ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຈົ່ງລະວັງການຄົບຫາໃນສະໄໝສຸດທ້າຍນີ້

ຈົ່ງລະວັງການຄົບຫາໃນສະໄໝສຸດທ້າຍນີ້

“ການ . . . ຄົບຫາ [ທີ່ບໍ່ດີ ] . . . ຈະກະທຳໃຫ້ທຳນຽມອັນດີກາຍເປັນຊົ່ວໄປດ້ວຍ.”—1 ໂກລິນໂທ 15:33

ເພງ: 73, 119

1. ເຮົາກຳລັງມີຊີວິດຢູ່ໃນໄລຍະເວລາໃດ?

ເຮົາກຳລັງມີຊີວິດຢູ່ໃນໄລຍະ “ວິກິດການເຊິ່ງຍາກຈະຮັບມືໄດ້, ລ.ມ.” ເນື່ອງຈາກວ່າ “ຍຸກສຸດທ້າຍ, ທ.ປ.” ເລີ່ມຕົ້ນແຕ່ປີ 1914 ດັ່ງນັ້ນສະພາບການຕ່າງໆໃນໂລກຈຶ່ງຊົ່ວຮ້າຍຫຼາຍກວ່າແຕ່ກ່ອນ. (2 ຕີໂມເຕ 3:1-5) ເຮົາແນ່ໃຈໄດ້ວ່າສະພາບການໃນໂລກນີ້ນັບມື້ຈະຮ້າຍແຮງຂຶ້ນເລື້ອຍໆ ເພາະຄຳພີໄບເບິນບອກໄວ້ລ່ວງໜ້າວ່າ “ຄົນຊົ່ວແລະຄົນລໍ້ລວງທັງຫຼາຍຈະທຳຊົ່ວຮ້າຍມາກ . . . ຂຶ້ນ.”—2 ຕີໂມເຕ 3:13

2. ຫຼາຍຄົນມັກເບິ່ງຄວາມບັນເທີງແບບໃດ? (ເບິ່ງຮູບໃນໜ້ານີ້)

2 ໃນເລື່ອງຄວາມບັນເທີງ ຫຼາຍຄົນໃນທຸກມື້ນີ້ເບິ່ງຫຼືເຮັດສິ່ງທີ່ເປັນຄວາມຮຸນແຮງ ຫຼືຜິດສິນລະທຳທາງເພດ ຫຼືເຂົ້າໄປກ່ຽວຂ້ອງກັບເວດມົນຄາຖາຫຼືລັດທິຜີປີສາດ. ຕົວຢ່າງເຊັ່ນ: ອິນເຕີເນັດ ລາຍການໂທລະທັດ ໜັງ ປຶ້ມເລື່ອງ ແລະວາລະສານ ສິ່ງເຫຼົ່ານີ້ລ້ວນແຕ່ເຮັດໃຫ້ຄວາມຮຸນແຮງແລະການເຮັດຜິດສິນລະທຳທາງເພດເບິ່ງຄືວ່າເປັນເລື່ອງທີ່ຍອມຮັບໄດ້. ການປະພຶດທີ່ເມື່ອກ່ອນເຄີຍເຮັດໃຫ້ຜູ້ຄົນຕົກຕະລຶງ ຕອນນີ້ພັດເປັນເລື່ອງທີ່ຍອມຮັບໄດ້ແລະເຖິງຂັ້ນຖືກຕ້ອງຕາມກົດໝາຍໃນບາງປະເທດດ້ວຍຊໍ້າ. ແຕ່ນັ້ນບໍ່ໄດ້ໝາຍຄວາມວ່າພະເຢໂຫວາຍອມຮັບການປະພຶດແບບນັ້ນ.—ອ່ານ ໂລມ 1:28-32

3. ຫຼາຍຄົນຄິດແນວໃດກັບຜູ້ທີ່ໃຊ້ຊີວິດຕາມມາດຕະຖານຂອງພະເຈົ້າ?

3 ໃນສະຕະວັດທຳອິດ ຜູ້ຄົນຍັງເບິ່ງຄວາມບັນເທີງທີ່ຮຸນແຮງແລະຜິດສິນລະທຳທາງເພດ. ແຕ່ລູກສິດຂອງພະເຍຊູບໍ່ເບິ່ງສິ່ງເຫຼົ່ານັ້ນ ຍ້ອນວ່າເຂົາເຈົ້າໃຊ້ຊີວິດຕາມມາດຕະຖານຂອງພະເຈົ້າ. ດ້ວຍເຫດນີ້ ຄົນທີ່ຢູ່ອ້ອມຂ້າງເຂົາເຈົ້າຈຶ່ງ “ປະຫຼາດໃຈ.” ຜົນເປັນແນວໃດ? ຫຼາຍຄົນຈຶ່ງເຍາະເຍີ້ຍແລະຂົ່ມເຫງເຂົາເຈົ້າ. (1 ເປໂຕ 4:4) ໃນທຸກມື້ນີ້ກໍຄືກັນ ຫຼາຍຄົນຄິດວ່າຄົນທີ່ໃຊ້ຊີວິດຕາມມາດຕະຖານຂອງພະເຈົ້າເປັນຄົນທີ່ແປກປະຫຼາດ. ທີ່ຈິງ ຄຳພີໄບເບິນເຕືອນເຮົາວ່າຄົນທີ່ເຮັດຕາມຕົວຢ່າງຂອງພະເຍຊູ “ຈະຖືກການຂົ່ມເຫງ.”—2 ຕີໂມເຕ 3:12

