ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

“ຂໍໂຜດໃຫ້ພວກຂ້າພະເຈົ້າມີຄວາມເຊື່ອຫຼາຍຂຶ້ນ”

“ຂໍໂຜດໃຫ້ພວກຂ້າພະເຈົ້າມີຄວາມເຊື່ອຫຼາຍຂຶ້ນ”

“ໂຜດຊ່ອຍຜູ້ຂ້າໃຫ້ມີ [ຄວາມເຊື່ອ] ຫຼາຍກວ່ານີ້ແດ່ທ້ອນ!”—ມາລະໂກ 9:24, ທ.ປ.

ເພງ: 81, 135

1. ຄວາມເຊື່ອສຳຄັນຫຼາຍສໍ່າໃດ? (ເບິ່ງຮູບທຳອິດ)

ເຈົ້າເຄີຍຖາມຕົວເອງບໍວ່າ ‘ຂ້ອຍເປັນຄົນທີ່ພະເຢໂຫວາຕ້ອງການຈະຊ່ວຍຊີວິດບໍໃນລະຫວ່າງທີ່ເກີດຄວາມທຸກລຳບາກຄັ້ງໃຫຍ່?’ ອັກຄະສາວົກໂປໂລບອກວ່າ ຄວາມເຊື່ອເປັນຄຸນລັກສະນະຢ່າງໜຶ່ງທີ່ສຳຄັນຫຼາຍເຊິ່ງເຮົາຈຳເປັນຕ້ອງມີເພື່ອຈະລອດຊີວິດ. ລາວເວົ້າວ່າ: “ປາສະຈາກຄວາມເຊື່ອຈະເປັນທີ່ຊອບໃຈ [ພະເຈົ້າ] ກໍບໍ່ໄດ້.” (ເຫບເລີ 11:6) ສິ່ງນັ້ນຟັງຄືວ່າເປັນເລື່ອງທຳມະດາ ແຕ່ຄວາມຈິງກໍຄື “ບໍ່ແມ່ນທຸກຄົນມີຄວາມເຊື່ອ.” (2 ເທຊະໂລນີກ 3:2) ພະຄຳພີສອງຂໍ້ນີ້ຊ່ວຍເຮົາໃຫ້ເຂົ້າໃຈວ່າເປັນສິ່ງທີ່ສຳຄັນຫຼາຍທີ່ຈະເຮັດໃຫ້ຄວາມເຊື່ອຂອງເຮົາເຂັ້ມແຂງຂຶ້ນ.

2, 3. (ກ) ຄວາມເຊື່ອຂອງເຮົາສຳຄັນຫຼາຍສໍ່າໃດ? (ຂ) ໃນຕອນນີ້ ເຮົາຈະພິຈາລະນາຫຍັງແດ່?

2 ອັກຄະສາວົກເປໂຕເວົ້າເຖິງການ “ລອງ [ທົດສອບ] ເບິ່ງ” ຄວາມເຊື່ອ. (ອ່ານ 1 ເປໂຕ 1:7) ຄວາມທຸກລຳບາກຄັ້ງໃຫຍ່ໃກ້ເຂົ້າມາຫຼາຍແລ້ວ ແລະເຮົາຕ້ອງການທີ່ຈະເປັນ ‘ຄົນທີ່ເຊື່ອຈົນໃຫ້ຊີວິດເຖິງຄວາມພົ້ນ.’ (ເຫບເລີ 10:39) ດັ່ງນັ້ນ ເຮົາຈຳເປັນຕ້ອງພະຍາຍາມຢ່າງໜັກເພື່ອເຮັດໃຫ້ຄວາມເຊື່ອຂອງເຮົາເຂັ້ມແຂງຂຶ້ນ. ເຮົາຕ້ອງການທີ່ຈະຢູ່ໃນທ່າມກາງຄົນທີ່ຈະໄດ້ຮັບລາງວັນເມື່ອພະເຍຊູຄລິດຜູ້ເປັນກະສັດຂອງເຮົາມາປາກົດຕົວ. ດັ່ງນັ້ນ ຄືກັບທີ່ຊາຍຄົນໜຶ່ງໄດ້ອ້ອນວອນຂໍກັບພະເຍຊູເພື່ອຈະມີຄວາມເຊື່ອຫຼາຍຂຶ້ນ ເຮົາກໍຄືກັນອາດຂໍວ່າ: “ໂຜດຊ່ອຍຜູ້ຂ້າໃຫ້ມີ [ຄວາມເຊື່ອ] ຫຼາຍກວ່ານີ້ແດ່ທ້ອນ!” (ມາລະໂກ 9:24, ທ.ປ.) ຫຼືຄືກັບພວກອັກຄະສາວົກ ເຮົາອາດຈະເວົ້າວ່າ: “ຂໍໂຜດໃຫ້ພວກຂ້າພະເຈົ້າມີຄວາມເຊື່ອຫຼາຍຂຶ້ນ.”—ລືກາ 17:5, ລ.ມ.

