ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເລື່ອງຊີວິດຈິງ

ການຈົດຈຳຄວາມຮັກຄັ້ງທຳອິດຊ່ວຍຂ້ອຍໃຫ້ອົດທົນໄດ້

ການຈົດຈຳຄວາມຮັກຄັ້ງທຳອິດຊ່ວຍຂ້ອຍໃຫ້ອົດທົນໄດ້

ໃນເດືອນມິຖຸນາ ປີ 1970 ຂ້ອຍນອນຢູ່ໂຮງໝໍໃນລັດພັນຊິເວເນຍ ປະເທດອາເມຣິກາ. ຕອນນັ້ນຂ້ອຍອາຍຸ 20 ປີ ຂ້ອຍເປັນທະຫານແລະກຳລັງເຈັບປ່ວຍຫຼາຍຍ້ອນຕິດເຊື້ອຢ່າງຮຸນແຮງ. ພະຍາບານຊາຍຄົນໜຶ່ງເຊິ່ງອາຍຸຫຼາຍກວ່າຂ້ອຍສອງສາມປີ ໄດ້ແທກຄວາມດັນເລືອດຂອງຂ້ອຍທຸກໆເຄິ່ງຊົ່ວໂມງ. ເບິ່ງຄືວ່າລາວກັງວົນເພາະຄວາມດັນຂອງຂ້ອຍຕໍ່າລົງເລື້ອຍໆ. ດັ່ງນັ້ນ ຂ້ອຍຈຶ່ງຖາມລາວວ່າ: “ເຈົ້າຍັງບໍ່ເຄີຍເຫັນໃຜຕາຍແມ່ນບໍ?” ສີໜ້າຂອງລາວເລີ່ມຈືດ ແລະລາວຕອບວ່າ: “ບໍ່ ຂ້ອຍບໍ່ເຄີຍເຫັນ.” ອາການຂອງຂ້ອຍເບິ່ງຄືວ່າຈະບໍ່ລອດ ແຕ່ຂ້ອຍກໍລອດມາໄດ້. ຕອນນີ້ ຂ້ອຍຂໍເລົ່າບາງເລື່ອງກ່ຽວກັບຊີວິດຂອງຂ້ອຍໃຫ້ເຈົ້າຟັງ.

ປະສົບການທຳອິດໃນສົງຄາມ

ຂ້ອຍເຈັບປ່ວຍຕອນທີ່ເປັນຜູ້ຊ່ຽວຊານດ້ານເຕັກນິກໃນຫ້ອງຜ່າຕັດ ໃນໄລຍະທີ່ມີສົງຄາມໃນຫວຽດນາມ. ຂ້ອຍມີຄວາມສຸກທີ່ໄດ້ຊ່ວຍເຫຼືອຄົນທີ່ເຈັບປ່ວຍແລະຄົນທີ່ບາດເຈັບ ແລະຂ້ອຍມີເປົ້າໝາຍຢາກເປັນໝໍຜ່າຕັດ. ຂ້ອຍໄປຮອດຫວຽດນາມໃນເດືອນກໍລະກົດ ປີ 1969. ຄືກັບທະຫານທຸກຄົນທີ່ມາໃໝ່ ຂ້ອຍໄດ້ຮັບອະນຸຍາດໃຫ້ພັກໜຶ່ງອາທິດເພື່ອປັບຕົວໃຫ້ເຂົ້າກັບເວລາທີ່ຕ່າງກັນແລະອາກາດທີ່ຮ້ອນ.

ຂ້ອຍໄດ້ຮັບມອບໝາຍໃຫ້ເຮັດວຽກຢູ່ໂຮງໝໍທະຫານໃນເຂດທີ່ເອີ້ນວ່າສາມລ່ຽມປາກແມ່ນໍ້າຂອງ. ຍົນເຮລິຄອບຕີຫຼາຍລຳໄດ້ຂົນສົ່ງທະຫານທີ່ບາດເຈັບມາໂຮງໝໍນີ້. ເນື່ອງຈາກຮັກປະເທດຊາດແລະວຽກ ດັ່ງນັ້ນຂ້ອຍຈຶ່ງຢາກເລີ່ມເຮັດວຽກທັນທີເລີຍ. ເມື່ອທະຫານທີ່ບາດເຈັບມາຮອດກໍຈະມີການອະນາໄມບາດແຜ ແລະຈາກນັ້ນກໍຈະຟ້າວສົ່ງໄປຫ້ອງຜ່າຕັດທີ່ມີແອເຢັນເຊິ່ງດັດແປງມາຈາກຕູ້ຄອນແທນເນີນ້ອຍໆທີ່ເປັນເຫຼັກ. ທ່ານໝໍຜ່າຕັດ ທ່ານໝໍວາງຢາສະຫຼົບ ແລະພະຍາບານຊາຍສອງຄົນຈະເຮັດສຸດຄວາມສາມາດເພື່ອຊ່ວຍຊີວິດຄົນເຈັບ. ຂ້ອຍສັງເກດເຫັນວ່າມີຖົງດຳໃຫຍ່ໆຫຼາຍຖົງທີ່ບໍ່ໄດ້ເອົາລົງຈາກຍົນເຮລິຄອບຕີ. ມີຄົນບອກວ່າຖົງເຫຼົ່ານັ້ນແມ່ນຊິ້ນສ່ວນຮ່າງກາຍຂອງຄົນທີ່ຖືກລະເບີດ. ນີ້ແມ່ນໜຶ່ງໃນປະສົບການທຳອິດທີ່ພົບໃນສົງຄາມ.

