ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄິດຕຶກຕອງເຖິງຄວາມຮັກທີ່ໝັ້ນຄົງຂອງພະເຢໂຫວາ

ຄິດຕຶກຕອງເຖິງຄວາມຮັກທີ່ໝັ້ນຄົງຂອງພະເຢໂຫວາ

“ຂ້ານ້ອຍຈະຄຶດເຖິງການທັງສິ້ນຂອງພະອົງ.”—ຄຳເພງ 77:12

ເພງ: 18, 61

1, 2. (ກ) ເປັນຫຍັງເຈົ້າຈຶ່ງໝັ້ນໃຈວ່າພະເຢໂຫວາຮັກປະຊາຊົນຂອງພະອົງ? (ຂ) ມະນຸດຖືກສ້າງໃຫ້ມີຄວາມຕ້ອງການໃນສິ່ງໃດ?

ເປັນຫຍັງເຈົ້າຈຶ່ງໝັ້ນໃຈວ່າພະເຢໂຫວາຮັກປະຊາຊົນຂອງພະອົງ? ກ່ອນຈະຕອບຄຳຖາມນັ້ນ ຂໍໃຫ້ພິຈາລະນາຕົວຢ່າງຕໍ່ໄປນີ້: ເປັນເວລາຫຼາຍປິທີ່ພີ່ນ້ອງຊາຍຍິງໄດ້ໜູນກຳລັງໃຈພີ່ນ້ອງຍິງຄົນໜຶ່ງຊື່ເທລິນ. ເຂົາເຈົ້າບອກລາວວ່າບໍ່ຄວນຄາດໝາຍຈາກຕົວເອງຫຼາຍເກີນໄປ. ເທລິນບອກວ່າ: “ຖ້າພະເຢໂຫວາບໍ່ຮັກຂ້ອຍ ພະອົງຄົງຈະບໍ່ໃຫ້ຄຳແນະນຳສຳລັບຂ້ອຍສະເໝີ.” ບຣິຈິດລ້ຽງລູກສອງຄົນຕາມລຳພັງຕັ້ງແຕ່ຜົວຕາຍ ລາວເວົ້າວ່າ: “ການລ້ຽງລູກໃນລະບົບທີ່ຊາຕານປົກຄອງເປັນຂໍ້ທ້າທາຍຢ່າງໜຶ່ງທີ່ຍາກທີ່ສຸດ ໂດຍສະເພາະສຳລັບພໍ່ຫຼືແມ່ທີ່ຂາດຄູ່. ແຕ່ຂ້ອຍໝັ້ນໃຈວ່າພະເຢໂຫວາຮັກຂ້ອຍ ເພາະພະອົງໄດ້ຊີ້ນຳຂ້ອຍໃຫ້ຜ່ານພົ້ນຄວາມທຸກລະທົມແລະຄວາມເຈັບປວດໃຈ ແລະພະອົງບໍ່ເຄີຍປ່ອຍໃຫ້ຂ້ອຍປະສົບກັບບັນຫາເກີນກວ່າຈະທົນໄດ້.” (1 ໂກລິນໂທ 10:13) ແຊນດຣາເຈັບປ່ວຍຮ້າຍແຮງເຊິ່ງບໍ່ສາມາດປິ່ນປົວໄດ້. ເມື່ອຢູ່ການປະຊຸມພາກມີພີ່ນ້ອງຍິງຄົນໜຶ່ງສະແດງຄວາມສົນໃຈຕໍ່ແຊນດຣາເປັນສ່ວນຕົວ. ຜົວຂອງແຊນດຣາເວົ້າວ່າ: “ເຖິງເຮົາບໍ່ຮູ້ຈັກກັບລາວເປັນສ່ວນຕົວ ແຕ່ຄວາມຫ່ວງໃຍທີ່ແທ້ຈິງຂອງລາວເຮັດໃຫ້ໃຈຂອງພວກເຮົາມີຄວາມຍິນດີຫຼາຍ. ແມ່ນແຕ່ການສະແດງຄວາມຮັກແບບເລັກໆນ້ອຍໆຈາກພີ່ນ້ອງຊາຍຍິງກໍເຮັດໃຫ້ຂ້ອຍເຫັນວ່າພະເຢໂຫວາຮັກພວກເຮົາຫຼາຍສໍ່າໃດ.”

