ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໃຊ້ຊີວິດໃຫ້ສອດຄ່ອງກັບຄຳອະທິດຖານແບບຢ່າງຂອງພະເຍຊູ—ຕອນທີ 2

ໃຊ້ຊີວິດໃຫ້ສອດຄ່ອງກັບຄຳອະທິດຖານແບບຢ່າງຂອງພະເຍຊູ—ຕອນທີ 2

“ພະບິດາຂອງທ່ານທັງຫຼາຍຮູ້ຈັກສິ່ງໃດທີ່ທ່ານຕ້ອງປະສົງ [ຕ້ອງການ].”—ມັດທາຍ 6:8

1-3. ເປັນຫຍັງພີ່ນ້ອງຍິງຄົນໜຶ່ງຈຶ່ງຮູ້ສຶກໝັ້ນໃຈວ່າພະເຢໂຫວາຮູ້ສິ່ງທີ່ລາວຈຳເປັນ?

ໄພໂອເນຍຄົນໜຶ່ງຊື່ ລານາ ບໍ່ເຄີຍລືມສິ່ງທີ່ເກີດຂຶ້ນເມື່ອກຳລັງຈະເດີນທາງໄປປະເທດເຢຍລະມັນໃນປີ 2012. ລາວຮູ້ສຶກວ່າພະເຢໂຫວາຕອບຄຳອະທິດຖານຂອງລາວສອງເລື່ອງ ນັ້ນຄື ຕອນທີ່ຢູ່ໃນລົດໄຟເພື່ອຈະໄປສະໜາມບິນ ລານາຂໍໃຫ້ພະເຢໂຫວາຊ່ວຍລາວພົບກັບບາງຄົນເພື່ອຈະສາມາດປະກາດນຳໄດ້. ເມື່ອໄປຮອດສະໜາມບິນ ລາວຈຶ່ງຮູ້ວ່າຖ້ຽວບິນຖືກເລື່ອນເປັນມື້ຕໍ່ໄປ. ລານາໄດ້ຂໍໃຫ້ພະເຢໂຫວາຊ່ວຍ ເພາະລາວໃຊ້ເງິນເກືອບໝົດແລ້ວແລະຕ້ອງການທີ່ພັກສຳລັບຄືນນັ້ນ.

2 ທັນທີທີ່ອະທິດຖານຈົບ ລານາກໍໄດ້ຍິນສຽງເວົ້າວ່າ: “ສະບາຍດີລານາ ເຈົ້າມາເຮັດຫຍັງຢູ່ນີ້?” ນີ້ແມ່ນໝູ່ຂອງລາວທີ່ເຄີຍຮຽນໜັງສືນຳກັນ. ຊາຍໜຸ່ມຄົນນີ້ກຳລັງຈະໄປປະເທດອາຝຼິກກາໃຕ້ ແລະແມ່ກັບແມ່ຕູ້ໄດ້ມາສົ່ງລາວຢູ່ສະໜາມບິນ. ເມື່ອລານາບອກເຂົາເຈົ້າກ່ຽວກັບສິ່ງທີ່ເກີດຂຶ້ນ ແມ່ກັບແມ່ຕູ້ກໍຊວນລານາໃຫ້ໄປພັກນຳ. ເຂົາເຈົ້າໄດ້ຖາມລານາຫຼາຍເລື່ອງກ່ຽວກັບຄວາມເຊື່ອແລະວຽກໄພໂອເນຍທີ່ລາວກຳລັງເຮັດ.

3 ມື້ຕໍ່ມາຫຼັງຈາກທີ່ກິນເຂົ້າເຊົ້າແລ້ວ ລານາຕອບຄຳຖາມຂອງເຂົາເຈົ້າຕື່ມອີກກ່ຽວກັບຄຳພີໄບເບິນ. ລານາໄດ້ຂໍຂໍ້ມູນສຳລັບຕິດຕໍ່ເຂົາເຈົ້າເພື່ອໃຫ້ມີຄົນມາຕອບຄຳຖາມຂອງເຂົາເຈົ້າຕໍ່ໄປ. ລານາກັບຮອດບ້ານຢ່າງປອດໄພ ແລະຍັງເປັນໄພໂອເນຍຕໍ່ໄປ. ລາວຮູ້ສຶກວ່າພະເຢໂຫວາຟັງຄຳອະທິດຖານຂອງລາວ ທັງຮູ້ສິ່ງທີ່ລາວຈຳເປັນແລະກໍໄດ້ຊ່ວຍເຫຼືອລາວ.—ຄຳເພງ 65:2

ເຮົາບໍ່ຕ້ອງກັງວົນໃນເລື່ອງຄວາມຈຳເປັນສຳລັບອະນາຄົດ

4. ເຮົາຈະພິຈາລະນາສິ່ງຈຳເປັນຫຍັງແດ່?

