ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພະຄລິດເປັນລິດເດດຂອງພະເຈົ້າ

ພະຄລິດເປັນລິດເດດຂອງພະເຈົ້າ

“ພະຄລິດເປັນລິດເດດຂອງພະເຈົ້າ.”—1 ໂກລິນໂທ 1:24

1. ເປັນຫຍັງໂປໂລຈຶ່ງເວົ້າວ່າ “ພະຄລິດເປັນລິດເດດຂອງພະເຈົ້າ”?

ໂດຍທາງພະເຍຊູຄລິດ ພະເຢໂຫວາໄດ້ສະແດງໃຫ້ເຫັນລິດເດດຂອງພະອົງດ້ວຍວິທີທີ່ໜ້າອັດສະຈັນໃຈ. ເມື່ອມີຊີວິດຢູ່ແຜ່ນດິນໂລກພະເຍຊູໄດ້ເຮັດການອັດສະຈັນຕ່າງໆ. ເຮົາສາມາດອ່ານກ່ຽວກັບການອັດສະຈັນບາງຢ່າງໃນຄຳພີໄບເບິນແລະສິ່ງນັ້ນຈະເຮັດໃຫ້ເຮົາມີຄວາມເຊື່ອເຂັ້ມແຂງຂຶ້ນ. (ມັດທາຍ 9:35; ລືກາ 9:11) ແມ່ນແລ້ວ ພະເຢໂຫວາໄດ້ມອບລິດເດດອັນຍິ່ງໃຫຍ່ໃຫ້ພະເຍຊູ ດັ່ງນັ້ນ ອັກຄະສາວົກໂປໂລຈຶ່ງສາມາດເວົ້າໄດ້ວ່າ: “ພະຄລິດເປັນລິດເດດຂອງພະເຈົ້າ.” (1 ໂກລິນໂທ 1:24) ການອັດສະຈັນທີ່ພະເຍຊູເຮັດມີຜົນກະທົບຕໍ່ເຮົາແນວໃດ?

2. ເຮົາຮຽນຮູ້ຫຍັງຈາກການອັດສະຈັນທີ່ພະເຍຊູເຮັດ?

2 ອັກຄະສາວົກເປໂຕເວົ້າວ່າ ພະເຍຊູໄດ້ເຮັດ “ການອັດສະຈັນ.” (ກິດຈະການ 2:22) ການອັດສະຈັນເຫຼົ່ານີ້ສອນຫຍັງເຮົາ? ສອນເຮົາກ່ຽວກັບສິ່ງທີ່ພະເຍຊູຈະເຮັດໃນໄລຍະທີ່ພະອົງປົກຄອງໜຶ່ງພັນປີ. ໃນຕອນນັ້ນ ພະອົງຈະເຮັດການອັດສະຈັນທີ່ຍິ່ງໃຫຍ່ກວ່າອີກເພື່ອປະໂຫຍດຂອງມະນຸດທຸກຄົນທີ່ອາໄສໃນໂລກນີ້. ການອັດສະຈັນທີ່ພະເຍຊູເຮັດຍັງຊ່ວຍເຮົາໃຫ້ເຂົ້າໃຈຫຼາຍຂຶ້ນກ່ຽວກັບຄຸນລັກສະນະຕ່າງໆຂອງພະເຍຊູແລະພະເຢໂຫວາ. ໃນບົດຄວາມນີ້ ເຮົາຈະພິຈາລະນາກ່ຽວກັບການອັດສະຈັນສາມຢ່າງທີ່ພະເຍຊູເຮັດ ແລະເຮົາຈະຮຽນຮູ້ວ່າການອັດສະຈັນເຫຼົ່ານັ້ນມີຜົນກະທົບຕໍ່ເຮົາແນວໃດໃນທຸກມື້ນີ້ແລະໃນອະນາຄົດ.

ການອັດສະຈັນທີ່ສອນເລື່ອງຄວາມໃຈກວ້າງ

3. (ກ) ເປັນຫຍັງພະເຍຊູຈຶ່ງເຮັດການອັດສະຈັນເທື່ອທຳອິດ? (ຂ) ຢູ່ເມືອງການາ ພະເຍຊູສະແດງຄວາມໃຈກວ້າງແນວໃດ?