“ການ . . . ຄົບຫາ [ທີ່ບໍ່ດີ] . . . ຈະກະທຳໃຫ້ທຳນຽມອັນດີກາຍເປັນຊົ່ວໄປດ້ວຍ”

4. ເປັນຫຍັງເຮົາບໍ່ຄວນຮັກໂລກນີ້?

4 ຖ້າເຮົາຕ້ອງການເຮັດຕາມຈຸດປະສົງຂອງພະເຈົ້າ ເຮົາບໍ່ສາມາດຮັກ “ໂລກ . . . ກັບສິ່ງຂອງທັງຫຼາຍທີ່ຢູ່ໃນໂລກ.” (ອ່ານ 1 ໂຢຮັນ 2:15, 16) ຊາຕານ ‘ພະເຈົ້າຂອງລະບົບນີ້’ ມັນຄວບຄຸມໂລກນີ້ໂດຍໃຊ້ສາສະໜາ ລັດຖະບານ ອົງການທາງການຄ້າ ແລະສື່ຕ່າງໆເພື່ອຊັກນຳຜູ້ຄົນໄປໃນທາງທີ່ຜິດ. (2 ໂກລິນໂທ 4:4; 1 ໂຢຮັນ 5:19) ເນື່ອງຈາກເຮົາບໍ່ຢາກຮັບເອົາອິດທິພົນຈາກໂລກນີ້ ດັ່ງນັ້ນ ເຮົາຕ້ອງຫຼີກລ່ຽງການຄົບຫາທີ່ບໍ່ດີ. ຄຳພີໄບເບິນເຕືອນເຮົາຢ່າງຈະແຈ້ງວ່າ: “ຢ່າຖືກລໍ້ລວງ. ການ . . . ຄົບຫາ [ທີ່ບໍ່ດີ] . . . ຈະກະທຳໃຫ້ທຳນຽມອັນດີກາຍເປັນຊົ່ວໄປດ້ວຍ.”—1 ໂກລິນໂທ 15:33

5, 6. ເຮົາບໍ່ຄວນຄົບຫາກັບຄົນແບບໃດ ແລະຍ້ອນຫຍັງ?

5 ເພື່ອຈະຮັກສາສາຍສຳພັນທີ່ດີກັບພະເຢໂຫວາ ເຮົາຈະບໍ່ຄົບຫາກັບຄົນທີ່ເຮັດສິ່ງບໍ່ດີ. ໃນນີ້ລວມເຖິງຄົນທີ່ເວົ້າວ່າເຂົາເຈົ້ານະມັດສະການພະເຢໂຫວາ ແຕ່ພັດເລືອກທີ່ຈະບໍ່ເຊື່ອຟັງພະອົງ. ຖ້າຄົນແບບນີ້ເຮັດຜິດຮ້າຍແຮງແລະບໍ່ກັບໃຈ ເຮົາຈະເຊົາຄົບຫາກັບເຂົາເຈົ້າທັນທີ.—ໂລມ 16:17, 18

6 ເປັນເລື່ອງປົກກະຕິທີ່ເຮົາຕ້ອງການໃຫ້ໝູ່ເພື່ອນພໍໃຈແລະຍອມຮັບເຮົາ. ແຕ່ຖ້າຄົບຫາກັບຄົນທີ່ບໍ່ເຊື່ອຟັງພະເຈົ້າ ເຮົາອາດຖືກລໍ້ໃຈໃຫ້ເຮັດໃນສິ່ງທີ່ເຂົາເຈົ້າເຮັດ. ຕົວຢ່າງເຊັ່ນ: ຖ້າຄົບຫາໃກ້ຊິດກັບຄົນທີ່ເຮັດຜິດສິນລະທຳທາງເພດ ເຮົາອາດກາຍເປັນຄືກັບເຂົາເຈົ້າ. ເລື່ອງແບບນີ້ເຄີຍເກີດຂຶ້ນກັບພີ່ນ້ອງຊາຍຍິງບາງຄົນ ແລະສຳລັບຄົນທີ່ບໍ່ກັບໃຈກໍຈະຖືກຕັດສຳພັນ. (1 ໂກລິນໂທ 5:11-13) ຖ້າເຂົາເຈົ້າບໍ່ກັບໃຈ ສະພາບການຂອງເຂົາເຈົ້າຈະເປັນຄືກັບທີ່ເປໂຕບອກໄວ້.—ອ່ານ 2 ເປໂຕ 2:20-22

7. ເຮົາຄວນເປັນໝູ່ສະໜິດກັບຄົນແບບໃດ?

