ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າກຳລັງເຕີບໂຕສູ່ຄວາມເປັນຜູ້ໃຫຍ່ເຕັມທີແບບພະຄລິດບໍ

ເຈົ້າກຳລັງເຕີບໂຕສູ່ຄວາມເປັນຜູ້ໃຫຍ່ເຕັມທີແບບພະຄລິດບໍ

“ເຕີບໂຕເຖິງຂະໜາດຄວາມບໍລິບູນຂອງພະຄລິດ.”—ເອເຟດ 4:13, ລ.ມ.

ເພງ: 69, 70

1, 2. ຄລິດສະຕຽນທຸກຄົນມີເປົ້າໝາຍຫຍັງ? ຂໍໃຫ້ຍົກຕົວຢ່າງ

ເມື່ອຊື້ໝາກໄມ້ຢູ່ຕະຫຼາດ ຄົນທີ່ເປັນແມ່ເຮືອນຈະເລືອກແນວໃດ? ແນ່ນອນວ່າລາວຈະບໍ່ເລືອກໜ່ວຍໃຫຍ່ທີ່ສຸດຫຼືລາຄາຖືກທີ່ສຸດ ແຕ່ຈະເລືອກໜ່ວຍທີ່ມີກິ່ນຫອມ ສົດ ແລະກິນໄດ້ທັນທີ. ລາວຢາກໄດ້ໜ່ວຍທີ່ສຸກດີເຊິ່ງກໍຄືໜ່ວຍທີ່ແກ່ແລ້ວ.

ຄລິດສະຕຽນທີ່ອາວຸໂສຈະຄົ້ນຄວ້າຕໍ່ໆໄປກ່ຽວກັບຫຼັກການຕ່າງໆໃນຄຳພີໄບເບິນທີ່ຊ່ວຍລາວໃຫ້ຮູ້ຈັກສິ່ງທີ່ຖືກແລະສິ່ງທີ່ຜິດ

2 ຫຼັງຈາກທີ່ຄົນຜູ້ໜຶ່ງຮຽນຮູ້ກ່ຽວກັບພະເຢໂຫວາແລະຕັດສິນໃຈຮັບບັບເຕມາ ສາຍສຳພັນຂອງລາວກັບພະເຢໂຫວາຈະເຕີບໂຕຂຶ້ນຕໍ່ໆໄປ. ຈາກນັ້ນ ລາວກໍມີເປົ້າໝາຍທີ່ຈະເປັນຄລິດສະຕຽນທີ່ອາວຸໂສ. ຄວາມອາວຸໂສນີ້ບໍ່ໄດ້ໝາຍເຖິງການມີອາຍຸຫຼາຍ ແຕ່ໝາຍເຖິງການເຕີບໂຕໃນເລື່ອງຄວາມຮູ້ກ່ຽວກັບພະເຢໂຫວາເຊິ່ງກໍຄືການມີສາຍສຳພັນທີ່ໃກ້ຊິດກັບພະອົງຫຼາຍຂຶ້ນ. ອັກຄະສາວົກໂປໂລຕ້ອງການໃຫ້ຄລິດສະຕຽນໃນເມືອງເອເຟດເປັນຄົນອາວຸໂສ. ລາວສະໜັບສະໜູນເຂົາເຈົ້າໃຫ້ເປັນອັນໜຶ່ງອັນດຽວກັນທາງດ້ານຄວາມເຊື່ອແລະຮຽນຮູ້ຕໍ່ໆໄປກ່ຽວກັບພະເຍຊູເພື່ອຈະ “ເຕີບໂຕເຖິງຂະໜາດຄວາມບໍລິບູນຂອງພະຄລິດ.”—ເອເຟດ 4:13, ລ.ມ.

3. ປະຊາຄົມເອເຟດຄ້າຍຄືກັນແນວໃດກັບປະຊາຊົນຂອງພະເຢໂຫວາໃນທຸກມື້ນີ້?

