ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຈົງຮັກພັກດີຕໍ່ລາຊະອານາຈັກຂອງພະເຈົ້າຕໍ່ໆໄປ

ຈົງຮັກພັກດີຕໍ່ລາຊະອານາຈັກຂອງພະເຈົ້າຕໍ່ໆໄປ

“ເຂົາບໍ່ເປັນ [ຢູ່] ຝ່າຍໂລກ.”—ໂຢຮັນ 17:16

ເພງ: 63, 129

1, 2. (ກ) ມີຄວາມກ່ຽວຂ້ອງກັນແນວໃດລະຫວ່າງຄວາມຈົງຮັກພັກດີຕໍ່ພະເຢໂຫວາແລະການບໍ່ເຂົ້າຂ້າງຝ່າຍໃດຝ່າຍໜຶ່ງໃນເລື່ອງຄວາມຂັດແຍ່ງຂອງໂລກນີ້? (ເບິ່ງຮູບທຳອິດ) (ຂ) ຫຼາຍຄົນຈົງຮັກພັກດີຕໍ່ສິ່ງໃດ ແຕ່ຜົນເປັນແນວໃດ?

ຜູ້ຮັບໃຊ້ຂອງພະເຢໂຫວາເປັນກາງແລະບໍ່ກ່ຽວຂ້ອງໃນປະເດັນທີ່ແບ່ງແຍກຜູ້ຄົນເຊັ່ນ: ສັນຊາດ ເຊື້ອຊາດ ຫຼືວັດທະນະທຳ. ເປັນຫຍັງຈຶ່ງເປັນແນວນັ້ນ? ກໍເພາະວ່າເຮົາຮັກພະເຢໂຫວາ ດັ່ງນັ້ນເຮົາຈຶ່ງຈົງຮັກພັກດີແລະເຊື່ອຟັງພະອົງ. (1 ໂຢຮັນ 5:3) ບໍ່ວ່າເຮົາຈະມາຈາກໃສຫຼືຢູ່ບ່ອນໃດ ເຮົາເຮັດຕາມມາດຕະຖານຂອງພະເຢໂຫວາ. ການຈົງຮັກພັກດີຕໍ່ພະເຢໂຫວາແລະລາຊະອານາຈັກຂອງພະອົງສຳຄັນກວ່າສິ່ງອື່ນໃດທັງໝົດ. (ມັດທາຍ 6:33) ດ້ວຍເຫດນີ້ເຮົາຈຶ່ງສາມາດເວົ້າໄດ້ວ່າເຮົາ “ບໍ່ເປັນ [ຢູ່] ຝ່າຍໂລກ.”—ອ່ານ ໂຢຮັນ 17:11, 15, 16; ເອຊາອີ 2:4

2 ໃນທຸກມື້ນີ້ ຫຼາຍຄົນຈົງຮັກພັກດີຕໍ່ປະເທດຊາດ ຊົນເຜົ່າ ວັດທະນະທຳຫຼືແມ່ນກະທັ່ງຕໍ່ກັບທີມກິລາຂອງຕົນເອງ. ເປັນຕາໜ້າເສົ້າໃຈ ເພາະເລື່ອງນີ້ສົ່ງຜົນໃຫ້ຫຼາຍຄົນແຂ່ງຂັນກັນ ກຽດຊັງກັນ ແລະຫຼາຍຄັ້ງກໍເຖິງຂັ້ນຂ້າຄົນທີ່ສັດຊື່ເຊິ່ງບໍ່ຢູ່ຝ່າຍດຽວກັບເຂົາເຈົ້າ. ເຖິງວ່າເຮົາບໍ່ມີສ່ວນໃນການຂັດແຍ່ງເຫຼົ່ານີ້ ແຕ່ສິ່ງທີ່ເກີດຂຶ້ນສາມາດມີຜົນກະທົບຕໍ່ເຮົາແລະຄອບຄົວ ແລະເຮົາກໍອາດຈະປະສົບກັບຄວາມບໍ່ຍຸຕິທຳທີ່ຮ້າຍແຮງ. ເປັນເລື່ອງງ່າຍທີ່ເຮົາຈະເລືອກເຂົ້າຂ້າງຝ່າຍໃດຝ່າຍໜຶ່ງຖ້າຫາກລັດຖະບານຕັດສິນໃຈແບບບໍ່ຍຸຕິທຳ ເພາະພະເຈົ້າສ້າງເຮົາໃຫ້ມີຄວາມສາມາດທີ່ຈະຮູ້ວ່າສິ່ງໃດຍຸຕິທຳຫຼືສິ່ງໃດບໍ່ຍຸຕິທຳ. (ຕົ້ນເດີມ 1:27; ພະບັນຍັດ 32:4) ເມື່ອມີສິ່ງທີ່ບໍ່ຍຸຕິທຳເກີດຂຶ້ນ ເຈົ້າຮູ້ສຶກແນວໃດ? ເຈົ້າຍັງຈະຮັກສາຄວາມເປັນກາງໄວ້ໄດ້ບໍ ຫຼືວ່າເຈົ້າຈະເລືອກເຂົ້າຂ້າງຝ່າຍໃດຝ່າຍໜຶ່ງ?

