ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເລື່ອງຊີວິດຈິງ

“ຂໍໃຫ້ເກາະທັງຫຼາຍຊົມຊື່ນຍິນດີເຖີ້ນ”

“ຂໍໃຫ້ເກາະທັງຫຼາຍຊົມຊື່ນຍິນດີເຖີ້ນ”

ຂ້ອຍຈະບໍ່ມີວັນລືມມື້ນັ້ນຢູ່ທີ່ບຣຸກລິນ. ຂ້ອຍກັບພີ່ນ້ອງຊາຍຄົນອື່ນໆທີ່ມາຈາກທົ່ວໂລກກຳລັງລໍຖ້າຄະນະກຳມະການຝ່າຍການຂຽນຢູ່ຫ້ອງປະຊຸມຂອງຄະນະກຳມະການປົກຄອງ. ພວກເຮົາຈະສະເໜີບາງວິທີເພື່ອແກ້ໄຂບັນຫາທີ່ຜູ້ແປປະສົບ ແລະພວກເຮົາຮູ້ສຶກກັງວົນກ່ຽວກັບເລື່ອງນັ້ນ. ມື້ນັ້ນແມ່ນວັນທີ 22 ພຶດສະພາ ປີ 2000. ເປັນຫຍັງການປະຊຸມນີ້ຈຶ່ງສຳຄັນຫຼາຍ? ກ່ອນຈະອະທິບາຍ ຂໍໃຫ້ຂ້ອຍເລົ່າບາງເລື່ອງກ່ຽວກັບຕົວຂ້ອຍ.

ຂ້ອຍຮັບບັບເຕມາໃນລັດວີສະແລນ ເປັນໄພໂອເນຍໃນລັດແທດສະເມເນຍ ແລະຮັບເປັນມິດຊັນນາລີໃນປະເທດຕູວາລູ ຊາມົວ ແລະຟິດຈິ

ຂ້ອຍເກີດປີ 1955 ໃນລັດວີສະແລນ ປະເທດອົດສະຕຣາລີ. ຫຼັງຈາກທີ່ຂ້ອຍເກີດໄດ້ບໍ່ດົນ ແອັດສະເທວ ແມ່ຂອງຂ້ອຍກໍເລີ່ມຮຽນຄຳພີໄບເບິນກັບພະຍານພະເຢໂຫວາແລະຮັບບັບເຕມາຫຼັງຈາກທີ່ຮຽນໄດ້ໜຶ່ງປີ. ອີກ 13 ປີ ຕໍ່ມາ ຣອນ ພໍ່ຂອງຂ້ອຍກໍເຂົ້າມາໃນຄວາມຈິງ. ຂ້ອຍຮັບບັບເຕມາໃນປີ 1968 ໃນເຂດບ້ານນອກຂອງລັດວີສະແລນ.

ຕັ້ງແຕ່ຍັງນ້ອຍໆ ຂ້ອຍມັກອ່ານປຶ້ມແລະມັກທາງດ້ານພາສາ. ເມື່ອໃດກໍຕາມທີ່ພໍ່ແມ່ກັບຂ້ອຍເດີນທາງດ້ວຍລົດ ຂ້ອຍຈະນັ່ງຢູ່ເບາະທາງຫຼັງແລະອ່ານປຶ້ມ. ການເຮັດແນວນັ້ນອາດເຮັດໃຫ້ພໍ່ແມ່ບໍ່ພໍໃຈເພາະຂ້ອຍບໍ່ໄດ້ເບິ່ງທິວທັດເມື່ອກຳລັງເດີນທາງ. ແຕ່ການເປັນຄົນມັກອ່ານຊ່ວຍຂ້ອຍໃຫ້ຮຽນໄດ້ດີ ແລະຂ້ອຍໄດ້ລາງວັນຊະນະເລີດຫຼາຍລາງວັນເມື່ອຮຽນຢູ່ມັດທະຍົມຕອນປາຍຢູ່ເມືອງເກັນນໍຈີໃນເກາະແທດສະເມເນຍ.

ໃນຕອນນັ້ນ ຂ້ອຍຕ້ອງຕັດສິນໃຈໃນເລື່ອງທີ່ສຳຄັນຫຼາຍວ່າຈະຮັບເອົາທຶນການສຶກສາເພື່ອຮຽນຕໍ່ມະຫາວິທະຍາໄລຫຼືບໍ່? ເຖິງວ່າຈະມັກການອ່ານແລະການຮຽນຫຼາຍປານໃດກໍຕາມ ຂ້ອຍຮູ້ຄຸນຄ່າທີ່ແມ່ໄດ້ສອນຂ້ອຍໃຫ້ຮັກພະເຢໂຫວາຫຼາຍກວ່າຄົນໃດໆຫຼືສິ່ງອື່ນໃດທັງໝົດ. (1 ໂກລິນໂທ 3:18, 19) ດັ່ງນັ້ນ ໂດຍໄດ້ຮັບຄວາມເຫັນດີຈາກພໍ່ແມ່ ຂ້ອຍຈຶ່ງຕັດສິນໃຈວ່າທັນທີທີ່ຮຽນຈົບລະດັບການສຶກສາຂັ້ນພື້ນຖານ ຂ້ອຍຈະບໍ່ຮຽນຕໍ່ແລະຈະເລີ່ມເປັນໄພໂອເນຍ. ຈາກນັ້ນ ຂ້ອຍກໍເປັນໄພໂອເນຍໃນເດືອນມັງກອນ ປີ 1971 ຕອນທີ່ອາຍຸໄດ້ 15 ປີ.

