ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໃຊ້ຊີວິດໃຫ້ສອດຄ່ອງກັບຄຳອະທິດຖານແບບຢ່າງຂອງພະເຍຊູ—ຕອນທີ 1

ໃຊ້ຊີວິດໃຫ້ສອດຄ່ອງກັບຄຳອະທິດຖານແບບຢ່າງຂອງພະເຍຊູ—ຕອນທີ 1

“ຂໍໃຫ້ນາມຊື່ຂອງພະອົງເປັນທີ່ນັບຖືອັນບໍລິສຸດ.”—ມັດທາຍ 6:9

1. ເມື່ອປະກາດ ເຮົາອາດໃຊ້ຄຳອະທິດຖານຂອງພະເຍຊູທີ່ຢູ່ໃນມັດທາຍ 6:9-13 ແນວໃດ?

ຫຼາຍຄົນຮູ້ຈັກຄຳອະທິດຖານທີ່ຢູ່ໃນມັດທາຍ 6:9-13. ເມື່ອປະກາດ ເຮົາໃຊ້ຄຳເວົ້າທີ່ຢູ່ໃນຄຳອະທິດຖານນີ້ເພື່ອສອນຜູ້ຄົນໃຫ້ຮູ້ວ່າລາຊະອານາຈັກເປັນລັດຖະບານແທ້ໆຂອງພະເຈົ້າເຊິ່ງຈະປ່ຽນໂລກນີ້ໃຫ້ເປັນອຸທິຍານ. ເຮົາຍັງໃຊ້ຄຳວ່າ “ຂໍໃຫ້ນາມຊື່ຂອງພະອົງເປັນທີ່ນັບຖືອັນບໍລິສຸດ” ເພື່ອສະແດງໃຫ້ເຫັນວ່າພະເຈົ້າມີຊື່ແລະເຮົາຕ້ອງເຮັດໃຫ້ຊື່ຂອງພະອົງບໍລິສຸດ.—ມັດທາຍ 6:9

2. ເຮົາຮູ້ໄດ້ແນວໃດວ່າພະເຍຊູບໍ່ຢາກໃຫ້ເຮົາເວົ້າຊໍ້າຄຳເກົ່າທຸກເທື່ອເມື່ອອະທິດຖານ?

2 ຄືກັບທີ່ຫຼາຍຄົນເຮັດ ທຸກໆເທື່ອທີ່ເຮົາອະທິດຖານພະເຍຊູຢາກໃຫ້ເຮົາທ່ອງຄຳເວົ້າທີ່ພະອົງໃຊ້ບໍ? ບໍ່ແມ່ນແບບນັ້ນ. ພະເຍຊູບອກວ່າ: “ເມື່ອທ່ານທັງຫຼາຍອ້ອນວອນ ຢ່າເວົ້າອີກຫຼາຍຄວາມເປົ່າໆ [ເກົ່າໆ] ເລື້ອຍ.” (ມັດທາຍ 6:7) ໃນໂອກາດອື່ນ ເມື່ອພະເຍຊູສອນພວກລູກສິດກ່ຽວກັບວິທີອະທິດຖານພະອົງບໍ່ໄດ້ໃຊ້ຄຳເວົ້າແບບເກົ່າ. (ລືກາ 11:1-4) ດັ່ງນັ້ນ ພະເຍຊູຈຶ່ງໃຫ້ຄຳອະທິດຖານແບບຢ່າງແກ່ເຮົາເພື່ອສອນໃຫ້ຮູ້ສິ່ງທີ່ເຮົາຈຳເປັນຕ້ອງອະທິດຖານຂໍ.

3. ໃນຂະນະທີ່ພິຈາລະນາຄຳອະທິດຖານແບບຢ່າງ ເຈົ້າອາດຖາມຕົວເອງແນວໃດ?

3 ໃນບົດຄວາມນີ້ແລະບົດຄວາມຕໍ່ໄປ ເຮົາຈະພິຈາລະນາຄຳອະທິດຖານແບບຢ່າງໂດຍລະອຽດ. ໃນຂະນະທີ່ເຮັດເຊັ່ນນັ້ນ ຂໍໃຫ້ຖາມຕົວເອງວ່າ: ‘ຄຳອະທິດຖານນີ້ຈະຊ່ວຍຂ້ອຍແນວໃດໃຫ້ອະທິດຖານໄດ້ດີຂຶ້ນ?’ ແລະສຳຄັນກວ່ານັ້ນອີກ ‘ຂ້ອຍກຳລັງໃຊ້ຊີວິດໃຫ້ສອດຄ່ອງກັບຄຳອະທິດຖານແບບຢ່າງບໍ?’

