ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ມີສ່ວນໃນການເຮັດໃຫ້ອຸທິຍານຝ່າຍວິນຍານເຕີບໃຫຍ່ຂຶ້ນ

ມີສ່ວນໃນການເຮັດໃຫ້ອຸທິຍານຝ່າຍວິນຍານເຕີບໃຫຍ່ຂຶ້ນ

“ເຮົາຈະເອົາຍົດສັກໃຫ້ແກ່ມ້າຮອງຕີນຂອງເຮົາ.”—ເອຊາອີ 60:13

ເພງ: 102, 75

1, 2. ໃນພະຄຳພີພາກພາສາເຫບເລີ ຄຳວ່າ “ມ້າຮອງຕີນ” ໝາຍເຖິງຫຍັງ?

ພະເຢໂຫວາພະເຈົ້າກ່າວວ່າ: “ຟ້າສະຫວັນແມ່ນພະທີ່ນັ່ງຂອງເຮົາ ແລະແຜ່ນດິນແມ່ນມ້າຮອງຕີນຂອງເຮົາ.” (ເອຊາອີ 66:1) ພະອົງຍັງເວົ້າເຖິງ “ມ້າຮອງຕີນ” ຂອງພະອົງເມື່ອກ່າວວ່າ: “ເຮົາຈະເອົາຍົດສັກໃຫ້ແກ່ມ້າຮອງຕີນຂອງເຮົາ.” (ເອຊາອີ 60:13) ພະອົງຈະເອົາຍົດສັກມາໃຫ້ມ້າຮອງຕີນ ຫຼືເຮັດໃຫ້ມ້າຮອງຕີນນັ້ນງົດງາມໄດ້ແນວໃດ? ແລະນີ້ໝາຍຄວາມວ່າແນວໃດສຳລັບຄົນທີ່ອາໄສຢູ່ເທິງມ້າຮອງຕີນຂອງພະອົງເຊິ່ງກໍຄືໂລກນີ້?

2 ໃນພະຄຳພີພາກພາສາເຫບເລີ ຄຳວ່າ “ມ້າຮອງຕີນ” ຍັງໝາຍເຖິງວິຫານໃນອິດສະລາແອນບູຮານ. (1 ຂ່າວຄາວ 28:2; ຄຳເພງ 132:7) ວິຫານນັ້ນງົດງາມຫຼາຍໃນສາຍຕາຂອງພະເຢໂຫວາ ເພາະເປັນສູນກາງຂອງການນະມັດສະການແທ້ ແລະເພື່ອເປັນບ່ອນສັນລະເສີນພະເຢໂຫວາຢູ່ໃນໂລກນີ້.

3. ໃນທຸກມື້ນີ້ ແມ່ນຫຍັງເປັນສູນກາງຂອງການນະມັດສະການແທ້ ແລະເລີ່ມຕົ້ນໃນປີໃດ?

3 ໃນທຸກມື້ນີ້ ແມ່ນຫຍັງເປັນສູນກາງຂອງການນະມັດສະການແທ້? ສູນກາງຂອງການນະມັດສະການແທ້ບໍ່ໄດ້ເປັນຕຶກອາຄານຄືກັບວິຫານ ແຕ່ເປັນວິຫານຝ່າຍວິນຍານເຊິ່ງເຮັດໃຫ້ພະເຢໂຫວາໄດ້ຮັບຄວາມສັນລະເສີນຫຼາຍກວ່າຕຶກອາຄານໃດໆທີ່ເຄີຍມີ. ວິຫານຝ່າຍວິນຍານແມ່ນຫຍັງ? ແມ່ນການຈັດຕຽມຂອງພະເຢໂຫວາທີ່ເປີດໂອກາດໃຫ້ມະນຸດເຂົ້າມາເປັນເພື່ອນຂອງພະອົງແລະເພື່ອນະມັດສະການພະອົງ. ການຈັດຕຽມນີ້ເປັນໄປໄດ້ກໍໂດຍທາງຄ່າໄຖ່ຂອງພະເຍຊູເທົ່ານັ້ນ. ການຈັດຕຽມນີ້ເລີ່ມຕົ້ນໃນປີ ຄ.ສ 29 ເມື່ອພະເຍຊູຮັບບັບເຕມາແລະຖືກເຈີມໃຫ້ເປັນປະໂລຫິດໃຫຍ່ໃນວິຫານຝ່າຍວິນຍານຂອງພະເຢໂຫວາ.—ເຫບເລີ 9:11, 12

