ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ກຽມຕົວຕັ້ງແຕ່ຕອນນີ້ສຳລັບຊີວິດໃນໂລກໃໝ່

ກຽມຕົວຕັ້ງແຕ່ຕອນນີ້ສຳລັບຊີວິດໃນໂລກໃໝ່

“ຈົ່ງສັ່ງເຂົາໃຫ້ກະທຳການດີ . . . ເພື່ອຈະໄດ້ກຳເອົາ . . . ຊີວິດອັນແທ້ນັ້ນ.”—1 ຕີໂມເຕ 6:18, 19

ເພງ: 125, 40

1, 2. (ກ) ໃນໂລກໃໝ່ ເຈົ້າຄອຍຖ້າຫຍັງ? (ເບິ່ງຮູບທຳອິດ) (ຂ) ໃນໂລກໃໝ່ສິ່ງໃດຈະເຮັດໃຫ້ເຮົາມີຄວາມສຸກທີ່ສຸດ?

ເຮົາຕັ້ງໃຈຄອຍຖ້າແທ້ໆທີ່ຈະໄດ້ “ຊີວິດອັນຕະຫຼອດໄປ.” ອັກຄະສາວົກໂປໂລພັນລະນາຊີວິດນີ້ວ່າເປັນ “ຊີວິດອັນແທ້.” (ອ່ານ 1 ຕີໂມເຕ 6:12, 19) ສຳລັບພວກເຮົາເກືອບທຸກຄົນ ນີ້ໝາຍເຖິງການມີຊີວິດຕະຫຼອດໄປໃນໂລກໃໝ່. ເປັນເລື່ອງຍາກທີ່ຈະນຶກພາບວ່າເມື່ອຕື່ນຂຶ້ນມາທຸກໆເຊົ້າຈະຮູ້ສຶກວ່າແຂງແຮງ ມີຄວາມສຸກ ແລະມີຄວາມອີ່ມອົກອີ່ມໃຈ. (ເອຊາອີ 35:5, 6) ຂໍໃຫ້ຄິດເບິ່ງວ່າຈະດີສໍ່າໃດທີ່ໄດ້ໃຊ້ເວລາກັບຄອບຄົວ ໝູ່ຄູ່ ແລະລວມເຖິງຄົນທີ່ຟື້ນຄືນມາຈາກຕາຍ. (ໂຢຮັນ 5:28, 29; ກິດຈະການ 24:15) ເຈົ້າຈະມີເວລາຮຽນຮູ້ກ່ຽວກັບຄວາມສາມາດໃໝ່ໆແລະຈະເຮັດສິ່ງຕ່າງໆທີ່ເຈົ້າມັກໄດ້ດີຂຶ້ນ. ຕົວຢ່າງເຊັ່ນ: ເຈົ້າຈະຮຽນຮູ້ຫຼາຍຂຶ້ນກ່ຽວກັບເລື່ອງວິທະຍາສາດ ວິທີຫຼິ້ນເຄື່ອງດົນຕີຊະນິດຕ່າງໆ ຫຼືການອອກແບບເຮືອນຂອງຕົນເອງ.

2 ເຖິງວ່າເຮົາຄອຍຖ້າສິ່ງທີ່ດີທັງໝົດນີ້ ແຕ່ການນະມັດສະການພະເຢໂຫວາຈະເຮັດໃຫ້ເຮົາມີຄວາມສຸກທີ່ສຸດ. ໃຫ້ນຶກພາບເບິ່ງວ່າຊີວິດຈະເປັນແນວໃດເມື່ອທຸກຄົນເຮັດໃຫ້ຊື່ຂອງພະເຢໂຫວາບໍລິສຸດແລະຍອມໃຫ້ພະອົງເປັນຜູ້ປົກຄອງ. (ມັດທາຍ 6:9, 10) ເຮົາຈະຕື່ນເຕັ້ນແທ້ໆທີ່ເຫັນທຸກຄົນໃນໂລກເປັນຄົນສົມບູນແບບຄືກັບທີ່ພະເຈົ້າຕັ້ງໃຈໄວ້. ໃຫ້ຄິດເບິ່ງວ່າຈະງ່າຍແທ້ໆທີ່ເຮົາຈະມີສາຍສຳພັນທີ່ເລິກເຊິ່ງກັບພະເຢໂຫວາເມື່ອເຮົາຄ່ອຍໆກາຍເປັນຄົນສົມບູນແບບ!—ຄຳເພງ 73:28; ຢາໂກໂບ 4:8

3. ໃນຕອນນີ້ ເຮົາຄວນກຽມຕົວແນວໃດ?