3 ໃນບົດຄວາມນີ້ ເຮົາຈະພິຈາລະນາຈຸດຕ່າງໆຕໍ່ໄປນີ້: ເຮົາຈະເສີມສ້າງຄວາມເຊື່ອຂອງເຮົາໂດຍວິທີໃດ? ເຮົາຈະສະແດງໃຫ້ເຫັນໂດຍວິທີໃດວ່າເຮົາມີຄວາມເຊື່ອທີ່ເຂັ້ມແຂງ? ແລະເປັນຫຍັງເຮົາຈຶ່ງແນ່ໃຈໄດ້ວ່າພະເຈົ້າຈະຕອບເມື່ອເຮົາຂໍໃຫ້ມີຄວາມເຊື່ອຫຼາຍຂຶ້ນ?

ພະເຈົ້າພໍໃຈເມື່ອເຮົາເສີມສ້າງຄວາມເຊື່ອຂອງເຮົາ

4. ມີຕົວຢ່າງຂອງໃຜແດ່ທີ່ສາມາດກະຕຸ້ນເຮົາໃຫ້ເສີມສ້າງຄວາມເຊື່ອຂອງເຮົາເອງໃຫ້ເຂັ້ມແຂງຂຶ້ນ?

4 ເນື່ອງຈາກຄວາມເຊື່ອເປັນສິ່ງທີ່ສຳຄັນຫຼາຍ ດັ່ງນັ້ນ ໃນຄຳພີໄບເບິນພະເຢໂຫວາຈຶ່ງໃຫ້ມີການບັນທຶກກ່ຽວກັບຕົວຢ່າງຂອງຫຼາຍຄົນທີ່ເປັນແບບຢ່າງຂອງຄວາມເຊື່ອ. ຕົວຢ່າງເຫຼົ່ານີ້ “ຂຽນໄວ້ເພື່ອຈະສັ່ງສອນພວກເຮົາ.” (ໂລມ 15:4) ຕົວຢ່າງຂອງອັບລາຫາມ ຊາລາ ອີຊາກ ຢາໂຄບ ໂມເຊ ລາຫາບ ເຄເດໂອນ ບາຣາກ ແລະຄົນອື່ນໆອີກຫຼາຍຄົນສາມາດກະຕຸ້ນເຮົາໃຫ້ເສີມສ້າງຄວາມເຊື່ອຂອງເຮົາເອງໃຫ້ເຂັ້ມແຂງຂຶ້ນ. (ເຫບເລີ 11:32-35) ນອກຈາກຕົວຢ່າງໃນອະດີດແລ້ວ ເຮົາຍັງມີຕົວຢ່າງທີ່ໜ້າງຶດງໍ້ກ່ຽວກັບຄວາມເຊື່ອຂອງພີ່ນ້ອງຊາຍຍິງຂອງເຮົາໃນສະໄໝປັດຈຸບັນ. * (ເບິ່ງໄຂເງື່ອນ)

ເຮົາມີຕົວຢ່າງທີ່ໜ້າງຶດງໍ້ກ່ຽວກັບຄວາມເຊື່ອຂອງພີ່ນ້ອງຊາຍຍິງຂອງເຮົາໃນສະໄໝປັດຈຸບັນ

5. ເອລີຢາສະແດງໃຫ້ເຫັນແນວໃດວ່າລາວມີຄວາມເຊື່ອທີ່ເຂັ້ມແຂງໃນພະເຢໂຫວາ ແລະເຮົາຄວນຖາມຕົວເອງແນວໃດ?