7 ເຖິງວ່າເຮົາຢາກເຮັດດີກັບທຸກຄົນ ແຕ່ເຮົາບໍ່ຄວນຈະເປັນໝູ່ສະໜິດກັບຄົນທີ່ບໍ່ເຊື່ອຟັງພະເຈົ້າ. ເປັນເລື່ອງບໍ່ສະຫຼາດແທ້ໆທີ່ພະຍານພະເຢໂຫວາເຊິ່ງຍັງໂສດຈະເລືອກອາໄສຢູ່ກັບຄົນທີ່ບໍ່ນັບຖືແລະບໍ່ໃຊ້ຊີວິດຕາມມາດຕະຖານຂອງພະເຢໂຫວາ. ຄ້າຍຄືກັນ ເປັນສິ່ງຜິດທີ່ພະຍານພະເຢໂຫວາຄົນໜຶ່ງເປັນແຟນກັບຄົນທີ່ບໍ່ໄດ້ເປັນຜູ້ຮັບໃຊ້ທີ່ສັດຊື່ຂອງພະເຢໂຫວາເຊິ່ງຮັບບັບເຕມາແລ້ວ. ເປັນສິ່ງສຳຄັນທີ່ຈະໃຫ້ພະເຢໂຫວາຍອມຮັບເຮົາ ແທນທີ່ຈະໃຫ້ຄົນທີ່ບໍ່ຮັກພະອົງຍອມຮັບ. ເຮົາຄວນເປັນໝູ່ສະໜິດກັບຄົນທີ່ເຮັດຕາມຈຸດປະສົງຂອງພະເຈົ້າເທົ່ານັ້ນ. ພະເຍຊູເວົ້າວ່າ: “ທຸກຄົນທີ່ຈະກະທຳຕາມນໍ້າໃຈແຫ່ງພະເຈົ້າ ຜູ້ນັ້ນເປັນນ້ອງຊາຍແລະນ້ອງສາວແລະແມ່ຂອງເຮົາ.”—ມາລະໂກ 3:35

ເປັນສິ່ງສຳຄັນທີ່ຈະໃຫ້ພະເຢໂຫວາຍອມຮັບເຮົາ ແທນທີ່ຈະໃຫ້ຄົນທີ່ບໍ່ຮັກພະອົງຍອມຮັບ

8. ການຄົບຫາທີ່ບໍ່ດີມີຜົນກະທົບແນວໃດຕໍ່ຊາດອິດສະລາແອນບູຮານ?

8 ການຄົບຫາທີ່ບໍ່ດີກໍ່ຜົນເສຍຫາຍທີ່ຮ້າຍແຮງ. ເພື່ອເປັນຕົວຢ່າງ ຂໍໃຫ້ເບິ່ງສິ່ງທີ່ເກີດຂຶ້ນກັບຊາວອິດສະລາແອນ. ກ່ອນທີ່ເຂົາເຈົ້າຈະເຂົ້າໄປແຜ່ນດິນຕາມຄຳສັນຍາ ພະເຢໂຫວາໄດ້ເຕືອນເຂົາເຈົ້າກ່ຽວກັບຜູ້ຄົນທີ່ອາໄສຢູ່ທີ່ນັ້ນ. ພະອົງກ່າວວ່າ: “ຢ່າຂາບໄຫວ້ແກ່ພະທັງຫຼາຍຂອງເຂົາ ແລະຢ່າບົວລະບັດເຂົາ ແລະຢ່າກະທຳຕາມກິດຈະການຂອງເຂົາ ແຕ່ວ່າເຈົ້າຈົ່ງທຳລາຍເຂົາເສຍ ຮູບພະທັງຫຼາຍຂອງເຂົາ ເຈົ້າຈົ່ງຫັກເສຍໝົດ. ທ່ານທັງຫຼາຍຈົ່ງບົວລະບັດພະເຢໂຫວາພະເຈົ້າຂອງພວກທ່ານ.” (ອົບພະຍົບ 23:24, 25) ແຕ່ຊາວອິດສະລາແອນສ່ວນຫຼາຍບໍ່ເຊື່ອຟັງຄຳສັ່ງຂອງພະເຢໂຫວາແລະກາຍເປັນຄົນທີ່ບໍ່ສັດຊື່ຕໍ່ພະອົງ. (ຄຳເພງ 106:35-39) ຜົນເປັນແນວໃດ? ຕໍ່ມາພະເຢໂຫວາໄດ້ປະຕິເສດຊາດອິດສະລາແອນແລະໄດ້ເລືອກປະຊາຄົມຄລິດສະຕຽນໃຫ້ເປັນປະຊາຊົນຂອງພະອົງແທນ.—ມັດທາຍ 23:38; ກິດຈະການ 2:1-4