3 ພະເຍຊູໄດ້ເຮັດການອັດສະຈັນເທື່ອທຳອິດໃນງານແຕ່ງດອງຢູ່ເມືອງການາ. ເຮົາບໍ່ຮູ້ວ່າເປັນຫຍັງຈຶ່ງບໍ່ມີເຫຼົ້າອະງຸ່ນພຽງພໍສຳລັບແຂກທຸກຄົນທີ່ມາຮ່ວມງານ. ນີ້ເປັນເລື່ອງທີ່ໜ້າອາຍຫຼາຍສຳລັບຄູ່ແຕ່ງດອງໃໝ່ ເພາະແມ່ນໜ້າທີ່ຂອງເຂົາເຈົ້າທີ່ຈະຕ້ອງຕ້ອນຮັບແຂກເປັນຢ່າງດີ. ມາລີແມ່ຂອງພະເຍຊູກໍເປັນແຂກຄົນໜຶ່ງທີ່ເຂົ້າຮ່ວມໃນງານນີ້. ເນື່ອງຈາກເຊື່ອວ່າພະເຍຊູມີລິດເດດທີ່ຈະເຮັດການອັດສະຈັນ ມາລີໄດ້ຂໍໃຫ້ພະອົງຊ່ວຍບໍ? ແນວໃດກໍຕາມ ມາລີຄົງຕ້ອງຄິດເຖິງຄຳພະຍາກອນທັງໝົດກ່ຽວກັບລູກຊາຍຂອງຕົນ ແລະລາວຮູ້ວ່າລູກຊາຍຈະຖືກເອີ້ນວ່າ: “ພະບຸດຂອງພະເຈົ້າອົງທີ່ສູງສຸດ.” (ລືກາ 1:30-32; 2:52) ສິ່ງທີ່ເຫັນໄດ້ຢ່າງຈະແຈ້ງກໍຄື ທັງມາລີແລະພະເຍຊູຢາກຊ່ວຍຄູ່ທີ່ແຕ່ງດອງໃໝ່ນີ້. ດັ່ງນັ້ນ ພະເຍຊູຈຶ່ງເຮັດການອັດສະຈັນໂດຍປ່ຽນນໍ້າ 380 ລິດໃຫ້ກາຍເປັນ ‘ເຫຼົ້າອະງຸ່ນຢ່າງດີ.’ (ອ່ານ ໂຢຮັນ 2:3, 6-11) ພະເຍຊູຈຳເປັນຕ້ອງເຮັດການອັດສະຈັນນີ້ບໍ? ບໍ່ຈຳເປັນ. ແຕ່ຍ້ອນວ່າເປັນຫ່ວງຜູ້ຄົນ ພະເຍຊູຈຶ່ງເຮັດ ແລະພະອົງກຳລັງຮຽນແບບພໍ່ຂອງເພິ່ນທີ່ເປັນຜູ້ໃຈກວ້າງ.

ພະເຍຊູບອກວ່າເຮົາຄວນ “ປະທານໃຫ້”

4, 5. (ກ) ການອັດສະຈັນເທື່ອທຳອິດຂອງພະເຍຊູສອນຫຍັງເຮົາ? (ຂ) ການອັດສະຈັນຢູ່ເມືອງການາສອນຫຍັງເຮົາກ່ຽວກັບອະນາຄົດ?

4 ພະເຍຊູໄດ້ເຮັດການອັດສະຈັນເພື່ອໃຫ້ມີເຫຼົ້າອະງຸ່ນຢ່າງດີແລະຫຼາຍພຽງພໍສຳລັບແຂກກຸ່ມໃຫຍ່ທີ່ມາຮ່ວມງານ. ການອັດສະຈັນນີ້ສອນຫຍັງເຮົາ? ສອນເຮົາວ່າທັງພະເຢໂຫວາແລະພະເຍຊູບໍ່ໄດ້ຂີ້ຖີ່ ແຕ່ມີຄວາມໃຈກວ້າງຫຼາຍ. ການອັດສະຈັນນີ້ເຮັດໃຫ້ເຮົາໝັ້ນໃຈວ່າພະອົງທັງສອງສົນໃຈຄວາມຮູ້ສຶກຂອງຜູ້ຄົນຢ່າງແທ້ຈິງ ແລະຍັງສະແດງໃຫ້ເຫັນວ່າໃນໂລກໃໝ່ພະເຢໂຫວາຈະໃຊ້ລິດເດດຂອງພະອົງເພື່ອຈັດໃຫ້ມີອາຫານຢ່າງພຽງພໍ ບໍ່ວ່າເຮົາຈະອາໄສຢູ່ສ່ວນໃດຂອງໂລກນີ້ກໍຕາມ.—ອ່ານ ເອຊາອີ 25:6

5 ຄິດເບິ່ງແມ! ອີກບໍ່ດົນພະເຢໂຫວາຈະຈັດໃຫ້ມີທຸກໆສິ່ງທີ່ເຮົາຈຳເປັນແທ້ໆ. ແຕ່ລະຄົນຈະມີເຮືອນຫຼັງງາມໆແລະມີອາຫານທີ່ເປັນປະໂຫຍດຢ່າງພຽງພໍ. ເຮົາຮູ້ສຶກຂອບໃຈແທ້ໆເມື່ອຄິດເຖິງສິ່ງດີເລີດທຸກຢ່າງທີ່ພະເຢໂຫວາຈະໃຫ້ເຮົາຢ່າງໃຈກວ້າງໃນອຸທິຍານເທິງໂລກນີ້.