4 ທັນທີທີ່ມີບັນຫາ ເຮົາກໍຈະຂໍຄວາມຊ່ວຍເຫຼືອຈາກພະເຢໂຫວາໂລດ ແລະພະອົງເຕັມໃຈທີ່ຈະຟັງຄຳອະທິດຖານຂອງເຮົາ. (ຄຳເພງ 34:15; ສຸພາສິດ 15:8) ແຕ່ຄຳອະທິດຖານແບບຢ່າງຂອງພະເຍຊູສອນເຮົາໃຫ້ຮູ້ວ່າຍັງມີສິ່ງຈຳເປັນທີ່ສຳຄັນກວ່າເຊິ່ງເຮົາຕ້ອງອະທິດຖານຂໍ. ໃນບົດຄວາມນີ້ເຮົາຈະພິຈາລະນາວ່າຄຳຂໍສີ່ເລື່ອງສຸດທ້າຍໃນຄຳອະທິດຖານແບບຢ່າງສາມາດຊ່ວຍເຮົາແນວໃດໃຫ້ສັດຊື່ຕໍ່ພະເຢໂຫວາ.—ອ່ານ ມັດທາຍ 6:11-13

“ຂໍໂຜດປະທານອາຫານທີ່ [ພວກ] ຂ້າພະເຈົ້າ . . . ປະສົງໃນວັນນີ້”

5, 6. ເປັນຫຍັງພະເຍຊູສອນເຮົາໃຫ້ອະທິດຖານຂໍອາຫານສຳລັບ “[ພວກ] ຂ້າພະເຈົ້າ” ເຖິງວ່າເຮົາຈະມີຢ່າງເຫຼືອເຟືອແລ້ວ?

5 ພະເຍຊູສອນໃຫ້ເຮົາຂໍອາຫານສຳລັບ “[ພວກ] ຂ້າພະເຈົ້າ” ບໍ່ແມ່ນຂໍສຳລັບ “ຂ້າພະເຈົ້າ.” ວິກເຕີ ທີ່ເປັນຜູ້ດູແລໝວດໃນປະເທດອາຝຼິກກາອະທິບາຍວ່າ: “ຂ້ອຍຂອບໃຈພະເຢໂຫວາຈາກຫົວໃຈຢູ່ສະເໝີທີ່ຂ້ອຍກັບເມຍບໍ່ຕ້ອງກັງວົນຫຼາຍວ່າອາຫານຄາບຕໍ່ໄປຈະມາຈາກໃສ ທັງບໍ່ຕ້ອງເປັນຫ່ວງເລື່ອງຄ່າເຊົ່າເຮືອນ. ພີ່ນ້ອງທີ່ມີຄວາມເອື້ອເຟື້ອໄດ້ເບິ່ງແຍງພວກເຮົາທຸກມື້. ແຕ່ຂ້ອຍໄດ້ອະທິດຖານຂໍໃຫ້ພີ່ນ້ອງທີ່ຊ່ວຍເຫຼືອພວກເຮົາສາມາດຮັບມືກັບຄວາມກົດດັນທາງດ້ານເສດຖະກິດທີ່ເຂົາເຈົ້າຕ້ອງປະສົບ.”

6 ເຮົາອາດມີອາຫານກິນຢ່າງເຫຼືອເຟືອ ແຕ່ພີ່ນ້ອງຂອງເຮົາຫຼາຍຄົນພັດທຸກຍາກ. ນອກຈາກນັ້ນ ບາງຄົນຍັງໄດ້ຮັບຜົນກະທົບຈາກໄພພິບັດຕ່າງໆ. ເຮົາບໍ່ພຽງແຕ່ອະທິດຖານເພື່ອເຂົາເຈົ້າເທົ່ານັ້ນ ແຕ່ເຮົາສາມາດເຮັດບາງສິ່ງເພື່ອຊ່ວຍເຂົາເຈົ້າ ເຊັ່ນ: ເຮົາສາມາດແບ່ງປັນສິ່ງທີ່ເຮົາມີໃຫ້ກັບເຂົາເຈົ້າ. ເຮົາຍັງສາມາດບໍລິຈາກເປັນປະຈຳເພື່ອຊ່ວຍວຽກງານທົ່ວໂລກທີ່ປະຊາຊົນຂອງພະເຢໂຫວາກຳລັງເຮັດ. ເຮົາຮູ້ວ່າການບໍລິຈາກຂອງເຮົາຈະຊ່ວຍພີ່ນ້ອງທີ່ມີຄວາມຈຳເປັນ.—1 ໂຢຮັນ 3:17

7. ເປັນຫຍັງພະເຍຊູຈຶ່ງສອນວ່າ “ຢ່າຊູ່ອຸກໃຈສຳລັບມື້ອື່ນ”?