ແປດປີຕໍ່ຈາກນັ້ນ ຂ້ອຍໄດ້ຮັບສິດທິພິເສດເປັນໄພໂອເນຍໃນເກາະແທດສະເມເນຍ. ໃນລະຫວ່າງນັ້ນ ຂ້ອຍໄດ້ແຕ່ງດອງກັບເຈນນີ ອໍຄ໋ອກ ຜູ້ຍິງທີ່ງາມເຊິ່ງເປັນຄົນທ້ອງຖິ່ນໃນເກາະນີ້. ພວກເຮົາໄດ້ຮັບໃຊ້ເປັນໄພໂອເນຍພິເສດນຳກັນເປັນເວລາສີ່ປີໃນເຂດໂດດດ່ຽວຂອງເມືອງສະມິດຕັນແລະເມືອງວີສະທາວ.

ເປັນມິດຊັນນາລີໃນໝູ່ເກາະປາຊີຟິກ

ໃນປີ 1978 ຂ້ອຍແລະເມຍໄດ້ເຂົ້າຮ່ວມການປະຊຸມນາໆຊາດໃນເມືອງປອກໂມແຣສະບີ ປະເທດປາປາຊີ-ນູແວນກີເນ. ຂ້ອຍຈື່ໄດ້ເປັນພິເສດທີ່ມິດຊັນນາລີຄົນໜຶ່ງໃຫ້ຄຳບັນລະຍາຍເປັນພາສາຮິຣິໂມຕູ. ເຖິງວ່າບໍ່ເຂົ້າໃຈໃນສິ່ງທີ່ລາວກຳລັງເວົ້າ ຂ້ອຍກໍເລີ່ມຄິດວ່າຢາກຈະເປັນມິດຊັນນາລີ ຮຽນພາສາອື່ນ ແລະເສີມສ້າງພີ່ນ້ອງໂດຍໃຫ້ຄຳບັນລະຍາຍໃນພາສາຂອງເຂົາເຈົ້າ. ໃນທີ່ສຸດຂ້ອຍກໍຄິດອອກວ່າຈະໃຊ້ຄວາມມັກທາງດ້ານພາສາເພື່ອຮັບໃຊ້ພະເຢໂຫວາ.

ເມື່ອກັບມາເອນ ເຈົ້າລອງນຶກພາບເບິ່ງວ່າພວກເຮົາຈະຕື່ນເຕັ້ນຫຼາຍສໍ່າໃດທີ່ຖືກເຊີນໃຫ້ຮັບໃຊ້ເປັນມິດຊັນນາລີ. ພວກເຮົາໄປຮອດເກາະຟູນາຟູຕິໃນປະເທດຕູວາລູໃນເດືອນມັງກອນ ປີ 1979. ໃນຕອນນັ້ນຢູ່ທົ່ວປະເທດມີພີ່ນ້ອງທີ່ຮັບບັບເຕມາແລ້ວພຽງສາມຄົນເທົ່ານັ້ນ.

ກັບເຈນນີຢູ່ປະເທດຕູວາລູ

ບໍ່ງ່າຍທີ່ຈະຮຽນພາສາຕູວາລູ ເພາະວ່າປຶ້ມທີ່ມີໃນພາສານີ້ມີພຽງແຕ່ “ພະຄຳພີພາກພາສາເກັຣກ” ເທົ່ານັ້ນ. ບໍ່ມີປຶ້ມວັດຈະນານຸກົມຫຼືຫຼັກສູດການສອນພາສາ ດັ່ງນັ້ນ ພວກເຮົາຈຶ່ງຕັດສິນໃຈທີ່ຈະພະຍາຍາມຮຽນຄຳສັບໃໝ່ມື້ລະ 10-20 ຄຳ. ແຕ່ບໍ່ດົນພວກເຮົາກໍສຳນຶກວ່າບໍ່ໄດ້ເຂົ້າໃຈຄວາມໝາຍທີ່ຖືກຕ້ອງຂອງເກືອບທຸກຄຳສັບທີ່ກຳລັງຮຽນ. ແທນທີ່ຈະບອກວ່າລັດທິຜີປີສາດເປັນສິ່ງທີ່ບໍ່ດີ ພວກເຮົາກຳລັງບອກຜູ້ຄົນວ່າບໍ່ຄວນໃຊ້ໄມ້ແມັດແລະໄມ້ຄ້ອນເທົ້າ! ພວກເຮົາຕ້ອງພະຍາຍາມຮຽນພາສານີ້ຕໍ່ໆໄປ ເພາະໄດ້ເລີ່ມສອນຄຳພີໄບເບິນໃຫ້ຫຼາຍຄົນແລ້ວ. ຫຼາຍປີຜ່ານໄປ ຄົນໜຶ່ງທີ່ພວກເຮົາສອນໃນຮຸ່ນທຳອິດໄດ້ບອກວ່າ: “ພວກເຮົາດີໃຈຫຼາຍທີ່ຕອນນີ້ພວກເຈົ້າເວົ້າພາສາຂອງພວກເຮົາໄດ້ແລ້ວ. ຕອນທຳອິດ ພວກເຮົາບໍ່ເຂົ້າໃຈຈັກຄຳໃນສິ່ງທີ່ພວກເຈົ້າພະຍາຍາມຈະເວົ້າ!”