3 ເຮົາໝັ້ນໃຈວ່າພະເຢໂຫວາຈະເຮັດສິ່ງທີ່ດີເລີດທັງໝົດນີ້ ເພາະ “ພະເຈົ້າ . . . ກະທຳສັບພະທຸກສິ່ງໄດ້.” (ມັດທາຍ 19:25, 26) ຖ້າເຮົາຕ້ອງການທີ່ຈະມີຊີວິດຕະຫຼອດໄປໃນໂລກໃໝ່ ຕອນນີ້ຈຶ່ງເປັນເວລາທີ່ຈະ “ກຳເອົາ” ຊີວິດຕະຫຼອດໄປໄວ້ໃຫ້ແໜ້ນ. ເຮົາຮູ້ວ່າອະວະສານຈະມາໃນໄວໆນີ້ ດັ່ງນັ້ນເຮົາຕ້ອງໃຊ້ຊີວິດໃນແນວທາງທີ່ສະແດງໃຫ້ເຫັນວ່າເຮົາຄາດໝາຍວ່າອະວະສານຈະມາໃນເວລາໃດກໍໄດ້. ໃນຕອນນີ້ ເຮົາຕ້ອງເຮັດສຸດຄວາມສາມາດເພື່ອກຽມຕົວສຳລັບຊີວິດໃນໂລກໃໝ່. ໃຫ້ເຮົາມາເບິ່ງວ່າຈະກຽມຕົວແນວໃດ.

ການກຽມຕົວສຳລັບຊີວິດໃນໂລກໃໝ່

4. ໃນຕອນນີ້ເຮົາຈະກຽມຕົວແນວໃດສຳລັບຊີວິດໃນໂລກໃໝ່? ຂໍໃຫ້ຍົກຕົວຢ່າງ.

4 ໃນຕອນນີ້ເຮົາຈະກຽມຕົວແນວໃດສຳລັບຊີວິດໃນໂລກໃໝ່? ຖ້າເຮົາວາງແຜນວ່າຈະຍ້າຍໄປຢູ່ປະເທດອື່ນ ເຮົາອາດຈະຕ້ອງເຮັດບາງສິ່ງເພື່ອກຽມຕົວສຳລັບການໃຊ້ຊີວິດໃນປະເທດນັ້ນ. ຕົວຢ່າງເຊັ່ນ: ເຮົາອາດຈະເລີ່ມຮຽນພາສາແລະປະເພນີຂອງຄົນທີ່ໃຊ້ຊີວິດໃນປະເທດນັ້ນ. ເຮົາອາດຈະລອງກິນອາຫານຂອງເຂົາເຈົ້າ. ຄ້າຍຄືກັນ ເຮົາສາມາດກຽມຕົວຕັ້ງແຕ່ຕອນນີ້ສຳລັບຊີວິດໃນໂລກໃໝ່ ໂດຍການເຮັດສິ່ງທີ່ເຮົາເຮັດໄດ້ເຊິ່ງຄືກັບວ່າເຮົາກຳລັງມີຊີວິດຢູ່ໃນໂລກໃໝ່ແລ້ວ. ໃຫ້ເຮົາພິຈາລະນາບາງວິທີທີ່ເຮົາສາມາດກຽມຕົວກ່ຽວກັບເລື່ອງນີ້.

5, 6. ການຮຽນຮູ້ທີ່ຈະເຊື່ອຟັງການຊີ້ນຳຈາກອົງການຂອງພະເຢໂຫວາຊ່ວຍເຮົາແນວໃດໃຫ້ກຽມຕົວສຳລັບຊີວິດໃນໂລກໃໝ່?

5 ໃນໂລກທຸກມື້ນີ້ ຊາຕານຕ້ອງການໃຫ້ຄົນເຮົາຄິດວ່າເຂົາເຈົ້າຈະເຮັດສິ່ງໃດກໍໄດ້ທີ່ຢາກເຮັດ. ຫຼາຍຄົນຮູ້ສຶກວ່າເປັນເລື່ອງສຳຄັນທີ່ເຂົາເຈົ້າຈະໃຊ້ຊີວິດແບບເອກະລາດແລະບໍ່ຕ້ອງເຊື່ອຟັງພະເຈົ້າ. ຜົນເປັນແນວໃດ? ຜົນກໍຄືມີຄວາມທຸກລຳບາກຫຼາຍແລະບໍ່ມີຄວາມສຸກ. (ເຢເຣມີ 10:23) ແຕ່ພະເຢໂຫວາເປັນຜູ້ປົກຄອງທີ່ມີຄວາມຮັກ. ໃນໂລກໃໝ່ຊີວິດຈະດີກວ່ານີ້ຫຼາຍແທ້ໆເມື່ອທຸກຄົນເຊື່ອຟັງພະອົງ!