ເຮົາຮຽນແບບພະເຍຊູເມື່ອໃຊ້ເວລາຂອງເຮົາຢ່າງໃຈກວ້າງ (ເບິ່ງຂໍ້ 6)

6. ພະເຍຊູໃຊ້ລິດເດດຂອງພະອົງແນວໃດ ແລະເຮົາຈະຮຽນແບບພະເຍຊູໄດ້ແນວໃດ?

6 ພະເຍຊູບໍ່ເຄີຍໃຊ້ລິດເດດຂອງພະອົງໃນທາງທີ່ເຫັນແກ່ຕົວ. ຂໍໃຫ້ຄິດເຖິງສິ່ງທີ່ໄດ້ເກີດຂຶ້ນຕອນທີ່ພະຍາມານລໍ້ໃຈພະເຍຊູໃຫ້ປ່ຽນກ້ອນຫີນເປັນເຂົ້າຈີ່. ພະເຍຊູບໍ່ໄດ້ໃຊ້ລິດເດດເພື່ອຜົນປະໂຫຍດຂອງຕົວເອງ. (ມັດທາຍ 4:2-4) ແຕ່ພະເຍຊູເຕັມໃຈທີ່ຈະໃຊ້ລິດເດດຂອງພະອົງເພື່ອຊ່ວຍເຫຼືອຄົນອື່ນ. ເຮົາຈະຮຽນແບບຄວາມຄິດທີ່ບໍ່ເຫັນແກ່ຕົວຂອງພະເຍຊູໄດ້ແນວໃດ? ພະເຍຊູບອກວ່າເຮົາຄວນ “ປະທານໃຫ້.” (ລືກາ 6:38) ເຮົາສາມາດເຮັດໄດ້ໂດຍການເຊີນຄົນອື່ນໃຫ້ມາກິນເຂົ້າຢູ່ເຮືອນ. ເຮົາຍັງສາມາດໃຊ້ເວລາຫຼັງຈາກປະຊຸມແລ້ວເພື່ອຊ່ວຍບາງຄົນ ເຊັ່ນ: ຟັງພີ່ນ້ອງຊາຍເມື່ອລາວຝຶກຊ້ອມຄຳບັນລະຍາຍ ຫຼືເຮົາອາດຊ່ວຍເຫຼືອແລະການຝຶກອົບຮົມຄົນອື່ນໆໃນເລື່ອງວຽກປະກາດ. ເຮົາຮຽນແບບພະເຍຊູໃນການເປັນຄົນໃຈກວ້າງເມື່ອເຮົາກະຕືລືລົ້ນໃນການຊ່ວຍເຫຼືອຄົນອື່ນຕາມທີ່ເຮົາສາມາດເຮັດໄດ້.

“ຄົນທັງປວງໄດ້ກິນອີ່ມ”

7. ໃນໂລກທີ່ຊາຕານປົກຄອງ ບັນຫາອັນໃດທີ່ຍັງຈະມີຕໍ່ໄປ?

7 ຄວາມອຶດຢາກບໍ່ແມ່ນບັນຫາໃໝ່. ພະເຢໂຫວາບອກຊາວອິດສະລາແອນວ່າ: “ຄົນຈົນຈະບໍ່ຂາດໃນກາງແຜ່ນດິນ.” (ພະບັນຍັດ 15:11) ຫຼາຍຮ້ອຍປີຕໍ່ມາ ພະເຍຊູບອກວ່າ: “ຄົນຈົນທັງຫຼາຍມີຢູ່ກັບທ່ານທັງຫຼາຍເລື້ອຍ.” (ມັດທາຍ 26:11) ພະເຍຊູໝາຍຄວາມວ່າຈະມີຄົນທຸກຍາກຢູ່ໃນໂລກຕະຫຼອດໄປບໍ? ບໍ່ແມ່ນ. ພະອົງໝາຍຄວາມວ່າຕາບໃດທີ່ເຮົາມີຊີວິດຢູ່ໃນໂລກທີ່ຊາຕານປົກຄອງ ຄວາມທຸກຍາກກໍຈະຍັງມີຢູ່ຕໍ່ໄປ. ແຕ່ຈະບໍ່ເປັນແບບນັ້ນໃນໂລກໃໝ່! ໃນຕອນນັ້ນຄວາມອຶດຢາກຈະບໍ່ມີອີກຕໍ່ໄປ ທຸກຄົນຈະມີອາຫານບໍລິບູນແລະມີທຸກສິ່ງຈົນອີ່ມໃຈພໍໃຈ!

