ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

‘ເຈົ້າຕ້ອງມີຄວາມອົດທົນ’

‘ເຈົ້າຕ້ອງມີຄວາມອົດທົນ’

ເມື່ອອານິຕາເຂົ້າມາເປັນພະຍານພະເຢໂຫວາ ຜົວຂອງລາວບໍ່ມັກແທ້ໆ. * ຜົວຂອງອານິຕາພະຍາຍາມຫ້າມບໍ່ໃຫ້ລາວໄປປະຊຸມແລະບໍ່ໃຫ້ເວົ້າເຖິງຊື່ພະເຈົ້າ. ພຽງແຕ່ໄດ້ຍິນອານິຕາເວົ້າຊື່ພະເຢໂຫວາ ນັ້ນກໍຈະເຮັດໃຫ້ລາວໃຈຮ້າຍຫຼາຍ.

ນອກຈາກນັ້ນ ຜົວຂອງອານິຕາຍັງບໍ່ຢາກໃຫ້ລາວສອນລູກກ່ຽວກັບເລື່ອງຂອງພະເຢໂຫວາຫຼືພາລູກໄປປະຊຸມນຳ. ນີ້ຈຶ່ງເຮັດໃຫ້ເປັນເລື່ອງທີ່ຍາກຫຼາຍ ເພາະອານິຕາຕ້ອງພະຍາຍາມຊ່ວຍລູກໂດຍທີ່ບໍ່ໃຫ້ຜົວຮູ້.

ຄືກັບທີ່ປະສົບການຂອງອານິຕາສະແດງໃຫ້ເຫັນ ບາງຄົນໃນຄອບຄົວອາດພະຍາຍາມທີ່ຈະເຮັດໃຫ້ເຈົ້າເຊົາຮັບໃຊ້ພະເຢໂຫວາ ຫຼືເຈົ້າອາດຈະຕົກຢູ່ໃນສະພາບການອື່ນທີ່ຫຍຸ້ງຍາກ. ບາງເທື່ອເຈົ້າອາດເຈັບປ່ວຍມາເປັນເວລາດົນນານ ລູກ ຜົວຫຼືເມຍຂອງເຈົ້າອາດຈະເສຍຊີວິດ ຫຼືຄົນທີ່ເຈົ້າຮັກໃນຄອບຄົວໄດ້ອອກຈາກແນວທາງຂອງພະເຢໂຫວາ. ໃນສະພາບການຕ່າງໆທີ່ກ່າວມານັ້ນ ແມ່ນຫຍັງຈະຊ່ວຍເຈົ້າໃຫ້ຮັກສາຄວາມສັດຊື່ຕໍ່ພະເຢໂຫວາໄວ້ໄດ້?

ອັກຄະສາວົກໂປໂລກ່າວວ່າ: “ທ່ານທັງຫຼາຍຕ້ອງການຄວາມພຽນ [ອົດ] ທົນ.” (ເຫບເລີ 10:36) ດັ່ງນັ້ນ ສິ່ງໃດຈະຊ່ວຍເຈົ້າໃຫ້ອົດທົນ?

ອະທິດຖານຂໍຄວາມຊ່ວຍເຫຼືອຈາກພະເຢໂຫວາ

ເມື່ອປະສົບກັບຄວາມທຸກລຳບາກ ຂໍໃຫ້ຈື່ວ່າເຈົ້າຕ້ອງໄວ້ວາງໃຈໃຫ້ພະເຢໂຫວາເປັນຜູ້ຊ່ວຍເຈົ້າໃຫ້ອົດທົນໄດ້. ໃຫ້ອະທິດຖານຂໍຄວາມຊ່ວຍເຫຼືອຈາກພະເຢໂຫວາ. ນັ້ນແມ່ນສິ່ງທີ່ອານາເຮັດເມື່ອຜົວຂອງລາວເສຍຊີວິດຢ່າງກະທັນຫັນ. ເຂົາເຈົ້າແຕ່ງດອງກັນມາໄດ້ 30 ປີແລ້ວ. ອານາເວົ້າວ່າ: “ຜົວຂອງຂ້ອຍອອກໄປເຮັດວຽກແລ້ວບໍ່ໄດ້ກັບມາເຮືອນອີກເລີຍ. ລາວອາຍຸພຽງ 52 ປີເທົ່ານັ້ນ.”