5 ຕົວຢ່າງໜຶ່ງທີ່ຢູ່ໃນຄຳພີໄບເບິນແມ່ນເລື່ອງຂອງຜູ້ພະຍາກອນເອລີຢາ. ເມື່ອຄິດຕຶກຕອງກ່ຽວກັບເລື່ອງຂອງລາວ ຂໍໃຫ້ສັງເກດເບິ່ງວ່າມີ 5 ສະພາບການທີ່ເອລີຢາໄດ້ສະແດງໃຫ້ເຫັນວ່າລາວເຊື່ອໝັ້ນຢ່າງໜັກແໜ້ນໃນພະເຢໂຫວາ ນັ້ນຄື: (1) ເມື່ອເອລີຢາບອກກະສັດອາກາບວ່າພະເຢໂຫວາຈະເຮັດໃຫ້ມີຄວາມແຫ້ງແລ້ງ ລາວໄດ້ປະກາດດ້ວຍຄວາມໝັ້ນໃຈວ່າ: “ພະເຢໂຫວາພະເຈົ້າຂອງຍິດສະລາເອນກໍເປັນຊີວິດຢູ່ ຂ້ອຍເຝົ້າຢູ່ຕໍ່ໜ້າພະອົງ ໃນປີທັງຫຼາຍນີ້ຝົນຈະບໍ່ຕົກນໍ້າໝອກຈະບໍ່ຕົກເທົ່າເວັ້ນໄວ້ຂ້ອຍບອກ.” (1 ກະສັດ 17:1) (2) ເອລີຢາເຊື່ອວ່າພະເຢໂຫວາຈະຈັດໃຫ້ລາວແລະຄົນອື່ນໆມີສິ່ງທີ່ຈຳເປັນໃນລະຫວ່າງທີ່ເກີດຄວາມແຫ້ງແລ້ງ. (1 ກະສັດ 17:4, 5, 13, 14) (3) ເອລີຢາຍັງໝັ້ນໃຈວ່າພະເຢໂຫວາຈະສາມາດປຸກລູກຊາຍຂອງຍິງໝ້າຍໃຫ້ຟື້ນຄືນມາຈາກຕາຍໄດ້. (1 ກະສັດ 17:21) (4) ລາວບໍ່ມີຂໍ້ສົງໄສໃນເລື່ອງທີ່ໄຟຂອງພະເຢໂຫວາຈະມາເຜົາເຄື່ອງບູຊາທີ່ລາວຖວາຍຢູ່ເທິງພູກາເຣເມນ. (1 ກະສັດ 18:24, 37) (5) ເຖິງວ່າກ່ອນໜ້ານີ້ບໍ່ມີຝົນຕົກຈັກເທື່ອ ແຕ່ເອລີຢາກໍຍັງເວົ້າກັບກະສັດອາກາບດ້ວຍຄວາມໝັ້ນໃຈວ່າ: ‘ຈົ່ງຂຶ້ນໄປ ກິນແລະດື່ມເຖີ້ນ ເຫດວ່າມີສຽງຝົນຫ່າໃຫຍ່ມາແລ້ວ.’ (1 ກະສັດ 18:41) ດັ່ງນັ້ນ ຫຼັງຈາກທີ່ຮຽນຮູ້ປະສົບການເຫຼົ່ານີ້ແລ້ວ ເຮົາສາມາດຖາມຕົວເອງວ່າ: ‘ຄວາມເຊື່ອຂອງຂ້ອຍເຂັ້ມແຂງຄືກັບຄວາມເຊື່ອຂອງເອລີຢາບໍ?’

ເຮົາຈະເຮັດຫຍັງໄດ້ແດ່ເພື່ອເສີມສ້າງຄວາມເຊື່ອ?

6. ເພື່ອເສີມສ້າງຄວາມເຊື່ອ ເຮົາຕ້ອງການຫຍັງຈາກພະເຢໂຫວາ?

6 ເນື່ອງຈາກວ່າເຮົາບໍ່ສາມາດເສີມສ້າງຄວາມເຊື່ອຂອງເຮົາດ້ວຍຕົວເອງ ເຮົາຕ້ອງໄດ້ຂໍພະລັງບໍລິສຸດຈາກພະເຈົ້າ. ຍ້ອນຫຍັງ? ກໍຍ້ອນວ່າຄວາມເຊື່ອເປັນຜົນຢ່າງໜຶ່ງຂອງພະລັງບໍລິສຸດ. (ຄາລາຊີ 5:22) ເຮົາເປັນຄົນສຸຂຸມເມື່ອເຮັດຕາມຄຳແນະນຳຂອງພະເຍຊູທີ່ໃຫ້ອະທິດຖານເພື່ອຈະໄດ້ພະລັງບໍລິສຸດຕື່ມອີກ. ພະເຍຊູສັນຍາວ່າພະເຢໂຫວາຈະ “ປະທານພະວິນຍານ [ພະລັງ] ບໍລິສຸດໃຫ້ແກ່ຄົນທັງຫຼາຍທີ່ຂໍກັບພະອົງ.”—ລືກາ 11:13

ເຮົາເປັນຄົນສຸຂຸມເມື່ອເຮັດຕາມຄຳແນະນຳຂອງພະເຍຊູທີ່ໃຫ້ອະທິດຖານເພື່ອຈະໄດ້ພະລັງບໍລິສຸດຕື່ມອີກ

7. ຂໍໃຫ້ອະທິບາຍວິທີທີ່ເຮົາສາມາດຮັກສາຄວາມເຊື່ອໃຫ້ເຂັ້ມແຂງຂຶ້ນ.

7 ເມື່ອເຮົາມີຄວາມເຊື່ອທີ່ເຂັ້ມແຂງໃນພະເຢໂຫວາແລ້ວ ເຮົາຕ້ອງຮັກສາສິ່ງນັ້ນໄວ້. ເຮົາສາມາດສົມທຽບຄວາມເຊື່ອຂອງເຮົາວ່າເປັນຄືກັບໄຟ. ເມື່ອເຮົາເລີ່ມດັງໄຟ ແປວໄຟຈະລຸກແຮງຂຶ້ນ. ແຕ່ຖ້າເຮົາບໍ່ຕື່ມຟືນໃສ່ໄຟ ໃນທີ່ສຸດໄຟກໍຈະໄໝ້ຟືນຈົນໝົດແລະເຫຼືອແຕ່ຂີ້ເທົ່າທີ່ເຢັນແລ້ວ. ຢ່າງໃດກໍຕາມ ຖ້າເຮົາຕື່ມຟືນໃສ່ໄຟເປັນປະຈຳ ເຮົາກໍຈະເຮັດໃຫ້ໄຟລຸກຢູ່ຕໍ່ໆໄປ. ຄວາມເຊື່ອຂອງເຮົາກໍເປັນແບບດຽວກັນນີ້. ຖ້າເຮົາອ່ານແລະສຶກສາຄຳພີໄບເບິນຕໍ່ໆໄປທຸກມື້ ຄວາມຮັກທີ່ເຮົາມີຕໍ່ພະເຢໂຫວາແລະຕໍ່ຄຳພີໄບເບິນກໍຈະເພີ່ມພູນຂຶ້ນ. ຜົນກໍຄື ເຮົາຈະທັງຮັກສາແລະເຮັດໃຫ້ຄວາມເຊື່ອຂອງເຮົາເຂັ້ມແຂງຂຶ້ນ.