ລະວັງສິ່ງທີ່ອ່ານແລະເບິ່ງ

9. ເປັນຫຍັງສື່ຕ່າງໆຂອງໂລກນີ້ຈຶ່ງເປັນອັນຕະລາຍ?

9 ສື່ສ່ວນຫຼາຍຂອງໂລກນີ້ ເຊັ່ນ: ລາຍການໂທລະທັດ ເວັບໄຊ ແລະປຶ້ມເລື່ອງຕ່າງໆສາມາດທຳລາຍສາຍສຳພັນຂອງເຮົາກັບພະເຢໂຫວາໄດ້. ສື່ປະເພດນີ້ບໍ່ໄດ້ຖືກອອກແບບເພື່ອຊ່ວຍຄລິດສະຕຽນໃຫ້ມີຄວາມເຊື່ອໃນພະເຢໂຫວາແລະໃນຄຳສັນຍາຂອງພະອົງ. ແທນທີ່ຈະເປັນແນວນັ້ນ ສື່ເຫຼົ່ານີ້ສົ່ງເສີມໃຫ້ຜູ້ຄົນວາງໃຈໃນໂລກຊົ່ວຮ້າຍທີ່ຊາຕານປົກຄອງ. ດັ່ງນັ້ນ ເຮົາຈຳເປັນຕ້ອງລະວັງເປັນພິເສດທີ່ຈະບໍ່ເບິ່ງ ອ່ານ ແລະຟັງສິ່ງທີ່ເຮັດໃຫ້ເຮົາມີ “ຄວາມປາຖະໜາແບບໂລກ.”—ຕິໂຕ 2:12, ລ.ມ.

10. ຈະເກີດຫຍັງຂຶ້ນກັບສື່ຕ່າງໆຂອງໂລກນີ້?

10 ອີກບໍ່ດົນໂລກຊົ່ວທີ່ຊາຕານປົກຄອງແລະສື່ຕ່າງໆຂອງມັນທີ່ເປັນອັນຕະລາຍກໍຈະຖືກທຳລາຍ. ຄຳພີໄບເບິນກ່າວວ່າ: “ໂລກນີ້ກັບຄວາມຄຶດຢາກໄດ້ຂອງໂລກພວມໄປເສຍ ແຕ່ວ່າຜູ້ທີ່ກະທຳຕາມນໍ້າໃຈແຫ່ງພະເຈົ້າກໍຕັ້ງຢູ່ໄປເປັນນິດ.” (1 ໂຢຮັນ 2:17) ຄ້າຍຄືກັນ ຜູ້ຂຽນຄຳເພງກ່າວວ່າ: “ຄົນທັງຫຼາຍທີ່ເຮັດການຮ້າຍຈະຈິບຫາຍໄປ” ແລະລາວກ່າວອີກວ່າ: “ຄົນທັງຫຼາຍທີ່ມີໃຈອ່ອນຫວານຈະມີແຜ່ນດິນໄວ້ ແລະມີຄວາມສະໜຸກດ້ວຍຄວາມສຸກສຳລານອັນບໍລິບູນ.” ແຜ່ນດິນນັ້ນຈະຕັ້ງຢູ່ດົນສໍ່າໃດ? “ຄົນຊອບທຳທັງຫຼາຍຈະມີແຜ່ນດິນໄວ້ແລະເຂົາຈະຕັ້ງຢູ່ທີ່ນັ້ນສືບໆໄປເປັນນິດ.—ຄຳເພງ 37:9, 11, 29

11. ພະເຢໂຫວາຊ່ວຍເຮົາແນວໃດໃຫ້ຮັກສາຄວາມສັດຊື່ຕໍ່ພະອົງ?

