮມເອົາເຂົ້າຂອງແພງ [ຊັບສົມບັດ] ໄວ້ສຳລັບຕົນໃນແຜ່ນດິນໂລກ”? ຖ້າເຮົາກຳລັງເຮັດສຸດຄວາມສາມາດຢູ່ແລ້ວເພື່ອຈັດໃຫ້ພະເຢໂຫວາມາເປັນອັນດັບທຳອິດໃນຊີວິດ ເຮົາກໍໝັ້ນໃຈໄດ້ເລີຍວ່າກຳລັງເຮັດໃຫ້ພະອົງພໍໃຈ. ແຕ່ຖ້າອ່ານຄຳເວົ້າຂອງພະເຍຊູໃນຂໍ້ນີ້ແລ້ວເຫັນວ່າຈຳເປັນຕ້ອງປັບປ່ຽນຊີວິດໃຫ້ຮຽບງ່າຍເພື່ອຈັດໃຫ້ພະເຢໂຫວາມາເປັນອັນດັບທຳອິດ ນັ້ນກໍສະແດງວ່າພະເຢໂຫວາກຳລັງຊ່ວຍເຮົາໃຫ້ເຂົ້າໃຈວ່າເຮົາຕ້ອງເຮັດບາງຢ່າງເພື່ອຈະຫຍັບເຂົ້າໃກ້ພະອົງຫຼາຍຂຶ້ນ.—ມັດທາຍ 6:19, 20

6, 7. (ກ) ເມື່ອສຶກສາຄຳພີໄບເບິນ ຄວາມຮັກລະຫວ່າງເຮົາກັບພະເຢໂຫວາຈະເປັນແນວໃດ? (ຂ) ເມື່ອສຶກສາຄຳພີໄບເບິນ ເປົ້າໝາຍຫຼັກຂອງເຮົາແມ່ນຫຍັງ?

6 ເປັນຄວາມຈິງທີ່ວ່າເມື່ອສຶກສາຄຳພີໄບເບິນ ເຮົາໄດ້ຮຽນຮູ້ວ່າຕ້ອງປ່ຽນແປງຫຍັງແດ່ເພື່ອຈະຮັບໃຊ້ພະເຢໂຫວາໃຫ້ຫຼາຍຂຶ້ນ. ເຮົາຍັງໄດ້ຮຽນຮູ້ກ່ຽວກັບສິ່ງຕ່າງໆທີ່ພະເຢໂຫວາເຮັດດ້ວຍຄວາມຮັກ ແລະຄຸນລັກສະນະທີ່ດີເລີດຂອງພະອົງ ເຊິ່ງເຮັດໃຫ້ເຮົາຮັກພະອົງຫຼາຍຂຶ້ນອີກ. ເມື່ອຄວາມຮັກລະຫວ່າງເຮົາກັບພະເຢໂຫວາມີເພີ່ມຂຶ້ນ ກໍຈະເຮັດໃຫ້ສາຍສຳພັນຂອງເຮົາກັບພະອົງແໜ້ນແຟ້ນຫຼາຍຂຶ້ນ.—ອ່ານ 1 ໂກລິນໂທ 8:3

7 ຖ້າຢາກຫຍັບເຂົ້າໃກ້ພະເຢໂຫວາ ເປັນສິ່ງສຳຄັນທີ່ຈະສຶກສາຄຳພີໄບເບິນດ້ວຍເຫດຜົນທີ່ຖືກຕ້ອງ. ພະເຍຊູບອກວ່າ: “ອັນນີ້ເປັນຊີວິດອັນຕະຫຼອດໄປເປັນນິດ ຄືວ່າໃຫ້ເຂົາຮູ້ຈັກພະເຈົ້າອົງດຽວທ່ຽງແທ້ແລະພະເຍຊູຄລິດທີ່ພະເຈົ້າໄດ້ໃຊ້ມາ.” (ໂຢຮັນ 17:3) ເມື່ອສຶກສາຄຳພີໄບເບິນ ເຮົາສາມາດຮຽນຮູ້ເລື່ອງໃໝ່ໆແລະເລື່ອງທີ່ໜ້າສົນໃຈຫຼາຍເລື່ອງ ແຕ່ເປົ້າໝາຍຫຼັກຂອງເຮົາແມ່ນເພື່ອຈະຮູ້ຈັກພະເຢໂຫວາໃຫ້ດີຂຶ້ນໃນຖານະເປັນບຸກຄົນແທ້ໆ.—ອ່ານ ອົບພະຍົບ 33:13; ຄຳເພງ 25:4