2 ພະເຢໂຫວາສ້າງມະນຸດໃຫ້ຕ້ອງການຄວາມຮັກແລະໃຫ້ຮູ້ສຶກທີ່ຈະຮັກຄົນອື່ນ. ຢ່າງໃດກໍຕາມ ເປັນເລື່ອງງ່າຍທີ່ເຮົາຈະຮູ້ສຶກທໍ້ໃຈເນື່ອງຈາກຄວາມເຈັບປ່ວຍ ບັນຫາທາງການເງິນ ຫຼືຍ້ອນວຽກປະກາດຂອງເຮົາຍັງບໍ່ເກີດດອກອອກຜົນ. ຖ້າເລີ່ມຮູ້ສຶກວ່າພະເຢໂຫວາບໍ່ຮັກເຮົາ ເຮົາຄວນຈື່ໄວ້ວ່າພະອົງຖືວ່າເຮົາມີຄ່າແລະພະອົງຢູ່ນຳເຮົາ ພະອົງຈັບມືຂວາຂອງເຮົາໄວ້ແລະພ້ອມຈະຊ່ວຍເຫຼືອເຮົາ. ພະອົງບໍ່ເຄີຍລືມເຮົາຖ້າເຮົາສັດຊື່ຕໍ່ພະອົງ.—ເອຊາອີ 41:13; 49:15

3. ມີຫຍັງແດ່ຈະຊ່ວຍເຮົາໃຫ້ໝັ້ນໃຈຫຼາຍຂຶ້ນວ່າພະເຢໂຫວາມີຄວາມຮັກທີ່ໝັ້ນຄົງຕໍ່ເຮົາ?

3 ພະຍານພະເຢໂຫວາທີ່ມີການກ່າວເຖິງໃນຕອນຕົ້ນຂອງບົດຄວາມນີ້ ໝັ້ນໃຈວ່າພະເຢໂຫວາຢູ່ກັບເຂົາເຈົ້າໃນລະຫວ່າງທີ່ປະສົບຄວາມຫຍຸ້ງຍາກໃນຊີວິດ. ເຮົາເອງກໍສາມາດໝັ້ນໃຈໄດ້ຄືກັນວ່າພະອົງຢູ່ຄຽງຂ້າງເຮົາ. (ຄຳເພງ 118:6, 7) ໃນບົດຄວາມນີ້ ເຮົາຈະພິຈາລະນາຂອງຂວັນສີ່ຢ່າງທີ່ພິສູດວ່າພະເຢໂຫວາຮັກເຮົາ ນັ້ນຄື (1) ສິ່ງຕ່າງໆທີ່ພະອົງສ້າງ (2) ຄຳພີໄບເບິນ (3) ການອະທິດຖານ ແລະ (4) ຄ່າໄຖ່. ການຄິດຕຶກຕອງເຖິງສິ່ງດີໆທີ່ພະເຢໂຫວາໄດ້ເຮັດສາມາດຊ່ວຍເຮົາໃຫ້ຮູ້ຄຸນຄ່າຫຼາຍຂຶ້ນໃນຄວາມຮັກທີ່ໝັ້ນຄົງຂອງພະອົງ.—ອ່ານ ຄຳເພງ 77:11, 12

ຄິດຕຶກຕອງເຖິງສິ່ງທີ່ພະເຢໂຫວາສ້າງ

4. ເຮົາຮຽນຮູ້ຫຍັງຈາກສິ່ງທີ່ພະເຢໂຫວາສ້າງ?

4 ເມື່ອເບິ່ງສິ່ງທີ່ພະເຢໂຫວາສ້າງ ເຮົາຮຽນຮູ້ວ່າພະເຢໂຫວາຮັກເຮົາຫຼາຍແທ້ໆ. (ໂລມ 1:20) ຕົວຢ່າງເຊັ່ນ: ພະເຢໂຫວາອອກແບບໜ່ວຍໂລກບໍ່ພຽງແຕ່ໃຫ້ເຮົາມີຊີວິດຢູ່ໄດ້ ແຕ່ພະອົງຍັງຈັດໃຫ້ມີທຸກສິ່ງທີ່ຈຳເປັນເພື່ອເຮົາຈະມີຄວາມສຸກໃນຊີວິດ. ເຮົາຕ້ອງກິນອາຫານເພື່ອຈະມີຊີວິດຢູ່ໄດ້ ແລະພະເຢໂຫວາຍັງຈັດໃຫ້ມີອາຫານທີ່ຫຼາກຫຼາຍເພື່ອເຮົາຈະມີຄວາມສຸກໃນການກິນ! (ຜູ້ເທສະໜາປ່າວປະກາດ 9:7) ພີ່ນ້ອງຍິງຊື່ຄັດທີຣິນມີຄວາມສຸກທີ່ໄດ້ເຫັນສິ່ງທີ່ພະເຢໂຫວາສ້າງ ໂດຍສະເພາະໃນລະດູໃບໄມ້ປົ່ງຢູ່ປະເທດການາດາ. ລາວເວົ້າວ່າ: “ທຸກໆສິ່ງທີ່ເກີດຂຶ້ນເປັນຕາໜ້າອັດສະຈັນໃຈແທ້ໆ ເຊັ່ນ: ດອກໄມ້ຖືກອອກແບບມາໃຫ້ປົ່ງຂຶ້ນຈາກໜ້າດິນ ແລະນົກຕ່າງໆສາມາດເດີນທາງກັບຄືນມາຈາກການຍ້າຍຖິ່ນຖານ ໃນນີ້ຍັງມີນົກກະຈິບເຜີ້ງສົບຍາວໂຕນ້ອຍໆທີ່ຮູ້ຈັກທາງມາຫາປ່ອງຢ້ຽມເຮືອນຄົວຂອງຂ້ອຍເພື່ອມາຫາຄົນທີ່ເກືອມັນ. ພະເຢໂຫວາຕ້ອງຮັກເຮົາຫຼາຍແທ້ໆຈຶ່ງເຮັດໃຫ້ເຮົາມີຄວາມຍິນດີຫຼາຍສໍ່ານີ້.” ພະເຢໂຫວາຮັກສິ່ງທີ່ພະອົງສ້າງ ແລະພະອົງກໍຢາກໃຫ້ເຮົາມີຄວາມສຸກກັບສິ່ງເຫຼົ່ານັ້ນເຊັ່ນກັນ.—ກິດຈະການ 14:16, 17