11 ບໍ່ຄືກັບໂລກຊົ່ວທີ່ຊາຕານປົກຄອງ ອົງການຂອງພະເຢໂຫວາຊ່ວຍເຮົາໃຫ້ໃຊ້ຊີວິດໃນທາງທີ່ຈະນຳໄປສູ່ຊີວິດຕະຫຼອດໄປ. ພະເຍຊູອະທິດຖານເຖິງພະເຢໂຫວາວ່າ: “ອັນນີ້ເປັນຊີວິດອັນຕະຫຼອດໄປເປັນນິດ ຄືວ່າໃຫ້ເຂົາຮູ້ຈັກພະເຈົ້າອົງດຽວທ່ຽງແທ້ແລະພະເຍຊູຄລິດທີ່ພະເຈົ້າໄດ້ໃຊ້ມາ.” (ໂຢຮັນ 17:3) ໂດຍທາງອົງການຂອງພະເຢໂຫວາ ພະອົງຈັດໃຫ້ເຮົາມີທຸກສິ່ງທີ່ຈຳເປັນເພື່ອຈະຮູ້ຈັກພະອົງ. ຕົວຢ່າງເຊັ່ນ: ເຮົາມີຫຼາຍສິ່ງບໍ່ວ່າຈະເປັນວາລະສານ ຈຸນລະສານ ປຶ້ມ ວິດີໂອ ແລະເວັບໄຊທີ່ຈະຊ່ວຍເຮົາໃຫ້ຮັບໃຊ້ພະເຢໂຫວາຕໍ່ໆໄປ. ອົງການຂອງພະອົງຍັງຈັດໃຫ້ມີການປະຊຸມເປັນປະຈຳໃນຫຼາຍກວ່າ 110.000 ປະຊາຄົມຢູ່ທົ່ວໂລກ. ສິ່ງທີ່ເຮົາໄດ້ຮຽນຈາກຄຳພີໄບເບິນຢູ່ທີ່ການປະຊຸມເຫຼົ່ານັ້ນແລະການປະຊຸມໃຫຍ່ຈະຊ່ວຍເສີມສ້າງຄວາມເຊື່ອຂອງເຮົາໃນພະເຢໂຫວາແລະໃນຄຳສັນຍາຂອງພະອົງ.—ເຫບເລີ 10:24, 25

ແຕ່ງດອງກັບຄົນທີ່ເຊື່ອ “ໃນພະອົງເຈົ້າ” ເທົ່ານັ້ນ

12. ຂໍໃຫ້ອະທິບາຍຄຳສັ່ງໃນຄຳພີໄບເບິນທີ່ວ່າໃຫ້ແຕ່ງດອງກັບຄົນທີ່ເຊື່ອ “ໃນພະອົງເຈົ້າ” ເທົ່ານັ້ນ.

12 ຄລິດສະຕຽນທີ່ຕ້ອງການແຕ່ງດອງຈຳເປັນຕ້ອງລະວັງເປັນພິເສດກ່ຽວກັບຄົນທີ່ເຂົາເຈົ້າຄົບຫານຳ. ຄຳພີໄບເບິນເຕືອນເຮົາວ່າ “ຢ່າເຂົ້າທຽມແອກດ້ວຍກັນກັບຄົນທີ່ບໍ່ເຊື່ອ. ເຫດວ່າຄວາມຊອບທຳມີສ່ວນສິ່ງໃດກັນກັບການຊົ່ວຮ້າຍ? ຫຼືແຈ້ງຈະເຂົ້າສະໜິດກັນກັບມືດຢ່າງໃດໄດ້?” (2 ໂກລິນໂທ 6:14) ຄຳພີໄບເບິນບອກຜູ້ທີ່ຮັບໃຊ້ພະເຈົ້າວ່າ ໃຫ້ແຕ່ງດອງກັບຄົນທີ່ເຊື່ອ “ໃນພະອົງເຈົ້າ” ເທົ່ານັ້ນ ເຊິ່ງໝາຍຄວາມວ່າໃຫ້ແຕ່ງດອງກັບຜູ້ທີ່ໄດ້ອຸທິດຕົວ ຮັບບັບເຕມາ ແລະໃຊ້ຊີວິດຕາມມາດຕະຖານຂອງພະເຢໂຫວາ. (1 ໂກລິນໂທ 7:39) ເມື່ອເຈົ້າແຕ່ງດອງກັບຄົນແບບນັ້ນເຊິ່ງຮັກພະເຢໂຫວາ ເຈົ້າກໍຈະມີຄູ່ຊີວິດທີ່ຈະຊ່ວຍເຈົ້າໃຫ້ຮັກສາຄວາມຊື່ຕໍ່ພະອົງໄວ້ໄດ້.

ເມື່ອເຈົ້າແຕ່ງດອງກັບຄົນທີ່ຮັກພະເຢໂຫວາ ເຈົ້າກໍຈະມີຄູ່ຊີວິດທີ່ຈະຊ່ວຍເຈົ້າໃຫ້ຮັກສາຄວາມຊື່ຕໍ່ພະອົງໄວ້ໄດ້

13. ໃນເລື່ອງການແຕ່ງດອງ ພະເຢໂຫວາໃຫ້ຄຳແນະນຳອັນໃດແກ່ຊາວອິດສະລາແອນ?

