ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຮົາສາມາດສະແດງໃຫ້ເຫັນໂດຍວິທີໃດວ່າເຮົາຮັກພະເຢໂຫວາ?

ເຮົາສາມາດສະແດງໃຫ້ເຫັນໂດຍວິທີໃດວ່າເຮົາຮັກພະເຢໂຫວາ?

“ພວກເຮົາຮັກພະອົງເພາະພະອົງໄດ້ຮັກພວກເຮົາກ່ອນ.”—1 ໂຢຮັນ 4:19

ເພງ: 56, 138

1, 2. ພະເຢໂຫວາສອນເຮົາໂດຍວິທີໃດໃຫ້ສະແດງຄວາມຮັກຕໍ່ພະອົງ?

ວິທີທີ່ດີທີ່ສຸດເຊິ່ງພໍ່ສາມາດສອນລູກແມ່ນໂດຍການເປັນຕົວຢ່າງໃຫ້ເຂົາເຈົ້າ. ເມື່ອພໍ່ສະແດງຄວາມຮັກຕໍ່ລູກ ລາວກໍກຳລັງສອນລູກໃຫ້ຮູ້ວິທີສະແດງຄວາມຮັກ. ບໍ່ມີຜູ້ໃດທີ່ເຄີຍຮັກເຮົາຫຼາຍຄືກັບທີ່ພະເຢໂຫວາຜູ້ເປັນພໍ່ຂອງເຮົາໄດ້ຮັກເຮົາ. ດັ່ງນັ້ນ ເຮົາຈຶ່ງຮຽນຮູ້ວິທີທີ່ຈະສະແດງຄວາມຮັກ “ເພາະພະອົງໄດ້ຮັກພວກເຮົາກ່ອນ.”—1 ໂຢຮັນ 4:19

2 ໃນວິທີໃດທີ່ພະເຢໂຫວາສະແດງວ່າພະອົງ “ຮັກເຮົາກ່ອນ”? ຄຳພີໄບເບິນກ່າວວ່າ: “ເມື່ອເຮົາທັງຫຼາຍຍັງເປັນຄົນບາບພະຄລິດໄດ້ຕາຍແທນພວກເຮົາ.” (ໂລມ 5:8) ພະເຢໂຫວາພໍ່ທີ່ມີຄວາມຮັກ ໄດ້ມອບລູກຊາຍຂອງພະອົງໃຫ້ເປັນຄ່າໄຖ່ເພື່ອຊ່ວຍເຮົາໃຫ້ພົ້ນຈາກບາບແລະຄວາມຕາຍ. ຂອງຂວັນທີ່ມີຄ່ານີ້ເຮັດໃຫ້ເປັນໄປໄດ້ທີ່ເຮົາຈະມີຄວາມໃກ້ຊິດກັບພະເຢໂຫວາແລະສາມາດສະແດງຄວາມຮັກຕໍ່ພະອົງໄດ້. ພະເຢໂຫວາວາງແບບຢ່າງໃຫ້ເຮົາໂດຍການເສຍສະລະທີ່ຍິ່ງໃຫຍ່ທີ່ສຸດ. ພະອົງສອນເຮົາວ່າຄວນສະແດງຄວາມຮັກໂດຍເປັນຄົນບໍ່ເຫັນແກ່ຕົວແລະເປັນຄົນເອື້ອເຟື້ອ.—1 ໂຢຮັນ 4:10

3, 4. ເຮົາຈະສະແດງໃຫ້ເຫັນໂດຍວິທີໃດວ່າເຮົາຮັກພະເຢໂຫວາ?

3 ຄຸນລັກສະນະສຳຄັນທີ່ສຸດຂອງພະເຢໂຫວາແມ່ນຄວາມຮັກ. ດັ່ງນັ້ນ ເຮົາຈຶ່ງເຂົ້າໃຈເຫດຜົນທີ່ພະເຍຊູບອກວ່າຂໍ້ຄຳສັ່ງສຳຄັນທີ່ສຸດແມ່ນ: “ຈົ່ງຮັກພະເຢໂຫວາຜູ້ເປັນພະເຈົ້າຂອງເຈົ້າດ້ວຍສຸດໃຈ ແລະດ້ວຍສຸດຈິດ ແລະດ້ວຍສຸດຄວາມຄຶດ ແລະດ້ວຍສຸດແຮງຂອງເຈົ້າ.” (ມາລະໂກ 12:30) ພະເຢໂຫວາຕ້ອງການໃຫ້ເຮົາຮັກພະອົງ “ດ້ວຍສຸດໃຈ.” ພະອົງຈະເຈັບປວດໃຈຖ້າເຮົາຮັກຄົນໃດຄົນໜຶ່ງຫຼືສິ່ງໃດສິ່ງໜຶ່ງຫຼາຍກວ່າຮັກພະອົງ. ແຕ່ຄວາມຮັກທີ່ເຮົາມີຕໍ່ພະເຢໂຫວາບໍ່ຄວນເປັນພຽງອາລົມແລະຄວາມຮູ້ສຶກເທົ່ານັ້ນ ພະອົງຄາດໝາຍໃຫ້ເຮົາຮັກພະອົງ “ດ້ວຍສຸດຄວາມຄຶດ” ແລະ “ດ້ວຍສຸດແຮງ” ຂອງເຮົາ. ນີ້ໝາຍຄວາມວ່າຄວາມຮັກທີ່ເຮົາມີຕໍ່ພະເຢໂຫວາກ່ຽວຂ້ອງກັບວິທີທີ່ເຮົາຄິດແລະສິ່ງທີ່ເຮົາເຮັດ.—ອ່ານມີເກ 6:8