ຄິດສະຕຽນແທ້ບໍ່ໄດ້ຄິດວ່າສ່ວນໃດສ່ວນໜຶ່ງໃນໂລກທີ່ຊາຕານປົກຄອງຈະດີກວ່າສ່ວນອື່ນທີ່ມັນປົກຄອງ

3, 4. (ກ) ເມື່ອມີຄວາມຂັດແຍ່ງເກີດຂຶ້ນ ເປັນຫຍັງເຮົາຈຶ່ງບໍ່ເຂົ້າຂ້າງຝ່າຍໃດຝ່າຍໜຶ່ງ? (ຂ) ເຮົາຈະພິຈາລະນາຫຍັງໃນບົດຄວາມນີ້?

3 ຜູ້ຄົນສ່ວນຫຼາຍມັກເຂົ້າຂ້າງຝ່າຍໃດຝ່າຍໜຶ່ງເມື່ອມີຄວາມຂັດແຍ່ງເກີດຂຶ້ນ ຍ້ອນລັດຖະບານເຮັດໃຫ້ເຂົາເຈົ້າເຊື່ອວ່ານັ້ນເປັນສິ່ງທີ່ພົນລະເມືອງທີ່ດີຄວນຈະເຮັດ. ແຕ່ເຮົາບໍ່ເຮັດແບບນັ້ນເພາະເຮົາຕິດຕາມຕົວຢ່າງຂອງພະເຍຊູ. ສະນັ້ນ ເຮົາຈຶ່ງບໍ່ເຂົ້າໄປກ່ຽວຂ້ອງໃນເລື່ອງການເມືອງ ແລະບໍ່ມີສ່ວນໃນສົງຄາມ. (ມັດທາຍ 26:52) ຄິດສະຕຽນແທ້ບໍ່ໄດ້ຄິດວ່າສ່ວນໃດສ່ວນໜຶ່ງໃນໂລກທີ່ຊາຕານປົກຄອງຈະດີກວ່າສ່ວນອື່ນທີ່ມັນປົກຄອງ. (2 ໂກລິນໂທ 2:11) ເຮົາບໍ່ຕ້ອງການມີສ່ວນຮ່ວມໃດໆໃນຄວາມຂັດແຍ່ງຂອງໂລກນີ້.—ອ່ານ ໂຢຮັນ 15:18, 19

4 ເນື່ອງຈາກເປັນຄົນບໍ່ສົມບູນແບບ ພວກເຮົາບາງຄົນອາດຍັງມີຄວາມຮູ້ສຶກໃນແງ່ລົບຕໍ່ກັບຜູ້ຄົນທີ່ແຕກຕ່າງຈາກເຮົາ. (ເຢເຣມີ 17:9; ເອເຟດ 4:22-24) ໃນບົດຄວາມນີ້ ເຮົາຈະຮຽນຫຼັກການຕ່າງໆທີ່ຈະຊ່ວຍເຮົາໃຫ້ຕໍ່ສູ້ແລະເອົາຊະນະຄວາມຮູ້ສຶກຕ່າງໆທີ່ແບ່ງແຍກຜູ້ຄົນ. ນອກຈາກນັ້ນ ເຮົາຍັງຈະພິຈາລະນາວິທີທີ່ເຮົາສາມາດຈົງຮັກພັກດີຕໍ່ລາຊະອານາຈັກຂອງພະເຈົ້າໂດຍການຝຶກຝົນຕົວເຮົາໃຫ້ຄິດຄືກັບທີ່ພະເຢໂຫວາແລະພະເຍຊູ.

ເປັນຫຍັງເຮົາບໍ່ສະໜັບສະໜູນຝ່າຍໃດຝ່າຍໜຶ່ງ

5, 6. ຕອນທີ່ຢູ່ໂລກນີ້ ພະເຍຊູຄິດແນວໃດຕໍ່ກັບຄົນທີ່ມີເຊື້ອຊາດແຕກຕ່າງກັນ ແລະເປັນຫຍັງເພິ່ນຈຶ່ງຄິດແນວນັ້ນ?

5 ຖ້າເຈົ້າຮູ້ສຶກວ່າເປັນເລື່ອງຍາກທີ່ຈະຮັກສາຄວາມເປັນກາງແລະບໍ່ເຂົ້າຂ້າງຝ່າຍໃດຝ່າຍໜຶ່ງ ຂໍໃຫ້ຖາມຕົວເອງວ່າ: ‘ພະເຍຊູຈະເຮັດແນວໃດໃນເລື່ອງນີ້?’ ເມື່ອພະເຍຊູຢູ່ໂລກນີ້ກໍມີຄວາມຂັດແຍ່ງແລະຄວາມບໍ່ລົງຮອຍກັນລະຫວ່າງຄົນທີ່ມາຈາກແຂວງຢູເດ ແຂວງຄາລິເລ ແລະແຂວງສະມາລີ. ຕົວຢ່າງເຊັ່ນ: ຄົນຢິວກັບຄົນສະມາລີບໍ່ເວົ້ານຳກັນ. (ໂຢຮັນ 4:9) ພວກຟາລິຊຽນແລະພວກຊາດຶເຊເອນບໍ່ເຫັນດີນຳກັນໃນຫຼາຍເລື່ອງ. (ກິດຈະການ 23:6-9) ຄົນຢິວທີ່ໄດ້ຮຽນເລື່ອງພະບັນຍັນມັກຈະຄິດວ່າຕົນເອງດີກວ່າຄົນທີ່ບໍ່ໄດ້ຮຽນ. (ໂຢຮັນ 7:49) ນອກຈາກນັ້ນ ຫຼາຍຄົນຍັງຊັງຄົນໂລມແລະຄົນເກັບພາສີ. (ມັດທາຍ 9:11) ແຕ່ພະເຍຊູບໍ່ໄດ້ມີສ່ວນຮ່ວມໃນຄວາມຂັດແຍ່ງເຫຼົ່ານີ້. ເຖິງວ່າພະອົງປົກປ້ອງຄວາມຈິງກ່ຽວກັບພະເຢໂຫວາສະເໝີແລະຮູ້ວ່າຊາດອິດສະລາແອນເປັນຊາດທີ່ພິເສດ ແຕ່ພະອົງບໍ່ເຄີຍສອນພວກລູກສິດໃຫ້ຄິດວ່າເຂົາເຈົ້າດີກວ່າຄົນອື່ນ. (ໂຢຮັນ 4:22) ພະອົງສອນໃຫ້ເຂົາເຈົ້າຮັກທຸກໆຄົນ.—ລືກາ 10:27