7 ຫຼັງຈາກທີ່ສອນເລື່ອງຄຳອະທິດຖານແບບຢ່າງ ພະເຍຊູຍັງໄດ້ສອນເຮົາບໍ່ໃຫ້ໝົກມຸ້ນໃນເລື່ອງວັດຖຸສິ່ງຂອງ. ພະອົງເວົ້າວ່າ ຖ້າພະເຢໂຫວາເບິ່ງແຍງດອກຫຍ້າ “ພະອົງຈະບໍ່ໃຫ້ມີເສື້ອຜ້ານຸ່ງຫົ່ມທ່ານທັງຫຼາຍຫຼາຍກວ່ານັ້ນຫຼື ໂອ້ຄົນທັງຫຼາຍທີ່ມີຄວາມເຊື່ອໜ້ອຍ? ເຫດສັນນີ້ທ່ານທັງຫຼາຍຢ່າຊູ່ອຸກໃຈວ່າ ‘ . . . ຈະນຸ່ງຫົ່ມສິ່ງໃດ?’” ຈາກນັ້ນ ພະອົງກ່າວຊໍ້າອີກວ່າ: “ຢ່າຊູ່ອຸກໃຈສຳລັບມື້ອື່ນ.” (ມັດທາຍ 6:30-34) ເຮົາບໍ່ຕ້ອງກັງວົນໃນເລື່ອງຄວາມຈຳເປັນສຳລັບອະນາຄົດ. ແທນທີ່ຈະກັງວົນ ເຮົາຄວນພໍໃຈກັບການມີສິ່ງຈຳເປັນພື້ນຖານໃນແຕ່ລະມື້. ຕົວຢ່າງເຊັ່ນ: ເຮົາສາມາດອະທິດຖານຂໍໃຫ້ມີບ່ອນຢູ່ອາໄສ ໃຫ້ມີວຽກເຮັດເພື່ອສາມາດລ້ຽງດູຄອບຄົວ ແລະໃຫ້ມີສະຕິປັນຍາເພື່ອຈະຕັດສິນໃຈຢ່າງສຸຂຸມໃນເລື່ອງສຸຂະພາບ. ແຕ່ຍັງມີສິ່ງອື່ນອີກທີ່ສຳຄັນເຊິ່ງເຮົາຈຳເປັນຕ້ອງອະທິດຖານຂໍ.

8. ຄຳເວົ້າຂອງພະເຍຊູທີ່ກ່າວເຖິງອາຫານສຳລັບວັນນີ້ເຕືອນຫຍັງເຮົາ? (ເບິ່ງຮູບໃນໜ້າ 27)

8 ການທີ່ພະເຍຊູກ່າວເຖິງອາຫານສຳລັບວັນນີ້ຍັງເຕືອນເຮົາໃນເລື່ອງອື່ນອີກເຊິ່ງພະອົງໄດ້ເວົ້າວ່າ: “ຄົນຈະບໍ່ລ້ຽງຊີວິດດ້ວຍເຂົ້າຈີ່ [ອາຫານພຽງຢ່າງດຽວ] ແຕ່ວ່າດ້ວຍສັບພະຄຳທີ່ອອກມາແຕ່ປາກແຫ່ງພະເຈົ້າ.” (ມັດທາຍ 4:4) ດັ່ງນັ້ນ ເຮົາຄວນອະທິດຖານຂໍໃຫ້ພະເຢໂຫວາສອນເຮົາຕໍ່ໆໄປ ແລະຂໍພະອົງຈັດໃຫ້ມີສິ່ງທີ່ຈຳເປັນເພື່ອເຮົາຈະໃກ້ຊິດກັບພະອົງຕໍ່ໆໄປ.

“ຂໍໂຜດຍົກໜີ້ຂອງ [ພວກ] ຂ້າພະເຈົ້າ”

9. ເປັນຫຍັງຄວາມຜິດຂອງເຮົາຈຶ່ງເປັນຄືກັບໜີ້?

9 ພະເຍຊູກ່າວວ່າ: “ຂໍໂຜດຍົກໜີ້ຂອງ [ພວກ] ຂ້າພະເຈົ້າ.” ໃນໂອກາດອື່ນພະອົງຍັງກ່າວວ່າ “ຂໍໂຜດຍົກບາບ [ຄວາມຜິດ] ທັງຫຼາຍຂອງພວກຂ້າພະເຈົ້າ.” (ມັດທາຍ 6:12; ລືກາ 11:4) ພະອົງກ່າວເຊັ່ນນີ້ກໍຍ້ອນວ່າຄວາມຜິດຂອງເຮົາເປັນຄືກັບໜີ້. ຫໍສັງເກດການ ໃນປີ 1951 ອະທິບາຍວ່າ: ເມື່ອເຮົາເຮັດຜິດກໍເທົ່າກັບວ່າເຮົາເປັນໜີ້ພະເຢໂຫວາ. ເຮົາຕິດໜີ້ພະເຢໂຫວາໃນເລື່ອງຄວາມຮັກແລະການເຊື່ອຟັງ. ດັ່ງນັ້ນ ເມື່ອເຮັດຜິດຕໍ່ພະເຢໂຫວາ ເຮົາບໍ່ໄດ້ໃຫ້ພະອົງໃນສິ່ງທີ່ເຮົາເປັນໜີ້ພະອົງ. ຫໍສັງເກດການ ນີ້ຍັງເວົ້າວ່າ: ຖ້າພະເຢໂຫວາຢາກທວງໜີ້ ພະອົງສາມາດຕັດຂາດສາຍສຳພັນທີ່ເຮົາມີກັບພະອົງ ແລະຫໍສັງເກດການ ສະບັບນີ້ຍັງບອກຕື່ມອີກວ່າ: “ການເຮັດຜິດເປັນການບໍ່ສະແດງຄວາມຮັກຕໍ່ພະເຈົ້າ.”—1 ໂຢຮັນ 5:3

