ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຂົາເຈົ້າ ‘ເບິ່ງເຫັນ’ ສິ່ງຕ່າງໆທີ່ພະເຢໂຫວາສັນຍາໄວ້

ເຂົາເຈົ້າ ‘ເບິ່ງເຫັນ’ ສິ່ງຕ່າງໆທີ່ພະເຢໂຫວາສັນຍາໄວ້

“ຄົນທັງປວງນີ້ . . . ຍັງບໍ່ໄດ້ຮັບສິ່ງທີ່ປະຕິຍານໄວ້ນັ້ນ ແຕ່ວ່າ [ເບິ່ງ] ເຫັນ . . . ແຕ່ໄກ.”—ເຫບເລີ 11:13

1. ເປັນຫຍັງການສາມາດນຶກພາບເຖິງສິ່ງຕ່າງໆທີ່ເຮົາເບິ່ງບໍ່ເຫັນຈຶ່ງເປັນປະໂຫຍດ? (ເບິ່ງຮູບທຳອິດ)

ພະເຢໂຫວາໃຫ້ຂອງຂວັນອັນລໍ້າຄ່າແກ່ເຮົາ. ຂອງຂວັນນີ້ແມ່ນຄວາມສາມາດທີ່ຈະຈິນຕະນາການຫຼືການນຶກພາບເຖິງສິ່ງຕ່າງໆທີ່ເຮົາເບິ່ງບໍ່ເຫັນ. ຄວາມສາມາດນີ້ຊ່ວຍເຮົາໃຫ້ຕັ້ງໃຈຄອຍຖ້າສິ່ງທີ່ດີໆໃນອະນາຄົດຊ່ວຍເຮົາໃຫ້ຄິດວາງແຜນໄວ້ລ່ວງໜ້າ ແລະຮູ້ຈັກຫຼີກລ່ຽງບັນຫາຕ່າງໆ. ພະເຢໂຫວາຮູ້ກ່ຽວກັບອະນາຄົດ ແລະພະອົງບອກບາງເລື່ອງທີ່ເຮົາສາມາດຕັ້ງໃຈຄອຍຖ້າໄດ້. ເຖິງວ່າເຮົາບໍ່ອາດເບິ່ງເຫັນສິ່ງເຫຼົ່ານັ້ນກໍຕາມ ແຕ່ເຮົາສາມາດນຶກພາບເຫັນສິ່ງເຫຼົ່ານັ້ນໄດ້ແລະເຊື່ອວ່າສິ່ງເຫຼົ່ານັ້ນຈະເກີດຂຶ້ນແທ້ໆ.—2 ໂກລິນໂທ 4:18

2, 3. (ກ) ເປັນຫຍັງການນຶກພາບຈຶ່ງມີຄວາມສຳຄັນຕໍ່ເຮົາ? (ຂ) ເຮົາຈະພິຈາລະນາຫຍັງໃນບົດຄວາມນີ້?

2 ບາງເທື່ອເຮົານຶກພາບເຖິງສິ່ງທີ່ເປັນໄປບໍ່ໄດ້ ເຊັ່ນ: ເດັກນ້ອຍຜູ້ຍິງອາດນຶກພາບວ່າຕົວເອງກຳລັງຂີ່ແມງກະເບື້ອ. ແນ່ນອນວ່າສິ່ງເຫຼົ່ານັ້ນເປັນໄປບໍ່ໄດ້ແຕ່ອານາແມ່ຂອງຊາເມືອນພັດນຶກພາບໃນສິ່ງທີ່ເປັນໄປໄດ້. ລາວນຶກພາບຢູ່ສະເໝີເຖິງມື້ທີ່ຈະພາລູກຊາຍໄປເຮັດວຽກກັບປະໂລຫິດຢູ່ທີ່ທັບອາໄສຂອງພະເຢໂຫວາ. ເລື່ອງນີ້ບໍ່ແມ່ນເປັນພຽງຄວາມຝັນ ແຕ່ເປັນສິ່ງທີ່ລາວຕັ້ງໃຈໄວ້ວ່າຈະເຮັດແທ້ໆ. ດັງນັ້ນການນຶກພາບເຖິງມື້ນັ້ນຊ່ວຍອານາໃຫ້ຍຶດໝັ້ນກັບຄຳສັນຍາທີ່ໃຫ້ໄວ້ກັບພະເຢໂຫວາ. (1 ຊາເມືອນ 1:22) ເມື່ອນຶກພາບເຖິງສິ່ງທີ່ພະເຢໂຫວາສັນຍາວ່າຈະເຮັດ ເຮົາກໍກຳລັງນຶກພາບເຖິງສິ່ງຕ່າງໆທີ່ຈະເກີດຂຶ້ນຢ່າງແນ່ນອນ.—2 ເປໂຕ 1:19-21

3 ຜູ້ຮັບໃຊ້ຂອງພະເຢໂຫວາໃນສະໄໝທີ່ຂຽນຄຳພີໄບເບິນສາມາດນຶກພາບເຖິງສິ່ງຕ່າງໆທີ່ພະອົງໄດ້ສັນຍາໄວ້. ເປັນຫຍັງການທີ່ນຶກພາບແນວນີ້ຈຶ່ງເປັນປະໂຫຍດຕໍ່ເຂົາເຈົ້າ? ແລະເປັນຫຍັງຈຶ່ງເປັນປະໂຫຍດທີ່ຈະນຶກພາບເບິ່ງວ່າຊີວິດຂອງເຮົາຈະເປັນແນວໃດເມື່ອຄຳສັນຍາຂອງພະເຢໂຫວາກາຍເປັນຈິງ?