6 ໃນໂລກໂໝ່ ເຮົາຈະມີຄວາມສຸກທີ່ໄດ້ເຮັດຕາມການຊີ້ນຳຈາກອົງການຂອງພະເຢໂຫວາເພື່ອເຮັດໃຫ້ໂລກນີ້ເປັນອຸທິຍານທີ່ສວຍງາມແລະຊ່ວຍສອນຄົນທີ່ຟື້ນຄືນມາຈາກຕາຍ. ພະອົງຈະມອບໝາຍວຽກຕ່າງໆໃຫ້ເຮົາເຮັດ. ຖ້າຜູ້ທີ່ນຳໜ້າເຮົາຂໍໃຫ້ເຮົາເຮັດບາງສິ່ງທີ່ເຮົາບໍ່ມັກເຮັດແທ້ໆ ເຮົາຈະເຊື່ອຟັງບໍ? ເຮົາຈະເຮັດສຸດຄວາມສາມາດເພື່ອໃຫ້ວຽກນັ້ນສຳເລັດແລະມີຄວາມມ່ວນຊື່ນໃນການເຮັດວຽກມອບໝາຍນັ້ນບໍ? ເພື່ອກຽມຕົວສຳລັບຊີວິດຕະຫຼອດໄປໃນໂລກໃໝ່ ເຮົາຕ້ອງເຊື່ອຟັງການຊີ້ນຳຈາກອົງການຂອງພະເຢໂຫວາຕັ້ງແຕ່ຕອນນີ້.

7, 8. (ກ) ເປັນຫຍັງເຮົາຄວນຮ່ວມມືກັບຜູ້ທີ່ນຳໜ້າເຮົາ? (ຂ) ຄລິດສະຕຽນບາງຄົນປະສົບກັບການປ່ຽນແປງຫຍັງແດ່? (ຄ) ໃນໂລກໃໝ່ ເຮົາສາມາດແນ່ໃຈໄດ້ໃນເລື່ອງໃດ?

7 ຖ້າເຮົາຕ້ອງການທີ່ຈະກຽມຕົວສຳລັບຊີວິດຕະຫຼອດໄປໃນໂລກໃໝ່ ເຮົາຕ້ອງຮຽນຮູ້ທີ່ຈະອີ່ມໃຈພໍໃຈແລະຮ່ວມມືກັບອົງການຂອງພະເຢໂຫວາແລະກັບຄົນອື່ນ. ຕົວຢ່າງເຊັ່ນ: ເມື່ອເຮົາໄດ້ຮັບວຽກມອບໝາຍໃໝ່ ເຮົາເຕັມໃຈຮ່ວມມືແລະເຮັດສຸດຄວາມສາມາດເພື່ອຈະມີຄວາມສຸກແລະຄວາມອີ່ມໃຈພໍໃຈກັບການມອບໝາຍນັ້ນ. ໃນຕອນນີ້ ຖ້າເຮົາຮຽນຮູ້ທີ່ຈະຮ່ວມມືກັບຜູ້ທີ່ນຳໜ້າ ເຮົາກໍຈະເຮັດແບບດຽວກັນນີ້ໃນໂລກໃໝ່. (ອ່ານ ເຫບເລີ 13:17) ເມື່ອຊາວອິດສະລາແອນເຂົ້າໄປໃນແຜ່ນດິນຕາມຄຳສັນຍາ ເຂົາເຈົ້າຖືກມອບໝາຍໃຫ້ຢູ່ໃນບ່ອນທີ່ຈັດສັນໄວ້. (ຈົດເຊັນບັນຊີ 26:52-56; ໂຢຊວຍ 14:1, 2) ເຮົາບໍ່ຮູ້ວ່າເຮົາແຕ່ລະຄົນຈະຖືກມອບໝາຍໃຫ້ຢູ່ໃສໃນໂລກໃໝ່ ແຕ່ຖ້າເຮົາຮຽນຮູ້ທີ່ຈະຮ່ວມມື ເຮົາກໍຈະມີຄວາມສຸກທີ່ໄດ້ເຮັດຕາມຈຸດປະສົງຂອງພະເຢໂຫວາບໍ່ວ່າເຮົາຈະຢູ່ໃສກໍຕາມ.