ມີສິ່ງໜຶ່ງທີ່ຊ່ວຍໄດ້ແທ້ໆເພື່ອຮຽນພາສາໃຫ້ໄດ້ໄວຂຶ້ນ. ເນື່ອງຈາກວ່າບໍ່ມີເຮືອນໃຫ້ເຊົ່າ ພວກເຮົາຈຶ່ງອາໄສຢູ່ກັບພະຍານພະເຢໂຫວາຄອບຄົວໜຶ່ງເຊິ່ງຢູ່ໃນບ້ານຫຼັກຂອງເກາະຕູວາລູ. ດັ່ງນັ້ນ ພວກເຮົາຕ້ອງໄດ້ເວົ້າພາສາຕູວາລູທັງຢູ່ເຮືອນແລະຢູ່ທຸກໆບ່ອນ. ຫຼັງຈາກທີ່ບໍ່ໄດ້ເວົ້າພາສາອັງກິດມາຫຼາຍປີ ພວກເຮົາຮູ້ສຶກວ່າພາສາຕູວາລູເປັນພາສາຫຼັກຂອງພວກເຮົາ.

ຫຼັງຈາກທີ່ພວກເຮົາໄປຮອດປະເທດຕູວາລູໄດ້ບໍ່ດົນ ຫຼາຍຄົນກໍເລີ່ມສົນໃຈຄວາມຈິງ. ແຕ່ພວກເຮົາຈະໃຊ້ຫຍັງເພື່ອສອນຄົນເຫຼົ່ານັ້ນ? ພວກເຮົາບໍ່ມີປຶ້ມຫຍັງເລີຍໃນພາສານີ້. ເຂົາເຈົ້າຈະສຶກສາສ່ວນຕົວໄດ້ແນວໃດ? ເມື່ອເລີ່ມເຂົ້າຮ່ວມການປະຊຸມ ເຂົາເຈົ້າຈະຮ້ອງເພງ ໃຫ້ຄຳບັນລະຍາຍ ແລະກຽມແນວໃດສຳລັບການປະຊຸມ? ເຂົາເຈົ້າຈະຮັບບັບເຕມາໄດ້ແນວໃດ? ຄົນເຫຼົ່ານີ້ທີ່ຖ່ອມໃຈຈຳເປັນຕ້ອງມີໜັງສືຕ່າງໆເພື່ອຈະສອນເຂົາເຈົ້າເລື່ອງພະເຢໂຫວາໃນພາສາຂອງຕົນເອງ! (1 ໂກລິນໂທ 14:9) ພວກເຮົາສົງໄສວ່າ ‘ຄົນທີ່ເວົ້າພາສາຕູວາລູມີບໍ່ຮອດ 15.000 ຄົນ ສະນັ້ນຈະເຄີຍມີໜັງສືຕ່າງໆໃນພາສານີ້ບໍ?’ ພະເຢໂຫວາຕອບຄຳຖາມເຫຼົ່ານີ້ເຊິ່ງພິສູດໃຫ້ພວກເຮົາເຫັນສອງສິ່ງ: (1) ພະອົງຕ້ອງການໃຫ້ຜູ້ຄົນໃນ “ເກາະທັງຫຼາຍທີ່ຫ່າງໄກ” ໄດ້ຮຽນຮູ້ກ່ຽວກັບພະອົງ ແລະ (2) ພະອົງຕ້ອງການໃຫ້ຄົນທີ່ໂລກນີ້ຖືວ່າເປັນ “ຜູ້ຕໍ່າຕ້ອຍແລະຖ່ອມໃຈ, ທ.ປ.” ໃຫ້ມາເພິ່ງໃນຊື່ຂອງພະອົງ.—ເຢເຣມີ 31:10; ໂຊໂຟນີ 3:12

ວຽກການແປທີ່ຊ່ວຍສອນເລື່ອງຄວາມຈິງ

ໃນປີ 1980 ສຳນັກງານສາຂາໄດ້ມອບໝາຍໃຫ້ພວກເຮົາແປໜັງສືຕ່າງໆເປັນພາສາຕູວາລູ. ພວກເຮົາເລີ່ມເຮັດວຽກນີ້ເຖິງແມ່ນຮູ້ສຶກວ່າບໍ່ຮູ້ພາສາດີພຽງພໍ. (1 ໂກລິນໂທ 1:28, 29) ເພື່ອຈະມີໜັງສືສຳລັບການປະຊຸມ ທຳອິດພວກເຮົາໄດ້ໃຊ້ເຄື່ອງຈັກເກົ່າໆທີ່ພິມດ້ວຍມືເຊິ່ງຊື້ມາຈາກລັດຖະບານ. ຕໍ່ມາ ພວກເຮົາກໍໄດ້ແປປຶ້ມຄວາມຈິງທີ່ນຳໄປສູ່ຊີວິດຕະຫຼອດໄປ ໃນພາສາຕູວາລູແລະພິມໂດຍໃຊ້ເຄື່ອງຈັກນ້ອຍໆນີ້. ຂ້ອຍຍັງຈື່ໄດ້ວ່າກິ່ນນໍ້າໝຶກຂິວຫຼາຍ ທັງອາກາດກໍຮ້ອນອົບເອົ້າແລະຊຸ່ມຈຶ່ງເຮັດໃຫ້ການພິມໜັງສືຕ່າງໆດ້ວຍມືເປັນເລື່ອງທີ່ຍາກຫຼາຍ. ໃນຕອນນັ້ນ ພວກເຮົາຍັງບໍ່ທັນມີໄຟຟ້າໃຊ້ດ້ວຍຊໍ້າ!

