ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

“ຄວາມພົ້ນຂອງທ່ານທັງຫຼາຍກໍມາໃກ້ແລ້ວ”!

“ຄວາມພົ້ນຂອງທ່ານທັງຫຼາຍກໍມາໃກ້ແລ້ວ”!

“ຈົ່ງເບິ່ງທາງເທິງ [ຢືນຕົວຊື່ ] ແລະເງີຍຫົວຂຶ້ນ ເພາະວ່າຄວາມພົ້ນຂອງທ່ານທັງຫຼາຍກໍມາໃກ້ແລ້ວ.”—ລືກາ 21:28

ເພງ: 133, 43

1. ມີເຫດການຫຍັງເກີດຂຶ້ນໃນປີ ຄ.ສ. 66? (ເບິ່ງຮູບທຳອິດ)

ໃຫ້ນຶກພາບວ່າເຈົ້າເປັນຄລິດສະຕຽນທີ່ມີຊີວິດຢູ່ໃນເມືອງເຢຣຶຊາເລມໃນປີ ຄ.ສ. 66 ມີຫຼາຍສິ່ງໄດ້ເກີດຂຶ້ນ. ເຈົ້າແຂວງຄົນໂລມທີ່ຊື່ ຟລໍຣຸດ ໄດ້ຍຶດເງິນ 17 ຕະລັນຈາກຕູ້ເກັບເງິນໃນວິຫານເຊິ່ງເຮັດໃຫ້ພວກຢິວພາກັນຄຽດແຄ້ນທັນທີ. ເຂົາເຈົ້າຈຶ່ງຂ້າທະຫານໂລມຫຼາຍຄົນແລະປະກາດຕົວເປັນເອກະລາດຈາກໂລມ. ແຕ່ພວກໂລມກໍຕອບໂຕ້ທັນທີ. ພາຍໃນສາມເດືອນ ເຊຕິອຸດ ກັດລຸສ ໄດ້ພາກອງທະຫານ 30.000 ຄົນ ມາລ້ອມເມືອງເຢຣຶຊາເລມ. ພວກຢິວທີ່ກະບົດໄດ້ພາກັນລີ້ຕົວຢູ່ໃນວິຫານ ແຕ່ໃນທີ່ສຸດພວກທະຫານໂລມກໍເຂົ້າໄປເຖິງກຳແພງທາງດ້ານນອກຂອງວິຫານແລະພະຍາຍາມບຸກເຂົ້າໄປໃນວິຫານ. ທຸກໆຄົນທີ່ຢູ່ໃນເມືອງເລີ່ມຕົກໃຈຢ້ານ. ເຈົ້າຈະຮູ້ສຶກແນວໃດຖ້າເຫັນເຫດການທັງໝົດນີ້?

2. ຄລິດສະຕຽນໃນສະຕະວັດທຳອິດຕ້ອງເຮັດຫຍັງເມື່ອເຂົາເຈົ້າເຫັນພວກທະຫານໂລມມາອ້ອມເມືອງ ແລະເລື່ອງນີ້ຈະເປັນໄປໄດ້ແນວໃດ?

2 ຫຼາຍປີກ່ອນໜ້ານີ້ພະເຍຊູໄດ້ເຕືອນລູກສິດຂອງພະອົງກ່ຽວກັບເຫດການນີ້ແລະໄດ້ສັ່ງວ່າ: “ເວລາທ່ານທັງຫຼາຍຈະເຫັນເມືອງເຢຣຶຊາເລມແວດລ້ອມດ້ວຍກອງທັບທັງຫຼາຍ ໃນເວລານັ້ນທ່ານຈົ່ງຮູ້ຈັກວ່າຄວາມຈິບຫາຍຂອງເມືອງນັ້ນໄດ້ມາໃກ້ແລ້ວ. ໃນເວລານັ້ນຄົນທັງຫຼາຍທີ່ຢູ່ໃນແຂວງຢູເດຈົ່ງປົບໜີໄປທີ່ພູເຂົາເຖີ້ນ ແລະຄົນທັງຫຼາຍທີ່ຢູ່ໃນເມືອງເຢຣຶຊາເລມຈົ່ງອອກຈາກເມືອງນັ້ນ ແລະຄົນທັງຫຼາຍທີ່ຢູ່ບ້ານນອກຢ່າເຂົ້າໄປໃນເມືອງນັ້ນ.” (ລືກາ 21:20, 21) ເຂົາເຈົ້າຈະເຮັດຕາມຄຳສັ່ງຂອງພະເຍຊູໄດ້ແນວໃດທີ່ໃຫ້ອອກຈາກເມືອງເຢຣຶຊາເລມໃນເມື່ອມີທະຫານອ້ອມເມືອງໄວ້ຢູ່? ມີສິ່ງທີ່ບໍ່ຄາດຄິດເກີດຂຶ້ນ. ກອງທະຫານໂລມໄດ້ເຄື່ອນທັບອອກຈາກເມືອງເຢຣຶຊາເລມຢ່າງກະທັນຫັນ! ນັ້ນຈຶ່ງເປັນຕາມທີ່ພະເຍຊູໄດ້ບອກໄວ້ທີ່ວ່າ ການໂຈມຕີນັ້ນຈະຖືກ “ຕັດໃຫ້ສັ້ນເຂົ້າ.” (ມັດທາຍ 24:22) ເມື່ອກອງທະຫານຖອຍອອກໄປ ຕອນນີ້ຄລິດສະຕຽນທີ່ສັດຊື່ຈຶ່ງມີໂອກາດທີ່ຈະເຮັດຕາມຄຳສັ່ງຂອງພະເຍຊູທີ່ໃຫ້ໜີໄປທີ່ພູເຂົາທັນທີ. * ຫຼັງຈາກນັ້ນ ໃນປີ ຄ.ສ. 70 ກອງທະຫານໂລມພວກໃໝ່ກໍໄດ້ກັບຄືນມາເມືອງເຢຣຶຊາເລມອີກ. ເທື່ອນີ້ ພວກທະຫານໄດ້ທຳລາຍເມືອງຈົນບໍ່ເຫຼືອຫຍັງເລີຍ. ແຕ່ທຸກຄົນທີ່ເຊື່ອຟັງຄຳສັ່ງຂອງພະເຍຊູໄດ້ລອດຊີວິດ.