ຂ້ອຍຊອກຫາພະເຈົ້າ

ຂ້ອຍໄດ້ຍິນຄວາມຈິງຈາກພະຍານພະເຢໂຫວາໃນຕອນທີ່ຍັງນ້ອຍ

ຂ້ອຍໄດ້ຍິນຄວາມຈິງຈາກພະຍານພະເຢໂຫວາໃນຕອນທີ່ຍັງນ້ອຍ ເພາະແມ່ຂອງຂ້ອຍເຄີຍສຶກສາພະຄຳພີແຕ່ບໍ່ກ້າວໜ້າຈົນເຖິງຂັ້ນຮັບບັບເຕມາ. ຂ້ອຍມີຄວາມສຸກຫຼາຍທີ່ໄດ້ນັ່ງຟັງຕອນທີ່ແມ່ສຶກສາ. ມີມື້ໜຶ່ງ ຂ້ອຍກັບພໍ່ນ້າໄດ້ກາຍຫໍປະຊຸມລາຊະອານາຈັກ ຂ້ອຍຈຶ່ງຖາມວ່າ “ອັນນັ້ນແມ່ນຫຍັງ?” ເພິ່ນບອກວ່າ: “ຢ່າໄປໃກ້ພວກນັ້ນເດັດຂາດ!” ຍ້ອນວ່າຮັກແລະນັບຖືພໍ່ນ້າ ຂ້ອຍຈຶ່ງຟັງຄວາມເພິ່ນແລະບໍ່ໄປພົວພັນກັບພະຍານພະເຢໂຫວາອີກເລີຍ.

ເມື່ອກັບມາຈາກຫວຽດນາມ ຂ້ອຍມີຄວາມຊົງຈຳຫຼາຍຢ່າງທີ່ເຈັບປວດ. ເນື່ອງຈາກພົບເຫັນຫຼາຍສິ່ງຫຼາຍຢ່າງໃນລະຫວ່າງສົງຄາມ ຄວາມຮູ້ສຶກຂອງຂ້ອຍຈຶ່ງຕາຍດ້ານ. ເບິ່ງຄືວ່າບໍ່ມີໃຜເຂົ້າໃຈແທ້ໆໃນສິ່ງທີ່ກຳລັງເກີດຂຶ້ນຢູ່ຫວຽດນາມ. ຂ້ອຍຈື່ວ່າໄດ້ຍິນກຸ່ມຜູ້ປະທ້ວງເອີ້ນທະຫານອາເມຣິກາວ່າ ພວກສັງຫານເດັກນ້ອຍ ເພາະມີລາຍງານຂ່າວວ່າມີເດັກນ້ອຍບໍລິສຸດກຳລັງຖືກຂ້າໃນສົງຄາມນັ້ນ. ສິ່ງທັງໝົດນີ້ເຮັດໃຫ້ຂ້ອຍຮູ້ສຶກວ່າຢາກມີສາຍສຳພັນກັບພະເຈົ້າ.

ຂ້ອຍຊອກຫາພະເຈົ້າໂດຍເລີ່ມຕົ້ນໄປໂບດຕ່າງໆ. ຂ້ອຍຮັກພະເຈົ້າສະເໝີ ແຕ່ຂ້ອຍຮູ້ສຶກບໍ່ມັກໃນສິ່ງທີ່ພົບເຫັນຢູ່ໃນໂບດເຫຼົ່ານັ້ນ. ໃນທີ່ສຸດ ຂ້ອຍໄດ້ໄປຫໍປະຊຸມລາຊະອານາຈັກຂອງພະຍານພະເຢໂຫວາຢູ່ເມືອງ ເດເຣ ບີດຊ ໃນລັດລໍຣິດາ. ຂ້ອຍເຂົ້າຮ່ວມການປະຊຸມເທື່ອທຳອິດໃນວັນອາທິດ ເດືອນກຸມພາ ປີ 1971.