8, 9. (ກ) ເປັນຫຍັງພະເຍຊູຈຶ່ງລ້ຽງອາຫານປະຊາຊົນຫຼາຍພັນຄົນ? (ຂ) ເຈົ້າຮູ້ສຶກແນວໃດກ່ຽວກັບການອັດສະຈັນນີ້?

8 ຜູ້ແຕ່ງຄຳເພງກ່າວເຖິງພະເຢໂຫວາວ່າ: “ພະອົງແບມືອອກແລະໃຫ້ສິ່ງທັງປວງທີ່ມີຊີວິດຢູ່ກິນອີ່ມບໍລິບູນ.” (ຄຳເພງ 145:16) ຕອນທີ່ມີຊີວິດຢູ່ໃນໂລກນີ້ ພະເຍຊູໄດ້ຮຽນແບບພໍ່ຂອງເພິ່ນຢ່າງສົມບູນແບບແລະເບິ່ງແຍງເອົາໃຈໃສ່ຄວາມຈຳເປັນຂອງຄົນອື່ນໆຢູ່ສະເໝີ. ພະອົງບໍ່ໄດ້ເຮັດພຽງເພື່ອສະແດງວ່າຕົນເອງມີລິດເດດ ແຕ່ເຮັດຍ້ອນເປັນຫ່ວງຜູ້ຄົນຢ່າງແທ້ຈິງ. ຂໍໃຫ້ເຮົາພິຈາລະນາມັດທາຍ 14:14-21. (ອ່ານ) ຝູງຄົນຈາກຫຼາຍໆເມືອງໄດ້ຍ່າງຕິດຕາມພະເຍຊູໄປ. (ມັດທາຍ 14:13) ເມື່ອຮອດຕອນແລງ ພວກລູກສິດເປັນຫ່ວງວ່າຝູງຄົນຈະເມື່ອຍແລະຫິວເຂົ້າ. ດັ່ງນັ້ນ ເຂົາເຈົ້າຈຶ່ງຂໍໃຫ້ພະເຍຊູບອກຝູງຄົນໄປຊື້ອາຫານສຳລັບຕົນເອງ. ພະເຍຊູຈະເຮັດແນວໃດ?

9 ພະເຍຊູໃຊ້ເຂົ້າຈີ່ຫ້າກ້ອນແລະປາສອງໂຕເພື່ອລ້ຽງຜູ້ຊາຍ 5.000 ຄົນແລະຍັງມີຜູ້ຍິງກັບເດັກນ້ອຍນຳອີກ. ເປັນຫຍັງພະເຍຊູຈຶ່ງເຮັດການອັດສະຈັນນີ້? ຍ້ອນວ່າພະອົງຮັກແລະເປັນຫ່ວງປະຊາຊົນແທ້ໆ. ພະເຍຊູຕ້ອງເຮັດໃຫ້ມີອາຫານຢ່າງຫຼວງຫຼາຍແທ້ໆ ເພາະຝູງຄົນໄດ້ “ກິນຈົນອີ່ມ.” ອາຫານທີ່ກິນຈະເຮັດໃຫ້ເຂົາເຈົ້າມີແຮງຍ່າງກັບເມືອຮອດເຮືອນທີ່ຢູ່ໄກໆໄດ້. (ລືກາ 9:10-17) ຫຼັງຈາກປະຊາຊົນກິນອີ່ມແລ້ວ ພວກລູກສິດເກັບອາຫານທີ່ເຫຼືອໄດ້ 12 ກະບຸງເຕັມໆ!

10. ໃນອະນາຄົດຈະເກີດຫຍັງຂຶ້ນກັບຄວາມອຶດຢາກ?