ປະຊາຊົນຂອງພະເຢໂຫວາຕ້ອງສັນລະເສີນພະອົງໃນຕອນນີ້ແລະຢູ່ໃນໂລກນີ້

4, 5. (ກ) ຕາມທີ່ບອກໄວ້ໃນຄຳເພງບົດທີ 99 ຜູ້ນະມັດສະການແທ້ຂອງພະເຢໂຫວາຕ້ອງການທີ່ຈະເຮັດຫຍັງ? (ຂ) ເຮົາຄວນຖາມຕົວເອງແນວໃດ?

4 ເຮົາຂອບໃຈພະເຢໂຫວາແທ້ໆທີ່ໄດ້ຈັດຕຽມໃຫ້ມີການນະມັດສະການແທ້. ເຮົາສະແດງຄວາມຂອບໃຈໂດຍບອກຄົນອື່ນກ່ຽວກັບຊື່ຂອງພະເຢໂຫວາແລະເລື່ອງຄ່າໄຖ່ເຊິ່ງເປັນຂອງຂວັນທີ່ດີເລີດ. ເຮົາຮູ້ສຶກຕື່ນເຕັ້ນຍິນດີທີ່ແຕ່ລະມື້ມີຄລິດສະຕຽນແທ້ຫຼາຍກວ່າແປດລ້ານຄົນສັນລະເສີນພະເຢໂຫວາ! ໃນຂະນະທີ່ຜູ້ຄົນໃນຫຼາຍສາສະໜາມີຄວາມຄິດທີ່ຜິດໆວ່າເຂົາເຈົ້າຈະສັນລະເສີນພະເຈົ້າໃນສະຫວັນຫຼັງຈາກທີ່ຕາຍໄປແລ້ວ ແຕ່ປະຊາຊົນຂອງພະເຢໂຫວາຮູ້ວ່າເປັນສິ່ງສຳຄັນທີ່ຈະສັນລະເສີນພະອົງໃນຕອນນີ້ແລະຢູ່ໃນໂລກນີ້.

5 ເມື່ອສັນລະເສີນພະເຢໂຫວາ ເຮົາຮຽນເອົາແບບຢ່າງຂອງຜູ້ຮັບໃຊ້ທີ່ສັດຊື່ຂອງພະອົງຕາມທີ່ກ່າວໄວ້ໃນຄຳເພງ 99:1-3, 5-7 (ອ່ານ). ໃນອະດີດ ຜູ້ຊາຍທີ່ສັດຊື່ເຊັ່ນ: ໂມເຊ ອາໂລນ ແລະຊາເມືອນໄດ້ສະໜັບສະໜູນການຈັດຕຽມຂອງພະເຢໂຫວາຢ່າງເຕັມທີໃນເລື່ອງການນະມັດສະການແທ້. ໃນທຸກມື້ນີ້ ກ່ອນທີ່ຜູ້ຖືກເຈີມຈະເລີ່ມຮັບໃຊ້ເປັນປະໂລຫິດຮ່ວມກັບພະເຍຊູໃນສະຫວັນ ເຂົາເຈົ້າໄດ້ຮັບໃຊ້ພະເຢໂຫວາຢ່າງສັດຊື່ຢູ່ໃນວິຫານຝ່າຍວິນຍານທີ່ຢູ່ໃນໂລກນີ້. ຫຼາຍລ້ານຄົນທີ່ເປັນ “ແກະອື່ນ” ໄດ້ຊ່ວຍເຫຼືອເຂົາເຈົ້າຢ່າງຈົງຮັກພັກດີ. (ໂຢຮັນ 10:16) ທັງສອງກຸ່ມນະມັດສະການພະເຢໂຫວາຢ່າງເປັນນໍ້າໜຶ່ງໃຈດຽວກັນ. ເຮົາຄວນຖາມຕົວເອງວ່າ: ‘ຂ້ອຍສະໜັບສະໜູນການຈັດຕຽມເລື່ອງການນະມັດສະການແທ້ຂອງພະເຢໂຫວາຢ່າງເຕັມທີແລ້ວບໍ?’