ການນຶກພາບກ່ຽວກັບອະນາຄົດເຮັດໃຫ້ຄວາມເຊື່ອເຂັ້ມແຂງ

4. ອັນໃດຊ່ວຍອາເບນໃຫ້ນຶກພາບເຖິງອະນາຄົດທີ່ດີກວ່າ?

4 ອາເບນເປັນຄົນທຳອິດທີ່ເຊື່ອໃນຄຳສັນຍາຂອງພະເຢໂຫວາ. ຫຼັງຈາກທີ່ອາດາມແລະເອວາໄດ້ເຮັດຜິດ ອາເບນຮູ້ໃນສິ່ງທີ່ພະເຢໂຫວາໄດ້ເວົ້າກັບງູທີ່ວ່າ: “ເຮົາຈະໃຫ້ເຈົ້າກັບຜູ້ຍິງເປັນສັດຕູກັນ ແລະເຊື້ອສາຍຂອງເຈົ້າກັບເຊື້ອສາຍຂອງຜູ້ຍິງເປັນສັດຕູກັນ. ເຊື້ອສາຍຂອງຜູ້ຍິງຈະຢຽບຫົວເຈົ້າໃຫ້ແຕກ ແລະເຈົ້າຈະທຳໃຫ້ສົ້ນຕີນເພິ່ນບວມຊໍ້າໄປ.” (ຕົ້ນເດີມ 3:14, 15) ເຖິງແມ່ນອາເບນບໍ່ຮູ້ແທ້ໆວ່າເລື່ອງນີ້ຈະເກີດຂຶ້ນແນວໃດ ແຕ່ລາວຄົງຕ້ອງຄິດຢູ່ເລື້ອຍໆວ່າ: ‘ໃຜຄືຜູ້ທີ່ງູຈະເຮັດໃຫ້ສົ້ນຕີນບວມຊໍ້າເຊິ່ງຈະຊ່ວຍມະນຸດໃຫ້ກັບຄືນສົມບູນແບບອີກຄັ້ງໜຶ່ງ.’ ອາເບນເຊື່ອວ່າສິ່ງທີ່ພະເຢໂຫວາສັນຍາໄວ້ຈະກາຍເປັນຈິງ ແລະຍ້ອນແນວນັ້ນພະເຢໂຫວາຈຶ່ງພໍໃຈໃນເຄື່ອງບູຊາທີ່ລາວຖວາຍ.—ອ່ານ ຕົ້ນເດີມ 4:3-5; ເຫບເລີ 11:4

5. ການນຶກພາບກ່ຽວກັບອະນາຄົດເປັນປະໂຫຍດຕໍ່ເຫນົກຄືແນວໃດ?

5 ເຫນົກເປັນອີກຄົນໜຶ່ງເຊິ່ງມີຄວາມເຊື່ອທີ່ໝັ້ນຄົງໃນພະເຢໂຫວາ. ລາວມີຊີວິດຢູ່ໃນທ່າມກາງຜູ້ຄົນທີ່ເວົ້າ “ຄຳຫຍາບຊ້າ, ທ.ປ.” ຕໍ່ພະເຢໂຫວາ ແຕ່ເຫນົກກໍມີຄວາມກ້າຫານແລະໄດ້ປະກາດຂ່າວສານຂອງພະເຢໂຫວາ. ລາວບອກປະຊາຊົນວ່າພະເຢໂຫວາຈະທຳລາຍຄົນຊົ່ວ. (ຢູເດ 14, 15) ສິ່ງໃດຊ່ວຍລາວໃຫ້ເຮັດແບບນັ້ນໄດ້? ເຫນົກອາດນຶກພາບວ່າໂລກນີ້ຈະເປັນແນວໃດເມື່ອທຸກຄົນນະມັດສະການພະເຢໂຫວາ.—ອ່ານ ເຫບເລີ 11:5, 6

6. ຫຼັງຈາກນໍ້າຖ້ວມໂລກ ໂນເອອາດຄິດເຖິງເລື່ອງຫຍັງ?