ວຽກອາຊີບຂອງອານາເຮັດໃຫ້ລາວບໍ່ມີເວລາຫວ່າງ ແຕ່ວຽກນັ້ນບໍ່ໄດ້ເຮັດໃຫ້ລາວເຊົາເຈັບປວດ. ສິ່ງໃດຊ່ວຍລາວໄດ້? ລາວບອກວ່າ: “ຂ້ອຍໄດ້ລະບາຍຄວາມໃນໃຈທັງໝົດຕໍ່ກັບພະເຢໂຫວາ ແລະອ້ອນວອນພະອົງໃຫ້ຊ່ວຍຂ້ອຍ.” ອານາຮູ້ສຶກໄດ້ເລີຍວ່າພະເຢໂຫວາຊ່ວຍລາວ ເພາະຫຼັງຈາກທີ່ອະທິດຖານຈົບ ລາວຮູ້ສຶກສະຫງົບໃຈແລະໃຈກໍເຢັນລົງ. ອານາເວົ້າຕື່ມອີກວ່າ: “ຂ້ອຍໝັ້ນໃຈແທ້ໆວ່າພະເຢໂຫວາຈະປຸກຜົວຂອງຂ້ອຍໃຫ້ຟື້ນຄືນມາຈາກຕາຍ.”—ຟີລິບ 4:6, 7

ພະເຢໂຫວາສັນຍາກັບຜູ້ຮັບໃຊ້ຂອງພະອົງວ່າ ພະອົງຈະຟັງຄຳອະທິດຖານຂອງເຂົາເຈົ້າ. (ຄຳເພງ 65:2) ພະອົງຍັງຈະຈັດໃຫ້ມີສິ່ງທີ່ຈຳເປັນທຸກໆຢ່າງແກ່ເຂົາເຈົ້າເພື່ອຈະສາມາດຮັບໃຊ້ພະອົງໄດ້ຕໍ່ໆໄປ. ພະເຢໂຫວາຈະຊ່ວຍເຈົ້າໃຫ້ສັດຊື່ຕໍ່ພະອົງເຖິງແມ່ນວ່າຈະຕົກຢູ່ໃນສະພາບການທີ່ຫຍຸ້ງຍາກກໍຕາມ.

ໃກ້ຊິດກັບພີ່ນ້ອງຊາຍຍິງ

ມີອີກວິທີໜຶ່ງທີ່ພະເຢໂຫວາສາມາດຊ່ວຍເຮົາໃຫ້ອົດທົນໄດ້. ພະອົງຈັດໃຫ້ມີພີ່ນ້ອງຊາຍຍິງໃນປະຊາຄົມ. ເຮົາສາມາດຮຽນຈາກພີ່ນ້ອງໃນເມືອງເທຊະໂລນີກທີ່ຊ່ວຍເຫຼືອກັນແລະກັນໃນຍາມທີ່ຖືກຂົ່ມເຫງຢ່າງໂຫດຮ້າຍ. ໃນເວລາແບບນັ້ນ ເຂົາເຈົ້າຈຳເປັນຕ້ອງໜູນໃຈກັນແລະກັນເປັນພິເສດຕໍ່ໆໄປ. (1 ເທຊະໂລນີກ 2:14; 5:11) ເຂົາເຈົ້າຊ່ວຍເຫຼືອພີ່ນ້ອງຊາຍຍິງຂອງຕົນໃຫ້ຮັກສາຄວາມສັດຊື່ຕໍ່ພະເຢໂຫວາໂດຍປະຊຸມຮ່ວມກັນແລະເປັນໝູ່ທີ່ສະໜິດກັນ. ສິ່ງໃດຈະຊ່ວຍເຮົາໃຫ້ຮັກສາຄວາມສັດຊື່ຄືກັບພີ່ນ້ອງໃນເມືອງເທຊະໂລນີກໄດ້ເຮັດ?