8 ລອງນຶກພາບເບິ່ງວ່າຈະເປັນກຽດຫຼາຍສໍ່າໃດທີ່ໄດ້ຮັບໃຊ້ພະເຢໂຫວາໃນໂລກໃໝ່ພາຍໃຕ້ການປົກຄອງຂອງລາຊະອານາຈັກ! ດ້ວຍເຫດນີ້ ເຮົາຈຶ່ງມີຄວາມສຸກທີ່ໄດ້ຮ່ວມມືກັບອົງການຂອງພະເຢໂຫວາຕັ້ງແຕ່ຕອນນີ້ ແລະເຮັດວຽກໃດກໍໄດ້ທີ່ພະອົງມອບໝາຍໃຫ້ເຮັດ. ຢ່າງໃດກໍຕາມ ບາງຄັ້ງວຽກມອບໝາຍຂອງເຮົາອາດມີການປ່ຽນແປງ. ຕົວຢ່າງເຊັ່ນ: ສະມາຊິກບາງຄົນໃນຄອບຄົວເບເທນຢູ່ປະເທດອາເມຣິກາໄດ້ຖືກມອບໝາຍໃຫ້ເຮັດວຽກປະກາດເປັນຫຼັກ. ເນື່ອງຈາກອາຍຸແລະສະພາບການອື່ນໆ ຜູ້ດູແລເດີນທາງບາງຄົນຈຶ່ງຖືກມອບໝາຍໃຫ້ເປັນໄພໂອເນຍພິເສດ. ເຂົາເຈົ້າມີຄວາມສຸກກັບວຽກມອບໝາຍໃໝ່ ແລະພະເຢໂຫວາກໍອວຍພອນເຂົາເຈົ້າ. ຖ້າເຮົາອະທິດຖານຂໍໃຫ້ພະເຢໂຫວາຊ່ວຍ ເຮັດທຸກຢ່າງຈົນສຸດຄວາມສາມາດໃນວຽກຮັບໃຊ້ ແລະຮຽນຮູ້ທີ່ຈະອີ່ມໃຈພໍໃຈກັບວຽກທີ່ໄດ້ຮັບມອບໝາຍ ເຮົາກໍຈະມີຄວາມສຸກແລະພະອົງກໍຈະອວຍພອນເຮົາ. (ອ່ານ ສຸພາສິດ 10:22) ຖ້າຢູ່ໃນໂລກໃໝ່ແລ້ວ ເຮົາອາດຈະມັກຢູ່ເຂດໜຶ່ງສະເພາະ ແຕ່ອົງການຂອງພະເຢໂຫວາຂໍໃຫ້ຍ້າຍໄປເຂດອື່ນ ເຮົາຈະຍ້າຍບໍ? ເມື່ອເຖິງເວລານັ້ນ ບໍ່ສຳຄັນວ່າເຮົາຢູ່ໃສຫຼືເຮັດຫຍັງ ແຕ່ແນ່ນອນວ່າເຮົາຈະຂອບໃຈທີ່ໄດ້ມີຊີວິດຢູ່ໃນໂລກໃໝ່.—ເນເຫມີ 8:10

9, 10. (ກ) ໃນໂລກໃໝ່ ເປັນຫຍັງເຮົາອາດຕ້ອງໄດ້ອົດທົນ? (ຂ) ໃນຕອນນີ້ ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາອົດທົນ?

9 ໃນໂລກໃໝ່ ບາງຄັ້ງເຮົາອາດຈຳເປັນຕ້ອງໄດ້ອົດທົນ. ຕົວຢ່າງເຊັ່ນ: ເຮົາອາດໄດ້ຍິນວ່າບາງຄົນຕື່ນເຕັ້ນດີໃຈຫຼາຍທີ່ຍາດພີ່ນ້ອງແລະໝູ່ເພື່ອນຂອງເຂົາເຈົ້າຟື້ນຄືນມາຈາກຕາຍແລ້ວ. ແຕ່ເຮົາອາດຈະຕ້ອງລໍຄອຍໃຫ້ຄົນທີ່ເຮົາຮັກຟື້ນຄືນມາຈາກຕາຍ. ຖ້າສິ່ງນັ້ນເກີດຂຶ້ນ ເຮົາຈະຍິນດີກັບຄົນອື່ນແລະອົດທົນບໍ? (ໂລມ 12:15) ຖ້າໃນຕອນນີ້ເຮົາຮຽນຮູ້ທີ່ຈະລໍຄອຍຢ່າງອົດທົນເພື່ອໃຫ້ພະເຢໂຫວາເຮັດໃຫ້ຄຳສັນຍາຕ່າງໆຂອງພະອົງສຳເລັດ ສິ່ງນີ້ກໍຈະຊ່ວຍເຮົາໃຫ້ອົດທົນໄດ້ໃນອະນາຄົດ.ຜູ້ເທສະໜາປ່າວປະກາດ 7:8