6 ໂນເອມີຄວາມເຊື່ອໃນພະເຢໂຫວາ ດັ່ງນັ້ນລາວຈຶ່ງບໍ່ໄດ້ຖືກທຳລາຍຕອນທີ່ນໍ້າຖ້ວມໂລກ. (ເຫບເລີ 11:7) ຍ້ອນມີຄວາມເຊື່ອ ໂນເອຈຶ່ງຖວາຍສັດເປັນເຄື່ອງບູຊາໃຫ້ແກ່ພະເຢໂຫວາ. (ຕົ້ນເດີມ 8:20) ຫຼັງຈາກນໍ້າຖ້ວມ ໂລກກໍເຕັມໄປດ້ວຍຄົນຊົ່ວຮ້າຍອີກຄັ້ງໜຶ່ງ. ເນມໂຣດໄດ້ເລີ່ມຕົ້ນປົກຄອງປະຊາຊົນແລະຢາກໃຫ້ເຂົາເຈົ້າຂັດຂືນພະເຢໂຫວາ. (ຕົ້ນເດີມ 10:8-12) ແຕ່ໂນເອມີຄວາມເຊື່ອທີ່ໝັ້ນຄົງ. ຄືກັບອາເບນ ໂນເອໝັ້ນໃຈວ່າໃນມື້ໜຶ່ງພະເຢໂຫວາຈະເຮັດໃຫ້ບາບແລະຄວາມຕາຍໝົດໄປ. ນອກຈາກນັ້ນ ໂນເອອາດນຶກພາບເຖິງຕອນທີ່ຈະບໍ່ມີຜູ້ປົກຄອງທີ່ໂຫດຫ້ຽມ. ເຮົາເອງກໍສາມາດນຶກພາບເຖິງເວລາທີ່ດີເລີດແບບນີ້ເຊິ່ງກຳລັງຫຍັບໃກ້ເຂົ້າມາຫຼາຍແລ້ວ!—ໂລມ 6:23

ເຂົາເຈົ້ານຶກພາບເຖິງຕອນທີ່ຄຳສັນຍາຂອງພະເຢໂຫວາຈະກາຍເປັນຈິງ

7. ອັບລາຫາມ ອີຊາກ ແລະຢາໂຄບຄອຍຖ້າອະນາຄົດແບບໃດ?

7 ອັບລາຫາມ ອີຊາກ ແລະຢາໂຄບສາມາດນຶກພາບເຖິງອະນາຄົດທີ່ດີເລີດ ເພາະພະເຢໂຫວາສັນຍາກັບເຂົາເຈົ້າໄວ້ວ່າ ຄົນຈາກທຸກຊາດຈະໄດ້ຮັບຄວາມພອນໂດຍທາງ “ເຊື້ອສາຍ” ຂອງເຂົາເຈົ້າ. (ຕົ້ນເດີມ 22:18; 26:4; 28:14) ນອກຈາກນັ້ນ ພະເຢໂຫວາຍັງສັນຍາອີກວ່າຄອບຄົວຂອງເຂົາເຈົ້າຈະກາຍເປັນປະເທດທີ່ໃຫຍ່ແລະອາໄສຢູ່ໃນແຜ່ນດິນທີ່ໄດ້ສັນຍາໄວ້. (ຕົ້ນເດີມ 15:5-7) ເນື່ອງຈາກອັບລາຫາມ ອີຊາກ ແລະຢາໂຄບຮູ້ວ່າຄຳສັນຍາຂອງພະເຢໂຫວາຕ້ອງເກີດຂຶ້ນຈິງ ເຂົາເຈົ້າຈຶ່ງສາມາດເຫັນພາບຢ່າງຊັດເຈນວ່າຄອບຄົວຂອງຕົນໄດ້ອາໄສຢູ່ຫັ້ນແລ້ວ. ທີ່ຈິງ ນັບຕັ້ງແຕ່ອາດາມແລະເອວາເຮັດຜິດ ພະເຢໂຫວາໄດ້ຊ່ວຍຜູ້ຮັບໃຊ້ທີ່ສັດຊື່ຂອງພະອົງໃຫ້ເຂົ້າໃຈວ່າໃນມື້ໜຶ່ງມະນຸດຈະມີຊີວິດທີ່ສົມບູນແບບອີກຄັ້ງໜຶ່ງ.

8. ສິ່ງໃດທີ່ຊ່ວຍອັບລາຫາມໃຫ້ເຊື່ອຟັງແລະມີຄວາມເຊື່ອທີ່ເຂັ້ມແຂງ?

8 ເນື່ອງຈາກມີຄວາມເຊື່ອທີ່ເຂັ້ມແຂງ ດັ່ງນັ້ນອັບລາຫາມຈຶ່ງເຊື່ອຟັງພະເຢໂຫວາເຖິງວ່າຈະພົບກັບຄວາມຍາກລຳບາກຕ່າງໆກໍຕາມ. ອັບລາຫາມແລະຜູ້ສັດຊື່ຄົນອື່ນໆສາມາດນຶກພາບໄດ້ຢ່າງຊັດເຈນໃນສິ່ງທີ່ພະເຢໂຫວາສັນຍາໄວ້ ເຖິງວ່າສິ່ງເຫຼົ່ານີ້ຍັງບໍ່ທັນເກີດຂຶ້ນໃນຕອນທີ່ເຂົາເຈົ້າມີຊີວິດຢູ່. ຄຳພີໄບເບິນບອກວ່າ: ‘ເຂົາເຈົ້າເຫັນແລະຕ້ອນຮັບເອົາໄວ້ແຕ່ໄກ’. (ອ່ານ ເຫບເລີ 11:8-13) ອັບລາຫາມຮູ້ດີວ່າທີ່ຜ່ານມາພະເຢໂຫວາໄດ້ເຮັດຕາມຄຳສັນຍາສະເໝີ ດັ່ງນັ້ນລາວຈຶ່ງໝັ້ນໃຈຢ່າງເຕັມທີວ່າທຸກສິ່ງທີ່ພະເຢໂຫວາໄດ້ສັນຍາໄວ້ກ່ຽວກັບອະນາຄົດກໍຈະກາຍເປັນຈິງຄືກັນ.