13 ພະເຢໂຫວາຮູ້ສິ່ງທີ່ດີທີ່ສຸດສຳລັບເຮົາ. ພະອົງຈຶ່ງໄດ້ສັ່ງໃຫ້ແຕ່ງດອງກັບຄົນທີ່ເຊື່ອ “ໃນພະອົງເຈົ້າ” ເທົ່ານັ້ນ ແລະຄຳສັ່ງນີ້ກໍບໍ່ແມ່ນເລື່ອງໃໝ່. ເພື່ອເປັນຕົວຢ່າງ ຂໍໃຫ້ພິຈາລະນາສິ່ງທີ່ພະເຢໂຫວາບອກກັບຊາວອິດສະລາແອນກ່ຽວກັບຄົນທີ່ບໍ່ໄດ້ຮັບໃຊ້ພະອົງ. ໂດຍທາງໂມເຊ ພະອົງໄດ້ສັ່ງວ່າ: “ຢ່າຊູ່ທຳສັນຍາວິວາຫະກັບເຂົາ. ຢ່າຊູ່ຍົກລູກສາວຂອງເຈົ້າໃຫ້ລູກຊາຍຂອງເຂົາ ແລະຢ່າຊູ່ເອົາລູກສາວຂອງເຂົາໃຫ້ລູກຊາຍຂອງເຈົ້າສັກເທື່ອ. ເຫດວ່າເຂົາຈະໄດ້ໃຫ້ລູກຊາຍຂອງເຈົ້າເວັ້ນໜີຈາກເຮົາໄປບົວລະບັດຮູບພະຕ່າງໆ ແລະຄວາມຄຽດຂອງພະເຢໂຫວາຈະໄດ້ພຸ່ງຂຶ້ນຕໍ່ສູ້ພວກທ່ານແລະຈະທຳລາຍທ່ານທີດຽວ.”—ພະບັນຍັດ 7:3, 4

14, 15. ເກີດຫຍັງຂຶ້ນກັບຊາໂລໂມນເມື່ອລາວບໍ່ເຮັດຕາມຄຳສັ່ງຂອງພະເຢໂຫວາ?

14 ຫຼັງຈາກທີ່ຊາໂລໂມນເປັນກະສັດຂອງຊາດອິດສະລາແອນໄດ້ບໍ່ດົນ ລາວໄດ້ອະທິດຖານຂໍສະຕິປັນຍາຈາກພະເຢໂຫວາແລະພະອົງໄດ້ໃຫ້ຕາມທີ່ລາວຂໍ. ດັ່ງນັ້ນ ຊາໂລໂມນຈຶ່ງມີຊື່ສຽງວ່າເປັນຜູ້ປົກຄອງທີ່ມີສະຕິປັນຍາຂອງຊາດທີ່ປະສົບຜົນສຳເລັດ. ທີ່ຈິງ ລາຊີນີເມືອງເຊບາໄດ້ປະທັບໃຈຫຼາຍໃນສະຕິປັນຍາຂອງຊາໂລໂມນຈົນໄດ້ບອກລາວວ່າ: “ຄວາມປັນຍາກັບຊັບສົມບັດຂອງທ່ານກໍລື່ນຊື່ສຽງທີ່ຂ້ອຍໄດ້ຍິນ.” (1 ກະສັດ 10:7) ແຕ່ຕົວຢ່າງຂອງຊາໂລໂມນຍັງສອນເຮົາໃນສິ່ງທີ່ສາມາດເກີດຂຶ້ນໄດ້ ເມື່ອຄົນໃດຄົນໜຶ່ງບໍ່ເຮັດຕາມຄຳສັ່ງຂອງພະເຢໂຫວາແລະແຕ່ງດອງກັບຄົນທີ່ບໍ່ຮັບໃຊ້ພະອົງ.—ຜູ້ເທສະໜາປ່າວປະກາດ 4:13

15 ເຖິງວ່າພະເຢໂຫວາໄດ້ອວຍພອນໃຫ້ຊາໂລໂມນ ແຕ່ລາວກໍບໍ່ໄດ້ເຊື່ອຟັງຄຳສັ່ງທີ່ຈະແຈ້ງຂອງພະອົງ. ຊາໂລໂມນ ‘ຮັກຍິງຕ່າງຊາດຫຼາຍຄົນ’ ທີ່ບໍ່ໄດ້ຮັບໃຊ້ພະເຢໂຫວາ ແລະໃນທີ່ສຸດລາວມີເມຍ 700 ຄົນ ແລະນາງສະໜົມ 300 ຄົນ. ຜົນເປັນແນວໃດ? ເມື່ອຊາໂລໂມນເຖົ້າແລ້ວ ພວກເມຍ “ໄດ້ຊັກຊວນໃຈທ່ານໄປຫາຮູບພະຕ່າງໆ ແລະໃຈທ່ານກໍບໍ່ສັດຊື່ຕໍ່ພະເຢໂຫວາ.” (1 ກະສັດ 11:1-6) ການຄົບຫາທີ່ບໍ່ດີມີຜົນກະທົບຕໍ່ລາວ ແລະເຮັດໃຫ້ລາວບໍ່ໄດ້ຮັກສາຄວາມສັດຊື່ຕໍ່ພະເຢໂຫວາ. ຖ້າສິ່ງນີ້ເກີດຂຶ້ນກັບຊາໂລໂມນໄດ້ ນັ້ນກໍສາມາດເກີດຂຶ້ນກັບໃຜກໍໄດ້. ຍ້ອນແນວນັ້ນ ຢ່າຄິດທີ່ຈະແຕ່ງດອງກັບຄົນທີ່ບໍ່ຮັກພະເຢໂຫວາ!