10 ເຮົາຍັງສາມາດກຽມຕົວສຳລັບຊີວິດໃນໂລກໃໝ່ໂດຍການອົດທົນເມື່ອມີການປັບປ່ຽນຄວາມເຂົ້າໃຈກ່ຽວກັບຄວາມຈິງໃນຄຳພີໄບເບິນ. ເຖິງວ່າບໍ່ເຂົ້າໃຈເລື່ອງໃໝ່ນີ້ຢ່າງເຕັມທີ ເຮົາຈະສຶກສາເລື່ອງນີ້ແລະມີຄວາມອົດທົນບໍ? ຖ້າເຮັດໄດ້ແນວນັ້ນ ໃນໂລກໃໝ່ເຮົາກໍຈະອົດທົນໄດ້ງ່າຍຂຶ້ນເມື່ອພະເຢໂຫວາໃຫ້ຄຳແນະນຳໃໝ່ໆແກ່ເຮົາ.—ສຸພາສິດ 4:18; ໂຢຮັນ 16:12

11. ເປັນຫຍັງເຮົາຄວນຮຽນຮູ້ທີ່ຈະໃຫ້ອະໄພຄົນອື່ນຕັ້ງແຕ່ຕອນນີ້ ແລະສິ່ງນັ້ນຈະຊ່ວຍເຮົາແນວໃດໃນໂລກໃໝ່?

11 ມີສິ່ງອື່ນອີກທີ່ເຮົາເຮັດໄດ້ເພື່ອກຽມຕົວສຳລັບຊີວິດໃນໂລກໃໝ່ ນັ້ນຄືການຮຽນຮູ້ທີ່ຈະໃຫ້ອະໄພກັນ. ໃນລະຫວ່າງທີ່ພະຄລິດປົກຄອງໜຶ່ງພັນປີ ຈະຕ້ອງໃຊ້ເວລາໄລຍະໜຶ່ງສຳລັບທຸກຄົນເພື່ອຈະຄ່ອຍໆກາຍເປັນຄົນສົມບູນແບບ. (ກິດຈະການ 24:15) ເຮົາຈະຮັກແລະໃຫ້ອະໄພກັນແລະກັນບໍ? ຖ້າເຮົາຮຽນຮູ້ທີ່ຈະໃຫ້ອະໄພຄົນອື່ນແລະມີສາຍສຳພັນທີ່ດີກັບເຂົາເຈົ້າຕັ້ງແຕ່ຕອນນີ້ ເຮົາກໍຈະໃຫ້ອະໄພຄົນອື່ນໄດ້ງ່າຍຂຶ້ນເມື່ອຢູ່ໃນໂລກໃໝ່.—ອ່ານ ໂກໂລດ 3:12-14

ໃນໂລກໃໝ່ ເຮົາຕ້ອງມີຄຸນລັກສະນະຕ່າງໆແບບດຽວກັບທີ່ພະເຢໂຫວາກຳລັງສອນເຮົາໃຫ້ສະແດງໃນຕອນນີ້

12. ເປັນຫຍັງເຮົາຄວນກຽມຕົວຕັ້ງແຕ່ຕອນນີ້ສຳລັບຊີວິດໃນໂລກໃໝ່?