ຕອນທີ່ຍ່າງເຂົ້າໄປຫໍປະຊຸມ ຄຳບັນລະຍາຍສາທາລະນະກໍພໍດີຈົບ ດັ່ງນັ້ນຂ້ອຍຈຶ່ງຢູ່ຕໍ່ເພື່ອສຶກສາຫໍສັງເກດການ. ຂ້ອຍຈື່ບໍ່ໄດ້ວ່າບົດຄວາມນັ້ນເວົ້າເຖິງເລື່ອງຫຍັງ ແຕ່ຂ້ອຍຈື່ໄດ້ວ່າເຫັນເດັກນ້ອຍພະຍາຍາມຊອກຫາຂໍ້ພະຄຳພີໃນຄຳພີໄບເບິນຂອງເຂົາເຈົ້າ. ຂ້ອຍປະທັບໃຈຫຼາຍ! ຂ້ອຍມີແຕ່ນັ່ງຟັງແລະກໍເບິ່ງ. ເມື່ອກຳລັງຈະອອກຈາກຫໍປະຊຸມ ມີພີ່ນ້ອງຊາຍຄົນໜຶ່ງອາຍຸປະມານ 80 ປີ ໄດ້ຍ່າງມາຫາຂ້ອຍ. ລາວຊື່ ຈິມ ກາດເນີ. ລາວຍື່ນປຶ້ມຄວາມຈິງທີ່ນຳໄປສູ່ຊີວິດຕະຫຼອດໄປ ໃຫ້ຂ້ອຍ ແລະຖາມວ່າ: “ເຈົ້າຢາກໄດ້ປຶ້ມຫົວນີ້ບໍ?” ຂ້ອຍຕອບວ່າ: “ຢາກໄດ້.” ຈາກນັ້ນ ເຮົາກໍນັດພົບກັນຕອນເຊົ້າວັນພະຫັດເພື່ອຮຽນຄຳພີໄບເບິນເປັນເທື່ອທຳອິດ.

ຂ້ອຍຕ້ອງໄປເຮັດວຽກ ຫຼັງຈາກການປະຊຸມໃນວັນອາທິດ. ຂ້ອຍເຮັດວຽກຢູ່ໂຮງໝໍເອກະຊົນໃນເມືອງ ໂບຄາ ເຣຕັນ ໃນລັດລໍຣິດາ. ຕາຕະລາງເຮັດວຽກຂອງຂ້ອຍແມ່ນເລີ່ມແຕ່ 11:00 ໂມງກາງຄືນຈົນຮອດ 7:00 ໂມງເຊົ້າ. ຄືນນັ້ນບໍ່ມີຄົນເຈັບມາຫຼາຍ ດັ່ງນັ້ນ ຂ້ອຍຈຶ່ງມີເວລາທີ່ຈະອ່ານປຶ້ມຄວາມຈິງ. ຕອນທີ່ກຳລັງອ່ານປຶ້ມຢູ່ນັ້ນ ນາງພະຍາບານຄົນໜຶ່ງຍ່າງມາຫາຂ້ອຍແລ້ວກໍຍາດປຶ້ມຈາກມືຂ້ອຍ ລາວເບິ່ງໜ້າປົກແລ້ວກໍຢາກຮູ້ວ່າຂ້ອຍກຳລັງຈະເຂົ້າມາເປັນພະຍານພະເຢໂຫວາອີກຄົນໜຶ່ງຫວາ. ຂ້ອຍຍາດເອົາປຶ້ມຄືນມາແລະເວົ້າວ່າ ເຖິງຂ້ອຍຈະອ່ານປຶ້ມນີ້ໄດ້ພຽງເຄິ່ງໜຶ່ງ ແຕ່ກໍກຳລັງຄິດທີ່ຈະເຂົ້າມາເປັນພະຍານພະເຢໂຫວາ. ເມື່ອໄດ້ຍິນແບບນັ້ນລາວກໍຍ່າງໜີ ແລະຂ້ອຍກໍອ່ານປຶ້ມຕໍ່ຈົນຈົບພາຍໃນຄືນນັ້ນ.

ພີ່ນ້ອງຈິມ ກາດເນີ ເປັນຜູ້ຖືກເຈີມທີ່ສອນຄຳພີໄບເບິນໃຫ້ຂ້ອຍ ແລະລາວຮູ້ຈັກກັບພີ່ນ້ອງຊາລ ເທດ ຣັດເຊວ

ຂ້ອຍເລີ່ມຮຽນຄຳພີໄບເບິນເປັນຄັ້ງທຳອິດກັບພີ່ນ້ອງຈິມ ໂດຍຖາມລາວວ່າ: “ມື້ນີ້ພວກເຮົາຈະຮຽນຫຍັງ?” ລາວຕອບວ່າ: “ຮຽນປຶ້ມທີ່ຂ້ອຍເອົາໃຫ້ເຈົ້າ.” ຂ້ອຍຈຶ່ງເວົ້າວ່າ: “ຂ້ອຍອ່ານປຶ້ມນັ້ນຈົບແລ້ວ.” ພີ່ນ້ອງຈິມຈຶ່ງເວົ້າຢ່າງກະລຸນາວ່າ “ດີ ຄັນຊັ້ນເຮົາມາຮຽນບົດທຳອິດນຳກັນເລີຍ.” ເມື່ອຮຽນ ຂ້ອຍກໍແປກໃຈທີ່ຕົນເອງບໍ່ເຂົ້າໃຈໃນຫຼາຍຈຸດ. ພີ່ນ້ອງຈິມ ໃຫ້ຂ້ອຍເປີດເບິ່ງຂໍ້ພະຄຳພີຫຼາຍຂໍ້ໃນຄຳພີໄບເບິນຂອງຂ້ອຍທີ່ຊື່ວ່າສະບັບຄິງເຈມສ. ໃນທີ່ສຸດຂ້ອຍກໍໄດ້ຮຽນຮູ້ກ່ຽວກັບພະເຢໂຫວາພະເຈົ້າອົງທ່ຽງແທ້. ໃນເຊົ້າມື້ນັ້ນຂ້ອຍຮຽນຈົບສາມບົດ. ຈາກນັ້ນ ເຮົາກໍຮຽນເທື່ອລະສາມບົດໃນທຸກເຊົ້າວັນພະຫັດ ແລະຄັ້ງທີ່ໄດ້ຮຽນຂ້ອຍກໍມ່ວນຫຼາຍ. ເປັນສິດທິພິເສດແທ້ໆທີ່ໄດ້ຮຽນກັບຜູ້ຖືກເຈີມທີ່ຮູ້ຈັກກັບພີ່ນ້ອງ ຊາລ ທີ. ລັດເຊວ!