4 ດັ່ງນັ້ນ ເຮົາຄວນຮັກພະເຢໂຫວາດ້ວຍສຸດກຳລັງແລະສຸດຄວາມສາມາດທີ່ເຮົາມີ. ໂດຍຈັດໃຫ້ພະເຢໂຫວາມາເປັນອັນດັບທຳອິດໃນຊີວິດ ເຮົາສະແດງໃຫ້ເຫັນວ່າເຮົາຮັກພະອົງແທ້ໆ. ໃນບົດຄວາມກ່ອນ ເຮົາໄດ້ພິຈາລະນາ 4 ວິທີທີ່ພະເຢໂຫວາສະແດງຄວາມຮັກທີ່ຍິ່ງໃຫຍ່ຕໍ່ພວກລູກຂອງພະອົງ. ຕອນນີ້ ຂໍໃຫ້ພິຈາລະນາວິທີຕ່າງໆທີ່ເຮົາສາມາດເຮັດໃຫ້ຄວາມຮັກທີ່ເຮົາມີຕໍ່ພະເຢໂຫວາເລິກເຊິ່ງກວ່າອີກແລະທັງສະແດງໃຫ້ເຫັນວ່າເຮົາຮັກພະອົງ.

ສະແດງໃຫ້ພະເຢໂຫວາເຫັນວ່າເຈົ້າຮູ້ຄຸນຄ່າແທ້ໆ

5. ເມື່ອຄິດເຖິງທຸກສິ່ງທີ່ພະເຢໂຫວາເຮັດເພື່ອເຮົາ ເຮົາຕ້ອງການທີ່ຈະເຮັດຫຍັງ?

5 ເມື່ອບາງຄົນເອົາຂອງຂວັນໃຫ້ເຈົ້າ ແນ່ນອນວ່າເຈົ້າຕ້ອງສະແດງຄວາມຂອບໃຈ. ເພາະເຫັນຄຸນຄ່າໃນຂອງຂວັນນັ້ນເຈົ້າຈຶ່ງໃຊ້ມັນ. ຢາໂກໂບຂຽນວ່າ: “ຂອງປະທານອັນດີແລະ . . . [ຂອງຂວັນອັນ] ປະເສີດທີ່ສຸດທຸກຢ່າງກໍລົງມາແຕ່ທາງເທິງ ມາແຕ່ພະບິດາແຫ່ງແຈ້ງທັງຫຼາຍ ໃນພະບິດານັ້ນບໍ່ມີການປ່ຽນຕ່າງໆ [ເໝືອນເງົາທີ່ປ່ຽນໄປ].” (ຢາໂກໂບ 1:17) ເຮົາຮູ້ຄຸນຄ່າແທ້ໆທີ່ພະເຢໂຫວາຈັດໃຫ້ເຮົາມີທຸກສິ່ງທີ່ຈຳເປັນໃນການດຳລົງຊີວິດແລະເພື່ອໃຫ້ເຮົາມີຄວາມສຸກ. ເຮົາສຳນຶກວ່າພະອົງຮັກເຮົາຫຼາຍແທ້ໆ ແລະເຮົາຕ້ອງການສະແດງໃຫ້ພະອົງເຫັນວ່າເຮົາກໍຮັກພະອົງຄືກັນ. ເຈົ້າຮູ້ສຶກແບບນັ້ນບໍ?

6. ຖ້າຊາວອິດສະລາແອນຕ້ອງການໃຫ້ພະເຢໂຫວາອວຍພອນຕໍ່ໆໄປ ເຂົາເຈົ້າຕ້ອງເຮັດຫຍັງ?

6 ຊາວອິດສະລາແອນໄດ້ຮັບສິ່ງທີ່ດີຫຼາຍຢ່າງຈາກພະເຢໂຫວາ. ເປັນເວລາຫຼາຍຮ້ອຍປີທີ່ພະອົງຊີ້ນຳເຂົາເຈົ້າໂດຍທາງກົດໝາຍຂອງພະອົງແລະຈັດໃຫ້ເຂົາເຈົ້າມີສິ່ງຈຳເປັນໃນການດຳລົງຊີວິດ. (ພະບັນຍັດ 4:7, 8) ຊາວອິດສະລາແອນສາມາດສະແດງຄວາມຮູ້ບຸນຄຸນຕໍ່ພະເຢໂຫວາໂດຍການເຊື່ອຟັງກົດໝາຍເຫຼົ່ານີ້. ຕົວຢ່າງເຊັ່ນ: ເມື່ອຖວາຍເຄື່ອງບູຊາໃຫ້ພະເຢໂຫວາ ເຂົາເຈົ້າຕ້ອງໃຫ້ “ພືດຜົນ [ທຳອິດ] ອັນດີເລີດ” ແກ່ພະອົງ. (ອົບພະຍົບ 23:19, ສະບັບ 2010) ຊາວອິດສະລາແອນຮູ້ວ່າພະເຢໂຫວາຈະອວຍພອນຕໍ່ໆໄປ ຖ້າເຂົາເຈົ້າເຊື່ອຟັງແລະໃຫ້ສິ່ງທີ່ດີທີ່ສຸດແກ່ພະອົງ.—ອ່ານພະບັນຍັດ 8:7-11