8. (ກ) ເມື່ອພະເຢໂຫວາລົງໂທດກະສັດອາຊາເຣຍ ບາງຄົນອາດຄຶດແນວໃດ? (ຂ) ຖ້າຮູ້ຈັກພະເຢໂຫວາດີ ເຮົາຈະຮູ້ສຶກແນວໃດໃນສິ່ງທີ່ພະອົງເຮັດ?

8 ເມື່ອຮູ້ຈັກພະເຢໂຫວາໃນຖານະເປັນໝູ່ສະໜິດແລ້ວ ເຮົາຈະບໍ່ກັງວົນຖ້າຄຳພີໄບເບິນບໍ່ໄດ້ອະທິບາຍເຫດຜົນທຸກເທື່ອວ່າເປັນຫຍັງພະເຢໂຫວາຈຶ່ງເຮັດແບບນັ້ນ. ຕົວຢ່າງເຊັ່ນ: ໃນສະໄໝທີ່ອາຊາເຣຍເປັນກະສັດປົກຄອງຢູເດ ປະຊາຊົນນະມັດສະການຮູບປັ້ນ. ແຕ່ອາຊາເຣຍບໍ່ໄດ້ເຂົ້າຮ່ວມກັບເຂົາເຈົ້າ ລາວ “ໄດ້ເຮັດການສັດຊື່ຕໍ່ຕາພະເຢໂຫວາ.” (2 ກະສັດ 15:1-5) ເປັນຫຍັງພະເຢໂຫວາຈຶ່ງລົງໂທດອາຊາເຣຍໃຫ້ເປັນພະຍາດຂີ້ທູດ? ບັນທຶກສ່ວນນີ້ບໍ່ໄດ້ບອກໄວ້. ດັ່ງນັ້ນ ເຮົາຈະຮູ້ສຶກແນວໃດກ່ຽວກັບສິ່ງທີ່ພະເຢໂຫວາເຮັດ? ເຮົາຈະກັງວົນແລະຮູ້ສຶກວ່າພະເຢໂຫວາບໍ່ຍຸຕິທຳແລະບໍ່ມີເຫດຜົນຕໍ່ອາຊາເຣຍບໍ? ຖ້າຮູ້ຈັກພະເຢໂຫວາດີ ເຮົາຈະບໍ່ເວົ້າແບບນັ້ນຢ່າງແນ່ນອນ ເພາະເຮົາຮູ້ວ່າການຕີສອນຂອງພະອົງຖືກຕ້ອງສະເໝີ ແລະພະອົງຕີສອນ “ຕາມກຳນົດ [ແຕ່ພໍດີ].” (ເຢເຣມີ 30:11) ເຖິງແມ່ນບໍ່ຮູ້ວ່າເປັນຫຍັງພະເຢໂຫວາລົງໂທດອາຊາເຣຍ ແຕ່ກໍໝັ້ນໃຈໄດ້ວ່າພະເຢໂຫວາເຮັດສິ່ງທີ່ຖືກຕ້ອງສະເໝີ.

9. ລາຍລະອຽດຫຍັງທີ່ຊ່ວຍໃຫ້ເຂົ້າໃຈເຫດຜົນທີ່ພະເຢໂຫວາລົງໂທດກະສັດອາຊາເຣຍໃຫ້ເປັນພະຍາດຂີ້ທູດ?