ພະເຢໂຫວາແລະພະເຍຊູບໍ່ໄດ້ຄິດວ່າເຊື້ອຊາດໜຶ່ງ ສັນຊາດໜຶ່ງ ຫຼືພາສາໜຶ່ງດີກວ່າກັນ

6 ເປັນຫຍັງພະເຍຊູຈຶ່ງບໍ່ໄດ້ຄິດວ່າເຊື້ອຊາດໜຶ່ງດີກວ່າເຊື້ອຊາດອື່ນ? ຍ້ອນວິທີທີ່ພະເຍຊູແລະພະເຢໂຫວາຮູ້ສຶກຕໍ່ຜູ້ຄົນ. ພະເຢໂຫວາສ້າງມະນຸດໃຫ້ມີຫຼາກຫຼາຍເຊື້ອຊາດເພື່ອໃຫ້ຢູ່ໃນໂລກນີ້. (ຕົ້ນເດີມ 1:27, 28) ສະນັ້ນ ພະເຢໂຫວາແລະພະເຍຊູຈຶ່ງບໍ່ໄດ້ຄິດວ່າເຊື້ອຊາດໜຶ່ງ ສັນຊາດໜຶ່ງ ຫຼືພາສາໜຶ່ງດີກວ່າກັນ. (ກິດຈະການ 10:34, 35; ຄຳປາກົດ 7:9, 13, 14) ເຮົາຕ້ອງຮຽນເອົາແບບຢ່າງທີ່ດີເລີດຂອງພວກເພິ່ນ.—ມັດທາຍ 5:43-48

7, 8. (ກ) ເຮົາເລືອກຢູ່ຝ່າຍຂອງຜູ້ໃດ ແລະຍ້ອນຫຍັງຈຶ່ງເລືອກແນວນັ້ນ? (ຂ) ເຮົາຕ້ອງຈື່ຫຍັງໄວ້ໃນເລື່ອງການແກ້ໄຂບັນຫາຕ່າງໆຂອງມະນຸດ?

7 ເປັນຫຍັງເຮົາຈຶ່ງບໍ່ສະໜັບສະໜູນຜູ້ປົກຄອງທີ່ເປັນມະນຸດຫຼືລັດຖະບານຂອງມະນຸດ? ກໍຍ້ອນວ່າເຮົາເລືອກຢູ່ຝ່າຍພະເຢໂຫວາແລະໃຫ້ພະອົງເປັນຜູ້ປົກຄອງຂອງເຮົາ. ໃນສວນເອເດນ ຊາຕານເວົ້າວ່າພະເຢໂຫວາບໍ່ແມ່ນຜູ້ປົກຄອງທີ່ດີທີ່ສຸດຂອງມະນຸດ. ມັນຕ້ອງການໃຫ້ມະນຸດເຊື່ອວ່າແນວທາງຂອງມັນດີກວ່າຂອງພະອົງ. ພະເຢໂຫວາປ່ອຍໃຫ້ເຮົາເລືອກດ້ວຍຕົວເອງວ່າຈະຢູ່ຝ່າຍໃດ. ແລ້ວເຈົ້າເດ? ເຈົ້າເຊື່ອຟັງພະເຢໂຫວາຍ້ອນເຊື່ອວ່າແນວທາງຂອງພະອົງດີກວ່າຂອງເຈົ້າບໍ? ເຈົ້າໝັ້ນໃຈບໍວ່າມີພຽງລາຊະອານາຈັກຂອງພະອົງເທົ່ານັ້ນທີ່ສາມາດແກ້ໄຂບັນຫາຕ່າງໆຂອງເຮົາໄດ້? ຫຼືເຈົ້າຄິດວ່າມະນຸດສາມາດປົກຄອງຕົນເອງໄດ້ຢ່າງປະສົບຜົນສຳເລັດໂດຍທີ່ບໍ່ຕ້ອງເພິ່ງພະເຈົ້າ?—ຕົ້ນເດີມ 3:4, 5