ເຮົາຄວນຂອບໃຈພະເຢໂຫວາຢູ່ສະເໝີສຳລັບຄ່າໄຖ່ເຊິ່ງເປັນຂອງຂວັນທີ່ມີຄ່າຫຼາຍ

10. ເປັນຫຍັງພະເຢໂຫວາຈຶ່ງສາມາດໃຫ້ອະໄພຄວາມຜິດຂອງເຮົາໄດ້ ແລະເຮົາຄວນຮູ້ສຶກແນວໃດໃນເລື່ອງນັ້ນ?

10 ເຮົາຂອບໃຈແທ້ໆທີ່ພະເຢໂຫວາຈັດໃຫ້ມີຄ່າໄຖ່ຂອງພະເຍຊູເພື່ອເຮົາຈະໄດ້ຮັບການໃຫ້ອະໄພບາບ! ທຸກໆມື້ເຮົາຕ້ອງການໃຫ້ພະເຢໂຫວາໃຫ້ອະໄພເຮົາ. ເຖິງວ່າພະເຍຊູໄດ້ຕາຍເພື່ອເຮົາເກືອບ 2.000 ປີມາແລ້ວ ແຕ່ໃນທຸກມື້ນີ້ເຮົາຍັງໄດ້ຮັບປະໂຫຍດຈາກຄ່າໄຖ່ນັ້ນຢູ່. ເຮົາຄວນຂອບໃຈພະເຢໂຫວາສະເໝີສຳລັບຂອງຂວັນທີ່ມີຄ່ານີ້. ບໍ່ມີຜູ້ໃດໃນພວກເຮົາທີ່ສາມາດຈ່າຍຄ່າໄຖ່ຕາມຈຳນວນທີ່ຕ້ອງການນັ້ນເພື່ອຈະປົດປ່ອຍເຮົາໃຫ້ພົ້ນຈາກບາບແລະຄວາມຕາຍໄດ້. (ອ່ານ ຄຳເພງ 49:7-9; 1 ເປໂຕ 1:18, 19) ຄຳເວົ້າໃນຄຳອະທິດຖານແບບຢ່າງທີ່ວ່າ: “ຂໍໂຜດຍົກບາບທັງຫຼາຍຂອງພວກຂ້າພະເຈົ້າ” ເຕືອນວ່າເຮົາຕ້ອງການຄ່າໄຖ່ ແລະພີ່ນ້ອງຊາຍຍິງຂອງເຮົາກໍຕ້ອງການຄືກັນ. ພະເຢໂຫວາຍັງຢາກໃຫ້ເຮົາຄິດເຖິງເຂົາເຈົ້າແລະສາຍສຳພັນຂອງເຂົາເຈົ້າກັບພະອົງ. ນີ້ລວມເຖິງເຮົາຕ້ອງຟ້າວໃຫ້ອະໄພເມື່ອເຂົາເຈົ້າເຮັດຜິດຕໍ່ເຮົາ. ຕາມປົກກະຕິແລ້ວສິ່ງທີ່ເຂົາເຈົ້າເຮັດກໍເປັນຄວາມຜິດເລັກໆນ້ອຍໆ ແຕ່ເມື່ອເຮົາຍົກໂທດໃຫ້ພີ່ນ້ອງນີ້ກໍສະແດງໃຫ້ເຫັນວ່າເຮົາຮັກເຂົາເຈົ້າ. ນອກຈາກນັ້ນ ເຮົາຍັງສະແດງໃຫ້ເຫັນວ່າເຮົາຂອບໃຈພະເຢໂຫວາທີ່ໃຫ້ອະໄພເຮົາ.—ໂກໂລດ 3:13

11. ເປັນຫຍັງການໃຫ້ອະໄພຄົນອື່ນຈຶ່ງເປັນເລື່ອງສຳຄັນ?