ຫຼັງຈາກຮຽນໄດ້ສອງສາມອາທິດ ຂ້ອຍກໍເປັນຜູ້ປະກາດຂ່າວດີ. ບໍ່ງ່າຍທີ່ຈະປະກາດຕາມບ້ານເຮືອນ ແຕ່ພີ່ນ້ອງຈິມກໍຊ່ວຍຂ້ອຍໃຫ້ເອົາຊະນະຄວາມກັງວົນໄດ້. (ກິດຈະການ 20:20) ຍ້ອນການຊ່ວຍເຫຼືອຈາກລາວ ຂ້ອຍຈຶ່ງຮຽນຮູ້ທີ່ຈະຮັກວຽກປະກາດ. ຂ້ອຍຮູ້ສຶກວ່າການປະກາດເປັນສິດທິພິເສດອັນຍິ່ງໃຫຍ່ທີ່ສຸດທີ່ຂ້ອຍມີ. ຂ້ອຍມີຄວາມສຸກຫຼາຍທີ່ໄດ້ເຮັດວຽກຮ່ວມກັບພະເຈົ້າ!—1 ໂກລິນໂທ 3:9

ຄວາມຮັກຄັ້ງທຳອິດທີ່ມີຕໍ່ພະເຢໂຫວາ

ຕອນນີ້ຂ້ອຍຢາກເລົ່າສິ່ງໜຶ່ງທີ່ພິເສດຫຼາຍສຳລັບຂ້ອຍ ນັ້ນຄືຄວາມຮັກຄັ້ງທຳອິດທີ່ມີຕໍ່ພະເຢໂຫວາ. (ຄຳປາກົດ 2:4) ຄວາມຮັກທີ່ມີຕໍ່ພະອົງຊ່ວຍຂ້ອຍໃຫ້ອົດທົນກັບຄວາມຊົງຈຳທີ່ເຈັບປວດຈາກສົງຄາມແລະບັນຫາອື່ນໆອີກຫຼາຍຢ່າງ.—ເອຊາອີ 65:17

ຄວາມຮັກທີ່ມີຕໍ່ພະເຢໂຫວາຊ່ວຍຂ້ອຍໃຫ້ອົດທົນກັບຄວາມຊົງຈຳທີ່ເຈັບປວດຈາກສົງຄາມແລະບັນຫາອື່ນໆອີກຫຼາຍຢ່າງ

ຂ້ອຍຮັບບັບເຕມາໃນເດືອນກໍລະກົດ ປີ 1971 ຢູ່ການປະຊຸມພາກທີ່ຊື່ວ່າ “ຊື່ຂອງພະເຈົ້າ” ເຊິ່ງຈັດຢູ່ສະໜາມກິລາແຍງກີ

ໃນປີ 1971 ຂ້ອຍຖືກໄລ່ອອກຈາກຫ້ອງພັກທີ່ພໍ່ແມ່ອະນຸຍາດໃຫ້ຢູ່. ຍ້ອນຫຍັງ? ຍ້ອນວ່າພໍ່ນ້າບໍ່ຢາກໃຫ້ມີພະຍານພະເຢໂຫວາແມ່ນແຕ່ຄົນດຽວຢູ່ຫັ້ນ! ໃນຕອນນັ້ນຂ້ອຍບໍ່ມີເງິນຫຼາຍ ເພາະໄດ້ຮັບເງິນເດືອນທຸກໆສອງອາທິດ ແລະຂ້ອຍກໍໃຊ້ເງິນເກືອບທັງໝົດເພື່ອຊື້ເຄື່ອງນຸ່ງສຳລັບໄປປະກາດ ເພາະຂ້ອຍຢາກແຕ່ງຕົວຮຽບຮ້ອຍໃຫ້ສົມກັບເປັນຕົວແທນຂອງພະເຢໂຫວາ. ຂ້ອຍມີເງິນສະສົມຈຳນວນໜຶ່ງ ແຕ່ໄດ້ຝາກໄວ້ຢູ່ທະນາຄານໃນບ້ານເກີດໃນລັດມິຊິກັນ. ສະນັ້ນ ຂ້ອຍໄດ້ອາໄສຢູ່ໃນລົດສອງສາມມື້. ຂ້ອຍແຖໜວດແລະອາບນໍ້າຢູ່ຫ້ອງນໍ້າຂອງປໍ້ານໍ້າມັນ.