8 ຕົວຢ່າງເຊັ່ນ: ຖ້າມີຄົນຖາມວ່າເຈົ້າຄິດແນວໃດກ່ຽວກັບພັກການເມືອງໃດໜຶ່ງ ກຸ່ມໃດໜຶ່ງທີ່ເປັນນັກຕໍ່ສູ້ທາງການເມືອງ ຫຼືອົງການອື່ນໆທີ່ມີການເຄື່ອນໄຫວຄ້າຍໆກັນ ເຈົ້າຈະຕອບແນວໃດ? ບາງຄົນໃນກຸ່ມເຫຼົ່ານີ້ອາດມີຄວາມຈິງໃຈແລະຢາກຊ່ວຍປະຊາຊົນ. ແຕ່ເຮົາສຳນຶກວ່າມີພຽງລາຊະອານາຈັກຂອງພະເຢໂຫວາເທົ່ານັ້ນທີ່ສາມາດແກ້ໄຂບັນຫາຕ່າງໆຂອງມະນຸດແລະກຳຈັດຄວາມບໍ່ຍຸຕິທຳທຸກຮູບແບບໃຫ້ໝົດໄປໄດ້. ນອກຈາກນັ້ນ ເຮົາຍັງເຮັດຕາມການຊີ້ນຳຂອງພະເຢໂຫວາທີ່ໃຫ້ຜ່ານທາງປະຊາຄົມ ແທນທີ່ແຕ່ລະຄົນຈະເຮັດຕາມສິ່ງທີ່ຕົນເອງຄິດວ່າດີທີ່ສຸດ. ຍ້ອນແນວນັ້ນປະຊາຄົມຈຶ່ງເປັນເອກະພາບກັນ.

9. ໃນສະຕະວັດທຳອິດ ຄລິດສະຕຽນບາງຄົນມີບັນຫາຫຍັງ ແລະເຂົາເຈົ້າຈຳເປັນຕ້ອງເຮັດຫຍັງ?

9 ໃນສະຕະວັດທຳອິດ ຄລິດສະຕຽນບາງຄົນໃນເມືອງໂກລິນໂທໄດ້ຖຽງກັນແລະເວົ້າວ່າ: “‘ຂ້າພະເຈົ້າຢູ່ຝ່າຍທ່ານໂປໂລ’ ‘ແລະຂ້າພະເຈົ້າຢູ່ຝ່າຍທ່ານອະໂປໂລ’ ‘ແລະຂ້າພະເຈົ້າຢູ່ຝ່າຍທ່ານເຊຟາ’ ‘ແລະຂ້າພະເຈົ້າຢູ່ຝ່າຍພະຄລິດ.’” ໂປໂລຕົກໃຈຫຼາຍເມື່ອຮູ້ເລື່ອງນີ້. ນີ້ເປັນບັນຫາທີ່ຮ້າຍແຮງຫຼາຍເພາະເປັນສິ່ງທີ່ທຳລາຍຄວາມສະຫງົບສຸກໃນປະຊາຄົມ. ດັ່ງນັ້ນ ລາວຈຶ່ງຖາມພີ່ນ້ອງຊາຍຍິງວ່າ: “ພະຄລິດແບ່ງອອກເປັນຫຼາຍອົງຫຼື?” ແລະໃຫ້ຄຳແນະນຳວ່າ: “ພີ່ນ້ອງທັງຫຼາຍເອີຍ ເຮົາເຕືອນສະຕິທ່ານທັງຫຼາຍດ້ວຍນາມຊື່ແຫ່ງພະເຍຊູຄລິດພະອົງເຈົ້າຂອງເຮົາທັງຫຼາຍໃຫ້ທ່ານທັງປວງປາກຄຳຢ່າງດຽວກັນ ຢ່າແຍກຈາກກັນ ແຕ່ວ່າທ່ານທັງຫຼາຍຈົ່ງລວມເຂົ້າສະໜິດກັນ ເປັນໃຈອັນດຽວກັນແລະຄວາມຄຶດອັນດຽວກັນ.” ໃນທຸກມື້ນີ້ກໍເຊັ່ນກັນ ບໍ່ຄວນມີການແບ່ງແຍກໃດໆພາຍໃນປະຊາຄົມ.—1 ໂກລິນໂທ 1:10-13; ອ່ານ ໂລມ 16:17, 18

10. ໂປໂລເຕືອນຄລິດສະຕຽນວ່າແນວໃດ ແລະເຮົາຮຽນຫຍັງຈາກເລື່ອງນັ້ນ?