11 ເນື່ອງຈາກເຮົາເປັນຄົນບໍ່ສົມບູນແບບ ບາງຄັ້ງອາດເປັນເລື່ອງຍາກທີ່ຈະໃຫ້ອະໄພຄົນທີ່ເຮັດໃຫ້ເຮົາບໍ່ພໍໃຈ. (ພວກເລວີ 19:18) ຖ້າເຮົາເລີ່ມເວົ້າໃນສິ່ງທີ່ເຂົາເຈົ້າເຮັດໃຫ້ເຮົາ ເຮົາອາດດຶງເອົາຄົນອື່ນໃນປະຊາຄົມເຂົ້າມາກ່ຽວຂ້ອງນຳ ແລະນີ້ອາດຈະມີຜົນກະທົບຕໍ່ຄວາມສາມັກຄີໃນປະຊາຄົມ. ຖ້າເຮົາຍັງປ່ອຍໃຫ້ເລື່ອງນີ້ເກີດຂຶ້ນຕໍ່ໄປໆ ນັ້ນກໍສະແດງວ່າເຮົາບໍ່ຮູ້ຄຸນຄ່າຕໍ່ຄ່າໄຖ່ທີ່ເປັນຂອງຂວັນຈາກພະເຢໂຫວາແລະເຮົາກໍຈະບໍ່ໄດ້ຮັບປະໂຫຍດຈາກຄ່າໄຖ່ນັ້ນເລີຍ. (ມັດທາຍ 18:35) ຖ້າເຮົາບໍ່ໃຫ້ອະໄພຄົນອື່ນ ພະເຢໂຫວາກໍຈະບໍ່ໃຫ້ອະໄພເຮົາ. (ອ່ານ ມັດທາຍ 6:14, 15) ນອກຈາກນັ້ນ ຖ້າເຮົາຕ້ອງການໃຫ້ພະເຢໂຫວາໃຫ້ອະໄພເຮົາ ເຮົາຕ້ອງຫຼີກລ່ຽງຢູ່ສະເໝີທີ່ຈະບໍ່ເຮັດໃນສິ່ງທີ່ພະອົງກຽດຊັງ.—1 ໂຢຮັນ 3:4, 6

ຖ້າເຮົາຕ້ອງການໃຫ້ພະເຢໂຫວາໃຫ້ອະໄພເຮົາ ເຮົາກໍຈຳເປັນຕ້ອງໃຫ້ອະໄພຄົນອື່ນ (ເບິ່ງຂໍ້ 11)

“ຂໍຢ່າພາ [ພວກ] ຂ້າພະເຈົ້າ . . . ເຂົ້າໄປໃນການທົດລອງ [ລໍ້ໃຈ] ”

12, 13. (ກ) ເກີດຫຍັງຂຶ້ນກັບພະເຍຊູຫຼັງຈາກທີ່ຮັບບັບເຕມາ? (ຂ) ເປັນຫຍັງເຮົາບໍ່ຄວນໂທດຄົນອື່ນຖ້າເຮົາຍອມແພ້ຕໍ່ການລໍ້ໃຈ? (ຄ) ການທີ່ພະເຍຊູຮັກສາຄວາມສັດຊື່ຈົນເຖິງມື້ເສຍຊີວິດນັ້ນພິສູດໃຫ້ເຫັນຫຍັງ?

12 ຄຳເວົ້າໃນຄຳອະທິດຖານແບບຢ່າງ ທີ່ວ່າ “ຂໍຢ່າພາ [ພວກ] ຂ້າພະເຈົ້າ . . . ເຂົ້າໄປໃນການທົດລອງ [ລໍ້ໃຈ]” ເຕືອນເຮົາໃຫ້ຮູ້ສິ່ງທີ່ເກີດຂຶ້ນກັບພະເຍຊູຫຼັງຈາກທີ່ຮັບບັບເຕມາໄດ້ບໍ່ດົນ. ພະວິນຍານຂອງພະເຈົ້າໄດ້ພາພະອົງເຂົ້າໄປໃນປ່າ “ເພື່ອໃຫ້ພະຍາມານທົດລອງ, ທ.ປ.” (ມັດທາຍ 4:1; 6:13) ເປັນຫຍັງພະເຢໂຫວາຍອມໃຫ້ສິ່ງນັ້ນເກີດຂຶ້ນ? ພະເຢໂຫວາສົ່ງພະເຍຊູມາໂລກນີ້ເພື່ອຈັດການກັບປະເດັນທີ່ເກີດຂຶ້ນເມື່ອອາດາມກັບເອວາປະຕິເສດການປົກຄອງຂອງພະອົງ. ການກະບົດຂອງເຂົາເຈົ້າເຮັດໃຫ້ເກີດຄຳຖາມຂຶ້ນມາເຊິ່ງຕ້ອງໃຊ້ເວລາຈຶ່ງຈະໄດ້ຮັບຄຳຕອບ. ຕົວຢ່າງເຊັ່ນ: ມີຫຍັງຜິດພາດບໍ ໃນວິທີທີ່ພະເຢໂຫວາສ້າງມະນຸດ? ມະນຸດທີ່ສົມບູນແບບຈະຍັງສັດຊື່ຕໍ່ພະເຢໂຫວາບໍ ເມື່ອຖືກຕົວ “ຊົ່ວຮ້າຍ” ລໍ້ໃຈ? ຈະດີກວ່າບໍ ຖ້າມະນຸດປົກຄອງຕົວເອງ? (ຕົ້ນເດີມ 3:4, 5) ໃນອະນາຄົດ ເມື່ອຄຳຖາມທັງໝົດນີ້ໄດ້ຮັບຄຳຕອບຕາມທີ່ພະເຢໂຫວາພໍໃຈ ທຸກໆຄົນທີ່ຢູ່ໃນສະຫວັນແລະຢູ່ໂລກນີ້ກໍຈະຮູ້ວ່າການປົກຄອງຂອງພະເຢໂຫວາເປັນແນວທາງທີ່ດີທີ່ສຸດ.