ມື້ໜຶ່ງຕອນທີ່ຍັງອາໄສຢູ່ໃນລົດ ຂ້ອຍເລີກວຽກແລະໄປຮອດຫໍປະຊຸມສອງສາມຊົ່ວໂມງກ່ອນການປະຊຸມເພື່ອການປະກາດຈະເລີ່ມຕົ້ນ. ຂ້ອຍນັ່ງຢູ່ທາງຫຼັງຫໍປະຊຸມເຊິ່ງບໍ່ມີໃຜເຫັນ ທັນໃດນັ້ນຄວາມຊົງຈຳກ່ຽວກັບເຫດການຢູ່ຫວຽດນາມໄດ້ກັບມາຫຼອນຂ້ອຍ. ຂ້ອຍຮູ້ສຶກຄືກັບວ່າໄດ້ກິ່ນຂອງຄົນທີ່ຖືກໄຟໄໝ້ ແລະເຫັນພາບຂອງຄົນທີ່ມີເລືອດເຕັມໂຕ. ຂ້ອຍເລີ່ມກັງວົນຫຼາຍ ເພາະເບິ່ງຄືກັບວ່າຂ້ອຍໄດ້ເຫັນແລະໄດ້ຍິນພວກຊາຍໜຸ່ມຖາມວ່າ: “ຂ້ອຍຈະລອດບໍ? ຂ້ອຍຈະລອດບໍ?” ຂ້ອຍຮູ້ວ່າເຂົາເຈົ້າຈະຕາຍ ແຕ່ກໍພະຍາຍາມປອບໃຈແລະເຮັດຄືກັບວ່າບໍ່ມີຫຍັງທີ່ຕ້ອງກັງວົນ. ເມື່ອຄິດເຖິງເລື່ອງນັ້ນ ຂ້ອຍຮູ້ສຶກໂສກເສົ້າແລະຫົດຫູ່ໃຈຫຼາຍ.

ເມື່ອໃດກໍຕາມທີ່ພົບບັນຫາຫຍຸ້ງຍາກໃນຊີວິດ ຂ້ອຍພະຍາຍາມເຮັດສຸດຄວາມສາມາດທີ່ຈະຈົດຈຳຄວາມຮັກຄັ້ງທຳອິດທີ່ມີຕໍ່ພະເຢໂຫວາ

ຂ້ອຍອະທິດຖານເຖິງພະເຢໂຫວາພ້ອມທັງຮ້ອງໄຫ້. (ຄຳເພງ 56:8) ຂ້ອຍເລີ່ມຄິດຢ່າງຈິງຈັງກ່ຽວກັບເລື່ອງການຟື້ນຄືນມາຈາກຕາຍ. ໃນຕອນນັ້ນແຫຼະທີ່ຂ້ອຍຮູ້ສຶກວ່ານັ້ນເປັນຄວາມຫວັງທີ່ດີເລີດແທ້ໆ! ພະເຢໂຫວາຈະເຮັດໃຫ້ຄົນເຫຼົ່ານັ້ນກັບມາມີຊີວິດອີກ ແລະເຂົາເຈົ້າຈະມີໂອກາດໄດ້ຮຽນຮູ້ຄວາມຈິງກ່ຽວກັບພະອົງ. ການຟື້ນຄືນມາຈາກຕາຍຈະລົບລ້າງຄວາມເຈັບປວດແລະຄວມທຸກທໍລະມານທຸກຢ່າງທີ່ເຮົາໄດ້ປະສົບໃຫ້ໝົດໄປ. (ກິດຈະການ 24:15) ເມື່ອເຂົ້າໃຈໃນເລື່ອງນີ້ ຄວາມຮັກທີ່ຂ້ອຍມີຕໍ່ພະເຢໂຫວາກໍແຮງກ້າຂຶ້ນກວ່າເກົ່າ. ມື້ນັ້ນຍັງເປັນມື້ທີ່ພິເສດສຳລັບຂ້ອຍຢູ່ສະເໝີ. ຕັ້ງແຕ່ນັ້ນມາ ເມື່ອໃດກໍຕາມທີ່ພົບບັນຫາຫຍຸ້ງຍາກໃນຊີວິດ ຂ້ອຍພະຍາຍາມເຮັດສຸດຄວາມສາມາດທີ່ຈະຈົດຈຳຄວາມຮັກຄັ້ງທຳອິດທີ່ມີຕໍ່ພະເຢໂຫວາ.