12 ໃນໂລກໃໝ່ ເຮົາອາດຈະບໍ່ໄດ້ໃນສິ່ງທີ່ເຮົາຕ້ອງການສະເໝີໄປ ຫຼືເຮົາອາດຈະຕ້ອງລໍຖ້າສິ່ງນັ້ນ. ແຕ່ເຮົາຕ້ອງຂອບໃຈແລະອີ່ມໃຈພໍໃຈບໍ່ວ່າເຮົາຈະຢູ່ໃນສະພາບການແບບໃດກໍຕາມ. ທີ່ຈິງ ເຮົາຕ້ອງມີຄຸນລັກສະນະຕ່າງໆແບບດຽວກັບທີ່ພະເຢໂຫວາກຳລັງສອນເຮົາໃນຕອນນີ້. ດັ່ງນັ້ນ ໂດຍການຮຽນຮູ້ທີ່ຈະສະແດງຄຸນລັກສະນະເຫຼົ່ານັ້ນຕັ້ງແຕ່ຕອນນີ້ ເຮົາກໍສະແດງໃຫ້ເຫັນວ່າໂລກໃໝ່ມີແທ້ສຳລັບເຮົາແລະເຮົາກຳລັງກຽມຕົວສຳລັບຊີວິດຕະຫຼອດໄປ. (ເຫບເລີ 2:5; 11:1) ນອກຈາກນັ້ນ ເຮົາຍັງສະແດງໃຫ້ເຫັນວ່າເຮົາຕ້ອງການແທ້ໆທີ່ຈະມີຊີວິດໃນໂລກທີ່ທຸກຄົນເຊື່ອຟັງພະເຢໂຫວາ.

ຈົດຈໍ່ຢູ່ກັບການຮັບໃຊ້ພະເຢໂຫວາ

ໃຫ້ປະກາດຂ່າວດີຢ່າງກະຕືລືລົ້ນ

13. ໃນໂລກໃໝ່ ເຮົາຈະຈັດໃຫ້ສິ່ງໃດມາເປັນອັນດັບທຳອິດໃນຊີວິດຂອງເຮົາ?

13 ໃນໂລກໃໝ່ ເຮົາຈະມີທຸກສິ່ງທຸກຢ່າງທີ່ຈຳເປັນເພື່ອຈະມີຊີວິດທີ່ມີຄວາມສຸກ. ແຕ່ຄວາມສຸກທີ່ຍິ່ງໃຫຍ່ທີ່ສຸດຈະມາຈາກການມີສາຍສຳພັນທີ່ໃກ້ຊິດກັບພະເຢໂຫວາ. (ມັດທາຍ 5:3) ເຮົາຈະມີວຽກເຮັດຫຼາຍຢ່າງໃນການຮັບໃຊ້ພະເຢໂຫວາ ແລະເຮົາຈະມີຄວາມຍິນດີທີ່ໄດ້ຮັບໃຊ້ພະອົງ. (ຄຳເພງ 37:4) ດັ່ງນັ້ນ ເມື່ອເຮົາຈັດໃຫ້ພະເຢໂຫວາມາເປັນອັນດັບທຳອິດໃນຊີວິດຂອງເຮົາຕັ້ງແຕ່ຕອນນີ້ ເຮົາກໍກຳລັງກຽມຕົວສຳລັບຊີວິດໃນໂລກໃໝ່.—ອ່ານ ມັດທາຍ 6:19-21

14. ຜູ້ທີ່ຍັງໜຸ່ມສາມາດຕັ້ງເປົ້າໝາຍອັນໃດໃນການຮັບໃຊ້ພະເຢໂຫວາ?

14 ໃນການຮັບໃຊ້ພະເຢໂຫວາ ເຮົາຈະມີຄວາມຍິນດີຫຼາຍຂຶ້ນໄດ້ແນວໃດ? ວິທີໜຶ່ງກໍໂດຍການຕັ້ງເປົ້າໝາຍ. ຖ້າເຈົ້າຍັງໜຸ່ມ ໃຫ້ຄິດຢ່າງຈິງຈັງໃນການໃຊ້ຊີວິດເພື່ອຮັບໃຊ້ພະເຢໂຫວາ. ໃຫ້ລອງຄົ້ນຄວ້າເບິ່ງໃນໜັງສືຂອງເຮົາກ່ຽວກັບການຮັບໃຊ້ເຕັມເວລາປະເພດຕ່າງໆ. ເຈົ້າສາມາດຕັ້ງເປົ້າໝາຍທີ່ຈະຮັບໃຊ້ໃນແບບໃດແບບໜຶ່ງກໍໄດ້. * ໃຫ້ລົມກັບພີ່ນ້ອງທີ່ຮັບໃຊ້ພະເຢໂຫວາເຕັມເວລາມາຫຼາຍປີແລ້ວ. ຖ້າເຈົ້າໃຊ້ຊີວິດເພື່ອຮັບໃຊ້ພະເຢໂຫວາ ເຈົ້າຈະໄດ້ຮັບການຝຶກຝົນທີ່ມີຄ່າຫຼາຍ. ປະສົບການນີ້ຈະຊ່ວຍເຈົ້າໃຫ້ຮັບໃຊ້ພະເຢໂຫວາໃນໂລກໃໝ່.