ຜູ້ຮັບໃຊ້ຂອງພະເຢໂຫວາໃນສະໄໝທີ່ຂຽນຄຳພີໄບເບິນຄອຍຖ້າຕອນທີ່ພະເຢໂຫວາແລະລັດຖະບານຂອງພະອົງຈະປົກຄອງໂລກນີ້ຕະຫຼອດໄປ

9. ຄວາມເຊື່ອຂອງອັບລາຫາມໃນຄຳສັນຍາຂອງພະເຢໂຫວາຊ່ວຍລາວແນວໃດ?

9 ເນື່ອງຈາກມີຄວາມເຊື່ອໃນຄຳສັນຍາຂອງພະເຢໂຫວາ ອັບລາຫາມຈຶ່ງເຮັດທຸກສິ່ງຕາມທີ່ພະເຢໂຫວາໄດ້ບອກໃຫ້ລາວເຮັດ. ຕົວຢ່າງເຊັ່ນ: ລາວໄດ້ປະຖິ້ມບ້ານເຮືອນໃນເມືອງອູຣແລະໃນຕະຫຼອດຊີວິດຂອງລາວບໍ່ໄດ້ຕັ້ງຖິ່ນຖານທີ່ຖາວອນໃນເມືອງໃດເມືອງໜຶ່ງ. ອັບລາຫາມຮູ້ດີວ່າເມືອງຕ່າງໆທີ່ຢູ່ອ້ອມຮອບລາວຈະບໍ່ໄດ້ຕັ້ງໝັ້ນຄົງຢູ່ຕະຫຼອດໄປ ເພາະຜູ້ປົກຄອງເມືອງເຫຼົ່ານັ້ນບໍ່ໄດ້ຮັບໃຊ້ພະເຢໂຫວາ. (ໂຢຊວຍ 24:2) ດັງນັ້ນອັບລາຫາມຈຶ່ງຄອຍຖ້າຕອນທີ່ພະເຢໂຫວາແລະລັດຖະບານຂອງພະອົງຈະມາປົກຄອງໂລກນີ້ຕະຫຼອດໄປ. ລັດຖະບານນີ້ເປັນ ‘ເມືອງທີ່ມີຮາກຖານແທ້ ທີ່ພະເຈົ້າເປັນຜູ້ຄຶດແບບແລະກໍ່ສ້າງຂຶ້ນ.’ (ເຫບເລີ 11:10) ອັບລາຫາມ ລວມທັງອາເບນ ເຫນົກ ໂນເອ ແລະຄົນອື່ນໆເຊື່ອໃນເລື່ອງການຟື້ນຄືນມາຈາກຕາຍ. ສະນັ້ນ ທຸກຄັ້ງທີ່ເຂົາເຈົ້າຄິດເຖິງການມີຊີວິດຕະຫຼອດໄປໃນໂລກທີ່ສວຍງາມ ຄວາມເຊື່ອຂອງເຂົາເຈົ້າກໍແຮ່ງເຂັ້ມແຂງຂຶ້ນ.—ອ່ານ ເຫບເລີ 11:15, 16

10. ເປັນຫຍັງການທີ່ຊາລາຄອຍຖ້າສິ່ງທີ່ຈະເກີດຂຶ້ນໃນອະນາຄົດຈຶ່ງເປັນປະໂຫຍດຕໍ່ລາວ?