3. ອີກບໍ່ດົນຈະມີເຫດການຫຍັງທີ່ຄ້າຍໆກັນນີ້ເກີດຂຶ້ນກັບຄລິດສະຕຽນ ແລະເຮົາຈະພິຈາລະນາຫຍັງໃນບົດຄວາມນີ້?

3 ຄຳເຕືອນແລະຄຳສັ່ງທີ່ພະເຍຊູໃຫ້ນັ້ນຍັງໃຊ້ໄດ້ກັບສະໄໝຂອງເຮົານຳ. ອີກບໍ່ດົນ ເຮົາກໍຈະຕົກຢູ່ໃນສະຖານະການທີ່ຄ້າຍຄືກັນນັ້ນ. ພະເຍຊູໃຊ້ເຫດການຕ່າງໆໃນສະຕະວັດທຳອິດເພື່ອອະທິບາຍສິ່ງທີ່ຈະເກີດຂຶ້ນເມື່ອ “ຄວາມທຸກທໍລະມານຢ່າງໜັກ [ຄວາມທຸກລຳບາກຄັ້ງໃຫຍ່]” ເລີ່ມຕົ້ນຂຶ້ນຢ່າງກະທັນຫັນ. (ມັດທາຍ 24:3, 21, 29) ຄືກັບຄລິດສະຕຽນທີ່ສັດຊື່ໄດ້ລອດຊີວິດຈາກການທຳລາຍເມືອງເຢຣຶຊາເລມ ຈະມີ “ຝູງຄົນເປັນອັນມາກ [ຊົນຝູງໃຫຍ່]” ລອດຊີວິດຈາກໄພພິບັດທີ່ກຳລັງຈະເກີດຂຶ້ນຢູ່ທົ່ວໂລກ. (ອ່ານ ຄຳປາກົດ 7:9, 13, 14) ເປັນເລື່ອງສຳຄັນທີ່ເຮົາຈະເຂົ້າໃຈສິ່ງທີ່ຄຳພີໄບເບິນບອກໄວ້ກ່ຽວກັບເຫດການເຫຼົ່ານີ້ທີ່ຈະເກີດຂຶ້ນໃນອະນາຄົດ. ເປັນຫຍັງຈຶ່ງສຳຄັນ? ກໍຍ້ອນວ່າຊີວິດຂອງເຮົາຂຶ້ນຢູ່ກັບຄວາມເຂົ້າໃຈໃນເລື່ອງນີ້. ດັ່ງນັ້ນ ໃຫ້ເຮົາມາພິຈາລະນາເບິ່ງວ່າເຫດການເຫຼົ່ານີ້ຈະມີຜົນກະທົບຕໍ່ເຮົາເປັນສ່ວນຕົວແນວໃດ.

ການເລີ່ມຕົ້ນຂອງຄວາມທຸກລຳບາກຄັ້ງໃຫຍ່

4. ຄວາມທຸກລຳບາກຄັ້ງໃຫຍ່ຈະເລີ່ມຕົ້ນແນວໃດ?

4 ຄວາມທຸກລຳບາກຄັ້ງໃຫຍ່ຈະເລີ່ມຕົ້ນແນວໃດ? ເຫດການຈະເລີ່ມຕົ້ນໂດຍການທຳລາຍສາສະໜາທັງໝົດທີ່ສອນບໍ່ຈິງ. ຄຳພີໄບເບິນເອີ້ນສາສະໜາເຫຼົ່ານັ້ນວ່າ: “ບາບີໂລນໃຫຍ່ [ເຊິ່ງ] ເປັນແມ່ຂອງຍິງແມ່ຈ້າງທັງຫຼາຍ.” (ຄຳປາກົດ 17:5-7) ເປັນຫຍັງຈຶ່ງເອີ້ນສາສະໜາເຫຼົ່ານັ້ນວ່າເປັນຍິງແມ່ຈ້າງ? ກໍເພາະວ່າພວກອາຈານຂອງສາສະໜາເຫຼົ່ານັ້ນບໍ່ສັດຊື່ຕໍ່ພະເຈົ້າ. ແທນທີ່ຈະສະໜັບສະໜູນພະເຍຊູແລະລາຊະອານາຈັກຂອງພະອົງຢ່າງສັດຊື່ ແຕ່ເຂົາເຈົ້າພັດສະໜັບສະໜູນລັດຖະບານຂອງມະນຸດ ແລະເພື່ອຈະໄດ້ອຳນາດຫຼາຍຂຶ້ນເຂົາເຈົ້າຈຶ່ງບໍ່ໄດ້ສອນຕາມຫຼັກຄຳສອນຕ່າງໆທີ່ມີຢູ່ໃນຄຳພີໄບເບິນ. ການນະມັດສະການຂອງເຂົາເຈົ້າບໍ່ສະອາດຄືກັບການນະມັດສະການຂອງຜູ້ຖືກເຈີມ. (2 ໂກລິນໂທ 11:2; ຢາໂກໂບ 1:27; ຄຳປາກົດ 14:4) ແຕ່ໃຜຈະທຳລາຍບາບີໂລນໃຫຍ່? ພະເຢໂຫວາຈະກະຕຸ້ນ “ເຂົາ 10 ອັນ” ຂອງ “ສັດຮ້າຍຕົວໜຶ່ງສີແດງຈັດ” ໃຫ້ “ກະທຳຕາມນໍ້າໃຈຂອງພະອົງ.” ໃນນີ້ “ສັດຮ້າຍຕົວໜຶ່ງສີແດງຈັດ” ໝາຍເຖິງອົງການສະຫະປະຊາຊາດ ແລະ “ເຂົາ 10 ອັນ” ໝາຍເຖິງອຳນາດທາງການເມືອງທັງໝົດທີ່ໃຫ້ການສະໜັບສະໜູນອົງການສະຫະປະຊາຊາດ.—ອ່ານ ຄຳປາກົດ 17:3, 16-18

5, 6. ເປັນຫຍັງເຮົາຈຶ່ງເວົ້າວ່າການທຳລາຍບາບີໂລນໃຫຍ່ບໍ່ໄດ້ໝາຍຄວາມວ່າສະມາຊິກທຸກຄົນຂອງສາສະໜາທີ່ສອນບໍ່ຈິງຈະຕາຍໝົດ?