9 ຄຳພີໄບເບິນບອກລາຍລະອຽດເພີ່ມເຕີມກ່ຽວກັບກະສັດອາຊາເຣຍ ເຊິ່ງມີອີກຊື່ໜຶ່ງວ່າ ໂອເຊຍເຊ. (2 ກະສັດ 15:7, 32) ບັນທຶກໃນ 2 ຂ່າວຄາວ 26:3-5, 16-21 ບອກວ່າ: ອາຊາເຣຍ “ໄດ້ເຮັດການສັດຊື່ຕໍ່ຕາພະເຢໂຫວາ.” ແຕ່ກໍຍັງບອກວ່າຕໍ່ມາ “ໃຈທ່ານໄດ້ຍົກຍໍຕົວຂຶ້ນຈົນໃຫ້ຈິບຫາຍ.” ກະສັດເຮັດໃນສິ່ງທີ່ເປັນໜ້າທີຂອງປະໂລຫິດເທົ່ານັ້ນ. ປະໂລຫິດ 81 ຄົນບອກວ່າລາວເຮັດໃນສິ່ງທີ່ບໍ່ຖືກຕ້ອງແລະພະຍາຍາມຫ້າມ. ແຕ່ອາຊາເຣຍສະແດງທ່າທີແນວໃດ? ຄວາມຍິ່ງເຮັດໃຫ້ລາວໃຈຮ້າຍໃຫ້ເຂົາເຈົ້າ! ລາຍລະອຽດເພີ່ມເຕີມເຫຼົ່ານີ້ຊ່ວຍໃຫ້ເຂົ້າໃຈວ່າເປັນຫຍັງພະເຢໂຫວາຈຶ່ງລົງໂທດກະສັດອາຊາເຣຍໃຫ້ເປັນພະຍາດຂີ້ທູດ.

ແຮ່ງເຮົາຮູ້ຈັກພະເຢໂຫວາຫຼາຍຂຶ້ນ ເຮົາກໍແຮ່ງຈະໝັ້ນໃຈວ່າພະອົງເຮັດສິ່ງທີ່ຖືກຕ້ອງສະເໝີ

10. ເປັນຫຍັງເຮົາບໍ່ຈຳເປັນຕ້ອງຮູ້ເຫດຜົນສຳລັບທຸກຢ່າງທີ່ພະເຢໂຫວາເຮັດ? ເຮົາຈະມີຄວາມໄວ້ວາງໃຈພະເຢໂຫວາຫຼາຍຂຶ້ນໄດ້ແນວໃດວ່າພະອົງເຮັດສິ່ງທີ່ຖືກຕ້ອງສະເໝີ?

10 ເຮົາໄດ້ບົດຮຽນສຳຄັນອັນໃດ? ເລື່ອງຂອງກະສັດອາຊາເຣຍໃຫ້ລາຍລະອຽດພຽງພໍທີ່ຈະຊ່ວຍໃຫ້ເຂົ້າໃຈເຫດຜົນທີ່ພະເຢໂຫວາລົງໂທດລາວ. ແຕ່ຖ້າຄຳພີໄບເບິນບໍ່ໄດ້ບອກລາຍລະອຽດທຸກຢ່າງເດ ເຮົາຈະເຮັດແນວໃດ? ເຮົາຈະສົງໄສບໍວ່າພະເຢໂຫວາເຮັດສິ່ງທີ່ຖືກຕ້ອງແທ້ໆຫຼືບໍ່? ຫຼືເຮົາຈະຮູ້ສຶກວ່າຄຳພີໄບເບິນມີຂໍ້ມູນພຽງພໍທີ່ຈະເຮັດໃຫ້ໝັ້ນໃຈວ່າພະເຢໂຫວາເຮັດສິ່ງທີ່ຖືກຕ້ອງສະເໝີ? (ພະບັນຍັດ 32:4) ແຮ່ງເຮົາຮູ້ຈັກພະເຢໂຫວາຫຼາຍຂຶ້ນວ່າເປັນບຸກຄົນແທ້ໆ ເຮົາແຮ່ງຈະຮັກແລະໄວ້ໃຈພະອົງຫຼາຍຂຶ້ນ ແລ້ວເຮົາກໍຈະຮູ້ສຶກວ່າບໍ່ຈຳເປັນຕ້ອງຮູ້ເຫດຜົນສຳລັບທຸກຢ່າງທີ່ພະອົງເຮັດ. ເມື່ອສຶກສາຄຳພີໄບເບິນ ພະເຢໂຫວາກໍຈະກາຍເປັນບຸກຄົນແທ້ໆຫຼາຍຂຶ້ນສຳລັບເຮົາແລະເຮົາຈະຫຍັບເຂົ້າໃກ້ພະອົງຫຼາຍຂຶ້ນ.—ຄຳເພງ 77:12, 13