8. ມີສິ່ງໃດທີ່ຈະຊ່ວຍເຈົ້າໃຫ້ເສີມສ້າງແລະຮັກສາຄວາມເຊື່ອຂອງເຈົ້າໄວ້ໄດ້?

8 ເຈົ້າຕ້ອງບໍ່ພໍໃຈແຕ່ກັບສິ່ງທີ່ເຈົ້າໄດ້ຮຽນຮູ້ກ່ອນຮັບບັບເຕມາເທົ່ານັ້ນ. (ເຫບເລີ 6:1, 2) ຕົວຢ່າງເຊັ່ນ: ການສຶກສາເລື່ອງຄຳພະຍາກອນຕ່າງໆທີ່ໄດ້ສຳເລັດເປັນຈິງໄປແລ້ວຈະຊ່ວຍເຈົ້າໃຫ້ເສີມສ້າງແລະຮັກສາຄວາມເຊື່ອໄວ້ໄດ້. ນອກຈາກນັ້ນ ເຈົ້າຍັງສາມາດໃຊ້ຄຳພີໄບເບິນເພື່ອກວດສອບເບິ່ງວ່າຄວາມເຊື່ອຂອງເຈົ້າເຂັ້ມແຂງແທ້ໆຫຼືບໍ່.—ອ່ານຢາໂກໂບ 1:25; 2:24, 26

9, 10. ຄວາມເຊື່ອຂອງເຮົາຈະເຂັ້ມແຂງຂຶ້ນໄດ້ແນວໃດໂດຍ (ກ) ໝູ່ທີ່ດີ? (ຂ) ການປະຊຸມປະຈຳປະຊາຄົມ (ຄ) ການປະກາດ?

9 ອັກຄະສາວົກໂປໂລໄດ້ເວົ້າວ່າຄລິດສະຕຽນສາມາດ “ໜູນກຳລັງໃຈກັນໂດຍຄວາມເຊື່ອຂອງທັງສອງຝ່າຍ.” (ໂລມ 1:12, ລ.ມ.) ນັ້ນໝາຍຄວາມວ່າແນວໃດ? ໝາຍຄວາມວ່າເມື່ອເຮົາໃຊ້ເວລາກັບພີ່ນ້ອງຊາຍຍິງ ເຮົາສາມາດເຮັດໃຫ້ຄວາມເຊື່ອຂອງກັນແລະກັນເຂັ້ມແຂງຂຶ້ນ. ສິ່ງນີ້ເປັນຄວາມຈິງແທ້ໆ ໂດຍສະເພາະເມື່ອເຮົາໃຊ້ເວລາກັບຄົນທີ່ໄດ້ ‘ຖືກທົດສອບ’ ຄວາມເຊື່ອແລ້ວ. (ຢາໂກໂບ 1:3) ໝູ່ທີ່ບໍ່ດີທຳລາຍຄວາມເຊື່ອຂອງເຮົາ ແຕ່ວ່າໝູ່ທີ່ດີເສີມສ້າງຄວາມເຊື່ອຂອງເຮົາ. (1 ໂກລິນໂທ 15:33) ນັ້ນເປັນເຫດຜົນທີ່ເຮົາໄດ້ຮັບຄຳແນະນຳໃຫ້ເຂົ້າຮ່ວມການປະຊຸມເປັນປະຈຳ. ຢູ່ທີ່ນັ້ນ ເຮົາສາມາດ “ເຕືອນສະຕິ [ໜູນກຳລັງໃຈ] ກັນແລະກັນ.” (ອ່ານເຫບເລີ 10:24, 25) ນອກຈາກນັ້ນ ຄຳແນະນຳຕ່າງໆທີ່ເຮົາໄດ້ຮັບຢູ່ທີ່ການປະຊຸມຈະເຮັດໃຫ້ຄວາມເຊື່ອຂອງເຮົາເຂັ້ມແຂງຂຶ້ນ. ຄຳພີໄບເບິນກ່າວວ່າ: “ຄວາມເຊື່ອເກີດຂຶ້ນເພາະໄດ້ຍິນ.” (ໂລມ 10:17) ດັ່ງນັ້ນ ຂໍໃຫ້ຖາມຕົວເອງວ່າ: ‘ການເຂົ້າຮ່ວມການປະຊຸມເປັນປະຈຳ ເປັນສ່ວນໜຶ່ງໃນຊີວິດຂອງຂ້ອຍບໍ?’