“ພະບິດາຂອງຂ້າພະເຈົ້າທັງຫຼາຍຜູ້ຢູ່ໃນສະຫວັນ”

4. ຄຳເວົ້າທີ່ວ່າ “ພະບິດາຂອງຂ້າພະເຈົ້າທັງຫຼາຍ” ເຕືອນຫຍັງເຮົາ ແລະພະເຢໂຫວາເປັນພໍ່ຂອງພວກເຮົາໄດ້ແນວໃດ?

4 ພະເຍຊູເລີ່ມຕົ້ນຄຳອະທິດຖານດ້ວຍຄຳວ່າ: “ພະບິດາຂອງຂ້າພະເຈົ້າທັງຫຼາຍ.” ຄຳເວົ້ານີ້ເຕືອນເຮົາວ່າພະເຢໂຫວາເປັນພໍ່ຂອງພີ່ນ້ອງຊາຍຍິງຂອງພວກເຮົາທຸກຄົນໃນທົ່ວໂລກ. (1 ເປໂຕ 2:17) ຜູ້ທີ່ພະເຢໂຫວາເລືອກໃຫ້ມີຊີວິດຢູ່ໃນສະຫວັນຖືກຮັບເອົາເປັນລູກຊາຍຂອງພະອົງ ສະນັ້ນພະເຢໂຫວາຈຶ່ງເປັນພໍ່ຂອງເຂົາເຈົ້າໃນຖານະທີ່ພິເສດ. (ໂລມ 8:15-17) ຜູ້ທີ່ຈະມີຊີວິດຕະຫຼອດໄປໃນແຜ່ນດິນໂລກກໍສາມາດເອີ້ນພະເຢໂຫວາວ່າ “ພະບິດາ” ໄດ້ຄືກັນ. ພະເຢໂຫວາໃຫ້ເຂົາເຈົ້າມີຊີວິດແລະຈັດຕຽມສິ່ງທີ່ຈຳເປັນຕ່າງໆໃຫ້ເຂົາເຈົ້າ. ເຂົາເຈົ້າຈະຖືກເອີ້ນວ່າ “ລູກທັງຫຼາຍຂອງພະເຈົ້າ” ຫຼັງຈາກທີ່ເປັນມະນຸດສົມບູນແບບແລະຮັກສາຄວາມສັດຊື່ຕໍ່ພະເຢໂຫວາໄວ້ໄດ້ເມື່ອມີການທົດລອງຄັ້ງສຸດທ້າຍ.—ໂລມ 8:21; ຄຳປາກົດ 20:7, 8

5, 6. ຂອງຂວັນອັນໃດທີ່ດີທີ່ສຸດເຊິ່ງພໍ່ແມ່ສາມາດໃຫ້ລູກໄດ້ ແລະເດັກນ້ອຍແຕ່ລະຄົນຄວນເຮັດຫຍັງກັບຂອງຂວັນນີ້? (ເບິ່ງຮູບທຳອິດ)

5 ພໍ່ແມ່ໃຫ້ຂອງຂວັນທີ່ມີຄ່າທີ່ສຸດແກ່ລູກເມື່ອຊ່ວຍລູກໃຫ້ເຂົ້າໃຈວ່າພະເຢໂຫວາເປັນພໍ່ຂອງເຂົາເຈົ້າທີ່ຢູ່ທາງພາກສະຫວັນແລະເມື່ອສອນລູກໃຫ້ອະທິດຖານ. ຜູ້ດູແລໝວດຄົນໜຶ່ງໃນປະເທດອາຝຼິກກາໃຕ້ເລົ່າວ່າ: “ນັບຕັ້ງແຕ່ມື້ທີ່ລູກເກີດ ຂ້ອຍໄດ້ອະທິດຖານກັບເຂົາເຈົ້າທຸກໆຄືນນອກຈາກວ່າຂ້ອຍບໍ່ຢູ່ເຮືອນ. ພວກລູກສາວພາກັນເວົ້າຕະຫຼອດວ່າເຂົາເຈົ້າຈື່ບໍ່ໄດ້ທຸກໆຄຳທີ່ຂ້ອຍອະທິດຖານ. ແຕ່ເຂົາເຈົ້າກໍຈື່ບັນຍາກາດ ຈື່ວ່າການອະທິດຖານເຖິງພະເຢໂຫວາເປັນສິ່ງທີ່ສັກສິດ ແລະຈື່ຄວາມຮູ້ສຶກທີ່ສະຫງົບໃຈແລະປອດໄພ. ທັນທີທີ່ລູກເລີ່ມອະທິດຖານໄດ້ເອງ ຂ້ອຍກໍກະຕຸ້ນລູກໃຫ້ອະທິດຖານອອກສຽງເພື່ອຂ້ອຍຈະສາມາດໄດ້ຍິນສິ່ງທີ່ລູກຄິດແລະຮູ້ສຶກຕໍ່ພະເຢໂຫວາ. ນີ້ເປັນໂອກາດດີຫຼາຍທີ່ຈະເຫັນພາບລວມໆກ່ຽວກັບສິ່ງທີ່ຢູ່ໃນໃຈຂອງລູກ. ຈາກນັ້ນ ຂ້ອຍຈະຄ່ອຍໆຝຶກລູກໃຫ້ລວມເອົາສ່ວນສຳຄັນຕ່າງໆຂອງຄຳອະທິດຖານແບບຢ່າງເຂົ້ານຳເພື່ອໃຫ້ຄຳອະທິດຖານຂອງເຂົາເຈົ້າມີພື້ນຖານທີ່ຖືກຕ້ອງ.”