ພະເຢໂຫວາດີຕໍ່ຂ້ອຍສະເໝີ

ໃນໄລຍະທີ່ມີສົງຄາມ ຜູ້ຄົນເຮັດສິ່ງທີ່ສະເທືອນໃຈ ແລະຂ້ອຍກໍເຄີຍເຮັດຄືກັນ. ແຕ່ຂ້ອຍໄດ້ຮັບການປອບໂຍນໃຈໂດຍການຄິດຕຶກຕອງຂໍ້ພະຄຳພີສອງຂໍ້ທີ່ຂ້ອຍມັກທີ່ສຸດ. ຂໍ້ທຳອິດແມ່ນໃນຄຳປາກົດ 12:10,11 ທີ່ບອກວ່າພະຍາມານຈະພ່າຍແພ້ບໍ່ພຽງແຕ່ໂດຍທາງການປະກາດ ແຕ່ໂດຍທາງເລືອດຂອງພະເຍຊູນຳ. ຂໍ້ທີສອງແມ່ນໃນຄາລາຊີ 2:20 ເຊິ່ງເຕືອນວ່າພະເຍຊູຕາຍເພື່ອຂ້ອຍ. ຂ້ອຍຮູ້ສຶກຂອບໃຈທີ່ມີຄ່າໄຖ່ຂອງພະອົງ ເພາະພະເຢໂຫວາໄດ້ຍົກໂທດໃຫ້ສຳລັບສິ່ງທີ່ຂ້ອຍໄດ້ເຮັດໄປແລ້ວ. ດັ່ງນັ້ນ ຕອນນີ້ຂ້ອຍຈຶ່ງມີສະຕິຮູ້ສຶກຜິດຊອບທີ່ສະອາດແລະມີຄວາມປາຖະໜາຢ່າງແຮງກ້າທີ່ຈະບອກຄົນອື່ນໃນເລື່ອງຄວາມເມດຕາຂອງພະເຢໂຫວາພະເຈົ້າຂອງເຮົາ!—ເຫບເລີ 9:14

ເມື່ອຄິດເຖິງສິ່ງທີ່ປະສົບໃນຊີວິດ ຂ້ອຍເຫັນຢ່າງຈະແຈ້ງວ່າພະເຢໂຫວາໄດ້ເບິ່ງແຍງຂ້ອຍຢ່າງດີສະເໝີ. ຕົວຢ່າງເຊັ່ນ: ເມື່ອພີ່ນ້ອງຈິມຮູ້ວ່າຂ້ອຍອາໄສຢູ່ໃນລົດ ລາວຈຶ່ງແນະນຳໃຫ້ຂ້ອຍຕິດຕໍ່ກັບພີ່ນ້ອງຍິງທີ່ມີຫ້ອງໃຫ້ເຊົ່າຢູ່ເຮືອນຂອງລາວ. ຂ້ອຍໝັ້ນໃຈວ່າພະເຢໂຫວາໄດ້ໃຊ້ພີ່ນ້ອງຈິມແລະພີ່ນ້ອງຍິງຄົນນັ້ນເພື່ອຈັດໃຫ້ຂ້ອຍມີບ່ອນພັກອາໄສທີ່ດີ. ພະເຢໂຫວາກະລຸນາຕໍ່ຂ້ອຍຫຼາຍແທ້ໆ! ພະອົງເບິ່ງແຍງຜູ້ນະມັດສະການທີ່ສັດຊື່ຂອງພະອົງສະເໝີ.

ຮຽນຮູ້ທີ່ຈະເປັນຄົນກະຕືລືລົ້ນແລະຜ່ອນສັ້ນຜ່ອນຍາວ

ໃນເດືອນພຶດສະພາ ປີ 1971 ຂ້ອຍຕ້ອງໄປເຮັດວຽກບາງຢ່າງຢູ່ລັດມິຊິກັນ. ດັ່ງນັ້ນ ກ່ອນຈະອອກຈາກລັດລໍຣິດາ ຂ້ອຍໄດ້ເອົາສັບພະໜັງສືໃສ່ເຕັມກົ້ນລົດ ແລະຈາກນັ້ນກໍເດີນທາງຂຶ້ນໄປທາງເໜືອ. ກ່ອນທີ່ຈະອອກຈາກລັດຈໍເຈຍ ຂ້ອຍໄດ້ແຈກສັບພະໜັງສືຈົນໝົດ. ຂ້ອຍກະຕືລືລົ້ນປະກາດຂ່າວດີເລື່ອງລາຊະອານາຈັກໃນທຸກໆບ່ອນທີ່ຂ້ອຍໄປ. ຂ້ອຍປະກາດໃນຄຸກແລະແມ່ນກະທັ່ງໄດ້ໃຫ້ແຜ່ນພັບກັບພວກຜູ້ຊາຍຢູ່ໃນຫ້ອງນໍ້າຂອງບ່ອນຢຸດພັກລົດ. ຂ້ອຍຍັງຄິດຢູ່ວ່າຈະມີໃຜຈັກຄົນບໍທີ່ຂ້ອຍລົມນຳໄດ້ມາຮຽນຮູ້ຄວາມຈິງ.—1 ໂກລິນໂທ 3:6, 7

ຂ້ອຍຍອມຮັບວ່າເມື່ອຮຽນຄວາມຈິງໃນຕອນທຳອິດ ຂ້ອຍບໍ່ໄດ້ຜ່ອນສັ້ນຜ່ອນຍາວເມື່ອປະກາດກັບຄົນໃນຄອບຄົວ. ບາງຄັ້ງຂ້ອຍກໍເວົ້າກົງໂພດ. ຂ້ອຍຮັກຈອນກັບຣອນຫຼາຍເຊິ່ງເປັນອ້າຍຂອງຂ້ອຍ ແລະເມື່ອປະກາດກັບເຂົາເຈົ້າ ຂ້ອຍພະຍາຍາມບັງຄັບເຂົາເຈົ້າໃຫ້ຍອມຮັບຄວາມເຊື່ອໃໝ່ຂອງຂ້ອຍ. ຫຼັງຈາກນັ້ນ ຂ້ອຍໄດ້ຂໍໂທດກັບເຂົາເຈົ້າ. ຂ້ອຍອະທິດຖານຕໍ່ໆໄປເພື່ອເຂົາເຈົ້າຈະຍອມຮັບເອົາຄວາມຈິງ. ຕັ້ງແຕ່ນັ້ນມາພະເຢໂຫວາໄດ້ຊ່ວຍຂ້ອຍໃຫ້ເປັນຄົນຜ່ອນສັ້ນຜ່ອນຍາວເມື່ອປະກາດແລະສອນຄວາມຈິງ.—ໂກໂລດ 4:6