3 ປະຊາຄົມເອເຟດຖືກກໍ່ຕັ້ງຂຶ້ນໄດ້ຫຼາຍປີແລ້ວຕອນທີ່ໂປໂລຂຽນຈົດໝາຍໄປຫາປະຊາຄົມນັ້ນ. ຫຼາຍຄົນໃນປະຊາຄົມນີ້ມີປະສົບການ ຍ້ອນແນວນັ້ນເຂົາເຈົ້າຈຶ່ງເປັນຄລິດສະຕຽນທີ່ອາວຸໂສ. ແຕ່ຍັງມີບາງຄົນທີ່ຈຳເປັນຕ້ອງເຮັດໃຫ້ສາຍສຳພັນຂອງເຂົາເຈົ້າກັບພະເຢໂຫວາເຂັ້ມແຂງຫຼາຍຂຶ້ນກວ່າເກົ່າ. ໃນທຸກມື້ນີ້ກໍຄ້າຍຄືກັນ ພີ່ນ້ອງຊາຍຍິງຫຼາຍຄົນໄດ້ຮັບໃຊ້ພະເຢໂຫວາມາເປັນເວລາຫຼາຍປີແລະເປັນຄລິດສະຕຽນທີ່ອາວຸໂສ ແຕ່ກໍມີບາງຄົນໃນປະຊາຄົມຕ່າງໆທີ່ຍັງບໍ່ໄດ້ເປັນແນວນັ້ນ. ຕົວຢ່າງເຊັ່ນ: ໃນແຕ່ລະປີມີຫຼາຍພັນຄົນຮັບບັບເຕມາ ດັ່ງນັ້ນ ບາງຄົນຍັງຈຳເປັນຕ້ອງເຕີບໂຕສູ່ຄວາມອາວຸໂສ. ແລ້ວເຈົ້າເດ?—ໂກໂລດ 2:6, 7

ຄລິດສະຕຽນຈະເຕີບໂຕໄດ້ແນວໃດ?

4, 5. ຄລິດສະຕຽນແຕ່ລະຄົນທີ່ອາວຸໂສແລ້ວແຕກຕ່າງກັນແນວໃດ ແຕ່ເຂົາເຈົ້າມີຫຍັງທີ່ຄືກັນ? (ເບິ່ງຮູບທຳອິດ)

4 ເມື່ອເບິ່ງໝາກໄມ້ສຸກຢູ່ຕະຫຼາດ ເຈົ້າກໍຈະເຫັນວ່າແຕ່ລະໜ່ວຍສຸກບໍ່ຄືກັນ. ແຕ່ມີບາງສິ່ງທີ່ໝາກໄມ້ເຫຼົ່ານັ້ນມີຄືກັນເຊິ່ງເຮັດໃຫ້ຮູ້ວ່າມັນສຸກແລ້ວ. ເລື່ອງນີ້ກໍເປັນຈິງຄືກັນສຳລັບຄລິດສະຕຽນທີ່ອາວຸໂສ ນັ້ນຄືເຂົາເຈົ້າແຕ່ລະຄົນບໍ່ຄືກັນ. ເຂົາເຈົ້າມາຈາກຫຼາຍປະເທດແລະຫຼາຍພູມຫຼັງ ມີອາຍຸແລະຄວາມມັກທີ່ແຕກຕ່າງກັນ. ເຖິງຢ່າງນັ້ນກໍຕາມ ຄລິດສະຕຽນທຸກຄົນທີ່ອາວຸໂສມີຄຸນລັກສະນະບາງຢ່າງທີ່ຄືກັນເຊິ່ງບອກໃຫ້ຮູ້ວ່າເຂົາເຈົ້າເປັນຄົນທີ່ອາວຸໂສ. ຄຸນລັກສະນະບາງຢ່າງເຫຼົ່ານີ້ມີຫຍັງແດ່?

‘ຂ້ອຍຕ້ອງປ່ຽນແປງຫຍັງແດ່ເພື່ອຈະຮຽນແບບພະເຍຊູໃຫ້ໄດ້ໃກ້ຄຽງທີ່ສຸດ?’

5 ຄລິດສະຕຽນທີ່ອາວຸໂສຈະຮຽນແບບພະເຍຊູແລະຕິດຕາມ “ຮອຍຕີນຂອງພະອົງ [ຢ່າງໃກ້ຊິດ].” (1 ເປໂຕ 2:21) ພະເຍຊູບອກວ່າເປັນເລື່ອງສຳຄັນຫຼາຍທີ່ຄົນຜູ້ໜຶ່ງຈະຮັກພະເຢໂຫວາດ້ວຍສຸດໃຈ ສຸດຊີວິດ ແລະສຸດຄວາມຄິດ ແລະຮັກເພື່ອນບ້ານຄືຮັກຕົວເອງ. (ມັດທາຍ 22:37-39) ຄລິດສະຕຽນທີ່ອາວຸໂສຈະພະຍາຍາມແທ້ໆໃນການເຊື່ອຟັງຄຳແນະນຳນັ້ນ. ແນວທາງການໃຊ້ຊີວິດຂອງລາວພິສູດໃຫ້ເຫັນວ່າສາຍສຳພັນຂອງລາວກັບພະເຢໂຫວາແລະການມີຄວາມຮັກທີ່ແທ້ຈິງຕໍ່ກັບຄົນອື່ນເປັນສິ່ງສຳຄັນທີ່ສຸດສຳລັບລາວ.