6 ລູກສາວຂອງພີ່ນ້ອງຄົນນີ້ຍັງໃກ້ຊິດກັບພະເຢໂຫວາຕໍ່ໆໄປເມື່ອເຕີບໃຫຍ່ຂຶ້ນ. ຕອນນີ້ເຂົາເຈົ້າແຕ່ງດອງແລ້ວແລະກຳລັງຮັບໃຊ້ພະເຢໂຫວາເຕັມເວລາຮ່ວມກັບຜົວຂອງເຂົາເຈົ້າ. ຂອງຂວັນທີ່ດີທີ່ສຸດເຊິ່ງພໍ່ແມ່ສາມາດໃຫ້ລູກໄດ້ແມ່ນສອນເຂົາເຈົ້າວ່າພະເຢໂຫວາມີຕົວຕົນແທ້ໆແລະເຂົາເຈົ້າສາມາດເປັນໝູ່ສະໜິດຂອງພະອົງໄດ້. ຢ່າງໃດກໍຕາມ ເດັກນ້ອຍແຕ່ລະຄົນຈຳເປັນຕ້ອງຮັກສາມິດຕະພາບທີ່ໃກ້ຊິດນີ້ກັບພະເຢໂຫວາເອົາໄວ້.—ຄຳເພງ 5:11, 12; 91:14

“ຂໍໃຫ້ນາມຊື່ຂອງພະອົງເປັນທີ່ນັບຖືອັນບໍລິສຸດ”

7. ເຮົາໄດ້ຮັບກຽດຫຍັງ ແຕ່ເຮົາຕ້ອງເຮັດຫຍັງກັບກຽດນັ້ນ?

7 ນັບວ່າເປັນກຽດທີ່ເຮົາໄດ້ຮູ້ຈັກຊື່ຂອງພະເຈົ້າ ແລະໄດ້ ‘ເປັນປະຊາຊົນສຳລັບນາມຊື່ແຫ່ງພະອົງ.’ (ກິດຈະການ 15:14; ເອຊາອີ 43:10) ເຮົາອະທິດຖານວ່າ: “ຂໍໃຫ້ນາມຊື່ຂອງພະອົງເປັນທີ່ນັບຖືອັນບໍລິສຸດ” ນັ້ນໝາຍຄວາມວ່າເຮົາຂໍໃຫ້ຊື່ນັ້ນຖືກເຮັດໃຫ້ບໍລິສຸດ. ນອກຈາກນັ້ນ ເຮົາຍັງອະທິດຖານຂໍກັບພະເຢໂຫວາເພື່ອຊ່ວຍເຮົາບໍ່ໃຫ້ເຮັດຫຼືເວົ້າສິ່ງທີ່ອາດຈະເຮັດໃຫ້ພະອົງບໍ່ໄດ້ຮັບກຽດ. ເຮົາບໍ່ຄວນເປັນຄືກັບບາງຄົນໃນສະຕະວັດທຳອິດທີ່ບໍ່ໄດ້ເຮັດຕາມສິ່ງທີ່ເຂົາເຈົ້າສອນ. ໂປໂລຂຽນເຖິງເຂົາເຈົ້າວ່າ: “ຄົນຕ່າງປະເທດເວົ້າຫຍາບຊ້າຕໍ່ນາມຊື່ຂອງພະເຈົ້າເພາະເຫດພວກທ່ານ.”—ໂລມ 2:21-24

8, 9. ຂໍໃຫ້ຍົກຕົວຢ່າງທີ່ສະແດງໃຫ້ເຫັນວິທີທີ່ພະເຢໂຫວາໄດ້ຊ່ວຍຄົນທີ່ຕ້ອງການເຮັດໃຫ້ຊື່ຂອງພະອົງເປັນທີ່ນັບຖືອັນບໍລິສຸດ.