10 ໂປໂລເຕືອນຜູ້ຖືກເຈີມວ່າເຂົາເຈົ້າເປັນພົນລະເມືອງໃນສະຫວັນແລະຍ້ອນແນວນັ້ນຈຶ່ງບໍ່ຄວນຈົດຈໍ່ໃນ “ສິ່ງຂອງແຫ່ງໂລກນີ້.” (ຟີລິບ 3:17-20) * ຜູ້ຖືກເຈີມເປັນລາຊະທູດເຊິ່ງເປັນຕົວແທນຂອງພະເຈົ້າແລະພະຄລິດ. ເມື່ອລາຊະທູດເຮັດວຽກຢູ່ໃນປະເທດທີ່ຕົນໄດ້ຮັບມອບໝາຍ ລາວຈະບໍ່ເຂົ້າໄປຫຍຸ້ງກ່ຽວໃນເລື່ອງການເມືອງແລະບັນຫາຕ່າງໆຂອງປະເທດນັ້ນ. ຄ້າຍຄືກັນ ເປັນເລື່ອງບໍ່ຖືກຕ້ອງທີ່ຜູ້ຖືກເຈີມຈະເຂົ້າໄປຫຍຸ້ງກ່ຽວໃນເລື່ອງການເມືອງແລະບັນຫາຕ່າງໆຂອງໂລກນີ້. (2 ໂກລິນໂທ 5:20) ສ່ວນຜູ້ທີ່ມີຄວາມຫວັງຈະມີຊີວິດຕະຫຼອດໄປໃນໂລກນີ້ກໍຍັງຕ້ອງຈົງຮັກພັກດີຕໍ່ລາຊະອານາຈັກແລະບໍ່ເຂົ້າຂ້າງຝ່າຍໃດຝ່າຍໜຶ່ງໃນເລື່ອງຄວາມຂັດແຍ່ງຂອງໂລກນີ້.

ຝຶກຝົນຕົວເອງຈົງຮັກພັກດີຕໍ່ລາຊະອານາຈັກຂອງພະເຈົ້າ

11, 12. (ກ) ເພື່ອຈະຈົງຮັກພັກດີຕໍ່ລາຊະອານາຈັກຂອງພະເຈົ້າ ເຮົາຕ້ອງຫຼີກລ່ຽງຄວາມຄິດແບບໃດ? (ຂ) ເມີເຈຕາຮູ້ສຶກແນວໃດຕໍ່ກັບບາງຄົນ ແຕ່ສິ່ງໃດຊ່ວຍລາວໃຫ້ປ່ຽນຄວາມຮູ້ສຶກແບບນັ້ນໄດ້?

11 ຜູ້ຄົນສ່ວນໃຫຍ່ໃນໂລກຮູ້ສຶກຜູກພັນເປັນພິເສດກັບຄົນທີ່ມີຄວາມຄ້າຍຄືກັນທາງດ້ານປະຫວັດສາດ ວັດທະນະທຳ ແລະພາສາ. ເຂົາເຈົ້າພູມໃຈໃນບ້ານເກີດເມືອງນອນຂອງຕົນເອງ. ເຮົາຕ້ອງບໍ່ປ່ອຍໃຫ້ຄວາມຄິດແບບນີ້ມີຜົນກະທົບຕໍ່ເຮົາ. ແທນທີ່ຈະເປັນແນວນັ້ນ ເຮົາຕ້ອງປ່ຽນວິທີຄິດແລະຈຳເປັນຕ້ອງຝຶກຝົນສະຕິຮູ້ສຶກຜິດຊອບເພື່ອເຮົາຈະຮັກສາຄວາມເປັນກາງໄດ້ໃນທຸກໆສະພາບການ. ເຮົາຈະເຮັດແບບນັ້ນໄດ້ແນວໃດ?

12 ຕົວຢ່າງເຊັ່ນ: ເມີເຈຕາ * ເກີດໃນປະເທດທີ່ແຕ່ກ່ອນເອີ້ນວ່າປະເທດຢູໂກສະລາວີ. ໃນເຂດທີ່ລາວເຕີບໃຫຍ່ຂຶ້ນ ຜູ້ຄົນຊັງຄົນເຊີເບຍ. ເມື່ອໄດ້ຮຽນຮູ້ກ່ຽວກັບພະເຢໂຫວາ ເມີເຈຕາຈຶ່ງຮູ້ວ່າພະອົງບໍ່ໄດ້ນິຍົມຊົມຊອບຊົນເຜົ່າໜຶ່ງຫຼາຍກວ່າຊົນເຜົ່າອື່ນ ແຕ່ແມ່ນຊາຕານທີ່ຢາກໃຫ້ຄົນເຮົາກຽດຊັງກັນ. ເມີເຈຕາຕ້ອງພະຍາຍາມຫຼາຍແທ້ໆທີ່ຈະປ່ຽນວິທີທີ່ລາວຮູ້ສຶກ. ແຕ່ເມື່ອເກີດສົງຄາມລະຫວ່າງຊົນເຜົ່າຕ່າງໆໃນເຂດທີ່ລາວອາໄສຢູ່ ລາວກໍເລີ່ມມີຄວາມຮູ້ສຶກໃນແງ່ລົບຕໍ່ກັບຄົນເຊີເບຍອີກຄັ້ງໜຶ່ງ. ລາວເຖິງຂັ້ນວ່າບໍ່ຢາກປະກາດຂ່າວດີໃຫ້ກັບຄົນເຫຼົ່ານັ້ນ. ເມີເຈຕາຮູ້ວ່າການເຮັດແນວນັ້ນບໍ່ຖືກຕ້ອງ ດັ່ງນັ້ນລາວຈຶ່ງອ້ອນວອນຂໍໃຫ້ພະເຢໂຫວາຊ່ວຍລາວບໍ່ໃຫ້ຮູ້ສຶກແບບນີ້. ເມີເຈຕາຍັງໄດ້ຂໍໃຫ້ພະເຢໂຫວາຊ່ວຍລາວໃຫ້ສາມາດເລີ່ມເປັນໄພໂອເນຍໄດ້. ລາວເວົ້າວ່າ: “ສິ່ງທີ່ຊ່ວຍຂ້ອຍໄດ້ດີທີ່ສຸດແມ່ນການຈົດຈໍ່ຢູ່ກັບວຽກປະກາດ. ເມື່ອເຮັດວຽກນັ້ນ ຂ້ອຍພະຍາຍາມຮຽນແບບຄວາມຮັກຂອງພະເຢໂຫວາ ແລະຂ້ອຍກໍເຫັນວ່າຄວາມຮູ້ສຶກໃນແງ່ລົບຄ່ອຍໆໝົດໄປ.”