5 ເມື່ອບາບີໂລນໃຫຍ່ຖືກທຳລາຍ ສະມາຊິກທຸກຄົນຂອງສາສະໜາທີ່ສອນບໍ່ຈິງຈະຖືກຂ້າໝົດບໍ? ບໍ່. ພະເຢໂຫວາດົນໃຈໃຫ້ຜູ້ພະຍາກອນຊາກາລີຂຽນກ່ຽວກັບສິ່ງທີ່ຈະເກີດຂຶ້ນ. ໃນຕອນນັ້ນ ບາງຄົນທີ່ເຄີຍເປັນສ່ວນໜຶ່ງຂອງສາສະໜາເຫຼົ່ານັ້ນຈະເວົ້າວ່າ: “‘ຂ້ອຍບໍ່ເປັນຜູ້ທຳນວາຍ. ຂ້ອຍເປັນຄົນໄຖນາ ເຫດວ່າເຂົາໄດ້ຊື້ຂ້ອຍເປັນທາດຕັ້ງແຕ່ຍັງໜຸ່ມ.’ ແລະເຂົາຈະຖາມເພິ່ນວ່າ ‘ເຈົ້າເປັນບາດມືເປັນສິ່ງໃດ? [ບາດແຜຫຍັງທີ່ໜ້າເອິກຂອງເຈົ້າ?, ທ.ປ.]’ ແລະເພິ່ນຈະຕອບວ່າ ‘ຂ້ອຍໄດ້ຖືກບາດໃນເຮືອນຂອງພວກສ່ຽວ.’” (ຊາກາລີ 13:4-6) ດັ່ງນັ້ນ ຈຶ່ງເຫັນໄດ້ວ່າແມ່ນແຕ່ຜູ້ນຳທາງສາສະໜາກໍຈະເຮັດຄືກັບວ່າເຂົາເຈົ້າບໍ່ໄດ້ນັບຖືສາສະໜາແລະຈະປະຕິເສດວ່າເຂົາເຈົ້າບໍ່ໄດ້ເປັນສ່ວນຂອງສາສະໜາເຫຼົ່ານັ້ນ.

6 ໃນໄລຍະນັ້ນປະຊາຂົນຂອງພະເຈົ້າຈະເປັນແນວໃດ? ພະເຍຊູອະທິບາຍວ່າ: “ຖ້າແມ່ນວັນທັງຫຼາຍນັ້ນບໍ່ຕ້ອງຕັດໃຫ້ສັ້ນເຂົ້າ ເນື້ອ [ໜັງ] ຈະພົ້ນບໍ່ໄດ້ສັກຕົວດຽວ ແຕ່ວ່າເພາະເຫັນແກ່ຄົນທັງຫຼາຍທີ່ເລືອກໄວ້ນັ້ນ ວັນທັງຫຼາຍນັ້ນຈະໄດ້ເປັນທີ່ຕັດໃຫ້ສັ້ນເຂົ້າ.” (ມັດທາຍ 24:22) ໃນສະຕະວັດທຳອິດ ຄວາມທຸກລຳບາກໃນເມືອງເຢຣຶຊາເລມຖືກ “ຕັດໃຫ້ສັ້ນເຂົ້າ” ກໍເພື່ອເປີດໂອກາດໃຫ້ຄລິດສະຕຽນຜູ້ຖືກເຈີມທີ່ເປັນ “ຄົນທັງຫຼາຍທີ່ເລືອກໄວ້” ສາມາດໜີໄປໄດ້. ຄ້າຍຄືກັນ ໃນໄລຍະເລີ່ມຕົ້ນຂອງຄວາມທຸກລຳບາກຄັ້ງໃຫຍ່ຈະຖືກ “ຕັດໃຫ້ສັ້ນເຂົ້າ” ເພາະເຫັນແກ່ “ຄົນທັງຫຼາຍທີ່ເລືອກໄວ້.” ອຳນາດຕ່າງໆທາງການເມືອງເຊິ່ງກໍຄື “ເຂົາ 10 ອັນ” ຈະບໍ່ໄດ້ຮັບອະນຸຍາດໃຫ້ກຳຈັດປະຊາຊົນຂອງພະເຈົ້າ. ແທນທີ່ຈະເປັນແນວນັ້ນ ຈະມີຄວາມສະຫງົບເປັນເວລາສັ້ນໆໃນໄລຍະໜຶ່ງຫຼັງຈາກການໂຈມຕີໃນໄລຍະທຳອິດໄດ້ຜ່ານພົ້ນໄປ.

ເວລາຂອງການທົດສອບແລະການຕັດສິນ

7, 8. ຫຼັງຈາກສາສະໜາທີ່ສອນບໍ່ຈິງຖືກທຳລາຍແລ້ວຈະມີໂອກາດຫຍັງ ແຕ່ໃນເວລານັ້ນຜູ້ຮັບໃຊ້ຂອງພະເຈົ້າຈະຕ່າງຈາກຄົນອື່ນໆແນວໃດ?

7 ຈະມີຫຍັງເກີດຂຶ້ນຫຼັງຈາກທີ່ສາສະໜາເຊິ່ງສອນບໍ່ຈິງຖືກທຳລາຍ? ນັ້ນຈະເປັນເວລາທີ່ສະແດງໃຫ້ເຫັນສິ່ງທີ່ຢູ່ໃນຫົວໃຈຂອງເຮົາແທ້ໆ. ໃນເວລານັ້ນ ມະນຸດສ່ວນຫຼາຍຈະພະຍາຍາມຊອກຫາການປົກປ້ອງແລະການຊ່ວຍເຫຼືອຈາກອົງການຂອງມະນຸດ ເຊິ່ງເປັນ “ຫີນດານແຫ່ງ [ຕາມ] ພູເຂົາ.” (ຄຳປາກົດ 6:15-17) ແຕ່ປະຊາຊົນຂອງພະເຢໂຫວາຈະໝາຍເພິ່ງການປົກປ້ອງຈາກພະອົງ. ເມື່ອການໂຈມຕີຖືກ “ຕັດໃຫ້ສັ້ນເຂົ້າ” ນັ້ນບໍ່ແມ່ນເວລາສຳລັບຄົນຢິວທັງໝົດທີ່ຈະປ່ຽນມາເປັນຄລິດສະຕຽນທັນທີ ແຕ່ເປັນເວລາສຳລັບຄົນທີ່ເປັນຄລິດສະຕຽນຢູ່ແລ້ວທີ່ຈະອອກມາຈາກເມືອງເຢຣຶຊາເລມຕາມຄຳສັ່ງຂອງພະເຍຊູ. ຄ້າຍຄືກັນ ໃນອະນາຄົດເມື່ອການໂຈມຕີບາບີໂລນໃຫຍ່ຖືກ “ຕັດໃຫ້ສັ້ນເຂົ້າ” ເຮົາບໍ່ສາມາດຄາດໝາຍໄດ້ວ່າຈະມີຫຼາຍຄົນປ່ຽນມາເປັນຄລິດສະຕຽນແທ້ໃນທັນທີ. ແຕ່ໃນຕອນນັ້ນຈະເປັນເວລາສຳລັບຜູ້ນະມັດສະການແທ້ທຸກຄົນທີ່ຈະພິສູດຕົວວ່າຮັກພະເຢໂຫວາແລະສະໜັບສະໜູນຜູ້ຖືກເຈີມຂອງພະອົງ.—ມັດທາຍ 25:34-40