8 ເຮົາເຮັດທຸກສິ່ງທີ່ເຮັດໄດ້ເພື່ອໃຫ້ກຽດຊື່ຂອງພະເຢໂຫວາ. ພີ່ນ້ອງຍິງຄົນໜຶ່ງທີ່ຢູ່ປະເທດນອກແວ ເມື່ອຜົວເສຍຊີວິດ ລາວກໍຢູ່ຕາມລຳພັງກັບລູກຊາຍອາຍຸສອງປີ. ລາວເລົ່າວ່າ: “ນັ້ນເປັນໄລຍະເວລາທີ່ຍາກຫຼາຍໃນຊີວິດຂອງຂ້ອຍ. ຂ້ອຍອະທິດຖານທຸກໆມື້ແລະເກືອບຈະທຸກໆຊົ່ວໂມງຊໍ້າເພື່ອໃຫ້ຂ້ອຍມີກຳລັງທີ່ຈະຮັກສາອາລົມໃຫ້ໝັ້ນຄົງເພື່ອບໍ່ໃຫ້ຊາຕານມີເຫດຜົນທີ່ຈະເຍາະເຍີ້ຍພະເຢໂຫວາເນື່ອງຈາກຂ້ອຍໄດ້ຕັດສິນໃຈໃນສິ່ງທີ່ບໍ່ສຸຂຸມຫຼືບໍ່ສັດຊື່. ຂ້ອຍຕ້ອງການເຮັດໃຫ້ຊື່ຂອງພະເຢໂຫວາເປັນທີ່ນັບຖືອັນບໍລິສຸດ ແລະຂ້ອຍຢາກໃຫ້ລູກຊາຍໄດ້ພົບກັບພໍ່ຂອງລາວອີກໃນອຸທິຍານ.”—ສຸພາສິດ 27:11

9 ພະເຢໂຫວາໄດ້ຕອບຄຳອະທິດຖານຂອງພີ່ນ້ອງຍິງຄົນນີ້ບໍ? ຕອບແທ້. ລາວໄດ້ຮັບການໜູນກຳລັງໃຈເມື່ອຢູ່ກັບພີ່ນ້ອງຊາຍຍິງເປັນປະຈຳ. ຫ້າປີຕໍ່ມາ ລາວໄດ້ແຕ່ງດອງກັບຜູ້ເຖົ້າແກ່ຄົນໜຶ່ງ. ຕອນນີ້ລູກຊາຍຂອງລາວອາຍຸ 20 ປີແລະໄດ້ເປັນພີ່ນ້ອງທີ່ຮັບບັບເຕມາແລ້ວ. ລາວເວົ້າວ່າ: “ຂ້ອຍມີຄວາມສຸກຫຼາຍທີ່ຜົວໄດ້ຊ່ວຍຂ້ອຍໃນການລ້ຽງດູລູກ.”

10. ພະເຢໂຫວາຈະເຮັດໃຫ້ຊື່ຂອງພະອົງເປັນທີ່ນັບຖືອັນບໍລິສຸດຢ່າງແທ້ຈິງໂດຍວິທີໃດ?

10 ພະເຢໂຫວາຈະເຮັດໃຫ້ຊື່ຂອງພະອົງເປັນທີ່ນັບຖືອັນບໍລິສຸດຢ່າງແທ້ຈິງ ເມື່ອພະເຢໂຫວາຈະທຳລາຍທຸກຄົນທີ່ບໍ່ໃຫ້ກຽດພະອົງແລະທີ່ບໍ່ຍອມໃຫ້ພະອົງເປັນຜູ້ປົກຄອງຂອງເຂົາເຈົ້າ. (ອ່ານ ເອເຊກຽນ 38:22, 23) ໃນຕອນນັ້ນ ມະນຸດທັງໝົດຈະເປັນຄົນສົມບູນແບບ ແລະທຸກຄົນທີ່ຢູ່ໃນສະຫວັນແລະແຜ່ນດິນໂລກຈະນະມັດສະການພະເຢໂຫວາພຽງຜູ້ດຽວ ແລະໃຫ້ກຽດຕໍ່ກັບຊື່ທີ່ບໍລິສຸດຂອງພະອົງ. ໃນທີ່ສຸດ ພໍ່ຂອງເຮົາທີ່ມີຄວາມຮັກຫຼາຍຈະ “ເປັນ . . . ທຸກສິ່ງ [ແກ່ທຸກຄົນ].”—1 ໂກລິນໂທ 15:28

“ຂໍໃຫ້ແຜ່ນດິນ [ລາຊະອານາຈັກ] ຂອງພະອົງມາຕັ້ງຢູ່”

11, 12. ໃນປີ 1876 ພະເຢໂຫວາໄດ້ຊ່ວຍປະຊາຊົນຂອງພະອົງໃຫ້ເຂົ້າໃຈເລື່ອງຫຍັງ?