10 ເນື່ອງຈາກຜູ້ມີອຳນາດໃນໂລກນີ້ໂລບມາກໂລພາແລະສໍ້ໂກງ ດັ່ງນັ້ນປະຊາຊົນຫຼາຍຮ້ອຍລ້ານຄົນຈຶ່ງມີຊີວິດທີ່ອຶດຢາກ. ແມ່ນແຕ່ພີ່ນ້ອງຂອງເຮົາບາງຄົນກໍບໍ່ມີອາຫານພຽງພໍທີ່ຈະກິນ. ແຕ່ອີກບໍ່ດົນຜູ້ທີ່ເຊື່ອຟັງພະເຢໂຫວາຈະມີຊີວິດຢູ່ໃນໂລກທີ່ບໍ່ມີຄວາມອຶດຢາກແລະການສໍ້ໂກງ. ພະເຢໂຫວາເປັນພະເຈົ້າທີ່ມີລິດເດດຍິ່ງໃຫຍ່ທີ່ສຸດ ສະນັ້ນພະອົງຈຶ່ງມີລິດອຳນາດແລະມີຄວາມປາຖະໜາທີ່ຈະເຮັດໃຫ້ທຸກຄົນມີສິ່ງທີ່ຕ້ອງການຢ່າງພຽງພໍ. ພະອົງສັນຍາວ່າຈະເຮັດໃຫ້ຄວາມອຶດຢາກໝົດໄປໃນໄວໆນີ້!—ອ່ານ ຄຳເພງ 72:16

ການອັດສະຈັນທີ່ພະເຍຊູເຮັດຮັບຮອງກັບເຮົາວ່າພະອົງຢາກໃຊ້ລິດເດດທີ່ມີເພື່ອຜົນປະໂຫຍດຂອງເຮົາ

11. ເປັນຫຍັງເຈົ້າຈຶ່ງໝັ້ນໃຈວ່າອີກບໍ່ດົນພະເຍຊູຈະໃຊ້ລິດເດດເພື່ອແກ້ໄຂບັນຫາຕ່າງໆທີ່ມີຢູ່ທົ່ວໂລກ ແລະຍ້ອນແນວນັ້ນເຈົ້າຈຶ່ງຢາກເຮັດຫຍັງ?

11 ເມື່ອມີຊີວິດຢູ່ໂລກນີ້ ພະເຍຊູເຮັດການອັດສະຈັນໃນຂອບເຂດນ້ອຍໆສຳລັບເວລາພຽງສາມປີເຄິ່ງ. (ມັດທາຍ 15:24) ແຕ່ໃນຖານະເປັນກະສັດ ພະເຍຊູຈະຊ່ວຍມະນຸດທຸກຄົນໃນລະຫວ່າງທີ່ພະອົງປົກຄອງໜຶ່ງພັນປີ. (ຄຳເພງ 72:8) ການອັດສະຈັນທີ່ພະເຍຊູເຮັດຮັບຮອງກັບເຮົາວ່າພະອົງຢາກໃຊ້ລິດເດດທີ່ມີເພື່ອຜົນປະໂຫຍດຂອງເຮົາ. ເຮົາບໍ່ມີລິດເດດທີ່ຈະເຮັດການອັດສະຈັນ ແຕ່ເຮົາສາມາດເຮັດຫຍັງໄດ້? ເຮົາສາມາດໃຊ້ເວລາແລະເຫື່ອແຮງທີ່ມີໃນການບອກຄົນອື່ນກ່ຽວກັບອະນາຄົດອັນດີເລີດຕາມຄຳສັນຍາທີ່ມີໃນຄຳພີໄບເບິນ. ເນື່ອງຈາກເຮົາເປັນພະຍານພະເຢໂຫວາ ນັ້ນຈຶ່ງເປັນໜ້າທີ່ຮັບຜິດຊອບຂອງເຮົາ. (ໂລມ 1:14, 15) ເມື່ອຄິດຕຶກຕອງເຖິງສິ່ງທີ່ພະເຍຊູຈະເຮັດໃນໄວໆນີ້ ເຮົາກໍຈະກະຕືລືລົ້ນໃນການບອກຄົນອື່ນກ່ຽວກັບເລື່ອງນັ້ນ.—ຄຳເພງ 45:1; 49:3

ພະເຢໂຫວາແລະພະເຍຊູໃຊ້ລິດເດດເພື່ອຄວບຄຸມພະລັງທີ່ມີໃນທຳມະຊາດ

12. ເປັນຫຍັງເຮົາໝັ້ນໃຈໄດ້ວ່າພະເຍຊູມີຄວາມເຂົ້າໃຈແທ້ໆກ່ຽວກັບສະພາບແວດລ້ອມຂອງໂລກ?