ເຮົາຈຳເປັນຕ້ອງມີໝູ່ທີ່ສະໜິດໃນປະຊາຄົມແລະສາມາດໜູນໃຈກັນແລະກັນໄດ້ ໂດຍສະເພາະໃນຍາມທີ່ຍາກລຳບາກ. (ໂລມ 14:19) ອັກຄະສາວົກໂປໂລທຸກທໍລະມານຍ້ອນການກົດຂີ່ຂົ່ມເຫງແລະກໍຍັງມີບັນຫາອື່ນໆອີກ ແຕ່ພະເຢໂຫວາໄດ້ຊ່ວຍລາວໃຫ້ມີກຳລັງທີ່ຈະອົດທົນໄດ້. ຕົວຢ່າງເຊັ່ນ: ພະເຢໂຫວາຈັດໃຫ້ມີພີ່ນ້ອງຊາຍຍິງເພື່ອໜູນກຳລັງໃຈໂປໂລ. ໂປໂລເວົ້າເຖິງໝູ່ຂອງລາວວ່າ: ເຂົາເຈົ້າ “ເປັນຄວາມເລົ້າໂລມໃຈແກ່ເຮົາ.” (ໂກໂລດ 4:10, 11) ພີ່ນ້ອງເຫຼົ່ານີ້ຮັກໂປໂລ. ດັ່ງນັ້ນ ເມື່ອລາວຈຳເປັນຕ້ອງໄດ້ຮັບຄວາມຊ່ວຍເຫຼືອ ພີ່ນ້ອງກໍໄດ້ປອບໂຍນແລະໃຫ້ກຳລັງໃຈລາວ. ບາງເທື່ອເຈົ້າອາດຄິດເຖິງຕອນທີ່ພີ່ນ້ອງຊາຍຍິງໃນປະຊາຄົມໄດ້ເວົ້າຫຼືເຮັດບາງຢ່າງທີ່ໜູນກຳລັງໃຈເຈົ້າ.

ຂໍຄວາມຊ່ວຍເຫຼືອຈາກຜູ້ເຖົ້າແກ່

ພະເຢໂຫວາຍັງຈັດໃຫ້ມີຜູ້ເຖົ້າແກ່ໃນປະຊາຄົມ. ຜູ້ຊາຍເຫຼົ່ານີ້ສາມາດໜູນກຳລັງໃຈແລະໃຫ້ຄຳແນະນຳທີ່ດີແກ່ເຈົ້າເຊິ່ງມາຈາກຄຳພີໄບເບິນ. ເຂົາເຈົ້າເປັນຄືກັບບ່ອນ “ປົກປ້ອງກັ້ນຈາກລົມພັດ ແລະ [ເປັນ] ທີ່ເພິ່ງອາໄສຈາກຟ້າແຕກຟ້າຜ້ຽງ . . . ເປັນຄືຫ້ວຍນໍ້າໃນດິນແຫ້ງ ຄືຮົ່ມເງົາແຕ່ຫີນດານອັນສູງໃນປະເທດດິນບໍ່ເກີດຜົນ.” (ເອຊາອີ 32:2) ເລື່ອງນີ້ເຮັດໃຫ້ເຮົາອົບອຸ່ນໃຈແທ້ໆທີ່ຮູ້ວ່າພີ່ນ້ອງຊາຍເຫຼົ່ານີ້ພ້ອມທີ່ຈະຊ່ວຍເຫຼືອເຮົາ. ດັ່ງນັ້ນ ເມື່ອມີຄວາມຫຍຸ້ງຍາກ ໃຫ້ເຈົ້າເຂົ້າຫາຜູ້ເຖົ້າແກ່ໂລດ. ເຂົາເຈົ້າສາມາດຊ່ວຍເຫຼືອເຈົ້າໃຫ້ຮັບໃຊ້ພະເຢໂຫວາຕໍ່ໆໄປໄດ້.