11 ກ່ອນທີ່ພະເຍຊູຈະກັບຄືນໄປສະຫວັນ ພວກລູກສິດໄດ້ຖາມພະອົງວ່າ: “ໃນເວລານີ້ພະອົງຈະກູ້ລາຊະອານາຈັກໃຫ້ແກ່ພວກຍິດສະລາເອນຫຼື?, ທ.ປ.” ພະເຍຊູຕອບວ່າ ຍັງບໍ່ທັນເຖິງເວລາທີ່ເຂົາເຈົ້າຄວນຮູ້ວ່າລາຊະອານາຈັກຂອງພະເຈົ້າຈະເລີ່ມຕົ້ນປົກຄອງເມື່ອໃດ. ພະອົງບອກພວກລູກສິດໃຫ້ໃສ່ໃຈໃນເລື່ອງການປະກາດເຊິ່ງເປັນວຽກທີ່ສຳຄັນຫຼາຍ. (ອ່ານ ກິດຈະການ 1:6-8) ນອກຈາກນັ້ນ ພະເຍຊູຍັງສອນເຂົາເຈົ້າອະທິດຖານຂໍໃຫ້ລາຊະອານາຈັກຂອງພະເຈົ້າມາປົກຄອງແລະໃຫ້ເຂົາເຈົ້າຄອຍຖ້າເວລານັ້ນ. ດ້ວຍເຫດນີ້ເຮົາຈຶ່ງຍັງອະທິດຖານຂໍໃຫ້ລາຊະອານາຈັກມາປົກຄອງ.

12 ເມື່ອໃກ້ຈະເຖິງເວລາທີ່ພະເຍຊູເລີ່ມປົກຄອງໃນສະຫວັນ ພະເຢໂຫວາໄດ້ຊ່ວຍປະຊາຊົນຂອງພະອົງໃຫ້ເຂົ້າໃຈວ່າການປົກຄອງນັ້ນຈະເລີ່ມຕົ້ນໃນປີໃດ. ໃນປີ 1876 ຊາລ ເທຊ ຣັດເຊວ ໄດ້ຂຽນໃນບົດຄວາມເລື່ອງ “ເວລາກຳນົດຂອງພວກຄົນຕ່າງປະເທດຈະສິ້ນສຸດລົງເມື່ອໃດ?” ລາວໄດ້ອະທິບາຍກ່ຽວກັບ “ຍາມທັງເຈັດ [ເຈັດອາທິດ]” ທີ່ຢູ່ໃນຄຳພະຍາກອນຂອງດານຽນວ່າມີຄວາມໝາຍດຽວກັນກັບຄຳພະຍາກອນຂອງພະເຍຊູເລື່ອງ “ເວລາກຳນົດຂອງພວກຕ່າງປະເທດ.” ບົດຄວາມນັ້ນອະທິບາຍວ່າເວລາຂອງຄົນຕ່າງປະເທດຈະສິ້ນສຸດລົງໃນປີ 1914. *ດານຽນ 4:16; ລືກາ 21:24

13. ມີຫຍັງເກີດຂຶ້ນໃນປີ 1914 ແລະນັບຕັ້ງແຕ່ປີນັ້ນເຫດການຕ່າງໆໃນໂລກໄດ້ພິສູດໃຫ້ເຫັນຫຍັງ?