ຄລິດສະຕຽນທີ່ສູງອາຍຸສາມາດຮຽນແບບຄວາມຖ່ອມຂອງພະເຍຊູໂດຍການສະໜັບສະໜູນພີ່ນ້ອງຊາຍທີ່ຍັງໜຸ່ມເຊິ່ງຕອນນີ້ກຳລັງນຳໜ້າໃນປະຊາຄົມ (ເບິ່ງຂໍ້ 6)

6, 7. (ກ) ມີຄຸນລັກສະນະອັນໃດອີກທີ່ບອກໃຫ້ຮູ້ວ່າຄລິດສະຕຽນອາວຸໂສແລ້ວ? (ຂ) ເຮົາຄວນຖາມຕົວເອງແນວໃດ?

6 ຄວາມຮັກເປັນພຽງໜຶ່ງໃນຫຼາຍໆຄຸນລັກສະນະເຊິ່ງຄລິດສະຕຽນທີ່ອາວຸໂສແລ້ວສະແດງອອກມາ. (ຄາລາຊີ 5:22, 23) ນອກຈາກນັ້ນ ລາວຍັງສະແດງຄວາມອ່ອນໂຍນ ການຄວບຄຸມຕົນເອງ ແລະຄວາມອົດທົນ. ຄຸນລັກສະນະເຫຼົ່ານີ້ສາມາດຊ່ວຍລາວໃຫ້ອົດທົນກັບສະຖານະການທີ່ຫຍຸ້ງຍາກໂດຍບໍ່ໃຈຮ້າຍ ແລະຊ່ວຍໃຫ້ອົດທົນກັບຄວາມຜິດຫວັງໂດຍທີ່ບໍ່ສູນເສຍຄວາມຫວັງ. ໃນການສຶກສາສ່ວນຕົວ ຄລິດສະຕຽນທີ່ອາວຸໂສຈະຄົ້ນຄວ້າຕໍ່ໆໄປກ່ຽວກັບຫຼັກການຕ່າງໆໃນຄຳພີໄບເບິນທີ່ຊ່ວຍລາວໃຫ້ຮູ້ຈັກສິ່ງທີ່ຖືກແລະສິ່ງທີ່ຜິດ. ຈາກນັ້ນ ເມື່ອລາວໃຊ້ສະຕິຮູ້ສຶກຜິດຊອບທີ່ໄດ້ຮັບການຝຶກຝົນຕາມຫຼັກການໃນຄຳພີໄບເບິນ ລາວຈະສາມາດຕັດສິນໃຈຢ່າງສຸຂຸມ. ຄລິດສະຕຽນທີ່ອາວຸໂສຈະເປັນຄົນຖ່ອມໃຈ ດັ່ງນັ້ນ ລາວຈຶ່ງເຊື່ອວ່າການຊີ້ນຳແລະມາດຕະຖານຕ່າງໆຂອງພະເຢໂຫວາດີກວ່າຂອງລາວສະເໝີ. * ລາວປະກາດຂ່າວດີຢ່າງກະຕືລືລົ້ນແລະເຮັດສຸດຄວາມສາມາດເພື່ອຊ່ວຍປະຊາຄົມໃຫ້ມີຄວາມສາມັກຄີກັນຕໍ່ໆໄປ.

7 ບໍ່ວ່າເຮົາຈະຮັບໃຊ້ພະເຢໂຫວາມາດົນປານໃດແລ້ວກໍຕາມ ພວກເຮົາແຕ່ລະຄົນຄວນຖາມຕົວເອງວ່າ: ‘ຂ້ອຍຕ້ອງປ່ຽນແປງຫຍັງແດ່ເພື່ອຈະຮຽນແບບພະເຍຊູໃຫ້ໄດ້ໃກ້ຄຽງທີ່ສຸດ? ມີວິທີໃດແດ່ທີ່ຂ້ອຍສາມາດປັບປຸງຕົວເອງ?’

“ອາຫານແຂງນັ້ນເປັນສຳລັບຄົນແກ່ [ອາວຸໂສ]”

8. ພະເຍຊູຮູ້ແລະເຂົ້າໃຈພະຄຳພີດີສໍ່າໃດ?

8 ພະເຍຊູຮູ້ແລະເຂົ້າໃຈພະຄຳພີເປັນຢ່າງດີ. ເຖິງວ່າອາຍຸພຽງ 12 ປີ ເພິ່ນໄດ້ຍົກເອົາຄຳເວົ້າຈາກພະຄຳພີມາລົມກັບພວກອາຈານຢູ່ທີ່ວິຫານ. ດັ່ງນັ້ນ “ຄົນທັງປວງທີ່ໄດ້ຍິນພະອົງໄດ້ປະຫຼາດໃຈດ້ວຍສະຕິປັນຍາແລະດ້ວຍຄຳຕອບຂອງພະອົງ.” (ລືກາ 2:46, 47) ຕໍ່ມາ ເມື່ອກຳລັງເຮັດວຽກປະກາດ ພະເຍຊູໄດ້ໃຊ້ຖ້ອຍຄຳຂອງພະເຈົ້າຢ່າງຊຳນານເພື່ອເຮັດໃຫ້ສັດຕູຂອງເພິ່ນເວົ້າຫຍັງຕໍ່ໄປບໍ່ໄດ້.ມັດທາຍ 22:41-46

9. (ກ) ຄລິດສະຕຽນທີ່ອາວຸໂສແລ້ວມີຕາຕະລາງການສຶກສາແບບໃດ? (ຂ) ເປັນຫຍັງເຮົາຕ້ອງສຶກສາຄຳພີໄບເບິນ?