10 ເຮົາຍັງເຮັດໃຫ້ຄວາມເຊື່ອຂອງເຮົາເຂັ້ມແຂງຂຶ້ນ ເມື່ອເຮົາປະກາດແລະສອນເລື່ອງຂ່າວດີທີ່ມີໃນຄຳພີໄບເບິນ. ຄືກັບຄລິດສະຕຽນໃນສະຕະວັດທຳອິດ ເຮົາຮຽນຮູ້ທີ່ຈະວາງໃຈໃນພະເຢໂຫວາແລະເວົ້າດ້ວຍຄວາມກ້າຫານ ບໍ່ວ່າສະພາບການຈະເປັນແນວໃດກໍຕາມ.—ກິດຈະການ 4:17-20; 13:46

11. ເປັນຫຍັງກາເລບແລະໂຢຊວຍຈຶ່ງມີຄວາມເຊື່ອທີ່ເຂັ້ມແຂງ ແລະເຮົາຈະເປັນຄືກັບເຂົາເຈົ້າໄດ້ແນວໃດ?

11 ຄວາມເຊື່ອທີ່ເຮົາມີໃນພະເຢໂຫວາກໍຈະເພີ່ມຂຶ້ນເລື້ອຍໆ ເມື່ອເຮົາເຫັນວິທີທີ່ພະອົງຊ່ວຍເຮົາແລະຕອບຄຳອະທິດຖານຂອງເຮົາ. ນັ້ນເປັນສິ່ງທີ່ເກີດຂຶ້ນກັບກາເລບແລະໂຢຊວຍ. ທັງສອງຄົນສະແດງຄວາມເຊື່ອໃນພະເຢໂຫວາຕອນທີ່ເຂົາເຈົ້າຖືກມອບໝາຍໃຫ້ໄປສອດແນມເບິ່ງແຜ່ນດິນທີ່ພະເຈົ້າສັນຍາໄວ້. ໃນຂະນະທີ່ເວລາຜ່ານໄປ ຄວາມເຊື່ອຂອງທັງສອງຄົນກໍເຂັ້ມແຂງຂຶ້ນທຸກໆເທື່ອທີ່ເຂົາເຈົ້າເຫັນວິທີທີ່ພະເຢໂຫວາໄດ້ຊ່ວຍເຫຼືອເຂົາເຈົ້າ. ໂຢຊວຍສາມາດບອກຊາວອິດສະລາແອນດ້ວຍຄວາມໝັ້ນໃຈວ່າ: ‘ຄຳສັນຍາອັນດີປະເສີດທີ່ພະເຢໂຫວາພະເຈົ້າຂອງທ່ານໄດ້ເຮັດກັບທ່ານ ບໍ່ມີຂໍ້ໃດທີ່ບໍ່ສຳເລັດ.’ ຕໍ່ມາລາວໄດ້ເວົ້າວ່າ: “ຈົ່ງຢ້ານຢຳພະເຢໂຫວາແລະຈົ່ງບົວລະບັດພະອົງດ້ວຍໃຈສັດຊື່ແລະດ້ວຍຄວາມຈິງ [ຄວາມພັກດີ].” ຈາກນັ້ນ ລາວເວົ້າຕື່ມອີກວ່າ: “ຝ່າຍຂ້ອຍກັບໄທເຮືອນຂອງຂ້ອຍກໍຈະບົວລະບັດພະເຢໂຫວາ.” (ໂຢຊວຍ 23:14; 24:14, 15) ເມື່ອເຮົາວາງໃຈໃນພະເຢໂຫວາແລະໄດ້ເຫັນວິທີທີ່ພະອົງຊ່ວຍເຫຼືອເຮົາເປັນສ່ວນຕົວ ຄວາມເຊື່ອຂອງເຮົາກໍຈະເຂັ້ມແຂງຂຶ້ນ.—ຄຳເພງ 34:8

ວິທີທີ່ເຮົາສາມາດສະແດງຄວາມເຊື່ອ

12. ເຮົາຈະສະແດງໃຫ້ເຫັນໂດຍວິທີໃດວ່າເຮົາມີຄວາມເຊື່ອທີ່ເຂັ້ມແຂງ?

12 ເຮົາຈະສະແດງໃຫ້ເຫັນໂດຍວິທີໃດວ່າເຮົາມີຄວາມເຊື່ອທີ່ເຂັ້ມແຂງຂຶ້ນ? ສາວົກຢາໂກໂບໄດ້ເວົ້າວ່າ: “ເຮົາຈະສຳແດງຄວາມເຊື່ອຂອງເຮົາດ້ວຍກິດຈະການຂອງເຮົາໃຫ້ທ່ານເຫັນ.” (ຢາໂກໂບ 2:18) ການກະທຳຂອງເຮົາສາມາດສະແດງໃຫ້ເຫັນວ່າເຮົາມີຄວາມເຊື່ອທີ່ເຂັ້ມແຂງ. ຂໍໃຫ້ມາເບິ່ງວ່າເຮົາຈະເຮັດໂດຍວິທີໃດ?