ນັ້ນຈະເປັນໂອກາດທີ່ຈະພິສູດຕົວວ່າຮັກພະເຢໂຫວາແລະສະໜັບສະໜູນຜູ້ຖືກເຈີມ

8 ເຮົາບໍ່ຮູ້ແທ້ໆວ່າຈະມີຫຍັງເກີດຂຶ້ນໃນເວລາຂອງການທົດສອບ. ແຕ່ເຮົາຄາດໝາຍໄດ້ວ່າຊີວິດຈະບໍ່ງ່າຍແລະເຮົາຕ້ອງພ້ອມທີ່ຈະເສຍສະຫຼະ. ໃນສະຕະວັດທຳອິດ ເພື່ອຈະລອດຊີວິດ ຄລິດສະຕຽນຕ້ອງປະເຮືອນຊານຂອງຕົນແລະອົດທົນກັບຄວາມຍາກລຳບາກຕ່າງໆ. (ມາລະໂກ 13:15-18) ເຮົາຄວນຖາມຕົວເອງວ່າ: ‘ຂ້ອຍພ້ອມບໍທີ່ຈະສະລະຊັບສົມບັດວັດຖຸຕ່າງໆ? ຂ້ອຍເຕັມໃຈຈະເຮັດທຸກສິ່ງທີ່ຈຳເປັນບໍ ເພື່ອຮັກສາຄວາມສັດຊື່ຕໍ່ພະເຢໂຫວາ?’ ຂໍໃຫ້ຄິດເຖິງເລື່ອງນີ້! ໃນຕອນນັ້ນ ຄືກັບທີ່ຜູ້ພະຍາກອນດານຽນໄດ້ເຮັດ ຈະມີແຕ່ພວກເຮົາເທົ່ານັ້ນທີ່ນະມັດສະການພະເຢໂຫວາບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ.—ດານຽນ 6:10, 11

ເວລາ “ທີ່ສຸດ [ອະວະສານ]” ຈະມາເຖິງແລ້ວ!

9, 10. (ກ) ຂ່າວສານຫຍັງທີ່ປະຊາຊົນຂອງພະເຈົ້າຈະປະກາດໃນລະຫວ່າງຄວາມທຸກລຳບາກຄັ້ງໃຫຍ່? (ຂ) ພວກສັດຕູຈະມີທ່າທີແນວໃດຕໍ່ປະຊາຊົນຂອງພະເຈົ້າ?

9 ໃນເວລາທີ່ມີຄວາມທຸກລຳບາກຄັ້ງໃຫຍ່ຈະບໍ່ແມ່ນເວລາທີ່ຈະປະກາດ “ຄຳປະເສີດນີ້ແຫ່ງແຜ່ນດິນ [ຂ່າວດີເລື່ອງລາຊະອານາຈັກ]” ເພາະເວລາທີ່ປະກາດຂ່າວສານນັ້ນໄດ້ຜ່ານໄປແລ້ວ ແລະເວລາ “ທີ່ສຸດ [ອະວະສານ]” ຈະມາເຖິງແລ້ວ! (ມັດທາຍ 24:14) ປະຊາຊົນຂອງພະເຈົ້າຈະປະກາດດ້ວຍຄວາມກ້າຫານເລື່ອງຂ່າວສານທີ່ໜັກແໜ້ນກ່ຽວກັບການພິພາກສາເຊິ່ງຈະມີຜົນກະທົບຕໍ່ມະນຸດທຸກຄົນ. ຂ່າວສານນັ້ນອາດຈະແມ່ນຂ່າວເລື່ອງການທຳລາຍຢ່າງຮາບກ້ຽງຂອງໂລກຊົ່ວທີ່ຊາຕານປົກຄອງ. ຄຳພີໄບເບິນສົມທຽບຂ່າວສານນີ້ເປັນຄືກັບໝາກເຫັບຫ່າໃຫຍ່ ເມື່ອກ່າວວ່າ: “ມີໝາກເຫັບ [ຫ່າ] ໃຫຍ່ [ເຊິ່ງແຕ່ລະກ້ອນ] ໜັກປະມານຕະລັນໜຶ່ງ [ຊາວກິໂລຣາມ] ຕົກລົງມາຈາກຟ້າສະຫວັນຖືກຄົນທັງຫຼາຍ ແລະຄົນທັງຫຼາຍນັ້ນປ້ອຍດ່າພະເຈົ້າເພາະເຫດໄພອັນຕະລາຍມາແຕ່ໝາກເຫັບນັ້ນ ເພາະວ່າໄພອັນຕະລາຍນັ້ນໜັກເຫຼືອເກີນ.”—ຄຳປາກົດ 16:21