ໃຫ້ຕັ້ງເປົ້າໝາຍໃນການຮັບໃຊ້ພະເຢໂຫວາ

15. ເຮົາສາມາດຕັ້ງເປົ້າໝາຍອັນໃດອີກໃນການຮັບໃຊ້ພະເຢໂຫວາ?

15 ເຮົາສາມາດຕັ້ງເປົ້າໝາຍຫຼາຍຢ່າງໃນການຮັບໃຊ້ພະເຢໂຫວາ ເຊັ່ນ: ຮຽນຮູ້ວິທີໃໝ່ໆໃນການປະກາດ ພະຍາຍາມເຂົ້າໃຈຫຼັກການຕ່າງໆໃນຄຳພີໄບເບິນໃຫ້ຫຼາຍຂຶ້ນແລະຮຽນຮູ້ທີ່ຈະເອົາໄປໃຊ້ໃນຊີວິດ. ເຮົາອາດພະຍາຍາມພັດທະນາການອ່ານແລະການເວົ້າຕໍ່ໜ້າຄົນອື່ນ ຫຼືການອອກຄວາມຄິດເຫັນຢູ່ການປະຊຸມ. ຈຸດສຳຄັນກໍຄື ການຕັ້ງເປົ້າໝາຍໃນການຮັບໃຊ້ພະເຢໂຫວາຈະຊ່ວຍເຈົ້າໃຫ້ກະຕືລືລົ້ນແລະກຽມຕົວສຳລັບຊີວິດໃນໂລກໃໝ່.

ແນວທາງການໃຊ້ຊີວິດທີ່ດີທີ່ສຸດໃນຕອນນີ້

ໃຫ້ຂອບໃຈພະເຢໂຫວາສຳລັບທຸກສິ່ງທີ່ພະອົງໄດ້ໃຫ້ເຮົາ

16. ເປັນຫຍັງການຮັບໃຊ້ພະເຢໂຫວາຈຶ່ງເປັນແນວທາງການໃຊ້ຊີວິດທີ່ດີສຸດ?

16 ເມື່ອເຮົາໃຊ້ເວລາເພື່ອກຽມຕົວສຳລັບຊີວິດໃນໂລກໃໝ່ ຕອນນີ້ເຮົາກຳລັງຂາດບາງສິ່ງທີ່ດີກວ່າໃນຊີວິດບໍ? ບໍ່ຂາດຫຍັງເລີຍ! ເພາະການຮັບໃຊ້ພະເຢໂຫວາເປັນແນວທາງການໃຊ້ຊີວິດທີ່ດີທີ່ສຸດ. ເຮົາບໍ່ໄດ້ຮັບໃຊ້ພະອົງຍ້ອນຖືກຄົນອື່ນບັງຄັບຫຼືພຽງແຕ່ຢາກລອດຜ່ານຄວາມທຸກລຳບາກຄັ້ງໃຫຍ່. ເມື່ອມີສາຍສຳພັນທີ່ດີກັບພະເຢໂຫວາ ເຮົາກໍຈະມີຊີວິດທີ່ດີກວ່າເກົ່າແລະມີຄວາມສຸກຫຼາຍຂຶ້ນ ເພາະພະເຢໂຫວາສ້າງເຮົາໃຫ້ມີຊີວິດແບບນັ້ນ. ການໄດ້ຮັບຄວາມຮັກແລະການຊີ້ນຳຈາກພະອົງໃນເລື່ອງຊີວິດເປັນສິ່ງທີ່ດີທີ່ສຸດ. (ອ່ານ ຄຳເພງ 63:1-3) ການຮັບໃຊ້ພະເຢໂຫວາດ້ວຍສຸດຫົວໃຈເຮັດໃຫ້ເຮົາທຸກຄົນມີຄວາມຍິນດີ. ບາງຄົນທີ່ຮັບໃຊ້ພະອົງມາຫຼາຍປີສາມາດເວົ້າໄດ້ແທ້ໆວ່າ ນີ້ເປັນແນວທາງການໃຊ້ຊີວິດທີ່ດີທີ່ສຸດ.—ຄຳເພງ 1:1-3; ເອຊາອີ 58:13, 14

ໃຫ້ຊອກຫາການຊີ້ນຳຈາກຄຳພີໄບເບິນ

17. ໃນໂລກໃໝ່ ການພັກຜ່ອນຢ່ອນໃຈແລະໄດ້ເຮັດສິ່ງທີ່ເຮົາມັກຈະສຳຄັນພຽງໃດ?