ບໍ່ງ່າຍເລີຍທີ່ຈະແປໜັງສືຕ່າງໆເປັນພາສາຕູວາລູ ເພາະພວກເຮົາບໍ່ສາມາດເບິ່ງຄຳສັບໃນວັດຈະນານຸກົມຫຼືຄົ້ນຄວ້າໃນປຶ້ມອື່ນໆທີ່ເປັນພາສານີ້. ແຕ່ບາງຄັ້ງພວກເຮົາກໍໄດ້ຮັບການຊ່ວຍເຫຼືອທີ່ຈຳເປັນຈາກທາງອື່ນ. ໃນເຊົ້າມື້ໜຶ່ງ ຂ້ອຍຫຼົງເຄາະປະຕູເຮືອນຂອງຄົນທີ່ຕໍ່ຕ້ານຄວາມຈິງ. ຊາຍສູງອາຍຸຄົນນີ້ເຄີຍເປັນອາຈານສອນໜັງສື ລາວເຕືອນຂ້ອຍວ່າບໍ່ຄວນມາເຮືອນຫຼັງນີ້ອີກ. ຈາກນັ້ນ ລາວກໍບອກຂ້ອຍວ່າ: “ໃນການແປ ເຈົ້າໃຊ້ຮູບປະໂຫຍກອ້ອມຫຼາຍໂພດ ແຕ່ໃນພາສາຕູວາລູບໍ່ໄດ້ໃຊ້ເລື້ອຍປານໃດ.” ຂ້ອຍຈຶ່ງຖາມຄົນອື່ນແລະເຂົາເຈົ້າກໍບອກວ່າລາວເວົ້າຖືກ. ດັ່ງນັ້ນ ພວກເຮົາຈຶ່ງເຮັດການປ່ຽນແປງເພື່ອພັດທະນາການແປຂອງພວກເຮົາ. ຂ້ອຍແປກໃຈທີ່ພະເຢໂຫວາຊ່ວຍເຫຼືອພວກເຮົາໂດຍທາງຄົນທີ່ຕໍ່ຕ້ານຄວາມຈິງ ແຕ່ພັດເຫັນໄດ້ແຈ້ງວ່າລາວອ່ານໜັງສືຂອງພວກເຮົາ!

ຂ່າວດີເລື່ອງລາຊະອານາຈັກ ໝາຍເລກ 30 ທີ່ເປັນພາສາຕູວາລູ

ສິ່ງພິມທຳອິດໃນພາສາຕູວາລູທີ່ພວກເຮົາໃຫ້ກັບຜູ້ຄົນແມ່ນໃບເຊີນສຳລັບວັນອະນຸສອນ. ຈາກນັ້ນກໍມີແຜ່ນພັບຂ່າວດີເລື່ອງລາຊະອານາຈັກ ໝາຍເລກ 30 ເຊິ່ງອອກມາພ້ອມກັບພາສາອັງກິດ. ພວກເຮົາມີຄວາມສຸກຫຼາຍແທ້ໆທີ່ໄດ້ໃຫ້ບາງສິ່ງກັບຜູ້ຄົນທີ່ເປັນພາສາຂອງເຂົາເຈົ້າເອງ! ຜ່ານໄປໄລຍະໜຶ່ງ ພວກເຮົາກໍມີຈຸນລະສານແລະປຶ້ມຈຳນວນໜຶ່ງທີ່ເປັນພາສາຕູວາລູ. ໃນປີ 1983 ສຳນັກງານສາຂາໃນປະເທດອົດສະຕຣາລີເລີ່ມພິມຫໍສັງເກດການ ໃນພາສານີ້. ວາລະສານນີ້ມີ 24 ໜ້າແລະອອກທຸກໆສາມເດືອນ. ຜູ້ຄົນໃນຕູວາລູມັກປຶ້ມແລະວາລະສານເຫຼົ່ານີ້ບໍ? ມັກແທ້ ເພາະເຂົາເຈົ້າມັກອ່ານ. ທຸກໆເທື່ອທີ່ພວກເຮົາອອກໜັງສືໃໝ່ ສະຖານີວິທະຍຸຂອງລັດຖະບານກໍປະກາດໃນລາຍການຂ່າວ ແລະບາງຄັ້ງກໍເປັນເລື່ອງເດັ່ນຂອງມື້ນັ້ນຊໍ້າ! *

ພວກເຮົາເຮັດວຽກແປແນວໃດ? ທຳອິດ ພວກເຮົາຂຽນທຸກໆສິ່ງໃສ່ເຈ້ຍ. ຈາກນັ້ນກໍພິມບົດແປດ້ວຍເຄື່ອງພິມດີດແລະພິມບົດນັ້ນຄືນອີກຫຼາຍເທື່ອຈົນແນ່ໃຈວ່າພ້ອມແລ້ວຈຶ່ງສົ່ງໄປສຳນັກງານສາຂາໃນປະເທດອົດສະຕຣາລີ. ເມື່ອບົດແປໄປຮອດສາຂາ ພີ່ນ້ອງຍິງສອງຄົນທີ່ບໍ່ເຂົ້າໃຈພາສາຕູວາລູຈະແຍກກັນພິມບົດແປນັ້ນໃສ່ໃນຄອມພິວເຕີ. ເມື່ອພິມແລ້ວກໍສົມທຽບເບິ່ງຄວາມແຕກຕ່າງໃນຄອມພິວເຕີ. ການເຮັດແນວນັ້ນຈະເຮັດໃຫ້ເຂົາເຈົ້າຫຼີກລ່ຽງຄວາມຜິດພາດໄດ້. ຈາກນັ້ນຈະມີການຈັດໜ້າໜັງສື ເຊິ່ງໝາຍຄວາມວ່າຈະປະກອບເນື້ອເລື່ອງເຂົ້າກັບຮູບພາບຕ່າງໆ. ຕໍ່ຈາກນັ້ນກໍຈະສົ່ງບົດຄວາມທີ່ຈັດໜ້າແລ້ວເຊິ່ງເປັນເຈ້ຍຄືນໃຫ້ພວກເຮົາໂດຍທາງໄປສະນີທາງອາກາດ. ພວກເຮົາກວດບົດແປຄືນແລ້ວກໍສົ່ງກັບຄືນໄປໃຫ້ສຳນັກງານສາຂາເພື່ອທີ່ຈະພິມ.