ແນ່ນອນວ່າພວກຜູ້ເຖົ້າແກ່ບໍ່ສາມາດແກ້ໄຂທຸກໆບັນຫາຂອງເຈົ້າໄດ້ ເພາະເຂົາເຈົ້າກໍເປັນຄົນທີ່ບໍ່ສົມບູນແບບຄືກັບເຈົ້າ. (ກິດຈະການ 14:15) ແຕ່ເຈົ້າຈະຮູ້ສຶກດີຂຶ້ນເມື່ອເຂົ້າຫາຜູ້ເຖົ້າແກ່ ແລະຂໍໃຫ້ລາວອະທິດຖານເຖິງພະເຢໂຫວາກ່ຽວກັບບັນຫາຂອງເຈົ້າ. (ຢາໂກໂບ 5:14, 15) ຕົວຢ່າງເຊັ່ນ: ພວກຜູ້ເຖົ້າແກ່ໄດ້ໜູນກຳລັງໃຈພີ່ນ້ອງຊາຍຄົນໜຶ່ງໃນປະເທດອີຕາລີທີ່ທໍລະມານເປັນເວລາຫຼາຍປີຍ້ອນມີບັນຫາສຸຂະພາບທີ່ຮ້າຍແຮງ. ລາວເວົ້າວ່າ: “ຄວາມຮັກແລະຄວາມຫ່ວງໃຍຂອງພີ່ນ້ອງຊາຍເຫຼົ່ານີ້ ພ້ອມກັບທີ່ເຂົາເຈົ້າມາຢາມເລື້ອຍໆຊ່ວຍຂ້ອຍໃຫ້ອົດທົນໄດ້.” ຖ້າເຈົ້າມີຄວາມຫຍຸ້ງຍາກລຳບາກໃດໆ ພະເຢໂຫວາຢາກໃຫ້ເຈົ້າຂໍຄວາມຊ່ວຍເຫຼືອຈາກຜູ້ເຖົ້າແກ່.

ໃຫ້ຄວາມສຳຄັນໃນການຮັບໃຊ້ພະເຢໂຫວາ

ເມື່ອໃຫ້ຄວາມສຳຄັນຕໍ່ການຮັບໃຊ້ພະເຢໂຫວາ ເຮົາກໍຈະເຫັນວິທີທີ່ພະອົງຊ່ວຍເຮົາ. ນັ້ນເປັນສິ່ງທີ່ຈອນໄດ້ເຮັດ. ຕອນທີ່ຈອນອາຍຸໄດ້ 39 ປີ ທ່ານໝໍໄດ້ກວດພົບວ່າລາວເປັນມະເຮັງທີ່ບໍ່ຄ່ອຍມີຄົນເປັນ. ລາວຮູ້ສຶກວ່າບໍ່ຍຸຕິທຳທີ່ເຈັບປ່ວຍແບບນັ້ນ ເພາະຕົນເອງຍັງໜຸ່ມຢູ່. ລາວກັງວົນກ່ຽວກັບເມຍແລະລູກຊາຍທີ່ອາຍຸພຽງສາມປີເທົ່ານັ້ນ. ຈອນເລົ່າວ່າ: “ເມຍຂອງຂ້ອຍບໍ່ພຽງແຕ່ຕ້ອງເບິ່ງແຍງລູກທີ່ຍັງນ້ອຍຢູ່ ແຕ່ຍັງຕ້ອງເບິ່ງແຍງຂ້ອຍນຳອີກ ພ້ອມທັງຊ່ວຍຂ້ອຍທຸກເລື່ອງໃນການນັດພົບທ່ານໝໍ.” ຜົນຈາກການປິ່ນປົວເຮັດໃຫ້ຈອນເມື່ອຍຫຼາຍ ແລະມີບັນຫາກ່ຽວກັບທ້ອງ. ບໍ່ພຽງແຕ່ເທົ່ານັ້ນ ຈອນຍັງຮູ້ວ່າພໍ່ກຳລັງຊອມໃຈແລະຈຳເປັນຕ້ອງມີຄົນເບິ່ງແຍງພໍ່ຂອງລາວ.

