ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມຈາກຜູ້ອ່ານ

ຄຳຖາມຈາກຜູ້ອ່ານ

ໃຜຄືໂຄກແຫ່ງມາໂຄກທີ່ກ່າວເຖິງໃນພະທຳເອເຊກຽນ?

ເປັນເວລາຫຼາຍປີແລ້ວທີ່ໜັງສືຕ່າງໆຂອງພວກເຮົາອະທິບາຍວ່າຊື່ໂຄກແຫ່ງມາໂຄກໝາຍເຖິງຊາຕານຫຼັງຈາກທີ່ມັນຖືກຖິ້ມລົງມາຈາກສະຫວັນ. ເປັນຫຍັງຈຶ່ງອະທິບາຍແບບນັ້ນ? ເພາະພະທຳຄຳປາກົດລະບຸວ່າຊາຕານເປັນຜູ້ນຳໜ້າໃນການໂຈມຕີປະຊາຊົນຂອງພະເຢໂຫວາໃນທົ່ວໂລກ. (ຄຳປາກົດ 12:1-17) ດັ່ງນັ້ນ ພວກເຮົາຈຶ່ງເຂົ້າໃຈວ່າໂຄກຕ້ອງເປັນອີກຊື່ໜຶ່ງຂອງຊາຕານ.

ແຕ່ຄຳອະທິບາຍນີ້ເຮັດໃຫ້ເກີດຄຳຖາມບາງຢ່າງ. ຂໍໃຫ້ພິຈາລະນາຂໍ້ພະຄຳພີຕໍ່ໄປນີ້: ເມື່ອເວົ້າເຖິງການທຳລາຍໂຄກ ພະເຢໂຫວາບອກວ່າພະອົງຈະໃຫ້ໂຄກ “ເປັນອາຫານສຳລັບຝູງນົກທີ່ມັກກິນເນື້ອທຸກຢ່າງແລະສຳລັບສັດປ່າທັງຫຼາຍ.” (ເອເຊກຽນ 39:4) ພະເຢໂຫວາບອກຕື່ມວ່າ: “ໃນຄາວນັ້ນເຮົາຈະເອົາບ່ອນໜຶ່ງໃນປະເທດຍິດສະລາເອນໃຫ້ເປັນປ່າຊ້າສຳລັບທ່ານໂຄກ.” (ເອເຊກຽນ 39:11) ແຕ່ຊາຕານເປັນກາຍວິນຍານ ສະນັ້ນຈະເປັນໄປໄດ້ແນວໃດທີ່ມັນຈະຖືກຝູງນົກແລະສັດປ່າກິນ? ຈະເປັນໄປໄດ້ແນວໃດທີ່ມັນຈະຖືກຝັງໃນໂລກນີ້? ຄຳພີໄບເບິນບອກຢ່າງຊັດເຈນວ່າ ຊາຕານຈະຖືກຖິ້ມລົງໃນເຫວເລິກແລະຖືກຂັງເປັນເວລາ 1.000 ປີ. ຊາຕານຈະບໍ່ຖືກສັດກິນຫຼືຖືກຝັງໃນໂລກນີ້.—ຄຳປາກົດ 20:1, 2

ຄຳພີໄບເບິນບອກວ່າເມື່ອ 1.000 ປີສິ້ນສຸດລົງ ຊາຕານຈະຖືກປ່ອຍອອກມາແລະ “ມັນຈະອອກໄປເພື່ອຈະລໍ້ລວງພວກຕ່າງປະເທດທີ່ທັງສີ່ທິດແຫ່ງແຜ່ນດິນໂລກ ທັງໂຄກແລະມາໂຄກ ໃຫ້ເຂົາມາຊຸມນຸມກັນສຳລັບການທຳເສິກ.” (ຄຳປາກົດ 20:8) ແຕ່ຖ້າຊາຕານເປັນໂຄກ ນີ້ກໍໝາຍຄວາມວ່າຊາຕານຈະລໍ້ລວງມັນເອງ. ດັ່ງນັ້ນ “ໂຄກ” ທີ່ກ່າວເຖິງໃນພະທຳເອເຊກຽນແລະຄຳປາກົດຈຶ່ງບໍ່ໄດ້ໝາຍເຖິງຊາຕານ.