12 ເມື່ອພະເຢໂຫວາສ້າງໂລກແລະທຸກສິ່ງທີ່ຢູ່ໃນໂລກ ພະເຍຊູ “ໄດ້ຢູ່ຂ້າງພະອົງເປັນຜູ້ຮັບໃຊ້ສຳເລັດການ [ເປັນນາຍຊ່າງ].” (ສຸພາສິດ 8:22, 30, 31; ໂກໂລດ 1:15-17) ດັ່ງນັ້ນ ພະເຍຊູຈຶ່ງມີຄວາມເຂົ້າໃຈແທ້ໆກ່ຽວກັບສະພາບແວດລ້ອມຂອງໂລກ. ພະອົງຮູ້ວິທີໃຊ້ແລະຄວບຄຸມທາດຕ່າງໆທີ່ມີໃນທຳມະຊາດ.

ສິ່ງໃດທີ່ເຮັດໃຫ້ເຈົ້າປະທັບໃຈກ່ຽວກັບວິທີທີ່ພະເຍຊູໃຊ້ລິດເດດຂອງພະອົງຢ່າງອັດສະຈັນ? (ເບິ່ງຂໍ້ 13, 14)

13, 14. ຂໍໃຫ້ຍົກຕົວຢ່າງທີ່ສະແດງເຖິງວິທີທີ່ພະເຍຊູສາມາດຄວບຄຸມພະລັງທີ່ມີໃນທຳມະຊາດ?

13 ຕອນທີ່ມີຊີວິດຢູ່ໂລກນີ້ ພະເຍຊູສະແດງໃຫ້ເຫັນລິດເດດຂອງພະເຈົ້າໂດຍຄວບຄຸມພະລັງທີ່ມີໃນທຳມະຊາດ. ຕົວຢ່າງເຊັ່ນ: ຂໍໃຫ້ຄິດເຖິງວິທີທີ່ພະເຍຊູສາມາດຄວບຄຸມລົມພາຍຸ. (ອ່ານ ມາລະໂກ 4:37-39) ຜູ້ຊ່ຽວຊານດ້ານຄຳພີໄບເບິນຄົນໜຶ່ງອະທິບາຍວ່າ: ຄຳພາສາເກັຣກສຳລັບຄຳວ່າ “ລົມແດງ [ລົມພາຍຸ]” ໃນພະທຳມາລະໂກແມ່ນໃຊ້ເພື່ອພັນລະນາເຖິງລົມພາຍຸທີ່ຮຸນແຮງ ເຊິ່ງເປັນລົມທີ່ພັດມາພ້ອມກັບເມກສີດຳ ມີລົມພັດມາແຮງໆເປັນບາດໆ ມີຟ້າຮ້ອງ ແລະມີຝົນຕົກແຮງໆຈົນເຮັດໃຫ້ນໍ້າຖ້ວມ. ເມື່ອລົມພາຍຸເຊົາ ທຸກຢ່າງກໍເສຍຫາຍໝົດ. ອັກຄະສາວົກມັດທາຍພັນລະນາເຖິງລົມພາຍຸນີ້ວ່າເປັນ “ລົມພາຍຸໃຫຍ່, ທ.ປ.”ມັດທາຍ 8:24

14 ຂໍໃຫ້ນຶກພາບເຫດການຕໍ່ໄປນີ້ ຄື້ນທະເລກຳລັງຕີຟາດໃສ່ເຮືອແລະຊັດນໍ້າເຂົ້າເຮືອເປັນບາດໆ. ເຖິງວ່າຈະມີສຽງລົມພາຍຸແລະເຮືອກໍໂອນເອນໄປມາ ພະເຍຊູກໍຍັງນອນຫຼັບຢູ່ເພາະວ່າເມື່ອຍ. ແຕ່ພວກລູກສິດພາກັນຢ້ານ ດັ່ງນັ້ນເຂົາເຈົ້າຈຶ່ງປຸກພະເຍຊູໃຫ້ຕື່ນແລະເວົ້າວ່າ: “ໝູ່ຂ້າພະເຈົ້າພວມຈິບຫາຍໄປ!” (ມັດທາຍ 8:25) ພະເຍຊູມີທ່າທີແນວໃດ? ພະອົງລຸກຂຶ້ນ ບອກລົມແລະທະເລວ່າ: “ຈົ່ງເຊົາ ຈົ່ງມິດຢູ່ເຖີ້ນ!” (ມາລະໂກ 4:39) ລົມພາຍຸທີ່ເປັນຕາຢ້ານກໍເຊົາ ແລະມີຄວາມ “ສະຫງັດງຽບອັນໃຫຍ່.” ຈັ່ງແມ່ນເປັນຕາໜ້າງຶດງໍ້ແທ້ໆທີ່ພະເຍຊູສາມາດໃຊ້ລິດເດດເພື່ອຄວບຄຸມພະລັງທີ່ມີໃນທຳມະຊາດໄດ້!