ວຽກການແປກ້າວໜ້າໄປຫຼາຍ! ຕອນນີ້ທີມແປພິມບົດແປແລະດັດແກ້ໂດຍກົງໃນຄອມພິວເຕີໄດ້ເລີຍ. ຕາມປົກກະຕິແລ້ວຄົນທີ່ຈັດໜ້າໜັງສືຈະຢູ່ບ່ອນດຽວກັບທີມແປ. ຈາກນັ້ນ ທີມແປກໍຈະສົ່ງໄຟຕ່າງໆທາງອິນເຕີເນັດໄປໃຫ້ສຳນັກງານສາຂາທີ່ຮັບຜິດຊອບເລື່ອງການພິມ. ສະນັ້ນ ໃນຕອນນີ້ຈຶ່ງບໍ່ມີໃຜທີ່ຕ້ອງຟ້າວຟັ່ງໄປຫ້ອງການໄປສະນີເພື່ອສົ່ງບົດແປ.

ວຽກມອບໝາຍອື່ນໆ

ຫຼາຍປີຜ່ານໄປ ຂ້ອຍກັບເຈນນີໄດ້ຮັບວຽກມອບໝາຍຫຼາຍຢ່າງໃນຂົງເຂດຕ່າງໆຂອງປາຊີຟິກ. ຈາກປະເທດຕູວາລູພວກເຮົາຖືກມອບໝາຍໃຫ້ໄປເຮັດວຽກຢູ່ສຳນັກງານສາຂາປະເທດຊາມົວໃນປີ 1985. ຢູ່ທີ່ນັ້ນພວກເຮົາໄດ້ຊ່ວຍການແປໃນພາສາຊາມົວ ຕົງກາ ແລະໂຕເກເລົາ ພ້ອມທັງຊ່ວຍການແປພາສາຕູວາລູນຳອີກ. * ຈາກນັ້ນ ໃນປີ 1996 ພວກເຮົາຖືກມອບໝາຍໃຫ້ຮັບໃຊ້ຢູ່ສາຂາປະເທດຟິດຈິ ເຊິ່ງພວກເຮົາໄດ້ຊ່ວຍໃນການແປພາສາຟິດຈິ ກິຣິບາຕິ ນາອູຣູ ໂຣຕູມັງ ແລະຕູວາລູ.

ພວກເຮົາໃຊ້ໜັງສືຕ່າງໆເພື່ອຊ່ວຍຄົນອື່ນ

ຂ້ອຍຍັງງຶດງໍ້ຢູ່ທີ່ຜູ້ແປຮັກວຽກການແປຫຼາຍ ເຖິງວ່າເປັນວຽກທີ່ບໍ່ງ່າຍແລະເຮັດໃຫ້ອິດເມື່ອຍ. ຄືກັບພະເຢໂຫວາ ພີ່ນ້ອງຊາຍຍິງທີ່ສັດຊື່ເຫຼົ່ານີ້ຕ້ອງການແທ້ໆທີ່ຈະໃຫ້ຜູ້ຄົນໄດ້ຍິນຂ່າວດີໃນພາສາຂອງຕົນເອງ. (ຄຳປາກົດ 14:6) ຕົວຢ່າງເຊັ່ນ: ເມື່ອມີການອະນຸຍາດໃຫ້ແປວາລະສານຫໍສັງເກດການ ເປັນພາສາຕົງກາ ຂ້ອຍໄດ້ພົບກັບຄະນະຜູ້ເຖົ້າແກ່ຢູ່ຕົງກາແລະຖາມວ່າມີໃຜບໍທີ່ພວກເຮົາຈະຝຶກໃຫ້ເປັນຜູ້ແປ. ຜູ້ເຖົ້າແກ່ຄົນໜຶ່ງເຊິ່ງມີວຽກທີ່ດີ ລາວເປັນນາຍຊ່າງກົນຈັກໄດ້ສະເໜີທີ່ຈະລາອອກຈາກວຽກໃນມື້ຕໍ່ມາແລະເລີ່ມເປັນຜູ້ແປທັນທີ. ຄວາມເຊື່ອທີ່ເຂັ້ມແຂງຂອງລາວໄດ້ໃຫ້ກຳລັງໃຈຂ້ອຍຫຼາຍ ເນື່ອງຈາກລາວມີພັນທະທາງດ້ານຄອບຄົວແລະບໍ່ຮູ້ຊໍ້າວ່າຈະຫາເງິນໄດ້ແນວໃດເພື່ອໃຫ້ພຽງພໍສຳລັບຄອບຄົວ. ແຕ່ພະເຢໂຫວາເບິ່ງແຍງລາວແລະຄອບຄົວ ແລະລາວຍັງເຮັດວຽກແປຕໍ່ໄປອີກຫຼາຍປີ.