ເຮົາສາມາດຮັກສາຄວາມສັດຊື່ຕໍ່ພະເຢໂຫວາເຖິງແມ່ນວ່າຈະຕົກຢູ່ໃນສະຖານະການທີ່ຫຍຸ້ງຍາກທີ່ສຸດ

13 ພະເຢໂຫວາບໍລິສຸດ ສະນັ້ນພະອົງຈຶ່ງບໍ່ເຄີຍລໍ້ໃຈຜູ້ໃດດ້ວຍສິ່ງຊົ່ວຮ້າຍ. ແຕ່ຊາຕານນັ້ນແຫຼະທີ່ເປັນ “ຜູ້ທົດລອງ [ລໍ້ລວງ].” (ມັດທາຍ 4:3) ຊາຕານພະຍາຍາມລໍ້ໃຈເຮົາໃນຫຼາຍໆທາງ. ແຕ່ເຮົາມີທາງເລືອກ ນັ້ນຄືເຮົາແຕ່ລະຄົນສາມາດເລືອກໄດ້ວ່າຈະຕ້ານທານການລໍ້ໃຈຫຼືບໍ່. (ອ່ານ ຢາໂກໂບ 1:13-15) ເມື່ອຖືກຊາຕານລໍ້ໃຈ ພະເຍຊູໄດ້ຍົກເອົາພະຄຳຂອງພະເຈົ້າຂຶ້ນມາປະຕິເສດມັນທັນທີ. ໂດຍການເຮັດແບບນີ້ ພະເຍຊູສະແດງໃຫ້ເຫັນວ່າສັດຊື່ຕໍ່ພະເຈົ້າ. ຢ່າງໃດກໍຕາມ ຊາຕານບໍ່ໄດ້ຍອມແພ້ ມັນຍັງຄອຍຖ້າ ‘ຈົນເຖິງເວລາທີ່ມັນມີໂອກາດອີກ.’ (ລືກາ 4:13) ບໍ່ວ່າຊາຕານຈະພະຍາຍາມເຮັດອັນໃດກໍຕາມ ແຕ່ພະເຍຊູເຊື່ອຟັງພະເຢໂຫວາສະເໝີໃນຖານະເປັນຜູ້ປົກຄອງ. ພະອົງພິສູດໃຫ້ເຫັນວ່າມະນຸດສົມບູນແບບສາມາດຮັກສາຄວາມສັດຊື່ຕໍ່ພະເຢໂຫວາເຖິງແມ່ນວ່າຈະຕົກຢູ່ໃນສະຖານະການທີ່ຫຍຸ້ງຍາກທີ່ສຸດ. ແມ່ນແລ້ວ ຊາຕານພະຍາຍາມທີ່ຈະລໍ້ໃຈພວກລູກສິດຂອງພະເຍຊູເຊິ່ງກໍລວມເຖິງເຈົ້ານຳເພື່ອບໍ່ໃຫ້ເຊື່ອຟັງພະເຢໂຫວາ.

ພະເຢໂຫວາໝັ້ນໃຈວ່າເຮົາສາມາດຮັກສາຄວາມສັດຊື່ຕໍ່ພະອົງໄດ້ ແລະພະອົງກໍຕ້ອງ ການຊ່ວຍເຫຼືອເຮົາໃນເລື່ອງນີ້

14. ເພື່ອຕ້ານທານການລໍ້ໃຈ ເຮົາຈຳເປັນຕ້ອງເຮັດຫຍັງ?