7. ເຮົາສາມາດໃຊ້ “ເຂົ້າຂອງ [ທີ່ມີຄ່າ]” ຂອງເຮົາແນວໃດເພື່ອສະແດງໃຫ້ພະເຢໂຫວາເຫັນວ່າເຮົາຮັກພະອົງ?

7 ເຮົາກໍຄືກັນສາມາດສະແດງໃຫ້ພະເຢໂຫວາເຫັນວ່າເຮົາຮັກພະອົງໂດຍການໃຫ້ “ເຂົ້າຂອງ [ທີ່ມີຄ່າ]” ຂອງເຮົາແກ່ພະອົງ. (ສຸພາສິດ 3:9) ເຮົາເຮັດແບບນີ້ໂດຍການໃຊ້ສິ່ງຂອງທີ່ເຮົາມີເພື່ອສັນລະເສີນພະອົງ. ຕົວຢ່າງເຊັ່ນ: ເຮົາສາມາດບໍລິຈາກເພື່ອສະໜັບສະໜູນວຽກງານລາຊະອານາຈັກສຳລັບປະຊາຄົມຂອງເຮົາແລະສຳລັບທົ່ວໂລກ. ບໍ່ວ່າຈະມີຫຼາຍຫຼືໜ້ອຍ ເຮົາທຸກຄົນສາມາດໃຊ້ສິ່ງທີ່ເຮົາມີເພື່ອສະແດງຄວາມຮັກຕໍ່ພະເຢໂຫວາ. (2 ໂກລິນໂທ 8:12) ແຕ່ມີວິທີອື່ນອີກທີ່ເຮົາສາມາດສະແດງໃຫ້ພະເຢໂຫວາເຫັນວ່າເຮົາຮັກພະອົງ.

ແຮ່ງເຮົາວາງໃຈພະເຢໂຫວາຫຼາຍເທົ່າໃດ ເຮົາກໍແຮ່ງຈະສະແດງໃຫ້ເຫັນວ່າຮັກພະອົງຫຼາຍຂຶ້ນເທົ່ານັ້ນ

8, 9. ມີວິທີໃດອີກທີ່ເຮົາສະແດງໃຫ້ພະເຢໂຫວາເຫັນວ່າເຮົາຮັກພະອົງ? ໄມແລະຄອບຄົວໄດ້ເຮັດຫຍັງ?

8 ພະເຍຊູສອນເຮົາໃຫ້ຊອກຫາລາຊະອານາຈັກຂອງພະເຈົ້າກ່ອນຕໍ່ໆໄປ ແລະບໍ່ໃຫ້ກັງວົນໃນເລື່ອງອາຫານແລະເຄື່ອງນຸ່ງຫົ່ມ. ພະເຢໂຫວາສັນຍາວ່າຈະຈັດໃຫ້ເຮົາມີສິ່ງທີ່ຈຳເປັນໃນການດຳລົງຊີວິດ. (ມັດທາຍ 6:31-33) ເຮົາວາງໃຈໃນພະເຢໂຫວາແລະຮູ້ວ່າພະອົງຈະເຮັດຕາມທີ່ສັນຍາໄວ້. ເມື່ອເຈົ້າຮັກຄົນໃດຄົນໜຶ່ງແທ້ໆ ເຈົ້າກໍຈະວາງໃຈໃນຄົນນັ້ນ. ທີ່ຈິງ ແຮ່ງເຮົາວາງໃຈໃນພະເຢໂຫວາຫຼາຍເທົ່າໃດ ເຮົາກໍແຮ່ງຈະສະແດງໃຫ້ເຫັນວ່າຮັກພະອົງຫຼາຍຂຶ້ນເທົ່ານັ້ນ. (ຄຳເພງ 143:8) ດັ່ງນັ້ນ ເຮົາອາດຖາມຕົວເອງວ່າ: ‘ຂ້ອຍສະແດງໃຫ້ເຫັນວ່າຮັກພະເຢໂຫວາແທ້ໆບໍ ໃນວິທີທີ່ຂ້ອຍວາງແຜນກ່ຽວກັບຊີວິດ ວິທີໃຊ້ເວລາແລະເຫື່ອແຮງຂອງຂ້ອຍ? ໃນທຸກໆມື້ ຂ້ອຍວາງໃຈໃຫ້ພະເຢໂຫວາເບິ່ງແຍງຄວາມຈຳເປັນຂອງຂ້ອຍບໍ?’