9 ຄົນທີ່ຕ້ອງການເປັນຄລິດສະຕຽນທີ່ອາວຸໂສຈະຮຽນແບບພະເຍຊູ ແລະຕ້ອງການເຂົ້າໃຈຄຳພີໄບເບິນໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້. ລາວຄົ້ນຄວ້າໃນພະຄຳພີເປັນປະຈຳເພື່ອຈະໄດ້ຄວາມຮູ້ທີ່ເລິກເຊິ່ງ ເພາະລາວຮູ້ວ່າ “ອາຫານແຂງນັ້ນເປັນສຳລັບຄົນແກ່ [ອາວຸໂສ].” (ເຫບເລີ 5:14) ຄລິດສະຕຽນທີ່ອາວຸໂສຕ້ອງການມີ “ຄວາມຮູ້ [ຖ້ອງແທ້]” ທີ່ຢູ່ໃນຄຳພີໄບເບິນ. (ເອເຟດ 4:13) ດັ່ງນັ້ນ ເຈົ້າຄວນຖາມຕົວເອງວ່າ: ‘ຂ້ອຍອ່ານຄຳພີໄບເບິນທຸກໆມື້ບໍ? ຂ້ອຍມີຕາຕະລາງສຶກສາຄຳພີໄບເບິນເປັນສ່ວນຕົວບໍ? ຂ້ອຍມີການນະມັດສະການປະຈຳຄອບຄົວໃນທຸກໆອາທິດບໍ?’ ເມື່ອສຶກສາຄຳພີໄບເບິນ ໃຫ້ຄົ້ນຄວ້າເບິ່ງຫຼັກການທີ່ຊ່ວຍເຈົ້າໃຫ້ຮູ້ວ່າພະເຢໂຫວາຄິດແລະຮູ້ສຶກແນວໃດກ່ຽວກັບເລື່ອງຕ່າງໆ. ຈາກນັ້ນ ໃຫ້ນຳໃຊ້ຫຼັກການເຫຼົ່ານີ້ເມື່ອເຈົ້າຕ້ອງຕັດສິນໃຈໃນເລື່ອງນັ້ນ. ການເຮັດແນວນັ້ນຈະຊ່ວຍເຈົ້າໃຫ້ໃກ້ຊິດພະເຢໂຫວາຫຼາຍຂຶ້ນກວ່າເກົ່າ.

10. ຄລິດສະຕຽນທີ່ອາວຸໂສຮູ້ສຶກແນວໃດຕໍ່ກັບຄຳແນະນຳແລະຫຼັກການຕ່າງໆຂອງພະເຢໂຫວາ?

10 ຄລິດສະຕຽນທີ່ອາວຸໂສຕ້ອງບໍ່ພຽງແຕ່ຮູ້ໃນສິ່ງທີ່ຄຳພີໄບເບິນບອກເທົ່ານັ້ນ. ລາວຕ້ອງຮັກຄຳແນະນຳແລະຫຼັກການຕ່າງໆຂອງພະເຢໂຫວາ. ຈາກນັ້ນ ລາວຈະສະແດງຄວາມຮັກນີ້ໂດຍປາຖະໜາທີ່ຈະເຮັດຕາມຈຸດປະສົງຂອງພະອົງ ບໍ່ແມ່ນເຮັດຕາມຄວາມຕ້ອງການຂອງຕົນເອງ. ລາວເຖິງຂັ້ນວ່າໄດ້ປ່ຽນແປງແນວທາງການໃຊ້ຊີວິດ ວິທີຄິດ ແລະການກະທຳຕ່າງໆ. ຕົວຢ່າງເຊັ່ນ: ລາວຈະຮຽນແບບພະເຍຊູແລະປູກຝັງນິດໄສໃຈຄໍໃໝ່ທີ່ “ສ້າງຂຶ້ນໃໝ່ຕາມພະເຈົ້າ [ປະສົງ] ໃນຄວາມຊອບທຳແລະໃນຄວາມບໍລິສຸດແຫ່ງຄວາມຈິງ [ຄວາມພັກດີທີ່ແທ້ຈິງ].” (ອ່ານເອເຟດ 4:22-24) ເປັນເລື່ອງສຳຄັນທີ່ຈະຈື່ໄວ້ວ່າພະເຢໂຫວາໃຊ້ພະລັງບໍລິສຸດຂອງພະອົງເພື່ອຊີ້ນຳຜູ້ທີ່ຂຽນຄຳພີໄບເບິນ. ດັ່ງນັ້ນ ເມື່ອຄລິດສະຕຽນຄົນໜຶ່ງໄດ້ສຶກສາຄຳພີໄບເບິນ ພະລັງບໍລິສຸດຂອງພະເຢໂຫວາກໍຈະຊ່ວຍລາວໃຫ້ເຕີບໂຕທາງດ້ານຄວາມຮູ້ ຄວາມຮັກ ແລະສາຍສຳພັນກັບພະອົງ.