ຄືກັບຜູ້ແປເຫຼົ່ານີ້ ຄະນະກຳມະການປົກຄອງສົນໃຈຢ່າງແທ້ຈິງທີ່ຈະຈັດໃຫ້ມີໜັງສືຕ່າງໆໃນທຸກໆພາສາ ເຖິງວ່າມີຄົນຈຳນວນໜ້ອຍທີ່ເວົ້າພາສາເຫຼົ່ານັ້ນ. ຕົວຢ່າງເຊັ່ນ: ເກີດມີຄຳຖາມຂຶ້ນມາວ່າມັນຄຸ້ມຄ່າບໍທີ່ຈະພະຍາຍາມແປໜັງສືຕ່າງໆເປັນພາສາຕູວາລູ. ຂ້ອຍໄດ້ຮັບກຳລັງໃຈຫຼາຍເມື່ອອ່ານຄຳຕອບຈາກຄະນະກຳມະການປົກຄອງທີ່ບອກວ່າ: “ພວກເາເຫັນຢ່າງຈະແຈ້ງວ່າບໍ່ມີເຫດຜົນທີ່ຈະເຊົາແປພາສາຕູວາລູ. ເຖິງວ່າເຂດປະກາດໃນພາສານີ້ອາດຈະນ້ອຍຖ້າທຽບກັບກຸ່ມພາສາອື່ນໆ ແຕ່ຜູ້ຄົນຍັງຈຳເປັນຕ້ອງໄດ້ຍິນຂ່າວດີໃນພາສາຂອງເຂົາເຈົ້າເອງ.”

ຮັບບັບເຕມາໃຫ້ບາງຄົນຢູ່ໃນອ່າວນ້ອຍໆ

ໃນປີ 2003 ຂ້ອຍກັບເຈນນີຖືກຍ້າຍຈາກພະແນກການແປໃນປະເທດຟິດຈິໄປຢູ່ພະແນກການແປທີ່ແພັດເຕີສັນ ໃນລັດນິວຢອກ. ຄືກັບວ່າຄວາມຝັນໄດ້ກາຍເປັນຈິງແລ້ວ! ພວກເຮົາໄດ້ມາເປັນສ່ວນໜຶ່ງຂອງທີມທີ່ຊ່ວຍສະໜັບສະໜູນການແປໜັງສືຕ່າງໆໃນຫຼາຍພາສາຕື່ມອີກ. ໃນລະຫວ່າງສອງປີຫຼືປະມານນັ້ນ ພວກເຮົາໄດ້ເຮັດຢູ່ພະແນກການຮັບໃຊ້ການແປເຊິ່ງພວກເຮົາຖືກມອບໝາຍໃຫ້ຊ່ວຍຝຶກອົບຮົມທີມແປຕ່າງໆໃນຫຼາຍປະເທດ.

ການຕັດສິນໃຈທີ່ສຳຄັນຫຼາຍ

ຕອນນີ້ຂ້ອຍຂໍກັບຄືນໄປເວົ້າເຖິງການປະຊຸມທີ່ສຳຄັນເຊິ່ງໄດ້ກ່າວເຖິງໃນຕອນຕົ້ນ. ໃນປີ 2000 ຄະນະກຳມະການປົກຄອງເຫັນວ່າທີມແປໃນທົ່ວໂລກຈຳເປັນຕ້ອງໄດ້ຮັບຄວາມຊ່ວຍເຫຼືອໃນວຽກທີ່ເຂົາເຈົ້າເຮັດ ຍ້ອນວ່າຜູ້ແປເກືອບໝົດທຸກຄົນບໍ່ໄດ້ຮັບການຝຶກອົບຮົມໃດໆເລີຍກ່ຽວກັບການແປ. ຫຼັງຈາກການປະຊຸມຄັ້ງນັ້ນກັບຄະນະກຳມະການການຂຽນ ຄະນະກຳມະການປົກຄອງຕັດສິນໃຈວ່າຜູ້ແປທຸກຄົນໃນທົ່ວໂລກຕ້ອງໄດ້ຮັບການຝຶກອົບຮົມເພື່ອຊ່ວຍໃຫ້ເຂົາເຈົ້າຮູ້ວິທີເຂົ້າໃຈບົດຄວາມຕົ້ນສະບັບທີ່ເປັນພາສາອັງກິດ ຮູ້ວິທີແກ້ໄຂບັນຫາໃນການແປ ແລະຮູ້ວິທີເຮັດວຽກນຳກັນເປັນທີມ.

ເມື່ອຜູ້ແປທຸກຄົນໄດ້ຮັບການຝຶກອົບຮົມທັງໝົດນີ້ແລ້ວ ຜົນເປັນແນວໃດ? ການແປກໍມີຄຸນນະພາບດີຂຶ້ນ. ນອກຈາກນັ້ນຍັງມີການແປໜັງສືຕ່າງໆອອກເປັນຫຼາຍພາສາກວ່າທີ່ຜ່ານມາ. ຕອນທີ່ພວກເຮົາໄດ້ຮັບມອບໝາຍໃຫ້ເປັນມິດຊັນນາລີໃນປີ 1979 ວາລະສານຫໍສັງເກດການ ມີພຽງ 82 ພາສາເທົ່ານັ້ນ. ເຖິງແນວນັ້ນກໍຕາມ ຫໍສັງເກດການ ທີ່ແປອອກນັ້ນເກືອບທຸກພາສາໄດ້ອອກມາພາຍຫຼັງພາສາອັງກິດປະມານສອງສາມເດືອນ. ແຕ່ຕອນນີ້ມີການແປຫໍສັງເກດການ ອອກເປັນຫຼາຍກວ່າ 240 ພາສາ ແລະເກືອບທຸກພາສາໄດ້ອອກມາໃນເວລາດຽວກັບພາສາອັງກິດ. ຕອນນີ້ ຜູ້ຄົນສາມາດອ່ານບາງສິ່ງທີ່ສອນເຂົາເຈົ້າໃຫ້ຮູ້ຄວາມຈິງຈາກຄຳພີໄບເບິນໃນຫຼາຍກວ່າ 700 ພາສາ. ຫຼາຍປີກ່ອນໜ້ານີ້ ເລື່ອງນີ້ເບິ່ງຄືວ່າເປັນໄປບໍ່ໄດ້ເລີຍ.