16. ສຳລັບຄົນທີ່ມາເປັນຜູ້ນະມັດສະການພະເຢໂຫວາແລ້ວ ແຕ່ຄູ່ຂອງຕົນຍັງບໍ່ທັນເປັນເທື່ອ ຄຳພີໄບເບິນໃຫ້ຄຳແນະນຳແນວໃດ?

16 ຈະວ່າແນວໃດສຳລັບຄົນທີ່ມາເປັນຜູ້ນະມັດສະການພະເຢໂຫວາແລ້ວ ແຕ່ຄູ່ຂອງຕົນຍັງບໍ່ທັນເປັນເທື່ອ? ຄຳພີໄບເບິນກ່າວວ່າ: “ພວກທ່ານຜູ້ເປັນເມຍ ຈົ່ງຍອມອ່ອນນ້ອມຕໍ່ຜົວຂອງຕົນ ເພື່ອວ່າຖ້າຜົວຄົນໃດບໍ່ເຊື່ອພະຄຳຂອງພະເຈົ້າ ຄວາມປະພຶດຂອງເມຍກໍອາດຊະນະໃຈຜົວໃຫ້ເຊື່ອໄດ້. ພວກທ່ານບໍ່ຈຳເປັນເວົ້າຫຍັງຈັກຄຳ.” (1 ເປໂຕ 3:1, ທ.ປ.) ແນ່ນອນ ຂໍ້ນີ້ຍັງໃຊ້ໄດ້ກັບຄົນທີ່ເປັນຜົວເຊິ່ງມີເມຍທີ່ບໍ່ໄດ້ນະມັດສະການພະເຢໂຫວາ. ຄຳພີໄບເບິນບອກຢ່າງຈະແຈ້ງວ່າ: ໃຫ້ເປັນຜົວຫຼືເມຍທີ່ດີແລະນຳໃຊ້ມາດຕະຖານຂອງພະເຈົ້າໃນຊີວິດຄອບຄົວ. ດັ່ງນັ້ນ ເມື່ອຜົວຫຼືເມຍຂອງເຈົ້າສັງເກດເຫັນວ່າເຈົ້າປ່ຽນແປງໃນທາງທີ່ດີຂຶ້ນ ລາວອາດຕ້ອງການທີ່ຈະຮັບໃຊ້ພະເຢໂຫວາຄືກັນ. ເລື່ອງນີ້ໄດ້ເກີດຂຶ້ນກັບຫຼາຍຄູ່ແລ້ວ.

ຄົບຫາກັບຄົນທີ່ຮັບໃຊ້ພະເຢໂຫວາ

17, 18. ສິ່ງໃດຊ່ວຍໂນເອໃຫ້ລອດຊີວິດຈາກນໍ້າຖ້ວມໂລກ ແລະສິ່ງໃດຊ່ວຍຄລິດສະຕຽນໃນສະຕະວັດທຳອິດໃຫ້ລອດຊີວິດເມື່ອເມືອງເຢຣຶຊາເລມຖືກທຳລາຍ?