9 ໄມແລະຄອບຄົວຂອງລາວໄດ້ວາງໃຈໃນພະເຢໂຫວາ. ຕອນທີ່ຍັງໜຸ່ມ ໄມຕ້ອງການສະເໝີທີ່ຈະໄປເຮັດວຽກປະກາດໃນປະເທດອື່ນ. ເຖິງວ່າແຕ່ງດອງແລະໄດ້ລູກສອງຄົນແລ້ວ ລາວກໍຍັງບໍ່ປ່ຽນຄວາມຕັ້ງໃຈ. ເມື່ອໄມແລະຄອບຄົວໄດ້ອ່ານເລື່ອງຂອງພີ່ນ້ອງຊາຍຍິງທີ່ຮັບໃຊ້ໃນເຂດທີ່ມີຄວາມຕ້ອງການຜູ້ປະກາດຫຼາຍກວ່າ ເຂົາເຈົ້າຈຶ່ງຕັດສິນໃຈໃຊ້ຊີວິດໃນແບບທີ່ຮຽບງ່າຍ. ເຂົາເຈົ້າຂາຍເຮືອນແລ້ວກໍຍ້າຍໄປຢູ່ເຮືອນຫຼັງທີ່ນ້ອຍກວ່າ. ໄມຍັງຫຼຸດຈຳນວນລູກຄ້າທີ່ລາວມີໃນທຸລະກິດທຳຄວາມສະອາດໃຫ້ນ້ອຍລົງ ແລະພົບວິທີທີ່ຈະບໍລິຫານທຸລະກິດນັ້ນຈາກຕ່າງປະເທດໂດຍທາງອິນເຕີເນັດ. ຜົນກໍຄື ໄມແລະຄອບຄົວສາມາດຍ້າຍໄປຢູ່ຕ່າງປະເທດໄດ້ ແລະເຂົາເຈົ້າມີຄວາມສຸກຫຼາຍກັບວຽກປະກາດຢູ່ທີ່ນັ້ນ. ໄມເວົ້າວ່າ: “ພວກເຮົາປະສົບດ້ວຍຕົວເອງວ່າຄຳເວົ້າຂອງພະເຍຊູທີ່ບັນທຶກໄວ້ໃນມັດທາຍ 6:33 ເປັນຈິງສຳລັບພວກເຮົາ!”

ຄິດຕຶກຕອງໃນສິ່ງທີ່ພະເຢໂຫວາສອນເຈົ້າ

10. ຄືກັບກະສັດດາວິດ ເປັນຫຍັງຈຶ່ງເປັນເລື່ອງທີ່ດີທີ່ເຮົາຈະຄິດຕຶກຕອງໃນສິ່ງທີ່ໄດ້ຮຽນຮູ້ກ່ຽວກັບພະເຢໂຫວາ?

10 ມີຄັ້ງໜຶ່ງທີ່ກະສັດດາວິດໄດ້ຂຽນວ່າ: “ຟ້າສະຫວັນທັງຫຼາຍເລົ່າເລື່ອງລັດສະໝີຂອງພະເຈົ້າ ແລະພື້ນອາກາດ [ທ້ອງຟ້າ] ປ່າວປະກາດກິດຈະການແຫ່ງມືຂອງພະອົງ.” ລາວກ່າວຕື່ມອີກວ່າ: “ພະບັນຍັດຂອງພະເຢໂຫວາເປັນອັນດີທີ່ສຸດຈຶ່ງໃຫ້ມີແຮງໃນຈິດໃຈ. ຄຳພິຍານຂອງພະເຢໂຫວາກໍທ່ຽງແທ້ຈຶ່ງໃຫ້ຄົນບໍ່ຮູ້ກາຍເປັນຄົນປັນຍາ.” ເມື່ອກະສັດດາວິດຄິດຕຶກຕອງໃນກົດໝາຍທີ່ດີທີ່ສຸດແລະການສ້າງທີ່ສວຍງາມຂອງພະເຢໂຫວາ ລາວກໍໃກ້ຊິດກັບພະເຢໂຫວາຫຼາຍຂຶ້ນແລະຕ້ອງການທີ່ຈະສະແດງຄວາມຮັກຕໍ່ພະອົງ. ດາວິດເວົ້າວ່າ: “ຂໍໃຫ້ຖ້ອຍຄຳແຕ່ປາກຂ້ານ້ອຍກັບຄວາມຄຶດຕຶກຕອງໃນໃຈຂ້ານ້ອຍເປັນທີ່ຊອບຕໍ່ໜ້າພະອົງ.”—ຄຳເພງ 19:1, 7, 14

11. ເພື່ອສະແດງໃຫ້ເຫັນວ່າເຮົາຮັກພະເຢໂຫວາ ເຮົາຈະໃຊ້ຄວາມຮູ້ທີ່ພະອົງໃຫ້ນັ້ນແນວໃດ? (ເບິ່ງຮູບທຳອິດ)