ເຮົາລົມກັບພະເຢໂຫວາເມື່ອເຮົາອະທິດຖານ

11-13. ເຮົາຮູ້ໄດ້ແນວໃດວ່າພະເຢໂຫວາຟັງຄຳອະທິດຖານຂອງເຮົາ? (ເບິ່ງຮູບທຳອິດ)

11 ເມື່ອອະທິດຖານເຮົາສາມາດຫຍັບເຂົ້າໃກ້ພະເຢໂຫວາໄດ້. ເຮົາສັນລະເສີນ ຂອບໃຈ ແລະຂໍຄວາມຊ່ວຍເຫຼືອຈາກພະອົງ. (ຄຳເພງ 32:8) ແຕ່ຖ້າຢາກເປັນໝູ່ສະໜິດກັບພະເຢໂຫວາ ເຮົາຕ້ອງໝັ້ນໃຈວ່າພະອົງຟັງຄຳອະທິດຖານຂອງເຮົາ.

12 ບາງຄົນບອກວ່າພະເຈົ້າບໍ່ຟັງຄຳອະທິດຖານ ແລະການອະທິດຖານກໍພຽງແຕ່ເຮັດໃຫ້ສະບາຍໃຈຂຶ້ນ. ເຂົາເຈົ້າເຊື່ອວ່າການອະທິດຖານຈະຊ່ວຍໃຫ້ຄຶດທົບທວນເຖິງບັນຫາຂອງເຮົາຢ່າງລະອຽດ ແລະນັ້ນຈະຊ່ວຍໃຫ້ພົບວິທີແກ້ໄຂບັນຫາດ້ວຍຕົວເອງ. ແມ່ນຢູ່ ການອະທິດຖານອາດຊ່ວຍເຮົາແບບນັ້ນໄດ້. ແຕ່ຈະໝັ້ນໃຈໄດ້ແນວໃດວ່າເມື່ອເຮົາເວົ້າກັບພະເຢໂຫວາໃນຄຳອະທິດຖານ ພະອົງກຳລັງຟັງເຮົາແທ້ໆ?

ເຮົາສາມາດໝັ້ນໃຈໄດ້ວ່າພະເຢໂຫວາຟັງຄຳອະທິດຖານຂອງເຮົາ

13 ຂໍໃຫ້ຄຶດກ່ຽວກັບເລື່ອງນີ້ ຕອນທີ່ຢູ່ໃນສະຫວັນ ພະເຍຊູເຫັນພະເຢໂຫວາຕອບຄຳອະທິດຖານຂອງຜູ້ຮັບໃຊ້ທີ່ເປັນມະນຸດ. ຕອນຢູ່ແຜ່ນດິນໂລກ ພະເຍຊູອະທິດຖານເຖິງພະເຢໂຫວາພໍ່ທີ່ຢູ່ໃນສະຫວັນ ເພື່ອລະບາຍຄວາມຄິດແລະຄວາມຮູ້ສຶກຂອງພະອົງ. ມີຄັ້ງໜຶ່ງທີ່ພະເຍຊູໄດ້ອະທິດຖານໝົດຄືນ. (ລືກາ 6:12; 22:40-46) ນອກຈາກນັ້ນ ພະເຍຊູຍັງສອນພວກລູກສິດໃຫ້ອະທິດຖານເຖິງພະເຢໂຫວາ. ພະເຍຊູຈະເຮັດແບບນັ້ນບໍຖ້າຮູ້ວ່າພະເຢໂຫວາບໍ່ຟັງຄຳອະທິດຖານ? ເຫັນໄດ້ຊັດເຈນ ພະເຍຊູຮູ້ວ່າພະເຢໂຫວາຟັງຄຳອະທິດຖານແທ້ໆ. ພະອົງເຖິງຂັ້ນເວົ້າວ່າ: “ພະບິດາເຈົ້າຂ້າ ຂ້າພະເຈົ້າໂມທະນາພະຄຸນ [ຂອບໃຈ] ພະເຈົ້າເພາະພະເຈົ້າໄດ້ຟັງຂ້າພະເຈົ້າແລ້ວ. ອັນໜຶ່ງຂ້າພະເຈົ້າຮູ້ຈັກແລ້ວວ່າພະເຈົ້າຟັງຂ້າພະເຈົ້າເລື້ອຍ.” ສະນັ້ນ ເຮົາກໍໝັ້ນໃຈໄດ້ວ່າພະເຢໂຫວາຈະຟັງຄຳອະທິດຖານຂອງເຮົາຄືກັນ.—ໂຢຮັນ 11:41, 42; ຄຳເພງ 65:2