ແມ່ນຫຍັງຊ່ວຍຈອນແລະຄອບຄົວຂອງລາວໃນເວລາທີ່ຫຍຸ້ງຍາກແບບນັ້ນ? ເຖິງແມ່ນວ່າຈອນຈະຮູ້ສຶກເມື່ອຍຢູ່ເລື້ອຍໆ ແຕ່ລາວໄດ້ຈັດໃຫ້ຄອບຄົວໃຫ້ຄວາມສຳຄັນຕໍ່ການຮັບໃຊ້ພະເຢໂຫວາ. ລາວບອກວ່າ: “ພວກເຮົາເຂົ້າຮ່ວມການປະຊຸມທຸກໆລາຍການ ອອກໄປປະກາດທຸກໆອາທິດ ແລະນະມັດສະການປະຈຳຄອບຄົວຢ່າງສະໝໍ່າສະເໝີ ເຖິງວ່າຈະຫຍຸ້ງຍາກປານໃດກໍຕາມ.” ຈອນຮຽນຮູ້ວ່າເປັນສິ່ງສຳຄັນຫຼາຍທີ່ຈະຕ້ອງຮັກສາສາຍສຳພັນກັບພະເຢໂຫວາໃຫ້ແໜ້ນແຟ້ນທີ່ສຸດ. ເຖິງແມ່ນວ່າຕອນທຳອິດລາວຈະຕົກໃຈແລະກັງວົນ ບໍ່ດົນລາວກໍຮູ້ສຶກສະຫງົບໃຈຫຼາຍຂຶ້ນ. ລາວຮູ້ວ່າພະເຢໂຫວາຮັກລາວແລະຈັດໃຫ້ມີສິ່ງທີ່ຈຳເປັນເພື່ອເຮັດໃຫ້ລາວເຂັ້ມແຂງຂຶ້ນ. ພະເຢໂຫວາສາມາດຊ່ວຍເຈົ້າໃນວິທີທີ່ຄ້າຍໆກັນເມື່ອເຈົ້າຮູ້ສຶກກັງວົນຫຼືຢ້ານ. ຈອນເວົ້າວ່າ: “ພະເຢໂຫວາສາມາດຊ່ວຍເຈົ້າໃຫ້ເຂັ້ມແຂງຄືກັບທີ່ພະອົງໄດ້ຊ່ວຍຂ້ອຍ.”

ເມື່ອເຈົ້າກຳລັງປະສົບກັບຄວາມທຸກລຳບາກໃດໆກໍຕາມ ຂໍໃຫ້ຈື່ຄຳເວົ້າຂອງໂປໂລທີ່ວ່າ: “ທ່ານທັງຫຼາຍຕ້ອງການຄວາມພຽນ[ອົດ] ທົນ.” ຂໍໃຫ້ເຈົ້າໝາຍເພິ່ງພະເຢໂຫວາໂດຍການອະທິດຖານເຖິງພະອົງ ໃຫ້ໃກ້ຊິດກັບພີ່ນ້ອງຊາຍຍິງໃນປະຊາຄົມ ໃຫ້ຂໍຄວາມຊ່ວຍເຫຼືອຈາກຜູ້ເຖົ້າແກ່ ແລະໃຫ້ຄວາມສຳຄັນຕໍ່ການນະມັດສະການພະເຢໂຫວາ. ພະອົງຈະຊ່ວຍເຈົ້າໃຫ້ຮັບມືກັບບັນຫາໃດໆກໍຕາມທີ່ເຈົ້າອາດມີໃນຕອນນີ້ ຫຼືບັນຫາທີ່ຫຍຸ້ງຍາກອື່ນໆທີ່ອາດຈະເກີດຂຶ້ນໃນອະນາຄົດ.

^ ຂໍ້ 2 ຊື່ສົມມຸດ.