15. ພະເຢໂຫວາສະແດງໃຫ້ເຫັນແນວໃດວ່າສາມາດຄວບຄຸມພະລັງທີ່ມີໃນທຳມະຊາດໄດ້?

15 ລິດເດດຂອງພະເຍຊູມາຈາກພະເຢໂຫວາ ດັ່ງນັ້ນ ເຮົາຈຶ່ງຮູ້ວ່າພະເຢໂຫວາມີລິດເດດທີ່ຍິ່ງໃຫຍ່ເຊິ່ງສາມາດຄວບຄຸມພະລັງທີ່ມີໃນທຳມະຊາດໄດ້. ຕົວຢ່າງເຊັ່ນ: ກ່ອນນໍ້າຖ້ວມໂລກ ພະເຢໂຫວາບອກວ່າ: “ຍັງ 7 ວັນ ແລະເຮົາຈະໃຫ້ຝົນຕົກເທິງແຜ່ນດິນລະຫວ່າງ 40 ວັນ 40 ຄືນ.” (ຕົ້ນເດີມ 7:4) ໃນອົບພະຍົບ 14:12 ຍັງບອກວ່າ: “ພະເຢໂຫວາໄດ້ໃຫ້ລົມພັດກ້າມາແຕ່ທິດຕາເວັນອອກ.” ແລະໃນໂຢນາ 1:4 ເຮົາອ່ານວ່າ: “ພະເຢໂຫວາໄດ້ໃຊ້ລົມແດງ [ລົມພາຍຸ] ພັດເທິງນໍ້າທະເລ ແລະມີລົມ . . . ຂັດຝົນແຮງເທິງນໍ້າທະເລເປັນຢ່າງຄືໃຫ້ສະເພົາຫັກແຕກເສຍ.” ເປັນສິ່ງທີ່ດີແທ້ໆທີ່ຮູ້ວ່າໃນໂລກໃໝ່ພະເຢໂຫວາຈະຄວບຄຸມທາດຕ່າງໆໄດ້ສະເໝີ.

16. ເປັນຫຍັງເຮົາຈຶ່ງຮູ້ສຶກສະບາຍໃຈແທ້ໆທີ່ຮູ້ວ່າພະເຢໂຫວາແລະພະເຍຊູມີລິດເດດທີ່ສາມາດຄວບຄຸມພະລັງທີ່ມີໃນທຳມະຊາດ?

16 ເຮົາຮູ້ສຶກສະບາຍໃຈແທ້ໆທີ່ຮູ້ວ່າພະເຢໂຫວາແລະພະເຍຊູມີລິດເດດທີ່ຈະຄວບຄຸມພະລັງທີ່ມີໃນທຳມະຊາດ. ໃນລະຫວ່າງທີ່ພະເຍຊູປົກຄອງໜຶ່ງພັນປີ ທຸກໆຄົນທີ່ອາໄສຢູ່ໃນໂລກນີ້ຈະໄດ້ຮັບການປົກປ້ອງ. ຈະບໍ່ມີໃຜບາດເຈັບຫຼືເສຍຊີວິດເນື່ອງຈາກໄພທຳມະຊາດ ເຊັ່ນ: ພາຍຸໄຕ້ຝຸ່ນ ຊຶນາມິ ພູເຂົາໄຟລະເບີດ ຫຼືແຜ່ນດິນໄຫວຕ່າງໆ. ເຮົາຈະບໍ່ຢ້ານໄພພິບັດໃດໆເພາະວ່າ ພະເຢໂຫວາຈະປົກປ້ອງມະນຸດ. (ຄຳປາກົດ 21:3, 4) ເຮົາໝັ້ນໃຈໄດ້ວ່າ ໃນລະຫວ່າງທີ່ພະເຍຊູປົກຄອງໜຶ່ງພັນປີ ພະເຢໂຫວາຈະໃຫ້ລິດເດດແກ່ພະເຍຊູເພື່ອຄວບຄຸມພະລັງທີ່ມີໃນທຳມະຊາດ.

ຮຽນແບບພະເຢໂຫວາແລະພະເຍຊູຕັ້ງແຕ່ດຽວນີ້

17. ວິທີໜຶ່ງທີ່ເຮົາຈະຮຽນແບບພະເຢໂຫວາແລະພະເຍຊູແມ່ນການເຮັດຫຍັງ?