17 ໃນໂລກໃໝ່ ເຮົາຈະມີຄວາມສຸກທີ່ໄດ້ໃຊ້ເວລາເພື່ອພັກຜ່ອນຢ່ອນໃຈແລະໄດ້ເຮັດໃນສິ່ງທີ່ເຮົາມັກ. ຢ່າງໃດກໍຕາມ ພະເຢໂຫວາສ້າງເຮົາໃຫ້ມີຄວາມປາຖະໜາທີ່ຈະມ່ວນຊື່ນເມື່ອໄດ້ເຮັດໃນສິ່ງທີ່ເຮົາມັກ ແລະພະອົງສັນຍາວ່າຈະ “ໃຫ້ສິ່ງທັງປວງທີ່ມີຊີວິດຢູ່ກິນອີ່ມບໍລິບູນ.” (ຄຳເພງ 145:16; ຜູ້ເທສະໜາປ່າວປະກາດ 2:24) ເຮົາຕ້ອງການມີຄວາມມ່ວນຊື່ນແລະການພັກຜ່ອນ. ແຕ່ເຮົາຈະມີຄວາມສຸກກັບສິ່ງເຫຼົ່ານັ້ນຫຼາຍຕື່ມອີກເມື່ອຈັດໃຫ້ສາຍສຳພັນຂອງເຮົາກັບພະເຢໂຫວາມາເປັນອັນດັບທຳອິດ ແລະໃນໂລກໃໝ່ເຮົາກໍຈະເຮັດເຊັ່ນນັ້ນຄືກັນ. ດັ່ງນັ້ນຈຶ່ງເປັນເລື່ອງສະຫຼາດສຸຂຸມທີ່ຈະ “ຊອກຫາແຜ່ນດິນ [ລາຊະອານາຈັກ] . . . ແຫ່ງພະອົງກ່ອນ” ຕໍ່ໆໄປ ແລະຈົດຈໍ່ໃນພະພອນຕ່າງໆທີ່ເຮົາຈະໄດ້ຮັບຈາກການຮັບໃຊ້ພະເຢໂຫວາ.—ມັດທາຍ 6:33

ເມື່ອມີສາຍສຳພັນທີ່ດີກັບພະເຢໂຫວາ ເຮົາກໍຈະມີຊີວິດທີ່ດີກວ່າເກົ່າແລະມີຄວາມສຸກຫຼາຍຂຶ້ນ

18. ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາກຳລັງກຽມຕົວສຳລັບຊີວິດຕະຫຼອດໄປໃນໂລກໃໝ່?

18 ໃນໂລກໃໝ່ ຊີວິດຈະດີກວ່າທີ່ເຮົາໄດ້ນຶກພາບເອົາໄວ້. ຂໍໃຫ້ເຮົາສະແດງໃຫ້ເຫັນວ່າເຮົາຕ້ອງການຫຼາຍແທ້ໆທີ່ຈະຢູ່ທີ່ນັ້ນ ໂດຍກຽມຕົວຕັ້ງແຕ່ຕອນນີ້ສຳລັບ “ຊີວິດອັນແທ້.” ຂໍໃຫ້ເຮົາພັດທະນາຄຸນລັກສະນະຕ່າງໆທີ່ພະເຢໂຫວາສອນເຮົາ ແລະຂໍໃຫ້ເຮົາປະກາດຂ່າວດີຢ່າງກະຕືລືລົ້ນ. ຂໍໃຫ້ເຮົາມີຄວາມຍິນດີທີ່ໄດ້ຈັດໃຫ້ການນະມັດສະການພະເຢໂຫວາມາເປັນອັນດັບທຳອິດໃນຊີວິດ. ເຮົາມີຄວາມໝັ້ນໃຈຢ່າງເຕັມທີວ່າ ໃນໂລກໃໝ່ພະເຢໂຫວາຈະເຮັດທຸກສິ່ງຕາມທີ່ໄດ້ສັນຍາໄວ້. ດັ່ງນັ້ນ ຂໍໃຫ້ເຮົາໃຊ້ຊີວິດໃນຕອນນີ້ຄືກັບວ່າເຮົາກຳລັງຢູ່ໃນໂລກໃໝ່ແລ້ວ!

^ ຂໍ້ 14 ຂໍໃຫ້ເບິ່ງປຶ້ມຄຳຖາມທີ່ໜຸ່ມສາວຖາມ ຄຳຕອບທີ່ໄດ້ຜົນ ເຫຼັ້ມ 2 ໜ້າ 311-318