ສົ່ງເສີມຄວາມສາມັກຄີ

11. ເມື່ອຢູ່ໂລກນີ້ ພະເຍຊູມີປະສົບການໃນເລື່ອງໃດ?

11 ພະເຍຊູເປັນຄົນສົມບູນແບບ. ແຕ່ເມື່ອຢູ່ໂລກນີ້ພັດມີແຕ່ຄົນທີ່ບໍ່ສົມບູນແບບຢູ່ອ້ອມຂ້າງເພິ່ນ. ພໍ່ແມ່ແລະນ້ອງສາວນ້ອງຊາຍຂອງພະເຍຊູກໍເປັນຄົນທີ່ບໍ່ສົມບູນແບບ. ແມ່ນແຕ່ພວກລູກສິດທີ່ໃກ້ຊິດເພິ່ນທີ່ສຸດກໍສະແດງຄຸນລັກສະນະຂອງຄວາມຍິ່ງແລະການເຫັນແກ່ຕົວ. ຕົວຢ່າງເຊັ່ນ: ໃນຄືນກ່ອນທີ່ພະເຍຊູຈະເສຍຊີວິດ ພວກລູກສິດໄດ້ຖຽງກັນວ່າ “ຜູ້ໃດແຕ່ພວກເຂົາຈະເປັນທີ່ຖືວ່າເປັນຜູ້ໃຫຍ່ທີ່ສຸດ.” (ລືກາ 22:24) ເຖິງວ່າພວກລູກສິດຈະມີຄວາມຄິດທີ່ບໍ່ສົມບູນແບບ ພະເຍຊູຮູ້ວ່າອີກບໍ່ດົນເຂົາເຈົ້າຈະເປັນຄລິດສະຕຽນທີ່ອາວຸໂສແລະຈະກໍ່ຕັ້ງປະຊາຄົມທີ່ເປັນນໍ້າໜຶ່ງໃຈດຽວກັນ. ໃນຄືນດຽວກັນນັ້ນເພິ່ນໄດ້ອະທິດຖານຂໍໃຫ້ເຂົາເຈົ້າເປັນນໍ້າໜຶ່ງໃຈດຽວກັນ. ພະເຍຊູຂໍກັບພໍ່ທີ່ຢູ່ໃນສະຫວັນວ່າໃຫ້ເຂົາເຈົ້າເປັນອັນໜຶ່ງອັນດຽວກັນໂດຍເວົ້າວ່າ: “ເໝືອນດັ່ງພະບິດາຢູ່ໃນຂ້າພະເຈົ້າແລະຂ້າພະເຈົ້າຢູ່ໃນພະບິດາ.” ເພິ່ນເວົ້າຕື່ມອີກວ່າ “ເພື່ອເຂົາຈະເປັນອັນໜຶ່ງ [ອັນດຽວກັນ] ເໝືອນດັ່ງເຮົາທັງສອງເປັນອັນໜຶ່ງ [ອັນດຽວກັນ].”—ໂຢຮັນ 17:21, 22

12, 13. (ກ) ເນື່ອງຈາກເປັນຄລິດສະຕຽນເຮົາຈຶ່ງມີເປົ້າໝາຍຫຍັງ? (ຂ) ພີ່ນ້ອງອູເວສົ່ງເສີມຄວາມສາມັກຄີຄືແນວໃດ?