13 ໃນປີ 1914 ສົງຄາມໂລກໄດ້ເລີ່ມຕົ້ນໃນທະວີບເອີຣົບແລະບໍ່ດົນກໍແພ່ຂະຫຍາຍອອກໄປທົ່ວໂລກຢ່າງໄວວາ. ສົງຄາມໄດ້ເຮັດໃຫ້ເກີດຄວາມອຶດຢາກຢ່າງຮ້າຍແຮງ. ເມື່ອສົງຄາມສິ້ນສຸດລົງໃນປີ 1918 ຢູ່ທົ່ວໂລກມີຄົນຕາຍຍ້ອນໄຂ້ຫວັດໃຫຍ່ຫຼາຍກວ່າຄົນທີ່ຕາຍຍ້ອນສົງຄາມດ້ວຍຊໍ້າ. ເຫດການທັງໝົດນີ້ເປັນສ່ວນໜຶ່ງຂອງ ‘ໝາຍສຳຄັນ [ສັນຍະລັກ]’ ຕາມທີ່ພະເຍຊູບອກໄວ້ ເຊິ່ງເປັນສັນຍະລັກທີ່ພິສູດວ່າພະອົງເປັນກະສັດໃນປີ 1914. (ມັດທາຍ 24:3-8; ລືກາ 21:10, 11) ໃນປີນັ້ນ ພະເຍຊູ “ໄດ້ອອກໄປເປັນຜູ້ແພ້ [ຊະນະ] ແລະເພື່ອຈະໄດ້ແພ້ [ໄຊຊະນະ].” (ຄຳປາກົດ 6:2) ພະເຍຊູໄດ້ຖິ້ມຊາຕານແລະພວກຜີປີສາດຂອງມັນລົງມາຈາກສະຫວັນແລະໃຫ້ມາຢູ່ໃນໂລກນີ້. ຫຼັງຈາກນັ້ນ ຄຳພະຍາກອນກໍເລີ່ມສຳເລັດເປັນຈິງທີ່ວ່າ: “ວິບາກແກ່ແຜ່ນດິນໂລກແລະແກ່ນໍ້າທະເລ ເຫດວ່າພະຍາມານໄດ້ລົງມາເຖິງທ່ານທັງຫຼາຍມີຄວາມຄຽດຮ້າຍນັກ ເພາະຮູ້ຈັກວ່າເວລາແຫ່ງຕົນຍັງແຕ່ໜ້ອຍດຽວ.”—ຄຳປາກົດ 12:7-12

14. (ກ) ເປັນຫຍັງເຮົາຍັງຕ້ອງອະທິດຖານຕໍ່ໆໄປເພື່ອຂໍໃຫ້ລາຊະອານາຈັກຂອງພະເຈົ້າມາປົກຄອງ? (ຂ) ມີວຽກສຳຄັນຫຍັງທີ່ເຮົາຕ້ອງເຮັດໃນຕອນນີ້?

14 ຄຳພະຍາກອນໃນຄຳປາກົດບົດທີ 12 ຊ່ວຍເຮົາໃຫ້ເຂົ້າໃຈວ່າເປັນຫຍັງຈຶ່ງມີສິ່ງຕ່າງໆທີ່ຮ້າຍແຮງເລີ່ມເກີດຂຶ້ນຢູ່ໂລກໃນໄລຍະເວລາດຽວກັບທີ່ພະເຍຊູເປັນກະສັດໃນລາຊະອານາຈັກຂອງພະເຈົ້າ. ເຖິງວ່າພະເຍຊູປົກຄອງໃນສະຫວັນແລ້ວກໍຕາມ ແຕ່ຊາຕານກໍຍັງປົກຄອງໂລກນີ້ຢູ່. ແຕ່ອີກບໍ່ດົນພະເຍຊູຈະເຮັດໃຫ້ “ໄຊຊະນະ” ຂອງພະອົງຄົບຖ້ວນໂດຍການກຳຈັດຄວາມຊົ່ວຮ້າຍທຸກຢ່າງໃຫ້ໝົດໄປຈາກໂລກນີ້. ແຕ່ກ່ອນຈະເຖິງເວລານັ້ນ ເຮົາຍັງຕ້ອງອະທິດຖານຕໍ່ໆໄປເພື່ອຂໍໃຫ້ລາຊະອານາຈັກຂອງພະເຈົ້າມາປົກຄອງ ແລະໃຫ້ເຮົາດຸໝັ່ນໃນການປະກາດເລື່ອງລາຊະອານາຈັກນັ້ນ. ວຽກງານຂອງເຮົາເຮັດໃຫ້ຄຳພະຍາກອນຂອງພະເຍຊູສຳເລັດເປັນຈິງທີ່ວ່າ: “ຄຳປະເສີດນີ້ແຫ່ງແຜ່ນດິນ [ຂ່າວດີເລື່ອງລາຊະອານາຈັກຂອງພະເຈົ້າ] . . . ຈະເປັນທີ່ເທສະໜາປ່າວປະກາດໄປທົ່ວແຜ່ນດິນໂລກ ເພື່ອຈະເປັນພິຍານແກ່ພວກຕ່າງປະເທດທັງປວງ ແລະເມື່ອນັ້ນທີ່ສຸດຈະມາເຖິງແລ້ວ.”—ມັດທາຍ 24:14

ຂໍໃຫ້ “ນໍ້າໃຈຂອງພະອົງສຳເລັດ . . . ທີ່ແຜ່ນດິນໂລກ”

15, 16. ພຽງພໍແລ້ວບໍທີ່ຈະອະທິດຖານວ່າຂໍໃຫ້ໃຈປະສົງຂອງພະເຈົ້າສຳເລັດຢູ່ແຜ່ນດິນໂລກ? ຂໍໃຫ້ອະທິບາຍ.