10 ສັດຕູຂອງເຮົາຈະໄດ້ຍິນຂ່າວສານທີ່ໜັກແໜ້ນນີ້. ພະເຢໂຫວາໄດ້ດົນໃຈໃຫ້ຜູ້ພະຍາກອນເອເຊກຽນອະທິບາຍວ່າ ກຸ່ມຊາດຕ່າງໆເຊິ່ງໃນຄຳພີໄບເບິນເອີ້ນວ່າໂຄກແຫ່ງມາໂຄກຈະມີວິທີຕອບໂຕ້ດັ່ງນີ້: “ພະອົງເຈົ້າພະເຢໂຫວາກ່າວດັ່ງນີ້ວ່າ ‘ຢູ່ມາໃນວັນນັ້ນມີຄວາມຄຶດຈະເກີດຂຶ້ນໃນໃຈເຈົ້າແລະເຈົ້າຈະຜິປອງຄຶດຮ້າຍ ແລະຈະກ່າວວ່າ “ຂ້ອຍຈະຂຶ້ນໄປໃນປະເທດມີເມືອງທັງຫຼາຍປາສະຈາກກຳແພງ. ຂ້ອຍຈະໄປຫາຄົນທັງຫຼາຍທີ່ຢູ່ສຳບາຍ [ຢ່າງສັນຕິສຸກ] ທີ່ອາໄສຢູ່ໃນຄຳຖາວອນ [ຢ່າງປອດໄພ] ເຂົາທັງປວງຢູ່ໃນບ້ານເມືອງບໍ່ມີກຳແພງ ບໍ່ມີຮາວ ບໍ່ມີປະຕູ.” ເພື່ອຈະເອົາເຂົ້າຂອງໄປແລະປຸ້ນຂອງໄປ ເພື່ອຈະລົງມືເທິງບ່ອນຊຳລຸດທີ່ມີຊາວຊົນອີກ ແລະເທິງຄົນທັງຫຼາຍທີ່ໄດ້ໂຮມມາຈາກກາງພວກຕ່າງປະເທດທີ່ໄດ້ໂຮມຝູງສັດບ້ານກັບຊັບສົມບັດແລະທີ່ຢູ່ໃນກາງປະເທດ [ແຜ່ນດິນໂລກ] ນັ້ນ.’” (ເອເຊກຽນ 38:10-12) ປະຊາຊົນຂອງພະເຈົ້າຈະໂດດເດັ່ນຕ່າງຈາກຄົນອື່ນໆ ຈົນເປັນຄືກັບວ່າເຂົາເຈົ້າກຳລັງມີຊີວິດ ‘ຢູ່ໃນກາງແຜ່ນດິນໂລກ.’ ຊາດຕ່າງໆຈະບໍ່ສາມາດຫັກຫ້າມຕົນເອງໄດ້ອີກຕໍ່ໄປ ແລະເຂົາເຈົ້າກະຫາຍທີ່ຈະໂຈມຕີບັນດາຜູ້ຖືກເຈີມຂອງພະເຢໂຫວາແລະຜູ້ທີ່ສະໜັບສະໜູນເຂົາເຈົ້າ.

11. (ກ) ເຮົາຕ້ອງຈື່ຫຍັງໄວ້ກ່ຽວກັບເຫດການອື່ນໆໃນໄລຍະທີ່ເກີດຄວາມທຸກລຳບາກຄັ້ງໃຫຍ່? (ຂ) ຜູ້ຄົນຈະມີທ່າທີແນວໃດເມື່ອເຫັນສັນຍານ?

11 ແລ້ວຈາກນັ້ນຈະມີຫຍັງເກີດຂຶ້ນ? ຄຳພີໄບເບິນບໍ່ໄດ້ບອກເຮົາຢ່າງຄັກແນ່ກ່ຽວກັບລຳດັບເຫດການຕ່າງໆ ແຕ່ອາດຈະມີເຫດການບາງຢ່າງເກີດຂຶ້ນໃນເວລາທີ່ໃກ້ຄຽງກັນ. ພະເຍຊູໄດ້ພະຍາກອນໄວ້ກ່ຽວກັບຕອນທ້າຍຂອງລະບົບນີ້ວ່າ: “ຈະມີສຳຄັນ [ສັນຍານ] ໃນດວງຕາເວັນ ແລະໃນດວງເດືອນແລະໃນດວງດາວທັງຫຼາຍ ແລະເທິງແຜ່ນດິນໂລກຈະມີຄວາມວຸ່ນວາຍ ໃຈຂອງພວກຕ່າງປະເທດທີ່ຈະສະຫຼ້າຕົກໃຈເພາະເຫດສຽງອັນດັງແຫ່ງນໍ້າທະເລແລະນໍ້າຟອງ ຄົນທັງຫຼາຍຈະໄດ້ຖອດຈິດໃຈຂອງເຂົາອອກເສຍ [ສະຫຼົບ] ດ້ວຍຄວາມຢ້ານແລະເພາະເຂົາຈະຄອຍຖ້າການທັງຫຼາຍທີ່ບັງເກີດມາເທິງແຜ່ນດິນໂລກ ເຫດວ່າອຳນາດຂອງຟ້າອາກາດຈະຫວັ່ນໄຫວໄປ. ແລະໃນເວລານັ້ນເຂົາຈະເຫັນບຸດມະນຸດພວມມາເທິງເມກອັນໜຶ່ງດ້ວຍລິດເດດແລະລັດສະໝີອັນໃຫຍ່.” (ລືກາ 21:25-27; ອ່ານ ມາລະໂກ 13:24-26) ເປັນໄປໄດ້ບໍ ທີ່ຄວາມສຳເລັດຂອງຄຳພະຍາກອນນີ້ຈະລວມເຖິງສັນຍານທີ່ເປັນຕາຢ້ານແລະເຫດການຕ່າງໆທີ່ຢູ່ໃນທ້ອງຟ້າ? ເຮົາຕ້ອງຄອຍຖ້າເບິ່ງວ່າຈະເປັນແນວໃດ. ຢ່າງໃດກໍຕາມ ເຮົາຮູ້ວ່າເມື່ອສັດຕູຂອງພະເຈົ້າເຫັນສັນຍານນີ້ແລ້ວ ເຂົາເຈົ້າຈະຢ້ານແລະເສຍຂວັນ.

ເຮົາບໍ່ຢ້ານເພາະເຮົາໝັ້ນໃຈວ່າຈະໄດ້ຮັບການຊ່ວຍໃຫ້ລອດ! (ເບິ່ງຂໍ້ 12, 13)

12, 13. (ກ) ຈະເກີດຫຍັງຂຶ້ນເມື່ອພະເຍຊູມາພ້ອມ “ດ້ວຍລິດເດດແລະລັດສະໝີອັນໃຫຍ່”? (ຂ) ໃນເວລານັ້ນຜູ້ຮັບໃຊ້ຂອງພະເຈົ້າຈະມີທ່າທີແນວໃດ?