12 ຄລິດສະຕຽນຜູ້ທີ່ອາວຸໂສຈະສົ່ງເສີມຄວາມສາມັກຄີໃນປະຊາຄົມ. (ອ່ານເອເຟດ 4:1-6, 15, 16) ເນື່ອງຈາກເປັນຄລິດສະຕຽນ ເຮົາຈຶ່ງມີເປົ້າໝາຍທີ່ຈະ “ຕິດສະໜິດກັນ” ເຊິ່ງກໍຄືເຮັດວຽກນຳກັນຢ່າງເປັນເປັນນໍ້າໜຶ່ງໃຈດຽວກັນ. ເພື່ອຈະມີຄວາມສາມັກຄີແບບນີ້ ຄລິດສະຕຽນຕ້ອງເປັນຄົນຖ່ອມໃຈ. ດັ່ງນັ້ນ ເຖິງວ່າຈະໄດ້ຮັບຜົນກະທົບຈາກຄວາມບໍ່ສົມບູນແບບຂອງຄົນອື່ນ ຄລິດສະຕຽນທີ່ອາວຸໂສຈະພະຍາຍາມເຮັດສຸດຄວາມສາມາດເພື່ອຮັກສາຄວາມສາມັກຄີພາຍໃນປະຊາຄົມໃຫ້ເຂັ້ມແຂງ. ດັ່ງນັ້ນ ເຈົ້າຄວນຖາມຕົວເອງວ່າ: ‘ຂ້ອຍມີທ່າແນວໃດເມື່ອພີ່ນ້ອງຊາຍຫຼືພີ່ນ້ອງຍິງເຮັດຜິດພາດ? ຂ້ອຍຮູ້ສຶກແນວໃດເມື່ອພີ່ນ້ອງບາງຄົນເຮັດໃຫ້ຂ້ອຍເຈັບໃຈ? ຕາມປົກກະຕິແລ້ວຂ້ອຍເຊົາເວົ້າກັບຄົນນັ້ນບໍ? ຫຼືຂ້ອຍຈະພະຍາຍາມຟື້ນຟູສາຍສຳພັນກັບລາວ?’ ຄລິດສະຕຽນທີ່ອາວຸໂສຕ້ອງການທີ່ຈະເອົາຊະນະບັນຫາທີ່ເກີດຂຶ້ນ ບໍ່ແມ່ນສ້າງບັນຫາໃຫ້ຄົນອື່ນ.

13 ຂໍໃຫ້ພິຈາລະນາຕົວຢ່າງຂອງພີ່ນ້ອງອູເວ. ໃນອະດີດ ລາວມັກປ່ອຍໃຫ້ຄວາມບໍ່ສົມບູນແບບຂອງພີ່ນ້ອງຊາຍຍິງເຮັດໃຫ້ລາວເສຍໃຈ. ຈາກນັ້ນ ລາວຕັດສິນໃຈທີ່ຈະໃຊ້ຄຳພີໄບເບິນແລະປຶ້ມອິນໄຊທ ອອນ ເດິ ສະຄຣິບເຈີ (Insight on the Scriptures) ເພື່ອຮຽນຮູ້ເລື່ອງຊີວິດຂອງດາວິດ. ເປັນຫຍັງຈຶ່ງແມ່ນເລື່ອງຂອງດາວິດ? ຍ້ອນວ່າດາວິດກໍເຄີຍມີບັນຫາກັບຜູ້ຮັບໃຊ້ບາງຄົນຂອງພະເຈົ້າ. ຕົວຢ່າງເຊັ່ນ: ກະສັດຊາອຶລພະຍາຍາມທີ່ຈະຂ້າດາວິດ ບາງຄົນຕ້ອງການທີ່ຈະເອົາກ້ອນຫີນຄວ່າງໃສ່ລາວ ແລະແມ່ນແຕ່ເມຍຂອງດາວິດເອງກໍຫົວຂວັນໃສ່ລາວ. (1 ຊາເມືອນ 19:9-11; 30:1-6; 2 ຊາເມືອນ 6:14-22) ບໍ່ວ່າຄົນອື່ນຈະເຮັດແນວໃດໃຫ້ດາວິດ ລາວກໍຍັງຮັກພະເຢໂຫວາແລະໄວ້ວາງໃຈໃນພະອົງ. ນອກຈາກນັ້ນ ດາວິດຍັງສະແດງຄວາມເມດຕາກະລຸນານຳອີກ. ພີ່ນ້ອງອູເວຍອມຮັບວ່າລາວກໍຕ້ອງເຮັດແບບດຽວກັນນັ້ນ. ໂດຍທາງການສຶກສາຄຳພີໄບເບິນ ລາວຮຽນຮູ້ວ່າຕ້ອງປ່ຽນແປງຄວາມຮູ້ສຶກຂອງຕົນເອງຕໍ່ກັບຄວາມບໍ່ສົມບູນແບບຂອງພີ່ນ້ອງ. ລາວຕ້ອງບໍ່ຈົດຈຳຄວາມຜິດຂອງເຂົາເຈົ້າແລະສົ່ງເສີມຄວາມສາມັກຄີໃນປະຊາຄົມ. ເຈົ້າເດມີເປົ້າໝາຍທີ່ຈະເຮັດແບບນີ້ບໍ?

ເລືອກໝູ່ຈາກທ່າມກາງຄົນທີ່ເຮັດຕາມຈຸດປະສົງຂອງພະເຈົ້າ

14. ພະເຍຊູເລືອກໝູ່ແນວໃດ?