15 ໃຈປະສົງຂອງພະເຈົ້າໄດ້ສຳເລັດຢູ່ແຜ່ນດິນໂລກເມື່ອປະມານ 6.000 ປີທີ່ແລ້ວ ຍ້ອນແນວນັ້ນພະເຢໂຫວາຈຶ່ງມີເຫດຜົນທີ່ຈະກ່າວວ່າທຸກໆສິ່ງກໍ “ວິເສດດີແທ້ໆ.” (ຕົ້ນເດີມ 1:31) ແຕ່ຫຼັງຈາກນັ້ນຊາຕານໄດ້ກະບົດ ແລະນັບຕັ້ງແຕ່ນັ້ນມາຄົນສ່ວນຫຼາຍບໍ່ໄດ້ເຮັດຕາມໃຈປະສົງຂອງພະເຢໂຫວາ. ແຕ່ໃນທຸກມື້ນີ້ມີປະມານແປດລ້ານຄົນທີ່ກຳລັງຮັບໃຊ້ພະເຢໂຫວາ. ເຂົາເຈົ້າອະທິດຖານຂໍໃຫ້ໃຈປະສົງຂອງພະອົງສຳເລັດຢູ່ແຜ່ນດິນໂລກ ແລະເຂົາເຈົ້າກໍຍັງເຮັດຕາມໃຈປະສົງຂອງພະອົງນຳອີກ. ເຂົາເຈົ້າໃຊ້ຊີວິດໃນແນວທາງທີ່ເຮັດໃຫ້ພະເຢໂຫວາພໍໃຈແລະກະຕືລືລົ້ນໃນການສອນຄົນອື່ນກ່ຽວກັບລາຊະອານາຈັກຂອງພະອົງ.

ທ່ານກຳລັງສອນລູກໃຫ້ເຮັດຕາມໃຈປະສົງຂອງພະເຈົ້າບໍ? (ເບິ່ງຂໍ້ 16)

16 ຕົວຢ່າງເຊັ່ນ: ຢູ່ປະເທດອາຝຼິກກາມີມິດຊັນນາລີຄົນໜຶ່ງທີ່ອາຍຸ 80 ປີ ເຊິ່ງຮັບບັບເຕມາໃນປີ 1948 ລາວເລົ່າວ່າ: “ຂ້ອຍໄດ້ອະທິດຖານຕະຫຼອດວ່າຂໍໃຫ້ຄົນທີ່ມີທ່າອຽງຢາກສົນໃຈຄວາມຈິງໄດ້ຮັບການຕິດຕໍ່ແລະໄດ້ຮັບການຊ່ວຍເຫຼືອໃຫ້ມາຮູ້ຈັກພະເຢໂຫວາກ່ອນທີ່ຈະຊ້າເກີນໄປ. ນອກຈາກນັ້ນ ເມື່ອກຳລັງຈະປະກາດກັບຜູ້ໃດຜູ້ໜຶ່ງ ຂ້ອຍໄດ້ຂໍສະຕິປັນຍາເພື່ອຈະເຂົ້າເຖິງຫົວໃຈຂອງຄົນນັ້ນ. ເມື່ອໄດ້ພົບກັບຄົນທີ່ມີທ່າອຽງຢາກຟັງຄວາມຈິງ ຂ້ອຍຈະຂໍກັບພະເຢໂຫວາໃຫ້ອວຍພອນຄວາມພະຍາຍາມຂອງພວກເຮົາໃນການເບິ່ງແຍງເອົາໃຈໃສ່ເຂົາເຈົ້າ.” ພີ່ນ້ອງຍິງທີ່ສູງອາຍຸຄົນນີ້ໄດ້ຊ່ວຍຫຼາຍຄົນໃຫ້ຮຽນຮູ້ເລື່ອງພະເຢໂຫວາ. ເຈົ້າຄິດພໍ້ຜູ້ສູງອາຍຸຄົນອື່ນໆບໍ ທີ່ກຳລັງເຮັດຕາມໃຈປະສົງຂອງພະເຢໂຫວາຢ່າງກະຕືລືລົ້ນ?—ອ່ານ ຟີລິບ 2:17

17. ເຈົ້າຮູ້ສຶກແນວໃດກ່ຽວກັບສິ່ງທີ່ພະເຢໂຫວາຈະເຮັດໃນອະນາຄົດສຳລັບມະນຸດແລະແຜ່ນດິນໂລກ?