14, 15. (ກ) ເມື່ອອະທິດຖານແບບສະເພາະເຈາະຈົງ ເຮົາໄດ້ຮັບປະໂຫຍດແນວໃດ? (ຂ) ການອະທິດຖານຊ່ວຍນາງເຄທີແນວໃດໃຫ້ໃກ້ຊິດກັບພະເຢໂຫວາຫຼາຍຂຶ້ນ?

14 ເມື່ອອະທິດຖານ ຄຳຕອບທີ່ເຮົາໄດ້ຮັບອາດຈະບໍ່ເຫັນຊັດເຈນສະເໝີໄປ. ແຕ່ຖ້າອະທິດຖານຂໍແບບສະເພາະເຈາະຈົງ ເຮົາກໍຈະເຫັນຄຳຕອບຂອງພະເຢໂຫວາຢ່າງຊັດເຈນຫຼາຍຂຶ້ນ ແລະພະອົງກໍຈະເປັນບຸກຄົນແທ້ໆຫຼາຍຂຶ້ນສຳລັບເຮົາ. ຖ້າເຮົາບອກທຸກເລື່ອງທີ່ກັງວົນໃຫ້ພະເຢໂຫວາຮູ້ ພະອົງກໍຈະຫຍັບເຂົ້າໃກ້ເຮົາ.

15 ຕົວຢ່າງເຊັ່ນ: ນາງ ເຄທີໄປປະກາດເປັນປະຈຳ ແຕ່ລາວບໍ່ມີຄວາມຍິນດີໃນໃຈ. * ລາວບອກວ່າ: “ຂ້ອຍບໍ່ມັກການປະກາດເລີຍ ຂ້ອຍບໍ່ມັກແທ້ໆ.” ເມື່ອລາວອອກຈາກວຽກ ຜູ້ເຖົ້າແກ່ຄົນໜຶ່ງສະໜັບສະໜູນໃຫ້ເຄທີເປັນໄພໂອເນຍປະຈຳ. ເຄທີບອກວ່າ: “ຜູ້ເຖົ້າແກ່ຍື່ນໃບສະໝັກໃຫ້ຂ້ອຍ ດັ່ງນັ້ນຂ້ອຍເລີຍຕັດສິນໃຈເປັນໄພໂອເນຍ ແລ້ວກໍອະທິດຖານທຸກມື້ເພື່ອຂໍພະເຢໂຫວາຊ່ວຍຂ້ອຍໃຫ້ມັກການປະກາດ.” ພະເຢໂຫວາຕອບຄຳອະທິດຖານຂອງເຄທີບໍ? ຫຼັງຈາກເປັນໄພໂອເນຍໄດ້ 3 ປີ ຕອນນີ້ລາວບອກວ່າ: “ເມື່ອໄດ້ໃຊ້ເວລາຫຼາຍຂຶ້ນໃນການປະກາດແລະຮຽນຈາກພີ່ນ້ອງຍິງຄົນອື່ນໆ ຂ້ອຍກໍປະກາດເກັ່ງຂຶ້ນ. ທຸກມື້ນີ້ ຂ້ອຍບໍ່ພຽງແຕ່ມັກວຽກປະກາດ ແຕ່ຂ້ອຍຮັກວຽກນີ້ຫຼາຍ. ສິ່ງທີ່ສຳຄັນ ຂ້ອຍໃກ້ຊິດກັບພະເຢໂຫວາຫຼາຍກວ່າເກົ່າ.” ການອະທິດຖານຊ່ວຍໃຫ້ເຄທີໃກ້ຊິດກັບພະເຢໂຫວາຫຼາຍຂຶ້ນແທ້ໆ.