ລະບຸຕົວຄົນທີ່ຮັບໃຊ້ໃນວິຫານຝ່າຍວິນຍານຂອງພະເຈົ້າ

6, 7. ໃນສະຕະວັດທຳອິດ ມີຫຍັງເກີດຂຶ້ນກັບປະຊາຄົມຄລິດສະຕຽນ ແລະເມື່ອຮອດປີ 1919 ມີຫຍັງເກີດຂຶ້ນ?

6 ຫຼັງຈາກທີ່ປະຊາຄົມຄລິດສະຕຽນຖືກກໍ່ຕັ້ງຂຶ້ນໄດ້ບໍ່ເຖິງ 100 ປີ ການອອກຫາກກໍເລີ່ມມີຂຶ້ນຄືທີ່ບອກໄວ້ລ່ວງໜ້າ. (ກິດຈະການ 20:28-30; 2 ເທຊະໂລນີກ 2:3, 4) ຫຼັງຈາກນັ້ນກໍເປັນເລື່ອງຍາກຂຶ້ນເລື້ອຍໆທີ່ຈະລະບຸຕົວຜູ້ນະມັດສະການແທ້ຂອງພະເຈົ້າ. ຫຼາຍຮ້ອຍປີານໄປ ພະເຢໂຫວາຈຶ່ງໄດ້ໃຊ້ພະເຍຊູໃຫ້ລະບຸຕົວຄົນທີ່ເປັນຜູ້ຮັບໃຊ້ແທ້ທີ່ຢູ່ໃນວິຫານາຍວິນຍານຂອງພະອົງ.

7 ເມື່ອຮອດປີ 1919 ເຫັນໄດ້ແຈ້ງວ່າພະເຈົ້າໄດ້ລະບຸຕົວຜູ້ທີ່ພະອົງຍອມຮັບແລະກຳລັງຮັບໃຊ້ໃນວິຫານຝ່າຍວິນຍານຂອງພະອົງ. ເຂົາເຈົ້າໄດ້ເຮັດການປັບປ່ຽນບາງຢ່າງເພື່ອໃຫ້ພະເຢໂຫວາຍອມຮັບການນະມັດສະການຂອງເຂົາເຈົ້າຫຼາຍຂຶ້ນ. (ເອຊາອີ 4:2, 3; ມາລາກີ 3:1-4) ດັ່ງນັ້ນ ນິມິດທີ່ອັກຄະສາວົກໂປໂລເຫັນເມື່ອຫຼາຍຮ້ອຍປີກ່ອນໄດ້ເລີ່ມສຳເລັດເປັນຈິງ.

8, 9. “ທີ່ສຸກກະເສີມ [ອຸທິຍານ]” ທີ່ໂປໂລເຫັນໃນນິມິດໝາຍເຖິງຫຍັງ?

8 ນິມິດທີ່ໂປໂລເຫັນຖືກກ່າວໄວ້ໃນ 2 ໂກລິນໂທ 12:1-4 (ອ່ານ). ໃນນິມິດນັ້ນ ພະເຢໂຫວາໄດ້ໃຫ້ລາວເຫັນບາງສິ່ງທີ່ຈະເກີດຂຶ້ນໃນອະນາຄົດ. “ທີ່ສຸກກະເສີມ [ອຸທິຍານ]” ທີ່ໂປໂລເຫັນໝາຍເຖິງຫຍັງ? ໃນຄວາມໝາຍທຳອິດສາມາດໝາຍເຖິງອຸທິຍານແທ້ໆທີ່ຈະມີຢູ່ໃນໂລກນີ້ອີກບໍ່ດົນ. (ລືກາ 23:43) ໃນຄວາມໝາຍທີສອງສາມາດໝາຍເຖິງອຸທິຍານຝ່າຍວິນຍານ ເຊິ່ງເຮົາຈະເພີດເພີນໄດ້ຢ່າງເຕັມທີໃນໂລກໃໝ່. ໃນຄວາມໝາຍທີສາມສາມາດໝາຍເຖິງສະພາບການທີ່ດີເລີດໃນສະຫວັນໃນທີ່ “ສຸກກະເສີມ [ອຸທິຍານ] ຂອງພະເຈົ້າ.”—ຄຳປາກົດ 2:7