ຄົນທີ່ເຮັດສຸດຄວາມສາມາດໃນວຽກປະກາດສະແດງໃຫ້ເຫັນວ່າເຂົາເຈົ້າມີຄວາມເຊື່ອທີ່ເຂັ້ມແຂງ (ເບິ່ງຂໍ້ 13)

13. ເມື່ອປະກາດ ເຮົາສະແດງໃຫ້ເຫັນແນວໃດວ່າເຮົາມີຄວາມເຊື່ອ?

13 ການປະກາດແມ່ນວິທີທີ່ດີເລີດທີ່ຈະສະແດງຄວາມເຊື່ອຂອງເຮົາ. ຍ້ອນຫຍັງ? ຍ້ອນວ່າເມື່ອປະກາດ ເຮົາສະແດງໃຫ້ເຫັນທີ່ເຮົາເຊື່ອວ່າອະວະສານໃກ້ເຂົ້າມາແລ້ວແລະ “ມັນຈະບໍ່ຊັກຊ້າ.” (ຫາບາກຸກ 2:3, ທ.ປ.) ເພື່ອຈະຮູ້ວ່າຄວາມເຊື່ອຂອງເຮົາເຂັ້ມແຂງຫຼືບໍ່ ເຮົາສາມາດຖາມຕົວເອງວ່າ: ‘ຂ້ອຍຖືວ່າວຽກປະກາດສຳຄັນບໍ? ຂ້ອຍເຮັດສຸດຄວາມສາມາດເພື່ອບອກຄົນອື່ນກ່ຽວກັບເລື່ອງຂອງພະເຢໂຫວາບໍ? ຂ້ອຍຊອກຫາວິທີຕ່າງໆເພື່ອຈະຮັບໃຊ້ພະອົງໃຫ້ຫຼາຍຂຶ້ນບໍ?’ (2 ໂກລິນໂທ 13:5) ຂໍໃຫ້ເຮົາສະແດງຄວາມເຊື່ອທີ່ເຂັ້ມແຂງໂດຍການປະກາດຢ່າງເປີດເຜີຍເຊິ່ງນຳໄປເຖິງ “ຄວາມພົ້ນ.”—ອ່ານໂລມ 10:10

14, 15. (ກ) ໃນຊີວິດປະຈຳວັນ ເຮົາຈະສະແດງຄວາມເຊື່ອໄດ້ແນວໃດ? (ຂ) ຂໍໃຫ້ເລົ່າປະສົບການທີ່ສະແດງເຖິງຄວາມເຊື່ອທີ່ເຂັ້ມແຂງທີ່ເຫັນໄດ້ທາງການກະທຳ.

14 ນອກຈາກນັ້ນ ເຮົາຍັງສະແດງຄວາມເຊື່ອໃນພະເຢໂຫວາໃນຂະນະທີ່ເຮົາອົດທົນຕໍ່ຄວາມຫຍຸ້ງຍາກຕ່າງໆໃນຊີວິດ. ເມື່ອ ເຈັບປ່ວຍ ທໍ້ແທ້ ໂສກເສົ້າ ທຸກຍາກ ຫຼືມີບັນຫາອື່ນໆອີກ ເຮົາຕ້ອງເຊື່ອວ່າພະເຢໂຫວາແລະພະເຍຊູຈະ “ຊ່ອຍພວກເຮົາໃນເວລາທີ່ຕ້ອງການ.” (ເຫບເລີ 4:16, ທ.ປ.) ເຮົາສະແດງຄວາມເຊື່ອໃນພະເຢໂຫວາເມື່ອເຮົາຂໍໃຫ້ພະອົງຊ່ວຍ. ພະເຍຊູບອກວ່າເຮົາສາມາດຂໍໃຫ້ພະເຢໂຫວາປະທານ ‘ອາຫານທີ່ເຮົາທັງຫຼາຍຕ້ອງການໃນແຕ່ລະວັນ.’ (ລືກາ 11:3) ບັນທຶກໃນຄຳພີໄບເບິນໄດ້ສະແດງໃຫ້ເຫັນວ່າພະເຢໂຫວາສາມາດຈັດໃຫ້ເຮົາມີສິ່ງທີ່ຈຳເປັນໃນການດຳລົງຊີວິດ. ຕົວຢ່າງເຊັ່ນ: ໃນລະຫວ່າງທີ່ເກີດຄວາມແຫ້ງແລ້ງທີ່ຮ້າຍແຮງຫຼາຍໃນປະເທດອິດສະລາແອນ ພະເຢໂຫວາໄດ້ຈັດໃຫ້ມີອາຫານແລະນໍ້າສຳລັບເອລີຢາ. ຄຳພີໄບເບິນກ່າວວ່າ: “ຝູງນົກກາໄດ້ເອົາເຂົ້າຈີ່ກັບຊີ້ນມາໃຫ້ທ່ານມື້ເຊົ້າແລະເຂົ້າຈີ້ກັບຊີ້ນມື້ແລງ ແລະທ່ານໄດ້ກິນນໍ້າຫ້ວຍ.” (1 ກະສັດ 17:3-6) ເຮົາເຊື່ອວ່າພະເຢໂຫວາສາມາດຈັດໃຫ້ເຮົາມີສິ່ງທີ່ຈຳເປັນໃນການດຳລົງຊີວິດ.