12 ຈະເກີດຫຍັງຂຶ້ນເມື່ອພະເຍຊູມາພ້ອມ “ດ້ວຍລິດເດດແລະລັດສະໝີອັນໃຫຍ່”? ພະອົງຈະໃຫ້ລາງວັນແກ່ຜູ້ທີ່ສັດຊື່ແລະຈະລົງໂທດຄົນທີ່ບໍ່ສັດຊື່. (ມັດທາຍ 24:46, 47, 50, 51; 25:19, 28-30) ພະເຍຊູໃຊ້ຕົວຢ່າງປຽບທຽບເພື່ອອະທິບາຍລາຍລະອຽດນີ້ຕື່ມອີກ. ພະອົງກ່າວວ່າ: “ເມື່ອບຸດມະນຸດຈະສະເດັດມາໃນລັດສະໝີແຫ່ງພະອົງກັບຝູງທູດທັງປວງແຫ່ງພະອົງ ເມື່ອນັ້ນພະອົງຈະນັ່ງເທິງພະທີ່ນັ່ງລັດສະໝີແຫ່ງພະອົງ. ແລະພວກປະເທດທັງປວງຈະເປັນທີ່ໂຮມກັນຕໍ່ໜ້າພະອົງ ແລະພະອົງຈະແຍກເຂົາຈາກກັນເໝືອນດັ່ງຜູ້ລ້ຽງແກະໄດ້ແຍກຝູງແກະອອກຈາກຝູງແບ້. ແລະຝູງແກະນັ້ນ ພະອົງຈະຕັ້ງໄວ້ເບື້ອງຂວາມືແຫ່ງພະອົງແລະຝູງແບ້ນັ້ນຈະຕັ້ງໄວ້ເບື້ອງຊ້າຍມື.” (ມັດທາຍ 25:31-33) ຈະເກີດຫຍັງຂຶ້ນກັບແກະແລະແບ້? ເຂົາເຈົ້າຈະຖືກຕັດສິນ. ໃນຕອນນັ້ນ ພວກທີ່ເປັນແບ້ຫຼືຄົນທີ່ບໍ່ສັດຊື່ຈະຖືກທຳລາຍ “ຕະຫຼອດໄປເປັນນິດ.” ແຕ່ພວກທີ່ເປັນແກະຫຼືຜູ້ທີ່ສັດຊື່ຈະໄດ້ຮັບຊີວິດຕະຫຼອດໄປ.—ມັດທາຍ 25:46

13 ຄົນທີ່ບໍ່ສັດຊື່ຈະມີທ່າທີແນວໃດເມື່ອສຳນຶກວ່າຕົນເອງຈະຖືກທຳລາຍ? ເຂົາເຈົ້າຈະຕີຕົວເອງແລະ “ຈະຮ້ອງຄາງ.” (ມັດທາຍ 24:30) ແຕ່ຜູ້ຖືກເຈີມກັບຄົນທີ່ສະໜັບສະໜູນເຂົາເຈົ້າຈະມີທ່າທີແນວໃດ? ເຂົາເຈົ້າຈະເຮັດໃນສິ່ງທີ່ພະເຍຊູບອກວ່າ: “ເວລາການທັງຫຼາຍນີ້ຈະຕັ້ງຕົ້ນບັງເກີດມາ ທ່ານທັງຫຼາຍຈົ່ງເບິ່ງທາງເທິງ [ຢືນຕົວຊື່] ແລະເງີຍຫົວຂຶ້ນ ເພາະວ່າຄວາມພົ້ນຂອງທ່ານທັງຫຼາຍກໍມາໃກ້ແລ້ວ.”—ລືກາ 21:28

ສ່ອງແສງກ້າໃນລາຊະອານາຈັກ

14, 15. ຫຼັງຈາກການໂຈມຕີໂດຍໂຄກແຫ່ງມາໂຄກ ຈະມີວຽກຮີບໂຮມຫຍັງ ແລະສິ່ງນີ້ຈະເກີດຂຶ້ນແນວໃດ?

14 ຈະເກີດຫຍັງຂຶ້ນຫຼັງຈາກທີ່ໂຄກແຫ່ງມາໂຄກເລີ່ມໂຈມຕີປະຊາຊົນຂອງພະເຈົ້າ? ຄຳພີໄບເບິນກ່າວວ່າບຸດມະນຸດ ‘ຈະໃຊ້ຝູງທູດສະຫວັນໄປ ແລະຈະໂຮມເອົາຄົນທັງຫຼາຍທີ່ພະອົງໄດ້ເລືອກໄວ້ແລ້ວໃຫ້ມາຈາກລົມທັງສີ່ທິດນັ້ນຕັ້ງແຕ່ທີ່ສຸດແຜ່ນດິນໂລກເຖິງທີ່ສຸດຟ້າອາກາດ.’ (ມາລະໂກ 13:27; ມັດທາຍ 24:31) ການຮີບໂຮມນີ້ບໍ່ໄດ້ໝາຍເຖິງເວລາທີ່ຄລິດສະຕຽນຜູ້ຖືກເຈີມຖືກເລືອກໃນຕອນທຳອິດ ແລະບໍ່ໄດ້ໝາຍເຖິງການຕີຕາປະທັບຄັ້ງສຸດທ້າຍສຳລັບຜູ້ຖືກເຈີມທີ່ຍັງຢູ່ໂລກນີ້. (ມັດທາຍ 13:37, 38) ການຕີຕາປະທັບນັ້ນຈະເກີດຂຶ້ນກ່ອນທີ່ຄວາມທຸກລຳບາກຄັ້ງໃຫຍ່ຈະເລີ່ມຕົ້ນ. (ຄຳປາກົດ 7:1-4) ດັ່ງນັ້ນ ການຮີບໂຮມນີ້ແມ່ນຫຍັງ? ແມ່ນຕອນທີ່ຜູ້ຖືກເຈີມເຊິ່ງຍັງຢູ່ໃນໂລກນີ້ຈະຮັບລາງວັນແລະຂຶ້ນໄປສະຫວັນ. (1 ເທຊະໂລນີກ 4:15-17; ຄຳປາກົດ 14:1) ເຫດການນີ້ຈະເກີດຂຶ້ນໃນໄລຍະໃດໜຶ່ງຫຼັງຈາກທີ່ໂຄກແຫ່ງມາໂຄກເລີ່ມໂຈມຕີ. (ເອເຊກຽນ 38:11) ຈາກນັ້ນກໍຈະເປັນຄືກັບທີ່ພະເຍຊູບອກໄວ້ທີ່ວ່າ: ‘ເມື່ອນັ້ນຄົນຊອບທຳຈະສ່ອງແສງກ້າໃນລາຊະອານາຈັກແຫ່ງພະບິດາຂອງເຂົາເໝືອນດັ່ງຕາເວັນ. ຜູ້ທີ່ມີຫູຍິນໄດ້ ຈົ່ງໃຫ້ເພິ່ນຟັງເອົາເຖີ້ນ.’—ມັດທາຍ 13:43 *