ຄັນຊັ້ນ ໂຄກແຫ່ງມາໂຄກແມ່ນໃຜ? ເພື່ອຈະໄດ້ຄຳຕອບ ເຮົາຕ້ອງຄົ້ນຄວ້າເບິ່ງໃນຄຳພີໄບເບິນວ່າໃຜທີ່ໂຈມຕີປະຊາຊົນຂອງພະເຢໂຫວາ. ຄຳພີໄບເບິນບອກວ່າການໂຈມຕີຈະມາຈາກ ‘ໂຄກແຫ່ງມາໂຄກ’ ມາຈາກ “ກະສັດທິດອຸດອນ [ທິດເໜືອ]” ແລະມາຈາກ “ບັນດາກະສັດແຫ່ງແຜ່ນດິນໂລກ.” (ເອເຊກຽນ 38:2, 10-13; ດານຽນ 11:40, 44, 45; ຄຳປາກົດ 17:14; 19:19) ການໂຈມຕີເຫຼົ່ານີ້ແຕກຕ່າງກັນບໍ? ບໍ່ແຕກຕ່າງເລີຍ. ເບິ່ງຄືວ່າຄຳພີໄບເບິນໃຊ້ຊື່ທີ່ຕ່າງກັນເພື່ອເວົ້າເຖິງການໂຈມຕີອັນດຽວກັນ. ເປັນຫຍັງເຮົາຈຶ່ງເວົ້າແນວນັ້ນ? ເພາະຄຳພີໄບເບິນບອກເຮົາວ່າ ທຸກຊາດທົ່ວໂລກຈະມີສ່ວນໃນການໂຈມຕີຄັ້ງສຸດທ້າຍນີ້ເຊິ່ງເປັນການເລີ່ມຕົ້ນຂອງສົງຄາມອະລະມະເຄໂດນ.—ຄຳປາກົດ 16:14, 16

ເມື່ອສົມທຽບຂໍ້ພະຄຳພີທັງໝົດທີ່ຄຳພີໄບເບິນອ້າງເຖິງເລື່ອງການໂຈມຕີປະຊາຊົນຂອງພະເຢໂຫວາຄັ້ງສຸດທ້າຍ ຈຶ່ງເຫັນໄດ້ແຈ້ງວ່າຊື່ໂຄກແຫ່ງມາໂຄກບໍ່ໄດ້ໝາຍເຖິງຊາຕານ. ແຕ່ໂຄກແຫ່ງມາໂຄກໝາຍເຖິງກຸ່ມຊາດຕ່າງໆ. ‘ກະສັດທິດເໜືອ’ ຈະເປັນຜູ້ນຳໜ້າຂອງກຸ່ມນີ້ບໍ? ເຮົາບໍ່ຮູ້. ແຕ່ເບິ່ງຄືວ່າຄຳອະທິບາຍນີ້ສອດຄ່ອງກັບສິ່ງທີ່ພະເຢໂຫວາເວົ້າເຖິງໂຄກທີ່ວ່າ: “ເຈົ້າຈະມາແຕ່ບ່ອນຢູ່ຂອງເຈົ້າແຕ່ທີ່ສຸດທິດອຸດອນ [ທິດເໜືອ] ທັງເຈົ້າກັບຊາວປະເທດທັງຫຼາຍນຳເຈົ້າຂີ່ມ້າທຸກຄົນເປັນພວກຊຸມນຸມອັນໃຫຍ່ເປັນກອງທັບອັນໃຫຍ່.”—ເອເຊກຽນ 38:6, 15

ຄ້າຍກັນ ຜູ້ພະຍາກອນດານຽນທີ່ມີຊີວິດຢູ່ໃນສະໄໝດຽວກັບເອເຊກຽນເວົ້າເຖິງກະສັດທິດເໜືອວ່າ: “ມີຂ່າວມາແຕ່ທິດບົວລະພາ [ທິດຕາເວັນອອກ] ມາແຕ່ທິດອຸດອນ [ທິດເໜືອ] ຈະໃຫ້ເພິ່ນຕົກໃຈ ແລະເພິ່ນຈະອອກໄປດ້ວຍຄວາມຄຽດຮ້າຍຫຼາຍຈຶ່ງທຳລາຍຫຼາຍຄົນໃຫ້ຈິບຫາຍໝົດສ້ຽງ. ແລະເພິ່ນຈະຕັ້ງທັບທັງຫຼາຍແຫ່ງລາຊະວັງຂອງຕົນໄວ້ຫວ່າງກາງນໍ້າທະເລກັບພູໜ່ວຍງາມບໍລິສຸດ ແລະເພິ່ນຈະເຖິງທີ່ສຸດແຫ່ງຕົນແລະບໍ່ມີຜູ້ໃດຈະຊ່ອຍເພິ່ນ.” (ດານຽນ 11:44, 45) ຄຳເວົ້ານີ້ຄ້າຍຄືກັບສິ່ງທີ່ພະທຳເອເຊກຽນເວົ້າເຖິງສິ່ງທີ່ໂຄກຈະເຮັດ.—ເອເຊກຽນ 38:8-12, 16