17 ການຄົບຫາທີ່ບໍ່ດີສາມາດເປັນອິດທິພົນທີ່ເຮັດໃຫ້ເຈົ້າບໍ່ເຊື່ອຟັງພະເຢໂຫວາ ແຕ່ການຄົບຫາທີ່ດີສາມາດຊ່ວຍເຈົ້າໃຫ້ສັດຕໍ່ພະອົງໄດ້. ໂນເອເປັນຕົວຢ່າງທີ່ດີສຳລັບເຮົາ. ລາວມີຊີວິດໃນສະໄໝທີ່ “ຄວາມຊົ່ວຮ້າຍຂອງມະນຸດ [ມີ ] . . . ມາກຫຼາຍເທິງແຜ່ນດິນໂລກ” ແລະ “ຄວາມຄຶດໃນໃຈມະນຸດເປັນຄວາມຊົ່ວຮ້າຍທຸກເວລາ.” (ຕົ້ນເດີມ 6:5) ໃນຕອນນັ້ນ ຜູ້ຄົນຊົ່ວຮ້າຍຫຼາຍຈົນພະເຢໂຫວາໄດ້ຕັດສິນໃຈທຳລາຍສັງຄົມມະນຸດທີ່ຊົ່ວຮ້າຍນັ້ນ. ແຕ່ໂນເອແຕກຕ່າງຈາກເຂົາເຈົ້າ ດັ່ງນັ້ນ ຄຳພີໄບເບິນຈຶ່ງເອີ້ນລາວວ່າເປັນ “ຄົນສັດຊື່” ທີ່ “ທຽວໄປນຳພະເຈົ້າ.”—ຕົ້ນເດີມ 6:7-9

18 ໂນເອຄົບຫາກັບຄົນທີ່ຮັກພະເຢໂຫວາເທົ່ານັ້ນ. ລາວແລະຄອບຄົວຫຍຸ້ງຢູ່ກັບການສ້າງເຮືອໃຫຍ່ ແລະໂນເອຍັງ “ເປັນຜູ້ປ່າວປະກາດຄວາມຊອບທຳ” ນຳອີກ. (2 ເປໂຕ 2:5) ນອກຈາກນັ້ນ ໂນເອ ເມຍ ລູກຊາຍທັງສາມຄົນແລະລູກໃພ້ຍັງມີການຄົບຫາທີ່ດີນຳກັນ. ເຂົາເຈົ້າຫຍຸ້ງຢູ່ກັບການເຮັດໃນສິ່ງທີ່ເຮັດໃຫ້ພະເຈົ້າພໍໃຈ ແລະຜົນກໍຄືເຂົາເຈົ້າລອດຊີວິດຈາກນໍ້າຖ້ວມໂລກ. ໃນທຸກມື້ນີ້ເຮົາທຸກຄົນສືບເຊື້ອສາຍມາຈາກເຂົາເຈົ້າ ດັ່ງນັ້ນ ເຮົາຄວນຂອບໃຈທີ່ໂນເອແລະຄອບຄົວໄດ້ເຊື່ອຟັງພະເຢໂຫວາແລະຫຼີກລ່ຽງການຄົບຫາທີ່ບໍ່ດີ. ຄ້າຍຄືກັນ ຄລິດສະຕຽນໃນສະຕະວັດທຳອິດກໍຄົບຫາກັບຄົນທີ່ຮັກພະເຢໂຫວາເທົ່ານັ້ນ. ເຂົາເຈົ້າເຊື່ອຟັງພະອົງແລະລອດຊີວິດເມື່ອເມືອງເຢຣຶຊາເລມຖືກທຳລາຍໃນປີ ຄ.ສ. 70.—ລືກາ 21:20-22

ການຄົບຫາກັບຄົນທີ່ຮັກພະເຢໂຫວາຊ່ວຍເຮົາໃຫ້ນຶກພາບອອກວ່າຊີວິດໃນໂລກໃໝ່ຈະເປັນແນວໃດ (ເບິ່ງຂໍ້ 19)

19. ສິ່ງໃດຈະຊ່ວຍເຮົາໃຫ້ຮັກສາຄວາມສັດຊື່ຕໍ່ພະເຢໂຫວາ?

19 ຄືກັບໂນເອແລະຄອບຄົວ ແລະຄລິດສະຕຽນໃນສະຕະວັດທຳອິດ ເຮົາຈະຄົບຫາກັບຄົນທີ່ຮັກພະເຢໂຫວາເທົ່ານັ້ນ. ເຮົາມີພີ່ນ້ອງຊາຍຍິງທີ່ສັດຊື່ຫຼາຍລ້ານຄົນເຊິ່ງເຮົາສາມາດເປັນໝູ່ນຳໄດ້. ເຂົາເຈົ້າຈະຊ່ວຍເຮົາໃຫ້ “ຢັ້ງຢືນໃນຄວາມເຊື່ອ” ໃນສະໄໝທີ່ຫຍຸ້ງຍາກນີ້. (1 ໂກລິນໂທ 16:13; ສຸພາສິດ 13:20) ລອງຄິດເບິ່ງວ່າຈະດີສໍ່າໃດທີ່ຈະລອດຊີວິດຈາກອະວະສານຂອງລະບົບຊົ່ວນີ້ ແລະມີຊີວິດໃນໂລກໃໝ່ຂອງພະເຢໂຫວາ! ເປັນເລື່ອງສຳຄັນແທ້ໆທີ່ຈະຫຼີກລ່ຽງການຄົບຫາທີ່ບໍ່ດີຕັ້ງແຕ່ຕອນນີ້!