17 ຈົນກວ່າພະເຢໂຫວາຈະກຳຈັດສັດຕູຂອງພະອົງອອກໄປຈາກໂລກນີ້ ເຮົາຍັງຕ້ອງອະທິດຖານຂໍຕໍ່ໆໄປເພື່ອໃຫ້ໃຈປະສົງຂອງພະອົງສຳເລັດ. ເມື່ອຮອດຕອນນັ້ນທົ່ວໂລກຈະເປັນອຸທິຍານ ແລະຫຼາຍພັນລ້ານຄົນຈະຖືກປຸກໃຫ້ຟື້ນຄືນມາຈາກຕາຍ. ພະເຍຊູກ່າວວ່າ: “ຄາວມາໃກ້ແລ້ວເວລາຄົນທັງປວງທີ່ຢູ່ໃນບ່ອນຝັງສົບກໍຈະຍິນສຽງປາກຂອງພະບຸດແລະເຂົາຈະອອກມາ.” (ໂຢຮັນ 5:28, 29) ຂໍໃຫ້ນຶກພາບເບິ່ງວ່າເຮົາຈະມີຄວາມສຸກຫຼາຍແທ້ໆທີ່ໄດ້ຕ້ອນຮັບຄົນທີ່ເຮົາຮັກເຊິ່ງເສຍຊີວິດໄປແລ້ວ! ໃນຕອນນັ້ນ ພະເຈົ້າ “ຈະເຊັດນໍ້າຕາທັງຫຼາຍ” ຈາກຕາຂອງເຮົາ. (ຄຳປາກົດ 21:4) ຄົນສ່ວນຫຼາຍທີ່ຖືກປຸກໃຫ້ຟື້ນຄືນມາຈາກຕາຍຈະເປັນ “ຜູ້ບໍ່ຊອບທຳ” ເຊິ່ງເຂົາເຈົ້າບໍ່ເຄີຍໄດ້ຮຽນຄວາມຈິງກ່ຽວກັບພະເຢໂຫວາແລະພະເຍຊູ. ເຮົາຈະມີຄວາມສຸກທີ່ໄດ້ສອນເຂົາເຈົ້າເລື່ອງໃຈປະສົງຂອງພະເຈົ້າ ເພື່ອເຂົາເຈົ້າຈະໄດ້ຮັບ “ຊີວິດອັນຕະຫຼອດໄປເປັນນິດ.”—ກິດຈະການ 24:15; ໂຢຮັນ 17:3

18. ມະນຸດຈະໄດ້ຮັບສິ່ງທີ່ຈຳເປັນຫຼາຍທີ່ສຸດເມື່ອໃດ?

18 ພະເຢໂຫວາຈະໃຫ້ສິ່ງທີ່ຈຳເປັນຫຼາຍທີ່ສຸດແກ່ມະນຸດ ເມື່ອພະອົງເຮັດໃຫ້ຄຳຂໍສາມເລື່ອງທຳອິດໃນຄຳອະທິດຖານແບບຢ່າງສຳເລັດເປັນຈິງ ເຊັ່ນ: ຂໍໃຫ້ລາຊະອານາຈັກຂອງພະເຢໂຫວາມາປົກຄອງ ຂໍໃຫ້ຊື່ຂອງພະອົງຈະເປັນທີ່ນັບຖືອັນບໍລິສຸດ ແລະຂໍໃຫ້ທຸກຄົນໃນເອກະພົບຈະພ້ອມພຽງກັນນະມັດສະການພະອົງ. ໃນບົດຄວາມຕໍ່ໄປເຮົາຈະພິຈາລະນາສິ່ງຈຳເປັນຢ່າງອື່ນທີ່ສຳຄັນເຊິ່ງພະເຍຊູສອນເຮົາໃຫ້ອະທິດຖານຂໍ.

^ ຂໍ້ 12 ເພື່ອຈະຮູ້ຈັກວ່າພວກເຮົາຮູ້ໄດ້ແນວໃດທີ່ວ່າຄຳພະຍາກອນນີ້ສຳເລັດເປັນຈິງໃນປີ 1914 ຂໍໃຫ້ເບິ່ງປຶ້ມຄຳພີໄບເບິນສອນແນວໃດແທ້ໆ? ໜ້າ 215-218.