ເຮົາສະແດງຄວາມເຊື່ອໃນພະເຢໂຫວາເມື່ອເຮົາອົດທົນກັບຄວາມຫຍຸ້ງຍາກຕ່າງໆໃນຊີວິດ (ເບິ່ງຂໍ້ 14)

15 ເຮົາໝັ້ນໃຈວ່າເມື່ອນຳໃຊ້ຫຼັກການຕ່າງໆໃນຄຳພີໄບເບິນ ເຮົາຈະເບິ່ງແຍງຄວາມຈຳເປັນຂອງຄອບຄົວໄດ້. ເຣເບກາ ພີ່ນ້ອງຍິງທີ່ແຕ່ງດອງແລ້ວເຊິ່ງອາໄສຢູ່ທະວີບອາຊີ ລາວອະທິບາຍເຖິງວິທີທີ່ລາວແລະຄອບຄົວໄດ້ນຳໃຊ້ຫຼັກການໃນມັດທາຍ 6:33 ແລະສຸພາສິດ 10:4. ເຣເບກາເວົ້າວ່າຜົວຂອງລາວຮູ້ສຶກວ່າວຽກທີ່ເຮັດຢູ່ນັ້ນເປັນອັນຕະລາຍຕໍ່ສາຍສຳພັນຂອງເຂົາເຈົ້າກັບພະເຢໂຫວາ. ດັ່ງນັ້ນ ຜົວຂອງເຣເບກາຈຶ່ງລາອອກຈາກວຽກນັ້ນ. ເນື່ອງຈາກຕ້ອງລ້ຽງດູລູກສີ່ຄົນ ດັ່ງນັ້ນ ເຂົາເຈົ້າຈຶ່ງເລີ່ມຕົ້ນເຮັດອາຫານຂາຍ. ຜົນຈາກການເຮັດວຽກໜັກເຮັດໃຫ້ເຂົາເຈົ້າມີເງິນພຽງພໍທີ່ຈະເບິ່ງແຍງຄວາມຈຳເປັນຂອງຄອບຄົວໄດ້ບໍ່ຂາດ. ເຣເບກາເວົ້າວ່າ: “ພວກເຮົາບໍ່ເຄີຍຂາດອາຫານການກິນແມ່ນແຕ່ຄາບດຽວ.” ເຈົ້າມີປະສົບການທີ່ຄ້າຍຄືກັນນີ້ບໍເຊິ່ງເຮັດໃຫ້ຄວາມເຊື່ອຂອງເຈົ້າເຂັ້ມແຂງຂຶ້ນ?

ເຮົາໝັ້ນໃຈວ່າເມື່ອນຳໃຊ້ຫຼັກການຕ່າງໆໃນຄຳພີໄບເບິນ ເຮົາຈະເບິ່ງແຍງຄວາມຈຳເປັນຂອງຄອບຄົວໄດ້

16. ຈະເປັນແນວໃດຖ້າເຮົາວາງໃຈໃນພະເຢໂຫວາ?

16 ເຮົາສາມາດໝັ້ນໃຈໄດ້ວ່າຖ້າເຮົາເຮັດຕາມການຊີ້ນຳຂອງພະເຢໂຫວາ ພະອົງກໍຈະຊ່ວຍເຮົາ. ໂປໂລໄດ້ຍົກເອົາຄຳເວົ້າຂອງຫາບາກຸກມາກ່າວທີ່ວ່າ: “ຄົນຊອບທຳຈະມີຊີວິດຢູ່ດ້ວຍຄວາມເຊື່ອ.” (ຄາລາຊີ 3:11; ຫາບາກຸກ 2:4) ນັ້ນເປັນເຫດຜົນທີ່ເຮົາຄວນມີຄວາມເຊື່ອທີ່ເຂັ້ມແຂງໃນຜູ້ທີ່ສາມາດຊ່ວຍເຮົາໄດ້ແທ້ໆ. ໂປໂລເຕືອນເຮົາວ່າ ພະເຈົ້າເປັນຜູ້ “ກະທຳໄດ້ມາກຫຼາຍກວ່າ . . . ສັບພະທຸກສິ່ງທີ່ເຮົາທັງຫຼາຍຂໍຫຼືຄຶດ.” (ເອເຟດ 3:20) ຜູ້ຮັບໃຊ້ຂອງພະເຢໂຫວາເຮັດສຸດຄວາມສາມາດເພື່ອເຮັດຕາມຈຸດປະສົງຂອງພະອົງ ແຕ່ເຂົາເຈົ້າກໍຍັງຮູ້ດີວ່າຕົນເອງມີຂີດຈຳກັດ. ເຮົາຮູ້ສຶກຂອບໃຈແທ້ໆທີ່ພະເຢໂຫວາຢູ່ກັບເຮົາ ແລະພະອົງກຳລັງອວຍພອນຄວາມພະຍາຍາມທັງໝົດຂອງເຮົາ.