13. (ກ) ມີຫຍັງເກີດຂຶ້ນກັບຊອຍລາ ແລະລາວມີທ່າທີແນວໃດ? (ຂ) ເຮົາໄດ້ບົດຮຽນຫຍັງຈາກເລື່ອງຂອງຊອຍລາ?

13 ຊອຍລາເປັນພີ່ນ້ອງຍິງຄົນໜຶ່ງທີ່ຍ້າຍຈາກປະເທດແມັກຊິກໄປຢູ່ອີຣົບ. ໃນປະຊາຄົມຂອງລາວມີພີ່ນ້ອງຊາຍຍິງທີ່ມາຈາກພາກສ່ວນອື່ນຂອງອາເມຣິກາລາຕິນ. ຊອຍລາເວົ້າວ່າບາງຄົນເວົ້າຕະຫຼົກກ່ຽວກັບປະເທດທີ່ລາວເກີດ ພ້ອມທັງປະເພນີແລະເພງຂອງປະເທດນັ້ນ. ຊອຍລາເສຍໃຈຫຼາຍ ສະນັ້ນລາວຈຶ່ງອະທິດຖານຂໍໃຫ້ພະເຢໂຫວາຊ່ວຍລາວບໍ່ໃຫ້ຮູ້ສຶກຄຽດຮ້າຍ. ຖ້າຢູ່ໃນສະພາບການແບບດຽວກັບຊອຍລາ ເຮົາຈະຮູ້ສຶກແນວໃດ? ພີ່ນ້ອງຊາຍຍິງບາງຄົນອາດຍັງຕ້ອງຕໍ່ສູ້ກັບການຄວບຄຸມອາລົມຂອງຕົນເອງເມື່ອໄດ້ຍິນຄົນເວົ້າໃນແງ່ລົບກ່ຽວກັບບ້ານເກີດເມືອງນອນຂອງເຂົາເຈົ້າ. ສະນັ້ນ ເຮົາບໍ່ຢາກເວົ້າຫຼືເຮັດສິ່ງທີ່ຈະເຮັດໃຫ້ເບິ່ງຄືວ່າເຊື້ອຊາດໜຶ່ງດີກວ່າເຊື້ອຊາດອື່ນ. ເຮົາບໍ່ຢາກເປັນສາເຫດທີ່ເຮັດໃຫ້ເກີດການແບ່ງແຍກຢູ່ໃນປະຊາຄົມຫຼືຢູ່ບ່ອນອື່ນ.—ໂລມ 14:19; 2 ໂກລິນໂທ 6:3

ໃຫ້ອະທິດຖານຂໍພະເຢໂຫວາຊ່ວຍເຈົ້າໃຫ້ຮູ້ສຶກຕໍ່ຜູ້ຄົນຄືກັບທີ່ພະອົງຮູ້ສຶກ

14. ແມ່ນຫຍັງຈະຊ່ວຍເຈົ້າໃຫ້ຄິດກ່ຽວກັບຜູ້ຄົນຄືກັບທີ່ພະເຢໂຫວາຄິດ?

14 ເຮົາທຸກຄົນຮູ້ແລ້ວວ່າຜູ້ຮັບໃຊ້ຂອງພະເຢໂຫວາເປັນນໍ້າໜຶ່ງໃຈດຽວກັນ ດັ່ງນັ້ນ ເຮົາຈຶ່ງບໍ່ຄວນຮູ້ສຶກວ່າສະຖານທີ່ໃດໜຶ່ງຫຼືປະເທດໃດໜຶ່ງເໜືອກວ່າສະຖານທີ່ອື່ນຫຼືປະເທດອື່ນ. ແຕ່ຄອບຄົວຂອງເຈົ້າແລະຄົນທີ່ຢູ່ໃນເຂດທີ່ເຈົ້າເຕີບໃຫຍ່ຂຶ້ນມາອາດຈະກໍ່ອິດທິພົນໃຫ້ເຈົ້າຮັກບ້ານເກີດເມືອງນອນຂອງຕົນເອງຫຼາຍ. ດັ່ງນັ້ນ ບາງເທື່ອເຈົ້າອາດຈະຍັງຄິດໃນແງ່ລົບກ່ຽວກັບຄົນຈາກຊາດອື່ນ ວັດທະນະທຳອື່ນ ພາສາອື່ນ ຫຼືເຊື້ອຊາດອື່ນ. ສິ່ງໃດຈະຊ່ວຍໃຫ້ເຈົ້າປ່ຽນຄວາມຄິດແບບນັ້ນ? ໃຫ້ຄິດຕຶກຕອງເບິ່ງວ່າພະເຢໂຫວາຮູ້ສຶກແນວໃດຕໍ່ກັບຄົນທີ່ພູມໃຈໃນປະເທດຂອງຕົນເອງຫຼືຄົນທີ່ຄິດວ່າຕົນເອງດີກວ່າຄົນອື່ນ. ໃຫ້ຄົ້ນຄວ້າຕື່ມອີກໃນຫົວເລື່ອງນີ້ໃນລະຫວ່າງທີ່ມີການສຶກສາສ່ວນຕົວຫຼືການນະມັດສະການປະຈຳຄອບຄົວ. ຈາກນັ້ນ ໃຫ້ອະທິດຖານຂໍພະເຢໂຫວາຊ່ວຍເຈົ້າໃຫ້ຮູ້ສຶກຕໍ່ຜູ້ຄົນຄືກັບທີ່ພະອົງຮູ້ສຶກ.—ອ່ານ ໂລມ 12:2