9 ເປັນຫຍັງໂປໂລຈຶ່ງເວົ້າວ່າລາວ “ໄດ້ຍິນຄຳທີ່ເຫຼືອລົ້ນຄວາມເວົ້າ [ບໍ່ອາດອະທິບາຍໄດ້] ແລະທີ່ຄົນຜູ້ໜຶ່ງບໍ່ມີອະນຸຍາດຈະກ່າວ”? ເພາະຕອນນັ້ນຍັງບໍ່ເຖິງເວລາທີ່ຈະອະທິບາຍລາຍລະອຽດຂອງສິ່ງຕ່າງໆທີ່ໜ້າງຶດງໍ້ເຊິ່ງລາວໄດ້ເຫັນໃນນິມິດ. ແຕ່ໃນທຸກມື້ນີ້ພະເຢໂຫວາເປີດໂອກາດໃຫ້ເຮົາບອກຄົນອື່ນກ່ຽວກັບສິ່ງດີຕ່າງໆທີ່ປະຊາຊົນຂອງພະອົງໄດ້ຮັບໃນຕອນນີ້!

10. ເປັນຫຍັງອຸທິຍານຝ່າຍວິນຍານແລະວິຫານຝ່າຍວິນຍານຈຶ່ງບໍ່ຄືກັນ?

10 ເຮົາມັກເວົ້າເຖິງອຸທິຍານຝ່າຍວິນຍານເລື້ອຍໆ ແຕ່ອຸທິຍານນີ້ແມ່ນຫຍັງ? ແມ່ນສະພາບທີ່ສະຫງົບສຸກແລະເປັນນໍ້າໜຶ່ງໃຈດຽວກັນທີ່ພະເຢໂຫວາຈັດໃຫ້ເຮົາຢູ່ໃນອົງການຂອງພະອົງ. ດັ່ງນັ້ນ ອຸທິຍານຝ່າຍວິນຍານແລະວິຫານຝ່າຍວິນຍານຈຶ່ງບໍ່ຄືກັນ. ວິຫານຝ່າຍວິນຍານແມ່ນການຈັດຕຽມຂອງພະເຈົ້າສຳລັບການນະມັດສະການແທ້. ສ່ວນອຸທິຍານຝ່າຍວິນຍານແມ່ນສະພາບທີ່ສະຫງົບສຸກຂອງກຸ່ມຄົນທີ່ພະເຈົ້າຍອມຮັບແລະເຂົາເຈົ້າກຳລັງຮັບໃຊ້ໃນວິຫານຝ່າຍວິນຍານຂອງພະອົງໃນທຸກມື້ນີ້.—ມາລາກີ 3:18

11. ໃນທຸກມື້ນີ້ເຮົາໄດ້ຮັບສິດທິພິເສດຫຍັງ?

11 ເປັນຕາຕື່ນເຕັ້ນແທ້ໆທີ່ຮູ້ວ່າຕັ້ງແຕ່ປີ 1919 ພະເຢໂຫວາໄດ້ເປີດໂອກາດໃຫ້ມະນຸດທີ່ບໍ່ສົມບູນແບບໄດ້ປັບປຸງ ເສີມສ້າງ ແລະຂະຫຍາຍອຸທິຍານຝ່າຍວິນຍານ. ເຈົ້າກຳລັງມີສ່ວນເຮັດວຽກທີ່ພິເສດນີ້ບໍ? ເຈົ້າຮູ້ຄຸນຄ່າສິດທິພິເສດທີ່ໄດ້ຮ່ວມວຽກກັບພະເຢໂຫວາບໍ ເພື່ອເຮັດໃຫ້ພະອົງໄດ້ຮັບການສັນລະເສີນຢູ່ໃນໂລກນີ້?