ເມື່ອເບິ່ງສິ່ງທີ່ພະເຢໂຫວາສ້າງ ເຮົາຮຽນຮູ້ວ່າພະເຢໂຫວາຮັກເຮົາຫຼາຍແທ້ໆ

5. ເຮົາເຫັນຄວາມຮັກຂອງພະເຢໂຫວາໄດ້ແນວໃດຈາກວິທີທີ່ພະອົງສ້າງມະນຸດ?

5 ພະເຢໂຫວາສ້າງເຮົາໃຫ້ມີຄວາມສາມາດທີ່ຈະເຮັດວຽກທີ່ມີຄວາມໝາຍແລະໃຫ້ເຮັດວຽກນັ້ນຢ່າງມີຄວາມສຸກ. (ຜູ້ເທສະໜາປ່າວປະກາດ 2:24) ພະອົງມອບໝາຍໃຫ້ມະນຸດອອກແມ່ແພ່ລູກໃຫ້ເຕັມໂລກນີ້ ໃຫ້ປັບປຸງແຜ່ນດິນໂລກ ເບິ່ງແຍງຝູງປາ ຝູງນົກ ແລະສິ່ງອື່ນໆທີ່ມີຊີວິດຢູ່ໃນໂລກນີ້. (ຕົ້ນເດີມ 1:26-28) ນອກຈາກນັ້ນ ພະເຢໂຫວາຍັງສ້າງເຮົາໃຫ້ມີຄຸນລັກສະນະທີ່ດີງາມເພື່ອເຮົາຈະສາມາດຮຽນແບບພະອົງໄດ້!—ເອເຟດ 5:1

ຄຳພີໄບເບິນເປັນສິ່ງທີ່ມີຄ່າ

6. ເປັນຫຍັງເຮົາຄວນສະແດງຄວາມຮູ້ຄຸນຄ່າຢ່າງແທ້ຈິງຕໍ່ຄຳພີໄບເບິນ?

6 ຍ້ອນພະເຢໂຫວາຮັກເຮົາຫຼາຍຈຶ່ງໄດ້ຈັດໃຫ້ມີຄຳພີໄບເບິນສຳລັບເຮົາ. ຄຳພີໄບເບິນບອກເຖິງສິ່ງທີ່ເຮົາຕ້ອງຮູ້ກ່ຽວກັບພະອົງ ແລະບອກໃຫ້ຮູ້ວ່າພະອົງຮູ້ສຶກແນວໃດຕໍ່ມະນຸດ. ຕົວຢ່າງເຊັ່ນ: ຄຳພີໄບເບິນບອກໃຫ້ເຮົາຮູ້ວ່າພະເຢໂຫວາຮູ້ສຶກແນວໃດຕໍ່ຊາວອິດສະລາແອນທີ່ຫຼາຍຄັ້ງບໍ່ເຊື່ອຟັງພະອົງ. ຄຳເພງ 78:38 ບອກວ່າ: “ພະອົງຜູ້ອີ່ດູໄດ້ໂຜດຍົກຄວາມອະທຳແລະບໍ່ທຳລາຍເຂົາ. ແຕ່ວ່າພະອົງໄດ້ເວັ້ນຈາກຄວາມຄຽດຫຼາຍເທື່ອ ແລະບໍ່ໃຫ້ຄວາມຄຽດອັນເຜົາຮ້ອນຂອງພະອົງລຸກຂຶ້ນທັງສິ້ນ.” ການຄິດຕຶກຕອງໃນຂໍ້ນີ້ອາດຊ່ວຍເຈົ້າໃຫ້ເຫັນວ່າພະເຢໂຫວາຮັກແລະຫ່ວງໃຍເຈົ້າຫຼາຍສໍ່າໃດ. ເຮົາສາມາດໝັ້ນໃຈໄດ້ວ່າພະເຢໂຫວາຫ່ວງໃຍເຮົາຢ່າງແທ້ຈິງ.—ອ່ານ 1 ເປໂຕ 5:6, 7

ຄຳພີໄບເບິນບອກເຖິງສິ່ງທີ່ເຮົາຕ້ອງຮູ້ກ່ຽວກັບພະເຈົ້າ ແລະບອກໃຫ້ຮູ້ວ່າພະອົງຮູ້ສຶກແນວໃດຕໍ່ມະນຸດ

7. ເປັນຫຍັງຄຳພີໄບເບິນຈຶ່ງເປັນສິ່ງທີ່ມີຄ່າສຳລັບເຮົາ?