ຄວາມຮັກຄັ້ງທີສອງ

ຂ້ອຍໃຫ້ສາຍສຳພັນກັບພະເຢໂຫວາເປັນສິ່ງທຳອິດໃນຊີວິດສະເໝີ. ຢ່າງໃດກໍຕາມມີຄົນອື່ນອີກທີ່ຂ້ອຍຮັກຫຼາຍ ໂດຍສະເພາະແມ່ນຊູຊານເມຍສຸດທີ່ຮັກຂອງຂ້ອຍ. ຕັ້ງແຕ່ໃດມາ ຂ້ອຍຢາກໄດ້ຄູ່ຊີວິດທີ່ຈະຊ່ວຍຂ້ອຍໃຫ້ຮັບໃຊ້ພະເຢໂຫວາຕໍ່ໆໄປ. ຊູຊານເປັນຄົນທີ່ມີຄວາມເຊື່ອເຂັ້ມແຂງເຊິ່ງຮັກພະເຢໂຫວາຫຼາຍ. ມື້ໜຶ່ງຂ້ອຍໄປຫາຊູຊານຢູ່ເຮືອນຂອງພໍ່ແມ່ລາວໃນລັດໂຣດ ໄອແລນ. ລາວນັ່ງຢູ່ລະບຽງໜ້າບ້ານກຳລັງອ່ານຫໍສັງເກດການ ແລະເປີດຄຳພີໄບເບິນເບິ່ງນຳ. ຂ້ອຍປະທັບໃຈຫຼາຍທີ່ລາວເປີດເບິ່ງພະຄຳພີທຸກຂໍ້ເຖິງຈະບໍ່ແມ່ນບົດຄວາມສຶກສາກໍຕາມ. ຂ້ອຍເຫັນໄດ້ວ່າລາວຖືວ່າສາຍສຳພັນກັບພະເຢໂຫວາເປັນສິ່ງທີ່ສຳຄັນຫຼາຍ. ພວກເຮົາແຕ່ງດອງກັນໃນເດືອນທັນວາ ປີ 1971. ຂ້ອຍຂອບໃຈແທ້ໆທີ່ມີເມຍເຊິ່ງໃຫ້ການສະໜັບສະໜູນມາຕະຫຼອດ. ສິ່ງທີ່ຂ້ອຍຮູ້ຄຸນຄ່າຫຼາຍທີ່ສຸດກໍຄື ເຖິງແມ່ນວ່າຊູຊານຮັກຂ້ອຍ ແຕ່ລາວຮັກພະເຢໂຫວາຫຼາຍກວ່າຮັກຂ້ອຍ.

ກັບຊູຊານເມຍຂອງຂ້ອຍແລະລູກຊາຍຂອງເຮົາພໍແລະເຈຊີ

ຂ້ອຍກັບຊູຊານມີລູກຊາຍສອງຄົນຊື່ເຈຊີແລະພໍ ທັງສອງເປັນຄືກັບຂອງຂວັນຈາກພະເຢໂຫວາ. ເມື່ອເຕີບໃຫຍ່ຂຶ້ນ ພະອົງໄດ້ຊີ້ນຳເຂົາເຈົ້າສະເໝີ. (1 ຊາເມືອນ 3:19) ເຂົາເຈົ້າມີສາຍສຳພັນເປັນສ່ວນຕົວກັບພະເຢໂຫວາ ແລະສິ່ງນີ້ເຮັດໃຫ້ເຮົາມີຄວາມສຸກຫຼາຍ. ເຂົາເຈົ້າແຕ່ລະຄົນໄດ້ຮັບໃຊ້ເຕັມເວລາຫຼາຍກວ່າ 20 ປີ ແລະຍັງຮັບໃຊ້ພະເຢໂຫວາຕໍ່ໆໄປເພາະເຂົາເຈົ້າເອງຍັງຈື່ຄວາມຮັກຄັ້ງທຳອິດທີ່ມີຕໍ່ພະອົງ. ນອກຈາກນັ້ນ ຂ້ອຍກໍພູມໃຈໃນລູກໃພ້ທັງສອງຄົນທີ່ໜ້າຮັກ ຄືສະເຕຟານີກັບຣາເຄວ ເຊິ່ງຂ້ອຍຖືວ່າເຂົາເຈົ້າເປັນຄືລູກສາວແທ້ໆຂອງຂ້ອຍ. ຂ້ອຍດີໃຈຫຼາຍທີ່ລູກຊາຍໄດ້ແຕ່ງດອງກັບຜູ້ຍິງທີ່ຮັກພະເຢໂຫວາດ້ວຍສຸດຫົວໃຈຂອງເຂົາເຈົ້າແລະໃຊ້ຊີວິດເພື່ອຮັບໃຊ້ພະອົງ.—ເອເຟດ 6:6