15 ນີ້ໝາຍຄວາມວ່າຜູ້ຖືກເຈີມຈະຖືກຮັບຂຶ້ນໄປສະຫວັນໃນສະພາບທີ່ຖືກເອີ້ນວ່າແຣັບເຈີບໍ? ແຣັບເຈີໝາຍເຖິງການຖືກຮັບຂຶ້ນໄປໃນສະຫວັນແບບໄວໆແລະບໍ່ທັນສັງເກດເຫັນສິ່ງທີ່ເກີດຂຶ້ນ. ຫຼາຍຄົນໃນຄລິດສາສະໜາຈັກເຊື່ອວ່າຄລິດສະຕຽນຈະຖືກຮັບຂຶ້ນໄປສະຫວັນໃນສະພາບທີ່ມີຮ່າງກາຍເປັນເນື້ອໜັງ. ເຂົາເຈົ້າຍັງຄິດວ່າຈະເຫັນພະເຍຊູມາເປັນຕົວຕົນແທ້ໆເມື່ອພະອົງກັບມາປົກຄອງໂລກນີ້. ແຕ່ຄຳພີໄບເບິນສະແດງໃຫ້ເຫັນຢ່າງຈະແຈ້ງວ່າພະເຍຊູຈະກັບມາໃນແບບທີ່ບໍ່ສາມາດເຫັນໄດ້ເມື່ອບອກວ່າ: ‘ການສຳຄັນ [ສັນຍານ] ແຫ່ງບຸດມະນຸດຈະປາກົດໃນທ້ອງຟ້າ’ ແລະພະເຍຊູຈະມາ ‘ເທິງເມກໃນຟ້າສະຫວັນ.’ (ມັດທາຍ 24:30) ຄຳພີໄບເບິນຍັງກ່າວອີກວ່າ: ‘ເນື້ອໜັງແລະເລືອດຈະຮັບລາຊະອານາຈັກຂອງພະເຈົ້າເປັນມູນກໍບໍ່ໄດ້.’ ດັ່ງນັ້ນ ຄົນທີ່ຈະຖືກຮັບໄປສະຫວັນ ທຳອິດຈະຕ້ອງ “ປ່ຽນແປງໃໝ່ ໃນບັດດຽວໜຶ່ງ ໃນເວລາພັບຕາໄດ້ ຄາວເມື່ອແກທີ່ສຸດ [ອັນສຸດທ້າຍ] ຈະເປົ່າ.” * (ອ່ານ 1 ໂກລິນໂທ 15:50-53) ເມື່ອພັນລະນາເຖິງເຫດການນີ້ ພວກເຮົາບໍ່ໃຊ້ຄຳວ່າ “ແຣັບເຈີ” ເພາະຄຳນີ້ກ່ຽວຂ້ອງກັບຄຳສອນທີ່ບໍ່ຖືກຕ້ອງຂອງຄລິດສາສະໜາຈັກ. ຢ່າງໃດກໍຕາມ ຜູ້ຖືກເຈີມທີ່ສັດຊື່ເຊິ່ງຍັງຢູ່ໂລກນີ້ຈະຖືກຮີບໂຮມເຂົ້ານຳກັນໃນທັນທີທັນໃດເລີຍ.

16, 17. ກ່ອນຈະມີພິທີແຕ່ງດອງຂອງລູກແກະ ຕ້ອງມີເຫດການຫຍັງເກີດຂຶ້ນ?

16 ເມື່ອຜູ້ຖືກເຈີມທັງໝົດຈຳນວນ 144.000 ຄົນ ຢູ່ໃນສະຫວັນແລ້ວ ການກະກຽມຂັ້ນສຸດທ້າຍສຳລັບພິທີການແຕ່ງດອງຂອງລູກແກະກໍຈະເລີ່ມຂຶ້ນ. (ຄຳປາກົດ 19:9) ແຕ່ຍັງມີສິ່ງອື່ນອີກຕ້ອງເກີດຂຶ້ນກ່ອນເຫດການທີ່ໜ້າຕື່ນເຕັ້ນນີ້. ຂໍໃຫ້ຈື່ໄວ້ວ່າໂຄກຈະໂຈມຕີປະຊາຊົນຂອງພະເຈົ້າເມື່ອຜູ້ຖືກເຈີມຍັງເຫຼືອຢູ່ໃນໂລກນີ້. (ເອເຊກຽນ 38:16) ປະຊາຊົນຂອງພະເຈົ້າຈະມີທ່າທີແນວໃດ? ເຂົາເຈົ້າຈະເຮັດຕາມຄຳສັ່ງທີ່ວ່າ: “ບໍ່ແມ່ນການພວກທ່ານຈະເລວເສິກໃນຄວາມທຸລະນີ້. ຈົ່ງໄປແລະຢືນຢູ່ທີ່ນັ້ນແລະເຫັນຄວາມພົ້ນແຕ່ພະເຢໂຫວາ . . . ຢ່າຊູ່ຢ້ານ ຢ່າຊູ່ຕົກໃຈ.” (2 ຂ່າວຄາວ 20:17) ໃນໄລຍະໃດໜຶ່ງຫຼັງຈາກທີ່ໂຄກເລີ່ມໂຈມຕີ ຜູ້ຖືກເຈີມທັງໝົດທີ່ຍັງເຫຼືອຢູ່ໃນໂລກນີ້ຈະຖືກຮັບໄປສະຫວັນ. ຄຳປາກົດ 17:14 ບອກເຮົາກ່ຽວກັບການໂຕ້ຕອບໃນສະຫວັນຕໍ່ການໂຈມຕີຂອງໂຄກທີ່ວ່າ ພວກສັດຕູຂອງປະຊາຊົນຂອງພະເຈົ້າ “ຈະທຳເສິກຕໍ່ສູ້ລູກແກະ ແລະລູກແກະຈະແພ້ [ຊະນະ] ເຂົາເພາະວ່າລູກແກະເປັນພະອົງເຈົ້າເທິງອົງເຈົ້າທັງຫຼາຍແລະເປັນພະມະຫາກະສັດເທິງກະສັດທັງຫຼາຍ. ແລະຄົນທັງຫຼາຍທີ່ຢູ່ກັບພະອົງເປັນຄົນທີ່ເອີ້ນແລະເລືອກໄວ້ແລະເປັນຄົນສັດຊື່.” ດັ່ງນັ້ນ ພະເຍຊູພ້ອມກັບຜູ້ຖືກເຈີມ 144.000 ຄົນ ເຊິ່ງເປັນກະສັດຢູ່ໃນສະຫວັນຈະຊ່ວຍຜູ້ຮັບໃຊ້ຂອງພະເຈົ້າທີ່ຢູ່ໃນໂລກນີ້ໃຫ້ລອດຊີວິດ.