ຈະເກີດຫຍັງຂຶ້ນຫຼັງຈາກການໂຈມຕີຄັ້ງສຸດທ້າຍ? ດານຽນບອກວ່າ: ‘ໃນຄາວນັ້ນມີກາເອນ [ພະເຍຊູຄລິດ] ຈະລຸກຂຶ້ນ [ໃນລະຫວ່າງສົງຄາມອະລະມະເຄໂດນ] ຜູ້ເຊິ່ງເປັນ . . . ຫົວໜ້າອົງໃຫຍ່ທີ່ຢືນຢູ່ [ຕັ້ງແຕ່ປີ 1914] ຝ່າຍລູກຫຼານຊາດຂອງເຈົ້າ. ແລະຄາວນັ້ນຈະເປັນຄາວແຫ່ງຄວາມຂັດສົນ [ຄວາມທຸກລຳບາກຄັ້ງໃຫຍ່] ທີ່ບໍ່ມີຢ່າງນັ້ນຕັ້ງແຕ່ຊາວປະເທດໜຶ່ງໄດ້ເກີດຈົນເຖິງຄາວນັ້ນ. ແລະໃນຄາວນັ້ນຊາດຂອງເຈົ້າຈະໄດ້ພົ້ນ [ຄື] ຄົນທຸກຄົນທີ່ຈະມີຊື່ພົບຂຽນໄວ້ໃນໜັງສືນັ້ນ.’ (ດານຽນ 12:1) ເຮົາອ່ານຄຳພັນລະນາຄ້າຍໆກັນນີ້ໃນຄຳປາກົດ 19:11-21 ກ່ຽວກັບສິ່ງທີ່ພະເຍຊູຈະເຮັດ.

ແຕ່ໃນຄຳປາກົດ 20:8 ໃຜເປັນ “ໂຄກແລະມາໂຄກ”? ຊື່ນີ້ກ່າວເຖິງທຸກຄົນທີ່ຕໍ່ຕ້ານພະເຢໂຫວາແລະໂຈມຕີປະຊາຊົນຂອງພະອົງໃນລະຫວ່າງການທົດສອບຄັ້ງສຸດທ້າຍໃນຕອນທ້າຍ 1.000 ປີ. ເຂົາເຈົ້າມີຄວາມກຽດຊັງແບບດຽວກັບໂຄກແຫ່ງມາໂຄກ ຄືກັບຊາດຕ່າງໆທີ່ຈະໂຈມຕີປະຊາຊົນຂອງພະເຢໂຫວາໃນຕອນທ້າຍຂອງຄວາມທຸກລຳບາກຄັ້ງໃຫຍ່ ຄືກັບຊາດຕ່າງໆທີ່ຈະຖືກທຳລາຍໃນສົງຄາມອະລະມະເຄໂດນ ໂຄກແລະມາໂຄກກໍຈະຖືກທຳລາຍຄືກັນ. (ຄຳປາກົດ 19:20, 21; 20:9) ດັ່ງນັ້ນ ເບິ່ງຄືວ່າເໝາະສົມແລ້ວທີ່ຈະເອີ້ນທຸກຄົນທີ່ຂັດຂືນໃນຕອນທ້າຍ 1.000 ປີວ່າເປັນ “ໂຄກແລະມາໂຄກ.”

ເນື່ອງຈາກເປັນນັກສຶກສາຄຳພີໄບເບິນທີ່ຈິງຈັງ ພວກເຮົາຈຶ່ງຢາກຮູ້ວ່າໃຜຈະເປັນ ‘ກະສັດທິດເໜືອ’ ທີ່ຈະປາກົດຕົວໃນອະນາຄົດ. ບໍ່ວ່າຄົນທີ່ນຳໜ້າໃນການຕໍ່ສູ້ກັບປະຊາຊົນຂອງພະເຢໂຫວາຈະເປັນໃຜກໍຕາມ ແຕ່ພວກເຮົາໝັ້ນໃຈໄດ້ໃນສອງເລື່ອງຕໍ່ໄປນີ້: (1) ໂຄກແຫ່ງມາໂຄກແລະກອງທະຫານຂອງມັນຈະພ່າຍແພ້ແລະຖືກທຳລາຍ. (2) ພະເຍຊູຄລິດກະສັດຂອງເຮົາຈະປົກປ້ອງປະຊາຊົນຂອງພະເຢໂຫວາ ແລະຈະພາເຂົາເຈົ້າເຂົ້າໄປສູ່ໂລກໃໝ່ທີ່ມີຄວາມສະຫງົບສຸກແລະຄວາມປອດໄພທີ່ແທ້ຈິງ.—ຄຳປາກົດ 7:14-17