11 ໃນທຸກມື້ນີ້ ພະເຢໂຫວາສອນເຮົາໃຫ້ຮູ້ຫຼາຍສິ່ງກ່ຽວກັບພະອົງ ຈຸດປະສົງຂອງພະອົງ ການສ້າງຂອງພະອົງ ແລະຄຳເວົ້າຂອງພະອົງ. ໂລກສະໜັບສະໜູນຜູ້ຄົນໃຫ້ຮຽນ ແຕ່ແມ່ນການຮຽນໃນລະດັບທີ່ສູງໆເຊິ່ງຫຼາຍຄັ້ງການເຮັດແນວນັ້ນເຮັດໃຫ້ເຂົາເຈົ້າສູນເສຍຄວາມຮັກຕໍ່ພະເຈົ້າ. ໃນທາງກົງກັນຂ້າມ ພະເຢໂຫວາບໍ່ພຽງແຕ່ຕ້ອງການໃຫ້ເຮົາມີຄວາມຮູ້ ແຕ່ພະອົງຍັງຊ່ວຍເຮົາໃຫ້ເປັນຄົນທີ່ສຸຂຸມ. ພະອົງຕ້ອງການໃຫ້ເຮົານຳໃຊ້ສິ່ງທີ່ເຮົາໄດ້ຮຽນຮູ້ເພື່ອປະໂຫຍດຂອງເຮົາເອງແລະເພື່ອຊ່ວຍຄົນອື່ນ. (ສຸພາສິດ 4:5-7) ຕົວຢ່າງເຊັ່ນ: ພະອົງຕ້ອງການໃຫ້ເຮົາບອກຄົນອື່ນໃຫ້ຮູ້ “ຄວາມຈິງ [ອັນຖ້ອງແທ້]” ແລະຊ່ວຍເຂົາເຈົ້າໃຫ້ລອດຊີວິດ. (1 ຕີໂມເຕ 2:4) ດັ່ງນັ້ນ ເຮົາຈຶ່ງສະແດງຄວາມຮັກຕໍ່ພະເຢໂຫວາແລະຕໍ່ຄົນອື່ນໂດຍການສອນຜູ້ຄົນໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ເພື່ອໃຫ້ເຂົາເຈົ້າຮູ້ກ່ຽວກັບລາຊະອານາຈັກຂອງພະເຈົ້າແລະກ່ຽວກັບສິ່ງທີ່ລາຊະອານາຈັກນັ້ນຈະເຮັດສຳລັບມະນຸດ.—ອ່ານຄຳເພງ 66:16, 17

12. ແຊນນອນເວົ້າແນວໃດກ່ຽວກັບຂອງຂວັນທີ່ລາວໄດ້ຮັບຈາກພະເຢໂຫວາ?

12 ຄົນໜຸ່ມສາວກໍຄືກັນສາມາດຄິດຕຶກຕອງເຖິງທຸກສິ່ງທີ່ພະເຢໂຫວາໄດ້ຈັດໃຫ້ແລະສອນເຂົາເຈົ້າ. ແຊນນອນຍັງຈື່ຄວາມຮູ້ສຶກຕອນທີ່ເຂົ້າຮ່ວມການປະຊຸມພາກເມື່ອລາວອາຍຸໄດ້ 11 ປີ ແລະນ້ອງສາວຂອງລາວອາຍຸໄດ້ 10 ປີ. ໃນລະຫວ່າງການປະຊຸມພາກທີ່ມີຫົວຂໍ້ວ່າ “ສະແດງຄວາມເຫຼື້ອມໃສໃນພະເຈົ້າ” ຄົນໜຸ່ມສາວທຸກຄົນ ລວມທັງແຊນນອນກັບນ້ອງສາວຖືກເຊີນໃຫ້ໄປນັ່ງໃນບ່ອນທີ່ຈັດໄວ້ສະເພາະ. ທຳອິດລາວຮູ້ສຶກຢ້ານ ແຕ່ຫຼັງຈາກນັ້ນລາວກໍຮູ້ສຶກຕື່ນເຕັ້ນເມື່ອຄົນໜຸ່ມສາວແຕ່ລະຄົນໄດ້ຮັບປຶ້ມຄຳຖາມທີ່ໜຸ່ມສາວຖາມ ຄຳຕອບທີ່ໃຊ້ໄດ້ຜົນ. ຂອງຂວັນທີ່ພິເສດນີ້ເຮັດໃຫ້ແຊນນອນຮູ້ສຶກແນວໃດຕໍ່ພະເຢໂຫວາ? ລາວເວົ້າວ່າ: “ໃນຕອນນັ້ນແຫຼະທີ່ຂ້ອຍສຳນຶກວ່າພະເຢໂຫວາມີຊີວິດຢູ່ຈິງແລະພະອົງກໍຮັກຂ້ອຍຫຼາຍແທ້ໆ. ເຮົາມີຄວາມສຸກຫຼາຍທີ່ພະເຢໂຫວາພະເຈົ້າອົງຍິ່ງໃຫຍ່ໄດ້ໃຫ້ຂອງຂວັນທີ່ພິເສດແລະດີພ້ອມແກ່ເຮົາໂດຍທີ່ບໍ່ຕ້ອງຊື້.”