ໄດ້ຮັບຄຳຕອບເມື່ອຂໍໃຫ້ມີຄວາມເຊື່ອຫຼາຍຂຶ້ນ

17. (ກ) ພະເຍຊູຕອບຄຳຂໍຂອງພວກອັກຄະສາວົກໂດຍວິທີໃດ? (ຂ) ເມື່ອຂໍໃຫ້ມີຄວາມເຊື່ອຫຼາຍຂຶ້ນ ເປັນຫຍັງເຮົາຄາດຫວັງໄດ້ວ່າພະເຢໂຫວາຈະຕອບເຮົາ?

17 ຈາກສິ່ງທີ່ເຮົາໄດ້ຮຽນຮູ້ໄປແລ້ວ ເຮົາອາດຮູ້ສຶກຄືກັບທີ່ພວກອັກຄະສາວົກໄດ້ເຮັດ ເມື່ອເຂົາເຈົ້າຂໍກັບພະເຍຊູວ່າ: “ຂໍໂຜດໃຫ້ພວກຂ້າພະເຈົ້າມີຄວາມເຊື່ອຫຼາຍຂຶ້ນ.” (ລືກາ 17:5, ລ.ມ.) ພະເຍຊູຕອບຄຳອະທິດຖານຂອງພວກອັກຄະສາວົກໃນວິທີທີ່ພິເສດ ໃນວັນເພນເຕກອດ ປີ ຄ.ສ. 33 ເມື່ອເຂົາເຈົ້າໄດ້ຮັບພະລັງບໍລິສຸດແລະສາມາດເຂົ້າໃຈເລິກເຊິ່ງຫຼາຍຂຶ້ນໃນເລື່ອງຈຸດປະສົງຂອງພະເຈົ້າ. ສິ່ງນີ້ເຮັດໃຫ້ຄວາມເຊື່ອຂອງເຂົາເຈົ້າເຂັ້ມແຂງຂຶ້ນ. ຜົນເປັນແນວໃດ? ເຂົາເຈົ້າເລີ່ມຕົ້ນໂຄງການການປະກາດທີ່ຍິ່ງໃຫຍ່ທີ່ສຸດນັບຕັ້ງແຕ່ຕອນນັ້ນເປັນຕົ້ນມາ. (ໂກໂລດ 1:23) ເມື່ອຂໍໃຫ້ມີຄວາມເຊື່ອຫຼາຍຂຶ້ນ ເຮົາຄາດຫວັງໄດ້ບໍວ່າຈະໄດ້ຮັບຄຳຕອບ? ພະເຢໂຫວາສັນຍາວ່າເຮົາສາມາດຄາດຫວັງໄດ້ ເມື່ອ “ເຮົາທັງຫຼາຍຂໍສິ່ງໜຶ່ງສິ່ງໃດຕາມນໍ້າໃຈແຫ່ງພະອົງ.”—1 ໂຢຮັນ 5:14

18. ພະເຢໂຫວາຈະອວຍພອນແນວໃດສຳລັບຄົນທີ່ເສີມສ້າງຄວາມເຊື່ອຂອງຕົນເອງ?

18 ເມື່ອເຮົາວາງໃຈໃນພະເຢໂຫວາຢ່າງຄົບຖ້ວນ ພະອົງກໍຈະພໍໃຈໃນຕົວເຮົາ. ພະເຢໂຫວາຈະຕອບຄຳຂໍຂອງເຮົາທີ່ຂໍໃຫ້ມີຄວາມເຊື່ອຫຼາຍຂຶ້ນ ແລະຄວາມເຊື່ອຂອງເຮົາກໍຈະເຂັ້ມແຂງຂຶ້ນ ແລ້ວເຮົາຈະເປັນຜູ້ທີ່ ‘ສົມຄວນກັບລາຊະອານາຈັກຂອງພະເຈົ້າ.’—2 ເທຊະໂລນີກ 1:3, 5

^ ຂໍ້ 4 ສຳລັບບາງຕົວຢ່າງ ຂໍໃຫ້ເບິ່ງເລື່ອງຊີວິດຈິງຂອງລິລຽນ ໂກໄບທາສ ໂກລເຊ (ຕື່ນເຖີດ! 22 ກໍລະກົດ 1993) ເຟລິກສ ບໍເຣສ (ຕື່ນເຖີດ! 22 ກຸມພາ 1994) ໂຈເຊຟິນ ເອລຽດສ (ຕື່ນເຖີດ! ກັນຍາ 2009).