ພະເຢໂຫວາເຮັດໃຫ້ອົງການຂອງພະອົງງົດງາມຂຶ້ນ

12. ເຮົາຮູ້ໄດ້ແນວໃດວ່າເອຊາອີ 60:17 ໄດ້ສຳເລັດເປັນຈິງ? (ເບິ່ງຮູບໃນໜ້າ 3)

12 ຜູ້ພະຍາກອນເອຊາອີໄດ້ບອກລ່ວງໜ້າວ່າຈະມີການປ່ຽນແປງແລະການປັບປ່ຽນຫຼາຍຢ່າງທີ່ໜ້າງຶດງໍ້ເຊິ່ງຈະເກີດຂຶ້ນໃນອົງການຂອງພະເຈົ້າໃນສ່ວນທີ່ຢູ່ໃນໂລກນີ້. (ອ່ານ ເອຊາອີ 60:17) ຄົນໜຸ່ມນ້ອຍຫຼືຄົນໃໝ່ທີ່ຫາກໍເຂົ້າມາສົມທົບກັບອົງການພຽງແຕ່ໄດ້ອ່ານຫຼືໄດ້ຍິນກ່ຽວກັບການປ່ຽນແປງຕ່າງໆ ແຕ່ມີພີ່ນ້ອງຊາຍຍິງຫຼາຍຄົນມີສິດທິພິເສດໄດ້ເຫັນການປັບປ່ຽນທີ່ໜ້າງຶດງໍ້ເຫຼົ່ານີ້! ຜູ້ຮັບໃຊ້ທີ່ສັດຊື່ເຫຼົ່ານີ້ໝັ້ນໃຈວ່າພະເຢໂຫວາກຳລັງໃຊ້ພະເຍຊູກະສັດຂອງເຮົາໃຫ້ຊີ້ນຳແລະນຳພາອົງການຂອງພະອົງ. ເມື່ອຟັງປະສົບການຂອງພີ່ນ້ອງທີ່ຮັກເຫຼົ່ານີ້ ເຮົາກໍມີຄວາມເຊື່ອແລະມີຄວາມໄວ້ວາງໃຈໃນພະເຢໂຫວາຫຼາຍຂຶ້ນ.

ອຸທິຍານຝ່າຍວິນຍານແມ່ນສະພາບທີ່ສະຫງົບສຸກແລະຄວາມເປັນນໍ້າໜຶ່ງໃຈດຽວກັນໃນທ່າມກາງຄລິດສະຕຽນແທ້ໃນທຸກມື້ນີ້

13. ຕາມທີ່ບອກໄວ້ໃນຄຳເພງ 48:12-14 ເຮົາຕ້ອງເຮັດຫຍັງ?

13 ຄລິດສະຕຽນແທ້ທຸກຄົນຕ້ອງບອກຄົນອື່ນໃຫ້ຮູ້ກ່ຽວກັບອົງການຂອງພະເຢໂຫວາ. ເຖິງວ່າເຮົາຈະຢູ່ໃນໂລກຊົ່ວທີ່ຊາຕານປົກຄອງ ແຕ່ເປັນເລື່ອງທີ່ດີເລີດແທ້ໆທີ່ເຮົາຍັງມີສັນຕິສຸກແລະມີຄວາມສາມັກຄີໃນສັງຄົມພີ່ນ້ອງ! ເຮົາຕ້ອງມີຄວາມສຸກຫຼາຍທີ່ຈະບອກ “ໃຫ້ຊົ່ວອາຍຸພາຍໜ້າ [ຄົນຮຸ່ນຫຼັງ]” ຮູ້ຈັກເລື່ອງອົງການຂອງພະເຢໂຫວາແລະເລື່ອງອຸທິຍານຝ່າຍວິນຍານ!—ອ່ານ ຄຳເພງ 48:12-14

14, 15. ຫຼັງຈາກປີ 1970 ມີການປັບປ່ຽນຫຍັງແລະອົງການໄດ້ຮັບປະໂຫຍດແນວໃດຈາກການປັບປ່ຽນນັ້ນ?