ຍອມຮັບການຕີສອນທີ່ມາຈາກພະເຢໂຫວາ

13, 14. ເຮົາຄວນມີທ່າທີແນວໃດເມື່ອພະເຢໂຫວາຕີສອນ ຍ້ອນຫຍັງຈຶ່ງເປັນແບບນັ້ນ?

13 ຄຳພີໄບເບິນເຕືອນເຮົາວ່າ: “ພະເຢໂຫວາຮັກຜູ້ໃດພະອົງຕີສອນຜູ້ນັ້ນຄືພໍ່ຕີສອນລູກທີ່ເພິ່ນຮັກແພງ.” (ສຸພາສິດ 3:12) ເມື່ອຍອມຮັບການຕີສອນທີ່ມາຈາກພະເຢໂຫວາແລະຍອມໃຫ້ພະອົງຝຶກຝົນ ເຮົາຮຽນຮູ້ທີ່ຈະເຮັດໃນສິ່ງທີ່ຖືກຕ້ອງແລະເຮົາກໍຈະມີຄວາມສະຫງົບໃຈ. ແນ່ນອນວ່າ “ການຕີສອນທຸກປະການເມື່ອພວມທົນຢູ່ນັ້ນບໍ່ເປັນໜ້າຊົມຊື່ນຍິນດີ.” (ເຫບເລີ 12:11) ເຖິງວ່າຈະເປັນແນວນັ້ນກໍຕາມ ເຮົາຄວນມີທ່າທີແນວໃດເມື່ອພະເຢໂຫວາຕີສອນເຮົາ? ເຮົາບໍ່ຄວນປະຕິເສດຄຳແນະນຳຈາກພະອົງ ຫຼືຮູ້ສຶກບໍ່ພໍໃຈຕໍ່ໆໄປຖ້າເຮົາບໍ່ມັກໃນສິ່ງທີ່ໄດ້ຍິນນັ້ນ. ເຮົາຮັກພະເຢໂຫວາ ດັ່ງນັ້ນເຮົາຈຶ່ງຟັງພະອົງແລະປ່ຽນແປງໃນສິ່ງທີ່ເຮົາຈຳເປັນຕ້ອງເຮັດ.

ເມື່ອເຮົາເຕັມໃຈເຮັດການປ່ຽນແປງເພື່ອໃຫ້ພະເຢໂຫວາພໍໃຈ ເຮົາສະແດງໃຫ້ເຫັນວ່າເຮົາຮັກພະອົງແທ້ໆ

14 ໃນສະໄໝຂອງມາລາກີ ຄົນຢິວຫຼາຍຄົນບໍ່ໄດ້ຟັງພະເຢໂຫວາ. ເຂົາເຈົ້າບໍ່ສົນໃຈຊໍ້າວ່າເຄື່ອງບູຊາທີ່ເຂົາເຈົ້າຖວາຍນັ້ນເຮັດໃຫ້ພະອົງບໍ່ພໍໃຈ. ດັ່ງນັ້ນ ພະເຢໂຫວາຈຶ່ງຕຳໜິເຂົາເຈົ້າຢ່າງຮຸນແຮງໃນເລື່ອງນີ້. (ອ່ານມາລາກີ 1:12, 13) ທີ່ຈິງ ພະເຢໂຫວາໄດ້ໃຫ້ຄຳແນະນຳຫຼາຍຄັ້ງ ແຕ່ເຂົາເຈົ້າບໍ່ຟັງ. ດັ່ງນັ້ນ ພະອົງຈຶ່ງບອກເຂົາເຈົ້າວ່າ: “ເຮົາຈະໃຊ້ຄວາມດ່າໄປໃນທ່າມກາງພວກທ່ານ ແລະເຮົາຈະດ່າຄວາມພອນທັງຫຼາຍຂອງທ່ານ.” (ມາລາກີ 2:1, 2) ເຫັນໄດ້ແຈ້ງວ່າຖ້າເຮົາບໍ່ຟັງຄຳແນະນຳຈາກພະເຢໂຫວາຫຼືຮູ້ສຶກວ່າຄຳແນະນຳນັ້ນບໍ່ສຳຄັນ ເຮົາກໍຈະສູນເສຍສາຍສຳພັນກັບພະອົງ.

ແທນທີ່ຈະຄິດເຖິງສິ່ງທີ່ເປັນທີ່ນິຍົມຊົມຊອບໃນໂລກນີ້ ໃຫ້ຄິດເຖິງສິ່ງທີ່ພະເຢໂຫວາຕ້ອງການ (ເບິ່ງຂໍ້ 15)

15. ເຮົາຄວນຫຼີກລ່ຽງຄວາມຄິດແບບໃດ?