ໃນປີ 2004 ຄະນະກຳມະການປົກຄອງໄດ້ຕັດສິນໃຈວ່າເປັນເລື່ອງສຳຄັນຫຼາຍທີ່ຈະມີພະຄຳພີສະບັບແປໂລກໃໝ່ ໃນຫຼາຍພາສາຕື່ມອີກ ແລະໃຫ້ມີໄວເທົ່າທີ່ຈະໄວໄດ້. ເນື່ອງຈາກການຕັດສິນໃຈນັ້ນ ໃນຕອນນີ້ຈຶ່ງມີຫຼາຍຄົນຕື່ມອີກທີ່ສາມາດອ່ານພະຄຳພີສະບັບແປໂລກໃໝ່ ໃນພາສາຂອງເຂົາເຈົ້າເອງ. ທີ່ຈິງ ໃນປີ 2014 ມີການແປຄຳພີໄບເບິນສະບັບນີ້ໝົດເຫຼັ້ມຫຼືບາງສ່ວນເປັນ 128 ພາສາ ເຊິ່ງກໍລວມເຖິງຫຼາຍພາສາທີ່ເວົ້າໃນຂົງເຂດປາຊີຟິກຕອນໃຕ້.

ການອອກພະຄຳພີສະບັບແປໂລກໃໝ່ພາກພາສາເກັຣກ ໃນພາສາຕູວາລູ!

ໜຶ່ງໃນຄວາມຊົງຈຳທີ່ຂ້ອຍມັກຫຼາຍທີ່ສຸດແມ່ນການປະຊຸມພາກຢູ່ປະເທດຕູວາລູໃນປີ 2011. ເປັນເວລາຫຼາຍເດືອນທີ່ມີຄວາມແຫ້ງແລ້ງທີ່ສຸດໃນທົ່ວປະເທດ. ພີ່ນ້ອງຄິດວ່າຕ້ອງໄດ້ຍົກເລີກການປະຊຸມຄັ້ງນີ້. ແຕ່ຍັງດີ ໃນຕອນແລງທີ່ພວກເຮົາມາຮອດຝົນກໍເລີ່ມຕົກໜັກ. ດັ່ງນັ້ນ ພວກເຮົາຈຶ່ງສາມາດຈັດການປະຊຸມໄດ້! ໂດຍສ່ວນຕົວແລ້ວຖືວ່າເປັນສິດທິພິເສດອັນຍິ່ງໃຫຍ່ທີ່ຂ້ອຍໄດ້ປະກາດການອອກພະຄຳພີສະບັບແປໂລກໃໝ່ພາກພາສາເກັຣກ ໃນພາສາຕູວາລູ! ເຖິງວ່າມີພີ່ນ້ອງຈຳນວນໜ້ອຍທີ່ເວົ້າພາສານັ້ນ ເຂົາເຈົ້າກໍສາມາດໄດ້ຮັບຂອງຂວັນທີ່ງົດງາມນີ້ຈາກພະເຢໂຫວາໄດ້ເຊັ່ນກັນ. ຫຼັງຈາກຈົບການປະຊຸມກໍມີພາຍຸຝົນຕົກລົງມາອີກຄັ້ງໜຶ່ງ. ດັ່ງນັ້ນ ທຸກຄົນຈຶ່ງໄດ້ຮັບທັງນໍ້າຝົນແລະນໍ້າແຫ່ງຄວາມຈິງຢ່າງລົ້ນເຫຼືອ!

ໃນປີ 2014 ຢູ່ທີ່ການປະຊຸມພາກໃນເມືອງທາວຊະວິວປະເທດອົດສະຕຣາລີ ຂ້ອຍໄດ້ສຳພາດຣອນແລະແອັດສະເທວທີ່ເປັນພໍ່ແມ່ຂອງຂ້ອຍ

ໜ້າເສົ້າໃຈຫຼາຍທີ່ເຈນນີເມຍຜູ້ເປັນທີ່ຮັກບໍ່ໄດ້ຢູ່ນຳຂ້ອຍ. ລາວເສຍຊີວິດໃນປີ 2009 ຫຼັງຈາກທີ່ໄດ້ຕໍ່ສູ້ກັບໂລກມະເຮັງເປັນເວລາ 10 ປີ. ພວກເຮົາໃຊ້ຊີວິດຮ່ວມກັນ 35 ປີ. ເມື່ອຟື້ນຄືນມາຈາກຕາຍ ລາວຈະດີໃຈຫຼາຍທີ່ໄດ້ຍິນກ່ຽວກັບການອອກພະຄຳພີໃນພາສາຕູວາລູ.