ຄອບຄົວຂອງເຮົາມີຄວາມສຸກທີ່ໄດ້ປະກາດໃນເຂດທີ່ບໍ່ມີການປະກາດເລື້ອຍ

ຂ້ອຍຮັບໃຊ້ພະເຢໂຫວາໃນລັດໂຣດ ໄອແລນເປັນເວລາ 16 ປີ ແລະຢູ່ທີ່ນັ້ນຂ້ອຍມີໝູ່ເພື່ອນຫຼາຍຄົນ. ຂ້ອຍຍັງຈື່ວ່າໄດ້ຮັບໃຊ້ກັບຜູ້ເຖົ້າແກ່ທີ່ດີຫຼາຍ. ນອກຈາກນັ້ນ ຂ້ອຍຮູ້ສຶກຂອບໃຈຜູ້ດູແລເດີນທາງຫຼາຍຄົນທີ່ຊ່ວຍເຫຼືອຂ້ອຍ. ເປັນສິດທິພິເສດທີ່ໄດ້ຮ່ວມຮັບໃຊ້ພະເຢໂຫວາກັບຄົນທີ່ຮັກສາຄວາມຮັກຄັ້ງທຳອິດທີ່ມີຕໍ່ພະເຢໂຫວາເອົາໄວ້. ໃນປີ 1987 ເຮົາໄດ້ຍ້າຍໄປລັດນອດ ແຄໂຣໄລນາ ເຊິ່ງເປັນເຂດທີ່ຕ້ອງການຜູ້ປະກາດຫຼາຍກວ່າ ແລະຢູ່ທີ່ນັ້ນເຮົາກໍມີໝູ່ທີ່ດີຫຼາຍຄົນ. *

ນຳການປະຊຸມເພື່ອການປະກາດຕອນເປັນຜູ້ດູເດີນທາງ

ໃນເດືອນສິງຫາ ປີ 2002 ຂ້ອຍແລະຊູຊານຕອບຮັບຄຳເຊີນທີ່ໃຫ້ເຂົ້າມາເປັນສະມາຊິກຂອງຄອບຄົວເບເທນຢູ່ພັດທີສັນ. ຂ້ອຍເຮັດວຽກຢູ່ພະແນກການຮັບໃຊ້ ແລະຊູຊານເຮັດວຽກຢູ່ພະແນກຊັກຮີດ ເຊິ່ງລາວມັກຫຼາຍ! ໃນເດືອນສິງຫາ ປີ 2005 ຂ້ອຍໄດ້ຮັບສິດທິພິເສດໃຫ້ເຂົ້າມາເປັນສະມາຊິກຄົນໜຶ່ງຂອງຄະນະກຳມະການປົກຄອງ. ຂ້ອຍຮູ້ສຶກວ່າຕົນເອງບໍ່ມີຄຸນສົມບັດສຳລັບການມອບໝາຍໃໝ່ນີ້. ຊູຊານກໍກັງວົນກ່ຽວກັບໜ້າທີ່ຮັບຜິດຊອບ ວຽກງານ ແລະການທີ່ຕ້ອງເດີນທາງເລື້ອຍໆ. ຊູຊານບໍ່ມັກຂີ່ຍົນ ແຕ່ພວກເຮົາກໍເດີນທາງດ້ວຍຍົນຫຼາຍຄັ້ງ. ຄຳແນະນຳດ້ວຍຄວາມຮັກຈາກເມຍຂອງຄະນະກຳມະການປົກຄອງຄົນອື່ນໆຊ່ວຍຊູຊານໄດ້ຫຼາຍໃນເລື່ອງນີ້. ນັ້ນເຮັດໃຫ້ລາວຕັ້ງໃຈທີ່ຈະສະໜັບສະໜູນຂ້ອຍຫຼາຍຂຶ້ນ ແລະຂ້ອຍຮັກລາວທີ່ເປັນແບບນັ້ນ.

ໃນຫ້ອງເຮັດວຽກຂອງຂ້ອຍມີຮູບຕ່າງໆທີ່ເຕືອນຂ້ອຍໃຫ້ຄິດເຖິງຊີວິດທີ່ມີຄວາມສຸກ. ທີ່ຈິງຂ້ອຍໄດ້ຮັບສິ່ງດີຫຼາຍຢ່າງຈາກການທີ່ຂ້ອຍໄດ້ເຮັດສຸດກຳລັງເພື່ອຈະບໍ່ລືມຄວາມຮັກຄັ້ງທຳອິດທີ່ມີຕໍ່ພະເຢໂຫວາ.

ການໃຊ້ເວລາກັບຄອບຄົວເຮັດໃຫ້ຂ້ອຍມີຄວາມສຸກຫຼາຍ

^ ຂໍ້ 30 ເບິ່ງຂໍ້ມູນເພີ່ມເຕີມກ່ຽວກັບການຮັບໃຊ້ເຕັມເວລາຂອງພີ່ນ້ອງແອນໂທນີ ມໍຣິດສ ໃນຫໍສັງເກດການ 15 ມີນາ 2006 ໜ້າ 26.