15 ໂລກທີ່ຊາຕານປົກຄອງກະຕຸ້ນຜູ້ຄົນໃຫ້ພູມໃຈໃນຕົວເອງແລະເຫັນແກ່ຕົວ. ຫຼາຍຄົນບໍ່ມັກທີ່ຖືກແກ້ໄຂຫຼືຖືກບອກໃຫ້ເຮັດໃນສິ່ງທີ່ຄວນເຮັດ. ບາງຄົນຟັງຄຳແນະນຳສະເພາະແຕ່ຕອນທີ່ຈຳເປັນເທົ່ານັ້ນ. ເຮົາບໍ່ຄວນເປັນແບບນັ້ນ. ຄຳພີໄບເບິນບອກເຮົາວ່າ: “ຢ່າກະທຳຕາມທຳນຽມໂລກນີ້.” ແທນທີ່ຈະເປັນແນວນັ້ນ ເຮົາຕ້ອງເຂົ້າໃຈໃນສິ່ງທີ່ພະເຢໂຫວາຄາດໝາຍຈາກເຮົາແລະເຮັດໃນສິ່ງທີ່ພະອົງພໍໃຈ. (ໂລມ 12:2) ພະເຢໂຫວາໃຊ້ອົງການຂອງພະອົງເພື່ອໃຫ້ຄຳແນະນຳແກ່ເຮົາໃນເວລາທີ່ເໝາະສົມ. ຕົວຢ່າງເຊັ່ນ: ເຮົາໄດ້ຮັບການເຕືອນກ່ຽວກັບວິທີປະຕິບັດຕໍ່ເພດກົງກັນຂ້າມ ວິທີເລືອກໝູ່ ວິທີຕັດສິນໃຈໃນເລື່ອງຄວາມມ່ວນຊື່ນແລະການພັກຜ່ອນຢ່ອນອາລົມ. ເມື່ອເຮົາເຕັມໃຈຍອມຮັບເອົາການຕີສອນທີ່ມາຈາກພະເຢໂຫວາແລະເຮັດການປ່ຽນແປງເພື່ອໃຫ້ພະອົງພໍໃຈ ເຮົາກຳລັງເຮັດໃຫ້ເຫັນວ່າເຮົາຮູ້ຄຸນຄ່າຕໍ່ການຊີ້ນຳທີ່ມາຈາກພະອົງແລະທັງສະແດງວ່າເຮົາຮັກພະອົງແທ້ໆ.—ໂຢຮັນ 14:31; ໂລມ 6:17

ວາງໃຈໃຫ້ພະເຢໂຫວາຊ່ວຍແລະປົກປ້ອງເຈົ້າ

16, 17. (ກ) ກ່ອນຕັດສິນໃຈ ເປັນຫຍັງເຮົາຄວນຮູ້ວ່າພະເຢໂຫວາຄິດແນວໃດໃນເລື່ອງນັ້ນ? (ຂ) ແທນທີ່ຈະວາງໃຈໃນພະເຢໂຫວາ ຊາວອິດສະລາແອນໄດ້ເຮັດຫຍັງ?

16 ລູກນ້ອຍວາງໃຈໃຫ້ພໍ່ແມ່ຊ່ວຍເຫຼືອແລະປົກປ້ອງເຂົາເຈົ້າ. ແມ່ນແຕ່ຜູ້ໃຫຍ່ກໍອາດຂໍຄວາມຊ່ວຍເຫຼືອຈາກພໍ່ແມ່. ເຂົາເຈົ້າສຳນຶກວ່າ ເຖິງຈະສາມາດຕັດສິນໃຈເອງໄດ້ ແຕ່ພໍ່ແມ່ກໍສາມາດໃຫ້ຄຳແນະນຳທີ່ດີໄດ້. ພະເຢໂຫວາຜູ້ເປັນພໍ່ຂອງເຮົາໃຫ້ໂອກາດເຮົາຕັດສິນໃຈເອົາເອງ. ແຕ່ເນື່ອງຈາກເຮົາຮັກແລະວາງໃຈໃນພະອົງແທ້ໆ ເຮົາຈຶ່ງຂໍຄວາມຊ່ວຍເຫຼືອຈາກພະອົງສະເໝີ ແລະກ່ອນຕັດສິນໃຈເຮົາຈະເຮັດສຸດຄວາມສາມາດເພື່ອຮູ້ວ່າພະອົງຄິດແນວໃດໃນເລື່ອງນັ້ນ. ຖ້າເຮົາວາງໃຈໃນພະເຢໂຫວາ ພະອົງກໍຈະໃຫ້ພະລັງບໍລິສຸດແກ່ເຮົາເພື່ອຊ່ວຍເຮົາໃຫ້ເຮັດໃນສິ່ງທີ່ຖືກຕ້ອງ.—ຟີລິບ 2:13