7 ເຮົາຕ້ອງຖືວ່າຄຳພີໄບເບິນມີຄ່າຫຼາຍສຳລັບເຮົາ. ຍ້ອນຫຍັງ? ຍ້ອນວ່າພະເຢໂຫວາເວົ້າກັບເຮົາໂດຍທາງຄຳພີໄບເບິນ. ເມື່ອພໍ່ແມ່ແລະລູກເປີດໃຈເວົ້າລົມກັນ ເຂົາເຈົ້າກໍຈະຮັກແລະໄວ້ໃຈກັນແລະກັນຫຼາຍຂຶ້ນ. ພະເຢໂຫວາເປັນພໍ່ທີ່ຮັກເຮົາ ແລະເຖິງວ່າເຮົາບໍ່ເຄີຍເຫັນຫຼືໄດ້ຍິນສຽງຂອງພະອົງ ແຕ່ພະອົງກໍເວົ້າກັບເຮົາໂດຍທາງຄຳພີໄບເບິນ. ດັ່ງນັ້ນ ເຮົາຄວນຟັງພະອົງໂດຍທາງນີ້ຕໍ່ໆໄປ! (ເອຊາອີ 30:20, 21) ເມື່ອອ່ານຄຳພີໄບເບິນ ເຮົາຈະຮູ້ຈັກແລະໄວ້ໃຈພະເຢໂຫວາວ່າພະອົງເປັນຜູ້ທີ່ຊີ້ນຳແລະປົກປ້ອງເຮົາ.—ອ່ານ ຄຳເພງ 19:7-11; ສຸພາສິດ 1:33

ເຖິງວ່າເຢຫຶຈຳເປັນຕ້ອງໃຫ້ຄຳແນະນຳໂຢຊາຟາດ ແຕ່ພະເຢໂຫວາຍັງເຫັນ “ສິ່ງ . . . ດີ” ໃນຕົວໂຢຊາຟາດ (ເບິ່ງຂໍ້ 8, 9)

8, 9. ພະເຢໂຫວາຕ້ອງການໃຫ້ເຮົາຮູ້ຈັກຫຍັງ? ຂໍໃຫ້ຍົກຕົວຢ່າງຈາກຄຳພີໄບເບິນ.

8 ພະເຢໂຫວາຕ້ອງການໃຫ້ເຮົາຮູ້ວ່າພະອົງຮັກເຮົາ. ຍ້ອນແນວນັ້ນພະອົງຈຶ່ງເບິ່ງຂ້າມຄວາມຜິດພາດຂອງເຮົາ ແລະເບິ່ງຫາສ່ວນດີໃນຕົວເຮົາ. (2 ຂ່າວຄາວ 16:9) ໃຫ້ເຮົາມາພິຈາລະນາວ່າພະເຢໂຫວາເຫັນສິ່ງທີ່ດີອັນໃດໃນຕົວຂອງໂຢຊາຟາດກະສັດຂອງຢູດາ. ໂຢຊາຟາດຕັດສິນໃຈບໍ່ຖືກຕ້ອງທີ່ໄປຮ່ວມມືກັບອາກາບກະສັດຂອງອິດສະລາແອນເພື່ອຕໍ່ສູ້ກັບກະສັດຂອງຊີລີຢູ່ເມືອງຣາໂມດຄາລາອາດ. ເຖິງວ່າຜູ້ພະຍາກອນປອມທັງ 400 ຄົນ ບອກວ່າອາກາບຜູ້ຊົ່ວຮ້າຍຈະຊະນະໃນການຕໍ່ສູ້ຄັ້ງນັ້ນ ແຕ່ມີກາຢາຜູ້ພະຍາກອນແທ້ຂອງພະເຢໂຫວາບອກໂຢຊາຟາດແລະອາກາບວ່າ ຖ້າເຂົາເຈົ້າສູ້ຮົບກໍຈະບໍ່ຊະນະ ແລະສິ່ງນັ້ນໄດ້ເກີດຂຶ້ນແທ້ໆ. ອາກາບຕາຍໃນການສູ້ຮົບ ແລະໂຢຊາຟາດເກືອບຈະບໍ່ລອດຊີວິດ. ພາຍຫຼັງການສູ້ຮົບ ພະເຢໂຫວາໄດ້ສົ່ງຜູ້ພະຍາກອນເຢຫຶໄປໃຫ້ຄຳແນະນຳໂຢຊາຟາດສຳລັບຄວາມຜິດຂອງລາວ ແຕ່ເຢຫຶຍັງບອກໂຢຊາຟາດວ່າ: “ຍັງມີສິ່ງ . . . ດີໃນທ່ານ.”—2 ຂ່າວຄາວ 18:4, 5, 18-22, 33, 34; 19:1-3