10 ຊາລາ ເມຍຂອງອັບລາຫາມກໍມີຄວາມເຊື່ອທີ່ເຂັ້ມແຂງໃນຄຳສັນຍາຂອງພະເຢໂຫວາເຊັ່ນດຽວກັນ. ເຖິງວ່າອາຍຸ 90 ປີແລ້ວແລະຍັງບໍ່ທັນມີລູກ ແຕ່ລາວກໍຄອຍຖ້າວັນທີ່ຈະມີລູກ. ຊາລາເຖິງຂັ້ນນຶກພາບວ່າພວກລູກຂອງຕົນຈະກາຍເປັນປະເທດໃຫຍ່. (ເຫບເລີ 11:11, 12) ເປັນຫຍັງລາວຈຶ່ງໝັ້ນໃຈຂະໜາດນັ້ນ? ຍ້ອນພະເຢໂຫວາໄດ້ບອກຜົວຂອງລາວວ່າ: “ເຮົາຈະອວຍພອນໃຫ້ນາງຊາລາ ແລະກວ່ານັ້ນອີກເຮົາຈະໃຫ້ເຈົ້າມີລູກຊາຍດ້ວຍນາງແລະເຮົາຈະອວຍພອນໃຫ້ນາງແລະນາງຈະບັງເກີດເປັນພວກປະເທດທັງຫຼາຍ ກະສັດຂອງພວກປະເທດທັງຫຼາຍຈະອອກມາແຕ່ນາງຊາລາ.” (ຕົ້ນເດີມ 17:16) ໃນທີ່ສຸດ ຊາລາກໍໄດ້ລູກຊາຍຊື່ອີຊາກຕາມທີ່ພະເຢໂຫວາສັນຍາໄວ້. ການອັດສະຈັນນີ້ເຮັດໃຫ້ຊາລາໝັ້ນໃຈວ່າຄຳສັນຍາອື່ນໆຂອງພະເຢໂຫວາຈະເກີດຂຶ້ນຈິງ. ເຮົາກໍສາມາດເສີມສ້າງຄວາມເຊື່ອຂອງເຮົາໄດ້ຄືກັນ ໂດຍນຶກພາບເຖິງສິ່ງທີ່ດີເລີດຕ່າງໆເຊິ່ງພະເຢໂຫວາໄດ້ສັນຍາໄວ້.

ລາວຄິດເຖິງສະເໝີໃນລາງວັນທີ່ຈະໄດ້ຮັບ

11, 12. ອັນໃດຊ່ວຍໂມເຊໃຫ້ຮັກພະເຢໂຫວາຫຼາຍຂຶ້ນເລື້ອຍໆ?

11 ໂມເຊກໍມີຄວາມເຊື່ອໃນຄຳສັນຍາຂອງພະເຢໂຫວາຄືກັນ. ລາວໄດ້ຮັບການລ້ຽງດູໃນປະເທດເອຢີບໃນຖານະເປັນເຈົ້າຊາຍ. ແຕ່ຍ້ອນວ່າຮັກພະເຢໂຫວາຫຼາຍກວ່າທຸກສິ່ງ ໂມເຊຈຶ່ງບໍ່ຢາກມີອຳນາດແລະຄວາມຮັ່ງມີ. ໂມເຊຮຽນຮູ້ເລື່ອງຄຳສັນຍາຂອງພະເຢໂຫວາຈາກພໍ່ແມ່ຊາວເຫບເລີທີ່ສອນວ່າ ພະເຢໂຫວາຈະປົດປ່ອຍຊາວເຫບເລີຈາກການເປັນທາດແລະຈະມອບແຜ່ນດິນທີ່ພະອົງສັນຍາໄວ້ໃຫ້ກັບເຂົາເຈົ້າ. (ຕົ້ນເດີມ 13:14, 15; ອົບພະຍົບ 2:5-10) ແຮ່ງໂມເຊນຶກພາບເຖິງຄຳສັນຍາເຫຼົ່ານີ້ຫຼາຍສໍ່າໃດກໍແຮ່ງເຮັດໃຫ້ລາວຮັກພະເຢໂຫວາຫຼາຍຂຶ້ນສໍ່ານັ້ນ.

12 ຄຳພີໄບເບິນບອກສິ່ງທີ່ໂມເຊຄິດເຖິງຢູ່ສະເໝີວ່າ: “ດ້ວຍຄວາມເຊື່ອ ທ່ານໂມເຊເມື່ອໃຫຍ່ແລ້ວບໍ່ຍອມໃຫ້ເອີ້ນວ່າເປັນລູກຂອງລູກສາວກະສັດຟາໂລ. ກໍເລືອກວ່າທີ່ຈະທົນທຸກຍາກດ້ວຍກັນກັບພວກຂອງພະເຈົ້າດີກວ່າແຕ່ຈະຊົມຊື່ນຍິນດີໃນການສະໜຸກສະໜານບາບສັກເວລາໜຶ່ງ. ກໍຖືວ່າທີ່ຖືກຄວາມປະຈານຂາຍໜ້າເພາະພະຄລິດປະເສີດກວ່າຊັບສົມບັດແຫ່ງແຜ່ນດິນເອຄີບໂຕ ເຫດວ່າທ່ານໄດ້ເບິ່ງແກ່ປະໂຫຍດບຳເໜັດນັ້ນ.”—ເຫບເລີ 11:24-26

13. ການທີ່ໂມເຊຄິດຢ່າງເລິກເຊິ່ງໃນຄຳສັນຍາຂອງພະເຢໂຫວາເປັນປະໂຫຍດຕໍ່ລາວແນວໃດ?