17 ໃນສະໄໝຂອງຊາເມືອນ ຊາວອິດສະລາແອນໄດ້ພ່າຍແພ້ໃນການສູ້ຮົບກັບພວກຟີລີດຕີນ. ແທນທີ່ຈະຖາມພະເຢໂຫວາໃນສິ່ງທີ່ເຂົາເຈົ້າຄວນເຮັດຕໍ່ໄປ ແຕ່ເຂົາເຈົ້າໄດ້ເວົ້າວ່າ: “ໃນວັນນີ້ພວກເຮົາຈົ່ງໄປເອົາຫີບສັນຍາຂອງພະເຢໂຫວາທີ່ເມືອງຊີໂລໃຫ້ມາໃນທ່າມກາງເຮົາ ແລະໃຫ້ຫີບນັ້ນຊ່ອຍພວກເຮົາໃຫ້ພົ້ນຈາກມືພວກສັດຕູຕໍ່ເຮົາເຖີ້ນ.” ຜົນຂອງການຕັດສິນໃຈເຊັ່ນນັ້ນເປັນແນວໃດ? ຜົນກໍຄື “ມີການຂ້າເຂັນເປັນໝູ່ຢ່າງໜັກ . . . ທະຫານອິດສະລາແອນຖືກຂ້າຕາຍ 30.000 ຄົນ ຫີບຄຳໝັ້ນສັນຍາຂອງພະຜູ້ເປັນເຈົ້າໄດ້ຖືກຍຶດໄປ, ທ.ປ.” (1 ຊາເມືອນ 4:2-4, 10, 11) ຊາວອິດສະລາແອນຄິດວ່າພຽງແຕ່ມີຫີບສັນຍາຢູ່ນຳ ພະເຢໂຫວາກໍຈະຊ່ວຍເຫຼືອແລະປົກປ້ອງເຂົາເຈົ້າ. ແຕ່ເຂົາເຈົ້າບໍ່ໄດ້ຂໍໃຫ້ພະອົງຊ່ວຍເຫຼືອ ຫຼືບໍ່ໄດ້ພະຍາຍາມທີ່ຈະຮູ້ວ່າພະອົງຄິດແນວໃດໃນເລື່ອງນັ້ນ. ແທນທີ່ຈະເຮັດເຊັ່ນນັ້ນ ເຂົາເຈົ້າເຮັດໃນສິ່ງທີ່ຕົນເອງຄິດວ່າຖືກຕ້ອງ ແລະເຂົາເຈົ້າຈຶ່ງໄດ້ຮັບຄວາມເສຍຫາຍຫຼາຍ.—ອ່ານສຸພາສິດ 14:12

18. ຄຳພີໄບເບິນສອນຫຍັງເຈົ້າກ່ຽວກັບການວາງໃຈໃນພະເຢໂຫວາ?

18 ຜູ້ຂຽນຄຳເພງທີ່ມີຄວາມຮັກອັນເລິກເຊິ່ງຕໍ່ພະເຢໂຫວາແລະວາງໃຈໃນພະອົງ ລາວໄດ້ກ່າວວ່າ: ‘ຈົ່ງຄອງຫາພະເຈົ້າເຖີ້ນ ເຫດວ່າຂ້ອຍຍັງຈະສັນລະເສີນພະອົງອີກໃນຖານະເປັນຜູ້ຊ່ວຍໃຫ້ພົ້ນ. ໂອ້ພະເຈົ້າເຈົ້າຂ້າ ຈິດໃຈຂ້ານ້ອຍຖ່ອມຕົວລົງພາຍໃນຕົວເອງ. ເຫດສັນນີ້ຂ້ານ້ອຍລະນຶກຄຶດຮອດພະອົງ.’ (ຄຳເພງ 42:5, 6) ເຈົ້າຮູ້ສຶກຕໍ່ພະເຢໂຫວາແບບນັ້ນບໍ? ເຈົ້າຮູ້ສຶກໃກ້ຊິດແລະວາງໃຈໃນພະອົງບໍ? ເຈົ້າອາດຮຽນຮູ້ທີ່ຈະວາງໃຈໃນພະອົງຫຼາຍຂຶ້ນອີກ. ຄຳພີໄບເບິນບອກເຮົາວ່າ: “ຈົ່ງປົງໃຈໃນພະເຢໂຫວາດ້ວຍສຸດຈິດ ແລະຢ່າວາງໃຈໃນສະຕິປັນຍາຂອງເຈົ້າ. ໃນຮີດຄອງທັງຫຼາຍຂອງເຈົ້າ ຈົ່ງຍອມຮູ້ຈັກພະເຈົ້າ ແລະພະອົງຈະນຳໜ້າເຈົ້າໄປໃນຫົນທາງທັງຫຼາຍຂອງເຈົ້າ.”—ສຸພາສິດ 3:5, 6

19. ເຈົ້າຈະສະແດງໃຫ້ພະເຢໂຫວາເຫັນໂດຍວິທີໃດວ່າເຈົ້າຮັກພະອົງ?

19 ໂດຍການຮັກເຮົາກ່ອນ ພະເຢໂຫວາຈຶ່ງສອນເຮົາໃຫ້ຮູ້ວິທີສະແດງຄວາມຮັກຕໍ່ພະອົງ. ຂໍໃຫ້ເຮົາຄິດຢູ່ສະເໝີວ່າພະອົງໄດ້ເຮັດຫຼາຍສິ່ງເພື່ອເຮົາແລະພະອົງໄດ້ຮັກເຮົາຫຼາຍສໍ່າໃດ. ດັ່ງນັ້ນ ຂໍໃຫ້ເຮົາສະແດງໃຫ້ເຫັນວ່າເຮົາຮັກພະອົງດ້ວຍສຸດຫົວໃຈ ສຸດຊີວິດ ສຸດຄວາມຄິດແລະສຸດກຳລັງຂອງເຮົາ.—ມາລະໂກ 12:30