14 ຜູ້ສູງອາຍຸຫຼາຍຄົນໃນປະຊາຄົມໄດ້ເຫັນການປັບປ່ຽນທີ່ເຮັດໃຫ້ອົງການທີ່ຢູ່ໃນໂລກນີ້ງົດງາມຂຶ້ນ. ເຂົາເຈົ້າຈື່ວ່າເມື່ອກ່ອນໃນປະຊາຄົມຕ່າງໆມີຜູ້ຮັບໃຊ້ປະຊາຄົມພຽງຄົນດຽວ ແຕ່ຕອນນີ້ປ່ຽນມາເປັນຄະນະຜູ້ເຖົ້າແກ່. ເມື່ອກ່ອນປະເທດຕ່າງໆມີຜູ້ຮັບໃຊ້ສາຂາພຽງຄົນດຽວ ແຕ່ຕອນນີ້ປ່ຽນມາເປັນຄະນະກຳມະການສາຂາ. ເມື່ອກ່ອນມີປະທານຂອງສະມາຄົມວັອດ ທາວວີ ພຽງຄົນດຽວທີ່ໃຫ້ການຊີ້ນຳ ແຕ່ຕອນນີ້ປ່ຽນມາເປັນຄະນະກຳມະການປົກຄອງຂອງພະຍານພະເຢໂຫວາທີ່ໃຫ້ການຊີ້ນຳ. ເຖິງວ່າພີ່ນ້ອງຊາຍເຫຼົ່ານີ້ມີຜູ້ຊ່ວຍທີ່ສັດຊື່ ແຕ່ທີ່ຈິງແລ້ວມີພີ່ນ້ອງຊາຍພຽງຄົນດຽວເທົ່ານັ້ນທີ່ຕັດສິນໃຈໃນເລື່ອງຕ່າງໆຂອງປະຊາຄົມ ສຳນັກງານສາຂາ ແລະສຳນັກງານໃຫຍ່. ແຕ່ຫຼັງຈາກປີ 1970 ໄດ້ມີການປັບປ່ຽນໃຫ້ມີການຕັດສິນໃຈເປັນຄະນະໃນເລື່ອງຕ່າງໆແທນທີ່ຈະເປັນພີ່ນ້ອງຊາຍພຽງຄົນດຽວທີ່ຕັດສິນໃຈ.

15 ເປັນຫຍັງການປັບປ່ຽນເຫຼົ່ານີ້ຈຶ່ງເປັນປະໂຫຍດຕໍ່ອົງການ? ຍ້ອນພີ່ນ້ອງຊາຍເຫຼົ່ານັ້ນໄດ້ອາໄສຄວາມເຂົ້າໃຈທີ່ແຈ້ງຂຶ້ນກວ່າເກົ່າຈາກພະຄຳພີ. ແທນທີ່ຈະມີພີ່ນ້ອງຊາຍພຽງຄົນດຽວຕັດສິນໃຈໃນທຸກເລື່ອງ ແຕ່ອົງການໄດ້ຮັບປະໂຫຍດຈາກຄຸນລັກສະນະທີ່ດີຕ່າງໆຂອງຜູ້ເຖົ້າແກ່ທຸກຄົນ ເຊິ່ງເປັນ “ເຄື່ອງປະທານ” ໃນລັກສະນະມະນຸດທີ່ພະເຢໂຫວາຈັດຕຽມໃຫ້.—ເອເຟດ 4:8; ສຸພາສິດ 24:6

ພະເຢໂຫວາຈັດໃຫ້ມີຄຳແນະນຳທີ່ຈຳເປັນສຳລັບຜູ້ຄົນທົ່ວໂລກ (ເບິ່ງຂໍ້ 16, 17)

16, 17. ເມື່ອບໍ່ດົນມານີ້ເຈົ້າປະທັບໃຈການປັບປ່ຽນຫຍັງໃນອົງການ ແລະຍ້ອນຫຍັງຈຶ່ງປະທັບໃຈ?