9 ຫຼາຍປີກ່ອນໜ້ານັ້ນ ໂຢຊາຟາດໄດ້ສັ່ງໃຫ້ພວກເຈົ້ານາຍ ພວກເລວີ ແລະພວກປະໂລຫິດໄປຢາມເມືອງຕ່າງໆໃນແຂວງຢູດາເພື່ອສັ່ງສອນປະຊາຊົນໃຫ້ຮູ້ກົດໝາຍຂອງພະເຢໂຫວາ. ເຂົາເຈົ້າປະສົບຜົນສຳເລັດໃນເລື່ອງນີ້ຈົນກະທັ່ງວ່າຄົນຈາກຊາດອື່ນໆກໍໄດ້ຮູ້ຈັກພະເຢໂຫວາ. (2 ຂ່າວຄາວ 17:3-10) ດັ່ງນັ້ນ ເຖິງວ່າໃນເວລາຕໍ່ມາໂຢຊາຟາດຕັດສິນໃຈບໍ່ຖືກຕ້ອງ ແຕ່ພະເຢໂຫວາກໍບໍ່ໄດ້ລືມສິ່ງດີໆທີ່ລາວເຄີຍເຮັດກ່ອນໜ້ານັ້ນ. ຕົວຢ່າງນີ້ໃຫ້ກຳລັງໃຈເຮົາຫຼາຍແທ້ໆ ເພາະບາງຄັ້ງເຮົາກໍເຮັດສິ່ງທີ່ຜິດພາດ. ແຕ່ຖ້າເຮົາເຮັດດີທີ່ສຸດເພື່ອຮັບໃຊ້ພະເຢໂຫວາ ພະອົງກໍຈະຮັກເຮົາຕໍ່ໆໄປແລະບໍ່ລືມສິ່ງດີໆທີ່ເຮົາໄດ້ເຮັດ.

ຮູ້ຄຸນຄ່າສິດທິພິເສດຂອງການອະທິດຖານ

10, 11. (ກ) ເປັນຫຍັງການອະທິດຖານຈຶ່ງເປັນຂອງຂວັນທີ່ພິເສດຈາກພະເຢໂຫວາ? (ຂ) ພະເຢໂຫວາອາດຕອບຄຳອະທິດຖານຂອງເຮົາໂດຍທາງໃດແດ່? (ເບິ່ງຮູບທຳອິດ)

10 ພໍ່ທີ່ມີຄວາມຮັກຈະໃຊ້ເວລາຟັງເມື່ອລູກຕ້ອງການລົມນຳ. ພໍ່ຢາກຮູ້ວ່າລູກຮູ້ສຶກແນວໃດ ເພາະລາວຫ່ວງໃຍລູກຢ່າງແທ້ຈິງ. ພະເຢໂຫວາພໍ່ຂອງເຮົາກໍເຮັດແບບນັ້ນຄືກັນ. ພະອົງຟັງເມື່ອເຮົາອະທິດຖານເຖິງພະອົງ. ການໄດ້ລົມກັບພະເຢໂຫວາເປັນສິດທິພິເສດທີ່ມີຄ່າຫຼາຍແທ້ໆ!