13 ໂມເຊຕ້ອງຄິດຢ່າງເລິກເຊິ່ງໃນຄຳສັນຍາຂອງພະເຢໂຫວາທີ່ຈະປົດປ່ອຍຊາວເຫບເລີຈາກການເປັນທາດ. ຄືກັບຜູ້ຮັບໃຊ້ຄົນອື່ນໆຂອງພະເຢໂຫວາ ໂມເຊຍັງຮູ້ອີກວ່າພະເຢໂຫວາຈະປົດປ່ອຍມະນຸດທຸກຄົນໃຫ້ພົ້ນຈາກຄວາມຕາຍ. (ໂຢບ 14:14, 15; ເຫບເລີ 11:17-19) ດັ່ງນັ້ນ ໂມເຊຈຶ່ງເຂົ້າໃຈວ່າພະເຢໂຫວາຮັກມະນຸດຫຼາຍ. ແລະເລື່ອງນີ້ຈຶ່ງເຮັດໃຫ້ລາວຮັກພະເຢໂຫວາຫຼາຍຂຶ້ນແລະມີຄວາມເຊື່ອທີ່ໝັ້ນຄົງຂຶ້ນ. ຄວາມຮັກນັ້ນໄດ້ຊ່ວຍໂມເຊໃຫ້ຮັບໃຊ້ພະເຢໂຫວາຕະຫຼອດຊີວິດຂອງລາວ. (ພະບັນຍັດ 6:4, 5) ເຖິງວ່າຟາໂລຢາກຂ້າໂມເຊ ແຕ່ລາວກໍບໍ່ຢ້ານ ເພາະຮູ້ວ່າພະເຢໂຫວາຈະໃຫ້ລາງວັນແກ່ລາວໃນອະນາຄົດ.—ອົບພະຍົບ 10:28, 29

ນຶກພາບເຖິງສິ່ງທີ່ລັດຖະບານຂອງພະເຢໂຫວາຈະເຮັດ

ເຮົານຶກພາບໄດ້ບໍວ່າຕົວເອງກຳລັງເຮັດສິ່ງຕ່າງໆຕາມທີ່ພະເຢໂຫວາສັນຍາໄວ້ (ເບິ່ງຂໍ້ 15)

14. ບາງຄົນນຶກພາບກ່ຽວກັບອະນາຄົດວ່າຈະເປັນແນວໃດ?

14 ຫຼາຍຄົນຄິດເຖິງອະນາຄົດແລະນຶກພາບເຖິງສິ່ງທີ່ບໍ່ມີທາງເປັນໄປໄດ້. ຕົວຢ່າງເຊັ່ນ: ຄົນທຸກຍາກບາງຄົນໄຝ່ຝັນວ່າຈະໄດ້ເປັນເສດຖີແລະບໍ່ຕ້ອງກັງວົນກ່ຽວກັບສິ່ງໃດ. ແຕ່ຄຳພີໄບເບິນບອກວ່າ ຊີວິດໃນໂລກທີ່ຊາຕານປົກຄອງຈະມີແຕ່ “ຄວາມທຸກຍາກ.” (ຄຳເພງ 90:10) ບາງຄົນນຶກພາບວ່າລັດຖະບານຂອງມະນຸດຈະແກ້ໄຂບັນຫາຕ່າງໆຂອງໂລກໄດ້ ແຕ່ຄຳພີໄບເບິນບອກວ່າມີພຽງລັດຖະບານຂອງພະເຢໂຫວາເທົ່ານັ້ນທີ່ສາມາດເຮັດໄດ້. (ດານຽນ 2:44) ຫຼາຍຄົນຄິດວ່າໂລກຈະເປັນແບບນີ້ຕໍ່ໄປເລື້ອຍໆ ແຕ່ຄຳພີໄບເບິນບອກວ່າພະເຢໂຫວາຈະທຳລາຍໂລກຊົ່ວນີ້. (ໂຊໂຟນີ 1:18; 1 ໂຢຮັນ 2:15-17) ຜູ້ທີ່ນຶກພາບກົງກັນຂ້າມກັບສິ່ງທີ່ພະເຢໂຫວາບອກໄວ້ຈະຕ້ອງຜິດຫວັງຢ່າງແນ່ນອນ.

15. (ກ) ເປັນຫຍັງການນຶກພາບເຖິງອະນາຄົດທີ່ພະເຢໂຫວາໄດ້ສັນຍາໄວ້ຈຶ່ງເປັນປະໂຫຍດສຳລັບເຮົາ? (ຂ) ມີເລື່ອງຫຍັງແດ່ທີ່ເຮົາຄອຍຖ້າ?