16 ຂໍໃຫ້ຄິດເຖິງການປັບປ່ຽນບາງຢ່າງເມື່ອບໍ່ດົນມານີ້ກ່ຽວກັບໜັງສືຕ່າງໆຂອງເຮົາ. ໃນການປະກາດ ເຮົາມັກການສະເໜີໜັງສືທີ່ເປັນປະໂຫຍດແລະເປັນຕາດຶງດູດໃຈ. ນອກຈາກນັ້ນ ຂໍໃຫ້ຄິດເຖິງວິທີທີ່ເຮົາໃຊ້ເຕັກໂນໂລຊີໃໝ່ໆໃນການປະກາດຂ່າວດີ. ຕົວຢ່າງເຊັ່ນ: ເຮົາມີເວັບໄຊ jw.org ທີ່ສາມາດເຂົ້າເຖິງຫຼາຍຄົນຕື່ມອີກເພື່ອໃຫ້ຄວາມຊ່ວຍເຫຼືອຕາມທີ່ເຂົາເຈົ້າຈຳເປັນແທ້ໆ. ການປັບປ່ຽນທັງໝົດນີ້ເຮັດໃຫ້ເຮົາເຫັນວ່າພະເຢໂຫວາຮັກແລະສົນໃຈຜູ້ຄົນຢ່າງແທ້ຈິງ.

ເຮົາຮູ້ສຶກຂອບໃຈສຳລັບການຝຶກອົບຮົມທີ່ໄດ້ຮັບຈາກໂຮງຮຽນຕ່າງໆຕາມລະບອບຂອງພະເຈົ້າ

17 ເຮົາຍັງຮູ້ສຶກຂອບໃຈທີ່ມີການປັບປ່ຽນເລື່ອງການປະຊຸມເພື່ອເຮັດໃຫ້ເຮົາມີເວລາທີ່ຈະນະມັດສະການປະຈຳຄອບຄົວຫຼືສຶກສາສ່ວນຕົວ. ນອກຈາກນັ້ນ ເຮົາຮູ້ຄຸນຄ່າທີ່ມີການປ່ຽນແປງສ່ວນຕ່າງໆຂອງລາຍການການປະຊຸມໝວດແລະການປະຊຸມພາກ ເຊິ່ງເບິ່ງຄືວ່າສິ່ງທີ່ເຮົາໄດ້ຮັບນັ້ນດີຂຶ້ນທຸກໆປີ! ເຮົາຍັງຮູ້ສຶກຂອບໃຈສຳລັບການຝຶກອົບຮົມທີ່ໄດ້ຮັບຈາກໂຮງຮຽນຕ່າງໆຕາມລະບອບຂອງພະເຈົ້າ. ການປັບປ່ຽນທັງໝົດນີ້ເຮັດໃຫ້ເຫັນຢ່າງຈະແຈ້ງວ່າພະເຢໂຫວາກຳລັງຊີ້ນຳອົງການຂອງພະອົງແລະຍັງເຮັດໃຫ້ອຸທິຍານຝ່າຍວິນຍານງົດງາມຂຶ້ນເລື້ອຍໆ!

ເຮົາ ຈະມີສ່ວນແນວໃດເພື່ອເຮັດໃຫ້ອຸທິຍານຝ່າຍວິນຍານງົດງາມຂຶ້ນເລື້ອຍໆ

18, 19. ເຮົາຈະມີສ່ວນເຮັດໃຫ້ອຸທິຍານຝ່າຍວິນຍານງົດງາມຂຶ້ນເລື້ອຍໆໄດ້ແນວໃດ?