ພະເຢໂຫວາໄດ້ຍິນຄຳຮ້ອງຂໍທີ່ຈິງໃຈຂອງເຮົາ ແລະພະອົງເຂົ້າໃຈເຮົາເຖິງວ່າຈະບໍ່ມີໃຜເຂົ້າໃຈ

11 ເຮົາສາມາດອະທິດຖານເຖິງພະເຢໂຫວາເວລາໃດກໍໄດ້. ພະອົງເປັນເພື່ອນຂອງເຮົາແລະພ້ອມສະເໝີທີ່ຈະຟັງຄຳອະທິດຖານຂອງເຮົາ. ເທລິນທີ່ກ່າວເຖິງກ່ອນໜ້ານີ້ເວົ້າວ່າ: “ເຈົ້າສາມາດເວົ້າຫຍັງກໍໄດ້ແລະເວົ້າກັບພະເຢໂຫວາໄດ້ທຸກເລື່ອງ.” ເມື່ອເຮົາບອກໃຫ້ພະເຢໂຫວາຮູ້ຈັກຄວາມຮູ້ສຶກນຶກຄິດໃນສ່ວນທີ່ເລິກທີ່ສຸດໃນໃຈຂອງເຮົາ ພະອົງອາດຈະຕອບໂດຍທາງຂໍ້ພະຄຳພີໃດໜຶ່ງ ໂດຍທາງບົດຄວາມໃດໜຶ່ງໃນໜັງສືຂອງເຮົາ ຫຼືໂດຍທາງພີ່ນ້ອງຊາຍຍິງຄົນໃດຄົນໜຶ່ງທີ່ໃຫ້ການໜູນກຳລັງໃຈເຮົາ. ພະເຢໂຫວາໄດ້ຍິນຄຳຮ້ອງຂໍທີ່ຈິງໃຈຂອງເຮົາ ແລະພະອົງເຂົ້າໃຈເຮົາເຖິງວ່າຈະບໍ່ມີໃຜເຂົ້າໃຈ. ພະເຢໂຫວາໄດ້ພິສູດວ່າມີຄວາມຮັກທີ່ໝັ້ນຄົງຕໍ່ເຮົາໂດຍການຕອບຄຳອະທິດຖານຂອງເຮົາ.

12. ເປັນຫຍັງເຮົາຄວນສຶກສາຄຳອະທິດຖານທີ່ຢູ່ໃນຄຳພີໄບເບິນ? ຂໍໃຫ້ຍົກຕົວຢ່າງ

12 ເຮົາສາມາດໄດ້ບົດຮຽນທີ່ສຳຄັນຈາກຄຳອະທິດຖານທີ່ມີຢູ່ໃນຄຳພີໄບເບິນ. ບາງຄັ້ງຈຶ່ງເປັນປະໂຫຍດທີ່ຈະສຶກສາຄຳອະທິດຖານບາງເລື່ອງເມື່ອນະມັດສະການປະຈຳຄອບຄົວ. ການຄິດຕຶກຕອງເຖິງຄຳອະທິດຖານທີ່ຈິງໃຈຂອງຜູ້ທີ່ຮັບໃຊ້ພະເຈົ້າໃນສະໄໝອະດີດຈະຊ່ວຍເຮົາໃຫ້ອະທິດຖານຢ່າງມີຄວາມໝາຍຫຼາຍຂຶ້ນ. ຕົວຢ່າງເຊັ່ນ: ການສຶກສາເລື່ອງຄຳອະທິດຖານທີ່ຖ່ອມໃຈຂອງໂຢນາຕອນຢູ່ໃນທ້ອງປາໃຫຍ່. (ໂຢນາ 1:17–2:10) ການທົບທວນຄືນຄຳອະທິດຖານທີ່ຈິງໃຈຂອງຊາໂລໂມນຕອນອຸທິດວິຫານ. (1 ກະສັດ 8:22-53) ການຄິດຕຶກຕອງໃນຄຳອະທິດຖານແບບຢ່າງຂອງພະເຍຊູ. (ມັດທາຍ 6:9-13) ສິ່ງສຳຄັນທີ່ສຸດແມ່ນ ‘ໃຫ້ພະເຈົ້າຊາບດ້ວຍການອ້ອນວອນ’ ເປັນປະຈຳ. ຜົນກໍຄື “ຄວາມສຸກສຳລານແຫ່ງພະເຈົ້າອັນເຫຼືອລົ້ນທີ່ຈະເຂົ້າໃຈໄດ້ກໍຈະຮັກສາໃຈແລະຄວາມຄຶດທັງຫຼາຍຂອງພວກທ່ານໄວ້.” ເມື່ອເຮັດເຊັ່ນນັ້ນ ຄວາມຮູ້ຄຸນຄ່າຂອງເຮົາຕໍ່ຄວາມຮັກທີ່ໝັ້ນຄົງຂອງພະເຢໂຫວາກໍຈະເຕີບໂຕຂຶ້ນຕໍ່ໆໄປ.—ຟີລິບ 4:6, 7

ສະແດງຄວາມຮູ້ຄຸນຄ່າສຳລັບຄ່າໄຖ່

13. ຍ້ອນມີຄ່າໄຖ່ ເຮົາຈຶ່ງມີໂອກາດຫຍັງ?