15 ພະເຢໂຫວາສັນຍາວ່າເຮົາຈະມີອະນາຄົດທີ່ດີເລີດ. ເມື່ອຄິດເຖິງເວລາແບບນັ້ນ ເຮົາຈະມີຄວາມສຸກຫຼາຍຂຶ້ນແລະຈະມີຄວາມກ້າຫານທີ່ຈຳເປັນເພື່ອຈະຮັບໃຊ້ພະເຢໂຫວາໄດ້ຕໍ່ໆໄປ. ບໍ່ວ່າຈະມີຄວາມຫວັງສຳລັບຊີວິດໃນສະຫວັນຫຼືຢູ່ແຜ່ນດິນໂລກ ເຈົ້າສາມາດນຶກພາບໄດ້ບໍວ່າຕົວເອງກຳລັງເຮັດສິ່ງຕ່າງໆຕາມທີ່ພະເຢໂຫວາສັນຍາໄວ້? ຖ້າເຈົ້າຄອຍຖ້າທີ່ຈະມີຊີວິດຕະຫຼອດໄປໃນແຜ່ນດິນໂລກ ຂໍໃຫ້ນຶກພາບວ່າເຈົ້າກຳລັງເຮັດວຽກກັບໝູ່ຫຼາຍໆຄົນເພື່ອເຮັດໃຫ້ໂລກກາຍເປັນສວນທີ່ສວຍງາມ. ຜູ້ທີ່ເບິ່ງແຍງວຽກນີ້ສົນໃຈໃນຕົວເຈົ້າ ແລະທຸກຄົນທີ່ຢູ່ອ້ອມຂ້າງເຈົ້າກໍຮັກພະເຢໂຫວາຄືກັບທີ່ເຈົ້າຮັກ. ເຈົ້າມີສຸຂະພາບທີ່ແຂງແຮງ ມີກຳລັງວັງຊາຫຼາຍ ແລະບໍ່ຕ້ອງອຸກໃຈກ່ຽວກັບສິ່ງໃດເລີຍ. ເຈົ້າມີຄວາມສຸກເພາະໄດ້ໃຊ້ຄວາມຮູ້ຄວາມສາມາດເພື່ອຊ່ວຍເຫຼືອຄົນອື່ນໆແລະເພື່ອໃຫ້ກຽດພະເຢໂຫວາ. ເຈົ້າອາດຈະໄດ້ຊ່ວຍຄົນທີ່ຟື້ນຂຶ້ນມາຈາກຕາຍໃຫ້ຮຽນຮູ້ເລື່ອງຂອງພະເຢໂຫວານຳອີກ. (ໂຢຮັນ 17:3; ກິດຈະການ 24:15) ເມື່ອນຶກພາບເຖິງເລື່ອງເຫຼົ່ານີ້ ເຈົ້າບໍ່ໄດ້ເພີ້ຝັນ. ສິ່ງເຫຼົ່ານີ້ຈະເປັນຈິງຢ່າງແນ່ນອນ ເພາະຄຳພີໄບເບິນໄດ້ບອກເຖິງສິ່ງທີ່ຈະເກີດຂຶ້ນໃນອະນາຄົດ.—ເອຊາອີ 11:9; 25:8; 33:24; 35:5-7; 65:22

ເວົ້າເຖິງສິ່ງທີ່ເຮົາຄອຍຖ້າໃຫ້ເກີດຂຶ້ນ

16, 17. ເປັນຫຍັງການເວົ້າເຖິງອະນາຄົດທີ່ພະເຢໂຫວາສັນຍາໄວ້ຈຶ່ງເປັນປະໂຫຍດສຳລັບເຮົາ?

16 ເມື່ອເວົ້າເລື່ອງທີ່ເຮົາຢາກເຮັດໃນໂລກໃໝ່ໃຫ້ພີ່ນ້ອງຊາຍຍິງຟັງ ສິ່ງນັ້ນຈະຊ່ວຍເຮົາໃຫ້ຊ່ວຍກັນແລະກັນເຫັນພາບອະນາຄົດທີ່ສວຍງາມຊັດເຈນຫຼາຍຂຶ້ນ. ແນ່ນອນ ເຮົາບໍ່ຮູ້ວ່າພວກເຮົາແຕ່ລະຄົນຈະໄດ້ເຮັດຫຍັງແດ່ໃນໂລກໃໝ່ ແຕ່ເມື່ອເຮົາລົມກັນໃນເລື່ອງທີ່ເຮົາຄອຍຖ້າ ນັ້ນສະແດງວ່າເຮົາມີຄວາມເຊື່ອໃນສິ່ງທີ່ພະເຢໂຫວາສັນຍາໄວ້. ຖ້າເຮັດແບບນີ້ ເຮົາກໍໃຫ້ກຳລັງໃຈເຊິ່ງກັນແລະກັນເພື່ອຈະຮັບໃຊ້ພະເຢໂຫວາຕໍ່ໆໄປໃນໄລຍະທີ່ຍາກລຳບາກນີ້ ຄືກັບທີ່ອັກຄະສາວົກໂປໂລແລະພີ່ນ້ອງໃນເມືອງໂລມໄດ້ເຮັດ.—ໂລມ 1:11, 12