18 ພະເຢໂຫວາໃຫ້ກຽດເຮົາໃນການມີສ່ວນເຮັດໃຫ້ອຸທິຍານທາງຝ່າຍວິນຍານງົດງາມຂຶ້ນເລື້ອຍໆ. ແຕ່ເຮົາຈະເຮັດໄດ້ແນວໃດ? ໂດຍໃຫ້ເຮົາກະຕືລືລົ້ນໃນການປະກາດຂ່າວດີເລື່ອງລາຊະອານາຈັກແລະເຮັດໃຫ້ຄົນເຂົ້າມາເປັນລູກສິດຫຼາຍຂຶ້ນຕື່ມອີກ. ທຸກຄັ້ງທີ່ເຮົາຊ່ວຍຄົນໜຶ່ງເຂົ້າມາເປັນຜູ້ຮັບໃຊ້ຂອງພະເຢໂຫວາ ເຮົາກໍມີສ່ວນເຮັດໃຫ້ອຸທິຍານຝ່າຍວິນຍານເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.—ເອຊາອີ 26:15; 54:2

19 ນອກຈາກນັ້ນ ເຮົາຍັງມີສ່ວນເຮັດໃຫ້ອຸທິຍານຝ່າຍວິນຍານງົດງາມຂຶ້ນເມື່ອເຮົາພະຍາຍາມພັດທະນາຄຸນລັກສະນະແບບຄລິດສະຕຽນ. ສິ່ງນີ້ຊ່ວຍເຮັດໃຫ້ອຸທິຍານຝ່າຍວິນຍານເປັນຕາດຶງດູດໃຈຫຼາຍຂຶ້ນສຳລັບຄົນອື່ນ. ຕາມປົກກະຕິແລ້ວ ສິ່ງທຳອິດທີ່ດຶງດູດຜູ້ຄົນໃຫ້ເຂົ້າມາສົມທົບກັບອົງການ ບໍ່ແມ່ນພຽງຍ້ອນວ່າເຮົາມີຄວາມຮູ້ໃນຄຳພີໄບເບິນ ແຕ່ຍ້ອນເຮົາມີການປະພຶດທີ່ສະອາດແລະມີຄວາມສະຫງົບສຸກ ແລະຈາກນັ້ນກໍແມ່ນພະເຢໂຫວາແລະພະເຍຊູທີ່ດຶງດູດໃຈເຂົາເຈົ້າ.

ເຈົ້າສາມາດມີສ່ວນເຮັດໃຫ້ອຸທິຍານຝ່າຍວິນຍານເຕີບໃຫຍ່ຂະຫຍາຍຕົວຂຶ້ນ (ເບິ່ງຂໍ້ 18, 19)

20. ຕາມທີ່ບອກໄວ້ໃນສຸພາສິດ 14:35 ເຮົາຄວນມີຄວາມປາຖະໜາຢາກຈະເຮັດຫຍັງ?

20 ໃນທຸກມື້ນີ້ທັງພະເຢໂຫວາແລະພະເຍຊູຕ້ອງມີຄວາມສຸກຫຼາຍແທ້ໆທີ່ເຫັນອຸທິຍານຝ່າຍວິນຍານຂອງເຮົາງົດງາມຂຶ້ນ. ຄວາມສຸກທີ່ໄດ້ໃນຕອນນີ້ຈາກການເຮັດໃຫ້ອຸທິຍານຝ່າຍວິນຍານງົດງາມຂຶ້ນ ເປັນພຽງຄວາມຮູ້ສຶກເລັກໆນ້ອຍໆຖ້າທຽບກັບຄວາມສຸກທີ່ເຮົາຈະໄດ້ເມື່ອເຮົາເຮັດໃຫ້ໂລກນີ້ເປັນອຸທິຍານແທ້ໆ. ເຮົາຄວນຈື່ໄວ້ສະເໝີໃນສິ່ງທີ່ສຸພາສິດ 14:35 ບອກທີ່ວ່າ: “ກະສັດກໍຊອບໃຈດ້ວຍຂ້າໃຊ້ຜູ້ມີຄວາມເຂົ້າໃຈ [ສະຕິປັນຍາ].” ຂໍເຮົາເປັນຄົນສະຫຼາດສຸຂຸມໃນຂະນະທີ່ເຮັດວຽກໜັກເພື່ອເຮັດໃຫ້ອຸທິຍານຝ່າຍວິນຍານງົດງາມຂຶ້ນ!