14 ຄຳຖາມທີ່ຍົກຂຶ້ນມາກ່ຽວກັບເລື່ອງການປົກຄອງຂອງພະເຢໂຫວາຍັງຈຳເປັນຕ້ອງໄດ້ຮັບຄຳຕອບ. ສະນັ້ນໃນຕອນນີ້ ພະເຢໂຫວາຍອມໃຫ້ຊາຕານລໍ້ໃຈເຮົາ ແຕ່ພະອົງບໍ່ໄດ້ເປັນຜູ້ ‘ພາເຮົາເຂົ້າໄປໃນການລໍ້ໃຈ.’ ພະເຢໂຫວາໝັ້ນໃຈວ່າເຮົາສາມາດຮັກສາຄວາມສັດຊື່ຕໍ່ພະອົງໄດ້ ແລະພະອົງກໍຕ້ອງການຊ່ວຍເຫຼືອເຮົາໃນເລື່ອງນີ້. ແຕ່ພະເຢໂຫວາບໍ່ເຄີຍບັງຄັບເຮົາໃຫ້ເຮັດສິ່ງທີ່ຖືກຕ້ອງ. ພະອົງນັບຖືສິດໃນການເລືອກຂອງເຮົາ. ສະນັ້ນ ພະເຢໂຫວາຈຶ່ງໃຫ້ເຮົາຕັດສິນໃຈເອົາເອງວ່າຈະສັດຊື່ຕໍ່ພະອົງຫຼືບໍ່. ເພື່ອຈະບໍ່ຍອມແພ້ຕໍ່ການລໍ້ໃຈ ເຮົາຈຳເປັນຕ້ອງເຮັດສອງສິ່ງຕໍ່ໄປນີ້ຄື ໃຫ້ໃກ້ຊິດກັບພະເຢໂຫວາ ແລະອະທິດຖານຂໍຄວາມຊ່ວຍເຫຼືອຈາກພະອົງຕໍ່ໆໄປ. ເພື່ອຕ້ານທານການລໍ້ໃຈ ພະເຢໂຫວາຕອບຄຳອະທິດຖານຂອງເຮົາໂດຍວິທີໃດ?

ຮັກສາສາຍສຳພັນທີ່ແໜ້ນແຟ້ນກັບພະເຢໂຫວາແລະມີຄວາມກະຕືລືລົ້ນໃນການປະກາດ (ເບິ່ງຂໍ້ 15)

15, 16. (ກ) ມີການລໍ້ໃຈຫຍັງແດ່ທີ່ເຮົາຈຳເປັນຕ້ອງຕ້ານທານ? (ຂ) ຖ້າເຮົາຍອມແພ້ຕໍ່ການລໍ້ໃຈ ເຮົາຄວນໂທດໃຜ?

15 ພະເຢໂຫວາໃຫ້ພະລັງບໍລິສຸດທີ່ມີລິດເດດຫຼາຍເພື່ອຊ່ວຍເຮົາໃຫ້ຕໍ່ສູ້ກັບການລໍ້ໃຈທີ່ມາຈາກຊາຕານ. ນອກຈາກນັ້ນ ພະເຢໂຫວາຍັງຈັດໃຫ້ມີຄຳພີໄບເບິນແລະປະຊາຄົມເພື່ອເຕືອນເຮົາກ່ຽວກັບອັນຕະລາຍຕ່າງໆ. ຕົວຢ່າງ: ພະອົງເຕືອນວ່າບໍ່ໃຫ້ເຮົາໃຊ້ເວລາສ່ວນຫຼາຍ ເງິນຄຳ ແລະກຳລັງຂອງເຮົາກັບສິ່ງຕ່າງໆທີ່ບໍ່ຈຳເປັນແທ້ໆ. ເອັດສະເພັນແລະເຈນອາໄສຢູ່ໃນປະເທດໜຶ່ງທີ່ຮັ່ງມີໃນທະວີບເອີຣົບ. ເປັນເວລາຫຼາຍປີທີ່ເຂົາເຈົ້າເປັນໄພໂອເນຍປະຈຳໃນເຂດໜຶ່ງທີ່ມີຄວາມຕ້ອງການຜູ້ປະກາດ. ເຂົາເຈົ້າຕ້ອງເຊົາເປັນໄພໂອເນຍຕອນທີ່ໄດ້ລູກ ແລະຕອນນີ້ເຂົາເຈົ້າມີລູກສອງຄົນແລ້ວ. ເອັດສະເພັນເວົ້າວ່າ: “ເຮົາອະທິດຖານເຖິງພະເຢໂຫວາເລື້ອຍໆວ່າ ຂໍຢ່າໃຫ້ພວກເຮົາຕົກເຂົ້າສູ່ການລໍ້ໃຈໃນຕອນນີ້ ເນື່ອງຈາກວ່າບໍ່ໄດ້ໃຊ້ເວລາຮັບໃຊ້ພະອົງຫຼາຍຄືແຕ່ກ່ອນ. ເຮົາຂໍພະເຢໂຫວາໃຫ້ຊ່ວຍເຮົາຮັກສາສາຍສຳພັນທີ່ແໜ້ນແຟ້ນກັບພະອົງແລະໃຫ້ມີຄວາມກະຕືລືລົ້ນໃນການປະກາດ.”