17 ການຊ່ວຍໃຫ້ລອດໃນຕອນນັ້ນຈະກໍ່ໃຫ້ເກີດສົງຄາມອະລະມະເຄໂດນ ເຊິ່ງຈະນຳຄຳສັນລະເສີນມາໃຫ້ຊື່ທີ່ບໍລິສຸດຂອງພະເຢໂຫວາ. (ຄຳປາກົດ 16:16) ທຸກຄົນທີ່ຖືກຕັດສິນວ່າເປັນແບ້ຫຼືຄົນທີ່ບໍ່ສັດຊື່ຈະຖືກທຳລາຍ. ຄວາມຊົ່ວຮ້າຍຈະໝົດໄປຈາກໂລກນີ້ ແລະ “ຊົນຝູງໃຫຍ່” ກໍຈະມີຊີວິດລອດຜ່ານສົງຄາມອະລະມະເຄໂດນ. ໃນທີ່ສຸດ ເຫດການທີ່ໜ້າຕື່ນເຕັ້ນຂອງພະທຳຄຳປາກົດກໍຈະຈົບລົງດ້ວຍພິທີແຕ່ງດອງຂອງລູກແກະ! (ຄຳປາກົດ 21:1-4) * ທຸກຄົນທີ່ລອດຊີວິດຢູ່ໃນໂລກນີ້ຈະຍິນດີທີ່ໄດ້ຮັບຄວາມພໍໃຈຈາກພະເຈົ້າ ແລະປະສົບກັບຄວາມຮັກອັນຍິ່ງໃຫຍ່ແລະຄວາມກະລຸນາຂອງພະອົງ. ເຮົາຄອຍຖ້າດ້ວຍໃຈຮ້ອນຮົນໃຫ້ເຖິງເວລານັ້ນ. ນັ້ນຈະເປັນພິທີແຕ່ງດອງທີ່ມີການກິນລ້ຽງທີ່ຍິ່ງໃຫຍ່ແທ້ໆ!—ອ່ານ 2 ເປໂຕ 3:13

18. ເນື່ອງຈາກມີການບອກລ່ວງໜ້າເລື່ອງເຫດການຕ່າງໆທີ່ໜ້າຕື່ນເຕັ້ນເຊິ່ງຈະເກີດຂຶ້ນໃນໄວໆນີ້ ເຮົາຄວນຕັ້ງໃຈຈະເຮັດຫຍັງ?

18 ເນື່ອງຈາກເຫດການທີ່ໜ້າຕື່ນເຕັ້ນເຫຼົ່ານີ້ຈະເກີດຂຶ້ນໃນໄວໆນີ້ ສະນັ້ນເຮົາແຕ່ລະຄົນຄວນເຮັດຫຍັງໃນຕອນນີ້? ພະເຢໂຫວາໄດ້ດົນໃຈໃຫ້ອັກຄະສາວົກເປໂຕຂຽນວ່າ: “ຄັນເຫັນແລ້ວວ່າສິ່ງທັງປວງນີ້ຕ້ອງເປື່ອຍໄປໝົດສິ້ນ ທ່ານທັງຫຼາຍສົມຄວນຈະໄດ້ເປັນຄົນຢ່າງໃດ ດ້ວຍກະທຳການບໍລິສຸດແລະການຕາມຄວາມນັບຖືພະເຈົ້າ ຄອຍຖ້າແລະຮີບຫາວັນຂອງພະເຈົ້າ [ພະເຢໂຫວາ] . . . ເຫດສັນນີ້ ພວກພີ່ນ້ອງທີ່ຮັກເອີຍ ພວມທ່ານທັງຫຼາຍຄອຍຖ້າສິ່ງທັງຫຼາຍນັ້ນ ຈົ່ງເອົາໃຈໃສ່ໃຫ້ເປັນທີ່ພົບຢູ່ໃນຄວາມສຸກສຳລານປາສະຈາກຜິດແລະປາສະຈາກຕິຕຽນໄດ້ຕໍ່ໜ້າພະອົງ.” (2 ເປໂຕ 3:11, 12, 14) ດັ່ງນັ້ນ ຂໍໃຫ້ເຮົາຕັ້ງໃຈທີ່ຈະຮັກສາການນະມັດສະການຂອງເຮົາໃຫ້ບໍລິສຸດ ໂດຍບໍ່ມີສ່ວນກ່ຽວຂ້ອງກັບສາສະໜາທີ່ສອນບໍ່ຈິງ ແລະສະໜັບສະໜູນພະເຍຊູຄລິດກະສັດແຫ່ງຄວາມສຸກສຳລານ.

^ ຂໍ້ 2 ເບິ່ງຫໍສັງເກດການ 15 ເມສາ 2012 ໜ້າ 25-26

^ ຂໍ້ 14 ເບິ່ງຫໍສັງເກດການ 15 ກໍລະກົດ 2013 ໜ້າ 13-14

^ ຂໍ້ 15 ຮ່າງກາຍທີ່ເປັນເນື້ອໜັງຂອງຜູ້ຖືກເຈີມເຊິ່ງຍັງມີຊີວິດໃນເວລານັ້ນຈະບໍ່ຖືກຮັບຂຶ້ນໄປໃນສະຫວັນ. (1 ໂກລິນໂທ 15:48, 49) ເບິ່ງຄືວ່າຮ່າງກາຍຂອງເຂົາເຈົ້າຈະຫາຍໄປແບບດຽວກັບທີ່ຮ່າງຂອງພະເຍຊູຫາຍໄປ.

^ ຂໍ້ 17 ຄຳເພງບົດທີ 45 ຍັງບອກລາຍລະອຽດບາງຢ່າງກ່ຽວກັບລຳດັບເຫດການຕ່າງໆ ນັ້ນຄື ທຳອິດກະສັດຈະຕໍ່ສູ້ໃນສົງຄາມແລະຫຼັງຈາກນັ້ນພິທີແຕ່ງດອງກໍຈະເກີດຂຶ້ນ.