ພະເຢໂຫວາໄດ້ອວຍພອນຂ້ອຍໃຫ້ໄດ້ເມຍອີກຄົນໜຶ່ງທີ່ງາມຫຼາຍ ລາວຊື່ ໂລແຣນນິ ຊິກິວູ. ໂລແຣນນິແລະເຈນນີເຮັດວຽກນຳກັນຢູ່ເບເທນໃນປະເທດຟິດຈິ ແລະໂລແຣນນິກໍເປັນຜູ້ແປຄືກັນ. ອີກຄັ້ງໜຶ່ງທີ່ຂ້ອຍມີເມຍທີ່ຮັບໃຊ້ພະເຢໂຫວານຳກັນກັບຂ້ອຍຢ່າງສັດຊື່ ແລະມັກທາງດ້ານພາສາຄືກັນກັບຂ້ອຍ!

ປະກາດກັບໂລແຣນນິ ໃນປະເທດຟິດຈິ

ຫຼາຍປີທີ່ຜ່ານມານີ້ ຂ້ອຍເຫັນວ່າພະເຢໂຫວາພໍ່ທີ່ຮັກຂອງພວກເຮົາໄດ້ໃສ່ໃຈຄວາມຈຳເປັນຂອງຜູ້ຄົນໃນທຸກໆພາສາ ເຖິງວ່າຈະມີຄົນຈຳນວນໜ້ອຍທີ່ເວົ້າພາສານັ້ນ. (ຄຳເພງ 49:1-3) ຂ້ອຍເຫັນວ່າຜູ້ຄົນມີຄວາມສຸກຫຼາຍທີ່ໄດ້ຮັບໜັງສືຕ່າງໆເປັນຄັ້ງທຳອິດໃນພາສາຂອງເຂົາເຈົ້າເອງ ຫຼືເມື່ອຮ້ອງເພງສັນລະເສີນພະເຢໂຫວາໃນພາສາທີ່ເຂົ້າເຖິງຫົວໃຈຂອງເຂົາເຈົ້າ. ໃນເວລາແບບນີ້ ຂ້ອຍຄິດເຖິງຄວາມຮັກທີ່ພະເຢໂຫວາມີຕໍ່ພວກເຮົາ. (ກິດຈະການ 2:8, 11) ຂ້ອຍຍັງບໍ່ລືມຄຳເວົ້າຂອງພີ່ນ້ອງຊາຍທີ່ສູງອາຍຸຄົນໜຶ່ງຊື່ ເຊົາໂລ ທີຊີ. ຫຼັງຈາກທີ່ຮ້ອງເພງລາຊະອານາຈັກໃນພາສາຂອງລາວເປັນເທື່ອທຳອິດ ລາວບອກວ່າ: “ຂ້ອຍຄິດວ່າເຈົ້າຄວນຈະບອກຄະນະກຳມະການປົກຄອງວ່າ ເພງເຫຼົ່ານີ້ໃນພາສາຕູວາລູມ່ວນກວ່າພາສາອັງກິດ.”

ໃນເດືອນກັນຍາ ປີ 2005 ຂ້ອຍບໍ່ຢາກເຊື່ອເລີຍທີ່ໄດ້ຮັບສິດທິພິເສດໃຫ້ຮັບໃຊ້ເປັນສະມາຊິກຄົນໜຶ່ງໃນຄະນະກຳມະການປົກຄອງຂອງພະຍານພະເຢໂຫວາ. ເຖິງວ່າບໍ່ໄດ້ເປັນຜູ້ແປອີກຕໍ່ໄປ ແຕ່ຂ້ອຍກໍຂອບໃຈພະເຢໂຫວາທີ່ຍັງເປີດໂອກາດໃຫ້ຂ້ອຍສະໜັບສະໜູນວຽກການແປໃນທົ່ວໂລກຕໍ່ໆໄປ. ຂ້ອຍມີຄວາມສຸກຫຼາຍທີ່ຮູ້ວ່າພະເຢໂຫວາໃສ່ໃຈຄວາມຈຳເປັນຂອງປະຊາຊົນຂອງພະອົງທຸກຄົນ ແມ່ນກະທັ່ງຄົນທີ່ຢູ່ເກາະໂດດດ່ຽວໃນກາງມະຫາສະໝຸດປາຊີຟິກ! ແມ່ນແລ້ວ ຄືກັບທີ່ຜູ້ຂຽນຄຳເພງໄດ້ເວົ້າວ່າ: “ພະເຢໂຫວາສະເຫວີຍລາດ. ຂໍໃຫ້ແຜ່ນດິນຊື່ນໃຈ. ຂໍໃຫ້ເກາະທັງຫຼາຍຊົມຊື່ນຍິນດີເຖີ້ນ.”—ຄຳເພງ 97:1

^ ຂໍ້ 18 ສາມາດອ່ານເພີ່ມເຕີມໄດ້ວ່າຜູ້ຄົນຮູ້ສຶກແນວໃດກ່ຽວກັບໜັງສືຕ່າງໆຂອງເຮົາໃນຫໍສັງເກດການ 15 ທັນວາ 2000 ໜ້າ 32; 1 ສິງຫາ 1988 ໜ້າ 22 ແລະຕື່ນເຖີດ! 22 ທັນວາ 2000 ໜ້າ 9.

^ ຂໍ້ 22 ສາມາດອ່ານເພີ່ມເຕີມກ່ຽວກັບວຽກການແປໃນປະເທດຊາມົວໃນປຶ້ມປະຈຳປີ 2009 ໜ້າ 120-121, 123-124.