16 ການລໍ້ໃຈອີກຢ່າງໜຶ່ງທີ່ເຮົາຕ້ອງຕ້ານທານແມ່ນການເບິ່ງພາບລາມົກ. ຖ້າເຮົາຍອມແພ້ຕໍ່ການລໍ້ໃຈນີ້ ເຮົາບໍ່ສາມາດໂທດຊາຕານໄດ້. ເປັນຫຍັງ? ກໍຍ້ອນວ່າຊາຕານແລະໂລກທີ່ມັນປົກຄອງບໍ່ສາມາດບັງຄັບເຮົາໃຫ້ເຮັດໃນສິ່ງທີ່ຜິດ. ບາງຄົນເບິ່ງພາບລາມົກຍ້ອນເຂົາເຈົ້າບໍ່ຢາກປະຕິເສດຄວາມຄິດທີ່ຜິດໆ. ແຕ່ພີ່ນ້ອງຊາຍຍິງຂອງເຮົາຫຼາຍຄົນໄດ້ຕ້ານທານການລໍ້ໃຈນີ້ ແລະເຮົາກໍສາມາດເຮັດໄດ້ຄືກັນ.—1 ໂກລິນໂທ 10:12, 13

“ຂໍໂຜດຊ່ອຍ [ພວກ] ຂ້າພະເຈົ້າ . . . ໃຫ້ພົ້ນຈາກການ [ຕົວ] ຊົ່ວຮ້າຍ”

17. (ກ) ເຮົາສະແດງໃຫ້ເຫັນແນວໃດວ່າເຮົາຕ້ອງການໃຫ້ພະເຢໂຫວາຊ່ວຍເຮົາໃຫ້ພົ້ນຈາກຕົວ “ຊົ່ວຮ້າຍ”? (ຂ) ອີກບໍ່ດົນເຮົາຈະຮູ້ສຶກໂລ່ງໃຈໃນເລື່ອງໃດ?

17 ເຮົາຈະສະແດງໃຫ້ເຫັນໄດ້ແນວໃດວ່າເຮົາຕ້ອງການໃຫ້ພະເຢໂຫວາຊ່ວຍເຮົາໃຫ້ພົ້ນຈາກຕົວ “ຊົ່ວຮ້າຍ”? ເຮົາຕ້ອງ “ບໍ່ຢູ່ຝ່າຍ . . . ໂລກ” ແລະ “ຢ່າຮັກໂລກ . . . ກັບສິ່ງຂອງທັງຫຼາຍທີ່ຢູ່ໃນໂລກ.” (ໂຢຮັນ 15:19; 1 ໂຢຮັນ 2:15-17) ເຮົາຈະຮູ້ສຶກໂລ່ງໃຈແທ້ໆເມື່ອພະເຢໂຫວາກຳຈັດຊາຕານແລະທຳລາຍໂລກຊົ່ວນີ້! ແຕ່ກ່ອນຈະເຖິງມື້ນັ້ນ ເຮົາຕ້ອງຈື່ວ່າຊາຕານມີ “ຄວາມຄຽດຮ້າຍນັກ ເພາະຮູ້ຈັກວ່າເວລາແຫ່ງຕົນຍັງແຕ່ໜ້ອຍດຽວ.” ມັນຈະເຮັດທຸກສິ່ງທີ່ມັນເຮັດໄດ້ເພື່ອໃຫ້ເຮົາເຊົາຮັບໃຊ້ພະເຢໂຫວາ. ດັ່ງນັ້ນ ເຮົາຕ້ອງອະທິດຖານຂໍຕໍ່ໆໄປໃຫ້ພະເຢໂຫວາປົກປ້ອງເຮົາຈາກຊາຕານ.—ຄຳປາກົດ 12:12, 17

18. ຖ້າເຮົາບໍ່ຢາກຖືກທຳລາຍພ້ອມກັບໂລກທີ່ຊາຕານປົກຄອງ ເຮົາຕ້ອງເຮັດຫຍັງ?

18 ເຈົ້າຢາກຢູ່ໃນໂລກທີ່ບໍ່ມີຊາຕານບໍ? ຖ້າຢາກຢູ່ກໍໃຫ້ອະທິດຖານຂໍໃຫ້ລາຊະອານາຈັກຂອງພະເຈົ້າມາປົກຄອງ ຂໍໃຫ້ຊື່ຂອງພະເຈົ້າເປັນທີ່ນັບຖືອັນບໍລິສຸດ ແລະຂໍໃຫ້ໃຈປະສົງຂອງພະອົງສຳເລັດຢູ່ແຜ່ນດິນໂລກ. ຂໍໃຫ້ເຈົ້າວາງໃຈພະເຢໂຫວາຢູ່ສະເໝີວ່າພະອົງຈະເບິ່ງແຍງແລະຈັດໃຫ້ມີທຸກໆສິ່ງທີ່ເຈົ້າຈຳເປັນຕ້ອງມີເພື່ອຮັກສາຄວາມສັດຊື່ຕໍ່ພະອົງຕໍ່ໆໄປ. ແມ່ນແລ້ວ ຂໍໃຫ້ເຈົ້າເຮັດທຸກໆສິ່ງທີ່ເຮັດໄດ້ເພື່ອໃຊ້ຊີວິດໃຫ້ສອດຄ່ອງກັບຄຳອະທິດຖານແບບຢ່າງຂອງພະເຍຊູ.