ເພື່ອຈະຈົງຮັກພັກດີຕໍ່ພະເຢໂຫວາ ເຮົາຕ້ອງເຊື່ອຟັງພະອົງບໍ່ວ່າຄົນອື່ນອາດຈະເວົ້າຫຼືເຮັດຫຍັງໃຫ້ເຮົາກໍຕາມ (ເບິ່ງຂໍ້ 15, 16)

15, 16. (ກ) ເນື່ອງຈາກວ່າເຮົາແຕກຕ່າງຈາກຄົນອື່ນ ບາງຄົນຈະມີທ່າທີແນວໃດ? (ຂ) ຜູ້ທີ່ເປັນພໍ່ແມ່ຈະຊ່ວຍລູກແນວໃດໃຫ້ຮັກສາຄວາມຈົງຮັກພັກດີຕໍ່ພະເຢໂຫວາ?

15 ເຮົາຢາກຮັບໃຊ້ພະເຢໂຫວາດ້ວຍສະຕິຮູ້ສຶກຜິດຊອບທີ່ດີ ດັ່ງນັ້ນ ໃນບາງຄັ້ງຈຶ່ງເຫັນໄດ້ຢ່າງຈະແຈ້ງວ່າເຮົາແຕກຕ່າງແທ້ໆຈາກຄົນທີ່ເຮົາເຮັດວຽກນຳ ໝູ່ທີ່ຮຽນຫ້ອງດຽວກັນ ຄົນບ້ານໃກ້ເຮືອນຄຽງ ຫຼືພວກຍາດພີ່ນ້ອງ. (1 ເປໂຕ 2:19) ພະເຍຊູເຕືອນໄວ້ແລ້ວວ່າຄົນອື່ນຈະກຽດຊັງເຮົາເພາະເຮົາແຕກຕ່າງຈາກເຂົາເຈົ້າ. ຂໍໃຫ້ຈື່ໄວ້ວ່າຄົນທີ່ຕໍ່ຕ້ານເຮົາບໍ່ຮູ້ກ່ຽວກັບລາຊະອານາຈັກຂອງພະເຈົ້າ. ດັ່ງນັ້ນ ເຂົາເຈົ້າຈຶ່ງບໍ່ເຂົ້າໃຈເຫດຜົນທີ່ເຮົາຖືວ່າການຈົງຮັກພັກດີຕໍ່ລາຊະອານາຈັກຂອງພະເຈົ້າເປັນເລື່ອງສຳຄັນຫຼາຍກວ່າການຈົງຮັກພັກດີຕໍ່ລັດຖະບານຂອງມະນຸດ.

16 ເພື່ອຈະຈົງຮັກພັກດີຕໍ່ພະເຢໂຫວາ ເຮົາຕ້ອງເຊື່ອຟັງພະອົງບໍ່ວ່າຄົນອື່ນອາດຈະເວົ້າຫຼືເຮັດຫຍັງໃຫ້ເຮົາກໍຕາມ. (ດານຽນ 3:16-18) ຄົນໜຸ່ມສາວອາດພົບວ່າຍາກເປັນພິເສດທີ່ຈະແຕກຕ່າງຈາກຄົນອື່ນ. ພໍ່ແມ່ທັງຫຼາຍ ຈົ່ງຊ່ວຍລູກຂອງທ່ານໃຫ້ມີຄວາມກ້າຫານທີ່ໂຮງຮຽນ. ລູກຂອງທ່ານອາດຢ້ານທີ່ຈະປະຕິເສດເລື່ອງການບໍ່ເຄົາລົບທຸງຢູ່ໂຮງຮຽນ ຫຼືການບໍ່ເຂົ້າຮ່ວມການສະຫຼອງຕ່າງໆກ່ຽວກັບຊາດ. ໃນລະຫວ່າງທີ່ນະມັດສະການປະຈຳຄອບຄົວ ທ່ານສາມາດສຶກສາວິທີທີ່ພະເຢໂຫວາຮູ້ສຶກຕໍ່ກັບສິ່ງເຫຼົ່ານີ້. ຈົ່ງສອນລູກຂອງທ່ານໃຫ້ຮູ້ວິທີອະທິບາຍເລື່ອງຄວາມເຊື່ອຂອງຕົນຢ່າງຈະແຈ້ງແລະດ້ວຍຄວາມນັບຖື. (ໂລມ 1:16) ນອກຈາກນັ້ນ ຖ້າຈຳເປັນຈົ່ງຊ່ວຍລູກຂອງທ່ານໂດຍການເວົ້າກັບນາຍຄູແລະອະທິບາຍໃຫ້ນາຍຄູຮູ້ກ່ຽວກັບຄວາມເຊື່ອຂອງຄອບຄົວທ່ານ.