14 ພະເຍຊູເປັນມິດກັບຄົນອື່ນ. ທັງຊາຍແລະຍິງ ຄົນໜຸ່ມແລະຄົນເຖົ້າ ແລະແມ່ນແຕ່ເດັກນ້ອຍກໍຮູ້ສຶກສະບາຍໃຈເມື່ອຢູ່ກັບເພິ່ນ. ຢ່າງໃດກໍຕາມ ພະເຍຊູເລືອກໝູ່ສະໜິດຢ່າງລະມັດລະວັງ. ເພິ່ນບອກພວກອັກຄະສາວົກວ່າ: “ຖ້າທ່ານທັງຫຼາຍກະທຳສັບພະທຸກສິ່ງທີ່ເຮົາສັ່ງແກ່ທ່ານ ທ່ານເປັນສ່ຽວຂອງເຮົາ.” (ໂຢຮັນ 15:14) ພະເຍຊູເລືອກໝູ່ສະໜິດຈາກທ່າມກາງຄົນທີ່ຕິດຕາມເພິ່ນຢ່າງພັກດີ ແລະເປັນຄົນທີ່ຮັກແລະຮັບໃຊ້ພະເຢໂຫວາ. ໝູ່ທີ່ເຈົ້າເລືອກເປັນຄົນທີ່ຮັກພະເຢໂຫວາຢ່າງສິ້ນສຸດຫົວໃຈຂອງເຂົາເຈົ້າບໍ? ເປັນຫຍັງເລື່ອງນີ້ຈຶ່ງສຳຄັນ?

ໝູ່ທີ່ເຈົ້າເລືອກເປັນຄົນທີ່ຮັກພະເຢໂຫວາຢ່າງສິ້ນສຸດຫົວໃຈຂອງເຂົາເຈົ້າບໍ?

15. ຄົນໜຸ່ມຈະໄດ້ຮັບປະໂຫຍດແນວໃດຈາກການຄົບຫາກັບຄລິດສະຕຽນທີ່ອາວຸໂສ?

15 ແສງແດດທີ່ອຸ່ນໆຈະເຮັດໃຫ້ໝາກໄມ້ເກືອບທຸກຊະນິດສຸກດີ. ຄ້າຍຄືກັນ ຄວາມຮັກທີ່ອົບອຸ່ນຂອງພີ່ນ້ອງຊາຍຍິງສາມາດຊ່ວຍເຈົ້າໃຫ້ເປັນຄລິດສະຕຽນທີ່ອາວຸໂສໄດ້. ເຈົ້າເປັນໜຸ່ມສາວທີ່ກຳລັງພະຍາຍາມຕັດສິນໃຈວ່າຈະເຮັດແນວໃດກັບຊີວິດຂອງຕົນເອງບໍ? ຖ້າເປັນເຊັ່ນນັ້ນ ເປັນເລື່ອງສຸຂຸມທີ່ຈະເລືອກໝູ່ທີ່ໄດ້ຮັບໃຊ້ພະເຢໂຫວາມາໄລຍະໜຶ່ງແລະເປັນຄົນທີ່ສົ່ງເສີມຄວາມສາມັກຄີໃນປະຊາຄົມ. ພີ່ນ້ອງເຫຼົ່ານັ້ນອາດມີບັນຫາຕ່າງໆໃນຊີວິດແລະອາດຕ້ອງອົດທົນກັບຄວາມຫຍຸ້ງຍາກໃນຂະນະທີ່ຮັບໃຊ້ພະເຢໂຫວາ ແຕ່ເຂົາເຈົ້າສາມາດຊ່ວຍເຈົ້າໃຫ້ເລືອກແນວທາງຊີວິດທີ່ດີທີ່ສຸດ. ເມື່ອໃຊ້ເວລາກັບພີ່ນ້ອງແບບນັ້ນ ເຂົາເຈົ້າສາມາດຊ່ວຍເຈົ້າໃຫ້ຕັດສິນໃຈຢ່າງສຸຂຸມແລະເຕີບໂຕເປັນຄລິດສະຕຽນທີ່ອາວຸໂສ.—ອ່ານເຫບເລີ 5:14

16. ຕອນທີ່ເຮວກາເປັນໄວຮຸ່ນ ພີ່ນ້ອງທີ່ເປັນຜູ້ໃຫຍ່ແລ້ວໃນປະຊາຄົມໄດ້ຊ່ວຍລາວແນວໃດ?