13 ພະເຢໂຫວາຈັດຕຽມຄ່າໄຖ່ໃຫ້ເປັນຂອງຂວັນສຳລັບເຮົາ ເພື່ອ “ເຮົາທັງຫຼາຍຈະໄດ້ມີຊີວິດ.” (1 ໂຢຮັນ 4:9) ເມື່ອເວົ້າເຖິງການສະແດງຄວາມຮັກທີ່ຍິ່ງໃຫຍ່ຂອງພະເຢໂຫວາ ອັກຄະສາວົກໂປໂລຂຽນວ່າ: “ພະຄລິດໄດ້ຕາຍແທນຄົນຊົ່ວຮ້າຍທັງຫຼາຍຕາມເວລາກຳນົດ. ເຫດວ່າບໍ່ເຄີຍມີຜູ້ໜຶ່ງຜູ້ໃດຈະຕາຍແທນຄົນຊອບທຳ ຫາກວ່າມີຜູ້ໜຶ່ງທີ່ອາດຈະຕາຍແທນຄົນດີ. ແຕ່ວ່າພະເຈົ້າສຳແດງຄວາມຮັກຂອງພະອົງແກ່ເຮົາທັງຫຼາຍໃນສິ່ງນີ້ ເມື່ອເຮົາທັງຫຼາຍຍັງເປັນຄົນບາບພະຄລິດໄດ້ຕາຍແທນພວກເຮົາ.” (ໂລມ 5:6-8) ຄ່າໄຖ່ເປັນຕົວຢ່າງອັນຍິ່ງໃຫຍ່ທີ່ສຸດໃນເລື່ອງຄວາມຮັກຂອງພະເຢໂຫວາ ແລະຄ່າໄຖ່ຍັງເປີດໂອກາດໃຫ້ມະນຸດມີສາຍສຳພັນທີ່ໃກ້ຊິດກັບພະອົງ.

14, 15. ຄ່າໄຖ່ມີຄວາມໝາຍແນວໃດຕໍ່ (ກ) ຄລິດສະຕຽນຜູ້ຖືກເຈີມ? (ຂ) ຜູ້ທີ່ມີຄວາມຫວັງທີ່ຈະມີຊີວິດຢູ່ໃນໂລກນີ້?

14 ຄລິດສະຕຽນກຸ່ມນ້ອຍໆຮູ້ສຶກໄດ້ເຖິງຄວາມຮັກທີ່ໝັ້ນຄົງຂອງພະເຢໂຫວາໃນວິທີທີ່ພິເສດ. (ໂຢຮັນ 1: 12, 13; 3:5-7) ພະອົງໄດ້ເຈີມຄົນເຫຼົ່ານີ້ດ້ວຍພະລັງບໍລິສຸດ ແລະຍ້ອນແນວນັ້ນເຂົາເຈົ້າຈຶ່ງເປັນລູກຂອງພະອົງໃນຕອນນີ້. (ໂລມ 8:15, 16) ເນື່ອງຈາກບາງຄົນຍັງມີຊີວິດຢູ່ໃນໂລກນີ້ ແຕ່ເປັນຫຍັງໂປໂລຈຶ່ງເວົ້າວ່າເຂົາເຈົ້າໄດ້ນັ່ງ “ທີ່ຟ້າສະຫວັນດ້ວຍກັນ [ກັບ] . . . ພະຄລິດເຍຊູ”? (ເອເຟດ 2:6) ຍ້ອນພະເຢໂຫວາໄດ້ມອບຄວາມຫວັງທີ່ຈະມີຊີວິດຕະຫຼອດໄປໃນສະຫວັນໃຫ້ເຂົາເຈົ້າແລ້ວ.—ເອເຟດ 1:13, 14; ໂກໂລດ 1:5

ຄ່າໄຖ່ສະແດງໃຫ້ເຫັນວ່າພະເຢໂຫວາຮັກມະນຸດທຸກຄົນ

15 ຄົນທີ່ບໍ່ໄດ້ຖືກເຈີມກໍສາມາດເປັນເພື່ອນກັບພະເຈົ້າໄດ້ ຖ້າເຂົາເຈົ້າສະແດງຄວາມເຊື່ອໃນຄ່າໄຖ່. ເຂົາເຈົ້າກໍເຊັ່ນກັນມີໂອກາດທີ່ຈະຖືກຮັບເປັນລູກຂອງພະເຈົ້າແລະມີຊີວິດຕະຫຼອດໄປຢູ່ໃນໂລກທີ່ເປັນອຸທິຍານ. ຄ່າໄຖ່ສະແດງໃຫ້ເຫັນວ່າພະເຢໂຫວາຮັກມະນຸດທຸກຄົນ. (ໂຢຮັນ 3:16) ເປັນຕາໜ້າຕື່ນເຕັ້ນແທ້ໆທີ່ຮູ້ວ່າຖ້າເຮົາຮັບໃຊ້ພະເຈົ້າຢ່າງສັດຊື່ ພະອົງຈະໃຫ້ເຮົາມີຊີວິດທີ່ດີທີ່ສຸດໃນໂລກໃໝ່! ດັ່ງນັ້ນ ຂໍໃຫ້ເຮົາສະແດງຄວາມຮູ້ຄຸນຄ່າສຳລັບຄ່າໄຖ່ເຊິ່ງເປັນຫຼັກຖານອັນຍິ່ງໃຫຍ່ທີ່ສຸດທີ່ພິສູດພະເຢໂຫວາມີຄວາມຮັກທີ່ໝັ້ນຄົງຕໍ່ເຮົາ.