ເພີດເພີນກັບທຸກສິ່ງທີ່ພະເຢໂຫວາສ້າງ

17. ເຮົາຄວນຫຼີກລ່ຽງຄວາມຄິດແບບໃດ ແລະເປັນຫຍັງຕ້ອງຫຼີກລ່ຽງ?

17 ເປັນເລື່ອງປົກກະຕິທີ່ເຮົາຈະຮູ້ສຶກມັກອາຫານ ພາສາ ປະເພນີ ແລະທິວທັດທຳມະຊາດໃນບ່ອນທີ່ເຮົາເຕີບໃຫຍ່ຂຶ້ນ. ແຕ່ເຮົາຮູ້ສຶກວ່າສິ່ງທີ່ເຮົາມັກດີກວ່າສະເໝີບໍ ຖ້າສົມທຽບກັບສິ່ງທີ່ຄົນອື່ນມັກ? ພະເຢໂຫວາຕ້ອງການໃຫ້ເຮົາເພີດເພີນກັບສິ່ງຕ່າງໆທີ່ພະອົງສ້າງເຊິ່ງມີຄວາມຫຼາກຫຼາຍ. (ຄຳເພງ 104:24; ຄຳປາກົດ 4:11) ດັ່ງນັ້ນ ເປັນຫຍັງເຮົາຈຶ່ງຍຶດຕິດວ່າວິທີການຢ່າງໜຶ່ງດີກວ່າວິທີການຢ່າງອື່ນ?

ພະເຢໂຫວາຕ້ອງການໃຫ້ຄົນທຸກປະເພດມີຊີວິດຕະຫຼອດໄປ

18. ເປັນຫຍັງຈຶ່ງເປັນເລື່ອງທີ່ດີທີ່ເຮົາຈະຄິດກ່ຽວກັບຄົນອື່ນຄືກັບທີ່ພະເຢໂຫວາຄິດ?

18 ພະເຢໂຫວາຕ້ອງການໃຫ້ຄົນທຸກປະເພດໄດ້ຮຽນຮູ້ເລື່ອງພະອົງ ນະມັດສະການພະອົງ ແລະມີຊີວິດຕະຫຼອດໄປ. (ໂຢຮັນ 3:16; 1 ຕີໂມເຕ 2:3, 4) ສະນັ້ນ ເມື່ອພີ່ນ້ອງມີຄວາມຄິດເຫັນທີ່ແຕກຕ່າງຈາກເຮົາ ເຮົາຈະເຕັມໃຈຟັງຕາບໃດທີ່ພະເຢໂຫວາຍອມຮັບເອົາຄວາມຄິດເຫັນນັ້ນ. ຖ້າເຮັດໄດ້ແນວນັ້ນ ຊີວິດຂອງເຮົາຈະມີຄວາມສຸກແລະບໍ່ໜ້າເບື່ອ ແລະເຮົາຈະເປັນນໍ້າໜຶ່ງໃຈດຽວກັບພີ່ນ້ອງຊາຍຍິງຂອງເຮົາ. ດັ່ງທີ່ໄດ້ເວົ້າໄປແລ້ວ ເພາະເຮົາຈົງຮັກພັກດີຕໍ່ພະເຢໂຫວາແລະລາຊະອານາຈັກຂອງພະອົງ ເຮົາຈຶ່ງບໍ່ເຂົ້າຂ້າງຝ່າຍໃດຝ່າຍໜຶ່ງໃນເລື່ອງຄວາມຂັດແຍ່ງຂອງໂລກນີ້. ເຮົາກຽດຊັງຄວາມຍິ່ງແລະການແຂ່ງຂັນກັນໃນໂລກທີ່ຊາຕານປົກຄອງ. ເຮົາຮູ້ສຶກຂອບໃຈແທ້ໆທີ່ພະເຢໂຫວາສອນເຮົາໃຫ້ເປັນຄົນຖ່ອມໃຈແລະຮັກສັນຕິສຸກ! ເຮົາຮູ້ສຶກຄືກັບຜູ້ແຕ່ງຄຳເພງທີ່ກ່າວວ່າ: “ດັ່ງນີ້ເມື່ອພີ່ນ້ອງທັງຫຼາຍຕັ້ງຢູ່ນຳກັນ ຕິດພັນຢູ່ນຳກັນເປັນການດີການຊອບໃຈຫຼາຍແທ້ໆ!”—ຄຳເພງ 133:1

^ ຂໍ້ 10 ບາງຄົນໃນປະຊາຄົມຟີລິບອາດໄດ້ຮັບສິດທິພິເສດໃຫ້ເປັນພົນລະເມືອງຂອງໂລມ ແລະດ້ວຍເຫດນັ້ນເຂົາເຈົ້າຈຶ່ງໄດ້ຮັບສິດຕ່າງໆຫຼາຍກວ່າພີ່ນ້ອງທີ່ບໍ່ໄດ້ເປັນພົນລະເມືອງຂອງໂລມ.

^ ຂໍ້ 12 ຊື່ສົມມຸດ