17 ເມື່ອຄິດເຖິງອະນາຄົດທີ່ພະເຢໂຫວາສັນຍາໄວ້ ເຈົ້າກໍຈະຄິດໜ້ອຍລົງກ່ຽວກັບບັນຫາຂອງຕົນເອງ. ມີຄັ້ງໜຶ່ງທີ່ເປໂຕອຸກໃຈແລະເວົ້າກັບພະເຍຊູວ່າ: “ນີ້ແນະໝູ່ຂ້າພະເຈົ້າໄດ້ປະສັບພະທຸກສິ່ງແລະໄດ້ຕິດຕາມພະອົງໄປ ຂ້າພະເຈົ້າທັງຫຼາຍຈຶ່ງຈະໄດ້ສິ່ງໃດ?” ພະເຍຊູຢາກໃຫ້ເປໂຕແລະລູກສິດຄົນອື່ນໆທີ່ຢູ່ນຳພະອົງຄິດເຖິງສິ່ງທີ່ດີໆເຊິ່ງເຂົາເຈົ້າຈະເຮັດໃນອະນາຄົດ. ພະເຍຊູບອກເຂົາເຈົ້າວ່າ: “ເມື່ອບຸດມະນຸດຈະນັ່ງເທິງພະທີ່ນັ່ງແຫ່ງລັດສະໝີຂອງພະອົງ ທ່ານທັງຫຼາຍທີ່ໄດ້ຕິດຕາມເຮົາໄປທັງມວນຈະນັ່ງເທິງພະທີ່ນັ່ງ 12 ອັນແລະຈະຕັດສິນພວກຍິດສະລາເອນທັງສິບສອງກະກູນນັ້ນ. ແລະຄົນທຸກຄົນທີ່ໄດ້ປະເຮືອນ ຫຼືພີ່ນ້ອງຊາຍຍິງ ຫຼືພໍ່ແມ່ ຫຼືລູກເມຍ ຫຼືໄຮ່ນາ ເພາະເຫັນແກ່ນາມຊື່ຂອງເຮົາ ຜູ້ນັ້ນຈະໄດ້ຮັບ 100 ທໍ່ ແລະຈະເປັນເຈົ້າມູນແຫ່ງຊີວິດອັນຕະຫຼອດໄປເປັນນິດ.” (ມັດທາຍ 19:27-29) ເມື່ອໄດ້ຍິນແນວນັ້ນແລ້ວ ເປໂຕແລະລູກສິດຄົນອື່ນໆຈຶ່ງສາມາດນຶກພາບເຖິງຕອນທີ່ເຂົາເຈົ້າປົກຄອງໃນສະຫວັນຮ່ວມກັບພະເຍຊູ ແລະຊ່ວຍມະນຸດທີ່ເຊື່ອຟັງໃຫ້ເປັນຄົນສົມບູນແບບ.

18. ເປັນຫຍັງການນຶກພາບເຖິງຕອນທີ່ພະເຢໂຫວາຈະເຮັດຕາມທີ່ພະອົງສັນຍາໄວ້ຈຶ່ງເປັນປະໂຫຍດສຳລັບເຮົາ?

18 ເຮົາໄດ້ຮຽນຮູ້ກ່ຽວກັບສິ່ງທີ່ຊ່ວຍໃຫ້ຜູ້ຮັບໃຊ້ຂອງພະເຢໂຫວາໃຫ້ມີຄວາມເຊື່ອທີ່ເຂັ້ມແຂງ. ຕົວຢ່າງເຊັ່ນ ອາເບນນຶກພາບເຖິງຄຳສັນຍາຂອງພະເຢໂຫວາກ່ຽວກັບອະນາຄົດທີ່ດີກວ່າ ແລະຍ້ອນວ່າລາວມີຄວາມເຊື່ອໃນຄຳສັນຍານັ້ນຈຶ່ງເຮັດໃຫ້ພະເຢໂຫວາພໍໃຈລາວ. ອັບລາຫາມນຶກພາບເຖິງຕອນທີ່ຄຳສັນຍາຂອງພະເຢໂຫວາໃນເລື່ອງ “ເຊື້ອສາຍ” ຈະກາຍເປັນຈິງ ດັ່ງນັ້ນລາວຈຶ່ງເຊື່ອຟັງພະເຢໂຫວາເຖິງວ່າຈະພົບກັບຄວາມຍາກລຳບາກຕ່າງໆກໍຕາມ. (ຕົ້ນເດີມ 3:15) ໂມເຊຄອຍຖ້າລາງວັນທີ່ພະເຢໂຫວາສັນຍາໄວ້ ແລະສິ່ງນີ້ເຮັດໃຫ້ລາວຮັກແລະສັດຊື່ຕໍ່ພະອົງ. (ເຫບເລີ 11:26) ເມື່ອນຶກພາບເຖິງຕອນທີ່ພະເຢໂຫວາຈະເຮັດທຸກສິ່ງຕາມທີ່ພະອົງສັນຍາໄວ້ ຄວາມເຊື່ອແລະຄວາມຮັກເຊິ່ງເຮົາມີຕໍ່ພະອົງກໍຈະເຂັ້ມແຂງຂຶ້ນ. ໃນບົດຄວາມຕໍ່ໄປເຮົາຈະຮຽນຮູ້ກ່ຽວກັບການໃຊ້ການນຶກພາບຂອງເຮົາໃນອີກຮູບແບບໜຶ່ງ.