ສະແດງຄວາມຮັກຕໍ່ພະເຢໂຫວາ

16. ເຮົາຈະເຮັດຫຍັງຫຼັງຈາກທີ່ຄິດຕຶກຕອງເຖິງຄວາມຮັກຂອງພະເຢໂຫວາ?

16 ເປັນໄປບໍ່ໄດ້ທີ່ເຮົາຈະນັບວິທີຕ່າງໆທີ່ພະເຢໂຫວາສະແດງຄວາມຮັກຕໍ່ເຮົາ. ກະສັດດາວິດຮ້ອງເພງວ່າ: “ໂອ້ພະເຈົ້າ ຄວາມຄຶດທັງຫຼາຍແຫ່ງພະອົງກໍແພງປະເສີດຫຼາຍແທ້ແກ່ຂ້ານ້ອຍ. ຈຳນວນຄວາມຄຶດທັງຫຼາຍນັ້ນເປັນອັນມາກ. ຖ້າຂ້ານ້ອຍຢາກນັບຄວາມຄຶດນັ້ນມີຫຼາຍກວ່າເມັດດິນຊາຍ.” (ຄຳເພງ 139:17, 18) ການຄິດຕຶກຕອງເຖິງວິທີຕ່າງໆທີ່ພະເຢໂຫວາໄດ້ສະແດງຄວາມຮັກຕໍ່ເຮົາຈະກະຕຸ້ນເຮົາໃຫ້ຮັກພະອົງເປັນການຕອບແທນ ແລະເຮົາຈະໃຫ້ສິ່ງທີ່ດີທີ່ສຸດແກ່ພະອົງ.

17, 18. ມີວິທີໃດແດ່ທີ່ເຮົາສາມາດສະແດງໃຫ້ເຫັນວ່າເຮົາຮັກພະເຢໂຫວາ?

17 ມີຫຼາຍວິທີທີ່ເຮົາສາມາດສະແດງໃຫ້ເຫັນວ່າເຮົາຮັກພະເຢໂຫວາ ເຊັ່ນ: ໂດຍການປະກາດຂ່າວດີເລື່ອງລາຊະອານາຈັກຢ່າງກະຕືລືລົ້ນ. (ມັດທາຍ 24:14; 28:19, 20) ເຮົາຍັງສະແດງວ່າຮັກພະອົງເມື່ອເຮົາອົດທົນຢ່າງສັດຊື່ໃນເລື່ອງບັນຫາຕ່າງໆທີ່ທົດສອບຄວາມເຊື່ອຂອງເຮົາ. (ອ່ານ ຄຳເພງ 84:11; ຢາໂກໂບ 1:2-5) ເຖິງວ່າເຮົາຈະປະສົບບັນຫາຕ່າງໆຢ່າງຮ້າຍແຮງ ແຕ່ເຮົາກໍໝັ້ນໃຈໄດ້ວ່າພະເຢໂຫວາເຫັນທີ່ເຮົາມີຄວາມທຸກລຳບາກແລະພະອົງຈະຊ່ວຍເຫຼືອເຮົາ ເພາະພະອົງຖືວ່າເຮົາມີຄ່າ.—ຄຳເພງ 56:8

18 ຖ້າເຮົາຮັກພະເຢໂຫວາ ເຮົາກໍຈະຢາກຄິດຕຶກຕອງເຖິງສິ່ງທີ່ດີເລີດທຸກຢ່າງເຊິ່ງພະອົງໄດ້ສ້າງ. ໃຫ້ເຮົາສະແດງຄວາມຮັກຕໍ່ພະເຢໂຫວາແລະຕໍ່ພະຄຳຂອງພະອົງໂດຍການເປັນນັກສຶກສາຄຳພີໄບເບິນທີ່ດີ. ໃຫ້ເຮົາອະທິດຖານເຖິງພະເຢໂຫວາເປັນປະຈຳຍ້ອນເຮົາຮັກແລະຕ້ອງການມີສາຍສຳພັນທີ່ໃກ້ຊິດກັບພະອົງ. ນອກຈາກນັ້ນ ເມື່ອເຮົາຄິດຕຶກຕອງເຖິງຄ່າໄຖ່ເຊິ່ງເປັນຂອງຂວັນທີ່ມີຄ່າຫຼາຍ ຄວາມຮັກທີ່ເຮົາມີຕໍ່ພະເຢໂຫວາກໍຈະເລິກເຊິ່ງຍິ່ງຂຶ້ນ. (1 ໂຢຮັນ 2:1, 2) ສິ່ງເຫຼົ່ານີ້ເປັນພຽງບາງວິທີທີ່ເຮົາຈະສະແດງໃຫ້ພະເຢໂຫວາເຫັນວ່າເຮົາຮູ້ຄຸນຄ່າໃນຄວາມຮັກອັນໝັ້ນຄົງທີ່ພະອົງມີຕໍ່ເຮົາ.