ຫຍັບເຂົ້າໃກ້ພະເຢໂຫວາໃຫ້ຫຼາຍຂຶ້ນຕໍ່ໆໄປ (ເບິ່ງຂໍ້ 16, 17)

ເຮັດສ່ວນຂອງເຮົາ

16, 17. (ກ) ເພື່ອເຮັດໃຫ້ສາຍສຳພັນຂອງເຮົາກັບພະເຢໂຫວາແໜ້ນແຟ້ນຂຶ້ນເລື້ອຍໆ ເຮົາຕ້ອງເຮັດຫຍັງ? (ຂ) ເຮົາຈະພິຈາລະນາຫຍັງໃນບົດຄວາມຕໍ່ໄປ?

16 ເຮົາສາມາດໃກ້ຊິດພະເຢໂຫວາໃຫ້ຫຼາຍຂຶ້ນຕະຫຼອດໄປໄດ້. ດັ່ງນັ້ນ ຂໍໃຫ້ເຮົາຟັງພະອົງຕໍ່ໆໄປໂດຍສຶກສາຄຳພີໄບເບິນເປັນປະຈຳ ແລະເວົ້າກັບພະອົງເລື້ອຍໆໂດຍການອະທິດຖານ. ຖ້າເຮັດແບບນັ້ນ ສາຍສຳພັນຂອງເຮົາກັບພະເຢໂຫວາກໍຈະແໜ້ນແຟ້ນຂຶ້ນເລື້ອຍໆ ແລະໂດຍການຊ່ວຍເຫຼືອຈາກພະອົງເຮົາຈະອົດທົນກັບບັນຫາຕ່າງໆໄດ້.

ເຮົາສາມາດຫຍັບເຂົ້າໃກ້ພະເຢໂຫວາໃຫ້ຫຼາຍຂຶ້ນໄດ້ຕະຫຼອດໄປ

17 ເຖິງວ່າຈະອະທິດຖານຫາພະເຢໂຫວາເປັນປະຈຳ ແຕ່ບາງຄັ້ງເຮົາຕ້ອງຕໍ່ສູ້ກັບບັນຫາສ່ວນຕົວເຊິ່ງອາດເຮັດໃຫ້ເຮົາຂາດຄວາມໄວ້ວາງໃຈພະເຢໂຫວາ. ເຮົາອາດຮູ້ສຶກວ່າພະເຢໂຫວາບໍ່ຟັງຄຳອະທິດຖານຂອງເຮົາ ແລະອາດສົງໄສວ່າເຮົາເປັນໝູ່ກັບພະອົງແທ້ໆບໍ. ຖ້າເລີ່ມຮູ້ສຶກແບບນັ້ນ ເຮົາຈະເຮັດແນວໃດ? ບົດຄວາມຕໍ່ໄປຈະຊ່ວຍເຮົາໄດ້.

^ ຂໍ້ 2 ສາຍສຳພັນແມ່ນຄວາມຜູກພັນທີ່ເກີດຈາກການທີ່ຄົນສອງຄົນຮູ້ສຶກແລະປະຕິບັດຕໍ່ກັນ ເຊິ່ງທັງສອງຕ້ອງໄດ້ເຮັດບາງຢ່າງເພື່ອຈະຮັກສາສາຍສຳພັນໃຫ້ແໜ້ນແຟ້ນຢູ່ສະເໝີ.

^ ຂໍ້ 15 ຊື່ສົມມຸດ