16 ເຮວກາຈື່ໄດ້ວ່າຕອນຮຽນຢູ່ມັດທະຍົມຕອນປາຍປີສຸດທ້າຍ ໝູ່ເກືອບໝົດທຸກຄົນຢູ່ໃນຫ້ອງລົມກັນເລື່ອງເປົ້າໝາຍຂອງເຂົາເຈົ້າກ່ຽວກັບອະນາຄົດ. ຫຼາຍຄົນຢາກຮຽນຕໍ່ມະຫາວິທະຍາໄລເພື່ອຈະໄດ້ປະສົບຄວາມສຳເລັດໃນເລື່ອງວຽກອາຊີບ. ຢ່າງໃດກໍຕາມ ເຮວກາໄດ້ລົມກັບໝູ່ທີ່ເປັນຜູ້ໃຫຍ່ແລ້ວໃນປະຊາຄົມຂອງລາວ. ເຮວກາເວົ້າວ່າ: “ມີຫຼາຍຄົນທີ່ອາຍຸຫຼາຍກວ່າຂ້ອຍ ແລະເຂົາເຈົ້າສາມາດຊ່ວຍຂ້ອຍໄດ້ຫຼາຍ. ເຂົາເຈົ້າສະໜັບສະໜູນຂ້ອຍໃຫ້ເລີ່ມຕົ້ນຮັບໃຊ້ເຕັມເວລາ. ຍ້ອນແນວນັ້ນ ຂ້ອຍຈຶ່ງສາມາດໃຊ້ເວລາຫ້າປີເພື່ອຮັບເປັນໄພໂອເນຍ. ຕອນນີ້ ເຖິງວ່າເວລາຜ່ານໄປຫຼາຍປີແລ້ວ ຂ້ອຍດີໃຈທີ່ໄດ້ໃຊ້ຊີວິດສ່ວນຫຼາຍຕອນເປັນໄວຮຸ່ນເພື່ອຮັບໃຊ້ພະເຢໂຫວາ. ຂ້ອຍບໍ່ມີເຫດຜົນທີ່ຈະເສຍໃຈທີ່ໄດ້ເຮັດແບບນັ້ນ.”

17, 18. ເຮົາຈະຮັບໃຊ້ພະເຢໂຫວາໄດ້ດີທີ່ສຸດໂດຍວິທີໃດ?

17 ເມື່ອຮຽນແບບພະເຍຊູ ເຮົາຈະເຕີບໂຕເປັນຄລິດສະຕຽນທີ່ອາວຸໂສ. ເຮົາຈະໃກ້ຊິດກັບພະເຢໂຫວາຫຼາຍຂຶ້ນ ແລະຄວາມປາຖະໜາທີ່ຈະຮັບໃຊ້ພະອົງກໍຈະເພີ່ມຂຶ້ນຄືກັນ. ຄົນຜູ້ໜຶ່ງຈະຮັບໃຊ້ພະເຢໂຫວາໄດ້ດີທີ່ສຸດເມື່ອລາວເປັນຄົນອາວຸໂສ. ພະເຍຊູສະໜັບສະໜູນພວກລູກສິດຂອງເພິ່ນວ່າ: “ໃຫ້ແຈ້ງຂອງທ່ານທັງຫຼາຍສ່ອງໄປຕໍ່ໜ້າຄົນທັງຫຼາຍ ເພື່ອເຂົາຈະໄດ້ເຫັນການດີທັງຫຼາຍຂອງທ່ານທັງຫຼາຍ ແລະຈະໄດ້ສັນລະເສີນພະບິດາຂອງພວກທ່ານຜູ້ຢູ່ໃນສະຫວັນ.”—ມັດທາຍ 5:16

18 ເຮົາຮຽນຮູ້ວ່າຄລິດສະຕຽນທີ່ອາວຸໂສເປັນປະໂຫຍດຫຼາຍຕໍ່ປະຊາຄົມ. ນອກຈາກນັ້ນ ຄລິດສະຕຽນຍັງສະແດງຄວາມອາວຸໂສໃນວິທີທີ່ລາວໃຊ້ສະຕິຮູ້ສຶກຜິດຊອບ. ສະຕິຮູ້ສຶກຜິດຊອບຈະຊ່ວຍເຮົາແນວໃດໃນການຕັດສິນໃຈຢ່າງສຸຂຸມ? ແລະເຮົາຈະນັບຖືສະຕິຮູ້ສຶກຜິດຊອບຂອງຄົນອື່ນໄດ້ແນວໃດ? ຈະມີການຕອບຄຳຖາມເຫຼົ່ານີ້ໃນບົດຄວາມຕໍ່ໄປ.

^ ຂໍ້ 6 ຕົວຢ່າງເຊັ່ນ: ອາດມີການຂໍພີ່ນ້ອງຊາຍທີ່ສູງອາຍຸແລະມີປະສົບການໃຫ້ສະລະວຽກມອບໝາຍຂອງຕົນ ແລະໃຫ້ສະໜັບສະໜູນພີ່ນ້ອງຊາຍທີ່ໜຸ່ມກວ່າເຊິ່ງໄດ້ຮັບການມອບໝາຍສຳລັບວຽກນັ້ນ.