17 ເຮົາບໍ່ສາມາດຫ້າມໄພທຳມະຊາດໄດ້ ມີພຽງພະເຢໂຫວາແລະພະເຍຊູເທົ່ານັ້ນທີ່ເຮັດໄດ້. ແຕ່ມີບາງຢ່າງທີ່ເຮົາສາມາດເຮັດໄດ້. ເຮົາສາມາດເຮັດຄືກັບທີ່ກ່າວໄວ້ໃນສຸພາສິດ 3:27. (ອ່ານ) ເມື່ອພີ່ນ້ອງຮ່ວມຄວາມເຊື່ອຂອງເຮົາປະສົບກັບຄວາມຍາກລຳບາກ ເຮົາສາມາດຊ່ວຍເຫຼືອເບິ່ງແຍງຄວາມຈຳເປັນທາງດ້ານຮ່າງກາຍແລະທາງດ້ານອາລົມ ແລະສາມາດປອບໂຍນເຂົາເຈົ້າໄດ້. (ສຸພາສິດ 17:17) ຕົວຢ່າງເຊັ່ນ: ເຮົາອາດຊ່ວຍເຫຼືອເຂົາເຈົ້າຫຼັງຈາກທີ່ເກີດໄພທຳມະຊາດ. ພີ່ນ້ອງຍິງຄົນໜຶ່ງທີ່ເປັນໝ້າຍເຊິ່ງເຮືອນຂອງລາວຖືກພາຍຸເຮີຣິເຄນ (ພາຍຸໃຫຍ່) ທຳລາຍ ລາວໄດ້ເວົ້າວ່າ: “ຂ້ອຍຮູ້ສຶກຂອບໃຈແທ້ໆທີ່ໄດ້ຢູ່ໃນອົງການຂອງພະເຢໂຫວາ ຂ້ອຍໄດ້ຮັບຄວາມຊ່ວຍເຫຼືອບໍ່ແມ່ນພຽງແຕ່ທາງດ້ານຮ່າງກາຍເທົ່ານັ້ນ ແຕ່ຍັງໄດ້ຮັບຄວາມຊ່ວຍເຫຼືອທາງດ້ານຄວາມເຊື່ອນຳອີກ.” ພີ່ນ້ອງຍິງໂສດຄົນໜຶ່ງຮູ້ສຶກໝົດຫວັງເມື່ອລົມພາຍຸໄດ້ທຳລາຍເຮືອນຂອງລາວ. ຫຼັງຈາກທີ່ພີ່ນ້ອງຊ່ວຍແປງເຮືອນໃຫ້ແລ້ວ ລາວໄດ້ເວົ້າວ່າ: “ຂ້ອຍພັນລະນາອອກມາເປັນຄຳເວົ້າບໍ່ໄດ້! ຂ້ອຍບໍ່ຮູ້ວ່າຈະເວົ້າອອກມາແນວໃດ.” ລາວເວົ້າຕື່ມວ່າ: “ຂອບໃຈພະເຢໂຫວາແທ້ໆ!” ພວກເຮົາຂອບໃຈທີ່ພີ່ນ້ອງຊາຍຍິງໄດ້ສະແດງຄວາມເປັນຫ່ວງຕໍ່ກັບຄວາມຈຳເປັນຂອງກັນແລະກັນ. ຍິ່ງກວ່ານັ້ນ ພວກເຮົາຂອບໃຈທີ່ພະເຢໂຫວາແລະພະເຍຊູຄລິດເປັນຫ່ວງພວກເຮົາຢ່າງແທ້ຈິງ.

18. ສິ່ງໃດເຮັດໃຫ້ເຈົ້າປະທັບໃຈກ່ຽວກັບເຫດຜົນທີ່ພະເຍຊູເຮັດການອັດສະຈັນຕ່າງໆ?

18 ຕອນທີ່ຮັບໃຊ້ຢູ່ໂລກນີ້ ພະເຍຊູສະແດງໃຫ້ເຫັນວ່າເພິ່ນເປັນ “ລິດເດດຂອງພະເຈົ້າ.” ແຕ່ພະອົງບໍ່ເຄີຍໃຊ້ລິດເດດເພື່ອເຮັດໃຫ້ຄົນອື່ນປະທັບໃຈຫຼືເພື່ອຜົນປະໂຫຍດສ່ວນຕົວ. ແທນທີ່ຈະເຮັດແນວນັ້ນ ພະເຍຊູໃຊ້ລິດເດດເພື່ອເຮັດການອັດສະຈັນຕ່າງໆເພາະວ່າພະອົງຮັກຜູ້ຄົນຢ່າງແທ້ຈິງ. ເຮົາຈະຮຽນຮູ້ເພີ່ມເຕີມກ່ຽວກັບເລື່ອງນີ້ໃນບົດຄວາມຕໍ່ໄປ.